ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 2

ຮຽນ​ຈາກ​ນ້ອງ​ຊາຍ​ຂອງ​ພະ​ເຢຊູ

ຮຽນ​ຈາກ​ນ້ອງ​ຊາຍ​ຂອງ​ພະ​ເຢຊູ

“ຂ້ອຍ​ຢາໂກໂບ ທາດ​ຂອງ​ພະເຈົ້າ​ແລະ​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ.”—ຢກບ. 1:1

ເພງ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

ໃຈ​ຄວາມ​ສຳຄັນ *

1. ຄອບຄົວ​ຂອງ​ຢາໂກໂບ​ເປັນ​ແນວ​ໃດ?

 ຢາໂກໂບ​ນ້ອງ​ຊາຍ​ຂອງ​ພະ​ເຢຊູ​ເກີດ​ໃນ​ຄອບຄົວ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. * ພໍ່​ແມ່​ຂອງ​ລາວ​ເຊິ່ງ​ກໍ​ຄື ໂຢເຊັບ​ແລະ​ມາຣີ​ຮັກ​ພະ​ເຢໂຫວາ​ຫຼາຍ​ແລະ​ຮັບໃຊ້​ເພິ່ນ​ສຸດ​ຄວາມ​ສາມາດ ແຖມ​ພະ​ເຢຊູ​ອ້າຍ​ຂອງ​ລາວ​ຍັງ​ເປັນ​ເມຊີອາ​ຕາມ​ທີ່​ສັນຍາ​ໄວ້. ຈັ່ງ​ແມ່ນ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆ​ທີ່​ຢາໂກໂບ​ໄດ້​ຢູ່​ໃນ​ຄອບຄົວ​ນີ້!

ຢາໂກໂບ​ຮູ້ຈັກ​ພະ​ເຢຊູ​ອ້າຍ​ຂອງ​ລາວ​ເປັນ​ຢ່າງ​ດີ​ຕອນ​ທີ່​ເຂົາເຈົ້າ​ໃຫຍ່​ມາ​ນຳ​ກັນ (ເບິ່ງ​ຂໍ້ 2)

2. ມີ​ເຫດຜົນ​ຫຍັງ​ແດ່​ທີ່​ຢາໂກໂບ​ນັບຖື​ພະ​ເຢຊູ?

2 ຢາໂກໂບ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ນັບຖື​ພະ​ເຢຊູ​ອ້າຍ​ຂອງ​ລາວ. (ມທ. 13:55) ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພະ​ເຢຊູ​ອາຍຸ 12 ປີ ເພິ່ນ​ຈື່​ຂໍ້​ພະ​ຄຳ​ພີ​ໄດ້​ດີ​ຫຼາຍ​ຈົນ​ເຮັດ​ໃຫ້​ພວກ​ອາຈານ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ປະທັບ​ໃຈ. (ລກ. 2:46, 47) ແລະ​ອາດ​ເປັນ​ໄປ​ໄດ້​ວ່າ​ຢາໂກໂບ​ຍັງ​ໄດ້​ຮ່ວມ​ເຮັດ​ວຽກ​ເປັນ​ຊ່າງ​ໄມ້​ກັບ​ພະ​ເຢຊູ. ຖ້າ​ເປັນ​ແນວ​ນັ້ນ ລາວ​ກໍ​ຄື​ຊິ​ຮູ້ຈັກ​ພະ​ເຢຊູ​ເປັນ​ຢ່າງ​ດີ. ພີ່ນ້ອງ​ນາທານ ນໍ * ມັກ​ເວົ້າ​ວ່າ: “ເມື່ອ​ເຈົ້າ​ເຮັດ​ວຽກ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ເຈົ້າ​ຈະ​ຮູ້ຈັກ​ຜູ້​ນັ້ນ​ເປັນ​ຢ່າງ​ດີ.” ນອກ​ຈາກ​ນັ້ນ ຢາໂກໂບ​ອາດ​ຈະ​ເຫັນ​ວ່າ “ພະ​ເຢຊູ​ເຕີບ​ໃຫຍ່​ແລະ​ສະຫຼາດ​ຫຼັກແຫຼມ​ຂຶ້ນ​ເລື້ອຍໆ ເພິ່ນ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະເຈົ້າ​ແລະ​ຈາກ​ຄົນ​ທົ່ວໄປ​ຫຼາຍ​ຂຶ້ນ​ເລື້ອຍໆ.” (ລກ. 2:52) ດັ່ງນັ້ນ ເຮົາ​ອາດ​ສະຫຼຸບ​ໄດ້​ວ່າ​ຢາໂກໂບ​ເປັນ​ຄົນ​ໜຶ່ງ​ໃນ​ລູກສິດ​ກຸ່ມ​ທຳ​ອິດ​ຂອງ​ພະ​ເຢຊູ. ແຕ່​ມັນ​ບໍ່​ໄດ້​ເປັນ​ແບບ​ນັ້ນ.

3. ຢາໂກໂບ​ຮູ້ສຶກ​ແນວ​ໃດ​ກັບ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ເລີ່ມ​ເຮັດ​ວຽກ​ຮັບໃຊ້?

3 ຕອນ​ທີ່​ພະ​ເຢຊູ​ຮັບໃຊ້​ຢູ່​ເທິງ​ແຜ່ນດິນ​ໂລກ ຢາໂກໂບ​ຍັງ​ບໍ່​ທັນ​ໄດ້​ເປັນ​ລູກສິດ​ຂອງ​ເພິ່ນ​ເທື່ອ. (ຢຮ. 7:3-5) ລາວ​ອາດ​ຈະ​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ຍາດ​ພີ່ນ້ອງ​ທີ່​ຄິດ​ວ່າ​ພະ​ເຢຊູ “ເສຍ​ຈິດ.” (ມຣກ. 3:21) ແລະ​ບໍ່​ມີ​ບ່ອນ​ໃດ​ໃນ​ພະ​ຄຳ​ພີ​ບອກ​ວ່າ​ຢາໂກໂບ​ຢູ່​ກັບແມ່​ຂອງ​ເຂົາເຈົ້າ​ຕອນ​ທີ່​ພະ​ເຢຊູ​ຕາຍ​ຢູ່​ເທິງ​ເສົາ​ທໍລະມານ.—ຢຮ. 19:25-27

4. ເຮົາ​ຈະ​ຮຽນ​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້?

4 ຕໍ່ມາ ຢາໂກໂບ​ກໍ​ໄດ້​ເຊື່ອ​ໃນ​ພະ​ເຢຊູ ແລະ​ເປັນ​ຜູ້​ດູ​ແລ​ທີ່​ໄດ້​ຮັບ​ຄວາມ​ນັບຖື​ໃນ​ປະຊາຄົມ​ຄລິດສະຕຽນ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ບົດ​ຮຽນ 2 ຢ່າງ​ທີ່​ເຮົາ​ຈະ​ໄດ້​ຮຽນ​ຈາກ​ຢາໂກໂບ (1) ເປັນ​ຫຍັງ​ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ? ແລະ (2) ເຮົາ​ຈະ​ເປັນ​ຜູ້​ສອນ​ທີ່​ດີ​ໄດ້​ແນວ​ໃດ?

ໃຫ້​ເປັນ​ຄົນ​ຖ່ອມ​ຄື​ຢາໂກໂບ

ເມື່ອ​ພະ​ເຢຊູ​ປາກົດ​ຕົວ​ໃຫ້​ຢາໂກໂບ​ເຫັນ ລາວ​ກໍ​ຖ່ອມ​ໃຈ​ຍອມ​ຮັບ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ. ຫຼັງ​ຈາກ​ນັ້ນ ຢາໂກໂບ​ກໍ​ເຂົ້າ​ມາ​ເປັນ​ລູກສິດ​ທີ່​ສັດ​ຊື່​ຂອງ​ພະ​ເຢຊູ (ເບິ່ງ​ຂໍ້ 5-7)

5. ຢາໂກໂບ​ເປັນ​ແນວ​ໃດ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ​ແລ້ວ​ປາກົດ​ຕົວ​ຕໍ່​ລາວ?

5 ຢາໂກໂບ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຕອນ​ໃດ? ຫຼັງ​ຈາກ​ທີ່​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ ເພິ່ນ “ກໍ​ປາກົດ​ຕົວ​ໃຫ້​ຢາໂກໂບ​ເຫັນ ແລ້ວ​ກໍ​ອັກຄະສາວົກ​ທັງ​ໝົດ.” (1 ກຣ. 15:7) ນີ້​ເປັນ​ຈຸດ​ປ່ຽນ​ຊີວິດ​ຂອງ​ຢາໂກໂບ​ແລະ​ເຮັດ​ໃຫ້​ລາວ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ. ຢາໂກໂບ​ຍັງ​ໄດ້​ຢູ່​ກັບ​ອັກຄະສາວົກ​ຄົນ​ອື່ນໆ​ຕອນ​ທີ່​ລໍ​ຖ້າ​ຮັບ​ພະລັງ​ບໍລິສຸດ​ຢູ່​ຫ້ອງ​ຊັ້ນ​ເທິງ​ໃນ​ເມືອງ​ເຢຣູຊາເລັມ. (ກຈກ. 1:13, 14) ຕໍ່ມາ ຢາໂກໂບ​ກໍ​ໄດ້​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳ​ອິດ. (ກຈກ. 15:6, 13-22; ຄລຕ. 2:9) ກ່ອນ​ປີ ຄ.ສ 62 ຢາໂກໂບ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຂຽນ​ຈົດ​ໝາຍ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ ແລະ​ຈົດ​ໝາຍ​ນັ້ນ​ກໍ​ເປັນ​ປະໂຫຍດ​ສຳລັບ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ຄື​ກັນ​ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມຫວັງ​ທີ່​ຈະ​ໄປ​ສະຫວັນ​ຫຼື​ຢູ່​ແຜ່ນດິນ​ໂລກ. (ຢກບ. 1:1) ໂຢເຊຟຸດ​ນັກ​ປະຫວັດສາດ​ເຊິ່ງ​ມີ​ຊີວິດ​ໃນ​ສະໄໝ​ນັ້ນ​ບອກ​ວ່າ ຢາໂກໂບ​ຖືກ​ປະຫານ​ຊີວິດ​ຕາມ​ຄຳ​ສັ່ງ​ຂອງ​ມະຫາປະໂລຫິດ​ອານາເນຍ​ລູກ​ຂອງ​ມະຫາປະໂລຫິດ​ອັນນາ. ເຫັນ​ໄດ້​ວ່າ​ຢາໂກໂບ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຈົນ​ວັນ​ຕາຍ.

6. ຢາໂກໂບ​ຕ່າງ​ຈາກ​ພວກ​ຜູ້​ນຳ​ສາສະໜາ​ໃນ​ສະໄໝ​ຂອງ​ລາວ​ແນວ​ໃດ?

6 ຢາໂກໂບ​ເປັນ​ຄົນ​ຖ່ອມ​ຕົວ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ເພາະ​ເມື່ອ​ຢາໂກໂບ​ເຫັນ​ຫຼັກ​ຖານ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢຊູ​ເປັນ​ລູກ​ຂອງ​ພະເຈົ້າ ລາວ​ກໍ​ຍອມ​ຮັບ​ດ້ວຍ​ຄວາມ​ຖ່ອມ​ໃຈ​ເຊິ່ງ​ຕ່າງ​ຈາກ​ພວກ​ຜູ້​ນຳ​ສາສະໜາ ເຂົາເຈົ້າ​ບໍ່​ຍອມ​ຮັບ​ພະ​ເຢຊູ​ເຖິງ​ວ່າ​ຈະ​ເຫັນ​ຫຼັກ​ຖານ​ຫຼາຍ​ຢ່າງ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພະ​ເຢຊູ​ປຸກ​ລາຊະໂຣ​ໃຫ້​ຄືນ​ມາ​ຈາກ​ຕາຍ ແທນ​ທີ່​ເຂົາເຈົ້າ​ຈະ​ຍອມ​ຮັບ​ວ່າ​ພະ​ເຢຊູ​ເປັນ​ຕົວ​ແທນ​ຂອງ​ພະ​ເຢໂຫວາ ເຂົາເຈົ້າ​ພັດ​ຢາກ​ຂ້າ​ທັງ​ພະ​ເຢຊູ​ແລະ​ລາຊະໂຣ. (ຢຮ. 11:53; 12:9-11) ຕໍ່ມາ ເມື່ອ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ ເຂົາເຈົ້າ​ກໍ​ໄດ້​ພະຍາຍາມ​ປົກ​ປິດ​ເລື່ອງ​ນີ້​ບໍ່​ໃຫ້​ໃຜ​ຮູ້. (ມທ. 28:11-15) ຍ້ອນ​ພວກ​ຜູ້​ນຳ​ສາສະໜາ​ຍິ່ງ​ຈອງຫອງ ເຂົາເຈົ້າ​ຈຶ່ງ​ບໍ່​ຍອມ​ຮັບ​ເມຊີອາ.

7. ເປັນ​ຫຍັງ​ເຮົາ​ຕ້ອງ​ບໍ່​ເປັນ​ຄົນ​ຍິ່ງ?

7 ບົດ​ຮຽນ​ກໍ​ຄື: ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ເປັນ​ຄົນ​ຍິ່ງ​ແລະ​ຮັບ​ຄຳ​ສອນ​ຂອງ​ພະເຈົ້າ​ຕໍ່ໆ​ໄປ. ຄື​ກັບ​ພະຍາດ​ທີ່​ເຮັດ​ໃຫ້​ຫົວໃຈ​ເຮັດ​ວຽກ​ບໍ່​ປົກກະຕິ ຄວາມ​ຍິ່ງ​ກໍ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ມີ​ຫົວໃຈ​ແຂງ​ກະດ້າງ​ແລະ​ບໍ່​ຍອມ​ຮັບ​ການ​ສອນ​ຂອງ​ພະເຈົ້າ. ຍ້ອນ​ພວກ​ຟາຣິຊາຍ​ເປັນ​ຄົນ​ຍິ່ງ ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ໃຈ​ທີ່​ແຂງ​ກະດ້າງ​ແລະ​ບໍ່​ຍອມ​ຮັບ​ວ່າ​ພະ​ເຢຊູ​ເປັນ​ລູກ​ຂອງ​ພະເຈົ້າ​ເຖິງ​ວ່າ​ຈະ​ເຫັນ​ຫຼັກ​ຖານ​ຢ່າງ​ຈະ​ແຈ້ງ​ກໍ​ຕາມ. (ຢຮ. 12:37-40) ນີ້​ເປັນ​ເລື່ອງ​ອັນຕະລາຍ​ຫຼາຍ​ເພາະ​ມັນ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. (ມທ. 23:13, 33) ດັ່ງນັ້ນ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຍອມ​ໃຫ້​ຄຳ​ສອນ​ຂອງ​ພະເຈົ້າ​ແລະ​ພະລັງ​ບໍລິສຸດ​ປ່ຽນ​ແປງ​ນິດໄສ​ໃຈ​ຄໍ​ຂອງ​ເຮົາ ແລະ​ມີ​ຜົນ​ຕໍ່​ຄວາມ​ຄິດ​ແລະ​ການ​ຕັດສິນ​ໃຈ​ຂອງ​ເຮົາ​ຕໍ່ໆ​ໄປ! (ຢກບ. 3:17) ຍ້ອນ​ຢາໂກໂບ​ເປັນ​ຄົນ​ຖ່ອມ ລາວ​ຈຶ່ງ​ຍອມ​ຮັບ​ຄຳ​ສອນ​ຈາກ​ພະ​ເຢໂຫວາ ແລະ​ກາຍ​ເປັນ​ຜູ້​ສອນ​ທີ່​ດີ​ເຊິ່ງ​ເຮົາ​ຈະ​ໄດ້​ຮຽນ​ເລື່ອງ​ນີ້​ໃນ​ຂໍ້​ຕໍ່​ໄປ.

ເປັນ​ຜູ້​ສອນ​ທີ່​ດີ​ຄື​ກັບ​ຢາໂກໂບ

8. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຜູ້​ສອນ​ທີ່​ດີ?

8 ຢາໂກໂບ​ບໍ່​ໄດ້​ຮຽນ​ສູງໆ. ດັ່ງນັ້ນ ພວກ​ຜູ້​ນຳ​ສາສະໜາ​ໃນ​ສະໄໝ​ຂອງ​ລາວ​ຈຶ່ງ​ເບິ່ງ​ວ່າ​ລາວ “ເປັນ​ຄົນ​ທຳມະດາ​ແລະ​ບໍ່​ມີ​ການ​ສຶກສາ” ຄື​ກັບ​ອັກຄະສາວົກ​ເປໂຕ​ແລະ​ໂຢຮັນ. (ກຈກ. 4: 13) ແຕ່​ເຖິງ​ຢ່າງ​ນັ້ນ ລາວ​ກໍ​ເປັນ​ຜູ້​ສອນ​ທີ່​ດີ ເຮົາ​ເຫັນ​ເລື່ອງ​ນີ້​ເມື່ອ​ເຮົາ​ໄດ້​ອ່ານ​ປຶ້ມ​ຢາໂກໂບ​ທີ່​ລາວ​ເປັນ​ຄົນ​ຂຽນ. ເຮົາ​ອາດ​ຈະ​ບໍ່​ໄດ້​ຮຽນ​ສູງ​ຄື​ກັບ​ຢາໂກໂບ ແຕ່​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ແລະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຈາກ​ອົງການ​ຂອງ​ເພິ່ນ ເຮົາ​ກໍ​ສາມາດ​ເປັນ​ຜູ້​ສອນ​ທີ່​ດີ​ໄດ້​ຄື​ກັນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ ຢາໂກໂບ​ເປັນ​ຜູ້​ສອນ​ທີ່​ດີ​ແນວ​ໃດ​ແລະ​ເຮົາ​ຈະ​ໄດ້​ຮຽນ​ຫຍັງ​ຈາກ​ລາວ.

9. ວິທີ​ທີ່​ຢາໂກໂບ​ສອນ​ເປັນ​ແນວ​ໃດ?

9 ຢາໂກໂບ​ບໍ່​ໄດ້​ໃຊ້​ຄຳສັບ​ທີ່​ຍາກ​ຫຼື​ອະທິບາຍ​ແບບ​ສະ​ຫຼັບ​ຊັບຊ້ອນ. ດັ່ງນັ້ນ ຜູ້​ທີ່​ຟັງ​ລາວ​ຈຶ່ງ​ເຂົ້າ​ໃຈ​ວ່າ​ເຂົາເຈົ້າ​ຕ້ອງ​ເຮັດ​ຫຍັງ​ແລະ​ເຮັດ​ແນວ​ໃດ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຕໍ່​ໄປ​ນີ້. ເມື່ອ​ຢາໂກໂບ​ສອນ​ວ່າ​ຄລິດສະຕຽນ​ຕ້ອງ​ເຕັມ​ໃຈ​ອົດ​ທົນ​ກັບ​ຄວາມ​ບໍ່​ຍຸຕິທຳ​ໂດຍ​ບໍ່​ຄຽດ ລາວ​ກໍ​ສອນ​ແບບ​ງ່າຍໆ​ໂດຍ​ບອກ​ວ່າ: “ພວກ​ເຮົາ​ຖື​ວ່າ​ຄົນ​ທີ່​ອົດ​ທົນ​ກໍ​ມີ​ຄວາມສຸກ. ພວກ​ເຈົ້າ​ເຄີຍ​ໄດ້​ຍິນ​ເລື່ອງ​ຄວາມ​ອົດ​ທົນ​ຂອງ​ໂຢບ​ແລະ​ຮູ້​ວ່າ​ຕອນ​ຈົບ​ພະ​ເຢໂຫວາ​ໃຫ້​ສິ່ງ​ໃດ​ແກ່​ລາວ​ແດ່ ນັ້ນ​ສະແດງ​ວ່າ​ພະ​ເຢໂຫວາ​ເມດຕາ​ແລະ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແທ້ໆ.” (ຢກບ. 5:11) ຂໍ​ໃຫ້​ສັງເກດ​ວ່າຢາໂກໂບ​ໃຊ້​ພະ​ຄຳ​ພີ​ເປັນ​ຫຼັກ​ໃນ​ການ​ສອນ​ເພື່ອ​ຊ່ວຍ​ຜູ້​ຟັງ​ໃຫ້​ເຫັນ​ວ່າ ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ກັບ​ຜູ້​ທີ່​ພັກດີ​ຕໍ່​ເພິ່ນ​ຄື​ກັບ​ໂຢບ. ຢາໂກໂບ​ໃຊ້​ຄຳເວົ້າ​ແລະ​ການ​ຫາ​ເຫດຜົນ​ທີ່​ເຂົ້າ​ໃຈ​ງ່າຍ ໂດຍ​ວິທີ​ນີ້​ລາວ​ສະແດງ​ໃຫ້​ເຫັນ​ວ່າ ລາວ​ໃຫ້​ຄວາມ​ສົນ​ໃຈ​ໄປ​ທີ່​ພະ​ເຢໂຫວາ ບໍ່​ແມ່ນ​ຕົວ​ລາວ​ເອງ.

10. ເຮົາ​ຈະ​ຮຽນ​ແບບ​ຢາໂກໂບ​ແນວ​ໃດ​ເມື່ອ​ເຮົາ​ສອນ?

10 ບົດ​ຮຽນ​ກໍ​ຄື: ໃຊ້​ຄຳເວົ້າ​ງ່າຍໆ​ແລະ​ສອນ​ຈາກ​ພະ​ຄຳ​ພີ. ເມື່ອ​ເຮົາ​ສອນ​ຄົນ​ອື່ນ ເປົ້າ​ໝາຍ​ຂອງ​ເຮົາ​ບໍ່​ແມ່ນ​ຢາກ​ໃຫ້​ເຂົາເຈົ້າ​ປະທັບ​ໃຈ​ທີ່​ເຮົາ​ມີ​ຄວາມ​ຮູ້​ຫຼາຍ ແຕ່​ເຮົາ​ຢາກ​ໃຫ້​ເຂົາເຈົ້າ​ປະທັບ​ໃຈ​ທີ່​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ຮູ້​ແລະ​ສະຫຼາດ​ຫຼາຍ ແລະ​ເປັນ​ຫ່ວງ​ເຂົາເຈົ້າ. (ຣມ. 11:33) ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຮົາ​ຕ້ອງ​ສອນ​ຈາກ​ພະ​ຄຳ​ພີ. ຕົວຢ່າງ​ເຊັ່ນ ແທນ​ທີ່​ເຮົາ​ຈະ​ບອກ​ນັກ​ສຶກສາ​ວ່າ​ເຈົ້າ​ຄວນ​ເຮັດ​ແນວ​ນັ້ນ​ເຮັດ​ແນວ​ນີ້ ເຮົາ​ຄວນ ຫາ​ເຫດຜົນ​ກັບ​ເຂົາເຈົ້າ ຈາກ​ຄຳ​ພີ​ໄບເບິນ ແລະ​ໃຫ້​ເຂົາເຈົ້າ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ. ຈາກ​ນັ້ນ ເຂົາເຈົ້າ​ກໍ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ຍ້ອນ​ວ່າ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ບໍ່​ແມ່ນ​ຍ້ອນ​ຢາກ​ເຮັດ​ໃຫ້​ເຮົາ​ພໍ​ໃຈ.

11. ຄລິດສະຕຽນ​ໃນ​ສະໄໝ​ຂອງ​ຢາໂກໂບ​ມີ​ບັນຫາ​ຫຍັງ​ແດ່ ແລະ​ລາວ​ໄດ້​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ເຂົາເຈົ້າ? (ຢາໂກໂບ 5:13-15)

11 ຢາໂກໂບ​ເບິ່ງ​ຕາມ​ຄວາມ​ເປັນ​ຈິງ. ຈາກ​ຈົດ​ໝາຍ​ທີ່​ລາວ​ຂຽນ​ເຖິງ​ພີ່ນ້ອງ ເຮັດ​ໃຫ້​ເຫັນ​ວ່າ​ຢາໂກໂບ​ຮູ້​ວ່າ​ພີ່ນ້ອງ​ມີ​ບັນຫາ​ຫຍັງ​ແດ່ ແລະ​ລາວ​ກໍ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ກັບ​ເຂົາເຈົ້າ. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ບາງ​ຄົນ​ຊ້າ​ໃນ​ການ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ. (ຢກບ. 1:22) ສ່ວນ​ບາງ​ຄົນ​ກໍ​ໃຫ້​ກຽດ​ຄົນ​ລວຍ​ຫຼາຍ​ກວ່າ​ຄົນ​ທຸກ​ຍາກ. (ຢກບ. 2:1-3) ສ່ວນ​ຄົນ​ອື່ນໆ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຄວບຄຸມ​ຄຳເວົ້າ. (ຢກບ. 3:8-10) ເຖິງ​ວ່າ​ພີ່ນ້ອງ​ຈະ​ມີ​ບັນຫາ​ຫຼາຍຢ່າງ ແຕ່ຢາໂກໂບ​ກໍ​ຍັງເຊື່ອວ່າເຂົາເຈົ້າປ່ຽນໄດ້. ລາວ​ຈຶ່ງ​ໃຫ້​ຄຳ​ແນະນຳ​ທີ່​ກົງ​ໄປ​ກົງ​ມາ ແຕ່​ໃນ​ແບບ​ທີ່​ຮັບ​ໄດ້ ແລະ​ຍັງ​ແນະນຳ​ເຂົາເຈົ້າ​ໃຫ້​ໄປ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ດູ​ແລ​ຕື່ມ.—ອ່ານ​ຢາໂກໂບ 5:13-15

12. ເຮົາ​ຈະ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຢູ່​ສະເໝີ​ໄດ້​ແນວ​ໃດ​ຕອນ​ທີ່​ເຮົາ​ຊ່ວຍ​ນັກ​ສຶກສາ?

12 ບົດ​ຮຽນ​ກໍ​ຄື: ເບິ່ງ​ຕາມ​ຄວາມ​ເປັນ​ຈິງ ແຕ່​ກໍ​ໃຫ້​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ສະເໝີ. ຫຼາຍ​ຄົນ​ທີ່​ສຶກສາ​ກັບ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ. (ຢກບ. 4:1-4) ມັນ​ອາດ​ຕ້ອງ​ໃຊ້​ເວລາ​ເພື່ອ​ຈະ​ເຊົາ​ນິດໄສ​ທີ່​ບໍ່​ດີ ແລະ​ພັດທະນາ​ຕົວ​ເອງ​ໃຫ້​ມີ​ນິດໄສ​ແບບ​ຄລິດສະຕຽນ. ໃຫ້​ເຮົາ​ຮຽນ​ແບບ​ຢາໂກໂບ​ໂດຍ​ກ້າ​ທີ່​ຈະ​ບອກ​ນັກ​ສຶກສາ​ໃຫ້​ຮູ້​ວ່າ​ເຂົາເຈົ້າ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ຈຸດ​ໃດ​ແດ່. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ສະເໝີ​ໂດຍ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ຄົນ​ຖ່ອມ​ໃຫ້​ເຂົ້າ​ມາ​ຫາ​ເພິ່ນ ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ປ່ຽນ​ແປງ​ຊີວິດ​ຂອງ​ຕົວ​ເອງ​ໄດ້.—ຢກບ. 4:10

13. ຕາມ​ຢາໂກໂບ 3:2 ຢາໂກໂບ​ຖື​ວ່າ​ຕົວ​ເອງ​ເປັນ​ແນວ​ໃດ?

13 ຢາໂກໂບ​ເບິ່ງ​ຕົວ​ເອງ​ຢ່າງ​ເໝາະ​ສົມ. ລາວ​ບໍ່​ໄດ້​ຄິດ​ວ່າ​ຕົວ​ເອງ​ພິເສດ​ກວ່າ​ຄລິດສະຕຽນ​ຄົນ​ອື່ນໆ​ຍ້ອນ​ວ່າ​ມີ​ພະ​ເຢຊູ​ເປັນ​ອ້າຍ​ຫຼື​ຍ້ອນ​ໄດ້​ຮັບ​ວຽກ​ມອບ​ໝາຍ ເພາະ​ລາວ​ເອີ້ນ​ຄລິດສະຕຽນ​ຄົນ​ອື່ນໆ​ວ່າ “ພີ່ນ້ອງ​ທີ່​ຮັກ.” (ຢກບ. 1:16, 19; 2:5) ນອກ​ຈາກ​ນັ້ນ ລາວ​ກໍ​ບໍ່​ໄດ້​ຢາກ​ໃຫ້​ຄົນ​ອື່ນ​ເບິ່ງ​ວ່າ​ລາວ​ເປັນ​ຄົນ​ສົມບູນ​ແບບ ເພາະ​ລາວ​ເວົ້າ​ວ່າ: “ພວກ​ເຮົາ​ທຸກ​ຄົນ​ເຮັດ​ຜິດ​ພາດ​ຢູ່​ເລື້ອຍໆ.”—ອ່ານ​ຢາໂກໂບ 3:2

14. ເປັນ​ຫຍັງ​ເຮົາ​ຄວນ​ເຕັມ​ໃຈ​ຍອມ​ຮັບ​ວ່າ​ເຮົາ​ເອງ​ກໍ​ມີ​ຂໍ້​ຜິດ​ພາດ?

14 ບົດ​ຮຽນ​ກໍ​ຄື: ເຮົາ​ຄວນ​ຈື່​ໄວ້​ສະເໝີ​ວ່າ​ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ. ເຮົາ​ຕ້ອງ​ບໍ່​ຄິດ​ວ່າ​ເຮົາ​ດີ​ກວ່າ​ຜູ້​ທີ່​ເຮົາ​ສອນ. ຍ້ອນ​ຫຍັງ? ເພາະຖ້າ​ນັກ​ສຶກສາ​ເຫັນ​ວ່າ​ເຮົາ​ບໍ່​ເຄີຍ​ເຮັດ​ຜິດ​ພາດ​ເລີຍ ເຂົາເຈົ້າ​ອາດ​ຈະ​ຮູ້ສຶກ​ທໍ້​ໃຈ​ແລະ​ຄິດ​ວ່າ​ເຮັດ​ຄື​ເຮົາ​ບໍ່​ໄດ້​ດອກ ແລະ​ເຮັດ​ຕາມ​ທີ່​ພະເຈົ້າ​ຕ້ອງການ​ບໍ່​ໄດ້. ແຕ່​ຖ້າ​ເຮົາ​ຍອມ​ຮັບ​ວ່າ​ມັນ​ບໍ່​ງ່າຍ​ທີ່​ຈະ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ ແລະ​ບອກ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ຕົວ​ເອງ​ແນວ​ໃດ. ນີ້​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ປ່ຽນ​ແປງ​ຕົວ​ເອງ​ໄດ້​ຄື​ກັນ ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ມາ​ເປັນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໄດ້.

ຕົວຢ່າງ​ປຽບ​ທຽບ​ຂອງ​ຢາໂກໂບ​ເຂົ້າ​ໃຈ​ງ່າຍ ຈະ​ແຈ້ງ ແລະ​ເກີດ​ຜົນ​ດີ (ເບິ່ງ​ຂໍ້ 15-16) *

15. ຕົວຢ່າງ​ປຽບ​ທຽບ​ທີ່​ຢາໂກໂບ​ໃຊ້​ເປັນ​ແນວ​ໃດ? (ຢາໂກໂບ 3:2-6, 10-12)

15 ຢາໂກໂບ​ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ເຂົ້າ​ໃຈ​ງ່າຍ. ທີ່​ເປັນ​ແບບ​ນີ້​ໄດ້​ກໍ​ຍ້ອນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ ແລະ​ອາດ​ເປັນ​ຍ້ອນ​ວ່າ​ລາວ​ໄດ້​ສຶກສາ​ຕົວຢ່າງ​ປຽບ​ທຽບ​ຕ່າງໆ​ທີ່​ພະ​ເຢຊູ​ອ້າຍ​ຂອງ​ລາວ​ໃຊ້. ຕົວຢ່າງ​ປຽບ​ທຽບ​ທີ່​ຢາໂກໂບ​ໃຊ້​ຢູ່​ໃນ​ຈົດ​ໝາຍ​ຂອງ​ລາວ​ເຂົ້າ​ໃຈ​ງ່າຍ ແລະ​ເຮັດ​ໃຫ້​ຜູ້​ຟັງ​ຮູ້​ວ່າ​ຈະ​ເອົາ​ໄປ​ໃຊ້​ແນວ​ໃດ.—ອ່ານ​ຢາໂກໂບ 3:2-6, 10-12

16. ເປັນ​ຫຍັງ​ເຮົາ​ຄວນ​ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ເຂົ້າ​ໃຈ​ງ່າຍ?

16 ບົດ​ຮຽນ​ກໍ​ຄື: ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ເຂົ້າ​ໃຈ​ງ່າຍ. ເມື່ອ​ເຮົາ​ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ເໝາະ​ສົມ​ກໍ​ຈະ​ຊ່ວຍ​ຜູ້​ຟັງ​ໃຫ້​ເຫັນ​ພາບ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເວົ້າ ແລະ​ພາບ​ເຫຼົ່າ​ນີ້​ກໍ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຈື່​ຈຸດ​ສຳຄັນ​ທີ່​ຢູ່​ໃນ​ຄຳ​ພີ​ໄບເບິນ. ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບ​ທຽບ​ໄດ້​ຢ່າງ​ຊຳນານ ແລະ​ຢາໂກໂບ​ກໍ​ໄດ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ປຽບ​ທຽບ​ໜຶ່ງ​ທີ່​ຢາໂກໂບ​ໃຊ້​ແລະ​ເບິ່ງ​ວ່າ​ມັນ​ເກີດ​ຜົນ​ດີ​ແນວ​ໃດ.

17. ເປັນ​ຫຍັງ​ຕົວຢ່າງ​ປຽບ​ທຽບ​ທີ່​ຢູ່​ໃນ​ຢາໂກໂບ 1:22-25 ຈຶ່ງ​ເກີດ​ຜົນ​ດີ​ຫຼາຍ?

17 ອ່ານ​ຢາໂກໂບ 1:22-25. ຕົວຢ່າງ​ທີ່​ຢາໂກໂບ​ໃຊ້​ເລື່ອງ​ການ​ແຍງ​ແວ່ນ​ເກີດ​ຜົນ​ທີ່​ດີ​ຫຼາຍ. ທຳ​ອິດ ລາວ​ຢາກ​ເນັ້ນ​ວ່າ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ອ່ານ ແຕ່​ເຮົາ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ອ່ານ​ນຳ. ຢາໂກໂບ​ໄດ້​ໃຊ້​ຕົວຢ່າງ​ເລື່ອງ​ຄົນ​ໜຶ່ງ​ກຳລັງ​ແຍງ​ແວ່ນ​ເຊິ່ງ​ເປັນ​ເລື່ອງ​ທີ່​ຜູ້​ຟັງ​ເຂົ້າ​ໃຈ​ໄດ້​ງ່າຍ. ເລື່ອງ​ນີ້​ໃຫ້​ບົດ​ຮຽນ​ຫຍັງ? ຖ້າ​ຄົນ​ທີ່​ແຍງ​ແວ່ນ​ເຫັນ​ວ່າ​ຕົວ​ເອງ​ມີ​ບາງ​ຢ່າງ​ທີ່​ຕ້ອງ​ປ່ຽນ​ແປງ​ແຕ່​ລາວ​ກໍ​ບໍ່​ໄດ້​ເຮັດ ນັ້ນ​ສະແດງ​ວ່າ​ລາວ​ເປັນ​ຄົນ​ທີ່​ບໍ່​ສະຫຼາດ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ອ່ານ​ພະ​ຄຳ​ຂອງ​ພະເຈົ້າ​ແລ້ວ​ເຫັນ​ວ່າ​ມີ​ນິດໄສ​ບາງ​ຢ່າງ​ທີ່​ເຮົາ​ຕ້ອງ​ປ່ຽນ​ແປງ​ແຕ່​ເຮົາ​ບໍ່​ໄດ້​ເຮັດ ເຮົາ​ກໍ​ເປັນ​ຄົນ​ບໍ່​ສະຫຼາດ.

18. ມີ​ສາມ​ຢ່າງ​ຫຍັງ​ແດ່​ທີ່​ເຮົາ​ຕ້ອງ​ເຮັດ​ເມື່ອ​ໃຊ້​ຕົວຢ່າງ​ປຽບ​ທຽບ?

18 ເມື່ອ​ເຮົາ​ໃຊ້​ຕົວຢ່າງ​ປຽບ​ທຽບ ເຮົາ​ຢາກ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ຢາໂກໂບ​ໂດຍ​ເຮັດ​ສາມ​ສິ່ງ​ຕໍ່​ໄປ​ນີ້: (1) ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ເໝາະ​ກັບ​ເລື່ອງ​ທີ່​ເຮົາ​ກຳລັງ​ເວົ້າ. (2) ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ຜູ້​ຟັງ​ເຂົ້າ​ໃຈ​ງ່າຍ. (3) ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ເຮັດ​ໃຫ້​ຜູ້​ຟັງ​ເຫັນ​ຈຸດ​ທີ່​ຈະ​ເອົາ​ໄປ​ນຳ​ໃຊ້. ແຕ່​ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຊອກ​ຫາ​ຕົວຢ່າງ​ປຽບ​ທຽບ​ທີ່​ເໝາະ​ສົມ​ໄດ້​ຍາກ ກໍ​ໃຫ້​ຄົ້ນ​ຄວ້າ​ໃນ​ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດສ໌ທາວເວີ * ແລ້ວ​ຈະ​ເຫັນ​ວ່າ​ມີ​ຕົວຢ່າງ​ປຽບ​ທຽບ​ບັກ​ຫຼາຍໆ​ທີ່​ເຈົ້າ​ສາມາດ​ໃຊ້​ໄດ້. ຂໍ​ໃຫ້​ຈື່​ໄວ້​ວ່າ​ຕົວຢ່າງ​ປຽບ​ທຽບ​ເປັນ​ຄື​ກັບ​ໄມໂຄຣໂຟນ. ໄມໂຄຣໂຟນ​ຈະ​ຊ່ວຍ​ໃຫ້​ສຽງ​ຂອງ​ເຮົາ​ດັງ​ຂຶ້ນ ຕົວຢ່າງ​ປຽບ​ທຽບ​ກໍ​ຈະ​ຊ່ວຍ​ໃຫ້​ເຫັນ​ຈຸດ​ສຳຄັນ​ເດັ່ນ​ຂຶ້ນ ດັ່ງນັ້ນ ເຮົາ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເພື່ອ​ເນັ້ນ​ແຕ່​ຈຸດ​ທີ່​ສຳຄັນ​ເທົ່າ​ນັ້ນ. ເຫດຜົນ​ທີ່​ເຮົາ​ຢາກ​ປັບ​ປຸງ​ການ​ສອນ​ຂອງ​ເຮົາ​ບໍ່​ແມ່ນ​ວ່າ​ຢາກ​ເຮັດ​ໃຫ້​ຄົນ​ອື່ນ​ເບິ່ງ​ວ່າ​ເຮົາ​ເກັ່ງ ແຕ່​ຍ້ອນ​ຢາກ​ຊ່ວຍ​ຫຼາຍ​ຄົນ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃຫ້​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ.

19. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ພີ່ນ້ອງ?

19 ເຖິງ​ວ່າ​ເຮົາ​ຈະ​ບໍ່​ໄດ້​ມີ​ພະ​ເຢຊູ​ເປັນ​ອ້າຍ​ຄື​ກັບ​ຢາໂກໂບ ແຕ່​ເຮົາ​ກໍ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່ນ້ອງ​ຄລິດສະຕຽນ​ທີ່​ເປັນ​ຄື​ກັບ​ຄອບຄົວ​ໃຫຍ່. ແລະ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພີ່ນ້ອງ​ໂດຍ​ການ​ຄົບຫາ​ກັບ​ເຂົາເຈົ້າ ຮຽນ​ຈາກ​ເຂົາເຈົ້າ ແລະ​ຮ່ວມ​ຮັບໃຊ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ເຂົາເຈົ້າ​ໃນ​ການ​ປະກາດ​ແລະ​ການ​ສອນ. ເມື່ອ​ເຮົາ​ພະຍາຍາມ​ເຮັດ​ຕາມ​ຕົວຢ່າງ​ຂອງ​ຢາໂກໂບ​ທັງ​ດ້ານ​ຄວາມ​ຄິດ ການ​ກະທຳ​ແລະ​ວິທີ​ການ​ສອນ ເຮົາ​ກໍ​ກຳລັງ​ໃຫ້​ກຽດ​ພະ​ເຢໂຫວາ​ແລະ​ຊ່ວຍ​ຄົນ​ທີ່​ຈິງ​ໃຈ​ໃຫ້​ເຂົ້າ​ມາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ.

ເພງ 114 ຂໍ​ໃຫ້​ມີ​ຄວາມ​ອົດ​ທົນ

^ ຢາໂກໂບ​ຢູ່​ໃນ​ຄອບຄົວ​ດຽວ​ກັນ​ກັບ​ພະ​ເຢຊູ ລາວ​ຈຶ່ງ​ຮູ້ຈັກ​ພະ​ເຢຊູເຊິ່ງ​ເປັນ​ລູກ​ຂອງ​ພະເຈົ້າດີ​ກວ່າ​ຄົນ​ອື່ນໆ​ໃນ​ສະໄໝ​ນັ້ນ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຈະ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ການ​ໃຊ້​ຊີວິດ​ແລະ​ການ​ສອນ​ຂອງ​ຢາໂກໂບ​ນ້ອງ​ຊາຍ​ຂອງ​ພະ​ເຢຊູ​ເຊິ່ງໄດ້​ມາ​ເປັນ​ຜູ້​ນຳ​ໜ້າ​ປະຊາຄົມ​ຄລິດສະຕຽນ​ໃນ​ສະຕະວັດ​ທຳ​ອິດ.

^ ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ເອີ້ນ​ຢາໂກໂບ​ວ່າ​ເປັນ​ນ້ອງ​ຊາຍ​ຂອງ​ພະ​ເຢຊູ. ແຕ່​ແທ້ໆ​ແລ້ວ​ລາວ​ເປັນ​ນ້ອງ​ຊາຍ​ຕ່າງ​ພໍ່​ຂອງ​ພະ​ເຢຊູ ແລະ​ລາວ​ຍັງ​ເປັນ​ຜູ້​ທີ່​ຂຽນ​ປຶ້ມ​ຢາໂກໂບ.

^ ພີ່ນ້ອງ​ນາທານ​ນໍ​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ. ລາວ​ເສຍ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ໃນ​ປີ 1977.

^ ເຂົ້າໄປທີ່ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ (ພາສາ​ອັງກິດ) > Publications Index > Subject Index > Illustrations

^ ຄຳ​ອະທິບາຍ​ຮູບ​ພາບ: ຢາໂກໂບ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ໄຟ​ນ້ອຍໆ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ການ​ບໍ່​ຄວບຄຸມ​ຄຳເວົ້າ​ເປັນ​ອັນຕະລາຍ. ນີ້​ເປັນ​ຕົວຢ່າງ​ປຽບ​ທຽບ​ທີ່​ຫຼາຍ​ຄົນ​ເຂົ້າ​ໃຈ​ໄດ້​ງ່າຍ.