ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ຂ້ອຍ​ຊອກ​ຫາ​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ

ຂ້ອຍ​ຊອກ​ຫາ​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ

ຕອນ​ທີ່​ຂ້ອຍ​ຂີ່​ເຮືອ​ຢູ່​ທະເລ​ເມດີແຕຣາເນ ຂ້ອຍ​ຕົກໃຈ​ທີ່​ເຫັນ​ວ່າ​ເຮືອ​ຮົ່ວ​ແລະ​ນ້ຳ​ກໍ​ເລີ່ມ​ເຂົ້າມາ​ໃນ​ເຮືອ​ບັກ​ຫຼາຍ​ໆ ຈາກ​ນັ້ນ​ພາຍຸ​ກໍ​ພັດ​ມາ ຂ້ອຍ​ຈຶ່ງ​ຮູ້ສຶກ​ຢ້ານ​ຫຼາຍ​ແລະ​ໄດ້​ອະທິດຖານ​ເປັນ​ເທື່ອ​ທຳອິດ​ໃນ​ຮອບ​ຫຼາຍ​ປີ. ຂ້ອຍ​ໄດ້​ເຮັດ​ແນວ​ໃດ​ໃນ​ສະຖານະການ​ແບບ​ນີ້? ດຽວ​ຂ້ອຍ​ຊິ​ເລົ່າ​ໃຫ້​ຟັງ.

ຕອນ​ຂ້ອຍ​ອາຍຸ 7 ປີ​ແລະ​ຢູ່​ກັບ​ຄອບຄົວ​ໃນ​ປະເທດ​ເບຣຊິນ

ຂ້ອຍ​ເກີດ​ໃນ​ປີ 1948 ຢູ່​ປະເທດ​ໂຮນລັງ. ປີ​ຕໍ່​ມາ ຄອບຄົວ​ຂ້ອຍ​ກໍ​ຍ້າຍ​ມາ​ຢູ່​ເມືອງ​ເຊົາເປົາໂລ ປະເທດ​ເບຣຊິນ. ພໍ່​ແມ່​ຂ້ອຍ​ມັກ​ໄປ​ໂບດ​ເປັນ​ປະຈຳ​ແລະ​ຄອບຄົວ​ເຮົາ​ກໍ​ມັກ​ຈະ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ​ຫຼັງ​ຈາກ​ທີ່​ກິນ​ເຂົ້າ​ແລງ​ແລ້ວ. ແຕ່​ໃນ​ປີ 1959 ພວກ​ເຮົາ​ໄດ້​ຍ້າຍ​ບ່ອນ​ຢູ່​ອີກ​ເທື່ອ​ໜຶ່ງ ແຕ່​ເທື່ອ​ນີ້​ພວກ​ເຮົາ​ຍ້າຍ​ໄປ​ຢູ່​ລັດ​ແມັດຊາຊູເຊັດ ສະຫະລັດ​ອາເມຣິກາ.

ພໍ່​ຂ້ອຍ​ເຮັດ​ວຽກ​ໜັກ​ຫຼາຍ​ເພື່ອ​ຈະ​ຫາ​ລ້ຽງ​ຄອບຄົວ​ທັງ 8 ຄົນ. ລາວ​ເຮັດ​ວຽກ​ຫຼາຍ​ຢ່າງ ເຊັ່ນ: ເປັນ​ພະນັກງານ​ຂາຍ​ທີ່​ຕ້ອງ​ເດີນ​ທາງ ເຮັດ​ວຽກ​ຂົວ​ທາງ ແລະ​ເຮັດ​ວຽກ​ກັບ​ບໍລິສັດ​ສາຍ​ການ​ບິນ​ສາກົນ. ທຸກ​ຄົນ​ໃນ​ຄອບຄົວ​ມັກ​ທີ່​ພໍ່​ເຮັດ​ວຽກ​ຢູ່​ສາຍ​ການ​ບິນ​ເພາະ​ນັ້ນ​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ໄປ​ທ່ຽວ​ຫຼາຍ​ບ່ອນ.

ຕອນ​ທີ່​ຮຽນ​ຢູ່​ມັດທະຍົມ​ຕອນ​ປາຍ ຂ້ອຍ​ຄິດ​ຕະຫຼອດ​ວ່າ ‘ໃຫຍ່​ມາ​ຂ້ອຍ​ຊິ​ເຮັດ​ຫຍັງ​ດີ?’ ໝູ່​ຂ້ອຍ​ບາງ​ຄົນ​ເລືອກ​ຮຽນ​ຕໍ່​ຢູ່​ມະຫາ​ວິທະຍາໄລ ສ່ວນ​ບາງ​ຄົນ​ກໍ​ໄປ​ເປັນ​ທະຫານ. ແຕ່​ຂ້ອຍ​ບໍ່​ມັກ​ຜິດ​ຖຽງ​ກັບ​ໃຜ​ແລະ​ບໍ່​ມັກ​ການ​ຕໍ່​ສູ້​ນຳ ດັ່ງ​ນັ້ນ​ຂ້ອຍ​ຈຶ່ງ​ເລືອກ​ໄປ​ຮຽນ​ຕໍ່​ຢູ່​ມະຫາ​ວິທະຍາໄລ​ເພື່ອ​ຈະ​ບໍ່​ໄດ້​ເປັນ​ທະຫານ. ແຕ່​ເລິກໆແລ້ວ ຂ້ອຍ​ກໍ​ຢາກ​ເຮັດ​ວຽກ​ທີ່​ຈະ​ໄດ້​ຊ່ວຍ​ເຫຼືອ​ຄົນ​ອື່ນ ເພາະ​ຂ້ອຍ​ຄິດ​ວ່າ​ການ​ເຮັດ​ແບບ​ນັ້ນ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ.

ຊີວິດ​ໃນ​ມະຫາ​ວິທະຍາໄລ

ຂ້ອຍ​ໄດ້​ໃຊ້​ເວລາ​ຫຼາຍ​ປີ​ເພື່ອ​ຊອກ​ຫາ​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ

ຕອນ​ຢູ່​ມະຫາ​ວິທະຍາໄລ ຂ້ອຍ​ສົນ​ໃຈ​ວິຊາ​ມະນຸດ​ວິທະຍາ​ເພາະ​ຂ້ອຍ​ຢາກ​ຮູ້​ທີ່​ມາ​ຂອງ​ຊີວິດ. ອາຈານ​ໄດ້​ສອນ​ເລື່ອງ​ວິວັດທະນາການ​ແລະ​ບອກ​ວ່າ​ນີ້​ເປັນ​ເລື່ອງ​ຈິງ ແຕ່​ຂ້ອຍ​ຮູ້ສຶກ​ວ່າ​ການ​ອະທິບາຍ​ບາງ​ຢ່າງ​ບໍ່​ມີ​ເຫດຜົນ​ແລະ​ເປັນ​ການ​ເຊື່ອ​ແບບ​ບໍ່​ມີ​ຫຼັກ​ຖານ.

ຢູ່​ໂຮງ​ຮຽນ​ບໍ່​ໄດ້​ສອນ​ເລື່ອງ​ຫຼັກ​ສິນລະທຳ ມີ​ແຕ່​ສອນ​ໃຫ້​ເຮັດ​ທຸກ​ຢ່າງ​ເພື່ອ​ຈະ​ເອົາ​ຕົວ​ລອດ. ການ​ໄປ​ປາ​ຕີ້​ກັບ​ໝູ່​ແລະ​ລອງ​ໃຊ້​ຢາເສບຕິດ​ມັນ​ກໍ​ມີ​ຄວາມ​ສຸກ​ຢູ່ ແຕ່​ເລິກໆແລ້ວຂ້ອຍ​ກໍ​ຍັງ​ຄິດ​ວ່າ ‘ຊີວິດ​ເຮົາ​ມີ​ແຕ່​ເທົ່າ​ນີ້​ຫວາ?’

ຕໍ່​ມາ ຂ້ອຍ​ມາ​ເມືອງ​ບອດສ໌ຕັນ​ແລະ​ຮຽນ​ຢູ່​ມະຫາ​ວິທະຍາໄລ​ໃນ​ເມືອງ​ນັ້ນ. ຕອນ​ທີ່​ເຮັດ​ວຽກ​ໃນ​ຍາມ​ພັກ​ຮຽນ ຂ້ອຍ​ກໍ​ໄດ້​ເຈິ​ພະຍານ​ພະ​ເຢໂຫວາ​ເປັນ​ເທື່ອ​ທຳອິດ. ລາວ​ເປັນ​ໝູ່​ທີ່​ເຮັດ​ວຽກ​ນຳ​ກັນ ແລ້ວ​ລາວ​ກໍ​ລົມ​ກັບ​ຂ້ອຍ​ກ່ຽວ​ກັບ​ຄຳ​ພະຍາກອນ​ເລື່ອງ “7 ປີ” ທີ່​ຢູ່​ໃນ​ປຶ້ມ​ດານຽນ​ບົດ 4 ແລະ​ບອກ​ວ່າ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ. (ດາ. 4:13-17, ລ.ມ.) ຈາກ​ນັ້ນ ຂ້ອຍ​ກໍ​ຄິດ​ຂຶ້ນ​ມາ​ວ່າ​ຖ້າ​ຂ້ອຍ​ຍັງ​ລົມ​ເລື່ອງ​ຄຳພີ​ໄບເບິນ​ກັບ​ລາວ ຂ້ອຍ​ຄື​ຊິ​ໄດ້​ປ່ຽນ​ແປງ​ຊີວິດ​ຕົວ​ເອງ​ແທ້ໆແຫຼະ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ລົມ​ນຳ​ລາວ.

ຕອນ​ຢູ່​ມະຫາ​ວິທະຍາໄລ ຂ້ອຍ​ໄດ້​ຮຽນ​ຫຼັກ​ສູດ​ໜຶ່ງ​ທີ່​ກຽມ​ຂ້ອຍ​ໄປ​ເປັນ​ອາສາ​ສະໝັກ​ຢູ່​ອາເມຣິກາ​ໃຕ້ ເພາະ​ຂ້ອຍ​ຄິດ​ວ່າ​ນີ້​ເປັນ​ວິທີ​ທີ່​ຈະ​ເຮັດ​ໃຫ້​ຂ້ອຍ​ໄດ້​ຊ່ວຍ​ເຫຼືອ​ຄົນ​ອື່ນ​ແລະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ. ແຕ່​ຂ້ອຍ​ກໍ​ຕ້ອງ​ຜິດ​ຫວັງ​ເພາະ​ມັນ​ບໍ່​ໄດ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ເລີຍ. ສຸດ​ທ້າຍ ຂ້ອຍ​ກໍ​ອອກ​ມະຫາ​ວິທະຍາໄລ.

ຂ້ອຍ​ຊອກ​ຫາ​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ​ຕໍ່​ໄປ​ໃນ​ເຂດ​ທີ່​ຫ່າງ​ໄກ

ໃນ​ເດືອນ​ພຶດສະພາ ປີ 1970 ຂ້ອຍ​ໄດ້​ຍ້າຍ​ໄປ​ເມືອງ​ອຳສະເຕີດຳ ປະເທດ​ໂຮນລັງ​ແລະ​ເຮັດ​ວຽກ​ຢູ່​ສາຍ​ການ​ບິນ​ທີ່​ພໍ່​ຂ້ອຍ​ເຄີຍ​ເຮັດ. ຍ້ອນ​ຂ້ອຍ​ເຮັດ​ວຽກ​ຢູ່​ຫັ້ນ ຂ້ອຍ​ຈຶ່ງ​ໄດ້​ເດີນ​ທາງ​ໄປ​ຫຼາຍ​ປະເທດ​ໃນ​ທະວີບ​ອາຝຼິກກາ ອາເມຣິກາ ເອີຣົບ ແລະ​ອາຊີ. ບໍ່​ດົນ ຂ້ອຍ​ກໍ​ເຫັນ​ວ່າ​ທຸກ​ປະເທດ​ທີ່​ຂ້ອຍ​ໄປ​ມີ​ບັນຫາ​ຄື​ກັນ​ໝົດ ແລະ​ເບິ່ງ​ຄື​ວ່າ​ບໍ່​ມີ​ໃຜ​ຈະ​ແກ້ໄຂ​ບັນຫາ​ນັ້ນ​ໄດ້. ນີ້​ເຮັດ​ໃຫ້​ຂ້ອຍ​ຢາກ​ເຮັດ​ສິ່ງ​ທີ່​ສຳຄັນ​ໃນ​ຊີວິດ​ອີກ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ກັບ​ໄປ​ສະຫະລັດ​ອາເມຣິກາ​ເພື່ອ​ໄປ​ຮຽນ​ຢູ່​ມະຫາ​ວິທະຍາໄລ​ບ່ອນ​ເກົ່າ​ທີ່​ຢູ່​ເມືອງ​ບອດສ໌ຕັນ.

ແລ້ວ​ຂ້ອຍ​ກໍ​ຄິດ​ໄດ້​ວ່າ ຢູ່​ມະຫາ​ວິທະຍາໄລ​ບໍ່​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ຄຳຕອບ​ກ່ຽວ​ກັບ​ຊີວິດ. ຂ້ອຍ​ບໍ່​ຮູ້​ວ່າ​ຊິ​ເຮັດ​ແນວ​ໃດ ຂ້ອຍ​ກໍ​ເລີຍ​ໄປ​ຂໍ​ຄຳ​ແນະນຳ​ຈາກ​ອາຈານ​ຜູ້​ໜຶ່ງ. ແຕ່​ຂ້ອຍ​ຕົກໃຈ​ຫຼາຍ​ເມື່ອ​ລາວ​ເວົ້າ​ໃຫ້​ຂ້ອຍ​ວ່າ: “ເຈົ້າ​ຊິ​ກັບ​ມາ​ຮຽນ​ເຮັດ​ຫຍັງ ຄື​ບໍ່​ອອກ​ເລີຍ!” ຂ້ອຍ​ບໍ່​ຖ້າ​ໃຫ້​ລາວ​ເວົ້າ​ຫຼາຍເທື່ອ ຂ້ອຍ​ອອກ​ມະຫາ​ວິທະຍາໄລ​ທັນທີ​ແລະ​ບໍ່​ກັບ​ໄປ​ບ່ອນ​ນັ້ນ​ອີກ​ເລີຍ.

ຂ້ອຍ​ຍັງ​ບໍ່​ຮູ້​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ ຂ້ອຍ​ຈຶ່ງ​ໄດ້​ໄປ​ເຂົ້າ​ຮ່ວມ​ກັບ​ກຸ່ມ​ທີ່​ບໍ່​ມັກ​ທຳນຽມ​ສັງຄົມ ແລະ​ເບິ່ງ​ຄື​ຈະ​ສົ່ງເສີມ​ສັນຕິສຸກ​ແລະ​ຄວາມ​ຮັກ. ຂ້ອຍ​ກັບ​ໝູ່​ບາງ​ຄົນ​ໄດ້​ເດີນ​ທາງ​ໄປ​ທົ່ວ​ສະຫະລັດ​ອາເມຣິກາ​ແລະ​ລົງ​ໄປ​ຮອດ​ອາ​ຄາ​ປູ​ໂກ ປະເທດ​ເມັກຊິກ. ເຮົາ​ຢູ່​ກັບ​ຄົນ​ທີ່​ໃຊ້​ຊີວິດ​ແບບ​ບໍ່​ມີ​ກົດ​ເກນ​ແລະ​ເບິ່ງ​ຄື​ວ່າ​ຊິ​ບໍ່​ສົນ​ໃຈ​ບັນຫາ​ຫຍັງ​ເລີຍ ຂ້ອຍ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ໃຊ້​ຊີວິດ​ໄປ​ແຕ່​ລະ​ມື້​ບໍ່​ມີ​ຈຸດ​ມຸ່ງ​ໝາຍ​ຫຍັງ​ແລະ​ບໍ່​ມີ​ຄວາມ​ສຸກ​ແທ້ ແລະ​ສ່ວນ​ຫຼາຍ​ເຂົາ​ເຈົ້າ​ກໍ​ເປັນ​ຄົນ​ບໍ່​ດີ​ແລະ​ບໍ່​ສັດ​ຊື່​ນຳ.

ລ່ອງ​ເຮືອ​ຊອກ​ຫາ​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ

ຂ້ອຍ​ກັບ​ໝູ່​ຂີ່​ເຮືອ​ໄປ​ຊອກ​ເກາະ​ທີ່​ງາມໆ

ໃນ​ເວລາ​ນັ້ນ ຂ້ອຍ​ໄດ້​ຄິດ​ເຖິງ​ຄວາມ​ຝັນ​ທີ່​ຢາກ​ເຮັດ​ໃນ​ຕອນ​ຍັງ​ນ້ອຍ. ຂ້ອຍ​ຢາກ​ໄປ​ຂີ່​ເຮືອ​ຢູ່​ທະເລ ແຕ່​ຂ້ອຍ​ບໍ່​ຢາກ​ເປັນ​ພະ​ນັກ​ງານ​ເຮືອ​ໄດ໋ ຂ້ອຍ​ຢາກ​ເປັນ​ກັບ​ຕັນ​ເຮືອ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ຂ້ອຍ​ຕ້ອງ​ມີ​ເຮືອ​ເປັນ​ຂອງ​ຕົວເອງ. ພໍ​ດີ​ໝູ່​ຂ້ອຍ​ທີ່​ຊື່​ທອມ​ກໍ​ມີ​ຄວາມ​ຝັນ​ແບບ​ນີ້​ຄື​ກັນ ພວກ​ເຮົາ​ຈຶ່ງ​ຕົກ​ລົງ​ກັນ​ວ່າ​ຊິ​ໄປ​ຂີ່​ເຮືອ​ອ້ອມ​ໂລກ​ນຳ​ກັນ. ຂ້ອຍ​ຢາກ​ໄປ​ເກາະ​ທີ່​ງາມໆແລະ​ເຢັນ​ສະບາຍ​ເຊິ່ງ​ຢູ່​ຫ່າງ​ໄກ​ຈາກ​ສັງຄົມ.

ຂ້ອຍ​ກັບ​ທອມ​ໄດ້​ເດີນ​ທາງ​ໄປ​ອາເຣນສ໌ ເດ ມາ ເຊິ່ງ​ໃກ້​ກັບ​ບາ​ເຊ​ໂລ​ນາ​ປະເທດ​ແອັດສະປາຍ. ເຮົາ​ໄດ້​ຊື້​ເຮືອ​ລຳ​ໜຶ່ງ​ທີ່​ຊື່ ລີກຣາ ເຊິ່ງ​ຍາວ​ປະມານ 9,4 ແມັດ ແລ້ວ​ເຮົາ​ກໍ​ແປງ​ເຮືອ​ນັ້ນ​ຕື່ມ​ເພື່ອ​ຈະ​ເດີນ​ທາງ​ຢູ່​ທະເລ​ໄດ້​ຢ່າງ​ປອດໄພ. ຍ້ອນ​ເຮົາ​ບໍ່​ໄດ້​ຟ້າວ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ ເຮົາ​ເລີຍ​ເອົາ​ເຄື່ອງ​ຈັກ​ຢູ່​ເຮືອ​ອອກ​ແລະ​ໃຊ້​ບ່ອນ​ວ່າງ​ນັ້ນ​ເປັນ​ບ່ອນ​ເກັບ​ນ້ຳ. ແລ້ວ​ເຮົາ​ກໍ​ຊື້​ໄມ້​ພາຍ 2 ອັນ​ທີ່​ຍາວ​ປະມານ 5 ແມັດ​ເພື່ອ​ຈະ​ອອກ​ຈາກ​ທ່າ​ເຮືອ​ໄດ້. ໃນ​ທີ່​ສຸດ ເຮົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ອອກ​ເດີນ​ທາງ​ໄປ​ເຊແຊນ​ໃນ​ມະຫາ​ສະໝຸດ​ອິນເດຍ. ແຜນການ​ຂອງ​ເຮົາ​ຄື ເຮົາ​ຈະ​ລ່ອງ​ເຮືອ​ຕາມ​ຊາຍ​ຝັ່ງ​ຕາເວັນ​ຕົກ​ຂອງ​ອາຝຼິກກາ ກາຍ​ໄປ​ ແຫຼມ​ກູດ​ໂຮບ (Cape of Good Hope) ຂອງ​ອາຝຼິກກາ​ໃຕ້​ແລ້ວ​ຈຶ່ງ​ຂຶ້ນ​ໄປ​ຮອດ​ເຊແຊນ. ເຮົາ​ໄດ້​ໃຊ້​ເຄື່ອງ​ຊອກ​ທິດ​ທາງ ແຜນທີ່​ແລະ​ດວງ​ດາວ​ຕ່າງໆເພື່ອ​ຈະ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ໄດ້. ຂ້ອຍ​ຮູ້ສຶກ​ງຶດງໍ້​ຫຼາຍ​ທີ່​ເຫັນ​ວ່າ​ສິ່ງ​ເຫຼົ່າ​ນີ້​ຊ່ວຍ​ໃຫ້​ຮູ້​ວ່າ​ເຮົາ​ຢູ່​ບ່ອນ​ໃດ​ແທ້ໆ.

ຕອນ​ທີ່​ຂີ່​ເຮືອ​ຢູ່ ນ້ຳ​ໄດ້​ໄຫຼ​ເຂົ້າ​ມາ​ໃນ​ເຮືອ​ປະມານ 22 ລິດ​ຕໍ່​ຊົ່ວ​ໂມງ ແລ້ວ​ເຮົາ​ກໍ​ເຫັນ​ວ່າ​ເຮືອ​ລຳ​ນີ້​ບໍ່​ເໝາະ​ທີ່​ຈະ​ຂີ່​ຢູ່​ທະເລ. ດັ່ງ​ທີ່​ເວົ້າ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້ ເມື່ອ​ມີ​ພາຍຸ​ພັດ​ມາ​ແຮງ ຂ້ອຍ​ເລີ່ມ​ຢ້ານ​ຫຼາຍ​ແລະ​ໄດ້​ອະທິດຖານ​ເປັນ​ເທື່ອ​ທຳອິດ​ໃນ​ຮອບ​ຫຼາຍ​ປີ. ຂ້ອຍ​ສັນຍາ​ກັບ​ພະເຈົ້າ​ວ່າ​ຖ້າ​ຂ້ອຍ​ລອດ ຂ້ອຍ​ຈະ​ພະຍາຍາມ​ຮູ້ຈັກ​ເພິ່ນ​ຫຼາຍ​ຂຶ້ນ. ໃນ​ທີ່​ສຸດ​ພາຍຸ​ກໍ​ສະຫງົບ​ລົງ ແລ້ວ​ຂ້ອຍ​ກໍ​ເຮັດ​ຕາມ​ທີ່​ໄດ້​ສັນຍາ.

ຂ້ອຍ​ເລີ່ມ​ອ່ານ​ຄຳພີ​ໄບເບິນ​ຕອນ​ທີ່​ຂີ່​ເຮືອ​ຢູ່​ທະເລ. ລອງ​ນຶກ​ພາບ​ວ່າ​ຂ້ອຍ​ຢູ່​ກາງ​ທະເລ​ເມດີ​ແຕ​ຣາ​ເນ​ທີ່​ເຕັມ​ໄປ​ດ້ວຍ​ປາ​ຫຼາຍ​ຊະນິດ​ທັງ​ປາ​ບິນ​ແລະ​ປາ​ໂລ​ມາ ແຖມ​ຍັງ​ແນມ​ເຫັນ​ສຸດ​ຂອບ​ຟ້າ​ທີ່​ງາມໆ. ຕອນ​ກາງຄືນ ຂ້ອຍ​ກໍ​ເຫັນ​ດາວ​ຫຼາຍ​ດວງ​ທີ່​ຢູ່​ໃນ​ກາແລັກຊີ​ທາງ​ຊ້າງ​ເຜືອກ ທັງ​ໝົດ​ນີ້​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ໃຈ​ວ່າ​ຕ້ອງ​ມີ​ພະເຈົ້າ​ທີ່​ສົນ​ໃຈ​ມະນຸດ.

ຫຼັງ​ຈາກ​ທີ່​ຢູ່​ທະເລ​ໄດ້​ຫຼາຍ​ອາທິດ ເຮົາ​ກໍ​ຂີ່​ເຮືອ​ມາ​ຮອດ​ທ່າ​ເຮືອ​ອາຣີກັນເຕ​ປະເທດ​ແອັດສະປາຍ ເຊິ່ງ​ເປັນ​ບ່ອນ​ທີ່​ເຮົາ​ຈະ​ຂາຍ​ເຮືອ​ລຳ​ນີ້​ເພື່ອ​ຊື້​ເຮືອ​ລຳ​ໃໝ່​ທີ່​ດີ​ກວ່າ. ແຕ່​ເບິ່ງ​ຄື​ວ່າ​ຊິ​ບໍ່​ມີ​ໃຜ​ຢາກ​ຊື້​ເຮືອ​ເກົ່າໆທີ່​ບໍ່​ມີ​ເຄື່ອງ​ຈັກ​ແຖມ​ຍັງ​ຮົ່ວ​ອີກ! ສະນັ້ນ ຂ້ອຍ​ຈຶ່ງ​ມີ​ເວລາ​ໄດ້​ອ່ານ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ.

ແຮ່ງ​ຂ້ອຍ​ອ່ານ​ຄຳພີ​ໄບເບິນ​ຫຼາຍ​ເທົ່າ​ໃດ ຂ້ອຍ​ກໍ​ແຮ່ງ​ເຫັນ​ວ່າ​ປຶ້ມ​ນີ້​ຊ່ວຍ​ໃຫ້​ເຮົາ​ຮູ້​ວິທີ​ໃຊ້​ຊີວິດ​ເພື່ອ​ຈະ​ມີ​ຄວາມ​ສຸກ. ຂ້ອຍ​ປະທັບ​ໃຈ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ເວົ້າ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ໃຊ້​ຊີວິດ​ແລະ​ຫຼັກ​ສິນລະທຳ. ຂ້ອຍ​ສົງໄສ​ວ່າ​ເປັນ​ຫຍັງ​ຫຼາຍ​ຄົນ​ເຊິ່ງ​ລວມ​ເຖິງ​ຂ້ອຍ​ນຳ​ທີ່​ບອກ​ວ່າ​ຕົວ​ເອງ​ເປັນ​ຄລິດສະຕຽນ ແຕ່​ບໍ່​ໄດ້​ເຮັດ​ຕາມ​ທີ່​ຄຳພີ​ໄບເບິນ​ສອນ​ເລີຍ.

ຂ້ອຍ​ຕັ້ງ​ໃຈ​ປ່ຽນ​ແປງ​ຊີວິດ​ຕົວ​ເອງ​ໂດຍ​ເຊົາ​ໃຊ້​ຢາເສບຕິດ. ຂ້ອຍ​ຄິດ​ວ່າ​ຕ້ອງ​ມີ​ຄົນ​ຈຳນວນ​ໜຶ່ງ​ແຫຼະ​ທີ່​ເຮັດ​ຕາມ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ແລະ​ຂ້ອຍ​ກໍ​ຢາກ​ຮູ້ຈັກ​ເຂົາ​ເຈົ້າ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ອະທິດຖານ​ອີກ​ເທື່ອ​ໜຶ່ງ​ເພື່ອ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ຂ້ອຍ​ໃຫ້​ໄດ້​ເຈິ​ຄົນ​ກຸ່ມ​ນີ້.

ການ​ຊອກ​ຫາ​ສາສະໜາ​ແທ້

ຂ້ອຍ​ຕັ້ງ​ໃຈ​ທີ່​ຈະ​ກວດ​ເບິ່ງ​ແຕ່​ລະ​ສາສະໜາ​ເພື່ອ​ຈະ​ຮູ້​ວ່າ​ສາສະໜາ​ໃດ​ເປັນ​ສາສະໜາ​ແທ້. ຕອນ​ທີ່​ຂ້ອຍ​ຍ່າງ​ໄປ​ທົ່ວ​ເມືອງ​ອາຣີກັນເຕ ຂ້ອຍ​ໄດ້​ເຫັນ​ໂບດ​ຕ່າງໆຂອງ​ຫຼາຍ​ສາສະໜາ ແລະ​ສ່ວນ​ຫຼາຍ​ໂບດ​ເຫຼົ່າ​ນັ້ນ​ກໍ​ມີ​ຮູບ​ປັ້ນ​ຢູ່​ນຳ ຂ້ອຍ​ຈຶ່ງ​ຄິດ​ວ່າ​ເຂົາ​ເຈົ້າ​ຄື​ຊິ​ບໍ່​ແມ່ນ​ສາສະໜາ​ແທ້.

ໃນ​ວັນ​ອາທິດ​ຕອນ​ສວາຍ ຂ້ອຍ​ໄດ້​ຂຶ້ນ​ໄປ​ຢູ່​ບ່ອນ​ສູງໆທີ່​ແນມ​ເຫັນ​ທ່າ​ເຮືອ​ເພື່ອ​ຈະ​ອ່ານ​ຄຳພີ​ໄບເບິນ ຂ້ອຍ​ອ່ານ​ຢາໂກໂບ 2:1-5 ທີ່​ເຕືອນ​ເຮົາ​ວ່າ​ຢ່າ​ສົນ​ໃຈ​ແຕ່​ຄົນ​ລວຍ​ເທົ່າ​ນັ້ນ. ລະຫວ່າງ​ທາງ​ທີ່​ກັບ​ໄປ​ເຮືອ ຂ້ອຍ​ກໍ​ແນມ​ເຫັນ​ບ່ອນ​ໜຶ່ງ​ທີ່​ເບິ່ງ​ຄື​ວ່າ​ຈະ​ເປັນ​ຫໍ​ປະຊຸມ​ສຳລັບ​ສາສະໜາ​ເຊິ່ງ​ມີ​ປ້າຍ​ຂຽນ​ວ່າ: “ຫໍ​ປະຊຸມ​ລາຊະອານາຈັກ​ຂອງ​ພະຍານ​ພະ​ເຢໂຫວາ.”

ຂ້ອຍ​ເລີຍ​ຄິດ​ວ່າ ‘ດຽວ​ຂ້ອຍ​ຊິ​ລອງ​ທົດ​ສອບ​ຄົນ​ກຸ່ມ​ນີ້​ເບິ່ງ​ວ່າ​ເຂົາ​ເຈົ້າ​ຈະ​ປະຕິບັດ​ກັບ​ຂ້ອຍ​ແນວ​ໃດ?’ ຂ້ອຍ​ໄດ້​ເຂົ້າ​ໄປ​ຫໍ​ປະຊຸມ​ດ້ວຍ​ຕີນ​ເປົ່າ ມີ​ໜວດ​ຍາວໆແລະ​ໃສ່​ໂສ້ງ​ຂາດ. ແລ້ວ​ກໍ​ມີ​ຝ່າຍ​ຕ້ອນຮັບ​ພາ​ຂ້ອຍ​ໄປ​ນັ່ງ​ກັບ​ຜູ້​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ ຜູ້ຍິງ​ຄົນ​ນີ້​ໄດ້​ຊ່ວຍ​ຂ້ອຍ​ເປີດ​ຂໍ້​ຄຳພີ​ຕາມ​ທີ່​ຜູ້​ບັນຍາຍ​ກຳລັງ​ເວົ້າ. ຫຼັງ​ຈາກ​ປະຊຸມ​ແລ້ວ ຂ້ອຍ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ມີ​ຫຼາຍ​ຄົນ​ເຂົ້າ​ມາ​ທັກທາຍ​ຂ້ອຍ. ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ຊວນ​ຂ້ອຍ​ໃຫ້​ໄປ​ເຮືອນ​ລາວ​ເພື່ອ​ລົມ​ກັນ​ກ່ຽວ​ກັບ​ຄຳພີ​ໄບເບິນ. ແຕ່​ຂ້ອຍ​ຍັງ​ອ່ານ​ຄຳພີ​ໄບເບິນ​ບໍ່​ຈົບ​ເທື່ອ ຂ້ອຍ​ເລີຍ​ບອກ​ລາວ​ວ່າ: “ຖ້າ​ຂ້ອຍ​ພ້ອມ​ມື້​ໃດ​ລະ​ຂ້ອຍ​ຈະ​ບອກ​ເດີ້.” ຕັ້ງ​ແຕ່​ນັ້ນ​ມາ ຂ້ອຍ​ກໍ​ເຂົ້າ​ຮ່ວມ​ປະຊຸມ​ທຸກ​ລາຍການ.

ສາມ​ສີ່​ອາທິດ​ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ໄປ​ເຮືອນ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຄີຍ​ຊວນ​ຂ້ອຍ ລາວ​ຕອບ​ຄຳຖາມ​ຂອງ​ຂ້ອຍ​ໄດ້​ທຸກ​ຂໍ້​ຈາກ​ຄຳພີ​ໄບເບິນ. ອາທິດ​ຕໍ່​ມາ ລາວ​ກໍ​ເອົາ​ເຄື່ອງ​ນຸ່ງ​ໃຫ້​ຂ້ອຍ​ຖົງ​ໜຶ່ງ ມີ​ແຕ່​ເຄື່ອງ​ບັກ​ງາມໆ! ລາວ​ບອກ​ຂ້ອຍ​ວ່າ ເຈົ້າ​ຂອງ​ເຄື່ອງ​ນຸ່ງ​ນີ້​ໄດ້​ຕິດ​ຄຸກ​ຍ້ອນ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ຮັກ​ຄົນ​ອື່ນ​ແລະ​ບໍ່​ສູ້​ຮົບ. (ເອຊາ. 2:4; ຢຮ. 13:34, 35) ຕອນ​ນີ້​ຂ້ອຍ​ເຫັນ​ແລ້ວ​ວ່າ ຂ້ອຍ​ໄດ້​ເຈິ​ກຸ່ມ​ຄົນ​ທີ່​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ແທ້ໆ. ເປົ້າ​ໝາຍ​ຂ້ອຍ​ບໍ່​ແມ່ນ​ການ​ຊອກ​ຫາ​ເກາະ​ທີ່​ງາມໆແລ້ວ ແຕ່​ເປັນ​ການ​ຮຽນ​ຄຳພີ​ໄບເບິນ​ໃຫ້​ເຂົ້າ​ໃຈ​ຫຼາຍ​ຂຶ້ນ.

ການ​ຊອກ​ຫາ​ວຽກ​ເຮັດ

ຂ້ອຍ​ໃຊ້​ເວລາ 4 ມື້​ເພື່ອ​ຈະ​ເດີນ​ທາງ​ໄປ​ເມືອງ​ໂກຣນິງເກັນ​ປະເທດ​ໂຮນລັງ ແລ້ວ​ກໍ​ຕ້ອງ​ຊອກ​ວຽກ​ເຮັດ​ເພື່ອ​ຈະ​ມີ​ເງິນ​ລ້ຽງ​ຕົວ​ເອງ. ຂ້ອຍ​ໄດ້​ໄປ​ສະໝັກ​ວຽກ​ຢູ່​ຮ້ານ​ເຟີນິເຈີ​ແລະ​ໃນ​ແບບ​ຟອມ​ນັ້ນ​ກໍ​ຖາມ​ວ່າ​ຂ້ອຍ​ຖື​ສາສະໜາ​ຫຍັງ ຂ້ອຍ​ໄດ້​ຂຽນ​ວ່າ​ຖື​ສາສະໜາ “ພະຍານ​ພະ​ເຢໂຫວາ.” ເມື່ອ​ເຈົ້າ​ຂອງ​ຮ້ານ​ອ່ານ ສີ​ໜ້າ​ລາວ​ກໍ​ປ່ຽນ​ເລີຍ ແລ້ວ​ລາວ​ກໍບອກ​ຂ້ອຍ​ວ່າ: “ດຽວ​ຂ້ອຍ​ຊິ​ຕິດ​ຕໍ່​ຫາ​ເຈົ້າ​ເດີ້” ແຕ່​ລາວ​ກໍ​ບໍ່​ຕິດ​ຕໍ່​ມາ​ເລີຍ.

ຈາກ​ນັ້ນ ຂ້ອຍ​ກໍ​ໄປ​ຮ້ານ​ເຟີນິເຈີ​ອີກ​ຮ້ານ​ໜຶ່ງ ແລະ​ຖາມ​ເຈົ້າ​ຂອງ​ຮ້ານ​ວ່າ​ຕ້ອງການ​ພະນັກງານ​ບໍ? ເຈົ້າ​ຂອງ​ຮ້ານ​ກໍ​ຖາມ​ເອົາ​ໃບ​ປະກາດ​ແລະ​ຊີວະ​ປະຫວັດ​ຂອງ​ຂ້ອຍ. ແຕ່​ຂ້ອຍ​ບອກ​ວ່າ​ຂ້ອຍ​ເຄີຍ​ແປງ​ເຮືອ​ໄມ້​ມາ​ກ່ອນ. ແລ້ວ​ຂ້ອຍ​ກໍ​ແປກ​ໃຈ​ຫຼາຍ​ເມື່ອ​ລາວ​ບອກ​ວ່າ: “ຄັນ​ຊັ້ນ​ໃຫ້​ເຈົ້າ​ມາ​ເລີ່ມ​ເຮັດ​ວຽກ​ຕອນ​ບ່າຍ ແຕ່​ຢ່າ​ສ້າງ​ບັນຫາ​ໃຫ້​ຮ້ານ​ຂ້ອຍ​ເດີ້​ເພາະ​ຂ້ອຍ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ.” ຂ້ອຍ​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ແລະ​ບອກ​ລາວ​ວ່າ: ‘ຂ້ອຍ​ກໍ​ເປັນ​ພະຍານ​ພະ​ເຢໂຫວາ​ຄື​ກັນ!’ ແຕ່​ຍ້ອນ​ລາວ​ເຫັນ​ຂ້ອຍ​ຜົມ​ຍາວ​ແລະ​ໜວດ​ຍາວ ລາວ​ກໍ​ເລີຍ​ບອກ​ວ່າ: “ໂອ​ເຄ ຄັນ​ຊັ້ນ​ຂ້ອຍ​ຈະ​ສຶກສາ​ຄຳພີ​ໄບເບິນ​ໃຫ້​ເຈົ້າ​ເດີ້!” ແລ້ວ​ຂ້ອຍ​ກໍ​ຕອບ​ຕົກ​ລົງ​ທັນທີ. ຕອນ​ນີ້​ຂ້ອຍ​ຮູ້​ແລ້ວ​ວ່າ ເປັນ​ຫຍັງ​ຮ້ານ​ທຳອິດ​ທີ່​ຂ້ອຍ​ໄປ​ສະໝັກ​ວຽກ​ຈຶ່ງ​ບໍ່​ຕິດ​ຕໍ່​ມາ​ຈັກ​ເທື່ອ ກໍ​ເພາະ​ວ່າ​ພະ​ເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ. (ເພງ. 37:4) ຂ້ອຍ​ເຮັດ​ວຽກ​ກັບ​ພີ່ນ້ອງ​ຜູ້​ນັ້ນ​ແລະ​ສຶກສາ​ຄຳພີ​ໄບເບິນ​ກັບ​ລາວ​ໄດ້​ປະມານ 1 ປີ ແລ້ວ​ຂ້ອຍ​ກໍ​ຮັບ​ບັບເຕມາ​ໃນ​ເດືອນ​ມັງກອນ​ປີ 1974.

ໃນ​ທີ່​ສຸດ​ຂ້ອຍ​ກໍ​ມີ​ຈຸດ​ມຸ່ງ​ໝາຍ​ໃນ​ຊີວິດ​ແທ້ໆ!

ຫຼັງ​ຈາກ​ໜຶ່ງ​ເດືອນ ຂ້ອຍ​ໄດ້​ເລີ່ມ​ເປັນ​ໄພໂອເນຍ​ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ຫຼາຍ. ເດືອນ​ຕໍ່​ມາ ຂ້ອຍ​ກໍ​ຍ້າຍ​ໄປ​ເມືອງ​ອຳ​ສະ​ເຕີ​ດຳ​ເພື່ອ​ໄປ​ຊ່ວຍ​ກຸ່ມ​ໃໝ່​ທີ່​ໃຊ້​ພາສາ​ແອັດສະປາຍ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ນຳ​ການ​ສຶກສາ​ເປັນ​ພາສາ​ແອັດສະປາຍ​ແລະ​ພາສາ​ປອກຕຸຍການ. ໃນ​ເດືອນ​ພຶດສະພາ ປີ 1975 ຂ້ອຍ​ກໍ​ຖືກ​ມອບ​ໝາຍ​ໃຫ້​ເປັນ​ໄພໂອເນຍ​ພິເສດ.

ມື້​ໜຶ່ງ ພີ່ນ້ອງ​ຍິງ​ທີ່​ເປັນ​ໄພໂອເນຍ​ພິເສດ​ຊື່ ໄອນີເກ​ໄດ້​ພາ​ນັກ​ສຶກສາ​ຄົນ​ໂບລີວີ​ມາ​ຮ່ວມ​ປະຊຸມ​ພາສາ​ແອັດສະປາຍ​ນຳ​ເຮົາ. ຈາກ​ນັ້ນ ຂ້ອຍ​ກັບ​ໄອນີເກ​ກໍ​ໄດ້​ຂຽນ​ຈົດ​ໝາຍ​ຫາ​ກັນ ແລ້ວ​ເຫັນ​ວ່າ​ເຮົາ​ມີ​ເປົ້າ​ໝາຍ​ດຽວ​ກັນ. ໃນ​ປີ 1976 ເຮົາ​ກໍ​ໄດ້​ແຕ່ງ​ດອງ​ແລະ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ​ຕໍ່​ໄປ ເມື່ອ​ຮອດ​ປີ 1982 ເຮົາ​ກໍ​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງ​ຮຽນ​ກິລຽດ​ລຸ້ນ​ທີ 73. ເຮົາ​ດີ​ໃຈ​ຫຼາຍ​ທີ່​ຖືກ​ມອບ​ໝາຍ​ໃຫ້​ໄປ​ເຂດ​ອາຝຼິກກາ​ຕາເວັນ​ອອກ​ແລະ​ຮັບໃຊ້​ໃນ​ເມືອງ​ມອມບາຊາ ປະເທດ​ເກນ​ຢາ​ເປັນ​ເວລາ 5 ປີ. ໃນ​ປີ 1987 ເຮົາ​ກໍ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ທັນ​ຊາ​ເນຍ​ຕອນ​ທີ່​ເຂົາ​ເຈົ້າ​ຍົກ​ເລີກ​ການ​ສັ່ງ​ຫ້າມ​ວຽກ​ປະກາດ. ເຮົາ​ຮັບໃຊ້​ຢູ່​ຫັ້ນ 26 ປີ​ແລ້ວ​ຈຶ່ງ​ກັບ​ມາ​ປະເທດ​ເກນ​ຢາ.

ການ​ຊ່ວຍ​ຄົນ​ໃນ​ເຂດ​ອາຝຼິກກາ​ຕາເວັນ​ອອກ​ໃຫ້​ຮຽນ​ຮູ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເຮັດ​ໃຫ້​ຂ້ອຍ​ກັບ​ເມຍ​ມີ​ຄວາມ​ສຸກ​ຫຼາຍ

ການ​ຊ່ວຍ​ຄົນ​ທີ່​ເຫັນ​ຄ່າ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ ເຊັ່ນ ນັກ​ສຶກສາ​ຂອງ​ຂ້ອຍ​ຜູ້​ທຳອິດ​ທີ່​ຢູ່​ມອມບາຊາ. ຕອນ​ທີ່​ປະກາດ ຂ້ອຍ​ໄດ້​ເອົາ​ວາລະສານ 2 ຫົວ​ໃຫ້​ລາວ ແລ້ວ​ລາວ​ກໍ​ຖາມ​ວ່າ: “ຖ້າ​ອ່ານ​ຈົບ​ແລ້ວ ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ຕໍ່?” ໃນ​ອາທິດ​ຕໍ່​ໄປ ເຮົາ​ກໍ​ສຶກສາ​ຄຳພີ​ໄບເບິນ​ນຳ​ກັນ​ໂດຍ​ໃຊ້​ປຶ້ມ​ທ່ານ​ຈະ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດ​ໄປ​ເທິງ​ອຸດທະຍານ​ໃນ​ແຜ່ນດິນ​ໂລກ ເຊິ່ງ​ປຶ້ມ​ນີ້​ຫາ​ກໍ​ຈັດ​ພິມ​ເປັນ​ພາສາ​ສະວາອິລິ. ຫຼັງ​ຈາກ​ທີ່​ສຶກສາ​ໄດ້​ປີ​ໜຶ່ງ ລາວ​ກໍ​ຮັບ​ບັບເຕມາ​ແລະ​ເປັນ​ໄພໂອເນຍ​ປະຈຳ. ຈາກ​ນັ້ນ ລາວ​ກັບ​ເມຍ​ກໍ​ໄດ້​ຊ່ວຍ​ເກືອບ 100 ຄົນ​ໃຫ້​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ.

ຂ້ອຍ​ກັບ​ເມຍ​ໄດ້​ເຫັນ​ດ້ວຍ​ຕົວ​ເອງ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ​ແລະ​ມີ​ຄວາມ​ສຸກ

ຕອນ​ທີ່​ຂ້ອຍ​ໄດ້​ຮູ້​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ ຂ້ອຍ​ຮູ້ສຶກ​ວ່າ​ຕົວ​ເອງ​ປຽບ​ຄື​ກັບ​ພໍ່​ຄ້າ​ທີ່​ພົບ​ໄຂ່​ມຸກ​ທີ່​ມີ​ຄ່າ​ຫຼາຍ​ແລະ​ຂ້ອຍ​ກໍ​ບໍ່​ຢາກ​ປ່ອຍ​ມັນ​ໄປ. (ມທ. 13:45, 46) ຂ້ອຍ​ຢາກ​ໃຊ້​ຊີວິດ​ທີ່​ຂ້ອຍ​ມີ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ​ແທ້ໆ. ຂ້ອຍ​ກັບ​ເມຍ​ໄດ້​ເຫັນ​ດ້ວຍ​ຕົວ​ເອງ​ແລ້ວ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ​ແລະ​ມີ​ຄວາມ​ສຸກ.