ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 25

ພະເຢໂຫວາ​ອວຍພອນ​ຜູ້​ທີ່​ໃຫ້​ອະໄພ​ຄົນ​ອື່ນ

ພະເຢໂຫວາ​ອວຍພອນ​ຜູ້​ທີ່​ໃຫ້​ອະໄພ​ຄົນ​ອື່ນ

“ພວກເຈົ້າ​ຕ້ອງ​ເຕັມໃຈ​ໃຫ້​ອະໄພ​ກັນ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຕັມໃຈ​ໃຫ້​ອະໄພ​ພວກເຈົ້າ.”—ກລຊ. 3:13

ເພງ 130 ເຮົາ​ຕ້ອງ​ໃຫ້​ອະໄພ​ກັນ

ໃຈ​ຄວາມ​ສຳຄັນ a

1. ພະ​ເຢໂຫວາ​ສັນຍາ​ຫຍັງ​ກັບ​ຜູ້​ທີ່​ເຮັດ​ຜິດ​ແລ້ວ​ກັບ​ໃຈ?

 ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ຜູ້​ສ້າງ ຜູ້​ໃຫ້​ກົດ​ໝາຍ ແລະ​ຜູ້​ຕັດສິນ ແຕ່​ເພິ່ນ​ຍັງ​ເປັນ​ພໍ່​ທີ່​ຮັກ​ເຮົາ. (ເພງ. 100:3; ເອຊາ. 33:22) ເມື່ອ​ເຮົາ​ເຮັດ​ຜິດ​ຕໍ່​ເພິ່ນ​ແລ້ວ​ກັບ​ໃຈ​ແທ້ໆ ເພິ່ນ​ບໍ່​ພຽງ​ແຕ່​ມີ​ສິດ​ທີ່​ຈະ​ໃຫ້​ອະໄພ​ເຮົາ ແຕ່​ເພິ່ນ​ຍັງ​ຢາກ​ໃຫ້​ອະໄພ​ເຮົາ. (ເພງ. 86:5) ເຮົາ​ໝັ້ນໃຈ​ເລື່ອງ​ນີ້​ໄດ້​ຈາກ​ຄຳເວົ້າ​ທີ່​ເພິ່ນ​ບອກ​ຜ່ານ​ທາງ​ຜູ້ພະຍາກອນ​ເອຊາຢາ​ທີ່​ວ່າ: “ເຖິງ​ບາບ​ຂອງ​ພວກເຈົ້າ​ຈະ​ແດງ​ກ່ຳ ເຮົາ​ກໍ​ຈະ​ເຮັດ​ໃຫ້​ຂາວ​ຄື​ກັບ​ຫິມະ.”—ເອຊາ. 1:18, ລ.ມ.

2. ຖ້າ​ເຮົາ​ຢາກ​ມີ​ສາຍສຳພັນ​ທີ່​ດີ​ກັບ​ຄົນ​ອື່ນ ເຮົາ​ຕ້ອງ​ເຮັດ​ຫຍັງ?

2 ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ ເຮົາ​ທຸກ​ຄົນ​ຈຶ່ງ​ເວົ້າ​ແລະ​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ເສຍໃຈ. (ຢກບ. 3:2) ເຖິງ​ຈະ​ເປັນ​ແນວ​ນັ້ນ ເຮົາ​ກໍ​ສາມາດ​ມີ​ສາຍສຳພັນ​ທີ່​ດີ​ກັບ​ເຂົາ​ເຈົ້າ​ໄດ້ ຖ້າ​ເຮົາ​ຮຽນ​ຮູ້​ທີ່​ຈະ​ໃຫ້​ອະໄພ. (ສຸພາ. 17:9; 19:11; ມທ. 18:21, 22) ເມື່ອ​ມີ​ບາງຄົນ​ເວົ້າ​ຫຼື​ເຮັດ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໃຫ້​ອະໄພ​ເຂົາ​ເຈົ້າ. (ກລຊ. 3:13) ເປັນຫຍັງ​ເຮົາ​ຄວນ​ເຮັດ​ແບບນັ້ນ? ເພາະ​ພະ​ເຢໂຫວາ​ກໍ​ໃຫ້​ອະໄພ​ເຮົາ “ຢ່າງ​ໃຈ​ກວ້າງ.”—ເອຊາ. 55:7, ລ.ມ.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ມະນຸດ​ທີ່​ບໍ່​ສົມບູນແບບ​ຈະ​ຮຽນແບບ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ຄວາມ​ຜິດ​ແບບ​ໃດ​ທີ່​ເຮົາ​ຕ້ອງ​ໄດ້​ບອກ​ຜູ້​ດູແລ? ເປັນຫຍັງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ? ແລະ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພີ່ນ້ອງ​ທີ່​ຮູ້ສຶກ​ເຈັບ​ປວດ​ໃຈ​ຈາກ​ການ​ກະທຳ​ທີ່​ບໍ່​ດີ​ຂອງ​ຄົນ​ອື່ນ?

ເມື່ອ​ມີການ​ເຮັດ​ຜິດ​ຮ້າຍແຮງ

4. (ກ) ເມື່ອ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ເຮັດ​ຜິດ​ຮ້າຍແຮງ ລາວ​ຈະ​ຕ້ອງ​ເຮັດ​ຫຍັງ? (ຂ) ຜູ້​ດູແລ​ມີ​ໜ້າ​ທີ່​ຫຍັງ​ເມື່ອ​ມີ​ຄົນ​ເຮັດ​ຜິດ​ຮ້າຍແຮງ​ໃນ​ປະຊາຄົມ?

4 ເຮົາ​ຄວນ​ບອກ​ຜູ້​ດູແລ​ເມື່ອ​ມີການ​ເຮັດ​ຜິດ​ຮ້າຍແຮງ​ໃນ​ປະຊາຄົມ. ໃນ 1 ໂກຣິນໂທ 6:9, 10 ກໍ​ໄດ້​ເວົ້າ​ເຖິງ​ຄວາມ​ຜິດ​ຮ້າຍແຮງ​ແບບນັ້ນ ເຊິ່ງ​ເປັນ​ການ​ລະເມີດ​ຕໍ່​ກົດ​ໝາຍ​ຂອງ​ພະເຈົ້າ. ຖ້າ​ຄລິດສະຕຽນ​ຄົນ​ໜຶ່ງ​ເຮັດ​ຜິດ​ຮ້າຍແຮງ ລາວ​ຈະ​ຕ້ອງ​ສາລະພາບ​ກັບ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ ແລະ​ຕ້ອງ​ໄປ​ບອກ​ຜູ້​ດູແລ​ໃນ​ປະຊາຄົມ. (ເພງ. 32:5; ຢກບ. 5:14) ຜູ້​ດູແລ​ມີ​ໜ້າ​ທີ່​ຫຍັງ? ທີ່​ຈິງ ມີ​ພຽງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ມີ​ສິດ​ໃຫ້​ອະໄພ​ຜູ້​ທີ່​ເຮັດ​ຜິດ​ໂດຍ​ທາງ​ຄ່າໄຖ່​ຂອງ​ພະເຢຊູ. b ແຕ່​ເພິ່ນ​ກໍ​ຍັງ​ມອບໝາຍ​ໃຫ້​ຜູ້​ດູແລ​ຕັດສິນ​ຕາມ​ຫຼັກ​ພະຄຳພີ​ວ່າ ຜູ້​ທີ່​ເຮັດ​ຜິດ​ຄວນ​ຈະ​ຢູ່​ໃນ​ປະຊາຄົມ​ຕໍ່ໄປ​ຫຼື​ບໍ່. (1 ກຣ. 5:12) ແລະ​ສິ່ງ​ທີ່​ຈະ​ຊ່ວຍ​ຜູ້​ດູແລ​ໃຫ້​ເຮັດ​ແບບນັ້ນ​ໄດ້​ກໍ​ຄື​ການ​ຫາ​ຄຳຕອບ​ສຳລັບ​ຄຳຖາມ​ຕໍ່ໄປ​ນີ້: ລາວ​ຈົງໃຈ​ເຮັດ​ຜິດ​ບໍ? ລາວ​ວາງ​ແຜນ​ແລະ​ພະຍາຍາມ​ປົກ​ປິດ​ຄວາມ​ຜິດ​ໄວ້​ບໍ? ລາວ​ເຮັດ​ຜິດ​ເລື້ອຍໆ​ຈົນ​ເປັນ​ນິດໄສ​ບໍ? ມີ​ຫຼັກ​ຖານ​ບໍ​ວ່າ​ລາວ​ກັບ​ໃຈ​ແທ້ໆ? ແລະ​ມີ​ສິ່ງ​ໃດ​ບໍ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ລາວ​ແລ້ວ?—ກຈກ. 3:19

5. ສິ່ງ​ທີ່​ຜູ້​ດູແລ​ເຮັດ​ມີ​ຜົນ​ດີ​ຫຍັງ​ແດ່?

5 ເມື່ອ​ຜູ້​ດູແລ​ໄປ​ພົບ​ກັບ​ຜູ້​ທີ່​ເຮັດ​ຜິດ ເປົ້າໝາຍ​ຂອງ​ເຂົາ​ເຈົ້າ​ກໍ​ຄື​ເພື່ອ​ຈະ​ຕັດສິນ​ໃຫ້​ຄື​ກັບ​ທີ່​ພະ​ເຢໂຫວາ​ຕັດສິນ​ແລ້ວ​ໃນ​ສະຫວັນ. (ມທ. 18:18) ປະຊາຄົມ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ຈັດ​ກຽມ​ນີ້? ຄົນ​ທີ່​ເຮັດ​ຜິດ​ຮ້າຍແຮງ​ແລ້ວ​ບໍ່​ກັບ​ໃຈ​ຈະ​ບໍ່​ໄດ້​ຢູ່​ໃນ​ປະຊາຄົມ​ອີກ​ຕໍ່ໄປ. ນີ້​ເປັນ​ການ​ປົກ​ປ້ອງ​ພີ່ນ້ອງ​ໃນ​ປະຊາຄົມ. (1 ກຣ. 5:6, 7, 11-13; ຕຕ. 3:10, 11) ແລະ​ຍັງ​ເປັນ​ການ​ຊ່ວຍ​ຜູ້​ທີ່​ເຮັດ​ຜິດ​ໃຫ້​ກັບ​ໃຈ​ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ. (ລກ. 5:32) ຜູ້​ດູແລ​ຍັງ​ຈະ​ອະທິດຖານ​ເພື່ອ​ຜູ້​ທີ່​ກັບ​ໃຈ​ແລະ​ຊ່ວຍ​ລາວ​ໃຫ້​ກັບ​ມາ​ມີ​ສາຍສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ອີກ.—ຢກບ. 5:15

6. ຖ້າ​ຄົນ​ໜຶ່ງ​ຖືກ​ຕັດ​ສຳພັນ ພະ​ເຢໂຫວາ​ຍັງ​ຈະ​ໃຫ້​ອະໄພ​ລາວ​ບໍ? ຂໍໃຫ້ອະທິບາຍ

6 ໃນ​ກໍລະນີ​ຂອງ​ຜູ້​ທີ່​ເຮັດ​ຜິດ​ແລ້ວ​ບໍ່​ກັບ​ໃຈ ຜູ້​ດູແລ​ຈະ​ຕ້ອງ​ຕັດ​ລາວ​ອອກ​ຈາກ​ປະຊາຄົມ. ຖ້າ​ລາວ​ເຮັດ​ຜິດ​ຕໍ່​ກົດ​ໝາຍ​ບ້ານ​ເມືອງ ຜູ້​ດູແລ​ຈະ​ບໍ່​ໄດ້​ປົກ​ປ້ອງ​ລາວ​ຈາກ​ຜົນ​ຂອງ​ການ​ກະທຳ​ຜິດ​ນັ້ນ​ບໍ່​ວ່າ​ລາວ​ຈະ​ກັບ​ໃຈ​ຫຼື​ບໍ່​ກໍ​ຕາມ ເພາະ​ພະ​ເຢໂຫວາ​ອະນຸຍາດ​ໃຫ້​ອຳນາດ​ການ​ປົກຄອງ​ມີ​ສິດ​ຕັດສິນ​ແລະ​ລົງໂທດ​ຜູ້​ໃດ​ກໍ​ຕາມ ທີ່​ເຮັດ​ຜິດ​ຕໍ່​ກົດ​ໝາຍ​ບ້ານ​ເມືອງ. (ຣມ. 13:4) ແຕ່​ຖ້າ​ລາວ​ສຳນຶກ​ຜິດ​ແລະ​ປ່ຽນແປງ​ຕົວເອງ ພະ​ເຢໂຫວາ​ກໍ​ຈະ​ໃຫ້​ອະໄພ​ລາວ​ເຖິງ​ວ່າ​ຄວາມ​ຜິດ​ທີ່​ລາວ​ເຮັດ​ນັ້ນ​ຈະ​ຮ້າຍແຮງ​ກໍ​ຕາມ.—ລກ. 15:17-24; 2 ຂ່າວ. 33:9, 12, 13; 1 ຕມ. 1:15

7. ການ​ໃຫ້​ອະໄພ​ຜູ້​ທີ່​ເຮັດ​ຜິດ​ຕໍ່​ເຮົາ​ໝາຍ​ຄວາມ​ວ່າ​ແນວ​ໃດ?

7 ເຮົາ​ຮູ້ສຶກ​ດີ​ໃຈ​ທີ່​ບໍ່​ໄດ້​ມີ​ໜ້າ​ທີ່​ຕັດສິນ​ວ່າ​ຜູ້​ທີ່​ເຮັດ​ຜິດ​ສົມຄວນ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ຫຼື​ບໍ່ ເພາະ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຈະ​ຕັດສິນ​ໃນ​ເລື່ອງ​ນີ້. ແຕ່​ກໍ​ມີ​ບາງ​ຢ່າງ​ທີ່​ເຮົາ​ຈະ​ຕ້ອງ​ໄດ້​ຕັດສິນ​ໃຈ​ເອງ. ຕົວຢ່າງ​ເຊັ່ນ: ຖ້າ​ມີ​ບາງຄົນ​ເຮັດ​ບໍ່​ດີ​ຕໍ່​ເຮົາ​ແລະ​ລາວ​ໄດ້​ມາ​ຂໍ​ໂທດ​ແລະ​ຂໍ​ໃຫ້​ເຮົາ​ຍົກ​ໂທດ​ໃຫ້ ຫຼື​ບາງເທື່ອ​ລາວ​ອາດຈະ​ບໍ່​ໄດ້​ຂໍ​ໂທດ​ເລີຍ. ໃນ​ກໍລະນີ​ນີ້ ເຮົາ​ຕ້ອງ​ເລືອກ​ເອງ​ວ່າ​ຈະ​ໃຫ້​ອະໄພ​ລາວ​ຫຼື​ບໍ່ ເຊິ່ງ​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ບໍ່​ຄຽດ​ໃຫ້​ລາວ​ອີກ​ຕໍ່ໄປ. ແຕ່​ເພື່ອ​ຈະ​ເຮັດ​ແບບນັ້ນ​ໄດ້ ມັນ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆ ໂດຍ​ສະເພາະ​ຖ້າ​ຜູ້​ນັ້ນ​ເຮັດ​ໃຫ້​ເຮົາ​ເຈັບ​ປວດ​ໃຈ​ຫຼາຍ. ໃນ​ຫໍສັງເກດການ 15 ກັນຍາ 1994 c ບອກ​ວ່າ: “ເມື່ອ​ເຈົ້າ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ເຈົ້າ ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ເຫັນດີ​ກັບ​ຄວາມ​ຜິດ​ທີ່​ລາວ​ເຮັດ. ສຳລັບ​ຄລິດສະຕຽນ​ແລ້ວ ການ​ໃຫ້​ອະໄພ​ໝາຍ​ເຖິງ​ການ​ຝາກ​ເລື່ອງ​ນັ້ນ​ໄວ້​ໃນ​ມື​ຂອງ​ພະ​ເຢໂຫວາ​ດ້ວຍ​ຄວາມ​ໄວ້​ວາງໃຈ. ພະອົງ​ເປັນ​ຜູ້​ພິພາກສາ​ທີ່​ຊອບທຳ​ທີ່ສຸດ​ໃນ​ເອກະພົບ​ແລະ​ພະອົງ​ຈະ​ຈັດການ​ເລື່ອງ​ນັ້ນ​ຢ່າງ​ຍຸຕິທຳ​ໃນ​ເວລາ​ທີ່​ເໝາະສົມ.” ເປັນຫຍັງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ​ແລະ​ຝາກ​ເລື່ອງ​ນັ້ນ​ໄວ້​ໃນ​ມື​ຂອງ​ເພິ່ນ?

ເປັນຫຍັງ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ

8. ການ​ໃຫ້​ອະໄພ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ?

8 ການ​ໃຫ້​ອະໄພ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ. ໃນ​ຕົວຢ່າງ​ປຽບ​ທຽບ​ໜຶ່ງ ພະເຢຊູ​ໄດ້​ສົມ​ທຽບ​ພະ​ເຢໂຫວາ​ຄື​ກັບ​ກະສັດ​ອົງ​ໜຶ່ງ​ທີ່​ໄດ້​ຍົກ​ໜີ້​ຈຳນວນ​ຫຼາຍ​ໃຫ້​ທາດ​ຄົນ​ໜຶ່ງ​ທີ່​ບໍ່​ສາມາດ​ໄຊ້​ໜີ້​ໄດ້. ແຕ່​ທາດ​ຄົນ​ນີ້​ພັດ​ບໍ່​ຍອມ​ເມດຕາ​ໝູ່​ທີ່​ເປັນ​ທາດ​ນຳ​ກັນ​ເຊິ່ງ​ຕິດ​ໜີ້​ລາວ​ພຽງ​ແຕ່​ໜ້ອຍ​ດຽວ. (ມທ. 18:23-35) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ຖ້າ​ເຮົາ​ເຫັນ​ຄ່າ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຢາກ​ຈະ​ໃຫ້​ອະໄພ​ຄົນ​ອື່ນ. (ເພງ. 103:9) ໃນ​ຫໍສັງເກດການ ສະບັບ​ໜຶ່ງ​ໄດ້​ບອກ​ມາ​ຫຼາຍ​ປີ​ແລ້ວ​ວ່າ: “ບໍ່​ວ່າ​ເຮົາ​ຈະ​ໃຫ້​ອະໄພ​ຄົນ​ອື່ນ​ມາ​ຫຼາຍ​ສ່ຳ​ໃດ ກໍ​ທຽບ​ບໍ່​ໄດ້​ເລີຍ​ກັບ​ການ​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ຜ່ານ​ທາງ​ຄ່າໄຖ່​ຂອງ​ພະເຢຊູ.”

9. ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຕໍ່​ໃຜ? (ມັດທາຍ 6:14, 15)

9 ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ຜູ້​ທີ່​ໃຫ້​ອະໄພ​ຄົນ​ອື່ນ. ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ທີ່​ເມດຕາ​ຄົນ​ອື່ນ. (ມທ. 5:7; ຢກບ. 2:13) ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ແຈ້ງ​ຈາກ​ວິທີ​ທີ່​ພະເຢຊູ​ສອນ​ລູກສິດ​ໃຫ້​ອະທິດຖານ. (ອ່ານ​ມັດທາຍ 6:14, 15) ແລະ​ເຮົາ​ຍັງ​ໄດ້​ບົດຮຽນ​ຄ້າຍໆ​ກັນ​ນີ້​ຈາກ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ໂຢບ. ໂຢບ​ເຊິ່ງ​ເປັນ​ຄົນ​ທີ່​ສັດຊື່​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ກັບ​ຄຳເວົ້າ​ທີ່​ບໍ່​ດີ​ຂອງ​ໝູ່​ລາວ​ສາມ​ຄົນ ເຊິ່ງ​ກໍ​ຄື​ເອລີຟາດ ບີເລດາດ ແລະ​ໂຈຟາ. ແຕ່​ພະ​ເຢໂຫວາ​ກໍ​ໄດ້​ບອກ​ໂຢບ​ໃຫ້​ອະທິດຖານ​ເພື່ອ​ເຂົາ​ເຈົ້າ. ເມື່ອ​ລາວ​ເຮັດ​ແບບນັ້ນ ພະ​ເຢໂຫວາ​ກໍ​ໄດ້​ອວຍພອນ​ລາວ.—ໂຢບ 42:8-10

10. ການ​ເກັບ​ຄວາມ​ຄຽດ​ໄວ້​ເປັນ​ອັນຕະລາຍ​ແນວ​ໃດ? (ເອເຟໂຊ 4:31, 32)

10 ການ​ເກັບ​ຄວາມ​ຄຽດ​ເປັນ​ການ​ທຳລາຍ​ຕົວເອງ. ການ​ເກັບ​ຄວາມ​ຄຽດ​ໄວ້​ເປັນ​ຄື​ກັບ​ການ​ແບກ​ພາລະ​ໜັກ. ຖ້າ​ປ່ອຍ​ວາງ​ກໍ​ຈະ​ເຮັດ​ໃຫ້​ເຮົາ​ສະບາຍ​ໃຈ​ແລະ​ມີ​ຄວາມ​ສຸກ. ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ເຮົາ​ເຮັດ​ແບບນັ້ນ. (ອ່ານ​ເອເຟໂຊ 4:31, 32) ເພິ່ນ​ບອກ​ເຮົາ​ວ່າ “ຢ່າ​ຄຽດ​ແລະ​ຢ່າ​ໂມໂຫ.” (ເພງ. 37:8, ລ.ມ.) ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ເຮົາ​ຈະ​ໄດ້​ປະໂຫຍດ​ຫຼາຍ ເພາະ​ການ​ເກັບ​ຄວາມ​ຄຽດ​ໄວ້​ຈະ​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ເຮົາ​ທາງ​ຮ່າງກາຍ​ແລະ​ຈິດ​ໃຈ. (ສຸພາ. 14:30) ການ​ຄຽດ​ໃຫ້​ຄົນ​ອື່ນ​ບໍ່​ເຊົາ​ກໍ​ປຽບ​ຄື​ກັບ​ເຮົາ​ກິນ​ຢາພິດ​ເຊິ່ງ​ຈະ​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ຕົວ​ເຮົາ​ເອງ ບໍ່​ແມ່ນ​ຕໍ່​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ຄຽດ. ດັ່ງນັ້ນ ຖ້າ​ເຮົາ​ໃຫ້​ອະໄພ​ຄົນ​ອື່ນກໍ​ເປັນ​ຄື​ກັບ​ເຮົາ​ໃຫ້​ຂອງຂວັນ​ກັບ​ຕົວເອງ. (ສຸພາ. 11:17) ເຮົາ​ມີ​ຄວາມ​ສະຫງົບໃຈ​ແລະ​ສາມາດ​ຮັບ​ໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້.

11. ຄຳພີໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ການ​ແກ້ແຄ້ນ? (ໂຣມ 12:19-21)

11 ການ​ແກ້ແຄ້ນ​ເປັນ​ໜ້າ​ທີ່​ຂອງ​ພະ​ເຢໂຫວາ. ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ເຮົາ​ມີ​ສິດ​ແກ້ແຄ້ນ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ເຮົາ. (ອ່ານ​ໂຣມ 12:19-21) ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ ເຮົາ​ຈຶ່ງ​ບໍ່​ສາມາດ​ເບິ່ງ​ເລື່ອງ​ຕ່າງໆ​ໄດ້​ຢ່າງ​ຄົບ​ຖ້ວນ​ແລະ​ບໍ່​ສາມາດ​ຕັດສິນ​ໄດ້​ຢ່າງ​ຖືກຕ້ອງ​ຄື​ກັບ​ພະ​ເຢໂຫວາ. (ຮຣ. 4:13) ແລະ​ບາງເທື່ອ​ເຮົາ​ກໍ​ມັກ​ໃຊ້​ອາລົມ​ຫຼາຍ​ກວ່າ​ເຫດຜົນ ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ຕັດສິນ​ໄດ້​ຢ່າງ​ຖືກຕ້ອງ. ພະ​ເຢໂຫວາ​ໄດ້​ດົນ​ໃຈ​ໃຫ້​ຢາໂກໂບ​ຂຽນ​ວ່າ: “ຄວາມ​ຮ້າຍ​ຂອງ​ຄົນ​ເຮົາ​ບໍ່​ໄດ້​ຊ່ວຍ​ໃຫ້​ຜູ້​ໃດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ພະເຈົ້າ.” (ຢກບ. 1:20) ດັ່ງນັ້ນ ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າພະ​ເຢໂຫວາ​ຈະ​ເຮັດ​ທຸກ​ສິ່ງ​ໃຫ້​ຖືກຕ້ອງ​ແລະ​ຍຸຕິທຳ​ຢ່າງ​ແນ່ນອນ.

ບໍ່​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້. ຝາກ​ເລື່ອງ​ນັ້ນ​ໄວ້​ກັບ​ພະ​ເຢໂຫວາ. ເພິ່ນ​ຈະ​ແກ້ໄຂ​ຄວາມ​ເສຍຫາຍ​ທຸກ​ຢ່າງ​ທີ່​ເກີດ​ຈາກ​ບາບ. (ເບິ່ງ​ຂໍ້ 12)

12. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ໄວ້ໃຈ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ?

12 ການ​ໃຫ້​ອະໄພ​ສະແດງ​ວ່າ​ເຮົາ​ໄວ້ໃຈ​ໃນ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ. ການ​ທີ່​ເຮົາ​ຝາກ​ເລື່ອງ​ທັງ​ໝົດ​ໄວ້​ກັບ​ພະ​ເຢໂຫວາ​ກໍ​ສະແດງ​ວ່າ​ເຮົາ​ໄວ້ໃຈ​ວ່າ ພະ​ເຢໂຫວາ​ຈະ​ແກ້ໄຂ​ຄວາມ​ເສຍຫາຍ​ທຸກ​ຢ່າງ​ທີ່​ເກີດ​ຈາກ​ບາບ. ໃນ​ໂລກ​ໃໝ່ ພະ​ເຢໂຫວາ​ສັນຍາ​ວ່າ: “ຈະ​ບໍ່​ມີ​ໃຜ​ຈື່ ຫຼື​ນຶກ​ເຖິງ” ຄວາມ​ຊົງ​ຈຳ​ທີ່​ເຈັບ​ປວດ​ອີກ​ເລີຍ. (ເອຊາ. 65:17, ລ.ມ.) ແຕ່​ຖ້າ​ມີ​ຄົນ​ເຮັດ​ໃຫ້​ເຮົາ​ເຈັບ​ໃຈ​ຫຼື​ເສຍໃຈ​ຫຼາຍ​ເດ ຈະ​ເປັນ​ໄປ​ໄດ້​ບໍ​ທີ່​ເຮົາ​ຈະ​ບໍ່​ເກັບ​ຄວາມ​ຄຽດ​ແລະ​ໃຫ້​ອະໄພ​ເຂົາ​ເຈົ້າ? ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ບາງຄົນ​ໄດ້​ເຮັດ​ແນວ​ໃດ​ໃນ​ເລື່ອງ​ນີ້.

ການ​ໃຫ້​ອະໄພ​ເຮັດ​ໃຫ້​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່?

13-14. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂທນີ​ແລະ​ໂຮ​ເຊ​ໃນ​ເລື່ອງ​ການ​ໃຫ້​ອະໄພ?

13 ພີ່ນ້ອງ​ຂອງ​ເຮົາ​ຫຼາຍ​ຄົນ​ໄດ້​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈັບ​ປວດ​ໃຈ. ແລ້ວ​ເຂົາ​ເຈົ້າ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່​ຈາກ​ການ​ເຮັດ​ແບບນັ້ນ?

14 ເປັນ​ເວລາ​ຫຼາຍ​ປີ​ກ່ອນ​ທີ່​ໂທນີ dເຊິ່ງ​ຢູ່​ປະເທດ​ຟີລິບປິນ​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ອ້າຍ​ຂອງ​ລາວ​ຕາຍ​ຍ້ອນ​ຖືກ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ໂຮ​ເຊ​ຂ້າ. ໃນ​ຕອນ​ນັ້ນ​ໂທນີ​ເປັນ​ຄົນ​ໃຈຮ້າຍ​ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ ລາວ​ຈຶ່ງ​ຢາກ​ແກ້ແຄ້ນ​ໃຫ້​ອ້າຍ​ຂອງ​ລາວ. ເມື່ອ​ລາວ​ຮູ້​ວ່າ​ໂຮ​ເຊ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ແລ້ວ ລາວ​ກໍ​ສາບານ​ວ່າ​ຈະ​ຕາມ​ລ່າ​ແລະ​ຂ້າ​ໂຮ​ເຊ​ໃຫ້​ໄດ້. ລາວ​ຈຶ່ງ​ຊື້​ປືນ​ມາ​ໄວ້​ເພື່ອ​ສິ່ງ​ນີ້. ແຕ່​ເມື່ອ​ໂທນີ​ເລີ່ມ​ສຶກສາ​ຄຳພີໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ລາວ​ໄດ້​ບອກ​ວ່າ: “ການສຶກສາ​ຄຳພີໄບເບິນ​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ປ່ຽນແປງ​ນິດໄສ​ແລະ​ການ​ກະທຳ​ຂອງ​ຕົວເອງ ເຊິ່ງ​ລວມ​ເຖິງ​ການ​ບໍ່​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້​ໃນ​ໃຈ.” ຫຼັງ​ຈາກ​ນັ້ນ​ໂທນີ​ກໍ​ຮັບ​ບັບເຕມາ ແລະ​ຕໍ່ມາ​ກໍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ດູແລ. ລອງ​ຄິດ​ເບິ່ງ​ດຸ​ວ່າ ໂທນີ​ຊິ​ຕົກ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ຮູ້​ວ່າ​ໂຮ​ເຊ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລ້ວ! ເມື່ອ​ທັງ​ສອງ​ຄົນ​ພົບ​ກັນ ເຂົາ​ເຈົ້າ​ກໍ​ໄດ້​ກອດ​ກັນ​ຢ່າງ​ອົບອຸ່ນ ແລະ​ໂທນີ​ບອກ​ໂຮ​ເຊ​ວ່າ​ລາວ​ໄດ້​ໃຫ້​ອະໄພ​ໂຮ​ເຊ​ແລ້ວ. ໂທນີ​ເວົ້າ​ວ່າ​ເມື່ອ​ລາວ​ໃຫ້​ອະໄພ​ໂຮ​ເຊ ລາວ​ມີ​ຄວາມ​ສຸກ​ຫຼາຍ​ຈົນ​ບໍ່​ຮູ້​ຈະ​ອະທິບາຍ​ຄວາມ​ຮູ້ສຶກ​ນັ້ນ​ອອກ​ມາ​ແນວ​ໃດ. ເຮົາ​ເຫັນ​ໄດ້​ວ່າ​ພະ​ເຢໂຫວາ​ອວຍພອນ​ໂທນີ​ທີ່​ໃຫ້​ອະໄພ​ຄົນ​ອື່ນ.

ຕົວຢ່າງ​ຂອງ​ປີເຕີ​ກັບ​ຊູ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ສາມາດ​ໃຫ້​ອະໄພ​ແລະ​ບໍ່​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້. (ເບິ່ງ​ຂໍ້ 15-16)

15-16. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ປີເຕີ​ກັບ​ຊູ​ໃນ​ເລື່ອງ​ການ​ໃຫ້​ອະໄພ?

15 ໃນ​ປີ 1985 ຕອນ​ທີ່​ປີເຕີ​ແລະ​ຊູ​ກຳລັງ​ນັ່ງ​ປະຊຸມ​ຢູ່​ທີ່​ຫໍ​ປະຊຸມ ທັນໃດ​ນັ້ນ​ກໍ​ໄດ້​ເກີດ​ການ​ລະເບີດ​ທີ່​ຮຸນແຮງ​ຂຶ້ນ. ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ມາ​ລັກ​ວາງ​ລະເບີດ​ໄວ້​ໃນ​ຫໍ​ປະຊຸມ! ຊູ​ໄດ້​ຮັບ​ບາດເຈັບ​ສາຫັດ​ເຊິ່ງ​ມີ​ຜົນ​ກະທົບ​ຕໍ່​ການ​ເບິ່ງ​ເຫັນ ການ​ໄດ້​ຍິນ ແລະ​ຍັງ​ສູນ​ເສຍ​ການ​ດົມ​ກິ່ນ. e ປີເຕີ​ແລະ​ຊູ​ສົງ​ໄສ​ມາ​ຕະຫຼອດ​ວ່າ ‘ໃຜ​ທີ່​ເຮັດ​ສິ່ງ​ຊົ່ວ​ແບບ​ນີ້?’ ຫຼາຍ​ປີ​ຕໍ່ມາ ຜູ້​ທີ່​ວາງ​ລະເບີດ​ເຊິ່ງ​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ກໍ​ໄດ້​ຖືກ​ຈັບ​ແລະ​ຖືກ​ຕັດສິນ​ໃຫ້​ຈຳ​ຄຸກ​ຕະຫຼອດ​ຊີວິດ. ເມື່ອ​ຖາມ​ປີເຕີ​ກັບ​ຊູ​ວ່າ​ຈະ​ໃຫ້​ອະໄພ​ຜູ້​ຊາຍ​ຄົນ​ນີ້​ບໍ ເຂົາ​ເຈົ້າ​ຕອບ​ວ່າ: “ພະ​ເຢໂຫວາ​ສອນ​ເຮົາ​ວ່າ ການ​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້​ຈະ​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ຮ່າງກາຍ ຈິດ​ໃຈ ແລະ​ອາລົມ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ບໍ່​ດົນ​ຫຼັງ​ຈາກ​ທີ່​ເຮົາ​ຖືກ​ລະເບີດ ເຮົາ​ກໍ​ໄດ້​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຮົາ​ໃຫ້​ອະໄພ​ແລະ​ບໍ່​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້ ແລ້ວ​ເຮົາ​ກໍ​ໃຊ້​ຊີວິດ​ຢ່າງ​ສະຫງົບໃຈ​ຕໍ່ໄປ​ໄດ້.”

16 ເປັນ​ເລື່ອງ​ງ່າຍ​ບໍ​ທີ່​ປີເຕີ​ກັບ​ຊູ​ຈະ​ໃຫ້​ອະໄພ​ຜູ້​ຊາຍ​ຄົນ​ນີ້? ບໍ່​ງ່າຍ​ເລີຍ. ເຂົາ​ເຈົ້າ​ບອກ​ວ່າ: “ບາງເທື່ອ​ເມື່ອ​ຊູ​ຮູ້ສຶກ​ເຈັບ​ປວດ​ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ລະເບີດ​ຄັ້ງ​ນັ້ນ ເຮົາ​ກໍ​ຮູ້ສຶກ​ໃຈຮ້າຍ. ແຕ່​ເມື່ອ​ເຮົາ​ພະຍາຍາມ​ບໍ່​ຄິດເຖິງ​ເລື່ອງ​ນັ້ນ ຄວາມ​ຮູ້ສຶກ​ໃຈຮ້າຍ​ກໍ​ຄ່ອຍໆ​ຫາຍ​ໄປ. ທີ່​ຈິງ​ເຮົາ​ເວົ້າ​ຈາກ​ໃຈ​ໄດ້​ເລີຍ​ວ່າ ຖ້າ​ມື້​ໜຶ່ງ​ຜູ້​ຊາຍ​ຄົນ​ນີ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຍິນດີ​ຕ້ອນຮັບ​ລາວ. ເລື່ອງ​ນີ້​ສອນ​ເຮົາ​ໃຫ້​ຮູ້​ວ່າ​ເມື່ອ​ເຮົາ​ເຮັດ​ຕາມ​ຫຼັກການ​ໃນ​ຄຳພີໄບເບິນ ເຮົາ​ກໍ​ຮູ້ສຶກ​ສະບາຍ​ໃຈ​ແລະ​ຊ່ວຍ​ເຮົາ​ໃຫ້​ເປັນ​ອິດ​ສະຫຼະ​ໃນ​ຫຼາຍໆ​ດ້ານ​ຈົນ​ເຮົາ​ນຶກພາບ​ບໍ່​ອອກ! ແລະ​ເຮົາ​ຍັງ​ຮູ້ສຶກ​ດີ​ໃຈ​ທີ່​ຮູ້​ວ່າ ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ແກ້ໄຂ​ຄວາມ​ເສຍຫາຍ​ທັງ​ໝົດ​ທີ່​ເກີດ​ຂຶ້ນ.”

17. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ມີຣາ​ໃນ​ເລື່ອງ​ການ​ໃຫ້​ອະໄພ?

17 ມີຣາ​ຮຽນ​ຄວາມ​ຈິງ​ຫຼັງ​ຈາກ​ທີ່​ລາວ​ແຕ່ງດອງ​ແລະ​ມີ​ລູກ​ນ້ອຍ 2 ຄົນ​ແລ້ວ. ແຕ່​ຜົວ​ຂອງ​ລາວ​ບໍ່​ເອົາ​ຄວາມ​ຈິງ. ຕໍ່ມາ​ຜົວ​ຂອງ​ລາວ​ກໍ​ໄດ້​ຫຼິ້ນ​ຊູ້​ແລະ​ປະຖິ້ມ​ຄອບຄົວ. ມີຣາ​ບອກ​ວ່າ: “ເມື່ອ​ຜົວ​ໄດ້​ຖິ້ມ​ຂ້ອຍ​ກັບ​ລູກ 2 ຄົນ ຂ້ອຍ​ກໍ​ຮູ້ສຶກ​ຄື​ກັບ​ທີ່​ຫຼາຍ​ຄົນ​ຮູ້ສຶກ​ເມື່ອ​ຖືກ​ຫັກ​ຫຼັງ​ຈາກ​ຄົນ​ທີ່​ຮັກ ເຊັ່ນ ຮູ້ສຶກ​ຕົກ​ໃຈ ບໍ່​ຢາກ​ຈະ​ເຊື່ອ ເຈັບ​ໃຈ ເສຍໃຈ ໃຈຮ້າຍ ແລະ​ໂທດ​ຕົວເອງ.” ເຖິງ​ວ່າ​ຈະ​ປະ​ຮ້າງ​ກັນ​ແລ້ວ ແຕ່​ຄວາມ​ເຈັບ​ປວດ​ຍັງ​ມີ​ຢູ່. ມີຣາ​ເວົ້າ​ວ່າ: “ຂ້ອຍ​ຍັງ​ຮູ້ສຶກ​ກະວົນກະວາຍ​ໃຈ​ແລະ​ໃຈຮ້າຍ​ເປັນ​ເວລາ​ຫຼາຍ​ເດືອນ. ແລະ​ຂ້ອຍ​ຮູ້​ວ່າ​ຄວາມ​ຮູ້ສຶກ​ນີ້​ສົ່ງ​ຜົນ​ຕໍ່​ສາຍສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ແລະ​ກັບ​ຄົນ​ອື່ນ.” ຕອນ​ນັ້ນ​ມີຣາ​ຮູ້ສຶກ​ຄຽດ​ແຄ້ນ​ແລະ​ຢາກ​ໃຫ້​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ກັບ​ຜົວ​ເກົ່າ​ຂອງ​ລາວ. ແຕ່​ຕອນນີ້​ລາວ​ບໍ່​ໄດ້​ຮູ້ສຶກ​ແບບນັ້ນ​ແລ້ວ ແລະ​ລາວ​ກໍ​ຫວັງ​ວ່າ​ມື້​ໜຶ່ງ​ຜົວ​ເກົ່າ​ຈະ​ເຂົ້າ​ມາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ. ມີຣາ​ບໍ່​ໄດ້​ຈົມ​ຢູ່​ກັບ​ອະດີດ. ເຖິງ​ລາວ​ຈະ​ເປັນ​ແມ່​ລ້ຽງ​ດ່ຽວ ແຕ່​ລາວ​ກໍ​ສາມາດ​ລ້ຽງ​ລູກ 2 ຄົນ​ໃຫ້​ຮັບ​ໃຊ້​ພະ​ເຢໂຫວາ. ຕອນນີ້​ລາວ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບ​ໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ລູກໆ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ.

ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ​ທີ່​ຍຸຕິທຳ​ທີ່ສຸດ

18. ເປັນຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ​ທີ່​ດີ​ທີ່ສຸດ?

18 ເຮົາ​ຮູ້ສຶກ​ດີ​ໃຈ​ທີ່​ຮູ້​ວ່າ​ເຮົາ​ບໍ່​ໄດ້​ມີ​ໜ້າ​ທີ່​ເປັນ​ຜູ້​ຕັດສິນ​ຄົນ​ອື່ນ ແຕ່​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ເຮັດ​ໜ້າ​ທີ່​ທີ່​ສຳຄັນ​ນີ້ ເພາະ​ເພິ່ນ​ເປັນ​ຜູ້​ຕັດສິນ​ທີ່​ດີ​ທີ່ສຸດ. (ຣມ. 14:10-12) ແລະ​ເຮົາ​ກໍ​ສາມາດ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຕັດສິນ​ຕາມ​ກົດ​ໝາຍ​ທີ່​ສົມບູນແບບ​ຂອງ​ເພິ່ນ. (ຕົ້ນ. 18:25; 1 ກະ. 8:32) ເພິ່ນ​ບໍ່​ມີ​ທາງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ແລະ​ບໍ່​ຍຸຕິທຳ.

19. ພະ​ເຢໂຫວາ​ເຊິ່ງ​ເປັນ​ຜູ້​ຕັດສິນ​ທີ່​ຍຸຕິທຳ​ທີ່ສຸດ​ຈະ​ເຮັດ​ຫຍັງ?

19 ເຮົາ​ລໍ​ຖ້າ​ມື້​ທີ່​ພະ​ເຢໂຫວາ​ຈະ​ແກ້ໄຂ​ຄວາມ​ເສຍຫາຍ​ທຸກ​ຢ່າງ​ທີ່​ເກີດ​ຈາກ​ບາບ​ແລະ​ຄວາມ​ບໍ່​ສົມບູນແບບ​ຂອງ​ມະນຸດ. ໃນ​ຕອນ​ນັ້ນ ບາດ​ແຜ​ທາງ​ກາຍ​ແລະ​ໃຈ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​ຖາວອນ​ແລະ​ເຮົາ​ຈະ​ບໍ່​ນຶກ​ເຖິງ​ມັນ​ອີກ​ເລີຍ. (ເພງ. 72:12-14; ພນມ. 21:3, 4) ແຕ່​ກ່ອນ​ຈະ​ຮອດ​ມື້​ນັ້ນ ເຮົາ​ຢາກ​ຮຽນແບບ​ພະ​ເຢໂຫວາ​ໃນ​ການ​ໃຫ້​ອະໄພ​ຄົນ​ອື່ນ ແລະ​ຢາກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບນັ້ນ​ໄດ້.

ເພງ 18 ຂອບໃຈ​ສຳລັບ​ຄ່າໄຖ່

a ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ຜູ້​ທີ່​ເຮັດ​ຜິດ​ແລ້ວ​ກັບ​ໃຈ. ຍ້ອນ​ເຮົາ​ເປັນ​ຄລິດສະຕຽນ​ເຮົາ​ຈຶ່ງ​ຢາກ​ຮຽນແບບ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ໂດຍ​ໃຫ້​ອະໄພ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ມີ​ຄວາມ​ຜິດ​ແບບ​ໃດ​ທີ່​ເຮົາ​ໃຫ້​ອະໄພ​ໄດ້ ແລະ​ຄວາມ​ຜິດ​ແບບ​ໃດ​ທີ່​ເຮົາ​ຕ້ອງ​ໄດ້​ບອກ​ຜູ້​ດູແລ. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ ເປັນຫຍັງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ ແລະ​ຖ້າ​ເຮົາ​ເຮັດ​ແບບນັ້ນ​ເຮົາ​ຈະ​ໄດ້​ຮັບ​ພອນ​ຫຍັງ​ແດ່.

b ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ 15 ເມສາ 1996 (ພາສາໄທ)

c ພາສາໄທ

d ຊື່​ສົມມຸດ

e ເບິ່ງ​ປຶ້ມ ຕື່ນເຖິດ! 8 ມັງກອນ 1992 ໜ້າ 9-13 ແລະ​ເບິ່ງ​ລາຍການ​ໂທລະທັດ JW® ໃນ​ຫົວ​ຂໍ້ ປີເຕີ​ກັບ​ຊູ ຊູນ ເອົາ​ຊະນະ​ແຜ​ທາງ​ໃຈ. (ພາສາ​ໄທ)