ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມຈາກຜູ້ອ່ານ

ຄຳຖາມຈາກຜູ້ອ່ານ

ໃຜ​ແດ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຢູ່​ໃນ​ໂລກ ແລະ​ເຂົາເຈົ້າ​ຈະ​ເປັນ​ແນວໃດ?

ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຳພີໄບເບິນ​ຕອບ​ຄຳຖາມ​ນີ້​ແນວໃດ.

ໃນ​ກິດຈະການ 24:15 ບອກ​ວ່າ: “ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ ຈະ​ຄືນ​ມາ​ຈາກ​ຕາຍ.” ຄົນ​ດີ​ໝາຍເຖິງ​ຜູ້​ທີ່​ເຊື່ອຟັງ​ພະເຈົ້າ​ກ່ອນ​ທີ່​ເຂົາເຈົ້າ​ຈະ​ຕາຍ ດັ່ງນັ້ນ ຊື່​ຂອງ​ເຂົາເຈົ້າ​ຈຶ່ງ​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ. (ມລກີ. 3:16) ສ່ວນ​ຄົນ​ຊົ່ວ​ໝາຍເຖິງ​ຜູ້​ທີ່​ຕາຍ​ກ່ອນ​ທີ່​ຈະ​ໄດ້​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ ດັ່ງນັ້ນ ຊື່​ຂອງ​ເຂົາເຈົ້າ​ຈຶ່ງ​ບໍ່​ໄດ້​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ.

ໂຢຮັນ 5:28, 29 ເວົ້າ​ເຖິງ​ຄົນ​ສອງ​ກຸ່ມ​ທີ່​ຢູ່​ໃນ​ກິດຈະການ 24:15. ພະເຢຊູ​ບອກ​ວ່າ: ‘ຄົນ​ທີ່​ເຮັດ​ດີ ຈະ​ຄືນ​ມາ​ແລ້ວ​ໄດ້​ຊີວິດ ສ່ວນ​ຄົນ​ທີ່​ເຮັດ​ຊົ່ວ ຈະ​ຄືນ​ມາ​ແລ້ວ​ຖືກ​ຕັດສິນ.’ ຄົນ​ທີ່​ເຮັດ​ສິ່ງ​ທີ່​ດີ​ກ່ອນ​ຕາຍ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ແລ້ວ​ໄດ້​ຊີວິດ ເພາະ​ຊື່​ຂອງ​ເຂົາເຈົ້າ​ຍັງ​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ. ແຕ່​ຄົນ​ຊົ່ວ​ເຊິ່ງ​ເຮັດ​ສິ່ງ​ທີ່​ບໍ່​ດີ​ກ່ອນ​ຕາຍ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ແລ້ວ​ຖືກ​ຕັດສິນ ເພາະ​ຊື່​ຂອງ​ເຂົາເຈົ້າ​ບໍ່​ໄດ້​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ. ເຂົາເຈົ້າ​ຈະ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ການ​ທົດລອງ ເຊິ່ງ​ໄລຍະ​ນັ້ນ​ເຂົາເຈົ້າ​ຈະ​ມີ​ໂອກາດ​ໄດ້​ຮຽນຮູ້​ເລື່ອງ​ຂອງ​ພະເຢໂຫວາ​ແລະ​ຊື່​ຂອງ​ເຂົາເຈົ້າ​ກໍ​ຈະ​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ.

ພະນິມິດ 20:12, 13 ບອກ​ວ່າ​ທຸກ​ຄົນ ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ຕ້ອງ​ເຊື່ອຟັງ “ສິ່ງ​ທີ່​ຂຽນ​ໄວ້​ໃນ​ມ້ວນ​ໜັງສື​ຕ່າງໆ.” ນີ້​ໝາຍ​ຄວາມ​ວ່າ ຜູ້​ທີ່​ເຊື່ອຟັງ​ກົດໝາຍ​ທີ່​ຢູ່​ໃນ​ໜັງສື​ນີ້​ຈະ​ໄດ້​ຊີວິດ​ຕະຫຼອດໄປ​ໃນ​ໂລກ​ໃໝ່ ແຕ່​ຜູ້​ທີ່​ບໍ່​ເຊື່ອຟັງ​ຈະ​ຖືກ​ທຳລາຍ.—ເອຊາ. 65:20

ດານຽນ 12:2, ລ.ມ. ບອກ​ລ່ວງ​ໜ້າ​ວ່າ ບາງຄົນ​ທີ່​ຕາຍ “ຈະ​ຟື້ນ​ຄືນ​ມາ​ເພື່ອ​ມີ​ຊີວິດ​ຕະຫຼອດໄປ ແຕ່​ບາງຄົນ​ຈະ​ຟື້ນ​ຄືນ​ມາ​ເພື່ອ​ຮັບ​ຄວາມ​ອັບອາຍ​ຕະຫຼອດໄປ.” ຂໍ້​ນີ້​ເວົ້າ​ເຖິງ​ການ​ພິພາກສາ​ຄັ້ງ​ສຸດທ້າຍ​ຕໍ່​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ວ່າ ເຂົາເຈົ້າ​ຈະ​ໄດ້ “ຊີວິດ​ຕະຫຼອດໄປ” ຫຼື​ຈະ​ໄດ້​ຮັບ “ຄວາມ​ອັບອາຍ​ຕະຫຼອດໄປ.” ເຫັນ​ໄດ້​ວ່າ ໃນ​ຕອນ​ທ້າຍ 1.000 ປີ​ຈະ​ມີ​ຄົນ​ຈຳນວນ​ໜຶ່ງ​ຈະ​ໄດ້​ຊີວິດ​ຕະຫຼອດໄປ ສ່ວນ​ອີກ​ຈຳນວນ​ໜຶ່ງ​ຈະ​ຖືກ​ທຳລາຍ​ຕະຫຼອດໄປ.—ພນມ. 20:15; 21:3, 4

ເພື່ອ​ຈະ​ເຂົ້າໃຈ​ຫຼາຍ​ຂຶ້ນ​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນີ້. ຄົນ​ທັງ​ສອງ​ກຸ່ມ​ທີ່​ຄືນ​ມາ​ຈາກ​ຕາຍ​ອາດ​ສົມທຽບ​ໄດ້​ກັບ​ຄົນ​ຕ່າງ​ປະເທດ​ທີ່​ຍ້າຍ​ໄປ​ຢູ່​ປະເທດ​ອື່ນ. ຄົນ​ດີ​ປຽບ​ຄື​ກັບ​ຄົນ​ຕ່າງ​ປະເທດ​ທີ່​ໄດ້​ວີຊາ​ເຮັດ​ວຽກ​ຫຼື​ວີຊາ​ໄລຍະ​ຍາວ​ເຊິ່ງ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ສິດ​ໃນ​ປະເທດ​ນັ້ນ​ໃນ​ລະດັບ​ໜຶ່ງ. ສ່ວນ​ຄົນ​ຊົ່ວ​ປຽບ​ຄື​ກັບ​ຄົນ​ຕ່າງ​ປະເທດ​ທີ່​ໄດ້​ວີຊາ​ທ່ອງທ່ຽວ​ຫຼື​ວີຊາ​ໄລຍະ​ສັ້ນ ເຂົາເຈົ້າ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເຊື່ອຟັງ​ກົດໝາຍ​ບ້ານ​ເມືອງ​ເພື່ອ​ຈະ​ໄດ້​ຢູ່​ໃນ​ປະເທດ​ນັ້ນ​ຕໍ່ໄປ. ຄ້າຍ​ກັນ ຄົນ​ຊົ່ວ​ທີ່​ຄືນ​ມາ​ຈາກ​ຕາຍ​ກໍ​ຕ້ອງ​ຍອມຮັບ​ກົດໝາຍ​ຂອງ​ພະເຢໂຫວາ​ແລະ​ພິສູດ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ດີ​ເພື່ອ​ຈະ​ໄດ້​ຢູ່​ໃນ​ອຸທິຍານ​ຕໍ່ໄປ. ແຕ່​ບໍ່​ວ່າ​ຄົນ​ຕ່າງ​ປະເທດ​ຈະ​ໄດ້​ຮັບ​ວີຊາ​ແບບ​ໃດ ເຂົາເຈົ້າ​ກໍ​ຕ້ອງ​ເຊື່ອຟັງ​ແລະ​ເຮັດ​ຕາມ​ກົດໝາຍ​ຂອງ​ບ້ານ​ເມືອງ ເພາະ​ຖ້າ​ບໍ່​ເຮັດ​ແບບນັ້ນ ເຂົາເຈົ້າ​ກໍ​ຈະ​ຖືກ​ໄລ່​ອອກ​ຈາກ​ປະເທດ. ຄ້າຍ​ຄື​ກັນ ໃນ​ການ​ພິພາກສາ​ຄັ້ງ​ສຸດທ້າຍ ທຸກ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ບໍ່​ວ່າ​ຈະ​ເປັນ​ຄົນ​ດີ​ຫຼື​ຄົນ​ຊົ່ວ ກໍ​ຕ້ອງ​ພິສູດ​ການ​ກະທຳ​ແລະ​ຄວາມເຊື່ອ​ຂອງ​ຕົວເອງ​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດໄປ​ໃນ​ໂລກ​ໃໝ່.

ພະເຢໂຫວາ​ບໍ່​ພຽງ​ແຕ່​ເປັນ​ພະເຈົ້າ​ທີ່​ເຫັນອົກເຫັນໃຈ ແຕ່​ເພິ່ນ​ຍັງ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ​ນຳ. (ພບຍ. 32:4; ເພງ. 33:5) ເພິ່ນ​ສະແດງ​ຄວາມ​ຮັກ​ຕໍ່​ທຸກ​ຄົນ​ໂດຍ​ປຸກ​ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ​ໃຫ້​ຄືນ​ມາ​ຈາກ​ຕາຍ. ແຕ່​ເພິ່ນ​ກໍ​ຄາດໝາຍ​ໃຫ້​ເຂົາເຈົ້າ​ເຊື່ອຟັງ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ບອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ແລະ​ມີ​ແຕ່​ຄົນ​ທີ່​ຮັກ​ແລະ​ເຊື່ອຟັງ​ພະເຢໂຫວາ​ເທົ່າ​ນັ້ນ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ​ໃນ​ໂລກ​ໃໝ່.