ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳເວົ້າ​ໃນ​ພວກເລວີ 19:16, ລ.ມ. ທີ່​ບອກ​ວ່າ: “ຢ່າ​ຫາ​ຊ່ອງ​ທາງ​ຂ້າ​ຄົນ​ອື່ນ” ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

ພະ​ເຢໂຫວາ​ບອກ​ຊາວ​ອິດສະຣາເອນ​ໃຫ້​ເປັນ​ຄົນ​ບໍລິສຸດ ແລະ​ເພື່ອ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເປັນ​ຄົນ​ບໍລິສຸດ ພະ​ເຢໂຫວາ​ບອກ​ວ່າ: “ຢ່າ​ທ່ຽວ​ໄປ​ໃສ່​ຮ້າຍ​ໃຜ ຢ່າ​ຫາ​ຊ່ອງ​ທາງ​ຂ້າ​ຄົນ​ອື່ນ. ເຮົາ​ຄື​ເຢໂຫວາ.”—ເລວີ. 19:2, 16ລ.ມ.

ເຮົາ​ເຂົ້າ​ໃຈ​ແນວ​ໃດ​ກັບ​ປະໂຫຍກ​ທີ່​ວ່າ “ຢ່າ​ຫາ​ຊ່ອງ​ທາງ​ຂ້າ​ຄົນ​ອື່ນ”? ປຶ້ມ​ຄົ້ນ​ຄວ້າ​ຂອງ​ຊາວ​ຢິວ​ທີ່​ເວົ້າ​ກ່ຽວ​ກັບ​ປຶ້ມ​ພວກເລວີ ບອກ​ວ່າ: “ສ່ວນ​ນີ້​ມັນ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ເພາະ​ເຮົາ​ບໍ່​ຮູ້​ວ່າ​ສຳນວນ​ໃນ​ພາສາ​ເຮັບເຣີ​ມີ​ຄວາມ​ໝາຍ​ແນວ​ໃດ​ແທ້ໆ ເຊິ່ງ​ຖ້າ​ແປ​ຕາມ​ໂຕ​ກໍ​ໝາຍ​ຄວາມ​ວ່າ ‘ຢ່າ​ຢືນ​ຢູ່​ໃກ້.’”

ນັກ​ວິຊາການ​ບາງ​ຄົນ​ບອກວ່າ ສຳນວນ​ນີ້​ກ່ຽວ​ຂ້ອງ​ກັບ​ພວກເລວີ 19:15, ລ.ມ. ທີ່​ບອກ​ວ່າ: “ຢ່າ​ຕັດສິນ​ຄະດີ​ຢ່າງ​ບໍ່​ຍຸຕິທຳ. ຢ່າ​ລຳອຽງ​ເຂົ້າ​ຂ້າງ​ຄົນ​ທຸກ​ຍາກ​ແລະ​ຢ່າ​ເຫັນ​ແກ່​ໜ້າ​ຄົນ​ລ່ຳ​ລວຍ. ພວກ​ເຈົ້າ​ຕ້ອງ​ຕັດສິນ​ຄະດີ​ດ້ວຍ​ຄວາມ​ຍຸຕິທຳ.” ຄັນ​ຊັ້ນ​ຄຳ​ສັ່ງ​ທີ່​ຢູ່​ໃນ​ຂໍ້ 16 ທີ່​ບອກ​ບໍ່​ໃຫ້​ຫາ “​ຊ່ອງ​ທາງ​ຂ້າ​ຄົນ​ອື່ນ” ​ໝາຍ​ຄວາມ​ວ່າ ຄົນ​ອິດສະຣາເອນ​ຕ້ອງ​ບໍ່​ປະຕິບັດ​ກັບ​ຄົນ​ອື່ນ​ແບບ​ບໍ່​ຍຸຕິທຳ​ບໍ່​ວ່າ​ຈະ​ຢູ່​ໃນ​ສານ ເລື່ອງ​ທຸລະກິດ ເລື່ອງ​ຄອບຄົວ ແລະ​ບໍ່​ຄວນ​ເຮັດ​ສິ່ງ​ທີ່​ບໍ່​ສັດ​ຊື່​ເພື່ອ​ຜົນ​ປະໂຫຍດ​ຂອງ​ໂຕ​ເອງ. ທີ່​ຈິງ​ເຮົາ​ຮູ້​ວ່າ​ເຮົາ​ບໍ່​ຄວນ​ເຮັດ​ສິ່ງ​ເຫຼົ່າ​ນີ້ ແຕ່​ມີ​ເຫດຜົນ​ອື່ນ​ອີກ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ສຳນວນ​ທີ່​ຢູ່​ໃນ​ຂໍ້ 16 ຫຼາຍ​ຂຶ້ນ.

ໃຫ້​ເຮົາ​ມາ​ເບິ່ງ​ສ່ວນ​ທຳອິດ​ຂອງ​ຂໍ້ 16. ພະເຈົ້າ​ສັ່ງ​ຊາວ​ອິດສະຣາເອນ​ວ່າ ຢ່າ​ທ່ຽວ​ໄປ​ໃສ່​ຮ້າຍ​ຄົນ​ອື່ນ. ປົກກະຕິ ການ​ນິນທາ​ຄົນ​ອື່ນ​ເປັນ​ເລື່ອງ​ທີ່​ບໍ່​ດີ​ຢູ່​ແລ້ວ ແຕ່​ຖ້າ​ໄປ​ໃສ່​ຮ້າຍ​ຄົນ​ອື່ນ​ກໍ​ແຮ່ງ​ສ້າງ​ຄວາມ​ເສຍຫາຍ​ຫຼາຍ​ກວ່າ​ນັ້ນ​ອີກ. (ສຸພາ. 10:19; ຜູ້ປ. 10:12-14; 1 ຕມ. 5:11-15; ຢກບ. 3:6) ການ​ໃສ່​ຮ້າຍ​ເປັນ​ການ​ເວົ້າ​ຕົວະ​ເພື່ອ​ທຳລາຍ​ຊື່ສຽງ​ຂອງ​ຄົນ​ອື່ນ. ຜູ້​ທີ່​ເວົ້າ​ໃສ່​ຮ້າຍ​ຄົນ​ອື່ນ​ອາດ​ຈະ​ໃຫ້​ຄຳ​ພະຍານ​ທີ່​ບໍ່​ຈິງ​ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ຄົນ​ນັ້ນ​ມີ​ອັນຕະລາຍ​ເຖິງ​ຊີວິດ​ໄດ້. ຕົວຢ່າງ​ເຊັ່ນ​: ເມື່ອ​ມີ​ຄົນ​ໃຫ້​ຄຳ​ພະຍາ​ຍານ​ທີ່​ບໍ່​ຈິງ​ກ່ຽວ​ກັບ​ນາບອດ ເຮັດ​ໃຫ້​ນາບອດ​ຖືກດຶກ​ກ້ອນຫີນ​ໃສ່​ຈົນ​ຕາຍ. (1 ກະ. 21:8-13) ດັ່ງນັ້ນ ການ​ໃສ່​ຮ້າຍ​ຄົນ​ອື່ນ​ກໍ​ເປັນ​ຄື​ກັບ​ການ​ຫາ​ຊ່ອງ​ທາງ​ຂ້າ​ຄົນອື່ນ​ຄື​ກັບ​ທີ່​ບອກ​ໄວ້​ໃນ​ສ່ວນ​ທີ່​ສອງ​ຂອງ​ພວກເລວີ 19:16.

ນອກ​ຈາກ​ນັ້ນ ບາງ​ຄົນ​ຍັງ​ໃສ່​ຮ້າຍ​ຄົນ​ອື່ນ​ຍ້ອນ​ຄວາມ​ກຽດ​ຊັງ. ໃນ 1 ໂຢຮັນ 3:15 ບອກ​ວ່າ: “ຄົນ​ທີ່​ກຽດ​ຊັງ​ພີ່ນ້ອງ​ກໍ​ເປັນ​ຜູ້​ຂ້າ​ຄົນ ແລະ​ພວກ​ເຈົ້າ​ກໍ​ຮູ້​ວ່າ​ຜູ້​ຂ້າ​ຄົນ​ຈະ​ບໍ່​ໄດ້​ຊີວິດ​ຕະຫຼອດ​ໄປ.” ນີ້​ສອດຄ່ອງ​ກັບ​ສິ່ງ​ທີ່​ພະເຈົ້າ​ໃຫ້​ຂຽນ​ໄວ້​ຢູ່​ໃນ​ພວກເລວີ 19:17 ທີ່​ບອກ​ວ່າ: “ຢ່າ​ເກັບ​ຄວາມ​ກຽດ​ຊັງ​ພີ່ນ້ອງ​ໄວ້​ໃນ​ໃຈ.”

ສ່ວນ​ທີ່​ສອງ​ຂອງ​ພວກເລວີ 19:16 ເປັນ​ຄຳ​ແນະນຳ​ທີ່ໜັກແໜ້ນ​ສຳລັບ​ຄລິດສະຕຽນ. ດັ່ງ​ນັ້ນ ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຄວາມ​ຄິດ​ທີ່​ບໍ່​ດີ​ແລະ​ການ​ໃສ່​ຮ້າຍ​ຄົນ​ອື່ນ. ເພາະ​ການ​ໃສ່​ຮ້າຍ​ຄົນ​ອື່ນ​ຍ້ອນ​ຄວາມ​ກຽດ​ຊັງ​ຫຼື​ຍ້ອນ​ຄວາມ​ອິດສາ​ເປັນ​ຄື​ກັບ​ການ​ “ຫາ​ຊ່ອງ​ທາງ​ຂ້າ​ຄົນ​ອື່ນ.” ນີ້​ເປັນ​ເຫດຜົນ​ທີ່​ຄລິດສະຕຽນ​ບໍ່​ຄວນ​ກຽດ​ຊັງ​ຄົນ​ອື່ນ.—ມທ. 12:36, 37