ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 14

ຜູ້​ດູ​ແລ ຂໍ​ໃຫ້​ຮຽນແບບ​ອັກຄະສາວົກ​ໂປໂລ​ຕໍ່ໆໄປ

ຜູ້​ດູ​ແລ ຂໍ​ໃຫ້​ຮຽນແບບ​ອັກຄະສາວົກ​ໂປໂລ​ຕໍ່ໆໄປ

“ຂໍ​ໃຫ້​ຮຽນ​ແບບ​ຂ້ອຍ.”—1 ກຣ. 11:1

ເພງ 99 ພີ່ນ້ອງ​ເປັນ​ແສນ​ເປັນ​ລ້ານ​ຄົນ

ໃຈ​ຄວາມ​ສຳຄັນ *

1-2. ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ​ຊ່ວຍ​ຜູ້ດູແລ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

 ອັກຄະສາວົກ​ໂປໂລ​ຮັກ​ພີ່ນ້ອງ​ຫຼາຍ ລາວ​ຈຶ່ງ​ເຮັດ​ວຽກ​ໜັກ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ ນີ້​ຈຶ່ງ​ເຮັດ​ໃຫ້​ພີ່ນ້ອງ​ຮັກ​ລາວ​ຫຼາຍ. (ກຈກ. 20:31) ມີ​ເທື່ອ​ໜຶ່ງ ເມື່ອ​ພວກ​ຜູ້ດູແລ​ຮູ້​ວ່າ​ຈະ​ບໍ່​ໄດ້​ເຈິ​ໂປໂລ​ອີ​ກ ເຂົາເຈົ້າ​ກໍ​ໄດ້ “ພາ​ກັນ​ຮ້ອງໄຫ້.” (ກຈກ. 20:37) ຜູ້ດູແລ​ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ເຂົາເຈົ້າ​ຮັກ​ພີ່ນ້ອງ​ຫຼາຍ​ແລະ​ເຮັດ​ທຸກ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ. (ຟລປ. 2:16, 17) ແຕ່​ບາງເທື່ອ​ເຂົາເຈົ້າ​ກໍ​ມີ​ບັນຫາ​ຄື​ກັນ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຂົາເຈົ້າ​ໄດ້?

2 ຜູ້ດູແລ​ສາມາດ​ຄິດ​ເຖິງ​ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ. (1 ກຣ. 11:1) ໂປໂລ​ບໍ່​ໄດ້​ມີ​ຄວາມ​ສາມາດ​ເໜືອ​ມະນຸດ ລາວ​ກໍ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ​ຄື​ກັບ​ພວກ​ເຮົາ​ເຊິ່ງ​ບາງເທື່ອ​ກໍ​ຮູ້ສຶກ​ຍາກ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ມີ​ບັນຫາ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ໜັກ​ໃຈ. (ຣມ. 7:18-20) ແຕ່​ລາວ​ກໍ​ບໍ່​ໄດ້​ຍອມ​ໃຫ້​ສິ່ງ​ນັ້ນ​ມາ​ເຮັດ​ໃຫ້​ລາວ​ຮູ້ສຶກ​ທໍ້​ໃຈ​ແລະ​ສູນ​ເສຍ​ຄວາມ​ຍິນດີ​ໃນ​ວຽກ​ຮັບໃຊ້. ຖ້າ​ຜູ້ດູແລ​ໃນ​ທຸກ​ມື້​ນີ້​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ ເຂົາເຈົ້າ​ກໍ​ຈະ​ສາມາດ​ຮັບ​ມື​ກັບ​ບັນຫາ​ຕ່າງໆ​ທີ່​ເຂົາເຈົ້າ​ເຈິ​ໄດ້ ແລະ​ມີ​ຄວາມສຸກ​ຕໍ່ໆ​ໄປ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຂົາເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້ ແລະ​ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຫຍັງ?

3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ບັນຫາ 4 ຢ່າງ​ທີ່​ຍາກ​ສຳລັບ​ຜູ້ດູແລ ເຊິ່ງ​ກໍ​ຄື: (1) ເຮັດ​ວຽກ​ປະກາດ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອື່ນ​ໃຫ້​ໄດ້​ດີ. (2) ໃຫ້​ກຳລັງ​ໃຈ​ພີ່ນ້ອງ. (3) ອົດ​ທົນ​ກັບ​ຂໍ້​ອ່ອນແອ​ຂອງ​ຕົວ​ເອງ. ແລະ (4) ອົດ​ທົນ​ກັບ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຄົນ​ອື່ນ. ແລະ​ເຮົາ​ຍັງ​ຈະ​ຮຽນ​ວ່າ ໂປໂລ​ຮັບ​ມື​ກັບ​ບັນຫາ​ຕ່າງໆ​ນີ້​ແນວ​ໃດ ແລະ​ຜູ້ດູແລ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ລາວ​ແນວ​ໃດ.

ເຮັດ​ວຽກ​ປະກາດ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອື່ນ​ໃຫ້​ໄດ້​ດີ

4. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ຍາກ​ສຳລັບ​ຜູ້ດູແລ​ທີ່​ຈະ​ປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ປະກາດ?

4 ເປັນ​ຫຍັງ​ຈຶ່ງ​ຍາກ? ນອກ​ຈາກ​ຜູ້ດູແລ​ຈະ​ນຳ​ໜ້າ​ໃນ​ການ​ປະກາດ​ແລ້ວ ເຂົາເຈົ້າ​ຍັງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອື່ນໆ​ອີ​ກ. ຕົວຢ່າງ​ເຊັ່ນ: ເຂົາເຈົ້າ​ຍັງ​ໄດ້​ນຳ​ສ່ວນ​ໃນ​ການ​ປະຊຸມ​ກາງ​ອາທິດ​ແລະ​ນຳ​ການ​ສຶກສາ​ຄຳ​ພີ​ໄບເບິນ​ປະຈຳ​ປະຊາຄົມ ແລະ​ອາດ​ຍັງ​ຕ້ອງ​ໃຫ້​ຄຳບັນຍາຍ​ອື່ນໆ​ອີ​ກ. ນອກ​ຈາກ​ນັ້ນ ເຂົາເຈົ້າ​ຍັງ​ໄດ້​ຊ່ວຍ​ຝຶກ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. (1 ປຕ. 5:2) ຜູ້ດູແລ​ບາງ​ຄົນ​ຍັງ​ໄດ້​ເຮັດ​ວຽກ​ສ້າງ​ແລະ​ບຳລຸງ​ຮັກສາ​ຫໍ​ປະຊຸມ​ແລະ​ຕຶກ​ອາຄານ​ຕ່າງໆ​ຂອງ​ອົງການ. ເຖິງ​ວ່າ​ຜູ້ດູແລ​ຈະ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ ແຕ່​ເຂົາເຈົ້າ​ກໍ​ມີ​ວຽກ​ຫຼັກ​ຄື​ກັບ​ພີ່ນ້ອງ​ຄົນ​ອື່ນໆ ນັ້ນ​ກໍ​ຄື ເປັນ​ຜູ້​ປະກາດ​ຂ່າວ​ດີ.—ມທ. 28:19, 20

5. ໂປໂລ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ໃນ​ການ​ປະກາດ?

5 ຕົວຢ່າງ​ຂອງ​ໂປໂລ. ເຄັດ​ລັບ​ທີ່​ຊ່ວຍ​ໃຫ້​ໂປໂລ​ເປັນ​ຜູ້​ປະກາດ​ທີ່​ດີ​ກໍ​ຄື ລາວ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ຢູ່​ໃນ​ຟີລິບປອຍ 1:10 ທີ່​ບອກ​ວ່າ: “ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ.” ເຖິງ​ວ່າ​ໂປໂລ​ຈະ​ມີ​ວຽກ​ມອບ​ໝາຍ​ຫຼາຍ​ຢ່າງ ແຕ່​ລາວ​ກໍ​ຖື​ວ່າ​ວຽກ​ປະກາດ​ເປັນ​ວຽກ​ທີ່​ສຳຄັນ​ກວ່າ​ໝູ່. ລາວ​ໄດ້​ປະກາດ​ຢູ່ “ບ່ອນ​ສາທາລະນະ​ແລະ​ຕາມ​ບ້ານ​ເຮືອນ.” (ກຈກ. 20:20) ລາວ​ບໍ່​ໄດ້​ປະກາດ​ສະເພາະ​ມື້​ໃດ​ມື້​ໜຶ່ງ​ເທົ່າ​ນັ້ນ ແຕ່​ລາວ​ໃຊ້​ທຸກ​ໂອກາດ​ເພື່ອ​ຈະ​ປະກາດ​ຂ່າວ​ດີ. ຕົວຢ່າງ​ເຊັ່ນ ຕອນ​ທີ່​ລາວ​ຖ້າ​ໝູ່​ຢູ່​ໃນ​ເມືອງ​ອາແຖນ ລາວ​ໄດ້​ປະກາດ​ກັບ​ຄົນ​ກຸ່ມ​ໜຶ່ງ​ທີ່​ມີ​ຊື່ສຽງ​ໃນ​ສັງຄົມ ແລະ​ກໍ​ໄດ້​ຮັບ​ຜົນ​ດີ. (ກຈກ. 17:16, 17, 34) ແມ່ນ​ແຕ່​ຕອນ​ທີ່​ລາວ “ຖືກ​ກັກ​ຂັງ” ລາວ​ກໍ​ໄດ້​ປະກາດ​ກັບ​ຄົນ​ທີ່​ມາ​ຢາມ​ລາວ​ແລະ​ທະຫານ​ທີ່​ເຝົ້າ​ລາວ.—ຟລປ. 1:13, 14; ກຈກ. 28:16-24

6. ໂປໂລ​ໄດ້​ຝຶກ​ສອນ​ພີ່ນ້ອງ​ໃນ​ເລື່ອງ​ຫຍັງ​ແດ່?

6 ໂປໂລ​ໃຊ້​ເວລາ​ຂອງ​ຕົວ​ເອງ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ. ລາວ​ມັກ​ຈະ​ຊວນ​ພີ່ນ້ອງ​ອື່ນໆ​ໄປ​ຮັບໃຊ້​ກັບ​ລາວ. ຕົວຢ່າງ​ເຊັ່ນ: ໃນ​ການ​ເດີນ​ທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທຳ​ອິດ ລາວ​ໄດ້​ຊວນ​ໂຢຮັນ​ເຊິ່ງ​ມີ​ອີ​ກ​ຊື່​ໜຶ່ງ​ວ່າ​ມາຣະໂກ​ໄປ​ນຳ ແລະ​ຮອບ​ທີ​ສອງ ລາວ​ໄດ້​ຊວນ​ຕີໂມທຽວ​ໄປ​ນຳ. (ກຈກ. 12:25; 16:1-4) ໃນ​ເວລາ​ນັ້ນ​ໂປໂລ​ໄດ້​ຝຶກ​ສອນ​ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ໃຫ້​ຮູ້​ວິທີ​ກໍ່​ຕັ້ງ​ປະຊາຄົມ ໃຫ້​ກຳລັງ​ໃຈ​ພີ່ນ້ອງ ແລະ​ໃຫ້​ເປັນ​ຜູ້​ສອນ​ທີ່​ດີ.—1 ກຣ. 4:17

ໃຫ້​ຮຽນ​ແບບ​ໂປໂລ​ໂດຍ​ພ້ອມ​ສະເໝີ​ທີ່​ຈະ​ປະກາດ​ຂ່າວ​ດີ (ເບິ່ງ​ຂໍ້ 7) *

7. ຜູ້ດູແລ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂປໂລ​ທີ່​ຢູ່​ໃນ​ເອເຟໂຊ 6:14, 15 ແນວ​ໃດ?

7 ຜູ້ດູແລ​ໄດ້​ບົດ​ຮຽນ​ຫຍັງ? ຜູ້ດູແລ​ສາມາດ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ​ໂດຍ​ບໍ່​ພຽງ​ແຕ່​ປະກາດ​ຕາມ​ບ້ານ​ເຮືອນ​ເທົ່າ​ນັ້ນ ແຕ່​ຍັງ​ພ້ອມ​ທີ່​ຈະ​ປະກາດ​ຢູ່​ບ່ອນ​ອື່ນ​ເມື່ອ​ມີ​ໂອກາດ. (ອ່ານ​ເອເຟໂຊ 6:14, 15) ຕົວຢ່າງ​ເຊັ່ນ ເຂົາເຈົ້າ​ຈະ​ປະກາດ​ຕອນ​ທີ່​ໄປ​ຊື້​ເຄື່ອງ​ຫຼື​ປະກາດ​ຢູ່​ບ່ອນ​ເຮັດ​ວຽກ. ຫຼື​ຕອນ​ທີ່​ໄປ​ຊ່ວຍ​ວຽກ​ໃນ​ໂຄງການ​ກໍ່​ສ້າງ​ຂອງ​ອົງການ ເຂົາເຈົ້າ​ສາມາດ​ປະກາດ​ຂ່າວ​ດີ​ກັບ​ຄົນ​ທີ່​ຢູ່​ແຖວ​ນັ້ນ​ແລະ​ຄົນ​ທີ່​ມາ​ຂາຍ​ເຄື່ອງ. ຜູ້ດູແລ​ຍັງ​ສາມາດ​ຮຽນ​ແບບ​ໂປໂລ​ໂດຍ​ໃຊ້​ເວລາ​ຕອນ​ທີ່​ໄປ​ປະກາດ​ຝຶກ​ສອນ​ຄົນ​ອື່ນ ເຊິ່ງ​ລວມ​ເຖິງ​ຝຶກ​ສອນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ນຳ.

8. ບາງເທື່ອ​ຜູ້ດູແລ​ອາດ​ຕ້ອງ​ເຮັດ​ຫຍັງ?

8 ຜູ້ດູແລ​ບໍ່​ຄວນ​ຫຍຸ້ງ​ຢູ່​ກັບ​ວຽກ​ປະຊາຄົມ​ຫຼື​ວຽກ​ໃນ​ໝວດ​ຫຼາຍ​ເກີນ​ໄປ​ຈົນ​ບໍ່​ມີ​ເວລາ​ເຮັດ​ວຽກ​ປະກາດ. ເພື່ອ​ຈະ​ເຮັດ​ວຽກ​ທັງ​ສອງ​ຢ່າງ​ນີ້​ໄດ້​ດີ ເຂົາເຈົ້າ​ອາດ​ຈະ​ບໍ່​ຮັບ​ເອົາ​ວຽກ​ເພີ່ມ. ເຂົາເຈົ້າ​ຄວນ​ຈະ​ອະທິດຖານ​ແລະ​ຄິດ​ດີໆ​ວ່າ ຖ້າ​ຮັບ​ເອົາ​ວຽກ​ນີ້ ເຂົາເຈົ້າ​ຈະ​ເຮັດ​ວຽກ​ທີ່​ສຳຄັນ​ກວ່າ​ໄດ້​ບໍ ເຊັ່ນ ນຳ​ການ​ນະມັດສະການ​ປະຈຳ​ຄອບຄົວ ມີ​ສ່ວນ​ຮ່ວມ​ເຕັມ​ທີ​ໃນ​ວຽກ​ປະກາດ ຫຼື​ຝຶກ​ສອນ​ລູກ​ໃນ​ການ​ປະກາດ. ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ປະຕິເສດ​ບໍ່​ຮັບ​ເອົາ​ວຽກ​ມອບ​ໝາຍ​ຫຼາຍ​ຂຶ້ນ ແຕ່​ເຂົາເຈົ້າ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຂົ້າ​ໃຈ​ວ່າ​ເຂົາເຈົ້າ​ຢາກ​ເຮັດ​ວຽກ​ທຸກ​ຢ່າງ​ໃຫ້​ອອກ​ມາ​ດີ​ທີ່​ສຸດ.

ໃຫ້​ກຳລັງ​ໃຈ​ພີ່ນ້ອງ

9. ຜູ້ດູແລ​ທີ່​ມີ​ວຽກ​ຫຼາຍ​ເຈິ​ກັບ​ບັນຫາ​ຫຍັງ?

9 ເປັນ​ຫຍັງ​ຈຶ່ງ​ຍາກ? ໃນ​ສະໄໝ​ສຸດ​ທ້າຍ​ນີ້​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ຕ້ອງການ​ກຳລັງ​ໃຈ ຄວາມ​ຊ່ວຍ​ເຫຼືອ ແລະ​ການ​ປອບ​ໂຍນ. ແລະ​ບາງເທື່ອ ບາງ​ຄົນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ບໍ່​ໃຫ້​ເຮັດ​ຜິດ. (1 ທຊ. 5:14) ແມ່ນ​ຢູ່​ວ່າ​ຜູ້ດູແລ​ບໍ່​ສາມາດ​ແກ້ໄຂ​ບັນຫາ​ທຸກ​ຢ່າງ​ທີ່​ພີ່ນ້ອງ​ເຈິ ແຕ່​ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ເຂົາເຈົ້າ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ໃຫ້​ກຳລັງ​ໃຈ​ແລະ​ປົກປ້ອງ​ພີ່ນ້ອງ. ແລ້ວ​ຜູ້ດູແລ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ເວລາ​ຊ່ວຍ​ເຫຼືອ​ພີ່ນ້ອງ?

ຊົມ​ເຊີຍ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ (ເບິ່ງ​ຂໍ້ 10, 12) *

10. ຕາມ 1 ເທຊະໂລນິກ 2:7 ໂປໂລ​ໄດ້​ປະຕິບັດ​ກັບ​ພີ່ນ້ອງ​ແນວ​ໃດ?

10 ຕົວຢ່າງ​ຂອງ​ໂປໂລ. ໂປໂລ​ຊອກ​ຫາ​ວິທີ​ທີ່​ຈະ​ຊົມ​ເຊີຍ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. ຜູ້ດູແລ​ກໍ​ຄວນ​ຮຽນ​ແບບ​ໂປໂລ​ໂດຍ​ປະຕິບັດ​ກັບ​ພີ່ນ້ອງ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ອ່ອນ​ໂຍນ. (ອ່ານ 1 ເທຊະໂລນິກ 2:7) ໂປໂລ​ໄດ້​ເຮັດ​ໃຫ້​ພີ່ນ້ອງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ກັບ​ລາວ​ຮັກ​ເຂົາເຈົ້າ. (2 ກຣ. 2:4; ອຟຊ. 2:4, 5) ລາວ​ຍັງ​ໄດ້​ປະຕິບັດ​ກັບ​ພີ່ນ້ອງ​ເປັນ​ຄື​ກັບ​ໝູ່​ແລະ​ໃຊ້​ເວລາ​ຢູ່​ກັບ​ເຂົາເຈົ້າ. ນອກ​ຈາກ​ນັ້ນ ລາວ​ຍັງ​ສະແດງ​ໃຫ້​ພີ່ນ້ອງ​ເຫັນ​ວ່າ​ລາວ​ໝັ້ນ​ໃຈ​ໃນ​ຕົວ​ເຂົາເຈົ້າ​ໂດຍ​ເວົ້າ​ຢ່າງ​ເປີດ​ໃຈ​ກັບ​ເຂົາເຈົ້າ​ກ່ຽວ​ກັບ​ຄວາມ​ຢ້ານ​ແລະ​ຂໍ້​ບົກ​ພ່ອງ​ຂອງ​ຕົວ​ເອງ. (2 ກຣ. 7:5; 1 ຕມ. 1:15) ແຕ່​ລາວ​ກໍ​ບໍ່​ໄດ້​ເວົ້າ​ແຕ່​ບັນຫາ​ຂອງ​ຕົວ​ເອງ ລາວ​ຍັງ​ໄດ້​ຟັງ​ພີ່ນ້ອງ​ເພາະ​ລາວ​ຢາກ​ຊ່ວຍ​ເຂົາເຈົ້າ.

11. ເປັນ​ຫຍັງ​ໂປໂລ​ຈຶ່ງ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ?

11 ບາງເທື່ອ​ໂປໂລ​ຈຳເປັນ​ຕ້ອງ​ໄດ້​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ. ແຕ່​ລາວ​ກໍ​ບໍ່​ເຄີຍ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ​ຍ້ອນ​ຮູ້ສຶກ​ໃຈ​ຮ້າຍ. ລາວ​ໃຫ້​ຄຳ​ແນະນຳ​ກັບ​ເຂົາເຈົ້າ​ຍ້ອນ​ວ່າ​ຮັກ​ແລະ​ຢາກ​ປົກປ້ອງ​ເຂົາເຈົ້າ​ຈາກ​ສິ່ງ​ອັນຕະລາຍ. ລາວ​ພະຍາຍາມ​ໃຫ້​ຄຳ​ແນະນຳ​ທີ່​ເຂົ້າ​ໃຈ​ງ່າຍ​ແລະ​ຍັງ​ເປັນ​ຫ່ວງ​ວ່າ​ພີ່ນ້ອງ​ຈະ​ຮັບ​ຄຳ​ແນະນຳ​ນັ້ນ​ໄດ້​ຫຼື​ບໍ່. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ລາວ​ຂຽນ​ຈົດ​ໝາຍ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ ລາວ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ໜັກແໜ້ນ​ກັບ​ເຂົາເຈົ້າ. ແຕ່​ຫຼັງ​ຈາກ​ທີ່​ລາວ​ຂຽນ​ຈົດ​ໝາຍ​ໄປ​ໃຫ້​ເຂົາເຈົ້າ​ແລ້ວ ລາວ​ກໍ​ໄດ້​ສົ່ງ​ຕິໂຕ​ໄປ​ຫາ​ເຂົາເຈົ້າ ເພາະ​ລາວ​ຢາກ​ຮູ້​ວ່າ​ພີ່ນ້ອງ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຈົດ​ໝາຍ​ຂອງ​ລາວ.—2 ກຣ. 7:6, 7

12. ຜູ້ດູແລ​ຈະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ແນວ​ໃດ?

12 ຜູ້ດູແລ​ໄດ້​ບົດ​ຮຽນ​ຫຍັງ? ຜູ້ດູແລ​ສາມາດ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ​ໂດຍ​ໃຊ້​ເວລາ​ຢູ່​ກັບ​ພີ່ນ້ອງ. ວິທີ​ໜຶ່ງ​ທີ່​ຈະ​ເຮັດ​ແບບ​ນັ້ນ​ໄດ້​ກໍຄື ມາ​ປະຊຸມ​ກ່ອນ​ເວລາ​ເພື່ອ​ຈະ​ລົມ​ກັບ​ພີ່ນ້ອງ. ເພາະ​ການ​ເຮັດ​ແບບ​ນີ້​ພຽງ​ບໍ່​ເທົ່າ​ໃດ​ນາທີ​ກໍ​ເປັນ​ການ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ແລ້ວ. (ຣມ. 1:12; ອຟຊ. 5:16) ຜູ້ດູແລ​ທີ່​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ​ຍັງ​ຈະ​ໃຊ້​ພະ​ຄຳ​ພີ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ ແລະ​ເຮັດ​ໃຫ້​ພີ່ນ້ອງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຂົາເຈົ້າ. ນອກ​ຈາກ​ນັ້ນ ຜູ້ດູແລ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ໂດຍ​ພະຍາຍາມ​ຕິດ​ຕໍ່​ກັບ​ເຂົາເຈົ້າ​ເລື້ອຍໆ ແລະ​ຊົມ​ເຊີຍ​ເຂົາເຈົ້າ​ເມື່ອ​ເຫັນ​ວ່າ​ເໝາະ​ສົມ. ແລະ​ເມື່ອ​ຈະ​ໃຫ້​ຄຳ​ແນະນຳ ຜູ້ດູແລ​ຕ້ອງ​ໃຫ້​ຄຳ​ແນະນຳ​ທີ່​ມາ​ຈາກ​ຄຳ​ພີ​ໄບເບິນ ເວົ້າ​ສະເພາະ​ເຈາະ​ຈົງ ແຕ່​ເວົ້າ​ດ້ວຍ​ຄວາມ​ອ່ອນ​ໂຍນ ເພາະ​ຜູ້ດູແລ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ພີ່ນ້ອງ​ວ່າ​ເຂົາເຈົ້າ​ຈະ​ຮັບ​ຄຳ​ແນະນຳ​ນັ້ນ​ໄດ້​ບໍ.—ຄລຕ. 6:1

ອົດ​ທົນ​ກັບ​ຂໍ້​ອ່ອນແອ​ຂອງ​ຕົວ​ເອງ

13. ຂໍ້​ອ່ອນແອ​ມີ​ຜົນ​ຕໍ່​ຜູ້ດູແລ​ແນວ​ໃດ?

13 ເປັນ​ຫຍັງ​ຈຶ່ງ​ຍາກ? ຜູ້ດູແລ​ກໍ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ຄື​ກັບ​ຄົນ​ອື່ນ​ທົ່ວໄປ​ທີ່​ເຮັດ​ຜິດ​ພາດ​ໄດ້. (ຣມ. 3:23) ບາງເທື່ອ​ເຂົາເຈົ້າ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເບິ່ງ​ຂໍ້​ອ່ອນແອ​ຂອງ​ຕົວ​ເອງ​ຢ່າງ​ເໝາະ​ສົມ. ບາງ​ຄົນ​ອາດ​ຈະ​ຄິດ​ເຖິງ​ແຕ່​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ຈົນ​ເຮັດ​ໃຫ້​ທໍ້​ໃຈ. ສ່ວນ​ບາງ​ຄົນ​ອາດ​ຈະ​ບໍ່​ສົນ​ໃຈ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ​ແລະ​ບໍ່​ຢາກ​ປ່ຽນ​ແປງ​ຕົວ​ເອງ​ເລີຍ.

14. ຕາມ​ຟີລິບປອຍ 4:13 ຄວາມ​ຖ່ອມ​ຊ່ວຍ​ໂປໂລ​ໃຫ້​ອົດ​ທົນ​ກັບ​ຂໍ້​ອ່ອນແອ​ຂອງ​ຕົວ​ເອງ​ແນວ​ໃດ?

14 ຕົວຢ່າງ​ຂອງ​ໂປໂລ. ໂປໂລ​ຮູ້​ວ່າ​ລາວ​ບໍ່​ສາມາດ​ອົດ​ທົນ​ກັບ​ຂໍ້​ອ່ອນແອ​ໄດ້​ດ້ວຍ​ຕົວ​ເອງ ລາວ​ຕ້ອງ​ໝາຍ​ເພິ່ງ​ກຳລັງ​ຈາກ​ພະເຈົ້າ. ແຕ່​ກ່ອນ ໂປໂລ​ເປັນ​ຄົນ​ທີ່​ແຂງ​ກະດ້າງ​ແລະ​ຂົ່ມເຫງ​ຄລິດສະຕຽນ​ຢ່າງ​ໜັກ. ຕໍ່ມາ ລາວ​ກໍ​ຮູ້​ວ່າ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ນັ້ນ​ມັນ​ຜິດ ແລະ​ລາວ​ກໍ​ຢາກ​ປ່ຽນ​ແປງ​ຄວາມ​ຄິດ​ແລະ​ນິດໄສ​ຂອງ​ຕົວ​ເອງ. (1 ຕມ. 1:12-16) ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ຈຶ່ງ​ເຮັດ​ໃຫ້​ໂປໂລ​ເປັນ​ຜູ້ດູແລ​ທີ່​ຖ່ອມ​ໃຈ ເຫັນ​ອົກ​ເຫັນ​ໃຈ ແລະ​ຮັກ​ຄົນ​ອື່ນ. ລາວ​ເຄີຍ​ເຮັດ​ຜິດ​ພາດ​ຫຼາຍ​ຢ່າງ ແຕ່​ລາວ​ກໍ​ບໍ່​ໄດ້​ຈົມ​ຢູ່​ກັບ​ຄວາມ​ຜິດ​ພາດ​ນັ້ນ​ຫຼາຍ​ຈົນ​ເກີນ​ໄປ ເພາະ​ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ລາວ. (ຣມ. 7:21-25) ລາວ​ບໍ່​ໄດ້​ຄາດ​ໝາຍ​ວ່າ​ຕົວ​ເອງ​ຈະ​ເປັນ​ຄົນ​ສົມບູນ​ແບບ. ແຕ່​ລາວ​ຖ່ອມ​ໃຈ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ລາວ​ປັບ​ປຸງ​ລັກສະນະ​ນິດໄສ​ແບບ​ຄລິດສະຕຽນ ແລະ​ເຮັດ​ວຽກ​ທີ່ໄດ້​ຮັບ​ມອບ​ໝາຍ​ໃຫ້​ສຳເລັດ.—1 ກຣ. 9:27; ອ່ານ​ຟີລິບປອຍ 4:13

ໃຫ້​ພະຍາຍາມ​ອົດ​ທົນ​ກັບ​ຂໍ້​ອ່ອນແອ​ຂອງ​ຕົວ​ເອງ (ເບິ່ງ​ຂໍ້ 14-15) *

15. ຜູ້ດູແລ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຮູ້​ວ່າ​ຕົວ​ເອງ​ມີ​ຂໍ້​ຜິດ​ພາດ?

15 ຜູ້ດູແລ​ໄດ້​ບົດ​ຮຽນ​ຫຍັງ? ຜູ້ດູແລ​ບໍ່​ໄດ້​ຖືກ​ແຕ່ງ​ຕັ້ງ​ຍ້ອນ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ສົມບູນ​ແບບ. ເຖິງ​ຈະ​ບໍ່​ໄດ້​ເປັນ​ແບບ​ນັ້ນ ແຕ່​ພະ​ເຢໂຫວາ​ກໍ​ຄາດ​ໝາຍ​ໃຫ້​ເຂົາເຈົ້າ​ໃຫ້​ຍອມ​ຮັບ​ຂໍ້​ຜິດ​ພາດ​ຂອງ​ຕົວ​ເອງ ແລະ​ປັບ​ປຸງ​ຕົວ​ເອງ​ໃຫ້​ມີ​ລັກສະນະ​ນິດໄສ​ແບບ​ຄລິດສະຕຽນ. (ອຟຊ. 4:23, 24) ດັ່ງນັ້ນ ຜູ້ດູແລ​ຄວນ​ໃຊ້​ຄຳ​ພີ​ໄບເບິນ​ກວດ​ເບິ່ງ​ຕົວ​ເອງ​ວ່າ​ມີ​ຫຍັງ​ແດ່​ທີ່​ຕ້ອງ​ໄດ້​ປ່ຽນ​ແປງ. ຖ້າ​ເຂົາເຈົ້າ​ເຮັດ​ແບບ​ນັ້ນ ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ຄວາມສຸກ​ແລະ​ເປັນ​ຜູ້ດູແລ​ທີ່​ດີ​ໄດ້.—ຢກບ. 1:25

ອົດ​ທົນ​ກັບ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຄົນ​ອື່ນ

16. ຈະ​ເປັນ​ແນວ​ໃດ​ຖ້າ​ຜູ້ດູແລ​ເບິ່ງ​ແຕ່​ຄວາມ​ຜິດ​ພາດ​ຂອງ​ພີ່ນ້ອງ?

16 ເປັນ​ຫຍັງ​ຈຶ່ງ​ຍາກ? ເມື່ອ​ຜູ້ດູແລ​ຕິດ​ຕໍ່​ພົວ​ພັນ​ກັບ​ພີ່ນ້ອງ​ເລື້ອຍໆ ອາດ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ເຫັນ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ພີ່ນ້ອງ. ຖ້າ​ບໍ່​ລະວັງ ຜູ້ດູແລ​ອາດ​ຈະ​ຮູ້ສຶກ​ຫງຸດຫງິດ ຄຽດ​ໃຫ້​ພີ່ນ້ອງ ຫຼື​ເຖິງ​ຂັ້ນ​ວິພາກ​ວິຈານ​ພີ່ນ້ອງ. ໂປໂລ​ຈຶ່ງ​ໄດ້​ເຕືອນ​ພີ່ນ້ອງ​ຄລິດສະຕຽນ​ວ່າ​ຊາຕານ​ຢາກ​ໃຫ້​ເຂົາເຈົ້າ​ເຮັດ​ແບບ​ນັ້ນ.—2 ກຣ. 2:10, 11

17. ໂປໂລ​ເບິ່ງ​ພີ່ນ້ອງ​ແນວ​ໃດ?

17 ຕົວຢ່າງ​ຂອງ​ໂປໂລ. ໂປໂລ​ເບິ່ງ​ພີ່ນ້ອງ​ໃນ​ແງ່​ດີ​ຕະຫຼອດ. ລາວ​ໄຈ້​ແຍກ​ໄດ້​ວ່າ​ເຖິງ​ພີ່ນ້ອງ​ຈະ​ເຮັດ​ບໍ່​ດີ​ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ຊົ່ວ. ລາວ​ຮູ້​ວ່າ​ເຂົາເຈົ້າ​ຈະ​ເຮັດ​ຜິດ​ພາດ ແລະ​ບາງເທື່ອ​ອາດ​ຈະ​ເຮັດ​ໃຫ້​ລາວ​ເສຍໃຈ. ແຕ່​ລາວ​ກໍ​ຍັງ​ຮັກ​ພີ່ນ້ອງ​ແລະ​ເບິ່ງ​ຈຸດ​ດີ​ຂອງ​ເຂົາເຈົ້າ. ດັ່ງນັ້ນ ເມື່ອ​ພີ່ນ້ອງ​ເຮັດ​ຜິດ ລາວ​ກໍ​ເບິ່ງ​ວ່າ​ພີ່ນ້ອງ​ຢາກ​ເຮັດ​ສິ່ງ​ທີ່​ດີ ພຽງ​ແຕ່​ຕ້ອງ​ມີ​ຄົນ​ມາ​ຊ່ວຍ​ໃຫ້​ເຂົາເຈົ້າ​ເຮັດ​ສິ່ງ​ນັ້ນ​ໄດ້.

18. ເຈົ້າ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ໂປໂລ​ຊ່ວຍ​ຢູໂອເດຍ​ແລະ​ຊີນຕີເຂ? (ຟີລິບປອຍ 4:1-3)

18 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ໂປໂລ​ໄດ້​ຊ່ວຍ​ພີ່ນ້ອງ​ຍິງ​ສອງ​ຄົນ​ທີ່​ຢູ່​ໃນ​ເມືອງ​ຟີລິບປອຍ​ແນວ​ໃດ. (ອ່ານ​ຟີລິບປອຍ 4:1-3) ຢູໂອເດຍ​ແລະ​ຊີນຕີເຂ​ຍອມ​ໃຫ້​ຄວາມ​ມັກ​ສ່ວນ​ຕົວ​ມາ​ເຮັດ​ໃຫ້​ເຂົາເຈົ້າ​ຜິດ​ກັນ. ແຕ່​ໂປໂລ​ຮູ້​ວ່າ​ພີ່ນ້ອງ​ຍິງ​ສອງ​ຄົນ​ນີ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ມາ​ຫຼາຍ​ປີ ແລະ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຂົາເຈົ້າ. ດັ່ງນັ້ນ ລາວ​ຈຶ່ງ​ເບິ່ງ​ແຕ່​ຈຸດ​ດີ​ຂອງ​ພີ່ນ້ອງ​ສອງ​ຄົນ​ນີ້ ແລະ​ບໍ່​ໄດ້​ຫງຸດຫງິດ​ຫຼື​ວິພາກ​ວິຈານ​ເຂົາເຈົ້າ. ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ໄດ້​ກະຕຸ້ນ​ເຂົາເຈົ້າ​ໃຫ້​ມາ​ຄືນ​ດີ​ກັນ. ການ​ທີ່​ໂປໂລ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ລາວ​ມີ​ຄວາມສຸກ​ແລະ​ຮັກສາ​ສາຍ​ສຳພັນ​ທີ່​ດີ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ.

ພະຍາຍາມ​ບໍ່​ວິພາກ​ວິຈານ​ຄົນ​ອື່ນ (ເບິ່ງ​ຂໍ້ 19) *

19. (ກ) ຜູ້ດູແລ​ຈະ​ເບິ່ງ​ພີ່ນ້ອງ​ໃນ​ແງ່​ບວກ​ໄດ້​ແນວ​ໃດ? (ຂ) ເຈົ້າ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຮູບ​ພາບ​ທີ່​ຜູ້ດູແລ​ອະນາໄມ​ຫໍ​ປະຊຸມ?

19 ຜູ້ດູແລ​ໄດ້​ບົດ​ຮຽນ​ຫຍັງ? ຜູ້ດູແລ​ຄວນ​ເບິ່ງ​ຈຸດ​ດີ​ຂອງ​ພີ່ນ້ອງ. ເຖິງ​ວ່າ​ເຂົາເຈົ້າ​ຈະ​ບໍ່​ສົມບູນ​ແບບ ແຕ່​ເຂົາເຈົ້າ​ກໍ​ມີ​ຈຸດ​ດີ​ທີ່​ເຮົາ​ສາມາດ​ຊົມ​ເຊີຍ​ໄດ້. (ຟລປ. 2:3) ກະ​ແມ່ນ​ຢູ່​ວ່າ​ບາງເທື່ອ​ຜູ້ດູແລ​ອາດ​ຕ້ອງ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ ແຕ່​ກໍ​ຂໍ​ໃຫ້​ເຮັດ​ຄື​ກັບ​ໂປໂລ​ໂດຍ​ພະຍາຍາມ​ເບິ່ງ​ຂ້າມ​ຄຳເວົ້າ​ແລະ​ການ​ກະທຳ​ທີ່​ບໍ່​ດີ​ຂອງ​ພີ່ນ້ອງ. ແລະ​ເບິ່ງ​ວ່າ​ເຂົາເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ​ດ້ວຍ​ຄວາມ​ອົດ​ທົນ​ແລະ​ຍັງ​ສາມາດ​ເຮັດ​ສິ່ງ​ທີ່​ດີ​ຕໍ່​ໄປ​ໄດ້. ຜູ້ດູແລ​ທີ່​ເບິ່ງ​ຈຸດ​ດີ​ໃນ​ຕົວ​ຂອງ​ພີ່ນ້ອງ​ຈະ​ສ້າງ​ບັນຍາກາດ​ທີ່​ອົບອຸ່ນ​ແລະ​ເຮັດ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ຮັກ​ແພງ​ກັນ​ຫຼາຍ​ຂຶ້ນ.

ໃຫ້​ຮຽນ​ແບບ​ໂປໂລ​ຕໍ່ໆ​ໄປ

20. ຜູ້ດູແລ​ຍັງ​ໄດ້​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ຂອງ​ໂປໂລ​ແນວ​ໃດ?

20 ຜູ້ດູແລ​ຍັງ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ສຶກສາ​ເລື່ອງ​ຂອງ​ໂປໂລ. ຕົວຢ່າງ​ເຊັ່ນ: ເຈົ້າ​ອາດ​ຈະ​ອ່ານ​ປຶ້ມ​ປະກາດ​ເລື່ອງ​ລາຊາ​ອານາຈັກ​ຂອງ​ພະເຈົ້າ​ຢ່າງ​ຖີ່​ຖ້ວນ (ພາສາໄທ) ບົດ 12 ຂໍ້ 17-20 ຫຼື​ເບິ່ງ​ໃນ​ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດສ໌ທາວເວີ (Watch Tower Publications Index) * ຕອນ​ທີ່​ອ່ານ​ຂໍ້​ມູນ​ເຫຼົ່າ​ນີ້ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຕົວຢ່າງ​ຂອງ​ໂປໂລ​ຊ່ວຍ​ຂ້ອຍ​ແນວ​ໃດ​ໃຫ້​ມີ​ຄວາມສຸກ​ຕໍ່ໆ​ໄປ​ໃນ​ການ​ເຮັດ​ໜ້າ​ທີ່​ເປັນ​ຜູ້ດູແລ?’

21. ຜູ້ດູແລ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

21 ຜູ້ດູແລ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ຂໍ​ໃຫ້​ເຈົ້າ​ເປັນ​ຄົນ​ສົມບູນ​ແບບ. ແຕ່​ເພິ່ນ​ຂໍ​ໃຫ້​ເຈົ້າ​ເປັນ​ຄົນ​ສັດ​ຊື່. (1 ກຣ. 4:2) ພະ​ເຢໂຫວາ​ເຫັນ​ຄ່າ​ວຽກ​ງານ​ແລະ​ຄວາມ​ສັດ​ຊື່​ຂອງ​ໂປໂລ. ດັ່ງນັ້ນ ເຈົ້າ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ວຽກ​ທີ່​ເຈົ້າ​ເຮັດ​ໃນ​ການ​ຮັບໃຊ້​ເພິ່ນ. ເພິ່ນ​ຈະ “ບໍ່​ລືມ​ວຽກ​ທີ່​ພວກ​ເຈົ້າ​ເຮັດ​ແລະ​ຄວາມ​ຮັກ​ທີ່​ພວກ​ເຈົ້າ​ມີ​ຕໍ່​ຊື່​ຂອງ​ພະອົງ ນັ້ນ​ແມ່ນ​ທີ່​ພວກ​ເຈົ້າ​ຮັບໃຊ້​ພວກ​ຜູ້​ບໍລິສຸດ​ແລະ​ຍັງ​ຮັບໃຊ້​ຢູ່.”—ຮຣ. 6:10

ເພງ 87 ເຊີນ​ມາ​ຮັບ​ຄວາມ​ສົດ​ຊື່ນ​ຈາກ​ການ​ປະຊຸມ

^ ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆ​ທີ່​ຜູ້ດູແລ​ເຮັດ​ວຽກ​ໜັກ​ເພື່ອ​ຊ່ວຍ​ເຫຼືອ​ເຮົາ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ບັນຫາ 4 ຢ່າງ​ທີ່​ຍາກ​ສຳລັບ​ຜູ້ດູແລ ແລະ​ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ​ຊ່ວຍ​ຜູ້ດູແລ​ໃນ​ທຸກ​ມື້​ນີ້​ແນວ​ໃດ​ເມື່ອ​ເຈິ​ບັນຫາ​ເຫຼົ່າ​ນັ້ນ. ນອກ​ຈາກ​ນັ້ນ ບົດ​ຄວາມ​ນີ້​ເຮົາ​ຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ອົກ​ເຫັນ​ໃຈ ແລະ​ກະຕຸ້ນ​ເຮົາ​ໃຫ້​ຊ່ວຍ​ເຫຼືອ​ຜູ້ດູແລ​ຕໍ່ໆ​ໄປ.

^ ເບິ່ງ​ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດສ໌ທາວເວີ (Watch Tower Publications Index) ພາສາ​ອັງກິດ​ໃນ​ຫົວ​ຂໍ້ “Paul” ແລະ​ໄປ​ທີ່​ຫົວ​ຂໍ້​ຍ່ອຍ “example for elders.”

^ ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ປະກາດ​ກັບ​ໝູ່​ທີ່​ເຮັດ​ວຽກ​ນຳ​ກັນ​ຫຼັງ​ຈາກ​ທີ່​ເລີກ​ວຽກ​ແລ້ວ.

^ ຄຳ​ອະທິບາຍ​ຮູບ​ພາບ: ຜູ້ດູແລ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທີ່​ມັກ​ແຍກ​ຕົວ​ຢູ່​ຜູ້​ດຽວ.

^ ຄຳ​ອະທິບາຍ​ຮູບ​ພາບ: ຜູ້ດູແລ​ໃຫ້​ຄຳ​ແນະນຳ​ກັບ​ພີ່ນ້ອງ​ທີ່​ຄຽດ​ໃຫ້​ຄົນ​ອື່ນ.

^ ຄຳ​ອະທິບາຍ​ຮູບ​ພາບ: ຜູ້ດູແລ​ບໍ່​ໄດ້​ເວົ້າ​ໃຫ້​ພີ່ນ້ອງ​ຊາຍ​ທີ່​ບໍ່​ໄດ້​ເອົາໃຈໃສ່​ຕໍ່​ການ​ອະນາໄມ​ຫໍ​ປະຊຸມ.