ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 50

ໃຫ້​ຟັງ​ສຽງ​ຂອງ​ຜູ້​ລ້ຽງ​ແກະ

ໃຫ້​ຟັງ​ສຽງ​ຂອງ​ຜູ້​ລ້ຽງ​ແກະ

“ແກະ​ເຫຼົ່າ​ນັ້ນ​ຈະ​ຟັງ​ສຽງ​ຂອງ​ຂ້ອຍ.”—ຢຮ. 10:16

ເພງ 3 ເປັນ​ກຳລັງ ຄວາມ​ຫວັງ ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ປຽບ​ທຽບ​ພວກ​ລູກສິດ​ເປັນ​ຄື​ກັບ​ແກະ?

ພະ​ເຢຊູ​ໄດ້​ປຽບ​ທຽບ​ສາຍ​ສຳພັນ​ຂອງ​ເພິ່ນ​ກັບ​ພວກ​ລູກສິດ​ເປັນ​ຄື​ກັບ​ຄວາມ​ໃກ້​ຊິດ​ລະຫວ່າງ​ຜູ້​ລ້ຽງ​ແກະ​ກັບ​ໂຕ​ແກະ. (ຢຮ. 10:14) ການ​ປຽບ​ທຽບ​ນີ້​ເໝາະ​ສົມ​ຫຼາຍ​ ເພາະ​ໂຕ​ແກະ​ຈະ​ຮູ້ຈັກ​ຜູ້​ລ້ຽງ​ແກະ​ແລະ​ຟັງ​ສຽງ​ຂອງ​ລາວ. ນັກ​ທ່ອງ​ທ່ຽວ​ຜູ້​ໜຶ່ງ​ທີ່​ເຄີຍ​ເຫັນ​ເຫດການ​ນີ້​ເລົ່າ​ວ່າ: “ເຮົາ​ຢາກ​ຖ່າຍ​ວິດີໂອ​ໂຕ​ແກະ​ແລະ​ພະຍາຍາມ​ເອີ້ນ​ມັນ​ມາ​ຫາ​ເຮົາ. ແຕ່​ມັນ​ກໍ​ບໍ່​ມາ​ເລີຍ ເພາະ​ມັນ​ບໍ່​ຮູ້ຈັກ​ສຽງ​ຂອງ​ເຮົາ. ແຕ່​ເມື່ອ​ເດັກ​ນ້ອຍ​ຜູ້​ໜຶ່ງ​ທີ່​ເປັນ​ຄົນ​ລ້ຽງ​ແກະ​ຍ່າງ​ມາ​ເອີ້ນ​ແກະ ພວກ​ມັນ​ກໍ​ຍ່າງ​ຕາມ​ລາວ​ໄປ​ເລີຍ.”

2-3. (ກ) ລູກສິດ​ຂອງ​ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ຟັງ​ສຽງ​ຂອງ​ເພິ່ນ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ?

2 ປະສົບການ​ຂອງ​ນັກ​ທ່ອງ​ທ່ຽວ​ຄົນ​ນັ້ນ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ເວົ້າ​ເຖິງ​ແກະເຊິ່ງ​ກໍ​ຄື​ລູກສິດ​ຂອງ​ເພິ່ນ. ເພິ່ນ​ບອກ​ວ່າ: “ແກະ​ເຫຼົ່າ​ນັ້ນ​ຈະ​ຟັງ​ສຽງ​ຂອງ​ຂ້ອຍ.” (ຢຮ. 10:16) ແຕ່​ຕອນ​ນີ້​ພະ​ເຢຊູ​ຢູ່​ເທິງ​ສະຫວັນ. ແລ້ວ​ເຮົາ​ຈະ​ຟັງ​ສຽງ​ເພິ່ນ​ໄດ້​ແນວ​ໃດ? ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ເຮົາ​ຟັງ​ສຽງ​ຂອງ​ພະ​ເຢຊູ​ກໍ​ໂດຍ​ການ​ເຮັດ​ຕາມ​ຄຳ​ສອນ​ຂອງ​ເພິ່ນ.—ມທ. 7:24, 25

3 ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ຄຳ​ສອນ​ບາງ​ຢ່າງ​ຂອງ​ພະ​ເຢຊູ. ເຮົາ​ຈະ​ເບິ່ງ​ບາງ​ສິ່ງ​ທີ່​ເພິ່ນ​ສອນ​ວ່າ​ບໍ່​ຄວນ​ເຮັດ ແລະ​ບາງ​ສິ່ງ​ທີ່​ຄວນ​ເຮັດ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ສອງ​ສິ່ງ​ທີ່​ພະ​ເຢຊູ​ບອກ​ເຮົາ​ໃຫ້​ເຊົາ​ເຮັດ.

“ຢ່າ​ອຸກ​ໃຈ​ຫຼາຍ​ເກີນ​ໄປ”

4. ຕາມ​ລູກາ 12:29 ສິ່ງ​ໃດ​ອາດ​ເຮັດ​ໃຫ້​ເຮົາ “ອຸກ​ໃຈ​ຫຼາຍ​ເກີນ​ໄປ”?

4 ອ່ານ​ລູກາ 12:29. ພະ​ເຢຊູ​ເຕືອນ​ພວກ​ລູກສິດ​ວ່າ: “ຢ່າ​ອຸກ​ໃຈ​ຫຼາຍ​ເກີນ​ໄປ” ກັບ​ສິ່ງ​ຈຳເປັນ​ໃນ​ຊີວິດ. ເຮົາ​ຮູ້​ວ່າ​ຄຳ​ສອນ​ຂອງ​ພະ​ເຢຊູ​ດີ​ທີ່​ສຸດ​ແລະ​ເປັນ​ປະໂຫຍດ​ຕໍ່​ເຮົາ​ສະເໝີ. ແລ້ວ​ເຮົາ​ກໍ​ຢາກ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ ແຕ່​ບາງ​ເທື່ອ​ມັນ​ກໍ​ຍາກ​ທີ່​ຈະ​ເຮັດ​ຕາມ ຍ້ອນ​ຫຍັງ?

5. ເປັນ​ຫຍັງ​ບາງ​ຄົນ​ອາດ​ຈະ​ອຸກ​ໃຈ​ກັບ​ສິ່ງ​ຈຳເປັນ​ໃນ​ຊີວິດ?

 5 ບາງ​ຄົນ​ອາດ​ຈະ​ອຸກ​ໃຈ​ກັບ​ສິ່ງ​ຈຳເປັນ​ໃນ​ຊີວິດ​ເຊັ່ນ: ອາຫານ ເຄື່ອງ​ນຸ່ງ ແລະ​ບ່ອນ​ຢູ່​ອາໄສ. ເຂົາ​ເຈົ້າ​ອາດ​ຢູ່​ໃນ​ປະເທດ​ທີ່​ເສດຖະກິດ​ບໍ່​ດີ​ເຊິ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະ​ຫາ​ລ້ຽງ​ຄອບຄົວ. ສ່ວນ​ບາງ​ຄົນ ຜູ້​ທີ່​ຫາ​ລ້ຽງ​ຄອບຄົວ​ກໍ​ຕາຍ​ຈາກ​ໄປ​ເຊິ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະ​ຫາ​ສິ່ງ​ຈຳເປັນ. ແລະ​ໃນ​ຊ່ວງ​ທີ່​ມີການ​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ-19 ອາດ​ຈະ​ເຮັດ​ໃຫ້​ບາງ​ຄົນ​ຕົກ​ວຽກ​ຫຼື​ຫາ​ວຽກ​ຍາກ. (ຜູ້ປ. 9:11) ຖ້າ​ເຮົາ​ເຈິ​ບັນຫາ​ແບບ​ນີ້​ຫຼື​ບັນຫາ​ອື່ນ ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢຊູ​ແນວ​ໃດ​ທີ່​ບອກ​ເຮົາ​ບໍ່​ໃຫ້​ ອຸກ​ໃຈຫຼາຍ​ເກີນ​ໄປ?

ແທນ​ທີ່​ຈະ​ຈົມ​ຢູ່​ກັບ​ຄວາມ​ອຸກ​ໃຈ​ເລື່ອງ​ສິ່ງ​ຈຳເປັນ​ໃນ​ຊີວິດ ຂໍ​ໃຫ້​ເຮົາ​ໄວ້​ໃຈ​ພະ​ເຢໂຫວາ​ຕໍ່ໆໄປ (ເບິ່ງ​ຂໍ້ 6-8) *

6. ຂໍ​ໃຫ້​ເລົ່າ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເປໂຕ.

6 ມີ​ເທື່ອ​ໜຶ່ງ​ອັກຄະສາວົກ​ເປໂຕ​ແລະ​ອັກຄະສາວົກ​ຄົນ​ອື່ນໆຂີ່​ເຮືອ​ຢູ່​ທະເລ​ຄາລີເລ​ຕອນ​ທີ່​ມີ​ພາຍຸ. ແລ້ວ​ເຂົາ​ເຈົ້າ​ກໍ​ເຫັນ​ພະ​ເຢຊູ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ. ເປໂຕ​ກໍ​ເລີຍ​ເວົ້າ​ວ່າ: “ອາຈານ ຖ້າ​ເປັນ​ທ່ານ​ແທ້ໆ ຂໍ​ໃຫ້​ຂ້ອຍ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ທ່ານ​ໄດ້​ບໍ?” ຫຼັງ​ຈາກ​ທີ່​ພະ​ເຢຊູ​ບອກ​ລາວ​ວ່າ “ມາ​ແມະ!” ເປໂຕ​ກໍ​ອອກ​ຈາກ​ເຮືອ​ແລ້ວ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ໄປ​ຫາ​ເພິ່ນ.” ແຕ່​ຕໍ່​ຈາກ​ນັ້ນ​ເກີດ​ຫຍັງ​ຂຶ້ນ? ເມື່ອ​ເປໂຕ​ແນມ​ເບິ່ງ​ພາຍຸ “ລາວ​ກໍ​ຢ້ານ​ແລະ​ເລີ່ມ​ຈະ​ຈົມ​ນ້ຳ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ: ‘ອາຈານ ຊ່ວຍ​ຂ້ອຍ​ແດ່!’” ແລ້ວ​ພະ​ເຢຊູ​ກໍ​ຍື່ນ​ມື​ມາ​ຊ່ວຍ​ລາວ. ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຈື່​ໄວ້​ວ່າ​ເປໂຕ​ສາມາດ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ທີ່​ປັ່ນປ່ວນ​ໄດ້​ເມື່ອ​ລາວ​ເບິ່ງ​ໄປ​ທີ່​ພະ​ເຢຊູ. ແຕ່​ເມື່ອ​ລາວ​ແນມ​ເບິ່ງ​ພາຍຸ ລາວ​ກໍ​ຮູ້ສຶກ​ຢ້ານ​ຫຼາຍ​ແລະ​ເລີ່ມ​ຈົມ​ນ້ຳ.—ມທ. 14:24-31

7. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ເປໂຕ?

7 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ເປໂຕ? ຕອນ​ທີ່​ເປໂຕ​ອອກ​ຈາກ​ເຮືອ​ແລະ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ ລາວ​ບໍ່​ໄດ້​ຄິດ​ວ່າ​ລາວ​ຊິ​ຢ້ານ​ພາຍຸ​ແລະ​ຈົມ​ນ້ຳ ເພາະ​ລາວ​ຄິດ​ແຕ່​ວ່າ​ລາວ​ຊິ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ໄປ​ຫາ​ພະ​ເຢຊູ. ແຕ່​ໃນ​ທີ່​ສຸດ​ເປໂຕ​ກໍ​ຈົມ​ນ້ຳ​ເພາະ​ລາວ​ບໍ່​ໄດ້​ເບິ່ງ​ໄປ​ທີ່​ພະ​ເຢຊູ. ເປໂຕ​ຕ້ອງ​ມີ​ຄວາມ​ເຊື່ອ​ເພື່ອ​ຈະ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ໄດ້ ຄ້າຍ​ຄື​ກັນ​ໃນ​ທຸກ​ມື້​ນີ້​ເຮົາ​ເອງ​ກໍ​ຕ້ອງ​ມີ​ຄວາມ​ເຊື່ອ​ເພື່ອ​ຈະ​ອົດ​ທົນ​ກັບ​ບັນຫາ​ຕ່າງໆ. ຖ້າ​ເຮົາ​ບໍ່​ໄດ້​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ແລະ​ຄຳ​ສັນຍາ​ຂອງ​ເພິ່ນ ເຮົາ​ກໍ​ຈະ​ມີ​ຄວາມ​ເຊື່ອ​ອ່ອນ​ລົງ​ແລະ​ເລີ່ມ​ອຸກ​ໃຈ​ກັບ​ຊີວິດ. ແຕ່​ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ແບບ​ໃດ ຂໍ​ໃຫ້​ເຮົາ​ຄິດ​ເຖິງ​ພະ​ເຢໂຫວາ​ແລະ​ຈື່​ໄວ້​ວ່າ​ເພິ່ນ​ສາມາດ​ຊ່ວຍ​ເຮົາ​ໄດ້. ແຕ່​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

8. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ອຸກ​ໃຈ​ຫຼາຍ​ເກີນ​ໄປ​ກັບ​ສິ່ງ​ຈຳເປັນ​ໃນ​ຊີ​ວິດ?

8 ມັນ​ຈະ​ດີ​ກວ່າ​ຖ້າ​ເຮົາ​ໄວ້​ໃຈ​ພະ​ເຢໂຫວາ​ແທນ​ທີ່​ຈະ​ອຸກ​ໃຈ​ກັບ​ບັນຫາ​ຕ່າງໆໃນ​ຊີວິດ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ສັນຍາ​ວ່າ​ຖ້າ​ເຮົາ​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ເພິ່ນ​ກໍ​ຈະ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ. (ມທ. 6:32, 33) ແລະ​ເພິ່ນ​ກໍ​ເຮັດ​ຕາມ​ທີ່​ເພິ່ນ​ສັນຍາ​ມາ​ຕະຫຼອດ. (ບັນຍັດ. 8:4, 15, 16; ເພງ. 37:25) ຖ້າ​ພະ​ເຢໂຫວາ​ເບິ່ງ​ແຍງ​ນົກ​ແລະ​ດອກ​ໄມ້ ເຮົາ​ກໍ​ບໍ່​ຕ້ອງ​ກັງວົນ​ວ່າ​ເຮົາ​ຊິ​ມີ​ອາຫານ​ກິນ​ຫຼື​ມີ​ເຄື່ອງ​ນຸ່ງ​ບໍ່! (ມທ. 6:26-30; ຟລປ. 4:6, 7) ຄື​ກັບ​ທີ່​ຄວາມ​ຮັກ​ກະຕຸ້ນ​ພໍ່​ແມ່​ໃຫ້​ເບິ່ງ​ແຍງ​ລູກ​ໃຫ້​ມີ​ສິ່ງ​ຈຳເປັນ ຄວາມ​ຮັກ​ກໍ​ຈະ​ກະຕຸ້ນ​ພະ​ເຢໂຫວາ​ໃຫ້​ເບິ່ງ​ແຍງ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ມີ​ສິ່ງ​ຈຳເປັນ​ຄື​ກັນ. ດັ່ງ​ນັ້ນ ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຮົາ​ແທ້ໆ!

9. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ຄູ່​ໜຶ່ງ?

9 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ໜຶ່ງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ. ພີ່ນ້ອງ​ຄູ່​ໜຶ່ງ​ທີ່​ຮັບໃຊ້​ເຕັມ​ເວລາ​ໄດ້​ຂີ່​ລົດ​ເກົ່າໆເພື່ອ​ໄປ​ຮັບ​ພີ່ນ້ອງ​ຢູ່​ສູນ​ອົບພະຍົບ​ເພື່ອ​ຈະ​ໄປ​ປະຊຸມ. ຜູ້​ເປັນ​ຜົວ​ເລົ່າ​ວ່າ: “ຫຼັງ​ຈາກ​ທີ່​ປະຊຸມ​ແລ້ວ ເຮົາ​ໄດ້​ຊວນ​ພີ່ນ້ອງ​ເຫຼົ່າ​ນີ້​ມາ​ກິນ​ເຂົ້າ​ນຳ​ກັນ​ຢູ່​ເຮືອນ. ແຕ່​ເຮົາ​ກໍ​ຄິດ​ໄດ້​ວ່າ​ເຮົາ​ບໍ່​ມີ​ອາຫານ​ເພື່ອ​ເຂົາ​ເຈົ້າ​ເລີຍ!” ແລ້ວ​ພີ່ນ້ອງ​ຄູ່​ນີ້​ເຮັດ​ແນວ​ໃດ? ຜູ້​ເປັນ​ຜົວ​ເລົ່າ​ຕໍ່​ວ່າ: “ເມື່ອ​ກັບ​ມາ​ຮອດ​ເຮືອນ ເຮົາ​ໄດ້​ເຫັນ​ອາຫານ​ສອງ​ຖົງ​ບັກ​ໃຫຍ່ໆປະ​ໄວ້​ໜ້າ​ປະຕູ. ເຮົາ​ບໍ່​ຮູ້​ເລີຍ​ວ່າ​ໃຜ​ເອົາ​ມາ​ປະ​ໄວ້​ນີ້. ພະ​ເຢໂຫວາ​ເບິ່ງ​ແຍງ​ເຮົາ​ແທ້ໆ.” ຕໍ່​ມາ ລົດ​ຂອງ​ເຂົາ​ເຈົ້າ​ກໍ​ເພ. ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ​ລົດ​ເພື່ອ​ຈະ​ໄປ​ປະກາດ​ໄດ້ ແຕ່​ເຂົາ​ເຈົ້າ​ບໍ່​ມີ​ເງິນ​ພໍ​ທີ່​ຈະ​ແປງ​ລົດ. ເຂົາ​ເຈົ້າ​ຈຶ່ງ​ເອົາ​ລົດ​ມາ​ເຂົ້າ​ອູ່​ເພື່ອ​ໃຫ້​ຊ່າງ​ກວດ​ເບິ່ງ​ວ່າ​ມັນ​ເພ​ຫຍັງ​ແດ່​ແລະ​ມີ​ຄ່າ​ໃຊ້​ຈ່າຍ​ເທົ່າ​ໃດ. ຈາກ​ນັ້ນ​ກໍ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຍ່າງ​ມາ​ຖາມ​ວ່າ: “ນີ້​ແມ່ນ​ລົດ​ໃຜ?” ພີ່ນ້ອງ​ຂອງ​ເຮົາ​ກໍ​ຕອບ​ວ່າ​ນີ້​ແມ່ນ​ລົດ​ລາວ ແຕ່​ວ່າ​ມັນ​ເພ. ຜູ້​ຊາຍ​ຄົນ​ນັ້ນ​ບອກ​ວ່າ: “ນັ້ນ​ບໍ່​ແມ່ນ​ປະເດັນ​ດອກ. ປະເດັນ​ຄື​ເມຍ​ຂ້ອຍ​ຢາກ​ໄດ້​ລົດ​ແບບ​ນີ້​ແລະ​ສີ​ນີ້​ເລີຍ. ເຈົ້າ​ຊິ​ຂາຍ​ບໍ ຊິ​ຂາຍ​ເທົ່າ​ໃດ?” ພີ່ນ້ອງ​ຈຶ່ງ​ໄດ້​ຂາຍ​ລົດ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ ແລະ​ມີ​ເງິນ​ພໍ​ທີ່​ຈະ​ຊື້​ລົດ​ຄັນ​ໃໝ່. ລາວ​ບອກ​ວ່າ: “ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ຈົນ​ບໍ່​ຮູ້​ວ່າ​ຊິ​ເວົ້າ​ແນວ​ໃດ. ເຮົາ​ໝັ້ນ​ໃຈ​ວ່າ​ນີ້​ບໍ່​ແມ່ນ​ເລື່ອງ​ບັງເອີນ ແຕ່​ເປັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ແທ້ໆ.”

10. ຕາມ​ຄຳເພງ 37:5 ຊ່ວຍ​ເຮົາ​ບໍ່​ໃຫ້​ອຸກ​ໃຈ​ກັບ​ສິ່ງ​ຈຳເປັນ​ແນວ​ໃດ?

10 ເມື່ອ​ເຮົາ​ຟັງ​ສຽງ​ຂອງ​ຜູ້​ລ້ຽງ​ແກະ​ແລະ​ບໍ່​ກັງວົນ​ຫຼາຍ​ເກີນ​ໄປ​ກັບ​ສິ່ງ​ຈຳເປັນ​ໃນ​ຊີວິດ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ. (ອ່ານ​ຄຳເພງ 37:5; 1 ປຕ. 5:7) ເມື່ອ​ຄິດ​ເຖິງ​ບັນຫາ​ຕ່າງໆທີ່​ເວົ້າ​ເຖິງ​ໃນ​ ຂໍ້ 5 ຈົນ​ຮອດ​ຕອນ​ນີ້​ເຮົາ​ເຫັນ​ໄດ້​ວ່າ ພະ​ເຢໂຫວາ​ອາດ​ຈະ​ໃຊ້​ຫົວ​ໜ້າ​ຄອບຄົວ​ຫຼື​ນາຍ​ຈ້າງ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ແຕ່​ລະ​ມື້. ແຕ່​ຖ້າ​ຫົວ​ໜ້າ​ຄອບຄົວ​ເຮັດ​ແບບ​ນັ້ນ​ບໍ່​ໄດ້​ຫຼື​ຖ້າ​ເຮົາ​ຕົກ​ວຽກ ພະ​ເຢໂຫວາ​ກໍ​ຈະ​ເບິ່ງ​ແຍງ​ເຮົາ​ໃນ​ທາງ​ອື່ນ. ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ນີ້​ໄດ້. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ອີກ​ສິ່ງ​ໜຶ່ງ​ທີ່​ຜູ້​ລ້ຽງ​ແກະ​ເຕືອນ​ເຮົາ​ໃຫ້​ເຊົາ ເຮັດ.

“ເຊົາ​ຕັດສິນ​ຄົນ​ອື່ນ”

ເຮົາ​ຈະ​ເຊົາ​ຕັດສິນ​ຄົນ​ອື່ນ​ໄດ້​ຖ້າ​ເຮົາ​ເບິ່ງ​ຈຸດ​ດີ​ໃນ​ໂຕ​ເຂົາ​ເຈົ້າ (ເບິ່ງ​ຂໍ້ 11, 14-16) *

11. ຕາມ​ມັດທາຍ 7:1, 2 ພະ​ເຢຊູ​ບອກ​ເຮົາ​ໃຫ້​ເຊົາ​ເຮັດ​ຫຍັງ ແລະ​ເປັນ​ຫຍັງ​ການ​ເຮັດ​ແບບ​ນີ້​ຈຶ່ງ​ຍາກ?

11 ອ່ານ​ມັດທາຍ 7:1, 2. ພະ​ເຢຊູ​ຮູ້​ວ່າ​ຄົນ​ທີ່​ບໍ່​ສົມບູນ​ແບບ​ມັກ​ຈະ​ວິພາກ​ວິຈານ​ຄົນ​ອື່ນ. ນີ້​ເປັນ​ເຫດຜົນ​ທີ່​ເພິ່ນ​ບອກ​ວ່າ: “ໃຫ້​ເຊົາ ຕັດສິນ​ຄົນ​ອື່ນ.” ເຖິງ​ວ່າ​ເຮົາ​ຈະ​ພະຍາຍາມ​ທີ່​ຈະ​ບໍ່​ຕັດສິນ​ຄົນ​ອື່ນ ແຕ່​ເຮົາ​ກໍ​ຍັງ​ເຮັດ​ຢູ່. ດັ່ງ​ນັ້ນ ຖ້າ​ເຮົາ​ຮູ້ສຶກ​ວ່າ​ຕົວ​ເອງ​ກຳລັງ​ວິພາກ​ວິຈານ​ຄົນ​ອື່ນ ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ? ໃຫ້​ເຮົາ​ຟັງ​ສຽງ​ຂອງ​ພະ​ເຢຊູ​ແລະ​ພະຍາຍາມ​ທີ່​ຈະ​ບໍ່ ຕັດສິນຄົນ​ອື່ນ.

12-13. ການ​ຄິດ​ຕຶກຕອງ​ເລື່ອງ​ທີ່​ພະ​ເຢໂຫວາ​ເບິ່ງ​ດາວິດ​ຊ່ວຍ​ເຮົາ​ໃຫ້​ເຊົາ​ຕັດສິນ​ຄົນ​ອື່ນ​ແນວ​ໃດ?

12 ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຄິດ​ຕຶກຕອງ​ເລື່ອງ​ທີ່​ພະ​ເຢໂຫວາ​ເຮັດ. ພະ​ເຢໂຫວາ​ເບິ່ງ​ຈຸດ​ດີ​ໃນໂຕ​ເຮົາ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ກະສັດ​ດາວິດ. ດາວິດ​ໄດ້​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ​ຢ່າງ ເຊັ່ນ: ລາວ​ເຮັດ​ຜິດສິນລະທຳ​ກັບ​ບາດເຊບາ​ແລະ​ເຖິງ​ຂັ້ນ​ຂ້າ​ຜົວ​ຂອງ​ບາດເຊບາ​ນຳ. (2 ຊາມ. 11:2-4, 14, 15, 24) ນີ້​ບໍ່​ໄດ້​ເຮັດ​ໃຫ້​ດາວິດ​ເສຍໃຈຜູ້​ດຽວ ແຕ່​ຍັງ​ເຮັດ​ໃຫ້​ຄອບຄົວ​ເຊິ່ງ​ລວມ​ເຖິງ​ເມຍ​ຄົນ​ອື່ນໆຂອງ​ລາວ​ເສຍໃຈ​ນຳ. (2 ຊາມ. 12:10, 11) ແລະ​ມີ​ອີກ​ເທື່ອ​ໜຶ່ງ​ທີ່​ດາວິດ​ບໍ່​ໄດ້​ໄວ້​ໃຈ​ພະ​ເຢໂຫວາ​ໂດຍ​ນັບ​ຈຳນວນ​ທະຫານ ເຊິ່ງ​ພະ​ເຢໂຫວາ​ບໍ່​ໄດ້​ສັ່ງ​ລາວ​ໃຫ້​ເຮັດ​ແບບ​ນັ້ນ. ລາວ​ອາດ​ຈະ​ເຮັດ​ແບບ​ນີ້ຍ້ອນ​ລາວ​ພູມ​ໃຈ​ທີ່​ຕົວ​ເອງ​ມີ​ກອງທັບ​ໃຫຍ່. ແລ້ວ​ຜົນ​ເປັນ​ແນວ​ໃດ? ນີ້​ໄດ້​ເຮັດ​ໃຫ້​ຄົນ​ອິດສະຣາເອນ 70.000 ຄົນ​ຕາຍ​ຍ້ອນ​ໂລກ​ລະ​ບາດ!—2 ຊາມ. 24:1-4, 10-15

13 ຖ້າ​ເຈົ້າ​ຢູ່​ກັບ​ຊາວ​ອິດສະຣາເອນ​ໃນ​ຕອນ​ນັ້ນ ເຈົ້າ​ຈະ​ເບິ່ງ​ດາວິດ​ແນວ​ໃດ? ເຈົ້າ​ຈະ​ຄິດ​ວ່າ​ລາວ​ບໍ່​ສົມຄວນ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພະ​ເຢໂຫວາ​ບໍ? ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ເບິ່ງ​ລາວ​ແບບ​ນັ້ນ. ເພິ່ນ​ເຫັນ​ວ່າ​ດາວິດ​ເປັນ​ຄົນ​ສັດ​ຊື່​ແລະ​ກັບ​ໃຈ​ແທ້ໆ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ໄດ້​ໃຫ້​ອະໄພ​ດາວິດ​ເຖິງ​ວ່າ ​ລາວ​ຈະ​ເຮັດ​ຜິດ​ຮ້າຍແຮງ​ກໍ​ຕາມ. ພະ​ເຢໂຫວາ​ຮູ້​ວ່າ​ດາວິດ​ຮັກ​ເພິ່ນ​ຫຼາຍ​ແທ້ໆແລະ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ແລ້ວ​ເຈົ້າ​ເດ ເຈົ້າເຫັນ​ຄ່າ​ທີ່​ພະ​ເຢໂຫວາ​ເບິ່ງ​ຈຸດ​ດີ​ໃນ​ຕົວ​ເຈົ້າ​ບໍ?—1 ກະ. 9:4; 1 ຂ່າວ. 29:10, 17

14. ສິ່ງ​ໃດ​ຊ່ວຍ​ຄລິດສະຕຽນ​ໃຫ້​ເຊົາ​ຕັດສິນ​ຄົນ​ອື່ນ?

14 ຖ້າ​ພະ​ເຢໂຫວາ​ບໍ່​ໄດ້​ຄາດ​ໝາຍ​ຄວາມ​ສົມບູນ​ແບບ​ຈາກ​ເຮົາ ເຮົາ​ກໍ​ບໍ່​ຄວນ​ຄາດ​ໝາຍ​ຄວາມ​ສົມບູນ​ແບບ​ຈາກ​ຄົນ​ອື່ນ ແລະ​ຄວນ​ຈະ​ເບິ່ງ​ຈຸດ​ດີ​ໃນ​ໂຕ​ເຂົາ​ເຈົ້າ​ນຳ. ມັນ​ງ່າຍ​ທີ່​ເຮົາ​ຈະ​ເຫັນ​ຂໍ້​ຜິດ​ພາດ​ຂອງ​ຄົນ​ອື່ນ​ແລະ​ຕຳໜິ​ເຂົາ​ເຈົ້າ. ແຕ່​ຄົນ​ທີ່​ຮຽນ​ແບບ​ພະ​ເຢໂຫວາ​ຈະ​ຍັງ​ເຮັດ​ດີ​ຕໍ່​ຄົນ​ເຫຼົ່າ​ນັ້ນ​ເຖິງ​ເຂົາ​ເຈົ້າ​ຈະ​ເຮັດ​ຜິດ​ພາດ​ກໍ​ຕາມ. ຄື​ກັບ​ເພັດ​ທີ່​ບໍ່​ທັນ​ໄດ້​ເຈຍລະໄນ​ອາດ​ຈະ​ເບິ່ງ​ບໍ່​ງາມ ແຕ່​ຄົນ​ທີ່​ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ຈະ​ບໍ່​ໄດ້​ເບິ່ງ​ເພັດ​ນັ້ນ​ແບບ​ຜິວເຜີນ ແຕ່​ເຂົາ​ເຈົ້າ​ຈະ​ເຫັນ​ວ່າ​ເພັດ​ນັ້ນ​ມີ​ຄ່າ​ຫຼາຍ​. ຄື​ກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ ເຮົາ​ເອງ​ກໍ​ຄວນ​ຈະ​ເບິ່ງ​ຈຸດ​ດີ​ໃນ​ໂຕ​ພີ່ນ້ອງ​ແທນ​ທີ່​ຈະ​ເບິ່ງ​ຂໍ້​ຜິດ​ພາດ​ໃນ​ໂຕ​ເຂົາ​ເຈົ້າ.

15. ການ​ຄິດ​ເຖິງ​ສະພາບການ​ຂອງ​ຄົນ​ອື່ນ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຕັດ​ສິນ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

15 ນອກ​ຈາກ​ຈະ​ເບິ່ງ​ຈຸດ​ດີ​ໃນ​ໂຕ​ຄົນ​ອື່ນ​ແລ້ວ ຍັງ​ມີ​ສິ່ງ​ໃດ​ອີກ​ທີ່​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຕັດສິນ​ຄົນ​ອື່ນ? ໃຫ້​ເຮົາ​ພະຍາຍາມ​ຄິດ​ເຖິງ​ສະພາບການ​ຂອງ​ເຂົາ​ເຈົ້າ. ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ຂອງ​ພະ​ເຢຊູ. ມື້​ໜຶ່ງ​ຕອນ​ທີ່​ເພິ່ນ​ໄປ​ວິຫານ ເພິ່ນ​ໄດ້​ເຫັນ​ແມ່​ໝ້າຍ​ທີ່​ທຸກ​ຍາກ​ປ່ອນ​ເງິນ​ສອງ​ຫຼຽນ​ທີ່​ມີ​ຄ່າ​ໜ້ອຍ​ລົງ​ກ່ອງ​ບໍລິຈາກ. ເພິ່ນ​ບໍ່​ໄດ້​ຄິດ​ວ່າ: “ເປັນ​ຫຍັງ​ລາວ​ຄື​ບໍ່​ປ່ອນ​ຫຼາຍ​ກວ່າ​ນີ້?” ແທນ​ທີ່​ພະ​ເຢຊູ​ຈະ​ເບິ່ງ​ຈຳນວນ​ເງິນ​ທີ່​ແມ່​ໝ້າຍ​ບໍລິຈາກ ເພິ່ນ​ໄດ້​ເບິ່ງ​ໄປ​ທີ່​ແຮງ​ກະຕຸ້ນ​ແລະ​ສະພາບການ​ຂອງ​ລາວ ແລະ​ກໍ​ຊົມ​ເຊີຍ​ລາວ​ທີ່​ໄດ້​ໃຫ້​ທຸກ​ສິ່ງ​ທີ່​ລາວ​ມີ.—ລກ. 21:1-4

16. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ເວໂຣນິກາ?

16 ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ເວໂຣນິກາ​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ຄິດ​ເຖິງ​ສະພາບການ​ຂອງ​ຄົນ​ອື່ນ. ພີ່ນ້ອງ​ເວໂຣນິກາ​ຮັບໃຊ້​ໃນ​ປະຊາຄົມ​ທີ່​ມີ​ພີ່ນ້ອງ​ຍິງ​ເຊິ່ງ​ເປັນ​ແມ່​ລ້ຽງ​ດ່ຽວ​ແລະ​ລ້ຽງ​ລູກ​ຊາຍ​ຜູ້​ດຽວ. ເວໂຣນິກາ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ບໍ່​ຄ່ອຍ​ມາ​ປະຊຸມ​ແລະ​ປະກາດ​ເປັນ​ປະຈຳ. ຍ້ອນ​ແນວ​ນີ້​ຂ້ອຍ​ຈຶ່ງ​ເບິ່ງ​ເຂົາ​ເຈົ້າ​ໃນ​ແງ່​ລົບ. ແຕ່​ເມື່ອ​ຂ້ອຍ​ໄດ້​ໄປ​ປະກາດ​ກັບ​ຜູ້​ທີ່​ເປັນ​ແມ່ ລາວ​ກໍ​ອະທິບາຍ​ໃຫ້​ຂ້ອຍ​ຟັງ​ວ່າ​ຊີວິດ​ລາວ​ຫຍຸ້ງ​ຍາກ​ຫຼາຍ​ເພາະ​ລູກ​ຊາຍ​ລາວ​ເປັນ​ໂລກ​ຈິດ​ຊະນິດ​ໜຶ່ງ. ແລະ​ລາວ​ກໍ​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ເພື່ອ​ຈະ​ເບິ່ງ​ແຍງ​ຄອບຄົວ​ທາງ​ດ້ານ​ຮ່າງກາຍ​ແລະ​ທາງ​ດ້ານ​ຄວາມ​ເຊື່ອ. ບາງ​ເທື່ອ​ເມື່ອ​ລູກ​ລາວ​ບໍ່​ສະບາຍ ລາວ​ກໍ​ຕ້ອງ​ໄດ້​ໄປ​ປະຊຸມ​ກັບ​ປະຊາຄົມ​ອື່ນ.” ເວໂຣນິກາ​ບອກ​ວ່າ: “ຂ້ອຍ​ບໍ່​ເຄີຍ​ຮູ້​ເລີຍ​ວ່າ​ຊີວິດ​ລາວ​ຊິ​ຫຍຸ້ງຍາກ​ຫຼາຍ​ປານ​ນີ້. ຕອນ​ນີ້​ຂ້ອຍ​ຮູ້ສຶກ​ເຫັນ​ຄ່າ​ແລະ​ນັບຖື​ພີ່ນ້ອງ​ຍິງ​ຄົນ​ນີ້​ຫຼາຍ​ແທ້ໆທີ່​ລາວ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ.”

17. ຢາໂກໂບ 2:8 ບອກ​ເຮົາ​ໃຫ້​ເຮັດ​ຫຍັງ ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

17 ຖ້າ​ເຮົາ​ຮູ້ສຶກ​ວ່າ​ຕົວ​ເອງ​ກຳລັງ​ຕັດສິນ​ພີ່ນ້ອງ ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ? ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ເຮົາ​ຕ້ອງ​ຮັກ​ເຂົາ​ເຈົ້າ. (ອ່ານ​ຢາໂກໂບ 2:8) ນອກ​ຈາກ​ນັ້ນ ເຮົາ​ຄວນ​ຈະ​ອະທິດຖານ​ເຖິງ​ພະ​ເຢໂຫວາ ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ເຊົາ​ຕັດສິນ​ພີ່ນ້ອງ. ແລ້ວ​ເຮົາ​ກໍ​ຄວນ​ຈະ​ເຮັດ​ໃຫ້​ສອດຄ່ອງ​ກັບ​ຄຳ​ອະທິດຖານ​ນັ້ນ​ໂດຍ​ໃຊ້​ເວລາ​ກັບ​ພີ່ນ້ອງ​ທີ່​ເຮົາ​ມັກ​ເບິ່ງ​ໃນ​ແງ່​ລົບ. ເຮົາ​ອາດ​ຈະ​ຊວນ​ເຂົາ​ເຈົ້າ​ໄປ​ປະກາດ​ຫຼື​ກິນ​ເຂົ້າ​ນຳ​ກັນ ເພາະ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ພີ່ນ້ອງ​ດີ​ຂຶ້ນ. ເມື່ອ​ເຮົາ​ຮູ້ຈັກ​ພີ່ນ້ອງ​ດີ​ຂຶ້ນ ເຮົາ​ກໍ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄດ້​ໂດຍ​ເບິ່ງ​ຈຸດ​ດີ​ໃນ​ໂຕ​ເຂົາ​ເຈົ້າ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ກຳລັງ​ຟັງ​ສຽງ​ຂອງ​ຜູ້​ລ້ຽງ​ແກະ​ທີ່​ບອກ​ໃຫ້​ເຮົາ​ເຊົາ​ ຕັດສິນຄົນ​ອື່ນ.

18. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຟັງ​ສຽງ​ຂອງ​ຜູ້​ລ້ຽງ​ແກະ?

18 ຄື​ກັບ​ແກະ​ທີ່​ຟັງ​ສຽງ​ຂອງ​ຜູ້​ລ້ຽງ ລູກສິດ​ຂອງ​ພະ​ເຢຊູ​ກໍ​ຈະ​ຟັງ​ສຽງ​ຂອງ​ເພິ່ນ​ຄື​ກັນ. ຖ້າ​ເຮົາ​ພະຍາຍາມ​ທີ່​ຈະ​ບໍ່​ອຸກ​ໃຈ​ຫຼາຍ​ເກີນ​ໄປ​ກັບ​ສິ່ງ​ຈຳເປັນ​ແລະ​ເຊົາ​ຕັດສິນ​ຄົນ​ອື່ນ ພະ​ເຢໂຫວາ​ແລະ​ພະ​ເຢຊູ​ກໍ​ຈະ​ອວຍ​ພອນ​ເຮົາ. ບໍ່​ວ່າ​ເຮົາ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ “ແກະ​ຝູງ​ນ້ອຍ” ຫຼື “ແກະ​ອື່ນ” ກໍ​ຂໍ​ໃຫ້​ເຮົາ​ພະຍາຍາມ​ທີ່​ຈະ​ຟັງ​ແລະ​ເຮັດ​ຕາມ​ສຽງ​ຂອງ​ຜູ້​ລ້ຽງ​ແກະ​ຕໍ່ໆໄປ. (ລກ. 12:32; ຢຮ. 10:11, 14, 16) ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ສອງ​ສິ່ງ​ທີ່​ພະ​ເຢຊູ​ບອກ​ໃຫ້​ເຮົາ​ເຮັດ.

ເພງ 101 ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ

^ ຂໍ້ 5 ເມື່ອ​ພະ​ເຢຊູ​ບອກ​ວ່າ​ແກະ​ຂອງ​ເພິ່ນ​ກໍ​ຈະ​ຟັງ​ສຽງ​ເພິ່ນ ເພິ່ນ​ໝາຍ​ຄວາມ​ວ່າ​ພວກ​ລູກສິດ​ຈະ​ຟັງ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ສອນ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ຄຳ​ສອນ​ຂອງ​ພະ​ເຢຊູ​ສອງ​ຢ່າງ​ຄື ໃຫ້​ເຊົາ​ອຸກ​ໃຈ​ກັບ​ສິ່ງ​ຈຳເປັນ​ໃນ​ຊີວິດ​ແລະ​ໃຫ້​ເຊົາ​ຕັດສິນ​ຄົນ​ອື່ນ. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢຊູ​ສອນ​ໄດ້​ແນວ​ໃດ.

^ ຂໍ້ 51 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຕົກ​ວຽກ​ແລະ​ບໍ່​ມີ​ເງິນ​ພໍ​ທີ່​ຈະ​ຊື້​ສິ່ງ​ຈຳເປັນ​ໃຫ້​ຄອບຄົວ ແຖມ​ຍັງ​ຕ້ອງ​ຍ້າຍ​ເຮືອນ​ອີກ. ຖ້າ​ລາວ​ບໍ່​ລະວັງ ລາວ​ອາດ​ຈະ​ອຸກ​ໃຈ​ກັບ​ບັນຫາ​ແລະ​ບໍ່​ໄດ້​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

^ ຂໍ້ 53 ຄຳ​ອະທິບາຍ​ຮູບ​ພາບ: ເຖິງ​ວ່າ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຈະ​ມາ​ປະຊຸມ​ຊ້າ ແຕ່​ລາວ​ກໍ​ໄດ້​ເຮັດ​ສິ່ງ​ທີ່​ດີ​ເຊັ່ນ: ລາວ​ໄດ້​ປະກາດ​ແບບ​ບໍ່​ເປັນ​ທາງ​ການ ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ສູງ​ອາຍຸ ແລະ​ຊ່ວຍ​ເບິ່ງ​ແຍງ​ຫໍ​ປະຊຸມ.