ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 13

ການ​ນະມັດສະການ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ

ການ​ນະມັດສະການ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ

“ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພະອົງ​ສົມຄວນ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ ຄວາມ​ນັບຖື ແລະ​ລິດເດດ.”—ພນມ. 4:11

ເພງ 31 ເດີນ​ກັບ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1-2. ພະ​ເຢໂຫວາ​ຈະ​ຍອມ​ຮັບ​ການ​ນະມັດສະການ​ແບບ​ໃດ?

 ເມື່ອ​ເວົ້າ​ເຖິງ “ການ​ນະມັດສະການ” ເຈົ້າ​ຄິດ​ເຖິງ​ຫຍັງ? ເຈົ້າ​ອາດ​ຈະ​ນຶກ​ພາບ​ເຖິງ​ພີ່ນ້ອງ​ຂອງ​ເຮົາ​ທີ່​ກຳລັງ​ຄູ້​ເຂົ່າ​ລົງ​ອະທິດຖານ​ແລະ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ. ຫຼື​ເຈົ້າ​ອາດ​ຈະ​ຄິດ​ເຖິງ​ຄອບຄົວ​ໜຶ່ງ​ທີ່​ກຳລັງ​ສຶກສາ​ຄຳ​ພີ​ໄບເບິນ​ນຳ​ກັນ​ຢ່າງ​ມີ​ຄວາມສຸກ.

2 ທັງ​ສອງ​ພາບ​ນີ້​ລ້ວນ​ແລ້ວແຕ່ ເປັນ​ການ​ນະມັດສະການ. ແຕ່​ພະ​ເຢໂຫວາ​ຈະ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຂົາເຈົ້າ​ບໍ? ເພິ່ນ​ຈະ​ຍອມ​ຮັບ​ແທ້ ຖ້າ​ເຂົາເຈົ້າ​ສະແດງ​ຄວາມ​ຮັກ​ແລະ​ນັບຖື​ເພິ່ນ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ຕ້ອງການ. ເຮົາ​ຮັກ​ພະ​ເຢໂຫວາ​ຫຼາຍ ແລະ​ຮູ້​ວ່າ​ເພິ່ນ​ສົມຄວນ​ໄດ້​ຮັບ​ການ​ນະມັດສະການ​ຈາກ​ເຮົາ. ດັ່ງນັ້ນ ເຮົາ​ຈຶ່ງ​ຢາກ​ເຮັດ​ດີ​ທີ່​ສຸດ​ເພື່ອ​ນະມັດສະການ​ເພິ່ນ.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ໄດ້​ຮຽນ​ຮູ້​ວ່າ ໃນ​ສະໄໝ​ກ່ອນ​ພະ​ເຢໂຫວາ​ຍອມ​ຮັບ​ການ​ນະມັດສະການ​ແບບ​ໃດ ແລະ​ເບິ່ງ​ວ່າ​ມີ 8 ຢ່າງ​ຫຍັງ​ແດ່​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ນະມັດສະການ​ເພິ່ນ​ໃນ​ທຸກ​ມື້​ນີ້. ຕອນ​ທີ່​ຮຽນ​ເລື່ອງ​ນີ້ ໃຫ້​ເຮົາ​ຄິດ​ເຖິງ​ວິທີ​ທີ່​ເຮົາ​ຈະ​ປັບ​ປຸງ​ການ​ນະມັດສະການ​ຂອງ​ເຮົາ ແລະ​ຄິດ​ວ່າ​ເປັນ​ຫຍັງ​ການ​ນະມັດສະການ​ພະ​ເຢໂຫວາ​ຈຶ່ງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ.

ການ​ນະມັດສະການ​ທີ່​ພະ​ເຢໂຫວາ​ຍອມ​ຮັບ​ໃນ​ສະໄໝ​ກ່ອນ

4. ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ສະໄໝ​ກ່ອນ​ຄລິດສະຕຽນ​ໄດ້​ສະແດງ​ຄວາມ​ຮັກ​ແລະ​ນັບຖື​ພະ​ເຢໂຫວາ​ແນວ​ໃດ?

4 ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ສະໄໝ​ກ່ອນ​ຄລິດສະຕຽນ ເຊັ່ນ: ອາເບນ ໂນອາ ອັບຣາຮາມ ແລະ​ໂຢບ​ໄດ້​ສະແດງ​ຄວາມ​ຮັກ​ແລະ​ນັບຖື​ພະ​ເຢໂຫວາ​ໂດຍ​ສະແດງ​ຄວາມ​ເຊື່ອ ຖວາຍ​ເຄື່ອງ​ບູຊາ ແລະ​ເຊື່ອ​ຟັງ​ເພິ່ນ. ຄຳ​ພີ​ໄບເບິນ​ບໍ່​ໄດ້​ບອກ​ລາຍ​ລະອຽດ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ເພື່ອ​ນະມັດສະການ​ພະ​ເຢໂຫວາ ແຕ່​ເຂົາເຈົ້າ​ໄດ້​ເຮັດ​ດີ​ທີ່​ສຸດ​ເພື່ອ​ຈະ​ໃຫ້​ກຽດ​ພະ​ເຢໂຫວາ ແລະ​ເພິ່ນ​ກໍ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຂົາເຈົ້າ. ຕໍ່ມາ ພະ​ເຢໂຫວາ​ໄດ້​ໃຫ້​ກົດໝາຍ​ກັບ​ລູກ​ຫຼານ​ຂອງ​ອັບຣາຮາມ​ຜ່ານ​ທາງ​ໂມເຊ ເຊິ່ງ​ກົດໝາຍ​ເຫຼົ່າ​ນີ້​ໄດ້​ບອກ​ເຖິງ​ວິທີ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ຍອມ​ຮັບ.

5. ຫຼັງ​ຈາກ​ທີ່​ພະ​ເຢຊູ​ຕາຍ​ແລະ​ຄືນ​ມາ​ຈາກ​ຕາຍ ໄດ້​ມີ​ການ​ປ່ຽນ​ແປງ​ຫຍັງ?

5 ຫຼັງ​ຈາກ​ທີ່​ພະ​ເຢຊູ​ຕາຍ​ແລະ​ຄືນ​ມາ​ຈາກ​ຕາຍ ພະ​ເຢໂຫວາ​ກໍ​ບໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ອີ​ກ​ຕໍ່​ໄປ. (ຣມ. 10:4) ຄລິດສະຕຽນ​ຕ້ອງ​ເຮັດ​ຕາມ “ກົດໝາຍ​ໃໝ່” ເຊິ່ງ​ກໍ​ຄື​ກົດໝາຍ​ຂອງ​ພະຄລິດ. (ຄລຕ. 6:2) ເຂົາເຈົ້າ​ຈະ​ເຮັດ​ຕາມ “ກົດໝາຍ” ນີ້​ໂດຍ​ຮຽນ​ແບບ​ພະ​ເຢຊູ​ແລະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ເພິ່ນ ບໍ່​ແມ່ນ​ຈະ​ເລົ່າ​ກົດໝາຍ​ຫຼາຍ​ຂໍ້​ເພື່ອ​ໃຫ້​ຈື່​ວ່າ​ສິ່ງ​ໃດ​ຄວນ​ເຮັດ​ຫຼື​ສິ່ງ​ໃດ​ບໍ່​ຄວນ​ເຮັດ. ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ແບບ​ນັ້ນ​ຄື​ກັນ ເຂົາເຈົ້າ​ພະຍາຍາມ​ຮຽນ​ແບບ​ພະ​ເຢຊູ​ໃຫ້​ດີ​ທີ່​ສຸດ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແລະ​ເຮັດ​ໃຫ້​ຕົວ​ເອງ “ສົດ​ຊື່ນ.”—ມທ. 11:29

6. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ບົດ​ຄວາມ​ນີ້?

6 ເມື່ອ​ເຮົາ​ຮຽນ 8 ຢ່າງ​ທີ່​ເຮົາ​ຕ້ອງ​ເຮັດ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ ຂໍ​ໃຫ້​ເຮົາ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໄດ້​ເຮັດ​ແນວ​ໃດ​ໃນ​ເລື່ອງ​ນີ້? ຂ້ອຍ​ຈະ​ປັບ​ປຸງ​ວິທີ​ທີ່​ຂ້ອຍ​ນະມັດສະການ​ພະ​ເຢໂຫວາ​ໃຫ້​ດີ​ຂຶ້ນ​ໄດ້​ບໍ?’ ເຈົ້າ​ຄື​ຊິ​ດີ​ໃຈ​ເມື່ອ​ເຫັນ​ວ່າ​ຕົວ​ເອງ​ໄດ້​ປັບ​ປຸງ​ບາງ​ຢ່າງ​ແລ້ວ ແຕ່​ເຈົ້າ​ຄວນ​ຈະ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ສິ່ງ​ທີ່​ຄວນ​ຈະ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ອີ​ກ.

ເຮົາ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ເຮັດ​ຫຍັງ​ແດ່?

7. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຄຳ​ອະທິດຖານ​ຂອງ​ເຮົາ​ທີ່​ມາ​ຈາກ​ໃຈ?

7 ເຮົາ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ອະທິດຖານ. ຄຳ​ພີ​ໄບເບິນ​ໄດ້​ສົມ​ທຽບ​ຄຳ​ອະທິດຖານ​ເປັນ​ຄື​ກັບ​ເຄື່ອງ​ຫອມ​ທີ່​ກຽມ​ມາ​ຢ່າງ​ດີ ເຊິ່ງ​ຈະ​ຖວາຍ​ຢູ່​ເຕັ້ນ​ສັກສິດ​ແລະ​ຕໍ່ມາ​ກໍ​ຢູ່​ໃນ​ວິຫານ. (ເພງ. 141:2) ພະ​ເຢໂຫວາ​ພໍ​ໃຈ​ເຄື່ອງ​ຫອມ​ທີ່​ມີ​ກິ່ນ​ຫອມ. ຄ້າຍ​ກັນ ພະ​ເຢໂຫວາ​ກໍ “ພໍ​ໃຈ” ຄຳ​ອະທິດຖານ​ຂອງ​ເຮົາ​ທີ່​ອອກ​ມາ​ຈາກ​ໃຈ ເຖິງ​ວ່າ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ຄຳເວົ້າ​ທີ່​ພິເສດ​ກໍ​ຕາມ. (ສຸພາ. 15:8; ບັນຍັດ. 33:10) ເຮົາ​ມີ​ເຫດຜົນ​ທີ່​ຈະ​ເຊື່ອ​ວ່າ ພະ​ເຢໂຫວາ​ຢາກ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຮົາ​ທີ່​ສະແດງ​ເຖິງ​ຄວາມ​ຮັກ​ແລະ​ຮູ້​ຄຸນຄ່າ​ຕໍ່​ເພິ່ນ. ເພິ່ນ​ຢາກ​ໃຫ້​ເຮົາ​ລະບາຍ​ຄວາມ​ອຸກ​ໃຈ​ແລະ​ຄວາມ​ຕ້ອງການ​ຂອງ​ເຮົາ​ໃຫ້​ເພິ່ນ​ຮູ້. ດັ່ງນັ້ນ ກ່ອນ​ທີ່​ເຮົາ​ຈະ​ອະທິດຖານ ເຮົາ​ຄວນ​ຈະ​ຄິດ​ກ່ອນ​ວ່າ​ເຮົາ​ຈະ​ເວົ້າ​ຫຍັງ ເພາະ​ຖ້າ​ເຮັດ​ແບບ​ນີ້​ເຮົາ​ກໍ​ຈະ​ໄດ້ຖວາຍ “ເຄື່ອງ​ຫອມ” ທີ່​ດີ​ທີ່​ສຸດ​ໃຫ້​ກັບ​ພະ​ເຢໂຫວາ.

8. ເຮົາ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ເຮັດ​ຫຍັງ?

8 ເຮົາ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ຍົກຍ້ອງ​ສັນລະເສີນ​ເພິ່ນ. (ເພງ. 34:1) ເຮົາ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ເວົ້າ​ເຖິງ​ຄຸນ​ລັກສະນະ​ແລະ​ສິ່ງ​ທີ່​ເພິ່ນ​ສ້າງ​ໃຫ້​ຄົນ​ອື່ນ​ຟັງ. ແຕ່​ເພື່ອ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ອອກ​ມາ​ຈາກ​ໃຈ​ໄດ້ ເຮົາ​ກໍ​ຕ້ອງ​ໃຊ້​ເວລາ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ດີໆ​ທີ່​ເພິ່ນ​ເຮັດ​ເພື່ອ​ເຮົາ ເພາະ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຫຼາຍ​ຢ່າງ​ທີ່​ຈະ​ເວົ້າ​ເພື່ອ​ຍົກຍ້ອງ​ສັນລະເສີນ​ເພິ່ນ. ແລະ​ການ​ປະກາດ​ກໍ​ເປັນ​ສິ່ງ​ໜຶ່ງ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ໄດ້ “ສັນລະເສີນ​ພະເຈົ້າ​ເປັນ​ຄຳເວົ້າ​ທີ່​ອອກ​ຈາກ​ປາກ​ພວກ​ເຮົາ.” (ຮຣ. 13:15) ກ່ອນ​ອະທິດຖານ​ເຖິງ​ພະ​ເຢໂຫວາ ເຮົາຄວນ​ຄິດ​ກ່ອນ​ວ່າ​ຈະ​ເວົ້າ​ຫຍັງ. ຄ້າຍ​ຄື​ກັນ ກ່ອນ​ທີ່​ເຮົາ​ຈະ​ປະກາດ ເຮົາ​ກໍ​ຕ້ອງ​ຄິດ​ດີໆ​ວ່າ​ຈະ​ເວົ້າ​ຫຍັງ​ແດ່​ເພື່ອ​ເຮົາ​ຈະ​ໃຫ້​ຄຳ “ສັນລະເສີນ” ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ປະກາດ​ກັບ​ຄົນ​ອື່ນ​ດ້ວຍ​ຄວາມ​ຈິງ​ໃຈ.

9. ຜູ້​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ? ຂໍ​ໃຫ້​ເລົ່າ​ປະສົບການ​ສ່ວນ​ຕົວ.

9 ເຮົາ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ເຂົ້າ​ຮ່ວມ​ການ​ປະຊຸມ. ພະ​ເຢໂຫວາ​ສັ່ງ​ຊາວ​ອິດສະຣາເອນ​ວ່າ: “ຜູ້​ຊາຍ​ທຸກ​ຄົນ​ໃນ​ພວກ​ເຈົ້າ​ຈະ​ຕ້ອງ​ໄປ​ຫາ​ພະ​ເຢໂຫວາ​ພະເຈົ້າ​ປີ​ລະ 3 ຄັ້ງ​ໃນ​ບ່ອນ​ທີ່​ພະອົງ​ເລືອກ​ໄວ້.” (ບັນຍັດ. 16:16, ລ.ມ.) ເຂົາເຈົ້າ​ຕ້ອງ​ປະ​ເຮືອນ​ຊານ​ແລະ​ໄຮ່​ນາ​ເພື່ອ​ຈະ​ໄປ​ເຂົ້າ​ຮ່ວມ​ເທດສະການ​ປະຈຳ​ປີ​ໄດ້. ແຕ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ “ບໍ່​ມີ​ໃຜ​ຢາກ​ໄດ້​ດິນແດນ​ຂອງ​ເຈົ້າ​ຕອນ​ທີ່​ເຈົ້າ​ໄປ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.” (ອົບ. 34:24, ລ.ມ.) ຊາວ​ອິດສະຣາເອນ​ຕ້ອງ​ໄວ້​ໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ເພື່ອ​ຈະ​ເຮັດ​ແບບ​ນັ້ນ. ແຕ່​ເຂົາເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ ເຊັ່ນ: ເຂົາເຈົ້າ​ຈະ​ໄດ້​ເຂົ້າ​ໃຈ​ກົດໝາຍ​ຂອງ​ພະເຈົ້າ​ຫຼາຍ​ຂຶ້ນ ຄິດ​ຕຶກຕອງ​ເຖິງ​ສິ່ງ​ດີໆ​ທີ່​ພະເຈົ້າ​ໃຫ້ ແລະ​ໄດ້​ກຳລັງ​ໃຈ​ທີ່​ໄດ້​ຄົບຫາ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ. (ບັນຍັດ. 16:15) ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ໄດ້​ຮັບ​ປະໂຫຍດ​ແບບ​ນັ້ນ​ຄື​ກັນ. ລອງ​ຄິດ​ເບິ່ງ​ວ່າ ພະ​ເຢໂຫວາ​ຈະ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ເຮົາ​ໄດ້​ກຽມ​ຄວາມ​ຄິດ​ເຫັນ​ຢ່າງ​ດີ​ແລະ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະຊຸມ.

10. ເປັນ​ຫຍັງ​ການ​ຮ້ອງ​ເພງ​ຈຶ່ງ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ?

10 ເຮົາ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ຮ້ອງ​ເພງ​ສັນລະເສີນ​ເພິ່ນ. (ເພງ. 28:7) ຊາວ​ອິດສະຣາເອນ​ຖື​ວ່າ​ການ​ຮ້ອງ​ເພງ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ນະມັດສະການ​ພະເຈົ້າ. ກະສັດ​ດາວິດ​ໄດ້​ມອບ​ໝາຍ​ໃຫ້​ຄົນ​ເລວີ 288 ຄົນ​ເປັນ​ນັກ​ຮ້ອງ​ປະຈຳ​ວິຫານ. (1 ຂ່າວ. 25:1, 6-8) ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ໂດຍ​ການ​ຮ້ອງ​ເພງສັນລະເສີນ​ເພິ່ນ. ແຕ່​ເພື່ອ​ຈະ​ສັນລະເສີນ​ພະ​ເຢໂຫວາ​ໄດ້ ເຮົາ​ບໍ່​ຈຳເປັນ​ຕ້ອງ​ເປັນ​ຜູ້​ທີ່​ຮ້ອງ​ເພງ​ເກັ່ງ​ຫຼື​ຮ້ອງ​ມ່ວນ. ຍ້ອນ​ຫຍັງ? ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ນີ້ ເຖິງ​ວ່າ​ເຮົາ​ຈະ​ເວົ້າ “ຜິດ​ພາດ​ຢູ່​ເລື້ອຍໆ” ແຕ່​ເຮົາ​ກໍ​ຍັງ​ເວົ້າ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ແລະ​ອອກ​ໄປ​ປະກາດ. (ຢກບ. 3:2) ຄ້າຍ​ຄື​ກັນ ເຖິງ​ວ່າ​ເຮົາ​ຈະ​ຮ້ອງ​ເພງ​ບໍ່​ເກັ່ງ​ຫຼື​ຮ້ອງ​ບໍ່​ມ່ວນ ແຕ່​ເຮົາ​ກໍ​ບໍ່​ຄວນ​ຍອມ​ໃຫ້​ສິ່ງ​ນັ້ນ​ມາ​ເຮັດ​ໃຫ້​ເຮົາ​ບໍ່​ຢາກ​ຮ້ອງ​ເພງສັນລະເສີນ​ພະ​ເຢໂຫວາ.

11. ຕາມ​ຄຳເພງ 48:13 ເປັນ​ຫຍັງ​ເຮົາ​ຄວນ​ຈັດ​ເວລາ​ທີ່​ຈະ​ນະມັດສະການ​ປະຈຳ​ຄອບຄົວ?

11 ເຮົາ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ສຶກສາ​ຄຳ​ພີ​ໄບເບິນ​ແລະ​ສອນ​ລູກ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ. ໃນ​ວັນ​ຊະບາໂຕ​ຊາວ​ອິດສະຣາເອນ​ຈະ​ບໍ່​ໄດ້​ເຮັດ​ວຽກ ແຕ່​ເຂົາເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ​ເພື່ອ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ອົບ. 31:16, 17) ເຂົາເຈົ້າ​ຈະ​ໃຊ້​ເວລາ​ນັ້ນ​ເພື່ອ​ສອນ​ລູກ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ແລະ​ສິ່ງ​ດີໆ​ທີ່​ເພິ່ນ​ເຮັດ. ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ​ໂດຍ​ຈັດ​ເວລາ​ທີ່​ຈະ​ອ່ານ​ແລະ​ສຶກສາ​ຄຳ​ພີ​ໄບເບິນ​ເພື່ອ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເພາະ​ນີ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ນະມັດສະການ​ເພິ່ນ. (ເພງ. 73:28) ແລະ​ຖ້າ​ເຮົາ​ຈັດ​ການ​ນະມັດສະການ​ປະຈຳ​ຄອບຄົວ ເຮົາ​ກໍ​ຈະ​ຊ່ວຍ​ຄົນ​ລຸ້ນ​ໃໝ່​ເຊິ່ງ​ກໍ​ຄື​ລູກ​ຂອງ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.—ອ່ານ​ຄຳເພງ 48:13

12. ພະ​ເຢໂຫວາ​ຖື​ວ່າ​ການ​ສ້າງ​ເຕັ້ນ​ສັກສິດ​ແລະ​ເຄື່ອງ​ຂອງ​ທີ່​ໃຊ້​ໃນ​ເຕັ້ນ​ເປັນ​ວຽກ​ແບບ​ໃດ ແລະ​ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

12 ເຮົາ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ສ້າງ​ແລະ​ບຳລຸງ​ຮັກສາ​ຫໍ​ປະຊຸມ. ຄຳ​ພີ​ໄບເບິນ​ບອກ​ວ່າ ການ​ສ້າງ​ເຕັ້ນ​ສັກສິດ​ແລະ​ເຄື່ອງ​ຂອງ​ທີ່​ໃຊ້​ໃນ​ເຕັ້ນ​ເປັນ​ວຽກ​ທີ່ “ສັກສິດ.” (ອົບ. 36:1, 4, ລ.ມ.) ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ກໍ​ຍັງ​ເບິ່ງ​ວ່າ​ການ​ເຮັດ​ວຽກ​ສ້າງ​ຫໍ​ປະຊຸມ​ແລະ​ຕຶກ​ອາຄານ​ອື່ນໆ​ຂອງອົງການ​ເປັນ​ວຽກ​ທີ່​ສັກສິດ​ເພາະ​ນັ້ນ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ນະມັດສະການ​ເພິ່ນ. ພີ່ນ້ອງ​ບາງ​ຄົນ​ໄດ້​ໃຊ້​ເວລາ​ຫຼາຍ​ໃນ​ການ​ເຮັດ​ວຽກ​ນີ້. ເຮົາ​ຮູ້ສຶກ​ເຫັນ​ຄ່າ​ສິ່ງ​ທີ່​ພີ່ນ້ອງ​ເຫຼົ່າ​ນັ້ນ​ເຮັດ​ແທ້ໆ! ພີ່ນ້ອງ​ທີ່​ຊ່ວຍ​ໃນ​ວຽກ​ກໍ່​ສ້າງ​ຫໍ​ປະຊຸມ​ຍັງ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ​ນຳ ແລະ​ບາງ​ຄົນ​ເຖິງ​ຂັ້ນ​ຢາກ​ເປັນ​ໄພໂອເນຍ. ດັ່ງນັ້ນ ເພື່ອ​ສະໜັບສະໜູນ​ວຽກ​ກໍ່​ສ້າງ ຜູ້​ດູ​ແລ​ບໍ່​ຄວນ​ຊັກຊ້າ​ໃນ​ການ​ແຕ່ງ​ຕັ້ງ​ເຂົາເຈົ້າ​ໃຫ້​ເປັນ​ໄພໂອເນຍ​ຖ້າ​ເຫັນ​ວ່າ​ເຂົາເຈົ້າ​ມີ​ຄຸນສົມບັດ. ບໍ່​ວ່າ​ເຮົາ​ຈະ​ມີ​ທັກສະ​ໃນ​ການ​ເຮັດ​ວຽກ​ກໍ່​ສ້າງ​ຫຼື​ບໍ່ ເຮົາ​ທຸກ​ຄົນ​ກໍ​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ການ​ຮັກສາ​ຫໍ​ປະຊຸມ​ໃຫ້​ສະອາດ​ຢູ່​ສະເໝີ.

13. ເຮົາ​ຄວນ​ເບິ່ງ​ວ່າ​ການ​ບໍລິຈາກ​ເພື່ອ​ວຽກ​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ແນວ​ໃດ?

13 ເຮົາ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ການ​ບໍລິຈາກ​ເພື່ອ​ວຽກ​ການ​ປົກຄອງ​ຂອງ​ພະເຈົ້າ. ຕອນ​ທີ່​ຊາວ​ອິດສະຣາເອນ​ມາ​ຮ່ວມ​ເທດສະການ ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ເຂົາເຈົ້າ​ເອົາ​ຂອງຂວັນ​ຕາມ​ທີ່​ເຂົາເຈົ້າ​ໃຫ້​ໄດ້​ມາ​ໃຫ້​ເພິ່ນ. (ບັນຍັດ. 16:16) ການ​ເຮັດ​ແບບ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ຮູ້​ຄຸນຄ່າ​ຕໍ່​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ​ທີ່​ພະ​ເຢໂຫວາ​ໄດ້​ຈັດ​ໃຫ້​ເຂົາເຈົ້າ. ແລ້ວ​ເຮົາ​ເດ ເຮົາ​ຈະ​ສະແດງໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ຕໍ່​ສິ່ງ​ຕ່າງໆ​ທີ່​ພະ​ເຢໂຫວາ​ຈັດ​ໃຫ້? ສິ່ງ​ໜຶ່ງ​ທີ່​ເຮົາ​ເຮັດ​ໄດ້​ກໍ​ຄື ບໍລິຈາກ​ເງິນ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຄົມ​ທ້ອງຖິ່ນ​ແລະ​ວຽກ​ງານ​ທົ່ວ​ໂລກ​ຕາມ​ຄວາມ​ສາມາດ​ທີ່​ເຮົາ​ໃຫ້​ໄດ້. ອັກຄະສາວົກ​ໂປໂລ​ໄດ້​ເວົ້າ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ: “ຖ້າ​ຜູ້​ໃດ​ມີ​ໃຈ​ພ້ອມ​ຢູ່​ແລ້ວ​ແລະ​ໃຫ້​ເທົ່າ​ທີ່​ລາວ​ຈະ​ໃຫ້​ໄດ້ ພະເຈົ້າ​ກໍ​ພໍ​ໃຈ ພະອົງ​ບໍ່​ຄາດ​ໝາຍ​ເກີນ​ກວ່າ​ທີ່​ລາວ​ຈະ​ໃຫ້​ໄດ້.” (2 ກຣ. 8:4, 12) ພະ​ເຢໂຫວາ​ຈະ​ດີ​ໃຈ​ຫຼາຍ​ຖ້າ​ເຮົາ​ເຮັດ​ແບບ​ນີ້​ເຖິງ​ວ່າ​ເຮົາ​ຈະ​ໃຫ້​ໜ້ອຍ​ກໍ​ຕາມ.—ມຣກ. 12:42-44; 2 ກຣ. 9:7

14. ຕາມ​ສຸພາສິດ 19:17 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮົາ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ລຳບາກ?

14 ເຮົາ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ລຳບາກ. ພະ​ເຢໂຫວາ​ສັນຍາ​ວ່າ ເພິ່ນ​ຈະ​ຕອບ​ແທນ​ຊາວ​ອິດສະຣາເອນ​ທີ່​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ. (ບັນຍັດ. 15:7, 10) ດັ່ງນັ້ນ ທຸກ​ເທື່ອ​ທີ່​ເຮົາ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ລຳບາກ ພະ​ເຢໂຫວາ​ກໍ​ຖື​ວ່າ ເປັນ​ການ​ເຮັດ​ດີ​ຕໍ່​ເພິ່ນ. (ອ່ານ​ສຸພາສິດ 19:17) ຕົວຢ່າງ​ເຊັ່ນ: ເມື່ອ​ພີ່ນ້ອງ​ຈາກ​ເມືອງ​ຟີລິບປອຍ​ສົ່ງ​ສິ່ງ​ຂອງ​ມາ​ໃຫ້​ອັກຄະສາວົກ​ໂປໂລ​ຕອນ​ທີ່​ລາວ​ຢູ່​ໃນ​ຄຸກ ໂປໂລ​ກໍ​ເບິ່ງ​ວ່າ​ສິ່ງ​ຂອງ​ນັ້ນ “ເປັນ​ຄື​ກັບ​ເຄື່ອງ​ບູຊາ​ທີ່​ພະເຈົ້າ​ຍອມ​ຮັບ . . . ທີ່​ເຮັດ​ໃຫ້​ພະອົງ​ພໍ​ໃຈ.” (ຟລປ. 4:18) ໃຫ້​ເຮົາ​ຄິດ​ເຖິງ​ພີ່ນ້ອງ​ໃນ​ປະຊາຄົມ​ແລະ​ຖາມ​ຕົວ​ເອງ​ວ່າ: ‘ມີ​ໃຜ​ບໍ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ?’ ເພາະ​ພະ​ເຢໂຫວາ​ຈະ​ພໍ​ໃຈ​ຫຼາຍ​ຖ້າ​ເຮົາ​ໃຊ້​ເວລາ ກຳລັງ ຄວາມ​ສາມາດ​ແລະ​ສິ່ງ​ຂອງ​ທີ່​ເຮົາ​ມີ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ລຳບາກ ແລະ​ເພິ່ນ​ກໍ​ຖື​ວ່າ​ການ​ເຮັດ​ແບບ​ນີ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ນະມັດສະການ​ເພິ່ນ.—ຢກບ. 1:27

ການ​ນະມັດສະການ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ

15. ເຖິງ​ວ່າ​ການ​ນະມັດສະການ​ພະ​ເຢໂຫວາ​ຈະ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ ແຕ່​ເປັນ​ຫຍັງ​ເຮົາ​ບໍ່​ໄດ້​ເບິ່ງ​ວ່າ​ມັນ​ເປັນ​ພາລະ?

15 ເຮົາ​ບໍ່​ໄດ້​ຖື​ວ່າ​ການ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ເພື່ອ​ນະມັດສະການ​ພະ​ເຢໂຫວາເປັນ​ພາລະ. (1 ຢຮ. 5:3) ຍ້ອນ​ຫຍັງ? ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ. ລອງ​ນຶກ​ພາບ​ວ່າ ເດັກ​ນ້ອຍ​ຄົນ​ໜຶ່ງ​ຢາກ​ເອົາ​ຂອງຂວັນ​ໃຫ້​ພໍ່ ລາວ​ກໍ​ເລີຍ​ໃຊ້​ເວລາ​ບັກ​ດົນໆ​ເພື່ອ​ຈະ​ແຕ້ມ​ຮູບ​ໃຫ້​ພໍ່. ແຕ່​ລາວ​ບໍ່​ໄດ້​ຄິດ​ວ່າ​ມັນ​ເສຍ​ເວລາ​ທີ່​ເຮັດ​ແບບ​ນັ້ນ ຍ້ອນ​ວ່າ​ລາວ​ຮັກ​ພໍ່​ແລະ​ມີ​ຄວາມສຸກ​ທີ່​ໄດ້​ເອົາ​ຂອງຂວັນ​ໃຫ້​ພໍ່. ຄ້າຍ​ຄື​ກັນ ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ມີ​ຄວາມສຸກ​ທີ່​ໄດ້​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ຂອງ​ເຮົາ​ເພື່ອ ນະມັດສະການ​ເພິ່ນ.

16. ຕາມ​ເຮັບເຣີ 6:10 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່​ຈະ​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ?

16 ພໍ່​ແມ່​ທີ່​ຮັກ​ລູກ​ຈະ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ລູກ​ແຕ່​ລະ​ຄົນ​ເອົາ​ຂອງຂວັນ​ແບບ​ດຽວ​ກັນ​ມາ​ໃຫ້ ເພາະ​ເຂົາເຈົ້າ​ຮູ້​ວ່າ​ລູກ​ມີ​ຄວາມ​ສາມາດ​ທີ່​ແຕກຕ່າງ​ກັນ. ຄ້າຍ​ຄື​ກັນ ພະ​ເຢໂຫວາ​ກໍ​ຮູ້​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ສະພາບການ​ບໍ່​ຄື​ກັນ. ບາງເທື່ອ​ເຮົາ​ອາດ​ຈະ​ຮັບໃຊ້​ເພິ່ນ​ຫຼາຍ​ກວ່າ​ຄົນ​ອື່ນ ຫຼື​ເຮົາ​ອາດ​ຈະ​ເຮັດ​ໄດ້​ບໍ່​ຫຼາຍ​ເທົ່າ​ຄົນ​ອື່ນ​ຍ້ອນ​ອາຍຸ ຍ້ອນ​ມີ​ບັນຫາ​ສຸຂະພາບ ຫຼື​ຍ້ອນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ຄອບຄົວ. ແຕ່​ຂໍ​ໃຫ້​ເຮົາ​ຢ່າ​ຟ້າວ​ທໍ້​ໃຈ. (ຄລຕ. 6:4) ພະ​ເຢໂຫວາ​ຈະ​ບໍ່​ລືມ​ສິ່ງ​ທີ່​ເຮົາ ເຮັດ ແລະ​ຖ້າ​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ແລະ​ເຮັດ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ຖືກຕ້ອງ ເພິ່ນ​ກໍ​ຈະ​ພໍ​ໃຈ​ເຮົາ. (ອ່ານ​ເຮັບເຣີ 6:10) ເພິ່ນ​ເຫັນ​ຄວາມ​ຕັ້ງ​ໃຈ​ທີ່​ເຮົາ​ມີ​ແລະ​ຢາກ​ໃຫ້​ເຮົາ​ມີ​ຄວາມສຸກ​ກັບ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ນະມັດສະການ​ເພິ່ນ.

17. (ກ) ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ຮູ້ສຶກ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮັດ​ໄດ້​ຍາກ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ? (ຂ) ການ​ນະມັດສະການ​ແຕ່​ລະ​ຢ່າງ​ທີ່​ເຈົ້າ​ເຫັນ​ໃນ​ຂອບ “ ເຈົ້າ​ຈະ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ” ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ມີ​ຄວາມສຸກ?

17 ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ຮູ້ສຶກ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮັດ​ໄດ້​ຍາກ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ ເຊັ່ນ: ການ​ສຶກສາ​ສ່ວນ​ຕົວ​ຫຼື​ການ​ປະກາດ. ຖ້າ​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້​ເລື້ອຍໆ ເຮົາ​ກໍ​ຈະ​ມີ​ຄວາມສຸກ​ແລະ​ເຫັນ​ປະໂຫຍດ​ຂອງ​ການ​ເຮັດ​ແບບ​ນັ້ນ. ເຮົາ​ອາດ​ຈະ​ສົມ​ທຽບ​ການ​ນະມັດສະການ​ພະ​ເຢໂຫວາ​ເປັນ​ຄື​ກັບ​ການ​ອອກ​ກຳລັງ​ກາຍ​ຫຼື​ຫຼິ້ນ​ດົນຕີ. ຖ້າ​ດົນໆ​ເຮົາ​ຫຼິ້ນ​ເທື່ອ​ໜຶ່ງ ເຮົາ​ກໍ​ຄື​ຊິ​ຫຼິ້ນ​ບໍ່​ເກັ່ງ. ແຕ່​ຖ້າ​ເຮົາ​ຫຼິ້ນ​ທຸກ​ມື້​ໂດຍ​ເລີ່ມ​ຈາກ​ການ​ໃຊ້​ເວລາ​ເທື່ອ​ລະ​ໜ້ອຍ​ແລະ​ເຮັດ​ເລື້ອຍໆ ເຮົາ​ກໍ​ຈະ​ເຫັນ​ຜົນ​ດີ​ຈາກ​ການ​ເຮັດ​ແບບ​ນັ້ນ ແລ້ວ​ເຮົາ​ກໍ​ຈະ​ມ່ວນ​ແລະ​ຢາກ​ຫຼິ້ນ​ມັນ​ທຸກ​ມື້. ເຈົ້າ​ຈະ​ເຮັດ​ແບບ​ນີ້​ຄື​ກັນ​ໄດ້​ບໍ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ?

18. ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ເຮັດ​ໄດ້​ແມ່ນ​ຫຍັງ ແລະ​ຖ້າ​ເຮັດ​ແບບ​ນັ້ນ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

18 ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ແມ່ນ ການ​ນະມັດສະການ​ພະ​ເຢໂຫວາ​ສຸດ​ຫົວໃຈ. ເມື່ອ​ເຮັດ​ແບບ​ນັ້ນ ເຮົາ​ກໍຈະມີ​ຄວາມສຸກ ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ ແລະ​ມີ​ຄວາມຫວັງ​ທີ່​ຈະ​ໄດ້​ນະມັດສະການ​ພະ​ເຢໂຫວາ​ຕະຫຼອດ​ໄປ. (ສຸພາ. 10:22) ນອກ​ຈາກ​ນັ້ນ ເຮົາ​ຍັງຮູ້ສຶກສະບາຍໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາຈະຊ່ວຍ​ເຮົາ​ເມື່ອ​ມີ​ບັນຫາ. (ເອຊາ. 41:9, 10) ເຮົາ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ຈະ​ມີ​ຄວາມສຸກ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ຜູ້​ທີ່​ສົມຄວນ “ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ​ແລະ​ຄວາມ​ນັບຖື” ຈາກ​ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ!—ພນມ. 4:11

ເພງ 24 ໄປ​ທີ່​ພູເຂົາ​ຂອງ​ພະ​ເຢໂຫວາ

^ ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ ເພິ່ນ​ຈຶ່ງ​ສົມຄວນ​ໄດ້​ຮັບ​ການ​ນະມັດສະການ​ຈາກ​ເຮົາ. ແຕ່​ເພື່ອ​ທີ່​ພະ​ເຢໂຫວາ​ຈະ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຮົາ ເຮົາ​ກໍ​ຕ້ອງ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເພິ່ນ​ແລະ​ໃຊ້​ຊີວິດ​ຕາມ​ສິ່ງ​ທີ່​ເພິ່ນ​ສອນ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ 8 ຢ່າງ​ທີ່​ເຮົາ​ເຮັດ​ໄດ້​ໃນ​ການ​ນະມັດສະການ​ພະ​ເຢໂຫວາ ແລະ​ເບິ່ງ​ວ່າ​ເຮົາ​ຈະ​ປັບ​ປຸງ​ສິ່ງ​ເຫຼົ່າ​ນີ້​ແນວ​ໃດ ແລະ​ສິ່ງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ.