ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 39

ຊື່ຂອງເຈົ້າມີຢູ່ໃນ “ປຶ້ມລາຍຊື່ຂອງຄົນທີ່ຈະໄດ້ຊີວິດ” ບໍ?

ຊື່ຂອງເຈົ້າມີຢູ່ໃນ “ປຶ້ມລາຍຊື່ຂອງຄົນທີ່ຈະໄດ້ຊີວິດ” ບໍ?

“ມີ​ໜັງສື​ທີ່​ລະນຶກ​ຂຽນ​ໄວ້​ຕໍ່​ໜ້າ​ພະອົງ​ສຳລັບ​ຄົນ​ທັງ​ຫຼາຍ​ທີ່​ຢ້ານຢຳ​ພະເຢໂຫວາ.”—ມລກີ. 3:16

ເພງ 61 ພະຍານ​ທັງ​ຫຼາຍ​ກ້າວໜ້າ​ໄປ!

ໃຈ​ຄວາມ​ສຳຄັນ a

ນັບ​ຕັ້ງແຕ່​ສະໄໝ​ອາເບັນ ພະເຢໂຫວາ​ໄດ້​ເພີ່ມ​ຊື່​ຂອງ​ຄົນອື່ນໆ​ເຂົ້າ​ໄປ​ໃນ “ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ” (ເບິ່ງ​ຂໍ້ 1-2)

1. ຕາມ​ມາລາກີ 3:16 ພະເຢໂຫວາ​ໄດ້​ຂຽນ​ປຶ້ມ​ຫຍັງ ແລະ​ປຶ້ມ​ນັ້ນ​ບັນທຶກ​ເລື່ອງ​ຫຍັງ?

 ເປັນ​ເວລາ​ຫຼາຍ​ພັນ​ປີ​ທີ່​ພະເຢໂຫວາ​ໄດ້​ຂຽນ​ປຶ້ມ​ທີ່​ພິເສດ​ຫົວ​ໜຶ່ງ. ປຶ້ມ​ນີ້​ມີ​ຊື່​ຂອງ​ພະຍານ​ທີ່​ສັດຊື່​ຫຼາຍ​ຄົນ​ເຊິ່ງ​ເລີ່ມ​ຕົ້ນ​ດ້ວຍ​ຊື່​ຂອງ​ອາເບັນ. b (ລກ. 11:50, 51) ຕັ້ງແຕ່​ນັ້ນ​ມາ​ຈົນ​ຮອດ​ທຸກ​ມື້​ນີ້ ພະເຢໂຫວາ​ກໍ​ໄດ້​ເພີ່ມ​ຊື່​ຂອງ​ຫຼາຍ​ລ້ານ​ຄົນ​ລົງ​ໃນ​ປຶ້ມ​ນີ້. ໃນ​ຄຳພີໄບເບິນ​ເອີ້ນ​ປຶ້ມ​ນີ້​ໃນ​ຫຼາຍ​ຊື່ ເຊັ່ນ: “ໜັງສື​ທີ່​ລະນຶກ” “ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ” ແລະ “ມ້ວນ​ໜັງສື​ແຫ່ງ​ຊີວິດ.” ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ເອີ້ນ​ປຶ້ມ​ນີ້​ວ່າ “ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ.”—ອ່ານ​ມາລາກີ 3:16; ພນມ. 3:5; 17:8

2. ໃຜ​ແດ່​ທີ່​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ ແລະ​ເຮົາ​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ນັ້ນ​ໄດ້​ແນວໃດ?

2 ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ຈະ​ມີ​ຊື່​ຂອງ​ທຸກ​ຄົນ​ທີ່​ນະມັດສະການ​ພະເຢໂຫວາ​ດ້ວຍ​ຄວາມ​ຢ້ານຢຳ ນັບ​ຖື ແລະ​ຮັກ​ເພິ່ນ. ເຂົາເຈົ້າ​ຈະ​ມີ​ໂອກາດ​ໄດ້​ຮັບ​ຊີວິດ​ຕະຫຼອດໄປ. ໃນ​ທຸກ​ມື້​ນີ້ ຊື່​ຂອງ​ເຮົາ​ຈະ​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ຖ້າ​ຫາກ​ວ່າ​ເຮົາ​ພະຍາຍາມ​ທີ່​ຈະ​ສະໜິດ​ກັບ​ພະເຢໂຫວາ​ໂດຍ​ອາໄສ​ຄ່າໄຖ່​ຂອງ​ພະເຢຊູ​ຄລິດ. (ຢຮ. 3:16, 36) ເຮົາ​ທຸກ​ຄົນ​ຢາກ​ມີ​ຊື່​ຢູ່​ໃນ​ປຶ້ມ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມຫວັງ​ທີ່​ຈະ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໃນ​ໂລກ​ນີ້.

3-4. (ກ) ເຮົາ​ຈະ​ໄດ້​ຊີວິດ​ຕະຫຼອດໄປ​ເລີຍ​ບໍ​ຖ້າ​ຕອນນີ້​ເຮົາ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ? ຂໍ​ໃຫ້​ອະທິບາຍ. (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່ໄປ?

3 ນີ້​ໝາຍ​ຄວາມ​ວ່າ​ທຸກ​ຄົນ​ທີ່​ມີ​ຊື່​ຢູ່​ໃນ​ປຶ້ມ​ນັ້ນ​ຈະ​ໄດ້​ຊີວິດ​ຕະຫຼອດໄປ​ເລີຍ​ບໍ? ເຮົາ​ຈະ​ຮູ້​ຄຳຕອບ​ຈາກ​ສິ່ງ​ທີ່​ພະເຢໂຫວາ​ເວົ້າ​ກັບ​ໂມເຊ​ທີ່​ຢູ່​ໃນ​ອົບພະຍົບ 32:33, ລ.ມ. ທີ່​ບອກ​ວ່າ: “ຜູ້​ໃດ​ທີ່​ເຮັດ​ຜິດ​ຕໍ່​ເຮົາ ເຮົາ​ຈະ​ລຶບ​ຊື່​ຜູ້​ນັ້ນ​ອອກ​ຈາກ​ປຶ້ມ​ຂອງ​ເຮົາ.” ໝາຍ​ຄວາມ​ວ່າເຖິງ​ວ່າ​ຕອນນີ້​ເຮົາ​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ນັ້ນ ແຕ່​ມັນ​ກໍ​ສາມາດ​ລຶບ​ອອກ​ໄດ້ເຊິ່ງ​ເປັນ​ຄື​ກັບ​ວ່າ​ພະເຢໂຫວາ​ຂຽນ​ຊື່​ນັ້ນ​ດ້ວຍ​ສໍ. (ພນມ. 3:5) ດັ່ງນັ້ນ ເຮົາ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ຊື່​ຂອງ​ເຮົາ​ຈະ​ຍັງ​ຢູ່​ໃນ​ປຶ້ມ​ນັ້ນ​ຈົນ​ກວ່າ​ມັນ​ຈະ​ຖືກ​ຂຽນ​ໄວ້​ດ້ວຍ​ນ້ຳມຶກ​ຢ່າງ​ຖາວອນ.

4 ບາງຄົນ​ອາດ​ສົງໄສ​ວ່າ: ຄຳພີໄບເບິນ​ເວົ້າ​ແນວໃດ​ກ່ຽວກັບ​ຄົນ​ທີ່​ມີ​ຊື່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ ແລະ​ຄົນ​ທີ່​ບໍ່​ມີ​ຊື່​ໃນ​ປຶ້ມ​ນັ້ນ? ຄົນ​ທີ່​ມີ​ຊື່​ໃນ​ປຶ້ມ​ນັ້ນ​ຈະ​ໄດ້​ຊີວິດ​ຕະຫຼອດໄປ​ຕອນ​ໃດ? ແລ້ວ​ຄົນ​ທີ່​ຕາຍ​ໄປ​ກ່ອນ​ທີ່​ຈະ​ມີ​ໂອກາດ​ໄດ້​ຮູ້ຈັກ​ພະເຢໂຫວາ​ເດ ຈະ​ເປັນ​ແນວໃດ? ຈະ​ເປັນ​ໄປ​ໄດ້​ບໍ​ທີ່​ຊື່​ຂອງ​ເຂົາເຈົ້າ​ຈະ​ຖືກ​ຂຽນ​ໃນ​ປຶ້ມ​ນັ້ນ? ເຮົາ​ຈະ​ມາ​ຕອບ​ຄຳຖາມ​ເຫຼົ່ານີ້​ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່ໄປ.

ໃຜ​ທີ່​ມີ​ຊື່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ?

5-6. (ກ) ຕາມ​ຟີລິບປອຍ 4:3 ໃຜ​ທີ່​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ? (ຂ) ແລ້ວ​ຕອນ​ໃດ​ຊື່​ຂອງ​ເຂົາເຈົ້າ​ຈຶ່ງ​ຈະ​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ນັ້ນ​ຢ່າງ​ຖາວອນ?

5 ໃຜ​ທີ່​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ? ເພື່ອ​ຈະ​ຕອບ​ຄຳຖາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ຄົນ 5 ກຸ່ມ ເຊິ່ງ​ບາງ​ກຸ່ມ​ກໍ​ຈະ​ມີ​ຊື່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ ສ່ວນ​ບາງ​ກຸ່ມ​ຈະ​ບໍ່​ມີ​ຊື່​ໃນ​ປຶ້ມ​ນັ້ນ.

6 ກຸ່ມ​ທຳອິດ​ແມ່ນ​ກຸ່ມ​ທີ່​ຖືກ​ເລືອກ​ໃຫ້​ໄປ​ຮ່ວມ​ປົກຄອງ​ກັບ​ພະເຢຊູ​ໃນ​ສະຫວັນ. ຕອນນີ້​ຊື່​ຂອງ​ເຂົາເຈົ້າ​ມີ​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ແລ້ວ​ບໍ? ມີ​ແລ້ວ. ຈາກ​ສິ່ງ​ທີ່​ໂປໂລ​ເວົ້າ​ກັບ “ເພື່ອນ​ຮ່ວມ​ງານ” ຂອງ​ລາວ​ໃນ​ເມືອງ​ຟີລິບປອຍ ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ຕອນນີ້​ຊື່​ຂອງ​ຜູ້​ຖືກ​ເຈີມ​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ພະເຢຊູ​ມີ​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ແລ້ວ. (ອ່ານ​ຟີລິບປອຍ 4:3) ແຕ່​ເພື່ອ​ຊື່​ຂອງ​ເຂົາເຈົ້າ​ຈະ​ຍັງ​ຢູ່​ໃນ​ປຶ້ມ​ນັ້ນ ເຂົາເຈົ້າ​ຕ້ອງ​ໄດ້​ຮັກສາ​ຄວາມ​ສັດຊື່​ຕໍ່ໆ​ໄປ. ແລະ​ເມື່ອ​ເຂົາເຈົ້າ​ໄດ້​ຮັບ​ການ​ປະທັບ​ກາ​ຄັ້ງ​ສຸດທ້າຍ​ກ່ອນ​ຕາຍ​ຫຼື​ກ່ອນ​ທີ່​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ ຊື່​ຂອງ​ເຂົາເຈົ້າ​ກໍ​ຈະ​ຖືກ​ຂຽນ​ໄວ້​ຢ່າງ​ຖາວອນ​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ.—ພນມ. 7:3

7. ຕາມ​ພະນິມິດ 7:16, 17 ຄົນ​ຝູງ​ໃຫຍ່​ຈະ​ມີ​ຊື່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ຢ່າງ​ຖາວອນ​ຕອນ​ໃດ?

7 ກຸ່ມ​ທີ​ສອງ​ແມ່ນ​ຄົນ​ຝູງ​ໃຫຍ່. ຕອນນີ້​ເຂົາເຈົ້າ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ແລ້ວ​ບໍ? ມີ​ແລ້ວ. ຊື່​ຂອງ​ເຂົາເຈົ້າ​ຈະ​ຍັງ​ຢູ່​ໃນ​ປຶ້ມ​ນັ້ນ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ລອດ​ຜ່ານ​ສົງຄາມ​ອາມາເຄໂດນ​ບໍ? ແມ່ນ​ແລ້ວ. (ພນມ. 7:14) ພະເຢຊູ​ບອກ​ວ່າ ຄົນ​ກຸ່ມ​ນີ້​ຈະ “ໄດ້​ຮັບ​ຊີວິດ​ຕະຫຼອດໄປ.” (ມທ. 25:46) ແຕ່​ຜູ້​ທີ່​ລອດ​ຜ່ານ​ສົງຄາມ​ອາມາເຄໂດນ​ຈະ​ບໍ່​ໄດ້​ຮັບ​ຊີວິດ​ຕະຫຼອດໄປ​ທັນທີ ເພາະ​ຊື່​ຂອງ​ເຂົາເຈົ້າ​ຍັງ​ບໍ່​ໄດ້​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ນັ້ນ​ຢ່າງ​ຖາວອນ​ເທື່ອ. ໃນ​ລະຫວ່າງ​ການ​ປົກຄອງ 1.000 ປີ ພະເຢຊູ “ຈະ​ພາ​ເຂົາເຈົ້າ​ໄປ​ບ່ອນ​ທີ່​ມີ​ນ້ຳ​ພຸ​ຕ່າງໆ​ເຊິ່ງ​ມີ​ນ້ຳ​ທີ່​ໃຫ້​ຊີວິດ.” ຜູ້​ທີ່​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະເຢຊູ ສັດຊື່​ຕໍ່​ພະເຢໂຫວາ ແລະ​ຜ່ານ​ການ​ທົດສອບ​ຄັ້ງ​ສຸດທ້າຍ​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ຢ່າງ​ຖາວອນ.—ອ່ານ​ພະນິມິດ 7:16, 17

8. ໃຜ​ທີ່​ບໍ່​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ ແລະ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເຂົາເຈົ້າ?

8 ກຸ່ມ​ທີ​ສາມ​ແມ່ນ​ຄົນ​ທີ່​ຖືກ​ເອີ້ນ​ວ່າ​ແບ້ ເຊິ່ງ​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ​ອາມາເຄໂດນ. ຊື່​ຂອງ​ເຂົາເຈົ້າ​ຈະ​ບໍ່​ມີ​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ. ພະເຢຊູ​ບອກ​ວ່າ ເຂົາເຈົ້າ “ຈະ​ຖືກ​ທຳລາຍ​ຕະຫຼອດໄປ.” (ມທ. 25:46) ແລະ​ອັກຄະສາວົກ​ໂປໂລ​ບອກ​ວ່າ “ຄົນ​ພວກ​ນັ້ນ​ຈະ​ຖືກ​ຕັດສິນ​ລົງໂທດ​ໃຫ້​ພິນາດ​ຕະຫຼອດໄປ.” (2 ທຊ. 1:9; 2 ປຕ. 2:9) ຄົນ​ກຸ່ມ​ນີ້​ຈະ​ຖືກ​ທຳລາຍ​ຕະຫຼອດໄປ​ຄື​ກັບ​ຄົນ​ທີ່​ຈົງໃຈ​ເຮັດ​ບາບ​ຕໍ່​ພະລັງບໍລິສຸດ​ຂອງ​ພະເຈົ້າ. ແລະ​ເຂົາເຈົ້າ​ຈະ​ບໍ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ນຳ. (ມທ. 12:32; ມຣກ. 3:28, 29; ຮຣ. 6:4-6) ຕອນນີ້ ໃຫ້​ເຮົາ​ມາ​ເບິ່ງ​ຄົນ​ສອງ​ກຸ່ມ​ທີ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.

ຜູ້​ທີ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ

9. ຕາມ​ກິດຈະການ 24:15 ຄົນ​ສອງ​ກຸ່ມ​ທີ່​ຈະ​ຖືກ​ປຸກ​ໃຫ້​ຄືນມາຈາກ​ຕາຍ​ຢູ່​ເທິງ​ໂລກ​ນີ້​ແມ່ນ​ໃຜ ແລະ​ສອງ​ກຸ່ມ​ນີ້​ຕ່າງ​ກັນ​ແນວໃດ?

9 ຄຳພີໄບເບິນ​ເວົ້າ​ເຖິງ​ຄົນ​ສອງ​ກຸ່ມ​ທີ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ​ຢູ່​ໃນ​ໂລກ ນັ້ນ​ກໍ​ຄື “ຄົນ​ດີ​ແລະ​ຄົນ​ຊົ່ວ.” (ອ່ານ​ກິດຈະການ 24:15) “ຄົນ​ດີ” ແມ່ນ​ຜູ້​ທີ່​ຮັບໃຊ້​ພະເຢໂຫວາ​ຢ່າງ​ສັດຊື່​ຕອນ​ທີ່​ເຂົາເຈົ້າ​ຍັງ​ມີ​ຊີວິດ. ແຕ່ “ຄົນ​ຊົ່ວ” ແມ່ນ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະເຢໂຫວາ​ຢ່າງ​ສັດຊື່. ສ່ວນ​ຫຼາຍ​ແລ້ວ​ຄົນ​ກຸ່ມ​ນີ້​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ພະເຢໂຫວາ​ເຫັນ​ວ່າ​ຖືກຕ້ອງ. ຍ້ອນ​ວ່າ​ຄົນ​ສອງ​ກຸ່ມ​ນີ້​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ຄັນຊັ້ນ​ເຂົາເຈົ້າ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ບໍ? ໃຫ້​ເຮົາ​ມາ​ເບິ່ງ​ລາຍ​ລະອຽດ​ຂອງ​ແຕ່​ລະ​ກຸ່ມ​ນຳ​ກັນ.

10. ເປັນຫຍັງ “ຄົນ​ດີ” ຈຶ່ງ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ແລະ​ເຂົາເຈົ້າ​ບາງຄົນ​ຈະ​ໄດ້​ຮັບ​ສິດທິພິເສດ​ຫຍັງ? (ໃຫ້​ເບິ່ງ “ຄຳຖາມ​ຈາກ​ຜູ້ອ່ານ” ທີ່​ເວົ້າ​ເຖິງ​ການ​ຄືນ​ມາ​ຈາກ​ຕາຍ​ຢູ່​ເທິງ​ໂລກ​ນີ້ ໃນ​ຫໍສັງເກດການ ສະບັບ​ນີ້)

10 ກຸ່ມ​ທີ​ສີ່​ແມ່ນ “ຄົນ​ດີ.” ຕອນ​ທີ່​ເຂົາເຈົ້າ​ຍັງ​ມີ​ຊີວິດ ເຂົາເຈົ້າ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ. ແຕ່​ເມື່ອ​ເຂົາເຈົ້າ​ຕາຍ ຊື່​ຂອງ​ເຂົາເຈົ້າ​ຖືກ​ລຶບ​ອອກ​ຈາກ​ປຶ້ມ​ນັ້ນ​ບໍ? ບໍ່. ຍ້ອນ​ວ່າ​ເຂົາເຈົ້າ​ຍັງ “ມີ​ຊີວິດ” ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະເຢໂຫວາ. ພະເຢໂຫວາ “ບໍ່​ໄດ້​ເປັນ​ພະເຈົ້າ​ຂອງ​ຄົນ​ຕາຍ ແຕ່​ເປັນ​ພະເຈົ້າ​ຂອງ​ຄົນ​ເປັນ ເພາະ​ພະອົງ​ເຫັນ​ວ່າ​ພວກ​ເຂົາ​ທຸກ​ຄົນ​ມີ​ຊີວິດ​ຢູ່.” (ລກ. 20:38) ນີ້​ໝາຍ​ຄວາມ​ວ່າ ເມື່ອ​ຄົນ​ດີ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ເຂົາເຈົ້າ​ຍັງ​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ນັ້ນ​ຢູ່ ເຖິງ​ວ່າ​ຕອນ​ທຳອິດ​ຊື່​ຂອງ​ເຂົາເຈົ້າ​ຈະ​ບໍ່​ໄດ້​ຖືກ​ຂຽນ​ໄວ້​ຢ່າງ​ຖາວອນ​ກໍ​ຕາມ. (ລກ. 14:14) ແລະ​ບາງຄົນ​ໃນ​ກຸ່ມ​ນີ້​ຈະ​ໄດ້​ຮັບ​ສິດທິພິເສດ​ຮັບໃຊ້​ເປັນ “ເຈົ້າ​ນາຍ​ຢູ່​ທົ່ວ​ໂລກ.”—ເພງ. 45:16, ລ.ມ.

11. “ຄົນ​ຊົ່ວ” ຈະ​ຕ້ອງ​ເຮັດ​ຫຍັງ​ກ່ອນ​ເພື່ອ​ຊື່​ຂອງ​ເຂົາເຈົ້າ​ຈະ​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ?

11 ກຸ່ມ​ທີ່​ຫ້າ​ແມ່ນ “ຄົນ​ຊົ່ວ.” ອາດ​ເປັນ​ຍ້ອນ​ວ່າ​ເຂົາເຈົ້າ​ບໍ່​ໄດ້​ຮູ້ຈັກ​ພະເຢໂຫວາ ເຂົາເຈົ້າ​ຈຶ່ງ​ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ສິ່ງ​ທີ່​ພະເຢໂຫວາ​ເຫັນ​ວ່າ​ຖືກຕ້ອງ​ກ່ອນ​ຕາຍ. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ບໍ່​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ. ແຕ່​ເມື່ອ​ເຂົາເຈົ້າ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ພະເຢໂຫວາ​ກໍ​ໃຫ້​ໂອກາດ​ເຂົາເຈົ້າ​ທີ່​ຈະ​ມີ​ຊື່​ໃນ​ປຶ້ມ​ນັ້ນ. ຄົນ​ກຸ່ມ​ນີ້​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຫຼາຍ​ແທ້ໆ ເພາະ​ແຕ່​ກ່ອນ​ບາງຄົນ​ກໍ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ. ດັ່ງນັ້ນ ເຂົາເຈົ້າ​ຕ້ອງ​ໄດ້​ຮຽນຮູ້​ວິທີ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ. ແລະ​ເພື່ອ​ຈະ​ຊ່ວຍ​ຄົນ​ເຫຼົ່ານີ້ ການ​ປົກຄອງ​ຂອງ​ພະເຈົ້າ​ຈຶ່ງ​ໄດ້​ຈັດ​ໃຫ້​ມີ​ໂຄງການ​ການສອນ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

12. (ກ) ໃຜ​ທີ່​ຈະ​ສອນ​ເລື່ອງ​ຂອງ​ພະເຢໂຫວາ​ໃຫ້​ກັບ​ຄົນ​ຊົ່ວ? (ຂ) ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ທີ່​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ?

12 ໃຜ​ທີ່​ຈະ​ສອນ​ເລື່ອງ​ຂອງ​ພະເຢໂຫວາ​ໃຫ້​ກັບ​ຄົນ​ຊົ່ວ? ຜູ້​ທີ່​ຈະ​ສອນ​ເຂົາເຈົ້າ​ແມ່ນ​ຄົນ​ຝູງ​ໃຫຍ່​ແລະ​ຄົນ​ດີ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ເພື່ອ​ຄົນ​ຊົ່ວ​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ ເຂົາເຈົ້າ​ຈະ​ຕ້ອງ​ສະໜິດ​ກັບ​ພະເຢໂຫວາ​ແລະ​ອຸທິດ​ຕົວ​ໃຫ້​ກັບ​ເພິ່ນ. ໃນ​ລະຫວ່າງ​ທີ່​ເຂົາເຈົ້າ​ກຳລັງ​ຮຽນຮູ້​ເລື່ອງ​ຂອງ​ພະເຢໂຫວາ ພະເຢຊູ​ແລະ​ຜູ້​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ເພິ່ນ​ຈະ​ສັງເກດ​ເບິ່ງ​ການ​ກະທຳ​ຂອງ​ເຂົາເຈົ້າ. (ພນມ. 20:4) ຖ້າ​ເຂົາເຈົ້າ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ ເຂົາເຈົ້າ​ກໍ​ຈະ​ຖືກ​ທຳລາຍ ເຖິງ​ວ່າ​ບາງຄົນ​ອາດຈະ​ມີ​ຊີວິດ​ເປັນ 100 ປີ​ແລ້ວ​ກໍ​ຕາມ. (ເອຊາ. 65:20) ພະເຢໂຫວາ​ແລະ​ພະເຢຊູ​ອ່ານ​ຫົວໃຈ​ຂອງ​ທຸກ​ຄົນ​ໄດ້ ແລະ​ຈະ​ບໍ່​ຍອມ​ໃຫ້​ໃຜ​ກໍ​ຕາມ​ມາ​ສ້າງ​ຄວາມ​ເສຍຫາຍ​ຢູ່​ໃນ​ໂລກ​ໃໝ່.—ເອຊາ. 11:9; 60:18; 65:25; ຢຮ. 2:25

ການ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄດ້​ຊີວິດ​ແລະ​ເພື່ອ​ຖືກ​ຕັດສິນ​

13-14. (ກ) ເມື່ອ​ກ່ອນ​ເຮົາ​ເຂົ້າໃຈ​ຄຳເວົ້າ​ຂອງ​ພະເຢຊູ​ທີ່​ຢູ່​ໃນ​ໂຢຮັນ 5:29 ແນວໃດ? (ຂ) ເຮົາ​ຕ້ອງ​ສັງເກດ​ຫຍັງ​ກ່ຽວກັບ​ຄຳເວົ້າ​ຂອງ​ພະເຢຊູ?

13 ພະເຢຊູ​ກໍ​ໄດ້​ເວົ້າ​ເຖິງ​ຄົນ​ທີ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ເຊັ່ນ ເພິ່ນ​ບອກ​ວ່າ: ‘ຈະ​ມີ​ເວລາ​ທີ່​ທຸກ​ຄົນ​ເຊິ່ງ​ຢູ່​ໃນ​ອຸໂມງ​ຝັງ​ສົບ​ຈະ​ໄດ້​ຍິນ​ສຽງ​ເພິ່ນ. ແລະ​ຈະ​ອອກ​ມາ ຄົນ​ທີ່​ເຮັດ ດີ​ຈະ​ຄືນ​ມາ​ແລ້ວ​ໄດ້​ຊີວິດ ສ່ວນ​ຄົນ​ທີ່​ເຮັດ ຊົ່ວ​ຈະ​ຄືນ​ມາ​ແລ້ວ​ຖືກ​ຕັດສິນ.’ (ຢຮ. 5:28, 29) ພະເຢຊູ​ໝາຍ​ຄວາມ​ວ່າ​ແນວໃດ?

14 ເມື່ອ​ກ່ອນ​ເຮົາ​ເຂົ້າໃຈ​ວ່າ ພະເຢຊູ​ໝາຍເຖິງ​ການ​ກະທຳ​ຂອງ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຫຼັງ​ຈາກ ທີ່​ເຂົາເຈົ້າ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ເຊິ່ງ​ໝາຍ​ຄວາມ​ວ່າ ບາງຄົນ​ຈະ​ຄືນ​ມາ​ແລ້ວ “ເຮັດ​ດີ” ສ່ວນ​ບາງຄົນ​ຈະ​ຄືນ​ມາ​ແລ້ວ “ເຮັດ​ຊົ່ວ.” ແຕ່​ຂໍ​ໃຫ້​ສັງເກດ​ວ່າ ພະເຢຊູ​ບໍ່​ໄດ້​ບອກ​ວ່າ​ຄົນ​ທີ່​ອອກ​ມາ​ຈາກ​ອຸໂມງ​ຝັງ​ສົບ​ຫຼື​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ເຮັດ ດີ​ຫຼື​ຈະ​ເຮັດ ຊົ່ວ. ເພາະ​ໃນ​ພາສາ​ເດີມ ເພິ່ນ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ອະດີດ. ດັ່ງນັ້ນ ພະເຢຊູ​ກຳລັງ​ເວົ້າ​ເຖິງ​ການ​ກະທຳ​ຂອງ​ເຂົາເຈົ້າ​ກ່ອນ​ທີ່​ເຂົາເຈົ້າ​ຈະ​ຕາຍ. ຄຳ​ອະທິບາຍ​ນີ້​ມີ​ເຫດຜົນ​ຫຼາຍ​ກວ່າ ເພາະ​ພະເຢໂຫວາ​ແລະ​ພະເຢຊູ​ຈະ​ບໍ່​ຍອມ​ໃຫ້​ໃຜ​ກໍ​ຕາມ​ມາ​ເຮັດ​ສິ່ງ​ທີ່​ບໍ່​ດີ​ໃນ​ໂລກ​ໃໝ່. ນັ້ນ​ໝາຍ​ຄວາມ​ວ່າ ຄົນ​ຊົ່ວ​ໄດ້​ເຮັດ​ສິ່ງ​ທີ່​ບໍ່​ດີ​ກ່ອນ​ຕາຍ. ແລ້ວ​ທີ່​ພະເຢຊູ​ບອກ​ວ່າ “ຄືນ​ມາ​ແລ້ວ​ໄດ້​ຊີວິດ” ແລະ ‘ຄືນ​ມາ​ແລ້ວ​ຖືກ​ຕັດສິນ’ ເດ ໝາຍ​ຄວາມ​ວ່າ​ແນວໃດ?

15. ໃຜ​ຈະ​ຖືກ​ປຸກໃຫ້ “ຄືນ​ມາ​ແລ້ວ​ໄດ້​ຊີວິດ” ແລະ​ຍ້ອນຫຍັງ?

15 ຄົນ​ດີ​ທີ່​ເຮັດ​ສິ່ງ​ທີ່​ດີ​ກ່ອນ​ຕາຍ​ຈະ​ຖືກ​ປຸກ​ໃຫ້ “ຄືນ​ມາ​ແລ້ວ​ໄດ້​ຊີວິດ” ຍ້ອນ​ເຂົາເຈົ້າ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ. ນີ້​ໝາຍ​ຄວາມ​ວ່າ ການ​ຄືນ​ມາ​ຈາກ​ຕາຍ​ຂອງ “ຄົນ​ທີ່​ເຮັດ​ດີ” ເຊິ່ງ​ເວົ້າ​ຢູ່​ໃນ​ໂຢຮັນ 5:29 ແລະ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ “ຄົນ​ດີ” ທີ່​ເວົ້າ​ຢູ່​ໃນ​ກິດຈະການ 24:15 ແມ່ນ​ອັນ​ດຽວ​ກັນ. ນີ້​ສອດຄ່ອງ​ກັບ​ຄຳເວົ້າ​ທີ່​ຢູ່​ໃນ​ໂຣມ 6:7 ທີ່​ບອກ​ວ່າ: “ຄົນ​ທີ່​ຕາຍ​ແລ້ວ​ກໍ​ພົ້ນ​ໂທດ​ຈາກ​ບາບ​ຂອງ​ລາວ.” ເມື່ອ​ຄົນ​ດີ​ຕາຍ​ໄປ ບາບ​ຂອງ​ເຂົາເຈົ້າ​ກໍ​ຈະ​ຖືກ​ລົບ​ລ້າງ. ແຕ່​ພະເຢໂຫວາ​ຍັງ​ຈື່​ວຽກ​ຮັບໃຊ້​ທີ່​ສັດຊື່​ທີ່​ເຂົາເຈົ້າ​ເຮັດ. ຍ້ອນ​ແນວ​ນີ້ ຊື່​ຂອງ​ເຂົາເຈົ້າ​ຈຶ່ງ​ຍັງ​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ ເຖິງ​ວ່າ​ເຂົາເຈົ້າ​ຈະ​ຕາຍ​ໄປ​ແລ້ວ​ກໍ​ຕາມ. (ຮຣ. 6:10) ແລະ​ເພື່ອ​ທີ່​ຊື່​ຂອງ​ເຂົາເຈົ້າ​ຈະ​ຢູ່​ໃນ​ປຶ້ມ​ນັ້ນ​ຕໍ່ໄປ ເຂົາເຈົ້າ​ຕ້ອງ​ໄດ້​ຮັກສາ​ຄວາມ​ສັດຊື່.

16. ການ​ຄືນ​ມາ​ຈາກ​ຕາຍ​ເພື່ອ “ຖືກ​ຕັດສິນ” ໝາຍເຖິງ​ຫຍັງ?

16 ແລ້ວ “ຄົນ​ທີ່​ເຮັດ​ຊົ່ວ” ກ່ອນ​ທີ່​ເຂົາເຈົ້າ​ຈະ​ຕາຍ​ເດ ຈະ​ເປັນ​ແນວໃດ? ເຖິງ​ວ່າ​ບາບ​ຂອງ​ເຂົາເຈົ້າ​ຈະ​ຖືກ​ລົບ​ລ້າງ​ຕອນ​ທີ່​ເຂົາເຈົ້າ​ຕາຍ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ຮັບໃຊ້​ພະເຢໂຫວາ​ຢ່າງ​ສັດຊື່. ເຂົາເຈົ້າ​ຈຶ່ງ​ບໍ່​ມີ ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ. ດັ່ງນັ້ນ ການ​ຄືນ​ມາ​ຈາກ​ຕາຍ​ຂອງ “ຄົນ​ທີ່​ເຮັດ​ຊົ່ວ” ທີ່​ເວົ້າ​ຢູ່​ໃນ​ໂຢຮັນ 5:29 ກັບ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ “ຄົນ​ຊົ່ວ” ທີ່​ເວົ້າ​ຢູ່​ໃນ​ກິດຈະການ 24:15 ແມ່ນ​ອັນ​ດຽວ​ກັນ. ເຂົາເຈົ້າ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ “ແລ້ວ​ຖືກ​ຕັດສິນ.” c ຄົນ​ຊົ່ວ​ຈະ​ຖືກ​ຕັດສິນ​ໃນ​ແງ່​ທີ່​ວ່າ​ພະເຢຊູ​ຈະ​ສັງເກດ​ເບິ່ງ​ການ​ກະທຳ​ຂອງ​ເຂົາເຈົ້າ ແລະ​ຈະ​ໃຫ້​ເຂົາເຈົ້າ​ມີ​ເວລາ​ພິສູດ​ຕົວເອງ​ວ່າ​ເຂົາເຈົ້າ​ສົມຄວນ​ທີ່​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ຫຼື​ບໍ່. (ລກ. 22:30) ຖ້າ​ເຂົາເຈົ້າ​ປ່ຽນແປງ​ຕົວເອງ​ແລະ​ອຸທິດ​ຕົວ​ໃຫ້​ພະເຢໂຫວາ ເຂົາເຈົ້າ​ກໍ​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ນັ້ນ.

17-18. ທຸກ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ຕ້ອງ​ເຮັດ​ຫຍັງ ແລະ “ການ​ກະທຳ” ທີ່​ເວົ້າ​ໃນ​ພະນິມິດ 20:12, 13 ໝາຍເຖິງ​ຫຍັງ?

17 ທຸກ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ບໍ່​ວ່າ​ຈະ​ເປັນ​ຄົນ​ດີ​ຫຼື​ຄົນ​ຊົ່ວ ກໍ​ຕ້ອງ​ໄດ້​ເຊື່ອຟັງ​ກົດໝາຍ​ທີ່​ຢູ່​ໃນ​ມ້ວນ​ໜັງສື​ໃໝ່​ເຊິ່ງ​ຈະ​ຖືກ​ມາຍ​ອອກ​ໃນ​ລະຫວ່າງ 1.000 ປີ. ອັກຄະສາວົກ​ໂຢຮັນ​ເວົ້າ​ເຖິງ​ສິ່ງ​ທີ່​ລາວ​ເຫັນ​ໃນ​ນິມິດ​ວ່າ: “ແລ້ວ​ຂ້ອຍ​ກໍ​ເຫັນ​ຄົນ​ຕາຍ​ທັງ​ຄົນ​ທຳມະດາ​ແລະ​ຄົນ​ທີ່​ມີ​ອຳນາດ​ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ນັ້ນ ແລະ​ມ້ວນ​ໜັງສື​ຕ່າງໆ​ຖືກ​ມາຍ​ອອກ. ມີ​ມ້ວນ​ໜັງສື​ອີກ​ມ້ວນ​ໜຶ່ງ​ກໍ​ຖືກ​ມາຍ​ອອກ​ຄື​ກັນ ນັ້ນ​ແມ່ນ​ມ້ວນ​ໜັງສື​ແຫ່ງ​ຊີວິດ. ແລ້ວ​ຄົນ​ຕາຍ​ກໍ​ຖືກ​ພິພາກສາ​ຕາມ​ການ​ກະທຳ​ຂອງ​ຕົວເອງ​ໂດຍ​ອາໄສ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ມ້ວນ​ໜັງສື​ຕ່າງໆ​ນັ້ນ. ທະເລ​ໄດ້​ປ່ອຍ​ຄົນ​ທີ່​ຕາຍ​ໃນ​ທະເລ ຄວາມ​ຕາຍ​ແລະ​ຫຼຸມ​ຝັງ​ສົບ​ກໍ​ປ່ອຍ​ຄົນ​ຕາຍ​ທີ່​ຢູ່​ໃນ​ນັ້ນ ແລ້ວ​ພວກ​ເຂົາ​ແຕ່​ລະ​ຄົນ​ກໍ​ຖືກ​ພິພາກສາ​ຕາມ​ການ​ກະທຳ​ຂອງ​ຕົວເອງ.”—ພນມ. 20:12, 13

18 ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຈະ​ຖືກ​ຕັດສິນ​ຕາມ “ການ​ກະທຳ” ຕອນ​ໃດ? ຈະ​ເປັນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ກ່ອນ ຕາຍ​ບໍ? ບໍ່. ຂໍ​ໃຫ້​ຈື່​ວ່າ​ເມື່ອ​ເຂົາເຈົ້າ​ຕາຍ ບາບ​ຂອງ​ເຂົາເຈົ້າ​ກໍ​ຖືກ​ລົບ​ລ້າງ​ໄປ​ແລ້ວ ດັ່ງນັ້ນ ເຂົາເຈົ້າ​ຈະ​ບໍ່​ໄດ້​ຖືກ​ຕັດສິນ​ຕາມ “ການ​ກະທຳ” ໃນ​ເມື່ອ​ກ່ອນ ແຕ່​ເຂົາເຈົ້າ​ຈະ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຕອນ​ທີ່​ຢູ່ໃນໂລກ​ໃໝ່. ແມ່ນ​ແຕ່​ຜູ້​ຮັບໃຊ້​ທີ່​ສັດຊື່ ເຊັ່ນ: ໂນອາ ຊາມູເອນ ດາວິດ ແລະ​ດານີເອນ​ກໍ​ຍັງ​ຕ້ອງ​ຮຽນຮູ້​ເລື່ອງ​ຂອງ​ພະເຢຊູ​ແລະ​ສະແດງ​ຄວາມເຊື່ອ​ໃນ​ຄ່າໄຖ່. ດັ່ງນັ້ນ ຄົນ​ຊົ່ວ​ກໍ​ແຮ່ງ​ຕ້ອງ​ຮຽນຮູ້​ຫຼາຍ​ກວ່າ​ນີ້​ອີກ.

19. ໃນທີ່ສຸດ​ຜູ້​ທີ່​ໄດ້​ຮັບ​ໂອກາດ​ໃຫ້​ຮຽນຮູ້​ເລື່ອງ​ຂອງ​ພະເຢໂຫວາ​ແຕ່​ພັດ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ຈະ​ເປັນ​ແນວໃດ?

19 ໃນທີ່ສຸດ ຜູ້​ທີ່​ໄດ້​ຮັບ​ໂອກາດ​ໃຫ້​ຮຽນຮູ້​ເລື່ອງ​ຂອງ​ພະເຢໂຫວາ​ແຕ່​ພັດ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ຈະ​ເປັນ​ແນວໃດ? ພະນິມິດ 20:15 ບອກ​ວ່າ: “ຜູ້​ໃດ​ທີ່​ບໍ່​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ກໍ​ຖືກ​ໂຍນ​ລົງ​ໃນ​ບຶງ​ໄຟ.” ນີ້​ໝາຍ​ຄວາມ​ວ່າ ເຂົາເຈົ້າ​ຈະ​ຖືກ​ທຳລາຍ​ຕະຫຼອດໄປ. ດັ່ງນັ້ນ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ມີ​ຊື່​ຢູ່​ໃນ​ປຶ້ມ​ນັ້ນ ແລະ​ຊື່​ຂອງ​ເຮົາ​ຈະ​ບໍ່​ຖືກ​ລຶບ​ອອກ​ໄປ!

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ມີ​ສ່ວນຮ່ວມ​ໃນ​ໂຄງການ​ການສອນ​ທີ່​ໃຫຍ່​ທີ່ສຸດ​ໃນ​ໄລຍະ​ການ​ປົກຄອງ​ຂອງ​ພະເຢຊູ 1.000 ປີ (ເບິ່ງ​ຂໍ້ 20)

20. ໃນ​ລະຫວ່າງ​ການ​ປົກຄອງ 1.000 ປີ​ຈະ​ມີ​ວຽກ​ຫຍັງ​ທີ່​ໜ້າ​ຕື່ນ​ເຕັ້ນ? (ເບິ່ງ​ຮູບ​ໜ້າ​ປົກ)

20 ໃນ​ໄລຍະ​ການ​ປົກຄອງ​ຂອງ​ພະເຢຊູ 1.000 ປີ ຈະ​ເປັນ​ເວລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ແທ້ໆ! ເພາະ​ຈະ​ມີ​ໂຄງການ​ການສອນ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ແຕ່​ນັ້ນ​ຍັງ​ຈະ​ເປັນ​ເວລາ​ທີ່​ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ​ຈະ​ພິສູດ​ວ່າ​ເຂົາເຈົ້າ​ເຕັມໃຈ​ເຊື່ອຟັງ​ກົດໝາຍ​ຂອງ​ພະເຢໂຫວາ​ຫຼື​ບໍ່. (ເອຊາ. 26:9; ກຈກ. 17:31) ແລ້ວ​ໃນ​ຕອນ​ນັ້ນ ໂຄງການ​ການສອນ​ຈະ​ເປັນ​ແນວໃດ? ໃນ​ບົດ​ຄວາມ​ຕໍ່ໄປ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ແລະ​ເຫັນຄ່າ​ການ​ຈັດ​ກຽມ​ທີ່​ພິເສດ​ນີ້.

ເພງ 147 ຄຳ​ສັນຍາ​ເລື່ອງ​ຊີວິດ​ຕະຫຼອດໄປ

a ໃນ​ບົດ​ຄວາມ​ນີ້​ຈະ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ຄຳເວົ້າ​ຂອງ​ພະເຢຊູ​ທີ່​ຢູ່​ໃນ​ໂຢຮັນ 5:28, 29 ທີ່​ບອກ​ວ່າ ‘ຄົນ​ທີ່​ເຮັດ​ດີ​ຈະ​ຄືນ​ມາ​ແລ້ວ​ໄດ້​ຊີວິດ ສ່ວນ​ຄົນ​ທີ່​ເຮັດ​ຊົ່ວ​ຈະ​ຄືນ​ມາ​ແລ້ວ​ຖືກ​ຕັດສິນ.’ ແລະ​ເຮົາ​ຍັງ​ຈະ​ໄດ້​ຮຽນ​ວ່າ ການ​ຄືນ​ມາ​ຈາກ​ຕາຍ​ສອງ​ແບບ​ນີ້​ໝາຍເຖິງ​ຫຍັງ ແລະ​ມີ​ໃຜ​ແດ່​ທີ່​ຢູ່​ໃນ​ສອງ​ກຸ່ມ​ນີ້.

b ພະເຢໂຫວາ​ເລີ່ມ​ຂຽນ​ປຶ້ມ​ນີ້ “ຕັ້ງແຕ່​ເລີ່ມ​ມີ​ໂລກ​ນີ້” ເຊິ່ງ​ກໍ​ຄື​ຕອນ​ທີ່​ມະນຸດ​ມີ​ໂອກາດ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ຂອງ​ພະເຢຊູ. (ມທ. 25:34; ພນມ. 17:8) ດັ່ງນັ້ນ ອາເບັນ​ທີ່​ເປັນ​ຄົນ​ດີ​ຈຶ່ງເປັນ​ຜູ້​ທຳອິດ​ທີ່​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ.

c ແຕ່​ກ່ອນ​ເຮົາ​ເຄີຍ​ອະທິບາຍ​ຄຳ​ວ່າ “ຕັດສິນ” ໝາຍເຖິງ​ການ​ລົງໂທດ ທີ່​ຈິງ​ແລ້ວ​ຄຳ​ວ່າ “ຕັດສິນ” ອາດ​ມີ​ຄວາມໝາຍ​ແບບ​ນັ້ນ​ແທ້. ແຕ່​ຕາມ​ແວດ​ບົດ​ນີ້​ເບິ່ງ​ຄື​ວ່າ​ພະເຢຊູ​ໃຊ້​ຄຳ​ວ່າ “ຕັດສິນ” ໃນ​ຄວາມໝາຍ​ແບບ​ກວ້າງໆ ເຊິ່ງ​ໝາຍເຖິງ​ການ​ສັງເກດ​ບາງຄົນ​ແລະ​ປະເມີນ​ວ່າ​ຄົນ​ນັ້ນ​ເປັນ​ແນວໃດ. ວັດຈະນານຸກົມ​ພາສາ​ກຣີກ​ເຫຼັ້ມ​ໜຶ່ງ​ກໍ​ອະທິບາຍ​ຄຳ​ນີ້​ວ່າ “ການ​ກວດ​ສອບ​ຢ່າງ​ລະອຽດ.”