ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 16

ເຈົ້າ​ຈະ​ມີ​ຄວາມສຸກ​ເມື່ອ​ເຮັດ​ດີ​ທີ່​ສຸດ​ເພື່ອ​ພະເຢໂຫວາ

ເຈົ້າ​ຈະ​ມີ​ຄວາມສຸກ​ເມື່ອ​ເຮັດ​ດີ​ທີ່​ສຸດ​ເພື່ອ​ພະເຢໂຫວາ

“ໃຫ້​ແຕ່​ລະ​ຄົນ​ກວດ​ສອບ​ເບິ່ງ​ສິ່ງ​ທີ່​ຕົວ​ເອງ​ເຮັດ.”—ຄລຕ. 6:4

ເພງ 37 ຮັບໃຊ້​ພະເຢໂຫວາ​ສຸດ​ຊີວິດ

ໃຈ​ຄວາມ​ສຳຄັນ a

1. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ຫຼາຍ?

 ພະເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຄວາມສຸກ​ຄວາມ​ຍິນດີ. ເຮົາ​ຮູ້​ເລື່ອງ​ນີ້​ຍ້ອນວ່າ​ຄວາມ​ຍິນດີ​ເປັນ​ສ່ວນ​ໜຶ່ງ​ຂອງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ຄລຕ. 5:22) ຍ້ອນ​ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມສຸກ​ຫຼາຍ​ກວ່າ​ການ​ຮັບ ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ຊ່ວຍ​ຄົນ​ອື່ນ​ໂດຍ​ການ​ປະກາດ​ແລະ​ຊ່ວຍ​ພີ່ນ້ອງ​ໃນ​ຫຼາຍ​ຮູບ​ແບບ.—ກຈກ. 20:35

2-3. (ກ) ຕາມ​ຄາລາເຕຍ 6:4 ມີ​ສອງ​ຢ່າງ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ໃນ​ການ​ຮັບໃຊ້​ພະເຢໂຫວາ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ຕາມ​ຄາລາເຕຍ 6:4 (ອ່ານ) ອັກຄະສາວົກ​ໂປໂລ​ໄດ້​ເນັ້ນ​ເຖິງ​ສອງ​ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ. ທຳອິດ ເຮົາ ຄວນ​ເຮັດ​ດີ​ທີ່​ສຸດ​ໃຫ້​ກັບ​ພະເຢໂຫວາ ເພາະ​ຖ້າ​ເຮົາ ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຈະ​ມີ​ຄວາມສຸກ. (ມທ. 22:36-38) ທີ​ສອງ ເຮົາ​ບໍ່​ຄວນ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ ເພາະ​ສິ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ປະສົບ​ຜົນ​ສຳເລັດ​ບໍ່​ວ່າ​ຈະ​ເປັນ​ສຸຂະພາບ ການ​ສຶກສາ ພອນ​ສະຫວັນ ແລະ​ສິ່ງ​ອື່ນໆ​ກໍ​ລ້ວນ​ແຕ່​ມາ​ຈາກ​ພະເຢໂຫວາ ດັ່ງນັ້ນ ເຮົາ​ຄວນ​ທີ່​ຈະ​ຂອບໃຈ​ເພິ່ນ. ແລະ​ເມື່ອ​ເຮົາ​ເຫັນ​ວ່າ​ພີ່ນ້ອງ​ຄົນ​ອື່ນ​ເຮັດ​ວຽກ​ຮັບໃຊ້​ດ້ານ​ໃດ​ດ້ານ​ໜຶ່ງ​ດີ​ກວ່າ​ເຮົາ ເຮົາ​ກໍ​ຄວນ​ຈະ​ດີ​ໃຈ​ທີ່​ເຂົາເຈົ້າ​ໄດ້​ໃຊ້​ຄວາມ​ສາມາດ​ເຫຼົ່ານັ້ນ​ສັນລະເສີນ​ພະເຢໂຫວາ ບໍ່​ແມ່ນ​ໃຫ້​ກຽດ​ຕົວ​ເອງ​ຫຼື​ເພື່ອ​ຜົນ​ປະໂຫຍດ​ຂອງ​ຕົວ​ເອງ. ດັ່ງນັ້ນ ແທນ​ທີ່​ເຮົາ​ຈະ​ແຂ່ງ​ຂັນ​ກັບ​ເຂົາເຈົ້າ ເຮົາ​ຄວນ​ຈະ​ຮຽນແບບ​ເຂົາເຈົ້າ.

3 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ເຮົາ​ບໍ່​ສາມາດ​ເຮັດ​ວຽກ​ຮັບໃຊ້​ໄດ້​ຫຼາຍ​ຄື​ກັບ​ທີ່​ເຮົາ​ຢາກ​ເຮັດ. ນອກຈາກນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໃຊ້​ຄວາມ​ສາມາດ​ທີ່​ເຮົາ​ມີ​ໃຫ້​ດີ​ທີ່​ສຸດ​ແນວໃດ ແລະ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຄົນ​ອື່ນ.

ເມື່ອ​ເຮົາ​ຮູ້ສຶກ​ທໍ້​ໃຈ

ເມື່ອ​ເຮົາ​ເຮັດ​ດີ​ທີ່​ສຸດ​ຕະຫຼອດ​ຊີວິດ​ຂອງ​ເຮົາ​ເພື່ອ​ຮັບໃຊ້​ພະເຢໂຫວາ ເຮົາ​ກໍ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ (ເບິ່ງ​ຂໍ້ 4-6) b

4. ສະພາບການ​ແບບ​ໃດ​ທີ່​ເຮັດ​ໃຫ້​ຜູ້​ຮັບໃຊ້​ພະເຢໂຫວາ​ບາງຄົນ​ຮູ້ສຶກ​ທໍ້​ໃຈ? ຂໍ​ໃຫ້​ຍົກ​ຕົວຢ່າງ.

4 ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ບາງຄົນ​ຮູ້ສຶກ​ທໍ້​ໃຈ​ທີ່​ບໍ່​ສາມາດ​ຮັບໃຊ້​ພະເຢໂຫວາ​ໄດ້​ຫຼາຍ​ຄື​ແຕ່​ກ່ອນ​ຍ້ອນ​ບັນຫາ​ສຸຂະພາບ​ຫຼື​ອາຍຸ​ຫຼາຍ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ແຄຣໍ. ລາວ​ເຄີຍ​ຮັບໃຊ້​ໃນ​ເຂດ​ທີ່​ມີ​ຄວາມ​ຈຳເປັນ. ໃນ​ຕອນນັ້ນ​ລາວ​ມີ​ນັກ​ສຶກສາ 35 ຄົນ ແລະ​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ກ້າວ​ໜ້າ​ຈົນ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ. ແຄຣໍ​ເຮັດ​ວຽກ​ປະກາດ​ໄດ້​ດີ​ຫຼາຍ​ແທ້ໆ! ແຕ່​ຕໍ່ມາ​ລາວ​ກໍ​ເຈັບ​ປ່ວຍ​ໜັກ​ເຊິ່ງ​ເຮັດ​ໃຫ້​ລາວ​ອອກ​ໄປ​ໃສ​ໄດ້​ຍາກ​ແລະ​ສ່ວນ​ຫຼາຍ​ກໍ​ຕ້ອງ​ຢູ່​ແຕ່​ໃນ​ເຮືອນ. ລາວ​ບອກ​ວ່າ: “ຂ້ອຍ​ຮູ້​ວ່າ​ຍ້ອນ​ຂ້ອຍ​ມີ​ບັນຫາ​ສຸຂະພາບ ຂ້ອຍ​ຈຶ່ງ​ບໍ່​ສາມາດ​ເຮັດ​ຄື​ກັບ​ຄົນ​ອື່ນ​ໄດ້​ແລະ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ດີ​ເທົ່າ​ກັບ​ຄົນ​ອື່ນ. ຂ້ອຍ​ຮູ້ສຶກ​ທໍ້​ໃຈ​ຫຼາຍ​ແທ້ໆ ເພາະ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ຂ້ອຍ​ພັດ​ເຮັດ​ບໍ່​ໄດ້.” ແຄຣໍ​ຢາກ​ເຮັດ​ທຸກສິ່ງ​ທີ່​ລາວ​ເຮັດ​ໄດ້​ເພື່ອ​ພະເຢໂຫວາ. ນີ້​ເປັນ​ສິ່ງ​ທີ່​ໜ້າ​ຊົມເຊີຍ​ຫຼາຍ​ແທ້ໆ! ແລະ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະເຢໂຫວາ​ພະເຈົ້າ​ທີ່​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຈະ​ເຫັນ​ຄ່າ​ນ້ຳໃຈ​ຂອງ​ແຄຣໍ​ທີ່​ຢາກ​ຮັບໃຊ້​ເພິ່ນ.

5. (ກ) ເມື່ອ​ເຮົາ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ຂີດ​ຈຳກັດ​ບາງ​ຢ່າງ ເຮົາ​ຄວນ​ຈື່​ຫຍັງ​ໄວ້? (ຂ) ຕາມ​ຮູບພາບ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄດ້​ເຮັດ​ດີ​ທີ່​ສຸດ​ແນວໃດ​ໃນ​ການ​ຮັບໃຊ້​ພະເຢໂຫວາ?

5 ບາງເທື່ອ​ຖ້າ​ເຈົ້າ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ມີ​ຂີດ​ຈຳກັດ​ບາງ​ຢ່າງ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ ‘ພະເຢໂຫວາ​ຕ້ອງການ​ຫຍັງ​ຈາກ​ຂ້ອຍ?’ ພະເຢໂຫວາ​ຢາກ​ໃຫ້​ເຈົ້າ​ເຮັດ​ດີ​ທີ່​ສຸດ​ເທົ່າ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ໃນ​ຕອນ​ນີ້. ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ຕໍ່ໄປນີ້: ພີ່ນ້ອງ​ຍິງ​ທີ່​ອາຍຸ 80 ປີ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ລາວ​ບໍ່​ສາມາດ​ເຮັດ​ວຽກ​ຮັບໃຊ້​ໄດ້​ຫຼາຍ​ຄື​ກັບ​ຕອນ​ທີ່​ລາວ​ອາຍຸ 40 ປີ. ລາວ​ຄິດ​ວ່າ​ເຖິງ​ລາວ​ຈະ​ເຮັດ​ດີ​ທີ່​ສຸດ ແຕ່​ພະເຢໂຫວາ​ກໍ​ຄື​ຊິ​ຍັງ​ບໍ່​ພໍ​ໃຈ. ແຕ່​ນັ້ນ​ເປັນ​ຄວາມ​ຈິງ​ບໍ? ລອງ​ຄິດ​ເບິ່ງ​ວ່າ​ຖ້າ​ລາວ​ເຮັດ​ດີ​ທີ່​ສຸດ​ຕອນ​ອາຍຸ 40 ປີ ແລະ​ລາວ​ຍັງ​ເຮັດ​ດີ​ທີ່​ສຸດ​ຕອນ​ອາຍຸ 80 ປີ ນັ້ນ​ກໍ​ສະແດງ​ວ່າ​ລາວ​ບໍ່​ເຄີຍ​ເຊົາ​ເຮັດ​ດີ​ທີ່​ສຸດ​ໃຫ້​ກັບ​ພະເຢໂຫວາ​ເລີຍ. ຖ້າ​ເຮົາ​ຮູ້ສຶກ​ວ່າ​ສິ່ງ​ທີ່​ເຮົາ​ເຮັດ​ມັນ​ຍັງ​ບໍ່​ດີ​ພໍ​ສຳລັບ​ພະເຢໂຫວາ ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ​ພະເຢໂຫວາ​ເປັນ​ຜູ້​ກຳນົດ​ວ່າ​ສ່ຳ​ໃດ​ທີ່​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ. ຖ້າ​ເຮົາ​ເຮັດ​ດີ​ທີ່​ສຸດ​ແລ້ວ ພະເຢໂຫວາ​ກໍ​ຈະ​ບອກ​ກັບ​ເຮົາ​ວ່າ: “ດີ​ຫຼາຍ!”—ສົມ​ທຽບ​ກັບ​ມັດທາຍ 25:20-23

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ມາເຣຍ?

6 ເຮົາ​ຈະ​ມີ​ຄວາມສຸກ​ຫຼາຍ​ກວ່າ​ຖ້າ​ເຮົາ​ເບິ່ງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້ ບໍ່​ແມ່ນ​ເບິ່ງ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ມາເຣຍ​ທີ່​ບໍ່​ສາມາດ​ເຮັດ​ວຽກ​ຮັບໃຊ້​ໄດ້​ຫຼາຍ​ຍ້ອນ​ບັນຫາ​ສຸຂະພາບ. ທຳອິດ ລາວ​ຮູ້ສຶກ​ທໍ້​ໃຈ​ແລະ​ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ແຕ່​ຈາກນັ້ນ​ລາວ​ກໍ​ສັງເກດ​ເຫັນ​ວ່າ ມີ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ປ່ວຍ​ໜັກ​ຕ້ອງ​ນອນ​ຕິດ​ຕຽງ ມາເຣຍ​ຈຶ່ງ​ໄດ້​ຊ່ວຍເຫຼືອ​ພີ່ນ້ອງ​ຄົນ​ນັ້ນ. ລາວ​ບອກ​ວ່າ: “ຂ້ອຍ​ໄດ້​ຊວນ​ພີ່ນ້ອງ​ຄົນ​ນັ້ນ​ປະກາດ​ນຳ​ກັນ​ທາງ​ໂທລະສັບ​ແລະ​ຂຽນ​ຈົດ​ໝາຍ ແລະ​ທຸກ​ເທື່ອ​ທີ່​ເຮົາ​ເຮັດ​ວຽກ​ປະກາດ​ນຳ​ກັນ​ຂ້ອຍ​ຮູ້ສຶກ​ດີ​ໃຈ​ແລະ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ຊ່ວຍເຫຼືອ​ພີ່ນ້ອງ.” ຈາກ​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ ເຮົາ​ກໍ​ສາມາດ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ​ໄດ້​ຄືກັນ​ຖ້າ​ເຮົາ​ເບິ່ງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້ ບໍ່​ແມ່ນ​ເບິ່ງ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້. ແຕ່​ຖ້າ​ສົມມຸດ​ວ່າ ເຮົາ​ສາມາດ​ເຮັດ​ໄດ້​ຫຼາຍ​ຂຶ້ນ​ໃນ​ການ​ຮັບໃຊ້​ພະເຢໂຫວາ​ຫຼື​ເຮົາ​ມີ​ຄວາມ​ສາມາດ​ດ້ານ​ໃດ​ດ້ານ​ໜຶ່ງ​ເປັນ​ພິເສດ ເຮົາ​ຈະ​ເຮັດ​ແນວໃດ?

ໃຫ້​ໃຊ້​ຄວາມ​ສາມາດ​ທີ່​ເຈົ້າ​ມີ

7. ອັກຄະສາວົກ​ເປໂຕ​ໄດ້​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ຄລິດສະຕຽນ?

7 ໃນ​ຈົດ​ໝາຍ​ສະບັບ​ທຳອິດ ອັກຄະສາວົກ​ເປໂຕ​ໄດ້​ກະຕຸ້ນ​ພີ່ນ້ອງ​ໃຫ້​ໃຊ້​ຄວາມ​ສາມາດ​ແລະ​ພອນ​ສະຫວັນ​ທີ່​ເຂົາເຈົ້າ​ມີ​ເພື່ອ​ໃຫ້​ກຳລັງໃຈ​ພີ່ນ້ອງ. ລາວ​ຂຽນ​ວ່າ “ແຕ່​ລະ​ຄົນ​ໄດ້​ຮັບ​ຄວາມ​ສາມາດ​ຕາມ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ເຊິ່ງ​ພະເຈົ້າ​ສະແດງ​ອອກ​ໃນ​ຫຼາຍໆ​ທາງ ດັ່ງນັ້ນໃຫ້​ໃຊ້​ຄວາມ​ສາມາດ​ຕາມ​ຂະໜາດ​ທີ່​ໄດ້​ຮັບ​ມາ​ເພື່ອ​ຮັບໃຊ້​ກັນ​ໃນ​ຖານະ​ຄົນ​ຮັບໃຊ້​ທີ່​ດີ.” (1 ປຕ. 4:10) ເຮົາ​ຄວນ​ໃຊ້​ຄວາມ​ສາມາດ​ທີ່​ເຮົາ​ມີ​ຢ່າງ​ເຕັມທີ​ເພື່ອ​ຮັບໃຊ້​ພະເຢໂຫວາ ເຖິງເຮົາ​ຈະ​ຮູ້ສຶກ​ຢ້ານ​ວ່າ​ຄົນ​ອື່ນ​ຈະ​ອິດສາ​ຫຼື​ຮູ້ສຶກ​ທໍ້​ໃຈ ເພາະ​ຖ້າ​ເຮົາ​ບໍ່​ໃຊ້​ຄວາມ​ສາມາດ​ຢ່າງ​ເຕັມທີ​ເຮົາ​ກໍ​ບໍ່​ໄດ້​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະເຢໂຫວາ.

8. ຕາມ 1 ໂກຣິນໂທ 4:6, 7 ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ອວດ​ກ່ຽວ​ກັບ​ຄວາມ​ສາມາດ​ຂອງ​ຕົວ​ເອງ?

8 ໃຫ້​ເຮົາ​ໃຊ້​ຄວາມ​ສາມາດ​ຂອງ​ເຮົາ​ຢ່າງ​ເຕັມທີ ແຕ່​ກໍ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ອວດ​ກ່ຽວ​ກັບ​ຄວາມ​ສາມາດ​ນັ້ນ. (ອ່ານ 1 ໂກຣິນໂທ 4:6, 7) ຕົວຢ່າງ​ເຊັ່ນ: ຖ້າ​ເຈົ້າ​ມີ​ຄວາມ​ສາມາດ​ທີ່​ຈະ​ເລີ່ມ​ນຳ​ການ​ສຶກສາ​ຄຳພີໄບເບິນ ກໍ​ຂໍ​ໃຫ້​ເຈົ້າ​ໃຊ້​ຄວາມ​ສາມາດ​ນັ້ນ​ຢ່າງ​ເຕັມທີ. ແຕ່​ກໍ​ລະວັງ​ທີ່​ຈະ​ບໍ່​ອວດ​ກ່ຽວ​ກັບ​ຄວາມ​ສາມາດ​ຂອງ​ຕົວ​ເອງ. ສົມມຸດ​ວ່າ ຫວ່າງ​ບໍ່​ດົນ​ມາ​ນີ້​ເຈົ້າ​ໄດ້​ມີ​ປະສົບການ​ທີ່​ດີ​ທີ່​ໄດ້​ເລີ່ມ​ນຳ​ການ​ສຶກສາ​ຄຳພີໄບເບິນ ແລະ​ເຈົ້າ​ກໍ​ຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ຈະ​ບອກ​ພີ່ນ້ອງ​ໃນ​ກຸ່ມ​ປະກາດ​ໃຫ້​ຮູ້​ເລື່ອງ​ນີ້. ແຕ່​ຕອນ​ທີ່​ຢູ່​ໃນ​ກຸ່ມ​ປະກາດ ມີ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ເລົ່າ​ໃຫ້​ພີ່ນ້ອງ​ຟັງ​ກ່ຽວ​ກັບ​ປະສົບການ​ດີໆ​ຈາກ​ການ​ໃຫ້​ວາລະສານ. ພີ່ນ້ອງ​ຄົນ​ນັ້ນ​ໄດ້​ໃຫ້​ວາລະສານ ແຕ່​ເຈົ້າ​ພັດ​ໄດ້​ເລີ່ມ​ນຳ​ການ​ສຶກສາ​ຄຳພີໄບເບິນ. ແລ້ວ​ເຈົ້າ​ຄິດ​ວ່າ​ເຈົ້າ​ຍັງ​ຢາກ​ຈະ​ເລົ່າ​ຕໍ່​ບໍ? ເຈົ້າ​ຮູ້​ວ່າ​ພີ່ນ້ອງ​ຈະ​ໄດ້​ຮັບ​ກຳລັງໃຈ​ຈາກ​ປະສົບການ​ຂອງ​ເຈົ້າ ແຕ່​ເຈົ້າ​ອາດ​ຈະ​ເລືອກ​ໂອກາດ​ອື່ນ​ທີ່​ຈະ​ເລົ່າ​ເລື່ອງ​ນີ້​ເພື່ອ​ຈະ​ບໍ່​ເຮັດ​ໃຫ້​ພີ່ນ້ອງ​ທີ່​ໃຫ້​ວາລະສານ​ຮູ້ສຶກ​ນ້ອຍ​ໃຈ​ແລະ​ຄິດ​ວ່າ​ລາວ​ເຮັດ​ບໍ່​ດີ​ເທົ່າ​ເຈົ້າ. ການ​ເຮັດ​ແບບ​ນີ້​ເປັນ​ສິ່ງ​ທີ່​ດີ​ແທ້ໆ. ແຕ່​ເຖິງ​ແນວໃດ​ກໍ​ຕາມ ຂໍ​ໃຫ້​ໃຊ້​ຄວາມ​ສາມາດ​ທີ່​ເຈົ້າ​ມີ​ເພື່ອ​ເລີ່ມ​ນຳ​ການ​ສຶກສາ​ຄຳພີໄບເບິນ!

9. ເຮົາ​ຄວນ​ໃຊ້​ຄວາມ​ສາມາດ​ທີ່​ເຮົາ​ມີ​ແນວໃດ?

9 ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ ຄວາມ​ສາມາດ​ທຸກຢ່າງ​ທີ່​ເຮົາ​ມີ​ເປັນ​ຂອງຂວັນ​ທີ່​ມາ​ຈາກ​ພະເຈົ້າ. ດັ່ງນັ້ນ ເຮົາ​ຄວນ​ໃຊ້​ຄວາມ​ສາມາດ​ເຫຼົ່ານັ້ນ​ເພື່ອ​ໃຫ້​ກຳລັງໃຈ​ພີ່ນ້ອງ​ໃນ​ປະຊາຄົມ ບໍ່​ແມ່ນ​ໃຊ້​ເພື່ອ​ຍົກຍ້ອງ​ຕົວ​ເອງ. (ຟລປ. 2:3) ເມື່ອ​ເຮົາ​ໃຊ້​ກຳລັງ​ແລະ​ຄວາມ​ສາມາດ​ທີ່​ເຮົາ​ມີ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ ເຮົາ​ກໍ​ຈະ​ມີ​ຄວາມສຸກ​ຍ້ອນ​ເຮົາ​ໄດ້​ໃຊ້​ຄວາມ​ສາມາດ​ເຫຼົ່ານັ້ນ​ໃນ​ການ​ຍົກຍ້ອງ​ພະເຢໂຫວາ ບໍ່​ແມ່ນ​ໃຊ້​ເພື່ອ​ທີ່​ຈະ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຮົາ​ດີ​ຫຼື​ເກັ່ງ​ກວ່າ​ຄົນ​ອື່ນ.

10. ເປັນ​ຫຍັງ​ຈຶ່ງ​ບໍ່​ດີ​ທີ່​ຈະ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ?

10 ຖ້າ​ບໍ່​ລະວັງ ເຮົາ​ອາດ​ຈະ​ເລີ່ມ​ສົມ​ທຽບ​ຈຸດ​ດີ​ຂອງ​ຕົວ​ເອງ​ກັບ​ຈຸດ​ອ່ອນ​ຂອງ​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ອາດ​ຈະ​ບັນຍາຍ​ເກັ່ງ ເຊິ່ງ​ໃນ​ໃຈ​ລາວ​ອາດ​ຈະ​ຄິດ​ວ່າ​ຕົວ​ເອງ​ບັນຍາຍ​ດີ​ກວ່າ​ພີ່ນ້ອງ​ອີກ​ຄົນ​ໜຶ່ງ. ແຕ່​ພີ່ນ້ອງ​ທີ່​ລາວ​ຄິດ​ວ່າ​ບັນຍາຍ​ບໍ່​ເກັ່ງ​ນັ້ນ​ອາດ​ຈະ​ເປັນ​ຄົນ​ມີ​ນ້ຳໃຈ ຝຶກ​ສອນ​ລູກ​ຂອງ​ຕົວ​ເອງ​ຢ່າງ​ດີ ແລະ​ຫ້າວຫັນ​ໃນ​ວຽກ​ປະກາດ. ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ພີ່ນ້ອງ​ຫຼາຍ​ຄົນ​ໃຊ້​ຄວາມ​ສາມາດ​ຂອງ​ຕົວ​ເອງ​ເພື່ອ​ຮັບໃຊ້​ພະເຢໂຫວາ​ແລະ​ຊ່ວຍເຫຼືອ​ຄົນ​ອື່ນ.

ຮຽນ​ຈາກ​ຕົວຢ່າງ​ຂອງ​ຄົນ​ອື່ນ

11. ເປັນ​ຫຍັງ​ເຮົາ​ຄວນ​ຮຽນແບບ​ພະ​ເຢຊູ?

11 ເຖິງ​ວ່າ​ເຮົາ​ຄວນ​ຫຼີກ​ລ່ຽງ​ທີ່​ຈະ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ ແຕ່​ເຮົາ​ກໍ​ສາມາດ​ໄດ້​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ຂອງ​ເຂົາເຈົ້າ. ເຊັ່ນ: ຕົວຢ່າງ​ຂອງ​ພະ​ເຢຊູ. ເຖິງ​ວ່າ​ເຮົາ​ຈະ​ບໍ່​ສົມບູນແບບ​ຄື​ກັບ​ພະ​ເຢຊູ ແຕ່​ເຮົາ​ກໍ​ສາມາດ​ຮຽນແບບ​ຄຸນ​ລັກສະນະ​ແລະ​ວິທີ​ການ​ຕ່າງໆ​ຂອງ​ເພິ່ນ​ໄດ້. (1 ປຕ. 2:21) ເມື່ອ​ເຮົາ​ພະຍາຍາມ​ຮຽນແບບ​ພະ​ເຢຊູ​ໃຫ້​ດີ​ທີ່​ສຸດ ເຮົາ​ກໍ​ຈະ​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂອງ​ພະເຢໂຫວາ​ແລະ​ເກີດ​ຜົນ​ດີ​ໃນ​ວຽກ​ປະກາດ.

12-13. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ກະສັດ​ດາ​ວິດ?

12 ໃນ​ຄຳພີໄບເບິນ​ມີ​ຕົວຢ່າງ​ຂອງ​ຊາຍ​ຍິງ​ທີ່​ສັດຊື່​ຫຼາຍ​ຄົນ​ທີ່​ບໍ່​ສົມບູນແບບ ແຕ່​ເຮົາ​ກໍ​ສາມາດ​ຮຽນແບບ​ເຂົາເຈົ້າ​ໄດ້. (ຮຣ. 6:12) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ດາ​ວິດ​ເຊິ່ງ​ເປັນ​ຜູ້​ທີ່​ພະເຢໂຫວາ “ພໍ​ໃຈ.” (ກຈກ. 13:22) ເຖິງ​ວ່າ​ດາ​ວິດ​ບໍ່​ສົມບູນແບບ​ແລະ​ເຄີຍ​ເຮັດ​ຜິດ​ຮ້າຍແຮງ ແຕ່​ລາວ​ກໍ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ. ຍ້ອນ​ຫຍັງ? ຍ້ອນວ່າ​ເມື່ອ​ລາວ​ເຮັດ​ຜິດ​ພາດ ລາວ​ບໍ່​ໄດ້​ພະຍາຍາມ​ຫາ​ຂໍ້​ແກ້​ຕົວ ແຕ່​ລາວ​ໄດ້​ຍອມ​ຮັບ​ຄຳ​ແນະນຳ​ສັ່ງ​ສອນ​ແລະ​ເສຍໃຈ​ກັບ​ສິ່ງ​ທີ່​ລາວ​ເຮັດ​ຜິດ​ພາດ​ໄປ. ນີ້​ຈຶ່ງ​ເຮັດ​ໃຫ້​ພະເຢໂຫວາ​ໃຫ້​ອະໄພ​ລາວ.—ເພງ. 51:3, 4, 10-12

13 ເຮົາ​ສາມາດ​ຮຽນແບບ​ຕົວຢ່າງ​ຂອງ​ດາ​ວິດ​ໂດຍ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ມີ​ທ່າທີ​ແນວໃດ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ? ຂ້ອຍ​ຍອມ​ຮັບ​ຜິດ​ບໍ​ຫຼື​ຂ້ອຍ​ພະຍາຍາມ​ຫາ​ຂໍ້​ແກ້​ຕົວ? ຂ້ອຍ​ມັກ​ໂທດ​ຄົນ​ອື່ນ​ບໍ? ຂ້ອຍ​ພະຍາຍາມ​ບໍ່​ກັບ​ໄປ​ເຮັດ​ຜິດ​ຊ້ຳ​ອີກ​ບໍ?’ ຫຼື​ເຮົາ​ອາດ​ຈະ​ຖາມ​ຕົວ​ເອງ​ດ້ວຍ​ຄຳຖາມ​ທີ່​ຄ້າຍໆ​ກັນ​ນີ້​ເມື່ອ​ອ່ານ​ເລື່ອງ​ຂອງ​ຊາຍ​ຍິງ​ທີ່​ສັດຊື່​ໃນ​ຄຳພີໄບເບິນ ເຊັ່ນ: ເມື່ອ​ເຂົາເຈົ້າ​ເຈິ​ບັນຫາ​ທີ່​ຄ້າຍ​ຄື​ກັບ​ເຮົາ ເຂົາເຈົ້າ​ໄດ້​ເຮັດ​ແນວໃດ? ເຂົາເຈົ້າ​ໄດ້​ສະແດງ​ຄຸນ​ລັກສະນະ​ທີ່​ດີ​ຫຍັງ​ແດ່? ຈາກນັ້ນ ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຈະ​ຮຽນແບບ​ເຂົາເຈົ້າ​ໄດ້​ແນວໃດ?’

14. ເຮົາ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ຕົວຢ່າງ​ຂອງ​ພີ່ນ້ອງ​ໃນ​ປັດຈຸບັນ?

14 ເຮົາ​ຍັງ​ສາມາດ​ໄດ້​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ທີ່​ດີ​ຂອງ​ພີ່ນ້ອງ​ໃນ​ປັດຈຸບັນ ບໍ່​ວ່າ​ຈະ​ເປັນ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ຫຼື​ສູງ​ອາຍຸ. ຕົວຢ່າງ​ເຊັ່ນ ເຈົ້າ​ອາດ​ຈະ​ຄິດ​ເຖິງ​ພີ່ນ້ອງ​ບາງຄົນ​ໃນ​ປະຊາຄົມ​ທີ່​ກຳລັງ​ອົດ​ທົນ​ກັບ​ບັນຫາ​ຕ່າງໆ​ເຊັ່ນ: ຖືກ​ກົດ​ດັນ​ຈາກ​ໝູ່​ລຸ້ນ​ດຽວ​ກັນ ຖືກ​ຄົນ​ໃນ​ຄອບຄົວ​ຕໍ່ຕ້ານ ຫຼື​ມີ​ບັນຫາ​ສຸຂະພາບ. ແລ້ວ​ຄິດ​ວ່າ​ພີ່ນ້ອງ​ຄົນ​ນີ້​ມີ​ຄຸນ​ລັກສະນະ​ທີ່​ດີ​ຫຍັງ​ແດ່​ທີ່​ເຈົ້າ​ຢາກ​ຮຽນແບບ. ເມື່ອ​ຄິດ​ເຖິງ​ຕົວຢ່າງ​ທີ່​ດີ​ຂອງ​ລາວ ອາດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ວິທີ​ຮັບ​ມື​ກັບ​ບັນຫາ​ສ່ວນ​ຕົວ​ໄດ້. ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ມີ​ພີ່ນ້ອງ​ທີ່​ສັດຊື່​ເຫຼົ່ານີ້​ໃຫ້​ເຮົາ​ໄດ້​ຮຽນແບບ!—ຮຣ. 13:7; ຢກບ. 1:2, 3

ມີ​ຄວາມສຸກ​ໃນ​ການ​ຮັບໃຊ້​ພະເຢໂຫວາ

15. ອັກຄະສາວົກ​ໂປໂລ​ໃຫ້​ຄຳ​ແນະນຳ​ຫຍັງ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ໃນ​ວຽກ​ຮັບໃຊ້?

15 ເພື່ອ​ສົ່ງເສີມ​ປະຊາຄົມ​ໃຫ້​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳໜຶ່ງໃຈດຽວກັນ ເຮົາ​ແຕ່​ລະ​ຄົນ​ຄວນ​ເຮັດ​ສ່ວນ​ຂອງ​ຕົວ​ເອງ​ໃຫ້​ດີ​ທີ່​ສຸດ. ໃຫ້​ເຮົາ​ມາ​ເບິ່ງ​ພີ່ນ້ອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ. ເຖິງ​ວ່າ​ເຂົາເຈົ້າ​ຈະ​ມີ​ຄວາມ​ສາມາດ​ແລະ​ວຽກ​ມອບໝາຍ​ທີ່​ຕ່າງ​ກັນ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ແຂ່ງ​ຂັນ​ຫຼື​ແບ່ງ​ແຍກ​ກັນ. (1 ກຣ. 12:4, 7-11) ໂປໂລ​ໄດ້​ກະຕຸ້ນ​ເຕືອນ​ເຂົາເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່ “ຊ່ວຍ​ໃຫ້​ຮ່າງກາຍ [ຫຼື​ປະຊາຄົມ] ຂອງ​ພະຄລິດ​ເຂັ້ມແຂງ​ຂຶ້ນ.” ໂປໂລ​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ເອເຟໂຊ​ວ່າ: “ເມື່ອ​ອະໄວຍະວະ​ແຕ່​ລະ​ສ່ວນ​ເຮັດ​ວຽກ​ຢ່າງ​ດີ ຮ່າງກາຍ​ທັງໝົດ​ກໍ​ເຕີບໂຕ​ແລະ​ແຂງແຮງ​ຂຶ້ນ​ດ້ວຍ​ຄວາມ​ຮັກ.” (ອຟຊ. 4:1-3, 11, 12, 16) ເຮົາ​ເຫັນ​ວ່າ​ພີ່ນ້ອງ​ໃນ​ທຸກ​ມື້​ນີ້​ໄດ້​ສົ່ງເສີມ​ປະຊາຄົມ​ໃຫ້​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳໜຶ່ງໃຈດຽວກັນ​ຕາມ​ທີ່​ໂປໂລ​ບອກ.

16. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ? (ເຮັບເຣີ 6:10)

16 ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ ແຕ່​ໃຫ້​ພະຍາຍາມ​ຮຽນແບບ​ຄຸນ​ລັກສະນະ​ຕ່າງໆ​ຂອງ​ພະ​ເຢຊູ​ແລະ​ຮຽນແບບ​ຜູ້​ຮັບໃຊ້​ທີ່​ສັດຊື່​ທີ່​ຢູ່​ໃນ​ຄຳພີໄບເບິນ​ແລະ​ພີ່ນ້ອງ​ໃນ​ປັດຈຸບັນ. ເມື່ອ​ເຮົາ​ພະຍາຍາມ​ເຮັດ​ດີ​ທີ່​ສຸດ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະເຢໂຫວາ​ຈະ ‘ບໍ່​ລືມ​ວຽກ​ທີ່​ພວກ​ເຮົາ​ເຮັດ.’ (ອ່ານ​ເຮັບເຣີ 6:10) ແລ້ວ​ເຮົາ​ກໍ​ຈະ​ຮັບໃຊ້​ພະເຢໂຫວາ​ຢ່າງ​ມີ​ຄວາມສຸກ​ຕໍ່ໆ​ໄປ​ທີ່​ຮູ້​ວ່າ​ພະເຢໂຫວາ​ເຫັນ​ຄ່າ​ຄວາມ​ພະຍາຍາມ​ທີ່​ເຮົາ​ເຮັດ​ເພື່ອ​ຮັບໃຊ້​ເພິ່ນ.

ເພງ 65 ກ້າວ​ໜ້າ​ຕໍ່​ຕໍ່​ໄປ!

a ເຮົາ​ທຸກຄົນ​ສາມາດ​ໄດ້​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ຂອງ​ຄົນ​ອື່ນ. ແຕ່​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ. ໃນ​ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ຕໍ່ໆ​ໄປ ແລະ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ເປັນ​ຄົນ​ຍິ່ງ​ຫຼື​ຮູ້ສຶກ​ທໍ້​ໃຈ​ເມື່ອ​ປຽບ​ທຽບ​ສິ່ງ​ທີ່​ຕົວ​ເອງ​ເຮັດ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ.

b ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຮັບໃຊ້​ຢູ່​ເບເທນ​ຕອນ​ທີ່​ລາວ​ຍັງ​ໜຸ່ມ. ຫຼັງຈາກ​ທີ່​ລາວ​ແຕ່ງດອງ​ລາວ​ກັບ​ເມຍ​ກໍ​ເປັນ​ໄພໂອເນຍ. ຈາກນັ້ນ ລາວ​ກໍ​ມີ​ລູກ​ແລະ​ໄດ້​ຝຶກ​ສອນ​ລູກ​ໃນ​ວຽກ​ປະກາດ. ຕອນ​ນີ້​ລາວ​ອາຍຸ​ຫຼາຍ​ແລ້ວ ລາວ​ຍັງ​ເຮັດ​ດີ​ທີ່​ສຸດ​ເພື່ອ​ຮັບໃຊ້​ພະເຢໂຫວາ​ໂດຍ​ປະກາດ​ທາງ​ຈົດ​ໝາຍ.