ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 6

ເຈົ້າ​ເຊື່ອ​ວ່າ​ວິທີ​ການ​ຂອງ​ພະ​ເຢໂຫວາ​ດີ​ສະເໝີ​ບໍ?

ເຈົ້າ​ເຊື່ອ​ວ່າ​ວິທີ​ການ​ຂອງ​ພະ​ເຢໂຫວາ​ດີ​ສະເໝີ​ບໍ?

“ພະເຈົ້າ​ຜູ້​ເປັນ​ຄື​ຫີນ​ທີ່​ແຂງ​ແກ່ນ ສິ່ງ​ທີ່​ພະອົງ​ເຮັດ​ດີ​ເລີດ​ບໍ່​ມີ​ບ່ອນ​ຕິ ເພາະ​ແນວ​ທາງ​ທັງ​ໝົດ​ຂອງ​ພະອົງ​ຍຸຕິທຳ ພະອົງ​ເປັນ​ພະເຈົ້າ​ທີ່​ສັດ​ຊື່​ແລະ​ຍຸຕິທຳ​ສະເໝີ ພະອົງ​ເປັນ​ພະເຈົ້າ​ທີ່​ທ່ຽງ​ທຳ​ແລະ​ຊື່​ກົງ.”—ບັນຍັດ. 32:4, ລ.ມ.

ເພງ 3 ເປັນ​ກຳລັງ ຄວາມຫວັງ ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1-2. (ກ) ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຊື່ອ​ຜູ້​ທີ່​ມີອຳ​ນາດ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

 ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຊື່ອ​ໃຈ​ຜູ້​ທີ່​ມີອຳ​ນາດ ຍ້ອນ​ເຂົາເຈົ້າ​ເຫັນ​ວ່າ​ອຳ​ນາດ​ການ​ປົກຄອງ​ແລະ​ລະບົບ​ຄວາມຍຸຕິທຳ​ມັກ​ເຂົ້າ​ຂ້າງ​ຄົນ​ລວຍ ແລະ​ບໍ່​ໄດ້​ໃຫ້​ຄວາມ​ເປັນ​ທຳ​ກັບ​ຄົນ​ທຸກ​ຍາກ ເຊິ່ງ​ເປັນ​ຄື​ກັບ​ສິ່ງ​ທີ່​ຄຳ​ພີ​ໄບເບິນ​ບອກ​ໄວ້​ທີ່​ວ່າ: “ການ​ທີ່​ມະນຸດ​ປົກຄອງ​ມະນຸດ​ມີແຕ່​ສ້າງ​ຄວາມ​ເສຍຫາຍ​ໃຫ້​ພວກ​ເຂົາ.” (ຜູ້ປ. 8:9, ລ.ມ.) ນອກ​ຈາກ​ນັ້ນ ຜູ້​ນຳ​ສາສະໜາ​ຫຼາຍ​ຄົນ​ປະພຶດ​ຕົວ​ບໍ່​ໜ້າ​ນັບຖື ຈຶ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ບໍ່​ເຊື່ອ​ໃນ​ພະເຈົ້າ. ດັ່ງນັ້ນ ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຊ່ວຍ​ຜູ້​ທີ່​ສຶກສາ​ຄຳ​ພີ​ໄບເບິນ​ກັບ​ເຮົາ​ໃຫ້​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ.

2 ບໍ່​ໄດ້​ມີພຽງ​ແຕ່​ນັກ​ສຶກສາ​ຄຳ​ພີ​ໄບເບິນ​ເທົ່າ​ນັ້ນ​ທີ່​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ. ຜູ້​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ​ກໍ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ ວິທີ​ການ​ຂອງ​ພະ​ເຢໂຫວາ​ດີ​ທີ່​ສຸດ. ແຕ່​ກໍ​ມີບາງ​ສະຖານະການ​ທີ່​ອາດ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອ​ໃນ​ພະ​ເຢໂຫວາ. ສິ່ງ​ເຫຼົ່າ​ນັ້ນ​ກໍ​ຄື: (1) ເມື່ອ​ອ່ານ​ຄຳ​ພີ​ໄບເບິນ (2) ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ ແລະ (3) ເມື່ອ​ເຈິ​ບັນຫາ​ໃນ​ອະນາຄົດ ເຊິ່ງ​ເຮົາ​ຈະ​ໄດ້​ຮຽນ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ນີ້.

ເຊື່ອ​ໃນ​ພະ​ເຢໂຫວາ​ຕອນ​ທີ່​ອ່ານ​ຄຳ​ພີ​ໄບເບິນ

3. ເປັນ​ຫຍັງ​ບາງ​ເລື່ອງ​ທີ່​ເຮົາ​ອ່ານ​ໃນ​ຄຳ​ພີ​ໄບເບິນ​ອາດ​ເຮັດ​ໃຫ້​ເຮົາ​ສົງໄສ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ?

 3 ເມື່ອ​ເຮົາ​ອ່ານ​ຄຳ​ພີ​ໄບເບິນ ເຮົາ​ອາດ​ມີຄຳຖາມ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ຜູ້​ຄົນ​ແລະ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ. ຕົວຢ່າງ​ເຊັ່ນ: ເມື່ອ​ເຮົາ​ອ່ານ​ໃນ​ປຶ້ມ​ຈົດເຊັນບັນຊີ ເຮົາ​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ປະຫານ​ຊີວິດ​ຄົນ​ອິດສະຣາເອນ​ຜູ້​ໜຶ່ງ​ທີ່​ໄປ​ເກັບ​ຟືນ​ໃນ​ວັນ​ຊະບາໂຕ. ແຕ່ເມື່ອ​ເຮົາອ່ານເຫດການທີ່ເກີດຂຶ້ນ​ຫຼາຍ​ຮ້ອຍ​ປີ​ຕໍ່ມາ​ໃນ​ປຶ້ມ 2 ຊາເມືອນ ກໍ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຍົກ​ໂທດ​ໃຫ້​ກະສັດ​ດາວິດ​ທີ່​ຫຼິ້ນ​ຊູ້​ແລະ​ຂ້າ​ຄົນ. (ຈົດເຊັນ. 15:32, 35; 2 ຊາມ. 12:9, 13) ດັ່ງນັ້ນ ເຮົາ​ອາດ​ສົງໄສ​ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍົກໂທດ​ໃຫ້​ດາວິດ​ທີ່​ຫຼິ້ນ​ຊູ້​ແລະ​ຂ້າ​ຄົນ ແຕ່​ໄດ້​ປະຫານ​ຊີວິດ​ຜູ້​ຊາຍ​ຄົນ​ນັ້ນ​ທີ່​ເບິ່ງ​ຄື​ວ່າ​ລາວ​ບໍ່​ໄດ້​ມີຄວາມ​ຜິດ​ຮ້າຍແຮງ​ຫຍັງ?’ ເພື່ອ​ຈະ​ໄດ້​ຄຳ​ຕອບ​ໃຫ້​ຄິດ​ເຖິງ 3 ຈຸດ​ຕໍ່​ໄປ​ນີ້​ຕອນ​ທີ່​ເຮົາ​ອ່ານ​ຄຳ​ພີ​ໄບເບິນ.

4. ຕົ້ນເດີມ 18:20, 21 ແລະ ພະບັນຍັດ 10:17 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ໄວ້​ໃຈ​ໃນ​ຄຳ​ຕັດສິນ​ຂອງ​ພະ​ເຢໂຫວາ?

4 ຄຳ​ພີ​ໄບເບິນ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ທັງ​ໝົດ​ໃນ​ທຸກ​ເຫດການ. ຕົວຢ່າງ​ເຊັ່ນ: ເຮົາ​ຮູ້​ວ່າ​ດາວິດ​ຮູ້ສຶກ​ເສຍໃຈ​ກັບ​ສິ່ງ​ທີ່​ລາວ​ເຮັດ. (ເພງ. 51:2-4) ແຕ່​ເຮົາ​ບໍ່​ຮູ້​ວ່າ​ຜູ້​ຊາຍ​ທີ່​ເຮັດ​ຜິດ​ກົດ​ວັນ​ຊະບາໂຕ​ເປັນ​ຄົນ​ແບບ​ໃດ​ແທ້ໆ. ລາວ​ເສຍໃຈ​ກັບ​ສິ່ງ​ທີ່​ລາວ​ເຮັດ​ບໍ? ທີ່​ຜ່ານ​ມາລາວ​ເຄີຍ​ບໍ່​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະ​ເຢໂຫວາ​ບໍ? ຫຼື​ລາວ​ເປັນ​ຄົນ​ຫົວ​ດື້​ແລະ​ເຖິງ​ຂັ້ນ​ບໍ່​ຟັງ​ຄຳ​ເຕືອນ​ບໍ? ພະ​ຄຳ​ພີ​ບໍ່​ໄດ້​ບອກ​ໄວ້. ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ “ຍຸຕິທຳ​ສະເໝີ” (ບັນຍັດ. 32:4, ລ.ມ.) ເພາະເພິ່ນ​ຕັດສິນ​ຕາມ​ຄວາມ​ຈິງ ບໍ່​ໄດ້​ຕັດສິນ​ຕາມທີ່​ຄົນ​ອື່ນ​ເວົ້າຫຼື​ຕັດສິນ​ແບບ​ລຳອຽງ. (ອ່ານ​ຕົ້ນເດີມ 18:20, 21; ພະບັນຍັດ 10:17) ດັ່ງນັ້ນ ແຮ່ງ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຫຼັກ​ການ​ຂອງ​ເພິ່ນ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ໄວ້​ໃຈ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ຫຼາຍ​ຂຶ້ນ. ແລະ​ເຖິງ​ວ່າ​ເຮົາ​ຈະ​ມີຄຳຖາມ​ທີ່​ຍັງ​ບໍ່​ໄດ້​ຄຳ​ຕອບ​ເມື່ອ​ອ່ານ​ຄຳ​ພີ​ໄບເບິນ ແຕ່​ເຮົາ​ກໍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ “ເຮັດ​ທຸກ​ສິ່ງ​ຢ່າງ​ຖືກຕ້ອງ.”—ເພງ. 145:17, ລ.ມ.

5. ຄວາມ​ບໍ່​ສົມບູນ​ແບບ​ເຮັດ​ໃຫ້​ເຮົາ​ຕັດສິນ​ແບບ​ໃດ? (ເບິ່ງ​ຂອບ “ ຄວາມ​ບໍ່​ສົມບູນ​ແບບ​ເຮັດ​ໃຫ້​ເຮົາ​ບໍ່​ສາມາດ​ເບິ່ງ​ສິ່ງ​ຕ່າງໆ​ໄດ້​ຢ່າງ​ຖືກຕ້ອງ”)

5 ຍ້ອນ​ເຮົາ​ບໍ່​ສົມບູນ​ແບບ​ເຮົາ​ຈຶ່ງ​ບໍ່​ໄດ້​ຕັດສິນ​ຖືກຕ້ອງ​ສະເໝີ. ເຮົາ​ຖືກ​ສ້າງ​ຕາມ​ຮູບ​ແບບ​ຂອງ​ພະເຈົ້າ ເຮົາ​ຈຶ່ງ​ຢາກ​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ຍຸຕິທຳ. (ຕົ້ນ. 1:26) ເຖິງ​ວ່າ​ເຮົາ​ຈະ​ຮູ້​ຄວາມ​ຈິງ​ທັງ​ໝົດ ແຕ່​ເຮົາ​ກໍ​ຍັງ​ຕັດສິນ​ຜິດ​ພາດ​ຢູ່ຍ້ອນ​ເຮົາ​ບໍ່​ສົມບູນ​ແບບ. ຕົວຢ່າງ​ເຊັ່ນ: ໂຢນາ​ຮູ້ສຶກ​ບໍ່​ພໍ​ໃຈ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຕໍ່​ປະຊາຊົນ​ໃນ​ເມືອງ​ນີນີເວ. (ໂຢນາ 3:10–4:1) ຜົນ​ເປັນ​ແນວ​ໃດ? ຄົນ​ໃນ​ເມືອງ​ນີນີເວ 120.000 ຄົນ​ໄດ້​ກັບ​ໃຈ​ແລະ​ລອດ​ຊີວິດຍ້ອນຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ. ນີ້​ສະແດງ​ໃຫ້​ເຫັນ​ວ່າ​ຜູ້​ທີ່​ຕັດສິນ​ຜິດ​ພາດ​ກໍ​ຄື​ໂຢນາ​ບໍ່​ແມ່ນ​ພະ​ເຢໂຫວາ.

6. ເປັນຫຍັງ​ພະ​ເຢໂຫວາ​ບໍ່​ຈຳເປັນ​ຕ້ອງ​ອະທິບາຍ​ເຫດຜົນ​ໃຫ້​ເຮົາ​ຟັງ?

6 ພະ​ເຢໂຫວາ​ບໍ່​ຈຳເປັນ​ທີ່​ຈະ​ຕ້ອງ​ອະທິບາຍ​ເຫດຜົນ​ທຸກ​ຢ່າງ​ກັບ​ເຮົາ. ໃນ​ອະດີດ ພະ​ເຢໂຫວາ​ເຄີຍ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ສະແດງ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ເພິ່ນ ຫຼື​ກ່ຽວ​ກັບ​ສິ່ງ​ທີ່​ເພິ່ນ​ເຮັດ. (ຕົ້ນ. 18:25; ໂຢນາ 4:2, 3) ແລະ​ບາງ​ຄັ້ງ​ເພິ່ນ​ເຖິງ​ຂັ້ນ​ອະທິບາຍ​ເຫດຜົນ​ໃຫ້​ເຂົາເຈົ້າ​ຟັງ​ນຳ. (ໂຢນາ 4:10, 11) ແຕ່​ທີ່​ຈິງ ພະ​ເຢໂຫວາ​ບໍ່​ຈຳເປັນ​ທີ່​ຈະ​ຕ້ອງ​ອະທິບາຍ​ເຫດຜົນ​ກັບ​ເຮົາ​ຍ້ອນ​ວ່າ​ເພິ່ນ​ເປັນ​ຜູ້​ສ້າງ ແລະ​ເພິ່ນ​ກໍ​ບໍ່​ຈຳເປັນ​ທີ່​ຈະ​ຖາມ​ເຮົາ​ກ່ອນ​ທີ່​ຈະ​ເຮັດ​ສິ່ງ​ໃດ​ຫຼື​ຫຼັງ​ຈາກ​ທີ່​ເຮັດ​ສິ່ງ​ນັ້ນ​ແລ້ວ.—ເອຊາ. 40:13, 14; 55:9

ເຊື່ອ​ໃນ​ພະ​ເຢໂຫວາ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ

7. ເປັນ​ຫຍັງ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ໄວ້​ໃຈ​ຜູ້​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ ແລະ​ຍ້ອນ​ຫຍັງ?

7 ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ. ແຕ່​ເຮົາ​ໄວ້​ໃຈ​ຜູ້​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ​ໃຫ້​ນຳ​ໜ້າ​ໃນ​ອົງການ​ຂອງ​ເພິ່ນ​ບໍ? ເຮົາ​ອາດ​ຈະ​ສົງໄສ​ວ່າ​ຄົນ​ເຫຼົ່າ​ນີ້​ຕັດສິນ​ຕາມ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ​ແທ້ໆ​ບໍ ຫຼື​ຕາມ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ? ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ທີ່​ເວົ້າ​ມາ​ແລ້ວ​ໃນ​ ຂໍ້ 3 ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ບາງ​ຄົນ​ໃນ​ສະໄໝ​ນັ້ນ​ຄິດ​ແບບ​ນີ້. ເຊັ່ນ: ຍາດ​ພີ່ນ້ອງ​ຂອງ​ຜູ້​ຊາຍ​ທີ່​ເຮັດ​ຜິດ​ກົດ​ວັນ​ຊະບາໂຕ​ອາດ​ສົງໄສ​ວ່າ ໂມເຊ​ໄດ້​ຖາມ​ພະ​ເຢໂຫວາ​ແທ້ໆ​ບໍ​ກ່ອນ​ທີ່​ຈະ​ຕັດສິນ​ປະຫານ​ຊີວິດ? ແລະ​ໝູ່​ຂອງ​ອູຣີຢາ​ຊາວ​ເຫດ​ອາດ​ສົງໄສ​ວ່າ ດາວິດ​ໃຊ້​ສິດ​ການ​ເປັນ​ກະສັດ​ເພື່ອ​ຈະ​ບໍ່​ໄດ້​ຮັບ​ໂທດ​ບໍ? ພະ​ເຢໂຫວາ​ໄວ້​ໃຈ​ຜູ້​ທີ່​ເພິ່ນ​ແຕ່ງ​ຕັ້ງ​ໃຫ້​ນຳ​ໜ້າ​ໃນ​ອົງການ​ແລະ​ໃນ​ປະຊາຄົມ. ດັ່ງນັ້ນ ຖ້າ​ເຮົາບໍ່​ໄວ້​ໃຈ​ຄົນ​ເຫຼົ່າ​ນີ້​ກໍ​ສ່ຳ​ກັບ​ວ່າ​ເຮົາ​ບໍ່​ໄດ້​ໄວ້​ໃຈ​ພະ​ເຢໂຫວາ.

8. ຕາມ​ກິດຈະການ 16:4, 5 ປະຊາຄົມ​ໃນ​ສະຕະວັດ​ທຳ​ອິດ​ແລະ​ໃນ​ທຸກ​ມື້​ນີ້​ເຮັດ​ວຽກ​ຄ້າຍ​ຄື​ກັນ​ແນວ​ໃດ?

8 ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ຊີ້​ນຳ​ອົງການ​ຂອງ​ເພິ່ນ​ສ່ວນ​ທີ່​ຢູ່​ໃນ​ໂລກ​ໂດຍ​ທາງ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ.” (ມທ. 24:45) ຄື​ກັບ​ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳ​ອິດ ທາດ​ສັດ​ຊື່​ນີ້​ໄດ້​ຊີ້​ນຳ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຢູ່​ທົ່ວ​ໂລກ ແລະ​ໃຫ້​ຄຳ​ແນະນຳ​ກັບ​ຜູ້​ດູ​ແລ​ໃນ​ປະຊາຄົມ. (ອ່ານ​ກິດຈະການ 16:4, 5) ຈາກ​ນັ້ນ​ຜູ້​ດູ​ແລ​ກໍ​ຈະ​ໃຊ້​ຄຳ​ແນະນຳ​ນັ້ນ​ໃນ​ປະຊາຄົມ. ເຮົາ​ສະແດງ​ໃຫ້​ເຫັນ​ວ່າເຮົາ​ໄວ້​ໃຈ​ວິທີ​ການ​ຂອງ​ພະ​ເຢໂຫວາ​ໂດຍ ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ຈາກ​ອົງການ​ແລະ​ຈາກ​ຜູ້​ດູ​ແລ.

9. ຕອນ​ໃດ​ທີ່​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຜູ້​ດູ​ແລ ແລະ​ຍ້ອນ​ຫຍັງ?

9 ແຕ່​ບາງເທື່ອ​ເຮົາ​ກໍ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຜູ້​ດູ​ແລ. ຕົວຢ່າງ​ເຊັ່ນ: ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ຫຼາຍ​ປະຊາຄົມ​ແລະ​ຫຼາຍ​ໝວດ​ໄດ້​ມີການ​ຊັບຊ້ອນ​ພີ່ນ້ອງ​ໃໝ່. ບາງ​ກໍລະນີ ຜູ້​ດູ​ແລ​ອາດ​ຈະ​ຊັບຊ້ອນ​ພີ່ນ້ອງ​ໃຫ້​ຍ້າຍ​ໄປ​ສົມທົບ​ກັບ​ປະຊາຄົມ​ອື່ນໆ​ເພື່ອ​ຈະ​ໃຊ້​ຫໍ​ປະຊຸມ​ໃຫ້​ຄຸ້ມ​ຄ່າ. ຖ້າ​ເຈົ້າ​ຖືກ​ຂໍ​ໃຫ້​ໄປ​ສົມທົບ​ກັບ​ປະຊາຄົມ​ໃໝ່ ເຈົ້າ​ອາດ​ຈະ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຕ້ອງ​ແຍກ​ຈາກ​ຄອບຄົວ​ແລະ​ໝູ່​ເພື່ອນ. ຜູ້​ດູ​ແລ​ເຮັດ​ແບບ​ນີ້​ຍ້ອນ​ພະ​ເຢໂຫວາ​ບອກ​ບໍ? ບໍ່. ນີ້​ອາດ​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຜູ້​ດູ​ແລ. ແຕ່​ພະ​ເຢໂຫວາ​ໄວ້​ໃຈ​ການ​ຕັດສິນ​ໃຈ​ຂອງ​ຜູ້​ດູ​ແລ. ດັ່ງນັ້ນ ເຮົາ​ເອງ​ກໍ​ຄວນ​ຈະ​ໄວ້​ໃຈ​ເຂົາເຈົ້າ​ຄື​ກັນ. *

10. ຕາມ​ເຮັບເຣີ 13:17 ເປັນ​ຫຍັງ​ເຮົາ​ຄວນ​ຮ່ວມ​ມື​ກັບ​ຜູ້​ດູ​ແລ?

10 ເປັນ​ຫຍັງ​ເຮົາ​ຄວນ​ຮ່ວມ​ມືກັບຜູ້​ດູ​ແລ​ແລະ​ເຮັດ​ຕາມ​ການ​ຕັດສິນ​ໃຈ​ຂອງເຂົາເຈົ້າ ເຖິງ​ວ່າ​ເຮົາ​ຈະ​ບໍ່​ມັກ​ການ​ຕັດສິນ​ໃຈ​ນັ້ນ​ກໍ​ຕາມ? ເພາະ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ຮັກສາ​ຄວາມ​ເປັນ​ນ້ຳໜຶ່ງໃຈດຽວກັນ. (ອຟຊ. 4:2, 3) ແລະ​ຖ້າ​ພີ່ນ້ອງ​ທຸກ​ຄົນ​ເຮັດ​ຕາມ​ການ​ຕັດສິນ​ໃຈ​ຂອງ​ຜູ້​ດູ​ແລ ປະຊາຄົມ​ກໍ​ຈະ​ມີຄວາມສຸກ​ແລະ​ກ້າວ​ໜ້າ. (ອ່ານ​ເຮັບເຣີ 13:17) ແລະ​ທີ່​ສຳຄັນ ເຮົາ​ກໍ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ໄວ້​ໃຈ​ເພິ່ນ​ໂດຍ​ຮ່ວມ​ມື​ກັບ​ຜູ້​ທີ່​ເພິ່ນ​ແຕ່ງ​ຕັ້ງ​ໃຫ້​ເບິ່ງ​ແຍງ​ເຮົາ.—ກຈກ. 20:28

11. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໄວ້​ໃຈ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ຈາກ​ຜູ້​ດູ​ແລ​ຫຼາຍ​ຂຶ້ນ?

11 ເຮົາ​ຈະ​ໄວ້​ໃຈ​ຄຳ​ແນະນຳ​ຈາກ​ຜູ້​ດູ​ແລ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ຈື່​ວ່າ ເຂົາເຈົ້າ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ຕ່າງໆ​ທີ່​ມີຜົນ​ຕໍ່​ປະຊາຄົມ. ເຂົາເຈົ້າ​ພະຍາຍາມ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ​ແລະ​ຄຳ​ແນະນຳ​ຈາກ​ອົງການ. ເຂົາເຈົ້າ​ຍັງ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແລະ​ຢາກ​ເບິ່ງ​ແຍງ​ພີ່ນ້ອງ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ເຮັດ​ໄດ້. ແລະ​ເຂົາເຈົ້າ​ຮູ້​ວ່າ ເຂົາເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພະ​ເຢໂຫວາ​ໃນ​ວິທີ​ທີ່​ເຂົາເຈົ້າ​ປະຕິບັດ​ກັບ​ພີ່ນ້ອງ. (1 ປຕ. 5:2, 3) ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ໂລກ​ນີ້​ໄດ້​ມີການ​ແບ່ງ​ແຍກ​ທາງ​ດ້ານ​ເຊື້ອ​ຊາດ ສາສະໜາ ແລະ​ການ​ເມືອງ ແຕ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ນະມັດສະການ​ເພິ່ນ​ຢ່າງ​ເປັນ​ນ້ຳໜຶ່ງໃຈດຽວກັນ. ທີ່​ເປັນ​ແບບ​ນີ້​ໄດ້​ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ອວຍ​ພອນ!

12. ຜູ້​ດູ​ແລ​ຕ້ອງ​ຄິດ​ເຖິງ​ຫຍັງ​ແດ່​ເພື່ອ​ຈະ​ຮູ້​ວ່າ​ຜູ້​ທີ່​ເຮັດ​ຜິດ​ກັບ​ໃຈ​ແທ້​ຫຼື​ບໍ່?

12 ພະ​ເຢໂຫວາ​ໄດ້​ມອບ​ໝາຍ​ໃຫ້​ຜູ້​ດູ​ແລ​ເບິ່ງ​ແຍງ​ປະຊາຄົມ​ໃຫ້​ສະອາດ. ຖ້າ​ມີພີ່ນ້ອງ​ບາງ​ຄົນ​ເຮັດ​ຜິດ​ຮ້າຍແຮງ ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ຜູ້​ດູ​ແລ​ຕັດສິນ​ໃຈ​ດີໆ​ວ່າ ຍັງ​ຈະ​ໃຫ້​ພີ່ນ້ອງ​ຄົນ​ນັ້ນ​ຢູ່​ໃນ​ປະຊາຄົມ​ຕໍ່​ໄປ​ຫຼື​ບໍ່. ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຂົາເຈົ້າ​ຕ້ອງ​ເບິ່ງ​ວ່າ​ລາວ​ກັບ​ໃຈ​ແທ້ໆ​ບໍ? ລາວ​ອາດ​ຈະ​ບອກ​ວ່າ​ລາວ​ກັບ​ໃຈ​ແລ້ວ ແຕ່​ລາວ​ຮູ້ສຶກ​ກຽດ​ຊັງ​ສິ່ງ​ທີ່​ລາວ​ເຮັດ​ບໍ? ລາວ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ກັບ​ໄປ​ເຮັດ​ຜິດ​ຊ້ຳ​ອີກ​ບໍ? ຖ້າ​ລາວ​ເຮັດ​ຜິດ​ຍ້ອນ​ຫຼິ້ນ​ກັບ​ໝູ່​ທີ່​ບໍ່​ດີ ລາວ​ໄດ້​ເຊົາ​ຫຼິ້ນ​ກັບ​ຄົນ​ເຫຼົ່ານັ້ນ​ແລ້ວ​ບໍ? ຜູ້​ດູ​ແລ​ຈະ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ນີ້​ຢ່າງ​ຈິງ​ຈັງ​ພ້ອມ​ທັງ​ເບິ່ງ​ຫຼັກ​ການ​ຈາກ​ຄຳ​ພີ​ໄບເບິນ ແລະ​ຄິດ​ເບິ່ງ​ວ່າ​ຜູ້​ທີ່​ເຮັດ​ຜິດ​ຮູ້ສຶກ​ແນວ​ໃດ​ຕໍ່​ສິ່ງ​ທີ່​ລາວ​ເຮັດ? ຈາກ​ນັ້ນ​ຜູ້​ດູ​ແລ​ຈະ​ຕັດສິນ​ໃຈ​ວ່າ​ຜູ້​ທີ່​ເຮັດ​ຜິດ​ສົມຄວນ​ຈະ​ຢູ່​ໃນ​ປະຊາຄົມ​ຕໍ່​ໄປ​ຫຼື​ບໍ່. ແຕ່​ບາງເທື່ອ​ອາດ​ຈະ​ຕ້ອງ​ຕັດ​ສຳພັນ​ຜູ້​ນັ້ນ.—1 ກຣ. 5:11-13

13. ຖ້າ​ຍາດ​ພີ່ນ້ອງ​ຫຼື​ໝູ່​ຄູ່​ຂອງ​ເຮົາ​ຖືກ​ຕັດ​ສຳພັນ ເຮົາ​ອາດ​ຈະ​ສົງໄສ​ເລື່ອງ​ຫຍັງ?

13 ສິ່ງ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຍອມ​ຮັບ​ການ​ຕັດສິນ​ໃຈ​ຂອງ​ຜູ້ດູແລ? ຖ້າ​ພີ່ນ້ອງ​ທີ່​ຖືກ​ຕັດ​ສຳພັນ​ບໍ່​ແມ່ນ​ຍາດ​ພີ່ນ້ອງ​ຫຼື​ໝູ່​ສະໜິດ​ຂອງ​ເຮົາ ເຮົາ​ກໍ​ອາດ​ຈະ​ຍອມ​ຮັບ​ການ​ຕັດສິນ​ໃຈ​ນັ້ນ​ໄດ້​ງ່າຍ. ແຕ່​ຖ້າ​ວ່າ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ນັ້ນ​ເປັນ​ຍາດ​ພີ່ນ້ອງ​ຫຼື​ໝູ່​ຄູ່​ຂອງ​ເຮົາ​ເດ? ເຮົາ​ອາດ​ຈະ​ຄິດ​ວ່າ​ຜູ້​ດູ​ແລ​ເບິ່ງ​ຄວາມ​ຈິງ​ທັງ​ໝົດ​ແລ້ວ​ບໍ? ຫຼື​ເຂົາເຈົ້າ​ຕັດສິນ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ແທ້ໆ​ບໍ? ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ການ​ຕັດສິນ​ໃຈ​ນັ້ນ​ຢ່າງ​ຖືກຕ້ອງ?

14. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຍອມ​ຮັບ​ການ​ຕັດສິນ​ໃຈ​ຂອງ​ຜູ້​ດູ​ແລ ຖ້າ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ນັ້ນ​ເປັນ​ຍາດ​ພີ່ນ້ອງ​ຫຼື​ໝູ່​ຄູ່​ຂອງ​ເຮົາ?

14 ເຮົາ​ຄວນ​ຈື່​ໄວ້​ວ່າ ການ​ຕັດ​ສຳພັນ​ເປັນ​ການ​ຈັດ​ກຽມ​ຈາກ​ພະ​ເຢໂຫວາເຊິ່ງ​ຈະ​ເປັນ​ປະໂຫຍດ​ຕໍ່​ປະຊາຄົມແລະ​ອາດ​ຈະ​ເປັນ​ປະໂຫຍດ​ຕໍ່​ຜູ້​ທີ່​ເຮັດ​ຜິດ​ນຳ. ຖ້າ​ຫາກ​ຜູ້​ທີ່​ເຮັດ​ຜິດ​ແລະ​ບໍ່​ກັບ​ໃຈ​ຍັງ​ຢູ່​ໃນ​ປະຊາຄົມ​ຕໍ່​ໄປ ກໍ​ອາດ​ຈະ​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ພີ່ນ້ອງ​ຄົນ​ອື່ນໆ. (ຄລຕ. 5:9) ນອກ​ຈາກ​ນັ້ນ ລາວ​ອາດ​ຈະ​ຄິດ​ວ່າ​ຄວາມ​ຜິດ​ທີ່​ລາວ​ເຮັດ​ນັ້ນ​ບໍ່​ໄດ້​ຮ້າຍແຮງ​ຫຍັງ ແລະ​ບໍ່​ຈຳເປັນ​ທີ່​ຈະຕ້ອງ​ປ່ຽນ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ຕົວ​ເອງ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. (ຜູ້ປ. 8:11) ເຮົາ​ໝັ້ນ​ໃຈ​ວ່າ​ຜູ້​ດູ​ແລ​ຖື​ວ່າ​ການ​ຕັດ​ສຳພັນ​ຜູ້​ໃດ​ຜູ້​ໜຶ່ງ​ເປັນ​ໜ້າ​ທີ່​ທີ່​ສຳຄັນ​ຫຼາຍ​ແລະ​ຕ້ອງ​ໄດ້​ຄິດ​ດີໆ. ເຂົາເຈົ້າ​ເຮັດ​ຄື​ກັບ​ຜູ້ຕັດສິນ​ໃນ​ສະໄໝ​ອິດສະຣາເອນ​ບູຮານ​ທີ່ “ບໍ່​ໄດ້​ຕັດສິນ​ສຳລັບ​ມະນຸດ ແຕ່​ຕັດສິນ​ສຳລັບ​ພະ​ເຢໂຫວາ.”—2 ຂ່າວ. 19:6, 7, ລ.ມ.

ການ​ໄວ້​ໃຈ​ພະ​ເຢໂຫວາ​ຕັ້ງ​ແຕ່​ຕອນນີ້​ຈະ​ຊ່ວຍ​ໃຫ້​ໄວ້​ໃຈ​ເພິ່ນ​ໃນ​ອະນາຄົດ

ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໄວ້​ໃຈ​ແລະ​ເຊື່ອ​ຟັງ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ຮັບ​ໃນ​ຊ່ວງ​ຂອງ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່? (ເບິ່ງ​ຂໍ້ 15)

15. ເປັນ​ຫຍັງ​ຕອນນີ້​ເຮົາ​ຕ້ອງ​ໄວ້​ໃຈ​ຄຳ​ແນະນຳ​ທີ່​ມາ​ຈາກ​ພະ​ເຢໂຫວາ​ຫຼາຍ​ກວ່າ​ແຕ່​ກ່ອນ?

15 ເມື່ອ​ລະບົບ​ນີ້​ໃກ້​ຈະ​ເຖິງ​ຈຸດ​ຈົບ​ແລ້ວ ເຮົາ​ກໍ​ຕ້ອງ​ແຮ່ງ​ໄວ້​ໃຈ​ໃນ​ວິທີ​ການ​ຂອງ​ພະ​ເຢໂຫວາ​ຫຼາຍ​ກວ່າ​ແຕ່​ກ່ອນ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເວົ້າ​ກັບ​ເຮົາ​ໂດຍ​ກົງ ແຕ່​ເພິ່ນ​ເວົ້າ​ຜ່ານ​ຜູ້​ທີ່​ເພິ່ນ​ແຕ່ງ​ຕັ້ງ​ໃຫ້​ນຳ​ໜ້າ​ໃນ​ອົງການ. ໃນ​ຊ່ວງ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່ ຜູ້​ທີ່​ນຳ​ໜ້າ​ອາດ​ໃຫ້​ຄຳ​ແນະນຳ​ທີ່​ເບິ່ງ​ຄື​ແປກໆ​ແລະ​ຍາກ​ທີ່​ຈະ​ເຮັດ​ຕາມ. ແຕ່​ນັ້ນ​ບໍ່​ແມ່ນ​ເວລາ​ທີ່​ເຮົາ​ຈະ​ມາ​ສົງໄສ​ວ່າ ນີ້​ເປັນ​ຄຳ​ແນະນຳ​ທີ່​ມາ​ຈາກ​ພະ​ເຢໂຫວາ​ແທ້ໆ​ບໍ? ຫຼື​ເປັນ​ຄຳ​ແນະນຳ​ທີ່​ຜູ້​ດູ​ແລ​ຄິດ​ຂຶ້ນ​ມາ​ເອງ? ໃນ​ຕອນ​ນັ້ນ ເຮົາ​ຈະ​ໄວ້​ໃຈ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ຫຼື​ບໍ່​ກໍ​ຂຶ້ນ​ຢູ່​ກັບ​ວ່າ​ເຮົາ​ຄິດ​ແນວ​ໃດ​ກັບ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ຕັ້ງ​ແຕ່​ຕອນນີ້. ຖ້າ​ເຮົາ​ໄວ້​ໃຈ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ຕັ້ງ​ແຕ່​ຕອນນີ້ ມັນ​ກໍ​ງ່າຍ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ເມື່ອ​ຮອດ​ຊ່ວງ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່.—ລກ. 16:10

16. ເປັນ​ຫຍັງ​ເຮົາ​ຕ້ອງ​ໄວ້​ໃຈ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ເຮັດ​ໃນ​ອະນາຄົດ?

16 ຍັງ​ມີອີກ​ສິ່ງ​ໜຶ່ງ​ທີ່​ເຮົາ​ຄວນ​ຈະ​ຄິດ​ເຖິງ ນັ້ນ​ກໍ​ຄື​ການ​ຕັດສິນ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃນ​ຈຸດ​ຈົບ​ຂອງ​ໂລກ​ຊົ່ວ​ນີ້. ຕອນນີ້​ເຮົາ​ມີຄວາມຫວັງ​ວ່າ​ຫຼາຍ​ຄົນ​ທີ່ຍັງ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ເຊິ່ງ​ລວມ​ເຖິງ​ຍາດ​ພີ່ນ້ອງ​ຂອງ​ເຮົາ​ຈະ​ປ່ຽນ​ໃຈ​ມາ​ຮັບໃຊ້​ເພິ່ນ. ແຕ່​ໃນ​ວັນ​ອາມາເຄໂດນ ເຮົາ​ເລືອກ​ບໍ່​ໄດ້​ວ່າ​ໃຜ​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພະ​ເຢໂຫວາ ເພາະ​ພະ​ເຢໂຫວາ​ຈະ​ໃຫ້​ພະ​ເຢຊູ​ເປັນ​ຜູ້ຕັດສິນ​ຄັ້ງ​ສຸດ​ທ້າຍ​ວ່າ​ໃຜ​ຈະ​ລອດ. (ມທ. 25:31-33; ມທ. 25:34, 41, 46; 2 ທຊ. 1:7-9) ເມື່ອ​ເຖິງ​ຕອນ​ນັ້ນ ເຮົາ​ຈະ​ໄວ້​ໃຈ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ບໍ ຫຼື​ເຮົາ​ຈະ​ເຊົາ​ຮັບໃຊ້ເພິ່ນ​ຍ້ອນ​ບໍ່​ເຫັນ​ດີ​ກັບ​ການ​ຕັດສິນ​ຂອງ​ເພິ່ນ? ເຫັນ​ໄດ້​ວ່າ​ເຮົາ​ຈຳເປັນ​ຕ້ອງ​ໄວ້​ໃຈ​ເພິ່ນ​ຫຼາຍ​ຂຶ້ນ​ຕັ້ງ​ແຕ່​ຕອນນີ້ ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ໄວ້​ໃຈ​ເພິ່ນ​ໃນ​ອະນາຄົດ.

17. ເຮົາ​ຈະ​ໄດ້​ປະໂຫຍດ​ຫຍັງ​ຈາກ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ?

17 ລອງ​ຄິດ​ເບິ່ງ​ວ່າ ໃນ​ໂລກ​ໃໝ່​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ເຫັນ​ຜົນ​ງານ​ຈາກ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ. ສາສະໜາ​ປອມ ລະບົບ​ການ​ຄ້າ​ທີ່​ເຫັນ​ແກ່​ຕົວ ແລະ​ການ​ປົກຄອງ​ທີ່​ມັກ​ຂູດ​ຮີດ​ປະຊາຊົນ​ຈະ​ບໍ່​ມີອີກ​ຕໍ່​ໄປ. ໂລກ​ໄພ​ໄຂ້​ເຈັບ ຄວາມ​ເຖົ້າ​ແກ່ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີອີກ​ເລີຍ. ຊາຕານ​ແລະ​ພວກ​ປີສາດ​ຈະ​ຖືກ​ກັກຂັງ​ໄວ້ 1.000 ປີ. ສິ່ງ​ທີ່​ບໍ່​ດີ​ຕ່າງໆ​ທີ່​ເກີດຂຶ້ນ​ຈາກ​ພວກ​ກະບົດ​ຈະ​ບໍ່​ມີອີກ​ຕໍ່​ໄປ. (ພນມ. 20:2, 3) ເຮົາ​ຈະ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ໄວ້​ໃຈ​ວິທີ​ທີ່​ພະ​ເຢໂຫວາ​ເຮັດ​ສິ່ງ​ຕ່າງໆ!

18. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ຊາວ​ອິດສະຣາເອນ​ທີ່​ຢູ່​ໃນ​ຈົດເຊັນບັນຊີ 11:4-6; ແລະ 21:5?

18 ໃນ​ໂລກ​ໃໝ່ ເຮົາ​ຍັງ​ຈະ​ຕ້ອງ​ໄດ້​ໄວ້​ໃຈ​ວິທີ​ທີ່​ພະ​ເຢໂຫວາ​ເຮັດ​ສິ່ງ​ຕ່າງໆ​ອີກ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ຊາວ​ອິດສະຣາເອນ​ຕອນ​ທີ່​ເຂົາເຈົ້າ​ອອກ​ຈາກ​ການ​ເປັນ​ທາດ​ໃນ​ເອຢິບ. ເຂົາເຈົ້າ​ເລີ່ມ​ຈົ່ມ​ຍ້ອນ​ຄິດ​ຮອດ​ອາຫານ​ທີ່​ຢູ່​ເອຢິບ ແລະ​ດູຖູກ​ມານາ​ທີ່​ພະ​ເຢໂຫວາ​ຈັດ​ໃຫ້. (ອ່ານ​ຈົດເຊັນບັນຊີ 11:4-6; 21:5) ເຮົາ​ອາດ​ຈະ​ຄິດ​ຄື​ກັບ​ຊາວ​ອິດສະຣາເອນ​ບໍ​ຫຼັງ​ຈາກ​ທີ່​ຜ່ານ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່? ເຮົາ​ບໍ່​ຮູ້​ວ່າ​ເຮົາ​ຈະ​ມີວຽກ​ຫຼາຍ​ສ່ຳ​ໃດ​ເພື່ອ​ມ້ຽນ​ຊາກ​ຫັກ​ພັງ​ທີ່​ເກີດ​ຈາກ​ການ​ທຳລາຍ ແລະ​ຟື້ນຟູ​ໂລກ​ໃຫ້​ເປັນ​ອຸທິຍານ. ແຕ່​ເຮົາ​ຮູ້​ວ່າ​ມັນ​ຈະ​ມີວຽກ​ຫຼາຍ​ແທ້ໆ​ແລະ​ອາດ​ຈະ​ຮູ້ສຶກ​ລຳບາກ​ໃນ​ຕອນ​ທຳ​ອິດ ແຕ່​ເຮົາ​ຈະ​ຈົ່ມ​ບໍ? ຖ້າ​ເຮົາ​ເຫັນ​ຄ່າ​ສິ່ງ​ທີ່​ພະ​ເຢໂຫວາ​ຈັດ​ໃຫ້​ເຮົາ​ຕັ້ງ​ແຕ່​ຕອນນີ້ ໃນ​ຕອນ​ນັ້ນ ເຮົາ​ກໍ​ແຮ່ງ​ຈະ​ເຫັນ​ຄ່າ​ສິ່ງ​ທີ່​ເພິ່ນ​ຈັດ​ໃຫ້​ຄື​ກັນ.

19. ຈຸດ​ສຳຄັນ​ໃນ​ບົດ​ນີ້​ມີຫຍັງ​ແດ່?

19 ເຮົາ​ຕ້ອງ​ໝັ້ນ​ໃຈ​ວ່າ​ວິທີ​ທີ່​ພະ​ເຢໂຫວາ​ເຮັດ​ສິ່ງ​ຕ່າງໆ​ຖືກຕ້ອງ​ສະເໝີ. ແລະ​ເຮົາ​ຍັງ​ຕ້ອງ​ໄວ້​ໃຈ​ຜູ້​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ​ໃຫ້​ນຳ​ໜ້າ​ໃນ​ອົງການ. ແລະ​ຂໍ​ໃຫ້​ເຮົາ​ຈື່​ຄຳເວົ້າ​ຂອງ​ຜູ້​ພະຍາກອນ​ເອຊາຢາ​ທີ່​ບອກ​ວ່າ: “ຖ້າ​ພວກ​ເຈົ້າ​ມີໃຈ​ທີ່​ສະຫງົບ​ແລະ​ວາງໃຈ​ເຮົາ ພວກ​ເຈົ້າ​ກໍ​ຈະ​ມີຄວາມ​ເຂັ້ມແຂງ.”—ເອຊາ. 30:15, ລ.ມ.

ເພງ 98 ພະ​ຄຳ​ພີ​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ຈາກ​ພະເຈົ້າ

^ ຂໍ້ 5 ໃນ​ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້ໄວ້ໃຈ ພະ​ເຢໂຫວາ​ແລະ​ຜູ້​ທີ່​ເພິ່ນ​ແຕ່ງ​ຕັ້ງ​ໃຫ້​ນຳ​ໜ້າ​ໃນ​ອົງການ. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ການ​ໄວ້​ໃຈ​ພະ​ເຢໂຫວາ​ແລະ​ຜູ້​ທີ່​ເພິ່ນ​ແຕ່ງ​ຕັ້ງ​ຈະ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ​ໃນ​ຕອນ​ນີ້​ແລະ​ກຽມ​ເຮົາ​ແນວ​ໃດ​ສຳລັບ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ອະນາຄົດ.

^ ຂໍ້ 9 ບາງ​ເທື່ອອາດຈະ​ມີພີ່ນ້ອງ​ບາງ​ຄົນ​ຫຼື​ບາງ​ຄອບຄົວ​ບໍ່​ສາມາດ​ຍ້າຍ​ໄປ​ປະຊາຄົມ​ອື່ນ​ໄດ້. ຂໍ​ໃຫ້​ເບິ່ງ “ຕູ້ບັນຫາ” ໃນພະ​ລາຊະກິດ ເດືອນ​ພະຈິກ 2002 (ພາສາ​ອັງກິດ)