ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 18

ຕັ້ງ​ເປົ້າໝາຍ​ແລະ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ໃຫ້​ສຳເລັດ

ຕັ້ງ​ເປົ້າໝາຍ​ແລະ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ໃຫ້​ສຳເລັດ

“ໃຫ້​ເຈົ້າ​ຄິດຕຶກຕອງ​ແລະ​ທຸ່ມເທ​ກັບ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ອື່ນ​ຈະ​ເຫັນ​ຄວາມ​ກ້າວ​ໜ້າ​ຂອງ​ເຈົ້າ​ໄດ້​ຢ່າງ​ຊັດເຈນ.”—1 ຕມ. 4:15

ເພງ 84 ຮັບໃຊ້​ໃຫ້​ຫຼາຍ​ຂຶ້ນ

ໃຈ​ຄວາມ​ສຳຄັນ a

1. ເຮົາ​ສາມາດ​ຕັ້ງ​ເປົ້າໝາຍ​ຫຍັງ​ແດ່?

 ຍ້ອນວ່າ​ເຮົາ​ເປັນ​ຄລິດສະຕຽນ​ແທ້ ເຮົາ​ຈຶ່ງ​ຮັກ​ພະເຢໂຫວາ​ຫຼາຍ​ແລະ​ຢາກ​ຮັບໃຊ້​ເພິ່ນ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຮົາ​ກໍ​ຕ້ອງ​ໄດ້​ຕັ້ງ​ເປົ້າໝາຍ ເຊັ່ນ:ພັດທະນາ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ ຮຽນ​ຮູ້​ທັກສະ​ຕ່າງໆ ແລະ​ຊອກ​ຫາ​ວິທີ​ທີ່​ຈະ​ຊ່ວຍເຫຼືອ​ຄົນ​ອື່ນ.

2. ເປັນ​ຫຍັງ​ເຮົາ​ຄວນ​ຕັ້ງ​ເປົ້າໝາຍ​ແລະ​ພະຍາຍາມ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ໃຫ້​ສຳເລັດ?

2 ເປັນ​ຫຍັງ​ເຮົາ​ຄວນ​ພັດທະນາ​ຕົວ​ເອງ​ໃຫ້​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂຶ້ນ? ຍ້ອນວ່າ​ເຮົາ​ຢາກ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ. ພະເຢໂຫວາ​ຈະ​ດີ​ໃຈ​ຫຼາຍ​ຖ້າ​ເຮົາ​ໃຊ້​ຄວາມ​ສາມາດ​ແລະ​ພອນ​ສະຫວັນ​ຂອງ​ເຮົາ​ໃນ​ການ​ຮັບໃຊ້​ເພິ່ນ​ຢ່າງ​ເຕັມທີ. ນອກຈາກນັ້ນ ເຮົາ​ຢາກ​ພັດທະນາ​ຕົວ​ເອງ​ກໍ​ເພື່ອ​ຈະ​ຊ່ວຍເຫຼືອ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ. (1 ທຊ. 4:9, 10) ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ຄວາມ​ຈິງ​ມາ​ດົນ​ສ່ຳ​ໃດແລ້ວ ເຮົາ​ທຸກຄົນ​ກໍ​ຕ້ອງ​ໄດ້​ພັດທະນາ​ຕົວ​ເອງ​ຕໍ່ໆ​ໄປ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວໃດ.

3. ຕາມ 1 ຕີໂມທຽວ 4:12-16 ອັກຄະສາວົກ​ໂປໂລ​ກະຕຸ້ນ​ຕີໂມທຽວ​ໃຫ້​ເຮັດ​ຫຍັງ?

3 ຕອນ​ທີ່​ອັກຄະສາວົກ​ໂປໂລ​ຂຽນ​ຈົດ​ໝາຍ​ສະບັບ​ທຳອິດ​ເຖິງ​ຕີໂມທຽວ ຕອນນັ້ນ​ຕີໂມທຽວ​ເປັນ​ຜູ້​ດູ​ແລ​ທີ່​ຍັງ​ໜຸ່ມ​ທີ່​ມີ​ປະສົບການ​ຢູ່​ແລ້ວ ແຕ່​ໂປໂລ​ກໍ​ຍັງ​ກະຕຸ້ນ​ລາວ​ໃຫ້​ພັດທະນາ​ຕົວ​ເອງ​ເພື່ອ​ຈະ​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂຶ້ນ​ຕໍ່ໆ​ໄປ. (ອ່ານ 1 ຕີໂມທຽວ 4:12-16) ເມື່ອ​ເຮົາ​ອ່ານ​ຄຳເວົ້າ​ຂອງ​ໂປໂລ ເຮົາ​ກໍ​ເຫັນ​ວ່າ ໂປໂລ​ຢາກ​ໃຫ້​ຕີໂມທຽວ​ພັດທະນາ​ຕົວ​ເອງ​ໃນ 2 ດ້ານ​ຄື ພັດທະນາ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ ເຊັ່ນ: ຄວາມ​ຮັກ ຄວາມ​ເຊື່ອ ແລະ​ຄວາມ​ບໍລິສຸດ. ແລະ​ໃຫ້​ພັດທະນາ​ທັກສະ​ຕ່າງໆ ເຊັ່ນ: ການ​ອ່ານ ການ​ສອນ ແລະ​ການ​ໃຫ້​ຄຳ​ແນະນຳ. ເມື່ອ​ຄິດ​ເຖິງ​ຕົວຢ່າງ​ຂອງ​ຕີໂມທຽວ ໃຫ້​ເຮົາ​ເບິ່ງ​ວ່າ​ເຮົາ​ຈະ​ຕັ້ງ​ເປົ້າໝາຍ​ແນວໃດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂຶ້ນ? ແລະ​ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ຮັບໃຊ້​ຫຼາຍ​ຂຶ້ນ?

ພັດທະນາ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ

4. ຕາມ​ຟີລິບປອຍ 2:19-22 ສິ່ງ​ໃດ​ເຮັດ​ໃຫ້​ຕີໂມທຽວ​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂອງ​ພະເຢໂຫວາ?

4 ເປັນ​ຫຍັງ​ຕີໂມທຽວ​ຈຶ່ງ​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂອງ​ພະເຢໂຫວາ? ຍ້ອນ​ລາວ​ມີ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ. (ອ່ານ​ຟີລິບປອຍ 2:19-22) ໂປໂລ​ບອກ​ວ່າ​ຕີໂມທຽວ​ເປັນ​ຄົນ​ຖ່ອມ ພັກດີ ດຸ​ໝັ່ນ ແລະ​ໄວ້ໃຈ​ໄດ້ ແລະ​ລາວ​ກໍ​ຍັງ​ຮັກ​ແລະ​ເປັນ​ຫ່ວງ​ພີ່ນ້ອງ​ຫຼາຍ. ນີ້​ຈຶ່ງ​ເຮັດ​ໃຫ້​ໂປໂລ​ຮັກ​ລາວ​ແລະ​ກ້າ​ມອບໝາຍ​ວຽກ​ທີ່​ຍາກໆ​ໃຫ້​ລາວ​ເຮັດ. (1 ກຣ. 4:17) ຄ້າຍ​ຄືກັນ ເມື່ອ​ເຮົາ​ພັດທະນາ​ຄຸນ​ລັກສະນະ​ຕ່າງໆ​ທີ່​ພະເຢໂຫວາ​ມັກ ພະເຢໂຫວາ​ກໍ​ຈະ​ຮັກ​ເຮົາ​ແລະ​ເຮົາ​ກໍ​ຈະ​ຊ່ວຍ​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ຫຼາຍ​ຂຶ້ນ​ໄດ້.—ເພງ. 25:9; 138:6

ໃຫ້​ເລືອກ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ​ໃດ​ໜຶ່ງ​ທີ່​ເຈົ້າ​ຢາກ​ຈະ​ພັດທະນາ​ໃຫ້​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 5-6)

5. (ກ) ເຈົ້າ​ຈະ​ຕັ້ງ​ເປົ້າໝາຍ​ແນວໃດ​ເພື່ອ​ຈະ​ພັດທະນາ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ? (ຂ) ຕາມ​ທີ່​ເຫັນ​ໃນ​ຮູບ ພີ່ນ້ອງ​ຍິງ​ທີ່​ຍັງ​ໜຸ່ມ​ຄົນ​ນີ້​ໄດ້​ເຮັດ​ຕາມ​ເປົ້າໝາຍ​ແນວໃດ​ໃນ​ການ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ອື່ນ​ຫຼາຍ​ຂຶ້ນ?

5 ຕັ້ງ​ເປົ້າໝາຍ​ທີ່​ເຈາະ​ຈົງ. ອະທິດຖານ​ແລະ​ຄິດ​ເບິ່ງ​ວ່າ​ມີ​ຄຸນ​ລັກສະນະ​ໃດ​ແດ່​ທີ່​ເຈົ້າ​ຢາກ​ປັບປຸງ. ຈາກນັ້ນ​ໃຫ້​ເລືອກ​ມາ​ຄຸນ​ລັກສະນະ​ໜຶ່ງ​ທີ່​ເຈົ້າ​ຢາກ​ປັບປຸງ​ເປັນ​ພິເສດ. ຕົວຢ່າງ​ເຊັ່ນ ເຈົ້າ​ອາດ​ຢາກ​ພັດທະນາ​ຕົວ​ເອງ​ໃຫ້​ເປັນ​ຜູ້​ທີ່​ເຫັນ​ອົກ​ເຫັນ​ໃຈ​ແລະ​ຢາກ​ຊ່ວຍເຫຼືອ​ຄົນ​ອື່ນ​ໃຫ້​ຫຼາຍ​ຂຶ້ນ​ບໍ? ຫຼື​ເຈົ້າ​ຢາກ​ເປັນ​ຄົນ​ທີ່​ສ້າງ​ສັນຕິສຸກ​ຫຼາຍ​ຂຶ້ນ​ແລະ​ໃຫ້​ອະໄພ​ຄົນ​ອື່ນ​ບໍ? ເຈົ້າ​ອາດ​ຈະ​ຖາມ​ໝູ່​ສະໜິດ​ວ່າ​ມີ​ຈຸດ​ໃດ​ແດ່​ທີ່​ເຈົ້າ​ຕ້ອງ​ປັບປຸງ.—ສຸພາ. 27:6

6. ເຮົາ​ຈະ​ເຮັດ​ຕາມ​ເປົ້າໝາຍ​ທີ່​ຕັ້ງ​ໄວ້​ໄດ້​ແນວໃດ?

6 ເຮັດ​ຕາມ​ເປົ້າໝາຍ​ທີ່​ຕັ້ງ​ໄວ້. ແລ້ວ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວໃດ? ໃຫ້​ສຶກສາ​ຄຸນ​ລັກສະນະ​ທີ່​ເຈົ້າ​ຢາກ​ປັບປຸງ. ສົມມຸດ​ວ່າ​ເຈົ້າ​ຢາກ​ໃຫ້​ອະໄພ​ຄົນ​ອື່ນ​ຫຼາຍ​ຂຶ້ນ ເຈົ້າ​ອາດ​ຈະ​ອ່ານ​ຄຳພີໄບເບິນ​ແລະ​ຄິດຕຶກຕອງ​ເຖິງ​ເລື່ອງ​ຂອງ​ຜູ້​ທີ່​ໃຫ້​ອະໄພ​ແລະ​ຜູ້​ທີ່​ບໍ່​ໄດ້​ໃຫ້​ອະໄພ​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ ເຈົ້າ​ອາດ​ຄິດ​ເຖິງ​ເລື່ອງ​ຂອງ​ພະ​ເຢຊູ. ເພິ່ນ​ເຕັມໃຈ​ໃຫ້​ອະໄພ​ຄົນ​ອື່ນ ເບິ່ງ​ຂ້າມ​ຂໍ້​ຜິດ​ພາດ​ແລະ​ເບິ່ງ​ຈຸດ​ດີ​ໃນ​ໂຕ​ເຂົາເຈົ້າ. (ລກ. 7:47, 48) ກົງ​ກັນ​ຂ້າມ​ກັບ​ພວກ​ຟາຣິຊາຍ​ໃນ​ສະໄໝ​ຂອງ​ເພິ່ນ​ທີ່ “ມັກ​ດູຖູກ​ຄົນ​ອື່ນ.” (ລກ. 18:9) ຫຼັງຈາກ​ທີ່​ເຈົ້າ​ຄິດຕຶກຕອງ​ຕົວຢ່າງ​ຂອງ​ຄົນ​ໃນ​ຄຳພີໄບເບິນ​ແລ້ວ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເຫັນ​ຄຸນ​ລັກສະນະ​ຫຍັງ​ແດ່​ໃນ​ໂຕ​ຄົນ​ນັ້ນ? ຄຸນ​ລັກສະນະ​ໃດ​ທີ່​ຂ້ອຍ​ຢາກ​ໃສ່​ໃຈ​ເປັນ​ພິເສດ?’ ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ໃຫ້​ເຈົ້າ​ເສຍໃຈ ກໍ​ໃຫ້​ຂຽນ​ຈຸດ​ດີ​ຂອງ​ລາວ​ອອກ​ມາ​ໃຫ້​ຫຼາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້. ແລ້ວ​ຖາມ​ຕົວ​ເອງ​ວ່າ: ‘ພະ​ເຢຊູ​ເຫັນ​ຫຍັງ​ໃນ​ໂຕ​ລາວ? ເພິ່ນ​ຈະ​ໃຫ້​ອະໄພ​ລາວ​ບໍ?’ ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ຄວາມຄິດ​ໄດ້. ຕອນ​ທຳອິດ ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ໃຫ້​ອະໄພ​ລາວ ແຕ່​ຖ້າ​ເຮົາ​ພະຍາຍາມ​ຕໍ່ໆ​ໄປ​ເຮົາ​ກໍ​ຈະ​ໃຫ້​ອະໄພ​ຄົນ​ອື່ນ​ໄດ້​ງ່າຍ​ຂຶ້ນ.

ຮຽນ​ຮູ້​ທັກສະ​ຕ່າງໆ​

ພ້ອມ​ທີ່​ຈະ​ຮຽນ​ຮູ້​ທັກສະ​ກ່ຽວ​ກັບ​ວິທີ​ບຳລຸງ​ຮັກສາ​ຫໍ​ປະຊຸມ (ເບິ່ງ​ຂໍ້ 7) d

7. ຕາມ​ສຸພາສິດ 22:29 ໃນ​ທຸກ​ມື້​ນີ້​ພະເຢໂຫວາ​ໄດ້​ໃຊ້​ພີ່ນ້ອງ​ທີ່​ມີ​ທັກສະ​ແນວໃດ?

7 ເປົ້າໝາຍ​ອີກ​ຢ່າງ​ໜຶ່ງ​ທີ່​ເຮົາ​ຕັ້ງ​ໄດ້​ກໍ​ຄື ຮຽນ​ຮູ້​ທັກສະ​ຕ່າງໆ. ໃຫ້​ຄິດ​ເບິ່ງ​ວ່າ​ອົງການ​ຂອງ​ພະເຢໂຫວາ​ຕ້ອງການ​ອາສາ​ສະໝັກ​ຫຼາຍ​ສ່ຳ​ໃດ​ໃນ​ການ​ກໍ່​ສ້າງ​ຕຶກ​ອາຄານ​ຂອງ​ເບເທນ​ແລະ​ຫໍ​ປະຊຸມ​ຕ່າງໆ. ພີ່ນ້ອງ​ເຫຼົ່ານີ້​ໄດ້​ຮຽນ​ຮູ້​ທັກສະ​ໃໝ່ໆ​ຈາກ​ພີ່ນ້ອງ​ທີ່​ມີ​ປະສົບການ. ຄື​ກັບ​ທີ່​ເຮົາ​ເຫັນ​ໃນ​ຮູບພາບ ພີ່ນ້ອງ​ຊາຍ​ຍິງ​ໄດ້​ຮຽນ​ຮູ້​ທັກສະ​ທີ່​ຈຳເປັນ​ເພື່ອ​ຊ່ວຍ​ບຳລຸງ​ຮັກສາ​ຫໍ​ປະຊຸມ​ຕ່າງໆ. ໂດຍ​ວິທີ​ນີ້ ພະເຢໂຫວາ “ກະສັດ​ຕະຫຼອດ​ໄປ” ແລະ​ພະ​ເຢຊູ ‘ກະສັດ​ເໜືອ . . . ກະສັດ​ທັງ​ຫຼາຍ’ ໄດ້​ເຮັດ​ວຽກ​ຫຼາຍ​ຢ່າງ​ໄດ້​ສຳເລັດ​ໂດຍ​ທາງ​ພີ່ນ້ອງ​ອາສາ​ສະໝັກ​ເຫຼົ່ານີ້. (1 ຕມ. 1:17; 6:15; ອ່ານ​ສຸພາສິດ 22:29) ເຮົາ​ຢາກ​ຈະ​ໃຊ້​ທັກສະ​ແລະ​ຄວາມ​ສາມາດ​ທີ່​ເຮົາ​ມີ​ເພື່ອ​ຍົກຍ້ອງ​ໃຫ້​ກຽດ​ພະເຢໂຫວາ ບໍ່​ແມ່ນ​ຍົກຍ້ອງ​ຕົວ​ເຮົາ​ເອງ.—ຢຮ. 8:54

8. ເຈົ້າ​ຈະ​ຕັ້ງ​ເປົ້າໝາຍ​ໃນ​ການ​ພັດທະນາ​ທັກສະ​ຂອງ​ຕົວ​ເອງ​ແນວໃດ?

8 ຕັ້ງ​ເປົ້າໝາຍ​ທີ່​ເຈາະ​ຈົງ. ມີ​ທັກສະ​ໃດ​ແດ່​ທີ່​ເຈົ້າ​ຢາກ​ພັດທະນາ? ໃຫ້​ຖາມ​ຜູ້​ດູ​ແລ​ໃນ​ປະຊາຄົມ​ແລະ​ຜູ້​ດູ​ແລ​ໝວດ​ວ່າ​ມີ​ທັກສະ​ໃດ​ແດ່​ທີ່​ເຈົ້າ​ຄວນ​ປັບປຸງ. ຕົວຢ່າງ​ເຊັ່ນ ຖ້າ​ເຂົາເຈົ້າ​ແນະນຳ​ວ່າເຈົ້າ​ຄວນ​ປັບປຸງ​ຄວາມ​ສາມາດ​ໃນ​ການ​ເວົ້າ​ແລະ​ການ​ສອນ ກໍ​ຂໍ​ໃຫ້​ຖາມ​ເຂົາເຈົ້າ​ວ່າ​ຈຸດ​ໃດ​ທີ່​ເຈົ້າ​ຄວນ​ເອົາໃຈໃສ່​ເປັນ​ພິເສດ ຈາກນັ້ນ​ກໍ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເຂົາເຈົ້າ. ແລ້ວ​ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວໃດ?

9. ເຈົ້າ​ຈະ​ເຮັດ​ຕາມ​ເປົ້າໝາຍ​ທີ່​ຕັ້ງ​ໄວ້​ໄດ້​ແນວໃດ?

9 ເຮັດ​ຕາມ​ເປົ້າໝາຍ​ທີ່​ຕັ້ງ​ໄວ້. ຖ້າ​ເຈົ້າ​ຢາກ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ ເຈົ້າ​ອາດ​ຈະ​ສຶກສາ​ປຶ້ມ​ຝຶກ​ຝົນ​ຕົວ​ເອງ​ໃນ​ການ​ອ່ານ​ແລະ​ການ​ສອນ ຢ່າງ​ດີ. ເມື່ອ​ເຈົ້າ​ໄດ້​ຮັບ​ສ່ວນ​ມອບໝາຍ​ໃນ​ການ​ປະຊຸມ​ກາງ​ອາທິດ ເຈົ້າ​ອາດ​ຈະ​ຂໍ​ໃຫ້​ພີ່ນ້ອງ​ຊາຍ​ທີ່​ມີ​ປະສົບການ​ຟັງ​ຄຳບັນຍາຍ​ຂອງ​ເຈົ້າ​ກ່ອນ​ທີ່​ເຈົ້າ​ຈະ​ບັນຍາຍ​ໃນ​ການ​ປະຊຸມ​ແລະ​ຂໍ​ຄຳ​ແນະນຳ​ຈາກ​ເຂົາເຈົ້າ​ເພື່ອ​ເຈົ້າ​ຈະ​ສາມາດ​ປັບປຸງ​ຕົວ​ເອງ​ໃຫ້​ດີ​ຂຶ້ນ​ໄດ້. ຖ້າ​ເຈົ້າ​ກຽມ​ສ່ວນ​ມອບໝາຍ​ໄວ້​ລ່ວງ​ໜ້າ ຄົນ​ອື່ນ​ກໍ​ຈະ​ເບິ່ງ​ວ່າ​ເຈົ້າ​ເປັນ​ຄົນ​ທີ່​ເອົາໃຈໃສ່​ຕໍ່​ວຽກ​ມອບໝາຍ​ແລະ​ໄວ້ໃຈ​ໄດ້.—ສຸພາ. 21:5; 2 ກຣ. 8:22

10. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ເຮົາ​ຈະ​ພັດທະນາ​ທັກສະ​ທີ່​ຍາກ​ໄດ້​ແນວໃດ.

10 ເຈົ້າ​ຈະ​ເຮັດ​ແນວໃດ​ຖ້າ​ຮູ້ສຶກ​ວ່າ​ບາງ​ທັກສະ​ຍາກ​ທີ່​ຈະ​ພັດທະນາ? ຂໍ​ໃຫ້​ພະຍາຍາມ​ເຮັດ​ຕໍ່ໆ​ໄປ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ແກຣີ​ອ່ານ​ໜັງສື​ບໍ່​ຄ່ອຍ​ເກັ່ງ​ປານ​ໃດ. ລາວ​ຈື່​ໄດ້​ວ່າ​ລາວ​ຮູ້ສຶກ​ອາຍ​ຫຼາຍ​ຕອນ​ທີ່​ພະຍາຍາມ​ອ່ານ​ອອກ​ສຽງ​ໃຫ້​ພີ່ນ້ອງ​ຟັງ​ຢູ່​ການ​ປະຊຸມ​ປະຊາຄົມ. ແຕ່​ລາວ​ກໍ​ພະຍາຍາມ​ປັບປຸງ​ຕົວເອງ​ຕໍ່ໆ​ໄປ. ຕອນ​ນີ້​ລາວ​ບອກ​ວ່າ ຍ້ອນ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຈາກ​ພີ່ນ້ອງ​ທີ່​ມີ​ປະສົບການ​ແລະ​ຈາກ​ປຶ້ມ​ຕ່າງໆ​ຂອງ​ອົງການ ລາວ​ຈຶ່ງ​ສາມາດ​ໃຫ້​ຄຳບັນຍາຍ​ໃນ​ການ​ປະຊຸມ​ປະຊາຄົມ ການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ.

11. ຄື​ກັບ​ຕີໂມທຽວ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ວຽກ​ຮັບໃຊ້​ພະເຢໂຫວາ​ໄດ້​ຫຼາຍ​ຂຶ້ນ?

11 ຕີໂມທຽວ​ເປັນ​ຜູ້​ບັນຍາຍ​ຫຼື​ຜູ້​ສອນ​ທີ່​ເກັ່ງ​ບໍ? ຄຳພີໄບເບິນ​ບໍ່​ໄດ້​ບອກ​ເຮົາ​ໃນ​ເລື່ອງ​ນີ້. ແຕ່​ເຮົາ​ໝັ້ນໃຈ​ວ່າ ຖ້າ​ລາວ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ ລາວ​ຈະ​ເຮັດ​ວຽກ​ມອບໝາຍ​ຂອງ​ລາວ​ໄດ້​ດີ​ຂຶ້ນ. (2 ຕມ. 3:10) ຄ້າຍ​ຄືກັນ ຖ້າ​ເຮົາ​ພະຍາຍາມ​ປັບປຸງ​ທັກສະ​ຂອງ​ເຮົາ ເຮົາ​ກໍ​ຈະ​ເຮັດ​ວຽກ​ຮັບໃຊ້​ພະເຢໂຫວາ​ໄດ້​ຫຼາຍ​ຂຶ້ນ.

ຊອກ​ຫາ​ວິທີ​ຊ່ວຍເຫຼືອ​ຄົນ​ອື່ນ

12. ເຮົາ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ການ​ຊ່ວຍເຫຼືອ​ຂອງ​ຄົນ​ອື່ນ?

12 ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຊ່ວຍເຫຼືອ​ຂອງ​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ເມື່ອ​ເຮົາ​ເຈັບ​ປ່ວຍ​ເຂົ້າ​ໂຮງໝໍ ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ຜູ້​ດູ​ແລ​ເຊິ່ງ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະສານ​ງານ​ກັບ​ໂຮງໝໍ​ຫຼື​ພີ່ນ້ອງ​ຄົນ​ອື່ນໆ​ເຊິ່ງ​ເປັນ​ກຸ່ມ​ທີ່​ໄປ​ຢ້ຽມ​ຢາມ​ຄົນ​ເຈັບ​ປ່ວຍ​ໄດ້​ມາ​ຢາມ​ເຮົາ. ເມື່ອ​ເຮົາ​ມີ​ບັນຫາ​ໃນ​ຊີວິດ ເຮົາ​ຮູ້ສຶກ​ເຫັນ​ຄ່າ​ທີ່​ຜູ້​ດູ​ແລ​ໄດ້​ໃຫ້​ເວລາ​ກັບ​ເຮົາ​ແລະ​ປອບ​ໂຍນ​ເຮົາ. ເມື່ອ​ເຮົາ​ນຳ​ການ​ສຶກສາ ເຮົາ​ຮູ້ສຶກ​ດີ​ໃຈ​ທີ່​ໄພໂອເນຍ​ທີ່​ມີ​ປະສົບການ​ມາ​ຮ່ວມ​ສຶກສາ​ແລະ​ໃຫ້​ຄຳ​ແນະນຳ​ກັບ​ເຮົາ. ພີ່ນ້ອງ​ເຫຼົ່ານີ້​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຊ່ວຍເຫຼືອ​ເຮົາ. ແລະ​ຖ້າ​ເຮົາ​ພ້ອມ​ທີ່​ຈະ​ຊ່ວຍເຫຼືອ​ຄົນ​ອື່ນ​ເຮົາ​ກໍ​ຈະ​ມີ​ຄວາມສຸກ​ຄືກັນ ເພາະ​ພະ​ເຢຊູ​ບອກ​ວ່າ: “ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມສຸກ​ຫຼາຍ​ກວ່າ​ການ​ຮັບ.” (ກຈກ. 20:35) ຖ້າ​ເຈົ້າ​ຢາກ​ຮັບໃຊ້​ພະເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ໄດ້?

13. ເມື່ອ​ຕັ້ງ​ເປົ້າໝາຍ ເຮົາ​ຄວນ​ຈື່​ຫຍັງ​ໄວ້?

13 ເຮົາ​ບໍ່​ຄວນ​ຕັ້ງ​ເປົ້າໝາຍ​ທີ່​ກວ້າງ​ໂພດ ເຊັ່ນ: ເຈົ້າ​ອາດ​ຄິດ​ວ່າ ‘ຂ້ອຍ​ຢາກ​ຮັບໃຊ້​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ’. ການ​ຄິດ​ແບບ​ນີ້​ອາດ​ຍາກ​ທີ່​ຈະ​ຮູ້​ວ່າ​ເປົ້າໝາຍ​ຂອງ​ເຈົ້າ​ແມ່ນ​ຫຍັງ ແລະ​ບໍ່​ຮູ້​ວ່າ​ຈະ​ເຮັດ​ຕາມ​ເປົ້າໝາຍ​ໄດ້​ແນວໃດ. ດັ່ງນັ້ນ ໃຫ້​ຕັ້ງ​ເປົ້າໝາຍ​ທີ່​ເຈາະ​ຈົງ ເຊິ່ງ​ເຈົ້າ​ອາດ​ຈະ​ຂຽນ​ເປົ້າໝາຍ​ອອກ​ມາ​ແລະ​ວາງ​ແຜນ​ວ່າ​ຈະ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ໃຫ້​ສຳເລັດ​ໄດ້​ແນວໃດ.

14. ເປັນ​ຫຍັງ​ເຮົາ​ຕ້ອງ​ພ້ອມ​ທີ່​ຈະ​ປັບ​ຕົວ​ເມື່ອ​ຕັ້ງ​ເປົ້າໝາຍ?

14 ເຮົາ​ຍັງ​ຕ້ອງ​ພ້ອມ​ທີ່​ຈະ​ປັບ​ຕົວ​ເມື່ອ​ຕັ້ງ​ເປົ້າໝາຍ. ຍ້ອນ​ຫຍັງ? ຍ້ອນວ່າ​ເຮົາ​ບໍ່​ສາມາດ​ຄວບຄຸມ​ສະພາບການ​ໄດ້. ຕົວຢ່າງ​ເຊັ່ນ: ອັກຄະສາວົກ​ໂປໂລ​ໄດ້​ຊ່ວຍ​ຕັ້ງ​ປະຊາຄົມ​ໃໝ່​ຢູ່​ເມືອງ​ເທຊະໂລນິກ ແລະ​ລາວ​ກໍ​ຢາກ​ຈະ​ຊ່ວຍ​ພີ່ນ້ອງ​ໃໝ່​ຢູ່​ທີ່​ນັ້ນ​ຕໍ່​ໄປ. ແຕ່​ວ່າ​ພວກ​ຕໍ່ຕ້ານ​ໄດ້​ບັງຄັບ​ໃຫ້​ລາວ​ອອກ​ຈາກ​ເມືອງ​ນັ້ນ. (ກຈກ. 17:1-5, 10) ຖ້າ​ໂປໂລ​ຍັງ​ຢູ່​ໃນ​ເມືອງ​ນັ້ນ​ຕໍ່ ລາວ​ອາດ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ຢູ່​ຫັ້ນ​ເດືອດຮ້ອນ. ເຖິງ​ວ່າ​ໂປໂລ​ຈະ​ປ່ຽນແປງ​ສະພາບການ​ບໍ່​ໄດ້ ແຕ່​ລາວ​ກໍ​ບໍ່​ໄດ້​ເຊົາ​ຊ່ວຍເຫຼືອ​ພີ່ນ້ອງ. ລາວ​ໄດ້​ສົ່ງ​ຕີໂມທຽວ​ໃຫ້​ໄປ​ຊ່ວຍເຫຼືອ​ພີ່ນ້ອງ​ເຫຼົ່ານັ້ນ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. (1 ທຊ. 3:1-3) ພີ່ນ້ອງ​ໃນ​ເມືອງ​ເທຊະໂລນິກ​ຕ້ອງ​ຮູ້ສຶກ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ຕີໂມທຽວ​ພ້ອມ​ທີ່​ຊ່ວຍເຫຼືອ​ເຂົາເຈົ້າ.

15. ເມື່ອ​ສະພາບການ​ປ່ຽນ​ໄປ ອາດ​ສົ່ງ​ຜົນ​ຕໍ່​ເປົ້າໝາຍ​ຂອງ​ເຮົາ​ແນວໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ

15 ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂປໂລ​ຕອນ​ທີ່​ຢູ່​ເມືອງ​ເທຊະໂລນິກ? ເຮົາ​ອາດ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ຮັບໃຊ້​ພະເຢໂຫວາ ແຕ່​ສະພາບການ​ອາດ​ປ່ຽນ​ໄປ​ແລະ​ມີ​ສິ່ງ​ທີ່​ຂັດ​ຂວາງ​ບໍ່​ໃຫ້​ເຮົາ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ໄດ້. (ຜູ້ປ. 9:11) ຖ້າ​ເປັນ​ແບບ​ນັ້ນ ຂໍ​ໃຫ້​ເຮົາ​ຕັ້ງ​ເປົ້າໝາຍ​ໃໝ່​ທີ່​ເຮັດ​ໄດ້. ຄື​ກັບ​ປະສົບການ​ຂອງ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຊື່​ເທັດ​ແລະ​ໄຮ​ດີ້. ເຂົ້າ​ເຈົ້າ​ຕ້ອງ​ອອກ​ຈາກ​ວຽກ​ມອບໝາຍ​ໃນ​ເບເທນ​ຍ້ອນ​ມີ​ບັນຫາ​ສຸຂະພາບ. ແຕ່​ຍ້ອນ​ຮັກ​ພະເຢໂຫວາ ເຂົາເຈົ້າ​ຈຶ່ງ​ຊອກ​ຫາ​ວິທີ​ໃໝ່​ທີ່​ຈະ​ຮັບໃຊ້​ພະເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ. ທຳອິດ ເຂົາເຈົ້າ​ໄດ້​ສະໝັກ​ເປັນ​ໄພໂອເນຍ​ປະຈຳ. ແລະ​ຕໍ່ມາ​ເຂົາເຈົ້າ​ກໍ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ໄພໂອເນຍ​ພິເສດ ແລະ​ເທັດ​ກໍ​ໄດ້​ຮັບ​ການ​ຝຶກ​ໃຫ້​ເປັນ​ຜູ້​ດູ​ແລ​ໝວດ​ສົມທົບ. ແຕ່​ເມື່ອ​ມີການ​ປ່ຽນແປງ​ຂໍ້​ຮຽກ​ຮ້ອງ​ເລື່ອງ​ອາຍຸ​ຂອງ​ຜູ້​ດູ​ແລ​ໝວດ ເຂົາເຈົ້າ​ກໍ​ຮູ້​ວ່າ​ອາຍຸ​ຂອງ​ເຂົາເຈົ້າ​ຫຼາຍ​ເກີນ​ທີ່​ຈະ​ເຮັດ​ວຽກ​ມອບໝາຍ​ນີ້​ໄດ້. ເຖິງ​ວ່າ​ເຂົາເຈົ້າ​ຈະ​ຮູ້ສຶກ​ຜິດ​ຫວັງ ແຕ່​ເຂົາເຈົ້າ​ກໍ​ຮູ້​ວ່າ​ເຂົາເຈົ້າ​ສາມາດ​ຮັບໃຊ້​ພະເຢໂຫວາ​ໃນ​ຮູບ​ແບບ​ອື່ນໆ​ໄດ້. ເທັດ​ເວົ້າ​ວ່າ: “ເຮົາ​ໄດ້​ຮຽນ​ຮູ້​ວ່າ ເຮົາ​ສາມາດ​ຮັບໃຊ້​ພະເຢໂຫວາ​ໄດ້​ຫຼາຍ​ຮູບ​ແບບ ບໍ່​ແມ່ນ​ແຕ່​ຮູບ​ແບບ​ດຽວ​ເທົ່ານັ້ນ.”

16. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄາລາເຕຍ 6:4?

16 ເຮົາ​ບໍ່​ສາມາດ​ຄວບຄຸມ​ສະຖານະການ​ທຸກຢ່າງ​ໃນ​ຊີວິດ​ຂອງ​ເຮົາ​ໄດ້. ດັ່ງນັ້ນ ເຮົາ​ບໍ່​ຄວນ​ວັດ​ຄຸນຄ່າ​ຂອງ​ຕົວ​ເອງ​ຈາກ​ສິດທິ​ພິເສດ​ທີ່​ເຮົາ​ໄດ້​ຮັບ ແລະ​ບໍ່​ຄວນ​ສົມ​ທຽບ​ສິດທິ​ພິເສດ​ທີ່​ເຮົາ​ມີ​ກັບ​ສິດທິ​ພິເສດ​ທີ່​ຄົນ​ອື່ນ​ມີ. ໄຮ​ດີ້​ເວົ້າ​ວ່າ: “ເຮົາ​ຈະ​ບໍ່​ມີ​ຄວາມສຸກ​ເລີຍ​ຖ້າ​ເຮົາ​ປຽບ​ທຽບ​ຊີວິດ​ຂອງ​ຕົວ​ເອງ​ກັບ​ຊີວິດ​ຂອງ​ຄົນ​ອື່ນ.” (ອ່ານ​ຄາລາເຕຍ 6:4) ດັ່ງນັ້ນ ເຮົາ​ເຫັນ​ໄດ້​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຊອກ​ຫາ​ວິທີ​ເພື່ອ​ຊ່ວຍເຫຼືອ​ຄົນ​ອື່ນ​ແລະ​ຮັບໃຊ້​ພະເຢໂຫວາ. b

17. ເຈົ້າ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ໄດ້​ຮັບ​ວຽກ​ມອບໝາຍ?

17 ເຮັດ​ໃຫ້​ຕົວ​ເອງ​ພ້ອມ​ທີ່​ຈະ​ຮັບ​ເອົາ​ວຽກ​ມອບໝາຍ​ໂດຍ​ໃຊ້​ຊີວິດ​ແບບ​ພໍ​ພຽງ​ແລະ​ບໍ່​ສ້າງ​ໜີ້​ສິນ​ທີ່​ບໍ່ຈຳເປັນ. ໃຫ້​ຕັ້ງ​ເປົ້າໝາຍ​ນ້ອຍໆ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ໄປ​ເຖິງ​ເປົ້າໝາຍ​ໃຫຍ່ໆ​ໄດ້. ຕົວຢ່າງ​ເຊັ່ນ: ຖ້າ​ເຈົ້າ​ຢາກ​ເປັນ​ໄພໂອເນຍ​ປະຈຳ ຂໍ​ໃຫ້​ລອງ​ເປັນ​ໄພໂອເນຍ​ສົມທົບ​ທຸກໆ​ເດືອນ​ຕັ້ງ​ແຕ່​ຕອນ​ນີ້​ກ່ອນ. ຫຼື​ຖ້າ​ເຈົ້າ​ຢາກ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ເຈົ້າ​ອາດ​ຈະ​ໃຊ້​ເວລາ​ຫຼາຍ​ຂຶ້ນ​ໃນ​ວຽກ​ປະກາດ​ແລະ​ໄປ​ຢ້ຽມ​ຢາມ​ພີ່ນ້ອງ​ທີ່​ເຈັບ​ປ່ວຍ​ແລະ​ພີ່ນ້ອງ​ທີ່​ສູງ​ອາຍຸ​ໃນ​ປະຊາຄົມ. ປະສົບການ​ເຫຼົ່ານີ້​ຈະ​ເປີດ​ໂອກາດ​ໃຫ້​ເຈົ້າ​ໄດ້​ຮັບ​ສິດທິ​ພິເສດ​ຫຼາຍ​ຂຶ້ນ​ໃນ​ອະນາຄົດ. ດັ່ງນັ້ນ ຂໍ​ໃຫ້​ຕັ້ງ​ໃຈ​ເຮັດ​ວຽກ​ໃດໆ​ກໍ​ຕາມ​ທີ່​ມີ​ໃນ​ຕອນ​ນີ້​ໃຫ້​ດີ​ທີ່​ສຸດ.—ຣມ. 12:11

ຕັ້ງ​ເປົ້າໝາຍ​ທີ່​ເຈາະ​ຈົງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້ (ເບິ່ງ​ຂໍ້ 18) e

18. ຕາມ​ທີ່​ເຫັນ​ໃນ​ຮູບພາບ ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພີ່ນ້ອງ​ເບັບເວີລີ?

18 ເຖິງ​ວ່າ​ຈະ​ອາຍຸ​ຫຼາຍ ແຕ່​ເຮົາ​ກໍ​ສາມາດ​ຕັ້ງ​ເປົ້າໝາຍ​ແລະ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ເບັບເວີລີ​ອາຍຸ 75 ປີ. ລາວ​ມີ​ບັນຫາ​ສຸຂະພາບ​ຮ້າຍແຮງ​ເຊິ່ງ​ເຮັດ​ໃຫ້​ລາວ​ຍ່າງ​ບໍ່​ຄ່ອຍ​ໄດ້. ແຕ່​ລາວ​ຢາກ​ເຂົ້າຮ່ວມ​ໂຄງການ​ພິເສດ​ເພື່ອ​ການ​ປະຊຸມ​ອະນຸສອນ. ດັ່ງນັ້ນ ລາວ​ຈຶ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ຮ່ວມ​ໃນ​ໂຄງການ​ນີ້. ແລະ​ເມື່ອ​ລາວ​ເຮັດ​ຕາມ​ເປົ້າໝາຍ​ນີ້​ໄດ້ ລາວ​ກໍ​ມີ​ຄວາມສຸກ​ຫຼາຍ. ຄວາມ​ພະຍາຍາມ​ຂອງ​ລາວ​ໄດ້​ກະຕຸ້ນ​ຄົນ​ອື່ນ​ໃຫ້​ຢາກ​ຮັບໃຊ້​ຫຼາຍ​ຂຶ້ນ. ພະເຢໂຫວາ​ເຫັນ​ຄ່າ​ວຽກ​ທີ່​ພີ່ນ້ອງ​ສູງ​ອາຍຸ​ເຮັດ ເຖິງ​ວ່າ​ເຂົາເຈົ້າ​ຈະ​ມີ​ຂີດ​ຈຳກັດ​ກໍ​ຕາມ.—ເພງ. 71:17, 18

19. ມີ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຕາມ​ເປົ້າໝາຍ​ໄດ້?

19 ຕັ້ງ​ເປົ້າໝາຍ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້. ພັດທະນາ​ຄຸນ​ລັກສະນະ​ທີ່​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ເຈົ້າ. ຮຽນ​ຮູ້​ທັກສະ​ຕ່າງໆ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ວຽກ​ຮັບໃຊ້​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ໃຫ້​ຫຼາຍ​ຂຶ້ນ. ຊອກ​ຫາ​ວິທີ​ທີ່​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ. c ແລະ​ຄື​ກັບ​ຕີໂມທຽວ ພະເຢໂຫວາ​ຈະ​ອວຍພອນ​ເຈົ້າ ແລະ “ຄົນ​ອື່ນ​ຈະ​ເຫັນ​ຄວາມ​ກ້າວ​ໜ້າ​ຂອງ​ເຈົ້າ​ໄດ້​ຢ່າງ​ຊັດເຈນ.”—1 ຕມ. 4:15

ເພງ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

a ເຖິງ​ວ່າ​ຕີໂມທຽວ​ຈະ​ເປັນ​ຜູ້​ປະກາດ​ທີ່​ດີ​ຢູ່​ແລ້ວ ແຕ່​ໂປໂລ​ກໍ​ຍັງ​ບອກ​ລາວ​ໃຫ້​ພັດທະນາ​ຕົວ​ເອງ​ຕໍ່ໆ​ໄປ. ໂດຍ​ການ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ ຕີໂມທຽວ​ຈຶ່ງ​ຮັບໃຊ້​ພະເຢໂຫວາ​ແລະ​ຊ່ວຍເຫຼືອ​ພີ່ນ້ອງ​ໄດ້​ຫຼາຍ​ຂຶ້ນ. ເຈົ້າ​ຢາກ​ຮັບໃຊ້​ພະເຢໂຫວາ​ແລະ​ຊ່ວຍເຫຼືອ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ​ຄື​ກັບ​ຕີໂມທຽວ​ບໍ? ແນ່ນອນ​ວ່າ​ເຈົ້າ​ຄື​ຊິ​ຢາກ​ເປັນ​ແບບ​ນັ້ນ. ແລ້ວ​ມີ​ເປົ້າໝາຍ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້? ແລະ​ເຈົ້າ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຕັ້ງ​ເປົ້າໝາຍ​ແລະ​ເຮັດ​ຕາມ​ເປົ້າໝາຍ​ໃຫ້​ສຳເລັດ​ໄດ້?

b ໃຫ້​ເບິ່ງ​ຫົວ​ຂໍ້​ທີ່​ຊື່​ວ່າ: “ການ​ຮັບໃຊ້​ໃນ​ບ່ອນ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ” ໃນປຶ້ມ​ລວບລວມ​ເປັນ​ອົງການ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພະເຢໂຫວາ ບົດ​ທີ 10 ຂໍ້ 6-9 (ພາສາ​ໄທ).

c ເບິ່ງ​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ! ບົດ​ທີ 60 ທີ່​ມີ​ຫົວ​ຂໍ້​ວ່າ “ສະໜິດ​ກັບ​ພະເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ຕໍ່​ໄປ

d ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄດ້​ຝຶກ​ສອນ​ພີ່ນ້ອງ​ຍິງ​ສອງ​ຄົນ​ໃຫ້​ເຮັດ​ວຽກ​ກ່ຽວ​ກັບ​ການ​ບຳລຸງ​ຮັກສາ​ຫໍ​ປະຊຸມ ແລະ​ພີ່ນ້ອງ​ຍິງ​ສອງ​ຄົນ​ນັ້ນ​ກໍ​ໄດ້​ໃຊ້​ທັກສະ​ທີ່​ຮຽນ​ມາ.

e ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຍິງ​ທີ່​ອອກ​ຈາກ​ເຮືອນ​ບໍ່​ໄດ້ ສາມາດ​ປະກາດ​ທາງ​ໂທລະສັບ​ແລະ​ເຊີນ​ຄົນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ.