ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 10

ເຈົ້າ​ສາມາດ “ຖິ້ມ​ລັກສະນະ​ນິດໄສ​ເກົ່າ” ໄດ້

ເຈົ້າ​ສາມາດ “ຖິ້ມ​ລັກສະນະ​ນິດໄສ​ເກົ່າ” ໄດ້

“ໃຫ້​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ກັບ​ສິ່ງ​ຕ່າງໆ​ທີ່​ເຄີຍ​ເຮັດ.”—ກລຊ. 3:9

ເພງ 29 ໃຊ້​ຊີວິດ​ໃຫ້​ສົມ​ກັບ​ຊື່​ຂອງ​ພວກ​ເຮົາ

ໃຈ​ຄວາມ​ສຳຄັນ *

1. ຊີວິດ​ຂອງ​ເຈົ້າ​ເປັນ​ແນວ​ໃດ​ກ່ອນ​ທີ່​ຈະ​ສຶກສາ​ຄຳ​ພີ​ໄບເບິນ?

 ຊີວິດ​ຂອງ​ເຈົ້າ​ເປັນ​ແນວ​ໃດ​ກ່ອນ​ທີ່​ຈະ​ຮຽນ​ຄຳ​ພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ? ພວກ​ເຮົາ​ຫຼາຍ​ຄົນ​ບໍ່​ຢາກ​ຄິດ​ເຖິງ​ເລື່ອງ​ນີ້ ເພາະ​ຕອນ​ນັ້ນ​ເຮົາ “ບໍ່​ມີ​ຄວາມຫວັງ​ແລະ​ບໍ່​ຮູ້ຈັກ​ພະເຈົ້າ.” (ອຟຊ. 2:12) ເຮົາ​ກໍ​ເລີຍ​ໃຊ້​ຊີວິດ​ຄື​ກັບ​ຄົນ​ທົ່ວໄປ​ໃນ​ໂລກ. ແຕ່​ຫຼັງ​ຈາກ​ທີ່​ມາ​ຮຽນ​ຄຳ​ພີ​ໄບເບິນ ຊີວິດ​ຂອງ​ເຮົາ​ກໍ​ປ່ຽນ​ໄປ!

2. ເມື່ອ​ຮຽນ​ຄຳ​ພີ​ໄບເບິນ ເຈົ້າ​ໄດ້​ເຂົ້າໃຈ​ເລື່ອງ​ຫຍັງ?

2 ເມື່ອ​ເຈົ້າ​ມາ​ຮຽນ​ຄຳ​ພີ​ໄບເບິນ ເຈົ້າ​ກໍ​ຮູ້​ວ່າພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຮັກ​ເຈົ້າ​ຫຼາຍ ແລະ​ເຂົ້າໃຈ ວ່າ​ຖ້າ​ເຈົ້າ​ຢາກ​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ​ແລະ​ເຂົ້າ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ ເຈົ້າ​ກໍ​ຕ້ອງ​ໄດ້​ປ່ຽນ​ແປງ​ຄວາມ​ຄິດ​ແລະ​ນິດໄສ​ໃຈ​ຄໍ​ຂອງ​ເຈົ້າ ແລະ​ໃຊ້​ຊີວິດ​ຕາມ​ຫຼັກ​ການ​ຂອງ​ພະ​ເຢໂຫວາ.—ອຟຊ. 5:3-5

3. ຕາມ​ໂກໂລຊາຍ 3:9, 10 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ແລະ​ເປັນ​ພໍ່​ຂອງ​ເຮົາ ເພິ່ນ​ຈຶ່ງ​ມີ​ສິດ​ທີ່​ຈະ​ບອກ​ເຮົາ​ວ່າ​ເຮົາ​ຄວນ​ເຮັດ​ຫຍັງ​ແດ່. ແລະ​ກ່ອນ​ທີ່​ເຮົາ​ຈະ​ຮັບ​ບັບເຕມາ ເພິ່ນ​ກໍ​ຢາກ​ໃຫ້​ເຮົາ “ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ກັບ​ສິ່ງ​ຕ່າງໆ​ທີ່​ເຄີຍ​ເຮັດ.” * (ອ່ານ​ໂກໂລຊາຍ 3:9, 10) ບົດ​ຄວາມ​ນີ້​ຈະ​ຊ່ວຍ​ໃຫ້​ຜູ້​ທີ່​ຢາກ​ຮັບ​ບັບເຕມາ​ຕອບ​ຄຳຖາມ 3 ຂໍ້​ຕໍ່​ໄປ​ນີ້: (1) “ລັກສະນະ​ນິດໄສ​ເກົ່າ” ແມ່ນ​ຫຍັງ? (2) ເປັນ​ຫຍັງ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ? (3) ເຮົາ​ຈະ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ໄດ້​ແນວ​ໃດ? ແລະບົດ​ຄວາມ​ນີ້​ຍັງ​ຈະ​ຊ່ວຍ​ຜູ້​ທີ່​ຮັບ​ບັບເຕມາ​ແລ້ວ​ໃຫ້​ລະວັງ​ທີ່​ຈະ​ບໍ່​ກັບ​ໄປ​ມີ​ນິດໄສ​ແບບ​ເກົ່າ.

“ລັກສະນະ​ນິດໄສ​ເກົ່າ” ແມ່ນ​ຫຍັງ?

4. ຄົນ​ທີ່​ມີ “ລັກສະນະ​ນິດໄສ​ເກົ່າ” ເປັນ​ຄົນ​ແບບ​ໃດ?

4 ໂດຍ​ທົ່ວໄປ​ແລ້ວ ຄົນ​ທີ່​ມີ “ລັກສະນະ​ນິດໄສ​ເກົ່າ” ມັກ​ຈະ​ຄິດ​ແລະ​ເຮັດ​ຕາມ​ໃຈ​ຕົວ​ເອງ. ລາວ​ອາດ​ຈະ​ເປັນ​ຄົນ​ເຫັນ​ແກ່​ຕົວ ໃຈ​ຮ້າຍ​ງ່າຍ ບໍ່​ຮູ້​ບຸນ​ຄຸນ ເປັນ​ຄົນ​ຍິ່ງ ມັກ​ເບິ່ງ​ສື່​ລາມົກ ແລະ​ເບິ່ງ​ໜັງ​ທີ່​ມີ​ຄວາມ​ຮຸນແຮງ​ຫຼື​ຜິດສິນລະທຳ. ທີ່​ຈິງ ລາວ​ກໍ​ມີ​ຈຸດ​ດີ​ຢູ່ ແລະ​ລາວ​ອາດ​ຮູ້ສຶກ​ຜິດ​ກັບ​ສິ່ງ​ທີ່​ບໍ່​ດີ​ທີ່​ລາວ​ເວົ້າ​ແລະ​ເຮັດ ແຕ່​ລາວ​ບໍ່​ໄດ້​ມີ​ແຮງ​ກະຕຸ້ນ​ພໍ​ທີ່​ຈະ​ປ່ຽນ​ແປງ​ຕົວ​ເອງ.—ຄລຕ. 5:19-21; 2 ຕມ. 3:2-5

ເມື່ອ​ເຮົາ “ຖິ້ມ​ລັກສະນະ​ນິດໄສ​ເກົ່າ” ແລ້ວ ຄວາມ​ຄິດ​ແລະ​ຄວາມ​ຕ້ອງການ​ທີ່​ບໍ່​ດີ​ກໍ​ບໍ່​ສາມາດ​ຄວບຄຸມ​ເຮົາ​ໄດ້. (ເບິ່ງ​ຂໍ້ 5) *

5. ເຮົາ​ສາມາດ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ທັງ​ໝົດ​ໄດ້​ບໍ? ຂໍ​ໃຫ້​ອະທິບາຍ. (ກິດຈະການ 3:19)

5 ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ ເຮົາ​ຈຶ່ງ​ບໍ່​ສາມາດ​ກຳຈັດ​ຄວາມ​ຄິດ​ແລະ​ຄວາມ​ຕ້ອງການ​ທີ່​ບໍ່​ດີ​ທັງ​ໝົດ​ອອກ​ໄປ​ໄດ້. ບາງເທື່ອ​ເຮົາ​ອາດ​ຈະ​ເວົ້າ​ຫຼື​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ມາ​ເສຍໃຈ​ພາຍ​ຫຼັງ. (ຢເຣ. 17:9; ຢກບ. 3:2) ແຕ່​ຖ້າ​ເຮົາ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ແລ້ວ ຄວາມ​ຄິດ​ແລະ​ຄວາມ​ຕ້ອງການ​ທີ່​ບໍ່​ດີ​ກໍ​ບໍ່​ສາມາດ​ຄວບຄຸມ​ເຮົາ​ໄດ້ ເຖິງ​ວ່າ​ເຮົາ​ຍັງ​ຈະ​ມີ​ນິດໄສ​ທີ່​ບໍ່​ດີ​ບາງ​ຢ່າງ​ຢູ່. ເມື່ອ​ເຮັດ​ແບບ​ນີ້ ຄົນ​ອື່ນ​ກໍ​ຈະ​ເຫັນ​ວ່າ​ເຮົາ​ກາຍ​ເປັນ​ຄົນ​ໃໝ່.—ເອຊາ. 55:7; ອ່ານ​ກິດຈະການ 3:19

6. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ເຮົາ​ຖິ້ມ​ຄວາມ​ຄິດ​ແລະ​ນິດໄສ​ທີ່​ບໍ່​ດີ?

6 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຖິ້ມ​ຄວາມ​ຄິດ​ແລະ​ນິດໄສ​ທີ່​ບໍ່​ດີ​ຍ້ອນ​ເພິ່ນ​ຮັກ​ເຮົາ​ຫຼາຍ​ແລະ​ເພິ່ນ​ກໍ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມສຸກ. (ເອຊາ. 48:17, 18) ເພິ່ນ​ຮູ້​ວ່າ​ຜູ້​ທີ່​ມີ​ນິດໄສ​ທີ່​ບໍ່​ດີ​ແບບ​ນີ້​ຈະ​ເຮັດ​ໃຫ້​ທັງ​ຕົວ​ເອງ​ແລະ​ຄົນ​ອື່ນ​ເສຍໃຈ ແລະ​ເມື່ອ​ເພິ່ນ​ເຫັນ​ແບບ​ນັ້ນ ເພິ່ນ​ກໍ​ຮູ້ສຶກ​ເສຍໃຈ​ຄື​ກັນ.

7. ຕາມ​ໂຣມ 12:1, 2 ເຮົາ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ຫຍັງ?

7 ໝູ່​ບາງ​ຄົນ​ແລະ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ​ອາດ​ຈະ​ເຍາະເຍີ້ຍ​ທີ່​ເຫັນ​ເຮົາ​ພະຍາຍາມ​ປ່ຽນ​ແປງ​ຕົວ​ເອງ. (1 ປຕ. 4:3, 4) ເຂົາເຈົ້າ​ອາດ​ຈະ​ບອກ​ວ່າ ເຮົາ​ມີ​ສິດ​ເຮັດ​ຫຍັງ​ກໍ​ໄດ້​ຕາມ​ໃຈ​ຕົວ​ເອງ ບໍ່​ຈຳເປັນ​ຕ້ອງ​ໃຫ້​ຄົນ​ອື່ນ​ມາ​ບອກ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ ຜູ້​ທີ່​ບໍ່​ເຮັດ​ຕາມ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ຈະ​ບໍ່​ມີ​ອິດ​ສະຫຼະ​ແທ້ ເພາະ​ເຂົາເຈົ້າ​ກຳລັງ​ຖືກ​ຊາຕານ​ຄວບຄຸມ​ຢູ່. (ອ່ານ​ໂຣມ 12:1, 2) ເຮົາ​ທຸກ​ຄົນ​ຕ້ອງ​ຕັດສິນ​ໃຈ​ເລືອກ​ເອງ​ວ່າ ເຮົາ​ຈະ​ຍັງ​ມີ​ນິດໄສ​ແບບ​ເກົ່າ​ຕໍ່​ໄປ​ເຊິ່ງ​ຖືກ​ຄວບຄຸມ​ໂດຍ​ບາບ​ຂອງ​ເຮົາ​ແລະ​ໂລກ​ຂອງ​ຊາຕານ ຫຼື​ເຮົາ​ຈະ​ຍອມ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ປ່ຽນ​ແປງ​ຕົວ​ເອງ​ໃຫ້​ເປັນ​ຄົນ​ດີ​ຂຶ້ນ.—ເອຊາ. 64:8

ເຮົາ​ຈະ​ຖິ້ມ “ລັກສະນະ​ນິດໄສ​ເກົ່າ” ແນວ​ໃດ?

8. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ນິດໄສ​ທີ່​ບໍ່​ດີ?

8 ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ຫຼາຍ​ທີ່​ຈະ​ປ່ຽນ​ແປງ​ນິດໄສ​ທີ່​ບໍ່​ດີ. (ເພງ. 103:13, 14) ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ເຮົາ​ມີ​ສະຕິປັນຍາ ກຳລັງ ແລະ​ຄວາມ​ຊ່ວຍ​ເຫຼືອ​ໂດຍ​ຜ່ານ​ທາງ​ຄຳ​ພີ​ໄບເບິນ ພະລັງ​ບໍລິສຸດ ແລະ​ອົງການ​ຂອງ​ເພິ່ນ ເຊິ່ງ​ເພິ່ນ​ອາດ​ຈະ​ເຄີຍ​ຊ່ວຍ​ເຮົາ​ມາ​ແລ້ວ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ຖິ້ມ​ນິດໄສ​ທີ່​ບໍ່​ດີ​ແລະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ.

9. ຄຳ​ພີ​ໄບເບິນ​ຊ່ວຍ​ເຈົ້າ​ແນວ​ໃດ?

9 ໃຊ້​ຄຳ​ພີ​ໄບເບິນ​ກວດ​ເບິ່ງ​ຕົວ​ເອງ. ຄຳ​ພີ​ໄບເບິນ​ປຽບ​ຄື​ກັບ​ແວ່ນ​ແຍງ​ທີ່​ຊ່ວຍ​ເຈົ້າ​ໃຫ້​ກວດ​ເບິ່ງ​ຄວາມ​ຄິດ ຄຳເວົ້າ ແລະ​ການ​ກະທຳ​ຂອງ​ຕົວ​ເອງ. (ຢກບ. 1:22-25) ຜູ້​ນຳ​ການ​ສຶກສາ​ຂອງ​ເຈົ້າ​ແລະ​ພີ່ນ້ອງ​ຄົນ​ອື່ນໆ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ກໍ​ສາມາດ​ໃຫ້​ຄຳ​ແນະນຳ​ກັບ​ເຈົ້າ. ຕົວຢ່າງ​ເຊັ່ນ: ເຂົາເຈົ້າ​ຈະ​ໃຊ້​ຄຳ​ພີ​ໄບເບິນ​ເພື່ອ​ຊ່ວຍ​ເຈົ້າ​ຮູ້​ຈຸດ​ດີ​ແລະ​ຈຸດ​ອ່ອນ​ຂອງ​ຕົວ​ເອງ. ເຂົາເຈົ້າ​ຍັງ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວິທີ​ຊອກ​ຫາ​ຄຳ​ແນະນຳ​ທີ່​ຊ່ວຍ​ໃຫ້​ເຈົ້າ​ປ່ຽນ​ແປງ​ນິດໄສ​ທີ່​ບໍ່​ດີ. ແລະ​ພະ​ເຢໂຫວາ​ກໍ​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍ​ເຫຼືອ​ເຈົ້າ. ເພິ່ນ​ຮູ້ຈັກ​ຕົວ​ເຈົ້າ​ດີ ແລະ​ຮູ້​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຊ່ວຍ​ເຈົ້າ. (ສຸພາ. 14:10; 15:11) ດັ່ງນັ້ນ ໃຫ້​ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ສຶກສາ​ຄຳ​ພີ​ໄບເບິນ​ທຸກ​ມື້.

10. ເຈົ້າ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ເອລີ?

10 ໝັ້ນ​ໃຈ​ວ່າ​ຫຼັກ​ສິນລະທຳ​ຂອງ​ພະ​ເຢໂຫວາ​ດີ​ທີ່​ສຸດ. ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ຂໍ​ໃຫ້​ເຮົາ​ເຮັດ​ເປັນ​ປະໂຫຍດ​ຕໍ່​ຕົວ​ເຮົາ​ເອງ. ດັ່ງນັ້ນ ຜູ້​ທີ່​ເຮັດ​ຕາມ​ຫຼັກ​ສິນລະທຳ​ຂອງ​ພະ​ເຢໂຫວາ​ຈະ​ມີ​ຄວາມສຸກ​ແທ້ ມີ​ຄວາມ​ນັບຖື​ຕົວ​ເອງ ແລະ​ມີ​ຈຸດ​ມຸ່ງ​ໝາຍ​ໃນ​ຊີວິດ. (ເພງ. 19:7-11) ກົງ​ກັນ​ຂ້າມ ຜູ້​ທີ່​ບໍ່​ໄດ້​ເຮັດ​ຕາມ​ຫຼັກ​ສິນລະທຳ​ຂອງ​ພະ​ເຢໂຫວາ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ​ຍ້ອນ​ເຮັດ​ຕາມ​ໃຈ​ຂອງ​ຕົວ​ເອງ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່ ເອລີ. ລາວ​ເກີດ​ໃນ​ຄອບຄົວ​ທີ່​ພໍ່​ແມ່​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ ແຕ່​ລາວ​ພັດ​ບໍ່​ໄດ້​ເຮັດ​ຕາມ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ເລີຍ. ຕອນ​ເປັນ​ໄວ​ລຸ້ນ ລາວ​ຄົບຫາ​ກັບ​ໝູ່​ທີ່​ບໍ່​ດີ​ແລະ​ໃຊ້​ຊີວິດ​ແບບ​ເຂົາເຈົ້າ ເຊັ່ນ: ໃຊ້​ຢາເສບຕິດ ເຮັດ​ຜິດສິນລະທຳ​ທາງ​ເພດ ແລະ​ເປັນ​ຄົນ​ຂີ້​ລັກ. ລາວ​ກາຍ​ເປັນ​ຄົນ​ໃຈ​ຮ້າຍ​ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ​ຫຼາຍ​ຂຶ້ນ. ເອລີ​ບອກ​ວ່າ: “ຂ້ອຍ​ເຮັດ​ກົງ​ກັນ​ຂ້າມ​ກັບ​ທຸກ​ຢ່າງ​ທີ່​ຮຽນ​ໃນ​ຄຳ​ພີ​ໄບເບິນ​ເລີຍ.” ແຕ່​ເອລີ​ບໍ່​ລືມ​ສິ່ງ​ທີ່​ເຄີຍ​ຮຽນ​ໃນ​ຄຳ​ພີ​ໄບເບິນ. ໃນ​ທີ່​ສຸດ ລາວ​ກໍ​ກັບ​ມາ​ສຶກສາ​ຄຳ​ພີ​ໄບເບິນ​ອີ​ກ ລາວ​ໄດ້​ພະຍາຍາມ​ຫຼາຍ​ແທ້ໆ​ທີ່​ຈະ​ປ່ຽນ​ແປງ​ນິດໄສ​ທີ່​ບໍ່​ດີ ແລະ​ຮັບ​ບັບເຕມາ​ໃນ​ປີ 2000. ການ​ໃຊ້​ຊີວິດ​ຕາມ​ຫຼັກ​ສິນລະທຳ​ຂອງ​ພະ​ເຢໂຫວາ​ຊ່ວຍ​ເອລີ​ແນວ​ໃດ? ເອລີ​ບອກ​ວ່າ: “ຕອນ​ນີ້​ຂ້ອຍ​ຮູ້ສຶກ​ສະຫງົບໃຈ ແລະ​ບໍ່​ຮູ້ສຶກ​ຜິດ​ອີ​ກ​ຕໍ່​ໄປ.” * ປະສົບການ​ຂອງ​ເອລີ​ສອນ​ເຮົາ​ໃຫ້​ຮູ້​ວ່າ ຜູ້​ທີ່​ບໍ່​ເຮັດ​ຕາມ​ຫຼັກ​ສິນລະທຳ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເຈັບ​ປວດ​ໃຈ. ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ກໍ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຂົາເຈົ້າ​ໃຫ້​ປ່ຽນ​ແປງ​ຕົວ​ເອງ.

11. ມີ​ຫຍັງ​ແດ່​ທີ່​ພະ​ເຢໂຫວາ​ກຽດ​ຊັງ?

11 ຊັງ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ. (ເພງ. 97:10) ຄຳ​ພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຊັງ “ຕາ​ທີ່​ຍິ່ງ​ຈອງຫອງ ລີ້ນ​ທີ່​ເວົ້າ​ຕົວະ ມື​ທີ່​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ.” (ສຸພາ. 6:16, 17, ລ.ມ.) ແລະ​ເພິ່ນ​ກໍ “ກຽດ​ຊັງ​ຄົນ​ທີ່​ມັກ​ຄວາມ​ຮຸນແຮງ​ແລະ​ຄົນ​ຫຼອກ​ລວງ.” (ເພງ. 5:6, ລ.ມ.) ພະ​ເຢໂຫວາ​ກຽດ​ຊັງ​ຄວາມ​ຄິດ​ແລະ​ການ​ກະທຳ​ແບບ​ນີ້​ຫຼາຍ ເພິ່ນ​ຈຶ່ງ​ໄດ້​ທຳລາຍ​ຄົນ​ຊົ່ວ​ໃນ​ສະໄໝ​ຂອງ​ໂນອາ​ຍ້ອນ​ເຂົາເຈົ້າ​ເຮັດ​ໃຫ້​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ. (ຕົ້ນ. 6:13) ແລະ​ໃຫ້​ເຮົາ​ມາ​ເບິ່ງ​ອີ​ກ​ຕົວຢ່າງ​ໜຶ່ງ. ພະ​ເຢໂຫວາ​ໄດ້​ບອກ​ຜ່ານ​ທາງ​ຜູ້​ພະຍາກອນ​ມາລາກີ​ວ່າ ເພິ່ນ​ກຽດ​ຊັງ​ຜູ້​ທີ່​ວາງ​ແຜນ​ຢ່າ​ຮ້າງ​ກັບ​ຜົວ​ຫຼື​ເມຍ​ທີ່​ບໍ່​ມີ​ຄວາມ​ຜິດ. ພະ​ເຢໂຫວາ​ບໍ່​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຂົາເຈົ້າ ແລະ​ເພິ່ນ​ຍັງ​ຈະ​ຕັດສິນ​ການ​ກະທຳ​ຂອງ​ເຂົາເຈົ້າ​ນຳ.—ມລກີ. 2:13-16; ຮຣ. 13:4

ການ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ບໍ່​ມັກ​ຄວນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ລັງກຽດ​ຄື​ກັບ​ກິນ​ອາຫານ​ທີ່​ບູດ​ເນົ່າ (ເບິ່ງ​ຂໍ້ 11-12)

12. ການ “ກຽດ​ຊັງ​ສິ່ງ​ທີ່​ຊົ່ວ” ໝາຍ​ຄວາມ​ວ່າ​ແນວ​ໃດ?

12 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ “ກຽດ​ຊັງ​ສິ່ງ​ທີ່​ຊົ່ວ.” (ຣມ. 12:9) ຄຳ​ວ່າ “ກຽດ​ຊັງ“ ສະແດງ​ເຖິງ​ຄວາມ​ຮູ້ສຶກ​ທີ່​ບໍ່​ມັກ​ເອົາ​ແທ້​ເອົາ​ວ່າ. ນັ້ນ​ໝາຍ​ຄວາມ​ວ່າ​ຖ້າ​ເຮົາ​ກຽດ​ຊັງ​ສິ່ງ​ໃດ​ສິ່ງ​ໜຶ່ງ ເຮົາ​ຈະ​ຮູ້ສຶກ​ລັງກຽດ​ສິ່ງ​ນັ້ນ. ເພື່ອ​ຈະ​ເຂົ້າ​ໃຈ​ເລື່ອງ​ນີ້​ຫຼາຍ​ຂຶ້ນ ລອງ​ນຶກ​ພາບ​ວ່າ​ເຈົ້າ​ຊິ​ຮູ້ສຶກ​ແນວ​ໃດ​ຖ້າ​ມີ​ບາງ​ຄົນ​ບອກ​ໃຫ້​ເຈົ້າ​ກິນ​ອາຫານ​ທີ່​ບູດ​ເນົ່າ. ພຽງ​ແຕ່​ຄິດ ເຈົ້າ​ກໍ​ຄື​ຊິ​ຮູ້ສຶກ​ປວດ​ຮາກ​ແລ້ວ​ແມ່ນ​ບໍ? ຄ້າຍ​ຄື​ກັນ ພຽງ​ແຕ່​ຄິດ​ວ່າ​ຈະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ​ກໍ​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ລັງກຽດ​ສິ່ງ​ນັ້ນ​ແລ້ວ​ບໍ່​ແມ່ນ​ບໍ?

13. ເປັນ​ຫຍັງ​ເຮົາ​ຕ້ອງ​ປົກປ້ອງ​ຄວາມ​ຄິດ​ຂອງ​ເຮົາ?

13 ປົກປ້ອງ​ຄວາມ​ຄິດ​ຂອງ​ເຮົາ. ຍ້ອນ​ຄວາມ​ຄິດ​ກະຕຸ້ນ​ເຮົາ​ໃຫ້​ລົງ​ມື​ເຮັດ ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ພະ​ເຢຊູ​ສອນ​ເຮົາ​ໃຫ້​ກຳຈັດ​ຄວາມ​ຄິດ​ທີ່​ຈະ​ພາ​ເຮົາ​ເຮັດ​ຜິດ​ຮ້າຍແຮງ. (ມທ. 5:21, 22, 28, 29) ຍ້ອນ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ພໍ​ໃຈ​ໃນ​ຕົວ​ເຮົາ ດັ່ງນັ້ນ​ເມື່ອ​ເຮົາ​ເລີ່ມ​ມີ​ຄວາມ​ຄິດ​ທີ່​ບໍ່​ດີ ໃຫ້​ເຮົາ​ຮີບ​ຈຳກັດ​ມັນ​ອອກ​ໄປ​ທັນທີ.

14. ຄຳເວົ້າ​ຂອງ​ເຮົາ​ບົ່ງ​ບອກ​ຫຍັງ ແລະ​ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ?

14 ຄວບຄຸມ​ຄຳເວົ້າ. ພະ​ເຢຊູ​ບອກ​ວ່າ: “ສິ່ງ​ທີ່​ອອກ​ຈາກ​ປາກ ກໍ​ມາ​ຈາກ​ໃຈ.” (ມທ. 15:18) ນັ້ນ​ໝາຍ​ຄວາມ​ວ່າ​ຄຳເວົ້າ​ຂອງ​ເຮົາ​ບົ່ງ​ບອກ​ໃຫ້​ຮູ້​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ​ແທ້ໆ. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຄວນ​ເວົ້າ​ຕົວະ​ບໍ ຖ້າ​ເວົ້າ​ຄວາມ​ຈິງ​ແລ້ວ​ເຮັດ​ໃຫ້​ຕົວ​ເອງ​ມີ​ບັນຫາ? ຖ້າ​ຂ້ອຍ​ແຕ່ງ​ດອງ​ແລ້ວ ຂ້ອຍ​ໄດ້​ລະວັງ​ທີ່​ຈະ​ບໍ່​ເຮັດ​ໃຫ້​ເພດ​ກົງ​ກັນ​ຂ້າມ​ຮູ້ສຶກ​ວ່າ​ຂ້ອຍ​ກຳລັງ​ຈີບ​ລາວ​ບໍ? ຂ້ອຍ​ລະວັງ​ທີ່​ຈະ​ບໍ່​ເວົ້າ​ເລື່ອງ​ລາມົກ​ບໍ? ເມື່ອ​ມີ​ຄົນ​ເຮັດ​ໃຫ້​ຂ້ອຍ​ໃຈ​ຮ້າຍ ຂ້ອຍ​ຍັງ​ຈະ​ເວົ້າ​ດີໆ​ກັບ​ລາວ​ບໍ?’ ການ​ຄິດ​ເຖິງ​ຄຳຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ລະວັງ​ຄຳເວົ້າ​ໄດ້. ຄຳເວົ້າ​ຂອງ​ເຮົາ​ອາດ​ປຽບ​ຄື​ກັບ​ກະດຸມ​ເສື້ອ ຖ້າ​ເຮົາ​ແກະ​ກະດຸມ​ອອກ​ກ່ອນ ເຮົາ​ກໍ​ຈະ​ແກ້​ເສື້ອ​ໄດ້​ງ່າຍ​ຂຶ້ນ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ລະວັງ​ທີ່​ຈະ​ບໍ່​ເວົ້າ​ຕົວະ ເວົ້າ​ຫຍາບ​ຄາຍ ແລະ​ເວົ້າ​ເລື່ອງ​ລາມົກ​ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ.

15. ການ​ຄຶງ​ລັກສະນະ​ນິດໄສ​ເກົ່າ​ໝາຍ​ຄວາມ​ວ່າ​ແນວ​ໃດ?

15 ຕັ້ງ​ໃຈ​ທີ່​ຈະ​ປ່ຽນ​ແປງ​ຕົວ​ເອງ. ອັກຄະສາວົກ​ໂປໂລ​ໃຊ້​ຄຳ​ປຽບ​ທຽບ​ເພື່ອ​ສອນ​ເຮົາ​ວ່າ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ. ລາວ​ບອກ​ວ່າ​ເຮົາ​ຕ້ອງ “ຄຶງ” “ລັກສະນະ​ນິດໄສ​ເກົ່າ” ຂອງ​ເຮົາ. (ຣມ. 6:6) ນັ້ນ​ໝາຍ​ຄວາມ​ວ່າ ຖ້າ​ເຮົາ​ຢາກ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ ເຮົາ​ກໍ​ຕ້ອງ​ກຳຈັດ​ຄວາມ​ຄິດ​ແລະ​ການ​ກະທຳ​ທີ່​ພະ​ເຢໂຫວາ​ບໍ່​ມັກ. ຖ້າ​ເຮົາ​ເຮັດ​ແບບ​ນີ້​ເຮົາ​ກໍ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ແລະ​ບໍ່​ມີ​ຫຍັງ​ລົບກວນ​ໃຈ​ເຮົາ. (ຢຮ. 17:3; 1 ປຕ. 3:21) ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຢໂຫວາ​ຈະ​ບໍ່​ປ່ຽນ​ຫຼັກ​ການ​ຂອງ​ເພິ່ນ​ເພື່ອ​ໃຫ້​ເຂົ້າ​ກັບ​ເຮົາ ແຕ່​ເຮົາ​ຕ້ອງ​ເປັນ​ຜູ້​ທີ່​ປ່ຽນ​ແປງ​ຕົວ​ເອງ​ເພື່ອ​ໃຫ້​ເຂົ້າ​ກັບ​ຫຼັກ​ການ​ຂອງ​ເພິ່ນ.—ເອຊາ. 1:16-18; 55:9

16. ເປັນ​ຫຍັງ​ເຈົ້າ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ຕໍ່ໄປ?

16 ຕໍ່​ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ຕໍ່ໄປ. ເຖິງ​ວ່າ​ເຈົ້າ​ຈະ​ຮັບ​ບັບເຕມາ​ແລ້ວ ແຕ່​ເຈົ້າ​ກໍ​ຍັງ​ຕ້ອງ​ໄດ້​ຕໍ່​ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ຕໍ່ໄປ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່ ມໍຣິຊີໂອ. ຕອນ​ທີ່​ລາວ​ເປັນ​ໄວ​ລຸ້ນ ລາວ​ໃຊ້​ຊີວິດ​ແບບ​ຄົນ​ຮັກ​ເພດ​ດຽວ​ກັນ. ແຕ່​ໃນ​ທີ່​ສຸດ​ເມື່ອ​ລາວ​ພົບ​ກັບ​ພະຍານ​ພະ​ເຢໂຫວາ ລາວ​ກໍ​ໄດ້​ເລີ່ມ​ຮຽນ​ຄຳ​ພີ​ໄບເບິນ ແລະ​ຫຼັງ​ຈາກ​ນັ້ນ​ລາວ​ກໍ​ໄດ້​ປ່ຽນ​ແປງ​ຊີວິດ​ຕົວ​ເອງ​ແລະ​ຮັບ​ບັບເຕມາ​ໃນ​ປີ 2002. ເຖິງ​ວ່າ​ລາວ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ ແຕ່​ລາວ​ບອກ​ວ່າ: “ບາງເທື່ອ​ຂ້ອຍ​ຍັງ​ໄດ້​ຕໍ່​ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ຢູ່.” ແຕ່​ເລື່ອງ​ນີ້​ກໍ​ບໍ່​ໄດ້​ເຮັດ​ໃຫ້​ລາວ​ຮູ້ສຶກ​ທໍ້​ໃຈ. ລາວ​ບອກ​ວ່າ: “ຂ້ອຍ​ໄດ້​ກຳລັງ​ໃຈ​ທີ່​ຮູ້​ວ່າ ເມື່ອ​ຂ້ອຍ​ບໍ່​ໄດ້​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດໆ ຂ້ອຍ​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.” *

17. ປະສົບການ​ຂອງ​ນາບີຮາ​ເຮັດ​ໃຫ້​ເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ແນວ​ໃດ?

17 ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ແລະ​ເພິ່ງ​ພະລັງ​ບໍລິສຸດ ບໍ່​ເພິ່ງ​ຕົວ​ເອງ. (ຄລຕ. 5:22; ຟລປ. 4:6) ເຮົາ​ຕ້ອງ​ພະຍາຍາມ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ແລະ​ບໍ່​ກັບ​ໄປ​ເຮັດ​ແບບ​ເກົ່າ​ອີ​ກ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ນາບີຮາ. ພໍ່​ຂອງ​ລາວ​ໄດ້​ຖິ້ມ​ລາວ​ຕອນ​ອາຍຸ 6 ປີ ລາວ​ບອກ​ວ່າ: “ເລື່ອງ​ນີ້​ເຮັດ​ໃຫ້​ຂ້ອຍ​ເຈັບ​ປວດ​ໃຈ​ຫຼາຍ.” ເມື່ອ​ໃຫຍ່​ຂຶ້ນ​ມາ ລາວ​ກາຍ​ເປັນ​ຄົນ​ໃຈ​ຮ້ອນ​ແລະ​ໂມໂຫ​ງ່າຍ. ລາວ​ເລີ່ມ​ຂາຍ​ຢາເສບຕິດ​ແລະ​ກໍ​ຖືກ​ຈັບ​ເຂົ້າ​ຄຸກ​ເປັນ​ເວລາ​ຫຼາຍ​ປີ. ແຕ່​ເມື່ອ​ພະຍານ​ພະ​ເຢໂຫວາ​ມາ​ຢາມ​ຄົນ​ທີ່​ຢູ່​ໃນ​ຄຸກ​ແລະ​ເລີ່ມ​ສຶກສາ​ຄຳ​ພີ​ໄບເບິນ​ໃຫ້​ລາວ ລາວ​ກໍ​ໄດ້​ເລີ່ມ​ປ່ຽນ​ແປງ​ຕົວ​ເອງ​ຫຼາຍ​ຢ່າງ. ລາວ​ບອກ​ວ່າ: “ນິດໄສ​ທີ່​ບໍ່​ດີ​ຫຼາຍ​ຢ່າງ​ກໍ​ປ່ຽນ​ໄດ້​ງ່າຍ ແຕ່​ຊິ​ໃຫ້​ເຊົາ​ສູບ​ຢາ​ມັນ​ຍາກ​ຫຼາຍ.” ນາ​ບີ​ຮາ​ຕ້ອງ​ໃຊ້​ເວລາ​ຫຼາຍ​ກວ່າ​ໜຶ່ງ​ປີ​ເພື່ອ​ທີ່​ຈະ​ເຊົາ​ສູບ​ຢາ ແລະ​ໃນ​ທີ່​ສຸດ​ລາວ​ກໍ​ສາມາດ​ເຊົາ​ສູບ​ຢາ​ໄດ້. ລາວ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ລາວ​ບອກ​ວ່າ: “ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ ຂ້ອຍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເປັນ​ປະຈຳ​ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ເຊົາ​ສູບ​ຢາ​ໄດ້.” ຕອນ​ນີ້​ລາວ​ຢາກ​ບອກ​ກັບ​ຄົນ​ອື່ນໆ​ວ່າ: “ຂ້ອຍ​ໝັ້ນ​ໃຈ​ວ່າ ຖ້າ​ຂ້ອຍ​ສາມາດ​ປ່ຽນ​ແປງ​ຕົວ​ເອງ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ໄດ້ ໃຜໆ ກໍ​ສາມາດ​ເຮັດ​ໄດ້​ຄື​ກັນ!” *

ເຈົ້າ​ສາມາດ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ໄດ້!

18. ຕາມ 1 ໂກຣິນໂທ 6:9-11 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ໄດ້​ເຮັດ​ຫຍັງ?

18 ຄລິດສະຕຽນ​ໃນ​ສະຕະວັດ​ທຳ​ອິດ​ທີ່​ພະ​ເຢໂຫວາ​ເລືອກ​ໃຫ້​ປົກຄອງ​ຮ່ວມ​ກັບ​ພະຄລິດ​ກໍ​ເຄີຍ​ມີ​ນິດໄສ​ທີ່​ບໍ່​ດີ​ຫຼາຍ​ຢ່າງ ເຊັ່ນ: ບາງ​ຄົນ​ເຄີຍ​ຫຼິ້ນ​ຊູ້ ຮັກ​ເພດ​ດຽວ​ກັນ ແລະ​ເປັນ​ຄົນ​ຂີ້​ລັກ. ແຕ່​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ ເຂົາເຈົ້າ​ສາມາດ​ປ່ຽນ​ແປງ​ນິດໄສ​ຂອງ​ຕົວ​ເອງ​ໄດ້. (ອ່ານ 1 ໂກຣິນໂທ 6:9-11) ໃນ​ທຸກ​ມື້​ນີ້​ກໍ​ຄ້າຍ​ຄື​ກັນ ຄຳ​ພີ​ໄບເບິນ​ໄດ້​ຊ່ວຍ​ຫຼາຍ​ລ້ານ​ຄົນ​ໃຫ້​ປ່ຽນ​ແປງ​ຊີວິດ​ຂອງ​ຕົວ​ເອງ ແມ່ນ​ແຕ່​ບາງ​ຄົນ​ທີ່​ເຄີຍ​ມີ​ນິດໄສ​ທີ່​ຮູ້ສຶກ​ວ່າ​ປ່ຽນ​ຍາກ​ກໍ​ສາມາດ​ປ່ຽນ​ໄດ້. * ຈາກ​ຕົວຢ່າງ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ກໍ​ສາມາດ​ປ່ຽນ​ແປງ​ນິດໄສ​ທີ່​ບໍ່​ດີ​ຂອງ​ຕົວ​ເອງ ແລະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ໄດ້.

19. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

19 ນອກ​ຈາກ​ຈະ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ແລ້ວ ຜູ້​ທີ່​ຢາກ​ຮັບ​ບັບເຕມາ​ຕ້ອງ​ພະຍາຍາມ​ທີ່​ຈະ​ມີ​ລັກສະນະ​ນິດໄສ​ໃໝ່. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ໄດ້​ຮຽນ​ວ່າ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ ແລະ​ຄົນ​ອື່ນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ.

ເພງ 41 ຂໍ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ

^ ເຮົາ​ຕ້ອງ​ເຕັມ​ໃຈ​ປ່ຽນ​ແປງ​ນິດໄສ​ຂອງ​ຕົວ​ເອງ​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້. ໃນ​ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ ລັກສະນະ​ນິດໄສ​ເກົ່າ​ແມ່ນ​ຫຍັງ? ເປັນ​ຫຍັງ ເຮົາ​ຕ້ອງ​ຖິ້ມ​ລັກສະນະ​ນິດໄສ​ນີ້? ແລະ​ເຮົາ​ຈະ​ຖິ້ມ​ລັກສະນະ​ນິດໄສ​ນີ້​ໄດ້​ແນວ​ໃດ? ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່​ຕໍ່ໆ​ໄປ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ຮັບ​ບັບເຕມາ​ແລ້ວ.

^ ການ​ອະທິບາຍ​ສຳນວນ: ການ “ຖິ້ມ​ລັກສະນະ​ນິດໄສ​ເກົ່າ” ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ກຳຈັດ​ຄວາມ​ຄິດ​ແລະ​ຄວາມ​ຕ້ອງການ​ທີ່​ພະ​ເຢໂຫວາ​ບໍ່​ມັກ ເຊິ່ງ​ເຮົາ​ຄວນ​ເຮັດ​ແບບ​ນັ້ນ​ກ່ອນ​ທີ່​ຈະ​ຮັບ​ບັບເຕມາ.—ອຟຊ. 4:22

^ ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ—‘ຂ້ອຍ​ຕ້ອງ​ກັບ​ໄປ​ຫາ​ພະ​ເຢໂຫວາ’” ໃນ​ຫໍ​ສັງເກດ​ການ 1 ເມສາ 2012 (ພາສາ​ໄທ)

^ ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ—‘ພວກ​ເຂົາ​ດີ​ກັບ​ຂ້ອຍ​ຫຼາຍ’” ໃນ​ຫໍສັງເກດການ 1 ພຶດສະພາ 2012 (ພາສາ​ໄທ)

^ ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ—‘ຂ້ອຍ​ເປັນ​ເດັກ​ໄວ​ລຸ້ນ​ທີ່​ກ້າວ​ລ້າວ​ແລະ​ໂມໂຫ​ງ່າຍ’” ໃນ​ຫໍສັງເກດການ 1 ຕຸລາ 2012 (ພາສາ​ໄທ)

^ ຄຳ​ອະທິບາຍ​ຮູບ​ພາບ: ໃຫ້​ເຮົາ​ພະຍາຍາມ​ຖິ້ມ​ຄວາມ​ຄິດ​ແລະ​ການ​ກະທຳ​ທີ່​ບໍ່​ດີ ຄື​ກັບ​ທີ່​ເຮົາ​ແກ້​ເສື້ອ​ເກົ່າ​ຖິ້ມ.