ບົດຄວາມສຶກສາທີ 28
ການປົກຄອງຂອງພະເຈົ້າເລີ່ມປົກຄອງແລ້ວ!
“ຕອນນີ້ອຳນາດກະສັດເໜືອໂລກນີ້ເປັນຂອງຜູ້ເປັນນາຍຂອງພວກເຮົາແລະຂອງພະຄລິດຂອງພະອົງແລ້ວ.”—ພນມ. 11:15
ເພງ 22 ລັດຖະບານຂອງພະເຈົ້າກໍ່ຕັ້ງແລ້ວ—ຂໍໃຫ້ມາເຖີດ!
ໃຈຄວາມສຳຄັນ a
1. ເຮົາໝັ້ນໃຈໃນເລື່ອງຫຍັງ ແລະຍ້ອນຫຍັງ?
ເປັນເລື່ອງຍາກທີ່ເຮົາຈະເຊື່ອວ່າ ສິ່ງຕ່າງໆຈະດີຂຶ້ນເມື່ອເຮົາເຫັນບັນຫາທີ່ເກີດຂຶ້ນໃນໂລກທຸກມື້ນີ້ ເຊັ່ນ: ຄອບຄົວແຕກແຍກກັນ ຫຼາຍຄົນເປັນຄົນທີ່ເຫັນແກ່ຕົວ ກ້າວລ້າວ ແລະມັກໃຊ້ຄວາມຮຸນແຮງ. ແລະຫຼາຍຄົນກໍບໍ່ໄວ້ໃຈອຳນາດການປົກຄອງ. ແຕ່ເຫດການເຫຼົ່ານີ້ເຮັດໃຫ້ເຮົາໝັ້ນໃຈວ່າສິ່ງຕ່າງໆຈະດີຂຶ້ນໄດ້. ຍ້ອນຫຍັງ? ຍ້ອນຄຳພີໄບເບິນໄດ້ ພະຍາກອນໄວ້ແລ້ວວ່າເຫດການເຫຼົ່ານີ້ຈະເກີດຂຶ້ນ “ໃນສະໄໝສຸດທ້າຍ.” (2 ຕມ. 3:1-5) ເມື່ອເຮົາເຫັນວ່າຄຳພະຍາກອນນີ້ສຳເລັດເປັນຈິງ ເຮົາກໍເຫັນຫຼັກຖານວ່າພະເຢຊູໄດ້ເປັນກະສັດໃນການປົກຄອງຂອງພະເຈົ້າແລ້ວ. ແຕ່ນີ້ເປັນພຽງຄຳພະຍາກອນເລື່ອງດຽວກ່ຽວກັບການປົກຄອງຂອງພະເຈົ້າ. ຖ້າເຮົາເບິ່ງຄຳພະຍາກອນເລື່ອງອື່ນໆທີ່ເກີດຂຶ້ນແທ້ໃນທຸກມື້ນີ້ ເຮົາກໍແຮ່ງຈະມີຄວາມເຊື່ອຫຼາຍຂຶ້ນ.
2. ເຮົາຈະຮຽນຫຍັງໃນບົດຄວາມນີ້ ແລະຍ້ອນຫຍັງ? (ຂໍໃຫ້ອະທິບາຍຮູບໜ້າປົກ)
2 ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ຄຳພະຍາກອນຕ່າງໆຊ່ວຍເຮົາແນວໃດໃຫ້ເຂົ້າໃຈສາມເລື່ອງຕໍ່ໄປນີ້: (1) ການປົກຄອງຂອງພະເຈົ້າເລີ່ມປົກຄອງຕອນໃດ (2) ພະເຢຊູເລີ່ມເປັນກະສັດໃນການປົກຄອງຂອງພະເຈົ້າເມື່ອໃດ (3) ສັດຕູຂອງພະເຈົ້າຈະຖືກທຳລາຍແນວໃດ. ຄຳພະຍາກອນເຫຼົ່ານີ້ປຽບຄືກັບຊິ້ນສ່ວນຂອງຮູບຈິກຊໍ ເມື່ອປະກອບເຂົ້າກັນແລ້ວເຮົາກໍຈະເຫັນພາບ ລວມທັງໝົດ ເຊິ່ງຊ່ວຍເຮົາໃຫ້ຮູ້ວ່າເຮົາຢູ່ບ່ອນໃດໃນເຫດການທີ່ພະເຢໂຫວາບອກໄວ້.
ການປົກຄອງຂອງພະເຈົ້າເລີ່ມປົກຄອງເມື່ອໃດ?
3. ຄຳພະຍາກອນໃນດານຽນ 7:13, 14 ຊ່ວຍເຮົາໃຫ້ໝັ້ນໃຈວ່າຜູ້ທີ່ເປັນກະສັດໃນການປົກຄອງຂອງພະເຈົ້າເປັນແນວໃດ?
3 ຄຳພະຍາກອນທີ່ຢູ່ໃນດານຽນ 7:13, 14, ລ.ມ. ເຮັດໃຫ້ເຮົາໝັ້ນໃຈວ່າພະເຢຊູຈະເປັນຜູ້ປົກຄອງທີ່ດີທີ່ສຸດໃນການປົກຄອງຂອງພະເຈົ້າ. ຜູ້ຄົນຈາກທຸກຊາດຈະຍິນດີ “ຮັບໃຊ້ເພິ່ນ” ແລະເພິ່ນຈະເປັນກະສັດຕະຫຼອດໄປ. ຍັງມີຄຳພະຍາກອນອີກເລື່ອງໜຶ່ງທີ່ຢູ່ໃນປຶ້ມດານຽນທີ່ບອກໃຫ້ຮູ້ວ່າພະເຢຊູຈະໄດ້ຂຶ້ນປົກຄອງຫຼັງຈາກໄລຍະເວລາທີ່ເອີ້ນວ່າ 7 ປີ. ເປັນໄປໄດ້ບໍທີ່ເຮົາຈະຮູ້ວ່າພະເຢຊູຂຶ້ນປົກຄອງເມື່ອໃດ?
4. ດານຽນ 4:10-17 ຊ່ວຍເຮົາໃຫ້ຮູ້ວ່າພະເຢຊູຂຶ້ນເປັນກະສັດຕອນໃດ? (ເບິ່ງໄຂເງື່ອນ)
4 ອ່ານດານຽນ 4:10-17, ລ.ມ. “7 ປີ” ໝາຍເຖິງໄລຍະເວລາ 2.520 ປີ. ເວລານີ້ເລີ່ມຕົ້ນໃນປີ 607 ກ່ອນ ຄ.ສ ຕອນທີ່ພວກບາບີໂລນມາຈັດການກະສັດອົງສຸດທ້າຍໃນເມືອງເຢຣູຊາເລັມ ເຊິ່ງເປັນຕົວແທນຂອງການປົກຄອງຂອງພະເຢໂຫວາ. ແລະໄລຍະເວລານີ້ໄດ້ສິ້ນສຸດລົງໃນປີ ຄ.ສ 1914 ຕອນທີ່ພະເຢໂຫວາແຕ່ງຕັ້ງພະເຢຊູ “ຄົນທີ່ມີສິດຕາມກົດໝາຍ” ໃຫ້ຂຶ້ນເປັນກະສັດໃນການປົກຄອງຂອງພະເຈົ້າ. b—ເອເຊກ. 21:25-27, ລ.ມ.
5. ເຮົາໄດ້ຮັບປະໂຫຍດແນວໃດຈາກຄຳພະຍາກອນກ່ຽວກັບໄລຍະເວລາ “7 ປີ”?
5 ເຮົາໄດ້ຮັບປະໂຫຍດແນວໃດຈາກຄຳພະຍາກອນນີ້? ການເຂົ້າໃຈໄລຍະເວລາ “7 ປີ” ເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາຈະເຮັດໃຫ້ຄຳສັນຍາຕ່າງໆສຳເລັດເປັນຈິງຕາມເວລາທີ່ເພິ່ນກຳນົດໄວ້. ຄືກັບທີ່ພະເຢໂຫວາກຳນົດໄວ້ແລ້ວວ່າຈະຕັ້ງການປົກຄອງຂອງເພິ່ນຕອນໃດ ເຊິ່ງເພິ່ນໄດ້ເຮັດໃຫ້ເກີດຂຶ້ນຕາມເວລານັ້ນແທ້! ເພິ່ນກໍຈະເຮັດໃຫ້ຄຳພະຍາກອນອື່ນໆສຳເລັດເປັນຈິງຕາມເວລາທີ່ເພິ່ນກຳນົດໄວ້ຄືກັນ. ເຫັນໄດ້ວ່າວັນຂອງພະເຢໂຫວາຈະມາແທ້ໆ ແລະ ‘ຈະບໍ່ມາຊ້າ.’—ຫາບາ. 2:3, ລ.ມ.
ເຮົາຮູ້ໄດ້ແນວໃດວ່າພະເຢຊູເລີ່ມເປັນກະສັດໃນການປົກຄອງຂອງພະເຈົ້າ?
6. (ກ) ເຮົາເຫັນຫຼັກຖານຫຍັງແດ່ທີ່ສະແດງວ່າພະເຢຊູປົກຄອງໃນສະຫວັນແລ້ວ? (ຂ) ພະນິມິດ 6:2-8 ໄດ້ຢືນຢັນຫຼັກຖານນີ້ແນວໃດ?
6 ໃນຕອນທ້າຍໆທີ່ພະເຢຊູຮັບໃຊ້ຢູ່ໃນໂລກນີ້ ເພິ່ນໄດ້ເວົ້າເຖິງເຫດການຕ່າງໆທີ່ຊ່ວຍໃຫ້ພວກລູກສິດຮູ້ວ່າເພິ່ນໄດ້ເລີ່ມປົກຄອງໃນສະຫວັນແລ້ວ. ເພິ່ນບອກວ່າໃນຕອນນັ້ນຈະມີສົງຄາມ ການຂາດແຄນອາຫານ ແຜ່ນດິນໄຫວ ແລະໂລກລະບາດ “ໃນບ່ອນຕ່າງໆ.” ແລະພະຍາດໂຄວິດ-19 ກໍເປັນເຫດການໜຶ່ງທີ່ເຮົາເຫັນໃນທຸກມື້ນີ້. ຄຳພີໄບເບິນບອກວ່າ ເຫດການເຫຼົ່ານີ້ເປັນ “ສັນຍານ” ທີ່ບອກໃຫ້ຮູ້ວ່າພະເຢຊູເລີ່ມປົກຄອງເປັນກະສັດແລ້ວ. (ມທ. 24:3, 7; ລກ. 21:7, 10, 11) ຫຼາຍກວ່າ 60 ປີຫຼັງຈາກທີ່ພະເຢຊູຕາຍແລະຂຶ້ນໄປສະຫວັນ ເພິ່ນໄດ້ຢືນຢັນກັບໂຢຮັນຜ່ານທາງນິມິດວ່າເຫດການເຫຼົ່ານີ້ຈະເກີດຂຶ້ນແທ້. (ອ່ານພະນິມິດ 6:2-8) ເຫດການທັງໝົດນີ້ໄດ້ເກີດຂຶ້ນຫຼັງຈາກທີ່ພະເຢຊູເລີ່ມປົກຄອງໃນສະຫວັນໃນປີ 1914.
7. ເປັນຫຍັງໂລກຈຶ່ງໂຫດຮ້າຍຂຶ້ນເລື້ອຍໆຫຼັງຈາກທີ່ພະເຢຊູເປັນກະສັດໃນສະຫວັນ?
7 ເປັນຫຍັງເຫດການໃນໂລກຈຶ່ງໂຫດຮ້າຍຂຶ້ນເລື້ອຍໆຫຼັງຈາກທີ່ພະເຢຊູຂຶ້ນປົກຄອງໃນສະຫວັນ? ໃນພະນິມິດ 6:2 ບອກໃຫ້ຮູ້ວ່າສິ່ງໜຶ່ງທີ່ພະເຢຊູຕ້ອງເຮັດຫຼັງຈາກທີ່ເປັນກະສັດໃນສະຫວັນແມ່ນການສູ້ຮົບກັບຊາຕານແລະ ພັກພວກຂອງມັນ. ໃນພະນິມິດບົດ 12 ບອກວ່າຊາຕານແລະພັກພວກຂອງມັນສູ້ຮົບບໍ່ຊະນະແລະຖືກຖິ້ມລົງມາໃນໂລກ. ນີ້ຈຶ່ງເຮັດໃຫ້ “ໂລກ . . . ເດືອດຮ້ອນ” ຍ້ອນຊາຕານໃຈຮ້າຍຫຼາຍແລະຢາກທຳລາຍມະນຸດທຸກຄົນ.—ພນມ. 12:7-12
8. ເຮົາໄດ້ຮັບປະໂຫຍດແນວໃດເມື່ອເຫັນຄຳພະຍາກອນເລື່ອງການປົກຄອງຂອງພະເຈົ້າສຳເລັດເປັນຈິງ?
8 ເຮົາໄດ້ຮັບປະໂຫຍດແນວໃດຈາກຄຳພະຍາກອນນີ້? ເຫດການຕ່າງໆໃນໂລກແລະນິດໄສຂອງຜູ້ຄົນທີ່ນັບມື້ນັບຊົ່ວຫຼາຍຂຶ້ນສະແດງໃຫ້ເຫັນວ່າພະເຢຊູເປັນກະສັດໃນສະຫວັນແລ້ວ. ດັ່ງນັ້ນ ແທນທີ່ເຮົາຈະຮູ້ສຶກເສຍໃຈຫຼືໃຈຮ້າຍເມື່ອເຫັນຫຼາຍຄົນເປັນຄົນເຫັນແກ່ຕົວແລະເຮັດສິ່ງທີ່ບໍ່ດີ ຂໍໃຫ້ເຮົາຈື່ໄວ້ວ່ານີ້ເປັນສິ່ງທີ່ຄຳພີໄບເບິນບອກໄວ້ແລ້ວ. ເຮົາເຫັນໄດ້ວ່າການປົກຄອງຂອງພະເຈົ້າໄດ້ເລີ່ມປົກຄອງແລ້ວ! (ເພງ. 37:1) ແລະເມື່ອວັນອາມາເຄໂດນໃກ້ຈະມາຮອດ ເຮົາກໍຄາດໝາຍໄດ້ວ່າສະພາບການໃນໂລກແຮ່ງຈະໂຫດຮ້າຍຫຼາຍກວ່ານີ້ອີກ. (ມຣກ. 13:8; 2 ຕມ. 3:13) ເຮົາຢາກຂອບໃຈພະເຢໂຫວາຫຼາຍແທ້ໆທີ່ຊ່ວຍເຮົາໃຫ້ຮູ້ວ່າເປັນຫຍັງໂລກນີ້ຈຶ່ງມີບັນຫາຫຼາຍຂຶ້ນເລື້ອຍໆ.
ສັດຕູຂອງພະເຈົ້າຈະຖືກທຳລາຍແນວໃດ?
9. ດານຽນ 2:28, 31-35 ເວົ້າເຖິງມະຫາອຳນາດໂລກສຸດທ້າຍແນວໃດ ແລະມະຫາອຳນາດນີ້ປາກົດຕົວເມື່ອໃດ?
9 ອ່ານດານຽນ 2:28, 31-35, ລ.ມ. ເຮົາຍັງເຫັນອີກຄຳພະຍາກອນໜຶ່ງທີ່ສຳເລັດເປັນຈິງໃນທຸກມື້ນີ້. ໃນຄວາມຝັນຂອງກະສັດເນບຶກາດເນດຊາຣບອກໃຫ້ຮູ້ວ່າຈະເກີດຫຍັງຂຶ້ນ “ໃນສະໄໝສຸດທ້າຍ” ຫຼັງຈາກທີ່ພະເຢຊູເລີ່ມປົກຄອງໃນສະຫວັນ. ຄຳພີໄບເບິນບອກລ່ວງໜ້າວ່າສັດຕູຂອງພະເຢຊູຍັງລວມເຖິງມະຫາອຳນາດໂລກສຸດທ້າຍ ເຊິ່ງໃນຄວາມຝັນຂອງກະສັດເນບຶກາດເນດຊາຣມະຫາອຳນາດນີ້ແມ່ນສ່ວນ “ຕີນທີ່ເປັນເຫຼັກປົນດິນໜຽວ.” ແລະມະຫາອຳນາດນີ້ກໍໄດ້ປາກົດຕົວໃນສົງຄາມໂລກຄັ້ງທີ I ຕອນທີ່ອັງກິດແລະອາເມຣິກາເປັນພັນທະມິດກັນ. ຮູບປັ້ນທີ່ຢູ່ໃນຄວາມຝັນຂອງກະສັດເນບຶກາດເນດຊາຣຍັງໄດ້ບອກເຖິງສອງສິ່ງຂອງມະຫາອຳນາດນີ້ທີ່ເຮັດໃຫ້ຕ່າງຈາກມະຫາອຳນາດໂລກອື່ນໆ.
10. (ກ) ຄຳພະຍາກອນຂອງດານີເອນໄດ້ເວົ້າເຖິງມະຫາອຳນາດໂລກອັງກິດ-ອາເມຣິກາແນວໃດ? (ຂ) ເຮົາຄວນລະວັງເລື່ອງຫຍັງ? (ເບິ່ງຂອບ “ ລະວັງດິນໜຽວ!”)
10 ສິ່ງໜຶ່ງທີ່ເຮັດໃຫ້ມະຫາອຳນາດນີ້ຕ່າງຈາກມະຫາອຳນາດອື່ນກໍຄືມັນເປັນເຫຼັກທີ່ປົນກັບດິນໜຽວ ເຊິ່ງມະຫາອຳນາດອື່ນຈະເປັນໂລຫະລ້ວນໆ ເຊັ່ນ: ຄຳ ຫຼື ເງິນ. ດິນໜຽວໝາຍເຖິງ “ປະຊາຊົນ” ຫຼື ຄົນທຳມະດາ. (ດາ. 2:43, ລ.ມ., ໄຂເງື່ອນ) ຕາມທີ່ເຮົາເຫັນໃນທຸກມື້ນີ້ ປະຊາຊົນໃຊ້ອຳນາດຂອງຕົວເອງໂດຍຜ່ານທາງການເລືອກຕັ້ງ ສິດທິພົນລະເມືອງ ການປະທ້ວງ ແລະສະຫະພັນແຮງງານ. ນີ້ຈຶ່ງເຮັດໃຫ້ຍາກທີ່ມະຫາອຳນາດນີ້ຈະເຮັດຕາມຄວາມຕ້ອງການຂອງຕົວເອງ.
11. ການທີ່ເຮົາເຫັນວ່າອັງກິດແລະອາເມຣິກາເປັນມະຫາອຳນາດໂລກຊ່ວຍເຮົາໃຫ້ໝັ້ນໃຈແນວໃດວ່າເຮົາກຳລັງຢູ່ໃນສະໄໝສຸດທ້າຍ?
11 ສິ່ງທີສອງແມ່ນມະຫາອຳນາດໂລກອັງກິດ-ອາເມຣິກາເປັນສ່ວນຕີນຂອງຮູບປັ້ນນັ້ນ ເຊິ່ງຄຳພີໄບເບິນບອກວ່າມັນເປັນມະຫາອຳນາດໂລກສຸດທ້າຍແລະບໍ່ມີມະຫາອຳນາດໃດຈະຂຶ້ນປົກຄອງຕໍ່ຈາກມັນ. ແລະການປົກຄອງຂອງພະເຈົ້າກໍຈະທຳລາຍມະຫາອຳນາດນີ້ພ້ອມກັບອຳນາດການປົກຄອງທັງໝົດໃນສົງຄາມອາມາເຄໂດນ. c—ພນມ. 16:13, 14, 16; 19:19, 20
12. ຄຳພະຍາກອນຂອງດານີເອນໄດ້ໃຫ້ຫຼັກຖານເພີ່ມເຕີມຫຍັງອີກເຊິ່ງເຮັດໃຫ້ເຮົາມີກຳລັງໃຈ?
12 ເຮົາໄດ້ຮັບປະໂຫຍດແນວໃດຈາກຄຳພະຍາກອນນີ້? ຄຳພະຍາກອນຂອງດານີເອນຍັງໃຫ້ຫຼັກຖານເພີ່ມເຕີມວ່າເຮົາຢູ່ໃນສະໄໝສຸດທ້າຍ. ດານີເອນໄດ້ບອກໄວ້ລ່ວງໜ້າຫຼາຍກວ່າ 2.500 ປີວ່າຫຼັງຈາກທີ່ບາບີໂລນປົກຄອງຈະມີ 4 ມະຫາອຳນາດໂລກທີ່ມີຜົນຕໍ່ປະຊາຊົນຂອງພະເຈົ້າ. ນອກຈາກນັ້ນ ລາວຍັງບອກວ່າອັງກິດ-ອາເມຣິກາຈະເປັນມະຫາອຳນາດໂລກສຸດທ້າຍ. ເລື່ອງນີ້ເຮັດໃຫ້ເຮົາໄດ້ຮັບກຳລັງໃຈແລະໝັ້ນໃຈວ່າ ອີກບໍ່ດົນການປົກຄອງຂອງພະເຈົ້າຈະທຳລາຍການປົກຄອງຂອງມະນຸດທັງໝົດ ແລະການປົກຄອງນີ້ກໍຈະປົກຄອງໄປທົ່ວໂລກ.—ດາ. 2:44
13. ຕາມພະນິມິດ 17:9-12 “ກະສັດອົງທີ 8” ແລະ “ກະສັດ 10 ອົງ” ໝາຍເຖິງໃຜ ແລະຄຳພະຍາກອນນີ້ສຳເລັດເປັນຈິງແນວໃດ?
13 ອ່ານພະນິມິດ 17:9-12. ຄວາມເສຍຫາຍທີ່ເກີດຈາກສົງຄາມໂລກຄັ້ງທີ I ໄດ້ເຮັດໃຫ້ຄຳພະຍາກອນອີກເລື່ອງໜຶ່ງກ່ຽວກັບສະໄໝສຸດທ້າຍສຳເລັດເປັນຈິງ. ຍ້ອນຜູ້ນຳຂອງໂລກນີ້ຢາກເຮັດໃຫ້ໂລກມີຄວາມສະຫງົບສຸກ ເຂົາເຈົ້າຈຶ່ງໄດ້ສ້າງຕັ້ງອົງການສັນນິບາດຊາດໃນເດືອນມັງກອນປີ 1920. ແລະອົງການນີ້ກໍໄດ້ປ່ຽນຊື່ມາເປັນອົງການສະຫະປະຊາຊາດໃນເດືອນຕຸລາປີ 1945. ຄຳພີໄບເບິນເອີ້ນອົງການນີ້ວ່າ “ກະສັດອົງທີແປດ.” ແຕ່ມັນບໍ່ແມ່ນມະຫາອຳນາດໂລກແລະມັນມີອຳນາດຍ້ອນໄດ້ຮັບການສະໜັບສະໜູນຈາກອຳນາດການປົກຄອງຕ່າງໆ ເຊິ່ງຄຳພີໄບເບິນເອີ້ນອຳນາດການປົກຄອງເຫຼົ່ານີ້ວ່າ “ເຂົາສິບເຂົາ” ຫຼື “ກະສັດ 10 ອົງ.”
14-15. (ກ) ພະນິມິດ 17:3-5 ເວົ້າກ່ຽວກັບ “ບາບີໂລນໃຫຍ່” ແນວໃດ? (ຂ) ເກີດຫຍັງຂຶ້ນກັບສະມາຊິກຂອງສາສະໜາປອມ?
14 ອ່ານພະນິມິດ 17:3-5. ພະເຢໂຫວາດົນໃຈໃຫ້ໂຢຮັນເຫັນນິມິດກ່ຽວກັບຍິງໂສເພນີເຊິ່ງກໍຄື “ບາບີໂລນໃຫຍ່” ທີ່ໝາຍເຖິງສາສະໜາປອມທັງໝົດ. ນິມິດນີ້ບອກໃຫ້ຮູ້ວ່າສາສະໜາປອມຈະຮ່ວມມືກັບ ອຳນາດການປົກຄອງທັງໝົດແລະສະໜັບສະໜູນເຂົາເຈົ້າ. ແຕ່ໃນອີກບໍ່ດົນ ພະເຢໂຫວາຈະເຮັດໃຫ້ອຳນາດການປົກຄອງທັງໝົດ “ເຮັດຕາມຄວາມຄິດຂອງພະອົງ.” ແລ້ວຈະເກີດຫຍັງຂຶ້ນ? ອຳນາດການປົກຄອງເຫຼົ່ານີ້ເຊິ່ງກໍຄື “ກະສັດ 10 ອົງ” ຈະທຳລາຍສາສະໜາປອມທັງໝົດ.—ພນມ. 17:1, 2, 16, 17
15 ເຮົາຮູ້ໄດ້ແນວໃດວ່າບາບີໂລນໃຫຍ່ໃກ້ຈະເຖິງຈຸດຈົບແລ້ວ? ເພື່ອຈະຮູ້ຄຳຕອບນີ້ ເຮົາຕ້ອງເຂົ້າໃຈຈຸດພິເສດຢ່າງໜຶ່ງຂອງເມືອງບາບີໂລນໃນສະໄໝບູຮານ. ເມືອງບາບີໂລນໃນສະໄໝບູຮານຈະໄດ້ຮັບການປົກປ້ອງຈາກແມ່ນ້ຳໃຫຍ່ທີ່ຊື່ເອິຟາຣາດ. ໃນປຶ້ມພະນິມິດໄດ້ສົມທຽບຫຼາຍລ້ານຄົນທີ່ສະໜັບສະໜູນບາບີໂລນໃຫຍ່ເປັນຄືກັບ “ນ້ຳທັງຫຼາຍ.” (ພນມ. 17:15) ແລະຍັງບອກວ່ານ້ຳນີ້ຈະ “ແຫ້ງໄປ” ເຊິ່ງໝາຍຄວາມວ່າຜູ້ທີ່ສະໜັບສະໜູນສາສະໜາປອມຈະຫຼຸດລົງ ແລະຫຼາຍຄົນກໍຈະເຊົາເປັນສະມາຊິກຂອງສາສະໜາປອມ. (ພນມ. 16:12) ເຮົາເຫັນວ່າຄຳພະຍາກອນນີ້ໄດ້ສຳເລັດເປັນຈິງ ເພາະໃນທຸກມື້ນີ້ຫຼາຍຄົນບໍ່ໄດ້ນັບຖືສາສະໜາແລະຫັນໄປເພິ່ງການຊ່ວຍເຫຼືອຈາກບ່ອນອື່ນ.
16. ເຮົາໄດ້ຮັບປະໂຫຍດແນວໃດຈາກຄຳພະຍາກອນກ່ຽວກັບອົງການສະຫະປະຊາຊາດແລະຈຸດຈົບຂອງບາບີໂລນໃຫຍ່?
16 ເຮົາໄດ້ຮັບປະໂຫຍດແນວໃດຈາກຄຳພະຍາກອນນີ້? ການທີ່ອົງການສະຫະປະຊາຊາດກໍ່ຕັ້ງຂຶ້ນແລະຫຼາຍຄົນບໍ່ສະໜັບສະໜູນສາສະໜາປອມສະແດງໃຫ້ເຫັນວ່າເຮົາກຳລັງຢູ່ໃນສະໄໝສຸດທ້າຍ. ເຖິງວ່າຫຼາຍຄົນຈະເຊົານັບຖືສາສະໜາປອມຫຼືບາບີໂລນໃຫຍ່ ແຕ່ນັ້ນກໍຍັງບໍ່ແມ່ນຈຸດຈົບຂອງມັນເທື່ອ ເພາະກ່ອນໜ້ານີ້ເຮົາໄດ້ຮຽນຮູ້ວ່າພະເຢໂຫວາຈະດົນໃຈໃຫ້ “ກະສັດ 10 ອົງ” ເຊິ່ງໝາຍເຖິງອຳນາດການປົກຄອງທັງໝົດທີ່ສະໜັບສະໜູນອົງການສະຫະປະຊາຊາດໃຫ້ “ເຮັດຕາມຄວາມຄິດຂອງພະອົງ.” ອີກບໍ່ດົນ ຊາດຕ່າງໆຈະທຳລາຍສາສະໜາປອມທັງໝົດເຊິ່ງຈະເຮັດໃຫ້ຫຼາຍຄົນຕົກໃຈ. d (ພນມ. 18:8-10) ການທຳລາຍສາສະໜາປອມຈະສົ່ງຜົນໄປທົ່ວໂລກແລະເຮັດໃຫ້ເກີດຄວາມຍາກລຳບາກ. ແຕ່ປະຊາຊົນຂອງພະເຈົ້າຈະມີຄວາມສຸກໄດ້. ຢ່າງໜ້ອຍມີສອງເຫດຜົນຄື: ສັດຕູຂອງພະເຈົ້າຈະຖືກທຳລາຍ ແລະອີກບໍ່ດົນເຮົາຈະໄດ້ຮັບການຊ່ວຍໃຫ້ລອດ!—ລກ. 21:28
ໝັ້ນໃຈວ່າພະເຢໂຫວາຈະປົກປ້ອງປະຊາຊົນຂອງເພິ່ນໃນອະນາຄົດ
17-18. (ກ) ເຮົາຈະມີຄວາມເຊື່ອທີ່ເຂັ້ມແຂງຕໍ່ໆໄປໄດ້ແນວໃດ? (ຂ) ເຮົາຈະຮຽນຫຍັງໃນບົດຄວາມຕໍ່ໄປ?
17 ດານີເອນບອກລ່ວງໜ້າວ່າ “ຄວາມຮູ້ແທ້ຈະມີຢ່າງຫຼວງຫຼາຍ.” ແລະເຮົາເຫັນວ່າເລື່ອງນີ້ກໍເກີດຂຶ້ນແທ້! ເພາະຕອນນີ້ເຮົາມີຄວາມຮູ້ແລະຄວາມເຂົ້າໃຈກ່ຽວກັບຄຳພະຍາກອນຕ່າງໆ. (ດາ. 12:4, 9, 10, ລ.ມ.) ຄວາມຖືກຕ້ອງຂອງຄຳພະຍາກອນເຫຼົ່ານີ້ເຮັດໃຫ້ເຮົາຮູ້ສຶກງຶດງໍ້ແລະປະທັບໃຈໃນພະເຢໂຫວາແລະຄຳພີໄບເບິນ. (ເອຊາ. 46:10; 55:11) ດັ່ງນັ້ນ ຂໍໃຫ້ເຮົາເຮັດໃຫ້ຄວາມເຊື່ອຂອງຕົວເອງເຂັ້ມແຂງຢູ່ສະເໝີໂດຍອ່ານຄຳພີໄບເບິນຕໍ່ໆໄປ ແລະຊ່ວຍຄົນອື່ນໃຫ້ມີສາຍສຳພັນທີ່ດີກັບພະເຢໂຫວາ. ພະເຢໂຫວາຈະປົກປ້ອງທຸກຄົນທີ່ໄວ້ໃຈເພິ່ນ ແລະຈະໃຫ້ເຂົາເຈົ້າມີ “ສັນຕິສຸກສະເໝີ.”—ເອຊາ. 26:3, ລ.ມ.
18 ໃນບົດຄວາມຕໍ່ໄປ ເຮົາຈະມາເບິ່ງຄຳພະຍາກອນອີກເລື່ອງໜຶ່ງກ່ຽວກັບປະຊາຊົນຂອງພະເຈົ້າໃນສະໄໝສຸດທ້າຍ. ເຮົາຈະໄດ້ຮຽນວ່າຄຳພະຍາກອນນີ້ສະແດງໃຫ້ເຫັນແນວໃດວ່າເຮົາຢູ່ໃນສະໄໝສຸດທ້າຍ ແລະເຮົາຍັງຈະເຫັນວ່າພະເຢຊູຜູ້ທີ່ເປັນກະສັດຂອງເຮົາໄດ້ຊີ້ນຳເຮົາໃນທຸກມື້ນີ້ແນວໃດ.
ເພງ 61 ພະຍານທັງຫຼາຍກ້າວໜ້າໄປ!
a ເຮົາກຳລັງມີຊີວິດຢູ່ໃນເວລາທີ່ໜ້າຕື່ນເຕັ້ນທີ່ສຸດໃນປະຫວັດສາດ ເພາະການປົກຄອງຂອງພະເຈົ້າເລີ່ມປົກຄອງແລ້ວ ຄືກັບທີ່ຄຳພະຍາກອນຕ່າງໆໃນຄຳພີໄບເບິນບອກໄວ້! ໃນບົດຄວາມນີ້ເຮົາຈະມາເບິ່ງຄຳພະຍາກອນບາງຢ່າງທີ່ຈະຊ່ວຍເຮົາໃຫ້ມີຄວາມເຊື່ອເຂັ້ມແຂງຫຼາຍຂຶ້ນ ຊ່ວຍເຮົາໃຫ້ມີຄວາມສະຫງົບໃຈ ແລະໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຮົາທັງໃນຕອນນີ້ແລະໃນອະນາຄົດ.
b ເບິ່ງປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ບົດທີ 32 ຂໍ້ 4 ແລະເບິ່ງວິດີໂອການປົກຄອງຂອງພະເຈົ້າເລີ່ມປົກຄອງໃນປີ 1914 ໃນເວັບໄຊ jw.org
c ຂໍ້ມູນເພີ່ມເຕີມກ່ຽວກັບຄຳພະຍາກອນຂອງດານຽນ ໃຫ້ເບິ່ງຫໍສັງເກດການ 15 ມິຖຸນາ 2012 ໜ້າ 14-19 (ພາສາໄທ)
d ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ ຂໍໃຫ້ເບິ່ງປຶ້ມລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ບົດທີ 21