ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ເປັນ​ຫຍັງ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ຊາວ​ອິດສະຣາເອນ​ຖວາຍ​ນົກ​ເຂົາ​ແລະ​ນົກ​ກາງແກ​ເປັນ​ເຄື່ອງ​ບູຊາ?

ຕາມ​ກົດໝາຍ​ຂອງ​ໂມເຊ ຈະ​ມີ​ການ​ຖວາຍ​ນົກ​ເຂົາ​ແລະ​ນົກ​ກາງແກ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. ໃນ​ກົດໝາຍ​ກ່ຽວ​ກັບ​ເຄື່ອງ​ບູຊາ​ມັກ​ຈະ​ເວົ້າ​ເຖິງ​ນົກ​ສອງ​ຊະນິດ​ນີ້​ພ້ອມ​ກັນ​ແລະ​ສາມາດ​ປ່ຽນ​ແທນ​ກັນ​ໄດ້. (ເລວີ. 1:14; 12:8; 14:30) ເປັນ​ຫຍັງ​ການ​ເຮັດ​ແບບ​ນີ້​ຈຶ່ງ​ດີ? ເຫດຜົນ​ໜຶ່ງ​ກໍ​ຍ້ອນ​ວ່າ​ນົກ​ເຂົາ​ຫາ​ຍາກ. ເປັນ​ຫຍັງ​ຄື​ຫາ​ຍາກ?

ນົກ​ເຂົາ

ນົກ​ເຂົາ​ມັກ​ຈະ​ຢູ່​ໃນ​ອິດສະຣາເອນ​ສະເພາະ​ຍາມ​ທີ່​ອາກາດ​ອົບອຸ່ນ ຈາກ​ນັ້ນ​ມັນ​ກໍ​ຈະ​ຍ້າຍ​ໄປ​ບ່ອນ​ອື່ນ. ໃນ​ເດືອນ​ຕຸລາ​ຂອງ​ທຸກ​ປີ ມັນ​ຈະ​ອົບພະຍົບ​ໄປ​ທາງ​ໃຕ້​ຂອງ​ປະເທດ​ອື່ນ​ທີ່​ມີ​ອາກາດ​ອົບອຸ່ນ. (ບົດລຳ. 2:11, 12; ຢເຣ. 8:7) ຈາກ​ນັ້ນ ມັນ​ຈຶ່ງ​ຈະ​ກັບ​ມາ​ອິດສະຣາເອນ​ໃນ​ລະດູ​ໃບ​ໄມ້​ປົ່ງ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຫາ​ນົກ​ເຂົາ​ມາ​ເປັນ​ເຄື່ອງ​ບູຊາ​ໄດ້​ຍາກ​ໃນ​ຍາມ​ໜາວ.

ນົກ​ກາງແກ​ປ່າ

ສ່ວນ​ນົກ​ກາງແກ​ເປັນ​ນົກ​ທີ່​ບໍ່​ມັກ​ອົບພະຍົບ​ໄປ​ໃສ ແລະ​ປະຊາຊົນ​ກໍ​ມັກ​ລ້ຽງ​ນົກ​ນີ້. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຫາ​ນົກ​ກາງແກ​ໄດ້​ຕະຫຼອດ​ປີ. (ສົມ​ທຽບ​ກັບ​ໂຢຮັນ 2:14, 16) ປຶ້ມພືດ​ຜັກ​ແລະ​ສັດ​ຕ່າງໆ​ໃນ​ສະໄໝ​ທີ່ຂຽນ​ຄຳ​ພີ​ໄບເບິນ (Bible Plants and Animals) ບອກ​ວ່າ: “ໃນ​ເຂດ​ປາເລດສະຕິນ ປະຊາຊົນ​ທຸກ​ບ້ານ​ມັກ​ລ້ຽງ​ນົກ​ກາງແກ. ເຂົາເຈົ້າ​ຈະ​ເຮັດ​ເຮືອນ​ຫຼື​ເຈາະ​ຝາ​ເຮືອນ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ມັນ.”—ສົມ​ທຽບ​ກັບ​ເອຊາອີ 60:8

ນົກ​ກາງແກ​ຢູ່​ໃນ​ໂກນ

ການ​ທີ່​ພະ​ເຢໂຫວາ​ຍອມ​ຮັບ​ນົກ​ທີ່​ຊາວ​ອິດສະຣາເອນ​ຫາ​ໄດ້​ຕະຫຼອດ​ປີມາເປັນ​ເຄື່ອງ​ບູຊາ ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ຮັກ​ເຮົາ​ແລະ​ມີ​ເຫດຜົນ.