ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມຈາກຜູ້ອ່ານ

ຄຳຖາມຈາກຜູ້ອ່ານ

ອັກຄະສາວົກ​ໂປໂລ​ໝາຍ​ຄວາມ​ວ່າ​ແນວໃດ​ເມື່ອ​ລາວ​ເວົ້າ​ເຖິງ​ຕົວເອງ​ວ່າ “ຂ້ອຍ . . . ເປັນ​ຄື​ກັບ​ລູກ​ນ້ອຍ​ທີ່​ເກີດ​ກ່ອນ​ກຳນົດ”? (1 ໂກຣິນໂທ 15:8)

ໃນ 1 ໂກຣິນໂທ 15:8 ໂປໂລ​ບອກ​ວ່າ: “ສຸດທ້າຍ ເພິ່ນ​ປາກົດ​ຕໍ່​ຂ້ອຍ​ເຊິ່ງ​ເປັນ​ຄື​ກັບ​ລູກ​ນ້ອຍ​ທີ່​ເກີດ​ກ່ອນ​ກຳນົດ.” ແຕ່​ກ່ອນ ພວກ​ເຮົາ​ໄດ້​ອະທິບາຍ​ວ່າ​ໂປໂລ​ອາດຈະ​ໝາຍເຖິງ​ຕອນ​ທີ່​ລາວ​ເຫັນ​ນິມິດ​ຂອງ​ພະເຢຊູ​ທີ່​ຢູ່​ໃນ​ສະຫວັນ ແຕ່​ເພື່ອ​ທີ່​ລາວ​ຈະ​ເຫັນ​ພະເຢຊູ​ແບບນັ້ນ ລາວ​ຕ້ອງ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ຢູ່​ໃນ​ສະຫວັນ ເຊິ່ງ​ທີ່​ຈິງ​ແລ້ວ​ມັນ​ຍັງ​ອີກ​ດົນ​ກວ່າ​ທີ່​ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ. ການ​ທີ່​ໂປໂລ​ເຫັນ​ພະເຢຊູ​ໃນ​ນິມິດ​ແບບນັ້ນ​ຈຶ່ງ​ເປັນ​ຄື​ກັບ​ວ່າ​ລາວ​ເກີດ​ໃໝ່​ຫຼື​ຄືນ​ມາ​ຈາກ​ຕາຍ​ກ່ອນ​ເຖິງ​ເວລາ​ກຳນົດ. ແຕ່​ຫຼັງ​ຈາກ​ທີ່​ໄດ້​ສຶກສາ​ຂໍ້​ນີ້​ຢ່າງ​ລະອຽດ ເບິ່ງ​ຄື​ວ່າ​ຕ້ອງ​ໄດ້​ມີການ​ປັບ​ຄວາມ​ເຂົ້າໃຈ​ໃນ​ຂໍ້​ນີ້.

ເຖິງ​ວ່າ​ໂປໂລ​ຈະ​ເວົ້າ​ເຖິງ​ເຫດການ​ຕອນ​ທີ່​ລາວ​ປ່ຽນ​ຄວາມເຊື່ອ ແຕ່​ລາວ​ໝາຍ​ຄວາມ​ວ່າ​ແນວໃດ​ເມື່ອ​ລາວ​ບອກ​ວ່າ ລາວ​ເປັນ​ຄື​ກັບ “ລູກ​ນ້ອຍ​ທີ່​ເກີດ​ກ່ອນ​ກຳນົດ”? ຄວາມໝາຍ​ອາດຈະ​ເປັນ​ດັ່ງ​ຕໍ່ໄປ​ນີ້.

ໂປໂລ​ປ່ຽນ​ຄວາມເຊື່ອ​ແບບ​ກະທັນຫັນ​ແລະ​ເຮັດ​ໃຫ້​ແປກ​ໃຈ. ຄື​ກັບ​ເດັກ​ທີ່​ເກີດ​ກ່ອນ​ກຳນົດ​ຈະ​ເຮັດ​ໃຫ້​ຫຼາຍ​ຄົນ​ຕົກໃຈ ເມື່ອ​ໂຊໂລ (ເຊິ່ງ​ຕໍ່ມາ​ເອີ້ນ​ວ່າ​ໂປໂລ) ໄດ້​ເດີນທາງ​ໄປ​ເມືອງ​ດາ​ມາ​ກັດ​ເພື່ອ​ຈະ​ຂົ່ມເຫງ​ຄລິດສະຕຽນ​ຢູ່​ຫັ້ນ ລາວ​ບໍ່​ຄິດ​ວ່າ​ຊິ​ໄດ້​ເຫັນ​ນິມິດ​ຂອງ​ພະເຢຊູ​ທີ່​ຄືນ​ມາ​ຈາກ​ຕາຍ. ການ​ທີ່​ໂປໂລ​ປ່ຽນ​ຄວາມເຊື່ອ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຕົວ​ລາວ​ເອງ​ຕົກໃຈ​ແລະ​ບໍ່​ຄາດ​ຄິດ ແຕ່​ຍັງ​ເຮັດ​ໃຫ້​ຄລິດສະຕຽນ​ທີ່​ຢູ່​ໃນ​ເມືອງ​ທີ່​ລາວ​ຈະ​ໄປ​ຂົ່ມເຫງ​ຮູ້ສຶກ​ແປກ​ໃຈ​ແລະ​ບໍ່​ຄາດ​ຄິດ​ຄື​ກັນ. ແລະ​ເຫດການ​ຄັ້ງ​ນັ້ນ​ຍັງ​ເຮັດ​ໃຫ້​ໂປໂລ​ຕາບອດ​ໄລຍະ​ໜຶ່ງ.—ກຈກ. 9:1-9, 17-19

ໂປໂລ​ປ່ຽນ​ຄວາມເຊື່ອ “ຜິດ​ເວລາ.” ໃນ​ພາສາ​ກຣີກ​ບູຮານ ຄຳ​ວ່າ “ເກີດ​ກ່ອນ​ກຳນົດ” ຍັງ​ສາມາດ​ແປ​ໄດ້​ວ່າ “ເກີດ​ຜິດ​ເວລາ.” ຜູ້​ທີ່​ໂປໂລ​ເວົ້າ​ເຖິງ​ໃນ​ຂໍ້​ຄຳພີ​ກ່ອນ​ໜ້າ​ນີ້​ໄດ້​ເຫັນ​ພະເຢຊູ​ຄືນ​ມາ​ຈາກ​ຕາຍ​ກ່ອນ​ທີ່​ເພິ່ນ​ຈະ​ຂຶ້ນ​ໄປ​ສະຫວັນ ແຕ່​ໂປໂລ​ພັດ​ໄດ້​ເຫັນ​ຫຼັງ​ຈາກ​ທີ່​ເພິ່ນ​ຂຶ້ນ​ໄປ​ສະຫວັນ​ແລ້ວ. (1 ກຣ. 15:4-8) ດັ່ງນັ້ນ ເມື່ອ​ໂປໂລ​ເວົ້າ​ວ່າ​ລາວ​ເປັນ​ຄື​ກັບ​ຄົນ​ທີ່ “ເກີດ​ຜິດ​ເວລາ” ກໍ​ອາດຈະ​ໝາຍ​ຄວາມ​ວ່າ ລາວ​ເຫັນ​ພະເຢຊູ​ໃນ​ໄລຍະ​ເວລາ​ທີ່​ບໍ່​ຄື​ກັບ​ຄົນອື່ນ.

ໂປໂລ​ເວົ້າ​ເຖິງ​ຕົວເອງ​ຢ່າງ​ຈຽມຕົວ. ນັກ​ວິຊາການ​ບາງຄົນ​ບອກ​ວ່າ ສຳນວນ​ທີ່​ໂປໂລ​ໃຊ້​ແມ່ນ​ເພື່ອ​ຕຳໜິ​ຕົວເອງ. ຖ້າ​ໂປໂລ​ໃຊ້​ສຳນວນ​ແບບ​ນີ້ ລາວ​ກໍ​ກຳລັງ​ຄິດ​ວ່າ​ລາວ​ບໍ່​ສົມຄວນ​ໄດ້​ຮັບ​ສິດທິພິເສດ​ທີ່​ຈະ​ເປັນ​ອັກຄະສາວົກ. ຄື​ກັບ​ທີ່​ລາວ​ບອກ​ວ່າ: “ຂ້ອຍ​ຕ່ຳຕ້ອຍ​ທີ່ສຸດ​ໃນ​ພວກ​ອັກຄະສາວົກ ແລະ​ບໍ່​ເໝາະສົມ​ທີ່​ຈະ​ຖືກ​ເອີ້ນ​ວ່າ​ອັກຄະສາວົກ​ດ້ວຍ​ຊ້ຳ ຍ້ອນ​ຂ້ອຍ​ເຄີຍ​ຂົ່ມເຫງ​ປະຊາຄົມ​ຂອງ​ພະເຈົ້າ. ແຕ່​ຂ້ອຍ​ໄດ້​ເຮັດ​ໜ້າທີ່​ນີ້​ກໍ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.”—1 ກຣ. 15:9, 10

ສະຫຼຸບ​ແລ້ວ​ໂປໂລ​ອາດຈະ​ໝາຍ​ຄວາມ​ວ່າ ພະເຢຊູ​ປາກົດຕົວ​ຕໍ່​ລາວ​ແບບ​ບໍ່​ຄາດ​ຄິດ​ແລະ​ລາວ​ກໍ​ປ່ຽນ​ຄວາມເຊື່ອ​ແບບ​ກະທັນຫັນ. ຫຼື​ລາວ​ອາດຈະ​ໝາຍ​ຄວາມ​ວ່າ ລາວ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຜິດ​ເວລາ ຫຼື​ອາດຈະ​ໝາຍ​ຄວາມ​ວ່າ ລາວ​ບໍ່​ສົມຄວນ​ທີ່​ຈະ​ເຫັນ​ນິມິດ​ຂອງ​ພະເຢຊູ​ທີ່​ເປັນ​ຕາ​ງຶດ​ນີ້. ແຕ່​ບໍ່​ວ່າ​ຈະ​ເປັນ​ຄວາມໝາຍ​ໃດ ໂປໂລ​ກໍ​ເຫັນຄ່າ​ສິດທິພິເສດ​ນີ້​ແທ້ໆ ເພາະ​ເຫດການ​ຄັ້ງ​ນັ້ນ​ໄດ້​ເຮັດ​ໃຫ້​ລາວ​ໝັ້ນໃຈ​ຢ່າງ​ເຕັມທີ​ວ່າ​ພະເຢຊູ​ຄືນ​ມາ​ຈາກ​ຕາຍ. ຍ້ອນ​ແນວ​ນີ້ ລາວ​ຈຶ່ງ​ໄດ້​ເວົ້າ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະເຢຊູ​ຫຼາຍ​ເທື່ອ​ຕອນ​ທີ່​ລາວ​ປະກາດ​ກັບ​ຄົນອື່ນ.—ກຈກ. 22:6-11; 26:13-18