ເລື່ອງຊີວິດຈິງ
ຂ້ອຍໄດ້ເຫັນວ່າຄົນທີ່ສັດຊື່ຕໍ່ພະເຈົ້າໄດ້ຮັບສິ່ງດີໆ
ເຈົ້າຈື່ເລື່ອງທີ່ເຄີຍລົມກັບໝູ່ບໍ ໂດຍສະເພາະແມ່ນເລື່ອງທີ່ສຳຄັນ? ສຳລັບຂ້ອຍແລ້ວ ຂ້ອຍຈື່ວ່າເມື່ອ 50 ປີກ່ອນຂ້ອຍໄດ້ນັ່ງລົມກັບໝູ່ຄົນໜຶ່ງຢູ່ຂ້າງກອງໄຟໃນປະເທດເກນຢາ. ຕອນນັ້ນພວກເຮົາດຳຫຼາຍຍ້ອນເດີນທາງເປັນເວລາຫຼາຍເດືອນ. ເຮົາໄດ້ລົມກັນກ່ຽວກັບໜັງເລື່ອງໜຶ່ງທີ່ກ່ຽວຂ້ອງກັບສາສະໜາ. ໝູ່ຂ້ອຍບອກວ່າ “ໜັງເລື່ອງນັ້ນເວົ້າບໍ່ຈິງເລີຍກ່ຽວກັບຄຳພີໄບເບິນ.”
ຂ້ອຍຈຶ່ງຫົວອອກມາທັນທີ ເພາະບໍ່ຄິດວ່າລາວຈະສົນໃຈເລື່ອງສາສະໜາ. ແລະຂ້ອຍຖາມລາວວ່າ “ເຈົ້າຮູ້ຫຍັງແດ່ກ່ຽວກັບຄຳພີໄບເບິນ?” ລາວບໍ່ໄດ້ຕອບຂ້ອຍທັນທີ. ແຕ່ໃນທີ່ສຸດລາວກໍບອກຂ້ອຍວ່າແມ່ຂອງລາວເປັນພະຍານພະເຢໂຫວາ ແລະແມ່ເຄີຍສອນຄຳພີໄບເບິນໃຫ້ລາວ. ຂ້ອຍຈຶ່ງຢາກຮູ້ຫຼາຍຂຶ້ນແລະໄດ້ຖາມລາວຕື່ມອີກ.
ເຮົາລົມກັນເກືອບໝົດຄືນ. ໝູ່ຂ້ອຍເວົ້າວ່າຄຳພີໄບເບິນບອກວ່າຊາຕານເປັນຜູ້ປົກຄອງໂລກນີ້. (ຢຮ. 14:30) ບາງທີພວກເຈົ້າອາດຈະຮູ້ເລື່ອງນີ້ຢູ່ແລ້ວ ແຕ່ສຳລັບຂ້ອຍມັນເປັນເລື່ອງໃໝ່ແລະເປັນເລື່ອງທີ່ໜ້າສົນໃຈຫຼາຍ. ເພາະຂ້ອຍເຂົ້າໃຈວ່າຜູ້ທີ່ປົກຄອງໂລກນີ້ແມ່ນພະເຈົ້າທີ່ໃຈດີແລະຍຸຕິທຳ. ແຕ່ສິ່ງທີ່ບໍ່ດີທີ່ຂ້ອຍເຫັນໃນໂລກນີ້ເຮັດໃຫ້ຂ້ອຍຂັດຂ້ອງໃຈ. ແລະເຖິງວ່າຂ້ອຍຈະມີອາຍຸພຽງແຕ່ 26 ປີ ແຕ່ສິ່ງທີ່ບໍ່ດີທີ່ຂ້ອຍເຫັນມັນລົບກວນໃຈຂ້ອຍ.
ພໍ່ຂ້ອຍເປັນນັກບິນໃນກອງທັບອາກາດຂອງສະຫະລັດອາເມຣິກາ. ດັ່ງນັ້ນ ຕັ້ງແຕ່ຍັງນ້ອຍຂ້ອຍຈຶ່ງຮູ້ວ່າສົງຄາມນິວເຄຼຍຈະເກີດຂຶ້ນຕອນໃດກໍໄດ້ ເພາະວ່າກອງທັບພ້ອມທີ່ຈະຍິງລະເບີດນິວເຄຼຍຢູ່ຕະຫຼອດເວລາ. ສົງຄາມຫວຽດນາມເກີດຂຶ້ນຕອນທີ່ຂ້ອຍຮຽນຢູ່ວິທະຍາໄລໃນລັດຄາລິຟໍເນຍ. ຂ້ອຍໄດ້ເຂົ້າຮ່ວມການປະທ້ວງກັບກຸ່ມນັກສຶກສາ. ຕຳຫຼວດໄດ້ຖືໄມ້ຄ້ອນມາໄລ່ຕີພວກເຮົາແລະຍິງແກ໊ສນ້ຳຕາໃສ່ພວກເຮົາ ເຮັດໃຫ້ພວກເຮົາສະມັກແລະແສບຕາຈົນເບິ່ງບໍ່ເຫັນຫຍັງ. ໃນຕອນນັ້ນມີແຕ່ຄວາມສັບສົນວຸ່ນວາຍແລະການຕໍ່ຕ້ານ. ພວກຜູ້ນຳທາງການເມືອງກໍຖືກລອບຂ້າ ມີການປະທ້ວງ ການກໍ່ການຮ້າຍ ແລະຫຼາຍຄົນກໍມີຄວາມຄິດເຫັນທີ່ແຕກຕ່າງກັນ. ນີ້ຈຶ່ງເຮັດໃຫ້ສັງຄົມມີແຕ່ຄວາມວຸ່ນວາຍ.
ໃນປີ 1970 ຂ້ອຍໄດ້ຂຶ້ນໄປທາງເໜືອຂອງອາລັດສະກາແລະເຮັດວຽກຢູ່ຫັ້ນ. ຂ້ອຍຫາເງິນໄດ້ບັກຫຼາຍໆຈາກນັ້ນຂ້ອຍກໍເດີນທາງໄປລອນດອນ ແລ້ວຊື້ລົດຈັກຄັນໜຶ່ງແລະຂີ່ໄປເລື້ອຍໆໂດຍບໍ່ມີຈຸດໝາຍປາຍທາງ. ຫຼາຍເດືອນຕໍ່ມາຂ້ອຍກໍຂີ່ມາຮອດທະວີບອາຝຼິກກາ. ໃນລະຫວ່າງທາງ ຂ້ອຍໄດ້ເຈິກັບຄົນທີ່ຢາກເຮັດຄືກັບຂ້ອຍ ນັ້ນກໍຄືຢາກໜີຈາກບັນຫາແລະຄວາມວຸ່ນວາຍ.
ຂ້ອຍຮູ້ສຶກວ່າຄຳສອນໃນຄຳພີໄບເບິນມີເຫດຜົນ ເມື່ອຂ້ອຍເຫັນວ່າເຫດການທີ່ວຸ່ນວາຍຢູ່ໃນໂລກນີ້ມັນສອດຄ່ອງກັບສິ່ງທີ່ຄຳພີໄບເບິນສອນທີ່ວ່າຊາຕານຕົວຊົ່ວຮ້າຍເປັນຜູ້ຄວບຄຸມ
ທຸກຢ່າງໃນໂລກນີ້. ແຕ່ຂ້ອຍກໍຢາກຮູ້ວ່າພະເຈົ້າກ່ຽວຂ້ອງແນວໃດກັບເລື່ອງນີ້?ຫຼາຍເດືອນຕໍ່ມາຂ້ອຍກໍໄດ້ຮັບຄຳຕອບ. ຂ້ອຍໄດ້ມີໂອກາດຮູ້ຈັກແລະຮັກພີ່ນ້ອງຫຼາຍຄົນທີ່ສັດຊື່ຕໍ່ພະເຈົ້າທ່ຽງແທ້ເຖິງວ່າຈະຢູ່ໃນສະພາບການທີ່ແຕກຕ່າງກັນ.
ອຽກລັງເໜືອ “ດິນແດນທີ່ມີແຕ່ລູກລະເບີດແລະລູກປືນ”
ເມື່ອຂ້ອຍກັບໄປລອນດອນ ຂ້ອຍໄດ້ຕິດຕໍ່ຫາແມ່ຂອງໝູ່ຂ້ອຍ. ລາວໄດ້ເອົາຄຳພີໄບເບິນໃຫ້ຂ້ອຍ. ຕໍ່ມາ ເມື່ອຂ້ອຍໄປເມືອງອຳສະເຕີດຳ ປະເທດໂຮນລັງ. ພະຍານພະເຢໂຫວາຄົນໜຶ່ງເຫັນຂ້ອຍຕອນທີ່ຂ້ອຍນັ່ງອ່ານຄຳພີໄບເບິນຢູ່ໃກ້ເສົາໄຟ. ລາວເລີຍຊ່ວຍຂ້ອຍໃຫ້ເຂົ້າໃຈຄຳພີໄບເບິນຫຼາຍຂຶ້ນ. ຈາກນັ້ນ ຂ້ອຍກໍກັບໄປເມືອງດັບລິນ ປະເທດອຽກລັງ ແລະໄດ້ຊອກຫາສຳນັກງານສາຂາຂອງພະຍານພະເຢໂຫວາ. ເມື່ອຂ້ອຍເຄາະປະຕູຂອງສຳນັກງານສາຂາ ຜູ້ທີ່ມາເປີດປະຕູໃຫ້ຂ້ອຍແມ່ນພີ່ນ້ອງອາເທີ ແມັດທິວ. ຂ້ອຍໄດ້ຂໍສຶກສາຄຳພີໄບເບິນກັບລາວ ແລະລາວກໍຕອບຕົກລົງສຶກສາຄຳພີໄບເບິນໃຫ້ຂ້ອຍ.
ຂ້ອຍຕັ້ງໃຈສຶກສາຄຳພີໄບເບິນແລະອ່ານປຶ້ມທຸກຫົວທີ່ພະຍານພະເຢໂຫວາຈັດພິມ. ແລະແນ່ນອນວ່າຂ້ອຍອ່ານຄຳພີໄບເບິນນຳ. ເມື່ອຂ້ອຍໄດ້ອ່ານຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍ. ຕອນທີ່ຂ້ອຍໄປປະຊຸມ ຂ້ອຍເຫັນວ່າແມ່ນແຕ່ເດັກນ້ອຍກໍສາມາດຕອບຄຳຖາມທີ່ຄົນມີຄວາມຮູ້ສູງສົງໄສມາຫຼາຍຮ້ອຍປີໄດ້ ເຊັ່ນ: ເປັນຫຍັງຈຶ່ງມີຄວາມຊົ່ວຮ້າຍ? ອົງສັກສິດມີແທ້ຢູ່ບໍ? ຕາຍແລ້ວເປັນແນວໃດ? ຕອນທີ່ຂ້ອຍຢູ່ອຽກລັງ ໝູ່ທີ່ຂ້ອຍຫຼິ້ນນຳທັງໝົດເປັນພະຍານພະເຢໂຫວາ ເພາະຂ້ອຍບໍ່ຮູ້ຈັກໃຜເລີຍນອກຈາກພະຍານພະເຢໂຫວາ. ເຂົາເຈົ້າໄດ້ຊ່ວຍຂ້ອຍໃຫ້ຮັກພະເຢໂຫວາແລະເຮັດຕາມທີ່ເພິ່ນຕ້ອງການ.
ຂ້ອຍຮັບບັບເຕມາໃນປີ 1972. ໜຶ່ງປີຕໍ່ມາຂ້ອຍກໍເລີ່ມເປັນໄພໂອເນຍແລະສົມທົບກັບປະຊາຄົມນ້ອຍໆໃນເມືອງນິວຣີ ປະເທດອຽກລັງເໜືອ. ຂ້ອຍໄດ້ເຊົ່າເຮືອນທີ່ເຮັດດ້ວຍຫີນ ເຊິ່ງຕັ້ງຢູ່ເທິງເນີນພູ. ຢູ່ແຖວນັ້ນມີທົ່ງຫຍ້າທີ່ມີຝູງງົວຢູ່ນຳ. ຂ້ອຍໄດ້ຝຶກຊ້ອມຄຳບັນຍາຍຢູ່ຕໍ່ໜ້າພວກມັນ. ແລະເບິ່ງຄືວ່າພວກມັນຕັ້ງໃຈຟັງຂ້ອຍດີໆຕອນທີ່ພວກມັນຄ້ຽວຫຍ້າຢູ່. ເຖິງວ່າພວກມັນຈະບໍ່ໄດ້ໃຫ້ຄຳແນະນຳຫຍັງຂ້ອຍເລີຍໃນເລື່ອງຄຳບັນຍາຍ ແຕ່ພວກມັນກໍຊ່ວຍຂ້ອຍໃຫ້ຝຶກເບິ່ງຜູ້ຟັງ. ໃນປີ 1974 ຂ້ອຍຖືກແຕ່ງຕັ້ງໃຫ້ເປັນໄພໂອເນຍພິເສດ ແລະໄດ້ຮ່ວມຮັບໃຊ້ກັບພີ່ນ້ອງໄນໂຈ ພິດ ເຊິ່ງເປັນຄູ່ໄພໂອເນຍແລະເປັນໝູ່ແທ້ຂອງຂ້ອຍ.
ໃນຕອນນັ້ນອຽກລັງເໜືອມີ “ຄວາມວຸ່ນວາຍ” ຫຼາຍໃນສັງຄົມ. ບາງຄົນຈຶ່ງເອີ້ນອຽກລັງເໜືອວ່າ “ດິນແດນທີ່ມີແຕ່ລູກລະເບີດແລະລູກປືນ.” ຈຶ່ງເປັນເລື່ອງທຳມະດາທີ່ມີການຕີກັນ ຍິງກັນຢູ່ຕາມຖະໜົນຫົນທາງ ແລະວາງລະເບີດໃສ່ລົດ. ບັນຫາສ່ວນໃຫຍ່ເກີດມາຈາກຄວາມຂັດແຍ້ງທາງດ້ານການເມືອງແລະສາສະໜາ. ແຕ່ທັງພວກໂປຣແຕສະຕັງແລະກາໂຕລິກກໍ
ຍອມຮັບວ່າພະຍານພະເຢໂຫວາບໍ່ເຂົ້າຂ້າງຝ່າຍໃດເລີຍທາງດ້ານການເມືອງ. ດັ່ງນັ້ນ ເຮົາຈຶ່ງສາມາດປະກາດໄດ້ຢ່າງອິດສະຫຼະແລະປອດໄພ. ຫຼາຍເທື່ອເຈົ້າຂອງເຮືອນຈະຮູ້ວ່າຈະມີຄວາມຮຸນແຮງເກີດຂຶ້ນຢູ່ໃສແລະເມື່ອໃດ ແລ້ວເຂົາເຈົ້າກໍຈະບອກໃຫ້ເຮົາຮູ້ກ່ອນເພື່ອຈະຫຼີກລ່ຽງອັນຕະລາຍໄດ້.ເຖິງຈະເປັນແນວນັ້ນ ຊີວິດຢູ່ຫັ້ນກໍຂ້ອນຂ້າງອັນຕະລາຍ. ມື້ໜຶ່ງ ຂ້ອຍກັບເດັນນິດສ໌ຄາຣິກັນ ຄູ່ໄພໂອເນຍນຳກັນ. ເຮົາໄດ້ໄປປະກາດໃນເຂດທີ່ຢູ່ໃກ້ຕົວເມືອງ ເຊິ່ງບ່ອນນັ້ນບໍ່ມີພະຍານພະເຢໂຫວາ ແລະພວກເຮົາກໍເຄີຍໄປປະກາດຢູ່ບ່ອນນັ້ນແຕ່ເທື່ອດຽວ. ມີຜູ້ຍິງຄົນໜຶ່ງກ່າວຫາວ່າພວກເຮົາເປັນສາຍລັບຂອງທະຫານອັງກິດ. ອາດເປັນຍ້ອນເຮົາບໍ່ໄດ້ເວົ້າສຳນຽງທ້ອງຖິ່ນຂອງຄົນອຽກລັງ. ຜູ້ຍິງຄົນນັ້ນເຮັດໃຫ້ເຮົາຮູ້ສຶກຢ້ານ. ເພາະພຽງແຕ່ເຮົາສະແດງອອກວ່າເຮົາເປັນມິດກັບທະຫານອັງກິດ ກໍສາມາດເຮັດໃຫ້ເຮົາຖືກຂ້າຫຼືຖືກຍິງໃສ່ຫົວເຂົ່າໄດ້. ຕອນທີ່ເຮົາສອງຄົນລໍຖ້າລົດເມເພື່ອຈະອອກໄປຈາກເມືອງນັ້ນ ອາກາດກໍໜາວຫຼາຍ. ເຮົາເຫັນລົດຄັນໜຶ່ງແລ່ນມາຈອດຢູ່ຕໍ່ໜ້າຮ້ານກາເຟທີ່ຜູ້ຍິງຄົນນັ້ນຢືນຢູ່. ລາວໄດ້ຍ່າງອອກມາລົມກັບຜູ້ຊາຍສອງຄົນທີ່ຢູ່ໃນລົດ ແລະຊີ້ມືມາໃສ່ພວກເຮົາ. ຜູ້ຊາຍສອງຄົນນັ້ນກໍໄດ້ຂີ່ລົດມາຫາພວກເຮົາແລະຖາມວ່າລົດເມຊິມາຕອນໃດ. ເມື່ອລົດເມມາຮອດ ຜູ້ຊາຍສອງຄົນນັ້ນກໍໄດ້ໄປລົມກັບໂຊເຟີລົດເມ. ເຮົາບໍ່ຮູ້ວ່າເຂົາເຈົ້າລົມຫຍັງກັນ. ແລະຢູ່ເທິງລົດເມກໍບໍ່ມີຜູ້ໂດຍສານຈັກຄົນ. ເຮົາເລີຍຄິດວ່າພວກເຂົາຈະພາເຮົາໄປຈັດການຢູ່ນອກເມືອງແລ້ວ! ແຕ່ກໍບໍ່ມີຫຍັງເກີດຂຶ້ນ. ຕອນລົງຈາກລົດ ຂ້ອຍໄດ້ຖາມໂຊເຟີວ່າ: “ສອງຄົນນັ້ນໄດ້ຖາມຫຍັງກ່ຽວກັບພວກເຮົາ?” ລາວຕອບຂ້ອຍວ່າ: “ບໍ່ມີຫຍັງດອກ! ຂ້ອຍບອກກັບເຂົາເຈົ້າວ່າຂ້ອຍຮູ້ຈັກພວກເຈົ້າດີ ພວກເຈົ້າບໍ່ໄດ້ເປັນພິດເປັນໄພຫຍັງ. ສະບາຍໃຈໄດ້!”
ໃນປີ 1976 ໄດ້ມີການຈັດການປະຊຸມພາກຢູ່ເມືອງດັບລິນ. ຂ້ອຍໄດ້ພົບພໍລີນ ລໍແມັກສ໌ ເຊິ່ງເປັນໄພໂອເນຍພິເສດທີ່ມາຈາກປະເທດອັງກິດ. ລາວເປັນຄົນສັດຊື່ ຖ່ອມຕົວ ແລະໜ້າຮັກຫຼາຍ. ລາວມາກັບນ້ອງຊາຍທີ່ຊື່ເຣ. ລາວກັບເຣຮູ້ຈັກຄວາມຈິງຕັ້ງແຕ່ຍັງນ້ອຍ. ໜຶ່ງປີຕໍ່ມາ ຂ້ອຍກັບພໍລີນກໍໄດ້ແຕ່ງດອງກັນ ແລະເຮົາຮັບໃຊ້ເປັນໄພໂອເນຍພິເສດນຳກັນຢູ່ເມືອງບາລີມີນາ ອຽກລັງເໜືອ.
ເຮົາເຮັດວຽກເດີນໝວດນຳກັນໃນໄລຍະໜຶ່ງ. ເຂດທີ່ເຮົາຮັບໃຊ້ແມ່ນເມືອງເບວຟັດສ໌ ເມືອງລອນດອນເດີຣີ ແລະເຂດອື່ນໆທີ່ອັນຕະລາຍ. ເຮົາຮູ້ສຶກປະທັບໃຈຄວາມເຊື່ອຂອງພີ່ນ້ອງຫຼາຍທີ່ເຂົາເຈົ້າສາມາດປະຖິ້ມສິ່ງທີ່ຝັງຮາກເລິກໄດ້ ເຊັ່ນ: ຄວາມເຊື່ອທາງສາສະໜາ ອະຄະຕິ ແລະຄວາມກຽດຊັງແລ້ວມາຮັບໃຊ້ພະເຢໂຫວາ. ພະເຢໂຫວາກໍໄດ້ອວຍພອນແລະປົກປ້ອງເຂົາເຈົ້າໃຫ້ປອດໄພ!
ຂ້ອຍໄດ້ຢູ່ອຽກລັງປະມານ 10 ປີ. ຫຼັງຈາກນັ້ນ ໃນປີ 1981 ພວກເຮົາກໍຖືກເຊີນໃຫ້ເຂົ້າໂຮງຮຽນກິລຽດໃນຊັ້ນຮຽນທີ 72. ຫຼັງຈາກຈົບໂຮງຮຽນນັ້ນ ເຮົາກໍຖືກມອບໝາຍໃຫ້ຮັບໃຊ້ໃນປະເທດເຊຣາເລອອນເຊິ່ງຢູ່ທາງພາກຕາເວັນຕົກຂອງທະວີບອາຝຼິກກາ.
ເຊຣາເລອອນ ພີ່ນ້ອງທີ່ຢູ່ຫັ້ນມີຄວາມເຊື່ອທີ່ເຂັ້ມແຂງເຖິງວ່າຈະທຸກຍາກ
ເຮົາພັກຢູ່ເຮືອນຂອງມິດຊັນນາຣີກັບພີ່ນ້ອງຊາຍຍິງ 11 ຄົນ ເຮືອນຫຼັງນີ້ມີຫ້ອງຄົວ 1 ຫ້ອງ, ຫ້ອງນ້ຳ 3 ຫ້ອງ, ຫ້ອງອາບນ້ຳ 3 ຫ້ອງ, ມີໂທລະສັບ 1 ໜ່ວຍ ມີຈັກຊັກເຄື່ອງ 1 ໜ່ວຍແລະຈັກອົບເຄື່ອງ 1 ໜ່ວຍ. ໄຟຟ້າຢູ່ນີ້ມັກຈະດັບເລື້ອຍໆແລະກໍບໍ່ຮູ້ວ່າມັນຈະດັບຕອນໃດ. ນອກຈາກນັ້ນ ຢູ່ເທິງຫຼັງຄາກໍມີໂຕໜູແລະຢູ່ຫ້ອງໃຕ້ດິນກໍມັກຈະເຫັນງູເຫົ່າມາເລື້ອຍໆ.
ເຖິງວ່າຊີວິດຢູ່ຈະບໍ່ງ່າຍປານໃດແຕ່ເຮົາກໍມີຄວາມສຸກກັບວຽກຮັບໃຊ້. ຫຼາຍຄົນນັບຖືຄຳພີໄບເບິນແລະຕັ້ງໃຈຟັງເມື່ອເຮົາປະກາດ ຫຼາຍຄົນໄດ້ມາສຶກສາຄຳພີໄບເບິນແລະໄດ້ເຂົ້າມາເປັນພະຍານ. ຄົນໃນທ້ອງຖິ່ນເອີ້ນຂ້ອຍວ່າ “ອ້າຍໂຣເບີດ” ແລະເອີ້ນພໍລີນວ່າ “ເມຍອ້າຍໂຣເບີດ.” ແຕ່ເນື່ອງຈາກຂ້ອຍຕ້ອງເຮັດວຽກໃຫ້ສຳນັກງານສາຂາຫຼາຍຂຶ້ນ ເວລາທີ່ຂ້ອຍໃຊ້
ປະກາດຈຶ່ງໜ້ອຍລົງ. ດັ່ງນັ້ນ ຫຼາຍຄົນຈຶ່ງເອີ້ນພໍລີນວ່າ “ເອື້ອຍພໍລີນ” ແລະເອີ້ນຂ້ອຍວ່າ “ຜົວເອື້ອຍພໍລີນ.” ເຊິ່ງພໍລີນມັກຫຼາຍທີ່ເຂົາເຈົ້າເອີ້ນແບບນັ້ນ!ເຖິງວ່າພີ່ນ້ອງຫຼາຍຄົນຈະທຸກຍາກແຕ່ພະເຢໂຫວາກໍເບິ່ງແຍງເຂົາເຈົ້າໃຫ້ມີສິ່ງຈຳເປັນແລະບາງເທື່ອເພິ່ນກໍຊ່ວຍເຂົາເຈົ້າໃນວິທີທີ່ຄາດບໍ່ເຖິງ. (ມທ. 6:33) ຂ້ອຍຈື່ໄດ້ວ່າມີພີ່ນ້ອງຍິງຄົນໜຶ່ງມີເງິນພໍແຕ່ຊື້ອາຫານສຳລັບລາວກັບລູກໃນມື້ນັ້ນ ແຕ່ລາວກໍເອົາເງິນທັງໝົດທີ່ມີໃຫ້ກັບພີ່ນ້ອງຊາຍຄົນໜຶ່ງທີ່ເປັນໄຂ້ມາລາເລຍເພື່ອຈະໃຫ້ລາວເອົາໄປຊື້ຢາ. ໃນເວລາຕໍ່ມາຂອງມື້ນັ້ນ ກໍມີຜູ້ຍິງຄົນໜຶ່ງໄດ້ມາຈ້າງພີ່ນ້ອງຍິງຄົນນີ້ໃຫ້ຕັດຜົມໃຫ້ ລາວຈຶ່ງມີເງິນທີ່ຈະຊື້ອາຫານສຳລັບລາວກັບລູກ. ພວກເຮົາມັກຈະໄດ້ຍິນປະສົບການແບບນີ້ຫຼາຍເທື່ອ.
ນີເຊເຣຍ ເຮົາໄດ້ຮຽນຮູ້ວັດທະນະທຳໃໝ່
ເຮົາຮັບໃຊ້ຢູ່ເຊຣາເລອອນປະມານ 9 ປີ. ຈາກນັ້ນເຮົາກໍຖືກມອບໝາຍໃຫ້ໄປຢູ່ເບເທນນີເຊເຣຍ. ສຳນັກງານສາຂານີ້ໃຫຍ່ຫຼາຍ. ຂ້ອຍໄດ້ເຮັດວຽກແບບດຽວກັບຢູ່ເຊຣາເລອອນ. ແຕ່ສຳລັບພໍລີນແລ້ວ ມັນເປັນການປ່ຽນແປງຄັ້ງໃຫຍ່ຫຼາຍ ເພາະແຕ່ກ່ອນລາວຈະໃຊ້ເວລາ 130 ຊົ່ວໂມງເພື່ອປະກາດໃນແຕ່ລະເດືອນແລະມີນັກສຶກສາທີ່ກ້າວໜ້າຫຼາຍ. ແຕ່ຕອນນີ້ ລາວຖືກມອບໝາຍໃຫ້ໄປຢູ່ໃນຫ້ອງຫຍິບເຄື່ອງເພື່ອແປງເຄື່ອງໃຫ້ພີ່ນ້ອງ. ສຳລັບພໍລີນແລ້ວຕ້ອງໃຊ້ເວລາພໍສົມຄວນເພື່ອຈະປັບໂຕໄດ້ ແຕ່ລາວກໍຮູ້ວ່າພີ່ນ້ອງຄົນອື່ນໆເຫັນຄ່າສິ່ງທີ່ລາວເຮັດແລະລາວພະຍາຍາມຊອກຫາໂອກາດເພື່ອຈະໃຫ້ກຳລັງໃຈສະມາຊິກຄອບຄົວເບເທນຄົນອື່ນໆ.
ວັດທະນະທຳຢູ່ໃນນີເຊເຣຍເປັນວັດທະນະທຳໃໝ່ສຳລັບພວກເຮົາ ແລະພວກເຮົາຕ້ອງໄດ້ຮຽນຮູ້ອີກຫຼາຍຢ່າງ. ມີມື້ໜຶ່ງ ພີ່ນ້ອງຊາຍຄົນໜຶ່ງໄດ້ພາພີ່ນ້ອງຍິງມາແນະນຳໂຕກັບຂ້ອຍ ເພາະລາວຫາກໍຖືກເຊີນເຂົ້າເບເທນໃໝ່ໆ. ຕອນທີ່ຂ້ອຍຈະທັກທາຍລາວດ້ວຍການຈັບມື ລາວພັດໄດ້ໝູບໜ້າລົງພື້ນຢູ່ໃກ້ຕີນຂ້ອຍ ຂ້ອຍຮູ້ສຶກຕົກໃຈຫຼາຍ ແລະຄິດເຖິງຂໍ້ພະຄຳພີ 2 ຂໍ້ທັນທີໃນກິດຈະການ 10:25, 26 ແລະພະນິມິດ 19:10. ແລະຄິດໃນໃຈວ່າ ‘ຂ້ອຍຈະບອກພີ່ນ້ອງຍິງຄົນນີ້ດີບໍວ່າ ບໍ່ຄວນເຮັດແບບນີ້?’ ແຕ່ໃນເວລາດຽວກັນຂ້ອຍກໍຄິດໄດ້ວ່າ ລາວຖືກເຊີນໃຫ້ເຂົ້າເບເທນລາວກໍໜ້າຈະຮູ້ຄຳສອນນີ້ດີຢູ່ແລ້ວ.
ຂ້ອຍລົມກັບເຂົາເຈົ້າຕໍ່ດ້ວຍຄວາມຮູ້ສຶກເກິໆກະໆຈາກນັ້ນຂ້ອຍໄດ້ມີໂອກາດຄົ້ນຄວ້າຈຶ່ງໄດ້ຮູ້ວ່າ ສິ່ງທີ່ພີ່ນ້ອງຍິ່ງຄົນນີ້ເຮັດເປັນວິທີສະແດງຄວາມເຄົາລົບນັບຖືຄົນອື່ນຕາມທຳນຽນທ້ອງຖິ່ນຂອງບາງພາກສ່ວນໃນປະເທດນີເຊເຣຍ ແລະພວກຜູ້ຊາຍກໍເຮັດແບບນັ້ນຄືກັນ. ສິ່ງທີ່ເຂົາເຈົ້າເຮັດບໍ່ໄດ້ເປັນການນະມັດສະການ ແຕ່ເປັນການສະແດງຄວາມນັບຖືຕໍ່ຄົນອື່ນແລະໃນຄຳພີໄບເບິນກໍມີຕົວຢ່າງຂອງບາງຄົນທີ່ເຮັດແບບນີ້. (1ຊມ. 24:8) ຂ້ອຍຮູ້ສຶກດີໃຈຫຼາຍທີ່ບໍ່ໄດ້ເວົ້າຫຍັງອອກໄປ ເຊິ່ງເຮັດໃຫ້ພີ່ນ້ອງຍິງຄົນນີ້ຮູ້ສຶກອາຍ.
a ລາວຮຽນຄວາມຈິງຕັ້ງແຕ່ອາຍຸຍັງນ້ອຍ ແຕ່ຕໍ່ມາ ລາວໄດ້ຕິດພະຍາດຂີ້ທູດແລະຖືກສົ່ງໄປຢູ່ຄ້າຍສຳລັບຄົນເປັນຂີ້ທູດ. ຢູ່ຫັ້ນມີແຕ່ລາວຄົນດຽວທີ່ເປັນພະຍານພະເຢໂຫວາແຖມລາວຍັງຖືກຕໍ່ຕ້ານນຳອີກ ແຕ່ເຖິງຈະເປັນແນວນັ້ນ ລາວກໍໄດ້ຊ່ວຍຄົນທີ່ເປັນຂີ້ທູດຫຼາຍກວ່າ 30 ຄົນໃຫ້ເຂົ້າມາເປັນພະຍານພະເຢໂຫວາແລະໄດ້ກໍ່ຕັ້ງປະຊາຄົມໜຶ່ງຢູ່ຫັ້ນ.
ຕະຫຼອດຫຼາຍປີທີ່ເຮົາຮັບໃຊ້ຢູ່ນີເຊເຣຍ ເຮົາໄດ້ເຈິກັບພີ່ນ້ອງທີ່ສັດຊື່ຫຼາຍຄົນ. ໜຶ່ງໃນນັ້ນແມ່ນພີ່ນ້ອງ ໄອເຊອາ ອາດັກໂບນາ.ເກນຢາ ພີ່ນ້ອງຢູ່ຫັ້ນໄດ້ອົດທົນກັບຂ້ອຍ
ໃນປີ 1996 ພວກເຮົາຖືກມອບໝາຍໃຫ້ໄປຢູ່ສຳນັກງານສາຂາເກນຢາ. ນີ້ເປັນເທື່ອທຳອິດທີ່ເຮົາໄດ້ກັບມາປະເທດທີ່ຂ້ອຍໄດ້ເລົ່າໃຫ້ຟັງໃນຕອນຕົ້ນ. ພວກເຮົາພັກຢູ່ເບເທນ. ຢູ່ເບເທນນີ້ມັກຈະມີແຂກທີ່ບໍ່ໄດ້ຮັບເຊີນມາຢ້ຽມຢາມເລື້ອຍໆນັ້ນກໍຄື ຝູງລີງເວີເວັດ. ພວກມັນມັກຈະມາ “ຍາດ” ເອົາໝາກໄມ້ທີ່ພີ່ນ້ອງຍິງຖືຢູ່. ມື້ໜຶ່ງພີ່ນ້ອງຍິງຄົນໜຶ່ງລືມປິດປ່ອງຢ້ຽມຕອນທີ່ລາວອອກໄປນອກ. ເມື່ອລາວກັບມາກໍເຫັນວ່າ ມີລີງຄອບຄົວໜຶ່ງກຳລັງນັ່ງກິນອາຫານຢູ່ໃນຫ້ອງຂອງລາວຢ່າງມີຄວາມສຸກ. ລາວຮ້ອງສຽງດັງແລ້ວແລ່ນອອກໄປຈາກຫ້ອງ ສ່ວນລີງກໍຕົກໃຈແລ້ວພາກັນແຕກໜີອອກໄປທາງປ່ອງຢ້ຽມ.
ຂ້ອຍກັບພໍລີນສົມທົບກັບປະຊາຄົມທີ່ໃຊ້ພາສາສະວາອິລິ. ເມື່ອຜ່ານໄປໄດ້ໄລຍະໜຶ່ງຂ້ອຍກໍໄດ້ຖືກມອບໝາຍໃຫ້ນຳປຶ້ມປະຈຳປະຊາຄົມ (ເຊິ່ງປັດຈຸບັນເອີ້ນວ່າ ການສຶກສາຄຳພີໄບເບິນປະຈຳປະຊາຄົມ). ແຕ່ຂ້ອຍເວົ້າພາສານີ້ບໍ່ເກັ່ງເລີຍ ເປັນຄືກັບເດັກນ້ອຍທີ່ກຳລັງຮຽນເວົ້າ. ຂ້ອຍຕ້ອງກຽມລ່ວງໜ້າຢ່າງດີເພື່ອຈະອ່ານຄຳຖາມໄດ້. ແຕ່ຖ້າພີ່ນ້ອງຕອບຕ່າງຈາກສິ່ງທີ່ຢູ່ໃນປຶ້ມພຽງແຕ່ໜ້ອຍດຽວ ຂ້ອຍກໍຈະບໍ່ເຂົ້າໃຈເລີຍ ນີ້ຈຶ່ງເຮັດໃຫ້ຂ້ອຍຮູ້ສຶກບໍ່ດີ. ແຕ່ຂ້ອຍກໍຮູ້ສຶກປະທັບໃຈທີ່ພີ່ນ້ອງອົດທົນຟັງຂ້ອຍແລະຍອມຮັບການຈັດກຽມນີ້ດ້ວຍຄວາມຖ່ອມໃຈ.
ສະຫະລັດອາເມຣິກາ ພີ່ນ້ອງມີຄວາມເຊື່ອເຂັ້ມແຂງເຖິງວ່າຈະຢູ່ໃນສັງຄົມທີ່ຮັ່ງມີ
ເຮົາຢູ່ໃນເກນຢາບໍ່ຮອດປີ. ຈາກນັ້ນໃນປີ 1997 ເຮົາກໍຖືກເຊີນໃຫ້ໄປເບເທນບຣຸກລິນ ນິວຢອກ. ຕອນນີ້ເຮົາຢູ່ໃນປະເທດທີ່ຫຼາຍຄົນຮັ່ງມີເຊິ່ງກໍເຮັດໃຫ້ເຈິບັນຫາອີກແບບໜຶ່ງ (ສຸພາ. 30:8, 9) ແຕ່ເຖິງວ່າຈະເປັນແບບນັ້ນ ພີ່ນ້ອງຂອງເຮົາກໍມີຄວາມເຊື່ອເຂັ້ມແຂງ. ເຂົາເຈົ້າໃຊ້ເວລາແລະຊັບສິນຂອງຕົວເອງເພື່ອສະໜັບສະໜູນວຽກງານຂອງອົງການ ບໍ່ແມ່ນເພື່ອເຮັດໃຫ້ຕົວເອງລ້ຳລວຍ.
ຕະຫຼອດຫຼາຍປີທີ່ຮັບໃຊ້ພະເຢໂຫວາ ເຮົາໄດ້ເຫັນວ່າພີ່ນ້ອງມີຄວາມເຊື່ອເຂັ້ມແຂງເຖິງວ່າຈະຢູ່ໃນສະພາບການທີ່ແຕກຕ່າງກັນ ເຊັ່ນ: ໃນອຽກລັງເໜືອ ພີ່ນ້ອງມີຄວາມເຊື່ອເຂັ້ມແຂງເຖິງວ່າຢູ່ໃນປະເທດທີ່ມີຄວາມວຸ່ນວາຍໃນສັງຄົມ. ໃນອາຝຼິກກາ ພີ່ນ້ອງມີຄວາມເຊື່ອເຂັ້ມແຂງເຖິງຈະທຸກຍາກແລະຢູ່ຫ່າງໄກ. ໃນສະຫະລັດອາເມຣິກາ ພີ່ນ້ອງມີຄວາມເຊື່ອເຂັ້ມແຂງເຖິງວ່າຈະຢູ່ໃນສັງຄົມທີ່ຮັ່ງມີ. ພະເຢໂຫວາຕ້ອງມີຄວາມສຸກຫຼາຍແທ້ໆທີ່ເຫັນວ່າຜູ້ຮັບໃຊ້ຂອງເພິ່ນໄດ້ສະແດງຄວາມຮັກຕໍ່ເພິ່ນເຖິງວ່າຈະຢູ່ໃນສະພາບທີ່ແຕກຕ່າງກັນ!
ເວລາຂອງພວກເຮົາ “ຜ່ານໄປໄວກວ່າກະສວຍຂອງຄົນຕ່ຳຜ້າ.” (ໂຢບ 7:6, ລ.ມ.) ຕອນນີ້ເຮົາຮັບໃຊ້ຮ່ວມກັບພີ່ນ້ອງຢູ່ສຳນັກງານໃຫຍ່ໃນວໍວິກ ລັດນິວຢອກ. ເຮົາມີຄວາມສຸກຫຼາຍທີ່ໄດ້ຮັບໃຊ້ກັບພີ່ນ້ອງທີ່ສະແດງຄວາມຮັກເຊິ່ງກັນແລະກັນ. ເຮົາຮູ້ສຶກອີ່ມອົກອີ່ມໃຈແລະດີໃຈຫຼາຍທີ່ຍັງສາມາດເຮັດສິ່ງທີ່ເຮັດໄດ້ເພື່ອສະໜັບສະໜູນພະຄລິດເຢຊູກະສັດຂອງພວກເຮົາ ເຊິ່ງອີກບໍດົນເພິ່ນຈະໃຫ້ລາງວັນກັບຜູ້ຮັບໃຊ້ທຸກຄົນທີ່ສະແດງຄວາມສັດຊື່ຕໍ່ພະເຢໂຫວາ.—ມທ. 25:34
a ເລື່ອງຊີວິດຈິງຂອງພີ່ນ້ອງໄອເຊອາ ອາດັກໂບນາ ຢູ່ໃນຫໍສັງເກດການສະບັບ 1 ເມສາ 1998 ໜ້າ 22-27 (ພາສາໄທ). ລາວຕາຍໃນປີ 2010.