ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມຈາກຜູ້ອ່ານ

ຄຳຖາມຈາກຜູ້ອ່ານ

ພະເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ເພິ່ນ​ເວົ້າ​ວ່າ: “ຢ່າ​ຄິດ​ວ່າ​ຂ້ອຍ​ມາ​ເຮັດ​ໃຫ້​ໂລກ​ສະຫງົບສຸກ.”

ພະເຢຊູ​ສອນ​ເຮົາ​ໃຫ້​ສ້າງ​ສັນຕິສຸກ​ກັບ​ຄົນອື່ນ. ແຕ່​ມີ​ເທື່ອ​ໜຶ່ງ​ເພິ່ນ​ບອກ​ພວກ​ລູກສິດ​ວ່າ: “ຢ່າ​ຄິດ​ວ່າ​ຂ້ອຍ​ມາ​ເຮັດ​ໃຫ້​ໂລກ​ສະຫງົບສຸກ ຂ້ອຍ​ບໍ່​ໄດ້​ມາ​ເຮັດ​ໃຫ້​ເກີດ​ຄວາມ​ສະຫງົບສຸກ ແຕ່​ມາ​ເພື່ອ​ເຮັດ​ໃຫ້​ແຕກ​ແຍກ. ຂ້ອຍ​ມາ​ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ລະຫວ່າງ​ລູກ​ຊາຍ​ກັບ​ພໍ່ ລູກສາວ​ກັບ​ແມ່ ແລະ​ລູກໃພ້​ກັບ​ແມ່​ຍ່າ.” (ມທ. 10:34, 35) ພະເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ພະເຢຊູ​ບໍ່​ໄດ້​ຢາກ​ໃຫ້​ຄອບຄົວ​ແຕກ​ແຍກ​ກັນ. ແຕ່​ເພິ່ນ​ຮູ້​ວ່າ​ສິ່ງ​ທີ່​ເພິ່ນ​ສອນ​ຈະ​ເຮັດ​ໃຫ້​ບາງ​ຄອບຄົວ​ແຕກ​ແຍກ​ກັນ. ດັ່ງນັ້ນ ຜູ້​ທີ່​ຢາກ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ​ແລະ​ຮັບ​ບັບເຕມາ​ຕ້ອງ​ເຂົ້າໃຈ​ວ່າ​ເຂົາເຈົ້າ​ອາດຈະ​ເຈິ​ບັນຫາ​ແບບ​ນີ້​ເມື່ອ​ຕັດສິນໃຈ​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ຖ້າ​ເຂົາເຈົ້າ​ຖືກ​ຕໍ່ຕ້ານ​ຈາກ​ຜົວ​ຫຼື​ເມຍ​ຫຼື​ຄົນອື່ນໆ​ທີ່​ບໍ່​ມີ​ຄວາມເຊື່ອ ມັນ​ກໍ​ຍາກ​ທີ່​ເຂົາເຈົ້າ​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະເຢຊູ.

ຄຳພີໄບເບິນ​ບອກ​ໃຫ້​ຄລິດສະຕຽນ “ຢູ່​ຢ່າງ​ສະຫງົບສຸກ​ກັບ​ທຸກ​ຄົນ.” (ຣມ. 12:18) ແຕ່​ຄຳ​ສອນ​ຂອງ​ພະເຢຊູ​ສາມາດ​ປຽບ​ຄື​ກັບ “ດາບ” ທີ່​ເຮັດ​ໃຫ້​ບາງ​ຄອບຄົວ​ແຕກ​ແຍກ​ກັນ ເຊັ່ນ: ຖ້າ​ຄົນ​ໜຶ່ງ​ໃນ​ຄອບຄົວ​ຍອມ​ຮັບ​ຄຳ​ສອນ​ຂອງ​ພະເຢຊູ ແຕ່​ຄົນອື່ນໆ​ພັດ​ບໍ່​ຍອມ​ຮັບ​ແລະ​ຕໍ່ຕ້ານ. ເມື່ອ​ເປັນ​ແບບ​ນີ້​ຄົນ​ໃນ​ຄອບຄົວ​ກໍ​ຈະ​ເປັນ “ສັດຕູ” ກັນ.—ມທ. 10:36

ບາງເທື່ອ​ຜູ້​ທີ່​ເປັນ​ຄລິດສະຕຽນ​ເຊິ່ງ​ຢູ່​ໃນ​ຄອບຄົວ​ທີ່​ບໍ່​ມີ​ຄວາມເຊື່ອ​ດຽວ​ກັນ​ກໍ​ຕ້ອງ​ໄດ້​ຕັດສິນໃຈ​ວ່າ ເຂົາເຈົ້າ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ແລະ​ພະເຢຊູ​ພໍ​ໃຈ​ຫຼື​ຈະ​ເຮັດ​ໃຫ້​ຍາດ​ພີ່ນ້ອງ​ພໍ​ໃຈ. ຕົວຢ່າງ​ເຊັ່ນ: ຍາດ​ພີ່ນ້ອງ​ທີ່​ບໍ່​ມີ​ຄວາມເຊື່ອ​ອາດຈະ​ພະຍາຍາມ​ບອກ​ເຮົາ​ໃຫ້​ໄປ​ເຂົ້າຮ່ວມ​ການ​ສະຫຼອງ​ບຸນ​ແລະ​ເທດສະການ​ຕ່າງໆ. ເມື່ອ​ເປັນ​ແບບ​ນີ້​ເຮົາ​ຕ້ອງ​ເລືອກ​ວ່າ​ຈະ​ເຮັດ​ໃຫ້​ຜູ້​ໃດ​ພໍ​ໃຈ. ພະເຢຊູ​ບອກ​ວ່າ: “ຄົນ​ທີ່​ຮັກ​ພໍ່​ແມ່​ຫຼາຍ​ກວ່າ​ຂ້ອຍ​ກໍ​ບໍ່​ເໝາະສົມ​ທີ່​ຈະ​ເປັນ​ລູກສິດ​ຂອງ​ຂ້ອຍ.” (ມທ. 10:37) ພະເຢຊູ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເພື່ອ​ຈະ​ເປັນ​ລູກສິດ​ຂອງ​ເພິ່ນ ເຮົາ​ຕ້ອງ​ຮັກ​ພໍ່​ແມ່​ໜ້ອຍ​ລົງ ແຕ່​ເພິ່ນ​ສອນ​ເຮົາ​ໃຫ້​ຮູ້​ວ່າ​ສິ່ງ​ໃດ​ສຳຄັນ​ທີ່ສຸດ​ໃນ​ຊີວິດ. ຖ້າ​ຄົນ​ໃນ​ຄອບຄົວ​ທີ່​ບໍ່​ມີ​ຄວາມເຊື່ອ​ຕໍ່ຕ້ານ​ເຮົາ​ຍ້ອນ​ວ່າ​ເຮົາ​ນະມັດສະການ​ພະເຢໂຫວາ ເຮົາ​ກໍ​ຈະ​ຍັງ​ຮັກ​ເຂົາເຈົ້າ​ຄື​ເກົ່າ ແຕ່​ເຮົາ​ຕ້ອງ​ຮັກ​ພະເຢໂຫວາ​ຫຼາຍ​ກວ່າ.

ການ​ຕໍ່ຕ້ານ​ຈາກ​ຄອບຄົວ​ເຮັດ​ໃຫ້​ເຮົາ​ເສຍໃຈ​ຫຼາຍ​ແທ້ໆ. ແຕ່​ຂໍ​ໃຫ້​ຈື່​ສິ່ງ​ທີ່​ພະເຢຊູ​ເວົ້າ​ກັບ​ລູກສິດ​ຂອງ​ເພິ່ນ​ວ່າ: “ຄົນ​ທີ່​ບໍ່​ຍອມ​ແບກ​ເສົາ​ທໍລະມານ​ຂອງ​ຕົວເອງ​ແລະ​ຕິດ​ຕາມ​ຂ້ອຍ​ກໍ​ບໍ່​ເໝາະສົມ​ທີ່​ຈະ​ເປັນ​ລູກສິດ​ຂອງ​ຂ້ອຍ.” (ມທ. 10:38) ຄລິດສະຕຽນ​ຕ້ອງ​ເຂົ້າໃຈ​ວ່າ ການ​ຕໍ່ຕ້ານ​ຈາກ​ຄອບຄົວ​ເປັນ​ບັນຫາ​ຢ່າງ​ໜຶ່ງ​ທີ່​ຄລິດສະຕຽນ​ຈະ​ຕ້ອງ​ເຈິ. ແຕ່​ເຮົາ​ກໍ​ຫວັງ​ວ່າ​ການ​ປະພຶດ​ທີ່​ດີ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ຄົນ​ໃນ​ຄອບຄົວ​ທີ່​ບໍ່​ມີ​ຄວາມເຊື່ອ​ຢາກ​ຮຽນ​ຮູ້​ຄວາມ​ຈິງ​ໃນ​ຄຳພີໄບເບິນ​ຫຼາຍ​ຂຶ້ນ.—1 ປຕ. 3:1, 2