ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 48

“ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ”

“ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ”

“ໃຫ້​ເປັນ​ຄົນ​ບໍລິສຸດ​ໃນ​ການ​ກະທຳ​ທຸກ​ຢ່າງ.”—1 ປຕ. 1:15

ເພງ 34 ສັດ​ຊື່​ຕໍ່​ພະເຈົ້າ​ສະເໝີ

ໃຈ​ຄວາມ​ສຳຄັນ *

1. ອັກຄະສາວົກ​ເປໂຕ​ໄດ້​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ພີ່ນ້ອງ ແລະ​ເປັນ​ຫຍັງ​ຄຳ​ແນະນຳ​ນີ້​ຈຶ່ງ​ເບິ່ງ​ຄື​ວ່າ​ເຮັດ​ຕາມ​ໄດ້​ຍາກ?

ບໍ່ວ່າ​ເຮົາ​ຈະ​ມີ​ຄວາມ​ຫວັງ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໃນ​ໂລກ ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ທີ່​ອັກຄະສາວົກ​ເປໂຕ​ໃຫ້​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ. ລາວ​ບອກ​ວ່າ: “ໃຫ້​ເປັນ​ຄົນ​ບໍລິສຸດ​ໃນ​ການກະທຳ​ທຸກ​ຢ່າງ​ຄື​ກັບ​ພະເຈົ້າ​ອົງ​ບໍລິສຸດ​ທີ່​ເອີ້ນ​ພວກ​ເຈົ້າ​ມາ ເພາະ​ພະ​ຄຳພີ​ບອກ​ວ່າ: ‘ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ ເພາະ​ເຮົາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ.’” (1 ເປ. 1:15, 16) ຈາກ​ຄຳເວົ້າ​ນີ້ ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ເຮົາ​ສາມາດ​ຮຽນ​ແບບ​ພະ​ເຢໂຫວາ​ຜູ້​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ບໍລິສຸດ. ແຕ່​ເຮົາ​ຈະ​ເປັນ​ຄົນ​ບໍລິສຸດ​ໄດ້​ແນວ​ໃດ​ເພາະ​ເຮົາ​ເປັນ​ມະນຸດ​ທີ່​ບໍ່​ສົມບູນ​ແບບ? ເປໂຕ​ເອງ​ກໍ​ເຄີຍ​ເຮັດ​ຜິດ​ພາດ​ຫຼາຍ​ເທື່ອ ແຕ່​ຈາກ​ຕົວຢ່າງ​ຂອງ​ລາວ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ສາມາດ​ເປັນ “ຄົນ​ທີ່​ບໍລິສຸດ​ໄດ້.”

2. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້?

2 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້: ຄວາມ​ບໍລິສຸດ​ແມ່ນ​ຫຍັງ? ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ຮູ້​ຫຍັງ​ກ່ຽວ​ກັບ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ? ເຮົາ​ຈະ​ເປັນ​ຄົນ​ບໍລິສຸດ​ໃນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ແນວ​ໃດ? ການເປັນ​ຄົນ​ບໍລິສຸດ​ແລະ​ການມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ກ່ຽວຂ້ອງ​ກັນ​ແນວ​ໃດ?

ຄວາມ​ບໍລິສຸດ​ແມ່ນ​ຫຍັງ?

3. ຫຼາຍ​ຄົນ​ຄິດ​ວ່າ​ຄົນ​ບໍລິສຸດ​ເປັນ​ຄົນ​ແບບ​ໃດ ແຕ່​ເຮົາ​ຈະ​ຮູ້​ຄວາມຈິງ​ໃນ​ເລື່ອງ​ນີ້​ໄດ້​ຈາກ​ໃສ?

3 ເມື່ອ​ເວົ້າ​ເຖິງ​ຄົນ​ບໍລິສຸດ ຫຼາຍ​ຄົນ​ມັກ​ຄິດ​ເຖິງ​ຜູ້​ທີ່​ໃສ່​ເຄື່ອງ​ແບບ​ຂອງ​ສາສະໜາ​ແລະ​ເຮັດ​ໜ້າ​ຕາ​ທີ່​ເຄັ່ງຂຶມ. ແຕ່​ຄົນ​ບໍລິສຸດ​ບໍ່​ໄດ້​ເປັນ​ແບບ​ນັ້ນ ເພາະ​ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ຜູ້​ທີ່​ບໍລິສຸດ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ແລະ​ຜູ້​ທີ່​ຮັບໃຊ້​ເພິ່ນ​ກໍ “ມີ​ຄວາມ​ສຸກ” ຄື​ກັນ. (1 ຕມ. 1:11; ເພງ. 144:15) ພະ​ເຢຊູ​ໄດ້​ຕຳໜິ​ຄົນ​ທີ່​ໃສ່​ເຄື່ອງ​ແບບ​ຂອງ​ສາສະໜາ​ແລະ​ມັກ​ເຮັດ​ດີ​ເພື່ອ​ເອົາ​ໜ້າ. (ມທ. 6:1; ມຣກ. 12:38) ເມື່ອ​ຄລິດສະຕຽນ​ແທ້​ໄດ້​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ​ຈາກ​ຄຳພີ​ໄບເບິນ ເຂົາ​ເຈົ້າ​ກໍ​ໄດ້​ຮູ້​ວ່າ​ຄວາມ​ບໍລິສຸດ​ໝາຍ​ເຖິງ​ຫຍັງ. ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ແລະ​ບໍ່​ເຄີຍ​ບອກ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້. ດັ່ງ​ນັ້ນ ເມື່ອ​ພະ​ເຢໂຫວາ​ບອກ​ວ່າ: “ພວກ​ເຈົ້າ ຕ້ອງ​ເປັນ​ຄົນ​ບໍລິສຸດ” ກໍ​ສະແດງ​ວ່າ​ເຮົາ​ສາມາດ​ເປັນ​ຄົນ​ບໍລິສຸດ​ໄດ້. ແຕ່​ເພື່ອ​ເຮົາ​ຈະ​ເປັນ​ຄົນ​ບໍລິສຸດ ເຮົາ​ຕ້ອງ​ເຂົ້າ​ໃຈ​ກ່ອນ​ວ່າ​ຄວາມ​ບໍລິສຸດ​ໝາຍ​ຄວາມ​ວ່າ​ແນວ​ໃດ.

4. “ຄວາມ​ບໍລິສຸດ” ໝາຍ​ເຖິງ​ຫຍັງ?

4 ຄວາມ​ບໍລິສຸດ​ໝາຍ​ເຖິງ​ຫຍັງ? ໃນ​ຄຳພີ​ໄບເບິນ​ອະທິບາຍ​ວ່າ “ຄວາມ​ບໍລິສຸດ” ໝາຍ​ເຖິງ​ການມີ​ສິນລະທຳ​ທີ່​ສະອາດ ແລະ​ການນະມັດສະການ​ທີ່​ສະອາດ​ຫຼື​ສັກສິດ. ແລະ​ຍັງ​ໝາຍ​ເຖິງ​ການແຍກ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໄວ້​ຕ່າງ​ຫາກ​ເພື່ອ​ຮັບໃຊ້​ພະເຈົ້າ. ດັ່ງ​ນັ້ນ ຖ້າ​ເຮົາ​ມີ​ສິນລະທຳ​ທີ່​ສະອາດ ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ຍອມ​ຮັບ ແລະ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ເພິ່ນ ເຮົາ​ກໍ​ຈະ​ເປັນ​ຄົນ​ທີ່​ບໍລິສຸດ​ໄດ້. ເຮົາ​ຮູ້ສຶກ​ແປກ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ເພິ່ນ​ເຖິງ​ວ່າ​ເຮົາ​ຈະ​ເປັນ​ຄົນ​ບໍ່​ສົມບູນ​ແບບ.

“ພະ​ເຢໂຫວາ​ບໍລິສຸດ ບໍລິສຸດ ບໍລິສຸດ”

5. ເຮົາ​ໄດ້​ຮຽນ​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ​ຈາກ​ທູດ​ສະຫວັນ?

5 ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ສະອາດ​ແລະ​ບໍລິສຸດ​ໃນ​ທຸກ​ດ້ານ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຈາກ​ຄຳເວົ້າ​ຂອງ​ເຊຣາຟີມ​ເຊິ່ງ​ເປັນ​ທູດ​ສະຫວັນ​ທີ່​ຢູ່​ໃກ້​ກັບ​ບັນລັງ​ຂອງ​ພະ​ເຢໂຫວາ. ເຂົາ​ເຈົ້າ​ເວົ້າ​ວ່າ: “ພະ​ເຢໂຫວາ​ແຫ່ງ​ກອງທັບ​ທັງ​ຫລາຍ​ກໍ​ບໍລິສຸດ ບໍລິສຸດ ບໍລິສຸດ.” (ເອຊາ. 6:3) ທູດ​ສະຫວັນ​ເຫຼົ່າ​ນີ້​ຕ້ອງ​ເປັນ​ຜູ້​ທີ່​ບໍລິສຸດ​ແທ້ໆເພື່ອ​ເຂົາ​ເຈົ້າ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໄດ້. ທີ່​ຈິງ ບ່ອນ​ທີ່​ທູດ​ສະຫວັນ​ລົງ​ມາ​ໃນ​ໂລກ​ນີ້​ໄດ້​ກາຍ​ເປັນ​ບ່ອນ​ທີ່​ບໍລິສຸດ ເຊັ່ນ: ຕອນ​ທີ່​ທູດ​ສະຫວັນ​ມາ​ຫາ​ໂມເຊ​ໃນ​ພຸ່ມ​ໄມ້​ທີ່​ໄໝ້ ບ່ອນ​ນັ້ນ​ກໍ​ກາຍ​ເປັນ​ບ່ອນ​ທີ່​ບໍລິສຸດ.—ອົບ. 3:2-5; ຢຊວຍ. 5:15

ຄຳ​ວ່າ “ພະ​ເຢໂຫວາ​ບໍລິສຸດ” ໄດ້​ສະ​ຫຼັກ​ໃສ່​ແຜ່ນ​ຄຳ​ເຊິ່ງ​ຕິດ​ຢູ່​ຜ້າ​ຄຽນ​ຫົວ​ຂອງ​ມະຫາ​ປະໂລຫິດ (ເບິ່ງ​ຂໍ້ 6-7)

6-7. (ກ) ຕາມ​ອົບພະຍົບ 15:1, 11 ໂມເຊ​ໄດ້​ເນັ້ນ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ແນວ​ໃດ? (ຂ​) ສິ່ງ​ໃດ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ທຸກ​ຄົນ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ? (ເບິ່ງ​ຮູບ​ໜ້າ​ປົກ)

6 ຫຼັງ​ຈາກ​ທີ່​ໂມເຊ​ພາ​ຊາວ​ອິດສະຣາເອນ​ຂ້າມ​ທະເລ​ແດງ​ແລ້ວ ລາວ​ກໍ​ເນັ້ນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ. (ອ່ານ​ອົບພະຍົບ 15:1, 11) ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ຜູ້​ນະມັດສະການ​ພະ​ຂອງ​ເອຢິບ​ແລະ​ພະ​ຂອງ​ການາອານ​ເຮັດ ເຮົາ​ເຫັນ​ວ່າ​ເຂົາ​ເຈົ້າ​ບໍ່​ບໍລິສຸດ​ເລີຍ ເພາະ​ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ໜ້າ​ລັງກຽດ​ຫຼາຍ​ຢ່າງ ເຊັ່ນ: ເອົາ​ລູກ​ໄປ​ເຜົາ​ບູຊາ​ແລະ​ເຮັດ​ຜິດສິນລະທຳ​ທາງ​ເພດ. (ເລວີ. 18:3, 4, 21-24; ບັນຍັດ. 18:9, 10) ແຕ່​ພະ​ເຢໂຫວາ​ບໍ່​ເຄີຍ​ໃຫ້​ຜູ້​ທີ່​ນະມັດສະການ​ເພິ່ນ​ເຮັດ​ສິ່ງ​ທີ່​ໜ້າ​ລັງກຽດ​ເຫຼົ່າ​ນີ້​ຈັກ​ເທື່ອ ເພາະ​ເພິ່ນ​ເປັນ​ພະເຈົ້າ​ທີ່​ບໍລິສຸດ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ແຈ້ງ​ຈາກ​ຄຳເວົ້າ​ທີ່​ສະ​ຫຼັກ​ໃສ່​ແຜ່ນ​ຄຳ​ເຊິ່ງ​ຕິດ​ຢູ່​ຜ້າ​ຄຽນ​ຫົວ​ຂອງ​ມະຫາປະໂລຫິດ. ໃນ​ນັ້ນ​ຂຽນ​ວ່າ: “ພະ​ເຢໂຫວາ​ບໍລິສຸດ.”—ອົບ. 28:36-38, ລ.ມ.

7 ທຸກ​ຄົນ​ທີ່​ເຫັນ​ຄຳເວົ້າ​ທີ່​ຢູ່​ໃນ​ແຜ່ນ​ຄຳ​ນັ້ນ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ. ແຕ່​ຖ້າ​ບາງ​ຄົນ​ບໍ່​ເຫັນ​ແຜ່ນ​ຄຳ​ນັ້ນ​ຍ້ອນ​ຢູ່​ໄກ​ຈາກ​ປະໂລຫິດ​ເດ ເຂົາ​ເຈົ້າ​ຍັງ​ຈະ​ຮູ້​ບໍ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ? ຮູ້​ແທ້! ເພາະ​ຊາວ​ອິດສະຣາເອນ​ທຸກ​ຄົນ​ກໍ​ໄດ້​ຍິນ​ເລື່ອງ​ນີ້​ຕອນ​ທີ່​ມີການອ່ານ​ກົດໝາຍ​ຂອງ​ໂມເຊ​ຕໍ່​ໜ້າ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ. (ບັນຍັດ. 31:9-12) ຖ້າ​ເຈົ້າ​ຢູ່​ໃນ​ສະໄໝ​ນັ້ນ ເຈົ້າ​ກໍ​ຈະ​ໄດ້​ຍິນ​ການອ່ານ​ກົດໝາຍ​ຂອງ​ໂມເຊ​ທີ່​ບອກ​ວ່າ: “ເຮົາ​ແມ່ນ​ເຢໂຫວາ ພະເຈົ້າ​ຂອງ​ພວກ​ເຈົ້າ. ເຈົ້າ​ຕ້ອງ​ບໍລິສຸດ​ສຳລັບ​ເຮົາ ເພາະ​ເຮົາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ.” “ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ສຳລັບ​ເຮົາ ເພາະ​ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ.”—ເລວີ. 11:44, 45; 20:7, 26, ລ.ມ.

8. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ທີ່​ຢູ່​ໃນ​ພວກເລວີ 19:2 ແລະ 1 ເປໂຕ 1:14-16?

8 ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ຄຳເວົ້າ​ທີ່​ຢູ່​ໃນ​ພວກເລວີ 19:2, ລ.ມ. ເຊິ່ງ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໂມເຊ​ໃຫ້​ອ່ານ​ຕໍ່​ໜ້າ​ຊາວ​ອິດສະຣາເອນ​ທຸກ​ຄົນ. ໃນ​ນັ້ນ​ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ໃຫ້​ບອກ​ຊາວ​ອິດສະຣາເອນ​ທຸກ​ຄົນ​ແບບ​ນີ້ ‘ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ ເພາະ​ເຮົາ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເປັນ​ພະເຈົ້າ​ທີ່​ບໍລິສຸດ.’” ຕອນ​ທີ່​ເປໂຕ​ບອກ​ພີ່ນ້ອງ​ຄລິດສະຕຽນ​ໃຫ້ “ເປັນ​ຄົນ​ບໍລິສຸດ” ລາວ​ອາດ​ຈະ​ຍົກ​ຄຳເວົ້າ​ຈາກ​ຂໍ້​ພະ​ຄຳພີ​ນີ້​ກໍ​ໄດ້. (ອ່ານ 1 ເປໂຕ 1:14-16) ເຖິງ​ວ່າ​ຕອນ​ນີ້​ເຮົາ​ຈະ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດໝາຍ​ຂອງ​ໂມເຊ​ແລ້ວ ແຕ່​ສິ່ງ​ທີ່​ເປໂຕ​ເວົ້າ​ກໍ​ເນັ້ນ​ຄວາມ​ສຳຄັນ​ທີ່​ຢູ່​ໃນ​ພວກເລວີ 19:2 ທີ່​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ​ແລະ​ຜູ້​ທີ່​ຮັກ​ເພິ່ນ​ກໍ​ຕ້ອງ​ພະຍາຍາມ​ເປັນ​ຄົນ​ບໍລິສຸດ​ຄື​ກັນ. ດັ່ງ​ນັ້ນ ບໍ່ວ່າ​ເຮົາ​ຈະ​ມີ​ຄວາມ​ຫວັງ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໃນ​ໂລກ ເຮົາ​ກໍ​ຕ້ອງ​ເປັນ​ຄົນ​ບໍລິສຸດ.—1 ປຕ. 1:4; 2 ປຕ. 3:13

“ໃຫ້​ເປັນ​ຄົນ​ບໍລິສຸດ​ໃນ​ການກະທຳ​ທຸກ​ຢ່າງ”

9. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການສຶກສາ​ປຶ້ມ​ພວກເລວີ​ບົດ 19?

9 ຍ້ອນ​ເຮົາ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ຈຶ່ງ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ບໍລິສຸດ. ພະ​ເຢໂຫວາ​ໄດ້​ໃຫ້​ເຮົາ​ມີ​ຄຳ​ແນະນຳ​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຊິ່ງ​ເຮົາ​ກໍ​ເຫັນ​ຄຳ​ແນະນຳ​ນີ້​ຈາກ​ປຶ້ມ​ພວກເລວີ​ບົດ 19. ມາຄັດສ໌ ຄາລີດຊ໌​ເຊິ່ງ​ເປັນ​ຜູ້​ຊ່ຽວຊານ​ດ້ານ​ພາສາ​ເຮັບເຣີ​ບອກ​ວ່າ: “ບົດ​ນີ້​ເປັນ​ບົດ​ທີ່​ບອກ​ລາຍ​ລະອຽດ​ຫຼາຍ​ທີ່​ສຸດ ແລະ​ອາດ​ຈະ​ເປັນ​ສ່ວນ​ສຳຄັນ​ທີ່​ສຸດ​ຂອງ​ປຶ້ມ​ພວກເລວີ​ແລະ​ປຶ້ມ 5 ເຫຼັ້ມ​ທຳອິດ​ທີ່​ໂມເຊ​ຂຽນ.” ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຂໍ້​ໃນ​ປຶ້ມ​ພວກເລວີ​ບົດ 19 ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ບໍລິສຸດ​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ. ຕອນ​ທີ່​ຮຽນ​ເລື່ອງ​ນີ້ ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ​ໃນ​ປຶ້ມ​ພວກເລວີ​ບົດ 19 ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ: “ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ.”

ສິ່ງ​ທີ່​ພວກເລວີ 19:3 ເວົ້າ​ກ່ຽວ​ກັບ​ພໍ່​ແມ່​ຄວນ​ກະຕຸ້ນ​ຄລິດສະຕຽນ​ໃຫ້​ເຮັດ​ຫຍັງ? (ເບິ່ງ​ຂໍ້ 10-12) *

10-11. ຕາມ​ພວກເລວີ 19:3 ເຮົາ​ຕ້ອງ​ເຮັດ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ?

10 ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ບອກ​ຊາວ​ອິດສະຣາເອນ​ວ່າ ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ ເພິ່ນ​ກໍ​ເວົ້າ​ຕໍ່​ວ່າ: “ພວກ​ເຈົ້າ​ຕ້ອງ​ນັບຖື​ພໍ່​ແມ່ . . . ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.”—ເລວີ. 19:2, 3, ລ.ມ.

11 ເຮົາ​ເຫັນ​ໄດ້​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ນັບຖື​ພໍ່​ແມ່. ມີ​ເທື່ອ​ໜຶ່ງ​ທີ່​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ມາ​ຖາມ​ພະ​ເຢຊູ​ວ່າ: “ຂ້ອຍ​ຕ້ອງ​ເຮັດ​ຄວາມ​ດີ​ຫຍັງ​ຈຶ່ງ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ?” ຄຳຕອບສ່ວນ​ໜຶ່ງ​ຂອງ​ພະ​ເຢຊູ​ບອກ​ວ່າ: “ໃຫ້​ນັບຖື​ພໍ່​ແມ່.” (ມທ. 19:16-19) ພະ​ເຢຊູ​ໄດ້​ຕຳໜິ​ພວກ​ຟາຣິຊາຍ​ແລະ​ພວກ​ຄູ​ສອນ​ສາສະໜາ​ທີ່​ຫາ​ວິທີ​ທີ່​ຈະ​ບໍ່​ເບິ່ງ​ແຍງ​ພໍ່​ແມ່. ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ຈຶ່ງ “ເຮັດ​ໃຫ້​ຄຳ​ສອນ​ຂອງ​ພະເຈົ້າ​ບໍ່​ມີ​ຄວາມ​ໝາຍ.” (ມທ. 15:3-6) ຄຳ​ສອນ​ຂອງ​ພະເຈົ້າ​ທີ່​ບອກ​ໃຫ້​ນັບຖື​ພໍ່​ແມ່​ລວມ​ຢູ່​ໃນ​ຂໍ້​ທີ 5 ຂອງ​ບັນຍັດ 10 ຂໍ້ ແລະ​ຢູ່​ໃນ​ພວກເລວີ​ບົດ 19:3. (ອົບ. 20:12) ຂໍ​ໃຫ້​ຈື່​ໄວ້​ວ່າ​ຄຳ​ແນະນຳ​ທີ່​ຢູ່​ໃນ​ພວກເລວີ​ບົດ 19:3 ທີ່​ບອກ​ໃຫ້​ນັບຖື​ພໍ່​ແມ່​ໄດ້​ເວົ້າ​ຂຶ້ນ​ມາ​ຫຼັງ​ຈາກ​ຄຳເວົ້າ​ທີ່​ວ່າ: “ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ ເພາະ​ເຮົາ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ພະເຈົ້າ​ທີ່​ບໍລິສຸດ.”

12. ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ຢູ່​ໃນ​ພວກເລວີ​ບົດ 19:3 ແນວ​ໃດ?

12 ເມື່ອ​ເຈົ້າ​ອ່ານ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ໃຫ້​ນັບຖື​ພໍ່​ແມ່ ເຈົ້າ​ອາດ​ຈະ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ໄດ້​ນັບຖື​ພໍ່​ແມ່​ແລ້ວ​ບໍ?’ ແຕ່​ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຕົວ​ເອງ​ຄວນ​ຈະ​ນັບຖື​ພໍ່​ແມ່​ໃຫ້​ຫຼາຍ​ກວ່າ​ແຕ່​ກ່ອນ ກໍ​ຂໍ​ໃຫ້​ເຈົ້າ​ເຮັດ​ຕັ້ງ​ແຕ່​ຕອນ​ນີ້​ເລີຍ ເພາະ​ເຖິງ​ວ່າ​ເຈົ້າ​ຈະ​ປ່ຽນ​ອະດີດ​ບໍ່​ໄດ້ ແຕ່​ເຈົ້າ​ກໍ​ສາມາດ​ເຮັດ​ດີ​ທີ່​ສຸດ​ທີ່​ຈະ​ຊ່ວຍ​ເຫຼືອ​ພໍ່​ແມ່​ໃນ​ຕອນ​ນີ້ ເຊັ່ນ: ໃຊ້​ເວລາ​ກັບ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ ຊື້​ສິ່ງ​ຂອງ​ບາງ​ຢ່າງ​ໃຫ້​ເຂົາ​ເຈົ້າ ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ສະເໝີ ແລະຊ່ວຍ​ເຂົາ​ເຈົ້າ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ​ຕໍ່ໆໄປ​ໄດ້​. ເມື່ອ​ເຈົ້າ​ເຮັດ​ແບບ​ນີ້​ເຈົ້າ​ກໍ​ກຳລັງ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ຢູ່​ໃນ​ພວກເລວີ​ບົດ 19:3.

13. (ກ) ໃນ​ພວກເລວີ​ບົດ 19:3 ຍັງ​ມີ​ຄຳ​ແນະນຳ​ຫຍັງ​ອີກ? (ຂ​) ໃນ​ທຸກ​ມື້​ນີ້​ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ລູກາ 4:16-18 ໄດ້​ແນວ​ໃດ?

13 ໃນ​ພວກເລວີ​ບົດ 19:3 ຍັງ​ສອນ​ເຮົາ​ໃຫ້​ຮູ້​ອີກ​ເລື່ອງ​ໜຶ່ງ​ເພື່ອ​ຈະ​ເປັນ​ຄົນ​ບໍລິສຸດ​ນັ້ນ​ຄື ການເຮັດ​ຕາມ​ຄຳ​ສັ່ງ​ເລື່ອງ​ວັນ​ຊະບາໂຕ. ເຖິງ​ວ່າ​ເຮົາ​ຈະ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດໝາຍ​ຂອງ​ໂມເຊ​ແລະ​ບໍ່​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ເລື່ອງ​ວັນ​ຊະບາໂຕ​ແລ້ວ ແຕ່​ເຮົາ​ກໍ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ວິທີ​ທີ່​ຊາວ​ອິດສະຣາເອນ​ເຮັດ​ຕາມ​ຄຳ​ສັ່ງ​ເລື່ອງ​ວັນ​ຊະບາໂຕ​ແລະ​ປະໂຫຍດ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ. ວັນ​ຊະບາໂຕ​ເປັນ​ມື້​ທີ່​ຊາວ​ອິດສະຣາເອນ​ຈະ​ໄດ້​ພັກຜ່ອນ​ແລະ​ໃສ່​ໃຈ​ຕໍ່​ການນະມັດສະການ​ພະເຈົ້າ. * ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ພະ​ເຢຊູ​ໄປ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ແລະ​ອ່ານ​ພະ​ຄຳພີ​ໃນ​ວັນ​ຊະບາໂຕ. (ອົບ. 31:12-15; ອ່ານ​ລູກາ 4:16-18) ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ພວກເລວີ​ບົດ 19:3 ທີ່​ບອກ​ໃຫ້​ເຮົາ “ເຮັດ​ຕາມ​ຄຳ​ສັ່ງ​ເລື່ອງ​ວັນ​ຊະບາໂຕ” ຄວນ​ກະຕຸ້ນ​ເຮົາ​ໃຫ້​ຈັດ​ເວລາ​ໄວ້​ໃນ​ແຕ່​ລະ​ມື້​ເພື່ອ​ເຮັດ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ. ແລ້ວ​ເຈົ້າ​ເດ ເຈົ້າ​ຄິດ​ວ່າ​ຄວນ​ປັບ​ຕາ​ຕະລາງ​ເພື່ອ​ໃຫ້​ມີ​ເວລາ​ຫຼາຍ​ຂຶ້ນ​ໄດ້​ບໍ? ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເຊິ່ງ​ເປັນ​ສ່ວນ​ສຳຄັນ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄົນ​ບໍລິສຸດ.

ໃຫ້​ມີ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ

14. ໃນ​ປຶ້ມ​ພວກເລວີ​ບົດ 19 ໄດ້​ເນັ້ນ​ຄວາມ​ຈິງ​ພື້ນຖານ​ຫຍັງ?

14 ໃນ​ປຶ້ມ​ພວກເລວີ​ບົດ 19 ຍັງ​ໄດ້​ເນັ້ນ​ເຖິງ​ຄວາມ​ຈິງ​ພື້ນຖານ​ຢ່າງ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ບໍລິສຸດ. ໃນ​ຂໍ້ 4 ຂອງ​ບົດ​ນັ້ນ​ບອກ​ວ່າ: “ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.” ຄຳເວົ້າ​ນີ້​ມີ​ຢູ່​ໃນ​ປຶ້ມ​ເລວີ​ບົດ 19 ປະມານ 16 ເທື່ອ. ນີ້​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ບັນຍັດ​ຂໍ້​ທຳອິດ​ທີ່​ບອກ​ວ່າ: “ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ . . . ຢ່າ​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ.” (ອົບ. 20:2, 3) ຄລິດສະຕຽນ​ທຸກ​ຄົນ​ທີ່​ຢາກ​ເປັນ​ຄົນ​ບໍລິສຸດ​ຕ້ອງ​ບໍ່​ຍອມ​ໃຫ້​ໃຜ​ຫຼື​ສິ່ງ​ໃດ​ມາ​ທຳລາຍ​ສາຍ​ສຳພັນ​ຂອງ​ເຂົາ​ເຈົ້າ​ກັບ​ພະ​ເຢໂຫວາ. ແລະ​ຍ້ອນ​ເຮົາ​ເປັນ​ພະ​ຍານ​ພະເຢໂຫວາ ເຮົາ​ຈຶ່ງ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍ​ຊື່ສຽງ.—ເລວີ. 19:12; ເອຊາ. 57:15

15. ຂໍ້​ພະ​ຄຳພີ​ໃນ​ພວກເລວີ​ບົດ 19 ທີ່​ເວົ້າ​ເຖິງ​ເຄື່ອງ​ບູຊາ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ເຮັດ​ຫຍັງ?

15 ຊາວ​ອິດສະຣາເອນ​ຍອມ​ຮັບ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ໂດຍ​ເຮັດ​ຕາມ​ກົດໝາຍ​ຂອງ​ເພິ່ນ. ໃນ​ພວກເລວີ​ບົດ 18:4, ລ.ມ. ບອກ​ວ່າ: “ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ກົດໝາຍ​ແລະ​ຂໍ້​ກຳນົດ​ຂອງ​ເຮົາ ເຮົາ​ຄື​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.” ໃນ​ປຶ້ມ​ພວກເລວີ​ບົດ 19 ໄດ້​ເວົ້າ​ເຖິງ​ຂໍ້​ກຳນົດ​ບາງ​ຢ່າງ​ທີ່​ຊາວ​ອິດສະຣາເອນ​ຕ້ອງ​ເຮັດ ເຊັ່ນ: ໃນ​ຂໍ້ 5-8, 21, 22 ໄດ້​ເວົ້າ​ເຖິງ​ວິທີ​ຖວາຍ​ສັດ​ເປັນ​ເຄື່ອງ​ບູຊາ. ຊາວ​ອິດສະຣາເອນ​ຕ້ອງ​ເຮັດ​ຕາມ​ຂໍ້​ກຳນົດ​ເຫຼົ່າ​ນີ້​ເພື່ອ​ຈະ​ບໍ່ ‘ດູ​ໝິ່ນ​ສິ່ງ​ບໍລິສຸດ​ຂອງ​ພະ​ເຢໂຫວາ.’ ການອ່ານ​ຂໍ້​ເຫຼົ່າ​ນີ້​ຄວນ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ຖວາຍ​ເຄື່ອງ​ບູຊາ​ໃນ​ແບບ​ທີ່​ພະ​ເຢໂຫວາ​ພໍ​ໃຈ​ຄື​ກັບ​ທີ່​ເຮັບເຣີ 13:15 ບອກ​ໃຫ້​ເຮົາ​ເຮັດ.

16. ຫຼັກ​ການໃດ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ຜູ້​ທີ່​ຮັບໃຊ້​ພະເຈົ້າ​ກັບ​ຜູ້​ທີ່​ບໍ່​ໄດ້​ຮັບໃຊ້​ພະເຈົ້າ?

16 ເພື່ອ​ຈະ​ເປັນ​ຄົນ​ບໍລິສຸດ ເຮົາ​ຕ້ອງ​ຍອມ​ແຕກຕ່າງ​ຈາກ​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. ແຕ່​ການເຮັດ​ແບບ​ນັ້ນ​ບໍ່​ແມ່ນ​ເລື່ອງ​ງ່າຍ ເພາະ​ບາງ​ເທື່ອ​ໝູ່​ຢູ່​ໂຮງ​ຮຽນ ຢູ່​ບ່ອນ​ເຮັດ​ວຽກ ຍາດ​ພີ່ນ້ອງ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ແລະ​ຄົນ​ອື່ນໆອາດ​ຈະ​ກົດ​ດັນ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຍາດ​ເວລາ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ. ຖ້າ​ເປັນ​ແບບ​ນີ້ ເຮົາ​ຕ້ອງ​ຕັດສິນ​ໃຈ​ເລືອກ​ສິ່ງ​ທີ່​ສຳຄັນ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້? ໃຫ້​ເຮົາ​ຄິດ​ເຖິງ​ຫຼັກ​ການທີ່​ຢູ່​ໃນ​ພວກເລວີ 19:19, ລ.ມ. ທີ່​ບອກ​ວ່າ: “ຢ່າ​ໃສ່​ເສື້ອ​ຜ້າ​ທີ່​ເຮັດ​ຈາກ​ດ້າຍ​ສອງ​ຊະນິດ.” ກົດໝາຍ​ນີ້​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ຕ່າງ​ຈາກ​ຊາດ​ອື່ນໆທີ່​ຢູ່​ອ້ອມ​ຂ້າງ. ໃນ​ທຸກ​ມື້​ນີ້ ​ເຮົາ​ຈະ​ນຸ່ງ​ເຄື່ອງ​ທີ່​ມີ​ດ້າຍ​ປົນ​ກັນ​ຫຼາຍ​ຊະນິດ​ກໍ​ໄດ້ ເຊັ່ນ: ຝ້າຍ​ປົນ​ນິລົງ ຫຼື​ໄໝ​ມ້ອນ​ປົນ​ໄໝຫຼາບ​. ແຕ່​ເຮົາ​ຈະ​ບໍ່​ເຮັດ​ຕາມ​ຄວາມ​ເຊື່ອ​ແລະ​ທຳນຽມ​ຕ່າງໆຂອງ​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ ເຖິງ​ວ່າ​ຄົນ​ເຫຼົ່າ​ນັ້ນ​ຈະ​ເປັນ​ໝູ່​ຢູ່​ໂຮງ​ຮຽນ ຢູ່​ບ່ອນ​ເຮັດ​ວຽກ ຫຼື​ຍາດ​ພີ່ນ້ອງ​ຂອງ​ເຮົາ​ກໍ​ຕາມ. ກໍ​ແມ່ນ​ຢູ່​ວ່າ​ເຮົາ​ຮັກ​ຍາດ​ພີ່ນ້ອງ​ແລະ​ຮັກ​ເພື່ອນ​ບ້ານ ແຕ່​ເມື່ອ​ເຮົາ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ທີ່​ສະແດງ​ວ່າ​ເຮົາ​ເຊື່ອ​ຟັງ​ພະເຈົ້າ ເຮົາ​ຕ້ອງ​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ແຕກຕ່າງ​ຈາກ​ຄົນ​ເຫຼົ່າ​ນັ້ນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຖ້າ​ເຮົາ​ຢາກ​ເປັນ​ຄົນ​ບໍລິສຸດ ເຮົາ​ຕ້ອງ​ແຍກ​ຕົວ​ເອງ​ໄວ້​ສຳລັບ​ພະເຈົ້າ.—2 ກຣ. 6:14-16; 1 ປຕ. 4:3, 4

ຊາວ​ອິດສະຣາເອນ​ຄວນ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ພວກເລວີ 19:23-25? ແລ້ວ​ເຈົ້າເດ ໄດ້​ບົດຮຽນ​ຫຍັງ​ຈາກຂໍ້ເຫຼົ່າ​ນີ້? (ເບິ່ງ​ຂໍ້ 17-18) *

17-18. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ພວກເລວີ 19:23-25?

17 ຄຳ​ວ່າ “ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ” ໄດ້​ເຕືອນ​ຊາວ​ອິດສະຣາເອນ​ວ່າ​ເຂົາ​ເຈົ້າ​ຕ້ອງ​ໃຫ້​ສາຍ​ສຳພັນ​ຂອງ​ເຂົາ​ເຈົ້າ​ກັບ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ແລ້ວ​ເຂົາ​ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ໃນ​ພວກເລວີ 19:23-25 (ອ່ານ) ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ເລື່ອງ​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຊາວ​ອິດສະຣາເອນ​ຕ້ອງ​ເຮັດ​ຫຍັງ​ແດ່​ເມື່ອ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ຖ້າ​ຊາວ​ອິດສະຣາເອນ​ປູ​ກ​ຕົ້ນ​ໄມ້​ເພື່ອ​ຈະ​ໄດ້​ກິນ​ໝາກ ເຂົາ​ເຈົ້າ​ຕ້ອງ​ບໍ່​ກິນ​ໝາກ​ໄມ້​ນັ້ນ​ໃນ 3 ປີ​ທຳອິດ ແລະ​ໃນ​ປີ​ທີ 4 ເຂົາ​ເຈົ້າ​ຕ້ອງ​ເອົາ​ໝາກ​ໄມ້​ນັ້ນ​ມາ​ຖວາຍ​ໃຫ້​ພະ​ເຢໂຫວາ​ຢູ່​ເຕັ້ນ​ສັກສິດ. ເມື່ອ​ຮອດ​ປີ​ທີ 5 ເຂົາ​ເຈົ້າ​ຈຶ່ງ​ຈະ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ​ໄດ້. ກົດໝາຍ​ນີ້​ຊ່ວຍ​ຊາວ​ອິດສະຣາເອນ​ບໍ່​ໃຫ້​ຄິດ​ເຖິງ​ແຕ່​ຄວາມ​ຈຳເປັນ​ຂອງ​ຕົວ​ເອງ ແຕ່​ເຂົາ​ເຈົ້າ​ຄວນ​ໃຫ້​ສາຍ​ສຳພັນ​ຂອງ​ເຂົາ​ເຈົ້າ​ກັບ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຂົາ​ເຈົ້າ​ໃຫ້​ມີ​ສິ່ງ​ຈຳເປັນ. ພະ​ເຢໂຫວາ​ຈະ​ໃຫ້​ເຂົາ​ເຈົ້າ​ມີ​ອາຫານ​ກິນ​ຢ່າງ​ພຽງ​ພໍ ແລະ​ເພິ່ນ​ກະຕຸ້ນ​ໃຫ້​ເຂົາ​ເຈົ້າ​ສະແດງ​ນ້ຳໃຈ​ເອື້ອເຟື້ອ​ໂດຍ​ເອົາ​ໝາກ​ໄມ້​ນັ້ນ​ມາ​ຖວາຍ​ຢູ່​ເຕັ້ນ​ສັກສິດ.

18 ກົດໝາຍ​ທີ່​ຢູ່​ໃນ​ພວກເລວີ 19:23-25 ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ຄຳບັນຍາຍ​ເທິງ​ພູເຂົາ​ທີ່​ບອກ​ວ່າ: “ໃຫ້​ເຊົາ​ອຸກ​ໃຈ . . . ວ່າ​ຈະ​ມີ​ກິນ​ບໍ ຈະ​ມີ​ດື່ມ​ບໍ.” ພະ​ເຢຊູ​ຍັງ​ເວົ້າ​ຕື່ມ​ວ່າ: “ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຮູ້​ຢູ່​ແລ້ວ​ວ່າ​ພວກ​ເຈົ້າ​ຕ້ອງ​ມີ​ສິ່ງ​ຂອງ​ທັງ​ໝົດ​ນີ້.” (ມທ. 6:25, 26, 32) ຈາກ​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ຄື​ກັບ​ທີ່​ເພິ່ນ​ໄດ້​ເບິ່ງ​ແຍງ​ໂຕ​ນົກ. ນອກ​ຈາກ​ນັ້ນ ເຮົາ​ກໍ​ຄວນ​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ແລະ​ບໍລິຈາກ​ເພື່ອ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ໃນ​ປະຊາຄົມ​ນຳ. ເຖິງ​ວ່າ​ຈະ​ບໍ່​ມີ​ໃຜ​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ ແຕ່​ພະ​ເຢໂຫວາ​ເຫັນ​ແລະ​ເພິ່ນ​ກໍ​ຈະ​ໃຫ້​ລາງວັນ​ກັບ​ເຮົາ. (ມທ. 6:2-4) ຖ້າ​ເຮົາ​ເຮັດ​ແບບ​ນີ້ ກໍ​ສະແດງ​ວ່າ​ເຮົາ​ເຂົ້າ​ໃຈ​ບົດຮຽນ​ຈາກ​ພວກເລວີ 19:23-25.

19. ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການສຶກສາ​ບາງ​ຂໍ້​ໃນ​ປຶ້ມ​ພວກເລວີ​ບົດ 19?

19 ເມື່ອ​ເຮົາ​ຮຽນ​ບາງ​ຂໍ້​ຈາກ​ປຶ້ມ​ພວກເລວີ​ບົດ 19 ເຮົາ​ກໍ​ຮູ້​ວິທີ​ທີ່​ຈະ​ເປັນ​ຄົນ​ບໍລິສຸດ​ຄື​ກັບ​ພະ​ເຢໂຫວາ. ເມື່ອ​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ ກໍ​ສະແດງ​ວ່າ​ເຮົາ​ພະຍາຍາມ​ທີ່​ຈະ​ເປັນ “ຄົນ​ບໍລິສຸດ​ໃນ​ການກະທຳ​ທຸກ​ຢ່າງ.” (1 ປຕ. 1:15) ນອກ​ຈາກ​ນັ້ນ ຫຼາຍ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ກໍ​ຈະ​ເຫັນ​ການປະພຶດ​ທີ່​ດີ​ຂອງ​ເຮົາ ເຊິ່ງ​ສິ່ງ​ນັ້ນ​ອາດ​ຈະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ຢາກ​ມາ​ຍ້ອງ​ຍໍ​ສັນລະເສີນ​ພະ​ເຢໂຫວາ. (1 ປຕ. 2:12) ແຕ່​ເຮົາ​ຍັງ​ຈະ​ໄດ້​ບົດຮຽນ​ອີກ​ຫຼາຍ​ຢ່າງ​ຈາກ​ປຶ້ມ​ພວກເລວີ​ບົດ 19. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ຕື່ມ​ບາງ​ຂໍ້​ໃນ​ປຶ້ມ​ພວກເລວີ​ບົດ 19 ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ເປັນ “ຄົນ​ບໍລິສຸດ” ໃນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ຄື​ກັບ​ທີ່​ເປໂຕ​ບອກ.

ເພງ 80 “ລອງ​ຊີມ​ແລ້ວ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ”

^ ຂໍ້ 5 ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ​ແລະ​ເພິ່ນ​ກໍ​ຄາດ​ໝາຍ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເປັນ​ຄົນ​ທີ່​ບໍລິສຸດ​ຄື​ກັນ. ແຕ່​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ຈະ​ເປັນ​ຄົນ​ທີ່​ບໍລິສຸດ​ໄດ້​ບໍ? ໄດ້​ແທ້! ເຮົາ​ຈະ​ມາ​ເບິ່ງ​ວ່າ​ຄຳ​ແນະນຳ​ທີ່​ອັກຄະສາວົກ​ເປໂຕ​ໃຫ້​ກັບ​ພີ່ນ້ອງ​ແລະ​ຄຳ​ສັ່ງ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ຊາວ​ອິດສະຣາເອນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ບໍລິສຸດ​ໃນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ.

^ ຂໍ້ 13 ເບິ່ງ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ວັນ​ຊະບາໂຕ​ແລະ​ບົດຮຽນ​ທີ່​ເຮົາ​ຈະ​ໄດ້​ຮັບ​ຈາກ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ທີ່​ຊື່​ວ່າ “‘ມີ​ເວລາ​ສຳລັບ’ເຮັດ​ວຽກ​ແລະ​ພັກຜ່ອນ” ໃນ​ຫໍສັງເກດການ ເດືອນ​ທັນວາ 2019.

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄດ້​ໃຊ້​ເວລາ​ຢູ່​ກັບ​ພໍ່​ແມ່. ຈາກ​ນັ້ນ​ລາວ​ກໍ​ພາ​ເມຍ​ແລະ​ລູກ​ມາ​ຢາມ​ພໍ່​ແມ່ ແລະ​ຕິດ​ຕໍ່​ກັບ​ພໍ່​ແມ່​ເປັນ​ປະຈຳ.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ຊາວ​ອິດສະຣາເອນ​ຜູ້​ໜຶ່ງ​ແນມ​ເບິ່ງ​ໝາກ​ໄມ້​ຈາກ​ຕົ້ນ​ທີ່​ລາວ​ປູ​ກ.