ບົດຄວາມສຶກສາທີ 17
ຜູ້ເປັນແມ່ ຂໍໃຫ້ເຈົ້າຮຽນຈາກຕົວຢ່າງຂອງຢູນິເກ
“ຢ່າປະຖິ້ມຄວາມສັ່ງສອນແຕ່ແມ່ຂອງເຈົ້າ. ເຫດວ່າຂໍ້ຄວາມນັ້ນຈະເປັນພວງມາໄລພະຄຸນຄຽນຫົວເຈົ້າ ແລະເປັນສາຍສ້ອຍຕົກແຕ່ງຄໍຂອງເຈົ້າ.”—ສຸພາ. 1:8, 9
ເພງ 137 ພີ່ນ້ອງຍິງທີ່ສັດຊື່
ໃຈຄວາມສຳຄັນ a
1-2. (ກ) ຢູນິເກແມ່ນໃຜ ແລະເປັນຫຍັງຈຶ່ງຍາກທີ່ລາວຈະສອນລູກກ່ຽວກັບພະເຢໂຫວາແລະພະເຢຊູ? (ຂ) ຂໍໃຫ້ອະທິບາຍຮູບໜ້າປົກ.
ເຖິງຄຳພີໄບເບິນຈະບໍ່ໄດ້ພັນລະນາເຖິງຕອນທີ່ຕີໂມທຽວຮັບບັບເຕມາ ແຕ່ເຮົາກໍນຶກພາບໄດ້ວ່າຢູນິເກແມ່ຂອງລາວຄືຊິຮູ້ສຶກດີໃຈຫຼາຍໃນມື້ນັ້ນ! (ສຸພາ. 23:25) ຢູນິເກຄືຊິຍິ້ມດ້ວຍຄວາມພາກພູມໃຈຕອນທີ່ຕີໂມທຽວຢືນຢູ່ໃນນ້ຳແລະມີໂລອີແມ່ຕູ້ຂອງຕີໂມທຽວຢືນຢູ່ທາງຂ້າງ. ແລະເມື່ອຢູນິເກເຫັນຕີໂມທຽວຂຶ້ນມາຈາກນ້ຳພ້ອມດ້ວຍສຽງນ້ຳທີ່ຟົ້ງຂຶ້ນມາ ລາວກໍຄືຊິຫາຍໃຈເຂົ້າເບົາໆດ້ວຍຄວາມດີໃຈ ແລະມີຄວາມສຸກຫຼາຍຈົນນ້ຳຕາໄຫຼອອກມາ. ຢູນິເກສາມາດສອນຕີໂມທຽວໃຫ້ຮັກພະເຢໂຫວາແລະພະເຢຊູ ເຖິງວ່າຈະມີບັນຫາຫຼາຍຢ່າງ. ແລ້ວຢູນິເກມີບັນຫາຫຍັງແດ່?
2 ຕີໂມທຽວເກີດໃນຄອບຄົວທີ່ພໍ່ແມ່ນັບຖືສາສະໜາຕ່າງກັນ ເພາະພໍ່ລາວເປັນຄົນກຣີກແລະແມ່ກັບແມ່ຕູ້ເປັນຄົນຢິວ. (ກຈກ. 16:1) ຕີໂມທຽວຄືຊິເປັນໄວລຸ້ນແລ້ວຕອນທີ່ແມ່ກັບແມ່ຕູ້ເຂົ້າມາເປັນຄລິດສະຕຽນ ແຕ່ວ່າພໍ່ຂອງລາວບໍ່ໄດ້ເປັນ ແລະຕີໂມທຽວກໍອາດຈະໃຫຍ່ພໍທີ່ຈະຕັດສິນໃຈເລືອກໄດ້ດ້ວຍຕົວເອງ. ແລ້ວລາວຈະເລືອກທາງໃດ? ລາວຈະເລືອກນັບຖືສາສະໜາແບບດຽວກັນກັບພໍ່ລາວບໍ? ຫຼືລາວຈະເລືອກເຮັດຕາມປະເພນີຂອງຄົນຢິວທີ່ຖືກສອນມາຕັ້ງແຕ່ຍັງນ້ອຍ? ຫຼືລາວຈະເລືອກຄວາມເຊື່ອໃໝ່ ເຊິ່ງກໍຄືການເຂົ້າມາເປັນລູກສິດຂອງພະເຢຊູ?
3. ຕາມສຸພາສິດ 1:8, 9 ພະເຢໂຫວາຮູ້ສຶກແນວໃດຕໍ່ຜູ້ເປັນແມ່ທີ່ພະຍາຍາມຊ່ວຍລູກໃຫ້ສະໜິດກັບເພິ່ນ?
3 ແມ່ທີ່ເປັນຄລິດສະຕຽນກໍຮັກຄອບຄົວຂອງຕົວເອງ. ເຂົາເຈົ້າຢາກ ສອນລູກໃຫ້ສະໜິດກັບພະເຢໂຫວາ ແລະພະເຢໂຫວາກໍເຫັນຄ່າຄວາມພະຍາຍາມຂອງເຂົາເຈົ້າ. (ອ່ານສຸພາສິດ 1:8, 9) ພະເຢໂຫວາໄດ້ຊ່ວຍຜູ້ເປັນແມ່ຫຼາຍຄົນມາແລ້ວໃນການສອນລູກໃຫ້ຮັກແລະຮັບໃຊ້ເພິ່ນ.
4. ຜູ້ເປັນແມ່ໃນທຸກມື້ນີ້ເຈິກັບບັນຫາຫຍັງແດ່?
4 ເປັນເລື່ອງທຳມະດາທີ່ຜູ້ເປັນແມ່ຈະກັງວົນວ່າ ລູກຈະເລືອກຮັບໃຊ້ພະເຢໂຫວາຄືກັບຕີໂມທຽວບໍ? ພໍ່ແມ່ຫຼາຍຄົນຮູ້ວ່າລູກຕ້ອງເຈິກັບຄວາມກົດດັນຫຼາຍສ່ຳໃດໃນໂລກຂອງຊາຕານ. (1 ປຕ. 5:8) ນອກຈາກນັ້ນ ຜູ້ເປັນແມ່ຫຼາຍຄົນຕ້ອງເຈິກັບຂໍ້ທ້າທາຍຍ້ອນຕ້ອງລ້ຽງລູກຜູ້ດຽວໂດຍບໍ່ມີຜົວ ຫຼືຖ້າມີ ຜົວກໍບໍ່ໄດ້ຮັບໃຊ້ພະເຢໂຫວາ. ເຊັ່ນ ພີ່ນ້ອງຄລິດສະຕິນ b ບອກວ່າ: “ຜົວຂ້ອຍເປັນພໍ່ທີ່ດີແລະຮັກຄອບຄົວ ແຕ່ລາວບໍ່ຍອມໃຫ້ຂ້ອຍສອນລູກໃນແນວທາງຂອງພະເຢໂຫວາເລີຍ. ຂ້ອຍຕ້ອງຮ້ອງໄຫ້ຫຼາຍເທື່ອເປັນເວລາຫຼາຍປີ ແລະກັງວົນວ່າຈະຊ່ວຍລູກໃຫ້ມານະມັດສະການພະເຢໂຫວາໄດ້ແນວໃດ.”
5. ເຮົາຈະຮຽນຫຍັງໃນບົດຄວາມນີ້?
5 ຖ້າເຈົ້າເປັນແມ່ ເຈົ້າກໍສາມາດຊ່ວຍລູກໃຫ້ຮັກແລະຮັບໃຊ້ພະເຢໂຫວາໄດ້ຄືກັບທີ່ຢູນິເກເຮັດ. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ເຈົ້າຈະຮຽນແບບຢູນິເກໄດ້ແນວໃດໃນການສອນລູກໂດຍທາງຄຳເວົ້າ ແລະການກະທຳ ແລະພະເຢໂຫວາຈະຊ່ວຍເຈົ້າແນວໃດໃນເລື່ອງນີ້.
ສອນລູກໂດຍທາງຄຳເວົ້າ
6. ຕາມ 2 ຕີໂມທຽວ 3:14, 15 ຕີໂມທຽວເຂົ້າມາເປັນຄລິດສະຕຽນແນວໃດ?
6 ຕອນທີ່ຕີໂມທຽວຍັງນ້ອຍ ຢູນິເກແມ່ຂອງລາວໄດ້ພະຍາຍາມສຸດຄວາມສາມາດທີ່ຈະສອນລາວໃຫ້ຮູ້ຈັກ “ພະຄຳພີສັກສິດ” ຄືກັບທີ່ຄົນຢິວໃນສະໄໝນັ້ນເຮັດ. ເຖິງວ່າຢູນິເກຈະບໍ່ຮູ້ຫຍັງເລີຍກ່ຽວກັບພະເຢຊູ ແຕ່ລາວກໍສອນລູກໃຫ້ມີຄວາມຮູ້ພື້ນຖານຈາກພະຄຳພີທີ່ພໍຈະຊ່ວຍລູກໃຫ້ເຂົ້າມາເປັນຄລິດສະຕຽນໄດ້. ແລ້ວຕີໂມທຽວເຂົ້າມາເປັນຄລິດສະຕຽນບໍ? ເມື່ອຕີໂມທຽວເປັນໄວລຸ້ນ ລາວມີສິດເລືອກວ່າຈະເຂົ້າມາເປັນຄລິດສະຕຽນຫຼືບໍ່. ແລະຕີໂມທຽວກໍຄືຊິ “ໝັ້ນໃຈ” ຄວາມຈິງກ່ຽວກັບພະເຢຊູສ່ວນໜຶ່ງຍ້ອນຄວາມພະຍາຍາມຂອງແມ່ລາວ. (ອ່ານ 2 ຕີໂມທຽວ 3:14, 15) ຢູນິເກຕ້ອງດີໃຈຫຼາຍແທ້ໆທີ່ໄດ້ສອນລູກໃຫ້ຮູ້ກ່ຽວກັບພະເຢໂຫວາເຖິງວ່າຈະມີບັນຫາຫຼາຍຢ່າງ. ແລະລາວກໍຊ່ວຍລູກໄດ້ສົມກັບຊື່ຂອງລາວແທ້ໆ ເພາະຊື່ຂອງລາວມາຈາກຄຳທີ່ມີຄວາມໝາຍວ່າ “ຊະນະ.”
7. ຢູນິເກໄດ້ຊ່ວຍຕີໂມທຽວແນວໃດຫຼັງຈາກຮັບບັບເຕມາແລ້ວ?
7 ເຖິງວ່າຕີໂມທຽວຈະຮັບບັບເຕມາແລ້ວເຊິ່ງເປັນຂັ້ນຕອນສຳຄັນໃນຊີວິດລາວ ແຕ່ຢູນິເກກໍຍັງເປັນຫ່ວງຕີໂມທຽວຢູ່. ລາວເປັນຫ່ວງວ່າຕີໂມທຽວຈະໃຊ້ຊີວິດແນວໃດຕໍ່ຈາກນີ້? ລາວຈະຄົບຫາກັບໝູ່ທີ່ບໍ່ດີບໍ? ລາວຈະໄປຮຽນຕໍ່ຢູ່ເມືອງອາແຖນແລະເຮັດຕາມຄຳສອນຂອງຫຼັກປັດຊະຍາບໍ? ລາວຈະໃຊ້ເວລາ ກຳລັງ ແລະຄວາມເປັນໜຸ່ມເພື່ອຫາເງິນເທົ່ານັ້ນບໍ? ເຖິງວ່າຢູນິເກຈະຕັດສິນໃຈແທນຕີໂມທຽວບໍ່ໄດ້ ແຕ່ລາວກໍສາມາດຊ່ວຍຕີໂມທຽວໄດ້. ແລ້ວລາວໄດ້ຊ່ວຍແນວໃດ? ລາວໄດ້ພະຍາຍາມຫຼາຍທີ່ຈະຊ່ວຍຕີໂມທຽວໃຫ້ຮັກພະເຢໂຫວາແລະພະເຢຊູ. ນີ້ອາດຈະບໍ່ງ່າຍສຳລັບພໍ່ແມ່ທີ່ຖືສາສະໜາຕ່າງກັນ ແຕ່ເຖິງວ່າພໍ່ແມ່ຈະຮັບໃຊ້ພະເຢໂຫວາຄືກັນ ມັນກໍຍັງຍາກທີ່ຈະຊ່ວຍລູກໃຫ້ຮັບໃຊ້ພະເຢໂຫວາຢ່າງສັດຊື່. ແລ້ວພໍ່ແມ່ຈະຮຽນແບບຕົວຢ່າງຂອງຢູນິເກແນວໃດ?
8. ເຈົ້າຈະຊ່ວຍຜົວແນວໃດໃນການສອນລູກໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາ?
8 ສຶກສາຄຳພີໄບເບິນກັບລູກ. ຖ້າຜົວຂອງເຈົ້າຮັບໃຊ້ພະເຢໂຫວາ ພະເຢໂຫວາກໍຢາກໃຫ້ເຈົ້າຊ່ວຍຜົວໃນການສອນລູກໃຫ້ຮຽນຮູ້ກ່ຽວກັບເພິ່ນ. ສິ່ງໜຶ່ງທີ່ເຈົ້າສາມາດເຮັດໄດ້ກໍຄື ຊ່ວຍຜົວໃນການຈັດການນະມັດສະການປະຈຳຄອບຄົວເລື້ອຍໆ. ໃຫ້ເວົ້າໃນແງ່ບວກກ່ຽວກັບການນະມັດສະການປະຈຳຄອບຄົວແລະຄິດລ່ວງໜ້າວ່າເຈົ້າຈະເຮັດຫຍັງແດ່ເພື່ອສ້າງໃຫ້ມີບັນຍາກາດທີ່ດີແລະອົບອຸ່ນໃນມື້ນັ້ນ. ບາງທີເຈົ້າອາດຈະຊ່ວຍຜົວວາງແຜນວ່າຈະເຮັດຫຍັງໃນການນະມັດສະການປະຈຳຄອບຄົວ. ນອກຈາກນັ້ນ ຖ້າເຈົ້າເຫັນວ່າລູກຈະໄດ້ຮັບປະໂຫຍດຈາກປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ເຈົ້າກໍອາດຈະຊ່ວຍຜົວໃນການສອນລູກໃຫ້ຮຽນຮູ້ກ່ຽວກັບປຶ້ມນີ້.
9. ພີ່ນ້ອງທີ່ມີຜົວທີ່ບໍ່ມີຄວາມເຊື່ອດຽວກັນຈະໄດ້ຮັບຄວາມຊ່ວຍເຫຼືອຈາກໃສໃນການສອນລູກ?
9 ຖ້າເຈົ້າເປັນແມ່ລ້ຽງດ່ຽວຫຼືມີຜົວທີ່ບໍ່ມີຄວາມເຊື່ອດຽວກັນ ເຈົ້າກໍຕ້ອງເປັນຜູ້ທີ່ສຶກສາຄຳພີໄບເບິນໃຫ້ລູກ. ຖ້າເປັນແບບນີ້ ເຈົ້າກໍບໍ່ຕ້ອງກັງວົນຫຼາຍເກີນໄປເພາະພະເຢໂຫວາຈະຊ່ວຍເຈົ້າ. ໃຫ້ເຈົ້າສອນລູກໂດຍໃຊ້ເຄື່ອງມືຕ່າງໆທີ່ອົງການຂອງພະເຢໂຫວາຈັດໃຫ້. ແລະເຈົ້າສາມາດຖາມພໍ່ແມ່ທີ່ມີປະສົບການວ່າຈະໃຊ້ເຄື່ອງມືເຫຼົ່ານີ້ແນວໃດໃນການນະມັດສະການປະຈຳຄອບຄົວ. c (ສຸພາ. 11:14) ນອກຈາກນັ້ນ ເຈົ້າຍັງສາມາດອະທິດຖານຂໍພະເຢໂຫວາໃຫ້ຊ່ວຍເຈົ້າຮູ້ວ່າຈະໃຊ້ຄຳຖາມແບບໃດດີເພື່ອຈະຮູ້ຄວາມຄິດຈິດໃຈຂອງລູກ. (ສຸພາ. 20:5) ເຊັ່ນ: ເຈົ້າອາດຈະຖາມລູກແບບງ່າຍໆວ່າ ‘ຕອນຢູ່ໂຮງຮຽນລູກມີບັນຫາຫຍັງແດ່?’ ເພາະການຖາມແບບນີ້ຈະຊ່ວຍເຈົ້າໃຫ້ເລີ່ມລົມກັບລູກໄດ້.
10. ມີທາງໃດອີກທີ່ຈະຊ່ວຍລູກໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາ?
10 ສ້າງໂອກາດທີ່ຈະສອນລູກກ່ຽວກັບພະເຢໂຫວາ. ເລົ່າໃຫ້ລູກຟັງກ່ຽວກັບພະເຢໂຫວາແລະສິ່ງດີໆທີ່ເພິ່ນເຮັດເພື່ອເຈົ້າ. (ບັນຍັດ. 6:6, 7; ເອຊາ. 63:7) ນີ້ເປັນສິ່ງສຳຄັນຫຼາຍຖ້າຫາກເຈົ້າບໍ່ສາມາດສຶກສາກັບລູກເປັນປະຈຳຕອນທີ່ຢູ່ເຮືອນ. ຄລິດສະຕິນທີ່ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ຂ້ອຍບໍ່ຄ່ອຍມີໂອກາດໄດ້ລົມກັບລູກເລື່ອງພະເຢໂຫວາເລີຍ. ດັ່ງນັ້ນ ຂ້ອຍຈຶ່ງໃຊ້ທຸກໂອກາດທີ່ມີຢູ່ເພື່ອຈະລົມເລື່ອງນີ້ກັບລູກ. ຕອນທີ່ໄປຍ່າງຫຼິ້ນຫຼືໄປຂີ່ເຮືອ ຂ້ອຍກໍຈະເລົ່າໃຫ້ລູກຟັງກ່ຽວກັບສິ່ງທີ່ພະເຢໂຫວາສ້າງແລະສິ່ງອື່ນໆທີ່ເສີມຄວາມເຊື່ອ. ເມື່ອລູກໃຫຍ່ຂຶ້ນຂ້ອຍກໍຈະບອກລູກໃຫ້ສຶກສາຄຳພີໄບເບິນດ້ວຍຕົວເອງ.” ນອກຈາກນັ້ນ ໃຫ້ເຈົ້າເວົ້າໃນແງ່ບວກກ່ຽວກັບອົງການຂອງພະເຢໂຫວາແລະພີ່ນ້ອງ ແລະບໍ່ວິພາກວິຈານຜູ້ດູແລ ເພາະສິ່ງທີ່ເຈົ້າເວົ້າຈະເປັນຕົວກຳນົດວ່າລູກຈະຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງຫຼືບໍ່ຕອນທີ່ລູກມີບັນຫາ.
11. ຕາມຢາໂກໂບ 3:18 ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ຈະສ້າງສັນຕິສຸກໃນຄອບຄົວ?
11 ໃຫ້ພະຍາຍາມຮັກສາສັນຕິສຸກໃນຄອບຄົວ. ໃຫ້ເຈົ້າສະແດງຄວາມຮັກຕໍ່ຜົວແລະລູກເລື້ອຍໆ. ໃຫ້ເວົ້າເຖິງຜົວໃນແງ່ດີ ໃນແບບທີ່ນັບຖື ແລະສອນລູກໃຫ້ເຮັດແບບນັ້ນຄືກັນ. ຖ້າເຈົ້າເຮັດແບບນີ້ ມັນກໍງ່າຍຂຶ້ນທີ່ເຈົ້າຈະສອນລູກໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາ. (ອ່ານຢາໂກໂບ 3:18) ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງໂຈເຊັບທີ່ຮັບໃຊ້ເປັນໄພໂອເນຍພິເສດຢູ່ຣູມານີ. ຕອນທີ່ລາວໃຫຍ່ຂຶ້ນ ພໍ່ໄດ້ເຮັດໃຫ້ຊີວິດຂອງລາວ ພວກນ້ອງໆ ແລະແມ່ຍາກທີ່ຈະຮັບໃຊ້ພະເຢໂຫວາ. ໂຈເຊັບບອກ ວ່າ: “ແມ່ຂ້ອຍໄດ້ພະຍາຍາມຫຼາຍແທ້ໆທີ່ຈະສ້າງສັນຕິສຸກໃນຄອບຄົວ. ເຖິງວ່າພໍ່ຈະເຮັດບໍ່ດີຫຼາຍຢ່າງ ແຕ່ແມ່ກໍແຮ່ງເຮັດດີຫຼາຍກວ່າເກົ່າ. ເມື່ອແມ່ສັງເກດເຫັນວ່າພວກເຮົາບໍ່ຢາກນັບຖືແລະເຊື່ອຟັງພໍ່ ແມ່ກໍເປີດຂໍ້ຄຳພີໃນເອເຟໂຊ 6:1-3 ໃຫ້ພວກເຮົາເບິ່ງ. ຈາກນັ້ນ ແມ່ກໍໄດ້ເວົ້າເຖິງຄຸນລັກສະນະທີ່ດີຂອງພໍ່ແລະຊ່ວຍເຮົາໃຫ້ເຂົ້າໃຈວ່າເປັນຫຍັງເຮົາຄວນຮັກແລະນັບຖືພໍ່. ນີ້ຈຶ່ງເຮັດໃຫ້ຄອບຄົວຂອງພວກເຮົາມີຄວາມສະຫງົບສຸກ.”
ສອນລູກໂດຍທາງການກະທຳ
12. ຕາມ 2 ຕີໂມທຽວ 1:5 ຕົວຢ່າງຂອງຢູນິເກມີຜົນຕໍ່ຕີໂມທຽວແນວໃດ?
12 ອ່ານ 2 ຕີໂມທຽວ 1:5. ຢູນິເກເປັນຕົວຢ່າງທີ່ດີໃຫ້ກັບຕີໂມທຽວ. ລາວຄືຊິໄດ້ສອນຕີໂມທຽວວ່າຄວາມເຊື່ອຕ້ອງສະແດງອອກດ້ວຍການກະທຳ. (ຢກບ. 2:26) ຕີໂມທຽວຄືຊິສັງເກດເຫັນວ່າການກະທຳຂອງແມ່ສະແດງວ່າແມ່ຮັກພະເຢໂຫວາຫຼາຍ ແລະການຮັບໃຊ້ພະເຢໂຫວາກໍເຮັດໃຫ້ແມ່ມີຄວາມສຸກ. ແລ້ວຕົວຢ່າງຂອງຢູນິເກມີຜົນຕໍ່ຕີໂມທຽວແນວໃດ? ອັກຄະສາວົກໂປໂລເຫັນວ່າຕີໂມທຽວມີຄວາມເຊື່ອຄືກັບແມ່ຂອງລາວ. ນີ້ບໍ່ແມ່ນເລື່ອງບັງເອີນ ເພາະຕີໂມທຽວຄືຊິເຫັນຕົວຢ່າງທີ່ດີຂອງແມ່ແລະຢາກຮຽນແບບແມ່. ຄ້າຍກັນ ຜູ້ເປັນແມ່ຫຼາຍຄົນໃນທຸກມື້ນີ້ກໍສາມາດຊ່ວຍຄອບຄົວໃຫ້ຮັບໃຊ້ພະເຢໂຫວາໄດ້ “ໂດຍບໍ່ຕ້ອງໃຊ້ຄຳເວົ້າ.” (1 ປຕ. 3:1, 2) ແລ້ວເຂົາເຈົ້າຈະເຮັດແບບນັ້ນໄດ້ແນວໃດ?
13. ເປັນຫຍັງຜູ້ເປັນແມ່ຄວນໃຫ້ສາຍສຳພັນກັບພະເຢໂຫວາສຳຄັນທີ່ສຸດ?
13 ໃຫ້ສາຍສຳພັນກັບພະເຢໂຫວາສຳຄັນທີ່ສຸດ. (ບັນຍັດ. 6:5, 6) ຄືກັບທີ່ຜູ້ເປັນແມ່ຫຼາຍຄົນເຮັດ ເຈົ້າກໍໄດ້ເສຍສະລະຫຼາຍຢ່າງ ບໍ່ວ່າຈະເປັນໂອກາດທີ່ຈະພັກຜ່ອນ ເວລາ ກຳລັງ ເງິນຄຳ ແລະສິ່ງອື່ນໆເພື່ອຈະເບິ່ງແຍງລູກທາງດ້ານຮ່າງກາຍ. ແຕ່ເຈົ້າບໍ່ຄວນຫຍຸ້ງກັບເລື່ອງເຫຼົ່ານີ້ຫຼາຍເກີນໄປຈົນບໍ່ມີເວລາເຮັດສິ່ງທີ່ຈະຊ່ວຍເຈົ້າໃຫ້ໃກ້ຊິດກັບພະເຢໂຫວາ. ຂໍໃຫ້ເຈົ້າຈັດເວລາໄວ້ເພື່ອຈະອະທິດຖານ ສຶກສາສ່ວນຕົວ ແລະເຂົ້າຮ່ວມການປະຊຸມເປັນປະຈຳ. ຖ້າເຈົ້າເຮັດແບບນີ້ ເຈົ້າກໍຈະໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນແລະເປັນຕົວຢ່າງທີ່ດີໃຫ້ກັບຄອບຄົວແລະຄົນອື່ນນຳ.
14-15. ເຈົ້າໄດ້ບົດຮຽນຫຍັງຈາກຕົວຢ່າງຂອງລີແອນ ມາເຣຍ ແລະໂຈອ໋າວ?
14 ໃຫ້ເຮົາມາເບິ່ງຕົວຢ່າງຂອງຄົນທີ່ຍັງໜຸ່ມທີ່ຮັກແລະໄວ້ໃຈພະເຢໂຫວາຍ້ອນເຫັນຕົວຢ່າງທີ່ດີຂອງແມ່. ລີແອນເຊິ່ງເປັນລູກຂອງຄລິດສະຕິນບອກວ່າ: “ເຮົາບໍ່ສາມາດສຶກສາຄຳພີໄບເບິນຕອນທີ່ພໍ່ຢູ່ເຮືອນ ແຕ່ແມ່ກໍຍັງໄປປະຊຸມບໍ່ຂາດ. ເຖິງວ່າເຮົາຈະບໍ່ມີຄວາມຮູ້ຫຼາຍກ່ຽວກັບຄຳພີໄບເບິນ ແຕ່ສິ່ງທີ່ແມ່ເຮັດກໍຊ່ວຍເຮົາໃຫ້ມີຄວາມເຊື່ອທີ່ເຂັ້ມແຂງ. ເຮົາຮູ້ວ່ານີ້ແມ່ນຄວາມຈິງກ່ອນທີ່ເຮົາຈະເຂົ້າຮ່ວມປະຊຸມດ້ວຍຊ້ຳ.”
15 ມາເຣຍເຊິ່ງພໍ່ຂອງລາວໄດ້ລົງໂທດທຸກຄົນໃນຄອບຄົວເມື່ອເຂົາເຈົ້າເຂົ້າຮ່ວມປະຊຸມໄດ້ບອກວ່າ: “ແມ່ເປັນຜູ້ທີ່ກ້າຫານທີ່ສຸດ. ຕອນທີ່ຂ້ອຍຍັງນ້ອຍບາງເທື່ອຂ້ອຍກໍບໍ່ກ້າເຮັດສິ່ງຕ່າງໆຍ້ອນຢ້ານຄົນອື່ນເວົ້າໃຫ້. ແຕ່ເມື່ອເຫັນຄວາມກ້າຫານຂອງແມ່ແລະເຫັນວ່າແມ່ໄວ້ໃຈພະເຢໂຫວາສະເໝີ ກໍຊ່ວຍຂ້ອຍບໍ່ໃຫ້ຢ້ານຄົນອື່ນ.” ໂຈອ໋າວເຊິ່ງພໍ່ຂອງລາວຫ້າມບໍ່ໃຫ້ເວົ້າເລື່ອງພະເຢໂຫວາຫຼືຄຳພີໄບເບິນຢູ່ເຮືອນໄດ້ບອກວ່າ: “ສິ່ງທີ່ເຮັດໃຫ້ຂ້ອຍປະທັບໃຈຫຼາຍທີ່ສຸດແມ່ນການທີ່ແມ່ຍອມເສຍສະລະທຸກຢ່າງເພື່ອເຮັດໃຫ້ພໍ່ພໍໃຈ ຍົກເວັ້ນຄວາມຮັກທີ່ມີຕໍ່ພະເຢໂຫວາ.”
16. ຕົວຢ່າງຂອງຜູ້ເປັນແມ່ມີຜົນຕໍ່ຄົນອື່ນແນວໃດ?
16 ຜູ້ເປັນແມ່ ຂໍໃຫ້ຈື່ໄວ້ວ່າຕົວຢ່າງຂອງເຈົ້າມີຜົນ ຕໍ່ຄົນອື່ນ. ມີຜົນແນວໃດ? ໃຫ້ເຮົາຄິດເຖິງຕົວຢ່າງຂອງຢູນິເກທີ່ມີຜົນຕໍ່ໂປໂລ. ໂປໂລຮູ້ວ່າຕີໂມທຽວມີຄວາມເຊື່ອທີ່ມາຈາກໃຈຈິງກໍຍ້ອນ “ຢູນິເກແມ່ຂອງລາວມີຢູ່ກ່ອນແລ້ວ.” (2 ຕມ. 1:5) ແລ້ວໂປໂລເລີ່ມສັງເກດເຫັນຄວາມເຊື່ອຂອງຢູນິເກຕອນໃດ? ອາດຈະເປັນຕອນທີ່ໂປໂລເດີນທາງໄປປະກາດຢູ່ຕ່າງປະເທດຮອບທຳອິດ. ລາວໄດ້ພົບກັບໂລອີແລະຢູນິເກໃນເມືອງລີສະຕຣາແລະໄດ້ຊ່ວຍເຂົາເຈົ້າໃຫ້ເຂົ້າມາເປັນຄລິດສະຕຽນ. (ກຈກ. 14:4-18) ລອງຄິດເບິ່ງວ່າໂປໂລໄດ້ຂຽນເລື່ອງນີ້ເຖິງຕີໂມທຽວປະມານ 15 ປີ ຕໍ່ມາ. ນີ້ສະແດງວ່າລາວຍັງຈື່ຕົວຢ່າງທີ່ສັດຊື່ຂອງຢູນິເກແລະໃຊ້ຕົວຢ່າງນີ້ເພື່ອໃຫ້ຄົນອື່ນຮຽນແບບ. ຕົວຢ່າງຂອງຢູນິເກໄດ້ໃຫ້ກຳລັງໃຈໂປໂລແລະພີ່ນ້ອງຄົນອື່ນໆໃນສະຕະວັດທຳອິດຫຼາຍແທ້ໆ! ຖ້າເຈົ້າເປັນແມ່ທີ່ລ້ຽງລູກຄົນດຽວຫຼືມີຜົວທີ່ບໍ່ມີຄວາມເຊື່ອດຽວກັນ ກໍຂໍໃຫ້ໝັ້ນໃຈວ່າຕົວຢ່າງທີ່ສັດຊື່ຂອງເຈົ້າຈະກະຕຸ້ນແລະໃຫ້ກຳລັງໃຈຄົນອື່ນໆທີ່ຢູ່ອ້ອມຂ້າງ.
17. ເຈົ້າຈະເຮັດແນວໃດຖ້າລູກບໍ່ສົນໃຈເລື່ອງພະເຈົ້າ ເຖິງວ່າເຈົ້າຈະພະຍາຍາມແລ້ວ?
17 ເຈົ້າຈະເຮັດແນວໃດຖ້າລູກບໍ່ສົນໃຈເລື່ອງພະເຈົ້າເຖິງວ່າເຈົ້າຈະພະຍາຍາມແລ້ວ? ຂໍໃຫ້ຈື່ໄວ້ວ່າການຝຶກສອນລູກຕ້ອງໃຊ້ເວລາ. ຄືກັບທີ່ເຫັນໃນຮູບພາບ ເມື່ອເຈົ້າຫວ່ານເມັດພືດ ເຈົ້າກໍອາດຈະສົງໄສວ່າມັນຈະເກີດດອກອອກຜົນບໍ? ເຖິງວ່າເຈົ້າຈະບັງຄັບມັນໃຫ້ເກີດດອກອອກຜົນບໍ່ໄດ້ ແຕ່ເຈົ້າກໍສາມາດຫົດນ້ຳມັນເລື້ອຍໆເພື່ອໃຫ້ມັນມີໂອກາດທີ່ຈະໃຫຍ່ຂຶ້ນແລະອອກຜົນ. (ມຣກ. 4:26-29) ຄ້າຍຄືກັນ ຜູ້ເປັນແມ່ອາດຈະສົງໄສວ່າ ໃນທີ່ສຸດລູກຈະເລືອກຮັບໃຊ້ ພະເຢໂຫວາບໍ? ເຖິງວ່າເຈົ້າຈະຄວບຄຸມການຕັດສິນໃຈຂອງລູກບໍ່ໄດ້ ແຕ່ເຈົ້າກໍສາມາດຝຶກສອນລູກຕໍ່ໆໄປເພື່ອໃຫ້ເຂົາເຈົ້າມີໂອກາດທີ່ຈະມາເປັນໝູ່ກັບພະເຢໂຫວາ.—ສຸພາ. 22:6
ໝາຍເພິ່ງການຊ່ວຍເຫຼືອຈາກພະເຢໂຫວາ
18. ພະເຢໂຫວາຈະຊ່ວຍລູກຂອງເຈົ້າໃຫ້ມາເປັນໝູ່ກັບເພິ່ນແນວໃດ?
18 ໃນສະໄໝທີ່ຂຽນຄຳພີໄບເບິນ ພະເຢໂຫວາໄດ້ຊ່ວຍຄົນທີ່ຍັງໜຸ່ມຫຼາຍຄົນໃຫ້ມາເປັນໝູ່ກັບເພິ່ນ. (ເພງ. 22:9, 10) ແລະເພິ່ນກໍຈະຊ່ວຍລູກຂອງເຈົ້າຄືກັນ ຖ້າເຂົາເຈົ້າຕ້ອງການ. (1 ກຣ. 3:6, 7) ເຖິງວ່າລູກຈະອອກຈາກທາງຂອງພະເຢໂຫວາ ແຕ່ເພິ່ນກໍຈະຍັງຮັກເຂົາເຈົ້າຕໍ່ໄປ. (ເພງ. 11:4) ເມື່ອລູກສະແດງໃຫ້ເຫັນວ່າເຂົາເຈົ້າຢາກເຮັດໃຫ້ພະເຢໂຫວາພໍໃຈ ເພິ່ນກໍຈະຊ່ວຍເຂົາເຈົ້າໃຫ້ກັບມາເປັນໝູ່ກັບເພິ່ນອີກ. (ກຈກ. 13:48; 2 ຂ່າວ. 16:9) ເພິ່ນອາດຈະກະຕຸ້ນເຈົ້າໃຫ້ເວົ້າສິ່ງທີ່ລູກຢາກຟັງໃນເວລາທີ່ເໝາະສົມ. (ສຸພາ. 15:23) ຫຼືເພິ່ນອາດຈະກະຕຸ້ນພີ່ນ້ອງໃນປະຊາຄົມໃຫ້ສົນໃຈລູກຂອງເຈົ້າເປັນພິເສດ. ເມື່ອລູກໃຫຍ່ຂຶ້ນ ເພິ່ນກໍຈະຊ່ວຍເຂົາເຈົ້າໃຫ້ຄິດເຖິງສິ່ງທີ່ເຄີຍຮຽນຕັ້ງແຕ່ຕອນຍັງນ້ອຍ. (ຢຮ. 14:26) ຖ້າເຈົ້າຝຶກສອນລູກໂດຍທາງຄຳເວົ້າແລະການກະທຳຕໍ່ໆໄປ ພະເຢໂຫວາກໍຈະອວຍພອນເຈົ້າ.
19. ເປັນຫຍັງເຈົ້າໝັ້ນໃຈໄດ້ວ່າພະເຢໂຫວາຈະພໍໃຈເຈົ້າ?
19 ຄວາມຮັກທີ່ພະເຢໂຫວາມີຕໍ່ເຈົ້າບໍ່ໄດ້ຂຶ້ນຢູ່ກັບການຕັດສິນໃຈຂອງລູກ. ພະເຢໂຫວາຮັກເຈົ້າກໍຍ້ອນວ່າເຈົ້າ ຮັກເພິ່ນ. ຖ້າເຈົ້າເປັນພໍ່ຫຼືແມ່ທີ່ລ້ຽງລູກຜູ້ດຽວ ພະເຢໂຫວາກໍສັນຍາວ່າເພິ່ນຈະເປັນພໍ່ໃຫ້ລູກຂອງເຈົ້າແລະປົກປ້ອງເຈົ້າ. (ເພງ. 68:5) ບໍ່ວ່າລູກຈະເລືອກຮັບໃຊ້ພະເຢໂຫວາຫຼືບໍ່ ເຈົ້າກໍຄວບຄຸມລູກບໍ່ໄດ້. ແຕ່ເຈົ້າສາມາດໝາຍເພິ່ງການຊ່ວຍເຫຼືອຈາກພະເຢໂຫວາແລະເຮັດສ່ວນຂອງເຈົ້າໃຫ້ດີທີ່ສຸດ ແລ້ວພະເຢໂຫວາກໍຈະພໍໃຈເຈົ້າ.
ເພງ 134 ລູກເປັນຂອງຂວັນຈາກພະເຈົ້າ
a ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ຜູ້ເປັນແມ່ທີ່ເປັນຄລິດສະຕຽນຈະໄດ້ຮັບປະໂຫຍດຫຍັງຈາກຕົວຢ່າງຂອງຢູນິເກແມ່ຂອງຕີໂມທຽວ ແລະຕົວຢ່າງນີ້ຈະຊ່ວຍເຂົາເຈົ້າແນວໃດໃຫ້ສອນລູກທີ່ຈະຮັກແລະຮັບໃຊ້ພະເຢໂຫວາ.
b ຊື່ສົມມຸດ
c ສຳລັບຂໍ້ມູນເພີ່ມເຕີມ ໃຫ້ເບິ່ງປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ບົດທີ 50 ແລະໃຫ້ເບິ່ງບົດຄວາມທີ່ຊື່ວ່າ “ຂໍ້ແນະສຳລັບການນະມັດສະການປະຈຳຄອບຄົວແລະການສຶກສາສ່ວນຕົວ” ໃນຫໍສັງເກດການ 15 ສິງຫາ 2011 ໜ້າ 6-7 (ພາສາໄທ)