ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 51

ໃຫ້ ‘ເຊື່ອ​ຟັງ​ພະ​ເຢຊູ’ ຕໍ່ໆ​ໄປ

ໃຫ້ ‘ເຊື່ອ​ຟັງ​ພະ​ເຢຊູ’ ຕໍ່ໆ​ໄປ

“ນີ້​ຄື​ລູກ​ຮັກ​ຂອງ​ເຮົາ ເຮົາ​ພໍ​ໃຈ​ໃນ​ຕົວ​ລາວ​ຫຼາຍ. ພວກ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ລາວ.”—ມທ. 17:5

ເພງ 54 ທາງ​ເສັ້ນ​ນີ້​ແຫຼະ

ໃຈ​ຄວາມ​ສຳຄັນ *

1-2. (ກ) ອັກຄະສາວົກ​ສາມ​ຄົນ​ຂອງ​ພະ​ເຢຊູ​ຖືກ​ສັ່ງ​ໃຫ້​ເຮັດ​ຫຍັງ ແລະ​ເຂົາ​ເຈົ້າ​ເຮັດ​ແນວ​ໃດ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ຫຼັງ​ຈາກ​ທີ່​ສະຫຼອງ​ປັດສະຄາ​ປີ ຄ.ສ 32 ແລ້ວໆ ອັກຄະສາວົກ​ເປໂຕ ຢາໂກໂບ ແລະ​ໂຢຮັນ​ກໍ​ໄດ້​ເຫັນ​ນິມິດ​ທີ່​ໜ້າ​ປະທັບ​ໃຈ. ຕອນ​ທີ່​ເຂົາ​ເຈົ້າ​ຢູ່​ເທິງ​ພູ​ສູງໆເຊິ່ງ​ອາດ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ພູ​ເຫເຣໂມນ ລັກສະນະ​ຂອງ​ພະ​ເຢຊູ​ກໍ​ໄດ້​ປ່ຽນ​ໄປ​ຕໍ່​ໜ້າ ເຂົາເຈົ້າ “ໜ້າ​ຂອງ​ເພິ່ນ​ເປັ່ງ​ແສງ​ຄື​ກັບ​ດວງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ເພິ່ນ​ກໍ​ຂາວ​ເຈີດ​ຈ້າ.” (ມທ. 17:1-4) ຕອນ​ທີ່​ນິມິດ​ນັ້ນ​ໃກ້​ຈະ​ຫາຍ​ໄປ ພວກ​ອັກຄະສາວົກ​ໄດ້​ຍິນ​ສຽງ​ຂອງ​ພະເຈົ້າ​ທີ່​ບອກ​ວ່າ: “ນີ້​ຄື​ລູກ​ຮັກ​ຂອງ​ເຮົາ ເຮົາ​ພໍ​ໃຈ​ໃນ​ຕົວ​ລາວ​ຫຼາຍ. ພວກ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ລາວ.” (ມທ. 17:5) ອັກຄະສາວົກ​ທັງ​ສາມ​ຄົນ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ເຊື່ອ​ຟັງ​ພະ​ເຢຊູ​ໂດຍ​ວິທີທີ່ ເຂົາ​ເຈົ້າໃຊ້​ຊີວິດ. ເຮົາ​ຄວນ​ຮຽນ​ແບບ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ.

2 ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ການ​ຟັງ​ສຽງ​ຂອງ​ພະ​ເຢຊູ​ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ເຊົາ​ເຮັດ ບາງ​ຢ່າງ. ແລະ​ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ພະ​ເຢຊູ​ເວົ້າ​ເຖິງ​ສອງ​ຢ່າງ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ເຮັດ.

“ໃຫ້​ເຈົ້າ​ເຂົ້າ​ໄປ​ທາງ​ປະຕູ​ແຄບ”

3. ຕາມ​ມັດທາຍ 7:13, 14 ເຮົາ​ຄວນ​ເຮັດ​ຫຍັງ?

3 ອ່ານ​ມັດທາຍ 7:13, 14. ຂໍ​ໃຫ້​ສັງເກດ​ວ່າ​ພະ​ເຢຊູ​ໄດ້​ເວົ້າ​ເຖິງທາງ ສອງ​ເສັ້ນ​ທີ່​ແຕກຕ່າງ​ກັນ. ທາງ​ໜຶ່ງ “ກວ້າງ​ໃຫຍ່” ແລະ​ອີກ​ທາງ​ໜຶ່ງ “ແຄບ” ບໍ່​ມີ​ທາງ​ທີ​ສາມ​ໃຫ້​ເລືອກ. ດັ່ງ​ນັ້ນ ເຮົາ​ຕ້ອງ​ເລືອກ​ເອງ​ວ່າ​ເຮົາ​ຈະ​ຍ່າງ​ຢູ່​ທາງ​ໃດ. ການ​ເລືອກ​ນີ້​ສຳຄັນ​ຫຼາຍເພາະ​ທາງ​ທີ່​ຈະ​ພາ​ໄປ​ເຖິງ​ຊີວິດ​ຕະຫຼອດ​ໄປ​ມີ​ພຽງ​ທາງ​ດຽວ​ເທົ່າ​ນັ້ນ.

4. ຂໍ​ໃຫ້​ອະທິບາຍ​ວ່າ​ທາງ​ກວ້າງ​ໃຫຍ່​ເປັນ​ແນວ​ໃດ.

4 ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ສອງ​ເສັ້ນ​ທາງ​ນີ້​ແຕກຕ່າງ​ກັນ​ຫຼາຍແທ້ໆ. ຄົນ​ສ່ວນ​ຫຼາຍເລືອກ​ເດີນ​ທາງທີ່ “ກວ້າງ​ໃຫຍ່” ຍ້ອນ​ມັນ​ໄປ​ງ່າຍ​ສະດວກ​ສະບາຍ ແລະ​ມີ​ຫຼາຍຄົນ​ເດີນ​ທາງ​ນີ້. ແຕ່​ໜ້າ​ເສຍດາຍ ເພາະ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ຊາຕານ​ໄດ້​ພະຍາຍາມ​ໃຫ້​ເຂົາ​ເຈົ້າ​ຢູ່ໃນ​ທາງ​ນີ້​ເຊິ່ງ​ເປັນ​ທາງ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ.—1 ກຣ. 6:9, 10; 1 ຢຮ. 5:19

5. ບາງ​ຄົນ​ໄດ້​ພະຍາຍາມ​ເຮັດ​ຫຍັງ​ເພື່ອ​ຈະ​ຢູ່​ໃນ​ທາງ​ແຄບ?

5 ຍັງ​ມີ​ອີກ​ທາງ​ໜຶ່ງ​ທີ່​ພະ​ເຢຊູ​ເວົ້າ​ເຖິງ​ນັ້ນ​ກໍ​ຄື “ທາງ​ແຄບ” ແລະ​ເພິ່ນ​ບອກ​ວ່າ​ຈະ​ມີ​ບໍ່​ເທົ່າ​ໃດ​ຄົນ​ທີ່​ພົບ​ທາງ​ນີ້. ຍ້ອນ​ຫຍັງ? ໃນ​ຂໍ້​ພະ​ຄຳພີ​ຕໍ່​ມາ ພະ​ເຢຊູ​ເຕືອນ​ພວກ​ລູກສິດ​ໃຫ້​ລະວັງ​ພວກ​ຜູ້​ພະຍາກອນ​ປອມ. (ມທ. 7:15) ບາງ​ຄົນ​ບອກ​ວ່າ ມີ​ຫຼາຍພັນ​ສາສະໜາ​ທີ່​ບອກ​ວ່າ​ຕົວ​ເອງ​ສອນ​ຄວາມ​ຈິງ. ຫຼາຍລ້ານ​ຄົນ​ຈຶ່ງ​ຮູ້ສຶກ​ສັບສົນ​ແລະ​ທໍ້​ໃຈ​ຈົນ​ເຊົາ​ຊອກ​ຫາ​ທາງ​ທີ່​ພາ​ໄປ​ເຖິງ​ຊີວິດ. ແຕ່​ເຂົາ​ເຈົ້າ​ສາມາດ​ພົບ​ທາງ​ນີ້​ໄດ້ ເພາະ​ພະ​ເຢຊູ​ບອກ​ວ່າ: “ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ທີ່​ຂ້ອຍ​ສອນ​ສະເໝີ ພວກ​ເຈົ້າ​ກໍ​ເປັນ​ລູກສິດ​ຂອງ​ຂ້ອຍ​ແທ້ໆ. ແລະ​ພວກ​ເຈົ້າ​ຈະ​ຮູ້ຈັກ​ຄວາມ​ຈິງ ແລ້ວ​ຄວາມ​ຈິງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ອິດ​ສະຫຼະ.” (ຢຮ. 8:31, 32) ໜ້າ​ຊົມ​ເຊີຍ​ຫຼາຍແທ້ໆທີ່​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄົນ​ສ່ວນ​ຫຼາຍ ແຕ່​ເຈົ້າ​ໄດ້​ຊອກ​ຫາ​ຄວາມ​ຈິງ ຕັ້ງ​ໃຈ​ສຶກສາ​ຄຳພີ​ໄບເບິນ​ເພື່ອ​ຈະ​ຮູ້​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ ແລະ​ເຈົ້າ​ໄດ້​ເຊື່ອ​ຟັງ​ຄຳ​ສອນ​ຂອງ​ພະ​ເຢຊູ. ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ສອນ​ຂອງ​ສາສະໜາ​ປອມ​ແລະ​ຢາກ​ໃຫ້​ເຮົາ​ເຊົາ​ເຂົ້າ​ຮ່ວມ​ພິທີ​ກຳ​ຫຼື​ການ​ສະຫຼອງ​ບຸນ​ຕ່າງໆທີ່​ມາ​ຈາກ​ສາສະໜາ​ປອມ ເຊິ່ງ​ການ​ເຮັດ​ແບບ​ນີ້​ບໍ່​ງ່າຍ​ເລີຍ. (ມທ. 10:34-36) ເຖິງ​ວ່າ​ການ​ປ່ຽນ​ແປງ​ຊີວິດ​ແບບ​ນີ້​ມັນ​ອາດ​ຈະ​ບໍ່​ງ່າຍ ແຕ່​ເຈົ້າ​ໄດ້​ພະຍາຍາມ​ປ່ຽນ​ແປງ​ຕົວ​ເອງ​ຍ້ອນ​ວ່າ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ. ເພິ່ນ​ຄື​ຊິ​ຮູ້ສຶກ​ດີ​ໃຈ​ແລະ​ພໍ​ໃຈ​ໃນ​ຕົວ​ເຈົ້າ​ຫຼາຍແທ້ໆ!—ສຸພາ. 27:11

ວິທີ​ທີ່​ຈະ​ຢູ່​ໃນ​ທາງ​ແຄບ

ຄຳ​ແນະນຳ​ແລະ​ຄຳ​ສອນ​ຂອງ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ຢູ່​ໃນ​ທາງ “ແຄບ” ຕໍ່ໆ​ໄປ (ເບິ່ງ​ຂໍ້ 6-8) *

6. ຕາມ​ຄຳເພງ 119:9, 10, 45, 133 ສິ່ງ​ໃດ​ຊ່ວຍ​ເຮົາ​ໃຫ້​ຢູ່​ໃນ​ທາງ​ແຄບ​ຕໍ່​ໄປ​ໄດ້?

6 ເມື່ອ​ເຮົາ​ເລີ່ມ​ເດີນ​ທາງ​ໃນ​ທາງ​ແຄບ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຢູ່​ໃນ​ທາງ​ນີ້​ຕໍ່​ໄປ​ໄດ້? ຂໍ​ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ນີ້: ໃນ​ທາງ​ແຄບໆທີ່​ລຽບ​ຕາມ​ພູເຂົາ​ຈະ​ມີ​ຮົ້ວ​ກັ້ນ​ຂອບ​ທາງ. ຮົ້ວ​ນີ້​ຈະ​ຊ່ວຍ​ປົກ​ປ້ອງ​ຜູ້​ຂັບ​ຂີ່​ບໍ່​ໃຫ້​ຂີ່​ໄປ​ໃກ້​ຂອບ​ທາງ​ຈົນ​ເກີນ​ໄປ ຫຼື​ຊ່ວຍ​ບໍ່​ໃຫ້​ຕົກ​ອອກ​ຈາກ​ຂອບ​ທາງ. ຄື​ຊິ​ບໍ່​ມີ​ໃຜ​ທີ່​ຈະ​ຈົ່ມ​ວ່າ ຮົ້ວ​ນີ້​ຈຳກັດ​ພື້ນ​ທີ່​ໂພດ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເດີນ​ທາງ​ບໍ່​ສະດວກ! ມາດຕະຖານ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ກໍ​ປຽບ​ຄື​ກັບ​ຮົ້ວ​ກັ້ນ​ຂອບ​ທາງ ເພາະ​ມັນ​ຈະ​ຊ່ວຍ​ເຮົາ​ໃຫ້​ຢູ່​ໃນ​ທາງ​ແຄບ​ຕໍ່​ໄປ​ໄດ້.—ອ່ານ​ຄຳເພງ 119:9, 10, 45, 133

7. ຜູ້​ທີ່​ຍັງ​ໜຸ່ມ​ຄວນ​ຈະ​ເບິ່ງ​ວ່າ​ທາງ​ແຄບ​ເປັນ​ແນວ​ໃດ?

7 ຜູ້​ທີ່​ຍັງ​ໜຸ່ມ ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ວ່າ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ເຄັ່ງ​ຄັດ​ໂພດ​ບໍ? ຊາຕານ​ຢາກ​ໃຫ້​ເຈົ້າ​ຮູ້ສຶກ​ແບບ​ນັ້ນ. ມັນ​ຢາກ​ໃຫ້​ເຈົ້າ​ອິດສາ​ຊີວິດ​ຂອງ​ຄົນ​ທີ່​ຢູ່​ໃນ​ທາງ​ກວ້າງ​ແລະ​ຄິດ​ວ່າ​ຊີວິດ​ນີ້​ຈະ​ມີ​ຄວາມ​ສຸກ​ຖ້າ​ໄດ້​ເຮັດ​ຄື​ກັບ​ໝູ່​ຢູ່​ໂຮງ​ຮຽນ​ຫຼື​ຄົນ​ອື່ນໆທີ່​ເຫັນ​ໃນ​ອິນເຕີເນັດ. ນອກ​ຈາກ​ນັ້ນ ຊາຕານ​ຍັງ​ຢາກ​ໃຫ້​ເຈົ້າ​ຄິດ​ວ່າ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ບໍ່​ມີ​ອິດ​ສະຫຼະ ແລະ​ບໍ່​ສາມາດ​ໃຊ້​ຊີວິດ​ໄດ້ຢ່າງ​ເຕັມທີ. * ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ ຊາຕານ​ບໍ່​ຢາກ​ໃຫ້​ຄົນ​ທີ່​ຢູ່​ໃນ​ທາງ​ຂອງ​ມັນ​ຮູ້​ວ່າ​ປາຍ​ທາງ​ນັ້ນ​ຈະ​ເປັນ​ແນວ​ໃດ. ກົງ​ກັນ​ຂ້າມ ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ຮູ້​ວ່າ​ຊີວິດ​ຈະ​ດີ​ຂະໜາດ​ໃດ​ຖ້າ​ຢູ່​ໃນ​ທາງ​ຂອງ​ເພິ່ນ.—ເພງ. 37:29; ເອຊາ. 35:5, 6; 65:21-23

8. ຜູ້​ທີ່​ຍັງ​ໜຸ່ມ ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ໂອລາບຟ໌?

8 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ໄວ​ລຸ້ນ​ຄົນ​ໜຶ່ງ​ທີ່​ຊື່​ໂອລາບຟ໌. * ໝູ່​ທີ່​ຢູ່​ໃນ​ໂຮງ​ຮຽນ​ກົດ​ດັນ​ລາວ​ໃຫ້​ເຮັດ​ຜິດສິນລະທຳ​ທາງ​ເພດ. ເມື່ອ​ລາວ​ອະທິບາຍ​ວ່າ​ພະຍານ​ພະ​ເຢໂຫວາ​ເຮັດ​ຕາມ​ຫຼັກ​ການ​ດ້ານ​ສິນລະທຳ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ ພວກ​ຜູ້​ຍິງ​ທີ່​ຢູ່​ໃນ​ຫ້ອງ​ຂອງ​ລາວ​ກໍ​ແຮ່ງ​ພະຍາຍາມ​ຍົວະ​ລາວ​ໃຫ້​ມີ​ເພດ​ສຳພັນ​ນຳ. ແຕ່​ລາວ​ໄດ້​ຢືນຢັດ​ໝັ້ນ​ຄົງ​ກັບ​ສິ່ງ​ທີ່​ຖືກຕ້ອງ. ໂອລາບຟ໌​ບໍ່​ໄດ້​ຖືກ​ກົດ​ດັນ​ພຽງ​ແຕ່​ເລື່ອງ​ດຽວ​ເທົ່າ​ນັ້ນ. ລາວ​ບອກ​ວ່າ: “ອາຈານ​ໄດ້​ກົດ​ດັນ​ຂ້ອຍ​ໃຫ້​ຮຽນ​ຕໍ່​ສູງໆເພື່ອ​ຈະ​ມີ​ໜ້າ​ມີ​ຕາ​ໃນ​ສັງຄົມ ແລະ​ເພິ່ນ​ບອກ​ວ່າ​ຖ້າ​ບໍ່​ເຮັດ​ແບບ​ນີ້ ຂ້ອຍ​ຈະ​ບໍ່​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ.” ສິ່ງ​ໃດ​ຊ່ວຍ​ໂອລາບຟ໌​ໃຫ້​ຕ້ານ​ທານ​ກັບ​ແຮງ​ກົດ​ດັນ​ເຫຼົ່າ​ນີ້​ໄດ້? ລາວ​ບອກ​ວ່າ: “ເປັນ​ຍ້ອນ​ວ່າ​ຂ້ອຍ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ. ເຂົາ​ເຈົ້າ​ເປັນ​ຄື​ກັບ​ຄົນ​ໃນ​ຄອບຄົວ​ຂອງ​ຂ້ອຍ​ເລີຍ. ນອກ​ຈາກ​ນັ້ນ ຂ້ອຍ​ໄດ້​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ຈິງ​ຈັງ​ຫຼາຍຂຶ້ນ. ແຮ່ງ​ຂ້ອຍ​ສຶກສາ​ພະ​ຄຳພີ​ຫຼາຍເທົ່າ​ໃດ ຂ້ອຍ​ກໍ​ແຮ່ງ​ໝັ້ນ​ໃຈ​ຫຼາຍຂຶ້ນ​ວ່າ​ນີ້​ແມ່ນ​ຄວາມ​ຈິງ. ໃນ​ທີ່​ສຸດ​ຂ້ອຍ​ກໍ​ຕັດສິນ​ໃຈ​ຮັບໃຊ້​ພະ​ເຢໂຫວາ.”

9. ຖ້າ​ເຮົາ​ຢາກ​ຢູ່​ໃນ​ທາງ​ແຄບ​ຕໍ່ໆໄປ ເຮົາຕ້ອງ​ເຮັດ​ແນວ​ໃດ?

9 ຊາຕານ​ຢາກ​ໃຫ້​ເຮົາ​ອອກ​ຈາກ​ທາງ​ທີ່​ຈະ​ພາ​ເຮົາ​ໄປ​ເຖິງ​ຊີວິດ. ມັນ​ຢາກ​ໃຫ້​ເຮົາ​ເຮັດ​ຄື​ກັບ​ຄົນ​ສ່ວນ​ຫຼາຍທີ່​ຢູ່​ໃນ​ທາງ​ກວ້າງ​ເຊິ່ງ “ພາ​ໄປ​ເຖິງ​ຄວາມ​ພິນາດ.” (ມທ. 7:13) ແຕ່​ເຮົາ​ຈະ​ຍັງ​ຢູ່​ໃນ​ທາງ​ແຄບ​ຕໍ່​ໄປ​ໄດ້​ຖ້າ​ເຮົາ​ເຊື່ອ​ຟັງ​ພະ​ເຢຊູ​ແລະ​ເບິ່ງ​ວ່າ​ທາງ​ແຄບ​ນີ້​ຊ່ວຍ​ປົກ​ປ້ອງ​ເຮົາ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ອີກ​ສິ່ງ​ໜຶ່ງ​ທີ່​ພະ​ເຢຊູ​ບອກ​ໃຫ້​ເຮົາ​ເຮັດ.

ໃຫ້​ຄືນ​ດີ​ກັບ​ພີ່ນ້ອງ

10. ຕາມ​ມັດທາຍ 5:23, 24 ພະ​ເຢຊູ​ບອກ​ໃຫ້​ເຮົາ​ເຮັດ​ຫຍັງ?

10 ອ່ານ​ມັດທາຍ 5:23, 24. ພະ​ເຢຊູ​ໄດ້​ເລົ່າ​ເຫດການ​ສຳຄັນ​ທີ່​ຄົນ​ຢິວ​ຕ້ອງ​ເຮັດ. ເພິ່ນ​ບອກ​ວ່າ ຖ້າ​ມີ​ບາງ​ຄົນ​ກຳລັງ​ຈະ​ເອົາ​ສັດ​ໃຫ້​ປະໂລຫິດ​ເພື່ອ​ຖວາຍ​ເປັນ​ເຄື່ອງ​ບູຊາ ແລ້ວ​ນຶກ​ຂຶ້ນ​ໄດ້​ວ່າ​ມີ​ພີ່ນ້ອງ​ຄຽດ​ໃຫ້​ລາວ ລາວ​ຈະ​ຕ້ອງ​ວາງ​ເຄື່ອງ​ຖວາຍ​ໄວ້​ແລ້ວ​ໄປ​ຫາ​ຜູ້​ນັ້ນ. ຍ້ອນ​ຫຍັງ? ມີ​ຫຍັງ​ທີ່​ສຳຄັນ​ຫຼາຍກວ່າ​ການ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ບໍ? ພະ​ເຢຊູ​ບອກ​ວ່າ: ‘ໃຫ້​ໄປ​ຄືນ​ດີ​ກັບ​ພີ່ນ້ອງ​ກ່ອນ.’

ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ຢາໂຄບ​ບໍ​ທີ່​ໄດ້​ສ້າງ​ສັນຕິ​ກັບ​ອ້າຍ​ຂອງ​ລາວ? (ເບິ່ງ​ຂໍ້ 11-12) *

11. ຢາໂຄບ​ໄດ້​ເຮັດ​ແນວ​ໃດ​ເພື່ອ​ຈະ​ຄືນ​ດີ​ກັບ​ເອຊາວ?

11 ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ຂອງ​ຢາໂຄບ​ໃນ​ເລື່ອງ​ການ​ຄືນ​ດີ​ກັບ​ພີ່ນ້ອງ. ຫຼັງ​ຈາກ​ທີ່​ຢາໂຄບ​ອອກ​ຈາກ​ບ້ານ​ເປັນ​ເວລາ 20 ປີ ພະ​ເຢໂຫວາ​ກໍ​ໄດ້​ບອກ​ລາວ​ໃຫ້​ກັບ​ໄປ​ບ້ານ​ເກີດ. (ຕົ້ນ. 31:11, 13, 38) ແຕ່​ບັນຫາ​ຄື​ຢາໂຄບ​ຈື່​ໄດ້​ວ່າ ຕອນ​ນັ້ນ​ເອຊາວ​ອ້າຍ​ຂອງ​ລາວ​ຄຽດ​ໃຫ້​ລາວ​ແລະ​ຢາກ​ຈະ​ຂ້າ​ລາວ. (ຕົ້ນ. 27:41) ນີ້​ຈຶ່ງ​ເຮັດ​ໃຫ້​ລາວ​ຮູ້ສຶກ “ຢ້ານ​ແລະ​ອຸກ​ໃຈ​ຫຼາຍ” ເພາະ​ຄິດ​ວ່າ​ອ້າຍ​ຍັງ​ຄຽດ​ໃຫ້​ລາວ​ຢູ່. (ຕົ້ນ. 32:7, ລ.ມ.) ແລ້ວ​ຢາໂຄບ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຄືນ​ດີ​ກັບ​ອ້າຍ​ຂອງ​ລາວ? ທຳອິດ​ລາວ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ກ່ຽວ​ກັບ​ເລື່ອງ​ນີ້. ຈາກ​ນັ້ນ​ລາວ​ໄດ້​ສົ່ງ​ຂອງ​ຂວັນ​ໄປ​ໃຫ້​ອ້າຍ. (ຕົ້ນ. 32:9-15) ແລະ​ສຸດ​ທ້າຍ​ຕອນ​ທີ່​ລາວ​ໄປ​ພົບ​ອ້າຍ ລາວ​ໄດ້​ໝູບ​ໜ້າ​ລົງ​ຄຳນັບ​ອ້າຍ ລາວ​ບໍ່​ໄດ້​ໝູບ​ໜ້າ​ລົງ​ພຽງ​ແຕ່​ໜຶ່ງ​ເທື່ອ​ຫຼື​ສອງ​ເທື່ອ​ເທົ່າ​ນັ້ນ ແຕ່​ລາວ​ເຮັດ​ເຖິງ 7 ເທື່ອ! ຍ້ອນ​ຢາໂຄບ​ຖ່ອມ​ຕົວ​ແລະ​ສະແດງ​ຄວາມ​ນັບຖື​ຕໍ່​ອ້າຍ ລາວ​ຈຶ່ງ​ສາມາດ​ຄືນ​ດີ​ກັບ​ອ້າຍ​ໄດ້.—ຕົ້ນ. 33:3, 4

12. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຢາໂຄບ?

12 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ວິທີ​ທີ່​ຢາໂຄບ​ກຽມ​ຕົວ​ເພື່ອ​ຈະ​ໄປ​ພົບ​ກັບ​ອ້າຍ​ຂອງ​ລາວ? ທຳອິດ​ລາວ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ຈາກ​ນັ້ນ​ລາວ​ກໍ​ໄດ້​ເຮັດ​ຕາມ​ທີ່​ລາວ​ອະທິດຖານ​ໂດຍ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ຄືນ​ດີ​ກັບ​ອ້າຍ. ແລະ​ຕອນ​ທີ່​ລາວ​ໄປ​ພົບ​ກັບ​ອ້າຍ ລາວ​ບໍ່​ໄດ້​ບອກ​ວ່າ​ໃຜ​ຜິດ​ໃຜ​ຖືກ​ເພາະ​ເປົ້າ​ໝາຍ​ຂອງ​ລາວ​ກໍ​ເພື່ອ​ຈະ​ຄືນ​ດີ​ກັບ​ອ້າຍ. ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ຢາໂຄບ​ໄດ້​ແນວ​ໃດ?

ວິທີ​ທີ່​ຈະ​ຄືນ​ດີ​ກັບ​ພີ່ນ້ອງ

13-14. ເຮົາ​ຄວນ​ເຮັດ​ຫຍັງ​ຖ້າ​ເຮົາ​ມີ​ບັນຫາ​ກັບ​ພີ່ນ້ອງ?

13 ຖ້າ​ເຮົາ​ຢາກ​ຢູ່​ໃນ​ທາງ​ທີ່​ຈະ​ພາ​ໄປ​ເຖິງ​ຊີວິດ ເຮົາ​ຕ້ອງ​ຮັກສາ​ສັນຕິສຸກ​ກັບ​ພີ່ນ້ອງ. (ຣມ. 12:18) ແລ້ວ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ມີ​ບັນຫາ​ກັບ​ພີ່ນ້ອງ? ຄື​ກັບ​ຢາໂຄບ ເຮົາ​ຄວນ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຮົາ​ຄືນ​ດີ​ກັບ​ພີ່ນ້ອງ.

14 ນອກ​ຈາກ​ນັ້ນ ເຮົາ​ຄວນ​ກວດ​ສອບ​ເບິ່ງ​ຕົວ​ເອງ​ໂດຍ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຈະ​ຍອມ​ບອກ​ບໍ​ວ່າ​ຕົວ​ເອງ​ເປັນ​ຝ່າຍ​ຜິດ ແລ້ວ​ໄປ​ຂໍ​ໂທດ​ພີ່ນ້ອງ​ເພື່ອ​ຈະ​ຄືນ​ດີ​ກັນ? ຖ້າ​ຂ້ອຍ​ບໍ່​ໄດ້​ເປັນ​ຝ່າຍ​ເລີ່ມ​ໄປ​ຄືນ​ດີ​ກັບ​ພີ່ນ້ອງ ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຈະ​ຮູ້ສຶກ​ແນວ​ໃດ?’ ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ຈະ​ກະຕຸ້ນ​ເຮົາ​ໃຫ້​ເຊື່ອ​ຟັງ​ພະ​ເຢຊູ ແລະ​ໃຫ້​ເປັນ​ຝ່າຍ​ເລີ່ມ​ໄປ​ຄືນ​ດີ​ກັບ​ພີ່ນ້ອງ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ຕົວຢ່າງ​ຂອງ​ຢາໂຄບ.

15. ຫຼັກ​ການ​ທີ່​ຢູ່​ໃນ​ເອເຟໂຊ 4:2, 3 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຄືນ​ດີ​ກັບ​ພີ່ນ້ອງ?

15 ລອງ​ຄິດ​ເບິ່ງ​ວ່າ ຖ້າ​ຢາໂຄບ​ໄປ​ຫາ​ເອຊາວ​ແລະ​ພະຍາຍາມ​ບອກ​ວ່າ ໃຜ​ເປັນ​ຝ່າຍ​ຖືກ​ແລະ​ໃຜ​ເປັນ​ຝ່າຍ​ຜິດ ຜົນ​ທີ່​ອອກ​ມາ​ກໍ​ຄື​ຊິ​ແຕກຕ່າງ​ຈາກ​ທີ່​ພະ​ຄຳພີ​ຂຽນ​ໄວ້. ຄ້າຍ​ຄື​ກັນ ເມື່ອ​ເຮົາ​ໄປ​ຄືນ​ດີ​ກັບ​ພີ່ນ້ອງ ເຮົາ​ຕ້ອງ​ມີ​ຄວາມ​ຖ່ອມ. (ອ່ານ​ເອເຟໂຊ 4:2, 3) ສຸພາສິດ 18:19, ລ.ມ. ບອກ​ວ່າ: “ການ​ເອົາ​ຊະນະ​ພີ່ນ້ອງ​ທີ່​ຄຽດ​ກໍ​ຍາກ​ກວ່າ​ເອົາ​ຊະນະ​ເມືອງ​ທີ່​ແຂງ​ແກ່ນ ແລະ​ການ​ຖຽງ​ກັນ​ເປັນ​ຄື​ກັບ​ກອນ​ປະຕູ​ປ້ອມ​ປະການ.” ພີ່ນ້ອງ​ທີ່​ຄຽດ​ໃຫ້​ເຮົາ​ປຽບ​ຄື​ກັບ “ປ້ອມ​ປະການ.” ຖ້າ​ເຮົາ​ຖ່ອມ​ໃຈ​ໄປ​ຂໍ​ໂທດ​ລາວ ກໍ​ຈະ​ເຮັດ​ໃຫ້​ລາວ​ຢາກ​ຄືນ​ດີ​ກັບ​ເຮົາ.

16. ເພື່ອ​ຈະ​ຄືນ​ດີ​ກັບ​ພີ່ນ້ອງ ເຮົາ​ຄວນ​ເຮັດ​ຫຍັງ​ອີກ ແລະ​ຍ້ອນ​ຫຍັງ?

16 ນອກ​ຈາກ​ນັ້ນ ເຮົາ​ຄວນ​ຄິດ​ໃຫ້​ດີ​ກ່ອນ​ວ່າ​ຈະ​ເວົ້າ​ຫຍັງ​ກັບ​ພີ່ນ້ອງ​ແລະ​ເວົ້າ​ແນວ​ໃດ. ເມື່ອ​ເຮົາ​ໄປ​ລົມ​ກັບ​ພີ່ນ້ອງ​ຄົນ​ນັ້ນ ເຮົາ​ຄວນ​ມີ​ເປົ້າ​ໝາຍ​ທີ່​ຈະ​ຄືນ​ດີ​ກັນ. ທຳອິດ ລາວ​ອາດ​ຈະ​ເວົ້າ​ບໍ່​ມ່ວນ​ໃສ່​ເຮົາ​ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ໃຈ​ຮ້າຍ ແລະ​ພະຍາຍາມ​ຫາ​ເຫດຜົນ​ເຂົ້າ​ຂ້າງ​ຕົວ​ເອງ. ແຕ່​ການ​ເຮັດ​ແບບ​ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ຄືນ​ດີ​ກັບ​ພີ່ນ້ອງ​ບໍ? ບໍ່. ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ຄືນ​ດີ​ກັບ​ພີ່ນ້ອງ​ສຳຄັນ​ກວ່າ​ການ​ທີ່​ຈະ​ບອກ​ວ່າ​ຜູ້​ໃດ​ຖືກ​ຜູ້​ໃດ​ຜິດ.—1 ກຣ. 6:7

17. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ກິວເບີດ?

17 ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່ ກິວເບີດ ໄດ້​ພະຍາຍາມ​ຫຼາຍແທ້ໆທີ່​ຈະ​ສ້າງ​ສັນຕິສຸກ. ລາວ​ບອກ​ວ່າ: “ຂ້ອຍ​ມີ​ບັນຫາ​ຫຼາຍຢ່າງ​ກັບ​ລູກ​ສາວ. ຫຼາຍ​ກວ່າ​ສອງ​ປີທີ່ຂ້ອຍ​ໄດ້​ພະຍາຍາມ​ເວົ້າ​ດີໆແລະ​ຄ່ອຍໆ​ເວົ້າ​ເພື່ອ​ຈະ​ຄືນ​ດີ​ກັບ​ລາວ.” ແລ້ວ​ກິວເບີດ​ໄດ້​ເຮັດ​ຫຍັງອີກ? ລາວ​ບອກ​ວ່າ: “ກ່ອນ​ທີ່​ຂ້ອຍ​ຈະ​ລົມ​ກັບ​ລູກ​ສາວ ຂ້ອຍ​ໄດ້​ອະທິດຖານ​ແລະ​ກຽມ​ໃຈ​ໄວ້​ກ່ອນ​ແລ້ວ​ວ່າ​ອາດ​ຈະ​ໄດ້​ຍິນ​ຄຳເວົ້າ​ທີ່​ບໍ່​ດີ. ຂ້ອຍ​ຕ້ອງ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ລາວ ບໍ່​ພະຍາຍາມ​ບອກ​ວ່າ​ຕົວ​ເອງ​ເປັນ​ຝ່າຍ​ຖືກ ແລະ​ເຂົ້າ​ໃຈ​ວ່າ​ເປົ້າ​ໝາຍ​ຂອງ​ຂ້ອຍ​ກໍ​ຄື​ຄືນ​ດີ​ກັບ​ລາວ.” ແລ້ວ​ຜົນ​ເປັນ​ແນວ​ໃດ? ກິວເບີດ​ບອກ​ວ່າ: “ທຸກ​ມື້​ນີ້​ຂ້ອຍ​ຮູ້ສຶກ​ສະບາຍ​ໃຈຍ້ອນ​ຂ້ອຍ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ທຸກ​ຄົນ​ໃນ​ຄອບຄົວ.”

18-19. ຖ້າ​ເຮົາ​ມີ​ບັນຫາ​ກັບ​ພີ່ນ້ອງ​ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

18 ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ​ເມື່ອ​ມີ​ບັນຫາ​ກັບ​ພີ່ນ້ອງ? ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢຊູ​ທີ່​ບອກ​ໃຫ້​ໄປ​ຄືນ​ດີ​ກັບ​ພີ່ນ້ອງ. ບອກ​ໃຫ້​ພະ​ເຢໂຫວາ​ຮູ້​ກ່ຽວ​ກັບ​ເລື່ອງ​ນັ້ນ ແລ້ວ​ຂໍ​ພະລັງ​ບໍລິສຸດ​ຈາກ​ເພິ່ນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ສ້າງ​ສັນຕິສຸກ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ​ກໍ​ສະແດງ​ວ່າ​ເຮົາ​ກຳລັງ​ເຊື່ອ​ຟັງ​ພະ​ເຢຊູ.—ມທ. 5:9

19 ເຮົາ​ຢາກ​ຂອບໃຈ​ພະ​ເຢໂຫວາ​ທີ່​ໃຫ້​ຄຳ​ແນະນຳ​ກັບ​ເຮົາ​ຜ່ານ​ທາງ​ພະ​ເຢຊູ ເຊິ່ງ​ເປັນ “​ຜູ້​ນຳ​ຂອງ​ປະຊາຄົມ.” (ອຟຊ. 5:23) ຂໍ​ໃຫ້​ເຮົາ​ເຮັດ​ຄື​ກັບ​ອັກຄະສາວົກ​ເປໂຕ ຢາໂກໂບ ແລະ​ໂຢຮັນ​ໂດຍ​ຕັ້ງ​ໃຈ​ທີ່​ຈະ “​ເຊື່ອ​ຟັງ​ເພິ່ນ.” (ມທ. 17:5) ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ຮຽນ​ວ່າ​ສິ່ງ​ທີ່​ສະແດງ​ວ່າ​ເຮົາ​ເຊື່ອ​ຟັງ​ພະ​ເຢຊູ​ຄື ໄປ​ຄືນ​ດີ​ກັບ​ພີ່ນ້ອງ​ທີ່​ຄຽດ​ໃຫ້​ເຮົາ ແລະ​ພະຍາຍາມ​ຢູ່​ໃນ​ທາງ​ແຄບ​ຕໍ່ໆໄປ​ເຊິ່ງ​ຈະ​ພາ​ໄປ​ເຖິງ​ຊີວິດ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ໄດ້​ຮັບ​ພອນ​ຫຼາຍຢ່າງ​ໃນ​ຕອນ​ນີ້​ແລະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໃນ​ອະນາຄົດ.

ເພງ 130 ເຮົາ​ຕ້ອງ​ໃຫ້​ອະໄພ​ກັນ

^ ຂໍ້ 5 ພະ​ເຢຊູ​ຢາກ​ໃຫ້​ເຮົາ​ເຂົ້າ​ໄປ​ທາງ​ປະຕູ​ແຄບ​ທີ່​ຈະ​ພາ​ໄປ​ເຖິງ​ຊີວິດ ແລະ​ເພິ່ນ​ຍັງ​ຢາກ​ໃຫ້​ເຮົາ​ສ້າງ​ສັນຕິ​ກັບ​ພີ່ນ້ອງ. ແຕ່​ເຮົາ​ອາດ​ຈະ​ມີ​ບັນຫາ​ຫຍັງ​ແດ່​ເມື່ອ​ເຮັດ​ຕາມ​ຄຳ​ແນະນຳ​ນີ້? ແລ້ວ​ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ໄດ້​ແນວ​ໃດ?

^ ຂໍ້ 7 ເບິ່ງ​ປຶ້ມ​ຄຳຕອບ​ຂອງ 10 ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ ຄຳຖາມ​ທີ 6: “ຂ້ອຍ​ຈະ​ຕ້ານ​ທານ​ຄວາມ​ກົດ​ດັນ​ຈາກ​ໝູ່​ໄດ້​ແນວ​ໃດ?” ແລະ​ວິດີໂອ​ສອນ​ດ້ວຍ​ພາບ​ວາດ​ສູ້​ກັບ​ແຮງ​ກົດ​ດັນ​ຈາກ​ໝູ່​ລຸ້ນ​ດຽວ​ກັນ! (ພາສາ​ໄທ) ຢູ່​ທີ​ເວັບໄຊ www.pr418.com (ໄປ​ທີ່ ຄຳ​ສອນ​ຂອງ​ຄຳພີ​ໄບເບິນ > ໄວ​ລຸ້ນ)

^ ຂໍ້ 8 ຊື່​ສົມມຸດ

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ການ​ທີ່​ເຮົາ​ຢູ່​ໃນ “ທາງ​ແຄບ” ທີ່​ມີ​ຮົ້ວ​ທີ່​ພະເຈົ້າ​ຈັດ​ໄວ້​ຈະ​ຊ່ວຍ​ປົກ​ປ້ອງ​ເຮົາ​ຈາກ​ສິ່ງ​ອັນຕະລາຍ​ເຫຼົ່າ​ນີ້​ເຊັ່ນ: ການ​ເບິ່ງ​ຮູບ​ລາມົກ ການ​ຄົບຫາ​ທີ່​ບໍ່​ດີ ແລະ​ການ​ຖືກ​ກົດ​ດັນ​ໃຫ້​ຮຽນ​ສູງໆ.

^ ຂໍ້ 58 ຄຳ​ອະທິບາຍ​ຮູບ​ພາບ: ຢາໂຄບ​ໄດ້​ໝູບ​ໜ້າ​ລົງ​ພື້ນ​ຫຼາຍເທື່ອ​ເພື່ອ​ຈະ​ຄືນ​ດີ​ກັບ​ອ້າຍ​ລາວ.