ບົດຄວາມສຶກສາທີ 2
“ໃຫ້ປ່ຽນແປງຕົວເອງໂດຍປ່ຽນຄວາມຄິດຂອງພວກເຈົ້າໃໝ່”
“ໃຫ້ປ່ຽນແປງຕົວເອງໂດຍປ່ຽນຄວາມຄິດຂອງພວກເຈົ້າໃໝ່ ເພື່ອພວກເຈົ້າຈະໄດ້ກວດເບິ່ງຈົນແນ່ໃຈວ່າອັນໃດແມ່ນສິ່ງທີ່ພະເຈົ້າຕ້ອງການໃຫ້ພວກເຮົາເຮັດເຊິ່ງເປັນສິ່ງທີ່ດີ ສົມບູນ ແລະເຮັດໃຫ້ພະອົງພໍໃຈ.”—ຣມ. 12:2
ເພງ 88 ຂໍໃຫ້ເຮົາຮູ້ທາງຂອງພະອົງ
ໃຈຄວາມສຳຄັນ a
1-2. ຫຼັງຈາກທີ່ເຮົາຮັບບັບເຕມາ ເຮົາຍັງຕ້ອງເຮັດຫຍັງຕໍ່ໆໄປ? ຂໍໃຫ້ອະທິບາຍ.
ເຈົ້າອະນາໄມເຮືອນເລື້ອຍປານໃດ? ບາງເທື່ອເຈົ້າອາດຈະອະນາໄມຕອນທີ່ຍ້າຍເຂົ້າມາໃໝ່. ຕໍ່ຈາກນັ້ນເຈົ້າອາດຈະບໍ່ຄ່ອຍອະນາໄມເລື້ອຍປານໃດ. ແຕ່ຈະເປັນແນວໃດຖ້າບໍ່ອະນາໄມເຮືອນເລີຍ? ແນ່ນອນວ່າມັນຈະເປື້ອນ. ຖ້າເຈົ້າຢາກໃຫ້ເຮືອນສະອາດຢູ່ຕະຫຼອດ ເຈົ້າກໍຕ້ອງອະນາໄມເລື້ອຍໆ.
2 ເຮົາຕ້ອງເຮັດຄ້າຍໆກັນໂດຍພະຍາຍາມປ່ຽນຄວາມຄິດແລະນິດໄສໃຈຄໍຂອງເຮົາກ່ອນທີ່ເຮົາຈະຮັບບັບເຕມາ ເພາະເຮົາຢາກ “ຊຳລະຕົວໃຫ້ສະອາດຈາກທຸກສິ່ງທີ່ເຮັດໃຫ້ຮ່າງກາຍແລະຈິດໃຈເປິເປື້ອນ.” (2ກຣ. 7:1) ຕອນນີ້ເປັນເວລາທີ່ເຮົາຈະເຮັດຕາມຄຳແນະນຳຂອງອັກຄະສາວົກໂປໂລທີ່ໃຫ້ “ປ່ຽນແປງຄວາມຄິດຈິດໃຈໃໝ່ຢ່າງຕໍ່ເນື່ອງ.” (ອຟຊ. 4:23) ເປັນຫຍັງການເຮັດຕາມຄຳແນະນຳນີ້ຈຶ່ງສຳຄັນ? ເພາະເຮົາອາດຈະໄດ້ຮັບຜົນທີ່ບໍ່ດີຈາກໂລກນີ້. ດັ່ງນັ້ນ ເພື່ອທີ່ຈະຫຼີກລ່ຽງສິ່ງເຫຼົ່ານີ້ແລະຢາກເຮັດໃຫ້ພະເຢໂຫວາພໍໃຈ ເຮົາຕ້ອງກວດເບິ່ງຕົວເອງເລື້ອຍໆທັງຄວາມຄິດ ນິດໄສໃຈຄໍແລະຄວາມຕ້ອງການຂອງເຮົາ.
ໃຫ້ “ປ່ຽນຄວາມຄິດຂອງພວກເຈົ້າໃໝ່” ຕໍ່ໆໄປ
3. ການປ່ຽນຄວາມຄິດຂອງພວກເຈົ້າໃໝ່ໝາຍຄວາມວ່າແນວໃດ? (ໂຣມ 12:2)
3 ເຮົາຕ້ອງເຮັດຫຍັງເພື່ອຈະປ່ຽນແປງຄວາມຄິດຂອງເຮົາໃໝ່? (ອ່ານໂຣມ 12:2) ຄຳວ່າ “ປ່ຽນຄວາມຄິດໃໝ່” ໃນສຳນວນພາສາກຣີກສາມາດແປໄດ້ວ່າ “ການສ້ອມແຊມຄວາມຄິດ.” ສະນັ້ນ ເຮົາບໍ່ພຽງແຕ່ຕົກແຕ່ງຄວາມຄິດໃຫ້ສວຍງາມເທົ່ານັ້ນ. ເຮົາຕ້ອງກວດເບິ່ງເລິກໆໃນໃຈວ່າເຮົາ ຕ້ອງປ່ຽນແປງຫຍັງເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ. ເຮົາຈະເຮັດແບບນີ້ບໍ່ພຽງເທື່ອດຽວ ແຕ່ເຮົາຈະເຮັດເລື້ອຍໆ.
4. ເຮົາຈະເຮັດແນວໃດເພື່ອບໍ່ໃຫ້ຄວາມຄິດຂອງໂລກນີ້ມີຜົນຕໍ່ເຮົາ?
4 ເຮົາຈະເຮັດທຸກຢ່າງທີ່ພະເຢໂຫວາຕ້ອງການກໍຕໍ່ເມື່ອເຮົາເປັນຄົນທີ່ສົມບູນແບບເທົ່ານັ້ນ. ແຕ່ກ່ອນຈະຮອດມື້ນັ້ນ ເຮົາຕ້ອງອອກຄວາມພະຍາຍາມຫຼາຍເພື່ອຈະເຮັດໃນສິ່ງທີ່ພະເຢໂຫວາຕ້ອງການ. ຂໍໃຫ້ສັງເກດສິ່ງທີ່ໂປໂລບອກໄວ້ໃນໂຣມ 12:2 ທີ່ໃຫ້ປ່ຽນແປງຄວາມຄິດໃໝ່ເພື່ອຈະຮູ້ວ່າພະເຢໂຫວາຕ້ອງການໃຫ້ເຮົາເຮັດຫຍັງ. ແທນທີ່ເຮົາຈະນັ່ງຢູ່ລ້າໆແລະໃຫ້ໂລກນີ້ນວດປັ້ນເຮົາ ເຮົາກໍຕ້ອງກວດເບິ່ງຕົວເອງວ່າ ເຮົາໃຫ້ຄວາມຄິດຂອງພະເຢໂຫວາມີຜົນຕໍ່ເປົ້າໝາຍແລະການຕັດສິນໃຈຂອງເຮົາຫຼາຍໜ້ອຍສ່ຳໃດ ຫຼືເຮົາຍອມໃຫ້ຄວາມຄິດຂອງໂລກນີ້ມີຜົນຕໍ່ເຮົາ.
5. ເຮົາຕ້ອງເຮັດຫຍັງເພື່ອຈະຮູ້ວ່າເຮົາຄິດແນວໃດກ່ຽວກັບວັນຂອງພະເຢໂຫວາ? (ເບິ່ງຮູບພາບ)
5 ໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງນຳກັນ. ສິ່ງໜຶ່ງທີ່ພະເຢໂຫວາຕ້ອງການຈາກເຮົາແມ່ນໃຫ້ເຮົາ “ຄິດຢູ່ສະເໝີວ່າວັນຂອງພະເຢໂຫວາໃກ້ເຂົ້າມາແລ້ວ.” (2ປຕ. 3:12) ດັ່ງນັ້ນ ໃຫ້ເຮົາຖາມຕົວເອງວ່າ ‘ວິທີທີ່ຂ້ອຍໃຊ້ຊີວິດສະແດງໃຫ້ເຫັນບໍວ່າຂ້ອຍເຊື່ອແທ້ໆວ່າໂລກນີ້ໃກ້ຈະເຖິງຈຸດຈົບແລ້ວ? ຫຼືວິທີທີ່ຂ້ອຍຕັດສິນໃຈໃນເລື່ອງການສຶກສາສູງໆແລະການເລືອກວຽກເຮັດງານທຳສະແດງໃຫ້ເຫັນບໍວ່າຂ້ອຍໃຫ້ການຮັບໃຊ້ພະເຢໂຫວາສຳຄັນທີ່ສຸດໃນຊີວິດຂອງຂ້ອຍ? ຂ້ອຍມີຄວາມເຊື່ອບໍວ່າພະເຢໂຫວາຈະເບິ່ງແຍງຂ້ອຍແລະຄອບຄົວໃຫ້ມີສິ່ງຈຳເປັນ? ຫຼືຂ້ອຍຍັງກັງວົນຢູ່ຕະຫຼອດໃນເລື່ອງວັດຖຸສິ່ງຂອງ?’ ລອງຄິດເບິ່ງແມ້ ພະເຢໂຫວາຈະພໍໃຈເຈົ້າຫຼາຍສ່ຳໃດທີ່ເຫັນເຈົ້າໃຊ້ຊີວິດຕາມຄວາມຕ້ອງການຂອງເພິ່ນ.—ມທ. 6:25-27, 33; ຟລປ. 4:12, 13
6. ເຮົາຕ້ອງເຮັດຫຍັງຕໍ່ໆໄປ?
6 ເຮົາຕ້ອງກວດເບິ່ງຄວາມຄິດຂອງເຮົາຢູ່ເລື້ອຍໆແລະຖ້າເຮົາເຫັນວ່າມີບາງຢ່າງທີ່ເຮົາຕ້ອງປ່ຽນແປງ ເຮົາຄວນລົງມືປ່ຽນແປງທັນທີ. ໂປໂລບອກພີ່ນ້ອງໃນເມືອງໂກຣິນໂທວ່າ: “ໃຫ້ພວກເຈົ້າກວດສອບຕົວເອງສະເໝີວ່າຍັງໃຊ້ຊີວິດຕາມຄວາມເຊື່ອຂອງຄລິດສະຕຽນຢູ່ບໍ. ໃຫ້ກວດເບິ່ງຕົວເອງຢູ່ເລື້ອຍໆເພື່ອຈະຮູ້ວ່າເປັນຄົນແນວໃດແທ້ໆ.” (2ກຣ. 13:5) ການ “ໃຊ້ຊີວິດຕາມຄວາມເຊື່ອ” ບໍ່ພຽງແຕ່ເຮົາເຂົ້າຮ່ວມການປະຊຸມ ການປະກາດບາງຄັ້ງບາງຄາວເທົ່ານັ້ນ. ແຕ່ມັນຍັງກ່ຽວຂ້ອງກັບຄວາມຄິດ ຄວາມຕ້ອງການ ແລະເຫດຜົນທີ່ເຮົາເຮັດສິ່ງຕ່າງໆນັ້ນນຳ. ດັ່ງນັ້ນ ເຮົາຈຶ່ງຕ້ອງປ່ຽນຄວາມຄິດຂອງເຮົາຢູ່ເລື້ອຍໆໂດຍການອ່ານຄຳພີໄບເບິນແລະຝຶກທີ່ຈະຄິດຄືກັບພະເຢໂຫວາ. ແລະຖ້າເຫັນວ່າມີຫຍັງທີ່ຈະຕ້ອງປ່ຽນແປງ ເຮົາຕ້ອງລົງມືປ່ຽນທັນທີເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ.—1ກຣ. 2:14-16
ໃຫ້ມີ “ລັກສະນະນິດໄສໃໝ່”
7. ຕາມເອເຟໂຊ 4:31, 32 ເຮົາຕ້ອງເຮັດຫຍັງ ແລະເປັນຫຍັງຈຶ່ງເປັນເລື່ອງຍາກ?
7 ອ່ານເອເຟໂຊ 4:31, 32. ນອກຈາກເຮົາຈະຕ້ອງປ່ຽນຄວາມຄິດໃໝ່ແລ້ວ ເຮົາຍັງຕ້ອງມີ “ລັກສະນະນິດໄສໃໝ່” ນຳ. (ອຟຊ. 4:24) ເຮົາຕ້ອງໄດ້ພະຍາຍາມຫຼາຍແທ້ໆເພື່ອຈະປ່ຽນນິດໄສເຫຼົ່ານີ້ ເຊັ່ນ: ຄວາມອາຄາດແຄ້ນ ຄວາມຮ້າຍ ຄວາມໂມໂຫ. ເປັນຫຍັງການປ່ຽນນິດໄສເຫຼົ່ານີ້ຈຶ່ງຍາກ? ເພາະນິດໄສທີ່ບໍ່ດີບາງຢ່າງອາດຈະຝັງຮາກເລິກໃນໃຈຂອງເຮົາໄປແລ້ວ. ຄຳພີໄບເບິນບອກວ່າຄົນເຮົາ “ໃຈຮ້າຍງ່າຍ” ແລະ “ຂີ້ໂມໂຫ” (ສຸພາ. 29:22, ລ.ມ.) ບາງຄົນທີ່ມີນິດໄສທີ່ບໍ່ດີເຫຼົ່ານີ້ຕ້ອງໄດ້ພະຍາຍາມຫຼາຍທີ່ຈະປ່ຽນແປງຕົວເອງ ເຖິງວ່າລາວຈະຮັບບັບເຕມາແລ້ວກໍຕາມ. ໃຫ້ເຮົາມາເບິ່ງປະສົບການນີ້ນຳກັນ.
8-9. ປະສົບການຂອງສະຕີເຟັນສະແດງໃຫ້ເຫັນແນວໃດວ່າເຮົາຕ້ອງຄວບຄຸມນິດໄສທີ່ບໍ່ດີຕໍ່ໆໄປ?
8 ພີ່ນ້ອງຊາຍຄົນໜຶ່ງທີ່ຊື່ສະຕີເຟັນມີບັນຫາໃນເລື່ອງການຄວບຄຸມຄວາມໃຈຮ້າຍ. ລາວບອກວ່າ “ເຖິງວ່າຂ້ອຍຈະຮັບບັບເຕມາແລ້ວ ແຕ່ຂ້ອຍກໍຍັງຕ້ອງໄດ້ພະຍາຍາມຄວບຄຸມຄວາມໃຈຮ້າຍຢູ່. ຕົວຢ່າງເຊັ່ນ: ມີເທື່ອໜຶ່ງຕອນທີ່ຂ້ອຍກຳລັງປະກາດຕາມບ້ານເຮືອນ ມີຜູ້ຊາຍຄົນໜຶ່ງໄດ້ລັກເອົາວິທະຍຸຢູ່ໃນລົດຂອງຂ້ອຍ. ຂ້ອຍຈຶ່ງໄດ້ແລ່ນໄລ່ຕາມລາວ. ຕອນທີ່ຂ້ອຍແລ່ນໃກ້ຈະທັນລາວ ລາວກໍໄດ້ຖິ້ມວິທະຍຸໄວ້ແລ້ວໜີໄປ. ເມື່ອຂ້ອຍເວົ້າສູ່ຄົນອື່ນຟັງວ່າຂ້ອຍເອົາວິທະຍຸກັບຄືນມາໄດ້ແນວໃດ ຜູ້ດູແລຄົນໜຶ່ງທີ່ຢູ່ໃນກຸ່ມປະກາດກໍຖາມຂ້ອຍວ່າ ‘ສະຕີເຟັນ ຖ້າເຈົ້າແລ່ນທັນຜູ້ຊາຍຄົນນັ້ນ ເຈົ້າຈະເຮັດຫຍັງລາວ?’ ຄຳຖາມນີ້ເຮັດໃຫ້ຂ້ອຍສຳນຶກໂຕວ່າ ຂ້ອຍຄວນຈະເປັນຄົນທີ່ສ້າງສັນຕິສຸກ.” b
9 ຈາກປະສົບການຂອງສະຕີເຟັນສະແດງໃຫ້ເຫັນວ່າ ນິດໄສທີ່ບໍ່ດີຂອງເຮົາອາດກັບຄືນມາໄດ້ໂດຍທີ່ເຮົາບໍ່ຄາດຄິດ. ຖ້າສິ່ງນີ້ເກີດຂຶ້ນກັບເຈົ້າ ກໍບໍ່ຕ້ອງທໍ້ໃຈແລະຄິດວ່າໂຕເອງເປັນຄລິດສະຕຽນທີ່ບໍ່ດີ ເພາະແມ່ນແຕ່ອັກຄະສາວົກໂປໂລເອງກໍຍອມຮັບວ່າ: “ເມື່ອຂ້ອຍຢາກເຮັດສິ່ງທີ່ຖືກຕ້ອງ ສິ່ງຊົ່ວກໍຢູ່ໃນຕົວຂ້ອຍ.” (ຣມ. 7:21-23) ຄລິດສະຕຽນທຸກຄົນເປັນຄົນທີ່ບໍ່ສົມບູນແບບ. ດັ່ງນັ້ນ ຕ້ອງໄດ້ພະຍາຍາມຄວບຄຸມນິດໄສທີ່ບໍ່ດີຢູ່ເລື້ອຍໆຄືກັບທີ່ເຮົາພະຍາຍາມອະນາໄມເຮືອນເລື້ອຍໆເພື່ອບໍ່ໃຫ້ມີຂີ້ຝຸ່ນ. ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ?
10. ເຮົາຈະຄວບຄຸມນິດໄສທີ່ບໍ່ດີໄດ້ແນວໃດ? (1 ໂຢຮັນ 5:14, 15)
10 ໃຫ້ອະທິດຖານບອກກັບພະເຢໂຫວາກ່ຽວກັບນິດໄສທີ່ບໍ່ດີທີ່ເຈົ້າຢາກປ່ຽນ ແລະໝັ້ນໃຈວ່າເພິ່ນຈະຟັງແລະຊ່ວຍເຈົ້າ. (ອ່ານ 1 ໂຢຮັນ 5:14, 15) ເຖິງ ວ່າພະເຢໂຫວາຈະບໍ່ໄດ້ເຮັດໃຫ້ນິດໄສທີ່ບໍ່ດີຂອງເຈົ້າໝົດໄປ ແຕ່ເພິ່ນຈະໃຫ້ກຳລັງກັບເຈົ້າເພື່ອຄວບຄຸມນິດໄສທີ່ບໍ່ດີຕ່າງໆໄດ້. (1ປຕ. 5:10) ໃນຂະນະດຽວກັນ ເຈົ້າກໍຕ້ອງພະຍາຍາມຫຼີກລ່ຽງທີ່ຈະບໍ່ເຮັດສິ່ງໃດກໍຕາມທີ່ເຮັດໃຫ້ນິດໄສເກົ່າກັບຄືນມາ ເຊັ່ນ: ບໍ່ເບິ່ງໜັງຫຼືລາຍການໂທລະທັດ ຫຼືອ່ານເລື່ອງຕ່າງໆທີ່ອາດຈະກະຕຸ້ນເຮົາໃຫ້ກັບໄປເຮັດນິດໄສແບບເກົ່າ. ແລະບໍ່ປ່ອຍໃຫ້ໃຈຄິດເຖິງແຕ່ຄວາມຕ້ອງການທີ່ຜິດໆ.—ຟລປ. 4:8; ກລຊ. 3:2
11. ເຮົາຕ້ອງເຮັດຫຍັງເພື່ອຈະມີລັກສະນະນິດໄສໃໝ່ຕໍ່ໆໄປ?
11 ເຖິງວ່າເຮົາຈະຖິ້ມລັກສະນະນິດໄສເກົ່າໄປແລ້ວ ແຕ່ກໍເປັນເລື່ອງສຳຄັນທີ່ເຮົາຈະຕ້ອງມີລັກສະນະນິດໄສໃໝ່. ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ? ໃຫ້ຮຽນແບບຄຸນລັກສະນະຕ່າງໆຂອງພະເຢໂຫວາ. (ອຟຊ. 5:1, 2) ຕົວຢ່າງເຊັ່ນ: ເມື່ອເຮົາອ່ານຄຳພີໄບເບິນທີ່ເວົ້າກ່ຽວກັບການໃຫ້ອະໄພຂອງພະເຢໂຫວາ ໃຫ້ຖາມຕົວເອງວ່າ ‘ຂ້ອຍໄດ້ໃຫ້ອະໄພຄົນອື່ນບໍ?’ ຫຼືເມື່ອອ່ານວ່າພະເຢໂຫວາໄດ້ສະແດງຄວາມເຫັນອົກເຫັນໃຈຕໍ່ຄົນທຸກຍາກແນວໃດ ກໍໃຫ້ຖາມຕົວເອງວ່າ ‘ຂ້ອຍເປັນຫ່ວງພີ່ນ້ອງທີ່ທຸກຍາກແລະໄດ້ເຮັດອີ່ຫຍັງບາງຢ່າງເພື່ອຊ່ວຍເຫຼືອເຂົາເຈົ້າບໍ?’ ໃຫ້ພະຍາຍາມປ່ຽນຄວາມຄິດຂອງເຈົ້າໃໝ່ໂດຍມີລັກສະນະນິດໄສໃໝ່ຕໍ່ໆໄປ. ແລະຕອນທີ່ເຈົ້າກຳລັງພະຍາຍາມເຮັດແບບນັ້ນ ໃຫ້ອົດທົນກັບຕົວເອງນຳ.
12. ພະລັງຂອງຄຳພີໄບເບິນໄດ້ຊ່ວຍສະຕີເຟັນແນວໃດໃຫ້ຕໍ່ສູ້ກັບຄວາມຕ້ອງການທີ່ຜິດໆຕໍ່ໆໄປ?
12 ສະຕີເຟັນທີ່ເວົ້າເຖິງໃນຂໍ້ຜ່ານມາໄດ້ຄ່ອຍໆສະແດງລັກສະນະນິດໄສໃໝ່. ລາວບອກວ່າ “ຕັ້ງແຕ່ຂ້ອຍຮັບບັບເຕມາ ມີຫຼາຍສະຖານະການທີ່ອາດຈະເຮັດໃຫ້ນິດໄສເກົ່າຂ້ອຍກັບຄືນມາ. ແຕ່ຂ້ອຍກໍໄດ້ຮຽນຮູ້ທີ່ຈະໜີຈາກສະຖານະການແບບນັ້ນ ແລະບໍ່ຢູ່ນຳຄົນທີ່ຍົວະຂ້ອຍໃຫ້ໃຈຮ້າຍ. ຫຼາຍຄົນລວມທັງເມຍຂ້ອຍໄດ້ຊົມເຊີຍທີ່ຂ້ອຍພະຍາຍາມຮັບມືກັບສະຖານະການນັ້ນໄດ້ດີ. ບາງເທື່ອຂ້ອຍເອງກໍຮູ້ສຶກແປກໃຈຄືກັນກັບສິ່ງທີ່ໂຕເອງເຮັດ. ແຕ່ກໍບໍ່ໄດ້ຖືວ່າເປັນຍ້ອນຄວາມສາມາດຂອງຕົວເອງທີ່ຈະປ່ຽນແປງນິດໄສໃຈຄໍນັ້ນ. ແຕ່ຂ້ອຍເຫັນໄດ້ວ່າ ຂ້ອຍສາມາດປ່ຽນແປງນິດໄສໃຈຄໍນັ້ນໄດ້ຍ້ອນພະລັງຈາກຄຳພີໄບເບິນ.”
ຕໍ່ສູ້ກັບຄວາມຕ້ອງການທີ່ຜິດໆຕໍ່ໆໄປ
13. ສິ່ງໃດຈະຊ່ວຍເຮົາໃຫ້ເຮັດສິ່ງທີ່ຖືກຕ້ອງ? (ຄາລາເຕຍ 5:16)
13 ອ່ານຄາລາເຕຍ 5:16. ເພື່ອຈະຊ່ວຍເຮົາໃຫ້ເຮັດສິ່ງທີ່ຖືກຕ້ອງ ພະເຢໂຫວາໄດ້ໃຫ້ພະລັງບໍລິສຸດກັບເຮົາ. ເຮົາໄດ້ຮັບພະລັງບໍລິສຸດເມື່ອເຮົາອ່ານຄຳພີໄບເບິນ ແລະເຮົາຍັງໄດ້ຮັບພະລັງບໍລິສຸດຈາກພະເຢໂຫວາເມື່ອເຮົາເຂົ້າຮ່ວມປະຊຸມ ເພາະຢູ່ທີ່ການປະຊຸມເຮົາມີໂອກາດທີ່ຈະໄດ້ໃຊ້ເວລາຢູ່ກັບພີ່ນ້ອງທີ່ພະຍາຍາມຢາກເຮັດສິ່ງທີ່ຖືກຕ້ອງຄືກັບເຮົາ. ນັ້ນຈະເຮັດໃຫ້ເຮົາໄດ້ຮັບກຳລັງໃຈຫຼາຍແທ້ໆ. (ຮຣ. 10:24, 25; 13:7) ເມື່ອເຮົາອະທິດຖານເຖິງພະເຢໂຫວາຢ່າງຈິງຈັງແລະຂໍໃຫ້ເພິ່ນຊ່ວຍເຮົາໃຫ້ເອົາຊະນະຂໍ້ອ່ອນແອ ເພິ່ນກໍຈະໃຫ້ພະລັງບໍລິສຸດກັບເຮົາເພື່ອໃຫ້ເຮົາມີກຳລັງທີ່ຈະຕໍ່ສູ້ກັບມັນໄດ້. ເຖິງວ່າກິດຈະກຳຂອງຄລິດສະຕຽນຈະບໍ່ໄດ້ເຮັດໃຫ້ຄວາມຕ້ອງການຜິດໆໝົດໄປ ແຕ່ມັນກໍຊ່ວຍເຮົາບໍ່ໃຫ້ເຮັດຕາມຄວາມຕ້ອງການຜິດໆນັ້ນໄດ້. ຄືກັບຄາລາເຕຍ 5:16 ບອກວ່າ ຜູ້ທີ່ໃຊ້ຊີວິດຕາມການຊີ້ນຳຈາກພະລັງຂອງພະເຈົ້າ “ຈະບໍ່ເຮັດຕາມຄວາມຕ້ອງການຂອງຮ່າງກາຍທີ່ມີບາບ.”
14. ເປັນຫຍັງຈຶ່ງສຳຄັນທີ່ຈະມີຄວາມຄິດທີ່ຖືກຕ້ອງຕໍ່ໆໄປ?
14 ການເຮັດກິດຈະກຳຂອງຄລິດສະຕຽນເປັນປະຈຳແລະການພະຍາຍາມທີ່ຈະເຮັດສິ່ງທີ່ຖືກຕ້ອງຢູ່ເລື້ອຍໆເປັນສິ່ງທີ່ສຳຄັນຫຼາຍ. ຍ້ອນຫຍັງ? ກໍຍ້ອນວ່າສັດຕູຂອງເຮົາບໍ່ເຄີຍຢຸດທີ່ຈະຕໍ່ສູ້ກັບເຮົາ ມັນພະຍາຍາມລໍ້ໃຈເຮົາໃຫ້ເຮັດສິ່ງທີ່ບໍ່ຖືກຕ້ອງ. ເຖິງວ່າເຮົາ ຈະຮັບບັບເຕມາແລ້ວ ແຕ່ເຮົາກໍອາດຍັງຢາກຈະເຮັດສິ່ງທີ່ບໍ່ຄວນເຮັດ ເຊັ່ນ: ຫຼິ້ນການພະນັນ ຕິດເຫຼົ້າ ຫຼືເບິ່ງສື່ລາມົກ. (ອຟຊ. 5:3, 4) ພີ່ນ້ອງຊາຍທີ່ຍັງໜຸ່ມຄົນໜຶ່ງຍອມຮັບວ່າ: “ສິ່ງທີ່ຍາກທີ່ສຸດຢ່າງໜຶ່ງສຳລັບຂ້ອຍແມ່ນການຕໍ່ສູ້ກັບການມັກເພດດຽວກັນ. ຂ້ອຍຄິດວ່າຄວາມຮູ້ສຶກນີ້ມັນຫາຍໄປແລ້ວ ແຕ່ທີ່ຈິງແລ້ວມັນຍັງຢູ່.” ຖ້າຄວາມຕ້ອງການທີ່ຢາກຈະເຮັດຜິດມັນຮຸນແຮງຂຶ້ນ ເຈົ້າຈະເຮັດແນວໃດ?
15. ເປັນຫຍັງເຮົາຈຶ່ງໄດ້ຮັບກຳລັງໃຈທີ່ຮູ້ວ່າຄວາມຕ້ອງການຜິດໆກໍເຄີຍເກີດຂຶ້ນກັບຄົນອື່ນມາແລ້ວ? (ເບິ່ງຮູບພາບ)
15 ເມື່ອຄວາມຕ້ອງການທີ່ຢາກຈະເຮັດຜິດມັນຮຸນແຮງຂຶ້ນ ຂໍໃຫ້ຈື່ໄວ້ວ່າບໍ່ໄດ້ມີແຕ່ເຈົ້າທີ່ຮູ້ສຶກແບບນັ້ນ. ຄຳພີໄບເບິນບອກວ່າ: “ການລໍ້ໃຈອັນໃດກໍຕາມທີ່ເກີດຂຶ້ນກັບພວກເຈົ້າກໍເຄີຍເກີດຂຶ້ນກັບຄົນອື່ນມາແລ້ວ.” (1ກຣ. 10:13 ສ່ວນ ກ) ໂປໂລໄດ້ຂຽນຈົດໝາຍນີ້ເຖິງພີ່ນ້ອງໃນເມືອງໂກຣິນໂທທັງຊາຍແລະຍິງ ເພາະພີ່ນ້ອງບາງຄົນເຄີຍເປັນຄົນຫຼິ້ນຊູ້ ຮັກເພດດຽວກັນ ແລະເປັນຄົນຂີ້ເຫຼົ້າ. (1ກຣ. 6:9-11) ເຈົ້າຄິດວ່າຫຼັງຈາກຮັບບັບເຕມາແລ້ວ ເຂົາເຈົ້າຈະບໍ່ຢາກກັບໄປເຮັດຕາມຄວາມຕ້ອງການທີ່ຜິດໆເລີຍບໍ? ບໍ່. ເຖິງວ່າເຂົາເຈົ້າຈະເປັນຄລິດສະຕຽນຜູ້ຖືກເຈີມ ແຕ່ເຂົາເຈົ້າກໍເປັນຄົນທີ່ບໍ່ສົມບູນແບບ. ດັ່ງນັ້ນ ບາງເທື່ອເຂົາເຈົ້າກໍຍັງຕ້ອງໄດ້ຕໍ່ສູ້ກັບຄວາມຕ້ອງການທີ່ຢາກເຮັດຜິດຢູ່. ການຮູ້ເລື່ອງນີ້ເຮັດໃຫ້ເຮົາໄດ້ຮັບກຳລັງໃຈ. ຍ້ອນຫຍັງ? ເພາະບໍ່ໄດ້ມີແຕ່ເຈົ້າທີ່ກຳລັງຕໍ່ສູ້ກັບຄວາມຮູ້ສຶກແບບນີ້ ຄົນອື່ນກໍເຄີຍຕໍ່ສູ້ຄືກັນແລະຜ່ານມັນມາໄດ້. ທີ່ຈິງ ເຈົ້າສາມາດ “ມີຄວາມເຊື່ອທີ່ໝັ້ນຄົງ ເພາະຮູ້ຢູ່ວ່າທຸກຄົນໃນສັງຄົມພີ່ນ້ອງຄລິດສະຕຽນທົ່ວໂລກກໍເຈິຄວາມທຸກແບບດຽວກັນ.”—1ປຕ. 5:9
16. ຄວາມຄິດແບບໃດທີ່ເປັນອັນຕະລາຍ? ແລະຍ້ອນຫຍັງ?
16 ເປັນເລື່ອງອັນຕະລາຍຫຼາຍທີ່ເຮົາຈະຄິດວ່າບໍ່ມີໃຜເຂົ້າໃຈຄວາມຮູ້ສຶກຂອງເຮົາ ເພາະການຄິດແບບນັ້ນຈະເຮັດໃຫ້ເຮົາທໍ້ໃຈແລະໝົດຫວັງ ແລະບໍ່ມີກຳລັງທີ່ຈະຕ້ານທານກັບຄວາມຕ້ອງການທີ່ຜິດໆໄດ້. ຄຳພີໄບເບິນ ບອກວ່າ: “ພະເຈົ້າສັດຊື່ ພະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກລໍ້ໃຈຈົນອົດທົນບໍ່ໄດ້ ແລະເມື່ອພວກເຈົ້າຖືກລໍ້ໃຈ ພະອົງຈະຊ່ວຍພວກເຈົ້າໃຫ້ມີທາງອອກເພື່ອຈະອົດທົນໄດ້.” (1ກຣ. 10:13 ສ່ວນ ຂ) ດັ່ງນັ້ນ ເຖິງວ່າຄວາມຕ້ອງການທີ່ຜິດໆຈະຮຸນແຮງຂຶ້ນ ແຕ່ເຮົາກໍສາມາດຮັກສາຄວາມສັດຊື່ຕໍ່ພະເຢໂຫວາໄດ້ ແລະດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາເຮົາສາມາດຕໍ່ສູ້ກັບຄວາມຕ້ອງການຜິດໆໄດ້.
17. ເຖິງວ່າເຮົາອາດຈະມີຄວາມຕ້ອງການທີ່ຈະເຮັດຜິດ ແຕ່ເຮົາສາມາດເຮັດຫຍັງໄດ້?
17 ຂໍໃຫ້ຈື່ໄວ້ວ່າ ຍ້ອນເຮົາເປັນມະນຸດທີ່ບໍ່ສົມບູນແບບ ຈຶ່ງເປັນໄປບໍ່ໄດ້ທີ່ເຮົາບໍ່ເຮັດຜິດເລີຍ. ແຕ່ເມື່ອໃດກໍຕາມທີ່ເຮົາມີຄວາມຕ້ອງການທີ່ຜິດໆເຮົາກໍສາມາດຕໍ່ສູ້ກັບມັນໄດ້ ຄືກັບທີ່ໂຢເຊັບເຮັດ. ລາວໄດ້ແລ່ນໜີຈາກເມຍໂປຕີຟາທັນທີ. (ປຖກ. 39:12) ດັ່ງນັ້ນ ເຈົ້າບໍ່ຈຳເປັນທີ່ຈະຕ້ອງເຮັດຕາມຄວາມຕ້ອງການທີ່ຜິດໆຂອງຕົວເອງ!
ໃຫ້ປ່ຽນແປງຕົວເອງຕໍ່ໆໄປ
18-19. ເຮົາຄວນຖາມຕົວເອງແນວໃດຕອນທີ່ເຮົາພະຍາຍາມປ່ຽນຄວາມຄິດຂອງເຮົາໃໝ່?
18 ການປ່ຽນຄວາມຄິດຂອງເຮົາໃໝ່ເປັນສິ່ງທີ່ເຮົາຕ້ອງເຮັດຢ່າງຕໍ່ເນື່ອງເພື່ອເຮົາຈະຄິດແລະເຮັດໃນແບບທີ່ພະເຈົ້າພໍໃຈ. ເພື່ອຈະເຮັດແບບນັ້ນໄດ້ເຮົາຕ້ອງກວດເບິ່ງຕົວເອງເປັນປະຈຳໂດຍຖາມຕົວເອງວ່າ: ‘ສິ່ງທີ່ຂ້ອຍເຮັດສະແດງໃຫ້ເຫັນບໍວ່າຂ້ອຍເຊື່ອວ່າໂລກນີ້ໃກ້ຈະເຖິງຈຸດຈົບແລ້ວ? ຂ້ອຍມີລັກສະນະນິດໄສໃໝ່ບໍ? ຂ້ອຍໃຊ້ຊີວິດຕາມການຊີ້ນຳຈາກພະລັງຂອງພະເຈົ້າບໍ ເຊິ່ງຈະຊ່ວຍຂ້ອຍບໍ່ໃຫ້ເຮັດຕາມຄວາມຕ້ອງການຂອງຮ່າງກາຍທີ່ມີບາບ?’
19 ຕອນທີ່ກວດເບິ່ງຕົວເອງ ໃຫ້ເບິ່ງວ່າເຈົ້າເຮັດໄດ້ດີສ່ຳໃດແລ້ວ ບໍ່ແມ່ນເບິ່ງວ່າເຈົ້າເຮັດໄດ້ສົມບູນແບບຫຼືຍັງ. ຖ້າເຫັນວ່າຍັງມີບາງຢ່າງທີ່ຈະຕ້ອງປັບປຸງ ກໍຢ່າຟ້າວທໍ້ໃຈ. ໃຫ້ເຮັດຕາມຄຳແນະນຳທີ່ຢູ່ໃນພີລິບປອຍ 3:16 ທີ່ບອກວ່າ “ບໍ່ວ່າພວກເຮົາກ້າວໜ້າເຖິງຂັ້ນໃດ ກໍໃຫ້ພວກເຮົາກ້າວໜ້າແບບນັ້ນຕໍ່ໄປເລື້ອຍໆຄືກັບທີ່ເຄີຍເຮັດຜ່ານມາ.” ຖ້າເຈົ້າເຮັດຕາມຄຳແນະນຳນີ້ ເຈົ້າກໍໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະອວຍພອນທີ່ເຈົ້າພະຍາຍາມປ່ຽນຄວາມຄິດຂອງເຈົ້າໃໝ່.
ເພງ 36 ປົກປ້ອງຫົວໃຈຂອງເຮົາ
a ອັກຄະສາວົກໂປໂລໄດ້ກະຕຸ້ນເຕືອນພີ່ນ້ອງຮ່ວມຄວາມເຊື່ອວ່າ ຢ່າຍອມໃຫ້ໂລກນີ້ມີຜົນຕໍ່ຄວາມຄິດແລະການກະທຳຂອງເຮົາ. ຄຳແນະນຳນີ້ຍັງໃຊ້ໄດ້ກັບເຮົາໃນທຸກມື້ນີ້. ເຮົາຕ້ອງເຮັດໃຫ້ແນ່ໃຈວ່າເຮົາບໍ່ຍອມໃຫ້ໂລກນີ້ມີຜົນທີ່ບໍ່ດີຕໍ່ເຮົາ. ເພື່ອຈະເຮັດແບບນັ້ນໄດ້ ເຮົາຕ້ອງຮີບລົງມືແກ້ໄຂທັນທີເມື່ອເຫັນວ່າເຮົາເລີ່ມຄິດບໍ່ຄືກັບພະເຈົ້າ. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ເຮົາຈະເຮັດແບບນັ້ນໄດ້ແນວໃດ.
b ເບິ່ງບົດຄວາມທີ່ຊື່ວ່າ “ຂ້ອຍເຄີຍເປັນຄົນຊົ່ວຫຼາຍ” ໃນຫໍສັງເກດການ 1 ກໍລະກົດ 2015 (ພາສາໄທ)
c ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍທີ່ຍັງໜຸ່ມຄົນໜຶ່ງກຳລັງຄິດວ່າຈະເລືອກຮຽນຕໍ່ສູງໆຫຼືຈະເປັນໄພໂອເນຍ.