ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສ້າງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ໃໝ່

ສ້າງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ໃໝ່

ໃນ​ແຕ່​ລະ​ປີ ມີ​ຫຼາຍ​ຄົນ​ກັບ​ມາ​ຫາ​ພະ​ເຢໂຫວາ. ລອງ​ນຶກ​ພາບ​ເບິ່ງ​ວ່າ ເມື່ອ​ມີ​ຄົນ​ໜຶ່ງ​ກັບ​ມາ ສະຫວັນ​ຈະ “ມີ​ຄວາມ​ສຸກ” ຫຼາຍ​ສ່ຳ​ໃດ! (ລກ. 15:7, 10) ຖ້າ​ເຈົ້າ​ເປັນ​ຄົນ​ໜຶ່ງ​ທີ່​ກັບ​ມາ ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ ພະ​ເຢຊູ ແລະ​ທູດ​ສະຫວັນ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ! ແຕ່​ຕອນ​ທີ່​ເຈົ້າ​ກຳລັງ​ສ້າງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ ອາດ​ຈະ​ມີ​ບັນຫາ​ບາງ​ຢ່າງ​ທີ່​ຂັດ​ຂວາງ​ເຈົ້າ. ບັນຫາ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່? ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຜ່ານ​ບັນຫາ​ເຫຼົ່າ​ນັ້ນ​ໄດ້?

ມີ​ບັນຫາ​ຫຍັງ​ແດ່?

ພີ່ນ້ອງ​ຫຼາຍ​ຄົນ​ອາດ​ຍັງ​ຮູ້ສຶກ​ຜິດ​ຢູ່​ເຖິງ​ວ່າ​ຈະ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ​ແລ້ວ. ເຂົາ​ເຈົ້າ​ອາດ​ຮູ້ສຶກ​ຜິດ​ຄື​ກັບ​ກະສັດ​ດາວິດ​ທີ່​ບອກ​ວ່າ: “ຄວາມ​ຜິດ​ຂອງ​ຂ້ອຍ​ຖ້ວມ​ທົ້ນ.” (ເພງ. 40:12, ລ.ມ.; 65:3) ບາງ​ຄົນ​ທີ່​ກັບ​ມາ​ຫາ​ພະ​ເຢໂຫວາ​ແລ້ວ ອາດ​ຈະ​ຍັງ​ຮູ້ສຶກ​ຜິດ​ຫຼື​ຮູ້ສຶກ​ອາຍ​ເປັນ​ເວລາ​ດົນ​ເຕີບ. ອິດຊາເບວ * ທີ່​ຖືກ​ຕັດ​ສຳພັນ​ຫຼາຍ​ກວ່າ 20 ປີ​ບອກວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ຂ້ອຍ​ແລ້ວ.” ຖ້າ​ເຮົາ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ອ່ອນ​ລົງ. (ສຸພາ. 24:10) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຢ່າ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ.

ພີ່ນ້ອງ​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ເຖິງ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ກໍ​ບໍ່​ສາມາດ​ທີ່​ຈະ​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ໄດ້​ອີກ. ອັນ​ໂຕນ​ເປັນ​ຄົນ​ໜຶ່ງ​ທີ່​ຖືກ​ຮັບ​ກັບ​ມາ​ໄດ້​ບອກ​ວ່າ: “ຂ້ອຍ​ລືມ​ໄປ​ເລີຍ​ວ່າ​ຄລິດສະຕຽນ​ມີ​ຊີວິດ​ແບບ​ໃດ​ແລະ​ເຮັດ​ຫຍັງ​ແດ່.” ຍ້ອນ​ບາງ​ຄົນ​ຮູ້ສຶກ​ແບບ​ນີ້ ເຂົາ​ເຈົ້າ​ຈຶ່ງ​ບໍ່​ກ້າ​ເຮັດ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ​ໄດ້​ຢ່າງ​ເຕັມທີ.

ເພື່ອ​ຈະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນີ້. ສົມມຸດ​ວ່າ​ພາຍຸ​ເຮີຣິເຄນ​ໄດ້​ທຳລາຍ​ເຮືອນ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ. ລາວ​ອາດ​ຈະ​ຮູ້ສຶກ​ທໍ້​ໃຈ ເພາະ​ວ່າ​ມັນ​ຕ້ອງ​ໄດ້​ໃຊ້​ຄວາມ​ພະຍາຍາມ​ແລະ​ໃຊ້​ເວລາ​ຫຼາຍ​ເພື່ອ​ຈະ​ປຸກ​ເຮືອນ​ຂຶ້ນ​ມາ​ອີກ. ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ເຄີຍ​ເຮັດ​ຜິດ​ຮ້າຍແຮງ​ເຈົ້າ​ກໍ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ໄດ້​ອີກ ເພາະ​ມັນ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆ. ແຕ່​ເຈົ້າ​ບໍ່​ຕ້ອງ​ທໍ້​ໃຈ ເພາະ​ມີ​ຜູ້​ທີ່​ຈະ​ຊ່ວຍ​ເຈົ້າ.

ພະ​ເຢໂຫວາ​ຮັກ​ເຈົ້າ​ຍ້ອນ​ເຈົ້າ​ໄດ້​ພະຍາຍາມ​ກັບ​ມາ​ຫາ​ເພິ່ນ​ຕາມ​ທີ່​ເພິ່ນ​ໄດ້​ເຊີນ​ເຮົາ​ວ່າ: “ໃຫ້​ເຮົາ​ມາ​ລົມ​ກັນ ເຮົາ​ຈະ​ໄດ້​ຊ່ວຍ​ພວກ​ເຈົ້າ​ໃຫ້​ກັບ​ມາ​ຄືນ​ດີ​ກັບ​ເຮົາ.” (ເອຊາ. 1:18, ລ.ມ.) ນອກ​ຈາກ​ນັ້ນ ການ​ທີ່​ເຈົ້າ​ພະຍາຍາມ​ກັບ​ມາ​ຫາ​ພະ​ເຢໂຫວາ​ກໍ​ພິສູດ​ໃຫ້​ເຫັນ​ວ່າ ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ!—ສຸພາ. 27:11

ການ​ທີ່​ເຈົ້າ​ກັບ​ມາ​ຄືນ​ດີ​ກັບ​ພະ​ເຢໂຫວາ​ກໍ​ສະແດງ​ວ່າ​ເຈົ້າ​ພະຍາຍາມ​ຈະ​ໃກ້​ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ ແລະ​ພະ​ເຢໂຫວາ​ກໍ​ສັນຍາ​ວ່າ​ຈະ​ໃກ້​ຊິດ​ກັບ​ເຈົ້າ. (ຢກບ. 4:8) ແຕ່​ການ​ທີ່​ເຈົ້າ​ກັບ​ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ປະຊາຄົມ​ຍັງ​ບໍ່​ພໍ​ເທື່ອ. ເຈົ້າ​ຕ້ອງ​ມີ​ຄວາມ​ຮັກ​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ແລ້ວ​ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ຕັ້ງ​ເປົ້າ​ໝາຍ​ທີ່​ສາມາດ​ເຮັດ​ໄດ້

ໃຫ້​ພະຍາຍາມ​ຕັ້ງ​ເປົ້າ​ໝາຍ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້. ທີ່​ຈິງ ຜູ້​ທີ່​ກັບ​ມາ​ຫາ​ພະ​ເຢໂຫວາ​ຈະ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຄຳ​ສັນຍາ​ຂອງ​ເພິ່ນ​ຢູ່​ແລ້ວ. ແຕ່​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕື່ມ​ກໍ​ຄື ໄປ​ປະກາດ​ແລະ​ຄົບຫາ​ກັບ​ພີ່ນ້ອງ. ໃຫ້​ເຮົາ​ມາ​ເບິ່ງ​ເປົ້າ​ໝາຍ​ເຫຼົ່າ​ນີ້​ນຳ​ກັນ.

ອະທິດຖານ​ຫາ​ພະ​ເຢໂຫວາ​ເລື້ອຍໆ. ພະ​ເຢໂຫວາ​ຮູ້​ວ່າ​ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ຈະ​ອະທິດຖານ​ຫາ​ເພິ່ນ​ຕອນ​ທີ່​ເຮົາ​ຍັງ​ຮູ້ສຶກ​ຜິດ​ຢູ່. (ຣມ. 8:26) ແຕ່​ພະ​ເຢໂຫວາ​ກໍ​ບອກ​ເຮົາ​ໃຫ້ “ອະທິດຖານ​ເລື້ອຍໆ” ແລະ​ບອກ​ໃຫ້​ເພິ່ນ​ຮູ້​ວ່າ​ເຮົາ​ຢາກ​ເປັນ​ໝູ່​ກັບ​ເພິ່ນ. (ຣມ. 12:12) ອັນ​ເດ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ຜິດ​ແລະ​ຮູ້ສຶກ​ອາຍ​ຫຼາຍ​ແທ້ໆ. ແຕ່​ເມື່ອ​ຂ້ອຍ​ອະທິດຖານ​ເຖິງ​ພະ​ເຢໂຫວາ ຂ້ອຍ​ກໍ​ຮູ້ສຶກ​ສະຫງົບ​ໃຈ​ແລະ​ສະບາຍ​ໃຈ​ຫຼາຍ​ຂຶ້ນ.” ແຕ່​ຖ້າ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ອະທິດຖານ​ແນວ​ໃດ​ເດ? ໃຫ້​ເບິ່ງ​ຄຳ​ອະທິດຖານ​ຂອງ​ກະສັດ​ດາວິດ​ເຊິ່ງ​ບັນທຶກ​ຢູ່​ໃນ​ຄຳເພງ​ບົດ 51 ແລະ 65.

ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ເພງ. 19:7-11) ຟີລິບ​ບອກ​ວ່າ: “ການ​ທີ່​ຂ້ອຍ​ບໍ່​ໄດ້​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ຂ້ອຍ​ອ່ອນ​ລົງ ແລະ​ໃນ​ທີ່​ສຸດ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ. ແຕ່​ຂ້ອຍ​ບໍ່​ຢາກ​ກັບ​ໄປ​ເຮັດ​ຜິດ​ຊ້ຳ​ອີກ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ເອົາໃຈໃສ່​ສຶກສາ​ສ່ວນ​ຕົວ​ເພື່ອ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ຂ້ອຍ.” ເຈົ້າ​ກໍ​ສາມາດ​ເຮັດ​ແບບ​ນັ້ນ​ໄດ້​ຄື​ກັນ. ແຕ່​ຖ້າ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ສຶກສາ​ສ່ວນ​ຕົວ​ເລື່ອງ​ຫຍັງ ກໍ​ໃຫ້​ຖາມ​ຜູ້​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ເພາະ​ເຂົາ​ເຈົ້າ​ອາດ​ຈະ​ຊ່ວຍ​ເຈົ້າ​ໄດ້.

ສ້າງ​ສາຍ​ສຳພັນ​ທີ່​ດີ​ກັບ​ພີ່ນ້ອງ​ອີກ. ບາງ​ຄົນ​ທີ່​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ​ອາດ​ຈະ​ຮູ້ສຶກ​ຢ້ານ​ພີ່ນ້ອງ​ເບິ່ງ​ວ່າ​ລາວ​ເປັນ​ຄົນ​ບໍ່​ດີ. ລາຣິຊາ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ອາຍ​ຫຼາຍ​ແທ້ໆ​ຕອນ​ທີ່​ເຂົ້າ​ຮ່ວມ​ປະຊຸມ​ເພາະ​ຂ້ອຍ​ຮູ້ສຶກ​ວ່າ​ໄດ້​ຫັກ​ຫຼັງ​ພີ່ນ້ອງ ແລະ​ຄວາມ​ຮູ້ສຶກ​ແບບ​ນີ້​ກໍ​ລົບກວນ​ໃຈ​ຂ້ອຍ​ດົນ​ເຕີບ.” ຜູ້​ດູ​ແລ​ແລະ​ພີ່ນ້ອງ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ເຈົ້າ​ກັບ​ມາ ແລະ​ເຂົາ​ເຈົ້າ​ຢາກ​ຊ່ວຍ​ເຈົ້າ​ໃຫ້​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ອີກ.—ສຸພາ. 17:17 (ເບິ່ງ​ຂອບ “ ຜູ້​ດູ​ແລ​ຈະ​ຊ່ວຍ​ຫຍັງ​ໄດ້​ແດ່?”)

ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ​ກໍ​ຄື ການ​ເຂົ້າ​ຮ່ວມ​ປະຊຸມ ແລະ​ການ​ໄປ​ປະກາດ​ເປັນ​ປະຈຳ. ສິ່ງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ? ເຟລິກ​ບອກ​ວ່າ: “ເມື່ອ​ຂ້ອຍ​ກັບ​ມາ ພີ່ນ້ອງ​ກໍ​ໄດ້​ຕ້ອນຮັບ​ຂ້ອຍ​ຢ່າງ​ອົບອຸ່ນ ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ໄດ້​ກັບ​ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພີ່ນ້ອງ​ອີກ ແລະ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ຂ້ອຍ ນີ້​ຊ່ວຍ​ຂ້ອຍ​ໃຫ້​ຮັບໃຊ້​ເພິ່ນ​ຕໍ່​ໄປ​ໄດ້.”—ເບິ່ງ​ຂອບ “ ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່?

ຢ່າ​ຍອມ​ແພ້

ຊາຕານ​ຍັງ​ຈະ​ພະຍາຍາມ​ສ້າງ​ບັນຫາ​ໃຫ້​ເຮົາ​ເພື່ອ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. (ລກ. 4:13) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ສ້າງ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ກັບ​ພະ​ເຢໂຫວາ​ຕັ້ງ​ແຕ່​ຕອນ​ນີ້.

ພະ​ເຢໂຫວາ​ຢາກ​ຊ່ວຍ​ເຮົາ​ເພາະ​ວ່າ​ເຮົາ​ເປັນ​ແກະ​ຂອງ​ເພິ່ນ. ເພິ່ນ​ສັນຍາ​ວ່າ: “ເຮົາ​ຈະ​ຊອກ​ຫາ​ໂຕ​ທີ່​ຫາຍ​ໄປ ຈະ​ພາ​ໂຕ​ທີ່​ຫຼົງ​ທາງ​ກັບ​ມາ ຈະ​ພັນ​ບາດ​ແຜ​ໂຕ​ທີ່​ບາດເຈັບ ແລະ​ຈະ​ຊ່ວຍ​ໂຕ​ທີ່​ອ່ອນແອ​ໃຫ້​ມີ​ແຮງ​ຂຶ້ນ.” (ເອເຊກ. 34:16, ລ.ມ.) ພະ​ເຢໂຫວາ​ເຄີຍ​ຊ່ວຍ​ຫຼາຍ​ຄົນ​ແລ້ວ​ໃຫ້​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ເພິ່ນ​ອີກ. ດັ່ງ​ນັ້ນ ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ເພິ່ນ​ຈະ​ຊ່ວຍ​ເຈົ້າ​ຄື​ກັນ.

^ ຂໍ້ 4 ຊື່​ສົມມຸດ