ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ 9

ໃຫ້​ຮຽນ​ແບບ​ພະ​ເຢຊູ​ໂດຍ​ເປັນ​ຄົນ​ເສຍ​ສະລະ

ໃຫ້​ຮຽນ​ແບບ​ພະ​ເຢຊູ​ໂດຍ​ເປັນ​ຄົນ​ເສຍ​ສະລະ

“ການ​ໃຫ້​ເຮັດ​ໃຫ້​ມີຄວາມສຸກ​ຫຼາຍ​ກວ່າ​ການ​ຮັບ.”—ກຈກ. 20:35

ເພງ 17 “ເຮົາ​ຢາກ​ຊ່ວຍ”

ໃຈ​ຄວາມ​ສຳຄັນ *

1. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມີນ້ຳໃຈ​ແບບ​ໃດ?

 ຄຳ​ພີ​ໄບເບິນ​ບອກ​ລ່ວງ​ໜ້າ​ມາ​ດົນ​ແລ້ວ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ “ຈະ​ເຕັມ​ໃຈ​ສະເໜີ​ຕົວ” ໃນ​ການຮັບໃຊ້​ພະ​ເຢໂຫວາ​ໂດຍ​ມີ​ພະ​ເຢຊູ​ເປັນ​ຜູ້​ຊີ້​ນຳ. (ເພງ. 110:3, ລ.ມ.) ຄຳ​ພະຍາກອນ​ນີ້​ໄດ້​ເກີດຂຶ້ນ​ແທ້​ໃນ​ທຸກ​ມື້​ນີ້ ເພາະ​ໃນ​ແຕ່​ລະ​ປີ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ໄດ້​ໃຊ້​ຫຼາຍ​ລ້ານ​ຊົ່ວ​ໂມງ​ເພື່ອ​ເຮັດ​ວຽກ​ປະກາດ ແລະ​ເຂົາເຈົ້າ​ກໍ​ເຮັດ​ວຽກ​ນີ້​ໂດຍ​ໃຊ້​ເງິນ​ຂອງ​ຕົວ​ເອງ. ເຂົາເຈົ້າ​ຍັງ​ໄດ້​ຊ່ວຍ​ເຫຼືອ​ພີ່ນ້ອງ​ຄົນ​ອື່ນ​ທາງ​ດ້ານ​ວັດຖຸ ອາລົມ​ຄວາມ​ຮູ້ສຶກ ແລະ​ຄວາມ​ເຊື່ອ. ສ່ວນ​ຜູ້ດູແລແລະ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ກໍ​ໄດ້​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ​ເພື່ອ​ກຽມ​ການ​ປະຊຸມ​ແລະ​ໄປ​ຢ້ຽມ​ຢາມ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. ສິ່ງ​ໃດ​ກະຕຸ້ນ​ໃຫ້​ຜູ້​ຮັບໃຊ້​ພະ​ເຢໂຫວາ​ເຮັດ​ແບບ​ນີ້? ກໍ​ຍ້ອນ​ເຂົາເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ.—ມທ. 22:37-39

2. ຕາມ​ໂຣມ 15:1-3 ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ​ໃນ​ເລື່ອງ​ໃດ?

2 ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ​ໃນ​ການໃຫ້​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ​ມາ​ກ່ອນ. ເຮົາ​ເອງ​ກໍ​ຢາກ​ຈະ​ຮຽນ​ແບບ​ພະ​ເຢຊູ​ໃນ​ເລື່ອງ​ນີ້​ໃຫ້​ດີ​ທີ່​ສຸດ. (ອ່ານ​ໂຣມ 15:1-3) ຖ້າ​ເຮົາ​ເຮັດ​ແບບ​ນີ້​ກໍ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ຫຼາຍ​ຢ່າງ ເພາະ​ພະ​ເຢຊູ​ບອກ​ວ່າ: “ການ​ໃຫ້​ເຮັດ​ໃຫ້​ມີຄວາມສຸກ​ຫຼາຍ​ກວ່າ​ການຮັບ.”—ກຈກ. 20:35

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢຊູ​ເສຍ​ສະລະ​ຕົວ​ເອງ​ແນວ​ໃດ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ? ແລະ​ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ໄດ້​ແນວ​ໃດ? ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເປັນ​ຄົນ​ທີ່​ມີນ້ຳໃຈ​ເສຍ​ສະລະ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

ຮຽນ​ແບບ​ພະ​ເຢຊູ

ເຖິງ​ວ່າ​ພະ​ເຢຊູ​ຈະ​ເມື່ອຍ​ຫຼາຍ ແຕ່​ເພິ່ນ​ໄດ້​ເຮັດ​ແນວ​ໃດ​ເມື່ອ​ມີຫຼາຍ​ຄົນ​ມາ​ຫາ​ເພິ່ນ? (ເບິ່ງ​ຂໍ້ 4)

4. ພະ​ເຢຊູ​ໃຫ້​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຕົວ​ເອງ​ແນວ​ໃດ?

4 ພະ​ເຢຊູ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ເຖິງ​ວ່າ​ຈະ​ເມື່ອຍ. ລອງ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ເມື່ອ​ມີຫຼາຍ​ຄົນ​ມາ​ຫາ​ເພິ່ນ​ຢູ່​ເທິງ​ພູເຂົາ​ເຊິ່ງ​ໃກ້​ກັບ​ເມືອງ​ກາເປນາອູມ ກ່ອນ​ໜ້າ​ນັ້ນ​ເພິ່ນ​ໄດ້​ອະທິດຖານ​ໝົດ​ຄືນ​ເພິ່ນ​ຄື​ຊິ​ຮູ້ສຶກ​ເມື່ອຍ​ຫຼາຍ​ແທ້ໆ ແຕ່​ເມື່ອ​ມີ​ຝູງ​ຄົນ​ມາ​ຫາ​ເພິ່ນ ເພິ່ນ​ກໍ​ຮູ້ສຶກ​ອີ່ຕົນ​ເຂົາເຈົ້າ ເພາະ​ຄົນ​ເຫຼົ່າ​ນັ້ນ​ມີ​ທັງ​ຄົນ​ທີ່​ທຸກ​ຍາກ​ແລະ​ຄົນ​ທີ່​ເຈັບ​ປ່ວຍ​ນຳ. ແລ້ວ​ພະ​ເຢຊູ​ເຮັດ​ແນວ​ໃດ? ເພິ່ນ​ບໍ່​ພຽງ​ແຕ່​ປິ່ນປົວ​ເຂົາເຈົ້າ ແຕ່​ເພິ່ນ​ຍັງ​ໃຫ້​ຄຳ​ສອນ​ທີ່​ໃຫ້​ກຳລັງ​ໃຈ​ນຳ ເຊິ່ງ​ຄຳ​ສອນ​ນີ້​ເຮົາ​ເອີ້ນ​ວ່າ​ຄຳບັນຍາຍ​ເທິງ​ພູເຂົາ.—ລກ. 6:12-20

ໃນ​ຊີວິດ​ຂອງ​ເຮົາ ເຮົາ​ຈະ​ຮຽນ​ແບບ​ນ້ຳໃຈ​ເສຍ​ສະລະ​ຂອງ​ພະ​ເຢຊູ​ແນວ​ໃດ? (ເບິ່ງ​ຂໍ້ 5)

5. ຫົວ​ໜ້າ​ຄອບຄົວ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ຮູ້ສຶກ​ເມື່ອຍ?

5 ຫົວ​ໜ້າ​ຄອບຄົວ​ຮຽນ​ແບບ​ພະເຢຊູແນວ​ໃດ? ລອງ​ຄິດ​ເຖິງ​ເຫດການ​ນີ້ ເມື່ອ​ຫົວ​ໜ້າ​ຄອບຄົວ​ກັບ​ມາ​ຮອດ​ເຮືອນ​ຫຼັງ​ຈາກ​ທີ່​ເຮັດ​ວຽກ​ມາ​ໝົດ​ມື້​ແລ້ວ ລາວ​ກໍ​ຮູ້ສຶກ​ເມື່ອຍ​ແລະ​ບໍ່​ຢາກ​ຈັດການ​ນະມັດສະການ​ປະຈຳ​ຄອບຄົວ. ແຕ່​ລາວ​ກໍ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ມີ​ແຮງ​ທີ່​ຈະ​ເຮັດ​ແບບ​ນັ້ນ​ໄດ້. ແລ້ວ​ພະ​ເຢໂຫວາ​ກໍ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ ແລະ​ລາວ​ກໍ​ສາມາດ​ສຶກສາ​ກັບ​ຄອບຄົວ​ຕາມ​ປົກກະຕິ​ໄດ້. ນີ້​ເຮັດ​ໃຫ້​ລູກ​ໄດ້​ບົດ​ຮຽນ​ທີ່​ສຳຄັນ​ທີ່​ວ່າ​ພໍ່​ແມ່​ໃຫ້​ການ​ນະມັດສະການ​ພະ​ເຢໂຫວາ​ສຳຄັນ​ກວ່າ​ສິ່ງ​ອື່ນໆ.

6. ພະ​ເຢຊູ​ໄດ້​ໃຊ້​ເວລາ​ຂອງ​ຕົວ​ເອງ​ແນວ​ໃດ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ?

6 ພະ​ເຢຊູ​ພ້ອມ​ທີ່​ຈະ​ໃຊ້​ເວລາ​ຂອງ​ຕົວ​ເອງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ. ເຈົ້າ​ລອງ​ນຶກ​ພາບ​ເບິ່ງ​ວ່າ​ພະ​ເຢຊູ​ຈະ​ຮູ້ສຶກ​ເສຍໃຈ​ຫຼາຍ​ສ່ຳ​ໃດ​ທີ່​ຮູ້​ວ່າ​ໂຢຮັນ​ຜູ້​ໃຫ້​ບັບເຕມາ ເຊິ່ງ​ເປັນ​ໝູ່​ຂອງ​ເພິ່ນ​ຖືກ​ປະຫານ​ຊີວິດ? ຄຳ​ພີ​ໄບເບິນ​ບອກ​ວ່າ: “ເມື່ອ​ພະ​ເຢຊູ​ຮູ້​ເລື່ອງ [ການຕາຍ​ຂອງ​ໂຢຮັນ] ກໍ​ຂຶ້ນ​ເຮືອ​ໄປ​ຈາກ​ບ່ອນ​ນັ້ນ ແລ້ວ​ໄປ​ໃນບ່ອນ​ທີ່​ຫ່າງ​ໄກ​ຈາກ​ຜູ້​ຄົນ​ຍ້ອນ​ຢາກ​ຢູ່​ຄົນ​ດຽວ.” (ມທ. 14:10-13) ເຮົາ​ກໍ​ຄື​ກັບ​ພະ​ເຢຊູ ເມື່ອ​ຮູ້ສຶກ​ເສຍໃຈ​ກໍ​ຢາກ​ຢູ່​ຄົນ​ດຽວ. ແຕ່​ພະ​ເຢຊູ​ເຮັດ​ແບບ​ນັ້ນ​ບໍ່​ໄດ້ ເມື່ອ​ເພິ່ນ​ໄປ​ຮອດ​ກໍ​ເຫັນ​ວ່າ​ມີຝູງ​ຄົນ​ຈຳນວນ​ຫຼາຍມາ​ລໍ​ຖ້າ​ເພິ່ນ​ຢູ່​ບ່ອນ​ນັ້ນ​ແລ້ວ. ແລ້ວ​ພະ​ເຢຊູ​ເຮັດ​ແນວ​ໃດ? ເພິ່ນ​ຮູ້ສຶກ​ອີ່ຕົນ​ເຂົາເຈົ້າ​ແລະ​ຮູ້ວ່າ​ເຂົາເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຄວາມ​ເຊື່ອ ດັ່ງນັ້ນ ເພິ່ນ “ຈຶ່ງ​ສອນ​ພວກ​ເຂົາ​ຫຼາຍ​ເລື່ອງ.”ມຣກ. 6:31-34; ລກ. 9:10, 11

7-8. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ຜູ້ດູແລໄດ້​ຮຽນ​ແບບ​ພະ​ເຢຊູ​ແນວ​ໃດ​ເມື່ອ​ພີ່ນ້ອງ​ໃນ​ປະຊາຄົມ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ?

7 ຜູ້ດູແລ​ຮຽນ​ແບບ​ພະ​ເຢຊູ​ແນວ​ໃດ? ເຮົາ​ຮູ້ສຶກ​ເຫັນ​ຄ່າ​ທີ່​ຜູ້ດູແລໄດ້​ໃຊ້​ເວລາ​ຂອງ​ຕົວ​ເອງ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ. ເຊິ່ງ​ຫຼາຍ​ຢ່າງ​ທີ່​ເຂົາເຈົ້າ​ເຮັດ ພີ່ນ້ອງ​ໃນ​ປະຊາຄົມ​ອາດ​ຈະ​ບໍ່​ຮູ້​ຊ້ຳ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພີ່ນ້ອງ​ເຈັບ​ປ່ວຍ ພີ່ນ້ອງ​ທີ່​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະສານ​ງານ​ກັບ​ໂຮງ​ໝໍ​ກໍ​ໄດ້​ຮີບ​ໄປ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທັນທີ. ບາງເທື່ອ​ເຫດການ​ສຸກເສີນ​ແບບ​ນີ້​ອາດ​ຈະ​ເກີດຂຶ້ນ​ໃນ​ຕອນ​ເດິກໆ​ກໍ​ມີ. ແຕ່​ຍ້ອນ​ມີຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ພີ່ນ້ອງ​ທີ່​ເຈັບ​ປ່ວຍ​ແລະ​ຕໍ່​ຄອບຄົວ​ຂອງ​ເຂົາເຈົ້າ ຜູ້ດູແລເຫຼົ່າ​ນີ້​ຈຶ່ງ​ໄດ້​ໃຊ້​ເວລາ​ຂອງ​ຕົວ​ເອງ​ເພື່ອ​ຢູ່​ຊ່ວຍ​ເຫຼືອ​ພີ່ນ້ອງ.

8 ນອກ​ຈາກ​ນັ້ນ ຜູ້ດູແລເຫຼົ່າ​ນີ້​ຍັງ​ໄດ້​ຊ່ວຍ​ວຽກ​ໂຄງການ​ກໍ່​ສ້າງ​ຫໍ​ປະຊຸມ​ແລະ​ເບິ່ງ​ແຍງ​ຕຶກ​ອາຄານ​ຕ່າງໆ​ເຊິ່ງ​ລວມ​ເຖິງ​ຊ່ວຍ​ວຽກ​ບັນເທົາ​ທຸກ​ນຳ. ແລະ​ເຂົາເຈົ້າ​ຍັງ​ໄດ້​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ​ໃນ​ການສອນ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. ພະ​ເຢໂຫວາ​ຕ້ອງ​ພໍ​ໃຈ​ຫຼາຍ​ແທ້ໆ​ກັບ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ. ແລະ​ເຮົາ​ທຸກ​ຄົນ​ກໍ​ຄວນ​ເຫັນ​ຄ່າ​ເຂົາເຈົ້າ​ກັບ​ຄອບຄົວ​ທີ່​ໄດ້​ເສຍ​ສະລະ​ຕົວ​ເອງ​ເພື່ອ​ຊ່ວຍ​ເຫຼືອ​ພວກ​ເຮົາ. ແຕ່​ຜູ້ດູແລເຫຼົ່າ​ນີ້​ກໍ​ຕ້ອງ​ເປັນ​ຄົນ​ມີເຫດຜົນ ເຂົາເຈົ້າ​ບໍ່​ຄວນ​ໃຊ້​ເວລາ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ໃນ​ປະຊາຄົມ​ຫຼາຍ​ເກີນ​ໄປ ຈົນ​ບໍ່​ມີເວລາ​ເບິ່ງ​ແຍງ​ຄອບຄົວ​ຂອງ​ຕົວ​ເອງ.

ເຮົາ​ຈະ​ມີນ້ຳໃຈ​ເສຍ​ສະລະ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

9. ຕາມ​ຟີລິບປອຍ 2:4, 5 ຄລິດສະຕຽນ​ທຸກ​ຄົນ​ຄວນ​ຈະ​ມີຄວາມ​ຄິດ​ແບບ​ໃດ?

9 ອ່ານ​ຟີລິບປອຍ 2:4, 5. ບໍ່​ແມ່ນ​ແຕ່​ຜູ້ດູແລເທົ່າ​ນັ້ນ​ທີ່​ຈະ​ຮຽນ​ແບບ​ນ້ຳໃຈ​ເສຍ​ສະລະ​ຂອງ​ພະ​ເຢຊູ ເຮົາ​ທຸກ​ຄົນ​ກໍ​ສາມາດ​ຮຽນ​ແບບ​ເພິ່ນ​ໄດ້​ຄື​ກັນ. ຄຳ​ພີ​ໄບເບິນ​ບອກ​ວ່າ​ພະ​ເຢຊູ “ມາ​ຮັບ​ເອົາ​ສະພາບ​ແບບ​ທາດ.” (ຟລປ. 2:7) ຄຳເວົ້າ​ນີ້​ມີຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຮົາ? ໂດຍ​ທົ່ວໄປ​ແລ້ວ ທາດ​ຈະ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ເຮັດ​ໃຫ້​ນາຍ​ພໍ​ໃຈ. ແລະ​ເຮົາ​ເອງ​ກໍ​ເປັນ​ທາດ​ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ຢາກ​ເຮັດ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ທີ່​ສຸດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ເພື່ອ​ເປັນ​ປະໂຫຍດ​ຕໍ່​ພີ່ນ້ອງ. ເພື່ອ​ຈະ​ເປັນ​ທາດ​ທີ່​ດີ​ແບບ​ນັ້ນ​ໄດ້ ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ແນະນຳ​ທີ່​ຈະ​ເວົ້າ​ເຖິງ​ໃນ​ສ່ວນ​ຕໍ່​ໄປ.

10. ເຮົາ​ຄວນ​ຈະ​ຖາມ​ຕົວ​ເອງ​ແນວ​ໃດ?

10 ກວດ​ເບິ່ງ​ຄວາມ​ຄິດ​ຂອງ​ຕົວ​ເອງ. ໃຫ້​ຖາມ​ຕົວ​ເອງ​ດ້ວຍ​ຄຳຖາມ​ຕໍ່​ໄປ​ນີ້: ‘ຂ້ອຍ​ພ້ອມ​ທີ່​ຈະ​ເສຍ​ສະລະ​ຕົວ​ເອງ​ເພື່ອ​ຄົນ​ອື່ນ​ບໍ? ຕົວຢ່າງ​ເຊັ່ນ ຂ້ອຍ​ຈະ​ເຮັດ​ແນວ​ໃດ​ຖ້າ​ຖືກ​ຂໍ​ໃຫ້​ໄປ​ຢາມ​ພີ່ນ້ອງ​ສູງ​ອາຍຸ​ທີ່​ຢູ່​ເຮືອນ​ເຊິ່ງ​ອອກ​ໄປ​ໃສ​ມາ​ໃສ​ບໍ່​ໄດ້​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຂົ້າ​ຮ່ວມ​ການປະຊຸມ? ຂ້ອຍ​ເຕັມ​ໃຈ​ທີ່​ຈະ​ອາສາ​ໄປ​ອະນາໄມ​ບ່ອນ​ປະຊຸມ​ໃຫຍ່​ຫຼື​ບຳລຸງ​ຮັກສາ​ຫໍ​ປະຊຸມ​ບໍ?’ ພະ​ເຢໂຫວາ​ຄື​ຊິ​ຮູ້ສຶກ​ພໍ​ໃຈ​ຫຼາຍ​ແທ້ໆ​ຖ້າ​ເຮົາ​ໃຊ້​ເວລາ ກຳລັງ ແລະ​ຊັບສິນ​ຂອງ​ເຮົາ​ເຊິ່ງ​ເປັນ​ສິ່ງ​ທີ່​ເຮົາ​ໄດ້​ອຸທິດ​ໃຫ້​ເພິ່ນ​ຢູ່​ແລ້ວ​ເພື່ອ​ຮັບໃຊ້​ເພິ່ນ​ແລະ​ເພື່ອ​ຊ່ວຍ​ຄົນ​ອື່ນ. ແລະ​ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຄວນ​ປັບ​ປຸງ​ຕົວ​ເອງ​ໃນ​ເລື່ອງ​ນີ້ ເຈົ້າ​ຈະ​ເຮັດ​ແນວ​ໃດ?

11. ການອະທິດຖານ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຄົນ​ມີນ້ຳໃຈ​ເສຍ​ສະລະ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

11 ອະທິດຖານ​ເຖິງ​ພະ​ເຢໂຫວາ​ດ້ວຍ​ຄວາມ​ຈິງ​ໃຈ. ສົມມຸດ​ວ່າ​ເຈົ້າ​ຢາກ​ປັບ​ປຸງ​ຕົວ​ເອງ​ໃຫ້​ມີນ້ຳໃຈ​ເສຍ​ສະລະ​ຫຼາຍ​ຂຶ້ນ ແຕ່​ເຈົ້າ​ຮູ້ສຶກ​ວ່າ​ບໍ່​ມີແຮງ​ກະຕຸ້ນ​ທີ່​ຈະ​ເຮັດ​ແບບ​ນັ້ນ. ໃຫ້​ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ດ້ວຍ​ຄວາມ​ຈິງ​ໃຈ ບອກ​ຄວາມ​ຮູ້ສຶກ​ກັບ​ເພິ່ນ ແລະ​ຂໍ​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ມີ “ທັງ​ຄວາມ​ຕ້ອງການ​ແລະ​ກຳລັງ” ທີ່​ຈະ​ລົງ​ມື​ເຮັດ.—ຟລປ. 2:13

12. ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ຈະ​ຊ່ວຍ​ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

12 ຖ້າ​ເຈົ້າ​ເປັນ​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ ເຈົ້າ​ອາດ​ຈະ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີຄວາມ​ຕ້ອງການ​ທີ່​ຈະ​ຮັບໃຊ້​ຫຼາຍ​ຂຶ້ນ. ໃນ​ບາງ​ປະເທດມີ​ຜູ້​ດູແລ​ຫຼາຍ​ກວ່າ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ແລະ​ສ່ວນ​ຫຼາຍ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ກໍ​ເປັນ​ຄົນ​ທີ່​ມີອາຍຸ​ຫຼາຍ​ແລ້ວ. ໃນ​ທຸກ​ມື້​ນີ້​ອົງການ​ຂອງ​ພະ​ເຢໂຫວາ​ນັບ​ມື້​ນັບ​ຂະຫຍາຍຕົວ​ຂຶ້ນ ດັ່ງນັ້ນ ເຮົາ​ກໍ​ແຮ່ງ​ຢາກ​ໃຫ້​ມີພີ່ນ້ອງ​ຊາຍ​ທີ່ຍັງ​ໜຸ່ມ​ມາ​ຊ່ວຍ​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະເຈົ້າ. ຖ້າ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ໄປ​ຮັບໃຊ້​ຢູ່​ບ່ອນ​ໃດ​ກໍ​ຕາມ​ທີ່ມີ​ຄວາມ​ຈຳເປັນ​ເຈົ້າ​ກໍ​ຈະ​ມີຄວາມສຸກ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ເຈົ້າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ຈະ​ມີຊື່ສຽງ​ທີ່​ດີ ແລະ​ເຈົ້າ​ຈະ​ມີຄວາມສຸກ​ທີ່​ໄດ້​ຊ່ວຍ​ເຫຼືອ​ຄົນ​ອື່ນ.

ຄລິດສະຕຽນ​ຈາກ​ແຂວງ​ຢູດາຍ​ໄດ້​ຂ້າມ​ແມ່ນ້ຳ​ຈໍ​ແດນ​ໄປ​ເມືອງ​ເປລາ. ຄລິດສະຕຽນ​ທີ່​ມາ​ຮອດ​ເມືອງ​ກ່ອນ​ໄດ້​ກຽມ​ແລະ​ແບ່ງ​ປັນ​ອາຫານ​ໃຫ້​ຜູ້​ທີ່​ມາ​ຕາມ​ຫຼັງ. (ເບິ່ງ​ບົດ​ຄວາມ​ສຶກສາ​ທີ 9 ຂໍ້ 13)

13-14. ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ? (ເບິ່ງ​ຮູບ​ໜ້າ​ປົກ)

13 ໃຫ້​ສັງເກດ​ວ່າ​ຄົນ​ອື່ນ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຫຍັງ. ອັກຄະສາວົກ​ໂປໂລ​ໄດ້​ຂຽນ​ຈົດ​ໝາຍ​ເຖິງ​ພີ່ນ້ອງ​ໃນ​ແຂວງ​ຢູດາຍ​ວ່າ: “ຢ່າ​ລືມ​ເຮັດ​ຄວາມ​ດີ​ແລະ​ແບ່ງ​ປັນ​ສິ່ງ​ຂອງ​ໃຫ້​ຄົນ​ອື່ນ ເພາະ​ພະເຈົ້າ​ພໍ​ໃຈ​ເຄື່ອງ​ບູຊາ​ແບບ​ນັ້ນ.” (ຮຣ. 13:16) ຄຳ​ແນະນຳ​ນີ້​ເໝາະ​ກັບ​ເວລາ​ແທ້ໆ ເພາະ​ບໍ່​ດົນ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ໄດ້​ຮັບ​ຈົດ​ໝາຍ ເຂົາເຈົ້າ​ຕ້ອງ​ໄດ້​ປະ​ຖິ້ມ​ເຮືອນ​ຊານ​ບ້ານ​ຊ່ອງ ວຽກ​ທີ່​ເຄີຍ​ເຮັດ ລາ​ຈາກ​ພີ່ນ້ອງ​ທີ່​ບໍ່​ມີຄວາມ​ເຊື່ອ ແລະ “ເລີ່ມ​ໜີ​ໄປ​ທີ່​ພູເຂົາ.” (ມທ. 24:16) ໃນ​ຕອນ​ນັ້ນ ເປັນ​ເວລາ​ທີ່​ຮີບ​ດ່ວນ​ຫຼາຍ​ທີ່​ເຂົາເຈົ້າ​ຈະ​ຕ້ອງ​ຊ່ວຍ​ເຫຼືອ​ກັນ​ແລະ​ກັນ ຖ້າ​ກ່ອນ​ໜ້າ​ນັ້ນ​ເຂົ້າ​ເຈົ້າ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ທີ່​ບອກ​ໃຫ້​ຊ່ວຍ​ເຫຼືອ​ກັນ ເຂົາເຈົ້າ​ກໍ​ຈະ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ການ​ໃຊ້​ຊີວິດ​ຢູ່​ບ່ອນ​ໃໝ່​ໄດ້​ງ່າຍ​ຂຶ້ນ.

14 ພີ່ນ້ອງ​ອາດ​ຈະ​ບໍ່​ໄດ້​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເຂົາເຈົ້າ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຫຍັງ ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ຊາຍ​ທີ່​ເມຍ​ຕາຍ​ຈາກ​ໄປ ລາວ​ຢາກ​ໃຫ້​ເຮົາ​ຊ່ວຍ​ເຮັດ​ວຽກ​ເຮືອນ ແຕ່ງ​ຢູ່​ຄົວ​ກິນ ຫຼື​ຊ່ວຍ​ໄປ​ຮັບ​ໄປ​ສົ່ງ​ລາວ​ບໍ? ລາວ​ອາດ​ຈະ​ບໍ່​ກ້າ​ບອກ​ເຮົາ​ກໍ​ໄດ້​ຍ້ອນ​ເກງ​ໃຈ. ແຕ່​ລາວ​ຈະ​ດີ​ໃຈ​ແລະ​ເຫັນ​ຄ່າ​ສິ່ງ​ທີ່​ເຮົາ​ເຮັດ​ຖ້າ​ເຮົາ​ເປັນ​ຝ່າຍ​ລິເລີ່ມ​ແລະ​ສະເໜີ​ທີ່​ຈະ​ຊ່ວຍ​ລາວ. ເຮົາ​ບໍ່​ຄວນ​ຄິດ​ເອົາ​ເອງ​ວ່າ​ລາວ​ຄື​ຊິ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແລ້ວ ຫຼື​ຖ້າ​ລາວ​ຢາກ​ໃຫ້​ຊ່ວຍ​ລາວ​ກໍ​ຄື​ຊິ​ບອກ​ເຮົາ​ເອງ​ດອກ. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ຖາມ​ຕົວ​ເອງ​ວ່າ: ‘ຖ້າ​ຂ້ອຍ​ຢູ່​ໃນ​ສະພາບການ​ແບບ​ລາວ ຂ້ອຍ​ຢາກ​ໃຫ້​ຄົນ​ອື່ນ​ຊ່ວຍ​ເຫຼືອ​ຫຍັງ​ແດ່?’

15. ຖ້າ​ເຮົາ​ຢາກ​ຊ່ວຍ​ຄົນ​ອື່ນ ເຮົາ​ຕ້ອງ​ເປັນ​ຄົນ​ແບບ​ໃດ?

15 ໃຫ້​ເປັນ​ຄົນ​ເຂົ້າ​ຫາ​ໄດ້​ງ່າຍ. ເຮົາ​ອາດ​ຈະ​ຮູ້ຈັກ​ພີ່ນ້ອງ​ບາງ​ຄົນ​ໃນ​ປະຊາຄົມ​ທີ່​ພ້ອມ​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຕະຫຼອດ. ເຮົາ​ຮູ້​ວ່າ​ເຂົາເຈົ້າ​ພ້ອມ​ຈະ​ຊ່ວຍ​ເຮົາ​ທຸກ​ຄັ້ງ​ທີ່​ເຮົາ​ຕ້ອງການ​ໂດຍ​ບໍ່​ເຄີຍ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ເຮົາ​ລົບກວນ​ເຂົາເຈົ້າ​ຫຼາຍ​ໂພດ ແລະ​ເຮົາ​ກໍ​ຢາກ​ຈະ​ຮຽນ​ແບບ​ເຂົາເຈົ້າ​ໃນ​ເລື່ອງ​ນີ້. ຜູ້ດູແລທີ່​ຊື່​ອາລັນ ອາຍຸ 45 ປີ​ກໍ​ຢາກ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ ລາວ​ຈຶ່ງ​ຄິດ​ເຖິງ​ຕົວຢ່າງ​ຂອງ​ພະ​ເຢຊູ. ລາວ​ບອກ​ວ່າ: “ເຖິງ​ວ່າ​ພະ​ເຢຊູ​ຈະ​ຫຍຸ້ງ​ຫຼາຍ ແຕ່​ຄົນ​ທຸກ​ເພດ​ທຸກ​ໄວ​ກໍ​ເຂົ້າ​ຫາ​ເພິ່ນ​ໄດ້​ງ່າຍ​ແລະ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເພິ່ນ. ເຂົາເຈົ້າ​ເຫັນ​ວ່າ​ພະ​ເຢຊູ​ເປັນ​ຫ່ວງ​ຄົນ​ອື່ນ​ແທ້ໆ. ຂ້ອຍ​ເອງ​ກໍ​ຢາກ​ຮຽນ​ແບບ​ພະ​ເຢຊູ​ແລະ​ຢາກ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ຂ້ອຍ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ ອົບອຸ່ນ​ແລະ​ເປັນ​ຫ່ວງ​ຄົນ​ອື່ນ.”

16. ຄຳເພງ 119:59, 60 ຊ່ວຍ​ເຮົາ​ໃຫ້​ຮຽນ​ແບບ​ພະ​ເຢຊູ​ໄດ້​ດີ​ຂຶ້ນ​ແນວ​ໃດ?

16 ຖ້າ​ເຮົາ​ຍັງ​ຮຽນ​ແບບ​ພະ​ເຢຊູ​ບໍ່​ໄດ້​ທັງ​ໝົດ ກໍ​ຢ່າ​ຟ້າວ​ທໍ້​ໃຈ. (ຢກບ. 3:2) ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ນີ້ ເຖິງ​ວ່າ​ນັກ​ຮຽນ​ທີ່​ຮຽນ​ແຕ້ມ​ຮູບ​ຈະ​ບໍ່​ສາມາດ​ແຕ້ມ​ເກັ່ງ​ຄື​ກັບ​ອາຈານ​ໄດ້ ແຕ່​ຖ້າ​ຮຽນ​ຮູ້​ຈາກ​ຂໍ້​ຜິດພາດ​ແລະ​ພະຍາຍາມ​ຮຽນ​ແບບ​ອາຈານ​ໃຫ້​ໃກ້​ຄຽງ​ຫຼາຍ​ທີ່​ສຸດ ລາວ​ກໍ​ຈະ​ແຕ້ມ​ໄດ້​ເກັ່ງ​ຂຶ້ນ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ພະຍາຍາມ​ເຮັດ​ຕາມ​ສິ່ງ​ທີ່​ຮຽນ​ຈາກ​ຄຳ​ພີ​ໄບເບິນ​ແລະ​ປັບ​ປຸງ​ຕົວ​ເອງ​ຕໍ່ໆ​ໄປ ເຮົາ​ກໍ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໄດ້​ດີ​ຂຶ້ນ.—ອ່ານ​ຄຳເພງ 119:59, 60

ປະໂຫຍດ​ທີ່​ໄດ້​ຮັບ​ຈາກ​ການເສຍ​ສະລະ

ເມື່ອ​ຜູ້ດູແລຮຽນ​ແບບ​ນ້ຳໃຈ​ເສຍ​ສະລະ​ຂອງ​ພະ​ເຢຊູ ເຂົາເຈົ້າ​ກໍ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຜູ້​ທີ່​ຍັງ​ໜຸ່ມ (ເບິ່ງ​ຂໍ້ 17) *

17-18. ເມື່ອ​ເຮົາ​ຮຽນ​ແບບ​ພະ​ເຢຊູ​ໃນ​ການເສຍ​ສະລະ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ?

17 ເມື່ອ​ເຮົາ​ມີ​ນ້ຳໃຈ​ເສຍ​ສະລະ ຄົນ​ອື່ນ​ກໍ​ຈະ​ຖືກ​ກະຕຸ້ນ​ໃຫ້​ຢາກ​ເຮັດ​ແບບ​ນັ້ນ​ຄື​ກັນ. ຜູ້ດູແລຄົນ​ໜຶ່ງທີ່​ຊື່ທິມບອກ​ວ່າ: “ໃນ​ປະຊາຄົມ​ເຮົາ​ມີພີ່ນ້ອງ​ຊາຍ​ໜຸ່ມ​ຫຼາຍ​ຄົນ​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ເຊິ່ງ​ບາງ​ຄົນ​ກໍ​ອາຍຸ​ຍັງ​ນ້ອຍ. ທີ່​ເຂົາເຈົ້າ​ກ້າວ​ໜ້າ​ແບບ​ນີ້​ກໍ​ຍ້ອນ​ເຂົາເຈົ້າ​ໄດ້​ຮຽນ​ແບບ​ນ້ຳໃຈ​ເສຍ​ສະລະ​ຂອງ​ຄົນອື່ນ. ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ໄດ້​ຊ່ວຍ​ຜູ້ດູແລແລະ​ປະຊາຄົມ​ໄດ້​ຫຼາຍ​ເລີຍ.”

18 ເຖິງ​ວ່າ​ເຮົາ​ທີ່​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ຢູ່​ໃນ​ໂລກ​ທີ່​ມີແຕ່​ຄົນ​ເຫັນ​ແກ່​ຕົວ ແຕ່​ເຮົາ​ກໍ​ບໍ່​ໄດ້​ເປັນ​ຄົນ​ແບບ​ນັ້ນ. ເພາະ​ເຮົາ​ປະທັບ​ໃຈ​ທີ່​ພະ​ເຢຊູ​ເສຍ​ສະລະ​ຕົວ​ເອງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ ແລະ​ເຮົາ​ກໍ​ຕັ້ງ​ໃຈ​ທີ່​ຈະ​ຮຽນ​ແບບ​ເພິ່ນ. ເຖິງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ບໍ່​ໄດ້​ທັງ​ໝົດ ແຕ່​ເຮົາ​ກໍ​ສາມາດ “ຍ່າງ​ຕາມ​ຮອຍ​ຕີນ​ເພິ່ນ​ຢ່າງ​ໃກ້​ຊິດ.” (1 ປຕ. 2:21) ເມື່ອ​ເຮົາ​ພະຍາຍາມ​ຮຽນ​ແບບ​ພະ​ເຢຊູ​ໃຫ້​ດີ​ທີ່​ສຸດ​ໃນ​ການເສຍ​ສະລະ​ຕົວ​ເອງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ ເຮົາ​ກໍ​ຈະ​ມີຄວາມສຸກ​ຫຼາຍ​ເພາະ​ພະ​ເຢໂຫວາ​ພໍ​ໃຈ​ເຮົາ.

ເພງ 13 ພະຄລິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ

^ ຂໍ້ 5 ພະ​ເຢຊູ​ມັກ​ຈະ​ໃຫ້​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຕົວ​ເອງ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ? ແລະ​ການ​ຮຽນ​ແບບ​ພະ​ເຢຊູ​ໃນ​ການ​ເສຍ​ສະລະ​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່?

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ຊື່​ແດນ ໄດ້​ສັງເກດ​ເຫັນ​ຜູ້ດູແລສອງ​ຄົນ​ມາ​ຢາມ​ພໍ່​ລາວ​ຢູ່​ໂຮງ​ໝໍ ນີ້​ຈຶ່ງ​ກະຕຸ້ນ​ລາວ​ໃຫ້​ຢາກ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຄົນ​ອື່ນ​ໃນ​ປະຊາຄົມ. ພີ່ນ້ອງ​ຊາຍ​ອີກ​ຄົນ​ໜຶ່ງ​ຊື່​ເບັນ ໄດ້​ສັງເກດ​ເຫັນ​ນ້ຳໃຈ​ເສຍ​ສະລະ​ຂອງ​ແດນ ນີ້​ຈຶ່ງ​ກະຕຸ້ນ​ລາວ​ໃຫ້​ຢາກ​ມາ​ຊ່ວຍ​ອະນາໄມ​ຫໍ​ປະຊຸມ.