ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 9

ເຫັນຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ

ເຫັນຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ

“ພວກ​ເຮົາ​ມີ​ຊີວິດ​ຢູ່​ແລະ​ເຄື່ອນໄຫວ​ໄປ​ມາ​ໄດ້​ກໍ​ຍ້ອນ​ພະອົງ.”—ກຈກ. 17:28

ເພງ 141 ຊີວິດ​ເປັນ​ສິ່ງ​ມະຫັດສະຈັນ

ໃຈ​ຄວາມ​ສຳຄັນ a

1. ຊີວິດ​ຂອງ​ເຮົາ​ມີຄ່າ​ຫຼາຍ​ຂະໜາດ​ໃດ​ສຳລັບ​ພະເຢໂຫວາ?

 ສົມມຸດ​ວ່າ​ມີ​ໝູ່​ຄົນ​ໜຶ່ງ​ເອົາ​ເຮືອນ​ຫຼັງ​ໜຶ່ງ​ໃຫ້​ເຈົ້າ. ເຖິງ​ວ່າ​ເຮືອນ​ຫຼັງ​ນັ້ນ​ຈະ​ເກົ່າ​ຫຼາຍ​ແລະໂດກ​ເປັນ​ບາງ​ບ່ອນ​ແດ່​ແລ້ວ ແຕ່​ມັນ​ກໍ​ຍັງ​ງາມ​ແລະ​ມີ​ມູນຄ່າ​ຫຼາຍ​ຕື້​ກີບ. ແນ່ນອນ​ວ່າ​ເຈົ້າ​ຄື​ຊິ​ຮູ້ສຶກ​ຂອບໃຈ​ໝູ່​ຄົນ​ນັ້ນ​ແທ້ໆ​ແລະ​ຮັກສາ​ເຮືອນ​ຫຼັງ​ນີ້​ໄວ້​ເປັນ​ຢ່າງ​ດີ. ຄ້າຍຄື​ກັນ ພະເຢໂຫວາ​ໃຫ້​ຊີວິດ​ກັບ​ເຮົາ​ເພື່ອ​ເປັນ​ຂອງຂວັນ. ເພິ່ນ​ເຫັນ​ວ່າ​ຊີວິດ​ເຮົາ​ມີຄ່າ​ຫຼາຍ​ຈົນ​ເຖິງຂັ້ນ​ຍອມ​ສະລະ​ລູກ​ຊາຍ​ຄົນ​ດຽວ​ມາ​ເປັນ​ຄ່າໄຖ່​ໃຫ້​ເຮົາ.—ຢຮ. 3:16

2. ຕາມ 2 ໂກຣິນໂທ 7:1 ພະເຢໂຫວາ​ຄາດໝາຍ​ໃຫ້​ເຮົາ​ເຮັດ​ຫຍັງ?

2 ພະເຢໂຫວາ​ເປັນ​ບໍ່​ເກີດ​ຂອງ​ຊີວິດ. (ເພງ. 36:9) ອັກຄະສາວົກ​ໂປໂລ​ຍອມຮັບ​ຄວາມຈິງ​ນີ້​ເມື່ອ​ລາວ​ເວົ້າ​ວ່າ “ພວກ​ເຮົາ​ມີ​ຊີວິດ​ຢູ່​ແລະ​ເຄື່ອນໄຫວ​ໄປ​ມາ​ໄດ້​ກໍ​ຍ້ອນ​ພະອົງ.” (ກຈກ. 17:25, 28) ດັ່ງນັ້ນ ເຮົາ​ຈຶ່ງ​ສາມາດ​ເວົ້າ​ໄດ້​ວ່າ​ຊີວິດ​ຂອງ​ເຮົາ​ເປັນ​ຂອງຂວັນ​ທີ່​ມາ​ຈາກ​ພະເຈົ້າ. ແລະ​ພະເຢໂຫວາ​ຮັກ​ເຮົາ​ຫຼາຍ ເພິ່ນ​ຈຶ່ງ​ໃຫ້​ເຮົາ​ມີ​ສິ່ງ​ຕ່າງໆ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ໄດ້. (ກຈກ. 14:15-17) ເຖິງ​ວ່າ​ພະເຢໂຫວາ​ບໍ່​ໄດ້​ເຮັດ​ການອັດສະຈັນ​ເພື່ອ​ປົກປ້ອງ​ຊີວິດ​ຂອງ​ເຮົາ​ໄວ້ ແຕ່​ເພິ່ນ​ກໍ​ຄາດໝາຍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ເບິ່ງແຍງ​ສຸຂະພາບ​ຂອງ​ໂຕເອງ​ແລະ​ຮັກສາ​ຄວາມເຊື່ອ​ໃຫ້​ເຂັ້ມແຂງ​ຕໍ່ໆ​ໄປ. (ອ່ານ 2 ໂກຣິນໂທ 7:1) ເປັນຫຍັງ​ເຮົາ​ຄວນ​ເບິ່ງແຍງ​ສຸຂະພາບ​ແລະ​ປົກປ້ອງ​ຊີວິດ​ຂອງ​ເຮົາ? ແລະ​ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ?

ເຫັນຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ

3. ເຫດຜົນ​ໜຶ່ງ​ທີ່​ເຮົາ​ຄວນ​ເບິ່ງແຍງ​ສຸຂະພາບ​ຂອງ​ໂຕເອງ​ແມ່ນ​ຫຍັງ?

3 ເຫດຜົນ​ໜຶ່ງ​ທີ່​ເຮົາ​ຄວນ​ເບິ່ງແຍງ​ສຸຂະພາບ​ໂຕເອງ​ກໍ​ຍ້ອນ​ເຮົາ​ຢາກ​ຮັບໃຊ້​ພະເຢໂຫວາ​ຢ່າງ​ເຕັມທີ. (ມຣກ. 12:30) ເຮົາ​ຢາກ​ຖວາຍ “ຮ່າງກາຍ​ເປັນ​ເຄື່ອງ​ບູຊາ​ທີ່​ມີ​ຊີວິດ ທີ່​ບໍລິສຸດ ທີ່​ພະເຈົ້າ​ຍອມຮັບ​ໄດ້.” (ຣມ. 12:1) ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ. ທີ່​ຈິງ​ແລ້ວ ການ​ທີ່​ເຮົາ​ພະຍາຍາມ​ເບິ່ງແຍງ​ສຸຂະພາບ​ບໍ່​ໄດ້​ຮັບປະກັນ​ວ່າ​ເຮົາ​ຈະ​ບໍ່​ເຈັບ​ບໍ່​ປ່ວຍ ແຕ່​ເຮົາ​ສາມາດ​ເຮັດ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ສະແດງ​ໃຫ້​ພະເຢໂຫວາ​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ຊີວິດ​ທີ່​ພະອົງ​ໄດ້​ມອບ​ໃຫ້​ກັບ​ເຮົາ.

4. ກະສັດ​ດາວິດ​ຢາກ​ຈະ​ເຮັດ​ຫຍັງ?

4 ກະສັດ​ດາວິດ​ໄດ້​ອະທິບາຍ​ເຫດຜົນ​ທີ່​ລາວ​ເຫັນ​ຄຸນຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຢໂຫວາ​ເມື່ອ​ລາວ​ຂຽນ​ວ່າ “ຄວາມ​ຕາຍ​ແລະ​ການ​ລົງ​ໄປ​ໃນ​ຂຸມ​ຂອງ​ລູກ​ຈະ​ມີ​ປະໂຫຍດ​ຫຍັງ? ຂີ້​ດິນ​ຈະ​ສັນລະເສີນ​ພະອົງ​ໄດ້​ບໍ? ມັນ​ຈະ​ເວົ້າ​ກ່ຽວກັບ​ຄວາມ​ສັດຊື່​ຂອງ​ພະອົງ​ໄດ້​ບໍ?” (ເພງ. 30:9, ລ.ມ.) ດາວິດ​ອາດຈະ​ຂຽນ​ຄຳເວົ້າ​ເຫຼົ່ານີ້​ບໍ່​ດົນ​ກ່ອນ​ທີ່​ລາວ​ຈະ​ຕາຍ. ແຕ່​ເຮົາ​ເຫັນ​ວ່າ​ລາວ​ກໍ​ຢາກ​ຈະ​ມີ​ຊີວິດ​ດົນໆ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ເພື່ອ​ສັນລະເສີນ​ພະເຢໂຫວາ. ແນ່ນອນ​ວ່າ ເຮົາ​ກໍ​ຢາກ​ຈະ​ເຮັດ​ແບບນັ້ນ​ຄື​ກັນ.

5. ບໍ່​ວ່າ​ເຮົາ​ຈະ​ອາຍຸ​ຫຼາຍ​ສ່ຳ​ໃດ​ຫຼື​ເຈັບ​ປ່ວຍ​ແບບ​ໃດ ແຕ່​ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້?

5 ຄວາມ​ເຈັບ​ປ່ວຍ​ແລະ​ອາຍຸ​ຫຼາຍ​ຂຶ້ນ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ສາມາດ​ເຮັດ​ຫຼາຍ​ສິ່ງ​ທີ່​ເຮົາ​ເຄີຍ​ເຮັດ​ຜ່ານ​ມາ​ໄດ້. ນີ້​ກໍ​ເລີຍ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້ໃຈ​ແລະ​ເສຍໃຈ. ແຕ່​ບໍ່​ຄວນ​ໃຫ້​ສິ່ງ​ນີ້​ມາ​ເຮັດ​ໃຫ້​ເຮົາ​ບໍ່​ຢາກ​ເບິ່ງແຍງ​ສຸຂະພາບ​ຂອງ​ຕົນເອງ. ຍ້ອນຫຍັງ? ບໍ່​ວ່າ​ເຮົາ​ຈະ​ອາຍຸ​ຫຼາຍ​ສ່ຳ​ໃດ​ຫຼື​ເຈັບ​ປ່ວຍ​ແບບ​ໃດ ເຮົາ​ກໍ​ຍັງ​ສາມາດ​ສັນລະເສີນ​ພະເຢໂຫວາ​ໄດ້​ຄື​ກັບ​ກະສັດ​ດາວິດ​ເຮັດ. ຈັ່ງ​ແມ່ນ​ເປັນ​ເລື່ອງ​ທີ່​ໃຫ້​ກຳລັງໃຈ​ແທ້ໆ​ທີ່​ຮູ້​ວ່າ​ພະເຢໂຫວາ​ເບິ່ງ​ວ່າ​ເຮົາ​ມີຄ່າ ເຖິງ​ວ່າ​ເຮົາ​ຈະ​ເຈັບ​ປ່ວຍ​ຫຼື​ອາຍຸ​ຫຼາຍ​ຂຶ້ນ! (ມທ. 10:29-31) ແລະ​ເຖິງ​ວ່າ​ເຮົາ​ຈະ​ຕ້ອງ​ຕາຍ ພະເຢໂຫວາ​ກໍ​ຈະ​ປຸກ​ເຮົາ​ໃຫ້​ຄືນ​ມາ​ມີ​ຊີວິດ​ອີກ. (ໂຢບ 14:14, 15) ດັ່ງນັ້ນ ເຮົາ​ຢາກ​ເບິ່ງແຍງ​ສຸຂະພາບ​ແລະ​ປົກປ້ອງ​ຊີວິດ​ຂອງ​ຕົນເອງ​ຕອນ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່.

ບໍ່​ເຮັດ​ສິ່ງ​ທີ່​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ

6. ໃນ​ເລື່ອງ​ການ​ກິນ​ແລະ​ດື່ມ ພະເຢໂຫວາ​ຄາດໝາຍ​ໃຫ້​ເຮົາ​ເຮັດ​ຫຍັງ?

6 ເຖິງ​ຄຳພີໄບເບິນ​ບໍ່​ແມ່ນ​ປຶ້ມ​ຄູ່ມື​ແນະນຳ​ເລື່ອງ​ສຸຂະພາບ​ຫຼື​ເລື່ອງ​ອາຫານເພື່ອ​ສຸຂະພາບ ແຕ່​ຄຳພີໄບເບິນ​ກໍ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະເຢໂຫວາ​ຄິດ​ແນວໃດ​ກ່ຽວກັບ​ເລື່ອງ​ນີ້ ເຊັ່ນ: ເພິ່ນ​ບອກ​ເຮົາ​ວ່າ “ເອົາ​ສິ່ງ​ທີ່​ເປັນ​ອັນຕະລາຍ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ຕົວ​ເຈົ້າ.” (ຜູ້ປ. 11:10, ລ.ມ.) ນອກຈາກນັ້ນ ຄຳພີໄບເບິນ​ຍັງ​ບອກ​ວ່າ ເຮົາ​ຕ້ອງ​ບໍ່​ກິນ​ຫຼາຍ​ເກີນ​ໄປ​ຫຼື​ດື່ມ​ຫຼາຍ​ເກີນ​ໄປ. (ສຸພາ. 23:20) ພະເຢໂຫວາ​ຄາດໝາຍ​ໃຫ້​ເຮົາ​ຄວບຄຸມ​ຕົນເອງ​ເມື່ອ​ຕັດສິນໃຈ​ວ່າ​ຈະ​ກິນ​ຫຍັງ ດື່ມ​ຫຍັງ ແລະ​ໜ້ອຍ​ຫຼາຍ​ສ່ຳ​ໃດ.—1ກຣ. 6:12; 9:25

7. ຄຳແນະນຳ​ຢູ່​ໃນ​ສຸພາສິດ 2:11 ຊ່ວຍ​ເຮົາ​ໃຫ້​ຄິດ​ຢ່າງ​ຮອບຄອບ​ເລື່ອງ​ການ​ເບິ່ງແຍງ​ສຸຂະພາບ​ແນວໃດ?

7 ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ຊີວິດ​ໂດຍ​ການ​ເປັນ​ຄົນ​ຮູ້ຈັກ​ຄິດ​ຢ່າງ​ຮອບຄອບ. (ເພງ. 119:99, 100; ອ່ານ​ສຸພາສິດ 2:11) ຕົວຢ່າງ​ເຊັ່ນ: ເຮົາ​ຕ້ອງ​ຄິດ​ໃຫ້​ດີ​ວ່າ​ຈະ​ກິນ​ຫຍັງ. ແລະ​ຖ້າ​ອາຫານ​ບາງ​ຢ່າງ​ທີ່​ເຮົາ​ມັກ​ກິນ ເຮັດ​ໃຫ້​ສຸຂະພາບ​ເຮົາ​ບໍ່​ດີ ເຮົາ​ກໍ​ບໍ່​ຄວນ​ກິນ. ນອກຈາກນັ້ນ ເຮົາ​ຍັງ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ຮູ້ຈັກ​ຄິດ​ໂດຍ​ນອນ​ຫຼັບ​ໃຫ້​ພຽງ​ພໍ ອອກ​ກຳລັງ​ກາຍ​ເປັນ​ປະຈຳ ເບິ່ງແຍງ​ຮ່າງກາຍ​ໃຫ້​ສະອາດ​ທຸກ​ມື້ ແລະ​ບ່ອນ​ຢູ່​ອາໄສ​ກໍ​ຕ້ອງ​ໃຫ້​ສະອາດ​ຢູ່​ສະເໝີ.

ໃຫ້​ຄິດເຖິງ​ຄວາມ​ປອດໄພ

8. ຄຳພີໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພະເຢໂຫວາ​ຄິດ​ແນວໃດ​ເລື່ອງ​ຄວາມ​ປອດໄພ?

8 ກົດໝາຍ​ທີ່​ພະເຢໂຫວາ​ໃຫ້​ກັບ​ຊາດ​ອິດສະຣາເອນ​ຊ່ວຍ​ປ້ອງກັນ​ເຂົາເຈົ້າ​ບໍ່​ໃຫ້​ໄດ້​ຮັບ​ບາດເຈັບ​ຮ້າຍແຮງ​ຕອນ​ທີ່​ຢູ່​ເຮືອນ​ຫຼື​ຢູ່​ບ່ອນ​ເຮັດ​ວຽກ. (ອພຍ. 21:28, 29; ພບຍ. 22:8) ກົດໝາຍ​ຂອງ​ໂມເຊ​ບອກ​ວ່າ ຜູ້​ທີ່​ເຮັດ​ໃຫ້​ຄົນອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງໃຈ​ຕ້ອງ​ໄດ້​ຮັບຜິດຊອບ​ຕໍ່​ສິ່ງ​ທີ່​ລາວ​ເຮັດ. (ພບຍ. 19:4, 5) ແລະ​ຜູ້​ທີ່​ເຮັດ​ໃຫ້​ເດັກນ້ອຍ​ທີ່​ຢູ່​ໃນ​ທ້ອງ​ແມ່​ຕາຍ ເຖິງ​ວ່າ​ລາວ​ຈະ​ບໍ່​ໄດ້​ຕັ້ງໃຈ​ກໍ​ຕາມ ລາວ​ກໍ​ຍັງ​ຕ້ອງ​ໄດ້​ຮັບຜິດຊອບ​ຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ. (ອພຍ. 21:22, 23) ຄຳພີໄບເບິນ​ເຮັດ​ໃຫ້​ເຮົາ​ເຫັນ​ແຈ້ງ​ວ່າ ພະເຢໂຫວາ​ຢາກ​ໃຫ້​ເຮົາ​ຄິດເຖິງ​ຄວາມ​ປອດໄພ.

ໃນ​ສະຖານະການ​ເຫຼົ່ານີ້ ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຮົາ​ເຫັນຄ່າ​ຊີວິດ? (ເບິ່ງ​ຂໍ້ 9)

9. ເຮົາ​ຈະ​ເຮັດ​ແນວໃດ​ແດ່​ເພື່ອ​ຈະ​ໃຫ້​ບ່ອນ​ທີ່​ເຮົາ​ຢູ່​ມີ​ຄວາມ​ປອດໄພ? (ເບິ່ງຮູບພາບ)

9 ເຮົາ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ຊີວິດ​ທີ່​ເປັນຂອງຂວັນ​ຈາກ​ພະເຈົ້າ​ໂດຍ​ພະຍາຍາມ​ເຮັດ​ໃຫ້​ເຮືອນ​ແລະ​ບ່ອນ​ເຮັດ​ວຽກ​ມີ​ຄວາມ​ປອດໄພ ເຊັ່ນ: ເຮົາ​ຄວນ​ຈະ​ເກັບ​ສິ່ງ​ຂອງ​ທີ່​ແຫຼມ​ຄົມ ສານ​ເຄມີ​ທີ່​ເປັນ​ພິດ ແລະ​ຢາ ໄວ້​ໃນ​ບ່ອນ​ທີ່​ປອດໄພ​ຈາກ​ຄົນອື່ນ​ໂດຍ​ສະເພາະ​ແມ່ນ​ເດັກນ້ອຍ. ເມື່ອ​ເຮົາ​ໃຊ້​ຟືນ​ໃຊ້​ໄຟ ຫຼື​ຕົ້ມ​ນ້ຳ ຫຼື​ໃຊ້​ອຸປະກອນ​ໄຟ​ຟ້າ​ບາງ​ຢ່າງ ເຮົາ​ບໍ່​ຄວນ​ປະ​ສິ່ງ​ເຫຼົ່າ​ນັ້ນ​ໄວ້​ໂດຍ​ທີ່​ບໍ່​ມີ​ໃຜ​ເບິ່ງ. ນອກຈາກນັ້ນ ເຮົາ​ບໍ່​ຄວນ​ຂັບ​ລົດ​ຫຼັງ​ຈາກ​ທີ່​ກິນ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ມຶນ​ເມົາ ເຊັ່ນ: ຢາ ຫຼື​ເຫຼົ້າ ຫຼື​ຕອນ​ທີ່​ເຮົາ​ອົດ​ຫຼັບ​ອົດ​ນອນ. ແລະ​ເຮົາ​ບໍ່​ຄວນ​ຫຼິ້ນ​ໂທລະສັບ​ຕອນ​ທີ່​ເຮົາ​ກຳລັງ​ຂັບ​ລົດ​ຢູ່.

ເມື່ອ​ເກີດ​ໄພພິບັດ

10. ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ກ່ອນ​ແລະ​ໃນ​ລະຫວ່າງ​ທີ່​ເກີດ​ເຫດການ​ທີ່​ເປັນ​ອັນຕະລາຍ​ຕໍ່​ຊີວິດ?

10 ບາງເທື່ອ​ເຮົາ​ກໍ​ບໍ່​ສາມາດ​ປ້ອງກັນ​ໂຕເອງ​ຈາກ​ເຫດການ​ທີ່​ເປັນ​ອັນຕະລາຍ​ໄດ້ ເຊັ່ນ: ໄພ​ທຳມະຊາດ ໂລກລະບາດ ຄວາມ​ບໍ່​ສະຫງົບ​ໃນ​ສັງຄົມ. ແຕ່​ເຮົາ​ກໍ​ພະຍາຍາມ​ເຮັດ​ໃຫ້​ໂຕເອງ​ປອດໄພ​ແລະ​ຫຼຸດ​ຄວາມ​ສ່ຽງ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໂດຍ​ເຊື່ອຟັງ​ຄຳສັ່ງ​ຈາກ​ອຳນາດ​ການ​ປົກຄອງ​ທີ່​ຫ້າມ​ບໍ່​ໃຫ້​ອອກ​ຈາກ​ເຮືອນ​ໃນ​ເວລາ​ທີ່​ກຳນົດ​ໄວ້. ຫຼື​ຄຳສັ່ງ​ທີ່​ໃຫ້​ອົບພະຍົບ​ອອກ​ຈາກ​ພື້ນ​ທີ່​ທີ່​ອັນຕະລາຍ ແລະ​ຄຳສັ່ງ​ອື່ນໆ. ນອກຈາກນັ້ນ ເຮົາ​ອາດ​ກຽມ​ໂຕ​ລ່ວງ​ໜ້າ​ສຳລັບ​ເຫດການ​ສຸກເສີນ​ບາງ​ຢ່າງ​ທີ່​ອາດຈະ​ເກີດ​ຂຶ້ນ. (ຣມ. 13:1, 5-7) ໃຫ້​ຟັງ​ຄຳແນະນຳ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ເພື່ອ​ເຮົາ​ຈະ​ກຽມ​ພ້ອມ​ຮັບ​ມື​ກັບ​ໄພພິບັດ​ໄດ້. ຕົວຢ່າງ ເຮົາ​ອາດ​ຈະ​ເກັບ​ສິ່ງ​ທີ່​ຈຳເປັນ​ບາງ​ຢ່າງ​ໄວ້ ເຊັ່ນ: ນ້ຳ​ດື່ມ ອາຫານ​ທີ່​ບໍ່​ເນົ່າ​ເສຍ ແລະ​ກ່ອງ​ປະຖົມ​ພະຍາບານ.

11. ຖ້າ​ພະຍາດ​ກຳລັງ​ລະບາດ​ໃນ​ບ່ອນ​ທີ່​ເຮົາ​ອາໄສ​ຢູ່ ເຮົາ​ຄວນ​ພ້ອມ​ຈະ​ເຮັດ​ຫຍັງ?

11 ເຮົາ​ຄວນ​ເຮັດ​ແນວໃດ​ຖ້າ​ພະຍາດ​ກຳລັງ​ລະບາດ​ໃນ​ບ່ອນ​ທີ່​ເຮົາ​ອາໄສ​ຢູ່? ເຮົາ​ຄວນ​ປະຕິບັດ​ຕາມ​ຄຳແນະນຳ​ທີ່​ມາ​ຈາກ​ອຳນາດ​ການ​ປົກຄອງ ເຊັ່ນ: ການ​ລ້າງ​ມື​ດຸໆ ການ​ຮັກສາ​ໄລຍະ​ຫ່າງ ການ​ໃສ່​ຜ້າ​ອັດ​ປາກ ແລະ​ກັກ​ໂຕ​ຖ້າ​ຈຳເປັນ. ຖ້າ​ເຮົາ​ເຮັດ​ຕາມ​ຄຳແນະນຳ​ນີ້ ກໍ​ສະແດງ​ວ່າ​ເຮົາ​ເຫັນຄ່າ​ຊີວິດ​ເຊິ່ງ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ.

12. ຄຳແນະນຳ​ທີ່​ຢູ່​ໃນ​ສຸພາສິດ 14:15 ຊ່ວຍ​ເຮົາ​ແນວໃດ​ໃນ​ເລື່ອງ​ການ​ຮັບ​ຂໍ້ມູນ​ຂ່າວ​ສານ​ຕອນ​ທີ່​ມີ​ໄພພິບັດ?

12 ເມື່ອ​ເກີດ​ໄພພິບັດ ເຮົາ​ອາດ​ໄດ້​ຍິນ​ຂໍ້ມູນ​ທີ່​ບໍ່​ແມ່ນ​ຄວາມຈິງ​ຈາກ​ໝູ່​ຄູ່ ເພື່ອນ​ບ້ານ ແລະ​ສື່​ຕ່າງໆ. ແທນ​ທີ່​ເຮົາ​ຈະ​ເຊື່ອ “ຄຳເວົ້າ​ທຸກ​ຄຳ” ທີ່​ເຮົາ​ໄດ້​ຍິນ ເຮົາ​ຄວນ​ຈະ​ຟັງ​ແລະ​ເຮັດ​ຕາມ​ຂໍ້ມູນ​ທີ່​ເຊື່ອຖື​ໄດ້​ຈາກ​ອຳນາດ​ການ​ປົກຄອງ​ແລະ​ທາງ​ການ​ແພດ. (ອ່ານ​ສຸພາສິດ 14:15) ຄະນະ​ກຳມະການ​ປົກຄອງ​ແລະ​ສຳນັກງານ​ສາຂາ​ຕ່າງໆ​ພະຍາຍາມ​ທີ່ສຸດ​ເພື່ອ​ຈະ​ໄດ້​ຂໍ້ມູນ​ທີ່​ຖືກຕ້ອງ​ກ່ອນ​ທີ່​ຈະ​ໃຫ້​ຄຳແນະນຳ​ກັບ​ພີ່ນ້ອງ​ເລື່ອງ​ການ​ປະຊຸມ​ແລະ​ການ​ປະກາດ. (ຮຣ. 13:17) ເມື່ອ​ເຮົາ​ເຮັດ​ຕາມ​ຄຳແນະນຳ​ນັ້ນ ເຮົາ​ບໍ່​ພຽງ​ແຕ່​ປົກປ້ອງ​ຕົວ​ເຮົາ​ເອງ ແຕ່​ເຮົາ​ຍັງ​ປົກປ້ອງ​ຄົນອື່ນ​ນຳ ແລະ​ເຮົາ​ອາດ​ຍັງ​ຈະ​ສ້າງ​ຊື່ສຽງ​ທີ່​ດີ​ໃຫ້​ກັບ​ອົງການ​ຂອງ​ເຮົາ​ນຳ​ອີກ.—1ປຕ. 2:12

ກຽມ​ພ້ອມ​ເພື່ອ​ຈະ​ບໍ່​ຮັບ​ການ​ໃສ່​ເລືອດ

13. ເຮົາ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຮົາ​ເຫັນຄ່າ​ຊີວິດ​ເມື່ອ​ເຮົາ​ເຊື່ອຟັງ​ກົດໝາຍ​ຂອງ​ພະເຢໂຫວາ​ເລື່ອງ​ເລືອດ?

13 ຫຼາຍ​ຄົນ​ຮູ້​ວ່າ​ພະຍານ​ພະເຢໂຫວາ​ບໍ່​ຮັບ​ເລືອດ ເພາະ​ຖື​ວ່າ​ເລືອດ​ເປັນ​ສິ່ງ​ສັກສິດ. ເຮົາ​ເຊື່ອຟັງ​ກົດໝາຍ​ຂອງ​ພະເຢໂຫວາ​ເລື່ອງ​ເລືອດ​ໂດຍ​ບໍ່​ຮັບ​ການໃສ່​ເລືອດ ແມ່ນ​ແຕ່​ລະ​ກໍລະນີ​ທີ່​ສຸກເສີນ. (ກຈກ. 15:28, 29) ແຕ່​ນີ້​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຢາກ​ຕາຍ. ເຮົາ​ຮັກ​ຊີວິດ​ແລະ​ຖື​ວ່າ​ຊີວິດ​ມີຄ່າ. ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ຊອກຫາ​ໝໍ​ທີ່​ເຕັມໃຈ​ປິ່ນປົວ​ເຮົາ​ໂດຍ​ບໍ່​ໃສ່​ເລືອດ.

14. ເຮົາ​ຈະ​ຫຼຸດຜ່ອນ​ຄວາມ​ສ່ຽງ​ທີ່​ຈະ​ຕ້ອງ​ຜ່າ​ຕັດ​ຫຼື​ເຈັບ​ປ່ວຍ​ຮ້າຍແຮງ​ໄດ້​ແນວໃດ?

14 ຖ້າ​ເຮົາ​ເບິ່ງແຍງ​ສຸຂະພາບ​ຢ່າງ​ດີ​ຕາມ​ຄຳແນະນຳ​ທີ່​ເຮົາ​ເວົ້າ​ເຖິງ​ໃນ​ບົດຄວາມ​ນີ້ ເຮົາ​ກໍ​ຈະ​ຫຼຸດຜ່ອນ​ຄວາມ​ສ່ຽງ​ທີ່​ຈະ​ຕ້ອງ​ຜ່າ​ຕັດ​ຫຼື​ເຈັບ​ປ່ວຍ​ຮ້າຍແຮງ. ເຖິງ​ວ່າ​ເຮົາ​ຈະ​ຕ້ອງ​ໄດ້​ຜ່າ​ຕັດ ແຕ່​ຖ້າ​ສຸຂະພາບ​ຂອງ​ເຮົາ​ແຂງແຮງ​ດີ ກໍ​ຈະ​ເຮັດ​ໃຫ້​ການ​ຜ່າ​ຕັດ​ຜ່ານ​ໄປ​ດ້ວຍ​ດີ​ແລະ​ຟື້ນ​ໂຕ​ໄດ້​ໄວ. ນອກຈາກນັ້ນ ເຮົາ​ຍັງ​ສາມາດ​ຫຼຸດຜ່ອນ​ຄວາມ​ສ່ຽງ​ທີ່​ຈະ​ຕ້ອງ​ຜ່າ​ຕັດ​ແບບ​ສຸກເສີນ​ໄດ້​ໂດຍ​ເຮັດ​ໃຫ້​ເຮືອນ​ແລະ​ບ່ອນ​ເຮັດ​ວຽກ​ມີ​ຄວາມ​ປອດໄພ​ແລະ​ເຊື່ອຟັງ​ກົດ​ຈະ​ລາ​ຈອນ.

ຍ້ອນ​ເຮົາ​ເຫັນ​ຄຸນຄ່າ​ຊີວິດ ເຮົາ​ຈຶ່ງ​ຂຽນ​ໃບ​ມອບ​ສິດ​ແລະ​ການ​ສະແດງ​ເຈດຈຳນົງ​ກ່ຽວກັບ​ການ​ປິ່ນປົວ​ທາງ​ການ​ແພດ​ແລະ​ເອົາ​ຕິດ​ຕົວ​ໄປ​ນຳ​ຕະຫຼອດ (ເບິ່ງ​ຂໍ້ 15) d

15. (ກ) ເປັນຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ເອົາ​ໃບ​ມອບ​ສິດ​ປິ່ນປົວ​ຕິດ​ຕົວ​ໄປ​ນຳ​ຕະຫຼອດ? (ເບິ່ງຮູບພາບ) (ຂ) ຄື​ໃນ​ວິດີໂອ ເຮົາ​ຈະ​ເຮັດ​ໃຫ້​ຄົນອື່ນ​ຮູ້​ໄດ້​ແນວໃດ​ວ່າ​ເຮົາ​ຕັດສິນໃຈ​ແນວໃດ​ກ່ຽວກັບ​ການໃຊ້​ເລືອດ​ແລະ​ການ​ປິ່ນປົວ​ທາງ​ການ​ແພດ?

15 ຍ້ອນ​ເຮົາ​ເຫັນຄ່າ​ຊີວິດ ເຮົາ​ຈຶ່ງ​ຂຽນ​ໃບ​ມອບ​ສິດ​ແລະ​ການ​ສະແດງ​ເຈດຈຳນົງ​ກ່ຽວກັບ​ການ​ປິ່ນປົວ​ທາງ​ການ​ແພດ​ແລະ​ເອົາ​ຕິດ​ຕົວ​ໄປ​ນຳ​ຕະຫຼອດ. b ເອກະສານ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ເຮົາ​ຈະ​ຕ້ອງ​ຕັດສິນໃຈ​ແນວໃດ​ໃນ​ເລື່ອງ​ການໃຊ້​ເລືອດ​ແລະ​ການ​ປິ່ນປົວ​ທາງ​ການ​ແພດ. ເຈົ້າ​ຂຽນ​ເອກະສານ​ນີ້​ແລ້ວ​ບໍ? ຖ້າ​ເຈົ້າ​ຍັງ​ບໍ່​ທັນ​ຂຽນ​ຫຼື​ມີ​ແລ້ວ​ແຕ່​ຕ້ອງການ​ປ່ຽນແປງ​ຂໍ້ມູນ​ໃໝ່ ກໍ​ຂໍ​ໃຫ້​ຂຽນ​ຕອນນີ້​ເລີຍ. ການ​ຂຽນ​ຢ່າງ​ຈະ​ແຈ້ງ​ໃນ​ເອກະສານ​ນີ້​ຈະ​ຊ່ວຍ​ໃຫ້​ໝໍ​ຫຼື​ພະຍາບານ​ຮູ້​ວາ​ເຮົາ​ຕ້ອງການ​ຫຍັງ​ແທ້ໆ​ແລະ​ຊ່ວຍ​ໃຫ້​ການ​ປິ່ນປົວ​ບໍ່​ຊັກຊ້າ​ໃນ​ກໍລະນີ​ທີ່​ເຮົາ​ບໍ່​ມີ​ສະຕິ. ນອກຈາກນັ້ນ ຍັງ​ຊ່ວຍ​ໃຫ້​ໝໍ​ຫຼື​ພະຍາບານ​ບໍ່​ເຂົ້າໃຈ​ຜິດ​ກ່ຽວກັບ​ການ​ປິ່ນປົວ​ຈົນ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ອັນຕະລາຍ. c

16. ເຮົາ​ຈະ​ເຮັດ​ແນວໃດ​ຖ້າ​ບໍ່​ຮູ້​ວ່າ​ຈະ​ຂຽນ​ໃບ​ມອບ​ສິດ​ແລະ​ການ​ສະແດງ​ເຈດຈຳນົງ​ກ່ຽວກັບ​ການ​ປິ່ນປົວ​ທາງ​ການ​ແພດ?

16 ບໍ່​ວ່າ​ເຮົາ​ຈະ​ມີ​ອາຍຸ​ສ່ຳ​ໃດ​ຫຼື​ມີ​ສຸຂະພາບ​ດີ​ປານ​ໃດ​ກໍ​ຕາມ ເຮົາ​ທຸກ​ຄົນ​ກໍ​ເກີດ​ອຸບັດຕິເຫດ​ຫຼື​ເຈັບ​ປ່ວຍ​ໄດ້. (ຜູ້ປ. 9:11) ດັ່ງນັ້ນ ຈຶ່ງ​ເປັນ​ສິ່ງ​ທີ່​ດີ​ທີ່​ເຮົາ​ຈະ​ຂຽນ​ໃບ​ມອບ​ສິດ​ແລະ​ການ​ສະແດງ​ເຈດຈຳນົງ​ກ່ຽວກັບ​ການ​ປິ່ນປົວ​ທາງ​ການ​ແພດ​ໄວ້. ແຕ່​ຖ້າ​ເຈົ້າ​ບໍ່​ແນ່​ໃຈ​ຫຼື​ບໍ່​ຮູ້​ວ່າ​ຈະ​ຂຽນ​ແນວໃດ ກໍ​ໃຫ້​ປຶກສາ​ກັບ​ຜູ້​ດູ​ແລ​ຢູ່​ໃນ​ປະຊາຄົມ​ຂອງ​ເຈົ້າ. ເຂົາເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວິທີ​ຂຽນ​ເອກະສານ​ນີ້. ແຕ່​ເຂົາເຈົ້າ​ຈະ​ບໍ່​ຕັດສິນໃຈ​ແທນ​ເຈົ້າ​ກ່ຽວກັບ​ວິທີ​ການ​ປິ່ນປົວ​ທາງ​ການ​ແພດ ເພາະ​ເລື່ອງ​ນີ້​ເປັນ​ເລື່ອງ​ສ່ວນຕົວ​ທີ່​ເຈົ້າ​ຕ້ອງ​ໄດ້​ຕັດສິນໃຈ​ເອົາ​ເອງ.—ຄລຕ. 6:4, 5

ໃຫ້​ເປັນ​ຄົນ​ມີ​ເຫດຜົນ

17. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ​ກ່ຽວກັບ​ເລື່ອງ​ສຸຂະພາບ?

17 ເຮົາ​ຄວນ​ໃຊ້​ຫຼັກການ​ໃນ​ຄຳພີໄບເບິນ​ຕອນ​ທີ່​ເຮົາ​ຕັດສິນໃຈ​ເລື່ອງ​ສຸຂະພາບ​ແລະ​ການ​ປິ່ນປົວ​ທາງ​ການ​ແພດ. (ກຈກ. 24:16; 1ຕມ. 3:9) ຕອນ​ທີ່​ເຮົາ​ຕັດສິນໃຈ​ເລື່ອງ​ເຫຼົ່ານີ້​ແລະ​ຕອນ​ທີ່​ເຮົາ​ລົມ​ກັບ​ຄົນອື່ນ ເຮົາ​ຄວນ​ຄິດເຖິງ​ຫຼັກການ​ທີ່​ຢູ່​ໃນ​ພີ​ລິບ​ປອຍ 4:5 ທີ່​ບອກ​ວ່າ “ໃຫ້​ຄົນອື່ນ​ເຫັນ​ວ່າ​ພວກເຈົ້າ​ເປັນ​ຄົນ​ມີ​ເຫດຜົນ.” ຖ້າ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ ເຮົາ​ກໍ​ຈະ​ບໍ່​ກັງວົນ​ຫຼາຍ​ເກີນ​ໄປ​ກ່ຽວກັບ​ສຸຂະພາບ​ແລະ​ເຮົາ​ກໍ​ຈະ​ບໍ່​ກົດ​ດັນ​ຄົນອື່ນ​ໃຫ້​ຄິດ​ຄື​ກັບ​ເຮົາ​ໃນ​ເລື່ອງ​ນີ້. ແລະ​ເຖິງ​ວ່າ​ພີ່ນ້ອງ​ຄົນອື່ນ​ຈະ​ຕັດສິນໃຈ​ບໍ່​ຄື​ກັບ​ເຮົາ ແຕ່​ເຮົາ​ກໍ​ຍັງ​ຈະ​ຮັກ​ແລະ​ນັບຖື​ເຂົາເຈົ້າ.—ຣມ. 14:10-12

18. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຮົາ​ເຫັນຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ?

18 ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຂອບໃຈ​ພະເຢໂຫວາ​ຜູ້​ທີ່​ໃຫ້​ຊີວິດ​ເຮົາ​ໂດຍ​ເບິ່ງແຍງ​ສຸຂະພາບ​ແລະ​ຊີວິດ​ຂອງ​ເຮົາ​ໃຫ້​ດີ ແລະ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະເຢໂຫວາ​ສຸດ​ຄວາມສາມາດ. (ພນມ. 4:11) ເຖິງ​ວ່າ​ຕອນນີ້​ເຮົາ​ຍັງ​ຕ້ອງ​ຮັບ​ມື​ກັບ​ຄວາມ​ເຈັບ​ປ່ວຍ​ແລະ​ໄພພິບັດ​ຫຼາຍ​ຢ່າງ ແຕ່​ເຮົາ​ຮູ້​ວ່າ​ພະເຢໂຫວາ​ບໍ່​ໄດ້​ຕ້ອງການ​ໃຫ້​ຊີວິດ​ເຮົາ​ເປັນ​ແບບ​ນີ້. ອີກ​ບໍ່​ດົນ ພະເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດໄປ​ແລະ​ບໍ່​ຕ້ອງ​ເຈິ​ກັບ​ຄວາມ​ເຈັບ​ປ່ວຍ​ແລະ​ຄວາມ​ຕາຍ. (ພນມ. 21:4) ເປັນ​ເລື່ອງ​ດີ​ທີ່​ເຮົາ​ມີ​ຊີວິດ​ຢູ່​ແລະ​ສາມາດ​ຮັບໃຊ້​ພະເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ!

ເພງ 140 ໃນທີ່ສຸດ​ຊີວິດ​ຈະ​ບໍ່​ຈົບ​ສິ້ນ

a ບົດຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ. ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ເບິ່ງແຍງ​ສຸຂະພາບ​ແລະ​ປົກປ້ອງ​ຊີວິດ​ຂອງ​ເຮົາ​ເມື່ອ​ເກີດ​ໄພພິບັດ. ແລະ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຫຼີກລ່ຽງ​ການ​ເກີດ​ອຸບັດຕິເຫດ. ນອກຈາກນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ກຽມ​ພ້ອມ​ແນວໃດ​ເມື່ອ​ຕ້ອງ​ເຂົ້າ​ໂຮງໝໍ​ແບບ​ສຸກເສີນ.

b ເອກະສານ​ນີ້​ເອີ້ນ​ວ່າ ດີພີເອ

d ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ຂຽນ​ໃບ​ມອບ​ສິດ​ແລະ​ການ​ສະແດງ​ເຈດຈຳນົງ​ກ່ຽວກັບ​ການ​ປິ່ນປົວ​ທາງ​ການ​ແພດ​ແລະ​ເອົາ​ຕິດ​ຕົວ​ໄປ​ນຳ​ຕະຫຼອດ.