ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 37

ເຈົ້າສາມາດໄວ້ໃຈພີ່ນ້ອງໄດ້

ເຈົ້າສາມາດໄວ້ໃຈພີ່ນ້ອງໄດ້

“ຄວາມ​ຮັກ . . . ເຊື່ອ​ໃນ​ທຸກ​ສິ່ງ ຫວັງ​ໃນ​ທຸກ​ສິ່ງ.”—1 ກຣ. 13:4, 7

ເພງ 124 ສັດຊື່​ຕະຫຼອດໄປ

ໃຈ​ຄວາມ​ສຳຄັນ a

1. ເປັນຫຍັງ​ເຮົາ​ຈຶ່ງ​ບໍ່​ແປກ​ໃຈ​ທີ່​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ໄວ້ໃຈ​ກັນ?

 ໃນ​ໂລກ​ທີ່​ຊາຕານ​ປົກຄອງ​ຜູ້ຄົນ​ບໍ່​ຮູ້​ວ່າ​ຈະ​ໄວ້ໃຈ​ຜູ້​ໃດ ຍ້ອນ​ເຂົາເຈົ້າ​ເຄີຍ​ຜິດ​ຫວັງ​ກັບ​ການ​ກະທຳ​ຂອງ​ພວກ​ຜູ້​ນຳ​ທາງ​ການເມືອງ ພວກ​ພໍ່​ຄ້າ ແລະ​ພວກ​ຫົວໜ້າ​ສາສະໜາ. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຍັງ​ຮູ້ສຶກ​ບໍ່​ໄວ້ໃຈ​ໝູ່ ເພື່ອນ​ບ້ານ ແລະ​ບໍ່​ໄວ້ໃຈ​ແມ່ນ​ແຕ່​ຄົນ​ໃນ​ຄອບຄົວ. ເຮົາ​ທີ່​ເປັນ​ຄລິດສະຕຽນ​ບໍ່​ແປກ​ໃຈ​ໃນ​ເລື່ອງ​ນີ້ ເພາະ​ຄຳພີໄບເບິນ​ບອກ​ວ່າ: “ໃນ​ສະໄໝ​ສຸດທ້າຍ . . . ຜູ້ຄົນ​ຈະ​ບໍ່​ພັກດີ . . . ມັກ​ໃສ່​ຮ້າຍ​ຄົນອື່ນ . . . ເປັນ​ຄົນ​ທໍລະຍົດ.” ທີ່​ເປັນ​ແບບ​ນີ້​ກໍ​ຍ້ອນ​ວ່າ​ຜູ້ຄົນ​ເຮັດ​ຄື​ກັບ​ຊາຕານ​ເຊິ່ງ​ເປັນ​ຜູ້​ປົກຄອງ​ໂລກ​ນີ້​ທີ່​ໄວ້ໃຈ​ບໍ່​ໄດ້.—2 ຕມ. 3:1-4; 2 ກຣ. 4:4

2. (ກ) ໃຜ​ທີ່​ເຮົາ​ສາມາດ​ໄວ້ໃຈ​ໄດ້​ຢ່າງ​ເຕັມທີ? (ຂ) ບາງຄົນ​ອາດ​ສົງໄສ​ເລື່ອງ​ຫຍັງ?

2 ເຮົາ​ທີ່​ເປັນ​ຄລິດສະຕຽນ​ແທ້ ເຮົາ​ຮູ້​ວ່າ​ເຮົາ​ສາມາດ​ໄວ້ໃຈ​ພະເຢໂຫວາ​ໄດ້​ຢ່າງ​ເຕັມທີ. (ຢເຣ. 17:7, 8) ເຮົາ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຮັກ​ເຮົາ​ແລະ​ເພິ່ນ “ຈະ​ບໍ່​ມີ​ທາງ​ປະຖິ້ມ” ໝູ່​ຂອງ​ເພິ່ນ. (ເພງ. 9:10, ລ.ມ.) ເຮົາ​ຍັງ​ສາມາດ​ໄວ້ໃຈ​ພະເຢຊູ​ໄດ້​ຍ້ອນ​ວ່າ​ເພິ່ນ​ໄດ້​ມາ​ສະລະ​ຊີວິດ​ເພື່ອ​ພວກ​ເຮົາ. (1 ປຕ. 3:18) ແລະ​ເຮົາ​ກໍ​ໄດ້​ຮຽນຮູ້​ຈາກ​ປະສົບການ​ຂອງ​ເຮົາ​ເອງ​ວ່າ​ຫຼັກການ​ໃນ​ຄຳພີໄບເບິນ​ໄວ້ໃຈ​ໄດ້. (2 ຕມ. 3:16, 17) ເຫັນ​ໄດ້​ວ່າ ເຮົາ​ສາມາດ​ໄວ້ໃຈ​ພະເຢໂຫວາ ພະເຢຊູ ແລະ​ຫຼັກການ​ໃນ​ຄຳພີໄບເບິນ. ແຕ່​ບາງຄົນ​ອາດ​ສົງໄສ​ວ່າ ເຮົາ​ສາມາດ​ໄວ້ໃຈ​ພີ່ນ້ອງ​ໃນ​ປະຊາຄົມ​ໄດ້​ບໍ? ແລະ​ເປັນຫຍັງ​ເຮົາ​ຈຶ່ງ​ໄວ້ໃຈ​ເຂົາເຈົ້າ​ໄດ້?

ເຮົາ​ຕ້ອງ​ມີ​ພີ່ນ້ອງ

ຢູ່​ທົ່ວ​ໂລກ ເຮົາ​ມີ​ພີ່ນ້ອງ​ທີ່​ໄວ້ໃຈ​ໄດ້​ເຊິ່ງ​ຮັກ​ພະເຢໂຫວາ​ຄື​ກັນ​ກັບ​ເຮົາ (ເບິ່ງ​ຂໍ້ 3)

3. ເຮົາ​ມີ​ສິດທິພິເສດ​ຫຍັງ? (ມາຣະໂກ 10:29, 30)

3 ພະເຢໂຫວາ​ເຊີນ​ເຮົາ​ໃຫ້​ເຂົ້າ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ທີ່​ຢູ່​ທົ່ວ​ໂລກ. ລອງ​ຄິດເຖິງ​ສິດທິພິເສດ​ແລະ​ປະໂຫຍດ​ທີ່​ເຮົາ​ໄດ້​ຮັບ​ເມື່ອ​ໄດ້​ຢູ່​ໃນ​ຄອບຄົວ​ນີ້! (ອ່ານ​ມາຣະໂກ 10:29, 30) ຢູ່​ທົ່ວ​ໂລກ​ເຮົາ​ມີ​ພີ່ນ້ອງ​ທີ່​ຮັກ​ພະເຢໂຫວາ​ຄື​ກັນ​ກັບ​ເຮົາ​ແລະ​ໃຊ້​ຊີວິດ​ຕາມ​ຫຼັກການ​ຂອງ​ເພິ່ນ. ເຖິງ​ວ່າ​ເຮົາ​ອາດຈະ​ມີ​ພາສາ ວັດທະນະທຳ ແລະ​ການ​ແຕ່ງ​ຕົວ​ທີ່​ຕ່າງ​ກັນ ແຕ່​ເຮົາ​ກໍ​ຮູ້ສຶກ​ຮັກ​ແລະ​ໃກ້ຊິດ​ກັບ​ເຂົາເຈົ້າ​ຕັ້ງ​ແຕ່​ເທື່ອ​ທຳອິດ​ທີ່​ໄດ້​ພົບ​ກັນ. ແລະ​ເຮົາ​ກໍ​ມັກ​ນະມັດສະການ​ແລະ​ສັນລະເສີນ​ພະເຢໂຫວາ​ຮ່ວມ​ກັນ​ກັບ​ເຂົາເຈົ້າ!—ເພງ. 133:1

4. ເປັນຫຍັງ​ເຮົາ​ຕ້ອງ​ມີ​ພີ່ນ້ອງ?

4 ຕອນນີ້​ເຮົາ​ຕ້ອງ​ເປັນ​ນ້ຳໜຶ່ງໃຈດຽວກັນ​ກັບ​ພີ່ນ້ອງ​ຫຼາຍ​ກວ່າ​ແຕ່​ກ່ອນ ເພາະ​ບາງເທື່ອ​ເຂົາເຈົ້າ​ກໍ​ຊ່ວຍ​ແບກ​ພາລະ​ຂອງ​ເຮົາ. (ຣມ. 15:1; ຄລຕ. 6:2) ນອກຈາກນັ້ນ ເຂົາເຈົ້າ​ຍັງ​ຊ່ວຍ​ກະຕຸ້ນ​ເຮົາ​ໃຫ້​ມີ​ຄວາມ​ຫ້າວຫັນ​ໃນ​ວຽກ​ປະກາດ​ແລະ​ມີ​ຄວາມເຊື່ອ​ເຂັ້ມແຂງ. (1 ທຊ. 5:11; ຮຣ. 10:23-25) ລອງ​ຄິດ​ເບິ່ງ​ວ່າ ຈະ​ເປັນ​ແນວໃດ​ຖ້າ​ບໍ່​ມີ​ພີ່ນ້ອງ​ຊ່ວຍເຫຼືອ​ເຮົາ​ຕອນ​ທີ່​ເຈິ​ບັນຫາ​ຈາກ​ຊາຕານ. ອີກ​ບໍ່​ດົນ ຊາຕານ​ແລະ​ຜູ້​ທີ່​ຢູ່​ຝ່າຍ​ມັນ​ຈະ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ. ແຕ່​ເຮົາ​ຈະ​ຮູ້ສຶກ​ດີໃຈ​ຫຼາຍ​ທີ່​ມີ​ພີ່ນ້ອງ​ຢູ່​ຄຽງ​ຂ້າງ​ເຮົາ​ໃນ​ຕອນ​ນັ້ນ!

5. ເປັນຫຍັງ​ບາງເທື່ອ​ຈຶ່ງ​ຍາກ​ທີ່​ຈະ​ໄວ້ໃຈ​ພີ່ນ້ອງ?

5 ບາງຄົນ​ຮູ້ສຶກ​ຍາກ​ທີ່​ຈະ​ໄວ້ໃຈ​ພີ່ນ້ອງ. ບາງເທື່ອ​ອາດ​ເປັນ​ຍ້ອນ​ພີ່ນ້ອງ​ເຫຼົ່າ​ນັ້ນ​ບໍ່​ຮັກສາ​ຄວາມ​ລັບ​ຫຼື​ບໍ່​ຮັກສາ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ເຂົາເຈົ້າ. ຫຼື​ບາງຄົນ​ໃນ​ປະຊາຄົມ​ອາດຈະ​ເວົ້າ​ຫຼື​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ເສຍໃຈ. ຈາກ​ປະສົບການ​ເຫຼົ່ານີ້​ອາດຈະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຍາກ​ທີ່​ຈະ​ໄວ້ໃຈ​ຄົນອື່ນ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ພີ່ນ້ອງ​ໄດ້?

ຄວາມ​ຮັກ​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ພີ່ນ້ອງ

6. ຄວາມ​ຮັກ​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ຄົນອື່ນ​ແນວໃດ? (1 ໂກຣິນໂທ 13:4-8)

6 ຄວາມ​ຮັກ​ເປັນ​ພື້ນຖານ​ຂອງ​ຄວາມ​ໄວ້ໃຈ. ໃນ 1 ໂກຣິນໂທ​ບົດ 13 ອະທິບາຍ​ແງ່​ມຸມ​ຕ່າງໆ​ຂອງ​ຄວາມ​ຮັກ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ຄົນອື່ນ. (ອ່ານ 1 ໂກຣິນໂທ 13:4-8) ຕົວຢ່າງ​ເຊັ່ນ ໃນ​ຂໍ້ 4 ບອກ​ວ່າ: “ຄວາມ​ຮັກ​ກໍ​ອົດ​ກັ້ນ​ແລະ​ເມດຕາ​ກະລຸນາ.” ພະເຢໂຫວາ​ອົດທົນ​ກັບ​ເຮົາ​ເຖິງ​ວ່າ​ເຮົາ​ຈະ​ເຮັດ​ຜິດ​ຕໍ່​ເພິ່ນ. ດັ່ງນັ້ນ ເຮົາ​ກໍ​ຕ້ອງ​ອົດທົນ​ກັບ​ພີ່ນ້ອງ​ຖ້າ​ເຂົາເຈົ້າ​ເວົ້າ​ຫຼື​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ. ໃນ​ຂໍ້ 5 ຍັງ​ບອກ​ວ່າ: “[ຄວາມ​ຮັກ] ບໍ່​ໃຈຮ້າຍ​ງ່າຍ ບໍ່​ຈົດ​ຈຳ​ເລື່ອງ​ທີ່​ເຮັດ​ໃຫ້​ເຈັບ​ໃຈ.” ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ບໍ່​ຈື່​ເລື່ອງ​ທີ່​ພີ່ນ້ອງ​ເຮັດ​ໃຫ້​ເຮົາ​ເຈັບ​ໃຈ. ໃນ​ຜູ້​ເທສະໜາ​ປ່າວ​ປະກາດ 7:9 ກໍ​ບອກ​ວ່າ​ເຮົາ​ບໍ່​ຄວນ “ຄຽດ​ງ່າຍ.” ແລະ​ເຮົາ​ກໍ​ຄວນ​ເຮັດ​ຕາມ​ຄຳແນະນຳ​ທີ່​ຢູ່​ໃນ​ເອເຟໂຊ 4:26 ທີ່​ບອກ​ວ່າ​: “ຢ່າ​ໃຈຮ້າຍ​ຈົນ​ຮອດ​ຕາເວັນ​ຕົກ​ດິນ.”

7. ມັດທາຍ 7:1-5 ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ພີ່ນ້ອງ​ແນວໃດ?

7 ອີກ​ສິ່ງ​ໜຶ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ພີ່ນ້ອງ​ໄດ້​ກໍ​ຄື ການ​ເບິ່ງ​ພີ່ນ້ອງ​ໃນ​ແບບ​ທີ່​ພະເຢໂຫວາ​ເບິ່ງ. ພະເຢໂຫວາ​ຮັກ​ພີ່ນ້ອງ​ແລະ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຂົາເຈົ້າ ເຮົາ​ກໍ​ຄວນ​ເຮັດ​ແບບນັ້ນ​ຄື​ກັນ. (ເພງ. 130:3) ແທນ​ທີ່​ເຮົາ​ຈະ​ເບິ່ງ​ແຕ່​ຄວາມ​ຜິດ​ພາດ​ຂອງ​ເຂົາເຈົ້າ ເຮົາ​ຄວນ​ຈະ​ຊອກ​ເບິ່ງ​ຈຸດ​ດີ​ໃນ​ໂຕ​ຂອງ​ເຂົາເຈົ້າ​ແລະ​ສິ່ງ​ດີ​ທີ່​ເຂົາເຈົ້າ​ເຮັດ. (ອ່ານ​ມັດທາຍ 7:1-5) ຍ້ອນ​ຄວາມ​ຮັກ “ເຊື່ອ​ໃນ​ທຸກສິ່ງ” ເຮົາ​ຈຶ່ງ​ເຊື່ອ​ວ່າ​ພີ່ນ້ອງ​ຢາກ​ເຮັດ​ສິ່ງ​ທີ່​ດີ​ແລະ​ບໍ່​ໄດ້​ຕັ້ງໃຈ​ເຮັດ​ໃຫ້​ເຮົາ​ເສຍໃຈ. (1 ກຣ. 13:7) ນັ້ນ​ບໍ່​ໄດ້ໝາຍ​ຄວາມ​ວ່າ​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ໄວ້ໃຈ​ພີ່ນ້ອງ​ໂດຍ​ບໍ່​ມີ​ເຫດຜົນ ເພິ່ນ​ຢາກ​ໃຫ້​ເຮົາ​ໄວ້ໃຈ​ຍ້ອນ​ພີ່ນ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. b

8. ເຮົາ​ຈະ​ໄວ້ໃຈ​ພີ່ນ້ອງ​ຫຼາຍ​ຂຶ້ນ​ໄດ້​ແນວໃດ?

8 ເພື່ອ​ຈະ​ໄວ້ໃຈ​ຜູ້​ໃດ​ຜູ້​ໜຶ່ງ​ຕ້ອງ​ໃຊ້​ເວລາ. ແລ້ວ​ເຮົາ​ຈະ​ໄວ້ໃຈ​ພີ່ນ້ອງ​ຫຼາຍ​ຂຶ້ນ​ໄດ້​ແນວໃດ? ເຮົາ​ຕ້ອງ​ຮູ້ຈັກ​ເຂົາເຈົ້າ​ເປັນ​ຢ່າງ​ດີ. ໃຫ້​ລົມ​ກັບ​ເຂົາເຈົ້າ​ຕອນ​ທີ່​ເຂົ້າຮ່ວມ​ການ​ປະຊຸມ​ແລະ​ຈັດ​ເວລາ​ໄປ​ປະກາດ​ນຳ​ກັນ. ນອກຈາກນັ້ນ ໃຫ້​ອົດທົນ​ກັບ​ເຂົາເຈົ້າ​ແລະ​ໃຫ້​ໂອກາດ​ເຂົາເຈົ້າ​ທີ່​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ທຳອິດ ເຈົ້າ​ອາດ​ບໍ່​ກ້າ​ເວົ້າ​ເລື່ອງ​ສ່ວນ​ຕົວ​ກັບ​ພີ່ນ້ອງ​ທີ່​ເຈົ້າ​ຫາກໍ​ຮູ້ຈັກ ແຕ່​ເມື່ອ​ເຈົ້າ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ອາດ​ຈະ​ສະດວກ​ໃຈ​ທີ່​ຈະ​ບອກ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ໃຫ້​ພີ່ນ້ອງ​ຮູ້. (ລກ. 16:10) ແຕ່​ເຈົ້າ​ຈະ​ເຮັດ​ແນວໃດ​ຖ້າ​ພີ່ນ້ອງ​ເຮັດ​ໃຫ້​ເຈົ້າ​ບໍ່​ໄວ້ໃຈ? ຢ່າ​ຟ້າວ​ເຊົາ​ຫຼິ້ນ​ນຳ​ລາວ ແຕ່​ປ່ອຍ​ໃຫ້​ເວລາ​ນັ້ນ​ຜ່ານ​ໄປ​ກ່ອນ. ແລະ​ຖ້າ​ບາງຄົນ​ເຮັດ​ໃຫ້​ເຈົ້າ​ຜິດ​ຫວັງ​ຫຼື​ເສຍໃຈ ກໍ​ຢ່າ​ຍອມ​ໃຫ້​ສິ່ງ​ນັ້ນ​ມາ​ເຮັດ​ໃຫ້​ເຈົ້າ​ບໍ່​ໄວ້ໃຈ​ພີ່ນ້ອງ​ຄົນອື່ນ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່​ທີ່​ເຄີຍ​ຜິດ​ຫວັງ​ກັບ​ບາງຄົນ ແຕ່​ກໍ​ຍັງ​ໄວ້ໃຈ​ຄົນອື່ນ.

ຮຽນ​ຈາກ​ຕົວຢ່າງ​ຂອງ​ຄົນ​ທີ່​ໄວ້ໃຈ​ຄົນອື່ນ

ເຖິງ​ວ່າ​ໃນ​ຕອນ​ທຳອິດ​ເອລີ​ຈະ​ເຂົ້າໃຈ​ຮັນນາ​ຜິດ ແຕ່​ຮັນນາ​ກໍ​ຍັງ​ໄວ້ໃຈ​ການ​ຈັດ​ກຽມ​ຂອງ​ພະເຢໂຫວາ (ເບິ່ງ​ຂໍ້ 9)

9. (ກ) ຮັນນາ​ຍັງ​ໄວ້ໃຈ​ການ​ຈັດ​ກຽມ​ຂອງ​ພະເຢໂຫວາ​ແນວໃດ ເຖິງ​ວ່າ​ຜູ້​ທີ່​ພະເຢໂຫວາ​ແຕ່ງຕັ້ງ​ຈະ​ເຮັດ​ຜິດ? (ຂ) ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? (ເບິ່ງ​ຮູບພາບ)

9 ເຈົ້າ​ເຄີຍ​ຜິດ​ຫວັງ​ກັບ​ການ​ກະທຳ​ຂອງ​ພີ່ນ້ອງ​ທີ່​ມີ​ໜ້າທີ່​ຮັບຜິດຊອບ​ໃນ​ປະຊາຄົມ​ບໍ? ຖ້າ​ເຄີຍ ເຈົ້າ​ອາດຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ຂອງ​ຮັນນາ. ໃນ​ຕອນ​ນັ້ນ ປະໂລຫິດ​ໃຫຍ່​ເອລີ​ເປັນ​ຜູ້​ນຳ​ໜ້າ​ໃນ​ການ​ນະມັດສະການ​ພະເຢໂຫວາ​ໃນ​ອິດສະຣາເອນ. ແຕ່​ຄອບຄົວ​ຂອງ​ລາວ​ເປັນ​ຕົວຢ່າງ​ທີ່​ບໍ່​ດີ. ລູກ​ຊາຍ​ສອງ​ຄົນ​ຂອງ​ເອລີ​ທີ່​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ​ໄດ້​ເຮັດ​ຜິດສິນລະທຳ​ທາງ​ເພດ​ແລະ​ເຮັດ​ສິ່ງ​ທີ່​ໜ້າ​ອັບອາຍ​ຢູ່​ເລື້ອຍໆ ແຕ່​ເອລີ​ພັດ​ເຕືອນ​ເຂົາເຈົ້າ​ເບົາໆ​ເທົ່າ​ນັ້ນ. ເຖິງ​ວ່າ​ພະເຢໂຫວາ​ບໍ່​ໄດ້​ປົດ​ເອລີ​ອອກ​ຈາກ​ຕຳແໜ່ງ​ທັນທີ ແຕ່​ຮັນນາ​ກໍ​ຍັງ​ໄວ້ໃຈ​ການ​ຈັດ​ກຽມ​ຂອງ​ພະເຢໂຫວາ​ໂດຍ​ມາ​ນະມັດສະການ​ພະເຢໂຫວາ​ຢູ່​ເຕັ້ນ​ສັກສິດ​ເປັນ​ປະຈຳ. ເມື່ອ​ເອລີ​ເຫັນ​ຮັນນາ​ອະທິດຖານ​ດ້ວຍ​ຄວາມ​ທຸກໃຈ ລາວ​ກໍ​ບໍ່​ໄດ້​ຖາມ​ຮັນນາ​ເລີຍ​ວ່າ​ເກີດ​ຫຍັງ​ຂຶ້ນ ແຕ່​ລາວ​ພັດ​ຕຳໜິ​ຮັນນາ​ແລະ​ສະຫຼຸບ​ແບບ​ຜິດໆ​ວ່າ​ຮັນນາ​ເມົາ​ເຫຼົ້າ. (1ຊມ. 1:12-16) ເຖິງ​ຈະ​ເປັນ​ແບບນັ້ນ ຮັນນາ​ກໍ​ສາບານ​ວ່າ​ຖ້າ​ລາວ​ມີ​ລູກ​ຊາຍ ລາວ​ຈະ​ໃຫ້​ລູກ​ມາ​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ​ເຊິ່ງ​ຢູ່​ພາຍ​ໃຕ້​ການ​ເບິ່ງແຍງ​ຂອງ​ເອລີ. (1ຊມ. 1:11) ແລ້ວ​ເລື່ອງ​ລູກ​ຊາຍ​ຂອງ​ເອລີ​ເດ ໄດ້​ຮັບ​ການ​ແກ້ໄຂ​ໃຫ້​ຖືກຕ້ອງ​ບໍ? ໄດ້​ຮັບ​ການ​ແກ້ໄຂ​ແທ້! ເພາະ​ພະເຢໂຫວາ​ລົງໂທດ​ເຂົາເຈົ້າ​ເມື່ອ​ເຖິງ​ເວລາ. (1ຊມ. 4:17) ແຕ່​ໃນ​ລະຫວ່າງ​ນັ້ນ ພະເຢໂຫວາ​ກໍ​ໄດ້​ໃຫ້​ລາງວັນ​ກັບ​ຮັນນາ​ໂດຍ​ໃຫ້​ລາວ​ມີ​ລູກ​ຊາຍ​ຊື່​ຊາມູເອນ.—1ຊມ. 1:17-20

10. ເຖິງ​ດາວິດ​ຈະ​ຖືກ​ຫັກ​ຫຼັງ ແຕ່​ລາວ​ຍັງ​ໄວ້ໃຈ​ຄົນອື່ນ​ແນວໃດ?

10 ເຈົ້າ​ເຄີຍ​ຖືກ​ໝູ່​ສະໜິດ​ຫັກ​ຫຼັງ​ບໍ? ຖ້າ​ເຄີຍ ເຈົ້າ​ຄື​ຊິ​ໄດ້​ປະໂຫຍດ​ຈາກ​ເລື່ອງ​ຂອງ​ກະສັດ​ດາວິດ. ຕອນ​ທີ່​ອັບຊາໂລມ​ລູກ​ຊາຍ​ຂອງ​ດາວິດ​ພະຍາຍາມ​ຈະ​ຍຶດ​ບັນລັງ​ເພື່ອ​ຈະ​ເປັນ​ກະສັດ​ແທນ​ລາວ ອາຮີໂທເຟັນ​ເຊິ່ງ​ເປັນ​ໝູ່​ສະໜິດ​ຂອງ​ລາວ​ໄດ້​ຮ່ວມ​ກະບົດ​ກັບ​ອັບຊາໂລມ. ດາວິດ​ຄື​ຊິ​ຮູ້ສຶກ​ເສຍໃຈ​ຫຼາຍ​ແທ້ໆ​ທີ່​ລູກ​ແລະ​ໝູ່​ສະໜິດ​ຫັກ​ຫຼັງ​ລາວ​ແບບ​ນີ້. ເຖິງ​ຈະ​ເປັນ​ແບບນັ້ນ ລາວ​ກໍ​ບໍ່​ໄດ້​ເຊົາ​ໄວ້ໃຈ​ຄົນອື່ນ. ລາວ​ຍັງ​ໄວ້ໃຈ​ໝູ່​ທີ່​ພັກດີ​ອີກ​ຄົນ​ໜຶ່ງ​ຊື່​ຮູຊາຍ ເຊິ່ງ​ບໍ່​ໄດ້​ເຂົ້າຮ່ວມ​ກັບ​ການ​ກະບົດ​ນີ້. ດາວິດ​ມີ​ເຫດຜົນ​ທີ່​ຈະ​ໄວ້ໃຈ​ຮູຊາຍ ຍ້ອນ​ຮູຊາຍ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ເປັນ​ໝູ່​ທີ່​ດີ​ແລະ​ເຖິງຂັ້ນ​ສ່ຽງ​ຊີວິດ​ເພື່ອ​ຊ່ວຍເຫຼືອ​ດາວິດ.—2ຊມ. 17:1-16

11. ຜູ້​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ນາບານ​ໄດ້​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ລາວ​ໄວ້ໃຈ​ຄົນອື່ນ?

11 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ຜູ້​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ນາບານ. ດາວິດ​ແລະ​ທະຫານ​ຂອງ​ລາວ​ໄດ້​ຊ່ວຍ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ນາບານ​ເຊິ່ງ​ເປັນ​ຄົນ​ທີ່​ຮັ່ງມີ. ຕໍ່ມາ ດາວິດ​ກໍ​ໃຫ້​ຄົນ​ຂອງ​ລາວ​ມາ​ຂໍ​ອາຫານ​ກັບ​ນາບານ​ເທົ່າ​ທີ່​ນາບານ​ຈະ​ໃຫ້​ໄດ້ . ເມື່ອ​ນາບານ​ບໍ່​ຍອມ​ໃຫ້ ດາວິດ​ກໍ​ໃຈຮ້າຍ​ຫຼາຍ​ແລະ​ຕັດສິນໃຈ​ຈະ​ຂ້າ​ຜູ້​ຊາຍ​ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາບານ. ຜູ້​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ນາບານ​ໄດ້​ໄປ​ບອກ​ເລື່ອງ​ນີ້​ກັບ​ອາບີກາຍ​ເມຍ​ຂອງ​ນາບານ. ຍ້ອນ​ເປັນ​ຜູ້​ຮັບໃຊ້​ໃນ​ເຮືອນ​ນີ້ ລາວ​ຈຶ່ງ​ຮູ້​ວ່າ​ອາບີກາຍ​ຈະ​ຊ່ວຍ​ຊີວິດ​ລາວ​ໄດ້. ແທນ​ທີ່​ລາວ​ຈະ​ແລ່ນ​ໜີ​ເອົາ​ຊີວິດ​ລອດ​ຜູ້​ດຽວ ລາວ​ໝັ້ນໃຈ​ວ່າ​ອາບີກາຍ​ຈະ​ແກ້ໄຂ​ບັນຫາ​ນີ້​ໄດ້​ເພາະ​ອາບີກາຍ​ເປັນ​ຄົນ​ທີ່​ສະຫຼາດ. ແລ້ວ​ລາວ​ກໍ​ເຮັດ​ຖືກ​ແທ້ໆ​ທີ່​ໄວ້ໃຈ​ອາບີກາຍ ເພາະ​ອາບີກາຍ​ໄດ້​ລົງມື​ເຮັດ​ຢ່າງ​ກ້າຫານ​ໂດຍ​ໂນ້ມນ້າວ​ດາວິດ​ໃຫ້​ປ່ຽນ​ໃຈ​ໄດ້. (1ຊມ. 25:2-35) ແລະ​ອາບີກາຍ​ກໍ​ໝັ້ນໃຈ​ວ່າ​ດາວິດ​ເປັນ​ຄົນ​ທີ່​ມີ​ເຫດຜົນ.

12. ພະເຢຊູ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເພິ່ນ​ຍັງ​ໄວ້ໃຈ​ພວກ​ລູກສິດ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ເຮັດ​ໃຫ້​ເພິ່ນ​ຜິດ​ຫວັງ?

12 ພະເຢຊູ ຍັງ​ໄວ້ໃຈ​ພວກ​ລູກສິດ​ຂອງ​ເພິ່ນ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ເຮັດ​ໃຫ້​ເພິ່ນ​ຜິດ​ຫວັງ. (ຢຮ. 15:15, 16) ຕອນ​ທີ່​ຢາໂກໂບ​ແລະ​ໂຢຮັນ​ມາ​ຂໍ​ຕຳແໜ່ງ​ພິເສດ​ກັບ​ພະເຢຊູ​ໃນ​ການ​ປົກຄອງ​ຂອງ​ເພິ່ນ ເພິ່ນ​ກໍ​ບໍ່​ໄດ້​ສົງໄສ​ເຈຕະນາ​ທີ່​ເຂົາເຈົ້າ​ຮັບໃຊ້​ພະເຢໂຫວາ ຫຼື​ບໍ່​ໄດ້​ຕັດ​ເຂົາເຈົ້າ​ອອກ​ຈາກ​ການ​ເປັນ​ອັກຄະສາວົກ. (ມຣກ. 10:35-40) ແລະ​ເຖິງ​ວ່າ​ຕໍ່ມາ​ພວກ​ລູກສິດ​ຂອງ​ເພິ່ນ​ທຸກ​ຄົນ​ຈະ​ປະຖິ້ມ​ເພິ່ນ​ໃນ​ຄືນ​ທີ່​ເພິ່ນ​ຖືກ​ຈັບ ແຕ່​ເພິ່ນ​ກໍ​ຍັງ​ໄວ້ໃຈ​ເຂົາເຈົ້າ​ຢູ່. (ມທ. 26:56) ເພິ່ນ​ຮູ້​ວ່າ​ເຂົາເຈົ້າ​ບໍ່​ສົມບູນແບບ ແຕ່​ເພິ່ນ​ກໍ​ຍັງ ‘ຮັກ​ເຂົາເຈົ້າ​ຕໍ່ໄປ​ຈົນ​ເຖິງ​ທີ່ສຸດ.’ (ຢຮ. 13:1) ຫຼັງ​ຈາກ​ຄືນ​ມາ​ຈາກ​ຕາຍ ພະເຢຊູ​ກໍ​ໄດ້​ມອບ​ວຽກ​ທີ່​ສຳຄັນ​ໃຫ້​ອັກຄະສາວົກ​ທັງ 11 ຄົນ​ໂດຍ​ໃຫ້​ເຂົາເຈົ້າ​ນຳ​ໜ້າ​ໃນ​ວຽກ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ແລະ​ເບິ່ງແຍງ​ຝູງ​ແກະ​ຂອງ​ເພິ່ນ. (ມທ. 28:19, 20; ຢຮ. 21:15-17) ພະເຢຊູ​ຄິດ​ຖືກ​ແລ້ວ​ທີ່​ໄວ້ໃຈ​ອັກຄະສາວົກ​ທີ່​ບໍ່​ສົມບູນແບບ​ເຫຼົ່ານີ້ ເພາະ​ເຂົາເຈົ້າ​ທຸກ​ຄົນ​ໄດ້​ຮັບໃຊ້​ຢ່າງ​ສັດຊື່​ຕະຫຼອດ​ຊີວິດ​ຂອງ​ເຂົາເຈົ້າ. ເຮົາ​ເຫັນ​ວ່າ​ຮັນນາ ດາວິດ ຜູ້​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ນາບານ ອາບີກາຍ ແລະ​ພະເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ແທ້ໆ​ໃນ​ການ​ໄວ້ໃຈ​ຄົນ​ທີ່​ບໍ່​ສົມບູນແບບ.

ໄວ້ໃຈ​ພີ່ນ້ອງ​ອີກ​ເທື່ອ​ໜຶ່ງ

13. ເປັນຫຍັງ​ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ໄວ້ໃຈ​ຄົນອື່ນ?

13 ເຈົ້າ​ເຄີຍ​ໄວ້ໃຈ​ພີ່ນ້ອງ​ແລ້ວ​ເລົ່າ​ຄວາມ​ລັບ​ໃຫ້​ລາວ​ຟັງ​ບໍ ແຕ່​ຕໍ່ມາ​ກໍ​ຮູ້​ວ່າ​ລາວ​ບໍ່​ໄດ້​ເກັບ​ຄວາມ​ລັບ​ຂອງ​ເຈົ້າ? ນີ້​ຄື​ຊິ​ເຮັດ​ໃຫ້​ເຈົ້າ​ຜິດ​ຫວັງ​ຫຼາຍ​ແທ້ໆ. ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ. ລາວ​ໄດ້​ເລົ່າ​ເລື່ອງ​ສ່ວນ​ຕົວ​ໃຫ້​ຜູ້​ດູແລ​ຄົນ​ໜຶ່ງ​ຟັງ ແລະ​ມື້​ຕໍ່ມາ​ເມຍ​ຂອງ​ຜູ້​ດູແລ​ຄົນ​ນັ້ນ​ກໍ​ໄດ້​ໂທມາ​ໃຫ້​ກຳລັງໃຈ​ລາວ. ລາວ​ຈຶ່ງ​ຄິດ​ວ່າ​ຜູ້​ດູແລ​ຄົນ​ນັ້ນ​ເວົ້າ​ເລື່ອງ​ຂອງ​ລາວ​ໃຫ້​ເມຍ​ຟັງ ນີ້​ເຮັດ​ໃຫ້​ລາວ​ເລີ່ມ​ບໍ່​ໄວ້ໃຈ​ຜູ້​ດູແລ​ຄົນ​ນັ້ນ. ແຕ່​ລາວ​ກໍ​ຍັງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ບໍ່​ເຊົາ​ໄວ້ໃຈ​ຄົນອື່ນ. ລາວ​ໄດ້​ໄປ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ຜູ້​ດູແລ​ອີກ​ຄົນ​ໜຶ່ງ ແລ້ວ​ຜູ້​ດູແລ​ຄົນ​ນີ້​ກໍ​ຊ່ວຍ​ລາວ​ໃຫ້​ກັບ​ມາ​ໄວ້ໃຈ​ພວກ​ຜູ້​ດູແລ​ອີກ​ເທື່ອ​ໜຶ່ງ.

14. ສິ່ງ​ໃດ​ຊ່ວຍ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຫ້​ກັບ​ມາ​ໄວ້ໃຈ​ພີ່ນ້ອງ​ອີກ?

14 ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄດ້​ຄຽດ​ໃຫ້​ຜູ້​ດູແລ​ສອງ​ຄົນ​ເປັນ​ເວລາ​ຫຼາຍ​ປີ ເພາະ​ລາວ​ຮູ້ສຶກ​ວ່າ​ຜູ້​ດູແລ​ສອງ​ຄົນ​ນັ້ນ​ໄວ້ໃຈ​ບໍ່​ໄດ້. ແຕ່​ເມື່ອ​ລາວ​ຄິດເຖິງ​ຄຳເວົ້າ​ຂອງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ລາວ​ນັບຖື​ກໍ​ຊ່ວຍ​ລາວ​ໄດ້​ຫຼາຍ ພີ່ນ້ອງ​ຄົນ​ນັ້ນ​ບອກ​ວ່າ: “ສັດຕູ​ຂອງ​ເຮົາ​ແມ່ນ​ຊາຕານ ບໍ່​ແມ່ນ​ພີ່ນ້ອງ.” ລາວ​ກໍ​ໄດ້​ເກັບ​ເອົາ​ຄຳເວົ້າ​ນີ້​ມາ​ຄິດ​ດີໆ ແລ້ວ​ອະທິດຖານ​ໃຫ້​ພະເຢໂຫວາ​ຊ່ວຍ. ໃນທີ່ສຸດ​ລາວ​ກໍ​ໄດ້​ກັບ​ໄປ​ຄືນດີ​ກັບ​ຜູ້​ດູແລ​ສອງ​ຄົນ​ນັ້ນ.

15. ເປັນຫຍັງ​ອາດ​ຕ້ອງ​ໃຊ້​ເວລາ​ເພື່ອ​ຈະ​ກັບ​ມາ​ໄວ້ໃຈ​ພີ່ນ້ອງ​ອີກ? ຂໍ​ໃຫ້​ຍົກ​ຕົວຢ່າງ.

15 ເຈົ້າ​ເຄີຍ​ສູນ​ເສຍ​ສິດທິພິເສດ​ໃນ​ປະຊາຄົມ​ບໍ? ນັ້ນ​ຄື​ຊິ​ເຮັດ​ໃຫ້​ເຈົ້າ​ເຈັບ​ປວດ​ໃຈ​ຫຼາຍ​ແທ້ໆ. ເກຣເຕ​ແລະ​ແມ່​ຂອງ​ລາວ​ເປັນ​ພະຍານ​ພະເຢໂຫວາ​ທີ່​ສັດຊື່​ໃນ​ສະໄໝ​ນາຊີ​ເຢຍລະມັນ​ກ່ອນ​ສົງຄາມ​ໂລກ​ຄັ້ງ​ທີ 2 ເຊິ່ງ​ຕອນ​ນັ້ນ​ວຽກ​ອົງການ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ. ເກຣເຕ​ມີ​ສິດທິພິເສດ​ໄດ້​ພິມ​ດີດ​ສຳເນົາ​ຫໍສັງເກດການ​ໃຫ້​ພີ່ນ້ອງ. ແຕ່​ເມື່ອ​ພີ່ນ້ອງ​ຮູ້​ວ່າ​ພໍ່​ຂອງ​ລາວ​ຕໍ່ຕ້ານ​ຄວາມຈິງ ເຂົາເຈົ້າ​ເລີຍ​ໃຫ້​ລາວ​ເຊົາ​ເຮັດ​ວຽກ​ນີ້​ເພາະ​ຢ້ານ​ວ່າ​ພໍ່​ຂອງ​ລາວ​ຈະ​ເອົາ​ຂໍ້​ມູນ​ຂອງ​ພີ່ນ້ອງ​ໃນ​ປະຊາຄົມ​ໄປ​ບອກ​ພວກ​ຜູ້​ຕໍ່ຕ້ານ. ເກຣເຕ​ຍັງ​ເຈິ​ບັນຫາ​ອີກ​ຢ່າງ​ໜຶ່ງ. ໃນ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ 2 ພີ່ນ້ອງ​ບໍ່​ໄດ້​ເອົາ​ສຳເນົາ​ຫໍສັງເກດການ​ໃຫ້​ລາວ​ກັບ​ແມ່ ແຖມ​ຍັງ​ບໍ່​ເວົ້າ​ກັບ​ລາວ​ຕອນ​ທີ່​ເຈິ​ກັນ. ນີ້​ເຮັດ​ໃຫ້​ລາວ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ແທ້ໆ. ລາວ​ບອກ​ວ່າ ຕ້ອງ​ໃຊ້​ເວລາ​ບັກ​ດົນໆ​ເພື່ອ​ຈະ​ໃຫ້​ອະໄພ​ແລະ​ໄວ້ໃຈ​ພີ່ນ້ອງ​ອີກ. ໃນທີ່ສຸດ ລາວ​ກໍ​ຮູ້​ວ່າ​ລາວ​ຄວນ​ໃຫ້​ອະໄພ​ເຂົາເຈົ້າ​ຄື​ກັບ​ທີ່​ພະເຢໂຫວາ​ເຮັດ. c

“ສັດຕູ​ຂອງ​ເຮົາ​ແມ່ນ​ຊາຕານ ບໍ່​ແມ່ນ​ພີ່ນ້ອງ”

16. ເປັນຫຍັງ​ເຮົາ​ຕ້ອງ​ພະຍາຍາມ​ທີ່​ຈະ​ໄວ້ໃຈ​ພີ່ນ້ອງ?

16 ຖ້າ​ເຈົ້າ​ເຄີຍ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ໃຈ​ແບບ​ນີ້ ຂໍ​ໃຫ້​ເຈົ້າ​ພະຍາຍາມ​ທີ່​ຈະ​ກັບ​ມາ​ໄວ້ໃຈ​ພີ່ນ້ອງ​ອີກ. ເຈົ້າ​ອາດຈະ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ ແຕ່​ມັນ​ຈະ​ຄຸ້ມ​ຄ່າ​ແນ່ນອນ. ລອງ​ຄິດເຖິງ​ຕົວຢ່າງ​ນີ້: ຖ້າ​ເຈົ້າເຄີຍ​ກິນ​ອາຫານ​ເປັນ​ພິດ ເຈົ້າ​ກໍຄື​ຊິ​ບໍ່​ຢ້ານ​ຈົນ​ບໍ່​ຢາກ​ກິນ​ຫຍັງ​ເລີຍ ແຕ່​ເຈົ້າ​ຈະ​ລະວັງ​ການ​ກິນ​ຫຼາຍ​ຂຶ້ນ. ຄ້າຍ​ກັນ ເຮົາ​ຮູ້​ວ່າ​ເຮົາ​ທຸກ​ຄົນ​ບໍ່​ສົມບູນແບບ. ດັ່ງນັ້ນ ເຮົາ​ບໍ່​ຄວນ​ໃຫ້​ການ​ກະທຳ​ທີ່​ບໍ່​ດີ​ຂອງ​ຄົນ​ດຽວ​ມາ​ເຮັດ​ໃຫ້​ເຮົາ​ບໍ່​ໄວ້ໃຈ​ພີ່ນ້ອງ​ທຸກ​ຄົນ. ຖ້າ​ເຮົາ​ພະຍາຍາມ​ໄວ້ໃຈ​ພີ່ນ້ອງ​ອີກ ເຮົາ​ກໍ​ຈະ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ ແລະ​ເຮົາ​ກໍ​ຈະ​ເຮັດ​ສິ່ງ​ທີ່​ເຮົາ ເຮັດ​ໄດ້​ເພື່ອ​ຊ່ວຍເຫຼືອ​ພີ່ນ້ອງ​ໃນ​ປະຊາຄົມ​ໄວ້ໃຈ​ກັນ​ຫຼາຍ​ຂຶ້ນ.

17. ເປັນຫຍັງ​ຄວາມ​ໄວ້ໃຈ​ຈຶ່ງ​ສຳຄັນ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່ໄປ?

17 ໃນ​ໂລກ​ຂອງ​ຊາຕານ​ຊອກ​ຫາ​ຄົນ​ທີ່​ໄວ້ໃຈ​ໄດ້​ຍາກ. ແຕ່​ເຮົາ​ສາມາດ​ໄວ້ໃຈ​ພີ່ນ້ອງ​ໄດ້​ຍ້ອນ​ເຮົາ​ຮັກ​ກັນ​ແລະ​ກັນ. ຄວາມ​ໄວ້ໃຈ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ແລະ​ເປັນ​ນ້ຳໜຶ່ງໃຈດຽວກັນ​ຕັ້ງ​ແຕ່​ຕອນນີ້ ແລະ​ຈະ​ຊ່ວຍ​ປົກປ້ອງ​ເຮົາ​ເມື່ອ​ເຈິ​ບັນຫາ​ໃນ​ອະນາຄົດ. ເຈົ້າ​ຈະ​ເຮັດ​ແນວໃດ​ຖ້າ​ບາງຄົນ​ເຮັດ​ໃຫ້​ເຈົ້າ​ຜິດ​ຫວັງ​ຫຼື​ເສຍໃຈ? ໃຫ້​ເບິ່ງ​ເລື່ອງ​ນັ້ນ​ຄື​ກັບ​ພະເຢໂຫວາ​ເບິ່ງ ເຮັດ​ຕາມ​ຫຼັກການ​ໃນ​ຄຳພີໄບເບິນ ຮັກ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ ແລະ​ຮຽນແບບ​ຕົວຢ່າງ​ຂອງ​ຄົນ​ໃນ​ຄຳພີໄບເບິນ. ພະຍາຍາມ​ທີ່​ຈະ​ບໍ່​ເກັບ​ຄວາມ​ຄຽດ​ໄວ້ ແລະ​ໄວ້ໃຈ​ຄົນອື່ນ​ອີກ​ເທື່ອ​ໜຶ່ງ. ເມື່ອ​ເຮົາ​ເຮັດ​ແບບນັ້ນ ເຮົາ​ກໍ​ຈະ​ມີ​ຄວາມສຸກ​ທີ່​ມີ​ໝູ່​ຫຼາຍ​ຄົນ​ເຊິ່ງ ‘ສະໜິດ​ຫຼາຍ​ກວ່າ​ອ້າຍນ້ອງ.’ (ສຸພາ. 18:24) ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ໄວ້ໃຈ​ຄົນອື່ນ​ເທົ່າ​ນັ້ນ ແຕ່​ເຮົາ​ຍັງ​ຕ້ອງ​ເຮັດ​ໃຫ້​ອື່ນ​ໄວ້ໃຈ​ເຮົາ​ນຳ. ໃນ​ບົດ​ຄວາມ​ຕໍ່ໄປ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຕ້ອງ​ເຮັດ​ແນວໃດ​ເພື່ອ​ໃຫ້​ຄົນອື່ນ​ໄວ້ໃຈ​ເຮົາ.

ເພງ 99 ພີ່ນ້ອງ​ເປັນ​ແສນ​ເປັນ​ລ້ານ​ຄົນ

a ເຮົາ​ຈຳເປັນ​ຕ້ອງ​ໄວ້ໃຈ​ພີ່ນ້ອງ. ແຕ່​ມັນ​ກໍ​ບໍ່​ງ່າຍ​ສະເໝີ​ໄປ ຍ້ອນ​ວ່າ​ບາງ​ຄັ້ງ​ເຂົາເຈົ້າ​ອາດຈະ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ຫຼື​ເສຍໃຈ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ບາງ​ຫຼັກການ​ໃນ​ຄຳພີໄບເບິນ​ແລະ​ເບິ່ງ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ໃນ​ອະດີດ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ພີ່ນ້ອງ​ຫຼາຍ​ຂຶ້ນ ຫຼື​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ເຂົາເຈົ້າ​ອີກ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ເຄີຍ​ເຮັດ​ໃຫ້​ເຮົາ​ເສຍໃຈ.

b ຄຳພີໄບເບິນ​ເຕືອນ​ວ່າ​ບາງຄົນ​ໃນ​ປະຊາຄົມ​ອາດຈະ​ໄວ້ໃຈ​ບໍ່​ໄດ້. (ຢດ. 4) ໃນ​ບາງ​ກໍລະນີ​ພີ່ນ້ອງ​ຈອມ​ປອມ​ເຫຼົ່ານີ້​ອາດຈະ “ເວົ້າ​ບິດ​ເບືອນ​ຄວາມຈິງ” ເພື່ອ​ໃຫ້​ຄົນອື່ນ​ມີ​ຄວາມເຊື່ອ​ແບບ​ຜິດໆ. (ກຈກ. 20:30) ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຄວນ​ໄວ້ໃຈ​ພີ່ນ້ອງ​ເຫຼົ່ານີ້​ແລະ​ບໍ່​ຟັງ​ເຂົາເຈົ້າ.

c ສຳລັບ​ຂໍ້​ມູນ​ເພີ່ມເຕີມ​ເລື່ອງ​ຂອງ​ເກຣເຕ​ໃຫ້​ເບິ່ງ​ປຶ້ມ​ປະຈຳ​ປີ​ຂອງ​ພະຍານ​ພະເຢໂຫວາ​ປີ 1974 ໜ້າ 129-131 (ພາສາອັງກິດ).