ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 38

ເຮັດໃຫ້ເຫັນວ່າເຈົ້າເປັນຄົນທີ່ໄວ້ໃຈໄດ້

ເຮັດໃຫ້ເຫັນວ່າເຈົ້າເປັນຄົນທີ່ໄວ້ໃຈໄດ້

“ຄົນ​ທີ່​ໄວ້ໃຈ​ໄດ້​ຈະ​ເກັບ​ຄວາມລັບ​ໄວ້.”—ສຸພາ. 11:13, ລ.ມ.

ເພງ 101 ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ

ໃຈ​ຄວາມ​ສຳຄັນ a

1. ຄົນ​ທີ່​ໄວ້ໃຈ​ໄດ້​ເປັນ​ຄົນ​ແນວໃດ?

 ຄົນ​ທີ່​ໄວ້ໃຈ​ໄດ້​ເປັນ​ຄົນ​ທີ່​ຮັກສາ​ສັນຍາ ເວົ້າ​ຄວາມຈິງ​ສະເໝີ ແລະ​ຄົນອື່ນ​ກໍ​ເຫັນ​ວ່າ​ລາວ​ເປັນ​ຄົນ​ທີ່​ເພິ່ງພາ​ໄດ້. (ເພງ. 15:4) ເຮົາ​ຢາກ​ໃຫ້​ພີ່ນ້ອງ​ຮູ້ສຶກ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ຄື​ກັນ. ແລ້ວ​ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້?

2. ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ຢາກ​ໃຫ້​ຄົນອື່ນ​ໄວ້ໃຈ​ເຮົາ?

2 ເຮົາ​ບໍ່​ສາມາດ​ບັງຄັບ​ຄົນອື່ນ​ໃຫ້​ໄວ້ໃຈ​ເຮົາ. ແຕ່​ເຮົາ​ສາມາດ​ເຮັດ​ໃຫ້​ຄົນອື່ນ​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ຄວາມ​ໄວ້ໃຈ​ເປັນ​ຄື​ກັບ​ເງິນ​ທີ່​ຫາ​ໄດ້​ຍາກ ແຕ່​ເສຍ​ໄປ​ໄດ້​ງ່າຍໆ. ພະເຢໂຫວາ​ເປັນ​ຜູ້​ທີ່​ເຮົາ​ໄວ້ໃຈ​ໄດ້​ສະເໝີ​ແລະ​ເພິ່ນ​ບໍ່​ເຄີຍ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ເຮົາ​ບໍ່​ໄວ້ໃຈ​ເພິ່ນ ເພາະ “ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ​ກໍ​ໄວ້ໃຈ​ໄດ້.” (ເພງ. 33:4, ລ.ມ.) ແລະ​ເພິ່ນ​ກໍ​ຄາດໝາຍ​ໃຫ້​ເຮົາ​ຮຽນແບບ​ເພິ່ນ​ໃນ​ເລື່ອງ​ນີ້. (ອຟຊ. 5:1) ຕອນນີ້​ເຮົາ​ຈະ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ບາງຄົນ​ທີ່​ຮຽນແບບ​ພະເຢໂຫວາ​ແລະ​ເຮັດ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ 5 ຄຸນລັກສະນະ​ທີ່​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້.

ຮຽນ​ຈາກ​ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ທີ່​ໄວ້ໃຈ​ໄດ້

3-4. ຜູ້ພະຍາກອນ​ດານີເອນ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ລາວ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້ ແລະ​ເຮົາ​ຄວນ​ຖາມ​ຕົວເອງ​ແນວໃດ?

3 ຜູ້ພະຍາກອນ​ດານີເອນ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ເຖິງ​ວ່າ​ລາວ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ ແຕ່​ລາວ​ກໍ​ເຮັດ​ໃຫ້​ຄົນອື່ນ​ເຫັນ​ວ່າ​ລາວ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ຍ້ອນ​ພະເຢໂຫວາ​ຊ່ວຍ ລາວ​ຈຶ່ງ​ສາມາດ​ແປ​ຄວາມ​ຝັນ​ຂອງ​ເນບູກາເນັດຊາ​ກະສັດ​ບາບີໂລນ. ນີ້​ຈຶ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ນັບ​ຖື​ແລະ​ໄວ້ໃຈ​ລາວ. ມີ​ເທື່ອ​ໜຶ່ງ​ດານີເອນ​ຕ້ອງ​ໄດ້​ບອກ​ກະສັດ​ວ່າ​ພະເຢໂຫວາ​ບໍ່​ພໍໃຈ​ກະສັດ. ນີ້​ເປັນ​ຂ່າວ​ສານ​ທີ່​ກະສັດ​ບໍ່​ຢາກ​ຟັງ ແລະ​ດານີເອນ​ກໍ​ຕ້ອງ​ໃຊ້​ຄວາມ​ກ້າ​ຫຼາຍ​ແທ້ໆ​ເພື່ອ​ຈະ​ບອກ​ເລື່ອງ​ນີ້ ເພາະ​ກະສັດ​ເປັນ​ຄົນ​ໂຫດ​ແລະ​ໃຈຮ້າຍ​ຫຼາຍ. (ດາ. 2:12; 4:20-22, 25) ຫຼາຍ​ປີ​ຕໍ່ມາ ດານີເອນ​ກໍ​ເຮັດ​ໃຫ້ເຫັນ​ອີກ​ວ່າ​ລາວ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້ ເພາະ​ລາວ​ສາມາດ​ແປ​ຂໍ້​ຄວາມ​ທີ່​ປາກົດ​ຢູ່​ເທິງ​ຝາ​ໃນ​ວັງ​ບາບີໂລນ​ໄດ້​ຢ່າງ​ຖືກຕ້ອງ. (ດາ. 5:5, 25-29) ຕໍ່ມາ ດາຣີອຶຊ​ກະສັດ​ເມເດຍ​ແລະ​ພວກ​ຂ້າລາຊະການ​ຂອງ​ລາວ​ກໍ​ເຫັນ​ວ່າ​ດານີເອນ​ມີ “ສະຕິປັນຍາ​ກັບ​ຄວາມສາມາດ​ພິເສດ” ແລະ​ຮູ້​ວ່າ​ດານີເອນ “ເປັນ​ຄົນ​ສັດຊື່ ບໍ່​ມີ​ຂໍ້​ບົກ​ພ່ອງ​ໃນ​ໜ້າທີ່ ແລະ​ບໍ່​ຮັບ​ສິນບົນ.” (ດາ. 6:3, 4, ລ.ມ.) ນີ້​ສະແດງ​ວ່າ​ແມ່ນ​ແຕ່​ຜູ້​ປົກຄອງ​ທີ່​ບໍ່​ໄດ້​ນະມັດສະການ​ພະເຢໂຫວາ​ກໍ​ຍັງ​ເຫັນ​ວ່າ​ດານີເອນ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້!

4 ເມື່ອ​ຄິດເຖິງ​ຕົວຢ່າງ​ຂອງ​ດານີເອນ ເຮົາ​ອາດຈະ​ຖາມ​ຕົວເອງ​ວ່າ: “ຄົນ​ທີ່​ບໍ່​ແມ່ນ​ພະຍານ​ພະເຢໂຫວາ​ເບິ່ງ​ວ່າ​ຂ້ອຍ​ເປັນ​ຄົນ​ແນວໃດ? ເຂົາເຈົ້າ​ຄິດ​ວ່າ​ຂ້ອຍ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັບຜິດຊອບ​ແລ້ວ​ໄວ້ໃຈ​ໄດ້​ບໍ?” ການ​ຕອບ​ຄຳຖາມ​ເຫຼົ່ານີ້​ສຳຄັນ​ຫຼາຍ ເພາະ​ການ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ຈະ​ເຮັດ​ໃຫ້​ພະເຢໂຫວາ​ໄດ້​ຮັບ​ຄຳ​ຍົກຍ້ອງ​ສັນລະເສີນ.

ເນເຮມີຢາ​ເລືອກ​ຄົນ​ທີ່​ໄວ້ໃຈ​ໄດ້​ເພື່ອ​ໃຫ້​ເບິ່ງແຍງ​ວຽກ​ທີ່​ສຳຄັນ (ເບິ່ງ​ຂໍ້ 5)

5. ສິ່ງ​ໃດ​ຊ່ວຍ​ຮານານີຢາ​ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້?

5 ໃນ​ປີ 455 ກ່ອນ ຄ.ສ ຫຼັງ​ຈາກ​ທີ່​ຜູ້​ປົກຄອງ​ເນເຮມີຢາ​ແປງ​ກຳແພງ​ເມືອງ​ເຢຣູຊາເລັມ​ແລ້ວໆ ລາວ​ກໍ​ຊອກ​ຫາ​ຜູ້​ທີ່​ໄວ້ໃຈ​ໄດ້​ໃຫ້​ມາ​ເບິ່ງແຍງ​ເມືອງ​ນີ້. ລາວ​ໄດ້​ເລືອກ​ຮານານີຢາ​ເຊິ່ງ​ເປັນ​ຫົວໜ້າ​ເບິ່ງແຍງ​ປ້ອມ​ທີ່​ສູງໆ. ຄຳພີໄບເບິນ​ບອກ​ວ່າ ຮານານີຢາ “ເປັນ​ຄົນ​ທີ່​ເຊື່ອໃຈ​ໄດ້​ແລະ​ຢ້ານຢຳ​ພະເຈົ້າ​ທ່ຽງແທ້​ຫຼາຍ​ກວ່າ​ຄົນອື່ນໆ.” (ນຮຢ. 7:2, ລ.ມ.) ຮານານີຢາ​ພະຍາຍາມ​ເຮັດ​ວຽກ​ມອບໝາຍ​ທຸກ​ຢ່າງ ສຸດ​ຄວາມສາມາດ​ຍ້ອນ​ລາວ​ຮັກ​ພະເຢໂຫວາ​ແລະ​ບໍ່​ຢາກ​ເຮັດ​ໃຫ້​ເພິ່ນ​ເສຍໃຈ. ຄຸນລັກສະນະ​ເຫຼົ່ານີ້​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ຄື​ກັນ.

6. ຕີຂີໂກ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ລາວ​ເປັນ​ໝູ່​ທີ່​ໄວ້ໃຈ​ໄດ້?

6 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຕີຂີໂກ ເຊິ່ງ​ເປັນ​ໝູ່​ທີ່​ອັກຄະສາວົກ​ໂປໂລ​ໄວ້ໃຈ. ຕອນ​ທີ່​ໂປໂລ​ຖືກ​ກັກ​ບໍລິເວນ​ຢູ່​ໃນ​ເຮືອນ ລາວ​ໄດ້​ໝາຍເພິ່ງ​ຕີຂີໂກ​ແລະ​ຍັງ​ບອກ​ວ່າ​ຕີຂີໂກ​ເປັນ “ຜູ້​ຮັບໃຊ້​ທີ່​ສັດຊື່.” (ອຟຊ. 6:21, 22) ໂປໂລ​ໝັ້ນໃຈ​ວ່າ​ຕີຂີໂກ​ຈະ​ບໍ່​ພຽງ​ແຕ່​ສົ່ງ​ຈົດໝາຍ​ໃຫ້​ພີ່ນ້ອງ​ໃນ​ເມືອງ​ເອເຟໂຊ​ແລະ​ເມືອງ​ໂກໂລຊາຍ ແຕ່​ລາວ​ຍັງ​ຈະ​ໃຫ້​ກຳລັງໃຈ​ພີ່ນ້ອງ​ໃນ​ເມືອງ​ເຫຼົ່າ​ນັ້ນ​ນຳ. ຕົວຢ່າງ​ຂອງ​ຕີຂີໂກ​ເຮັດ​ໃຫ້​ເຮົາ​ຄິດເຖິງ​ພີ່ນ້ອງ​ຊາຍ​ທີ່​ຊ່ວຍ​ເຮົາ​ທາງ​ດ້ານ​ຄວາມເຊື່ອ​ໃນ​ທຸກ​ມື້​ນີ້.—ກລຊ. 4:7-9

7. ເຮົາ​ໄດ້​ຮຽນ​ຫຍັງ​ກ່ຽວກັບ​ການ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ຈາກ​ການ​ເບິ່ງ​ຜູ້​ດູແລ​ແລະ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໃນ​ປະຊາຄົມ?

7 ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ຮູ້ສຶກ​ເຫັນຄ່າ​ຜູ້​ດູແລ​ແລະ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ເຊິ່ງ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ເຂົາເຈົ້າ​ເຮັດ​ວຽກ​ທີ່​ໄດ້​ຮັບ​ມອບໝາຍ​ຢ່າງ​ດີ​ຄື​ກັບ​ດານີເອນ ຮານານີຢາ ແລະ​ຕີຂີໂກ. ຕົວຢ່າງ​ເຊັ່ນ ເມື່ອ​ເຮົາ​ເຂົ້າຮ່ວມ​ການ​ປະຊຸມ​ກາງ​ອາທິດ ເຮົາ​ໝັ້ນໃຈ​ວ່າສ່ວນ​ຕ່າງໆ​ໃນ​ການ​ປະຊຸມ​ໄດ້​ມີການ​ມອບໝາຍ​ແລ້ວ. ຜູ້​ດູແລ​ຈະ​ດີໃຈ​ຫຼາຍ​ທີ່​ພີ່ນ້ອງ​ກຽມ​ສ່ວນ​ມອບໝາຍ​ແລະ​ນຳ​ສະເໜີ​ຢ່າງ​ດີ. ນອກຈາກນັ້ນ ຕອນ​ທີ່​ເຮົາ​ຊວນ​ນັກ​ສຶກສາ​ມາ​ປະຊຸມ​ໃນ​ທ້າຍ​ອາທິດ ເຮົາ​ກໍ​ບໍ່​ໄດ້​ຢ້ານ​ວ່າ​ຈະ​ມີ​ຜູ້​ໃຫ້​ຄຳບັນຍາຍ​ສາທາລະນະ​ຫຼື​ບໍ່. ແລະ​ເຮົາ​ກໍ​ໝັ້ນໃຈ​ວ່າ​ພີ່ນ້ອງ​ຈະ​ຈັດ​ໃຫ້​ມີ​ປຶ້ມ​ຕ່າງໆ​ສຳລັບ​ການ​ປະກາດ. ເຮົາ​ຮູ້ສຶກ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ພີ່ນ້ອງ​ທີ່​ສັດຊື່​ເຫຼົ່ານີ້​ເບິ່ງແຍງ​ເຮົາ! ແລ້ວ​ເຮົາ​ຈະ​ເຮັດ​ແນວໃດ​ໃຫ້​ຄົນອື່ນ​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້?

ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ໂດຍ​ຮັກສາ​ຄວາມລັບ

8. ເປັນຫຍັງ​ເຮົາ​ຕ້ອງ​ລະວັງ​ຕອນ​ທີ່​ເຮົາ​ສະແດງ​ຄວາມ​ຮັກ​ແລະ​ສົນໃຈ​ພີ່ນ້ອງ? (ສຸພາສິດ 11:13)

8 ເຮົາ​ຮັກແລະ​ສົນໃຈ​ພີ່ນ້ອງ ແລະ​ເຮົາ​ກໍ​ຢາກ​ຮູ້​ວ່າ​ພີ່ນ້ອງ​ເປັນ​ແນວໃດ. ແຕ່​ເຮົາ​ກໍ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໄປ​ຫຍຸ້ງ​ເລື່ອງ​ສ່ວນ​ຕົວ​ຂອງ​ເຂົາເຈົ້າ. ພີ່ນ້ອງ​ບາງຄົນ​ໃນ​ສະຕະວັດ​ທຳອິດ​ເປັນ​ຄົນ​ທີ່ “ມັກ​ເວົ້າ​ຂວັນ ເຂົ້າ​ໄປ​ຫຍຸ້ງ​ກັບ​ເລື່ອງ​ຂອງ​ຄົນອື່ນ ແລະ​ເວົ້າ​ເລື່ອງ​ທີ່​ບໍ່​ຄວນ​ເວົ້າ.” (1 ຕມ. 5:13) ເຮົາ​ຄື​ຊິ​ບໍ່​ຢາກ​ເປັນ​ຄື​ກັບ​ພີ່ນ້ອງ​ເຫຼົ່າ​ນັ້ນ​ແມ່ນ​ບໍ? ແຕ່​ເຮົາ​ຈະ​ເຮັດ​ແນວໃດ​ຖ້າ​ສົມມຸດ​ວ່າ ມີ​ບາງຄົນ​ຢາກ​ເວົ້າ​ເລື່ອງ​ສ່ວນ​ຕົວ​ໃຫ້​ເຮົາ​ຟັງ​ແລະ​ຂໍ​ໃຫ້​ເຮົາ​ບໍ່​ໄປ​ເວົ້າ​ຕໍ່​ກັບ​ຄົນອື່ນ. ເຊັ່ນ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ອາດຈະ​ເວົ້າ​ເລື່ອງ​ບັນຫາ​ສຸຂະພາບ​ຂອງ​ລາວ​ຫຼື​ເວົ້າ​ບັນຫາ​ອື່ນໆ​ໃຫ້​ເຮົາ​ຟັງ​ແລະ​ຂໍ​ໃຫ້​ເຮົາ​ບໍ່​ໄປ​ເວົ້າ​ຕໍ່​ກັບ​ຄົນອື່ນ. ເຮົາ​ກໍ​ຄວນ​ຈະ​ເຮັດ​ຕາມ​ທີ່​ລາວ​ຂໍ. b (ອ່ານ​ສຸພາສິດ 11:13) ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ເລື່ອງ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຕ້ອງ​ຮັກສາ​ຄວາມລັບ.

9. ທຸກ​ຄົນ​ໃນ​ຄອບຄົວ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ ເຂົາເຈົ້າ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້?

9 ເລື່ອງ​ຄອບຄົວ. ແຕ່​ລະ​ຄົນ​ໃນ​ຄອບຄົວ​ມີ​ໜ້າທີ່​ທີ່​ຈະ​ບໍ່​ເປີດ​ເຜີຍ​ເລື່ອງ​ທີ່​ລະອຽດ​ອ່ອນ​ຂອງ​ຄົນ​ໃນ​ຄອບຄົວ. ຕົວຢ່າງ​ເຊັ່ນ ຜູ້​ເປັນ​ເມຍ​ອາດ​ມີ​ນິດໄສ​ບາງ​ຢ່າງ​ທີ່​ຜົວ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຕະຫຼົກ. ແລ້ວ​ຜົວ​ຈະ​ເວົ້າ​ເລື່ອງ​ນີ້​ໃຫ້​ຄົນອື່ນ​ຟັງ​ບໍ? ແນ່ນອນ​ວ່າ​ບໍ່ ເພາະ​ລາວ​ຮັກ​ເມຍ​ແລະ​ບໍ່​ຢາກ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ຈະ​ເຮັດ​ໃຫ້​ເມຍ​ເສຍໃຈ. (ອຟຊ. 5:33) ສ່ວນ​ໄວລຸ້ນ​ກໍ​ຢາກ​ໃຫ້​ຄົນອື່ນ​ປະຕິບັດ​ກັບ​ເຂົາເຈົ້າ​ດ້ວຍ​ຄວາມ​ນັບ​ຖື. ພໍ່​ແມ່​ຄວນ​ຄິດເຖິງ​ເລື່ອງ​ນີ້​ແລະ​ບໍ່​ຄວນ​ເຮັດ​ໃຫ້​ລູກ​ອາຍ​ໂດຍ​ເວົ້າ​ຄວາມ​ຜິດ​ພາດ​ຂອງ​ລູກ​ໃຫ້​ຄົນອື່ນ​ຟັງ. (ກລຊ. 3:21) ສ່ວນ​ຜູ້​ເປັນ​ລູກ​ກໍ​ຄວນ​ເປັນ​ຄົນ​ສຸຂຸມ​ໂດຍ​ບໍ່​ເວົ້າ​ໃຫ້​ຄົນອື່ນ​ຟັງ​ກ່ຽວກັບ​ເລື່ອງ​ທີ່​ເຮັດ​ໃຫ້​ຄອບຄົວ​ຮູ້ສຶກ​ອາຍ. (ພບຍ. 5:16) ຖ້າ​ທຸກ​ຄົນ​ໃນ​ຄອບຄົວ​ເຮັດ​ແບບ​ນີ້ ຄອບຄົວ​ກໍ​ຈະ​ມີ​ຄວາມສຸກ​ແລະ​ສະໜິດ​ກັນ​ຫຼາຍ​ຂຶ້ນ.

10. ໝູ່​ແທ້​ຈະ​ເປັນ​ແນວໃດ? (ສຸພາສິດ 17:17)

10 ເລື່ອງ​ໝູ່. ບາງເທື່ອ​ເຮົາ​ກໍ​ຢາກ​ເວົ້າ​ເລື່ອງ​ສ່ວນ​ຕົວ​ໃຫ້​ໝູ່​ສະໜິດ​ຟັງ. ແຕ່​ບາງເທື່ອ​ເຮົາ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ລະບາຍ​ຄວາມ​ຮູ້ສຶກ​ໃຫ້​ໝູ່​ຟັງ. ແລະ​ຖ້າ​ໝູ່​ເຄີຍ​ເລົ່າ​ເລື່ອງ​ສ່ວນ​ຕົວ​ຂອງ​ເຮົາ​ໃຫ້​ຄົນອື່ນ​ຟັງ ເຮົາ​ກໍ​ແຮ່ງ​ບໍ່​ກ້າ​ເລົ່າ​ໃຫ້​ໝູ່​ຟັງ​ເລີຍ. ແຕ່​ກົງ​ກັນ​ຂ້າມ ຖ້າ​ໝູ່​ເກັບ​ຄວາມລັບ​ຂອງ​ເຮົາ​ໄວ້​ໄດ້ ເຮົາ​ຈະ​ຮູ້ສຶກ​ຂອບໃຈ​ແລະ​ເຫັນຄ່າ​ເຂົາເຈົ້າ​ຫຼາຍ​ແທ້ໆ! ເຂົາເຈົ້າ​ເປັນ​ຄື​ກັບ “ເພື່ອນ​ແທ້” ຂອງເຮົາ.—ອ່ານ​ສຸພາສິດ 17:17, ລ.ມ. c

ຜູ້​ດູແລ​ບໍ່​ໄດ້​ເວົ້າ​ເລື່ອງ​ທີ່​ເປັນ​ຄວາມລັບ​ໃຫ້​ຄົນ​ໃນ​ຄອບຄົວ​ຟັງ (ເບິ່ງ​ຂໍ້ 11) d

11. (ກ) ຜູ້​ດູແລ​ແລະ​ເມຍ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້? (ຂ) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ການ​ທີ່​ຜູ້​ດູແລ​ບໍ່​ເວົ້າ​ເລື່ອງ​ຄວາມລັບ​ຂອງ​ປະຊາຄົມ​ໃຫ້​ຄອບຄົວ​ຟັງ? (ເບິ່ງຮູບພາບ)

11 ເລື່ອງ​ຂອງ​ປະຊາຄົມ. ຜູ້​ດູແລ​ທີ່​ຮັກສາ​ຄວາມລັບ “ເປັນ​ຄື​ກັບ​ບ່ອນ​ທີ່​ບັງ​ລົມ” ແລະ “ເປັນ​ຄື​ກັບ​ບ່ອນ​ທີ່​ປົກປ້ອງ” ສຳລັບ​ພີ່ນ້ອງ. (ເອຊາ. 32:2, ລ.ມ.) ເຮົາ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ລົມ​ກັບ​ຜູ້​ດູແລ ເພາະ​ເຮົາ​ໝັ້ນໃຈ​ວ່າ​ເຂົາເຈົ້າ​ຈະ​ບໍ່​ເວົ້າ​ຄວາມລັບ​ຂອງ​ເຮົາ​ໃຫ້​ຄົນອື່ນ​ຟັງ. ແລະ​ເຮົາ​ກໍ​ບໍ່​ເຄີຍ​ບັງຄັບ​ໃຫ້​ເຂົາເຈົ້າ​ເວົ້າ​ເລື່ອງ​ຄວາມລັບ​ຂອງ​ຄົນອື່ນ​ໃຫ້​ເຮົາ​ຟັງ​ຄື​ກັນ. ນອກຈາກນັ້ນ ເຮົາ​ຍັງ​ຢາກ​ຂອບໃຈ​ເມຍ​ຂອງ​ຜູ້​ດູແລ​ທີ່​ບໍ່​ໄດ້​ພະຍາຍາມ​ຢາກ​ຮູ້​ຢາກ​ເຫັນ​ເລື່ອງ​ຂອງ​ພີ່ນ້ອງ​ຈາກ​ຜົວ ແລະ​ມັນ​ກໍ ເປັນ​ສິ່ງ​ທີ່​ດີ​ແທ້ໆ​ທີ່​ເຂົາເຈົ້າ​ເຮັດ​ແບບນັ້ນ. ເມຍ​ຂອງ​ຜູ້​ດູແລ​ຄົນ​ໜຶ່ງ​ບອກ​ວ່າ: “ຂ້ອຍ​ຂອບໃຈ​ຜົວ​ທີ່​ບໍ່​ໄດ້​ເວົ້າ​ເລື່ອງ​ຂອງ​ພີ່ນ້ອງ​ໃຫ້​ຂ້ອຍ​ຟັງ​ຕອນ​ທີ່​ລາວ​ໄປ​ໃຫ້​ກຳລັງໃຈ​ພີ່ນ້ອງ​ຫຼື​ຊ່ວຍ​ພີ່ນ້ອງ​ທີ່​ມີ​ບັນຫາ​ທາງ​ຄວາມເຊື່ອ. ລາວ​ບໍ່​ໄດ້​ເວົ້າ​ເຖິງ​ແມ່ນ​ແຕ່​ຊື່​ຂອງ​ພີ່ນ້ອງ​ເຫຼົ່າ​ນັ້ນ. ຂ້ອຍ​ຢາກ​ຂອບໃຈ​ຜົວ​ຫຼາຍ​ແທ້ໆ​ທີ່​ເຮັດ​ແບບ​ນີ້ ເພາະ​ມັນ​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ກັງວົນ​ເລື່ອງ​ຂອງ​ພີ່ນ້ອງ​ແລະ​ຍັງ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ລົມ​ກັບ​ທຸກ​ຄົນ​ໃນ​ປະຊາຄົມ. ແລະ​ເມື່ອ​ຂ້ອຍ​ລະບາຍ​ຄວາມ​ຮູ້ສຶກ​ຫຼື​ເວົ້າ​ເລື່ອງ​ສ່ວນ​ຕົວ​ໃຫ້​ຜົວ​ຟັງ ຂ້ອຍ​ກໍ​ໝັ້ນໃຈ​ວ່າ​ລາວ​ຈະ​ບໍ່​ເລົ່າ​ເລື່ອງ​ນັ້ນ​ໃຫ້​ໃຜ​ຟັງ​ຕໍ່.” ເຮົາ​ທຸກ​ຄົນ​ຢາກ​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບນັ້ນ? ໃຫ້​ເຮົາ​ມາ​ເບິ່ງ 5 ຄຸນລັກສະນະ​ນຳ​ກັນ.

ພັດທະນາ​ຄຸນລັກສະນະ​ທີ່​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້

12. ເປັນຫຍັງ​ຄວາມ​ຮັກ​ຈຶ່ງ​ເປັນ​ຄຸນລັກສະນະ​ສຳຄັນ​ທີ່ສຸດ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້?

12 ຄວາມ​ຮັກ ເປັນ​ຄຸນລັກສະນະ​ທີ່​ສຳຄັນ​ທີ່ສຸດ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ພະເຢຊູ​ໄດ້​ເວົ້າ​ເຖິງ​ກົດໝາຍ​ສອງ​ຢ່າງ​ທີ່​ສຳຄັນ​ທີ່ສຸດ​ຄື: ການ​ຮັກ​ພະເຢໂຫວາ​ແລະ​ຮັກ​ເພື່ອນ​ບ້ານ. (ມທ. 22:37-39) ຄວາມ​ຮັກ​ຕໍ່​ພະເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຢາກ​ຮຽນແບບ​ເພິ່ນ​ໃນ​ການ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ແລະ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ເວົ້າ​ເລື່ອງ​ສ່ວນ​ຕົວ​ຂອງ​ເຂົາເຈົ້າ​ໃຫ້​ຄົນອື່ນ​ຟັງ ເພາະ​ເຮົາ​ບໍ່​ຢາກ​ເຮັດ​ໃຫ້​ເຂົາເຈົ້າ​ເສຍຫາຍ ໜ້າ​ອາຍ ແລະ​ເສຍໃຈ.—ຢຮ. 15:12

13. ເປັນຫຍັງ​ຄວາມ​ຖ່ອມ​ຈຶ່ງ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້?

13 ຄວາມ​ຖ່ອມ ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ຄົນ​ທີ່​ຖ່ອມ​ຈະ​ບໍ່​ພະຍາຍາມ​ເຮັດ​ໃຫ້​ຄົນອື່ນ​ປະທັບໃຈ​ວ່າ​ໂຕເອງ​ເປັນ​ຜູ້​ທຳອິດ​ທີ່​ຮູ້​ເລື່ອງ​ໃດ​ເລື່ອງ​ໜຶ່ງ. (ຟລປ. 2:3) ແລະ​ລາວ​ຈະ​ບໍ່​ເຮັດ​ໃຫ້​ຄົນອື່ນ​ເບິ່ງ​ວ່າ​ລາວ​ເປັນ​ຄົນ​ສຳຄັນ​ເພາະ​ຮູ້​ຄວາມລັບ​ຫຼື​ເລື່ອງ​ທີ່​ສຳຄັນ​ທີ່​ບອກ​ໃຜ​ບໍ່​ໄດ້. ນອກຈາກນັ້ນ ຄົນ​ຖ່ອມ​ຍັງ​ຈະ​ບໍ່​ໄປ​ເວົ້າ​ຕໍ່​ໃຫ້​ຫຼາຍໆ​ຄົນ​ຟັງ​ກ່ຽວກັບ​ເລື່ອງ​ທີ່​ຄາດ​ເດົາ​ເອົາ​ເອງ​ຫຼື​ເລື່ອງ​ທີ່​ຄຳພີໄບເບິນ​ບໍ່​ໄດ້​ເວົ້າ​ເຖິງ.

14. ເປັນຫຍັງ​ຄວາມ​ສຸຂຸມ​ຮອບຄອບ​ຈຶ່ງ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້?

14 ຄວາມ​ສຸຂຸມ​ຮອບຄອບ ຈະ​ຊ່ວຍ​ຄລິດສະຕຽນ​ໃຫ້​ຮູ້​ວ່າ​ເວລາ​ໃດ​ຄວນ “ມິດ” ແລະ​ເວລາ​ໃດ​ຄວນ “ເວົ້າ”. (ຜູ້ປ. 3:7) ໃນ​ບາງ​ວັດທະນະທຳ​ມີ​ສຳນວນ​ທີ່​ວ່າ “ການ​ເວົ້າ​ເປັນ​ຄື​ກັບ​ເງິນ ແຕ່​ການ​ມິດ​ງຽບ​ເປັນ​ຄື​ກັບ​ຄຳ” ເຊິ່ງ​ໝາຍ​ຄວາມ​ວ່າ​ບາງເທື່ອ​ການ​ມິດ​ງຽບ​ກໍ​ດີ​ກວ່າ​ການ​ເວົ້າ. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ສຸພາສິດ 11:12, ລ.ມ. ບອກ​ວ່າ: “ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ເລິກ​ເຊິ່ງ​ຈະ​ມິດ​ງຽບ.” ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ຜູ້​ດູແລ​ຄົນ​ໜຶ່ງ​ທີ່​ເຮັດ​ຕາມ​ຄຳແນະນຳ​ນີ້. ຜູ້​ດູແລ​ທີ່​ມີ​ປະສົບການ​ຄົນ​ໜຶ່ງ​ຖືກ​ຂໍ​ໃຫ້​ໄປ​ຊ່ວຍ​ແກ້ໄຂ​ບັນຫາ​ໃນ​ປະຊາຄົມ​ອື່ນ​ເລື້ອຍໆ. ແລ້ວ​ຜູ້​ດູແລ​ອີກ​ຄົນ​ໜຶ່ງ​ກໍ​ເວົ້າ​ເຖິງ​ລາວ​ວ່າ: “ຜູ້​ດູແລ​ຄົນ​ນີ້​ລະວັງ​ທີ່​ຈະ​ບໍ່​ເວົ້າ​ເລື່ອງ​ທີ່​ລະອຽດ​ອ່ອນ​ຂອງ​ປະຊາຄົມ​ອື່ນ.” ຄວາມ​ສຸຂຸມ​ຮອບຄອບ​ຂອງ​ລາວ​ເຮັດ​ໃຫ້​ພີ່ນ້ອງ​ຄົນອື່ນ​ໃນ​ຄະນະ​ຜູ້​ດູແລ​ນັບ​ຖື​ລາວ ເພາະ​ເຂົາເຈົ້າ​ໝັ້ນໃຈ​ວ່າ​ລາວ​ຈະ​ບໍ່​ເວົ້າ​ເລື່ອງ​ທີ່​ເປັນ​ຄວາມລັບ​ໃຫ້​ຄົນອື່ນ​ຟັງ.

15. ຂໍ​ໃຫ້​ອະທິບາຍ​ວ່າ​ຄວາມ​ສັດຊື່​ຈະ​ຊ່ວຍ​ໃຫ້​ຄົນອື່ນ​ໄວ້ໃຈ​ເຮົາ​ແນວໃດ.

15 ຄວາມ​ສັດຊື່ ເປັນ​ອີກ​ຄຸນລັກສະນະ​ໜຶ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ໄວ້ໃຈ​ໄດ້. ເຮົາ​ມັກ​ຈະ​ໄວ້ໃຈ​ຄົນ​ທີ່​ສັດຊື່ ເພາະ​ເຮົາ​ຮູ້​ວ່າ​ເຂົາເຈົ້າ​ຈະ​ເວົ້າ​ຄວາມຈິງ​ສະເໝີ. (ອຟຊ. 4:25; ຮຣ. 13:18) ຕົວຢ່າງ​ເຊັ່ນ: ຖ້າ​ເຈົ້າ​ຢາກ​ປັບປຸງ​ການສອນ​ໃຫ້​ດີ​ຂຶ້ນ ເຈົ້າ​ອາດຈະ​ຂໍ​ໃຫ້​ບາງຄົນ​ມາ​ຟັງ​ແລະ​ໃຫ້​ຄຳແນະນຳ​ກັບ​ເຈົ້າ. ແລ້ວ​ເຈົ້າ​ຄິດ​ວ່າ​ຄຳແນະນຳ​ຈາກ​ຜູ້​ໃດ​ຈະ​ໄວ້ໃຈ​ໄດ້ ລະຫວ່າງ​ຄົນ​ທີ່​ເວົ້າ​ແຕ່​ສິ່ງ​ທີ່​ເຈົ້າ​ມັກ​ຫຼື​ຜູ້​ທີ່​ເວົ້າ​ຄວາມຈິງ? ເຈົ້າ​ກໍ​ຮູ້​ຄຳຕອບ​ນີ້​ດີ​ຢູ່​ແລ້ວ. ຄຳພີໄບເບິນ​ບອກ​ວ່າ: “ການ​ຕັກ​ເຕືອນ​ກັນ​ຕໍ່​ໜ້າ​ກໍ​ດີ​ກວ່າ​ຄວາມ​ຮັກ​ທີ່​ບໍ່​ສະແດງ​ອອກ​ມາ. ການ​ຕັກ​ເຕືອນ​ວ່າ​ກ່າວ​ຈາກ​ໝູ່​ທີ່​ຈິງ​ໃຈ​ອາດ​ເຮັດ​ໃຫ້​ເຈັບ.” (ສຸພາ. 27:5, 6, ລ.ມ.) ເຖິງ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ຟັງ​ຄຳແນະນຳ​ຈາກ​ໝູ່​ທີ່​ຈິງ​ໃຈ ແຕ່​ມັນ​ຈະ​ເປັນ​ປະໂຫຍດ​ຕໍ່​ເຮົາ​ໃນ​ໄລຍະ​ຍາວ.

16. ສຸພາສິດ 10:19 ຊ່ວຍ​ເຮົາ​ໃຫ້​ຄວບຄຸມ​ໂຕເອງ​ແນວໃດ?

16 ການ​ຄວບຄຸມ​ໂຕເອງ ເປັນ​ຄຸນລັກສະນະ​ໜຶ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ຄຸນລັກສະນະ​ນີ້​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ເວົ້າ​ຕອນ​ທີ່​ຖືກ​ລໍ້ໃຈ​ໃຫ້​ເປີດ​ເຜີຍ​ຄວາມລັບ. (ອ່ານ​ສຸພາສິດ 10:19) ເຮົາ​ອາດ​ຮູ້ສຶກ​ຍາກ​ທີ່​ຈະ​ຄວບຄຸມ​ໂຕເອງ​ຕອນ​ທີ່​ໃຊ້​ສື່​ສັງຄົມ​ອອນລາຍ. ຖ້າ​ບໍ່​ລະວັງ ເຮົາ​ອາດຈະ​ເປີດ​ເຜີຍ​ຂໍ້​ມູນ​ທີ່​ເປັນ​ຄວາມລັບ​ໃຫ້​ກັບ​ຫຼາຍ​ຄົນ​ຮູ້​ໂດຍ​ທີ່​ບໍ່​ໄດ້​ຕັ້ງໃຈ. ເມື່ອ​ເກີດ​ເລື່ອງ​ແບບ​ນັ້ນ ເຮົາ​ກໍ​ຄວບຄຸມ​ບໍ່​ໄດ້​ວ່າຄົນອື່ນ​ຈະ​ເອົາ​ຂໍ້​ມູນ​ນັ້ນ​ໄປ​ໃຊ້​ແນວໃດ ແລະ​ເຮົາ​ກໍ​ບໍ່​ຮູ້​ວ່າ​ມັນ​ຈະ​ມີ​ຜົນ​ເສຍຫາຍ​ຫຼາຍ​ສ່ຳ​ໃດ. ການ​ຄວບຄຸມ​ໂຕເອງ​ຍັງ​ຊ່ວຍ​ເຮົາ​ບໍ່​ໃຫ້​ເວົ້າ​ຕອນ​ທີ່​ພວກ​ຜູ້​ຕໍ່ຕ້ານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເປີດ​ເຜີຍ​ຂໍ້​ມູນ​ທີ່​ເປັນ​ອັນຕະລາຍ​ຕໍ່​ພີ່ນ້ອງ. ແລະ​ຖ້າ​ເຮົາ​ຢູ່​ໃນ​ປະເທດ​ທີ່​ວຽກ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ​ຫຼື​ຖືກ​ຈຳກັດ ເຮົາ​ກໍ​ຈະ​ບໍ່​ເປີດ​ເຜີຍ​ຄວາມລັບ​ຕອນ​ທີ່​ຖືກ​ຕຳຫຼວດ​ສອບ​ສວນ​ຂໍ້​ມູນ​ກ່ຽວກັບ​ພີ່ນ້ອງ. ໃນ​ກໍລະນີ​ນີ້​ແລະ​ກໍລະນີ​ອື່ນໆ ເຮົາ​ສາມາດ​ເຮັດ​ຕາມ​ຫຼັກການ​ທີ່​ບອກ​ວ່າ ໃຫ້ “ເອົາ​ແນວ​ສຸບ​ປາກ​ມາ​ໃສ່” ເພື່ອ​ຈະ​ບໍ່​ເວົ້າ​ຫຍັງ. (ເພງ. 39:1, ລ.ມ.) ເຮົາ​ຕ້ອງ​ເປັນ​ຄົນ​ໄວ້ໃຈ​ໄດ້​ຕໍ່​ທຸກ​ຄົນ​ບໍ່​ວ່າ​ຈະ​ຕໍ່​ຄອບຄົວ ໝູ່​ເພື່ອນ ພີ່ນ້ອງ ຫຼື​ຄົນອື່ນໆ. ແຕ່​ເພື່ອ​ຈະ​ເປັນ​ແບບນັ້ນ​ເຮົາ​ກໍ​ຕ້ອງ​ຄວບຄຸມ​ໂຕເອງ.

17. ເຮົາ​ຈະ​ຊ່ວຍ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ໄວ້ໃຈ​ກັນ​ຫຼາຍ​ຂຶ້ນ​ໄດ້​ແນວໃດ?

17 ເຮົາ​ຢາກ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ເຮົາ​ມາ​ຢູ່​ໃນ​ສັງຄົມ​ພີ່ນ້ອງ​ທີ່​ຮັກ​ກັນ​ແລະ​ໄວ້ໃຈ​ໄດ້. ເຮົາ​ທຸກ​ຄົນ​ຢາກ​ເຮັດ​ໃຫ້​ພີ່ນ້ອງ​ໄວ້ໃຈ​ເຮົາ. ແລະ​ຖ້າ​ເຮົາ​ແຕ່​ລະ​ຄົນ​ສະແດງ​ຄວາມ​ຮັກ ຄວາມ​ຖ່ອມ ຄວາມ​ສຸຂຸມ​ຮອບຄອບ ຄວາມ​ສັດຊື່​ແລະ​ການ​ຄວບຄຸມ​ໂຕເອງ ເຮົາ​ກໍ​ຈະ​ຊ່ວຍ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ໄວ້ໃຈ​ກັນ​ຫຼາຍ​ຂຶ້ນ. ແຕ່​ການ​ເຮັດ​ແບບນັ້ນ​ຕ້ອງ​ໄດ້​ອອກ​ຄວາມ​ພະຍາຍາມ​ແລະ​ເຮັດ​ຕໍ່ໄປ​ເລື້ອຍໆ. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ຮຽນແບບ​ພະເຢໂຫວາ​ແລະ​ເຮັດ​ໃຫ້​ພີ່ນ້ອງ​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້.

ເພງ 123 ເຊື່ອຟັງ​ກົດ​ລະບຽບ​ຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

a ຖ້າ​ເຮົາ​ຢາກ​ໃຫ້​ຄົນອື່ນ​ໄວ້ໃຈ ເຮົາ​ກໍ​ຕ້ອງ​ເຮັດ​ໃຫ້​ເຫັນ​ກ່ອນ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເປັນຫຍັງ​ຄວາມ​ໄວ້ໃຈ​ຈຶ່ງ​ສຳຄັນ ແລະ​ມີ​ຄຸນລັກສະນະ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້.

b ຖ້າ​ບາງຄົນ​ໃນ​ປະຊາຄົມ​ເຮັດ​ຜິດ​ຮ້າຍແຮງ ເຮົາ​ຄວນ​ບອກ​ລາວ​ໃຫ້​ໄປ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ຜູ້​ດູແລ. ແຕ່​ຖ້າ​ລາວ​ບໍ່​ເຮັດ ເຮົາ​ຄວນ​ເປັນ​ຄົນ​ໄປ​ບອກ​ຜູ້​ດູແລ. ທີ່​ເຮົາ​ເຮັດ​ແບບນັ້ນ​ຍ້ອນ​ເຮົາ​ພັກດີ​ຕໍ່​ພະເຢໂຫວາ​ແລະ​ພີ່ນ້ອງ​ໃນ​ປະຊາຄົມ.

c ສຸພາສິດ 17:17 (ລ.ມ.): “ເພື່ອນແທ້ຮັກກັນຢູ່ສະເໝີແລະເປັນຄືກັບອ້າຍນ້ອງທີ່ເກີດມາຊ່ວຍກັນໃນເວລາລຳບາກ.”

d ຄຳ​ອະທິບາຍ​ຮູບພາບ ຜູ້​ດູແລ​ຄົນ​ໜຶ່ງ​ບໍ່​ໄດ້​ເລົ່າ​ເລື່ອງ​ສ່ວນ​ຕົວ​ຂອງ​ພີ່ນ້ອງ​ຫຼື​ເລື່ອງ​ທີ່​ເປັນ​ຄວາມລັບ​ໃຫ້​ກັບ​ຄົນ​ໃນ​ຄອບຄົວ​ຟັງ.