ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 11

ໃຫ້​ມີ “ລັກສະນະ​ນິດໄສ​ໃໝ່” ຕໍ່ໆ​ໄປ​ຫຼັງ​ຈາກ​ຮັບ​ບັບເຕມາ

ໃຫ້​ມີ “ລັກສະນະ​ນິດໄສ​ໃໝ່” ຕໍ່ໆ​ໄປ​ຫຼັງ​ຈາກ​ຮັບ​ບັບເຕມາ

“ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່.”—ກລຊ. 3:10

ເພງ 49 ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ

ໃຈ​ຄວາມ​ສຳຄັນ *

1. ສິ່ງ​ທີ່​ມີ​ຜົນ​ຕໍ່​ເຮົາ​ຫຼາຍ​ທີ່​ສຸດ​ແມ່ນ​ຫຍັງ?

 ບໍ່​ວ່າ​ເຮົາ​ຫາ​ກໍ​ຮັບ​ບັບເຕມາ​ຫຼື​ຮັບ​ບັບເຕມາ​ມາ​ຫຼາຍ​ປີ​ແລ້ວ ເຮົາ​ທຸກ​ຄົນ​ກໍ​ຢາກ​ມີ​ຄຸນ​ລັກສະນະ​ທີ່​ດີ​ທີ່​ພະ​ເຢໂຫວາ​ມັກ. ແຕ່​ເພື່ອ​ຈະ​ເປັນ​ແບບ​ນັ້ນ​ໄດ້ ເຮົາ​ຕ້ອງ​ຄວບຄຸມ​ຄວາມ​ຄິດ​ຂອງ​ຕົວ​ເອງ. ຍ້ອນ​ຫຍັງ? ຍ້ອນ​ຄວາມ​ຄິດ​ມີ​ຜົນ​ຕໍ່​ໂຕ​ເຮົາ​ຫຼາຍ​ທີ່​ສຸດ. ຖ້າ​ເຮົາ​ຄິດ​ແຕ່​ເລື່ອງ​ທີ່​ບໍ່​ດີ​ຢູ່​ຕະຫຼອດ ເຮົາ​ກໍ​ຈະ​ເວົ້າ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ. (ອຟຊ. 4:17-19) ກົງ​ກັນ​ຂ້າມ ຖ້າ​ເຮົາ​ຄິດ​ແຕ່​ເລື່ອງ​ດີໆ ເຮົາ​ກໍ​ຈະ​ເວົ້າ​ແລະ​ເຮັດ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.—ຄລຕ. 5:16

2. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ເຮົາ​ບໍ່​ສາມາດ​ກຳຈັດ​ຄວາມ​ຄິດ​ທີ່​ບໍ່​ດີ​ທັງ​ໝົດ​ອອກ​ໄປ​ໄດ້. ແຕ່​ເຮົາ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ເຮັດ​ຕາມ​ຄວາມ​ຄິດ​ນັ້ນ​ຫຼື​ບໍ່. ດັ່ງນັ້ນ ກ່ອນ​ທີ່​ເຮົາ​ຈະ​ຮັບ​ບັບເຕມາ ເຮົາ​ຕ້ອງ​ເຊົາ​ເວົ້າ​ແລະ​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ ເພາະ​ນີ້​ເປັນ​ຂັ້ນ​ຕອນ​ທຳ​ອິດ​ແລະ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ການ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ. ແຕ່​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ຍັງ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ບອກ​ວ່າ: ໃຫ້ “ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່.” (ກລຊ. 3:10) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຕອບ​ຄຳຖາມ​ທີ່​ວ່າ “ລັກສະນະ​ນິດໄສ​ໃໝ່” ແມ່ນ​ຫຍັງ? ເຮົາ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່​ໄດ້​ແນວ​ໃດ? ແລະ​ເຮົາ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່​ຕໍ່ໆ​ໄປ​ໄດ້​ແນວ​ໃດ?

“ລັກສະນະ​ນິດໄສ​ໃໝ່” ແມ່ນ​ຫຍັງ?

3. ຕາມ​ຄາລາເຕຍ 5:22, 23 “ລັກສະນະ​ນິດໄສ​ໃໝ່” ແມ່ນ​ຫຍັງ ແລະ​ຜູ້​ທີ່​ມີ​ລັກສະນະ​ນິດໄສ​ໃໝ່​ຈະ​ເປັນ​ແນວ​ໃດ?

3 “ລັກສະນະ​ນິດໄສ​ໃໝ່” ແມ່ນ​ການ​ຮຽນ​ແບບ​ພະ​ເຢໂຫວາ​ທັງ​ດ້ານ​ຄວາມ​ຄິດ​ແລະ​ການ​ກະທຳ. ຄົນ​ທີ່​ມີ​ລັກສະນະ​ນິດໄສ​ໃໝ່​ນີ້​ຈະ​ສະແດງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ ແລະ​ຍອມ​ໃຫ້​ພະລັງ​ນັ້ນ​ມີ​ຜົນ​ຕໍ່​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ການ​ກະທຳ​ຂອງ​ລາວ. (ອ່ານ​ຄາລາເຕຍ 5:22, 23) ຕົວຢ່າງ​ເຊັ່ນ: ລາວ​ຈະ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ປະຊາຊົນ​ຂອງ​ເພິ່ນ. (ມທ. 22:36-39) ລາວ​ຍັງ​ຈະ​ມີ​ຄວາມ​ຍິນດີ​ເຖິງ​ວ່າ​ຈະ​ເຈິ​ຄວາມ​ລຳບາກ. (ຢກບ. 1:2-4) ລາວ​ຈະ​ເປັນ​ຄົນ​ສ້າງ​ສັນຕິສຸກ. (ມທ. 5:9) ລາວ​ຈະ​ອົດ​ທົນ​ແລະ​ກະລຸນາ​ຕໍ່​ຄົນ​ອື່ນ. (ກລຊ. 3:13) ລາວ​ຈະ​ມັກ​ຄວາມ​ດີ​ແລະ​ເຮັດ​ສິ່ງ​ທີ່​ດີ. (ລກ. 6:35) ລາວ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ. (ຢກບ. 2:18) ລາວ​ຍັງ​ຈະ​ອ່ອນ​ໂຍນ​ຕໍ່​ຄົນ​ທີ່​ຍົວະ​ໃຫ້​ລາວ​ໃຈ​ຮ້າຍ ແລະ​ລາວ​ຈະ​ຄວບຄຸມ​ຕົວ​ເອງ​ເມື່ອ​ຖືກ​ລໍ້​ໃຈ.—1 ກຣ. 9:25, 27; ຕຕ. 3:2

4. ເພື່ອ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່ ເຮົາ​ຈະ​ສະແດງ​ຄຸນ​ລັກສະນະ​ທີ່​ເວົ້າ​ໃນ​ຄາລາເຕຍ 5:22, 23 ເທື່ອ​ລະ​ຢ່າງ​ບໍ? ຂໍ​ໃຫ້​ອະທິບາຍ.

4 ເພື່ອ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່ ເຮົາ​ຕ້ອງ​ສະແດງ​ຄຸນ​ລັກສະນະ​ທັງ​ໝົດ​ທີ່​ເວົ້າ​ໃນ​ຄາລາເຕຍ 5:22, 23 ແລະ​ໃນ​ຂໍ້​ພະ​ຄຳ​ພີ​ອື່ນ. * ເຮົາ​ບໍ່​ສາມາດ​ສະແດງ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ເທື່ອ​ລະ​ຢ່າງ​ຄື​ກັບ​ທີ່​ໃສ່​ເຄື່ອງ​ນຸ່ງ​ເທື່ອ​ລະ​ຜືນ ເພາະ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ກ່ຽວຂ້ອງ​ກັນ​ທັງ​ໝົດ ດັ່ງນັ້ນ​ເຮົາ​ຕ້ອງ​ສະແດງ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ພ້ອມ​ກັນ. ຕົວຢ່າງ​ເຊັ່ນ: ຖ້າ​ເຈົ້າ​ຮັກ​ຄົນ​ອື່ນ​ແທ້ ເຈົ້າ​ກໍ​ຈະ​ອົດ​ທົນ​ແລະ​ກະລຸນາ​ຕໍ່​ລາວ. ແລະ​ຖ້າ​ເຈົ້າ​ເປັນ​ຄົນ​ດີ​ແທ້ ເຈົ້າ​ກໍ​ຕ້ອງ​ອ່ອນ​ໂຍນ​ແລະ​ຄວບຄຸມ​ຕົວ​ເອງ.

ເຮົາ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່​ແນວ​ໃດ?

ແຮ່ງ​ເຮົາ​ພະຍາຍາມ​ຄິດ​ຄື​ກັບ​ພະ​ເຢຊູ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ເຮັດ​ຄື​ກັບ​ເພິ່ນ​ໄດ້​ຫຼາຍ​ຂຶ້ນ. (ເບິ່ງ​ຂໍ້ 5, 8, 10, 12, 14)

5. ການ “ມີ​ຄວາມ​ຄິດ​ຂອງ​ພະຄລິດ” ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ຮຽນ​ເລື່ອງ​ຊີວິດ​ຂອງ​ພະ​ເຢຊູ? (1 ໂກຣິນໂທ 2:16)

5 ອ່ານ 1 ໂກຣິນໂທ 2:16. ເພື່ອ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່ ເຮົາ​ຕ້ອງ “ມີ​ຄວາມ​ຄິດ​ຂອງ​ພະຄລິດ.” ນີ້​ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ພະຍາຍາມ​ຄິດ​ຄື​ກັບ​ພະ​ເຢຊູ​ແລະ​ຮຽນ​ແບບ​ເພິ່ນ. ພະ​ເຢຊູ​ສະແດງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ໄດ້​ຢ່າງ​ສົມບູນ​ແບບ ເພິ່ນ​ຈຶ່ງ​ສະທ້ອນ​ຄຸນ​ລັກສະນະ​ແບບ​ພະ​ເຢໂຫວາ​ໄດ້​ຢ່າງ​ຄົບ​ຖ້ວນ. (ຮຣ. 1:3) ດັ່ງນັ້ນ ຖ້າ​ເຮົາ​ຄິດ​ຄື​ພະ​ເຢຊູ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ເຮັດ​ຄື​ກັບ​ເພິ່ນ​ແລະ​ສາມາດ​ສະທ້ອນ​ຄຸນ​ລັກສະນະ​ນິດໄສ​ຄ້າຍ​ຄື​ກັບ​ເພິ່ນ​ໄດ້​ຫຼາຍ​ຂຶ້ນ.—ຟລປ. 2:5

6. ເມື່ອ​ເຮົາ​ພະຍາຍາມ​ທີ່​ຈະ​ມີ​ລັກສະນະ​ນິດໄສ​ໃໝ່ ເຮົາ​ຄວນ​ຈື່​ຫຍັງ​ໄວ້?

6 ເປັນ​ໄປ​ໄດ້​ບໍ​ທີ່​ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢຊູ? ເຮົາ​ອາດ​ຈະ​ຄິດ​ວ່າ: ‘ພະ​ເຢຊູ​ເປັນ​ຄົນ​ສົມບູນ​ແບບ. ຂ້ອຍ​ຄື​ຊິ​ເຮັດ​ແບບ​ເພິ່ນ​ບໍ່​ໄດ້​ດອກ!’ ຖ້າ​ເຮົາ​ຮູ້ສຶກ​ແບບ​ນັ້ນ ຂໍ​ໃຫ້​ຈື່​ເລື່ອງ​ຕໍ່​ໄປ​ນີ້: (1) ເຮົາ​ຖືກ​ສ້າງ​ຕາມ​ແບບ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ. ດັ່ງນັ້ນ ຖ້າ​ເຮົາ​ເລືອກ​ທີ່​ຈະ​ຮຽນ​ແບບ​ພວກ​ເພິ່ນ ເຮົາ​ກໍ​ຈະ​ເຮັດ​ໄດ້​ໃນ​ລະດັບ​ໜຶ່ງ. (ຕົ້ນ. 1:26) (2) ພະລັງ​ບໍລິສຸດ​ເປັນ​ພະລັງ​ທີ່​ມີ​ລິດເດດ​ຫຼາຍ​ທີ່​ສຸດ​ໃນ​ເອກະພົບ. ພະລັງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ເຮົາ​ຄິດ​ວ່າ​ເຮັດ​ບໍ່​ໄດ້. (3) ພະ​ເຢໂຫວາ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ສະແດງ​ຜົນ​ຂອງ​ພະລັງ​ບໍລິສຸດ​ຢ່າງ​ສົມບູນ​ແບບ​ໃນ​ຕອນ​ນີ້ ເພາະ​ເພິ່ນ​ໄດ້​ໃຫ້​ເວລາ​ຕັ້ງ 1.000 ປີ​ເພື່ອ​ຄົນ​ທີ່​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ຈະ​ກາຍ​ເປັນ​ຄົນ​ສົມບູນ​ແບບ. (ພນມ. 20:1-3) ດັ່ງນັ້ນ ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ໃນ​ຕອນ​ນີ້​ກໍ​ຄື ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເພິ່ນ​ແລະ​ເຮັດ​ສ່ວນ​ຂອງ​ເຮົາ​ໃຫ້​ດີ​ທີ່​ສຸດ.

7. ເຮົາ​ຈະ​ຮຽນ​ຫຍັງ​ຕໍ່​ໄປ​ໃນ​ບົດ​ຄວາມ​ນີ້?

7 ແລ້ວ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ແນວ​ໃດ? ເຮົາ​ຈະ​ມາ​ເບິ່ງ​ຄຸນ​ລັກສະນະ 4 ຢ່າງ ເຊິ່ງ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ ແລະ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢຊູ​ສະແດງ​ຄຸນ​ລັກສະນະ​ເຫຼົ່າ​ນີ້. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ເບິ່ງ​ຄຳຖາມ​ທີ່​ຊ່ວຍ​ເຮົາ​ໃຫ້​ກວດ​ເບິ່ງ​ຕົວ​ເອງ​ວ່າ ເຮົາ​ສະແດງ​ລັກສະນະ​ນິດໄສ​ໃໝ່​ໄດ້​ດີ​ສ່ຳ​ໃດ​ແລ້ວ?

8. ພະ​ເຢຊູ​ໄດ້​ສະແດງ​ຄວາມ​ຮັກ​ແນວ​ໃດ?

8 ຍ້ອນ​ພະ​ເຢຊູ​ຮັກ​ພະ​ເຢໂຫວາ​ຫຼາຍ ເພິ່ນ​ຈຶ່ງ​ໄດ້​ເສຍ​ສະລະ​ຕົວເອງ​ເພື່ອ​ພະ​ເຢໂຫວາ​ແລະ​ເພື່ອ​ເຮົາ. (ຢຮ. 14:31; 15:13) ວິທີ​ທີ່​ພະ​ເຢຊູ​ໃຊ້​ຊີວິດ​ໃນ​ໂລກ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ມະນຸດ​ຫຼາຍ ເພາະ​ໃນ​ແຕ່​ລະ​ມື້​ເພິ່ນ​ໄດ້​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ອື່ນ​ເຖິງ​ວ່າ​ບາງ​ຄົນ​ຈະ​ຕໍ່ຕ້ານ​ເພິ່ນ​ກໍ​ຕາມ. ແລະ​ອີ​ກ​ວິທີ​ໜຶ່ງ​ທີ່​ເພິ່ນ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ກໍ​ຄື ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. (ລກ. 4:43, 44) ນອກ​ຈາກ​ນັ້ນ ພະ​ເຢຊູ​ຍັງ​ຍອມ​ທົນ​ທຸກ​ທໍລະມານ​ແລະ​ຍອມ​ຕາຍ​ດ້ວຍ​ນ້ຳ​ມື​ຂອງ​ຄົນ​ທີ່​ຜິດ​ບາບ. ນີ້​ຈຶ່ງ​ເປີດ​ໂອກາດ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.

9. ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ແນວ​ໃດ​ໃນ​ການ​ສະແດງ​ຄວາມ​ຮັກ?

9 ເຮົາ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ກໍ​ຍ້ອນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ. ຄື​ກັບ​ພະ​ເຢຊູ ເຮົາ​ຄວນ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ໂດຍ​ວິທີ​ທີ່​ເຮົາ​ປະຕິບັດ​ກັບ​ຄົນ​ອື່ນ. ອັກຄະສາວົກ​ໂຢຮັນ​ບອກ​ວ່າ: “ຄົນ​ທີ່​ບໍ່​ຮັກ​ພີ່ນ້ອງ​ທີ່​ລາວ​ເບິ່ງ​ເຫັນ​ຈະ​ຮັກ​ພະເຈົ້າ​ທີ່​ລາວ​ເບິ່ງ​ບໍ່​ເຫັນ​ໄດ້​ແນວ​ໃດ.” (1 ໂຢຮັນ 4:20) ດັ່ງນັ້ນ ເຮົາ​ຄວນ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຮັກ​ຄົນ​ອື່ນ​ຫຼາຍ​ຂຶ້ນ​ບໍ? ຂ້ອຍ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ບໍ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ເຮັດ​ບໍ່​ດີ​ກັບ​ຂ້ອຍ? ຄວາມ​ຮັກ​ກະຕຸ້ນ​ຂ້ອຍ​ໃຫ້​ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ບໍ? ຂ້ອຍ​ເຕັມ​ໃຈ​ທີ່​ຈະ​ເຮັດ​ແບບ​ນີ້​ບໍ​ເຖິງ​ວ່າ​ຄົນ​ອື່ນ​ຈະ​ບໍ່​ເຫັນ​ຄ່າ​ສິ່ງ​ທີ່​ຂ້ອຍ​ເຮັດ​ແລະ​ເຖິງ​ຂັ້ນ​ຕໍ່ຕ້ານ​ຂ້ອຍ? ຂ້ອຍ​ໄດ້​ຈັດ​ເວລາ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ບໍ?’—ອຟຊ. 5:15, 16

10. ພະ​ເຢຊູ​ເປັນ​ຄົນ​ທີ່​ສ້າງ​ສັນຕິສຸກ​ແນວ​ໃດ?

10 ພະ​ເຢຊູ​ເປັນ​ຄົນ​ທີ່​ສ້າງ​ສັນຕິສຸກ. ເມື່ອ​ມີ​ຄົນ​ເຮັດ​ບໍ່​ດີ​ໃສ່​ເພິ່ນ ເພິ່ນ​ກໍ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ບໍ່​ດີ​ໃສ່​ເຂົາເຈົ້າ​ຄືນ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເພິ່ນ​ເປັນ​ຝ່າຍ​ລິເລີ່ມ​ສ້າງ​ສັນຕິສຸກ​ແລະ​ກະຕຸ້ນ​ຄົນ​ອື່ນ​ໃຫ້​ຄືນ​ດີ​ກັນ. ຕົວຢ່າງ​ເຊັ່ນ ພະ​ເຢຊູ​ສອນ​ວ່າ​ຖ້າ​ເຂົາເຈົ້າ​ຢາກ​ໃຫ້​ພະ​ເຢໂຫວາ​ຍອມ​ຮັບ​ການ​ນະມັດສະການ ເຂົາເຈົ້າ​ຕ້ອງ​ໄປ​ຄືນ​ດີ​ກັບ​ພີ່ນ້ອງ​ກ່ອນ. (ມທ. 5:9, 23, 24) ແລະ​ຫຼາຍ​ເທື່ອ​ທີ່​ພວກ​ອັກຄະສາວົກ​ຖຽງ​ກັນ​ວ່າ​ໃຜ​ຊິ​ເປັນ​ໃຫຍ່ ພະ​ເຢຊູ​ກໍ​ມາ​ຊ່ວຍ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ໃນ​ເລື່ອງ​ນີ້.—ລກ. 9:46-48; 22:24-27

11. ເຮົາ​ຈະ​ເປັນ​ຄົນ​ສ້າງ​ສັນຕິສຸກ​ໄດ້​ແນວ​ໃດ?

11 ເພື່ອ​ຈະ​ເປັນ​ຄົນ​ສ້າງ​ສັນຕິສຸກ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ບໍ່​ກໍ່​ເລື່ອງ ແຕ່​ເຮົາ​ຕ້ອງ​ເປັນ​ຝ່າຍ​ສ້າງ​ສັນຕິ​ກັບ​ຄົນ​ອື່ນ. ແລະ​ຖ້າ​ເຮົາ​ເຫັນ​ວ່າ​ພີ່ນ້ອງ​ມີ​ບັນຫາ​ກັນ ເຮົາ​ກໍ​ຄວນ​ຈະ​ພະຍາຍາມ​ຊ່ວຍ​ເຂົາເຈົ້າ​ໃຫ້​ຄືນ​ດີ​ກັນ. (ຟລປ. 4:2, 3; ຢກບ. 3:17, 18) ເຮົາ​ອາດ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເຕັມ​ໃຈ​ເສຍ​ສະລະ​ຫຍັງ​ແດ່​ເພື່ອ​ຈະ​ຄືນ​ດີ​ກັບ​ຄົນ​ອື່ນ? ຖ້າ​ພີ່ນ້ອງ​ເຮັດ​ໃຫ້​ຂ້ອຍ​ຄຽດ ຂ້ອຍ​ຍັງ​ຈະ​ຄຽດ​ໃຫ້​ເຂົາເຈົ້າ​ຕໍ່​ໄປ​ບໍ? ຂ້ອຍ​ຖ້າ​ໃຫ້​ຄົນ​ອື່ນ​ມາ​ຄືນ​ດີ​ກັບ​ຂ້ອຍ​ກ່ອນ​ບໍ ຫຼື​ຂ້ອຍ​ຈະ​ເປັນ​ຝ່າຍ​ໄປ​ຄືນ​ດີ​ກັບ​ເຂົາເຈົ້າ​ກ່ອນ​ເຖິງ​ເບິ່ງ​ຄື​ວ່າ​ເຂົາເຈົ້າ​ຈະ​ເປັນ​ຕົ້ນ​ເຫດ​ຂອງ​ບັນຫາ? ເມື່ອ​ເຫັນ​ວ່າ​ເໝາະ​ສົມ​ຂ້ອຍ​ໄດ້​ຊ່ວຍ​ພີ່ນ້ອງ​ຄົນ​ອື່ນ​ໃຫ້​ຄືນ​ດີ​ກັນ​ບໍ?’

12. ພະ​ເຢຊູ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ອື່ນ​ແນວ​ໃດ?

12 ພະ​ເຢຊູ​ເປັນ​ຄົນ​ກະລຸນາ. (ມທ. 11:28-30) ເພິ່ນ​ສະແດງ​ຄຸນ​ລັກສະນະ​ນີ້​ໂດຍ​ເປັນ​ຄົນ​ອ່ອນ​ໂຍນ​ແລະ​ມີ​ເຫດຜົນ ແມ່ນ​ແຕ່​ໃນ​ສະພາບການ​ທີ່​ຍາກ​ກໍ​ຕາມ. ຕົວຢ່າງ​ເຊັ່ນ: ເມື່ອ​ຜູ້​ຍິງ​ຄົນ​ໂຟນີເຊຍ​ມາ​ຂໍ​ໃຫ້​ພະ​ເຢຊູ​ປິ່ນປົວ​ລູກ​ລາວ ຕອນ​ທຳ​ອິດ​ເພິ່ນ​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ລາວ​ຮ້ອງ​ຂໍ ແຕ່​ຕໍ່ມາ​ເພິ່ນ​ກໍ​ສະແດງ​ຄວາມ​ກະລຸນາ​ໂດຍ​ປິ່ນປົວ​ລູກ​ຂອງ​ລາວຍ້ອນລາວ​ມີ​ຄວາມ​ເຊື່ອ. (ມທ. 15:22-28) ເຖິງ​ວ່າ​ພະ​ເຢຊູ​ຈະ​ເປັນ​ຄົນ​ກະລຸນາ ແຕ່​ເມື່ອ​ຜູ້ທີ່​ເພິ່ນ​ຮັກ​ເຮັດ​ສິ່ງ​ທີ່​ບໍ່​ເໝາະ​ສົມ ເພິ່ນ​ກໍ​ບໍ່​ໄດ້​ປ່ອຍ​ເລື່ອງ​ນັ້ນ​ໄວ້ ແຕ່​ເພິ່ນ​ໄດ້​ໃຫ້​ຄຳ​ແນະນຳ​ເຂົາເຈົ້າ​ຢ່າງ​ໜັກແໜ້ນ. ຕົວຢ່າງ​ເຊັ່ນ: ເມື່ອ​ເປໂຕ​ບອກ​ພະ​ເຢຊູ​ໃຫ້​ເຮັດ​ບາງ​ຢ່າງ​ເຊິ່ງ​ບໍ່​ໄດ້​ເປັນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ ພະ​ເຢຊູ​ກໍ​ປັບ​ຄວາມ​ຄິດ​ຂອງ​ລາວ​ຕໍ່​ໜ້າ​ລູກສິດ​ຄົນ​ອື່ນໆ. (ມຣກ. 8:32, 33) ທີ່​ພະ​ເຢຊູ​ເຮັດ​ແບບ​ນີ້ ບໍ່​ແມ່ນ​ຍ້ອນ​ຢາກ​ເຮັດ​ໃຫ້​ເປໂຕ​ອັບອາຍ ແຕ່​ເພິ່ນ​ຢາກ​ຝຶກ​ເປໂຕ​ແລະ​ເຕືອນ​ພວກ​ລູກສິດ​ຄົນ​ອື່ນໆ​ບໍ່ໃຫ້​ເຮັດ​ເກີນ​ສິດ. ເຖິງ​ວ່າ​ເປໂຕ​ຈະ​ຮູ້ສຶກ​ອັບອາຍ ແຕ່​ລາວ​ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ຂອງ​ພະ​ເຢຊູ.

13. ເຮົາ​ຈະ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ອື່ນ​ແນວ​ໃດ?

13 ເພື່ອ​ເຮົາ​ຈະ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ທີ່​ເຮົາ​ຮັກ ບາງເທື່ອ​ເຮົາ​ອາດ​ຈະ​ຕ້ອງ​ໃຫ້​ຄຳ​ແນະນຳ​ເຂົາເຈົ້າ​ແບບ​ກົງໆ. ແຕ່​ຕອນ​ທີ່​ເຮົາ​ເຮັດ​ແບບ​ນັ້ນ ຂໍ​ໃຫ້​ເຮົາ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ໃຫ້​ຄຳ​ແນະນຳ​ຈາກ​ຄຳ​ພີ​ໄບເບິນ ໃຫ້​ເປັນ​ຄົນ​ອ່ອນ​ໂຍນ ເບິ່ງ​ເຂົາເຈົ້າ​ໃນ​ແງ່​ດີ ແລະ​ໝັ້ນ​ໃຈ​ວ່າ​ເຂົາເຈົ້າ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ຍ້ອນ​ເຂົາເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ເຮົາ. ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ເມື່ອ​ຄົນ​ທີ່​ຂ້ອຍ​ຮັກ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ ຂ້ອຍ​ກ້າ​ບອກ​ເຂົາເຈົ້າ​ບໍ? ຖ້າ​ຂ້ອຍ​ຕ້ອງ​ໃຫ້​ຄຳ​ແນະນຳ ຂ້ອຍ​ໄດ້​ເວົ້າ​ດີໆ​ນຳ​ເຂົາເຈົ້າ​ບໍ​ຫຼື​ຂ້ອຍ​ເວົ້າ​ແບບ​ໃຈ​ຮ້າຍ? ຂ້ອຍ​ໃຫ້​ຄຳ​ແນະນຳ​ຍ້ອນ​ຫຍັງ? ຂ້ອຍ​ໃຫ້​ຍ້ອນ​ບໍ່​ພໍ​ໃຈ​ລາວ​ບໍ ຫຼື​ຍ້ອນ​ຢາກ​ຊ່ວຍ​ລາວ?’

14. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເປັນ​ຄົນ​ດີ?

14 ພະ​ເຢຊູ​ບໍ່​ພຽງ​ແຕ່​ຮູ້​ວ່າ​ອັນ​ໃດ​ເປັນ​ສິ່ງ​ທີ່​ດີ ແຕ່​ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ດີ​ນຳ. ຍ້ອນ​ເພິ່ນ​ຮັກ​ພະ​ເຢໂຫວາ ເພິ່ນ​ຈຶ່ງ​ເຮັດ​ສິ່ງ​ທີ່​ດີ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ຖືກຕ້ອງ. ຄົນ​ດີ​ຈະ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຄົນ​ອື່ນ ແລະ​ຊອກ​ຫາ​ວິທີ​ເພື່ອຊ່ວຍ​ເຫຼືອ​ເຂົາເຈົ້າ. ແຕ່​ການ​ເຮັດ​ສິ່ງ​ທີ່​ດີ​ຍັງ​ບໍ່​ພໍ ເພາະ​ເຮົາ​ຕ້ອງ​ເຮັດ​ສິ່ງ​ທີ່​ດີ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ຖືກຕ້ອງ​ນຳ. ບາງ​ຄົນ​ອາດ​ຈະ​ຖາມ​ວ່າ: ‘ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ບໍ່​ຖືກຕ້ອງ?’ ເປັນ​ໄປ​ໄດ້. ຕົວຢ່າງ​ເຊັ່ນ: ພະ​ເຢຊູ​ບອກ​ວ່າ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ຜູ້​ທີ່​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍ້ອນ​ຢາກ​ໄດ້​ໜ້າ​ໄດ້​ຕາ ເພາະ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ດີ ແຕ່​ເຂົາເຈົ້າ​ກໍ​ເຮັດ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ບໍ່​ຖືກຕ້ອງ.—ມທ. 6:1-4

15. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເປັນ​ຄົນ​ດີ?

15 ຖ້າ​ເຮົາ​ຢາກ​ເປັນ​ຄົນ​ດີ​ແທ້ໆ ເຮົາ​ຕ້ອງ​ບໍ່​ເຮັດ​ສິ່ງ​ທີ່​ດີ​ດ້ວຍ​ເຫດຜົນ​ທີ່​ເຫັນ​ແກ່​ຕົວ. ດັ່ງນັ້ນ ເຮົາ​ອາດ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ເຖິງ​ຂ້ອຍ​ຈະ​ຮູ້​ວ່າ​ອັນ​ໃດ​ເປັນ​ສິ່ງ​ທີ່​ດີ ແຕ່​ຂ້ອຍ​ໄດ້​ເຮັດ​ສິ່ງ​ທີ່​ດີ​ນັ້ນ​ບໍ? ແລະ​ຂ້ອຍ​ເຮັດ​ສິ່ງ​ທີ່​ດີ​ຍ້ອນ​ຫຍັງ?’

ເຮົາ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່​ຕໍ່ໆ​ໄປ​ໄດ້​ແນວ​ໃດ?

16. ໃນ​ແຕ່​ລະ​ມື້​ເຮົາ​ຄວນ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

16 ເຮົາ​ບໍ່​ຄວນ​ຄິດ​ວ່າ​ເມື່ອ​ເຮົາ​ຮັບ​ບັບເຕມາ​ແລ້ວ ເຮົາ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່​ຄົບ​ທຸກ​ຢ່າງ​ແລະ​ບໍ່​ຈຳເປັນ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ອີ​ກ​ຕໍ່​ໄປ. ຄື​ກັບ​ເຄື່ອງ​ນຸ່ງ​ທີ່​ເຮົາ​ມັກ ເຮົາ​ກໍ​ຢາກ​ຈະ​ຮັກສາ​ໄວ້​ໃຫ້​ງາມ​ຢູ່​ຕະຫຼອດ ລັກສະນະ​ນິດໄສ​ໃໝ່​ທີ່​ເຮົາ​ມີ​ກໍ​ຄື​ກັນ ເຮົາ​ຢາກ​ຈະ​ຮັກສາ​ໄວ້​ໃຫ້​ດີ​ຢູ່​ສະເໝີ. ແລະ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ກໍ​ຄື ສະແດງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ທຸກ​ມື້. ຍ້ອນ​ຫຍັງ? ຍ້ອນ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມັກ​ເຮັດ​ສິ່ງ​ຕ່າງໆ ແລະ​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ກໍ​ເຮັດ​ວຽກ​ຢູ່​ຕະຫຼອດ. (ຕົ້ນ. 1:2) ດັ່ງນັ້ນ ການ​ທີ່​ເຮົາ​ລົງ​ມື​ເຮັດ​ແລະ​ສະແດງ​ຄຸນ​ລັກສະນະ​ນີ້​ຈຶ່ງ​ສຳຄັນ​ຫຼາຍ. ຄື​ກັບ​ທີ່​ຢາໂກໂບ​ບອກ​ວ່າ: “ຄວາມ​ເຊື່ອ​ທີ່​ບໍ່​ມີ​ການ​ກະທຳ​ກໍ​ຕາຍ​ແລ້ວ.” (ຢກບ. 2:26) ແລະ​ຄຸນ​ລັກສະນະ​ອື່ນໆ​ກໍ​ຄື​ກັນ ຖ້າ​ເຮົາ​ບໍ່​ໄດ້​ສະແດງ​ຄຸນ​ລັກສະນະ​ນັ້ນມັນ​ກໍ​ຕາຍ​ຄື​ກັນ. ດັ່ງນັ້ນ ແຮ່ງ​ເຮົາ​ສະແດງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ຫຼາຍ​ເທົ່າ​ໃດ ພະລັງ​ນັ້ນ​ກໍ​ຈະ​ຊ່ວຍ​ເຮົາ​ໄດ້​ຫຼາຍ​ຂຶ້ນ ແລະ​ເຮົາ​ກໍ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່​ຕໍ່ໆ​ໄປ​ໄດ້.

17. ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ບໍ່​ໄດ້​ສະແດງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ?

17 ແມ່ນ​ແຕ່​ຄລິດສະຕຽນ​ທີ່​ຮັບ​ບັບເຕມາ​ມາ​ຫຼາຍ​ປີ​ແລ້ວ​ກໍ​ຍັງ​ບໍ່​ໄດ້​ສະແດງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ໃນ​ບາງເທື່ອ. ແຕ່​ຂໍ​ໃຫ້​ເຮົາ​ຢ່າ​ຟ້າວ​ທໍ້​ໃຈ ແລະ​ໃຫ້​ປັບ​ປຸງ​ຕົວ​ເອງ​ຕໍ່ໆ​ໄປ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້. ສົມມຸດ​ວ່າ​ເສື້ອ​ທີ່​ເຈົ້າ​ມັກ​ມັນ​ຂາດ ເຈົ້າ​ຈະ​ຖິ້ມ​ມັນ​ເລີຍ​ບໍ? ຄື​ຊິ​ບໍ່. ແຕ່​ເຈົ້າ​ຈະ​ພະຍາຍາມ​ຫຍິບ​ບ່ອນ​ທີ່​ມັນ​ຂາດ ແລະ​ລະວັງ​ທີ່​ຈະ​ບໍ່​ໃຫ້​ມັນ​ຂາດ​ອີ​ກ. ຄ້າຍ​ຄື​ກັນ ຖ້າ​ບາງເທື່ອ​ເຈົ້າ​ບໍ່​ໄດ້​ອົດ​ທົນ ບໍ່​ໄດ້​ເຮັດ​ດີ ຫຼື​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ ກໍ​ຂໍ​ໃຫ້​ເຈົ້າ​ຢ່າ​ທໍ້​ໃຈ ແຕ່​ໃຫ້​ໄປ​ຂໍ​ໂທດ​ຜູ້​ນັ້ນ​ຢ່າງ​ຈິງ​ໃຈ ເພາະ​ນີ້​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຄືນ​ດີ​ກັນ. ແລະ​ຂໍ​ໃຫ້​ເຈົ້າ​ປັບ​ປຸງ​ຕົວ​ເອງ​ໃຫ້​ດີ​ຂຶ້ນ​ຕໍ່ໆ​ໄປ.

18. ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

18 ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆ​ທີ່​ມີ​ຕົວຢ່າງ​ຂອງ​ພະ​ເຢຊູ! ແຮ່ງ​ເຮົາ​ພະຍາຍາມ​ຄິດ​ຄື​ກັບ​ພະ​ເຢຊູ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ເຮັດ​ຄື​ກັບ​ເພິ່ນ​ໄດ້​ຫຼາຍ​ຂຶ້ນ. ແລະ​ເມື່ອ​ເຮົາ​ເຮັດ​ຄື​ກັບ​ພະ​ເຢຊູ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່​ໄດ້. ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ຮຽນ​ຄຸນ​ລັກສະນະ 4 ຢ່າງ​ເຊິ່ງ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. ດັ່ງນັ້ນ ຈຶ່ງ​ເປັນ​ສິ່ງ​ທີ່​ດີ​ທີ່​ເຮົາ​ຈະ​ຮຽນ​ຮູ້​ຄຸນ​ລັກສະນະ​ອື່ນໆ​ອີ​ກ ແລະ​ຄິດ​ເບິ່ງ​ວ່າ​ເຮົາ​ໄດ້​ສະແດງ​ຄຸນ​ລັກສະນະ​ນັ້ນ​ໃນ​ຊີວິດ​ຂອງ​ເຮົາ​ບໍ? ເຮົາ​ສາມາດ​ຮຽນ​ຮູ້​ຄຸນ​ລັກສະນະ​ເຫຼົ່າ​ນີ້​ຫຼາຍ​ຂຶ້ນ​ໄດ້​ຈາກ​ຄູ່​ມື​ຄົ້ນ​ຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ ເລື່ອງ “ຊີວິດ​ຄລິດສະຕຽນ” ແລະ​ໄປ​ທີ່ “ຜົນ​ຂອງ​ພະລັງ​ບໍລິສຸດ.” * ຖ້າ​ເຮົາ​ພະຍາຍາມ​ເຮັດ​ແບບ​ນີ້ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ລັກສະນະ​ນິດໄສ​ໃໝ່​ແລະ​ມີ​ລັກສະນະ​ນີ້​ຕໍ່ໆ​ໄປ​ໄດ້.

ເພງ 127 ຂ້ອຍ​ຄວນ​ເປັນ​ຄົນ​ແບບ​ໃດ?

^ ບໍ່​ວ່າ​ເຮົາ​ຈະ​ຖືກ​ລ້ຽງ​ມາ​ແນວ​ໃດ ເຮົາ​ກໍ​ສາມາດ​ມີ “ລັກສະນະ​ນິດໄສ​ໃໝ່” ໄດ້. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ ເຮົາ​ຕ້ອງ​ປັບ​ຄວາມ​ຄິດ​ຂອງ​ຕົວ​ເອງ​ຢູ່​ຕະຫຼອດ​ເພື່ອ​ຈະ​ເປັນ​ຄື​ກັບ​ພະ​ເຢຊູ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ໄດ້​ຮຽນ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢຊູ​ຄິດ​ແລະ​ເຮັດ ແລະ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ຕໍ່ໆ​ໄປ​ໄດ້​ແນວ​ໃດ​ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ​ແລ້ວ.

^ ຄາລາເຕຍ 5:22, 23 ບໍ່​ໄດ້​ເວົ້າ​ເຖິງ​ຄຸນ​ລັກສະນະ​ທຸກ​ຢ່າງ​ເຊິ່ງ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. ເພື່ອ​ຈະ​ຮູ້​ເລື່ອງ​ນີ້​ຫຼາຍ​ຂຶ້ນ ຂໍ​ໃຫ້​ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ ເດືອນ​ມິຖຸນາ 2020.

^ (ພາສາ​ໄທ)