ບົດຄວາມສຶກສາທີ 7
“ຂໍໃຫ້ຟັງຄຳຂອງຄົນສະຫຼາດ”
“ໃຫ້ຫງ່ຽງຫູຟັງຄຳຂອງຄົນສະຫຼາດ.”—ສຸພາ. 22:17, ລ.ມ.
ເພງ 123 ເຊື່ອຟັງກົດລະບຽບຂອງອົງການພະເຈົ້າຢ່າງພັກດີ
ໃຈຄວາມສຳຄັນ *
1. ເຮົາອາດຈະໄດ້ຮັບຄຳແນະນຳຕອນໃດແດ່ ແລະເປັນຫຍັງເຮົາທຸກຄົນຕ້ອງໄດ້ຮັບຄຳແນະນຳ?
ເຮົາທຸກຄົນຈຳເປັນຕ້ອງໄດ້ຮັບຄຳແນະນຳ. ບາງເທື່ອເຮົາອາດຈະເປັນຝ່າຍໄປຂໍຄຳແນະນຳຈາກຄົນອື່ນ. ແຕ່ບາງເທື່ອພີ່ນ້ອງທີ່ເປັນຫ່ວງເຮົາກໍອາດຈະມາໃຫ້ຄຳແນະນຳເຮົາເມື່ອເຫັນວ່າເຮົາ “ກ້າວໄປຜິດທາງ.” (ຄລຕ. 6:1) ຫຼືເຮົາອາດຈະໄດ້ຮັບຄຳແນະນຳຫຼັງຈາກທີ່ເຮົາໄດ້ເຮັດຜິດຮ້າຍແຮງ. ແຕ່ບໍ່ວ່າເຮົາຈະໄດ້ຮັບຄຳແນະນຳຕອນໃດ ເຮົາກໍຄວນຈະຟັງຄຳແນະນຳນັ້ນເພາະມັນຈະເປັນປະໂຫຍດຕໍ່ເຮົາແລະຊ່ວຍປົກປ້ອງເຮົາໄດ້.—ສຸພາ. 6:23
2. ຕາມສຸພາສິດ 12:15 ເປັນຫຍັງເຮົາຄວນຟັງຄຳແນະນຳຈາກຄົນອື່ນ?
2 ຂໍ້ພະຄຳພີຫຼັກຂອງບົດນີ້ກະຕຸ້ນເຮົາໃຫ້ “ຟັງຄຳຂອງຄົນສະຫຼາດ.” (ສຸພາ. 22:17, ລ.ມ.) ບໍ່ມີມະນຸດຄົນໃດທີ່ຈະຮູ້ທຸກສິ່ງ. (ອ່ານສຸພາສິດ 12:15) ແຕ່ກໍມີບາງຄົນທີ່ມີຄວາມຮູ້ແລະມີປະສົບການຫຼາຍກວ່າເຮົາ. ດັ່ງນັ້ນ ຖ້າເຮົາຟັງຄຳແນະນຳຈາກຄົນອື່ນ ກໍສະແດງວ່າເຮົາເປັນຄົນຖ່ອມຕົວ ຮູ້ຂີດຈຳກັດຂອງຕົວເອງ ແລະຢາກໃຫ້ຄົນອື່ນຊ່ວຍເຫຼືອເຮົາ. ກະສັດໂຊໂລໂມນເຊິ່ງເປັນຄົນທີ່ສະຫຼາດໄດ້ຂຽນວ່າ: “ຖ້າມີທີ່ປຶກສາຫຼາຍຄົນແຜນການຈະສຳເລັດ.”—ສຸພາ. 15:22, ລ.ມ.
3. ເຮົາອາດຈະໄດ້ຮັບຄຳແນະນຳໂດຍທາງໃດ?
3 ເຮົາອາດຈະໄດ້ຮັບຄຳແນະນຳໂດຍທາງອ້ອມຫຼືທາງກົງ. ຄຳແນະນຳທາງອ້ອມເປັນແນວໃດ? ເມື່ອເຮົາອ່ານຄຳພີໄບເບິນຫຼືປຶ້ມຕ່າງໆຂອງອົງການ ແລ້ວເຮົາປັບຄວາມຄິດແລະການກະທຳຕາມສິ່ງທີ່ເຮົາໄດ້ອ່ານ ນີ້ເປັນຄຳແນະນຳທາງອ້ອມ. (ຮຣ. 4:12) ແລ້ວຄຳແນະນຳທາງກົງເດ? ເມື່ອມີຜູ້ດູແລຫຼືພີ່ນ້ອງຄົນອື່ນໆມາບອກເຮົາໃຫ້ເຮັດບາງຢ່າງ ນີ້ເປັນຄຳແນະນຳ ທາງກົງ. ຖ້າມີຜູ້ໜຶ່ງຮັກເຮົາຈົນເຖິງຂັ້ນໃຫ້ຄຳແນະນຳເຮົາຈາກຄຳພີໄບເບິນ ເຮົາກໍຄວນຈະເຫັນຄ່າໂດຍເຊື່ອຟັງແລະເຮັດຕາມຄຳແນະນຳນັ້ນ.
4. ຕາມຜູ້ເທສະໜາປ່າວປະກາດ 7:9 ເຮົາບໍ່ຄວນເຮັດຫຍັງເມື່ອໄດ້ຮັບຄຳແນະນຳ?
4 ໃນຕົວຈິງແລ້ວເປັນເລື່ອງຍາກທີ່ເຮົາຈະຮັບຄຳແນະນຳໂດຍກົງ ແລະເຖິງຂັ້ນຄຽດໃຫ້ຜູ້ທີ່ແນະນຳເຮົາ. ຍ້ອນຫຍັງ? ເຖິງເຮົາຈະຍອມຮັບວ່າເຮົາເປັນຄົນທີ່ບໍ່ສົມບູນແບບ ແຕ່ເຮົາພັດຍອມຮັບຄຳແນະນຳຈາກຄົນອື່ນໄດ້ຍາກເມື່ອເຂົາເຈົ້າມາບອກວ່າເຮົາເຮັດຜິດຫຍັງ. (ອ່ານຜູ້ເທສະໜາປ່າວປະກາດ 7:9) ເມື່ອມີຄົນມາໃຫ້ຄຳແນະນຳເຮົາ ເຮົາອາດຈະສົງໄສວ່າເຂົາເຈົ້າມີເຈຕະນາຫຍັງ ຫຼືເຮົາອາດຈະບໍ່ມັກວິທີທີ່ເຂົາເຈົ້າໃຫ້ຄຳແນະນຳເຮົາ ແລະເຖິງຂັ້ນຄິດວ່າ ‘ລາວມີສິດຫຍັງມາແນະນຳຂ້ອຍແບບນີ້? ລາວເອງກໍເຮັດຜິດພາດຄືກັນຕົ໋ວ!’ ຖ້າເຮົາຮູ້ສຶກວ່າຄຳແນະນຳນັ້ນບໍ່ເໝາະກັບເຮົາ ເຮົາອາດຈະບໍ່ສົນໃຈ ຫຼືເຖິງຂັ້ນໄປຊອກຫາຄຳແນະນຳທີ່ເຮົາມັກຢູ່ບ່ອນອື່ນ.
5. ເຮົາຈະຮຽນຫຍັງໃນບົດຄວາມນີ້?
5 ໃນບົດຄວາມນີ້ ເຮົາຈະມາຮຽນເລື່ອງຂອງຄົນໃນຄຳພີໄບເບິນທີ່ຍອມຮັບຄຳແນະນຳແລະບໍ່ຍອມຮັບຄຳແນະນຳ. ແລະເຮົາຍັງຈະມາເບິ່ງວ່າ ສິ່ງໃດຈະຊ່ວຍເຮົາໃຫ້ຮັບເອົາຄຳແນະນຳຈາກຄົນອື່ນແລະໄດ້ຮັບປະໂຫຍດຈາກຄຳແນະນຳນັ້ນ?
ຜູ້ທີ່ບໍ່ຍອມຮັບຄຳແນະນຳ
6. ເຮົາໄດ້ບົດຮຽນຫຍັງຈາກເຣໂຮໂບອາມເມື່ອລາວໄດ້ຮັບຄຳແນະນຳ?
6 ໃຫ້ເຮົາມາເບິ່ງຕົວຢ່າງຂອງເຣໂຮໂບອາມ. ຕອນທີ່ລາວຂຶ້ນເປັນກະສັດ ປະຊາຊົນໄດ້ມາຮ້ອງຂໍໃຫ້ລາວຫຼຸດພາລະໃຫ້ເບົາລົງ ເພາະຕອນນັ້ນໂຊໂລໂມນພໍ່ຂອງລາວໄດ້ຕັ້ງພາລະໜັກໃຫ້ກັບປະຊາຊົນ. ທຳອິດລາວເຮັດຖືກແລ້ວທີ່ໄດ້ໄປປຶກສາກັບພວກຜູ້ເຖົ້າໃນອິດສະຣາເອນເພື່ອຈະຮູ້ວ່າຕ້ອງເຮັດແນວໃດ. ແລ້ວພວກຜູ້ເຖົ້າບອກລາວໃຫ້ເຮັດຕາມທີ່ປະຊາຊົນຮ້ອງຂໍເພື່ອປະຊາຊົນຈະຢູ່ຝ່າຍລາວແລະຮັບໃຊ້ລາວຕໍ່ໄປ. (1 ກະ. 12:3-7) ແຕ່ເຣໂຮໂບອາມບໍ່ມັກຄຳແນະນຳນັ້ນ. ລາວກໍເລີຍໄປປຶກສາກັບໝູ່ທີ່ໃຫຍ່ມານຳກັນ ເຂົາເຈົ້າອາຍຸປະມານ 40 ປີແລະກໍມີປະສົບການລະດັບໜຶ່ງ. (2 ຂ່າວ. 12:13) ແຕ່ເຂົາເຈົ້າພັດໃຫ້ຄຳແນະນຳທີ່ບໍ່ດີໂດຍບອກລາວໃຫ້ຕື່ມພາລະໜັກໃຫ້ກັບປະຊາຊົນ. (1 ກະ. 12:8-11) ເມື່ອມີສອງທາງເລືອກ ແທນທີ່ເຣໂຮໂບອາມຈະອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາວ່າຈະເຮັດຕາມຄຳແນະນຳໃດດີ ແຕ່ລາວພັດເຮັດຕາມຄຳແນະນຳຂອງຄົນລຸ້ນດຽວກັນເຊິ່ງເປັນຄຳແນະນຳທີ່ລາວມັກ. ນີ້ຈຶ່ງສົ່ງຜົນທີ່ບໍ່ດີຕໍ່ຕົວລາວເອງແລະຕໍ່ປະຊາຊົນໃນອິດສະຣາເອນ. ເລື່ອງນີ້ສອນເຮົາໃຫ້ຮູ້ວ່າເຮົາອາດຈະບໍ່ມັກຄຳແນະນຳທີ່ເຮົາໄດ້ຮັບ ແຕ່ຖ້າຄຳແນະນຳນັ້ນມາຈາກຄຳພີໄບເບິນເຮົາກໍຄວນຈະເຮັດຕາມ.
7. ເລື່ອງຂອງກະສັດອຸດຊີຢາສອນຫຍັງເຮົາ?
7 ກະສັດອຸດຊີຢາ ບໍ່ຍອມຮັບຄຳແນະນຳ. ລາວເຂົ້າໄປໃນວິຫານຂອງພະເຢໂຫວາເພື່ອໄປເຜົາເຄື່ອງຫອມ ເຊິ່ງເປັນບ່ອນທີ່ມີແຕ່ປະໂລຫິດເທົ່ານັ້ນທີ່ມີສິດເຂົ້າໄປ. ປະໂລຫິດຂອງພະເຢໂຫວາຈຶ່ງບອກລາວວ່າ: “ທ່ານອຸດຊີຢາ ທ່ານບໍ່ຄວນເຜົາເຄື່ອງຫອມຖວາຍພະເຢໂຫວາ ປະໂລຫິດເທົ່ານັ້ນທີ່ຈະເຜົາເຄື່ອງຫອມໄດ້.” ແລ້ວກະສັດອຸດຊີຢາໄດ້ເຮັດແນວໃດ? ແທນທີ່ລາວຈະຖ່ອມໃຈຍອມຮັບຄຳແນະນຳແລະຮີບອອກໄປຈາກວິຫານເພື່ອພະເຢໂຫວາອາດຈະໃຫ້ອະໄພລາວ ແຕ່ລາວພັດ “ໃຈຮ້າຍຫຼາຍ.” ຍ້ອນຫຍັງລາວຈຶ່ງບໍ່ຍອມຮັບຄຳແນະນຳ? ລາວອາດຈະຄິດວ່າລາວມີສິດເຮັດຫຍັງກໍໄດ້ຍ້ອນລາວເປັນກະສັດ. ແຕ່ພະເຢໂຫວາບໍ່ໄດ້ຄິດແບບນັ້ນ. ຍ້ອນອຸດຊີຢາໄດ້ເຮັດເກີນ ສິດ ລາວຈຶ່ງ “ເປັນຂີ້ທູດຈົນຕາຍ.” (2 ຂ່າວ. 26:16-21, ລ.ມ.) ເລື່ອງຂອງກະສັດອຸດຊີຢາສອນເຮົາໃຫ້ຮູ້ວ່າ ບໍ່ວ່າເຮົາຈະເປັນໃຜກໍຕາມ ຖ້າເຮົາບໍ່ຍອມຮັບຄຳແນະນຳຈາກຄຳພີໄບເບິນ ເຮົາຈະສູນເສຍສາຍສຳພັນກັບພະເຢໂຫວາ.
ຄົນທີ່ຍອມຮັບຄຳແນະນຳ
8. ໂຢບໄດ້ເຮັດແນວໃດເມື່ອໄດ້ຮັບຄຳແນະນຳ?
8 ໃນຄຳພີໄບເບິນຍັງມີຕົວຢ່າງຂອງຄົນທີ່ຍອມຮັບເອົາຄຳແນະນຳ ແລະພະເຈົ້າກໍອວຍພອນຄົນເຫຼົ່ານັ້ນ ເຊັ່ນຕົວຢ່າງຂອງໂຢບ. ເຖິງວ່າໂຢບຈະເປັນຜູ້ທີ່ຮັກພະເຈົ້າແລະເຮັດສິ່ງທີ່ເພິ່ນພໍໃຈ ແຕ່ລາວກໍເປັນຄົນທີ່ບໍ່ສົມບູນແບບ. ເມື່ອລາວມີບັນຫາແລະເຈິຄວາມກົດດັນຫຼາຍຢ່າງ ລາວກໍມີຄວາມຄິດທີ່ບໍ່ຖືກຕ້ອງ. ແຕ່ເມື່ອລາວໄດ້ຮັບຄຳແນະນຳໂດຍກົງຈາກເອລີຫຶແລະພະເຢໂຫວາ ລາວໄດ້ເຮັດແນວໃດ? ລາວຍອມຮັບຄຳແນະນຳນັ້ນຢ່າງຖ່ອມໃຈ. ລາວບອກວ່າ: “ຂ້ອຍເວົ້າອອກໄປໂດຍບໍ່ເຂົ້າໃຈຫຍັງເລີຍ . . . ຂ້ອຍຂໍຖອນຄຳເວົ້າແລະຂໍນັ່ງສຳນຶກຜິດຢູ່ເທິງດິນແລະໃນກອງຂີ້ເທົ່າ.” ໃນທີ່ສຸດພະເຢໂຫວາກໍໄດ້ອວຍພອນໂຢບຍ້ອນລາວເປັນຄົນຖ່ອມ.—ໂຢບ 42:3-6, 12-17, ລ.ມ.
9. ໂມເຊເຮັດແນວໃດເມື່ອໄດ້ຮັບຄຳແນະນຳ ແລະເປັນຫຍັງລາວຈຶ່ງເປັນຕົວຢ່າງທີ່ດີໃຫ້ເຮົາ?
9 ໂມເຊ ເປັນຕົວຢ່າງທີ່ດີໃນເລື່ອງການຍອມຮັບເອົາຄຳແນະນຳຫຼັງຈາກທີ່ໄດ້ເຮັດຜິດຮ້າຍແຮງ. ມີເທື່ອໜຶ່ງລາວໃຈຮ້າຍຫຼາຍແລະບໍ່ໄດ້ໃຫ້ກຽດພະເຢໂຫວາ. ນີ້ຈຶ່ງເຮັດໃຫ້ລາວສູນເສຍສິດທິພິເສດທີ່ຈະເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາໄວ້. (ຈົດເຊັນ. 20:1-13) ຕອນທີ່ໂມເຊຂໍໃຫ້ພະເຢໂຫວາທົບທວນການຕັດສິນໃຈອີກເທື່ອໜຶ່ງ ພະເຢໂຫວາກໍບອກລາວວ່າ: “ບໍ່ຕ້ອງມາເວົ້າກັບເຮົາເລື່ອງນີ້ອີກ.” (ບັນຍັດ. 3:23-27, ລ.ມ.) ໂມເຊບໍ່ໄດ້ຄຽດທີ່ພະເຢໂຫວາເວົ້າແບບນີ້ ແຕ່ລາວຍອມຮັບການຕັດສິນໃຈຂອງເພິ່ນ. ແລ້ວເພິ່ນກໍໃຊ້ລາວໃຫ້ນຳໜ້າຊາດອິດສະຣາເອນຕໍ່ໄປ. (ບັນຍັດ. 4:1) ທັງໂມເຊແລະໂຢບເປັນຕົວຢ່າງທີ່ດີໃຫ້ເຮົາໃນເລື່ອງການຍອມຮັບເອົາຄຳແນະນຳ. ໂຢບຍອມປັບຄວາມຄິດແລະບໍ່ໄດ້ຫາຂໍ້ແກ້ຕົວ. ສ່ວນໂມເຊກໍຍອມຮັບເອົາຄຳແນະນຳຈາກພະເຢໂຫວາແລະຮັບໃຊ້ເພິ່ນຢ່າງສັດຊື່ຕໍ່ໆໄປເຖິງວ່າລາວຈະສູນເສຍສິດທິພິເສດກໍຕາມ.
10. (ກ) ສຸພາສິດ 4:10-13 ສະແດງໃຫ້ເຫັນແນວໃດວ່າ ການຮັບເອົາຄຳແນະນຳເປັນປະໂຫຍດຕໍ່ເຮົາ? (ຂ) ພີ່ນ້ອງບາງຄົນໄດ້ເວົ້າແນວໃດເມື່ອໄດ້ຮັບຄຳແນະນຳ?
10 ເຮົາຈະໄດ້ຮັບປະໂຫຍດຫຼາຍຖ້າເຮົາຮຽນແບບຕົວຢ່າງຂອງໂຢບແລະໂມເຊ. (ອ່ານສຸພາສິດ 4:10-13) ພີ່ນ້ອງຫຼາຍຄົນໃນທຸກມື້ນີ້ກໍໄດ້ເຮັດແບບນັ້ນຄືກັນ ເຊັ່ນ ພີ່ນ້ອງຊາຍທີ່ຊື່ເອັມມານູເອນ *ທີ່ຢູ່ໃນກົງໂກໄດ້ເວົ້າເລື່ອງທີ່ພີ່ນ້ອງມາເຕືອນລາວກ່ອນທີ່ລາວຈະເຮັດຜິດ. ລາວບອກວ່າ: “ເມື່ອພີ່ນ້ອງຊາຍໃນປະຊາຄົມເຫັນວ່າຂ້ອຍກຳລັງຈະເຮັດສິ່ງທີ່ສູນເສຍສາຍສຳພັນກັບພະເຢໂຫວາ ເຂົາເຈົ້າກໍໃຫ້ຄຳແນະນຳຂ້ອຍແລະພະຍາຍາມຈະຊ່ວຍຂ້ອຍ. ແລ້ວຂ້ອຍກໍຍອມຮັບເອົາຄຳແນະນຳນັ້ນແລ້ວເຮັດຕາມ. ນີ້ຊ່ວຍຂ້ອຍໃຫ້ຫຼີກລ່ຽງບັນຫາຫຼາຍຢ່າງເລີຍ.” ພີ່ນ້ອງເມແກນເຊິ່ງເປັນໄພໂອເນຍຢູ່ການາດາກໍໄດ້ຮັບຄຳແນະນຳຄືກັນ. ລາວບອກວ່າ: “ຂ້ອຍບໍ່ມັກໃຫ້ໃຜມາແນະນຳຂ້ອຍຕະຫຼອດ ແຕ່ມັນເປັນສິ່ງທີ່ຈຳເປັນ.” ພີ່ນ້ອງຊາຍຊື່ມາໂຄທີ່ຢູ່ໃນປະເທດໂກຣອາຊີກໍບອກວ່າ: “ເມື່ອຂ້ອຍຄິດຄືນຫຼັງ ຫຼັງຈາກທີ່ໄດ້ສູນເສຍສິດທິພິເສດ ຂ້ອຍກໍເຫັນວ່າຄຳແນະນຳທີ່ຂ້ອຍໄດ້ຮັບຊ່ວຍຂ້ອຍໃຫ້ກັບມາມີສາຍສຳພັນທີ່ດີກັບພະເຢໂຫວາອີກ.”
11. ພີ່ນ້ອງຄານ ຄລາຍເວົ້າແນວໃດໃນເລື່ອງການຮັບເອົາຄຳແນະນຳ?
11 ພີ່ນ້ອງຄານ ຄລາຍເຊິ່ງເປັນສະມາຊິກຄະນະກຳມະການປົກຄອງ ກໍໄດ້ຮັບປະໂຫຍດຈາກການຮັບ ເອົາຄຳແນະນຳຈາກຄົນອື່ນ. ໃນເລື່ອງຊີວິດຂອງລາວ ລາວໄດ້ເວົ້າເຖິງຕອນທີ່ໄດ້ຮັບຄຳແນະນຳຢ່າງກົງໄປກົງມາຈາກພີ່ນ້ອງຣັດເທີຝອດໝູ່ສະໜິດຂອງລາວ. ທຳອິດລາວຮູ້ສຶກບໍ່ມັກແລະຄຽດໃຫ້ພີ່ນ້ອງຣັດເທີຝອດ. ລາວບອກວ່າ: “ມື້ຕໍ່ມາ ເມື່ອພີ່ນ້ອງຣັດເທີຝອດເຫັນຂ້ອຍ ລາວກໍມາທັກທາຍວ່າ ‘ສະບາຍດີຄານ!’ ແຕ່ຍ້ອນຂ້ອຍຍັງຄຽດໃຫ້ລາວຢູ່ ຂ້ອຍຈຶ່ງທັກທາຍກັບໄປແບບບໍ່ເຕັມໃຈ. ແລ້ວລາວກໍເວົ້າກັບຂ້ອຍວ່າ ‘ຄານ ລະວັງຊິຕິດກັບດັກຂອງຊາຕານເດີ້!’ ຂ້ອຍຮູ້ສຶກອາຍໜ້ອຍໜຶ່ງແລະບອກລາວວ່າ ‘ຂ້ອຍບໍ່ໄດ້ຄຽດໃຫ້ເຈົ້າໄດ໋.’ ແຕ່ພີ່ນ້ອງຣັດເທີຝອດຮູ້ວ່າຂ້ອຍຍັງຄຽດຢູ່. ລາວເລີຍເຕືອນຂ້ອຍອີກວ່າ ‘ລະວັງຊິຕິດກັບດັກຂອງຊາຕານເດີ້!’ ພີ່ນ້ອງຣັດເທີຝອດເວົ້າຖືກ! ຖ້າເຮົາຄຽດໃຫ້ພີ່ນ້ອງເມື່ອເຂົາເຈົ້າແນະນຳເຮົາ ເຮົາກໍຈະຕິດກັບດັກຊາຕານໄດ້ງ່າຍໆ.” * (ອຟຊ. 4:25-27) ໃນທີ່ສຸດ ພີ່ນ້ອງຄານກໍຍອມຮັບເອົາຄຳແນະນຳຈາກພີ່ນ້ອງຣັດເທີຝອດ ແລ້ວເຂົາເຈົ້າກໍກັບມາເປັນໝູ່ກັນຄືເກົ່າ.
ສິ່ງໃດຈະຊ່ວຍເຮົາໃຫ້ຮັບເອົາຄຳແນະນຳ?
12. ຄວາມຖ່ອມຈະຊ່ວຍເຮົາໃຫ້ຮັບເອົາຄຳແນະນຳໄດ້ແນວໃດ? (ຄຳເພງ 141:5)
12 ສິ່ງໃດຈະຊ່ວຍເຮົາໃຫ້ຮັບເອົາຄຳແນະນຳ? ເຮົາຕ້ອງເປັນຄົນຖ່ອມຕົວແລະຈື່ໄວ້ວ່າເຮົາເປັນຄົນທີ່ບໍ່ສົມບູນແບບແລະມັກເຮັດຜິດພາດເລື້ອຍໆ. ຄືກັບທີ່ເຮົາໄດ້ຮຽນໃນເລື່ອງຂອງໂຢບ ທຳອິດລາວມີຄວາມຄິດທີ່ບໍ່ຖືກຕ້ອງ ແຕ່ຕໍ່ມາລາວກໍປັບຄວາມຄິດຂອງຕົວເອງແລ້ວພະເຢໂຫວາກໍອວຍພອນລາວ. ຍ້ອນຫຍັງ? ຍ້ອນລາວເປັນຄົນຖ່ອມ. ຄວາມຖ່ອມເຮັດໃຫ້ລາວຍອມຮັບເອົາຄຳແນະນຳຈາກເອລີຫຶ ເຖິງວ່າເອລີຫຶຈະອາຍຸໜ້ອຍກວ່າລາວກໍຕາມ. (ໂຢບ 32:6, 7) ຄວາມຖ່ອມຍັງຈະຊ່ວຍເຮົາໃຫ້ເຮັດຕາມຄຳແນະນຳເຖິງເຮົາຈະຮູ້ສຶກວ່າຄຳແນະນຳນັ້ນບໍ່ເໝາະກັບເຮົາ ຫຼືຜູ້ທີ່ໃຫ້ຄຳແນະນຳອາຍຸໜ້ອຍກວ່າເຮົາກໍຕາມ. ຜູ້ດູແລຄົນໜຶ່ງທີ່ຢູ່ການາດາບອກວ່າ: “ເຮົາມັກຈະເບິ່ງຕົວເອງບໍ່ຄືກັບທີ່ຄົນອື່ນເບິ່ງ. ຖ້າບໍ່ມີໃຜໃຫ້ຄຳແນະນຳເຮົາ ເຮົາກໍຄືຊິກ້າວໜ້າໄດ້ຍາກ.” ພວກເຮົາທຸກຄົນຄືຊິຢາກພັດທະນາຜົນຂອງພະລັງບໍລິສຸດແລະເຮັດວຽກປະກາດໃຫ້ດີຂຶ້ນບໍ່ແມ່ນບໍ?—ອ່ານຄຳເພງ 141:5
13. ເຮົາຄວນຮູ້ສຶກແນວໃດກັບຄຳແນະນຳທີ່ເຮົາໄດ້ຮັບ?
13 ໃຫ້ເບິ່ງວ່າຄຳແນະນຳສະແດງເຖິງຄວາມຮັກຂອງພະເຈົ້າ. ພະເຢໂຫວາຢາກໃຫ້ເຮົາໄດ້ຮັບສິ່ງທີ່ດີທີ່ສຸດ. (ສຸພາ. 4:20-22) ດັ່ງນັ້ນ ເມື່ອເພິ່ນໃຫ້ຄຳແນະນຳເຮົາຜ່ານທາງຄຳພີໄບເບິນ ປຶ້ມຕ່າງໆຂອງອົງການ ຫຼືພີ່ນ້ອງທີ່ມີຄວາມເຊື່ອເຂັ້ມແຂງ ກໍສະແດງວ່າເພິ່ນຮັກເຮົາຫຼາຍ. ເພາະໃນເຮັບເຣີ 12:9, 10 ກໍບອກວ່າ: “ພະເຈົ້າສັ່ງສອນພວກເຮົາສຳລັບປະໂຫຍດຂອງຕົວເຮົາເອງ.”
14. ເຮົາຄວນເຮັດຫຍັງເມື່ອໄດ້ຮັບຄຳແນະນຳ?
14 ໃຫ້ເບິ່ງໄປທີ່ເນື້ອໃນຂອງຄຳແນະນຳ ບໍ່ແມ່ນວິທີໃຫ້ຄຳແນະນຳ. ຜູ້ທີ່ໃຫ້ຄຳແນະນຳຄວນຈະພະຍາຍາມໃຫ້ຄຳແນະນຳໃນແບບທີ່ຄົນອື່ນຈະຍອມຮັບໄດ້ງ່າຍ. * (ຄລຕ. 6:1). ເມື່ອເຮົາໄດ້ຮັບຄຳແນະນຳ ບາງເທື່ອເຮົາອາດຮູ້ສຶກວ່າ ວິທີທີ່ຄົນອື່ນໃຫ້ຄຳແນະນຳບໍ່ຄ່ອຍດີປານໃດ ດັ່ງນັ້ນ ເຮົາຕ້ອງເບິ່ງໄປທີ່ເນື້ອໃນຂອງຄຳແນະນຳບໍ່ແມ່ນວິທີໃຫ້ຄຳແນະນຳ. ແຕ່ເພື່ອຈະເຮັດແບບນັ້ນໄດ້ ເຮົາອາດຈະຖາມຕົວເອງວ່າ: ‘ເຖິງຂ້ອຍຈະບໍ່ມັກວິທີທີ່ລາວໃຫ້ຄຳແນະນຳ ແຕ່ຂ້ອຍໄດ້ຮັບບົດຮຽນຫຍັງຈາກສິ່ງທີ່ລາວເວົ້າ? ຂ້ອຍໄດ້ເບິ່ງຂ້າມຄວາມບໍ່ສົມບູນແບບຂອງຜູ້ໃຫ້ຄຳແນະນຳແລະຮັບປະໂຫຍດຈາກຄຳແນະນຳນັ້ນບໍ?’ ເປັນເລື່ອງສະຫຼາດທີ່ເຮົາຈະຊອກຫາຈຸດທີ່ເປັນປະໂຫຍດຈາກຄຳແນະນຳທີ່ເຮົາໄດ້ຮັບ.—ສຸພາ. 15:31
ຂໍຄຳແນະນຳແລະຮັບປະໂຫຍດຈາກຄຳແນະນຳນັ້ນ
15. ເປັນຫຍັງເຮົາຄວນຂໍຄຳແນະນຳຈາກຄົນອື່ນ?
15 ຄຳພີໄບເບິນບອກເຮົາໃຫ້ຂໍຄຳແນະນຳຈາກຄົນອື່ນ. ໃນສຸພາສິດ 13:10, ລ.ມ. ບອກວ່າ: “ຄົນທີ່ຊອກຫາຄຳແນະນຳຈະມີສະຕິປັນຍາ.” ນີ້ເປັນເລື່ອງຈິງ ເພາະວ່າຜູ້ທີ່ຂໍຄຳແນະນຳຈາກຄົນອື່ນແທນທີ່ຈະລໍຖ້າໃຫ້ຄົນອື່ນມາໃຫ້ຄຳແນະນຳ ຈະກ້າວໜ້າທາງຄວາມເຊື່ອຫຼາຍກວ່າຜູ້ທີ່ບໍ່ຂໍຄຳແນະນຳ. ດັ່ງນັ້ນ ເຮົາຕ້ອງລິເລີ່ມທີ່ຈະຂໍຄຳແນະນຳຈາກຄົນອື່ນ.
16. ມີສະຖານະການໃດແດ່ທີ່ເຮົາອາດຕ້ອງຂໍຄຳແນະນຳ?
16 ມີຕອນໃດແດ່ທີ່ເຮົາອາດຈະຂໍຄຳແນະນຳຈາກພີ່ນ້ອງ? ໃຫ້ເຮົາມາເບິ່ງສະຖານະການຕໍ່ໄປນີ້: (1) ເມື່ອພີ່ນ້ອງຢາກປັບປຸງການສອນໃຫ້ດີຂຶ້ນ ລາວອາດຈະຂໍຄຳແນະນຳຈາກຜູ້ທີ່ມາຮ່ວມສຶກສາກັບລາວ. (2) ເມື່ອພີ່ນ້ອງຍິງບໍ່ແນ່ໃຈວ່າເຄື່ອງນຸ່ງທີ່ລາວເລືອກເໝາະສົມຫຼືບໍ່ ລາວອາດຈະຖາມຄວາມຄິດເຫັນຂອງພີ່ນ້ອງຍິງທີ່ມີຄວາມເຊື່ອເຂັ້ມແຂງ. (3) ເມື່ອພີ່ນ້ອງຊາຍຖືກມອບໝາຍໃຫ້ບັນຍາຍເປັນເທື່ອທຳອິດ ລາວອາດຈະຂໍໃຫ້ຜູ້ບັນລະຍາຍທີ່ມີປະສົບການມາຟັງຄຳບັນຍາຍຂອງລາວແລະໃຫ້ຄຳແນະນຳເພື່ອປັບປຸງໃຫ້ດີຂຶ້ນ. ແມ່ນແຕ່ພີ່ນ້ອງຊາຍທີ່ເຄີຍບັນຍາຍມາຫຼາຍປີແລ້ວ ກໍເປັນເລື່ອງດີທີ່ຈະຂໍຄຳແນະນຳຈາກພີ່ນ້ອງຄົນອື່ນແລະເຮັດຕາມຄຳແນະນຳນັ້ນ.
17. ເຮົາຈະໄດ້ຮັບປະໂຫຍດແນວໃດຈາກຄຳແນະນຳ?
17 ເຮົາທຸກຄົນຕ້ອງໄດ້ຮັບຄຳແນະນຳບໍ່ວ່າຈະໂດຍທາງກົງຫຼືທາງອ້ອມ. ເມື່ອເຮົາໄດ້ຮັບຄຳແນະນຳ ຂໍໃຫ້ເຮົາຈື່ບົດຮຽນທີ່ເຮົາໄດ້ຮຽນໃນບົດນີ້ເຊັ່ນ: ເຮົາຕ້ອງເປັນຄົນຖ່ອມ ເບິ່ງໄປທີ່ເນື້ອໃນຂອງຄຳແນະນຳບໍ່ແມ່ນວິທີໃຫ້ຄຳແນະນຳ ແລະເຮັດຕາມຄຳແນະນຳນັ້ນ. ເຮົາທຸກຄົນບໍ່ມີໃຜຈະຮູ້ທຸກສິ່ງ ແຕ່ຖ້າເຮົາ “ຟັງຄຳແນະນຳແລະຮັບການອົບຮົມສັ່ງສອນ” ເຮົາກໍຈະ “ສະຫຼາດຂຶ້ນ.”—ສຸພາ. 19:20, ລ.ມ.
ເພງ 124 ສັດຊື່ຕະຫຼອດໄປ
^ ຂໍ້ 5 ປະຊາຊົນຂອງພະເຢໂຫວາຮູ້ວ່າເປັນເລື່ອງສຳຄັນທີ່ຈະເຊື່ອຟັງແລະເຮັດຕາມຄຳແນະນຳໃນຄຳພີໄບເບິນ. ແຕ່ເປັນຫຍັງບາງເທື່ອມັນຈຶ່ງບໍ່ງ່າຍທີ່ເຮົາຈະຍອມຮັບເອົາຄຳແນະນຳ? ແລະສິ່ງໃດຈະຊ່ວຍເຮົາໃຫ້ໄດ້ຮັບປະໂຫຍດຈາກຄຳແນະນຳທີ່ເຮົາໄດ້ຮັບ?
^ ຂໍ້ 10 ຊື່ສົມມຸດ
^ ຂໍ້ 11 ເບິ່ງຫໍສັງເກດການ 1 ຕຸລາ 1984 ໜ້າ 21-28 (ພາສາອັງກິດ)
^ ຂໍ້ 14 ໃນບົດຄວາມຕໍ່ໄປ ເຮົາຈະໄດ້ຮຽນວ່າຜູ້ທີ່ໃຫ້ຄຳແນະນຳຈະໃຫ້ຄຳແນະນຳໃນວິທີທີ່ດີໄດ້ແນວໃດ.