ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ຂ້ອຍມີຄວາມສຸກທີ່ໄດ້ຮຽນຮູ້ແລະສອນເລື່ອງພະເຢໂຫວາ

ຂ້ອຍມີຄວາມສຸກທີ່ໄດ້ຮຽນຮູ້ແລະສອນເລື່ອງພະເຢໂຫວາ

ຂ້ອຍ​ເກີດ​ຢູ່​ອີດສ໌ຕັນ ລັດ​ເພັນຊິນເວເນຍ ສະຫະລັດ​ອາເມຣິກາ. ຂ້ອຍ​ມີ​ເປົ້າໝາຍ​ທີ່​ຈະ​ໄປ​ຮຽນ​ຕໍ່​ຢູ່​ມະຫາວິທະຍາໄລ​ເພື່ອ​ຈະ​ມີ​ໜ້າ​ມີ​ຕາ​ໃນ​ສັງຄົມ. ຂ້ອຍ​ເປັນ​ຄົນ​ມັກ​ຮຽນ​ແລະ​ຮຽນ​ເກັ່ງ​ດ້ານ​ຄະນິດສາດ​ແລະ​ວິທະຍາສາດ​ທຳມະຊາດ. ໃນ​ປີ 1956 ອົງການ​ສິດທິ​ພົນລະເມືອງ​ໄດ້​ເອົາ​ເງິນ​ໃຫ້​ຂ້ອຍ 25 ໂດລາ​ເປັນ​ລາງວັນ​ຍ້ອນ​ຂ້ອຍ​ໄດ້​ຄະແນນ​ສູງ​ກວ່າ​ໝູ່​ໃນ​ບັນດາ​ນັກ​ຮຽນ​ຜິວ​ດຳ. ແຕ່​ຕໍ່ມາ​ເປົ້າໝາຍ​ຂອງ​ຂ້ອຍ​ກໍ​ປ່ຽນ​ໄປ. ຍ້ອນຫຍັງ?

ຂ້ອຍ​ໄດ້​ຮຽນ​ເລື່ອງ​ພະເຢໂຫວາ​ແນວໃດ

ປະມານ​ປີ 1940 ພໍ່​ແມ່​ຂ້ອຍ​ໄດ້​ສຶກສາ​ຄຳພີໄບເບິນ​ກັບ​ພະຍານ​ພະເຢໂຫວາ. ເຖິງ​ວ່າ​ຕໍ່ມາ​ເຂົາເຈົ້າ​ຈະ​ເຊົາ​ສຶກສາ​ຄຳພີໄບເບິນ ແຕ່​ແມ່​ຂ້ອຍ​ກໍ​ຍັງ​ຮັບ​ເອົາ​ປຶ້ມ​ຫໍສັງເກດການ​ແລະ​ປຶ້ມ​ຕື່ນເຖິດ! ເປັນ​ປະຈຳ. ໃນ​ປີ 1950 ມີການ​ປະຊຸມ​ນານາ​ຊາດ​ຢູ່​ເມືອງ​ນິວຢອກ​ແລະ​ຄອບຄົວ​ຂອງ​ຂ້ອຍ​ກໍ​ໄດ້​ເຂົ້າຮ່ວມ​ການ​ປະຊຸມ​ນັ້ນ.

ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ພີ່ນ້ອງ​ລໍເຣັນ ເຈບຟຣີ​ກໍ​ມາ​ຢາມ​ຄອບຄົວ​ເຮົາ. ລາວ​ໄດ້​ພະຍາຍາມ​ຊ່ວຍ​ຂ້ອຍ​ໃຫ້​ຮຽນ​ຄວາມຈິງ. ທຳອິດ​ຂ້ອຍ​ບໍ່​ເຫັນດີ​ກັບ​ຈຸດຢືນ​ຂອງ​ພະຍານ​ພະເຢໂຫວາ​ເລື່ອງ​ທີ່​ບໍ່​ຫຍຸ້ງ​ກ່ຽວກັບ​ການເມືອງ ແລະ​ບໍ່​ຮຽນ​ເຮັດ​ສົງຄາມ. ຂ້ອຍ​ບອກ​ລາວ​ວ່າ “ຖ້າ​ທຸກ​ຄົນ​ໃນ​ອາເມຣິກາ​ບໍ່​ໄປ​ເຮັດ​ສົງຄາມ ສັດຕູ​ກໍ​ຈະ​ມາ​ໂຈມຕີ​ແລະ​ຍຶດ​ປະເທດ​ໄປ​ໄດ້​ງ່າຍໆ.” ພີ່ນ້ອງ​ລໍເຣັນ​ໄດ້​ຫາ​ເຫດຜົນ​ກັບ​ຂ້ອຍ​ຢ່າງ​ອົດທົນ​ວ່າ “ຖ້າ​ທຸກ​ຄົນ​ໃນ​ອາເມຣິກາ​ເປັນ​ຜູ້​ຮັບໃຊ້​ພະເຢໂຫວາ ເພິ່ນ​ຊິ​ບໍ່​ເຮັດ​ຫຍັງ​ບໍ​ເມື່ອ​ສັດຕູ​ມາ​ໂຈມຕີ?” ສິ່ງ​ທີ່​ລາວ​ຫາ​ເຫດຜົນ​ໃນ​ເລື່ອງ​ນີ້​ແລະ​ເລື່ອງ​ອື່ນໆ​ຊ່ວຍ​ຂ້ອຍ​ໃຫ້​ເຫັນ​ວ່າ ສິ່ງ​ທີ່​ຂ້ອຍ​ຄັດ​ຄ້ານ​ບໍ່​ມີ​ເຫດຜົນ​ພຽງ​ພໍ. ນີ້​ເຮັດ​ໃຫ້​ຂ້ອຍ​ສົນໃຈ​ຢາກ​ຮຽນ​ຄວາມຈິງ​ຫຼາຍ​ຂຶ້ນ.

ມື້​ທີ່​ຂ້ອຍ​ຮັບ​ບັບເຕມາ

ຂ້ອຍ​ໃຊ້​ເວລາ​ຫຼາຍ​ຊົ່ວໂມງ​ເພື່ອ​ຈະ​ອ່ານ​ປຶ້ມ​ຫໍສັງເກດການ​ແລະ​ປຶ້ມ​ຕື່ນເຖິດ! ຫົວ​ເກົ່າ​ທີ່​ແມ່​ຂ້ອຍ​ເກັບ​ໄວ້​ໃນ​ຫ້ອງ​ໃຕ້​ດິນ. ເມື່ອ​ເວລາ​ຜ່ານ​ໄປ​ຂ້ອຍ​ກໍ​ເຫັນ​ວ່າ​ສິ່ງ​ທີ່​ຂ້ອຍ​ອ່ານ​ເປັນ​ຄວາມຈິງ ແລ້ວ​ຂ້ອຍ​ກໍ​ເລີ່ມ​ສຶກສາ​ຄຳພີໄບເບິນ​ກັບ​ພີ່ນ້ອງ​ລໍເຣັນ. ຂ້ອຍ​ເຂົ້າຮ່ວມ​ການ​ປະຊຸມ​ເປັນ​ປະຈຳ​ແລະ​ມັກ​ສິ່ງ​ທີ່​ຮຽນ​ຫຼາຍ. ຈາກ​ນັ້ນ​ກໍ​ເປັນ​ຜູ້​ປະກາດ. ເມື່ອ​ຂ້ອຍ​ຮູ້​ວ່າ “ວັນ​ໃຫຍ່​ຂອງ​ພະເຢໂຫວາ​ມາ​ໃກ້​ແລ້ວ” ເປົ້າໝາຍ​ຂອງ​ຂ້ອຍ​ກໍ​ປ່ຽນ​ໄປ. (ຊໂຟ. 1:14) ຕອນນີ້​ຂ້ອຍ​ບໍ່​ຢາກ​ໄປ​ຮຽນ​ຕໍ່​ຢູ່​ມະຫາວິທະຍາໄລ​ແລ້ວ ແຕ່​ຂ້ອຍ​ຢາກ​ໄປ​ຊ່ວຍ​ຄົນອື່ນ​ໃຫ້​ຮູ້ຈັກ​ຄວາມຈິງ.

ຂ້ອຍ​ຮຽນ​ຈົບ​ມັດທະຍົມ​ໃນ​ວັນ​ທີ 13 ເດືອນ​ມິຖຸນາ ປີ 1956 ແລະ​ສາມ​ມື້​ຕໍ່​ຈາກ​ນັ້ນ​ຂ້ອຍ​ກໍ​ຮັບ​ບັບເຕມາ​ໃນ​ການ​ປະຊຸມ​ໝວດ. ຂ້ອຍ​ບໍ່​ຄິດ​ເລີຍ​ວ່າ​ຂ້ອຍ​ຈະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ​ເມື່ອ​ໄດ້​ທຸ່ມເທ​ຊີວິດ​ໃນ​ການ​ຮຽນຮູ້​ແລະ​ສອນ​ເລື່ອງ​ພະເຢໂຫວາ​ໃຫ້​ກັບ​ຄົນອື່ນ.

ຮຽນຮູ້​ແລະ​ສອນ​ເລື່ອງ​ພະເຢໂຫວາ​ຕອນ​ທີ່​ເປັນ​ໄພໂອເນຍ

ຫົກ​ເດືອນ​ຫຼັງ​ຈາກ​ທີ່​ຂ້ອຍ​ຮັບ​ບັບເຕມາ ຂ້ອຍ​ກໍ​ໄດ້​ເປັນ​ໄພໂອເນຍ​ປະຈຳ. ໃນ​ພະ​ລາຊະກິດ ເດືອນ​ທັນວາ 1956 ມີ​ບົດ​ຄວາມ​ທີ່​ຊື່​ວ່າ “ເຈົ້າ​ສາມາດ​ໄປ​ຊ່ວຍ​ໃນ​ເຂດ​ທີ່​ມີ​ຄວາມ​ຈຳເປັນ​ໄດ້​ບໍ?” ຂ້ອຍ​ຢາກ​ໄປ. ຂ້ອຍ​ຢາກ​ໄປ​ຊ່ວຍ​ໃນ​ເຂດ​ທີ່​ມີ​ຜູ້​ປະກາດ​ໜ້ອຍ.—ມທ. 24:14

ຂ້ອຍ​ໄດ້​ຍ້າຍ​ໄປ​ເອດຟິວ ເຊົາຄາໂຣໄລນາ. ໃນ​ປະຊາຄົມ​ນີ້​ມີ​ຜູ້​ປະກາດ​ແຕ່ 4 ຄົນ​ລວມ​ຂ້ອຍ​ນຳ​ກໍ​ເປັນ 5 ຄົນ. ເຮົາ​ຈັດການ​ປະຊຸມ​ຢູ່​ຫ້ອງ​ຮັບ​ແຂກ​ຂອງ​ເຮືອນ​ພີ່ນ້ອງ. ໃນ​ແຕ່​ລະ​ເດືອນ​ຂ້ອຍ​ປະກາດ​ໄດ້ 100 ຊົ່ວໂມງ. ຂ້ອຍ​ມີ​ວຽກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ ເພາະ​ຂ້ອຍ​ຕ້ອງ​ນຳ​ໜ້າ​ໃນ​ວຽກ​ປະກາດ​ແລະ​ເຮັດ​ສ່ວນ​ຕ່າງໆ​ໃນ​ການ​ປະຊຸມ. ແຮ່ງ​ຂ້ອຍ​ເຮັດ​ວຽກ​ໃນ​ປະຊາຄົມ​ຫຼາຍ​ເທົ່າ​ໃດ ຂ້ອຍ​ກໍ​ແຮ່ງ​ໄດ້​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ.

ຜູ້ຍິງ​ຄົນ​ໜຶ່ງ​ທີ່​ຂ້ອຍ​ສຶກສາ​ໃຫ້​ມີ​ບໍລິສັດ​ຮັບ​ຈັດ​ງານ​ສົບ​ໃນ​ເມືອງ​ຈອນຊະຕັນ ເຊິ່ງ​ຫ່າງ​ຈາກ​ບ່ອນ​ທີ່​ຂ້ອຍ​ຢູ່​ປະມານ 2-3 ກິໂລແມັດ. ລາວ​ໃຈດີ​ຫຼາຍ ລາວ​ໃຫ້​ຂ້ອຍ​ເຮັດ​ວຽກ​ພາດ​ທາມ​ແລະ​ຍັງ​ໃຫ້​ເຮົາ​ໃຊ້​ເຮືອນ​ຫຼັງ​ນ້ອຍໆ​ຂອງ​ລາວ​ເປັນ​ບ່ອນ​ປະຊຸມ.

ພີ່ນ້ອງ​ຈໍລີ ເຈບຟຣີ​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ພີ່ນ້ອງ​ລໍເຣັນ​ຜູ້​ທີ່​ສຶກສາ​ໃຫ້​ຂ້ອຍ ໄດ້​ຍ້າຍ​ຈາກ​ບຣຸກລິນ​ນິວຢອກ​ມາ​ຮັບໃຊ້​ຢູ່​ບ່ອນ​ນີ້ ແລະ​ເປັນ​ຄູ່​ໄພໂອເນຍ​ກັບ​ຂ້ອຍ. ພວກ​ເຮົາ​ໄດ້​ພັກ​ນຳ​ກັນ​ຢູ່​ລົດຕູ້​ທີ່​ເປັນ​ຄື​ເຮືອນ​ຫຼັງ​ນ້ອຍໆ​ທີ່​ພີ່ນ້ອງ​ຄົນ​ໜຶ່ງ​ໃຫ້​ຢືມ.

ຢູ່​ທາງ​ໃຕ້​ຄ່າ​ແຮງງານ​ຕ່ຳ​ຫຼາຍ. ຂ້ອຍ​ເຮັດ​ວຽກ​ໄດ້​ເງິນ​ແຕ່​ມື້​ລະ 2-3 ໂດລາ​ເທົ່າ​ນັ້ນ. ມີ​ເທື່ອ​ໜຶ່ງ​ຂ້ອຍ​ໃຊ້​ເງິນ​ສ່ວນ​ສຸດທ້າຍ​ທີ່​ຂ້ອຍ​ມີ​ເພື່ອ​ຊື້​ອາຫານ. ແຕ່​ຕອນ​ທີ່​ຂ້ອຍ​ຍ່າງ​ອອກ​ຈາກ​ຮ້ານ ກໍ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຍ່າງ​ມາ​ຫາ​ຂ້ອຍ​ແລະ​ຖາມ​ວ່າ “ເຈົ້າ​ຢາກ​ເຮັດ​ວຽກ​ນຳ​ຂ້ອຍ​ບໍ? ຂ້ອຍ​ຈະ​ຈ່າຍ​ໃຫ້​ເຈົ້າ​ຊົ່ວໂມງ​ລະ​ໜຶ່ງ​ໂດລາ.” ລາວ​ໃຫ້​ຂ້ອຍ​ເຮັດ​ວຽກ​ອະນາໄມ​ເຂດ​ກໍ່​ສ້າງ​ອາທິດ​ລະ​ສາມ​ມື້. ນີ້​ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ​ພະເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ຮັບໃຊ້​ຢູ່​ເອດຟິວ​ໄດ້​ຕໍ່ໄປ. ໃນ​ປີ 1958 ຂ້ອຍ​ໄດ້​ໄປ​ປະຊຸມ​ນານາ​ຊາດ​ຢູ່​ເມືອງ​ນິວຢອກ.

ມື້​ທີ່​ເຮົາ​ແຕ່ງດອງ

ໃນ​ມື້​ທີ​ສອງ​ຂອງ​ການ​ປະຊຸມ​ນານາ​ຊາດ ຂ້ອຍ​ໄດ້​ພົບ​ກັບ​ຣູບີ ວາດ​ລິງ​ຕັນ​ເຊິ່ງ​ເປັນ​ໄພໂອເນຍ​ປະຈຳ​ໃນ​ກາ​ລາຕິນ​ລັດ​ເທັນເນັດຊີ. ຍ້ອນ​ເຮົາ​ມີ​ເປົ້າໝາຍ​ທີ່​ຈະ​ເປັນ​ມິດຊັນນາຣີ​ຄື​ກັນ ເຮົາ​ຈຶ່ງ​ໄດ້​ເຂົ້າຮ່ວມ​ຟັງ​ການ​ປະຊຸມ​ສຳລັບ​ຜູ້​ທີ່​ຢາກ​ເຂົ້າ​ໂຮງຮຽນ​ກິລຽດ​ທີ່​ຈັດ​ຂຶ້ນ​ໃນ​ການ​ປະຊຸມ​ໃຫຍ່​ນີ້. ຕໍ່ມາ ເຮົາ​ກໍ​ໄດ້​ຂຽນ​ຈົດໝາຍ​ຫາ​ກັນ. ຈາກ​ນັ້ນ​ຂ້ອຍ​ກໍ​ຖືກ​ເຊີນ​ໃຫ້​ໄປ​ບັນຍາຍ​ຢູ່​ປະຊາຄົມ​ຂອງ​ຣູບີ. ຂ້ອຍ​ຈຶ່ງ​ຖືກ​ໂອກາດ​ນັ້ນ​ຂໍ​ລາວ​ແຕ່ງດອງ. ແລ້ວ​ຂ້ອຍ​ກໍ​ຍ້າຍ​ໄປ​ຢູ່​ປະຊາຄົມ​ຂອງ​ຣູບີ​ແລະ​ເຮົາ​ກໍ​ແຕ່ງດອງ​ໃນ​ປີ 1959.

ຮຽນຮູ້​ແລະ​ສອນ​ໃນ​ປະຊາຄົມ

ຕອນ​ທີ່​ຂ້ອຍ​ອາຍຸ 23 ປີ ຂ້ອຍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ປະທານ​ປະຊາຄົມ (ຕອນນີ້​ເອີ້ນ​ວ່າ​ຜູ້​ປະສານງານ​ຂອງ​ຄະນະ​ຜູ້​ດູແລ) ໃນ​ກາ​ລາຕິນ. ປະຊາ​ຄົມ​ນີ້​ເປັນ​ປະຊາຄົມ​ທຳອິດ​ທີ່​ພີ່ນ້ອງ​ຊານ​ທອມ​ສັນ​ເຊິ່ງ​ເປັນ​ຜູ້​ດູແລ​ໝວດ​ມາ​ຢ້ຽມຢາມ. ເຖິງ​ວ່າ​ພີ່ນ້ອງ​ຄົນ​ນີ້​ຈະ​ມີ​ປະສົບການ​ຫຼາຍ ແຕ່​ລາວ​ກໍ​ຍັງ​ຖາມ​ຄວາມຄິດ​ເຫັນ​ນຳ​ຂ້ອຍ​ກ່ຽວກັບ​ສິ່ງ​ຈຳເປັນ​ຂອງ​ພີ່ນ້ອງ ແລະ​ວິທີ​ທີ່​ຜູ້​ດູແລ​ໝວດ​ຄົນອື່ນໆ​ເບິ່ງແຍງ​ປະຊາຄົມ​ນີ້. ຂ້ອຍ​ໄດ້​ຮຽນຮູ້​ຈາກ​ພີ່ນ້ອງ​ຄົນ​ນີ້​ວ່າ​ເຮົາ​ຄວນ​ຈະ​ຖາມ​ຂໍ້​ມູນ​ກ່ອນ​ທີ່​ເຮົາ​ຈະ​ຕັດສິນໃຈ​ເລື່ອງ​ໃດ​ເລື່ອງ​ໜຶ່ງ.

ໃນ​ເດືອນ​ພຶດສະພາ​ປີ 1964 ຂ້ອຍ​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງຮຽນ​ພະ​ລາຊະກິດ​ຫຼັກ​ສູດ​ໜຶ່ງ​ເດືອນ​ຢູ່​ເຊົາ​ແລນ​ຊິງ​ລັດ​ນິວຢອກ. ໂຮງຮຽນ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ຢາກ​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ແລະ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.

ຮຽນຮູ້​ແລະ​ສອນ​ຕອນ​ທີ່​ເປັນ​ຜູ້​ດູແລ​ໝວດ​ແລະ​ຜູ້​ດູແລ​ພາກ

ໃນ​ເດືອນ​ມັງກອນ​ປີ 1965 ສາຂາ​ມອບໝາຍ​ໃຫ້​ຂ້ອຍ​ກັບ​ຣູບີ​ຮັບໃຊ້​ເປັນ​ຜູ້​ດູແລ​ໝວດ. ເຮົາ​ຖືກ​ມອບໝາຍ​ໃຫ້​ເບິ່ງແຍງ​ໃນ​ເຂດ​ທີ່​ກວ້າງ​ໃຫຍ່ ເຊິ່ງ​ນັບ​ຕັ້ງແຕ່​ເມືອງ​ນອກ​ວິວ ໃນ​ລັດ​ເທັນເນັດຊີ ເກືອບ​ຮອດ​ເມືອງ​ຣິດມອນ ໃນ​ລັດ​ເວີຈິເນຍ​ເຊິ່ງ​ລວມ​ເອົາ​ປະຊາຄົມ​ຕ່າງໆ​ໃນ​ລັດ​ນອດຄາໂຣໄລນາ ເຄນຕັກກີ​ແລະ​ເວັດ​ເວີຈິເນຍ. ຂ້ອຍ​ໄດ້​ໄປ​ຢ້ຽມຢາມ​ພີ່ນ້ອງ​ໃນ​ປະຊາຄົມ​ຜິວ​ດຳ​ເທົ່າ​ນັ້ນ ເພາະ​ຕອນ​ນັ້ນ​ມີການ​ແບ່ງ​ແຍກ​ສີ​ຜິວ​ຢູ່​ທາງ​ໃຕ້​ຂອງ​ສະຫະລັດ​ອາເມຣິກາ. ດັ່ງນັ້ນ ພີ່ນ້ອງ​ຄົນ​ຜິວ​ດຳ​ຈຶ່ງ​ບໍ່​ສາມາດ​ປະຊຸມ​ຮ່ວມ​ກັບ​ຄົນ​ຜິວ​ຂາວ​ໄດ້. ພີ່ນ້ອງ​ຢູ່​ໃນ​ເຂດ​ນັ້ນ​ທຸກຍາກ​ທາງ​ດ້ານ​ວັດຖຸ. ເຮົາ​ຈຶ່ງ​ໄດ້​ຮຽນຮູ້​ທີ່​ຈະ​ແບ່ງ​ປັນ​ສິ່ງ​ຈຳເປັນ​ໃຫ້​ກັບ​ເຂົາເຈົ້າ. ຜູ້​ທີ່​ເປັນ​ຜູ້​ດູແລ​ໝວດ​ຫຼາຍ​ປີ​ໄດ້​ສອນ​ບົດຮຽນ​ທີ່​ສຳຄັນ​ໃຫ້​ກັບ​ຂ້ອຍ​ວ່າ “ເວລາ​ໄປ​ຢາມ​ພີ່ນ້ອງ​ຢ່າ​ເຮັດ​ຄື​ກັບ​ວ່າ​ຕົວເອງ​ເປັນ​ຫົວໜ້າ ແຕ່​ໃຫ້​ເຮັດ​ຄື​ເປັນ​ພີ່ນ້ອງ​ກັນ. ເພາະ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍເຫຼືອ​ພີ່ນ້ອງ​ໄດ້​ແທ້ໆ.”

ຕອນ​ທີ່​ເຮົາ​ໄປ​ຢາມ​ປະຊາຄົມ​ນ້ອຍໆ ຣູບີ​ໄດ້​ເລີ່ມ​ສຶກສາ​ກັບ​ຜູ້ຍິງ​ອາຍຸ 17 ປີ ເຊິ່ງ​ມີ​ລູກສາວ​ອາຍຸ 1 ປີ. ເມື່ອ​ບໍ່​ມີ​ໃຜ​ສຶກສາ​ໃຫ້​ລາວ​ຕໍ່ ຣູບີ​ກໍ​ເລີຍ​ສຶກສາ​ໃຫ້​ລາວ​ທາງ​ຈົດໝາຍ. ແລະ​ຕອນ​ທີ່​ເຮົາ​ມາ​ຢາມ​ປະຊາຄົມ​ນີ້​ເທື່ອ​ຕໍ່ໄປ ຜູ້ຍິງ​ຄົນ​ນີ້​ກໍ​ໄດ້​ມາ​ປະຊຸມ​ທຸກ​ລາຍການ. ເມື່ອ​ຜູ້ຍິງ​ສອງ​ຄົນ​ທີ່​ເປັນ​ໄພໂອເນຍ​ພິເສດ​ຍ້າຍ​ມາ​ຮັບໃຊ້​ຢູ່​ນີ້ ເຂົາເຈົ້າ​ກໍ​ເລີຍ​ໄດ້​ສຶກສາ​ຕໍ່​ໃຫ້​ຜູ້ຍິງ​ຄົນ​ນັ້ນ. ໃນທີ່ສຸດ​ລາວ​ກໍ​ຮັບ​ບັບເຕມາ. ປະມານ 30 ປີ​ຕໍ່ມາ​ໃນ​ປີ 1995 ຕອນ​ທີ່​ຂ້ອຍ​ກັບ​ຣູບີ​ຢູ່​ເບເທນ​ແພັດເທີສັນ​ກໍ​ມີ​ຜູ້ຍິງ​ຄົນ​ໜຶ່ງ​ມາ​ລົມ​ກັບ​ພວກ​ເຮົາ​ແລະ​ບອກ​ວ່າ ລາວ​ເປັນ​ລູກສາວ​ຂອງ​ຜູ້​ທີ່​ຣູບີ​ສຶກສາ​ໃຫ້​ແລະ​ຕອນນີ້​ລາວ​ກັບ​ຜົວ​ກໍ​ເຂົ້າ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 100.

ໃນ​ໝວດ​ທີ 2 ທີ່​ເຮົາ​ໄປ​ຢ້ຽມຢາມ​ແມ່ນ​ຢູ່​ພາກ​ກາງ​ຂອງ​ລັດ​ຟລໍຣິດາ. ເທື່ອ​ນີ້​ເຮົາ​ຕ້ອງ​ມີ​ລົດ​ໃຫຍ່ ເຮົາ​ຈຶ່ງ​ໄດ້​ຊື້​ລົດ​ຄັນ​ໜຶ່ງ​ໃນ​ລາຄາ​ຖືກ. ແຕ່​ໃນ​ອາທິດ​ທຳອິດ​ເຄື່ອງ​ສູບ​ນ້ຳ​ຂອງ​ລົດ​ນັ້ນ​ພັດ​ເພ​ຊ້ຳ. ເຮົາ​ບໍ່​ມີ​ເງິນ​ທີ່​ຈະ​ສ້ອມ​ແປງ​ມັນ. ຂ້ອຍ​ຈຶ່ງ​ໄດ້​ໂທ​ຫາ​ພີ່ນ້ອງ​ຊາຍ​ທີ່​ຄິດ​ວ່າ​ຈະ​ຊ່ວຍ​ເຮົາ​ໄດ້. ລາວ​ໄດ້​ສົ່ງ​ລູກ​ນ້ອງ​ຄົນ​ໜຶ່ງ​ມາ​ແປງ​ລົດ​ໃຫ້​ເຮົາ​ແລະ​ລາວ​ກໍ​ບໍ່​ໄດ້​ເອົາ​ເງິນ​ນຳ​ເຮົາ​ເລີຍ. ລາວ​ບອກ​ວ່າ “ບໍ່​ເປັນຫຍັງ​ດອກ” ແຖມ​ຍັງ​ເອົາ​ເງິນ​ໃຫ້​ເຮົາ​ອີກ. ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ເບິ່ງແຍງ​ປະຊາຊົນ​ຂອງ​ເພິ່ນ​ແທ້ໆ ແລະ​ຍັງ​ສອນ​ຂ້ອຍ​ໃຫ້​ຮູ້​ວ່າ​ຂ້ອຍ​ຄວນ​ເປັນ​ຄົນ​ເອື້ອເຟື້ອ​ຕໍ່​ຄົນອື່ນ.

ທຸກ​ເທື່ອ​ທີ່​ເຮົາ​ໄປ​ຢາມ​ພີ່ນ້ອງ​ໃນ​ປະຊາຄົມ ເຮົາ​ກໍ​ຈະ​ພັກ​ຢູ່​ເຮືອນ​ຂອງ​ເຂົາເຈົ້າ​ນຳ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ມີ​ໝູ່​ສະໜິດ​ຫຼາຍ​ຄົນ. ມື້​ໜຶ່ງ​ຂ້ອຍ​ພິມ​ບົດ​ລາຍງານ​ຍັງ​ບໍ່​ແລ້ວ​ແລະ​ປະ​ໄວ້​ໃນ​ເຄື່ອງ​ພິມ​ດີດ. ເມື່ອ​ຂ້ອຍ​ກັບ​ມາ​ຕອນ​ແລງ​ກໍ​ເຫັນ​ວ່າ ລູກ​ຊາຍ​ອາຍຸ 3 ປີ​ຂອງ​ພີ່ນ້ອງ​ທີ່​ຂ້ອຍ​ພັກ​ຢູ່​ນຳ​ໄດ້ “ຊ່ວຍ” ຂ້ອຍ​ໃຫ້​ພິມ​ບົດ​ລາຍງານ​ແລ້ວ. (ແຕ່​ໃນ​ຕົວ​ຈິງ​ແລ້ວ ລາວ​ໄປ​ພິມ​ມົ້ວຊົ້ວ​ຈົນ​ຂ້ອຍ​ຕ້ອງ​ພິມ​ໃໝ່​ໝົດ​ຈົນ​ມັນ​ແລ້ວ) ຂ້ອຍ​ຈຶ່ງ​ໄດ້​ເວົ້າ​ຢອກ​ລາວ​ໃນ​ເລື່ອງ​ນີ້​ຫຼາຍ​ປີ​ເລີຍ.

ໃນ​ປີ 1971 ຂ້ອຍ​ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ເປັນ​ຜູ້​ດູແລ​ພາກ​ໃນ​ເມືອງ​ນິວຢອກ. ພວກ​ເຮົາ​ຕົກໃຈ​ຫຼາຍ! ຕອນ​ທີ່​ຍ້າຍ​ໄປ​ຢູ່​ຫັ້ນ​ຂ້ອຍ​ອາຍຸ​ພຽງ​ແຕ່ 34 ປີ ແລະ​ຂ້ອຍ​ກໍ​ເປັນ​ຜູ້​ດູແລ​ພາກ​ຄົນ​ທຳອິດ​ທີ່​ເປັນ​ຄົນ​ຜິວ​ດຳ. ແຕ່​ພີ່ນ້ອງ​ກໍ​ຕ້ອນຮັບ​ຂ້ອຍ​ຢ່າງ​ອົບອຸ່ນ.

ຕອນ​ທີ່​ເປັນ​ຜູ້​ດູແລ​ພາກ ສິ່ງ​ໜຶ່ງ​ທີ່​ຂ້ອຍ​ມັກ​ກໍ​ຄື​ການສອນ​ເລື່ອງ​ພະເຢໂຫວາ​ທຸກ​ອາທິດ​ໃນ​ການ​ປະຊຸມ​ໝວດ. ຜູ້​ດູແລ​ໝວດ​ຫຼາຍ​ຄົນ​ມີ​ປະສົບການ​ຫຼາຍ​ກວ່າ​ຂ້ອຍ. ຜູ້​ໜຶ່ງ​ເປັນ​ຜູ້​ທີ່​ໃຫ້​ຄຳ​ບັນຍາຍ​ໃນ​ມື້​ທີ່​ຂ້ອຍ​ຮັບ​ບັບເຕມາ. ສ່ວນ​ພີ່ນ້ອງ​ອີກ​ຄົນ​ໜຶ່ງ​ທີ່​ຊື່ ທີອໍໂດ ເຈເຣກ ຕໍ່​ມາ​ກໍ​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ. ແລະ​ອີກ​ຫຼາຍ​ຄົນ​ທີ່​ມີ​ປະສົບການ​ກໍ​ຮັບໃຊ້​ຢູ່​ເບເທນ​ບຣຸກລິນ. ຂ້ອຍ​ຢາກ​ຂອບໃຈ​ເຂົາເຈົ້າ​ຫຼາຍ​ແທ້ໆ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ຮູ້ສຶກ​ສະບາຍ​ໃຈ. ຂ້ອຍ​ເຫັນ​ວ່າ​ເຂົາເຈົ້າ​ເປັນ​ຜູ້​ດູແລ​ທີ່​ຮັກ​ພີ່ນ້ອງ ເຮັດ​ຕາມ​ຄຳແນະນຳ​ໃນ​ຄຳພີໄບເບິນ ແລະ​ພັກດີ​ຕໍ່​ອົງການ​ຂອງ​ພະເຢໂຫວາ. ຄວາມ​ຖ່ອມ​ຂອງ​ເຂົາເຈົ້າ​ເຮັດ​ໃຫ້​ຂ້ອຍ​ຮັບໃຊ້​ເປັນ​ຜູ້​ດູແລ​ພາກ​ໄດ້​ງ່າຍ​ຂຶ້ນ.

ກັບ​ມາ​ເປັນ​ຜູ້​ດູແລ​ໝວດ

ໃນ​ປີ 1974 ຄະນະ​ກຳມະການ​ປົກຄອງ​ໄດ້​ມອບໝາຍ​ໃຫ້​ຜູ້​ດູແລ​ໝວດ​ຄົນອື່ນ​ເປັນ​ຜູ້​ດູແລ​ພາກ ແລະ​ຂ້ອຍ​ກໍ​ໄດ້​ກັບມາ​ຮັບໃຊ້​ເປັນ​ຜູ້​ດູແລ​ໝວດ​ອີກ​ເທື່ອ​ໜຶ່ງ. ແຕ່​ເທື່ອ​ນີ້​ເຮົາ​ຮັບໃຊ້​ຢູ່​ເຊົາຄາໂຣໄລນາ. ຂ້ອຍ​ດີໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ຮັບໃຊ້​ຢູ່​ນີ້ ເພາະ​ຕອນນີ້​ປະຊາຄົມ​ໃນ​ໝວດ​ຕ່າງໆ​ຂອງ​ພີ່ນ້ອງ​ຄົນ​ຜິວ​ຂາວ​ແລະ​ຜິວ​ດຳ​ສາມາດ​ປະຊຸມ​ລວມ​ກັນ​ໄດ້​ແລ້ວ.

ໃນ​ທ້າຍ​ປີ 1976 ຂ້ອຍ​ຖືກ​ມອບໝາຍ​ໃຫ້​ເປັນ​ຜູ້​ດູແລ​ໝວດ​ໃນ​ລັດ​ຈໍເຈຍ​ເຊິ່ງ​ຢູ່​ໃນ​ເຂດ​ທີ່​ລວມ​ເອົາ​ອັດລັງຕາ​ແລະ​ໂຄລຳບັດ. ສິ່ງ​ທີ່​ຂ້ອຍ​ຈື່​ໄດ້​ດີ​ແມ່ນ​ຕອນ​ທີ່​ຂ້ອຍ​ໃຫ້​ຄຳບັນຍາຍ​ງານ​ສົບ​ຂອງ​ເດັກນ້ອຍ 5 ຄົນ​ທີ່​ຕາຍ​ຍ້ອນ​ມີ​ຄົນ​ມາ​ຖິ້ມ​ລະເບີດ​ໃສ່​ບ້ານ​ຂອງ​ເຂົາເຈົ້າ. ສ່ວນ​ແມ່​ຂອງ​ເດັກນ້ອຍ​ເຫຼົ່າ​ນັ້ນ​ບາດເຈັບ​ສາຫັດ​ແລະ​ນອນ​ຢູ່​ໂຮງໝໍ. ພີ່ນ້ອງ​ທີ່​ເປັນ​ທັງ​ຄົນ​ຜິວ​ດຳ​ແລະ​ຜິວ​ຂາວ​ໄດ້​ມາ​ໂຮງໝໍ​ຕະຫຼອດ​ເພື່ອ​ຈະ​ໃຫ້​ກຳລັງໃຈ​ພໍ່​ແມ່​ຂອງ​ເດັກນ້ອຍ​ເຫຼົ່າ​ນັ້ນ. ຂ້ອຍ​ເຫັນ​ວ່າ​ຄວາມ​ຮັກ​ທີ່​ພີ່ນ້ອງ​ສະແດງ​ຕໍ່​ກັນ​ແລະ​ການ​ຮ່ວມ​ຄວາມ​ຮູ້ສຶກ​ໄດ້​ຊ່ວຍ​ພີ່ນ້ອງ​ໃຫ້​ອົດທົນ​ກັບ​ບັນຫາ​ທີ່​ຍາກໆ​ໄດ້.

ຮຽນຮູ້​ແລະ​ສອນ​ຕອນ​ທີ່​ຢູ່​ເບເທນ

ໃນ​ປີ 1977 ຂ້ອຍ​ກັບ​ຣູບີ​ຖືກ​ເຊີນ​ໃຫ້​ມາ​ເບເທນ​ບຣຸກລິນ​ເພື່ອ​ຊ່ວຍ​ໃນ​ໂຄງການ​ປະມານ 3-4 ເດືອນ. ຫຼັງ​ຈາກ​ທີ່​ໂຄງການ​ນີ້​ແລ້ວໆ ຄະນະ​ກຳມະການ​ປົກຄອງ​ສອງ​ຄົນ​ກໍ​ມາ​ພົບ​ກັບ​ເຮົາ​ແລະ​ຖາມ​ເຮົາ​ວ່າ ພວກ​ເຮົາ​ຢາກ​ຮັບໃຊ້​ຢູ່​ເບເທນ​ເລີຍ​ບໍ? ເຮົາ​ກໍ​ເລີຍ​ຕອບ​ຮັບ​ຄຳ​ເຊີນ​ນັ້ນ.

ຂ້ອຍ​ເຮັດ​ວຽກ​ຢູ່​ພະແນກ​ການຮັບໃຊ້​ເປັນ​ເວລາ 24 ປີ ເຊິ່ງ​ເປັນ​ພະແນກ​ທີ່​ຕ້ອງ​ຕອບ​ຄຳຖາມ​ທີ່​ລະອຽດ​ອ່ອນ. ເປັນ​ເວລາ​ຫຼາຍ​ປີ​ທີ່​ຄະນະ​ກຳມະການ​ປົກຄອງ​ໄດ້​ໃຫ້​ຄຳແນະນຳ​ທີ່​ສອດຄ່ອງ​ກັບ​ຫຼັກການ​ໃນ​ຄຳພີໄບເບິນ. ນີ້​ຈຶ່ງ​ຊ່ວຍ​ໃຫ້​ພະແນກ​ການຮັບໃຊ້​ຮູ້​ວິທີ​ຕອບ​ຄຳຖາມ​ຂອງ​ພີ່ນ້ອງ ແລະ​ຍັງ​ຊ່ວຍ​ຝຶກ​ຜູ້​ດູແລ​ໝວດ ຜູ້​ດູແລ ແລະ​ໄພໂອເນຍ​ນຳ. ການ​ຝຶກ​ອົບຮົມ​ນີ້​ໄດ້​ຊ່ວຍ​ພີ່ນ້ອງ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ ແລະ​ເຮັດ​ໃຫ້​ອົງການ​ຂອງ​ພະເຢໂຫວາ​ກ້າວໜ້າ.

ຕັ້ງແຕ່​ປີ 1995-2018 ຂ້ອຍ​ໄດ້​ໄປ​ຢ້ຽມຢາມ​ສຳນັກງານ​ສາຂາ​ຫຼາຍ​ບ່ອນ ເພາະ​ຂ້ອຍ​ເປັນ​ຕົວແທນ​ຈາກ​ສຳນັກງານ​ໃຫຍ່ ເຊິ່ງ​ແຕ່​ກ່ອນ​ເອີ້ນ​ວ່າ​ຜູ້​ດູ​ແລ​ໂຊນ. ຂ້ອຍ​ໄດ້​ພົບ​ກັບ​ຄະນະ​ກຳມະການ​ສາຂາ​ໃນ​ແຕ່​ລະ​ບ່ອນ ສະມາຊິກ​ຄອບຄົວ​ເບເທນ ແລະ​ມິດຊັນນາຣີ​ເພື່ອ​ຈະ​ໃຫ້​ກຳລັງໃຈ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮັບ​ມື​ກັບ​ບັນຫາ​ຕ່າງໆ. ແຕ່​ຂ້ອຍ​ກັບ​ຣູບີ​ກໍ​ໄດ້​ຮັບ​ກຳລັງໃຈ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ຄື​ກັນ ຕົວຢ່າງ​ເຊັ່ນ: ຕອນ​ທີ່​ເຮົາ​ໄປ​ຢາມ​ພີ່ນ້ອງ​ຢູ່​ຣູອັນດາ​ໃນ​ປີ 2000. ເຮົາ​ຮູ້ສຶກ​ຕື້ນຕັນ​ໃຈ​ຫຼາຍ​ເມື່ອ​ຮູ້​ວ່າ​ພີ່ນ້ອງ​ແລະ​ສະມາຊິກ​ຄອບຄົວ​ເບເທນ​ທີ່​ຢູ່​ຫັ້ນ​ໃຊ້​ຊີວິດ​ແນວໃດ​ເພື່ອ​ຈະ​ລອດ​ຈາກ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ໃນ​ປີ 1994. ເຖິງ​ວ່າ​ພີ່ນ້ອງ​ຫຼາຍ​ຄົນ​ຈະ​ສູນ​ເສຍ​ຄົນ​ທີ່​ຮັກ ແຕ່​ເຂົາເຈົ້າ​ກໍ​ຍັງ​ອົດທົນ ສະແດງ​ຄວາມເຊື່ອ ມີ​ຄວາມຫວັງ ແລະ​ມີ​ຄວາມສຸກ​ໄດ້.

ຄົບ​ຮອບ 50 ປີ​ທີ່​ເຮົາ​ແຕ່ງດອງ

ຕອນນີ້​ເຮົາ​ອາຍຸ 80 ປາຍ​ປີ​ແລ້ວ ແລະ​ຂ້ອຍ​ກໍ​ໄດ້​ຮັບໃຊ້​ເປັນ​ສະມາຊິກ​ຄະນະ​ກຳມະການ​ສາຂາ​ຢູ່​ສະຫະລັດ​ອາເມຣິກາ​ເປັນ​ເວລາ 20 ປີ. ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ເຄີຍ​ໄປ​ຮຽນ​ຢູ່​ມະຫາວິທະຍາໄລ ແຕ່​ຂ້ອຍ​ກໍ​ໄດ້​ຮັບ​ການສອນ​ທີ່​ດີ​ທີ່ສຸດ​ຈາກ​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ. ສິ່ງ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ສອນ​ຄວາມຈິງ​ໃນ​ຄຳພີໄບເບິນ​ໃຫ້​ກັບ​ຄົນອື່ນ ເຊິ່ງ​ຈະ​ເປັນ​ປະໂຫຍດ​ຕໍ່​ເຂົາເຈົ້າ​ຕະຫຼອດໄປ. (2 ກຣ. 3:5; 2 ຕມ. 2:2) ແລະ​ຂ້ອຍ​ຍັງ​ໄດ້​ເຫັນ​ວ່າ​ຄວາມ​ຮູ້​ໃນ​ຄຳພີໄບເບິນ​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ມີ​ຊີວິດ​ທີ່​ດີ​ຂຶ້ນ ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ໃກ້ຊິດ​ກັບ​ພະເຢໂຫວາ​ຜູ້​ທີ່​ສ້າງ​ທຸກ​ສິ່ງ. (ຢກບ. 4:8) ທຸກ​ເທື່ອ​ທີ່​ຂ້ອຍ​ກັບ​ຣູບີ​ມີ​ໂອກາດ ພວກ​ເຮົາ​ກໍ​ຈະ​ກະຕຸ້ນ​ຄົນອື່ນ​ໃຫ້​ເຫັນຄ່າ​ສິດທິພິເສດ​ທີ່​ໄດ້​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ແລະ​ສອນ​ຄວາມຈິງ​ໃຫ້​ກັບ​ຄົນອື່ນ. ນີ້​ເປັນ​ສິດທິພິເສດ​ຫຼາຍ​ແທ້ໆ​ສຳລັບ​ຜູ້​ຮັບໃຊ້​ພະເຢໂຫວາ!