ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ດີ​ບໍ?

ເຈົ້າ​ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ດີ​ບໍ?

ຄຳພີ​ໄບເບິນ​ໄດ້​ອະທິບາຍ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢຊູ​ແນວ​ໃດ​ຕອນ​ເພິ່ນ​ເຮັດ​ວຽກ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ເປັນ​ເວລາ​ຫຼາຍ​ປີ​ກ່ອນ​ທີ່​ຈະ​ມາ​ໃນ​ໂລກ. ໃນ​ສຸພາສິດ 8:30, ລ.ມ. ບອກ​ວ່າ: “ເຮົາ​ເປັນ​ນາຍ​ຊ່າງ​ຢູ່​ຂ້າງ​ພະອົງ​ແລ້ວ . . . ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ກັບ​ພະອົງ​ຕະຫຼອດ​ເວລາ.” ຂໍ້​ນີ້​ບອກ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢຊູ “ມີ​ຄວາມ​ສຸກ​ຫຼາຍ​” ເມື່ອ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ.

ຕອນ​ທີ່​ພະ​ເຢຊູ​ຢູ່​ເທິງ​ສະຫວັນ ເພິ່ນ​ໄດ້​ຮຽນ​ຮູ້​ຄຸນ​ລັກສະນະ​ຫຼາຍ​ຢ່າງ​ທີ່​ຊ່ວຍ​ໃຫ້​ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ດີ. ດັ່ງ​ນັ້ນ ເມື່ອ​ເພິ່ນ​ມາ​ໃນ​ໂລກ ເພິ່ນ​ຈຶ່ງ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັບ​ຄົນ​ອື່ນ. ແລ້ວ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ​ແນວ​ໃດ? ເມື່ອ​ເຮົາ​ຮຽນ​ເລື່ອງ​ພະ​ເຢຊູ ເຮົາ​ຈະ​ເຫັນ​ຫຼັກ​ການ​ 3 ຢ່າງ​ທີ່​ຊ່ວຍ​ໃຫ້​ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ດີ. ຫຼັກ​ການ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ວຽກ​ຮ່ວມ​ກັບ​ພີ່ນ້ອງ​ໄດ້​ດີ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ.

ຂໍ​ໃຫ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໂດຍ​ແບ່ງ​ປັນ​ຄວາມ​ຮູ້​ແລະ​ປະສົບການ​ໃຫ້​ກັບ​ຄົນ​ອື່ນ

ຫຼັກ​ການ​ທີ 1: ‘ໃຫ້​ກຽດ​ຄົນ​ອື່ນ’

ເພື່ອນ​ຮ່ວມ​ງານ​ທີ່​ດີ​ຈະ​ເປັນ​ຄົນ​ຖ່ອມ​ຕົວ ລາວ​ຖື​ວ່າ​ຜູ້​ເຮັດ​ວຽກ​ກັບ​ລາວ​ກໍ​ສຳຄັນ​ຄື​ກັນ​ແລະ​ບໍ່​ໄດ້​ເຮັດ​ໃຫ້​ຄົນ​ອື່ນ​ຄິດ​ວ່າ​ລາວ​ເກັ່ງ. ພະ​ເຢຊູ​ໄດ້​ຮຽນ​ແບບ​ຄຸນ​ລັກສະນະ​ນີ້​ຈາກ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ ເພາະ​ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ຜູ້​ສ້າງ ແຕ່​ເພິ່ນ​ກໍ​ໄດ້​ໃຫ້​ກຽດ​ພະ​ເຢຊູ​ໂດຍ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢຊູ​ກໍ​ມີ​ບົດບາດ​ສຳຄັນ​ໃນ​ການ​ເຮັດ​ວຽກ​ຄື​ກັນ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ວ່າ: “ໃຫ້​ເຮົາ ສ້າງ​ມະນຸດ​ຕາມ​ແບບ​ເຮົາ.” (ຕົ້ນ. 1:26, ລ.ມ.) ຄຳເວົ້າ​ນີ້​ຄື​ຊິ​ເຮັດ​ໃຫ້​ພະ​ເຢຊູ​ຮູ້​ວ່າ​ພະ​ເຢໂຫວາ​ຖ່ອມ​ຕົວ​ແທ້ໆ.—ເພງ. 18:35

ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ເປັນ​ຄົນ​ຖ່ອມ​ຕົວ​ຫຼາຍ​ເພາະ​ເມື່ອ​ມີ​ຄົນ​ມາ​ຍົກຍ້ອງ​ເພິ່ນ ເພິ່ນ​ກໍ​ໃຫ້​ຄຳ​ຍົກຍ້ອງ​ນັ້ນ​ກັບ​ພະ​ເຢໂຫວາ. (ມຣກ. 10:17, 18; ຢຮ. 7:15, 16) ເພິ່ນ​ຍັງ​ໄດ້​ຮັກສາ​ບັນຍາກາດ​ທີ່​ດີ​ເມື່ອ​ເຮັດ​ວຽກ​ກັບ​ພວກ​ລູກສິດ​ໂດຍ​ປະຕິບັດ​ກັບ​ເຂົາ​ເຈົ້າ​ຄື​ກັບ​ໝູ່​ບໍ່​ແມ່ນ​ປະຕິບັດ​ກັບ​ເຂົາ​ເຈົ້າ​ຄື​ກັບ​ທາດ. (ຢຮ. 15:15) ເພິ່ນ​ເຖິງ​ຂັ້ນ​ລ້າງ​ຕີນ​ໃຫ້​ເຂົາ​ເຈົ້າ​ເພື່ອ​ຈະ​ສອນ​ບົດຮຽນ​ເລື່ອງ​ຄວາມ​ຖ່ອມ. (ຢຮ. 13:5, 12-14) ເຮົາ​ເອງ​ກໍ​ຄວນ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ໃຫ້​ກຽດ​ຄົນ​ອື່ນ ເພາະ​ເມື່ອ​ເຮົາ “ໃຫ້​ກຽດ” ເຂົາ​ເຈົ້າ​ແລະ​ບໍ່​ສົນ​ໃຈ​ວ່າ​ໃຜ​ຊິ​ໄດ້​ຮັບ​ຄຳ​ຍົກຍ້ອງ ເຮົາ​ກໍ​ຈະ​ເຮັດ​ວຽກ​ໄດ້​ສຳເລັດ​ຫຼາຍ​ກວ່າ.—ຣມ. 12:10

ຄົນ​ຖ່ອມ​ຕົວ​ຍັງ​ສຳນຶກ​ວ່າ “ຖ້າ​ມີ​ທີ່​ປຶກສາ​ຫຼາຍ​ຄົນ​ແຜນການ​ຈະ​ສຳເລັດ.” (ສຸພາ. 15:22, ລ.ມ.) ບໍ່​ວ່າ​ເຮົາ​ຈະ​ມີ​ປະສົບການ​ຫຼື​ຄວາມ​ສາມາດ​ຫຼາຍ​ສ່ຳ​ໃດ ເຮົາ​ກໍ​ຕ້ອງ​ຈື່​ໄວ້​ວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ທີ່​ຈະ​ຮູ້​ທຸກ​ຢ່າງ. ແມ່ນ​ແຕ່​ພະ​ເຢຊູ​ເອງ​ກໍ​ຍັງ​ຍອມ​ຮັບ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ເພິ່ນ​ບໍ່​ຮູ້. (ມທ. 24:36) ແຕ່​ເພິ່ນ​ສົນ​ໃຈ​ຄວາມ​ຄິດ​ເຫັນ​ຂອງ​ພວກ​ລູກສິດ​ທີ່​ບໍ່​ສົມບູນ​ແບບ. (ມທ. 16:13-16) ນີ້​ເຮັດ​ໃຫ້​ເຮົາ​ບໍ່​ແປກ​ໃຈ​ເລີຍ​ວ່າ​ເປັນ​ຫຍັງ​ພວກ​ລູກສິດ​ຈຶ່ງ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ຢູ່​ກັບ​ພະ​ເຢຊູ! ຄ້າຍ​ຄື​ກັນ ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ ຍອມ​ຮັບ​ວ່າ​ເຮົາ​ບໍ່​ຮູ້​ທຸກ​ຢ່າງ​ແລະ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ ເຮົາ​ກໍ​ຈະ​ສ້າງ​ບັນຍາກາດ​ທີ່​ດີ​ໃນ​ການ​ເຮັດ​ວຽກ​ແລະ​ວຽກ​ນັ້ນ​ກໍ​ຈະ “ສຳເລັດ.”

ເປັນ​ເລື່ອງ​ສຳຄັນ​ທີ່​ຜູ້​ດູ​ແລ​ຈະ​ຮຽນ​ແບບ​ພະ​ເຢຊູ​ໃນ​ເລື່ອງ​ຄວາມ​ຖ່ອມ​ເມື່ອ​ເຂົາ​ເຈົ້າ​ເຮັດ​ວຽກ​ນຳ​ກັນ. ຕອນ​ທີ່​ປະຊຸມ ຜູ້​ດູ​ແລ​ຕ້ອງ​ຈື່​ໄວ້​ວ່າ​ພະລັງ​ບໍລິສຸດ​ສາມາດ​ກະຕຸ້ນ​ຜູ້​ດູ​ແລ​ຄົນ​ໃດ​ກໍ​ໄດ້​ໃຫ້​ເວົ້າ​ບາງ​ຢ່າງ​ເພື່ອ​ຊ່ວຍ​ຄະນະ​ຜູ້​ດູ​ແລ​ໃຫ້​ຕັດສິນ​ໃຈ​ໄດ້​ດີ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ຜູ້​ດູ​ແລ​ທຸກ​ຄົນ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ອອກ​ຄຳ​ຄິດ​ເຫັນ​ເຊິ່ງ​ຈະ​ຊ່ວຍ​ໃຫ້​ຜູ້​ດູ​ແລ​ຕັດສິນ​ໃຈ​ໃນ​ແບບ​ທີ່​ເປັນ​ປະໂຫຍດ​ຕໍ່​ພີ່ນ້ອງ​ທຸກ​ຄົນ​ໃນ​ປະຊາຄົມ.

ຫຼັກ​ການ​ທີ 2: ໃຫ້ “ເປັນ​ຄົນ​ມີ​ເຫດຜົນ”

ເພື່ອນ​ຮ່ວມ​ງານ​ທີ່​ດີ​ຈະ​ເປັນ​ຄົນ​ມີ​ເຫດຜົນ​ເມື່ອ​ເຮັດ​ວຽກ​ກັບ​ຄົນ​ອື່ນ. ລາວ​ຈະ​ບໍ່​ຍຶດ​ຕິດ​ກັບ​ຄວາມ​ຄິດ​ຂອງ​ຕົວ​ເອງ​ແລະ​ພ້ອມ​ທີ່​ຈະ​ປັບ​ຕົວ. ມີ​ຫຼາຍ​ເທື່ອ​ທີ່​ພະ​ເຢຊູ​ສັງເກດ​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ເຫດຜົນ ຕົວຢ່າງ​ເຊັ່ນ ພະ​ເຢໂຫວາ​ໄດ້​ສົ່ງ​ພະ​ເຢຊູ​ໃຫ້ມາ​ໄຖ່​ມະນຸດ​ອອກ​ຈາກ​ຄວາມ​ຕາຍ​ທັງໆທີ່​ມະນຸດ​ສົມຄວນ​ຕາຍ​ຢູ່​ແລ້ວ.—ຢຮ. 3:16

ພະ​ເຢຊູ​ພ້ອມ​ທີ່​ຈະ​ປັບ​ຕົວ​ເມື່ອ​ເຫັນ​ວ່າ​ຈຳເປັນ​ຫຼື​ເໝາະ​ສົມ ເຊັ່ນ ເຖິງ​ວ່າ​ພະ​ເຢຊູ​ຈະ​ຖືກ​ສົ່ງ​ໃຫ້​ມາ​ຊ່ວຍ​ແຕ່​ຊາວ​ອິດສະຣາເອນ​ເທົ່າ​ນັ້ນ ແຕ່​ເພິ່ນ​ກໍ​ຍັງ​ໄດ້​ຊ່ວຍ​ຜູ້​ຍິງ​ຄົນ​ໂຟນີເຊຍ​ເມື່ອ​ລາວ​ຮ້ອງ​ຂໍ. (ມທ. 15:22-28) ພະ​ເຢຊູ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ຄົນ​ມີ​ເຫດຜົນ​ໂດຍ​ບໍ່​ຄາດ​ໝາຍ​ວ່າ​ພວກ​ລູກສິດ​ຈະ​ບໍ່​ເຮັດ​ຜິດ​ພາດ​ເລີຍ. ເຊັ່ນ ຫຼັງ​ຈາກ​ທີ່​ເປໂຕ​ປະຕິເສດ​ພະ​ເຢຊູ​ຕໍ່​ໜ້າ​ຫຼາຍ​ຄົນ ເພິ່ນ​ກໍ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ລາວ​ເພາະ​ຕໍ່​ມາ​ເພິ່ນ​ໄດ້​ມອບ​ໝາຍ​ວຽກ​ທີ່​ສຳຄັນ​ໃຫ້​ກັບລາວ​. (ລກ. 22:32; ຢຮ. 21:17; ກຈກ. 2:14; 8:14-17; 10:44, 45) ຈາກ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ສອນ​ໃຫ້​ເຮົາ​ຮູ້​ວ່າ ເຮົາ​ຕ້ອງ “ເປັນ​ຄົນ​ມີ​ເຫດຜົນ” ໂດຍ​ບໍ່​ຍຶດ​ຕິດ​ກັບ​ຄວາມ​ຄິດ​ຂອງ​ຕົວ​ເອງ​ແລະ​ພ້ອມ​ທີ່​ຈະ​ປັບ​ຕົວ.—ຟລປ. 4:5

ການ​ເປັນ​ຄົນ​ມີ​ເຫດຜົນ​ຈະ​ຊ່ວຍ​ເຮົາ​ໃຫ້​ປັບ​ຕົວ​ເພື່ອ​ຈະ​ເຮັດ​ວຽກ​ກັບ​ຄົນ​ທຸກ​ປະເພດ​ໄດ້. ພະ​ເຢຊູ​ກໍ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ດີ​ຈົນ​ພວກ​ສັດຕູ​ບອກ​ວ່າ ເພິ່ນ “ມັກ​ຄົບຫາ​ກັບ​ຄົນ​ເກັບ​ພາສີ​ແລະ​ຄົນ​ບາບ.” (ມທ. 11:19) ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ບໍ​ໂດຍ​ເຂົ້າ​ກັບ​ຄົນ​ອື່ນ​ທີ່​ແຕກຕ່າງ​ຈາກ​ເຮົາ? ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່ ຫຼຸຍ ໄດ້​ເຮັດ​ວຽກ​ກັບ​ຄົນ​ຫຼາຍ​ເຊື້ອ​ຊາດ​ເປັນ​ເວລາ​ຫຼາຍ​ປີ​ຍ້ອນ​ລາວ​ເຄີຍ​ເປັນ​ຜູ້​ດູ​ແລ​ໝວດ​ແລະ​ເຮັດ​ວຽກ​ຢູ່​ເບເທນ. ລາວ​ບອກ​ວ່າ: “ການ​ເຮັດ​ວຽກ​ຮ່ວມ​ກັບ​ຫຼາຍ​ຄົນ​ກໍ​ປຽບ​ຄື​ກັບ​ການ​ສ້າງ​ກຳແພງ​ດ້ວຍ​ກ້ອນ​ຫີນ​ທີ່​ມີ​ຂະໜາດ​ແຕກຕ່າງ​ກັນ. ຍ້ອນ​ກ້ອນ​ຫີນ​ມີ​ຂະໜາດ​ທີ່​ຕ່າງ​ກັນ ດັ່ງ​ນັ້ນ​ມັນ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ເພື່ອ​ຈະ​ສ້າງ​ກຳແພງ​ໃຫ້​ຊື່​ໄດ້. ຂ້ອຍ​ເອງ​ກໍ​ຕ້ອງ​ປັບ​ຕົວ​ເພື່ອ​ຈະ​ເຮັດ​ວຽກ​ກັບ​ຄົນ​ອື່ນ​ໄດ້​ດີ​ແລະ​ເຮັດ​ວຽກ​ໄດ້​ສຳເລັດ.” ນີ້​ເປັນ​ຄວາມ​ຄິດ​ທີ່​ດີ​ແທ້ໆ!

ເພື່ອນ​ຮ່ວມ​ງານ​ທີ່​ດີ​ຈະ​ບໍ່​ເກັບ​ຄວາມ​ຮູ້​ຫຼື​ຂໍ້​ມູນ​ສຳຄັນ​ໄວ້​ຜູ້​ດຽວ​ຍ້ອນ​ຢ້ານ​ຄົນ​ອື່ນ​ລື່ນ​ຫຼື​ເພື່ອ​ຢາກ​ຄວບຄຸມ​ຄົນ​ອື່ນ

ມີ​ຕອນ​ໃດ​ແດ່​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ? ຕອນ​ທີ່​ເຮົາ​ໄປ​ປະກາດ. ເຮົາ​ອາດ​ຈະ​ໄປ​ປະກາດ​ກັບ​ພີ່ນ້ອງ​ທີ່​ມີ​ໜ້າທີ່ຮັບຜິດຊອບໃນຄອບຄົວ​ທີ່​ຕ່າງ​ຈາກ​ເຮົາ​ຫຼື​ຜູ້​ທີ່​ມີ​ອາຍຸ​ຕ່າງ​ຈາກ​ເຮົາ. ຄັນ​ຊັ້ນ​ເປັນ​ໄປ​ໄດ້​ບໍ​ທີ່​ເຮົາ​ຈະ​ປັບ​ຕົວ​ແລະ​ປັບ​ວິທີ​ປະກາດ​ເພື່ອ​ຊ່ວຍ​ໃຫ້​ພີ່ນ້ອງ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ເມື່ອ​ເຮັດ​ວຽກ​ປະກາດ​ນຳ​ກັນ?

ຫຼັກ​ການ​ທີ 3: ໃຫ້ “ຮູ້ຈັກ​ແບ່ງ​ປັນ”

ເພື່ອນ​ຮ່ວມ​ງານ​ທີ່​ດີ​ຈະ “ຮູ້ຈັກ​ແບ່ງ​ປັນ.” (1 ຕມ. 6:18) ຕອນ​ທີ່​ພະ​ເຢຊູ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ ເພິ່ນ​ສັງເກດ​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ເກັບ​ຄວາມ​ຮູ້​ໄວ້​ຜູ້​ດຽວ. ຕອນ​ທີ່​ພະ​ເຢໂຫວາ “ສ້າງ​ທ້ອງຟ້າ” ພະ​ເຢຊູ​ກໍ “ຢູ່​ທີ່​ນັ້ນ” ແລະ​ໄດ້​ຮຽນ​ຮູ້​ສິ່ງ​ເຫຼົ່າ​ນັ້ນ​ຈາກ​ພະ​ເຢໂຫວາ. (ສຸພາ. 8:27, ລ.ມ.) ຕໍ່​ມາ ພະ​ເຢຊູ​ກໍ​ໄດ້​ບອກ​ພວກ​ລູກສິດ “ໃຫ້​ຮູ້​ທຸກ​ເລື່ອງ​ທີ່ [ເພິ່ນ] ໄດ້​ຍິນ” ຈາກ​ພໍ່​ຂອງ​ເພິ່ນ. (ຢຮ. 15:15) ເຮົາ​ເອງ​ກໍ​ຮຽນ​ແບບ​ພະ​ເຢໂຫວາໄດ້​ໂດຍ​ແບ່ງ​ປັນ​ຄວາມ​ຮູ້​ແລະ​ປະສົບການ​ໃຫ້​ກັບ​ພີ່ນ້ອງ​ຄົນ​ອື່ນໆ. ເພື່ອນ​ຮ່ວມ​ງານ​ທີ່​ດີ​ຈະ​ບໍ່​ເກັບ​ຄວາມ​ຮູ້​ຫຼື​ຂໍ້​ມູນ​ສຳຄັນ​ໄວ້​ຜູ້​ດຽວ​ຍ້ອນ​ຢ້ານ​ຄົນ​ອື່ນ​ລື່ນ​ຫຼື​ເພື່ອ​ຢາກ​ຄວບຄຸມ​ຄົນ​ອື່ນ ແຕ່​ລາວ​ຈະ​ດີ​ໃຈ​ທີ່​ໄດ້​ແບ່ງ​ປັນ​ຄວາມ​ຮູ້​ໃຫ້​ຄົນ​ອື່ນ.

ອີກ​ສິ່ງ​ໜຶ່ງ​ທີ່​ເຮົາ​ຈະ​ແບ່ງ​ປັນ​ໃຫ້​ຄົນ​ອື່ນ​ໄດ້​ກໍ​ຄື ການ​ໃຫ້​ກຳລັງ​ໃຈ. ເມື່ອ​ຄົນ​ອື່ນ​ຊົມ​ເຊີຍ​ແລະ​ເວົ້າ​ໃຫ້​ກຳລັງ​ໃຈ​ເຮົາ ເຮົາ​ກໍ​ຄື​ຊິ​ດີ​ໃຈ​ແມ່ນ​ບໍ? ພະ​ເຢຊູ​ໄດ້​ຊົມ​ເຊີຍ​ພວກ​ລູກສິດ​ໃນ​ສິ່ງ​ດີໆທີ່​ເຂົາ​ເຈົ້າ​ເຮັດ. (ສົມ​ທຽບ​ກັບ​ມັດທາຍ 25:19-23; ລູກາ 10:17-20) ເພິ່ນ​ເຖິງ​ຂັ້ນ​ບອກ​ວ່າ ເຂົາ​ເຈົ້າ ‘ຈະ​ໄດ້​ເຮັດ​ວຽກ​ທີ່​ໃຫຍ່​ກວ່າ’ ເພິ່ນ​ອີກ. (ຢຮ. 14:12) ໃນ​ຄືນ​ສຸດ​ທ້າຍ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ໄດ້​ຊົມ​ເຊີຍ​ພວກ​ອັກຄະສາວົກ​ທີ່​ສັດ​ຊື່​ວ່າ: “ພວກ​ເຈົ້າ​ຢູ່​ຄຽງ​ຂ້າງ​ຂ້ອຍ​ສະເໝີ​ຕອນ​ທີ່​ຂ້ອຍ​ລຳບາກ.” (ລກ. 22:28) ລອງ​ນຶກ​ພາບ​ວ່າ ຄຳເວົ້າ​ນີ້​ຄື​ຊິ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ກຳລັງ​ໃຈ​ແລະ​ຢາກ​ເຮັດ​ວຽກ​ຕໍ່​ໄປ! ຖ້າ​ເຮົາ​ຊົມ​ເຊີຍ​ຜູ້​ທີ່​ເຮັດ​ວຽກ​ນຳ​ເຮົາ ເຂົາ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ແລະ​ເຮັດ​ວຽກ​ໄດ້​ດີ.

ເຈົ້າ​ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ດີ​ໄດ້

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່ ຄາໂຢດິ ບອກ​ວ່າ: “ເພື່ອນ​ຮ່ວມ​ງານ​ທີ່​ດີ​ບໍ່​ແມ່ນ​ຄົນ​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ພາດ​ເລີຍ ແຕ່​ເປັນ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ມີ​ຄວາມ​ສຸກ​ແລະ​ເຮັດ​ວຽກ​ນຳ​ໄດ້​ງ່າຍ.” ເຈົ້າ​ເປັນ​ເພື່ອນ​ຮ່ວມ​ງານ​ແບບ​ນັ້ນ​ບໍ? ເຈົ້າ​ອາດ​ຈະ​ລອງ​ຖາມ​ພີ່ນ້ອງ​ທີ່​ເຮັດ​ວຽກ​ນຳ​ເຈົ້າ​ວ່າ ເຈົ້າ​ເປັນ​ເພື່ອນ​ຮ່ວມ​ງານ​ແບບ​ໃດ? ຖ້າ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ນຳ​ເຈົ້າ​ຄື​ກັບ​ທີ່​ພວກ​ລູກສິດ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ນຳ​ພະ​ເຢຊູ ເຈົ້າ​ກໍ​ສາມາດ​ເວົ້າ​ຄື​ກັບ​ອັກຄະສາວົກ​ໂປໂລ​ທີ່​ບອກ​ວ່າ: ‘ພວກ​ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ຢາກ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສຸກ.’—2 ກຣ. 1:24