ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 15

ວິທີ​ທີ່​ເຈົ້າ​ເວົ້າ​ເປັນ “ຕົວຢ່າງ​ທີ່​ດີ” ໃຫ້​ຄົນ​ອື່ນ​ບໍ?

ວິທີ​ທີ່​ເຈົ້າ​ເວົ້າ​ເປັນ “ຕົວຢ່າງ​ທີ່​ດີ” ໃຫ້​ຄົນ​ອື່ນ​ບໍ?

“ໃຫ້​ຄຳເວົ້າ . . . ຂອງ​ເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ແກ່​ຄົນ​ທີ່​ສັດຊື່.”—1 ຕມ. 4:12

ເພງ 90 ໃຫ້​ກຳລັງໃຈ​ກັນ​ແລະ​ກັນ

ໃຈ​ຄວາມ​ສຳຄັນ a

1. ຄວາມ​ສາມາດ​ໃນ​ການ​ເວົ້າ​ມາ​ຈາກ​ໃຜ?

 ຄວາມ​ສາມາດ​ໃນ​ການ​ເວົ້າ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ​ທີ່​ຮັກ​ເຮົາ. ຕອນ​ທີ່​ພະເຢໂຫວາ​ສ້າງ​ອາດາມ​ມະນຸດ​ຄົນ​ທຳອິດ ລາວ​ກໍ​ສາມາດ​ລົມ​ກັບ​ພະເຢໂຫວາ​ໄດ້​ເລີຍ. ນອກຈາກນັ້ນ ລາວ​ຍັງ​ສາມາດ​ສ້າງ​ຄຳສັບ​ໃໝ່ໆ​ໄດ້ ແລະ​ລາວ​ກໍ​ໃຊ້​ຄວາມ​ສາມາດ​ນີ້​ເພື່ອ​ຕັ້ງ​ຊື່​ສັດ​ແຕ່​ລະ​ຊະນິດ. (ຕົ້ນ. 2:19) ແລະ​ລາວ​ກໍ​ຄື​ຊິ​ຮູ້ສຶກ​ຕື່ນ​ເຕັ້ນ​ດີ​ໃຈ​ຫຼາຍ​ທີ່​ໄດ້​ລົມ​ກັບ​ມະນຸດ​ອີກ​ຄົນ​ໜຶ່ງ​ເປັນ​ຄັ້ງ​ທຳອິດ ນັ້ນ​ກໍ​ຄື ເອວາ​ເມຍ​ຂອງ​ລາວ!—ຕົ້ນ. 2:22, 23

2. ໃນ​ອະດີດ​ແລະ​ປັດຈຸບັນ​ມີການ​ໃຊ້​ຄຳເວົ້າ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ແນວໃດ?

2 ບໍ່​ດົນ ຄວາມ​ສາມາດ​ໃນ​ການ​ເວົ້າ​ກໍ​ຖືກ​ໃຊ້​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ ເຊັ່ນ ຊາຕານ​ໄດ້​ເວົ້າ​ຕົວະ​ເອວາ ນີ້​ເລີຍ​ເຮັດ​ໃຫ້​ມະນຸດ​ທຸກຄົນ​ມີ​ບາບ​ແລະ​ກາຍ​ເປັນ​ຄົນ​ບໍ່​ສົມບູນແບບ. (ຕົ້ນ. 3:1-4) ຕອນ​ທີ່​ອາດາມ​ເຮັດ​ຜິດ​ລາວ​ໄດ້​ແກ້​ໂຕ​ໂດຍ​ຖິ້ມ​ໂທດ​ໃສ່​ເອວາ ແລະ​ເຖິງຂັ້ນ​ຖິ້ມ​ໂທດ​ໃສ່​ພະເຢໂຫວາ​ນຳ. (ຕົ້ນ. 3:12) ສ່ວນ​ກາອິນ​ກໍ​ເວົ້າ​ຕົວະ​ພະເຢໂຫວາ​ຫຼັງຈາກ​ທີ່​ຂ້າ​ອາເບັນ. (ຕົ້ນ. 4:9) ຕໍ່ມາ ລາເມັກ​ເຊິ່ງ​ເປັນ​ລູກຫຼານ​ຂອງ​ກາອິນ​ກໍ​ໄດ້​ຂຽນ​ຄຳ​ກອນ​ທີ່​ສະແດງ​ເຖິງ​ຄວາມ​ຮຸນແຮງ​ໃນ​ສະໄໝ​ຂອງ​ລາວ. (ຕົ້ນ. 4:23, 24) ແລ້ວ​ໃນ​ທຸກ​ມື້​ນີ້​ເດ​ເປັນ​ແນວໃດ? ບາງເທື່ອ​ເຮົາ​ເຫັນ​ວ່າ​ຜູ້ນຳ​ທາງ​ການເມືອງ​ກໍ​ໃຊ້​ຄຳເວົ້າ​ທີ່​ບໍ່​ດີ ແລະ​ໜັງ​ຫຼາຍ​ເລື່ອງ​ໃນ​ທຸກ​ມື້​ນີ້​ກໍ​ໃຊ້​ຄຳເວົ້າ​ທີ່​ຫຍາບ​ຄາຍ. ຢູ່​ໂຮງ​ຮຽນ​ແລະ​ຢູ່​ບ່ອນ​ເຮັດ​ວຽກ ຫຼາຍ​ຄົນ​ກໍ​ມັກ​ໃຊ້​ຄຳເວົ້າ​ທີ່​ຫຍາບ​ຄາຍ​ແລະ​ເວົ້າ​ບໍ່​ມ່ວນ. ການ​ທີ່​ຫຼາຍ​ຄົນ​ມັກ​ໃຊ້​ຄຳເວົ້າ​ທີ່​ບໍ່​ດີ​ແລະ​ຫຍາບ​ຄາຍ​ສະແດງ​ໃຫ້​ເຫັນ​ວ່າ​ສິນລະທຳ​ຂອງ​ຄົນ​ໃນ​ທຸກ​ມື້​ນີ້​ເສື່ອມ​ລົງ​ຫຼາຍ​ແທ້ໆ.

3. ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ຄຳເວົ້າ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຖ້າ​ເຮົາ​ບໍ່​ລະວັງ​ເຮົາ​ອາດ​ຈະ​ເລີ່ມ​ໃຊ້​ຄຳເວົ້າ​ທີ່​ບໍ່​ດີ​ແລະ​ຫຍາບ​ຄາຍ ເພາະ​ວ່າ​ຄົນ​ທົ່ວໄປ​ກໍ​ມັກ​ເວົ້າ​ແບບ​ນັ້ນ. ຍ້ອນ​ເຮົາ​ເປັນ​ຄລິດສະຕຽນ ເຮົາ​ຈຶ່ງ​ຢາກ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ. ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ພຽງ​ແຕ່​ບໍ່​ໃຊ້​ຄຳເວົ້າ​ທີ່​ຫຍາບ​ຄາຍ ແຕ່​ເຮົາ​ຢາກ​ໃຊ້​ຄຳເວົ້າ​ໃນ​ທາງ​ທີ່​ຖືກຕ້ອງ​ເພື່ອ​ໃຫ້​ກຽດ​ແລະ​ຍົກຍ້ອງ​ພະເຢໂຫວາ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຈະ​ໃຫ້​ກຽດ​ພະເຢໂຫວາ​ໄດ້​ແນວໃດ​ຕອນ​ທີ່​ເຮົາ (1) ປະກາດ (2) ເຂົ້າຮ່ວມ​ປະຊຸມ ແລະ (3) ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ. ແຕ່​ກ່ອນ​ອື່ນ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເປັນ​ຫຍັງ​ສິ່ງ​ທີ່​ເຮົາ​ເວົ້າ​ຈຶ່ງ​ສຳຄັນ​ຕໍ່​ພະເຢໂຫວາ?

ສິ່ງ​ທີ່​ເຮົາ​ເວົ້າ​ສຳຄັນ​ຕໍ່​ພະເຢໂຫວາ

ສິ່ງ​ທີ່​ເຈົ້າ​ເວົ້າ​ສະແດງ​ໃຫ້​ເຫັນ​ສິ່ງ​ທີ່​ຢູ່​ໃນ​ຫົວໃຈ​ຂອງ​ເຈົ້າ​ແນວໃດ? (ເບິ່ງ​ຂໍ້ 4-5) d

4. ຕາມ​ມາລາກີ 3:16 ເປັນ​ຫຍັງ​ສິ່ງ​ທີ່​ເຮົາ​ເວົ້າ​ຈຶ່ງ​ສຳຄັນ​ຕໍ່​ພະເຢໂຫວາ?

4 ອ່ານ​ມາລາກີ 3:16. ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ພະເຢໂຫວາ​ຈຶ່ງ​ໃຫ້​ບັນທຶກ​ຊື່​ຂອງ​ຜູ້​ທີ່​ເວົ້າ​ໃນ​ແບບ​ທີ່​ຢຳເກງ​ເພິ່ນ​ແລະ​ຄິດ​ເຖິງ​ນາມ​ຊື່​ຂອງ​ເພິ່ນ​ໄວ້​ໃນ “ໜັງສື​ທີ່​ລະນຶກ”? ກໍ​ຍ້ອນວ່າ​ຄຳເວົ້າ​ສະແດງ​ເຖິງ​ສິ່ງ​ທີ່​ຢູ່​ໃນ​ໃຈ​ຂອງ​ເຮົາ. ພະ​ເຢຊູ​ບອກ​ວ່າ: “ໃຈ​ເຕັມ​ໄປ​ດ້ວຍ​ສິ່ງ​ໃດ ປາ​ກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.” (ມທ. 12:34) ດັ່ງນັ້ນ ສິ່ງ​ທີ່​ເຮົາ​ເວົ້າ​ຈຶ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະເຢໂຫວາ​ຫຼາຍ​ໜ້ອຍ​ສ່ຳ​ໃດ ແລະ​ພະເຢໂຫວາ​ກໍ​ຢາກ​ໃຫ້​ຜູ້​ທີ່​ຮັກ​ເພິ່ນ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່.

5. (ກ) ການ​ນະມັດສະການ​ກັບ​ສິ່ງ​ທີ່​ເຮົາ​ເວົ້າ​ກ່ຽວຂ້ອງ​ກັນ​ແນວໃດ? (ຂ) ຕາມ​ທີ່​ເຫັນ​ໃນ​ຮູບພາບ ເຮົາ​ຄວນ​ຄິດ​ເຖິງ​ຫຍັງ​ຕອນ​ທີ່​ເຮົາ​ເວົ້າ?

5 ວິທີ​ທີ່​ເຮົາ​ເວົ້າ​ຈະ​ກຳນົດ​ວ່າ​ພະເຢໂຫວາ​ຈະ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຮົາ​ຫຼື​ບໍ່. (ຢກບ. 1:26) ບາງຄົນ​ທີ່​ບໍ່​ຮັກ​ພະເຈົ້າ​ມັກ​ຈະ​ເວົ້າ​ຫຍາບ​ຄາຍ ຍິ່ງ​ຈອງຫອງ ແລະ​ກ້າວ​ລ້າວ. (2 ຕມ. 3:1-5) ແຕ່​ເຮົາ​ບໍ່​ຢາກ​ເປັນ​ແບບ​ນັ້ນ ເພາະ​ເຮົາ​ຢາກ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ. ລອງ​ຄິດ​ເບິ່ງ​ວ່າ ພະເຢໂຫວາ​ຈະ​ພໍ​ໃຈ​ບໍ​ຖ້າ​ເຮົາ​ເວົ້າ​ດີ​ແລະ​ເວົ້າ​ມ່ວນ​ຕອນ​ທີ່​ປະຊຸມ​ແລະ​ປະກາດ ແຕ່​ເຮົາ​ພັດ​ເວົ້າ​ບໍ່​ດີ​ແລະ​ເວົ້າ​ບໍ່​ມ່ວນ​ກັບ​ຄົນ​ໃນ​ຄອບຄົວ​ຕອນ​ທີ່​ຄົນ​ອື່ນ​ບໍ່​ເຫັນ?—1 ປຕ. 3:7

6. ຄຳເວົ້າ​ທີ່​ດີ​ຂອງ​ຄິມເບີລີ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແນວໃດ?

6 ເມື່ອ​ເຮົາ​ໃຊ້​ຄວາມ​ສາມາດ​ໃນ​ການ​ເວົ້າ​ໃນ​ທາງ​ທີ່​ຖືກຕ້ອງ ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຜູ້​ທີ່​ນະມັດສະການ​ພະເຢໂຫວາ ແລະ​ຜູ້​ທີ່​ສັງເກດ​ເບິ່ງ​ເຮົາ​ກໍ​ຈະ​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ “ລະຫວ່າງ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ແລະ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະເຈົ້າ” ເປັນ​ແນວໃດ. (ມລກີ. 3:18, ລ.ມ.) ເລື່ອງ​ນີ້​ໄດ້​ເກີດຂຶ້ນ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່ ຄິມເບີລີ. b ຕອນ​ທີ່​ລາວ​ຢູ່​ໂຮງ​ຮຽນ ອາຈານ​ໄດ້​ມອບໝາຍ​ໃຫ້​ລາວ​ກັບ​ໝູ່​ອີກ​ຄົນ​ໜຶ່ງ​ເຮັດ​ບົດ​ຄົ້ນ​ຄວ້າ​ນຳ​ກັນ. ຕອນ​ທີ່​ເຮັດ​ວຽກ​ນີ້​ນຳ​ກັນ ໝູ່​ຂອງ​ລາວ​ໄດ້​ສັງເກດ​ເຫັນ​ວ່າ ລາວ​ຕ່າງ​ຈາກ​ນັກ​ຮຽນ​ຄົນ​ອື່ນໆ​ເພາະ​ລາວ​ບໍ່​ໄດ້​ເວົ້າ​ລັບ​ຫຼັງ​ຄົນ​ອື່ນ ແຕ່​ລາວ​ເວົ້າ​ດີ​ຕະຫຼອດ​ແລະ​ບໍ່​ໄດ້​ໃຊ້​ຄຳ​ທີ່​ຫຍາບ​ຄາຍ. ໝູ່​ລາວ​ປະທັບ​ໃຈ​ຫຼາຍ​ແລະ​ຕໍ່ມາ​ກໍ​ໄດ້​ເລີ່ມ​ສຶກສາ​ຄຳພີໄບເບິນ​ກັບ​ລາວ. ລອງ​ຄິດ​ເບິ່ງ​ວ່າ ພະເຢໂຫວາ​ຈະ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ເຮົາ​ເວົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ສົນ​ໃຈ​ຄວາມ​ຈິງ!

7. ເຈົ້າ​ຮູ້ສຶກ​ວ່າ​ເຈົ້າ​ຄວນ​ຈະ​ເວົ້າ​ແບບ​ໃດ?

7 ເຮົາ​ທຸກຄົນ​ຢາກ​ເວົ້າ​ໃນ​ແບບ​ທີ່​ໃຫ້​ກຽດ​ພະເຢໂຫວາ​ແລະ​ໃກ້ຊິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ. ດັ່ງນັ້ນ ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ວິທີ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ “ຕົວຢ່າງ​ທີ່​ດີ” ໃນ​ການ​ເວົ້າ​ຕໍ່ໆ​ໄປ.

ເປັນ​ຕົວຢ່າງ​ທີ່​ດີ​ຕອນ​ທີ່​ປະກາດ

ການ​ໃຊ້​ຄຳເວົ້າ​ທີ່​ດີ​ຕອນ​ທີ່​ເຮັດ​ວຽກ​ປະກາດ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ (ເບິ່ງ​ຂໍ້ 8-9)

8. ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ແນວໃດ​ໃນ​ການ​ເວົ້າ​ຕອນ​ທີ່​ເພິ່ນ​ປະກາດ?

8 ໃຫ້​ເວົ້າ​ດີໆ​ແລະ​ໃຫ້​ກຽດ​ຄົນ​ອື່ນ​ເມື່ອ​ມີ​ຄົນ​ເຮັດ​ໃຫ້​ໃຈ​ຮ້າຍ. ຕອນ​ທີ່​ພະ​ເຢຊູ​ເຮັດ​ວຽກ​ປະກາດ ເພິ່ນ​ຖືກ​ກ່າວ​ຫາ​ວ່າ​ເປັນ​ຄົນ​ຂີ້​ເຫຼົ້າ ກິນ​ຫຼາຍ​ໂພດ ເປັນ​ຕົວແທນ​ຂອງ​ມານ​ຮ້າຍ ແຫ​ກ​ກົດ​ວັນຊະບາໂຕ ແລະ​ເຖິງຂັ້ນ​ເປັນ​ຜູ້​ທີ່​ໝິ່ນ​ປະໝາດ​ພະເຈົ້າ. (ມທ. 11:19; 26:65; ລກ. 11:15; ຢຮ. 9:16) ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ ພະ​ເຢຊູ​ກໍ​ບໍ່​ໄດ້​ຕອບ​ດ້ວຍ​ຄຳເວົ້າ​ທີ່​ບໍ່​ດີ. ຄື​ກັບ​ພະ​ເຢຊູ ເຮົາ​ກໍ​ບໍ່​ຄວນ​ເວົ້າ​ບໍ່​ດີ​ເຖິງ​ວ່າ​ຄົນ​ອື່ນ​ຈະ​ເວົ້າ​ຫຍາບ​ຄາຍ​ໃສ່​ເຮົາ​ກໍ​ຕາມ. (1 ປຕ. 2:21-23) ແຕ່​ໃນ​ຕົວ​ຈິງ​ແລ້ວ ມັນ​ບໍ່​ງ່າຍ​ທີ່​ຈະ​ເຮັດ​ແບບ​ນັ້ນ. (ຢກບ. 3:2) ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້?

9. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຄວບຄຸມ​ຄຳເວົ້າ​ຕອນ​ທີ່​ປະກາດ?

9 ໃຫ້​ພະຍາຍາມ​ທີ່​ຈະ​ບໍ່​ໃຈ​ຮ້າຍ​ເມື່ອ​ຜູ້​ທີ່​ເຮົາ​ປະກາດ​ນຳ​ເວົ້າ​ບໍ່​ດີ​ໃສ່​ເຮົາ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່ ແຊມ​ບອກ​ວ່າ: “ຂ້ອຍ​ພະຍາຍາມ​ທີ່​ຈະ​ຄິດ​ວ່າ​ຜູ້​ທີ່​ຂ້ອຍ​ປະກາດ​ນຳ​ຈຳເປັນ​ຕ້ອງ​ໄດ້​ຮູ້ຈັກ​ຄວາມ​ຈິງ ແລະ​ຄິດ​ວ່າ​ລາວ​ສາມາດ​ປ່ຽນແປງ​ຕົວ​ເອງ​ໄດ້.” ບາງເທື່ອ ຄົນ​ທີ່​ເຮົາ​ປະກາດ​ນຳ​ອາດ​ຈະ​ໃຈ​ຮ້າຍ​ຍ້ອນ​ເຮົາ​ມາ​ບໍ່​ຖືກ​ເວລາ. ແລ້ວ​ຖ້າ​ເຂົາເຈົ້າ​ເວົ້າ​ບໍ່​ດີ​ໃສ່​ເຮົາ​ຫຼື​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ ເຮົາ​ສາມາດ​ເຮັດ​ຄື​ກັບ​ພີ່ນ້ອງ​ລູເຊຍ​ໂດຍ​ອະທິດຖານ​ສັ້ນໆ​ຂໍ​ພະເຢໂຫວາ​ຊ່ວຍ​ໃຫ້​ເຮົາ​ໃຈ​ເຢັນ​ແລະ​ບໍ່​ເວົ້າ​ຄຳ​ທີ່​ບໍ່​ດີ​ຫຼື​ບໍ່​ໃຫ້​ກຽດ​ຄົນ​ອື່ນ.

10. ຕາມ 1 ຕີໂມທຽວ 4:13 ເຮົາ​ຄວນ​ມີ​ເປົ້າໝາຍ​ຫຍັງ?

10 ໃຫ້​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ. ເຖິງ​ວ່າ​ຕີໂມທຽວ​ຈະ​ເປັນ​ຜູ້​ປະກາດ​ທີ່​ມີ​ປະສົບການ ແຕ່​ລາວ​ກໍ​ຍັງ​ຕ້ອງ​ປັບ​ປຸງ​ການ​ສອນ​ຂອງ​ຕົວ​ເອງ​ຕໍ່ໆ​ໄປ. (ອ່ານ 1 ຕີໂມທຽວ 4:13) ແລ້ວ​ເຮົາ​ຈະ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ​ໄດ້​ແນວໃດ​ໃນ​ວຽກ​ປະກາດ? ເຮົາ​ຕ້ອງ​ກຽມ​ຕົວຢ່າງ​ດີ. ເຮົາ​ດີ​ໃຈ​ຫຼາຍ​ທີ່​ອົງການ​ຂອງ​ພະເຢໂຫວາ​ມີ​ເຄື່ອງ​ມື​ຫຼາຍ​ຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ​ໄດ້. ເຮົາ​ສາມາດ​ເບິ່ງ​ຄຳ​ແນະນຳ​ໄດ້​ຈາກ​ປຶ້ມຝຶກ​ຝົນ​ຕົວ​ເອງ​ໃນ​ການ​ອ່ານ​ແລະ​ການ​ສອນ ແລະ​ສ່ວນ “ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ” ທີ່​ຢູ່​ໃນ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້—ຄູ່​ມື​ປະຊຸມ. ເຈົ້າ​ໄດ້​ເອົາ​ຄຳ​ແນະນຳ​ຈາກ​ປຶ້ມ​ເຫຼົ່ານີ້​ໄປ​ໃຊ້​ແລ້ວ​ບໍ? ຖ້າ​ເຈົ້າ​ກຽມ​ຕົວຢ່າງ​ດີ ເຈົ້າ​ກໍ​ຈະ​ຮູ້ສຶກ​ຕື່ນ​ເຕັ້ນ​ໜ້ອຍ​ລົງ​ແລະ​ເວົ້າ​ດ້ວຍ​ຄວາມ​ໝັ້ນໃຈ​ຫຼາຍ​ຂຶ້ນ.

11. ພີ່ນ້ອງ​ບາງຄົນ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ​ໄດ້​ແນວໃດ?

11 ເຮົາ​ຍັງ​ສາມາດ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ​ໄດ້​ໂດຍ​ສັງເກດ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ໃນ​ປະຊາຄົມ​ແລະ​ຮຽນແບບ​ເຂົາເຈົ້າ. ພີ່ນ້ອງ​ແຊມ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ຖາມ​ຕົວ​ເອງ​ວ່າ ສິ່ງ​ໃດ​ຊ່ວຍ​ໃຫ້​ພີ່ນ້ອງ​ບາງຄົນ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ. ຈາກນັ້ນ ລາວ​ໄດ້​ສັງເກດ​ເບິ່ງ​ວິທີ​ທີ່​ພີ່ນ້ອງ​ສອນ​ແລະ​ຮຽນແບບ​ເຂົາເຈົ້າ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່ ທາ​ເລຍ​ກໍ​ໄດ້​ຮຽນ​ຮູ້​ວິທີ​ເວົ້າ​ແລະ​ການ​ຫາ​ເຫດຜົນ​ໃນ​ເລື່ອງ​ທີ່​ຜູ້​ຄົນ​ສົນ​ໃຈ​ໂດຍ​ສັງເກດ​ເບິ່ງ​ວິທີ​ຫາ​ເຫດຜົນ​ຂອງ​ຜູ້​ບັນຍາຍ​ທີ່​ມີ​ປະສົບການ.

ໃຫ້​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ປະຊຸມ

ການ​ຕັ້ງ​ໃຈ​ຮ້ອງເພງ​ຕອນ​ທີ່​ປະຊຸມ​ເປັນ​ການ​ສັນລະເສີນ​ພະເຢໂຫວາ (ເບິ່ງ​ຂໍ້ 12-13)

12. ພີ່ນ້ອງ​ບາງຄົນ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຫຍັງ?

12 ເຮົາ​ທຸກຄົນ​ສາມາດ​ມີ​ສ່ວນ​ຮ່ວມ​ຕອນ​ທີ່​ເຂົ້າຮ່ວມ​ການ​ປະຊຸມ​ໂດຍ ຮ້ອງເພງ​ແລະ​ອອກ​ຄວາມຄິດ​ເຫັນ​ທີ່​ກຽມ​ຢ່າງ​ດີ. (ເພງ. 22:22) ແຕ່​ບາງຄົນ​ຮູ້ສຶກ​ວ່າ​ມັນ​ຍາກ​ທີ່​ຈະ​ຮ້ອງເພງ​ຫຼື​ອອກ​ຄວາມຄິດ​ເຫັນ​ໃນ​ການ​ປະຊຸມ. ເຈົ້າ​ເດ​ຮູ້ສຶກ​ແບບ​ນັ້ນ​ບໍ? ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ສິ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໄດ້​ກໍ​ຄື ການ​ຮຽນ​ຈາກ​ສິ່ງ​ທີ່​ຊ່ວຍ​ພີ່ນ້ອງ​ຄົນ​ອື່ນ​ໃຫ້​ຜ່ານ​ຈຸດ​ນີ້​ມາ​ແລ້ວ.

13. ສິ່ງ​ໃດ​ອາດ​ຈະ​ຊ່ວຍ​ເຮົາ​ໃຫ້​ຢາກ​ຕັ້ງ​ໃຈ​ຮ້ອງເພງ​ໃນ​ການ​ປະຊຸມ?

13 ຕັ້ງ​ໃຈ​ຮ້ອງເພງ. ເມື່ອ​ເຮົາ​ຮ້ອງເພງ​ລາຊະອານາຈັກ ເປົ້າໝາຍ​ຫຼັກ​ຂອງ​ເຮົາ​ກໍ​ເພື່ອ​ຈະ​ສັນລະເສີນ​ພະເຢໂຫວາ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່ ຊາຣາ​ຮູ້ສຶກ​ວ່າ​ຕົວ​ເອງ​ຮ້ອງເພງ​ບໍ່​ມ່ວນ ແຕ່​ລາວ​ກໍ​ຢາກ​ຮ້ອງເພງ​ເພື່ອ​ຈະ​ສັນລະເສີນ​ພະເຢໂຫວາ. ດັ່ງນັ້ນ ຕອນ​ທີ່​ລາວ​ກຽມ​ການ​ປະຊຸມ ລາວ​ຈຶ່ງ​ໄດ້​ຝຶກ​ຮ້ອງເພງ​ໄປ​ນຳ​ແລະ​ເບິ່ງ​ວ່າ​ເນື້ອ​ໃນ​ຂອງ​ເພງ​ນັ້ນ​ກ່ຽວຂ້ອງ​ກັບ​ເລື່ອງ​ທີ່​ກຳລັງ​ປະຊຸມ​ແນວໃດ. ລາວ​ບອກ​ວ່າ: “ການ​ເຮັດ​ແບບ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ຄິດ​ເຖິງ​ເນື້ອ​ໃນ​ຂອງ​ເພງ​ແລະ​ບໍ່​ກັງວົນ​ວ່າ​ຂ້ອຍ​ຈະ​ຮ້ອງເພງ​ມ່ວນ​ຫຼື​ບໍ່.”

14. ຖ້າ​ເຈົ້າ​ເປັນ​ຄົນ​ຂີ້​ອາຍ ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ກ້າ​ອອກ​ຄວາມຄິດ​ເຫັນ​ໃນ​ການ​ປະຊຸມ?

14 ອອກ​ຄວາມຄິດ​ເຫັນ​ເລື້ອຍໆ. ການ​ເຮັດ​ແບບ​ນີ້​ອາດ​ເປັນ​ເລື່ອງ​ຍາກ​ສຳລັບ​ບາງຄົນ ເຊັ່ນ ພີ່ນ້ອງ​ທາ​ເລຍ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຂ້ອຍ​ເປັນ​ໂລກ​ວິຕົກ​ກັງວົນ​ແລະ​ຮູ້ສຶກ​ຢ້ານ​ເມື່ອ​ເວົ້າ​ຕໍ່​ໜ້າ​ຄົນ​ອື່ນ. ແຕ່​ພີ່ນ້ອງ​ຄົນ​ອື່ນ​ກໍ​ບໍ່​ຮູ້​ວ່າ​ຂ້ອຍ​ເປັນ​ແບບ​ນີ້ ເພາະ​ປົກກະຕິ​ຂ້ອຍ​ກໍ​ຈະ​ເວົ້າ​ສຽງ​ເບົາ​ຢູ່​ແລ້ວ ດັ່ງນັ້ນ ການ​ອອກ​ຄວາມ​ຄິດ​ເຫັນ​ຈຶ່ງ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ​ສຳລັບ​ຂ້ອຍ.” ແຕ່​ທາ​ເລຍ​ກໍ​ບໍ່​ໄດ້​ຍອມ​ໃຫ້​ສິ່ງ​ເຫຼົ່ານັ້ນ​ມາ​ເຮັດ​ໃຫ້​ລາວ​ບໍ່​ຢາກ​ອອກ​ຄວາມ​ຄິດ​ເຫັນ. ຕອນ​ທີ່​ລາວ​ກຽມ​ການ​ປະຊຸມ ລາວ​ມັກ​ຈະ​ຈື່​ໄວ້​ສະເໝີ​ວ່າ​ຄຳຕອບ​ທຳອິດ​ຄວນ​ຈະ​ສັ້ນໆ​ແລະ​ກົງ​ຈຸດ. ລາວ​ບອກ​ວ່າ: “ຖ້າ​ຂ້ອຍ​ຕອບ​ງ່າຍໆ ສັ້ນໆ ແລະ​ກົງ​ຈຸດມັນ​ກໍ​ດີ​ແລ້ວ​ເພາະ​ຜູ້ນຳ​ສ່ວນ​ໃນ​ການ​ປະຊຸມ​ກໍ​ຢາກ​ໃຫ້​ຕອບ​ແບບນັ້ນ.”

15. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ຕອນ​ທີ່​ອອກ​ຄວາມຄິດ​ເຫັນ?

15 ຫຼາຍ​ເທື່ອ ພີ່ນ້ອງ​ທີ່​ບໍ່​ໄດ້​ເປັນ​ຄົນ​ຂີ້​ອາຍ​ກໍ​ບໍ່​ກ້າ​ອອກ​ຄວາມຄິດ​ເຫັນ​ຄືກັນ. ຍ້ອນ​ຫຍັງ? ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ຈູລຽດ​ບອກ​ວ່າ: “ບາງເທື່ອ​ຂ້ອຍ​ກໍ​ຮູ້ສຶກ​ລັງເລ​ວ່າ​ຈະ​ອອກ​ຄວາມຄິດ​ເຫັນ​ຫຼື​ບໍ່ ເພາະ​ຂ້ອຍ​ຮູ້ສຶກ​ວ່າ​ຄວາມຄິດ​ເຫັນ​ຂອງ​ຂ້ອຍ​ມັນ​ງ່າຍ​ໂພດ​ແລະ​ບໍ່​ຄ່ອຍ​ດີ​ປານ​ໃດ.” ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ ພະເຢໂຫວາ​ຢາກ​ໃຫ້​ເຮົາ​ອອກ​ຄວາມຄິດ​ເຫັນ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ໃຫ້​ໄດ້. c ແລະ​ເພິ່ນ​ກໍ​ເຫັນ​ຄ່າ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຢາກ​ຈະ​ສັນລະເສີນ​ເພິ່ນ​ໂດຍ​ການ​ອອກ​ຄວາມຄິດ​ເຫັນ​ເຖິງ​ວ່າ​ເຮົາ​ຈະ​ຮູ້ສຶກ​ຢ້ານ​ກໍ​ຕາມ.

ເປັນ​ຕົວຢ່າງ​ທີ່​ດີ​ຕອນ​ທີ່​ລົມ​ກັບ​ຄົນ​ອື່ນ​ໃນ​ຊີວິດ​ປະຈຳ​ວັນ

16. ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຄຳເວົ້າ​ແບບ​ໃດ?

16 ຫຼີກ​ລ່ຽງ ‘ຄຳເວົ້າ​ທີ່​ດູຖູກ​ຢຽດ​ຫຍາມ’ ທຸກ​ຮູບ​ແບບ. (ອຟຊ. 4:31) ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ​ວ່າ ຄລິດສະຕຽນ​ຈະ​ບໍ່​ເວົ້າ​ຄຳ​ທີ່​ຫຍາບ​ຄາຍ​ຢູ່​ແລ້ວ. ແຕ່​ຖ້າ​ບໍ່​ລະວັງ​ເຮົາ​ກໍ​ອາດ​ຈະ​ເວົ້າ​ດູຖູກ​ແບບ​ອ້ອມໆ. ຕົວຢ່າງ​ເຊັ່ນ: ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ສົມ​ທຽບ​ຫຼື​ເວົ້າ​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ວັດທະນະທຳ ເຊື້ອ​ຊາດ ແລະ​ຊົນ​ເຜົ່າ​ຂອງ​ຄົນ​ອື່ນ. ນອກຈາກນັ້ນ ເຮົາ​ຍັງ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເວົ້າ​ໃຫ້ ຄົນ​ອື່ນ​ຮູ້ສຶກ​ເຈັບໃຈ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ບອກ​ວ່າ: “ບາງເທື່ອ​ຂ້ອຍ​ກໍ​ເວົ້າ​ບາງ​ຢ່າງ​ທີ່​ຂ້ອຍ​ຄິດ​ວ່າ​ມັນ​ເປັນ​ເລື່ອງ​ຕະຫຼົກ​ແລະ​ບໍ່​ໄດ້​ຜິດ​ຫຍັງ. ແຕ່​ໃນ​ຕົວ​ຈິງ​ແລ້ວ ມັນ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ເສຍໃຈ​ຫຼາຍ. ເປັນ​ເວລາ​ຫຼາຍ​ປີ​ທີ່​ເມຍ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ວ່າ ສິ່ງ​ທີ່​ຂ້ອຍ​ເວົ້າ​ມັນ​ບໍ່​ສຸພາບ​ແລະ​ເຮັດ​ໃຫ້​ເມຍ​ແລະ​ຄົນ​ອື່ນ​ເສຍໃຈ.”

17. ຕາມ​ເອເຟໂຊ 4:29 ເຮົາ​ຈະ​ໃຫ້​ກຳລັງໃຈ​ຄົນ​ອື່ນ​ແນວໃດ?

17 ເວົ້າ​ໃນ​ແບບ​ທີ່​ໃຫ້​ກຳລັງໃຈ. ໃຫ້​ເຮົາ​ຊົມເຊີຍ​ຄົນ​ອື່ນ​ແທນ​ທີ່​ຈະ​ຕຳໜິ​ຫຼື​ຈົ່ມ​ໃຫ້​ເຂົາເຈົ້າ. (ອ່ານ​ເອເຟໂຊ 4:29) ທີ່​ຈິງ ຊາວ​ອິດສະຣາເອນ​ມີ​ຫຼາຍ​ເລື່ອງ​ທີ່​ຈະ​ຂອບໃຈ​ພະເຢໂຫວາ ແຕ່​ເຂົາເຈົ້າ​ພັດ​ຈົ່ມ​ເລື້ອຍໆ. ຖ້າ​ເຮົາ​ເປັນ​ຄົນ​ທີ່​ມັກ​ຈົ່ມ ເຮົາ​ກໍ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ຢາກ​ຈົ່ມ​ໄປ​ນຳ. ເຮົາ​ຈື່​ໄດ້​ວ່າ​ຕອນ​ທີ່​ຜູ້​ສອດແນມ 10 ຄົນ​ມາ​ລາຍງານ​ໃນ​ແງ່​ລົບ ກໍ​ເຮັດ​ໃຫ້ “ຊາວ​ອິດສະຣາເອນ . . . ຈົ່ມ​ໃຫ້​ໂມເຊ.” (ຈົດເຊັນ. 13:31–14:4, ລ.ມ.) ກົງ​ກັນ​ຂ້າມ ຖ້າ​ເຮົາ​ຊົມເຊີຍ​ຄົນ​ອື່ນ ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມສຸກ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ເລື່ອງ​ລູກສາວ​ຂອງ​ເຢັບທາ. ຍ້ອນ​ລາວ​ໄດ້​ຮັບ​ຄຳ​ຊົມເຊີຍ​ຈາກ​ໝູ່ ລາວ​ຈຶ່ງ​ມີ​ກຳລັງໃຈ​ທີ່​ຈະ​ເຮັດ​ວຽກ​ມອບໝາຍ​ໄດ້. (ຕັດສິນ. 11:40) ຊາຣາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ກໍ​ບອກ​ວ່າ: “ເມື່ອ​ເຮົາ​ຊົມເຊີຍ​ຄົນ​ອື່ນ ເຮົາ​ກໍ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ວ່າ​ພະເຢໂຫວາ​ຮັກ​ເຂົາເຈົ້າ​ແລະ​ເຂົາເຈົ້າ​ກໍ​ມີ​ຄ່າ​ຕໍ່​ອົງການ​ຂອງ​ເພິ່ນ.” ດັ່ງນັ້ນ ໃຫ້​ເຮົາ​ຊອກ​ຫາ​ໂອກາດ​ທີ່​ຈະ​ຊົມເຊີຍ​ຄົນ​ອື່ນ​ຈາກ​ໃຈ.

18. ຕາມ​ຄຳເພງ 15:1, 2 ເປັນ​ຫຍັງ​ເຮົາ​ຕ້ອງ​ເວົ້າ​ຄວາມ​ຈິງ ແລະ​ເລື່ອງ​ນີ້​ລວມ​ເຖິງ​ຫຍັງ​ແດ່?

18 ໃຫ້​ເວົ້າ​ຄວາມ​ຈິງ. ຖ້າ​ເຮົາ​ຢາກ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ເຮົາ​ຕ້ອງ​ເວົ້າ​ຄວາມ​ຈິງ ເພາະ​ພະເຢໂຫວາ​ກຽດ​ຊັງ​ການ​ເວົ້າ​ຕົວະ​ທຸກ​ຮູບ​ແບບ. (ສຸພາ. 6:16, 17) ເຖິງ​ວ່າ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຈະ​ເບິ່ງ​ວ່າ​ການ​ເວົ້າ​ຕົວະ​ເປັນ​ເລື່ອງ​ທຳມະດາ ແຕ່​ເຮົາ​ບໍ່​ຢາກ​ເຮັດ​ແບບ​ນັ້ນ​ເພາະ​ພະເຢໂຫວາ​ຖື​ວ່າ​ເປັນ​ສິ່ງ​ທີ່​ຜິດ. (ອ່ານ​ຄຳເພງ 15:1, 2) ເຮົາ​ອາດ​ຄິດ​ວ່າ​ເຮົາ​ບໍ່​ໄດ້​ເວົ້າ​ຕົວະ​ຢູ່​ແລ້ວ ແຕ່​ເຮົາ​ກໍ​ຍັງ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເວົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ເຂົ້າໃຈ​ຜິດ.

ການ​ປ່ຽນ​ຄຳເວົ້າ​ໃນ​ແງ່​ລົບ​ມາ​ເປັນ​ຄຳເວົ້າ​ໃນ​ແງ່​ບວກ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ (ເບິ່ງ​ຂໍ້ 19)

19. ເຮົາ​ຄວນ​ຈະ​ລະວັງ​ໃນ​ເລື່ອງ​ຫຍັງ​ອີກ?

19 ບໍ່​ເວົ້າ​ຊຸບຊິບ​ນິນທາ. (ສຸພາ. 25:23; 2 ທຊ. 3:11) ຈູລຽດ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ອະທິບາຍ​ວ່າ ການ​ເວົ້າ​ຊຸບຊິບ​ນິນທາ​ມີ​ຜົນ​ຕໍ່​ລາວ​ແນວໃດ. ລາວ​ບອກ​ວ່າ: “ການ​ຟັງ​ຄົນ​ອື່ນ​ນິນທາ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ບໍ່​ດີ​ແລະ​ໝົດ​ຄວາມ​ນັບຖື​ຕໍ່​ຜູ້​ທີ່​ເວົ້າ​ແບບ​ນັ້ນ. ແລະ​ຂ້ອຍ​ກໍ​ບໍ່​ຮູ້​ວ່າ​ລາວ​ຊິ​ນິນທາ​ເລື່ອງ​ຂອງ​ຂ້ອຍ​ໃຫ້​ຄົນ​ອື່ນ​ຟັງ​ຫຼື​ບໍ່.” ຖ້າ​ເຈົ້າ​ເຫັນ​ວ່າ​ເລື່ອງ​ທີ່​ເຈົ້າ​ກຳລັງ​ເວົ້າ​ເປັນ​ການ​ຊຸບຊິບ​ນິນທາ​ຄົນ​ອື່ນ ຂໍ​ໃຫ້​ປ່ຽນ​ໄປ​ເວົ້າ​ເລື່ອງ​ທີ່​ດີ​ແທນ.—ກລຊ. 4:6

20. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເວົ້າ​ແບບ​ໃດ?

20 ຍ້ອນ​ເຮົາ​ຢູ່​ໃນ​ໂລກ​ທີ່​ຫຼາຍ​ຄົນ​ຖື​ວ່າ​ການ​ເວົ້າ​ບໍ່​ດີ​ເປັນ​ເລື່ອງ​ທຳມະດາ ດັ່ງນັ້ນ​ເຮົາ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆ​ທີ່​ຈະ​ເວົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ. ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ​ຄວາມ​ສາມາດ​ໃນ​ການ​ເວົ້າ​ເປັນ​ຂອງຂວັນ​ທີ່​ມາ​ຈາກ​ພະເຢໂຫວາ ແລະ​ເພິ່ນ​ກໍ​ສົນ​ໃຈ​ສິ່ງ​ທີ່​ເຮົາ​ເວົ້າ. ແລະ​ເພິ່ນ​ກໍ​ຈະ​ອວຍພອນ​ເຮົາ​ຖ້າ​ເຮົາ​ພະຍາຍາມ​ເວົ້າ​ໃນ​ແບບ​ທີ່​ໃຫ້​ກຽດ​ເພິ່ນ​ຕອນ​ທີ່​ປະກາດ ເຂົ້າຮ່ວມ​ການ​ປະຊຸມ ແລະ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ. ເມື່ອ​ພະເຢໂຫວາ​ມາ​ທຳລາຍ​ໂລກ​ຊົ່ວ​ນີ້ ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ເວົ້າ​ໃນ​ແບບ​ທີ່​ໃຫ້​ກຽດ​ເພິ່ນ. (ຢດ. 15) ແຕ່​ກ່ອນ​ຈະ​ຮອດ​ມື້​ນັ້ນ ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ດ້ວຍ “ຄຳເວົ້າ [ຂອງ​ເຮົາ].”—ເພງ. 19:14

ເພງ 121 ເຮົາ​ຕ້ອງ​ຄວບຄຸມ​ຕົວ​ເອງ

a ພະເຢໂຫວາ​ໄດ້​ໃຫ້​ຂອງຂວັນ​ທີ່​ດີ​ກັບ​ເຮົາ ນັ້ນ​ກໍ​ຄື​ຄວາມ​ສາມາດ​ໃນ​ການ​ເວົ້າ. ແຕ່​ໜ້າ​ເສຍດາຍ​ທີ່​ຄົນ​ໃນ​ໂລກ​ນີ້​ບໍ່​ໄດ້​ໃຊ້​ຄວາມ​ສາມາດ​ນັ້ນ​ໃນ​ແບບ​ທີ່​ພະເຢໂຫວາ​ຕ້ອງການ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເວົ້າ​ໃນ​ແບບ​ທີ່​ເໝາະສົມ​ແລະ​ໃຫ້​ກຳລັງໃຈ​ຄົນ​ອື່ນ​ໃນ​ໂລກ​ທີ່​ກຳລັງ​ເສື່ອມ​ລົງ? ແລະ​ເຮົາ​ຈະ​ເວົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ໄດ້​ແນວໃດ​ເມື່ອ​ເຮົາ​ປະກາດ ປະຊຸມ ແລະ​ໃນ​ຊີວິດ​ປະຈຳ​ວັນ?

b ຊື່​ສົມມຸດ

c ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ອອກ​ຄຳ​ຄິດ​ເຫັນ ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ສັນລະເສີນ​ພະເຢໂຫວາ​ໃນ​ການ​ປະຊຸມ” ໃນ​ຫໍສັງເກດການ ເດືອນ​ມັງກອນ 2019

d ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ສະແດງ​ທ່າທາງ​ທີ່​ບໍ່​ດີ​ຕໍ່​ເຈົ້າ​ຂອງ​ເຮືອນ​ທີ່​ໃຈ​ຮ້າຍ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ບໍ່​ຢາກ​ຮ້ອງເພງ​ໃນ​ການ​ປະຊຸມ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ກຳລັງ​ເວົ້າ​ຊຸບຊິບ​ນິນທາ.