ເຂົ້າໜົມຄຸກກີ້ໃຫ້ໝານ້ອຍ
ນິກທີ່ຢູ່ໂອເຣກອນສະຫະລັດອາເມຣິກາບອກວ່າ: “ໃນລະດູໃບໄມ້ຫຼົ່ນປີ 2014 ຂ້ອຍໄດ້ພາໝານ້ອຍສອງໂຕໄປຍ່າງຫຼິ້ນຢູ່ໃນຕົວເມືອງແຖວທີ່ຂ້ອຍຢູ່. ແລະປົກກະຕິແລ້ວພະຍານພະເຢໂຫວາມັກຈະມາຕັ້ງລໍ້ວາງສະແດງປຶ້ມຢູ່ບ່ອນນັ້ນ. ເຂົາເຈົ້າແຕ່ງໂຕດີແລະມັກທັກທາຍຄົນທີ່ຍ່າງກາຍໄປກາຍມາດ້ວຍຮອຍຍິ້ມທີ່ອົບອຸ່ນ.
“ພະຍານພະເຢໂຫວາບໍ່ພຽງແຕ່ເຮັດດີກັບຄົນເທົ່ານັ້ນ ແຕ່ຍັງເຮັດດີກັບໝາຂອງຂ້ອຍນຳ. ມື້ໜຶ່ງພະຍານພະເຢໂຫວາຄົນໜຶ່ງທີ່ຊື່ ອີເລນເຊິ່ງຢືນຢູ່ຂ້າງລໍ້ວາງສະແດງປຶ້ມໄດ້ເອົາເຂົ້າໜົມຄຸກກີ້ໃຫ້ໝາຂອງຂ້ອຍ. ແລະຕັ້ງແຕ່ນັ້ນມາທຸກເທື່ອທີ່ຂ້ອຍພາໝາໄປຍ່າງ ມັນກໍມັກຈະດຶງຂ້ອຍໄປ ‘ບ່ອນທີ່ໄດ້ກິນເຂົ້າໜົມນັ້ນ.’
“ຫຼາຍເດືອນຜ່ານໄປ. ໝາຂອງຂ້ອຍກໍມີຄວາມສຸກທີ່ໄດ້ກິນເຂົ້າໜົມຄຸກກີ້ ແລະຂ້ອຍເອງກໍຮູ້ສຶກມ່ວນທີ່ໄດ້ລົມສັ້ນໆກັບພະຍານພະເຢໂຫວາ. ແຕ່ຂ້ອຍກໍບໍ່ຢາກສະໜິດກັບເຂົາເຈົ້າຫຼາຍປານໃດ ເພາະຕອນນີ້ຂ້ອຍກໍອາຍຸຫຼາຍກວ່າ 70 ປີແລ້ວ ແລະຂ້ອຍກໍບໍ່ຮູ້ວ່າພະຍານພະເຢໂຫວາເຊື່ອແບບໃດ ແຖມຂ້ອຍຍັງເຄີຍຜິດຫວັງກັບສາສະໜາໂປຣແຕສະຕັງ. ຂ້ອຍກໍເລີຍຄິດວ່າດີທີ່ສຸດແມ່ນອ່ານຄຳພີໄບເບິນເອົາເອງ.
“ໃນເວລາດຽວກັນ ຂ້ອຍກໍໄດ້ເຫັນພະຍານອີກກຸ່ມໜຶ່ງໄດ້ຕັ້ງລໍ້ວາງສະແດງປຶ້ມຢູ່ຈຸດຕ່າງໆຂອງເມືອງ. ເຂົາເຈົ້າເຮັດດີແລະເປັນມິດກັບທຸກຄົນຄືກັນ. ເຂົາເຈົ້າຍັງໄດ້ຕອບຄຳຖາມຂ້ອຍຫຼາຍຂໍ້ຈາກຄຳພີໄບເບິນ ນີ້ເຮັດໃຫ້ຂ້ອຍເລີ່ມໄວ້ໃຈເຂົາເຈົ້າ.
“ມື້ໜຶ່ງອີເລນຖາມຂ້ອຍວ່າ: ‘ເຈົ້າເຊື່ອບໍວ່າສັດຕ່າງໆເປັນຂອງຂວັນຈາກພະເຈົ້າ?’ ຂ້ອຍຕອບລາວວ່າ: ‘ເຊື່ອແທ້!’ ແລ້ວອີເລນກໍໄດ້ອ່ານເອຊາອີ 11:6-9 ໃຫ້ຂ້ອຍຟັງ. ຫຼັງຈາກນັ້ນ ຂ້ອຍກໍຮູ້ສຶກຢາກຮຽນຮູ້ກ່ຽວກັບຄຳພີໄບເບິນຫຼາຍຂຶ້ນ ແຕ່ຂ້ອຍຍັງບໍ່ກ້າຮັບເອົາປຶ້ມຕ່າງໆຂອງພະຍານພະເຢໂຫວາເທື່ອ.
“ຫຼາຍມື້ຕໍ່ມາ ຂ້ອຍກໍຮູ້ສຶກມ່ວນທີ່ໄດ້ລົມກັບອີເລນແລະເບັນຜົວຂອງລາວ. ເຖິງວ່າເຮົາຈະລົມກັນສັ້ນໆ ແຕ່ມັນກໍເປັນເລື່ອງທີ່ໜ້າສົນໃຈ. ເຂົາເຈົ້າໄດ້ແນະນຳໃຫ້ຂ້ອຍອ່ານມັດທາຍເຖິງກິດຈະການເພື່ອຈະເຂົ້າໃຈວ່າຄລິດສະຕຽນແທ້ເປັນແນວໃດ ແລະຂ້ອຍກໍໄດ້ເຮັດຕາມນັ້ນ. ບໍ່ດົນຫຼັງຈາກນັ້ນ ຂ້ອຍກໍເລີ່ມສຶກສາຄຳພີໄບເບິນກັບເບັນແລະອີເລນ ເຊິ່ງໃນຕອນນັ້ນເປັນລະດູຮ້ອນປີ 2016.
“ຂ້ອຍມັກສຶກສາຄຳພີໄບເບິນແລະລໍຖ້າມື້ທີ່ຈະໄດ້ສຶກສາແລະເຂົ້າຮ່ວມການປະຊຸມ. ຂ້ອຍມີຄວາມສຸກຫຼາຍທີ່ໄດ້ຮຽນຮູ້ວ່າຄຳພີໄບເບິນສອນແນວໃດແທ້ໆ. ໜຶ່ງປີຕໍ່ມາ ຂ້ອຍກໍໄດ້ຮັບບັບເຕມາ. ຕອນນີ້ຂ້ອຍອາຍຸ 79 ປີແລ້ວ ແລະຂ້ອຍຮູ້ສຶກດີໃຈຫຼາຍແທ້ໆທີ່ໄດ້ພົບສາສະໜາແທ້. ພະເຢໂຫວາອວຍພອນຂ້ອຍໂດຍໃຫ້ຂ້ອຍເຂົ້າມາຢູ່ໃນຄອບຄົວຂອງເພິ່ນເຊິ່ງເປັນຄອບຄົວໃຫຍ່ທີ່ຢູ່ທົ່ວໂລກ.”