ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຈື່​ໄດ້​ບໍ?

ເຈົ້າ​ຈື່​ໄດ້​ບໍ?

ເຈົ້າ​ໄດ້​ອ່ານ​ຫໍສັງເກດການ ຂອງ​ປີ​ນີ້​ຢ່າງ​ລະອຽດ​ບໍ? ໃຫ້​ເຈົ້າ​ລອງ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

ຢາໂກໂບ 5:11 ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່ “ເມດຕາ” ແລະ “ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແທ້ໆ”?

ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ເມດຕາ​ເພາະ​ເພິ່ນ​ໃຫ້​ອະໄພ​ເຮົາ​ເມື່ອ​ເຮົາ​ເຮັດ​ຜິດ. ຢາໂກໂບ 5:11 ຍັງ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຮົາ​ຍ້ອນ​ເພິ່ນ ເຫັນ​ອົກ​ເຫັນ​ໃຈ​ເຮົາ. ເຮົາ​ສາມາດ​ຮຽນແບບ​ພະ​ເຢໂຫວາ​ໄດ້.—ຫ​21.01 ໜ້າ 21.

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ມີ​ຫົວ​ໜ້າ​ຄອບຄົວ?

ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ​ຍ້ອນ​ຄວາມ​ຮັກ. ການ​ຈັດ​ກຽມ​ນີ້​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ ສາມັກຄີ​ກັນ​ແລະ​ເປັນ​ລະບຽບ​ຮຽບຮ້ອຍ​ເພາະ​ແຕ່​ລະ​ຄົນ​ຈະ​ຮູ້​ວ່າ​ໃຜ​ຈະ​ເປັນ​ຜູ້ຕັດສິນ​ໃຈ​ຄັ້ງ​ສຸດ​ທ້າຍ ແລະ​ໃຜ​ຈະ​ພາ​ເຮັດ​ຕາມ​ການ​ຕັດສິນ​ໃຈ​ນັ້ນ.—ຫ​21.02 ໜ້າ 3.

ເປັນ​ຫຍັງ​ຄລິດສະຕຽນ​ຄວນ​ລະວັງ​ເມື່ອ​ໃຊ້​ແອັບ​ຮັບ​ສົ່ງ​ຂໍ້​ຄວາມ?

ຖ້າ​ຜູ້​ໜຶ່ງ​ໃຊ້​ແອັບ​ຮັບ​ສົ່ງ​ຂໍ້​ຄວາມ ລາວ​ຕ້ອງ​ເລືອກ​ວ່າ​ຈະ​ລົມ​ນຳ​ໝູ່​ແບບ​ໃດ. ແຕ່​ມັນ​ຍາກ​ທີ່​ຈະ​ເຮັດ​ແບບ​ນັ້ນ​ຖ້າ​ລົມ​ກັນ​ເປັນ​ກຸ່ມ​ໃຫຍ່. (1 ຕມ. 5:13) ອັນຕະລາຍ​ຢ່າງ​ໜຶ່ງ​ກໍ​ຄື​ມີການ​ແພ່​ຂໍ້​ມູນ​ທີ່​ບໍ່​ທັນ​ຢັ້ງຢືນ​ວ່າ​ເປັນ​ຄວາມ​ຈິງ ແລະ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ມີການ​ໃຊ້​ພີ່​ນ້ອງ​ເພື່ອ​ຫາ​ຜົນ​ປະໂຫຍດ​ໃນ​ການ​ຄ້າ.—ຫ​21.03 ໜ້າ 31.

ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຍອມ​ໃຫ້​ພະ​ເຢຊູ​ເຈິ​ກັບ​ຄວາມທຸກ​ແລະ​ຕາຍ?

ເຫດຜົນ​ທຳອິດ​ຄື ພະ​ເຢຊູ​ຖືກ​ຄຶງ​ໄວ້​ເທິງ​ເສົາ​ກໍ​ເພື່ອ​ຊ່ວຍ​ຊາວ​ຢິວ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ຄຳ​ສາບ​ແຊ່ງ​ທີ່​ພິເສດ. (ຄລຕ. 3:10, 13) ເຫດຜົນ​ທີ​ສອງ ພະ​ເຢໂຫວາ​ຢາກ​ຝຶກ​ສອນ​ພະ​ເຢຊູ​ໃຫ້​ເຮັດ​ໜ້າ​ທີ່​ເປັນ​ມະຫາປະໂລຫິດ. ​ເຫດຜົນ​ທີ​ສາມ ການ​ທີ່​ພະ​ເຢຊູ​ສັດ​ຊື່​ຈົນ​ຕາຍ​ພິສູດ​ວ່າ​ມະນຸດ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ໄດ້​ເຖິງ​ຈະ​ເຈິ​ຄວາມ​ຍາກ​ລຳບາກ. (ໂຢບ 1:9-11)—ຫ​21.04 ໜ້າ 16-17.

ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຈິ​ຄົນ​ຕອນ​ໄປ​ປະກາດ?

ເຈົ້າ​ສາມາດ​ໄປ​ຫາ​ຜູ້​ຄົນ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ມັກ​ຢູ່​ເຮືອນ ພະຍາຍາມ​ປ່ຽນ​ບ່ອນ​ປະກາດ ແລະ​ໃຊ້​ວິທີ​ປະກາດ​ແບບ​ໃໝ່ ເຊັ່ນ ຂຽນ​ຈົດ​ໝາຍ​.—ຫ​21.05 ໜ້າ 15-16.

ອັກຄະສາວົກ​ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ລາວ​ເວົ້າ​ວ່າ: “ກົດໝາຍ​ຂອງ​ໂມເຊ​ນັ້ນ​ແຫຼະ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ [ຕາຍ] ຈາກ​ອຳນາດ​ກົດໝາຍ​ນັ້ນ”? (ຄລຕ. 2:19, ໄຂ​ເງື່ອນ)

ກົດໝາຍ​ຂອງ​ໂມເຊ​ເຮັດ​ໃຫ້​ເຫັນ​ຄວາມ​ຜິດ​ຂອງ​ຄົນ​ເຮົາ​ໄດ້​ຢ່າງ​ຊັດເຈນ​ແລະ​ນຳ​ພາ​ຊາວ​ອິດສະຣາເອນ​ໄປ​ຫາ​ພະຄລິດ. (ຄລຕ. 3:19, 24) ນີ້​ເຮັດ​ໃຫ້​ໂປໂລ​ເປັນ​ທີ່​ຍອມ​ຮັບ​ຂອງ​ພະຄລິດ. ໂດຍ​ວິທີ​ນີ້ ໂປໂລ​ໄດ້ “ພົ້ນ [ຕາຍ] ຈາກ​ອຳນາດ​ກົດໝາຍ​ນັ້ນ.” ກົດໝາຍ​ຂອງ​ໂມເຊ​ບໍ່​ມີ​ອຳນາດ​ຄວບຄຸມ​ລາວ​ອີກ​ຕໍ່​ໄປ.—ຫ​21.06 ໜ້າ 31.

ພະ​ເຢໂຫວາ​ໄດ້​ວາງ​ແບບ​ຢ່າງ​ໃຫ້​ເຮົາ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ອົດທົນ?

ພະ​ເຢໂຫວາ​ໄດ້​ອົດທົນ​ກັບຫຼາຍຢ່າງເຊັ່ນ: ​ນາມ​ຊື່​ຂອງ​ເພິ່ນ​ຖືກ​ຕຳໜິ, ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຖືກ​ຕໍ່​ຕ້ານ, ລູກ​ຂອງ​ເພິ່ນ​ບາງ​ຄົນ​ກະບົດ, ຄຳ​ຕົວະ​ຂອງ​ຊາຕານ, ຜູ້​ຮັບໃຊ້​ຂອງ​ເພິ່ນ​ມີ​ຄວາມທຸກ, ໝູ່​ທີ່​ເພິ່ນ​ຮັກ​ຕາຍ​ຈາກ​ໄປ, ຄົນ​ດີ​ຖືກ​ຂົ່ມເຫງ, ສິນລະທຳ​ຂອງ​ມະນຸດ​ເສື່ອມ​ລົງ, ສິ່ງ​ທີ່​ເພິ່ນ​ສ້າງ​ຖືກ​ທຳລາຍ.—ຫ​21.0​7 ໜ້າ 9-12.

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢເຊັບ​ໃນ​ເລື່ອງ​ຄວາມ​ອົດທົນ?

ລາວ​ໄດ້​ອົດທົນ​ກັບ​ຄວາມ​ບໍ່​ຍຸຕິທຳ​ຈາກ​ພວກ​ອ້າຍ​ຂອງ​ລາວ. ເຊິ່ງ​ເຮັດ​ໃຫ້​ລາວ​ຖືກ​ກ່າວ​ຫາ​ຢ່າງ​ຜິດໆແລະ​ຕ້ອງ​ເຂົ້າ​ຄຸກ​ໃນ​ເອຢິບ​ເປັນ​ເວລາ​ຫຼາຍ​ປີ.—ຫ​21.08 ໜ້າ 12.

ອາກເກ 2:6-9, 20-22 ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ການ​ສັ່ນ​ແນວ​ໃດ?

ຊາດ​ຕ່າງໆຈະ​ບໍ່​ມັກ​ເລື່ອງ​ທີ່​ເຮົາ​ປະກາດ ແຕ່​ຫຼາຍ​ຄົນ​ຈະ​ສົນ​ໃຈ​ຄວາມ​ຈິງ. ບໍ່​ດົນ​ຊາດ​ຕ່າງໆຈະ​ຖືກ​ສັ່ນ​ເຊິ່ງ​ກໍ​ຄື​ຖືກ​ທຳລາຍ.—ຫ​21.09 ໜ້າ 15-19.

ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ເຊົາ​ໄປ​ປະກາດ?

ພະ​ເຢໂຫວາ​ເຫັນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ແລະ​ພໍ​ໃຈ​ວຽກ​ຮັບໃຊ້​ທີ່​ເຮົາ​ເຮັດ. ຖ້າ​ເຮົາ​ບໍ່​ເຊົາ​ຫຼື​ບໍ່​ທໍ້​ຖອຍ​ໃນ​ວຽກ​ປະກາດ ເຮົາ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ.—ຫ​21.10 ໜ້າ 25-26.

ປຶ້ມ​ພວກເລວີ​ບົດ 19 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ບອກ​ວ່າ: “ໃຫ້​ເປັນ​ຄົນ​ບໍລິສຸດ​ໃນ​ການ​ກະທຳ​ທຸກ​ຢ່າງ”? (1 ປຕ. 1:15)

ຂໍ້ຄຳພີ​ນີ້​ອາດ​ຈະ​ຍົກ​ມາ​ຈາກ​ພວກເລວີ 19:2. ໃນ​ພວກເລວີ​ບົດ 19 ມີ​ຫຼາຍ​ຕົວຢ່າງ​ທີ່​ຊ່ວຍ​ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ໃນ 1 ເປໂຕ 1:15 ໄດ້.—ຫ​21.12 ໜ້າ 3-4.