ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຮົາ​ຈະ​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້​ແນວ​ໃດ

ເຮົາ​ຈະ​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້​ແນວ​ໃດ

ຄວາມ​ອຸກໃຈ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ໜັກ​ໃຈ. (ສຸພາ. 12:25) ເຈົ້າ​ເຄີຍ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ອຸກໃຈ​ບໍ? ແລະ​ເຈົ້າ​ເຄີຍ​ຮູ້ສຶກ​ອຸກໃຈ​ຈົນ​ຊິ​ທົນ​ບໍ່​ໄດ້​ແລ້ວ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ບໍ່​ໄດ້​ຮູ້ສຶກ​ແບບ​ນັ້ນ​ຜູ້​ດຽວ ເພາະ​ພວກເຮົາ​ຫຼາຍ​ຄົນ​ກໍ​ຮູ້ສຶກ​ເມື່ອຍ ກັງວົນ ແລະ​ອຸກໃຈ​ກັບ​ບັນຫາ​ຫຼາຍ​ຢ່າງ ເຊັ່ນ: ບາງຄົນ​ຕ້ອງ​ໄດ້​ເບິ່ງແຍງ​ຄົນ​ໃນ​ຄອບຄົວ​ທີ່​ເຈັບ​ປ່ວຍ ຄົນ​ທີ່​ຮັກ​ຕາຍ​ຈາກ​ໄປ ແລະ​ບາງຄົນ​ກໍ​ເຈິ​ກັບ​ໄພ​ທຳມະຊາດ. ແລ້ວ​ເຮົາ​ຈະ​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້​ແນວໃດ? a

ຕົວຢ່າງ​ຂອງ​ດາ​ວິດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້. ດາ​ວິດ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ ແລະ​ຫຼາຍ​ເທື່ອ​ຊີວິດ​ຂອງ​ລາວ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ. (1 ຊາມ. 17:34, 35; 18:10, 11) ແລ້ວ​ດາ​ວິດ​ຮັບ​ມື​ກັບ​ບັນຫາ​ເຫຼົ່ານີ້​ທີ່​ເຮັດ​ໃຫ້​ລາວ​ອຸກໃຈ​ໄດ້​ແນວໃດ? ແລະ​ເຮົາ​ຈະ​ຮຽນແບບ​ຕົວຢ່າງ​ຂອງ​ລາວ​ໄດ້​ແນວໃດ?

ດາ​ວິດ​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້​ແນວໃດ?

ດາ​ວິດ​ມີ​ບັນຫາ​ຫຼາຍ​ຢ່າງ​ພ້ອມໆ​ກັນ. ຕົວຢ່າງ​ເຊັ່ນ: ລາວ​ຖືກ​ຊາອູນ​ໄລ່​ຂ້າ ແລະ​ຕອນ​ທີ່​ລາວ​ກັບ​ທະຫານ​ກັບ​ມາ​ຈາກ​ການ​ຕໍ່ສູ້ ເຂົາເຈົ້າ​ກໍ​ຕົກໃຈ​ຫຼາຍ​ເມື່ອ​ເຫັນ​ວ່າ​ສັດຕູ​ໄດ້​ລັກ​ເອົາ​ເຄື່ອງ​ຂອງ ຈູດ​ເຮືອນ ແລະ​ຈັບ​ຄອບຄົວ​ຂອງ​ເຂົາເຈົ້າ​ໄປ. ໃນ​ຕອນນັ້ນ ດາ​ວິດ​ຮູ້ສຶກ​ແນວໃດ? “ດາ​ວິດ​ກັບ​ຄົນ​ທີ່​ຢູ່​ນຳ​ລາວ​ຮ້ອງໄຫ້​ສຽງ​ດັງ​ຈົນ​ບໍ່​ມີ​ແຮງ​ຈະ​ຮ້ອງ​ອີກ.” ຊ້ຳ​ບໍ່​ໜຳ​ພວກ​ທະຫານ​ຂອງ​ລາວ​ກໍ​ຍັງ “ລົມ​ກັນ​ວ່າ​ຈະ​ເອົາ​ຫີນ​ຄວ່າງ​ໃສ່​ລາວ​ໃຫ້​ຕາຍ.” (1 ຊາມ. 30:1-6, ລ.ມ.) ຕອນ​ນີ້​ດາ​ວິດ​ມີ​ບັນຫາ​ສາມ​ຢ່າງ​ພ້ອມ​ກັນ ນັ້ນ​ກໍ​ຄື: ຄອບຄົວ​ຂອງ​ລາວ​ຕົກ​ຢູ່​ໃນ​ອັນຕະລາຍ ພວກ​ທະຫານ​ຂອງ​ລາວ​ຢາກ​ຂ້າ​ລາວ ແລະ​ຊາອູນ​ຍັງ​ຢາກ​ຂ້າ​ລາວ​ຢູ່. ລອງ​ນຶກພາບ​ວ່າ​ດາ​ວິດ​ຊິ​ຮູ້ສຶກ​ອຸກໃຈ​ຫຼາຍ​ສ່ຳ​ໃດ.

ດາ​ວິດ​ເປັນ​ແນວໃດ​ຕໍ່​ຈາກນັ້ນ? ລາວ “ມີ​ກຳລັງໃຈ​ຫຼາຍ​ຂຶ້ນ​ເພາະ​ລາວ​ເພິ່ງ​ພະເຢໂຫວາ​ພະເຈົ້າ​ຂອງ​ລາວ.” ເປັນ​ຫຍັງ​ດາ​ວິດ​ຈຶ່ງ​ຮູ້ສຶກ​ແນວ​ນັ້ນ? ກໍ​ຍ້ອນວ່າ​ລາວ​ໄດ້​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ແລະ​ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ເຄີຍ​ຊ່ວຍ​ລາວ​ມາ​ແລ້ວ. (1 ຊາມ. 17:37; ເພງ. 18:2, 6, ລ.ມ.) ດາ​ວິດ​ເຫັນ​ວ່າ​ລາວ​ຈຳເປັນ​ຕ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ ລາວ​ຈຶ່ງ​ຖາມ​ພະເຢໂຫວາ​ວ່າ​ລາວ​ຄວນ​ເຮັດ​ແນວໃດ. ແລະ​ຫຼັງຈາກ​ທີ່​ພະເຢໂຫວາ​ໃຫ້​ຄຳ​ແນະນຳ​ລາວ ລາວ​ກໍ​ໄດ້​ລົງມືເຮັດ​ຕາມ​ທັນທີ. ນີ້​ຈຶ່ງ​ເຮັດ​ໃຫ້​ລາວ​ແລະ​ທະຫານ​ສາມາດ​ຊ່ວຍ​ຄອບຄົວ​ແລະ​ເອົາ​ສິ່ງ​ຂອງ​ກັບ​ຄືນ​ມາ​ໄດ້​ຍ້ອນ​ພະເຢໂຫວາ​ອວຍພອນ. (1 ຊາມ. 30:7-9, 18, 19) ເຮົາ​ເຫັນ​ວ່າ​ດາ​ວິດ​ໄດ້​ເຮັດ 3 ຢ່າງ​ຄື: ລາວ​ອະທິດຖານ ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ ຄິດເຖິງ ວິທີ​ທີ່​ພະເຢໂຫວາ​ເຄີຍ​ຊ່ວຍ​ລາວ​ມາ​ແລ້ວ ແລະ​ລົງມືເຮັດ ຕາມ​ຄຳ​ແນະນຳ​ຂອງ​ພະເຢໂຫວາ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເຮົາ​ຈະ​ຮຽນແບບ​ດາ​ວິດ​ໃນ​ສາມ​ວິທີ​ນີ້​ແນວໃດ?

ຮຽນແບບ​ດາ​ວິດ​ເມື່ອ​ຮູ້ສຶກ​ອຸກໃຈ

1. ອະທິດຖານ. ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຮູ້ສຶກ​ອຸກໃຈ ເຮົາ​ສາມາດ​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ແລະ​ຂໍ​ສະຕິປັນຍາ​ຈາກ​ເພິ່ນ. ເມື່ອ​ເຮົາ​ລະບາຍ​ຄວາມ​ອຸກໃຈ​ທຸກຢ່າງ​ໃຫ້​ພະເຢໂຫວາ​ຟັງ ເຮົາ​ກໍ​ຈະ​ຮູ້ສຶກ​ດີ​ຂຶ້ນ. ແຕ່​ຖ້າ​ສະພາບການ​ຂອງ​ເຮົາ​ບໍ່​ເອື້ອ​ອຳນວຍ​ໃຫ້​ເຮັດ​ແບບ​ນັ້ນ ເຮົາ​ກໍ​ອາດ​ຈະ​ອະທິດຖານ​ສັ້ນໆ​ຫຼື​ອະທິດຖານ​ໃນ​ໃຈ​ກໍ​ໄດ້. ທຸກ​ເທື່ອ​ທີ່​ເຮົາ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ໄວ້ໃຈ​ເພິ່ນ​ຄື​ກັບ​ດາ​ວິດ​ທີ່​ບອກ​ວ່າ: “ພະເຢໂຫວາ​ເປັນ​ຫີນ​ຜາ ເປັນ​ທີ່​ໝັ້ນ​ຂອງ​ຂ້ອຍ ແລະ​ເປັນ​ຜູ້​ຊ່ວຍ​ຊີວິດ​ຂ້ອຍ​ເອົາ​ໄວ້. ພະເຈົ້າ​ຂອງ​ຂ້ອຍ​ເປັນ​ຫີນ​ທີ່​ແຂງ​ແກ່ນ​ທີ່​ຂ້ອຍ​ເຂົ້າ​ໄປ​ລີ້​ໄພ​ໄດ້.” (ເພງ. 18:2, ລ.ມ.) ແລ້ວ​ການ​ອະທິດຖານ​ຊ່ວຍ​ໄດ້​ແທ້ໆ​ບໍ? ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່ ຄາ​ເລຍ​ເຊິ່ງ​ເປັນ​ໄພໂອເນຍ​ໄດ້​ບອກ​ວ່າ: “ຫຼັງຈາກ​ອະທິດຖານ ຂ້ອຍ​ກໍ​ຮູ້ສຶກ​ສະຫງົບໃຈ. ການ​ອະທິດຖານ​ຊ່ວຍ​ຂ້ອຍ​ໃຫ້​ຄິດ​ຄື​ກັບ​ພະເຢໂຫວາ​ແລະ​ໄວ້ໃຈ​ເພິ່ນ​ຫຼາຍ​ຂຶ້ນ.” ເຮົາ​ເຫັນ​ວ່າ​ການ​ອະທິດຖານ​ເປັນ​ຄື​ກັບ​ຂອງຂວັນ​ຈາກ​ພະເຢໂຫວາ​ທີ່​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້.

2. ຄິດເຖິງ​ວິທີ​ທີ່​ພະເຢໂຫວາ​ເຄີຍ​ຊ່ວຍ​ເຮົາ​ມາ​ແລ້ວ. ເມື່ອ​ຄິດ​ຄືນ​ຫຼັງ ເຈົ້າ​ໄດ້​ຄິດເຖິງ​ບັນຫາ​ຕ່າງໆ​ທີ່​ພະເຢໂຫວາ​ເຄີຍ​ຊ່ວຍ​ເຈົ້າ​ໃຫ້​ຜ່ານ​ມາ​ແລ້ວ​ບໍ? ເມື່ອ​ເຮົາ​ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ເຄີຍ​ຊ່ວຍ​ເຮົາ​ແລະ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ອະດີດ ເຮົາ​ກໍ​ຈະ​ມີ​ກຳລັງໃຈ​ແລະ​ໄວ້ໃຈ​ເພິ່ນ​ຫຼາຍ​ຂຶ້ນ. (ເພງ. 18:17-19) ຜູ້​ດູ​ແລ​ຄົນ​ໜຶ່ງ​ທີ່​ຊື່ ໂຈຊົວ​ບອກ​ວ່າ: “ຂ້ອຍ​ຈະ​ຂຽນ​ລາຍການ​ອອກ​ມາ​ວ່າ ພະເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ໃນ​ເລື່ອງ​ຫຍັງ​ແດ່. ນີ້​ຊ່ວຍ​ຂ້ອຍ​ໃຫ້​ຈື່​ຕອນ​ທີ່​ຂ້ອຍ​ຂໍ​ບາງ​ຢ່າງ​ກັບ​ພະເຢໂຫວາ​ແລະ​ເພິ່ນ​ກໍ​ໃຫ້​ໃນ​ສິ່ງ​ທີ່​ຂ້ອຍ​ຕ້ອງການ​ແທ້ໆ.” ຈາກ​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ ຖ້າ​ເຮົາ​ຄິດເຖິງ​ວິທີ​ທີ່​ພະເຢໂຫວາ​ເຄີຍ​ຊ່ວຍ​ເຮົາ​ມາ​ແລ້ວ ເຮົາ​ກໍ​ຈະ​ມີ​ກຳລັງໃຈ​ຫຼາຍ​ຂຶ້ນ​ແລະ​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້.

3. ລົງມື​ເຮັດ​ຕາມ. ເມື່ອ​ຈະ​ຕັດສິນ​ໃຈ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ ເຮົາ​ຢາກ​ຈະ​ເບິ່ງ​ຄຳ​ແນະນຳ​ຈາກ​ຄຳພີໄບເບິນ​ກ່ອນ ເພາະ​ນັ້ນ​ເປັນ​ຄຳ​ແນະນຳ​ທີ່​ດີ​ທີ່​ສຸດ. (ເພງ. 19:7, 11) ຫຼາຍ​ຄົນ​ເຫັນ​ວ່າ​ເມື່ອ​ເຂົາເຈົ້າ​ຄົ້ນ​ຄວ້າ​ພະຄຳພີ​ຂໍ້​ໃດ​ຂໍ້​ໜຶ່ງ ເຂົາເຈົ້າ​ກໍ​ຮູ້​ວ່າ​ຈະ​ໃຊ້​ຂໍ້​ຄຳ​ພີ​ນັ້ນ​ແນວໃດ​ໃນ​ຊີວິດ. ຜູ້​ດູ​ແລ​ຄົນ​ໜຶ່ງ​ທີ່​ຊື່ ຈາຣ໋ອດ​ບອກ​ວ່າ: “ການ​ຄົ້ນ​ຄວ້າ​ຂໍ້​ພະຄຳພີ​ຊ່ວຍ​ຂ້ອຍ​ໃຫ້​ເຂົ້າ​ໃຈ​ວ່າ​ພະເຢໂຫວາ​ຢາກ​ໃຫ້​ຂ້ອຍ​ເຮັດ​ຫຍັງ ແລະ​ເອົາ​ຂໍ້​ນີ້​ໄປ​ໃຊ້​ແນວໃດ​ໃນ​ຊີວິດ. ນີ້​ຊ່ວຍ​ຂ້ອຍ​ໃຫ້​ໝັ້ນໃຈ​ວ່າ​ຂ້ອຍ​ສາມາດ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະເຢໂຫວາ​ໄດ້.” ເມື່ອ​ເຮົາ​ຊອກ​ຫາ​ຄຳ​ແນະນຳ​ຂອງ​ພະເຢໂຫວາ​ທີ່​ຢູ່​ໃນ​ຄຳພີໄບເບິນ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ ເຮົາ​ກໍ​ຈະ​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້​ງ່າຍ​ຂຶ້ນ.

ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້

ດາ​ວິດ​ຮູ້​ວ່າ​ລາວ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ເພື່ອ​ຈະ​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້ ແລະ​ລາວ​ກໍ​ເຫັນ​ຄ່າ​ຄວາມ​ຊ່ວຍເຫຼືອ​ນີ້​ຫຼາຍ​ແທ້ໆ​ຈົນ​ເຖິງ​ຂັ້ນ​ບອກ​ວ່າ: “ເພາະ​ພະເຈົ້າ​ໃຫ້​ພະລັງ ຂ້ອຍ​ຈຶ່ງ​ໂດດ​ຂ້າມ​ກຳແພງ​ໄດ້. ພະເຈົ້າ​ທ່ຽງແທ້​ເຮັດ​ໃຫ້​ຂ້ອຍ​ມີ​ກຳລັງ.” (ເພງ. 18:29, 32, ລ.ມ.) ເຮົາ​ອາດ​ຮູ້ສຶກ​ວ່າ​ບັນຫາ​ທີ່​ເຮົາ​ເຈິ​ປຽບ​ຄື​ກັບ​ກຳແພງ​ສູງໆ​ທີ່​ຂ້າມ​ໄປ​ບໍ່​ໄດ້ ແຕ່​ດ້ວຍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ເຮົາ​ຈຶ່ງ​ສາມາດ​ຜ່ານ​ບັນຫາ​ເຫຼົ່ານີ້​ໄປ​ໄດ້. ດັ່ງນັ້ນ ເມື່ອ​ເຮົາ​ອະທິດຖານ ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ ຄິດເຖິງ​ວິທີ​ທີ່​ພະເຢໂຫວາ​ເຄີຍ​ຊ່ວຍ​ເຮົາ​ມາ​ແລ້ວ ແລະ​ລົງມື​ເຮັດ​ຕາມ ຄຳ​ແນະນຳ​ຂອງ​ເພິ່ນ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ຈະ​ໃຫ້​ເຮົາ​ມີ​ກຳລັງ​ແລະ​ສະຕິປັນຍາ​ເພື່ອ​ຈະ​ຮັບ​ມື​ກັບ​ຄວາມ​ອຸກໃຈ​ໄດ້.

a ຜູ້​ທີ່​ຮູ້ສຶກ​ວິຕົກ​ກັງວົນ​ອາດ​ຕ້ອງ​ໄປ​ພົບ​ທ່ານ​ໝໍ