ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 43

ຢ່າ​ຍອມ​ແພ້!

ຢ່າ​ຍອມ​ແພ້!

“ຂໍ​ໃຫ້​ພວກ​ເຮົາ​ຢ່າ​ເຊົາ​ເຮັດ​ດີ.”—ຄລຕ. 6:9

ເພງ 68 ການ​ຫວ່ານ​ເມັດ​ລາຊະອານາຈັກ

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ເປັນ​ກຽດ​ແລະ​ພູມ​ໃຈ​ທີ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ?

ເຮົາ​ຮູ້ສຶກ​ເປັນ​ກຽດ​ແລະ​ພູມ​ໃຈ​ຫຼາຍ​ທີ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ. ເຮົາ​ໄດ້​ປະກາດ​ຊື່​ຂອງ​ພະເຈົ້າ​ແລະ​ມີ​ຄວາມ​ສຸກ​ໃນ​ການ​ຊ່ວຍ​ຄົນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.” (ກຈກ. 13:48) ເຮົາ​ຮູ້ສຶກ​ຄື​ກັບ​ພະ​ເຢຊູ​ທີ່ “ມີ​ຄວາມ​ສຸກ​ຫຼາຍ” ເມື່ອ​ເຫັນ​ພວກ​ລູກສິດ​ກັບ​ມາ​ຈາກ​ການ​ປະກາດ.—ລກ. 10:1, 17, 21

2. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ວຽກ​ປະກາດ​ເປັນ​ວຽກ​ທີ່​ສຳຄັນ?

2 ວຽກ​ປະກາດ​ເປັນ​ວຽກ​ທີ່​ສຳຄັນ​ຫຼາຍ. ອັກຄະສາວົກ​ໂປໂລ​ຈຶ່ງ​ບອກ​ຕີໂມທຽວ​ວ່າ: “ໃຫ້​ເອົາໃຈໃສ່​ຕົວ​ເຈົ້າ​ແລະ​ການ​ສອນ​ຂອງ​ເຈົ້າ​ໃຫ້​ດີ . . . ຖ້າ​ເຮັດ​ແບບ​ນັ້ນ​ເຈົ້າ​ຈະ​ຊ່ວຍ​ທັງ​ຕົວ​ເອງ​ແລະ​ຄົນ​ທີ່​ຟັງ​ເຈົ້າ​ໃຫ້​ລອດ.” (1 ຕມ. 4:16) ການ​ປະກາດ​ເປັນ​ການ​ຊ່ວຍ​ຊີວິດ. ດັ່ງ​ນັ້ນ ເຮົາ​ຄວນ​ໃສ່​ໃຈ​ເລື່ອງ​ນີ້​ຍ້ອນ​ເຮົາ​ເປັນ​ຜູ້​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ໃຫ້​ເຮົາ​ພະຍາຍາມ​ປະພຶດ​ຕົວ​ໃຫ້​ດີ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ຍົກຍ້ອງ ແລະ​ຄວນ​ໃຊ້​ຊີວິດ​ໃຫ້​ສອດຄ່ອງ​ກັບ​ສິ່ງ​ທີ່​ເຮົາ​ສອນ. (ຟລປ. 1:27) ແລະ​ສິ່ງ​ທີ່​ສະແດງ​ວ່າ​ເຮົາ ‘ເອົາໃຈໃສ່​ການ​ສອນ’ ຂອງ​ເຮົາ​ກໍ​ຄື ກຽມ​ຕົວຢ່າງ​ດີ​ແລະ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ກ່ອນ​ຈະ​ໄປ​ປະກາດ.

3. ທຸກ​ຄົນ​ສົນ​ໃຈ​ຂ່າວ​ດີ​ທີ່​ເຮົາ​ປະກາດ​ບໍ? ຂໍ​ໃຫ້​ຍົກ​ຕົວຢ່າງ.

3 ເຖິງ​ເຮົາ​ຈະ​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ແລ້ວ​ໃນ​ການ​ປະກາດ ແຕ່​ບາງ​ເທື່ອ​ກໍ​ບໍ່​ມີ​ໃຜ​ສົນ​ໃຈ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຈອດຈ໌ ລິນໂດ​ເຊິ່ງ​ເປັນ​ຄົນ​ດຽວ​ທີ່​ໄປ​ປະກາດ​ຢູ່​ປະເທດ​ອິສະລັງ​ຕັ້ງ​ແຕ່​ປີ 1929-1947 ແລະ​ໄດ້​ແຈກ​ຢາຍ​ປຶ້ມ​ຕ່າງໆ​ຂອງ​ອົງການ​ປະມານ 10.000 ຫົວ ແຕ່​ກໍ​ບໍ່​ມີ​ໃຜ​ສົນ​ໃຈ. ພີ່ນ້ອງ​ຈອດຈ໌​ເລົ່າ​ວ່າ: “ຫຼາຍ​ຄົນ​ບໍ່​ສົນ​ໃຈ​ເລື່ອງ​ທີ່​ເຮົາ​ປະກາດ ແລະ​ບາງ​ຄົນ​ເຖິງ​ຂັ້ນ​ຕໍ່​ຕ້ານ.” ເຖິງ​ວ່າ​ມິດຊັນນາຣີ​ທີ່​ຈົບ​ຈາກ​ໂຮງ​ຮຽນ​ກິລຽດ​ຈະ​ມາ​ຊ່ວຍ​ໃນ​ເຂດ​ນີ້ ແຕ່​ກໍ​ຍັງ​ບໍ່​ມີ​ໃຜ​ສົນ​ໃຈ​ເລີຍ ຈົນ​ເວລາ​ຜ່ານ​ໄປ 9 ປີ​ຈຶ່ງ​ເລີ່ມ​ມີ​ບາງ​ຄົນ​ສົນ​ໃຈ​ແລ້ວ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ. *

4. ເຮົາ​ອາດ​ຮູ້ສຶກ​ແນວ​ໃດ​ເມື່ອ​ຄົນ​ບໍ່​ສົນ​ໃຈ​ເລື່ອງ​ທີ່​ເຮົາ​ປະກາດ?

4 ເຮົາ​ຮູ້ສຶກ​ທໍ້​ໃຈ​ເມື່ອ​ບໍ່​ມີ​ຄົນ​ສົນ​ໃຈ​ເລື່ອງ​ທີ່​ເຮົາ​ປະກາດ. ເຮົາ​ອາດ​ຈະ​ເປັນ​ຄື​ກັບ​ໂປໂລ​ທີ່​ຮູ້ສຶກ “ໂສກ​ເສົ້າ​ຫຼາຍ​ແລະ​ເຈັບ​ປວດ​ໃຈ” ຍ້ອນ​ຊາວ​ຢິວ​ສ່ວນ​ຫຼາຍ​ບໍ່​ຍອມ​ຮັບ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ​ຕາມ​ທີ່​ສັນຍາ​ໄວ້. (ຣມ. 9:1-3) ຖ້າ​ວ່າ​ເຮົາ​ພະຍາຍາມ​ຊ່ວຍ​ນັກ​ສຶກສາ​ແລະ​ອະທິດຖານ​ເພື່ອ​ເຂົາ​ເຈົ້າ​ແລ້ວ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ກ້າວ​ໜ້າ​ຈັກ​ເທື່ອ​ຈົນ​ຕ້ອງ​ໄດ້​ຢຸດ​ສຶກສາ ຫຼື​ເຮົາ​ບໍ່​ເຄີຍ​ຊ່ວຍ​ນັກ​ສຶກສາ​ຈັກ​ຄົນ​ໃຫ້​ຮັບ​ບັບເຕມາ ເຮົາ​ຄວນ​ຮູ້ສຶກ​ທໍ້​ໃຈ​ແລະ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ອວຍ​ພອນ​ວຽກ​ປະກາດ​ຂອງ​ເຮົາ​ບໍ? ໃນ​ບົດ​ຄວາມ​ນີ້​ຈະ​ຕອບ​ສອງ​ຄຳຖາມ​ຄື: (1) ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຮັດ​ວຽກ​ປະກາດ​ໄດ້​ສຳເລັດ? (2) ເຮົາ​ຄວນ​ຈື່​ຫຍັງ​ໄວ້​ເມື່ອ​ປະກາດ?

ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຮັດ​ວຽກ​ປະກາດ​ໄດ້​ສຳເລັດ?

5. ເປັນ​ຫຍັງ​ວຽກ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ເພື່ອ​ພະ​ເຢໂຫວາ​ຈຶ່ງ​ບໍ່​ເປັນ​ໄປ​ຕາມ​ທີ່​ເຮົາ​ຕ້ອງການ?

5 ຄຳພີ​ໄບເບິນ​ບອກ​ວ່າ ຄົນ​ທີ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ “ບໍ່​ວ່າ​ລາວ​ເຮັດ​ຫຍັງ​ກໍ​ຈະ​ສຳເລັດ.” (ເພງ. 1:3, ລ.ມ.) ແຕ່​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ຜົນ​ຕາມ​ທີ່​ເຮົາ​ຕ້ອງການ ເພາະ​ວ່າ​ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ ດັ່ງ​ນັ້ນ ຊີວິດ​ເຮົາ​ຈຶ່ງ “ມີ​ແຕ່​ຄວາມ​ລຳບາກ.” (ໂຢບ 14:1, ລ.ມ.) ນອກ​ຈາກ​ນັ້ນ ຜູ້​ຕໍ່​ຕ້ານ​ເຮົາ​ກໍ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ປະກາດ. (1 ກຣ. 16:9; 1 ທຊ. 2:18) ເມື່ອ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ຈະ​ຖື​ວ່າ​ເຮົາ​ເຮັດ​ວຽກ​ປະກາດ​ບໍ່​ສຳເລັດ​ບໍ? ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ຄຳຕອບ​ນີ້.

ບໍ່​ວ່າ​ເຮົາ​ຈະ​ປະກາດ​ຕາມ​ບ້ານ​ເຮືອນ ທາງ​ຈົດ​ໝາຍ ຫຼື​ທາງ​ໂທລະສັບ ພະ​ເຢໂຫວາ​ກໍ​ເຫັນ​ຄ່າ​ຄວາມ​ພະຍາຍາມ​ຂອງ​ເຮົາ (ເບິ່ງ​ຂໍ້ 6)

6. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຖື​ວ່າ​ເຮົາ​ເຮັດ​ວຽກ​ປະກາດ​ໄດ້​ສຳເລັດ?

6 ພະ​ເຢໂຫວາ​ເຫັນ​ຄວາມ​ພະຍາຍາມ​ແລະ​ຄວາມ​ອົດ​ທົນ​ຂອງ​ເຮົາ. ເມື່ອ​ເຮົາ​ເຮັດ​ວຽກ​ປະກາດ​ສຸດ​ຄວາມ​ສາມາດ​ແລະ​ເຮັດ​ດ້ວຍ​ຄວາມ​ຮັກ ພະ​ເຢໂຫວາ​ກໍ​ຖື​ວ່າ​ເຮົາ​ເຮັດ​ວຽກ​ປະກາດ​ສຳເລັດ​ແລ້ວ​ເຖິງ​ວ່າ​ຈະ​ບໍ່​ມີ​ຄົນ​ຟັງ​ກໍ​ຕາມ. ໂປໂລ​ບອກ​ວ່າ: “ພະເຈົ້າ​ຍຸຕິທຳ ພະອົງ​ຈຶ່ງ​ບໍ່​ລືມ​ວຽກ ທີ່​ພວກ​ເຈົ້າ​ເຮັດ​ແລະ​ຄວາມ​ຮັກ​ທີ່​ພວກ​ເຈົ້າ​ມີ​ຕໍ່​ຊື່​ຂອງ​ພະອົງ ນັ້ນ​ແມ່ນ​ທີ່​ພວກ​ເຈົ້າ​ຮັບໃຊ້​ພວກ​ຜູ້​ບໍລິສຸດ​ແລະ​ຍັງ​ຮັບໃຊ້​ຢູ່.” (ຮຣ. 6:10) ເຖິງ​ວ່າ​ເຮົາ​ຈະ​ບໍ່​ໄດ້​ຊ່ວຍ​ຈັກ​ຄົນ​ໃຫ້​ຮັບ​ບັບເຕມາ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ລືມ​ຄວາມ​ພະຍາຍາມ​ແລະ​ຄວາມ​ຮັກ​ທີ່​ເຮົາ​ສະແດງ​ຕໍ່​ເພິ່ນ. ດັ່ງ​ນັ້ນ ສິ່ງ​ທີ່​ໂປໂລ​ເວົ້າ​ກັບ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ຈຶ່ງ​ເປັນ​ຈິງ​ກັບ​ເຮົາ​ທີ່​ວ່າ: “ວຽກ​ໜັກ​ທີ່​ພວກ​ເຈົ້າ​ເຮັດ ໃຫ້​ຜູ້​ເປັນ​ນາຍ​ນັ້ນ​ຈະ​ບໍ່​ເສຍ​ໄປ​ລ້າໆ” ບໍ່​ວ່າ​ຜົນ​ຂອງ​ວຽກ​ທີ່​ເຮົາ​ເຮັດ​ຈະ​ເປັນ​ໄປ​ຕາມ​ທີ່​ເຮົາ​ຕ້ອງການ​ຫຼື​ບໍ່​ກໍ​ຕາມ.—1 ກຣ. 15:58

7. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ອັກຄະສາວົກ​ໂປໂລ​ເວົ້າ​ກ່ຽວ​ກັບ​ວຽກ​ຮັບໃຊ້?

7 ເຖິງ​ວ່າ​ອັກຄະສາວົກ​ໂປໂລ​ຈະ​ເປັນ​ມິດຊັນນາຣີ​ທີ່​ເກັ່ງ​ແລະ​ຕັ້ງ​ປະຊາຄົມ​ຂຶ້ນ​ໃໝ່​ຢູ່​ຫຼາຍ​ເມືອງ ແຕ່​ເມື່ອ​ມີ​ບາງ​ຄົນ​ເວົ້າ​ໃຫ້​ລາວ​ແລະ​ບອກ​ວ່າ​ລາວ​ເປັນ​ຜູ້​ສອນ​ທີ່​ບໍ່​ດີ ແທນ​ທີ່​ລາວ​ຈະ​ອວດ​ວ່າ​ລາວ​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ ລາວ​ພັດ​ເວົ້າ​ເຖິງ​ວຽກ​ຮັບໃຊ້​ທີ່​ລາວ​ເຮັດ​ໂດຍ​ບອກ​ວ່າ: “ຂ້ອຍ​ເຮັດ​ວຽກ ຫຼາຍ​ກວ່າ​ພວກ​ເຂົາ.” (2 ກຣ. 11:23) ຄື​ກັບ​ໂປໂລ ເຮົາ​ຄວນ​ຈື່​ໄວ້​ວ່າ ພະ​ເຢໂຫວາ​ຖື​ວ່າ​ຄວາມ​ອົດ​ທົນ​ແລະ​ຄວາມ​ພະຍາຍາມ​ໃນ​ການ​ເຮັດ​ວຽກ​ຮັບໃຊ້​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ.

8. ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ການ​ປະກາດ​ແມ່ນ​ຫຍັງ?

8 ພະ​ເຢໂຫວາ​ພໍ​ໃຈ​ວຽກ​ຮັບໃຊ້​ຂອງ​ເຮົາ. ພະ​ເຢຊູ​ໄດ້​ສົ່ງ​ພວກ​ລູກສິດ 70 ຄົນ​ອອກ​ໄປ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ເຂົາ​ເຈົ້າ​ກໍ “ກັບ​ມາ​ດ້ວຍ​ຄວາມ​ດີ​ໃຈ.” ຍ້ອນ​ຫຍັງ? ເຂົາ​ເຈົ້າ​ບອກ​ວ່າ: “ເມື່ອ​ພວກ​ເຮົາ​ອ້າງ​ຊື່​ທ່ານ ແມ່ນ​ແຕ່​ພວກ​ປີສາດ​ກໍ​ຍັງ​ຢູ່​ໃຕ້​ອຳນາດ​ເຮົາ.” ພະ​ເຢຊູ​ຈຶ່ງ​ໄດ້​ປັບ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ໂດຍ​ບອກ​ວ່າ: “ຢ່າ​ດີ​ໃຈ​ທີ່​ພວກ​ປີສາດ​ຢູ່​ໃຕ້​ອຳນາດ​ພວກ​ເຈົ້າ ແຕ່​ໃຫ້​ດີ​ໃຈ​ທີ່​ຊື່​ຂອງ​ພວກ​ເຈົ້າ​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ.” (ລກ. 10:17-20) ພະ​ເຢຊູ​ຮູ້​ວ່າ​ພວກ​ລູກສິດ​ຈະ​ບໍ່​ໄດ້​ມີ​ປະສົບການ​ດີໆ​ແບບ​ນີ້​ໄປ​ຕະຫຼອດ ເພາະ​ຜູ້​ທີ່​ຟັງ​ຂ່າວ​ດີ​ທຳອິດ​ອາດ​ຈະ​ບໍ່​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ພະ​ເຢຊູ​ໄດ້​ຊ່ວຍ​ພວກ​ລູກສິດ​ໃຫ້​ເຂົ້າ​ໃຈ​ວ່າ ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ບໍ່​ແມ່ນ​ຍ້ອນ​ວ່າ​ມີ​ຄົນ​ຟັງ​ຂ່າວ​ດີ​ທີ່​ເຂົາ​ເຈົ້າ​ປະກາດ ແຕ່​ມີ​ຄວາມ​ສຸກ​ຍ້ອນ​ຮູ້​ວ່າ​ພະ​ເຢໂຫວາ​ພໍ​ໃຈ​ໃນ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ.

9. ຕາມ​ຄາລາເຕຍ 6:7-9 ເຮົາ​ຈະ​ໄດ້​ຮັບ​ຫຍັງ​ຖ້າ​ເຮົາ​ປະກາດ​ຕໍ່ໆ​ໄປ?

9 ຖ້າ​ເຮົາ​ອົດ​ທົນ​ໃນ​ການ​ປະກາດ ເຮົາ​ກໍ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ເມື່ອ​ເຮົາ​ເຮັດ​ດີ​ທີ່​ສຸດ​ໃນ​ການ​ປະກາດ​ແລະ​ການ​ສອນ ເຮົາ​ກໍ​ກຳລັງ “ຫວ່ານ​ຕາມ​ທີ່​ພະລັງ​ຂອງ​ພະເຈົ້າ​ຊີ້​ນຳ.” ດັ່ງ​ນັ້ນ ຖ້າ​ເຮົາ “ບໍ່​ເຊົາ” ຫຼື “ບໍ່​ທໍ້​ຖອຍ” ໃນ​ການ​ປະກາດ ພະ​ເຢໂຫວາ​ກໍ​ສັນຍາ​ວ່າ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ​ກັບ​ເຮົາ ເຖິງ​ວ່າ​ເຮົາ​ຈະ​ບໍ່​ໄດ້​ຊ່ວຍ​ຈັກ​ຄົນ​ໃຫ້​ຮັບ​ບັບເຕມາ​ກໍ​ຕາມ.—ອ່ານ​ຄາລາເຕຍ 6:7-9

ເຮົາ​ຄວນ​ຈື່​ຫຍັງ​ໄວ້​ເມື່ອ​ປະກາດ?

10. ເປັນ​ຫຍັງ​ບາງ​ຄົນ​ຟັງ​ແລະ​ບາງ​ຄົນ​ບໍ່​ຟັງ​ເລື່ອງ​ທີ່​ເຮົາ​ປະກາດ?

10 ບໍ່​ວ່າ​ຄົນ​ຈະ​ຟັງ​ຄວາມ​ຈິງ​ຫຼື​ບໍ່ ມັນ​ກໍ​ຂຶ້ນ​ກັບ​ຫົວໃຈ​ເຂົາ​ເຈົ້າ. ພະ​ເຢຊູ​ອະທິບາຍ​ວ່າ​ຄວາມ​ຈິງ​ທີ່​ເຮົາ​ປະກາດ​ປຽບ​ຄື​ກັບ​ເມັດ​ພືດ​ທີ່​ເຮົາ​ຫວ່ານ​ລົງ​ໃນ​ດິນ​ຊະນິດ​ຕ່າງໆ ເຊິ່ງ​ມີ​ພຽງ​ເມັດ​ພືດ​ທີ່​ຕົກ​ໃສ່​ດິນ​ດີ​ເທົ່າ​ນັ້ນ​ທີ່​ເກີດ​ຜົນ. (ລກ. 8:5-8) ພະ​ເຢຊູ​ຍັງ​ໄດ້​ອະທິບາຍ​ອີກ​ວ່າ ດິນ​ຕ່າງໆ​ໝາຍ​ເຖິງ​ຫົວໃຈ​ຂອງ​ຄົນ​ທີ່​ຕອບ​ຮັບ “ຂ່າວ​ສານ​ຂອງ​ພະເຈົ້າ.” (ລກ. 8:11-15) ຄື​ກັບ​ຜູ້​ທີ່​ຫວ່ານ​ເມັດ​ພືດ​ບໍ່​ສາມາດ​ບັງຄັບ​ພືດ​ໃຫ້​ເຕີບ​ໃຫຍ່​ໄດ້ ເຮົາ​ກໍ​ບໍ່​ສາມາດ​ບັງຄັບ​ຄົນ​ອື່ນ​ໃຫ້​ມາ​ສົນ​ໃຈ​ເລື່ອງ​ທີ່​ເຮົາ​ປະກາດ​ໄດ້​ຄື​ກັນ. ແຕ່​ເຮົາ​ມີ​ໜ້າ​ທີ່​ທີ່​ຈະ​ປະກາດ​ຕໍ່​ໄປ ເພາະ​ອັກຄະສາວົກ​ໂປໂລ​ບອກ​ວ່າ: “ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ລາງວັນ​ຕາມ​ວຽກ ທີ່​ລາວ​ເຮັດ” ບໍ່​ແມ່ນ​ຕາມ​ຜົນ ທີ່​ລາວ​ໄດ້​ຮັບ​ຈາກ​ວຽກ​ນັ້ນ.—1 ກຣ. 3:8

ເຖິງ​ວ່າ​ໂນອາ​ຈະ​ປະກາດ​ຫຼາຍ​ປີ ແຕ່​ກໍ​ບໍ່​ມີ​ໃຜ​ສົນ​ໃຈ​ແລະ​ເຂົ້າ​ເຮືອ​ກັບ​ລາວ​ຍົກ​ເວັ້ນ​ຄອບຄົວ​ລາວ​ເອງ. ໂນອາ​ເຮັດ​ວຽກ​ມອບ​ໝາຍ​ໄດ້​ສຳເລັດ​ເພາະ​ລາວ​ເຊື່ອ​ຟັງ​ພະ​ເຢໂຫວາ! (ເບິ່ງ​ຂໍ້ 11)

11. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຖື​ວ່າ​ໂນອາ​ເຮັດ​ວຽກ​ປະກາດ​ໄດ້​ສຳເລັດ​ເຖິງ​ວ່າ​ຈະ​ບໍ່​ມີ​ຄົນ​ຟັງ​ລາວ? (ເບິ່ງ​ຮູບ​ໜ້າ​ປົກ)

11 ຕອນ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ກ່ອນ​ປະກາດ ກໍ​ບໍ່​ມີ​ຄົນ​ຟັງ​ຄື​ກັນ. ຕົວຢ່າງ​ເຊັ່ນ: ໂນອາ​ເປັນ “ຜູ້​ປະກາດ​ແນວ​ທາງ​ທີ່​ຖືກຕ້ອງ” ເຊິ່ງ​ໄດ້​ປະກາດ​ຫຼາຍ​ສິບ​ປີ ແລະ​ລາວ​ກໍ​ຫວັງ​ວ່າ​ຈະ​ມີ​ຄົນ​ຟັງ. (2 ປຕ. 2:5) ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ແບບ​ນັ້ນ​ເພາະ​ຕອນ​ທີ່​ພະ​ເຢໂຫວາ​ບອກ​ລາວ​ໃຫ້​ສ້າງ​ເຮືອ ພະ​ເຢໂຫວາ​ເວົ້າ​ວ່າ: “ໃຫ້​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອ​ພ້ອມ​ກັບ​ເມຍ ລູກ​ຊາຍ ແລະ​ລູກໃພ້.” (ຕົ້ນ. 6:18, ລ.ມ.) ເມື່ອ​ເບິ່ງ​ຂະໜາດ​ຂອງ​ເຮືອ​ທີ່​ພະ​ເຢໂຫວາ​ສັ່ງ​ໃຫ້​ໂນອາ​ສ້າງ ໂນອາ​ອາດ​ຈະ​ຄິດ​ວ່າ​ຄື​ຊິ​ບໍ່​ມີ​ຫຼາຍ​ຄົນ​ຟັງ​ລາວ​ດອກ. (ຕົ້ນ. 6:15) ແລະ​ໃນ​ຕົວ​ຈິງ ເຮົາ​ກໍ​ເຫັນ​ໄດ້​ວ່າ​ບໍ່​ມີ​ຄົນ​ຟັງ​ລາວ​ຈັກ​ຄົນ. (ຕົ້ນ. 7:7) ນັ້ນ​ໝາຍ​ຄວາມ​ວ່າ​ໂນອາ​ເຮັດ​ວຽກ​ປະກາດ​ບໍ່​ສຳເລັດ​ບໍ? ບໍ່. ພະ​ເຢໂຫວາ​ຖື​ວ່າ​ໂນອາ​ເຮັດ​ວຽກ​ສຳເລັດ​ແລ້ວ ເພາະ​ລາວ​ເຮັດ​ຕາມ​ທີ່ພະ​ເຢໂຫວາ​ສັ່ງ​ທຸກ​ຢ່າງ.—ຕົ້ນ. 6:22

12. ເປັນ​ຫຍັງ​ຜູ້​ພະຍາກອນ​ເຢເຣມີ​ຍັງ​ມີ​ຄວາມ​ສຸກ​ໃນ​ວຽກ​ປະກາດ​ເຖິງ​ວ່າ​ຈະ​ບໍ່​ມີ​ຄົນ​ຟັງ​ແລະ​ຖືກ​ຕໍ່​ຕ້ານ?

12 ຜູ້​ພະຍາກອນ​ເຢເຣມີ​ກໍ​ຄື​ກັນ ລາວ​ໄດ້​ປະກາດ​ເປັນ​ເວລາ​ຫຼາຍ​ສິບ​ປີ ແຕ່​ກໍ​ບໍ່​ມີ​ໃຜ​ຟັງ ແຖມ​ບາງ​ຄົນ​ຍັງ​ຕໍ່​ຕ້ານ​ລາວ​ຊ້ຳ. ເຢເຣມີ​ຖືກ “ດູ​ໝິ່ນ​ແລະ​ຖືກ​ເຍາະ​ເຍີ້ຍ” ຈົນ​ເຮັດ​ໃຫ້​ລາວ​ຮູ້ສຶກ​ທໍ້​ໃຈ ແຕ່​ລາວ​ກໍ​ບໍ່​ໄດ້​ຍອມ​ແພ້. (ຢເຣ. 20:8, 9, ລ.ມ.) ຍ້ອນ​ຫຍັງ​ລາວ​ຈຶ່ງ​ບໍ່​ຍອມ​ແພ້​ແລະ​ຍັງ​ປະກາດ​ຢ່າງ​ມີ​ຄວາມ​ສຸກ​ຕໍ່​ໄປ​ໄດ້? ເຫດຜົນ​ທີ​ໜຶ່ງ ເລື່ອງ​ທີ່​ລາວ​ປະກາດ​ເຮັດ​ໃຫ້​ຫຼາຍ​ຄົນ​ມີ “ອະນາຄົດ​ທີ່​ດີ​ແລະ​ມີ​ຄວາມ​ຫວັງ.” (ຢເຣ. 29:11, ລ.ມ.) ເຫດຜົນ​ທີ​ສອງ ລາວ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ເປັນ​ຜູ້​ຕາງ​ໜ້າ​ພະ​ເຢໂຫວາ. (ຢເຣ. 15:16) ຄ້າຍ​ຄື​ກັນ ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ກຳລັງ​ປະກາດ​ເລື່ອງ​ທີ່​ໃຫ້​ຄວາມ​ຫວັງ ແລະ​ເຮົາ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ. ເມື່ອ​ເຮົາ​ຄິດ​ເຖິງ​ສອງ​ຢ່າງ​ນີ້​ກໍ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ ເຖິງ​ວ່າ​ຈະ​ບໍ່​ມີ​ຄົນ​ຟັງ​ຕອນ​ທີ່​ເຮົາ​ປະກາດ​ກໍ​ຕາມ.

13. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ມາຣະໂກ 4:26-29?

13 ເພື່ອ​ຄົນ​ໜຶ່ງ​ຈະ​ກ້າວ​ໜ້າ​ທາງ​ດ້ານ​ຄວາມ​ເຊື່ອ​ກໍ​ຕ້ອງ​ໃຊ້​ເວລາ. ພະ​ເຢຊູ​ອະທິບາຍ​ເລື່ອງ​ນີ້​ໂດຍ​ເວົ້າ​ເຖິງ​ເລື່ອງ​ຜູ້​ຫວ່ານ​ເມັດ​ເຂົ້າ​ທີ່​ນອນ​ຫຼັບ. (ອ່ານ​ມາຣະໂກ 4:26-29) ຫຼັງ​ຈາກ​ທີ່​ລາວ​ຫວ່ານ​ເມັດ​ເຂົ້າ​ລົງ​ດິນ ເມັດ​ເຂົ້າ​ນັ້ນ​ຈະ​ຄ່ອຍໆ​ເຕີບ​ໃຫຍ່​ຂຶ້ນ​ມາ​ເອງ​ໂດຍ​ທີ່​ລາວ​ບໍ່​ໄດ້​ເລັ່ງ​ມັນ. ຄ້າຍ​ຄື​ກັນ ເພື່ອ​ຈະ​ເຫັນ​ວ່າ​ນັກ​ສຶກສາ​ກ້າວ​ໜ້າ​ກໍ​ຕ້ອງ​ໃຊ້​ເວລາ. ຄື​ກັບ​ທີ່​ຊາວນາ​ບໍ່​ສາມາດ​ບັງຄັບ​ເມັດ​ເຂົ້າ​ໃຫ້​ເຕີບ​ໃຫຍ່​ໄດ້ ເຮົາ​ກໍ​ບໍ່​ສາມາດ​ບັງຄັບ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຕາມ​ທີ່​ເຮົາ​ຕ້ອງການ​ໄດ້. ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ທໍ້​ໃຈ​ຫຼື​ຍອມ​ແພ້​ຖ້າ​ນັກ​ສຶກສາ​ກ້າວ​ໜ້າ​ຊ້າ ແຕ່​ໃຫ້​ເຮົາ​ອົດ​ທົນ​ເພື່ອ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ.—ຢກບ. 5:7, 8

14. ມີ​ຕົວຢ່າງ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຕ້ອງ​ໃຊ້​ເວລາ​ເພື່ອ​ວຽກ​ປະກາດ​ຈະ​ກ້າວ​ໜ້າ?

14 ໃນ​ບາງ​ປະເທດ​ຕ້ອງ​ໃຊ້​ເວລາ​ຫຼາຍ​ເພື່ອ​ວຽກ​ປະກາດ​ຈະ​ກ້າວ​ໜ້າ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ສອງ​ຄົນ​ທີ່​ຊື່​ແກຼດິດສ໌​ແລະ​ຣູບີ ແອເລນ ເຊິ່ງ​ເປັນ​ໄພໂອເນຍ​ປະຈຳ​ຢູ່​ເກເບັກ​ປະເທດ​ການາດາ​ໃນ​ປີ 1959. * ຍ້ອນ​ວ່າ​ຄົນ​ສ່ວນ​ຫຼາຍ​ໃນ​ເຂດ​ນີ້​ນັບຖື​ສາສະໜາ​ກາໂຕລິກ ເຂົາ​ເຈົ້າ​ຈຶ່ງ​ຢ້ານ​ວ່າ​ພວກ​ຄຸນ​ພໍ່​ຊິ​ເວົ້າ​ໃຫ້​ຖ້າ​ສົນ​ໃຈ​ເລື່ອງ​ທີ່​ເຮົາ​ປະກາດ. ແກຼດິດສ໌​ເວົ້າ​ວ່າ: “ເຮົາ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ​ມື້​ລະ 8 ຊົ່ວ​ໂມງ​ເປັນ​ເວລາ 2 ປີ ແຕ່​ບໍ່​ມີ​ຈັກ​ຄົນ​ສົນ​ໃຈ! ເມື່ອ​ເຂົາ​ເຈົ້າ​ຍ່າງ​ມາ​ຮອດ​ປະຕູ​ແລ້ວ​ເຫັນ​ວ່າ​ແມ່ນ​ເຮົາ ເຂົາ​ເຈົ້າ​ກໍ​ປິດ​ຜ້າ​ກັ້ງ​ແລ້ວ​ຍ່າງ​ໜີ. ແຕ່​ເຮົາ​ກໍ​ບໍ່​ຍອມ​ແພ້.” ເມື່ອ​ເວລາ​ຜ່ານ​ໄປ​ເຂົາ​ເຈົ້າ​ກໍ​ໄດ້​ເລີ່ມ​ສົນ​ໃຈ​ສິ່ງ​ທີ່​ເຮົາ​ປະກາດ ແລະ​ຕອນ​ນີ້​ກໍ​ມີ​ຄວາມ​ກ້າວ​ໜ້າ​ຫຼາຍ ມີ​ເຖິງ 3 ປະຊາຄົມ​ຢູ່​ໃນ​ເມືອງ​ນີ້.—ເອຊາ. 60:22

15. 1 ໂກຣິນໂທ 3:6, 7 ສອນ​ຫຍັງ​ເຮົາ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ?

15 ເພື່ອ​ຈະ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ຫຼາຍ​ຄົນ​ຕ້ອງ​ຊ່ວຍ​ກັນ. ນັ້ນ​ໝາຍ​ຄວາມ​ວ່າ​ທຸກ​ຄົນ​ໃນ​ປະຊາຄົມ​ມີ​ສ່ວນ​ຊ່ວຍ​ໃຫ້​ຜູ້​ໜຶ່ງ​ກ້າວ​ໜ້າ​ຈົນ​ເຖິງ​ຂັ້ນ​ຮັບ​ບັບເຕມາ​ໄດ້. (ອ່ານ 1 ໂກຣິນໂທ 3:6, 7) ຕົວຢ່າງ​ເຊັ່ນ: ມີ​ພີ່ນ້ອງ​ຄົນ​ໜຶ່ງ​ໄປ​ປະກາດ​ແລະ​ໄດ້​ເອົາ​ແຜ່ນ​ພັບ​ຫຼື​ວາລະສານ​ໃຫ້​ຜູ້​ສົນ​ໃຈ ແຕ່​ລາວ​ບໍ່​ສາມາດ​ກັບ​ໄປ​ຢາມ​ໄດ້ ລາວ​ຈຶ່ງ​ໄດ້​ຂໍ​ໃຫ້​ພີ່ນ້ອງ​ອີກ​ຄົນ​ໜຶ່ງ​ໄປ​ຢາມ​ແທນ​ລາວ​ແລະ​ພີ່ນ້ອງ​ຄົນ​ນັ້ນ​ກໍ​ໄດ້​ກັບ​ໄປ​ຢາມ​ແລ້ວ​ເລີ່ມ​ນຳ​ການ​ສຶກສາ. ຕໍ່​ມາ ລາວ​ກໍ​ໄດ້​ຊວນ​ພີ່ນ້ອງ​ຄົນ​ອື່ນໆ​ມາ​ຮ່ວມ​ສຶກສາ​ນຳ ແລະ​ພີ່ນ້ອງ​ແຕ່​ລະ​ຄົນ​ທີ່​ມາ​ຮ່ວມ​ສຶກສາ​ກໍ​ໄດ້​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ໃຫ້​ນັກ​ສຶກສາ​ກ້າວ​ໜ້າ. ເລື່ອງ​ນີ້​ເປັນ​ຄື​ກັບ​ທີ່​ພະ​ເຢຊູ​ບອກ​ວ່າ ທັງ​ຜູ້​ຫວ່ານ​ແລະ​ຜູ້​ກ່ຽວ​ຈະ​ມີ​ຄວາມ​ສຸກ​ນຳ​ກັນ.—ຢຮ. 4:35-38

16. ເປັນ​ຫຍັງ​ເຮົາ​ຍັງ​ມີ​ຄວາມ​ສຸກ​ໃນ​ວຽກ​ປະກາດ​ເຖິງ​ວ່າ​ເຮົາ​ຈະ​ມີ​ບັນຫາ​ສຸຂະພາບ​ແລະ​ບໍ່​ມີ​ເຫື່ອ​ແຮງ?

16 ເຖິງ​ວ່າ​ເຈົ້າ​ຈະ​ບໍ່​ສາມາດ​ປະກາດ​ແລະ​ສອນ​ຄວາມ​ຈິງ​ໄດ້​ຫຼາຍ​ຄື​ກັບ​ແຕ່​ກ່ອນ​ຍ້ອນ​ເຈົ້າ​ມີ​ບັນຫາ​ສຸຂະພາບ​ແລະ​ບໍ່​ມີ​ເຫື່ອ​ແຮງ ແຕ່​ເຈົ້າ​ກໍ​ສາມາດ​ມີ​ຄວາມ​ສຸກ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ກະສັດ​ດາວິດ​ກັບ​ທະຫານ​ຂອງ​ລາວ​ທີ່​ໄດ້​ອອກ​ໄປ​ຕໍ່​ສູ້​ກັບ​ພວກ​ອາມາເລກ​ເພື່ອ​ຊ່ວຍ​ລູກ​ຊ່ວຍ​ເມຍ ແລະ​ຍາດ​ເອົາ​ສິ່ງ​ຂອງ​ກັບ​ຄືນ​ມາ. ແຕ່​ເມື່ອ​ທະຫານ 200 ຄົນ​ບໍ່​ສາມາດ​ໄປ​ສູ້​ຮົບ​ໄດ້​ຍ້ອນ​ຮູ້ສຶກ​ເມື່ອຍ​ຫຼາຍ ລາວ​ກໍ​ໄດ້​ໃຫ້​ເຂົາ​ເຈົ້າ​ເຝົ້າ​ເຄື່ອງ​ຖ້າ. ຫຼັງ​ຈາກ​ທີ່​ລາວ​ສູ້​ຮົບ​ຊະນະ ລາວ​ກໍ​ໄດ້​ແບ່ງ​ສິ່ງ​ຂອງ​ໃຫ້​ກັບ​ທະຫານ​ທຸກ​ຄົນ​ເທົ່າ​ກັນ ບໍ່​ວ່າ​ຈະ​ເປັນ​ຄົນ​ທີ່​ໄປ​ສູ້​ຮົບ​ຫຼື​ຄົນ​ທີ່​ເຝົ້າ​ເຄື່ອງ. (1 ຊາມ. 30:21-25) ຄ້າຍ​ຄື​ກັນ ເຖິງ​ວ່າ​ເຮົາ​ຈະ​ບໍ່​ມີ​ແຮງ​ແລະ​ບໍ່​ສາມາດ​ປະກາດ​ໄດ້​ຫຼາຍ​ຄື​ກັບ​ແຕ່​ກ່ອນ ແຕ່​ຖ້າ​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ ເຮົາ​ກໍ​ມີ​ຄວາມ​ສຸກ​ໃນ​ການ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.

17. ເປັນ​ຫຍັງ​ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ?

17 ເຮົາ​ຂອບໃຈ​ພະ​ເຢໂຫວາ​ທີ່​ເຫັນ​ຄວາມ​ຮັກ​ແລະ​ຄວາມ​ພະຍາຍາມ​ຂອງ​ເຮົາ​ໃນ​ການ​ຮັບໃຊ້​ເພິ່ນ. ເຖິງ​ວ່າ​ຈະ​ບໍ່​ມີ​ຄົນ​ຟັງ​ສິ່ງ​ທີ່​ເຮົາ​ປະກາດ ແຕ່​ພະ​ເຢໂຫວາ​ກໍ​ເຫັນ​ຄ່າ​ວຽກ​ທີ່​ເຮົາ​ເຮັດ​ແລະ​ຈະ​ໃຫ້​ລາງວັນ​ກັບ​ເຮົາ. ພະ​ເຢໂຫວາ​ຍັງ​ສອນ​ເຮົາ​ໃຫ້​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ຄວາມ​ສຸກ​ໃນ​ການ​ປະກາດ. (ຢຮ. 14:12) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ພໍ​ໃຈ​ເຮົາ​ຖ້າ​ເຮົາ​ປະກາດ​ຕໍ່ໆ​ໄປ​ແລະ​ບໍ່​ຍອມ​ແພ້!

ເພງ 67 “ຈົ່ງ​ປະກາດ​ພະ​ຄຳ”

^ ຂໍ້ 5 ເຮົາ​ຮູ້ສຶກ​ດີ​ໃຈ​ເມື່ອ​ມີ​ຄົນ​ສົນ​ໃຈ​ຂ່າວ​ດີ​ທີ່​ເຮົາ​ປະກາດ ແລະ​ອາດ​ຈະ​ຮູ້ສຶກ​ເສຍໃຈ​ຫຼື​ທໍ້​ໃຈ​ເມື່ອ​ເຂົາ​ເຈົ້າ​ບໍ່​ສົນ​ໃຈ. ຖ້າ​ຫາກ​ວ່າ​ນັກ​ສຶກສາ​ທີ່​ເຮົາ​ກຳລັງ​ສຶກສາ​ຢູ່​ບໍ່​ກ້າວ​ໜ້າ​ຫຼື​ເຮົາ​ບໍ່​ໄດ້​ຊ່ວຍ​ຈັກ​ຄົນ​ໃຫ້​ຮັບ​ບັບເຕມາ ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ເຮັດ​ວຽກ​ປະກາດ​ບໍ່​ສຳເລັດ​ບໍ? ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ສາມາດ​ເຮັດ​ວຽກ​ປະກາດ​ໃຫ້​ສຳເລັດ​ແລະ​ມີ​ຄວາມ​ສຸກ​ຕໍ່ໆ​ໄປ​ໄດ້​ເຖິງ​ວ່າ​ຈະ​ບໍ່​ມີ​ຄົນ​ສົນ​ໃຈ.

^ ຂໍ້ 14 ໃຫ້​ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ແກຼດິດສ໌ ແອເລນ ໃນ​ຫໍສັງເກດການ 1 ກັນຍາ 2002 ບົດ​ຄວາມ​ທີ່​ຊື່​ວ່າ “ຂ້ອຍ​ຈະ​ບໍ່​ປ່ຽນ​ຫຍັງ​ທັງສິ້ນ!” (ພາສາ​ໄທ)