ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 27

ຂໍ​ໃຫ້ “ລໍ​ຖ້າ​ພະ​ເຢໂຫວາ”

ຂໍ​ໃຫ້ “ລໍ​ຖ້າ​ພະ​ເຢໂຫວາ”

“ຂໍ​ໃຫ້​ລໍ​ຖ້າ​ພະ​ເຢໂຫວາ ກ້າຫານ ແລະ​ເຂັ້ມແຂງ​ໄວ້.”—ເພງ. 27:14, ລ.ມ.

ເພງ 128 ອົດທົນ​ຈົນ​ເຖິງ​ທີ່ສຸດ

ໃຈ​ຄວາມ​ສຳຄັນ a

1. (ກ) ພະ​ເຢໂຫວາ​ໃຫ້​ຄວາມຫວັງ​ກັບ​ເຮົາ​ແນວ​ໃດ? (ຂ) ການ​ລໍ​ຖ້າ​ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ “ການ​ອະທິບາຍ​ສຳນວນ”)

 ພະ​ເຢໂຫວາ​ໃຫ້​ຄວາມຫວັງ​ທີ່​ດີ​ເລີດ​ກັບ​ເຮົາ​ທຸກ​ຄົນ​ທີ່​ຮັກ​ເພິ່ນ. ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ເຈັບ​ປ່ວຍ ຄວາມ​ໂສກເສົ້າ ແລະ​ຄວາມ​ຕາຍ​ໝົດ​ໄປ. (ພນມ. 21:3, 4) ເພິ່ນ​ຈະ​ຊ່ວຍ​ຄົນ​ທີ່ “ອ່ອນ​ນ້ອມ​ຖ່ອມ​ຕົນ” ທີ່​ລໍ​ຖ້າ​ໃຫ້​ເພິ່ນ​ປ່ຽນ​ໂລກ​ນີ້​ໃຫ້​ເປັນ​ອຸທິຍານ. (ເພງ. 37:9-11, ..) ໃນ​ຕອນ​ນັ້ນ ເຮົາ​ຈະ​ມີ​ສາຍສຳພັນ​ທີ່​ອົບອຸ່ນ​ແລະ​ໃກ້ຊິດ​ກັບ​ເພິ່ນ​ເຊິ່ງ​ດີ​ກວ່າ​ສາຍສຳພັນ​ທີ່​ເຮົາ​ມີ​ໃນ​ຕອນນີ້. ຈັ່ງ​ແມ່ນ​ເປັນ​ຄວາມຫວັງ​ທີ່​ດີ​ເລີດ​ແທ້ໆ! ເຮົາ​ຈະ​ເຊື່ອ​ໄດ້​ແນວ​ໃດ​ວ່າ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ຈະ​ເກີດ​ຂຶ້ນ​ແທ້? ເຊື່ອ​ໄດ້​ແທ້ ເພາະ​ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ສະເໝີ. ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ເຫດຜົນ​ທີ່​ຈະ “ລໍ​ຖ້າ​ພະ​ເຢໂຫວາ.” b (ເພງ. 27:14, ລ.ມ.) ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ໝັ້ນໃຈ​ວ່າ​ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ແທ້​ໂດຍ​ລໍ​ຖ້າ​ພະ​ເຢໂຫວາ​ຢ່າງ​ອົດທົນ​ແລະ​ມີ​ຄວາມ​ສຸກ.—ເອຊາ. 55:10, 11

2. ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ແດ່​ແລ້ວ?

2 ພະ​ເຢໂຫວາ​ໄດ້​ພິສູດ​ໃຫ້​ເຫັນ​ແລ້ວ​ວ່າ​ເພິ່ນ​ຮັກສາ​ສັນຍາ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ທີ່​ໂດດ​ເດັ່ນ​ເລື່ອງ​ໜຶ່ງ​ນຳ​ກັນ. ໃນ​ປຶ້ມ​ພະນິມິດ ພະ​ເຢໂຫວາ​ສັນຍາ​ວ່າ​ໃນ​ສະໄໝ​ຂອງ​ເຮົາ​ເພິ່ນ​ຈະ​ລວບລວມ​ຄົນ​ທຸກ​ຊາດ ທຸກ​ຕະກູນ ແລະ​ທຸກ​ພາສາ​ໃຫ້​ມາ​ນະມັດສະການ​ເພິ່ນ​ຢ່າງ​ເປັນ​ນ້ຳໜຶ່ງໃຈດຽວກັນ ເຊິ່ງ​ຄົນ​ກຸ່ມ​ນີ້​ຖືກ​ເອີ້ນ​ວ່າ “ຄົນ​ຝູງ​ໃຫຍ່.” (ພນມ. 7:9, 10) ເຖິງ​ວ່າ​ຄົນ​ຝູງ​ໃຫຍ່​ຈະ​ປະກອບ​ດ້ວຍ​ຊາຍ​ຍິງ​ເດັກ​ນ້ອຍ​ທີ່​ມີ​ເຊື້ອ​ຊາດ ພາສາ ແລະ​ວັດທະນະທຳ​ທີ່​ແຕກຕ່າງ​ກັນ ແຕ່​ເຂົາ​ເຈົ້າ​ກໍ​ເປັນ​ຄອບຄົວ​ທີ່​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳໜຶ່ງໃຈດຽວກັນ​ຕະຫຼອດ​ທົ່ວ​ໂລກ. (ເພງ. 133:1; ຢຮ. 10:16) ຄົນ​ຝູງ​ໃຫຍ່​ຍັງ​ເປັນ​ຜູ້​ປະກາດ​ທີ່​ກະຕືລືລົ້ນ​ແລະ​ພ້ອມ​ທີ່​ຈະ​ບອກ​ຄວາມຫວັງ​ເລື່ອງ​ໂລກ​ໃໝ່​ໃຫ້​ກັບ​ຄົນ​ທີ່​ຟັງ​ເຂົາ​ເຈົ້າ. (ມທ. 28:19, 20; ພນມ. 14:6, 7; 22:17) ຖ້າ​ເຈົ້າ​ເປັນ​ສ່ວນ​ໜຶ່ງ​ໃນ​ຄົນ​ຝູງ​ໃຫຍ່ ຄວາມຫວັງ​ທີ່​ເຈົ້າ​ປະກາດ​ຄື​ຊິ​ມີ​ຄ່າ​ຕໍ່​ເຈົ້າ​ຫຼາຍ​ແທ້ໆ.

3. ເປົ້າໝາຍ​ຂອງ​ຊາຕານ​ແມ່ນ​ຫຍັງ?

3 ຊາຕານ​ຢາກ​ທຳລາຍ​ຄວາມຫວັງ​ຂອງ​ເຮົາ. ເປົ້າໝາຍ​ຂອງ​ມັນ​ກໍ​ຄື​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ບໍ່​ສົນ​ໃຈ​ເຮົາ​ແລະ​ຈະ​ບໍ່​ເຮັດ​ຕາມ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ເຮົາ. ຖ້າ​ມັນ​ທຳລາຍ​ຄວາມຫວັງ​ຂອງ​ເຮົາ​ໄດ້​ສຳເລັດ ເຮົາ​ກໍ​ຈະ​ທໍ້ໃຈ​ແລະ​ອາດ​ເຖິງຂັ້ນ​ເຊົາ​ຮັບ​ໃຊ້​ພະ​ເຢໂຫວາ. ຄື​ກັບ​ທີ່​ເຮົາ​ຈະ​ຮຽນ​ໃນ​ບົດ​ຄວາມ​ນີ້ ຊາຕານ​ໄດ້​ພະຍາຍາມ​ທຳລາຍ​ຄວາມຫວັງ​ຂອງ​ໂຢບ​ເພື່ອ​ຈະ​ເຮັດ​ໃຫ້​ໂຢບ​ເຊົາ​ຮັບ​ໃຊ້​ພະ​ເຢໂຫວາ.

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້? (ໂຢບ 1:9-12)

4 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວິທີ​ທີ່​ຊາຕານ​ໃຊ້​ເພື່ອ​ເຮັດ​ໃຫ້​ໂຢບ​ເຊົາ​ຮັບ​ໃຊ້​ພະ​ເຢໂຫວາ. (ອ່ານ​ໂຢບ 1:9-12) ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢບ ແລະ​ເປັນຫຍັງ​ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະເຈົ້າ​ຮັກ​ເຮົາ​ແລະ​ເພິ່ນ​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ສັນຍາ​ໄວ້.

ຊາຕານ​ພະຍາຍາມ​ທຳລາຍ​ຄວາມຫວັງ​ຂອງ​ໂຢບ

5-6. ເກີດ​ຫຍັງ​ຂຶ້ນ​ກັບ​ໂຢບ​ພາຍ​ໃນ​ເວລາ​ສັ້ນໆ?

5 ໂຢບ​ມີ​ຊີວິດ​ທີ່​ດີ​ຫຼາຍ​ແລະ​ມີ​ສາຍສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ. ລາວ​ມີ​ຄອບຄົວ​ໃຫຍ່​ທີ່​ມີ​ຄວາມ​ສຸກ​ແລະ​ເປັນ​ຜູ້​ທີ່​ລ່ຳ​ລວຍ. (ໂຢບ 1:1-5) ແຕ່​ມື້​ໜຶ່ງ​ໂຢບ​ເກືອບ​ສູນ​ເສຍ​ທຸກ​ຢ່າງ. ທຳອິດ​ລາວ​ສູນ​ເສຍ​ຊັບ​ສົມບັດ. (ໂຢບ 1:13-17) ຕໍ່ມາ​ລູກ​ຂອງ​ລາວ​ກໍ​ຕາຍ​ໝົດ. ລອງ​ນຶກພາບ​ເບິ່ງ​ວ່າ​ຂະໜາດ​ລູກ​ຄົນ​ດຽວ​ຕາຍ ພໍ່​ແມ່​ກໍ​ຍັງ​ເສຍໃຈ​ຫຼາຍ​ແລ້ວ ແລ້ວ​ໂຢບ​ກັບ​ເມຍ​ເດ ເຂົາເຈົ້າ​ແຮ່ງ​ຊິ​ເຈັບ​ປວດ​ໃຈ​ແລະ​ເສຍໃຈ​ຫຼາຍ​ກວ່າ​ນັ້ນ​ບໍ່​ແມ່ນ​ບໍ​ທີ່​ລູກ​ທັງ 10 ຄົນ​ຕາຍ​ພ້ອມ​ກັນ​ໝົດ. ດັ່ງນັ້ນ ເຮົາ​ບໍ່​ແປກ​ໃຈ​ເລີຍ​ທີ່​ໂຢບ​ໄດ້​ຈີກ​ເສື້ອ​ຕົວເອງ​ແລະ​ລົ້ມ​ລົງ​ກັບ​ພື້ນ!—ໂຢບ 1:18-20

6 ຕໍ່ມາ​ຊາຕານ​ກໍ​ເຮັດ​ໃຫ້​ໂຢບ​ເປັນ​ພະຍາດ​ທີ່​ໜ້າ​ລັງກຽດ​ແລະ​ເຈັບ​ປວດ​ຫຼາຍ. (ໂຢບ 2:6-8; 7:5) ແຕ່​ກ່ອນ​ຫຼາຍ​ຄົນ​ນັບ​ຖື​ໂຢບ​ແລະ​ມາ​ຂໍ​ຄຳ​ແນະນຳ​ຈາກ​ລາວ. (ໂຢບ 31:18) ແຕ່​ຕອນນີ້​ບໍ່​ມີ​ໃຜ​ຢາກ​ຢູ່​ໃກ້​ລາວ​ເລີຍ. ຍາດ​ພີ່ນ້ອງ ໝູ່​ສະໜິດ ແລະ​ແມ່ນ​ແຕ່​ຄົນ​ຮັບ​ໃຊ້​ຂອງ​ລາວ​ກໍ​ບໍ່​ຢາກ​ມາ​ຫາ​ລາວ.—ໂຢບ 19:13, 14, 16

ພີ່ນ້ອງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ເຂົ້າໃຈ​ບັນຫາ​ຂອງ​ໂຢບ ເພາະ​ເຂົາ​ເຈົ້າ​ກໍ​ເຄີຍ​ເຈິ​ບັນຫາ​ທີ່​ຄ້າຍໆ​ກັນ (ເບິ່ງ​ຂໍ້ 7) d

7. (ກ) ໂຢບ​ຄິດ​ວ່າ​ສິ່ງ​ໃດ​ເປັນ​ສາເຫດ​ຂອງ​ຄວາມທຸກ ແຕ່​ລາວ​ບໍ່​ໄດ້​ເຮັດ​ຫຍັງ? (ຂ) ຕາມ​ຮູບພາບ ຄລິດສະຕຽນ​ອາດຈະ​ເຈິ​ບັນຫາ​ຄື​ກັບ​ທີ່​ໂຢບ​ແລະ​ເມຍ​ເຈິ​ແນວ​ໃດ?

7 ຊາຕານ​ຢາກ​ໃຫ້​ໂຢບ​ເຊື່ອ​ວ່າ​ຄວາມທຸກ​ທີ່​ລາວ​ເຈິ​ເປັນ​ຍ້ອນ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ລາວ. ຕົວຢ່າງ​ເຊັ່ນ: ຊາຕານ​ໄດ້​ໃຊ້​ພາຍຸ​ທີ່​ຮຸນແຮງ​ທຳລາຍ​ເຮືອນ​ທີ່​ລູກ​ຂອງ​ລາວ​ທັງ 10 ຄົນ​ກຳລັງ​ກິນ​ເຂົ້າ​ນຳ​ກັນ​ຢູ່. (ໂຢບ 1:18, 19) ແລະ​ມັນ​ຍັງ​ໄດ້​ເຮັດ​ໃຫ້​ໄຟ​ຕົກ​ມາ​ຈາກ​ຟ້າ​ເພື່ອ​ທຳລາຍ​ຝູງ​ສັດ​ແລະ​ຄົນ​ຮັບ​ໃຊ້​ທີ່​ເບິ່ງ​ແຍງ​ຝູງ​ສັດ​ນຳ. (ໂຢບ 1:16) ຍ້ອນ​ພາຍຸ​ແລະ​ໄຟ​ລົງ​ມາ​ຈາກ​ຟ້າ ໂຢບ​ຈຶ່ງ​ເຊື່ອ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ມາ​ຈາກ​ພະ​ເຢໂຫວາ ແລະ​ຄິດ​ວ່າ​ລາວ​ອາດຈະ​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ແຕ່​ໂຢບ​ກໍ​ບໍ່​ໄດ້​ປ້ອຍ​ດ່າ​ພະເຈົ້າ. ລາວ​ຮູ້​ວ່າ​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ​ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ດີໆ​ກັບ​ລາວ​ຫຼາຍ​ຢ່າງ. ລາວ​ກໍ​ເລີຍ​ຄິດ​ວ່າ​ຖ້າ​ລາວ​ຮັບ​ເອົາ​ສິ່ງ​ທີ່​ດີ ລາວ​ກໍ​ຄວນ​ທີ່​ຈະ​ຮັບ​ເອົາ​ສິ່ງ​ທີ່​ບໍ່​ດີ​ນຳ. ລາວ​ບອກ​ວ່າ: “ຂໍ​ໃຫ້​ນາມ​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ​ຕໍ່ໆ​ໄປ.” (ໂຢບ 1:20, 21; 2:10, ລ.ມ.) ເຖິງ​ວ່າ​ໂຢບ​ຈະ​ສູນ​ເສຍ​ຊັບ​ສົມບັດ ລູກ ແລະ​ເຈັບ​ປ່ວຍ​ຮ້າຍແຮງ ແຕ່​ລາວ​ກໍ​ຍັງ​ສັດຊື່​ຕໍ່​ພະ​ເຢໂຫວາ. ແຕ່​ຊາຕານ​ບໍ່​ໄດ້​ຢຸດ​ພຽງ​ເທົ່າ​ນີ້.

8. ຊາຕານ​ໄດ້​ໃຊ້​ວິທີ​ຫຍັງ​ອີກ​ເພື່ອ​ໂຈມຕີ​ໂຢບ?

8 ຊາຕານ​ຍັງ​ໃຊ້​ໝູ່​ຈອມ​ປອມ 3 ຄົນ​ຂອງ​ໂຢບ​ມາ​ເຮັດ​ໃຫ້​ໂຢບ​ຮູ້ສຶກ​ວ່າ​ຕົວເອງ​ບໍ່​ມີ​ຄ່າ. ເຂົາ​ເຈົ້າ​ອ້າງ​ວ່າ​ທີ່​ໂຢບ​ເຈິ​ຄວາມທຸກ​ແບບນີ້​ກໍ​ຍ້ອນ​ລາວ​ເຮັດ​ສິ່ງ​ທີ່​ບໍ່​ດີ. (ໂຢບ 22:5-9) ເຂົາ​ເຈົ້າ​ຢາກ​ໃຫ້​ໂຢບ​ເຊື່ອ​ວ່າ​ເຖິງ​ລາວ​ຈະ​ເຮັດ​ດີ​ສ່ຳ​ໃດ ພະ​ເຢໂຫວາ​ກໍ​ບໍ່​ເຫັນ​ຄ່າ​ສິ່ງ​ທີ່​ລາວ​ເຮັດ. (ໂຢບ 4:18; 22:2, 3; 25:4) ແລະ​ເຂົາ​ເຈົ້າ​ຍັງ​ພະຍາຍາມ​ເຮັດ​ໃຫ້​ໂຢບ​ຄິດ​ວ່າ​ພະເຈົ້າ​ບໍ່​ຮັກ​ລາວ ບໍ່​ສົນ​ໃຈ​ລາວ ແລະ​ບໍ່​ເຫັນ​ຄ່າ​ສິ່ງ​ທີ່​ລາວ​ເຮັດ​ເພື່ອ​ຮັບ​ໃຊ້​ເພິ່ນ. ຄຳເວົ້າ​ເຫຼົ່ານີ້​ເຮັດ​ໃຫ້​ໂຢບ​ທໍ້ໃຈ​ແລະ​ໝົດ​ຫວັງ.

9. ສິ່ງ​ໃດ​ຊ່ວຍ​ໂຢບ​ໃຫ້​ກ້າຫານ​ແລະ​ເຂັ້ມແຂງ?

9 ລອງ​ນຶກພາບ​ເບິ່ງ​ວ່າ​ໂຢບ​ກຳລັງ​ນັ່ງ​ຢູ່​ກອງ​ຂີ້ເທົ່າ​ດ້ວຍ​ຄວາມ​ເຈັບ​ປວດ. (ໂຢບ 2:8) ໝູ່​ຈອມ​ປອມ​ຂອງ​ລາວ​ທັງ 3 ຄົນ​ກໍ​ພະຍາຍາມ​ເວົ້າ​ໃຫ້​ລາວ​ວ່າ ລາວ​ເປັນ​ຄົນ​ບໍ່​ດີ​ແລະ​ສິ່ງ​ທີ່​ລາວ​ເຮັດ​ກໍ​ບໍ່​ມີ​ຄວາມໝາຍ​ຫຍັງ. ເມື່ອ​ຄິດເຖິງ​ການ​ສູນ​ເສຍ​ລູກ​ແລະ​ບັນຫາ​ອື່ນໆ​ທີ່​ໂຢບ​ເຈິ ລາວ​ຄື​ຊິ​ຮູ້ສຶກ​ເສຍໃຈ​ຫຼາຍ​ຈົນ​ຊິ​ທົນ​ບໍ່​ໄຫວ​ແລ້ວ. ທຳອິດ​ໂຢບ​ໄດ້​ມິດ​ງຽບ. (ໂຢບ 2:13–3:1) ແຕ່​ຖ້າ​ການ​ທີ່​ໂຢບ​ມິດ​ງຽບ​ແບບນັ້ນ ເຮັດ​ໃຫ້​ໝູ່​ຂອງ​ລາວ​ຄິດ​ວ່າ​ລາວ​ຖິ້ມ​ພະເຈົ້າ​ແລ້ວ ເຂົາ​ເຈົ້າ​ກໍ​ຄິດ​ຜິດ ເພາະ​ມີ​ຕອນ​ໜຶ່ງ​ໂຢບ​ໄດ້​ເງີຍ​ໜ້າ​ເບິ່ງ​ໝູ່​ຂອງ​ລາວ​ແລະ​ບອກ​ວ່າ: “ຂ້ອຍ​ຈະ​ສັດຊື່​ຕໍ່​ພະເຈົ້າ​ຈົນ​ວັນ​ຕາຍ!” (ໂຢບ 27:5, ລ.ມ.) ສິ່ງ​ໃດ​ຊ່ວຍ​ໂຢບ​ໃຫ້​ກ້າຫານ​ແລະ​ເຂັ້ມແຂງ​ເຖິງ​ວ່າ​ຈະ​ເຈິ​ບັນຫາ​ຫຼາຍ​ຢ່າງ? ເຖິງ​ວ່າ​ໂຢບ​ຈະ​ທໍ້ໃຈ​ແລະ​ເສຍໃຈ​ສຸດໆ ແຕ່​ລາວ​ກໍ​ຍັງ​ຫວັງ​ວ່າ​ພະເຈົ້າ​ຮັກ​ລາວ​ແລະ​ຈະ​ຊ່ວຍ​ລາວ​ໃຫ້​ຜ່ານ​ຄວາມທຸກ​ໄປ​ໄດ້. ແລະ​ລາວ​ຮູ້​ວ່າ​ຖ້າ​ລາວ​ຕາຍ ພະ​ເຢໂຫວາ​ກໍ​ຈະ​ປຸກ​ລາວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ.—ໂຢບ 14:13-15

ເຮົາ​ຈະ​ຮຽນແບບ​ໂຢບ​ໄດ້​ແນວ​ໃດ?

10. ເລື່ອງ​ຂອງ​ໂຢບ​ສອນ​ຫຍັງ​ເຮົາ?

10 ເລື່ອງ​ຂອງ​ໂຢບ​ສອນ​ເຮົາ​ວ່າ ຊາຕານ​ບໍ່​ສາມາດ​ບັງຄັບ​ເຮົາ​ໃຫ້​ປະຖິ້ມ​ພະ​ເຢໂຫວາ ແລະ​ພະ​ເຢໂຫວາ​ກໍ​ຮູ້​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ. ເລື່ອງ​ຂອງ​ໂຢບ​ຍັງ​ໃຫ້​ບົດຮຽນ​ເຮົາ​ອີກ​ຢ່າງ​ໜຶ່ງ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນັ້ນ.

11. ຖ້າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ຕໍ່ໆ​ໄປ ເຮົາ​ສາມາດ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ? (ຢາໂກໂບ 4:7)

11 ໂຢບ​ພິສູດ​ໃຫ້​ເຫັນ​ແລ້ວ​ວ່າ ຖ້າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ຕໍ່ໆ​ໄປ ເຮົາ​ກໍ​ຈະ​ສາມາດ​ອົດທົນ​ກັບ​ບັນຫາ​ຕ່າງໆ​ແລະ​ເອົາ​ຊະນະ​ຊາຕານ​ໄດ້. ຖ້າ​ເຮົາ​ເຮັດ​ແບບ​ນີ້ ຄຳພີໄບເບິນ​ກໍ​ຮັບຮອງ​ກັບ​ເຮົາ​ວ່າ ຊາຕານ​ຈະ​ໜີ​ໄປ​ຈາກ​ເຮົາ.—ອ່ານ​ຢາໂກໂບ 4:7

12. ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຊ່ວຍ​ໂຢບ​ແນວ​ໃດ?

12 ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໃນ​ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ຄື​ກັບ​ທີ່​ເຮົາ​ຮຽນ​ໃນ​ບົດ​ຄວາມ​ກ່ອນ ຊາຕານ​ມັກ​ຈະ​ໃຊ້​ການ​ຢ້ານ​ຄວາມ​ຕາຍ​ເພື່ອ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບ​ໃຊ້​ພະ​ເຢໂຫວາ. ໃນ​ກໍລະນີ​ຂອງ​ໂຢບ ຊາຕານ​ອ້າງ​ວ່າ​ໂຢບ​ຈະ​ເຮັດ​ທຸກ​ຢ່າງ​ແລະ​ເຖິງຂັ້ນ​ປະຖິ້ມ​ພະ​ເຢໂຫວາ​ເພື່ອ​ຈະ​ຮັກສາ​ຊີວິດ​ຕົວເອງ​ໄວ້. ແຕ່​ຊາຕານ​ຄິດ​ຜິດ ເພາະ​ເຖິງ​ວ່າ​ໂຢບ​ຄິດ​ວ່າ​ຕົວເອງ​ກຳລັງ​ຈະ​ຕາຍ ແຕ່​ລາວ​ກໍ​ຍັງ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ. ໂຢບ​ໝັ້ນໃຈ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ແລະ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ໃຫ້​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້. ໂຢບ​ເຊື່ອ​ວ່າ​ເຖິງ​ພະ​ເຢໂຫວາ​ຈະ​ບໍ່​ຊ່ວຍ​ລາວ​ຕອນ​ທີ່​ມີ​ຊີວິດ​ຢູ່ ແຕ່​ເພິ່ນ​ກໍ​ຈະ​ປຸກ​ລາວ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ. ເຮົາ​ເຫັນ​ໄດ້​ວ່າ​ໂຢບ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ແທ້ໆ. ດັ່ງນັ້ນ ຖ້າ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ການ​ຢ້ານ​ຄວາມ​ຕາຍ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບ​ໃຊ້​ພະ​ເຢໂຫວາ​ໄດ້.

13. ເປັນຫຍັງ​ເຮົາ​ຕ້ອງ​ຮູ້​ວິທີ​ທີ່​ຊາຕານ​ໃຊ້​ເພື່ອ​ໂຈມຕີ​ໂຢບ?

13 ເຮົາ​ຕ້ອງ​ຮູ້​ວິທີ​ທີ່​ຊາຕານ​ໃຊ້​ເພື່ອ​ໂຈມຕີ​ໂຢບ ເພາະ​ວ່າ​ຊາຕານ​ຈະ​ໃຊ້​ວິທີ​ທີ່​ຄ້າຍໆ​ກັນ​ເພື່ອ​ໂຈມຕີ ເຮົາ​ໃນ​ທຸກ​ມື້​ນີ້. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຊາຕານ​ກ່າວ​ຫາ​ທີ່ວ່າ: “ມະນຸດ [ບໍ່​ແມ່ນ​ແຕ່​ໂຢບ] ຍອມ​ສະລະ​ໄດ້​ທຸກ​ຢ່າງ​ເພື່ອ​ໃຫ້​ຕົວເອງ​ມີ​ຊີວິດ​ລອດ.” (ໂຢບ 2:4, 5ລ.ມ.) ທີ່​ຈິງ ຊາຕານ​ອ້າງ​ວ່າ​ເຮົາ​ບໍ່​ໄດ້​ຮັກ​ພະ​ເຢໂຫວາ​ແທ້ໆ ແລະ​ເຮົາ​ຈະ​ປະຖິ້ມ​ພະ​ເຢໂຫວາ​ເພື່ອ​ທີ່​ຈະ​ຮັກສາ​ຊີວິດ​ຂອງ​ຕົວເອງ​ໄວ້. ແລະ​ນອກ​ຈາກ​ນັ້ນ ຊາຕານ​ຍັງ​ບອກ​ວ່າ ພະເຈົ້າ​ບໍ່​ໄດ້​ຮັກ​ເຮົາ​ແລະ​ບໍ່​ສົນ​ໃຈ​ສິ່ງ​ທີ່​ເຮົາ​ພະຍາຍາມ​ເຮັດ​ເພື່ອ​ເພິ່ນ. ແຕ່​ຍ້ອນ​ເຮົາ​ຮູ້​ວ່າ​ຊາຕານ​ພະຍາຍາມ​ຢາກ​ໃຫ້​ເຮົາ​ຄິດ​ແບບ​ນີ້ ເຮົາ​ຈຶ່ງ​ບໍ່​ເຊື່ອ​ຄຳ​ຕົວະ​ຂອງ​ມັນ.

14. ການ​ທົດສອບ​ບອກ​ເຮົາ​ໃຫ້​ຮູ້​ຫຍັງ? ຂໍ​ໃຫ້​ຍົກ​ຕົວຢ່າງ.

14 ເຮົາ​ຄວນ​ເບິ່ງ​ວ່າ ບັນຫາ​ຕ່າງໆ​ທີ່​ເຮົາ​ເຈິ​ເປັນ​ໂອກາດ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ຮູ້ຈັກ​ຕົວເອງ​ຫຼາຍ​ຂຶ້ນ. ບັນຫາ​ຕ່າງໆ​ທີ່​ໂຢບ​ເຈິ​ຊ່ວຍ​ລາວ​ໃຫ້​ຮູ້​ຂໍ້​ອ່ອນແອ​ຂອງ​ຕົວເອງ​ແລະ​ຮູ້​ວ່າ​ຈະ​ປັບປຸງ​ແນວ​ໃດ ເຊັ່ນ ໂຢບ​ຮູ້​ວ່າ​ລາວ​ຕ້ອງ​ມີ​ຄວາມ​ຖ່ອມ​ຫຼາຍ​ກວ່າ​ນີ້. (ໂຢບ 42:3) ເຮົາ​ກໍ​ຄື​ກັນ ເຮົາ​ຈະ​ຮູ້ຈັກ​ຕົວເອງ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ເຈິ​ບັນຫາ​ຕ່າງໆ. ຄື​ກັບ​ພີ່ນ້ອງ​ນິ​ໂກ​ລາຍ c ທີ່​ຕ້ອງ​ເຂົ້າ​ຄຸກທັງໆ​ທີ່​ມີ​ບັນຫາ​ສຸຂະພາບ​ຮ້າຍແຮງ. ລາວ​ບອກ​ວ່າ: “ການ​ເຂົ້າ​ຄຸກ​ເປັນ​ຄື​ກັບ​ເຄື່ອງ​ສ່ອງ​ໄຟ​ຟ້າ​ທີ່​ຊ່ວຍ​ໃຫ້​ຮູ້​ວ່າ ຂ້ອຍ​ມີ​ນິດໄສ​ແບບ​ໃດ​ແລະ​ຕ້ອງ​ປັບປຸງ​ຈຸດ​ໃດ.” ເຫັນ​ໄດ້​ວ່າ ເມື່ອ​ເຮົາ​ຮູ້​ຂໍ້​ອ່ອນແອ​ຂອງ​ຕົວເອງ ເຮົາ​ກໍ​ຈະ​ປັບປຸງ​ຈຸດ​ນັ້ນ​ໃຫ້​ດີ​ຂຶ້ນ​ໄດ້.

15. ເຮົາ​ຄວນ​ຟັງ​ໃຜ ແລະ​ຍ້ອນ​ຫຍັງ?

15 ເຮົາ​ຕ້ອງ​ຟັງ​ພະ​ເຢໂຫວາ ບໍ່​ແມ່ນ​ຟັງ​ສັດຕູ. ໂຢບ​ຕັ້ງໃຈ​ຟັງ​ເມື່ອ​ພະ​ເຢໂຫວາ​ເວົ້າ​ກັບ​ລາວ. ພະ​ເຢໂຫວາ​ໄດ້​ຫາ​ເຫດຜົນ​ກັບ​ໂຢບ​ປະມານ​ວ່າ: ‘ເຈົ້າ​ເຫັນ​ພະລັງ​ອຳນາດ​ທີ່​ເຮົາ​ໃຊ້​ສ້າງ​ສິ່ງ​ຕ່າງໆ​ບໍ? ເຮົາ​ເຫັນ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ເຈົ້າ. ເຈົ້າ​ຄິດ​ວ່າ​ເຮົາ​ຊິ​ເບິ່ງ​ແຍງ​ເຈົ້າ​ບໍ່​ໄດ້​ບໍ?’ ໂຢບ​ຮູ້ສຶກ​ເຫັນ​ຄ່າ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ແລະ​ຕອບ​ດ້ວຍ​ຄວາມ​ຖ່ອມ​ໃຈ​ວ່າ “ຂ້ອຍ​ເຄີຍ​ໄດ້​ຍິນ​ເລື່ອງ​ຂອງ​ພະອົງ​ແລ້ວ ແຕ່​ຕອນນີ້​ຂ້ອຍ​ໄດ້​ເຫັນ​ພະອົງ​ດ້ວຍ​ຕາ​ຂອງ​ຂ້ອຍ​ເອງ.” (ໂຢບ 42:5ລ.ມ.) ໂຢບ​ອາດຈະ​ເວົ້າ​ຄຳ​ນີ້​ຕອນ​ທີ່​ລາວ​ກຳລັງ​ນັ່ງ​ຢູ່​ກອງ​ຂີ້ເທົ່າ ແລະ​ຮ່າງກາຍ​ຂອງ​ລາວ​ກໍ​ເຕັມ​ໄປ​ດ້ວຍ​ຝີ ແລະ​ກຳລັງ​ຮູ້ສຶກ​ເສຍໃຈ​ຍ້ອນ​ລູກ​ຕາຍ. ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ກໍ​ຍັງ​ເຮັດ​ໃຫ້​ໂຢບ​ຮູ້​ວ່າ​ເພິ່ນ​ຮັກ​ລາວ​ແລະ​ພໍ​ໃຈ​ໃນ​ຕົວ​ລາວ.—ໂຢບ 42:7, 8

16. ຕາມ​ເອຊາອີ 49:15, 16 ເຮົາ​ຄວນ​ຈື່​ຫຍັງ​ໄວ້​ເມື່ອ​ຖືກ​ທົດສອບ?

16 ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ອາດຈະ​ດູຖູກ​ເຮົາ​ແລະ​ເຮັດ​ໃສ່​ເຮົາ​ຄື​ກັບ​ວ່າ​ເຮົາ​ບໍ່​ມີ​ຄ່າ​ຫຍັງ. ເຂົາ​ເຈົ້າ​ອາດຈະ “ໃສ່​ຮ້າຍ” ເຮົາ​ແລະ​ພະຍາຍາມ​ທຳລາຍ​ຊື່ສຽງ​ຂອງ​ເຮົາ​ແລະ​ອົງການ. (ມທ. 5:11) ຈາກ​ເລື່ອງ​ຂອງ​ໂຢບ ເຮົາ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ໝັ້ນໃຈ​ວ່າ​ເຮົາ​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ເພິ່ນ​ເມື່ອ​ເຮົາ​ຖືກ​ທົດສອບ. ພະ​ເຢໂຫວາ​ຮັກ​ເຮົາ​ແລະ​ຈະ​ບໍ່​ມີ​ວັນ​ປະຖິ້ມ​ຜູ້​ທີ່​ລໍ​ຖ້າ​ເພິ່ນ. (ອ່ານ​ເອຊາອີ 49:15, 16) ຂໍ​ໃຫ້​ເຮົາ​ຢ່າ​ສົນ​ໃຈ​ຄຳເວົ້າ​ໃສ່​ຮ້າຍ​ຂອງ​ພວກ​ສັດຕູ. ພີ່ນ້ອງ​ຊາຍ​ທີ່​ຊື່​ເຈມ ຈາກ​ປະເທດ​ຕວກກີເຊິ່ງ​ຄອບຄົວ​ຂອງ​ລາວ​ໄດ້​ຖືກ​ທົດສອບ​ຢ່າງ​ໜັກ ໄດ້​ເວົ້າ​ວ່າ: “ພວກ​ເຮົາ​ຮູ້​ວ່າ​ການ​ຟັງ​ຄຳ​ຕົວະ​ກ່ຽວກັບ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້ໃຈ. ດັ່ງນັ້ນ ເຮົາ​ຈຶ່ງ​ເບິ່ງ​ໄປ​ທີ່​ຄວາມຫວັງ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ເຮັດ​ວຽກ​ປະກາດ​ຢ່າງ​ຫ້າວຫັນ. ສິ່ງ​ນີ້​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຕໍ່ໆ​ໄປ​ໄດ້.” ຖ້າ​ເຮົາ​ຟັງ​ພະ​ເຢໂຫວາ​ຄື​ກັບ​ໂຢບ ຄຳ​ຕົວະ​ຂອງ​ພວກ​ສັດຕູ​ກໍ​ບໍ່​ສາມາດ​ທຳລາຍ​ຄວາມຫວັງ​ຂອງ​ເຮົາ​ໄດ້.

ຄວາມຫວັງ​ຈະ​ຊ່ວຍ​ເຮົາ

ພະ​ເຢໂຫວາ​ໃຫ້​ລາງວັນ​ໂຢບ​ຍ້ອນ​ລາວ​ສັດຊື່. ໂຢບ​ກັບ​ເມຍ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຢູ່​ຫຼາຍ​ປີ (ເບິ່ງ​ຂໍ້ 17) e

17. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຊາຍ​ຍິງ​ທີ່​ສັດຊື່​ຫຼາຍ​ຄົນ​ທີ່​ຢູ່​ໃນ​ເຮັບເຣີ​ບົດ 11?

17 ໂຢບ​ບໍ່​ແມ່ນ​ຜູ້​ຮັບ​ໃຊ້​ຄົນ​ດຽວ​ຂອງ​ພະ​ເຢໂຫວາ​ທີ່​ກ້າຫານ​ແລະ​ເຂັ້ມແຂງ​ເມື່ອ​ຖືກ​ທົດສອບ​ຢ່າງ​ໜັກ. ໃນ​ຈົດໝາຍ​ທີ່​ໂປໂລ​ຂຽນ​ເຖິງ​ພີ່ນ້ອງ​ທີ່​ເປັນ​ຄົນ​ເຮັບເຣີ ລາວ​ໄດ້​ເວົ້າ​ເຖິງ​ຜູ້​ທີ່​ສັດຊື່​ຫຼາຍ​ຄົນ​ວ່າ​ເຂົາ​ເຈົ້າ​ເປັນ “ພະຍານ​ຈຳນວນ​ຫຼາຍ​ຄື​ເມກ​ກ້ອນ​ໃຫຍ່.” (ຮຣ. 12:1) ເຖິງ​ວ່າ​ເຂົາ​ເຈົ້າ​ທຸກ​ຄົນ​ຈະ​ເຈິ​ການ​ທົດສອບ​ຢ່າງ​ໜັກ ແຕ່​ເຂົາ​ເຈົ້າ​ກໍ​ໄດ້​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ເຂົາ​ເຈົ້າ. (ຮຣ. 11:36-40) ຄວາມ​ອົດທົນ​ແລະ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ​ບໍ່​ມີ​ຄ່າ​ຫຍັງ​ເລີຍ​ບໍ? ມີຄ່າ​ແທ້! ເຖິງ​ວ່າ​ຕະຫຼອດ​ຊີວິດ​ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ເຫັນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ສຳເລັດ​ເປັນ​ຈິງ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ລໍ​ຖ້າ​ພະ​ເຢໂຫວາ​ຕໍ່ໆ​ໄປ. ແລະ​ຍ້ອນ​ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ພໍ​ໃຈ​ໃນ​ຕົວ​ເຂົາ​ເຈົ້າ ເຂົາ​ເຈົ້າ​ຈຶ່ງ​ໝັ້ນໃຈ​ວ່າ​ຈະ​ໄດ້​ເຫັນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ສຳເລັດ​ເປັນ​ຈິງ​ຢ່າງ​ແນ່ນອນ. (ຮຣ. 11:4, 5) ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ຊ່ວຍ​ເຮົາ​ໃຫ້​ຕັ້ງໃຈ​ລໍ​ຖ້າ​ພະ​ເຢໂຫວາ​ຕໍ່ໆ​ໄປ.

18. ເຈົ້າ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ? (ເຮັບເຣີ 11:6)

18 ໃນ​ທຸກ​ມື້​ນີ້ ເຮົາ​ຢູ່​ໃນ​ໂລກ​ທີ່​ນັບ​ມື້​ນັບ​ໂຫດ​ຮ້າຍ​ຂຶ້ນ​ເລື້ອຍໆ. (2 ຕມ. 3:13) ຊາຕານ​ຍັງ​ພະຍາຍາມ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຢູ່. ບໍ່​ວ່າ​ໃນ​ອະນາຄົດ​ເຮົາ​ຈະ​ເຈິ​ກັບ​ບັນຫາ​ແບບ​ໃດ ຂໍ​ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ສັດຊື່​ຕໍ່​ພະ​ເຢໂຫວາ​ໂດຍ​ໝັ້ນໃຈ​ທີ່​ຈະ “ຝາກ​ຄວາມຫວັງ​ໄວ້​ກັບ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.” (1 ຕມ. 4:10) ຂໍ​ໃຫ້​ຈື່​ວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ໃຫ້​ໂຢບ​ພິສູດ​ວ່າ ‘ເພິ່ນ​ເມດຕາ​ແລະ​ມີ​ຄວາມ​ເຫັນອົກເຫັນໃຈ​ແທ້ໆ.’ (ຢກບ. 5:11) ຂໍ​ໃຫ້​ເຮົາ​ຮັກສາ​ຄວາມ​ສັດຊື່​ຄື​ກັບ​ໂຢບ​ແລະ​ໝັ້ນໃຈ​ວ່າ ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ “ຄົນ​ທີ່​ຊອກ​ຫາ​ພະອົງ​ຢ່າງ​ຈິງ​ຈັງ.”—ອ່ານ​ເຮັບເຣີ 11:6

ເພງ 150 ຈົ່ງ​ຊອກ​ຫາ​ພະເຈົ້າ​ເພື່ອ​ເຈົ້າ​ຈະ​ລອດ

a ເມື່ອ​ເວົ້າ​ເຖິງ​ຄົນ​ທີ່​ໄດ້​ອົດທົນ​ກັບ​ບັນຫາ​ທີ່​ໜັກ​ໜ່ວງ ເຮົາ​ມັກ​ຈະ​ຄິດເຖິງ​ໂຢບ. ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ໂຢບ​ຊາຍ​ທີ່​ສັດຊື່? ເຮົາ​ໄດ້​ຮຽນ​ຮູ້​ວ່າ​ຊາຕານ​ບໍ່​ສາມາດ​ບັງຄັບ​ເຮົາ​ໃຫ້​ປະຖິ້ມ​ພະ​ເຢໂຫວາ​ໄດ້. ແລະ​ເຮົາ​ຍັງ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ. ຄື​ກັບ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ບັນຫາ​ຂອງ​ໂຢບ​ໝົດ​ໄປ ຈັກ​ມື້​ໜຶ່ງ​ພະ​ເຢໂຫວາ​ກໍ​ຈະ​ເຮັດ​ໃຫ້​ຄວາມທຸກ​ທີ່​ເຮົາ​ເຈິ​ໝົດ​ໄປ​ຄື​ກັນ. ຖ້າ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ໝັ້ນໃຈ​ສິ່ງ​ເຫຼົ່ານີ້ ເຮົາ​ກໍ​ເປັນ​ຜູ້​ທີ່ “ລໍ​ຖ້າ​ພະ​ເຢໂຫວາ” ແທ້ໆ!

b ການ​ອະທິບາຍ​ສຳນວນ: ໃນ​ພາສາ​ເຮັບເຣີ​ຄຳ​ວ່າ “ລໍ​ຖ້າ” ກ່ຽວຂ້ອງ​ກັບ​ຄວາມຫວັງ ແລະ​ການ​ໄວ້ໃຈ​ຫຼື​ເຊື່ອໃຈ​ຜູ້​ໃດ​ຜູ້​ໜຶ່ງ.—ເພງ. 25:2, 3; 62:5

c ຊື່​ສົມມຸດ

d ຄຳ​ອະທິບາຍ​ຮູບພາບ: ໂຢບ​ກັບ​ເມຍ​ໂສກເສົ້າ​ເສຍໃຈ​ຫຼາຍ​ແທ້ໆ​ທີ່​ລູກ​ຕາຍ.

e ຄຳ​ອະທິບາຍ​ຮູບພາບ: ໂຢບ​ໄດ້​ອົດທົນ​ຕໍ່​ການທົດສອບ​ຈົນ​ເຖິງ​ທີ່ສຸດ. ລາວ​ກັບ​ເມຍ​ໄດ້​ຄິດເຖິງ​ສິ່ງ​ດີໆ​ທີ່​ພະເຢໂຫວາ​ໃຫ້​ກັບ​ເຂົາ​ເຈົ້າ.