1921—ໜຶ່ງຮ້ອຍປີແລ້ວ
“ຫໍສັງເກດການ 1 ມັງກອນ 1921 ມີຄຳຖາມທີ່ຖາມນັກສຶກສາຄຳພີໄບເບິນຫຼືພະຍານພະເຢໂຫວາວ່າ: ‘ວຽກຫຼັກທີ່ເຮົາຈະເຮັດໃນປີນີ້ແມ່ນວຽກຫຍັງ?’ ” ຄຳຕອບນີ້ຢູ່ໃນເອຊາອີ 61:1, 2, ລ.ມ. ບອກວ່າ: “ພະເຢໂຫວາແຕ່ງຕັ້ງຂ້ອຍໃຫ້ປະກາດຂ່າວດີກັບຄົນອ່ອນນ້ອມ . . . ໃຫ້ປະກາດປີທີ່ພະເຢໂຫວາຈະເມດຕາເປັນພິເສດ ປະກາດມື້ທີ່ພະເຈົ້າຂອງເຮົາຈະລົງໂທດ.”
ຜູ້ປະກາດທີ່ກ້າຫານ
ນັກສຶກສາຄຳພີໄບເບິນຕ້ອງກ້າຫານຫຼາຍແທ້ໆເພື່ອທີ່ຈະປະກາດ ເພາະເຂົາເຈົ້າຈະບໍ່ໄດ້ປະກາດ “ຂ່າວດີ” ກັບຄົນທີ່ອ່ອນນ້ອມເທົ່ານັ້ນ ແຕ່ຍັງຈະໄດ້ປະກາດ “ມື້ທີ່ພະເຈົ້າລົງໂທດ” ຄົນຊົ່ວນຳ.
ພີ່ນ້ອງຈອນ ເຮັນຣີ ຮ໋ອດສ໌ກິນ ທີ່ຢູ່ການາດາເປັນຜູ້ປະກາດທີ່ກ້າຫານຫຼາຍ. ຕອນທີ່ລາວໄປປະກາດໃນປີ 1921 ລາວໄດ້ເຈິກັບອາຈານຂອງສາສະໜາຄລິດສະຕຽນນິກາຍເມໂທດິດ. ຮ໋ອດສ໌ກິນໄດ້ເລີ່ມລົມກັບອາຈານຄົນນັ້ນວ່າ: “ເຖິງເຮົາຈະມີຄວາມເຂົ້າໃຈໃນຄຳພີໄບເບິນບໍ່ຄືກັນ ແຕ່ເຮົາກໍຄືຊິເປັນໝູ່ກັນໄດ້ເນາະ!” ແຕ່ກໍບໍ່ໄດ້ເປັນແບບນັ້ນ ເພາະຮ໋ອດສ໌ກິນບອກວ່າ: “ຫຼັງຈາກທີ່ເຮົາລົມກັນສອງສາມນາທີ ອາຈານຜູ້ນັ້ນກໍໄດ້ຕົບປະຕູບັກແຮງໆ ຈົນແກ້ວທີ່ຢູ່ໃນປະຕູເກືອບແຕກ.”
ອາຈານຄົນນັ້ນຮ້ອງໃສ່ພີ່ນ້ອງຮ໋ອດສ໌ກິນວ່າ: “ຊິມາເວົ້າກັບຂ້ອຍເຮັດຫຍັງ ຄືບໍ່ໄປເວົ້າກັບພວກທີ່ບໍ່ແມ່ນຄລິດສະຕຽນພຸ້ນ!” ແລ້ວພີ່ນ້ອງຮ໋ອດສ໌ກິນກໍບໍ່ໄດ້ເວົ້າຫຍັງ ມີແຕ່ຄິດໃນໃຈວ່າ: ‘ຂ້ອຍກໍກຳລັງເວົ້າລະເດ!’
ຕອນທີ່ອາຈານຜູ້ນີ້ເທດໃນໂບດໃນມື້ຕໍ່ມາ ລາວກໍໄດ້ເວົ້າບໍ່ດີກ່ຽວກັບພີ່ນ້ອງຮ໋ອດສ໌ກິນ. ພີ່ນ້ອງຮ໋ອດສ໌ກິນບອກວ່າ: “ອາຈານຜູ້ນີ້ໄດ້ເຕືອນຄົນໃນໂບດວ່າຂ້ອຍເປັນນັກຕົ້ມຕຸ໋ນທີ່ອັນຕະລາຍທີ່ສຸດໃນເມືອງນີ້ແລະຂ້ອຍສົມຄວນຕາຍ.” ແຕ່ເຖິງຢ່າງນັ້ນ ພີ່ນ້ອງຮ໋ອດສ໌ກິນກໍບໍ່ຢ້ານ ລາວຍັງປະກາດຕໍ່ໆໄປ. ລາວບອກວ່າ: “ຂ້ອຍດີໃຈຫຼາຍແທ້ໆທີ່ໄດ້ປະກາດຢູ່ນີ້. ບາງຄົນເຖິງຂັ້ນບອກວ່າ ‘ເຈົ້າເປັນຄົນຂອງພະເຈົ້າແທ້ໆ!’ ແຖມເຂົາເຈົ້າຍັງໄດ້ສະເໜີທີ່ຈະໃຫ້ສິ່ງຈຳເປັນກັບຂ້ອຍນຳ.”
ສຶກສາສ່ວນຕົວແລະສຶກສາກັບຄອບຄົວ
ນັກສຶກສາຄຳພີໄບເບິນຫຼືພະຍານພະເຢໂຫວາໄດ້ຈັດກຽມຫຼັກສູດການສຶກສາພະຄຳພີໃນປຶ້ມເດິ ໂກເດິນ ເອຈ (The Golden Age). * ເພື່ອຈະຊ່ວຍນັກສຶກສາໃຫ້ກ້າວໜ້າຫຼາຍຂຶ້ນ. ໃນນັ້ນ ໄດ້ມີຫຼັກສູດການສອນພະຄຳພີສຳລັບເດັກນ້ອຍນຳ ເຊິ່ງຈະມີຫຼາຍຄຳຖາມທີ່ພໍ່ແມ່ສາມາດລົມກັບລູກໄດ້. ພໍ່ແມ່ອາດຈະຖາມຄຳຖາມໃນປຶ້ມນັ້ນກັບລູກແລະຊ່ວຍລູກໃຫ້ຫາຄຳຕອບຈາກຄຳພີໄບເບິນ. ຕົວຢ່າງເຊັ່ນ: ເຂົາເຈົ້າອາດຈະຖາມຄຳສອນພື້ນຖານທີ່ວ່າ “ຄຳພີໄບເບິນປະກອບມີຈັກພະທຳ?” ຫຼືອາດຈະຖາມວ່າ “ຄລິດສະຕຽນຄວນກຽມພ້ອມສຳລັບການຂົ່ມເຫງບໍ?” ເຊິ່ງຈະເປັນການກຽມລູກໃຫ້ເປັນຜູ້ປະກາດທີ່ກ້າຫານ.
ນອກຈາກນັ້ນ ຍັງມີຫຼັກສູດສຳລັບຜູ້ທີ່ຢາກຮຽນຮູ້ກ່ຽວກັບຄຳພີໄບເບິນຫຼາຍຂຶ້ນ. ເຂົາເຈົ້າຈະໄດ້ຮຽນປຶ້ມແຜນການຂອງພະເຈົ້າກ່ຽວກັບຍຸກຕ່າງໆເຊິ່ງປຶ້ມນັ້ນມີຂໍ້ມູນມາຈາກປຶ້ມການສຶກສາພະຄຳພີ ເຫຼັ້ມທີໜຶ່ງ. ຫຼາຍພັນຄົນໄດ້ຮັບປະໂຫຍດຈາກຫຼັກສູດເຫຼົ່ານີ້. ແຕ່ໃນປຶ້ມເດິ ໂກເດິນ ເອຈ ວັນທີ 21 ທັນວາ 1921 ໄດ້ປະກາດວ່າຫຼັກສູດເຫຼົ່ານີ້ໄດ້ຖືກຍົກເລີກແລ້ວ. ເປັນຫຍັງຈຶ່ງຍົກເລີກ?
ປຶ້ມໃໝ່!
ຜູ້ທີ່ນຳໜ້າຮູ້ດີວ່ານັກສຶກສາຈຳເປັນຕ້ອງຮຽນຄຳພີໄບເບິນເປັນລະບົບ. ດັ່ງນັ້ນ ໃນເດືອນພະຈິກ ປີ 1921 ຈຶ່ງມີການອອກປຶ້ມເດິ ຫາບ ອ໋ອບ ກອດ (The Harp of God). ຜູ້ທີ່ສົນໃຈແລະຮັບເອົາປຶ້ມນີ້ຈະຖືກເຊີນໃຫ້ເຂົ້າຮ່ວມຫຼັກສູດການສຶກສາດ້ວຍຕົວເອງ. ຫຼັກສູດນີ້ຈະຊ່ວຍເຂົາເຈົ້າໃຫ້ຮູ້ວ່າ “ພະເຈົ້າມີແຜນການແນວໃດເພື່ອຈະໃຫ້ມະນຸດມີຊີວິດຕະຫຼອດໄປ.” ແລ້ວຫຼັກສູດນີ້ຮຽນແນວໃດ?
ຜູ້ທີ່ຮັບເອົາປຶ້ມເດິ ຫາບ ອ໋ອບ ກອດ ຈະໄດ້ຮັບບັດນ້ອຍໆທີ່ບອກໃຫ້ຮູ້ວ່າຈະຕ້ອງຄົ້ນຄວ້າບົດໃດ. ແລະໃນອາທິດຕໍ່ໄປ ເຂົາເຈົ້າກໍຈະໄດ້ຮັບບັດຄຳຖາມທີ່ຖາມສິ່ງທີ່ເຂົາເຈົ້າໄດ້ອ່ານໄປແລ້ວ ແລະໃນທ້າຍຂອງບັດນັ້ນກໍຈະບອກບົດທີ່ເຂົາເຈົ້າຕ້ອງຄົ້ນຄວ້າສຳລັບອາທິດຕໍ່ໄປອີກ.
ພີ່ນ້ອງໃນປະຊາຄົມຈະສົ່ງບັດຄຳຖາມໃຫ້ນັກສຶກສາທາງໄປສະນີເປັນເວລາ 12 ອາທິດ. ສ່ວນຫຼາຍຜູ້ທີ່ສົ່ງບັດນີ້ຈະແມ່ນພີ່ນ້ອງທີ່ສູງອາຍຸຫຼືພີ່ນ້ອງທີ່ມີຂີດຈຳກັດ. ຕົວຢ່າງເຊັ່ນ: ແອນນາ ແຄັດເທີຣີນ ກາດເນີ ຈາກເມືອງມິນເວວ ລັດເພັນຊິນເວເນຍ ສະຫະລັດອາເມຣິກາໄດ້ບອກວ່າ: “ເມື່ອປຶ້ມເດິ ຫາບ ອ໋ອບ ກອດ ອອກມາແລ້ວ ກໍເຮັດໃຫ້ເອື້ອຍຂ້ອຍທີ່ຊື່ເທວເຊິ່ງເປັນຄົນພິການໄດ້ເຮັດວຽກປະກາດຫຼາຍຂຶ້ນ ໂດຍສົ່ງບັດຄຳຖາມໃຫ້ນັກສຶກສາທຸກອາທິດ.” ຫຼັງຈາກຈົບຫຼັກສູດນີ້ ພີ່ນ້ອງໃນປະຊາຄົມກໍຈະໄປຢາມນັກສຶກສາແລະຊ່ວຍລາວໃຫ້ຮຽນຄຳພີໄບເບິນຕໍ່ໄປ.
ວຽກຕໍ່ໄປ
ທ້າຍປີ 1921 ພີ່ນ້ອງ ເຈ ເອັບຟ໌ ຣັດເທີຝອດໄດ້ສົ່ງຈົດໝາຍໄປຫາພີ່ນ້ອງໃນທຸກປະຊາຄົມວ່າ: “ປີນີ້ເຮົາໄດ້ເຮັດວຽກປະກາດໃນຂອບເຂດທີ່ກວ້າງກວ່າແລະເກີດຜົນຫຼາຍກວ່າປີກ່ອນໆ.” ຈາກນັ້ນ ລາວກໍເວົ້າຕື່ມວ່າ: “ແຕ່ຍັງມີວຽກອີກຫຼາຍຢ່າງທີ່ເຮົາຕ້ອງເຮັດ. ດັ່ງນັ້ນ ຂໍໃຫ້ເຮົາໄປຊວນຄົນອື່ນໃຫ້ມາຮ່ວມເຮັດວຽກນີ້ນຳກັນ.” ເຮົາເຫັນວ່າພີ່ນ້ອງໃນສະໄໝນັ້ນໄດ້ເຮັດຕາມຄຳແນະນຳນີ້ແທ້ໆ ເພາະໃນປີ 1922 ເຂົາເຈົ້າໄດ້ປະກາດຢ່າງກ້າຫານໂດຍໂຄສະນາເລື່ອງການປົກຄອງຂອງພະເຈົ້າແບບທີ່ບໍ່ເຄີຍເຮັດມາກ່ອນ.
^ ຂໍ້ 9 ປີ 1937 ປຶ້ມເດິ ໂກເດິນ ເອຈ ປ່ຽນຊື່ເປັນຄອນໂຊເລເຊິນ (Consolation) ແລະປີ 1946 ປ່ຽນຊື່ເປັນຕື່ນເຖີດ!