ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ຂ້ອຍ​ພົບ​ສິ່ງ​ທີ່​ດີ​ກວ່າ​ການ​ເປັນ​ໝໍ

ຂ້ອຍ​ພົບ​ສິ່ງ​ທີ່​ດີ​ກວ່າ​ການ​ເປັນ​ໝໍ

ສິ່ງ​ທີ່​ເຈົ້າ​ເວົ້າ​ເປັນ​ສິ່ງ​ທີ່​ຂ້ອຍ​ໃຝ່​ຝັນ​ຕັ້ງ​ແຕ່​ຍັງ​ນ້ອຍ​ເລີຍ!” ຂ້ອຍ​ເວົ້າ​ຄຳ​ນີ້​ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ກັບ​ຄົນ​ເຈັບ​ສອງ​ຄົນ ຕອນ​ທີ່​ຂ້ອຍ​ເລີ່ມ​ເປັນ​ທ່ານໝໍ​ແລະ​ເປີດ​ຄລີນິກ​ໃໝ່ໆ​ໃນ​ປີ 1971. ຄົນ​ເຈັບ​ສອງ​ຄົນ​ນີ້​ແມ່ນ​ໃຜ? ແລະ​ຄວາມ​ຝັນ​ຂອງ​ຂ້ອຍ​ແມ່ນ​ຫຍັງ? ດຽວ​ຂ້ອຍ​ຈະ​ເລົ່າ​ໃຫ້​ຟັງ​ວ່າ​ການ​ລົມ​ກັບ​ເຂົາເຈົ້າ​ໃນ​ມື້​ນັ້ນ​ໄດ້​ເຮັດ​ໃຫ້​ສິ່ງ​ສຳຄັນ​ໃນ​ຊີວິດ​ຂ້ອຍ​ປ່ຽນ​ໄປ​ແນວ​ໃດ. ແລະ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ເຊື່ອ​ວ່າ​ອີ​ກ​ບໍ່​ດົນ​ຄວາມ​ຝັນ​ຂ້ອຍ​ຈະ​ເປັນ​ຈິງ.

ຂ້ອຍ​ເກີດ​ໃນ​ປີ 1941 ຢູ່​ເມືອງ​ປາຣີ​ປະເທດ​ຝຣັ່ງ. ຄອບຄົວ​ຂ້ອຍ​ເປັນ​ຄົນ​ທຳມະດາ ບໍ່​ໄດ້​ລ່ຳ​ລວຍ​ຫຍັງ. ຍ້ອນ​ຂ້ອຍ​ເປັນ​ຄົນ​ທີ່​ມັກ​ຮຽນ​ຮູ້ ຂ້ອຍ​ຈຶ່ງ​ເສຍໃຈ​ຫຼາຍ​ທີ່​ຕ້ອງ​ຢຸດ​ຮຽນ​ເພາະ​ເປັນ​ພະຍາດ​ວັນ​ນະ​ໂລກ​ຕອນ​ອາຍຸ 10 ປີ! ໝໍ​ບອກ​ວ່າ​ຂ້ອຍ​ຕ້ອງ​ນອນ​ຕິດ​ຕຽງ​ເປັນ​ເວລາ​ຫຼາຍ​ເດືອນ​ເພື່ອ​ໃຫ້​ປອດ​ໄດ້​ພັກຜ່ອນ. ໃນ​ເວລາ​ນັ້ນ ຂ້ອຍ​ມັກ​ຈະ​ອ່ານ​ປຶ້ມ​ວັດຈະນານຸກົມ​ແລະ​ມັກ​ຟັງ​ວິທະຍຸ​ຂອງ​ເມືອງ​ໂຊບອນ ເຊິ່ງ​ເປັນ​ລາຍການ​ທີ່​ມະຫາວິທະຍາໄລ​ປາຣີ​ຈັດ​ຂຶ້ນ. ໃນ​ທີ່​ສຸດ​ໝໍ​ກໍ​ບອກ​ວ່າ ຂ້ອຍ​ເຊົາ​ແລ້ວ​ແລະ​ໄປ​ໂຮງ​ຮຽນ​ໄດ້. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ຈະ​ໄດ້​ກັບ​ໄປ​ຮຽນ​ອີ​ກ. ຂ້ອຍ​ເວົ້າ​ກັບ​ຕົວ​ເອງ​ວ່າ “ທ່ານ​ໝໍ​ສຸດ​ຍອດ​ເລີຍ!” ຕັ້ງ​ແຕ່​ນັ້ນ​ມາ ຂ້ອຍ​ກໍ​ໃຝ່​ຝັນ​ທີ່​ຈະ​ເປັນ​ໝໍ​ເພື່ອ​ຈະ​ໄດ້​ປິ່ນປົວ​ຄົນ​ເຈັບ. ທຸກ​ເທື່ອ​ທີ່​ພໍ່​ຖາມ​ຂ້ອຍ​ວ່າ ໃຫຍ່​ມາ​ລູກ​ຢາກ​ເປັນ​ຫຍັງ? ຂ້ອຍ​ມັກ​ຈະ​ຕອບ​ພໍ່​ເລື້ອຍໆ​ວ່າ “ລູກ​ຢາກ​ເປັນ​ທ່ານ​ໝໍ.” ການ​ເປັນ​ທ່ານ​ໝໍ​ຈຶ່ງ​ກາຍ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂ້ອຍ​ເລີຍ.

ວິທະຍາສາດ​ຊ່ວຍ​ຂ້ອຍ​ໃຫ້​ໃກ້​ຊິດ​ພະເຈົ້າ

ເຖິງ​ວ່າ​ຄອບຄົວ​ຂ້ອຍ​ຈະ​ຖື​ສາສະໜາ​ກາໂຕລິກ ແຕ່​ຂ້ອຍ​ກໍ​ບໍ່​ຮູ້​ເລື່ອງ​ພະເຈົ້າ​ດີ​ປານ​ໃດ ແລະ​ຍັງ​ມີ​ຫຼາຍ​ຄຳຖາມ​ທີ່​ຍັງ​ບໍ່​ໄດ້​ຄຳ​ຕອບ. ແຕ່​ຫຼັງ​ຈາກ​ທີ່​ຂ້ອຍ​ເລີ່ມ​ຮຽນ​ແພດ​ຢູ່​ມະຫາວິທະຍາໄລ ຂ້ອຍ​ກໍ​ໝັ້ນ​ໃຈ​ວ່າ​ຕ້ອງ​ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ.

ຂ້ອຍ​ຈື່​ໄດ້​ວ່າ​ຄັ້ງ​ທຳ​ອິດ​ທີ່​ຂ້ອຍ​ສັງເກດ​ເບິ່ງ​ຈຸລັງ​ຂອງ​ດອກ​ທິວ​ລິບ​ໃນ​ກ້ອງ​ຈຸ​ລະ​ທັດ. ຂ້ອຍ​ປະທັບ​ໃຈ​ຫຼາຍ​ເມື່ອ​ເຫັນ​ວ່າ​ສ່ວນ​ປະກອບ​ຂອງ​ຈຸລັງ​ມີ​ປະຕິກິລິຍາ​ແນວ​ໃດ​ເມື່ອ​ຖືກ​ຄວາມ​ຮ້ອນ​ແລະ​ຄວາມ​ເຢັນ. ຂ້ອຍ​ຍັງ​ໄດ້​ເຫັນ​ວ່າ​ຊີໂຕພລາດຊຶມ (cytoplasm) ເຊິ່ງ​ກໍ​ຄື​ເນື້ອເຍື່ອ​ໃນ​ຈຸລັງ ຈະ​ຫົດ​ຕົວ​ເມື່ອ​ຖືກ​ເກືອ​ແລະ​ຈະ​ຂະຫຍາຍ​ຕົວ​ເມື່ອ​ຖືກ​ນ້ຳ. ປະຕິກິລິຍາ​ເຫຼົ່ານີ້​ແລະ​ປະຕິກິລິຍາ​ອື່ນໆ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ສິ່ງ​ທີ່​ມີ​ຊີວິດ​ສາມາດ​ປັບ​ຕົວ​ຕາມ​ສະພາບ​ແວດ​ລ້ອມ​ໄດ້. ເມື່ອ​ຂ້ອຍ​ສັງເກດ​ເຫັນ​ຄວາມ​ສະ​ຫຼັບ​ຊັບຊ້ອນ​ຂອງ​ແຕ່​ລະ​ຈຸລັງ ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ສິ່ງ​ທີ່​ມີ​ຊີວິດ​ຈະ​ເກີດຂຶ້ນ​ເອງ.

ຕອນ​ທີ່​ຮຽນ​ຢູ່​ປີ 2 ຂ້ອຍ​ແຮງ​ເຫັນ​ຫຼັກ​ຖານ​ຫຼາຍ​ຂຶ້ນ​ວ່າ​ຕ້ອງ​ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ. ເມື່ອ​ຂ້ອຍ​ຮຽນ​ວິຊາ​ສະລີລະວິທະຍາ ຂ້ອຍ​ໄດ້​ເຫັນ​ໂຄງ​ສ້າງ​ຂອງ​ແຂນ​ມະນຸດ​ທີ່​ເຮັດ​ໃຫ້​ນິ້ວ​ມື​ສາມາດ​ງໍ​ເຂົ້າ​ແລະ​ງໍ​ອອກ​ໄດ້. ໂຄງ​ສ້າງ​ຂອງ​ກ້າມຊີ້ນ ເອັນລິກາເມນ ແລະ​ເອັນເທັນດອນ​ເຮັດ​ວຽກ​ປະສານ​ງານ​ກັນ​ໄດ້​ດີ​ແບບ​ເປັນ​ຕາ​ໜ້າ​ງຶດງໍ້. ຕົວຢ່າງ​ເຊັ່ນ ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ເອັນເທັນດອນ​ຈະ​ຍຶດ​ຈ່ອງ​ກ້າມເນື້ອ​ຂອງ​ແຂນ​ໄປ​ຮອດ​ກະດູກ​ທີ່​ສອງ​ຂອງ​ນິ້ວ​ມື ແລ້ວ​ເອັນເທັນດອນ​ນັ້ນ​ຈະ​ແຍກ​ອອກ​ເປັນ​ສອງ​ເສັ້ນ. ເສັ້ນ​ໜຶ່ງ​ຈະ​ມີ​ໂຄງ​ສ້າງ​ເປັນ​ຄື​ກັບ​ຂົວ​ນ້ອຍ​ເຊິ່ງ​ຊ່ວຍ​ຍຶດ​ກະດູກ​ແຕ່​ລະ​ຂໍ້ ແລະ​ຊ່ວຍ​ຈັບ​ເສັ້ນ​ເອັນ​ອີ​ກ​ເສັ້ນ​ໜຶ່ງ​ທີ່​ຍາວ​ໄປ​ຮອດ​ປາຍ​ນິ້ວ​ມື​ໃຫ້​ຢູ່​ໃນ​ຕຳແໜ່ງ​ເກົ່າ​ໄດ້. ຖ້າ​ບໍ່​ມີ​ການ​ເຮັດ​ວຽກ​ແບບ​ນີ້ ກໍ​ຈະ​ເຮັດ​ໃຫ້​ເສັ້ນ​ເອັນ​ແຂງ​ແລະ​ບໍ່​ສາມາດ​ງໍ​ນິ້ວ​ມື​ໄປ​ມາ​ໄດ້​ແບບ​ງ່າຍໆ. ສິ່ງ​ເຫຼົ່ານີ້​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ໃຈ​ວ່າ ຕ້ອງ​ມີ​ຜູ້​ສ້າງ​ທີ່​ສະຫຼາດ​ແທ້ໆ​ທີ່​ອອກ​ແບບ​ຮ່າງກາຍ​ມະນຸດ.

ຂ້ອຍ​ແຮ່ງ​ປະທັບ​ໃຈ​ໃນ​ຜູ້​ສ້າງ​ຫຼາຍ​ຂຶ້ນ​ເມື່ອ​ໄດ້​ຮຽນ​ກ່ຽວ​ກັບ​ວິທີ​ທີ່​ແອ​ນ້ອຍ​ຫາຍ​ໃຈ​ຫຼັງ​ຈາກ​ທີ່​ເກີດ​ມາ. ຂ້ອຍ​ໄດ້​ຮຽນ​ວ່າ ຕອນ​ທີ່​ແອ​ນ້ອຍ​ຢູ່​ໃນ​ທ້ອງ​ແມ່ ລາວ​ຈະ​ຫາຍ​ໃຈ​ນຳ​ແມ່​ໂດຍ​ທາງ​ສາຍແຮ່. ດັ່ງນັ້ນ ຖົງ​ລົມ​ທີ່​ຢູ່​ໃນ​ປອດ​ຂອງ​ແອ​ນ້ອຍ​ຈຶ່ງ​ຍັງ​ແປ​ຢູ່ ເພາະ​ບໍ່​ມີ​ອາກາດ​ເຂົ້າ​ໄປ. ແຕ່​ເມື່ອ​ແອ​ນ້ອຍ​ໃກ້​ຈະ​ເກີດ​ຖົງ​ລົມ​ນັ້ນ​ຈະ​ມີ​ນ້ຳ​ເມືອກ​ພິເສດ​ຢູ່​ໃນ​ຫັ້ນ. ຫຼັງ​ຈາກ​ທີ່​ແອ​ນ້ອຍ​ເກີດ ຮູ​ນ້ອຍໆ​ໃນ​ຫົວໃຈ​ຂອງ​ລາວ​ກໍ​ຈະ​ປິດ ແລ້ວ​ເລືອດ​ກໍ​ຈະ​ເຂົ້າ​ໄປ​ໃນ​ປອດ. ຈາກ​ນັ້ນ​ນ້ຳ​ເມືອກ​ພິເສດ​ກໍ​ຈະ​ເຮັດ​ໃຫ້​ຜິວ​ຂອງ​ຖົງ​ລົມ​ບໍ່​ຕິດ​ກັນ. ແລ້ວ​ອາກາດ​ກໍ​ຈະ​ເຂົ້າ​ໄປ​ໃນ​ຖົງ​ລົມ ເຊິ່ງ​ເຮັດ​ໃຫ້​ແອ​ນ້ອຍ​ສາມາດ​ຫາຍ​ໃຈ​ໄດ້​ດ້ວຍ​ຕົວ​ເອງ. ສິ່ງເຫຼົ່ານີ້​ເປັນ​ຕາ​ງຶດງໍ້​ຫຼາຍ​ແທ້ໆ!

ຂ້ອຍ​ຢາກ​ຮູ້ຈັກ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ​ສິ່ງ​ທີ່​ໜ້າ​ງຶດງໍ້​ເຫຼົ່ານີ້ ຂ້ອຍ​ຈຶ່ງ​ໄດ້​ເລີ່ມ​ອ່ານ​ຄຳ​ພີ​ໄບເບິນ​ຢ່າງ​ຈິງ​ຈັງ. ແລ້ວ​ຂ້ອຍ​ກໍ​ຮູ້ສຶກ​ງຶດງໍ້​ກັບ​ກົດໝາຍ​ເລື່ອງ​ສຸຂະ​ອະນາໄມ​ທີ່​ພະເຈົ້າ​ໃຫ້​ກັບ​ຊາວ​ອິດສະຣາເອນ​ຫຼາຍ​ກວ່າ 3.000 ປີ​ທີ່​ແລ້ວ. ພະເຈົ້າ​ສັ່ງ​ຊາວ​ອິດສະຣາເອນ​ໃຫ້​ຖົມ​ສິ່ງ​ທີ່​ຂັບ​ຖ່າຍ​ອອກ​ຈາກ​ຮ່າງກາຍ ອາບ​ນ້ຳ​ເລື້ອຍໆ ແລະ​ກັກ​ຕົວ​ຜູ້​ທີ່​ເປັນ​ພະຍາດ​ຕິດ​ແປດ. (ເລວີ. 13:50; 15:11; ບັນຍັດ. 23:13) ຄຳ​ພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ວິທີ​ທີ່​ເຊື້ອ​ພະຍາດ​ແພ່ລາມ ເຊິ່ງ​ນັກວິທະຍາສາດ​ຫາ​ກໍ​ຮູ້​ເມື່ອ 150 ປີຫຼັງ. ແລະ​ຂ້ອຍ​ຍັງ​ເຫັນ​ວ່າ​ກົດໝາຍ​ເລື່ອງ​ເພດ​ສຳພັນ​ທີ່​ຢູ່​ໃນ​ປຶ້ມ​ພວກເລວີ​ຍັງ​ຊ່ວຍ​ໃຫ້​ຊາວ​ອິດສະຣາເອນ​ມີ​ສຸຂະພາບ​ທີ່​ດີ. (ເລວີ. 12:1-6; 15:16-24) ຈາກ​ເລື່ອງ​ເຫຼົ່ານີ້​ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ ພະເຈົ້າ​ໃຫ້​ກົດໝາຍ​ກັບ​ຊາວ​ອິດສະຣາເອນ​ກໍ​ເພື່ອ​ຜົນ​ປະໂຫຍດ​ຂອງ​ເຂົາເຈົ້າ​ເອງ. ແລະ​ເພິ່ນ​ກໍ​ຈະ​ອວຍ​ພອນ​ຜູ້​ທີ່​ເຮັດ​ຕາມ​ກົດໝາຍ​ນັ້ນ. ຂ້ອຍ​ໝັ້ນ​ໃຈ​ວ່າ​ຄຳ​ພີ​ໄບເບິນ​ເປັນ​ປຶ້ມ​ທີ່​ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ. ແຕ່​ຕອນ​ນັ້ນ​ຂ້ອຍ​ຍັງ​ບໍ່​ຮູ້ຈັກ​ຊື່​ຂອງ​ພະເຈົ້າ​ເທື່ອ.

ຂ້ອຍ​ພົບ​ເມຍ​ແລະ​ພົບ​ພະ​ເຢໂຫວາ

ມື້​ທີ່​ຂ້ອຍ​ກັບ​ລິດີ​ແຕ່ງ​ດອງ​ໃນ​ວັນທີ 3 ເມສາ 1965

ຕອນ​ທີ່​ຂ້ອຍ​ຮຽນ​ແພດ​ຢູ່​ມະຫາວິທະຍາໄລ ຂ້ອຍ​ຮັກ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ລິດີ. ເຮົາ​ແຕ່ງ​ດອງ​ກັນ​ໃນ​ປີ 1965 ເຊິ່ງ​ຕອນ​ນັ້ນ​ຂ້ອຍ​ກຳລັງ​ຮຽນ​ຢູ່. ເມື່ອ​ຮອດ​ປີ 1971 ເຮົາ​ກໍ​ໄດ້​ລູກ 3 ຄົນ​ແລ້ວ ແຕ່​ຕອນ​ນີ້​ເຮົາ​ມີ​ລູກ​ທັງ​ໝົດ 6 ຄົນ. ລິດີ​ເປັນ​ເມຍ​ທີ່​ດີ​ຫຼາຍ ລາວ​ສະໜັບສະໜູນ​ຂ້ອຍ​ທັງ​ເລື່ອງ​ວຽກ​ແລະ​ເລື່ອງ​ຄອບຄົວ.

ຂ້ອຍ​ເຮັດ​ວຽກ​ຢູ່​ໂຮງ​ໝໍ​ໄດ້ 3 ປີ ກ່ອນ​ທີ່​ຈະ​ຕັ້ງ​ຄລີນິກ​ເປັນ​ຂອງ​ຕົວ​ເອງ. ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ກໍ​ມີ​ຄູ່​ຜົວ​ເມຍ​ເຊິ່ງ​ເປັນ​ຄົນ​ເຈັບ​ທີ່​ຂ້ອຍ​ໄດ້​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ມາ​ປິ່ນປົວ​ຢູ່​ຄລີນິກ​ຂອງ​ຂ້ອຍ. ຕອນ​ທີ່​ຂ້ອຍ​ກຳລັງ​ຂຽນ​ໃບ​ສັ່ງ​ຢາ​ໃຫ້​ຜູ້​ເປັນ​ຜົວ ຜູ້​ເປັນ​ເມຍ​ກໍ​ບອກ​ວ່າ “ທ່ານ​ໝໍ ຂໍ​ບໍ່​ເອົາ​ຢາ​ທີ່​ມີ​ສ່ວນ​ປະກອບ​ຂອງ​ເລືອດ​ເດີ້.” ຂ້ອຍ​ຕົກໃຈ​ຫຼາຍ​ແລະ​ຖາມ​ລາວ​ວ່າ “ແທ້​ຫວາ ເປັນ​ຫຍັງ​ຄື​ບໍ່​ເອົາ?” ລາວ​ກໍ​ບອກ​ວ່າ “ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ.” ຂ້ອຍ​ບໍ່​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ​ແລະ​ຈຸດຢືນ​ຂອງ​ເຂົາເຈົ້າ​ກ່ຽວ​ກັບ​ເລື່ອງ​ເລືອດ​ເລີຍ. ຜູ້​ເປັນ​ເມຍ​ໄດ້​ໃຫ້​ຂ້ອຍ​ເບິ່ງ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ເລືອກ​ທີ່​ຈະ​ບໍ່​ຮັບ​ເອົາ​ເລືອດ. (ກຈກ. 15:28, 29) ຈາກ​ນັ້ນ​ເຂົາເຈົ້າ​ກໍ​ບອກ​ຂ້ອຍ​ວ່າ ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ກຳຈັດ​ຄວາມທຸກ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ຕາຍ​ອອກ​ໄປ. (ພນມ. 21:3, 4) ແລ້ວ​ຂ້ອຍ​ກໍ​ເວົ້າ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ວ່າ “ສິ່ງ​ທີ່​ເຈົ້າ​ເວົ້າ​ເປັນ​ສິ່ງ​ທີ່​ຂ້ອຍ​ໃຝ່​ຝັນ​ຕັ້ງ​ແຕ່​ຍັງ​ນ້ອຍ​ເລີຍ! ເພາະ​ຂ້ອຍ​ຢາກ​ເປັນ​ໝໍ​ເພື່ອ​ປິ່ນປົວ​ຄົນ​ເຈັບ.” ຂ້ອຍ​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ທີ່​ໄດ້​ຍິນ​ເລື່ອງ​ນີ້ ແລະ​ໄດ້​ລົມ​ກັບ​ເຂົາເຈົ້າ​ຕັ້ງ​ຊົ່ວໂມງ​ເຄິ່ງ. ຫຼັງ​ຈາກ​ທີ່​ເຂົາເຈົ້າ​ກັບ​ບ້ານ ຂ້ອຍ​ກໍ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ຢາກ​ຖື​ສາສະໜາ​ກາໂຕລິກ​ແລ້ວ ເພາະ​ຂ້ອຍ​ໄດ້​ຮູ້ຈັກ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ​ເຊິ່ງ​ມີ​ຊື່​ວ່າ​ພະ​ເຢໂຫວາ!

ຂ້ອຍ​ໄດ້​ພົບ​ກັບ​ຜົວ​ເມຍ​ຄູ່​ນີ້​ຢູ່​ຄລີນິກ 3 ເທື່ອ ແລະ​ແຕ່​ລະ​ເທື່ອ​ເຮົາ​ກໍ​ລົມ​ກັນ​ຫຼາຍ​ຊົ່ວໂມງ. ຂ້ອຍ​ໄດ້​ຊວນ​ເຂົາເຈົ້າ​ມາ​ເຮືອນ​ເພື່ອ​ຈະ​ມີ​ເວລາ​ລົມ​ເລື່ອງ​ຄຳ​ພີ​ໄບເບິນ​ຫຼາຍ​ຂຶ້ນ. ເຖິງ​ວ່າ​ລິດີ​ຈະ​ມາ​ສຶກສາ​ຄຳ​ພີ​ໄບເບິນ​ນຳ​ກັນ ແຕ່​ລາວ​ກໍ​ຍັງ​ບໍ່​ຍອມ​ຮັບ​ວ່າ​ຄຳ​ສອນ​ຂອງ​ກາໂຕລິກ​ບໍ່​ຖືກຕ້ອງ. ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ໄດ້​ຊວນ​ຄຸນ​ພໍ່​ທີ່​ຢູ່​ໃນ​ໂບດ​ມາ​ເຮືອນ​ເພື່ອ​ຈະ​ລົມ​ກັນ​ເລື່ອງ​ຄຳ​ສອນ​ໃນ​ຄຳ​ພີ​ໄບເບິນ. ເຮົາ​ລົມ​ກັນ​ຈົນ​ເດິກ ແລ້ວ​ລິດີ​ກໍ​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ສອນ​ຄວາມ​ຈິງ. ໃນ​ທີ່​ສຸດ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ກໍ​ຫຼາຍ​ຂຶ້ນ​ແລະ​ເຮົາ​ກໍ​ໄດ້​ອຸທິດ​ຕົວ​ຮັບ​ບັບເຕມາ​ພ້ອມ​ກັນ​ໃນ​ປີ 1974.

ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ

ເມື່ອ​ຂ້ອຍ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຈຸດ​ປະສົງ​ຂອງ​ພະເຈົ້າ​ທີ່​ມີ​ຕໍ່​ມະນຸດ ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂ້ອຍ​ກໍ​ປ່ຽນ​ໄປ. ຕອນ​ນີ້​ຂ້ອຍ​ກັບ​ລິດີ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ແລະ​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ລ້ຽງ​ລູກ​ຕາມ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ. ເຮົາ​ສອນ​ເຂົາເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ. ການ​ເຮັດ​ແບບ​ນີ້​ຊ່ວຍ​ໃຫ້​ຄອບຄົວ​ຂອງ​ເຮົາ​ສະໜິດ​ກັນ​ຫຼາຍ​ຂຶ້ນ.—ມທ. 22:37-39

ເມື່ອ​ຄິດ​ຄືນ​ຫຼັງ ຂ້ອຍ​ກັບ​ລິດີ​ດີ​ໃຈ​ຫຼາຍ​ທີ່​ລູກ​ເຫັນ​ວ່າ​ເຮົາ​ມັກ​ຕັດສິນ​ໃຈ​ຄື​ກັນ. ເຂົາເຈົ້າ​ຮູ້​ວ່າ​ພໍ່​ແມ່​ມັກ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະ​ເຢຊູ​ທີ່​ບອກ​ວ່າ “ໃຫ້​ຄຳເວົ້າ​ຂອງ​ພວກ​ເຈົ້າ​ທີ່​ວ່າ ‘ແມ່ນ’ ກໍ​ໃຫ້​ໝາຍ​ຄວາມ​ວ່າ​ແມ່ນ ທີ່​ວ່າ ‘ບໍ່’ ກໍ​ໃຫ້​ໝາຍ​ຄວາມ​ວ່າ​ບໍ່.” (ມທ. 5:37) ຕົວຢ່າງ​ເຊັ່ນ ເມື່ອ​ລິດີ​ບໍ່​ອະນຸຍາດ​ໃຫ້​ລູກ​ສາວ​ກົກ​ທີ່​ອາຍຸ 17 ປີ ອອກ​ໄປ​ຫຼິ້ນ​ນຳ​ໝູ່ ໝູ່​ຂອງ​ລູກ​ກໍ​ບອກ​ລູກ​ວ່າ “ຖ້າ​ແມ່​ບໍ່​ໃຫ້​ໄປ ກໍ​ໄປ​ຂໍ​ພໍ່​ຫັ້ນ​ເດ.” ແຕ່​ລູກ​ສາວ​ເຮົາ​ຕອບ​ວ່າ “ບໍ່​ຕ່າງ​ກັນ​ດອກ ເພາະ​ເຂົາເຈົ້າ​ມັກ​ຕັດສິນ​ໃຈ​ຄື​ກັນ.” ລູກ​ຂອງ​ເຮົາ​ທັງ 6 ຄົນ​ເຫັນ​ວ່າ​ພວກ​ເຮົາ​ມັກ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ​ຄື​ກັນ. ເຮົາ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ຄອບຄົວ​ເຮົາ​ແລະ​ຍາດ​ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ມາ​ຮັບໃຊ້​ພະ​ເຢໂຫວາ.

ເຖິງ​ວ່າ​ຄວາມ​ຈິງ​ຈະ​ປ່ຽນ​ແປງ​ສິ່ງ​ສຳຄັນ​ໃນ​ຊີວິດ​ຂ້ອຍ ແຕ່​ຂ້ອຍ​ກໍ​ຍັງ​ຢາກ​ໃຊ້​ສິ່ງ​ທີ່​ຂ້ອຍ​ມັກ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ໄດ້​ສະໝັກ​ໄປ​ເປັນ​ທ່ານ​ໝໍ​ຢູ່​ເບເທນ​ປາຣີ ເຊິ່ງ​ຕໍ່ມາ​ກໍ​ໄດ້​ຍ້າຍ​ໄປ​ເມືອງ​ລູວີເອ. ຂ້ອຍ​ໄດ້​ເຮັດ​ວຽກ​ເປັນ​ອາສາ​ສະໝັກ​ໄປ​ກັບ​ຢູ່​ເບເທນ​ເກືອບ 50 ປີ. ໃນ​ເວລາ​ນັ້ນ​ຂ້ອຍ​ມີ​ໝູ່​ທີ່​ຮັກ​ແພງ​ກັນ​ຢູ່​ເບເທນ​ຫຼາຍ​ຄົນ ເຊິ່ງ​ຕອນ​ນີ້​ບາງ​ຄົນ​ກໍ​ອາຍຸ 90 ປາຍ​ປີ​ແລ້ວ. ຕອນ​ທີ່​ຢູ່ຫັ້ນ ຂ້ອຍ​ຍັງ​ມີ​ປະສົບການ​ທີ່​ເຮັດ​ໃຫ້​ມີ​ຄວາມສຸກ​ຫຼາຍ. ມື້​ໜຶ່ງ​ຂ້ອຍ​ໄດ້​ລົມ​ກັບ​ຜູ້​ທີ່​ຫາ​ກໍ​ມາ​ຮັບໃຊ້​ຢູ່​ເບເທນ​ໃໝ່ໆ ເຊິ່ງ​ຕໍ່ມາ​ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ລາວ​ເປັນ​ຜູ້​ທີ່​ຂ້ອຍ​ຊ່ວຍ​ແມ່​ລາວ​ຕອນ​ທີ່​ລາວ​ເກີດ​ເມື່ອ 20 ປີ​ທີ່​ແລ້ວ!

ຂ້ອຍ​ເຫັນ​ວ່າ​ພະ​ເຢໂຫວາ​ເບິ່ງ​ແຍງ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ

ເມື່ອ​ເວລາ​ຜ່ານ​ໄປ ຂ້ອຍ​ກໍ​ແຮ່ງ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເພາະ​ຂ້ອຍ​ເຫັນ​ວ່າ​ເພິ່ນ​ໄດ້​ຊີ້​ນຳ​ແລະ​ປົກປ້ອງ​ປະຊາຊົນ​ຂອງ​ເພິ່ນ​ຜ່ານ​ທາງ​ອົງການ​ແນວ​ໃດ. ໃນ​ຊຸມ​ປີ 1980 ຄະນະ​ກຳມະການ​ປົກຄອງ​ໄດ້​ຈັດ​ໃຫ້​ມີ​ໂຄງການ​ໜຶ່ງ​ຢູ່​ສະຫະລັດ​ອາເມຣິກາ ເຊິ່ງ​ເປັນ​ໂຄງການ​ທີ່​ຊ່ວຍ​ຜູ້​ເປັນ​ໝໍ​ໃຫ້​ເຂົ້າ​ໃຈ​ຈຸດຢືນ​ຂອງ​ພະຍານ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ການ​ບໍ່​ໃສ່ເລືອດ.

ເມື່ອ​ຮອດ​ປີ 1988 ຄະນະ​ກຳມະການ​ປົກຄອງ​ໄດ້​ຈັດ​ຕັ້ງ​ພະແນກ​ໃໝ່​ຢູ່​ເບເທນ​ທີ່​ເອີ້ນ​ວ່າ ພະແນກ​ໃຫ້​ຂໍ້​ມູນ​ແກ່​ໂຮງ​ໝໍ. ທຳ​ອິດ​ພະແນກ​ນີ້​ໄດ້​ເບິ່ງ​ແຍງ​ຄະນະ​ກຳມະການ​ປະສານ​ງານ​ກັບ​ໂຮງ​ໝໍ (HLC) ທີ່​ຕັ້ງ​ຢູ່​ສະຫະລັດ​ອາເມຣິກາ​ເພື່ອ​ຊ່ວຍ​ໃຫ້​ພີ່ນ້ອງ​ຊອກ​ຫາ​ວິທີ​ການ​ປິ່ນປົວ​ທີ່​ເໝາະ​ສົມ. ເມື່ອ​ວຽກ​ງານ​ນີ້​ໄດ້​ຂະຫຍາຍ​ໄປ​ທົ່ວ​ໂລກ ກໍ​ມີ​ການ​ຕັ້ງຄະນະ​ກຳມະການ​ປະສານ​ງານ​ກັບ​ໂຮງ​ໝໍ​ຢູ່​ຫຼາຍ​ບ່ອນ​ໃນ​ຝຣັ່ງ. ຂ້ອຍ​ປະທັບ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ ອົງການ​ຂອງ​ພະເຢໂຫວາ​ໄດ້​ເບິ່ງ​ແຍງ​ພີ່ນ້ອງ​ທີ່​ເຈັບ​ປ່ວຍ​ໃນ​ຍາມ​ທີ່​ຈຳເປັນ​ແທ້ໆ!

ຄວາມ​ຝັນ​ເປັນ​ຈິງ​ແລ້ວ

ເຮົາ​ຍັງ​ເຮັດ​ວຽກ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ມີ​ຄວາມສຸກ

ເຖິງ​ວ່າ​ການ​ເປັນ​ໝໍ​ຈະ​ເປັນ​ສິ່ງ​ທີ່​ຂ້ອຍ​ມັກ​ທີ່​ສຸດ​ໃນ​ຕອນ​ທຳ​ອິດ ແຕ່​ຕອນ​ນີ້​ສິ່ງ​ທີ່​ຂ້ອຍ​ມັກ​ທີ່​ສຸດ​ແມ່ນ​ການ​ປິ່ນປົວ​ຄົນ​ອື່ນ​ທາງ​ດ້ານ​ຄວາມ​ເຊື່ອ ເຊິ່ງ​ກໍ​ຄື​ຊ່ວຍ​ເຂົາເຈົ້າ​ໃຫ້​ມາ​ຮູ້ຈັກ​ພະ​ເຢໂຫວາ​ຜູ້​ທີ່​ສ້າງ​ຊີວິດ. ຫຼັງ​ຈາກ​ທີ່​ຂ້ອຍ​ເຊົາ​ເປັນ​ໝໍ​ແລ້ວ ຂ້ອຍ​ກັບ​ລິດີ​ກໍ​ເປັນ​ໄພໂອເນຍ​ປະຈຳ​ເພື່ອ​ຈະ​ເຮັດ​ວຽກ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ຫຼາຍ​ຂຶ້ນ. ຕອນ​ນີ້​ເຮົາ​ກໍ​ຍັງ​ພະຍາຍາມ​ເຮັດ​ວຽກ​ປະກາດ​ສຸດ​ຄວາມ​ສາມາດ ເພາະ​ນີ້​ເປັນ​ວຽກ​ທີ່​ຊ່ວຍ​ຄົນ​ອື່ນ​ໃຫ້​ລອດ​ຊີວິດ.

ຂ້ອຍ​ກັບ​ລິດີ​ໃນ​ປີ 2021

ຕອນ​ນີ້​ຂ້ອຍ​ຍັງ​ເຮັດ​ສິ່ງ​ທີ່​ຂ້ອຍ​ເຮັດ​ໄດ້​ເພື່ອ​ຈະ​ປິ່ນປົວ​ຄົນ​ເຈັບ. ແຕ່​ຂ້ອຍ​ກໍ​ຮູ້​ວ່າ​ແມ່ນ​ແຕ່​ໝໍ​ທີ່​ເກັ່ງ​ທີ່​ສຸດ​ໃນ​ໂລກ​ກໍ​ບໍ່​ສາມາດ​ປິ່ນປົວ​ພະຍາດ​ທັງ​ໝົດ​ໄດ້ ຫຼື​ບໍ່​ສາມາດ​ຊ່ວຍ​ຄົນ​ເຈັບ​ບໍ່​ໃຫ້​ຕາຍ. ດັ່ງນັ້ນ​ຂ້ອຍ​ຈຶ່ງ​ລໍ​ຖ້າ​ເວລາ​ທີ່​ຄວາມ​ເຈັບ​ປ່ວຍ ຄວາມທຸກ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ອີ​ກ​ຕໍ່​ໄປ. ເມື່ອ​ໂລກ​ໃໝ່​ມາ​ຮອດ ຂ້ອຍ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ທີ່​ພະເຈົ້າ​ສ້າງ ເຊິ່ງ​ລວມ​ເຖິງ​ຮ່າງກາຍ​ທີ່​ໜ້າ​ງຶດງໍ້​ຂອງ​ມະນຸດ​ນຳ. ດັ່ງນັ້ນ ອີ​ກ​ບໍ່​ດົນ​ສິ່ງ​ທີ່​ຂ້ອຍ​ໃຝ່​ຝັນ​ໄວ້​ຕັ້ງ​ແຕ່​ຍັງ​ນ້ອຍ​ຈະ​ເປັນ​ຈິງ​ທັງ​ໝົດ!