ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 12

ເຈົ້າ​ເຂົ້າ​ໃຈ​ສິ່ງ​ທີ່​ຊາກາລີ​ເຫັນ​ບໍ?

ເຈົ້າ​ເຂົ້າ​ໃຈ​ສິ່ງ​ທີ່​ຊາກາລີ​ເຫັນ​ບໍ?

“ເຮົາ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ​ບອກ​ວ່າ ‘ເລື່ອງ​ນີ້​ຈະ​ເກີດຂຶ້ນ​ໄດ້ ບໍ່​ແມ່ນ​ເພາະ​ກຳລັງ​ທະຫານ​ຫຼື​ກຳລັງ​ຢ່າງ​ອື່ນ ແຕ່​ເພາະ​ກຳ​ລັງ​ຂອງ​ເຮົາ.’”—ຊກາ. 4:6, ລ.ມ.

ເພງ 73 ຂໍ​ຊ່ວຍ​ໃຫ້​ເຮົາ​ກ້າຫານ

ໃຈ​ຄວາມ​ສຳຄັນ *

1. ຄົນ​ຢິວ​ຈະ​ກັບ​ໄປ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົວເອງ​ເພື່ອ​ເຮັດ​ຫຍັງ?

 ຊາວ​ອິດສະຣາເອນ​ຮູ້ສຶກ​ຕື່ນ​ເຕັ້ນ​ດີ​ໃຈ​ຫຼາຍ​ທີ່​ພະ​ເຢໂຫວາ​ໄດ້ “ກະຕຸ້ນ​ຄວາມ​ຄິດ​ຈິດ​ໃຈ” ກະສັດ​ຊີຣຶຊ​ແຫ່ງ​ເປີເຊຍ​ໃຫ້​ປ່ອຍ​ຊາວ​ອິດສະຣາເອນ ເຊິ່ງ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ຫຼາຍ​ສິບ​ປີ. ກະສັດ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ຄົນ​ຢິວ​ກັບ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົວ​ເອງ ແລະ “ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ.” (ເອເຊດ. 1:1, 3, ລ.ມ.) ນີ້​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ແທ້ໆ ເພາະ​ເຂົາເຈົ້າ​ຈະ​ໄດ້​ກັບ​ໄປ​ນະມັດສະການ​ພະເຈົ້າ​ທ່ຽງ​ແທ້​ຢູ່​ແຜ່ນດິນ​ທີ່​ພະ​ເຢໂຫວາ​ມອບ​ໃຫ້​ອີ​ກ​ເທື່ອ​ໜຶ່ງ!

2. ເມື່ອ​ຄົນ​ຢິວ​ກັບ​ໄປ​ຮອດ​ເມືອງ​ເຢຣູຊາເລັມ ສິ່ງ​ທຳ​ອິດ​ທີ່​ເຂົາເຈົ້າ​ເຮັດ​ໄດ້​ສຳເລັດ​ແມ່ນ​ຫຍັງ?

2 ໃນ​ປີ 537 ກ່ອນ ຄ.ສ ຊະເລີຍ​ກຸ່ມ​ທຳ​ອິດ​ໄດ້​ມາ​ຮອດ​ເມືອງ​ເຢຣູຊາເລັມ ເຊິ່ງ​ເຄີຍ​ເປັນ​ເມືອງ​ຫຼວງ​ຂອງ​ຢູດາ​ອານາຈັກ​ທາງ​ໃຕ້. ຫຼັງ​ຈາກ​ທີ່​ເຂົາເຈົ້າ​ກັບ​ມາ​ໄດ້​ບໍ່​ດົນ ເຂົາເຈົ້າ​ກໍ​ໄດ້​ເລີ່ມ​ລົງ​ມື​ສ້າງ​ວິຫານ​ແລະ​ໄດ້​ວາງ​ພື້ນຖານ​ຂອງ​ວິຫານ​ແລ້ວ​ໃນ​ປີ 536 ກ່ອນ ຄ.ສ.

3. ຄົນ​ຢິວ​ເຈິ​ການ​ຕໍ່ຕ້ານ​ຫຍັງ​ແດ່?

3 ເມື່ອ​ຄົນ​ຢິວ​ເລີ່ມ​ສ້າງ​ວິຫານ​ກໍ​ມີ​ຫຼາຍ​ຄົນ​ມາ​ຕໍ່ຕ້ານ. ຊາດ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ໄດ້ “ພະຍາຍາມ​ທຳລາຍ​ຂວັນ​ກຳລັງ​ໃຈ​ຂອງ​ຊາວ​ຢູດາ​ຈົນ​ພວກ​ເຂົາ​ທໍ້​ໃຈ​ບໍ່​ຢາກ​ສ້າງ​ວິຫານ.” (ເອເຊດ. 4:4, ລ.ມ.) ແຕ່​ຍັງ​ມີ​ເລື່ອງ​ທີ່​ເຮັດ​ໃຫ້​ຄົນ​ຢິວ​ທໍ້​ໃຈ​ຫຼາຍ​ກວ່າ​ນັ້ນ​ອີ​ກ. ໃນ​ປີ 522 ກ່ອນ ຄ.ສ ກະສັດ​ອາເຣຕາເຊເຣເຊ​ໄດ້​ຂຶ້ນ​ເປັນ​ກະສັດ​ເປີເຊຍ​ອົງ​ໃໝ່. * ຜູ້​ຕໍ່ຕ້ານ​ຈຶ່ງ​ເຫັນ​ວ່າ​ນີ້​ເປັນ​ໂອກາດ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຢິວ​ເຊົາ​ສ້າງ​ວິຫານ​ໂດຍ​ໃຫ້​ກະສັດ “ອອກ​ກົດໝາຍ​ເພື່ອ​ສ້າງ​ຄວາມ​ເດືອດຮ້ອນ” ໃຫ້​ກັບ​ຄົນ​ຢິວ. (ເພງ. 94:20, ລ.ມ.) ເຂົາເຈົ້າ​ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ກະສັດ​ແລະ​ບອກ​ວ່າ​ຄົນ​ຢິວ​ກຳລັງ​ວາງ​ແຜນ​ຈະ​ກະບົດ. (ເອເຊດ. 4:11-16) ກະສັດ​ໄດ້​ເຊື່ອ​ຄຳ​ຕົວະ​ນີ້ ແລະ​ໄດ້​ສັ່ງ​ຫ້າມ​ການ​ກໍ່​ສ້າງ​ວິຫານ. (ເອເຊດ. 4:17-23) ຍ້ອນ​ແນວ​ນີ້​ຄົນ​ຢິວ​ຈຶ່ງ​ໄດ້​ເຊົາ​ສ້າງ​ວິຫານ.—ເອເຊດ. 4:24

4. ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເມື່ອ​ເຫັນ​ວ່າ​ຜູ້​ຕໍ່ຕ້ານ​ພະຍາຍາມ​ຂັດ​ຂວາງ​ການ​ສ້າງ​ວິຫານ? (ເອຊາອີ 55:11)

4 ຊາດ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ແລະ​ບາງ​ຄົນ​ທີ່​ຢູ່​ໃນ​ເຂດ​ປົກຄອງ​ຂອງ​ເປີເຊຍ​ບໍ່​ຢາກ​ໃຫ້​ມີ​ການ​ສ້າງ​ວິຫານ​ຄືນ​ໃໝ່. ແຕ່​ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ຢິວ​ສ້າງ​ວິຫານ​ນັ້ນ​ໃຫ້​ສຳເລັດ ແລະ​ເພິ່ນ​ກໍ​ໄດ້​ຊ່ວຍ​ເຂົາເຈົ້າ​ໃຫ້​ສ້າງ​ສຳເລັດ​ແທ້! (ອ່ານ​ເອຊາອີ 55:11) ເພິ່ນ​ໄດ້​ໃຫ້​ຜູ້​ພະຍາກອນ​ຊາກາລີ​ເຫັນ​ນິມິດ​ທີ່​ໜ້າ​ຕື່ນ​ເຕັ້ນ 8 ເລື່ອງ ແລະ​ໃຫ້​ລາວ​ໄປ​ບອກ​ເລື່ອງ​ນີ້​ກັບ​ຄົນ​ຢິວ​ເພື່ອ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ກຳລັງ​ໃຈ. ນິມິດ​ເຫຼົ່າ​ນີ້​ຊ່ວຍ​ຄົນ​ຢິວ​ບໍ່​ໃຫ້​ຢ້ານ​ພວກ​ຜູ້​ຕໍ່ຕ້ານ ແລະ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ລົງ​ມື​ເຮັດ​ວຽກ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເຮັດ. ໃນ​ນິມິດ​ທີ 5 ຊາກາລີ​ໄດ້​ເຫັນ​ຕະກຽງ​ແລະ​ຕົ້ນ​ໝາກ​ກອກ 2 ຕົ້ນ.

5. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

5 ບາງເທື່ອ​ເຮົາ​ທຸກ​ຄົນ​ກໍ​ຮູ້ສຶກ​ທໍ້​ໃຈ ແຕ່​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ກຳລັງ​ໃຈ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ຊາດ​ອິດສະຣາເອນ​ຜ່ານ​ທາງ​ນິມິດ​ທີ​ຫ້າ​ທີ່​ຊາກາລີ​ເຫັນ. ນິມິດ​ນີ້​ຍັງ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ເມື່ອ​ເຈິ​ກັບ​ການ​ຕໍ່ຕ້ານ​ເມື່ອ​ມີ​ການ​ປ່ຽນ​ແປງ​ໃນ​ຊີວິດ ແລະ​ເມື່ອ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ.

ເມື່ອ​ເຮົາ​ຖືກ​ຕໍ່ຕ້ານ

ຊາກາລີ​ເຫັນ​ນິມິດ​ກ່ຽວ​ກັບ​ຕົ້ນ​ໝາກ​ກອກ 2 ຕົ້ນ​ທີ່​ໃຫ້​ນ້ຳມັນ​ໄຫຼ​ລົງ​ມາ​ໃສ່​ຕະກຽງ 7 ອັນ (ເບິ່ງ​ຂໍ້ 6)

6. ນິມິດ​ເລື່ອງ​ຕະກຽງ​ກັບ​ຕົ້ນ​ໝາກ​ກອກ 2 ຕົ້ນທີ່​ຢູ່​ໃນ​ຊາກາລີ 4:1-3 ໃຫ້​ກຳລັງ​ໃຈ​ຄົນ​ຢິວ​ແນວ​ໃດ? (ເບິ່ງ​ຮູບ​ໜ້າ​ປົກ)

6 ອ່ານ​ຊາກາລີ 4:1-3. ນິມິດ​ເລື່ອງ​ຕະກຽງ​ກັບ​ຕົ້ນ​ໝາກ​ກອກ 2 ຕົ້ນໃຫ້​ກຳລັງ​ໃຈ​ຄົນ​ຢິວ​ທີ່​ຈະ​ສ້າງ​ວິຫານ​ຕໍ່​ໄປ​ເຖິງ​ວ່າ​ຈະ​ຖືກ​ຕໍ່ຕ້ານ. ເລື່ອງ​ນີ້​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ແນວ​ໃດ? ໃນ​ນິມິດ​ນັ້ນ ເຮົາ​ເຫັນ​ວ່າ​ມີ​ນ້ຳມັນ​ຈາກ​ຕົ້ນ​ໝາກ​ກອກ 2 ຕົ້ນ​ໄຫຼ​ລົງ​ມາ​ໃສ່​ຊາມ​ບໍ່​ຂາດ​ສາຍ. ແລ້ວ​ນ້ຳມັນ​ໃນ​ຊາມ​ກໍ​ໄຫຼ​ລົງ​ມາ​ໃສ່​ຕະກຽງ 7 ອັນ. ນີ້​ເຮັດ​ໃຫ້​ຕະກຽງ​ມີ​ໄຟ​ລຸກ​ຢູ່​ຕະຫຼອດ. ຊາກາລີ​ຖາມ​ພະ​ເຢໂຫວາ​ວ່າ: “ທີ່​ຂ້ອຍ​ເຫັນ​ນີ້​ໝາຍ​ຄວາມ​ວ່າ​ຫຍັງ?” ແລ້ວ​ພະ​ເຢໂຫວາ​ກໍ​ຕອບ​ຜ່ານ​ທາງ​ທູດ​ສະຫວັນ​ວ່າ: “ເຮົາ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ​ບອກ​ວ່າ ‘ເລື່ອງ​ນີ້​ຈະ​ເກີດຂຶ້ນ​ໄດ້ ບໍ່​ແມ່ນ​ເພາະ​ກຳລັງ​ທະຫານ​ຫຼື​ກຳລັງ​ຢ່າງ​ອື່ນ ແຕ່​ເພາະ​ກຳລັງ​ຂອງ​ເຮົາ.’” (ຊກາ. 4:4, 6, ລ.ມ.) ນ້ຳມັນ​ຈາກ​ຕົ້ນ​ໝາກ​ກອກ​ທີ່​ໄຫຼ​ບໍ່​ຂາດ​ສາຍ​ໝາຍ​ເຖິງ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ທີ່​ບໍ່​ມີ​ວັນ​ໝົດ​ຈັກ​ເທື່ອ. ເຖິງ​ວ່າ​ກອງ​ກຳລັງ​ຂອງ​ພວກ​ຈັກກະພັດ​ເປີເຊຍ​ຈະ​ໃຫຍ່​ສ່ຳ​ໃດ ກໍ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເມື່ອ​ທຽບ​ກັບ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. ນີ້​ເປັນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ຫຼາຍ​ແທ້ໆ! ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ ຄົນຢິວ​ຈຶ່ງ​ສາມາດ​ສ້າງ​ວິຫານ​ໄດ້​ສຳເລັດເຖິງ​ວ່າ​ຈະ​ຖືກ​ຕໍ່ຕ້ານ. ດັ່ງນັ້ນ ສິ່ງ​ທີ່​ຄົນ​ຢິວ​ທຸກ​ຄົນ​ຈະ​ຕ້ອງ​ເຮັດ​ກໍ​ຄື ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ກັບ​ມາ​ສ້າງ​ວິຫານ ເຖິງ​ວ່າ​ຈະ​ຖືກ​ສັ່ງ​ຫ້າມ​ກໍ​ຕາມ.

7. ມີ​ການ​ປ່ຽນ​ແປງ​ຫຍັງ​ທີ່​ເຮັດ​ໃຫ້​ການ​ກໍ່​ສ້າງ​ວິຫານ​ໄດ້​ງ່າຍ​ຂຶ້ນ?

7 ມີ​ການ​ປ່ຽນ​ແປງ​ໜຶ່ງ​ທີ່​ຊ່ວຍ​ໃຫ້​ສ້າງ​ວິຫານ​ໄດ້​ງ່າຍ​ຂຶ້ນ. ການ​ປ່ຽນ​ແປງ​ນັ້ນ​ແມ່ນ​ຫຍັງ? ໃນ​ປີ 520 ກ່ອນ ຄ.ສ ກະສັດ​ດາຣີອຶຊ​ທີ I ໄດ້​ຂຶ້ນ​ປົກຄອງ​ເປີເຊຍ. ໃນ​ປີ​ທີ 2 ທີ່​ລາວ​ປົກຄອງ​ລາວ​ໄດ້​ເຫັນ​ວ່າ ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້​ສ້າງ​ວິຫານ​ເປັນ​ສິ່ງ​ທີ່​ຜິດ​ກົດໝາຍ. ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ບອກ​ໃຫ້​ຄົນ​ຢິວ​ກໍ່​ສ້າງ​ວິຫານ​ໃຫ້​ສຳເລັດ. (ເອເຊດ. 6:1-3) ລາວ​ບໍ່​ໄດ້​ເຮັດ​ພຽງ​ແຕ່​ເທົ່າ​ນັ້ນ. ລາວ​ຍັງ​ໄດ້​ສັ່ງ​ຊາດ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ໃຫ້​ເຊົາ​ຕໍ່ຕ້ານ​ຄົນ​ຢິວ ແລະ​ຍັງ​ບອກ​ໃຫ້​ເຂົາເຈົ້າ​ບໍລິຈາກ​ເງິນ​ຄຳ​ເພື່ອ​ເອົາ​ມາ​ຊ່ວຍ​ໃນ​ການ​ສ້າງ​ວິຫານ​ໃຫ້​ສຳເລັດ! (ເອເຊດ. 6:7-12) ນີ້​ຈຶ່ງ​ເຮັດ​ໃຫ້​ຄົນ​ຢິວ​ສ້າງ​ວິຫານ​ໄດ້ສຳເລັດ​ໃນ 4 ປີ​ຕໍ່ມາ​ເຊິ່ງ​ກໍ​ຄື​ປີ 515 ກ່ອນ ຄ.ສ.—ເອເຊດ. 6:15

ໃຫ້​ເພິ່ງ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ເມື່ອ​ຖືກ​ຕໍ່ຕ້ານ (ເບິ່ງ​ຂໍ້ 8)

8. ເປັນ​ຫຍັງ​ເຈົ້າ​ບໍ່​ຕ້ອງ​ຢ້ານ​ເມື່ອ​ຖືກ​ຕໍ່ຕ້ານ?

8 ໃນ​ທຸກ​ມື້​ນີ້​ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ກໍ​ຖືກ​ຕໍ່ຕ້ານ​ໃນ​ແບບ​ທີ່​ແຕກຕ່າງ​ກັນ ເຊັ່ນ: ບາງ​ຄົນ​ຢູ່​ໃນ​ປະເທດ​ທີ່​ວຽກ​ປະກາດ​ຖືກ​ຈຳກັດ ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ຖືກ​ຈັບ​ແລະ “ຖືກ​ພາ​ຕົວ​ໄປ​ຢູ່​ຕໍ່​ໜ້າ​ເຈົ້າ​ແຂວງ​ແລະ​ກະສັດ.” (ມທ. 10:17, 18) ແຕ່​ບາງເທື່ອ​ອຳ​ນາດ​ການ​ປົກຄອງ​ກໍ​ມີ​ການ​ປ່ຽນ​ແປງ ເຊິ່ງ​ຊ່ວຍ​ໃຫ້​ພີ່ນ້ອງ​ມີ​ອິດ​ສະຫຼະ​ຫຼາຍ​ຂຶ້ນ. ຫຼື​ບາງເທື່ອ​ສານ​ກໍ​ໃຫ້​ຄວາມຍຸຕິທຳ​ກັບ​ພີ່ນ້ອງ​ໂດຍ​ໃຫ້​ມີ​ອິດ​ສະຫຼະ​ຫຼາຍ​ຂຶ້ນ​ໃນ​ການ​ປະກາດ. ສ່ວນ​ບາງ​ຄົນ​ທີ່​ຢູ່​ໃນ​ປະເທດ​ທີ່​ມີ​ອິດ​ສະຫຼະ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ກໍ​ຖືກ​ຄົນ​ໃນ​ຄອບຄົວ​ຕໍ່ຕ້ານ. (ມທ. 10:32-36) ຫຼາຍ​ເທື່ອ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ​ກໍ​ເຊົາ​ຕໍ່ຕ້ານ​ເມື່ອ​ເຫັນ​ວ່າ ເຖິງ​ຈະ​ພະຍາຍາມ​ຂັດ​ຂວາງ​ເຮົາ​ຫຼາຍ​ສ່ຳ​ໃດ ແຕ່​ເຮົາ​ກໍ​ບໍ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ແລະ​ບາງເທື່ອ​ຄົນ​ທີ່​ເຄີຍ​ຕໍ່ຕ້ານ​ເຮົາ​ຢ່າງ​ໜັກ​ອາດ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ທີ່​ກະຕືລືລົ້ນ. ເມື່ອ​ເຈົ້າ​ຖືກ​ຕໍ່ຕ້ານ ຂໍ​ໃຫ້​ເຈົ້າ​ຢ່າ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ແລະ​ບໍ່​ຕ້ອງ​ຢ້ານ ເພາະ​ພະ​ເຢໂຫວາ​ຈະ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຫຼືອ​ເຈົ້າ!

ເມື່ອ​ມີ​ການ​ປ່ຽນ​ແປງ​ໃນ​ຊີວິດ

9. ເປັນ​ຫຍັງ​ຄົນ​ຢິວ​ບາງ​ຄົນ​ຮູ້ສຶກ​ເສຍໃຈ​ຫຼັງ​ຈາກ​ທີ່​ໄດ້​ວາງ​ພື້ນຖານ​ວິຫານ​ຫຼັງ​ໃໝ່?

9 ເມື່ອ​ມີ​ການ​ວາງ​ພື້ນຖານ​ວິຫານ​ຫຼັງ​ໃໝ່​ແລ້ວ ພວກ​ຜູ້​ເຖົ້າ​ບາງ​ຄົນ​ໄດ້​ຮ້ອງໄຫ້​ຍ້ອນ​ເຂົາເຈົ້າ​ເຄີຍ​ເຫັນ​ຄວາມ​ສະຫງ່າ​ງາມ​ຂອງ​ວິຫານ​ທີ່​ໂຊໂລໂມນ​ສ້າງ​ແລະ​ຄິດ​ວ່າ​ວິຫານ​ຫຼັງ​ໃໝ່​ທີ່​ເຂົາເຈົ້າ​ສ້າງ​ໄວ້​ນີ້ “ທຽບ​ກັນ​ບໍ່​ໄດ້​ເລີຍ” ກັບ​ວິຫານ​ຫຼັງ​ເກົ່າ. (ເອເຊດ. 3:12; ອເກ. 2:2, 3, ລ.ມ.) ການ​ສົມ​ທຽບ​ແບບ​ນີ້​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ເສົ້າໃຈ ແຕ່​ນິມິດ​ທີ່​ຊາກາລີ​ເຫັນ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ກຳລັງ​ໃຈ​ໄດ້​ແນວ​ໃດ?

10. ຄຳເວົ້າ​ຂອງ​ທູດ​ສະຫວັນ​ທີ່​ຢູ່​ໃນ​ຊາກາລີ 4:8-10 ໃຫ້​ກຳລັງ​ໃຈ​ຄົນ​ຢິວ​ແນວ​ໃດ?

10 ອ່ານ​ຊາກາລີ 4:8-10. * ທູດ​ສະຫວັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ບອກ​ວ່າ ຄົນ​ຢິວ “ຈະ​ດີ​ໃຈ​ທີ່​ເຫັນ [ຜູ້ປົກຄອງຄົນຢິວ] ເຊຣຸບບາເບນ​ຖື​ສາຍ​ດິ່ງ”? ສາຍ​ດິ່ງ​ເປັນ​ເຄື່ອງ​ມື​ວັດ​ແທກ​ທີ່​ຊ່ວຍ​ໃຫ້​ສິ່ງ​ກໍ່​ສ້າງ​ຕັ້ງ​ຊື່. ທູດ​ສະຫວັນ​ໄດ້​ຮັບຮອງ​ກັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ວ່າ ເຂົາເຈົ້າ​ຈະ​ສ້າງ​ວິຫານ​ໄດ້​ສຳເລັດ ແລະ​ເປັນ​ໄປ​ຕາມ​ມາດຕະຖານ​ທີ່​ພະ​ເຢໂຫວາ​ກຳນົດ​ໄວ້. ຖ້າ​ພະ​ເຢໂຫວາ​ພໍ​ໃຈ​ກັບ​ວິຫານ​ຫຼັງ​ນີ້ ເຂົາເຈົ້າ​ກໍ​ຄວນ​ຈະ​ພໍ​ໃຈ​ຄື​ກັນ. ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ພະ​ເຢໂຫວາ​ກໍ​ຄື ເພິ່ນ​ຕ້ອງການ​ໃຫ້​ເຂົາເຈົ້າ​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ເພິ່ນ​ຍອມ​ຮັບ​ຢູ່​ທີ່​ວິຫານ​ຫຼັງ​ໃໝ່. ຖ້າ​ເຂົາເຈົ້າ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ຍອມ​ຮັບ​ແລະ​ເຮັດ​ໃນ​ສິ່ງ​ທີ່​ເພິ່ນ​ພໍ​ໃຈ ເຂົາເຈົ້າ​ກໍ​ຈະ​ມີ​ຄວາມສຸກ.

ໃຫ້​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ເມື່ອ​ມີ​ການ​ປ່ຽນ​ແປງ​ໃນ​ຊີວິດ (ເບິ່ງ​ຂໍ້ 11-12) *

11. ສິ່ງ​ໃດ​ທີ່​ເປັນ​ເລື່ອງ​ຍາກ​ສຳລັບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ບາງ​ຄົນ​ໃນ​ທຸກ​ມື້​ນີ້?

11 ການ​ປ່ຽນ​ແປງ​ເປັນ​ສິ່ງ​ທີ່​ຍາກ​ສຳລັບ​ເຮົາ​ຫຼາຍ​ຄົນ. ບາງ​ຄົນ​ທີ່​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ​ມາ​ຫຼາຍ​ປີ​ໄດ້​ຖືກ​ປ່ຽນ​ວຽກ​ມອບ​ໝາຍ. ສ່ວນ​ບາງ​ຄົນ​ກໍ​ຕ້ອງ​ໄດ້​ເຊົາ​ເຮັດ​ວຽກ​ມອບ​ໝາຍ​ທີ່​ຕົວ​ເອງ​ມັກ​ຍ້ອນ​ອາຍຸ​ທີ່​ຫຼາຍ​ຂຶ້ນ. ເມື່ອ​ເຈິ​ກັບ​ເລື່ອງ​ແບບ​ນີ້ ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຈະ​ຮູ້ສຶກ​ທໍ້​ໃຈ. ທຳ​ອິດ ເຮົາ​ອາດ​ບໍ່​ເຂົ້າ​ໃຈ​ແລະ​ບໍ່​ເຫັນ​ດີ​ກັບ​ການ​ປ່ຽນ​ແປງ​ນັ້ນ. ເຮົາ​ອາດ​ຈະ​ຄິດ​ຮອດ​ວຽກ​ມອບ​ໝາຍ​ທີ່​ເຮົາ​ເຄີຍ​ເຮັດ​ແລະ​ອາດ​ຮູ້ສຶກ​ທໍ້​ໃຈ​ທີ່​ເຮົາ​ບໍ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼາຍ​ຄື​ແຕ່​ກ່ອນ. (ສຸພາ. 24:10) ແຕ່​ນິມິດ​ຂອງ​ຊາກາລີ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຮັດ​ດີ​ທີ່​ສຸດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ?

12. ນິມິດ​ຂອງ​ຊາກາລີ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ໄດ້​ແນວ​ໃດ​ເຖິງ​ວ່າ​ສະພາບການ​ຈະ​ປ່ຽນ​ໄປ?

12 ເຮົາ​ຈະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ໄດ້​ງ່າຍ​ຂຶ້ນ​ຖ້າ​ເຮົາ​ເບິ່ງ​ສິ່ງ​ຕ່າງໆ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ. ຕອນ​ນີ້​ພະ​ເຢໂຫວາ​ກຳລັງ​ເຮັດ​ຫຼາຍ​ຢ່າງ​ໃຫ້​ສຳເລັດ ແລະ​ເຮົາ​ກໍ​ມີ​ສ່ວນ​ໃນ​ວຽກ​ນີ້. (1 ກຣ. 3:9) ເຮົາ​ອາດ​ຈະ​ຖືກ​ປ່ຽນ​ວຽກ​ມອບ​ໝາຍ ແຕ່​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ເຮົາ​ບໍ່​ໄດ້​ປ່ຽນ​ໄປ. ດັ່ງນັ້ນ ຖ້າ​ການ​ປ່ຽນ​ແປງ​ໃນ​ອົງການ​ມີ​ຜົນ​ຕໍ່​ເຮົາ ເຮົາ​ບໍ່​ຄວນ​ຄິດ​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ການ​ປ່ຽນ​ແປງ​ແບບ​ນີ້ ແລະ​ບໍ່​ຄວນ​ຄິດ​ເຖິງ​ແຕ່​ສິ່ງ​ທີ່​ເຮົາ​ເຄີຍ​ເຮັດ​ໃນ “ເມື່ອ​ກ່ອນ.” (ຜູ້ປ. 7:10) ແຕ່​ເຮົາ​ຄວນ​ອະທິດຖານ​ແລະ​ຄິດ​ເຖິງ​ສິ່ງ​ດີໆ​ໃນ​ການ​ປ່ຽນ​ແປງ​ນັ້ນ. ແທນ​ທີ່​ຈະ​ຄິດ​ເຖິງ​ແຕ່​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້ ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້. ຈາກ​ນິມິດ​ຂອງ​ຊາກາລີ​ເຮົາ​ໄດ້​ບົດ​ຮຽນ​ວ່າ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຮັກສາ​ຄວາມ​ຄິດ​ໃນ​ແງ່​ບວກ​ຢູ່​ສະເໝີ ເພາະ​ຖ້າ​ເຮົາ​ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມສຸກ​ແລະ​ສັດ​ຊື່​ຕໍ່​ເພິ່ນ​ຕໍ່ໆ​ໄປ​ເຖິງ​ວ່າ​ສະພາບການ​ຈະ​ປ່ຽນ​ໄປ.

ເມື່ອ​ຮູ້ສຶກ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ

13. ເປັນ​ຫຍັງ​ຄົນ​ຢິວ​ບາງ​ຄົນ​ຈຶ່ງ​ຄິດ​ວ່າ​ການ​ສ້າງ​ວິຫານ​ເປັນ​ການ​ຕັດສິນ​ໃຈ​ທີ່​ບໍ່​ສະຫຼາດ?

13 ເຖິງ​ວ່າ​ວຽກ​ກໍ່​ສ້າງ​ວິຫານ​ຈະ​ຖືກ​ສັ່ງ​ຫ້າມ ແຕ່​ເຢເຊືອ​ເຊິ່ງ​ເປັນ​ປະໂລຫິດ​ໃຫຍ່​ແລະ​ເຊຣຸບບາເບນ​ເຊິ່ງ​ເປັນ​ຜູ້​ປົກຄອງ​ໄດ້ “ເລີ່ມ​ສ້າງ​ວິຫານ​ຂອງ​ພະເຈົ້າ.” (ເອເຊດ. 5:1, 2, ລ.ມ.) ນີ້​ອາດ​ເຮັດ​ໃຫ້​ຄົນ​ຢິວ​ບາງ​ຄົນ​ຄິດ​ວ່າ​ເປັນ​ການ​ຕັດສິນ​ໃຈ​ທີ່​ບໍ່​ສະຫຼາດ ເພາະ​ຖ້າ​ຈະ​ສ້າງ​ວິຫານ​ໂດຍ​ທີ່​ບໍ່​ໃຫ້​ສັດຕູ​ຮູ້​ຄື​ຊິ​ເປັນ​ໄປ​ບໍ່​ໄດ້. ແລະ​ຖ້າ​ເຂົາເຈົ້າ​ຮູ້ ເຂົາເຈົ້າ​ກໍ​ຈະ​ເຮັດ​ທຸກ​ວິທີ​ທາງ​ເພື່ອ​ຂັດ​ຂວາງ​ບໍ່​ໃຫ້​ສ້າງ​ວິຫານ. ແຕ່ເຢເຊືອ​ແລະ ເຊຣຸບບາເບນ ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຫຼືອ​ເຂົາເຈົ້າ. ເຂົາເຈົ້າ​ຮູ້​ໄດ້​ແນວ​ໃດ?

14. ຕາມ​ຊາກາລີ 4:12, 14 ເຢເຊືອ​ກັບ​ເຊຣຸບບາເບນ​ໄດ້​ຮັບ​ຄຳ​ຮັບຮອງ​ຫຍັງ?

14 ອ່ານ​ຊາກາລີ 4:12, 14. * ໃນ​ນິມິດ​ນີ້ ທູດ​ສະຫວັນ​ບອກ​ຜູ້​ພະຍາກອນ​ຂອງ​ພະເຈົ້າ​ວ່າ ຕົ້ນ​ໝາກ​ກອກ 2 ຕົ້ນ ໝາຍ​ເຖິງ “ຜູ້​ຖືກ​ເຈີມ 2 ຄົນ” ເຊິ່ງ​ກໍ​ຄື​ເຢເຊືອ​ກັບ​ເຊຣຸບບາເບນ. ສອງ​ຄົນ​ນີ້​ເປັນ​ຜູ້​ທີ່ “ຢືນ​ຢູ່​ຂ້າງໆ​ພະເຈົ້າ​ຜູ້​ເປັນ​ເຈົ້າ​ຂອງ​ໂລກ​ທັງ​ໝົດ” ເຊິ່ງ​ກໍ​ຄື​ພະ​ເຢໂຫວາ. ຈັ່ງ​ແມ່ນ​ເປັນ​ກຽດ​ຫຼາຍ​ແທ້ໆ​ສຳລັບ​ເຢເຊືອ​ກັບ​ເຊຣຸບບາເບນ​ທີ່​ໄດ້​ຢືນ​ຢູ່​ຂ້າງໆ​ພະ​ເຢໂຫວາ! ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ໄວ້​ໃຈ​ເຂົາເຈົ້າ​ຫຼາຍ​ແທ້ໆ. ດັ່ງນັ້ນ ຊາວ​ອິດສະຣາເອນ​ກໍ​ຄວນ​ໄວ້​ໃຈ​ການ​ຕັດສິນ​ໃຈ​ຂອງ​ເຂົາເຈົ້າ ເພາະ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ຊີ້​ນຳ​ເຂົາເຈົ້າ.

15. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຍອມ​ຮັບ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳ​ພີ​ໄບເບິນ?

15 ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ຊີ້​ນຳ​ປະຊາຊົນ​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້​ແມ່ນ​ໂດຍ​ທາງ​ຄຳ​ພີ​ໄບເບິນ. ໃນ​ຄຳ​ພີ​ໄບເບິນ​ພະ​ເຢໂຫວາ​ບອກ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ເພິ່ນ​ຍອມ​ຮັບ. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຍອມ​ຮັບ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳ​ພີ​ໄບເບິນ? ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໂດຍ ພະຍາຍາມ​ໃຊ້​ເວລາ​ອ່ານ​ຄຳ​ພີ​ໄບເບິນ​ແລະ​ເຂົ້າ​ໃຈ​ສິ່ງ​ທີ່​ອ່ານ. ແລະ​ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ ‘ເມື່ອ​ຂ້ອຍ​ອ່ານ​ຄຳ​ພີ​ໄບເບິນ​ແລະ​ປຶ້ມ​ອື່ນໆ​ຂອງ​ອົງການ ຂ້ອຍ​ໄດ້​ຢຸດ​ແລະ​ຄິດ​ຕຶກຕອງ​ສິ່ງ​ທີ່​ໄດ້​ອ່ານ​ບໍ? ເມື່ອ​ອ່ານ​ເຈິ​ສ່ວນ “ທີ່​ເຂົ້າ​ໃຈ​ຍາກ” ຂ້ອຍ​ໃຊ້​ເວລາ​ຄົ້ນ​ຄວ້າ​ເພື່ອ​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ອ່ານ​ບໍ? ຫຼື​ຂ້ອຍ​ພຽງ​ແຕ່​ອ່ານ​ຜ່ານ​ຊື່ໆ?’ (2 ປຕ. 3:16) ຖ້າ​ເຮົາ​ໃຊ້​ເວລາ​ຄິດ​ຕຶກຕອງ​ວ່າ​ພະ​ເຢໂຫວາ​ກຳລັງ​ສອນ​ຫຍັງ​ເຮົາ ເຮົາ​ກໍ​ຈະ​ສາມາດ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ ແລະ​ເຮັດ​ວຽກ​ປະກາດ​ໄດ້​ຢ່າງ​ຄົບ​ຖ້ວນ.—1 ຕມ. 4:15, 16

ໃຫ້​ໄວ້​ໃຈ​ຄຳ​ແນະນຳ​ທີ່​ເຈົ້າ​ໄດ້​ຮັບ​ຈາກ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” (ເບິ່ງ​ຂໍ້ 16) *

16. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ມາ​ຈາກ​ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ ເຖິງ​ວ່າ​ເຮົາ​ຈະ​ບໍ່​ເຂົ້າ​ໃຈ​ທັງ​ໝົດ?

16 ຍັງ​ມີ​ອີ​ກ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ຊີ້​ນຳ​ປະຊາຊົນ​ຂອງ​ເພິ່ນໂດຍ​ຜ່ານ​ທາງ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ.” (ມທ. 24:45) ບາງເທື່ອ​ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ​ອາດ​ໃຫ້​ຄຳ​ແນະນຳ​ທີ່​ເຮົາ​ບໍ່​ຄ່ອຍ​ເຂົ້າ​ໃຈ​ປານ​ໃດ. ຕົວຢ່າງ​ເຊັ່ນ: ເຂົາເຈົ້າ​ອາດ​ແນະນຳ​ເຮົາ​ໃຫ້​ກຽມ​ພ້ອມ​ວິທີ​ທີ່​ຈະ​ເອົາ​ຕົວ​ລອດ​ຈາກ​ໄພ​ພິບັດ ເຊິ່ງ​ເຮົາ​ອາດ​ຄິດ​ວ່າ​ເລື່ອງ​ນີ້​ໜ້າ​ຈະ​ບໍ່​ເກີດຂຶ້ນ​ໃນ​ບ່ອນ​ທີ່​ເຮົາ​ຢູ່. ຫຼື​ເຮົາ​ອາດ​ຄິດ​ວ່າ​ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ​ບອກ​ເຮົາ​ໃຫ້​ລະວັງ​ຕົວ​ຫຼາຍ​ໂພດ​ໃນ​ຊ່ວງ​ທີ່​ມີ​ໂລກລະບາດ. ແລ້ວ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ເຫຼົ່າ​ນັ້ນ​ໃຊ້​ບໍ່​ໄດ້​ກັບ​ເຮົາ? ໃຫ້​ເຮົາ​ຄິດ​ເຖິງ​ຊາດ​ອິດສະຣາເອນ​ວ່າ​ເຂົາເຈົ້າ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ທີ່​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ພະ​ເຢໂຫວາ​ໃຫ້​ຜ່ານ​ທາງ​ເຢເຊືອ​ແລະ​ເຊຣຸບບາເບນ. ນອກ​ຈາກ​ນັ້ນ ໃຫ້​ເຮົາ​ຄິດ​ເຖິງ​ເລື່ອງ​ຕ່າງໆ​ທີ່​ເຮົາ​ອ່ານ​ໃນ​ຄຳ​ພີ​ໄບເບິນ ເຊິ່ງ​ບາງເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ຕອນ​ນັ້ນ​ບໍ່​ຄ່ອຍ​ສົມ​ເຫດ​ສົມ​ຜົນ​ປານ​ໃດ ແຕ່​ນັ້ນ​ກໍ​ເປັນ​ການ​ຊ່ວຍ​ຊີວິດ​ເຂົາເຈົ້າ.—ຕັດສິນ. 7:7; 8:10

ເຈົ້າ​ເຂົ້າ​ໃຈ​ສິ່ງ​ທີ່​ຊາກາລີ​ເຫັນ​ບໍ?

17. ນິມິດ​ເລື່ອງ​ຕະກຽງ​ກັບ​ຕົ້ນ​ໝາກ​ກອກ 2 ຕົ້ນ ມີ​ຜົນ​ຕໍ່​ຄົນ​ຢິວ​ແນວ​ໃດ?

17 ເຖິງ​ວ່າ​ນິມິດ​ທີ 5 ທີ່​ຊາກາລີ​ເຫັນ​ຈະ​ເປັນ​ນິມິດ​ທີ່​ສັ້ນໆ ແຕ່​ມັນ​ກໍ​ຊ່ວຍ​ຄົນ​ຢິວ​ໃຫ້​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ໃນ​ການ​ເຮັດ​ວຽກ​ແລະ​ນະມັດສະການ​ພະ​ເຢໂຫວາ. ແລະ​ເມື່ອ​ເຂົາເຈົ້າ​ເຮັດ​ຕາມ​ນິມິດ​ທີ່​ຊາກາລີ​ເຫັນ ເຂົາເຈົ້າ​ກໍ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ຊີ້​ນຳ​ແລະ​ຊ່ວຍ​ເຫຼືອ​ເຂົາເຈົ້າ. ຍ້ອນ​ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ຊ່ວຍ​ເຫຼືອ​ເຂົາເຈົ້າ ເຂົາເຈົ້າ​ຈຶ່ງ​ສາມາດ​ເຮັດ​ວຽກ​ໄດ້​ຕໍ່ໆ​ໄປ​ແລະ​ກັບ​ມາ​ມີ​ຄວາມສຸກ​ໄດ້​ອີ​ກ.—ເອເຊດ. 6:16

18. ນິມິດ​ທີ່​ຊາກາລີ​ເຫັນ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ຊີວິດ​ຂອງ​ເຈົ້າ?

18 ນິມິດ​ຂອງ​ຊາກາລີ​ເລື່ອງ​ຕະກຽງ​ກັບ​ຕົ້ນ​ໝາກ​ກອກ 2 ຕົ້ນສົ່ງ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ຄື​ກັນ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ​ວ່າ​ນິມິດ​ນັ້ນ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງໃຈ ເມື່ອ​ຖືກ​ຕໍ່ຕ້ານ ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ ເມື່ອ​ມີ​ການ​ປ່ຽນ​ແປງ​ໃນ​ຊີວິດ ແລະ​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ເຖິງ​ວ່າ​ເຮົາ​ຈະ​ບໍ່​ເຂົ້າ​ໃຈ. ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ມີ​ບັນຫາ​ໃນ​ຊີວິດ? ທຳ​ອິດ ໃຫ້​ເຮົາ​ເຂົ້າ​ໃຈ​ນິມິດ​ທີ່​ຊາກາລີ​ເຫັນ​ໂດຍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຫຼືອ​ປະຊາຊົນ​ຂອງ​ເພິ່ນ. ຈາກ​ນັ້ນ ໃຫ້​ເຮັດ​ຕາມ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ນິມິດ​ນັ້ນ​ໂດຍ​ໄວ້​ໃຈ​ແລະ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ຕໍ່ໆ​ໄປ. (ມທ. 22:37) ຖ້າ​ເຮົາ​ເຮັດ​ແບບ​ນີ້ ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ເພິ່ນ​ຢ່າງ​ມີ​ຄວາມສຸກ​ຕະຫຼອດ​ໄປ.—ກລຊ. 1:10, 11

ເພງ 7 ພະ​ເຢໂຫວາ​ເປັນ​ກຳລັງ​ຂອງ​ເຮົາ

^ ພະ​ເຢໂຫວາ​ໄດ້​ໃຫ້​ຊາກາລີ​ເຫັນ​ນິມິດ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ຢ່າງ ເຊິ່ງ​ໄດ້​ຊ່ວຍ​ລາວ​ແລະ​ຜູ້​ຮັບໃຊ້​ຄົນ​ອື່ນໆ​ມີ​ກຳລັງ​ໃຈ​ທີ່​ຈະ​ຟື້ນຟູ​ການ​ນະມັດສະການ​ແທ້ ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ. ໃນ​ນິມິດ​ເຫຼົ່າ​ນັ້ນ​ຍັງ​ໄດ້​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງສັດ​ຊື່​ຕໍ່​ໄປ​ເຖິງ​ວ່າ​ຈະ​ມີ​ບັນຫາ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ເບິ່ງ​ວ່າ ເຮົາ​ຈະ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ນິມິດ​ຂອງ​ຊາກາລີ​ເລື່ອງ​ຕະກຽງ​ແລະ​ຕົ້ນ​ໝາກ​ກອກ.

^ ຫຼາຍ​ປີ​ຕໍ່ມາ​ໃນ​ສະໄໝ​ຂອງ​ເນເຫມີ ມີ​ກະສັດ​ອີ​ກ​ອົງ​ໜຶ່ງ​ທີ່​ຊື່​ອາເຣຕາເຊເຣເຊ​ໄດ້​ເຮັດ​ດີ​ຕໍ່​ຄົນ​ຢິວ​ຫຼາຍ.

^ ຊາກາລີ 4:8-10 (ລ.ມ.) ອ່ານວ່າ: “ພະ​ເຢໂຫວາ​ສົ່ງ​ຂ່າວ​ມາ​ຫາ​ຂ້ອຍ​ວ່າ: ‘ເຊຣຸບບາເບນ​ເປັນ​ຜູ້​ວາງ​ຖານ​ຮາກ​ວິຫານ​ນີ້​ດ້ວຍ​ມື​ຂອງ​ລາວ​ເອງ ແລະ​ລາວ​ຈະ​ສ້າງ​ໃຫ້​ສຳເລັດ​ດ້ວຍ​ມື​ຂອງ​ລາວ​ຄື​ກັນ’ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ​ສົ່ງ​ຂ້ອຍ​ມາ​ຫາ​ເຈົ້າ ‘ໃຜ​ຈະ​ດູຖູກ​ຈຸດ​ເລີ່ມ​ຕົ້ນ​ນ້ອຍໆ? ພວກ​ເຂົາ​ຈະ​ດີ​ໃຈ​ທີ່​ເຫັນເຊຣຸບບາເບນຖື​ສາຍ​ດິ່ງ ຕາ​ທັງ​ເຈັດ​ນີ້​ຄື​ຕາ​ຂອງ​ພະ​ເຢໂຫວາ​ທີ່​ເບິ່ງ​ໄປ​ທົ່ວ​ໂລກ.’”

^ ຊາກາລີ 4:12, 14 (ລ.ມ.) ອ່ານ​ວ່າ: “ແລ້ວ​ຂ້ອຍ​ກໍ​ຖາມ​ລາວ​ອີ​ກວ່າ ‘ງ່າ​ຂອງ​ຕົ້ນ​ໝາກ​ກອກ 2 ຕົ້ນ​ທີ່​ມີ​ນ້ຳມັນ​ສີ​ຄຳ​ໄຫຼ​ອອກ​ມາ​ຜ່ານ​ທໍ່​ຄຳ 2 ທໍ່​ໝາຍ​ຄວາມ​ວ່າ​ແນວ​ໃດ?’ ລາວ​ບອກ​ວ່າ ‘ມັນ​ໝາຍ​ເຖິງ​ຜູ້​ຖືກ​ເຈີມ 2 ຄົນ​ທີ່​ຢືນ​ຢູ່​ຂ້າງໆ​ພະເຈົ້າ​ຜູ້​ເປັນ​ເຈົ້າ​ຂອງ​ໂລກ​ທັງ​ໝົດ.’”

^ ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ເຂົ້າ​ໃຈ​ວ່າ​ລາວ​ຈຳເປັນ​ທີ່​ຈະ​ຕ້ອງ​ປັບ​ຕົວ​ຕາມ​ສະພາບການ​ຍ້ອນ​ອາຍຸ​ຫຼາຍ​ຂຶ້ນ​ຫຼື​ມີ​ບັນຫາ​ສຸຂະພາບ.

^ ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ກຳລັງ​ຊ່ວຍ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ຄື​ກັບ​ທີ່​ເພິ່ນ​ໄດ້​ຊ່ວຍ​ເຢເຊືອ​ແລະ​ເຊຣຸບບາເບນ.