ບົດຄວາມສຶກສາທີ 29
ຂໍໃຫ້ສະໜັບສະໜູນພະເຢຊູຜູ້ທີ່ຊີ້ນຳເຮົາ
“ພະເຈົ້າມອບອຳນາດໃຫ້ຂ້ອຍປົກຄອງທຸກສິ່ງໃນສະຫວັນແລະໃນໂລກນີ້ແລ້ວ.”—ມທ. 28:18
ເພງ 13 ພະຄລິດເປັນແບບຢ່າງຂອງເຮົາ
ໃຈຄວາມສຳຄັນ a
1. ພະເຢໂຫວາຢາກໃຫ້ວຽກຫຍັງສຳເລັດໃນທຸກມື້ນີ້?
ພະເຢໂຫວາຢາກໃຫ້ມີການປະກາດຂ່າວດີເລື່ອງການປົກຄອງຂອງເພິ່ນໄປທົ່ວໂລກ. (ມຣກ. 13:10; 1 ຕມ. 2:3, 4) ນີ້ເປັນວຽກຂອງພະເຢໂຫວາແລະເປັນວຽກທີ່ສຳຄັນຫຼາຍ. ດັ່ງນັ້ນ ເພິ່ນຈຶ່ງໄດ້ແຕ່ງຕັ້ງພະເຢຊູລູກຊາຍທີ່ຮັກຂອງເພິ່ນໃຫ້ຊີ້ນຳວຽກນີ້. ເຮົາສາມາດໝັ້ນໃຈໄດ້ວ່າພາຍໃຕ້ການຊີ້ນຳຂອງພະເຢຊູ ເຮົາຈະສາມາດເຮັດວຽກນີ້ໄດ້ສຳເລັດຕາມທີ່ພະເຢໂຫວາຕ້ອງການກ່ອນທີ່ຈຸດຈົບຂອງໂລກນີ້ຈະມາເຖິງ.—ມທ. 24:14
2. ເຮົາຈະຮຽນຫຍັງໃນບົດຄວາມນີ້?
2 ໃນບົດຄວາມນີ້ເຮົາຈະເບິ່ງວ່າ ພະເຢຊູໄດ້ໃຊ້ “ທາດທີ່ສັດຊື່ແລະສຸຂຸມ” ແນວໃດໃຫ້ຈັດກຽມສິ່ງຕ່າງໆທີ່ເສີມຄວາມເຊື່ອແລະໃຫ້ຈັດລະບຽບພີ່ນ້ອງສຳລັບໂຄງການປະກາດທີ່ໃຫຍ່ທີ່ສຸດໃນປະຫວັດສາດ. (ມທ. 24:45) ແລະເຮົາຍັງຈະມາເບິ່ງວ່າ ເຮົາແຕ່ລະຄົນຈະເຮັດຫຍັງໄດ້ແດ່ເພື່ອສະໜັບສະໜູນພະເຢຊູແລະທາດທີ່ສັດຊື່ແລະສຸຂຸມ.
ພະເຢຊູເປັນຜູ້ຊີ້ນຳວຽກປະກາດ
3. ພະເຢຊູໄດ້ຮັບອຳນາດຫຍັງ?
3 ເຮົາໝັ້ນໃຈໄດ້ແນວໃດວ່າພະເຢຊູກຳລັງຊີ້ນຳວຽກປະກາດ? ບໍ່ດົນກ່ອນທີ່ພະເຢຊູຈະໄປສະຫວັນ ເພິ່ນໄດ້ໄປພົບກັບລູກສິດທີ່ສັດຊື່ຈຳນວນໜຶ່ງຢູ່ເທິງພູໃນແຂວງຄາລີເລ. ເພິ່ນບອກກັບເຂົາເຈົ້າວ່າ: “ພະເຈົ້າມອບອຳນາດໃຫ້ຂ້ອຍປົກຄອງທຸກສິ່ງໃນສະຫວັນແລະໃນໂລກນີ້ແລ້ວ.” ຈາກນັ້ນເພິ່ນກໍເວົ້າຕື່ມອີກວ່າ: “ໃຫ້ພວກເຈົ້າໄປຫາຄົນທຸກຊາດແລະສອນພວກເຂົາໃຫ້ເຂົ້າມາເປັນລູກສິດ.” (ມທ. 28:18, 19) ເຮົາເຫັນໄດ້ວ່າ ນອກຈາກ ພະເຢຊູຈະມີໜ້າທີ່ຮັບຜິດຊອບອື່ນໆແລ້ວ ເພິ່ນຍັງໄດ້ຮັບອຳນາດໃຫ້ຊີ້ນຳວຽກປະກາດນຳ.
4. ເປັນຫຍັງເຮົາໝັ້ນໃຈໄດ້ວ່າພະເຢຊູຍັງຊີ້ນຳວຽກປະກາດຢູ່?
4 ພະເຢຊູບອກວ່າຈະມີການປະກາດແລະສອນ “ຄົນທຸກຊາດ” ໃຫ້ເຂົ້າມາເປັນລູກສິດ. ແລະເພິ່ນຈະຢູ່ກັບພວກລູກສິດຂອງເພິ່ນ “ຈົນຮອດສະໄໝສຸດທ້າຍຂອງໂລກນີ້.” (ມທ. 28:20) ຄຳເວົ້າເຫຼົ່ານີ້ສະແດງໃຫ້ເຫັນວ່າພະເຢຊູຈະຊີ້ນຳວຽກປະກາດຕໍ່ໆໄປຈົນຮອດສະໄໝຂອງເຮົາ.
5. ເຮົາຈະຊ່ວຍໃຫ້ຄຳພະຍາກອນທີ່ຢູ່ໃນຄຳເພງ 110:3 ສຳເລັດເປັນຈິງໄດ້ແນວໃດ?
5 ພະເຢຊູບໍ່ໄດ້ຢ້ານວ່າໃນສະໄໝສຸດທ້າຍນີ້ຈະມີຄົນເຮັດວຽກປະກາດບໍ່ພຽງພໍ ເພາະເພິ່ນຮູ້ວ່າຄຳພະຍາກອນທີ່ຢູ່ໃນຄຳເພງຈະສຳເລັດເປັນຈິງທີ່ວ່າ: “ປະຊາຊົນຂອງທ່ານຈະເຕັມໃຈສະເໜີຕົວໃນວັນທີ່ທ່ານນຳທັບອອກໄປສູ້ຮົບ.” (ເພງ. 110:3, ລ.ມ.) ຖ້າເຈົ້າກຳລັງເຮັດວຽກປະກາດຂ່າວດີ ເຈົ້າກໍກຳລັງສະໜັບສະໜູນພະເຢຊູແລະທາດທີ່ສັດຊື່ແລະສຸຂຸມ ແລະຊ່ວຍໃຫ້ຄຳພະຍາກອນນີ້ສຳເລັດເປັນຈິງ. ວຽກປະກາດກຳລັງກ້າວໜ້າ ແຕ່ກໍມີບັນຫາບາງຢ່າງ.
6. ບັນຫາຢ່າງໜຶ່ງທີ່ຜູ້ປະກາດເຈິໃນທຸກມື້ນີ້ແມ່ນຫຍັງ?
6 ບັນຫາຢ່າງໜຶ່ງທີ່ຜູ້ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າເຈິກໍຄື ການຕໍ່ຕ້ານ. ຜູ້ທີ່ທໍລະຍົດພະເຈົ້າ ຫົວໜ້າສາສະໜາ ແລະຜູ້ນຳທາງການເມືອງໄດ້ເວົ້າຕົວະກ່ຽວກັບພະຍານພະເຢໂຫວາ. ຖ້າຍາດພີ່ນ້ອງ ຄົນທີ່ເຮົາຮູ້ຈັກ ແລະໝູ່ຄູ່ເຊື່ອຄຳຕົວະເຫຼົ່ານັ້ນ ເຂົາເຈົ້າອາດຈະກົດດັນເຮົາໃຫ້ເຊົາຮັບໃຊ້ພະເຢໂຫວາແລະເຊົາປະກາດ. ໃນບາງປະເທດການຕໍ່ຕ້ານອາດຈະມາໃນຮູບແບບຂົ່ມຂູ່ແລະຈັບເຂົ້າຄຸກ. ເຮົາບໍ່ແປກໃຈເມື່ອເລື່ອງນີ້ເກີດຂຶ້ນ ເພາະພະເຢຊູບອກວ່າ: “ທຸກປະເທດຈະກຽດຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ.” (ມທ. 24:9) ເມື່ອເຮົາຖືກກຽດຊັງກໍພິສູດວ່າເຮົາກຳລັງເຮັດຕາມຕົວຢ່າງຂອງພະເຢຊູແລະພະເຢໂຫວາພໍໃຈເຮົາ. (ມທ. 5:11, 12) ຊາຕານເປັນຜູ້ຢູ່ເບື້ອງຫຼັງໃນການຕໍ່ຕ້ານນີ້. ແຕ່ພະເຢຊູມີອຳນາດຫຼາຍກວ່າຊາຕານ ດັ່ງນັ້ນ ຖ້າພະເຢຊູຊ່ວຍເຫຼືອເຮົາ ເຮົາກໍຈະສາມາດປະກາດຂ່າວດີໃຫ້ກັບຄົນທຸກຊາດໄດ້.
7. ເຮົາຮູ້ໄດ້ແນວໃດວ່າພະນິມິດ 14:6, 7 ກຳລັງສຳເລັດເປັນຈິງ?
7 ບັນຫາອີກຢ່າງໜຶ່ງທີ່ຜູ້ປະກາດຕ້ອງເຈິກໍຄື ຈະປະກາດກັບຄົນທຸກຊາດໄດ້ແນວໃດເພາະຫຼາຍຄົນເວົ້າພາສາແຕກຕ່າງກັນ. ແຕ່ພະເຢຊູໄດ້ໃຫ້ໂຢຮັນເຫັນນິມິດທີ່ສະແດງໃຫ້ເຫັນວ່າຈະມີການແກ້ໄຂບັນຫານີ້ໃນສະໄໝຂອງເຮົາ. (ອ່ານພະນິມິດ 14:6, 7) ຈະແກ້ໄຂໂດຍວິທີໃດ? ເຮົາຢາກຊ່ວຍຫຼາຍຄົນໃຫ້ມາຮູ້ຈັກຂ່າວດີເທົ່າທີ່ເປັນໄປໄດ້. ໃນທຸກມື້ນີ້ ຫຼາຍຄົນທົ່ວໂລກສາມາດອ່ານປຶ້ມຕ່າງໆຂອງອົງການທີ່ຢູ່ໃນເວັບໄຊ jw.org ເຊິ່ງມີຫຼາຍກວ່າ 1.000 ພາສາ! ຄະນະກຳມະການປົກຄອງໄດ້ໃຫ້ມີການແປປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ໃນຫຼາຍກວ່າ 700 ພາສາ ເຊິ່ງເປັນປຶ້ມຫຼັກໃນການຊ່ວຍຄົນໃຫ້ເຂົ້າມາເປັນລູກສິດ. ນອກຈາກນັ້ນ ຍັງມີວິດີໂອພາສາມືສຳລັບຄົນຫູໜວກແລະປຶ້ມອັກສອນເບວສຳລັບຄົນຕາບອດ. ເຮົາເຫັນໄດ້ວ່າຄຳພະຍາກອນໃນຄຳພີໄບເບິນກຳລັງສຳເລັດເປັນຈິງ. “ທຸກຊາດທຸກພາສາ” ກຳລັງຮຽນເວົ້າ “ພາສາບໍລິສຸດ” ເຊິ່ງກໍຄືຄວາມຈິງໃນຄຳພີໄບເບິນ. (ຊກາ. 8:23; ຊໂຟ. 3:9, ລ.ມ.) ທຸກສິ່ງເຫຼົ່ານີ້ເປັນໄປໄດ້ຍ້ອນການຊີ້ນຳຂອງພະເຢຊູ.
8. ວຽກປະກາດຂອງເຮົາໄດ້ຮັບຜົນດີແນວໃດ?
8 ໃນທຸກມື້ນີ້ມີຫຼາຍກວ່າ 8 ລ້ານຄົນໃນ 240 ດິນແດນທີ່ກຳລັງສົມທົບກັບອົງການຂອງພະເຢໂຫວາ ແລະແຕ່ລະປີກໍມີຄົນຮັບບັບເຕມາເປັນໝື່ນເປັນແສນຄົນ. ແຕ່ສິ່ງທີ່ສຳຄັນກວ່າຕົວເລກກໍຄື ຜູ້ທີ່ເຂົ້າມາເປັນລູກສິດໄດ້ພັດທະນາ “ລັກສະນະນິດໄສໃໝ່” ເຊິ່ງເປັນຄຸນລັກສະນະ ແບບຄລິດສະຕຽນ. (ກລຊ. 3:8-10) ຫຼາຍຄົນເຄີຍເປັນຄົນທີ່ເຮັດຜິດສິນລະທຳ ໃຊ້ຄວາມຮຸນແຮງ ລຳອຽງ ແລະມີນ້ຳໃຈຮັກຊາດ ແຕ່ຕອນນີ້ເຂົາເຈົ້າບໍ່ໄດ້ເປັນແບບນັ້ນແລ້ວ. ນອກຈາກນັ້ນເຂົາເຈົ້າຍັງ “ບໍ່ຮຽນເຮັດສົງຄາມອີກຕໍ່ໄປ.” ນີ້ໄດ້ເຮັດໃຫ້ຄຳພະຍາກອນທີ່ຢູ່ໃນເອຊາອີ 2:4, ລ.ມ. ສຳເລັດເປັນຈິງ. ເມື່ອເຮົາພະຍາຍາມພັດທະນາລັກສະນະນິດໄສໃໝ່ ເຮົາກໍຈະຊ່ວຍຄົນອື່ນໃຫ້ເຂົ້າມາໃນອົງການຂອງພະເຢໂຫວາແລະພິສູດວ່າເຮົາກຳລັງເຮັດຕາມການຊີ້ນຳຂອງພະເຢຊູ. (ຢຮ. 13:35; 1 ປຕ. 2:12) ສິ່ງເຫຼົ່ານີ້ເປັນໄປໄດ້ຍ້ອນພະເຢຊູຊ່ວຍເຫຼືອເຮົາ.
ພະເຢຊູແຕ່ງຕັ້ງທາດທີ່ສັດຊື່ແລະສຸຂຸມ
9. ຕາມມັດທາຍ 24:45-47 ພະເຢຊູບອກລ່ວງໜ້າວ່າຈະເກີດຫຍັງຂຶ້ນໃນສະໄໝສຸດທ້າຍ?
9 ອ່ານມັດທາຍ 24:45-47. ພະເຢຊູໄດ້ບອກລ່ວງໜ້າວ່າໃນສະໄໝສຸດທ້າຍເພິ່ນຈະແຕ່ງຕັ້ງ “ທາດທີ່ສັດຊື່ແລະສຸຂຸມ” ເພື່ອຈັດໃຫ້ມີຄວາມຮູ້ແລະຄຳສອນຈາກຄຳພີໄບເບິນ. ດັ່ງນັ້ນ ເຮົາຈຶ່ງຄາດໝາຍໄດ້ວ່າທາດທີ່ສັດຊື່ຈະຕ້ອງເຮັດວຽກໜັກໃນສະໄໝຂອງເຮົາ ແລະມັນກໍເປັນແບບນັ້ນແທ້! ພະເຢຊູໄດ້ໃຊ້ຜູ້ຖືກເຈີມກຸ່ມນ້ອຍໆນີ້ເພື່ອໃຫ້ປະຊາຊົນຂອງພະເຈົ້າແລະຜູ້ສົນໃຈໄດ້ຮັບ “ອາຫານ . . . ຕາມເວລາທີ່ເໝາະສົມ.” ຜູ້ຖືກເຈີມເຫຼົ່ານີ້ບໍ່ໄດ້ຄິດວ່າຕົວເອງເປັນນາຍເໜືອພີ່ນ້ອງຄົນອື່ນໆ. (2 ກຣ. 1:24) ແທນທີ່ຈະຄິດແບບນັ້ນ ເຂົາເຈົ້າຖືວ່າພະເຢຊູຄລິດເປັນ “ຜູ້ນຳແລະເປັນຜູ້ບັນຊາການ” ປະຊາຊົນຂອງເພິ່ນ.—ເອຊາ. 55:4, ລ.ມ.
10. ຕາມຮູບພາບ ປຶ້ມຫົວໃດຊ່ວຍເຈົ້າໃຫ້ຮຽນຄວາມຈິງຈາກຄຳພີໄບເບິນ?
10 ຕັ້ງແຕ່ປີ 1919 ທາດທີ່ສັດຊື່ແລະສຸຂຸມໄດ້ກຽມປຶ້ມຕ່າງໆເພື່ອຊ່ວຍຜູ້ສົນໃຈໃໝ່ໆໃຫ້ເລີ່ມຮຽນຮູ້ຄວາມຈິງຈາກຄຳພີໄບເບິນ. ໃນປີ 1921 ໄດ້ມີການອອກປຶ້ມພິນຂອງພະເຈົ້າ (The Harp of God) ເພື່ອຊ່ວຍຜູ້ສົນໃຈໃຫ້ຮຽນຄຳສອນພື້ນຖານໃນຄຳພີໄບເບິນ. ແລະເມື່ອ ເວລາຜ່ານໄປກໍໄດ້ມີການຈັດກຽມປຶ້ມຕ່າງໆ ເຊັ່ນ: ປຶ້ມ“ຈົ່ງໃຫ້ພະເຈົ້າເປັນອົງສັດຈິງ” b ປຶ້ມຄວາມຈິງທີ່ນຳໄປສູ່ຊີວິດຕະຫຼອດໄປ ປຶ້ມທ່ານຈະມີຊີວິດຢູ່ໄດ້ຕະຫຼອດໄປເທິງອຸດທະຍານໃນແຜ່ນດິນໂລກ ປຶ້ມຄວາມຮູ້ເຊິ່ງນຳໄປສູ່ຊີວິດຕະຫຼອດໄປ ປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ປຶ້ມຮຽນຄຳພີໄບເບິນແລ້ວໄດ້ຫຍັງ? ແລະປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ເຊິ່ງເປັນປື້ມທີ່ອອກໃໝ່ຫຼ້າສຸດ. ປຶ້ມຫົວໃດທີ່ຊ່ວຍເຈົ້າໃຫ້ຮູ້ຈັກແລະຮັກພະເຢໂຫວາ? ປຶ້ມເຫຼົ່ານີ້ຖືກອອກແບບມາເພື່ອຊ່ວຍຄົນໃຫ້ເຂົ້າມາເປັນລູກສິດ ແລະອອກມາໃນເວລາທີ່ເໝາະສົມ.
11. ເປັນຫຍັງຈຶ່ງສຳຄັນທີ່ເຮົາທຸກຄົນຕ້ອງຮຽນຮູ້ກ່ຽວກັບພະເຢໂຫວາແລະຄຳພີໄບເບິນໃຫ້ຫຼາຍຂຶ້ນ?
11 ບໍ່ພຽງແຕ່ຜູ້ສົນໃຈໃໝ່ເທົ່ານັ້ນທີ່ຕ້ອງໄດ້ຮັບຄວາມຮູ້ເລິກເຊິ່ງກ່ຽວກັບພະເຢໂຫວາແລະຄຳພີໄບເບິນ. ເຮົາທຸກຄົນຈຳເປັນຕ້ອງໄດ້ຮັບຄວາມຮູ້ນີ້ຄືກັນ. ອັກຄະສາວົກໂປໂລຂຽນວ່າ “ອາຫານແຂງເປັນອາຫານສຳລັບຜູ້ໃຫຍ່.” ໂປໂລຍັງໄດ້ເວົ້າຕື່ມວ່າ ການເຮັດຕາມຫຼັກການທີ່ຢູ່ໃນຄຳພີໄບເບິນຈະຊ່ວຍເຮົາໃຫ້ “ແຍກອອກວ່າອັນໃດຖືກອັນໃດຜິດ.” (ຮຣ. 5:14) ແຕ່ການເຮັດຕາມຫຼັກການຂອງພະເຢໂຫວາກໍບໍ່ງ່າຍ ຍ້ອນເຮົາຢູ່ໃນໂລກທີ່ຫຼັກສິນລະທຳເສື່ອມລົງເລື້ອຍໆ. ພະເຢຊູຈຶ່ງເຫັນວ່າເຮົາຈຳເປັນຕ້ອງມີຄວາມຮູ້ທີ່ຊ່ວຍເຮົາໃຫ້ມີຄວາມເຊື່ອເຂັ້ມແຂງ ເຊິ່ງຄວາມຮູ້ເຫຼົ່ານັ້ນກໍມາຈາກຄຳພີໄບເບິນ. ດັ່ງນັ້ນ ພະເຢຊູຈຶ່ງໄດ້ຊີ້ນຳທາດທີ່ສັດຊື່ແລະສຸຂຸມໃຫ້ຈັດກຽມຄວາມຮູ້ເຫຼົ່ານີ້ໃຫ້ກັບເຮົາ.
12. ເຮົາໄດ້ໃຫ້ກຽດຊື່ພະເຈົ້າຄືກັບທີ່ພະເຢຊູເຮັດແນວໃດ?
12 ເຮົາໄດ້ໃຫ້ກຽດຊື່ຂອງພະເຢໂຫວາຄືກັບທີ່ພະເຢຊູເຮັດ. (ຢຮ. 17:6, 26) ຕົວຢ່າງເຊັ່ນ: ໃນປີ 1931 ເຮົາໄດ້ຊື່ວ່າເປັນພະຍານພະເຢໂຫວາ. ນີ້ສະແດງໃຫ້ ເຫັນວ່າຊື່ຂອງພະເຢໂຫວາສຳຄັນຕໍ່ເຮົາຫຼາຍ. (ເອຊາ. 43:10-12) ແລະນັບຕັ້ງແຕ່ເດືອນຕຸລາຂອງປີດຽວກັນ ເຮົາໄດ້ໃສ່ຊື່ຂອງພະເຢໂຫວາໃນໜ້າປົກຂອງປຶ້ມຫໍສັງເກດການ. ນອກຈາກນັ້ນ ໃນຄຳພີໄບເບິນສະບັບແປໂລກໃໝ່ ເຮົາຍັງໄດ້ໃສ່ຊື່ພະເຈົ້າໄວ້ໃນບ່ອນທີ່ຄວນຢູ່. ນີ້ແຕກຕ່າງຈາກພວກຄລິດສະຕຽນໂບດທີ່ໄດ້ລົບຊື່ຂອງພະເຢໂຫວາອອກຈາກພະຄຳພີສະບັບແປຕ່າງໆຂອງເຂົາເຈົ້າ.
ພະເຢຊູຈັດລະບຽບລູກສິດຂອງເພິ່ນ
13. ເປັນຫຍັງເຈົ້າຈຶ່ງເຊື່ອວ່າພະເຢຊູໃຊ້ “ທາດທີ່ສັດຊື່ແລະສຸຂຸມ” ໃນທຸກມື້ນີ້? (ໂຢຮັນ 6:68)
13 ພະເຢຊູໄດ້ຈັດລະບຽບລູກສິດຂອງເພິ່ນໃຫ້ເປັນອົງການຢູ່ເທິງແຜ່ນດິນໂລກເພື່ອສົ່ງເສີມການນະມັດສະການແທ້ໂດຍຜ່ານທາງ “ທາດທີ່ສັດຊື່ແລະສຸຂຸມ.” ເຈົ້າຮູ້ສຶກແນວໃດກັບອົງການນີ້? ເຈົ້າອາດຈະຮູ້ສຶກຄືກັບອັກຄະສາວົກເປໂຕທີ່ເວົ້າກັບພະເຢຊູວ່າ: “ນາຍເອີຍ ພວກເຮົາຈະໄປຫາຜູ້ໃດໄດ້ອີກ? ໃນເມື່ອທ່ານເອງມີຄຳສອນທີ່ໃຫ້ຊີວິດຕະຫຼອດໄປ.” (ຢຮ. 6:68) ລອງຄິດເບິ່ງດູວ່າ ຕອນນີ້ຊີວິດເຮົາຈະເປັນແນວໃດຖ້າເຮົາບໍ່ໄດ້ຮູ້ຈັກອົງການຂອງພະເຢໂຫວາ. ພະເຢຊູໄດ້ໃຊ້ອົງການນີ້ເພື່ອຊ່ວຍເຮົາໃຫ້ມີສິ່ງທີ່ເສີມຄວາມເຊື່ອແລະພະຍາຍາມ ຝຶກສອນເຮົາໃຫ້ເຮັດວຽກປະກາດຢ່າງມີປະສິດທິພາບ. ນອກຈາກນັ້ນ ເພິ່ນຍັງໄດ້ຊ່ວຍເຮົາໃຫ້ມີ “ລັກສະນະນິດໄສໃໝ່” ເພື່ອເຮັດໃຫ້ພະເຢໂຫວາພໍໃຈ.—ອຟຊ. 4:24
14. ໃນຕອນທີ່ພະຍາດໂຄວິດ-19 ລະບາດ ອົງການຂອງພະເຢໂຫວາຊ່ວຍເຮົາແນວໃດ?
14 ພະເຢຊູໄດ້ໃຫ້ຄຳແນະນຳທີ່ດີໃນຍາມທີ່ວິກິດ. ເຮົາເຫັນເລື່ອງນີ້ໄດ້ຕອນທີ່ພະຍາດໂຄວິດ-19 ເລີ່ມລະບາດ. ຫຼາຍຄົນທົ່ວໂລກບໍ່ຮູ້ວ່າຈະເຮັດແນວໃດ ແຕ່ພະເຢຊູໄດ້ໃຫ້ຄຳແນະນຳທີ່ຈະແຈ້ງກັບເຮົາເພື່ອຊ່ວຍເຮົາໃຫ້ປອດໄພ. ເຮົາໄດ້ຮັບຄຳແນະນຳໃຫ້ໃສ່ ໜ້າກາກອະນາໄມຕອນທີ່ອອກຈາກເຮືອນແລະຮັກສາໄລຍະຫ່າງ. ແລະຜູ້ດູແລຍັງໄດ້ຮັບຄຳເຕືອນໃຫ້ຕິດຕໍ່ກັບພີ່ນ້ອງໃນປະຊາຄົມເລື້ອຍໆ ເພື່ອຈະຮູ້ວ່າສະພາບການເປັນຢູ່ຂອງພີ່ນ້ອງເປັນແນວໃດ ແລະຄວາມເຊື່ອຂອງເຂົາເຈົ້າເປັນແນວໃດ. (ເອຊາ. 32:1, 2) ນອກຈາກນັ້ນ ເຮົາຍັງໄດ້ຮັບຄຳແນະນຳແລະກຳລັງໃຈເມື່ອເບິ່ງລາຍງານຈາກຄະນະກຳມະການປົກຄອງທີ່ອອກມາເປັນປະຈຳ.
15. ໃນຕອນທີ່ພະຍາດໂຄວິດລະບາດ ເຮົາໄດ້ຮັບຄຳແນະນຳຫຍັງກ່ຽວກັບວິທີປະຊຸມແລະປະກາດ ແລະຜົນເປັນແນວໃດ?
15 ໃນຕອນທີ່ພະຍາດໂຄວິດລະບາດ ເຮົາຍັງໄດ້ຮັບຄຳແນະນຳທີ່ຈະແຈ້ງກ່ຽວກັບວິທີທີ່ຈະປະຊຸມແລະປະກາດ. ອົງການຂອງເຮົາໄດ້ປັບປ່ຽນວິທີການປະຊຸມຢ່າງກະທັນຫັນ ໂດຍໃຫ້ມີການປະຊຸມປະຊາຄົມ ປະຊຸມໝວດ ແລະປະຊຸມພາກທາງອິນເຕີເນັດ ແລະເຮົາຍັງໄດ້ປ່ຽນວິທີປະກາດໂດຍປະກາດທາງໂທລະສັບແລະຂຽນຈົດໝາຍ. ພະເຢໂຫວາໄດ້ອວຍພອນຄວາມພະຍາຍາມຂອງເຮົາຫຼາຍແທ້ໆ ເພາະຫຼາຍສາຂາໄດ້ລາຍງານວ່າມີຈຳນວນຜູ້ປະກາດເພີ່ມຂຶ້ນ. ທີ່ຈິງ ພີ່ນ້ອງຫຼາຍຄົນມີປະສົບການທີ່ໃຫ້ກຳລັງໃຈໃນຊ່ວງທີ່ຫຍຸ້ງຍາກແບບນີ້.—ເບິ່ງຂອບ “ພະເຢໂຫວາອວຍພອນວຽກປະກາດຂອງເຮົາ”
16. ເຮົາໝັ້ນໃຈໃນເລື່ອງຫຍັງ?
16 ບາງຄົນອາດຮູ້ສຶກວ່າອົງການຂອງເຮົາລະມັດລະວັງຫຼາຍໂພດກ່ຽວກັບການລະບາດຂອງພະຍາດໂຄວິດ-19. ແຕ່ເມື່ອເວລາຜ່ານໄປ ເຮົາກໍເຫັນໄດ້ວ່າຄຳແນະນຳນັ້ນເປັນປະໂຫຍດຫຼາຍແທ້ໆ. (ມທ. 11:19) ເມື່ອເຮົາຄິດຕຶກຕອງກ່ຽວກັບວິທີທີ່ພະເຢຊູຊີ້ນຳປະຊາຊົນຂອງເພິ່ນ ເຮົາກໍໝັ້ນໃຈວ່າບໍ່ວ່າອະນາຄົດຈະເປັນແນວໃດ ພະເຢໂຫວາແລະພະເຢຊູຈະຢູ່ກັບເຮົາ.—ອ່ານເຮັບເຣີ 13:5, 6
17. ເຈົ້າຮູ້ສຶກແນວໃດທີ່ມີພະເຢຊູເປັນຜູ້ຊີ້ນຳ?
17 ເຮົາຮູ້ສຶກດີໃຈຫຼາຍແທ້ໆທີ່ມີພະເຢຊູເປັນຜູ້ຊີ້ນຳ! ເຮົາໄດ້ເປັນສ່ວນໜຶ່ງຂອງອົງການທີ່ບໍ່ໄດ້ມີການແບ່ງແຍກ ເຊື້ອຊາດ ພາສາ ແລະວັດທະນະທຳ. ເຮົາຍັງໄດ້ຮັບຄວາມຮູ້ຈາກຄຳພີໄບເບິນ ແລະໄດ້ຮັບການຝຶກອົບຮົມຢ່າງດີເພື່ອຈະເຮັດວຽກປະກາດ. ນອກຈາກນັ້ນ ເຮົາຍັງໄດ້ຮັບການສອນທີ່ຊ່ວຍເຮົາໃຫ້ມີລັກສະນະນິດໄສໃໝ່ແລະຮຽນຮູ້ທີ່ຈະຮັກຄົນອື່ນ. ເຮົາພູມໃຈຫຼາຍແທ້ໆທີ່ມີພະເຢຊູເປັນຜູ້ຊີ້ນຳ!
ເພງ 16 ສັນເສີນເຢໂຫວາສຳລັບລູກຊາຍທີ່ຖືກແຕ່ງຕັ້ງ
a ໃນທຸກມື້ນີ້ຫຼາຍລ້ານຄົນບໍ່ວ່າຈະເປັນຜູ້ຊາຍ ຜູ້ຍິງ ແລະເດັກນ້ອຍກຳລັງເຮັດວຽກປະກາດຂ່າວດີຢ່າງຫ້າວຫັນ. ຖ້າເຈົ້າເປັນໜຶ່ງໃນນັ້ນ ເຈົ້າກໍກຳລັງເຮັດວຽກພາຍໃຕ້ການຊີ້ນຳຂອງພະເຢຊູຄລິດຜູ້ເປັນນາຍຂອງເຮົາ. ໃນບົດຄວາມນີ້ເຮົາຈະມາເບິ່ງຫຼັກຖານທີ່ສະແດງໃຫ້ເຫັນວ່າພະເຢຊູກຳລັງຊີ້ນຳວຽກປະກາດໃນທຸກມື້ນີ້. ການຄິດຕຶກຕອງເຖິງເລື່ອງນີ້ຈະຊ່ວຍເຮົາໃຫ້ຕັ້ງໃຈຮັບໃຊ້ພະເຢໂຫວາຕໍ່ໆໄປພາຍໃຕ້ການຊີ້ນຳຂອງພະຄລິດ.
b ພາສາໄທ