ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 12

ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ເບິ່ງ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ

ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ເບິ່ງ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ

“ເຖິງ​ວ່າ​ມະນຸດ​ບໍ່​ສາມາດ​ເຫັນ​ພະເຈົ້າ​ໄດ້ ແຕ່​ເມື່ອ​ພວກ​ເຂົາ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະອົງ​ສ້າງ​ໄວ້​ກໍ​ຈະ​ເຫັນ​ຄຸນລັກສະນະ​ຕ່າງໆ​ຂອງ​ພະອົງ​ຢ່າງ​ຈະ​ແຈ້ງ ຕັ້ງແຕ່​ການ​ສ້າງ​ໂລກ​ເປັນ​ຕົ້ນ​ມາ.”—ຣມ. 1:20

ເພງ 6 ທ້ອງຟ້າ​ປະກາດ​ສະຫງ່າ​ລາສີ​ຂອງ​ພະເຈົ້າ

ໃຈ​ຄວາມ​ສຳຄັນ a

1. ວິທີ​ໜຶ່ງ​ທີ່​ຊ່ວຍ​ໂຢບ​ໃຫ້​ຮູ້ຈັກ​ພະເຢໂຫວາ​ດີ​ຂຶ້ນ​ແມ່ນ​ຫຍັງ?

 ຕະຫຼອດ​ຊີວິດ​ຂອງ​ໂຢບ ລາວ​ໄດ້​ມີ​ໂອກາດ​ລົມ​ກັບ​ຫຼາຍ​ຄົນ. ແຕ່​ມີ​ຜູ້ໜຶ່ງ​ທີ່​ລາວ​ໄດ້​ລົມ​ນຳ​ເຊິ່ງ​ລາວ​ຈະ​ບໍ່​ມີ​ວັນ​ລືມ ນັ້ນ​ກໍ​ຄື​ການ​ໄດ້​ລົມ​ກັບ​ພະເຢໂຫວາ. ໃນ​ການ​ສົນທະນາ​ຄັ້ງ​ນັ້ນ ພະເຢໂຫວາ​ໄດ້​ບອກ​ໃຫ້​ໂຢບ​ເບິ່ງ​ບາງ​ຢ່າງ​ທີ່​ເພິ່ນ​ສ້າງ​ເຊິ່ງ​ເປັນ​ຕາ​ໜ້າ​ງຶດງໍ້​ຫຼາຍ ເພື່ອ​ເຮັດ​ໃຫ້​ໂຢບ​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ມີ​ສະຕິປັນຍາ​ຫຼາຍ​ຂະໜາດ​ໃດ ແລະ​ເພື່ອ​ໃຫ້​ໂຢບ​ໝັ້ນໃຈ​ວ່າ​ເພິ່ນ​ສາມາດ​ເບິ່ງແຍງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໄດ້. ຕົວຢ່າງ​ເຊັ່ນ: ພະເຢໂຫວາ​ບອກ​ໃຫ້​ໂຢບ​ຮູ້​ວ່າ​ເພິ່ນ​ເບິ່ງແຍງ​ສັດ​ຕ່າງໆ​ແນວໃດ ເພິ່ນ​ກໍ​ຈະ​ເບິ່ງແຍງ​ໂຢບ​ແບບນັ້ນ​ຄື​ກັນ. (ໂຢບ 38:39-41; 39:1, 5, 13-16) ເມື່ອ​ໂຢບ​ເບິ່ງ​ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ ລາວ​ກໍ​ໄດ້​ຮຽນຮູ້​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄຸນລັກສະນະ​ທີ່​ດີ​ຫຼາຍ​ແທ້ໆ.

2. ເປັນຫຍັງ​ບາງເທື່ອ​ຈຶ່ງ​ບໍ່​ງ່າຍ​ທີ່​ເຮົາ​ຈະ​ສັງເກດ​ເບິ່ງ​ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ?

2 ເຮົາ​ກໍ​ສາມາດ​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ໄດ້​ຄື​ກັນ​ເມື່ອ​ເຮົາ​ສັງເກດ​ເບິ່ງ​ສິ່ງ​ຕ່າງໆ​ທີ່​ເພິ່ນ​ສ້າງ. ແຕ່​ບາງເທື່ອ​ມັນ​ກໍ​ບໍ່​ງ່າຍ​ທີ່​ຈະ​ເຮັດ​ແບບນັ້ນ ເຊັ່ນ ຖ້າ​ເຮົາ​ອາໄສ​ຢູ່​ໃນ​ເມືອງ​ເຮົາ​ອາດຈະ​ບໍ່​ຄ່ອຍ​ໄດ້​ເຫັນ​ສິ່ງ​ທີ່​ພະເຢໂຫວາ​ສ້າງ. ແລະ​ເຖິງ​ວ່າ​ເຮົາ​ຈະ​ອາໄສ​ຢູ່​ນອກ​ເມືອງ ເຮົາ​ກໍ​ອາດ​ບໍ່​ຄ່ອຍ​ມີ​ເວລາ​ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ປານ​ໃດ. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເປັນຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ໃຊ້​ເວລາ​ແລະ​ພະຍາຍາມ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ. ແລະ​ນອກຈາກນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ອີກ​ວ່າ​ພະເຢໂຫວາ​ແລະ​ພະເຢຊູ​ໃຊ້​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ​ເພື່ອ​ສອນ​ເຮົາ​ແນວໃດ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ບົດຮຽນ​ຈາກ​ສິ່ງ​ເຫຼົ່າ​ນັ້ນ.

ເປັນຫຍັງ​ເຮົາ​ຄວນ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ?

ພະເຢໂຫວາ​ຢາກ​ໃຫ້​ອາດາມ​ມີ​ຄວາມສຸກ​ກັບ​ສິ່ງ​ທີ່​ເພິ່ນ​ສ້າງ​ຂຶ້ນ​ມາ​ແລະ​ໃຫ້​ລາວ​ຕັ້ງ​ຊື່​ສັດ​ຕ່າງໆ (ເບິ່ງ​ຂໍ້ 3)

3. ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ຢາກ​ໃຫ້​ອາດາມ​ມີ​ຄວາມສຸກ​ກັບ​ສິ່ງ​ທີ່​ເພິ່ນ​ສ້າງ?

3 ພະເຢໂຫວາ​ຢາກ​ໃຫ້​ມະນຸດ​ຄົນ​ທຳອິດ​ມີ​ຄວາມສຸກ​ກັບ​ສິ່ງ​ທີ່​ເພິ່ນ​ສ້າງ. ຕອນ​ທີ່​ເພິ່ນ​ສ້າງ​ອາດາມ ເພິ່ນ​ໄດ້​ໃຫ້​ລາວ​ຢູ່​ໃນ​ສວນ​ອຸທິຍານ​ທີ່​ສວຍ​ງາມ​ແລະ​ມອບໝາຍ​ໃຫ້​ລາວ​ເບິ່ງແຍງ​ແລະ​ຂະຫຍາຍ​ສວນ​ນັ້ນ​ອອກ​ໄປ​ຈົນ​ເຕັມ​ໂລກ. (ປຖກ. 2:8, 9, 15) ລອງ​ຄິດ​ເບິ່ງ​ວ່າ ອາດາມ​ຈະ​ຮູ້ສຶກ​ຕື່ນເຕັ້ນ​ຂະໜາດ​ໃດ​ທີ່​ລາວ​ໄດ້​ເຫັນ​ເມັດ​ພືດ​ງອກ​ອອກ​ມາ​ແລະ​ດອກ​ໄມ້​ຄ່ອຍໆ​ເບັ່ງ​ບານ. ອາດາມ​ມີ​ສິດທິພິເສດ​ຫຼາຍ​ແທ້ໆ​ທີ່​ໄດ້​ເບິ່ງແຍງ​ສວນ​ເອເດນ! ແລະ​ພະເຢໂຫວາ​ຍັງ​ໄດ້​ໃຫ້​ລາວ​ຕັ້ງ​ຊື່​ໃຫ້​ສັດ​ຕ່າງໆ​ນຳ. (ປຖກ. 2:19, 20) ທີ່ຈິງ ພະເຢໂຫວາ​ຈະ​ເຮັດ​ວຽກ​ນີ້​ເອງ​ກໍ​ໄດ້ ແຕ່​ເພິ່ນ​ໄດ້​ມອບ​ວຽກ​ນີ້​ໃຫ້​ອາດາມ​ເຮັດ. ແນ່ນອນ​ວ່າ​ກ່ອນ​ທີ່​ອາດາມ​ຈະ​ຕັ້ງ​ຊື່​ໃຫ້​ສັດ​ແຕ່​ລະ​ໂຕ ລາວ​ຕ້ອງ​ເບິ່ງ​ວ່າ​ພວກ​ມັນ​ມີ​ລັກສະນະ​ເດັ່ນ​ຫຍັງ​ແລະ​ມີ​ນິດໄສ​ແບບ​ໃດ. ວຽກ​ນີ້​ຄື​ຊິ​ເຮັດ​ໃຫ້​ອາດາມ​ມີ​ຄວາມສຸກ​ຫຼາຍ​ແທ້ໆ​ແລະ​ຄື​ຊິ​ເຮັດ​ໃຫ້​ລາວ​ເຂົ້າໃຈ​ຫຼາຍ​ຂຶ້ນ​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ສະຕິປັນຍາ ມີ​ຄວາມສາມາດແລະ​ມີ​ຄວາມຄິດ​ສ້າງ​ສັນ​ຫຼາຍ​ຂະໜາດ​ໃດ.

4. (ກ) ເຫດຜົນ​ໜຶ່ງ​ທີ່​ເຮົາ​ຄວນ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ແມ່ນ​ຫຍັງ? (ຂ) ໃນ​ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ ເຈົ້າ​ມັກ​ຫຍັງ​ເປັນ​ພິເສດ?

4 ເຫດຜົນ​ໜຶ່ງ​ທີ່​ເຮົາ​ຄວນ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ກໍ​ຍ້ອນ​ວ່າ​ເພິ່ນ​ຢາກ​ໃຫ້​ເຮົາ​ເຮັດ​ແບບນັ້ນ. ພະເຢໂຫວາ​ບອກ​ກັບ​ເຮົາ​ວ່າ “ແຫງນ​ໜ້າ​ເບິ່ງ​ທ້ອງຟ້າ​ແມ້” ແລະ​ຈາກ​ນັ້ນ​ເພິ່ນ​ກໍ​ຖາມ​ວ່າ “ໃຜ​ເປັນ​ຜູ້​ສ້າງ​ດວງ​ດາວ​ເຫຼົ່ານີ້?” ເຮົາ​ທຸກ​ຄົນ​ຄື​ຊິ​ຮູ້​ຄຳຕອບ​ນີ້​ຢູ່​ແລ້ວ. (ອຊຢ. 40:26, ລ.ມ.) ພະເຢໂຫວາ​ບໍ່​ພຽງ​ແຕ່​ສ້າງ​ສິ່ງ​ຕ່າງໆ​ຢູ່​ເທິງ​ຟ້າ​ສະຫວັນ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ສ້າງ​ສິ່ງ​ຕ່າງໆ​ທີ່​ມະຫັດສະຈັນ​ຢູ່​ໃນ​ໂລກ​ນີ້​ແລະ​ໃນ​ທະເລ​ນຳ ເຊິ່ງ​ສິ່ງ​ເຫຼົ່ານີ້​ເຮັດ​ໃຫ້​ເຮົາ​ຮູ້​ຫຼາຍ​ຢ່າງ​ກ່ຽວກັບ​ເພິ່ນ. (ເພງ. 104:24, 25) ນອກຈາກນັ້ນ ລອງ​ຄິດເຖິງ​ວິທີ​ທີ່​ພະເຢໂຫວາ​ສ້າງ​ຕົວ​ເຮົາ. ເພິ່ນ​ສ້າງ​ເຮົາ​ໃຫ້​ສາມາດ​ຊື່ນຊົມ​ກັບ​ສິ່ງ​ທີ່​ສວຍ​ງາມ​ທີ່​ຢູ່​ໃນ​ທຳມະຊາດ​ໄດ້. ແລະ​ພະເຢໂຫວາ​ຍັງ​ໃຫ້​ເຮົາ​ມີ​ປະສາດ​ສຳຜັດ​ທັງ 5 ນັ້ນ​ກໍ​ຄື: ການ​ເບິ່ງ​ເຫັນ ການ​ໄດ້​ຍິນ ການ​ສຳຜັດ ການ​ຊີມ​ລົດ​ຊາດ ແລະ​ການ​ດົມ​ກິ່ນ ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ກັບ​ສິ່ງ​ຕ່າງໆ​ທີ່​ເພິ່ນ​ສ້າງ.

5. ຕາມ​ໂຣມ 1:20 ເຮົາ​ໄດ້​ປະໂຫຍດ​ຫຍັງ​ຈາກ​ການ​ເບິ່ງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ?

5 ຄຳພີໄບເບິນ​ຍັງ​ບອກ​ໃຫ້​ເຮົາ​ຮູ້​ອີກ​ເຫດຜົນ​ໜຶ່ງ​ວ່າ​ເປັນຫຍັງ​ເຮົາ​ຕ້ອງ​ສັງເກດ​ເບິ່ງ​ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ. ກໍ​ຍ້ອນ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ສອນ​ເຮົາ​ໃຫ້​ຮູ້​ກ່ຽວກັບ​ຄຸນລັກສະນະ​ຕ່າງໆ​ຂອງ​ພະເຢໂຫວາ. (ອ່ານ​ໂຣມ 1:20) ຕົວຢ່າງ​ເຊັ່ນ: ເມື່ອ​ເຮົາ​ເບິ່ງ​ການ​ອອກແບບ​ທີ່​ມີ​ຢູ່​ໃນ​ທຳມະຊາດ ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ສະຕິປັນຍາ​ຫຼາຍ​ແມ່ນ​ບໍ? ແລະ​ເມື່ອ​ເຮົາ​ຄິດເຖິງ​ອາຫານ​ຊະນິດ​ຕ່າງໆ​ຢູ່​ໃນ​ໂລກ​ນີ້ ເຮັດ​ໃຫ້​ເຮົາ​ຮູ້​ບໍ​ວ່າ​ພະເຢໂຫວາ​ຮັກ​ມະນຸດ​ຫຼາຍ​ແທ້ໆ? ເມື່ອ​ເຮົາ​ເຫັນ​ຄຸນລັກສະນະ​ຕ່າງໆ​ຂອງ​ພະເຢໂຫວາ​ໃນ​ສິ່ງ​ທີ່​ເພິ່ນ​ສ້າງ ເຮົາ​ກໍ​ຈະ​ຮູ້ຈັກ​ເພິ່ນ​ດີ​ຂຶ້ນ​ແລະ​ເຮັດ​ໃຫ້​ເຮົາ​ຢາກ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະເຢໂຫວາ​ໃຊ້​ສິ່ງ​ຕ່າງໆ​ທີ່​ເພິ່ນ​ສ້າງ​ສອນ​ຫຍັງ​ເຮົາ.

ພະເຈົ້າ​ສອນ​ເຮົາ​ໃຫ້​ຮູ້​ກ່ຽວກັບ​ເພິ່ນ​ໂດຍ​ໃຊ້​ສິ່ງ​ທີ່​ເພິ່ນ​ສ້າງ

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ການ​ອົບພະຍົບ​ຂອງ​ນົກ?

6 ພະເຢໂຫວາ​ມີ​ເວລາ​ທີ່​ກຳນົດ​ໄວ້​ແລ້ວ. ຊາວ​ອິດສະຣາເອນ​ຈະ​ເຫັນ​ນົກ​ກະສາ​ບິນ​ອົບພະຍົບ​ຂຶ້ນ​ໄປ​ທາງ​ເໜືອ​ໃນ​ລະຫວ່າງ​ທ້າຍ​ເດືອນ​ກຸມພາ​ເຖິງ​ກາງ​ເດືອນ​ພຶດສະພາ​ຂອງ​ທຸກໆ​ປີ. ພະເຢໂຫວາ​ບອກ​ຊາວ​ອິດສະຣາເອນ​ວ່າ “ນົກ​ກະສາ​ໃນ​ທ້ອງຟ້າ​ກໍ​ຮູ້​ເວລາ​ຂອງ​ມັນ.” (ຢເຣ. 8:7, ລ.ມ.) ຄື​ກັບ​ທີ່​ພະເຢໂຫວາ​ໄດ້​ກຳນົດ​ເວລາ​ໃຫ້​ນົກ​ເຫຼົ່າ​ນັ້ນ​ວ່າ​ຈະ​ອົບພະຍົບ​ເມື່ອ​ໃດ ເພິ່ນ​ກໍ​ກຳນົດ​ເວລາ​ທີ່​ຈະ​ພິພາກສາ​ໂລກ​ຊົ່ວ​ນີ້​ໄວ້​ແລ້ວ​ຄື​ກັນ. ໃນ​ທຸກ​ມື້​ນີ້ ເມື່ອ​ເຮົາ​ເຫັນ​ນົກ​ບິນ​ອົບພະຍົບ ກໍ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້​ຕາມ “ເວລາ​ທີ່​ກຳນົດ​ໄວ້” ແນ່ນອນ.—ຮບກ. 2:3, ລ.ມ.

7. ເຮົາ​ໄດ້​ບົດຮຽນ​ຫຍັງ​ເມື່ອ​ເຮົາ​ເຫັນ​ນົກ​ບິນ​ຢູ່​ເທິງ​ທ້ອງ​ຟ້າ? (ເອຊາຢາ 40:31)

7 ພະເຢໂຫວາ​ໃຫ້​ກຳລັງ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ພະເຢໂຫວາ​ສັນຍາ​ຜ່ານ​ທາງ​ຜູ້ພະຍາກອນ​ເອຊາຢາ​ວ່າ ເພິ່ນ​ຈະ​ໃຫ້​ກຳລັງ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທີ່​ທໍ້ໃຈ​ແລະ​ໝົດ​ແຮງ​ໃຫ້ “ບິນ​ໄດ້​ສູງໆ​ຄື​ກັບ​ນົກ​ອິນຊີ.” (ອ່ານ​ເອຊາຢາ 40:31, ລ.ມ.) ຊາວ​ອິດສະຣາເອນ​ເຫັນ​ນົກ​ອິນຊີ​ບິນ​ຢູ່​ເທິງ​ທ້ອງຟ້າ​ໄດ້​ສູງ​ຫຼາຍ​ໂດຍ​ອາໄສ​ແຮງ​ຂອງ​ລົມ​ແລະ​ພວກ​ມັນ​ເກືອບ​ຈະ​ບໍ່​ໄດ້​ໃຊ້​ແຮງ​ຂອງ​ຕົວເອງ​ເລີຍ. ນົກ​ອິນຊີ​ເຫຼົ່ານີ້​ເຕືອນ​ເຮົາ​ໃຫ້​ຮູ້​ວ່າ ຖ້າ​ພະເຢໂຫວາ​ໃຫ້​ກຳລັງ​ກັບ​ນົກ​ເຫຼົ່ານີ້ ເພິ່ນ​ກໍ​ແຮ່ງ​ຕ້ອງ​ໃຫ້​ກຳລັງ​ກັບ​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ເມື່ອ​ໃດ​ທີ່​ເຮົາ​ເຫັນ​ນົກ​ບິນ​ຂຶ້ນ​ສູງໆ​ຢູ່​ເທິງ​ທ້ອງຟ້າ​ຈົນ​ເກືອບ​ບໍ່​ຕ້ອງ​ພັບ​ປີກ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະເຢໂຫວາ​ຈະ​ໃຫ້​ກຳລັງ​ກັບ​ເຮົາ​ເພື່ອ​ໃຫ້​ຜ່ານ​ບັນຫາ​ຕ່າງໆ​ໄປ​ໄດ້.

8. ໂຢບ​ໄດ້​ບົດຮຽນ​ຫຍັງ​ຈາກ​ການ​ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ? ແລະ​ເຮົາ​ໄດ້​ຮຽນຮູ້​ຫຍັງ​ຈາກ​ເລື່ອງ​ນີ້?

8 ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ເຮົາ​ໄວ້ໃຈ​ໄດ້. ພະເຢໂຫວາ​ໄດ້​ຊ່ວຍ​ໂຢບ​ໃຫ້​ໄວ້ໃຈ​ເພິ່ນ​ຫຼາຍ​ຂຶ້ນ. (ໂຢບ 32:2; 40:6-8) ຕອນ​ທີ່​ພະເຢໂຫວາ​ລົມ​ກັບ​ໂຢບ ເພິ່ນ​ໄດ້​ເວົ້າ​ເຖິງ​ຫຼາຍ​ຢ່າງ​ທີ່​ເພິ່ນ​ສ້າງ ເຊັ່ນ: ດວງ​ດາວ ຂີ້ເຝື້ອ ແລະ​ສາຍ​ຟ້າ. ແລະ​ເພິ່ນ​ຍັງ​ໄດ້​ເວົ້າ​ເຖິງ​ສັດ​ຕ່າງໆ​ນຳ ເຊັ່ນ: ງົວ​ປ່າ​ແລະ​ມ້າ. (ໂຢບ 38:32-35; 39:9, 19, 20) ສິ່ງ​ເຫຼົ່ານີ້​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພະເຢໂຫວາ​ມີ​ພະລັງ​ອຳນາດ​ຫຼາຍ​ຂະໜາດ​ໃດ ແຕ່​ຍັງ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ແລະ​ມີ​ສະຕິປັນຍາ​ອັນ​ເລີດ​ລ້ຳ. ຈາກ​ການ​ລົມ​ກັນ​ຂອງ​ໂຢບ​ແລະ​ພະເຢໂຫວາ​ເທື່ອ​ນັ້ນ ເຮັດ​ໃຫ້​ໂຢບ​ໄວ້ໃຈ​ພະເຢໂຫວາ​ຫຼາຍ​ຂຶ້ນ. (ໂຢບ 42:1-6) ຄ້າຍຄື​ກັນ ເມື່ອ​ເຮົາ​ສຶກສາ​ຄົ້ນຄວ້າ​ກ່ຽວກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ ເຮົາ​ກໍ​ຈະ​ເຫັນ​ວ່າ​ພະເຢໂຫວາ​ມີ​ສະຕິປັນຍາ​ແລະ​ອຳນາດ​ຫຼາຍ​ກວ່າ​ເຮົາ ແລະ​ເພິ່ນ​ສາມາດ​ກຳຈັດ​ບັນຫາ​ແລະ​ຄວາມທຸກ​ທັງໝົດ​ໄດ້ ແລະ​ເພິ່ນ​ຈະ​ເຮັດ​ແບບ​ນັ້ນ​ແທ້ໆ. ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ໄວ້ໃຈ​ເພິ່ນ​ຫຼາຍ​ຂຶ້ນ.

ພະເຢຊູ​ໃຊ້​ສິ່ງ​ທີ່​ພະເຈົ້າ​ສ້າງ​ເພື່ອ​ສອນ​ເຮົາ​ກ່ຽວກັບ​ພະເຢໂຫວາ

9-10. ແສງ​ແດດ​ແລະ​ຝົນ​ສອນ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ພະເຢໂຫວາ?

9 ພະເຢຊູ​ຄຸ້ນ​ເຄີຍ​ກັບ​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ​ເປັນ​ຢ່າງ​ດີ. ຍ້ອນ​ພະເຢຊູ​ເປັນ “ນາຍ​ຊ່າງ” ເພິ່ນ​ຈຶ່ງ​ໄດ້​ຮ່ວມ​ເຮັດ​ວຽກ​ກັບ​ພໍ່​ເພິ່ນ​ຕອນ​ທີ່​ສ້າງ​ສິ່ງ​ຕ່າງໆ​ໃນ​ເອກະພົບ. (ສຸພາ. 8:30, ລ.ມ.) ແລ້ວ​ຕອນ​ທີ່​ເພິ່ນ​ຢູ່​ເທິງ​ໂລກ​ນີ້ ເພິ່ນ​ໄດ້​ໃຊ້​ສິ່ງ​ຕ່າງໆ​ທີ່​ຢູ່​ໃນ​ທຳມະຊາດ​ເພື່ອ​ສອນ​ພວກ​ລູກສິດ​ໃຫ້​ຮູ້​ກ່ຽວກັບ​ພະເຢໂຫວາ. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ທີ່​ພະເຢຊູ​ໃຊ້​ນຳ​ກັນ.

10 ພະເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ທຸກ​ຄົນ. ໃນ​ຄຳບັນຍາຍ​ເທິງ​ພູເຂົາ ພະເຢຊູ​ໄດ້​ສອນ​ພວກ​ລູກສິດ​ໂດຍ​ໃຊ້​ຕົວຢ່າງ​ຂອງ​ແສງ​ແດດ​ແລະ​ຝົນ ເຊິ່ງ​ເປັນ​ສິ່ງ​ທີ່​ຫຼາຍ​ຄົນ​ບໍ່​ໄດ້​ຄິດເຖິງ. ແຕ່​ສອງ​ຢ່າງ​ນີ້​ພັດ​ເປັນ​ສິ່ງ​ທີ່​ຈຳເປັນ​ຫຼາຍ​ສຳລັບ​ສິ່ງ​ທີ່​ມີ​ຊີວິດ. ທີ່​ຈິງ ພະເຢໂຫວາ​ບໍ່​ໃຫ້​ແສງ​ເດດ​ແລະ​ຝົນ​ກັບ​ຜູ້​ທີ່​ບໍ່​ໄດ້​ຮັບໃຊ້​ເພິ່ນ​ກໍ​ໄດ້. (ມທ. 5:43-45) ແຕ່​ເພິ່ນ​ກໍ​ຍັງ​ໃຫ້​ສິ່ງ​ເຫຼົ່ານີ້​ກັບ​ເຂົາເຈົ້າ. ພະເຢຊູ​ຈຶ່ງ​ໃຊ້​ເລື່ອງ​ນີ້​ເພື່ອ​ສອນ​ພວກ​ລູກສິດ​ວ່າ ພະເຢໂຫວາ​ຢາກ​ໃຫ້​ເຮົາ​ສະແດງ​ຄວາມ​ຮັກ​ກັບ​ທຸກ​ຄົນ ບໍ່​ວ່າ​ເຂົາເຈົ້າ​ຈະ​ແມ່ນ​ໃຜ. ເມື່ອ​ເຮົາ​ເຫັນ​ທຳມະຊາດ​ທີ່​ສວຍ​ງາມ ເຊັ່ນ: ຕາເວັນ​ຕົກ​ດິນ​ຫຼື​ເຫັນ​ຝົນ​ຕົກ​ຄ່ອຍໆ​ທີ່​ເຮັດ​ໃຫ້​ສົດຊື່ນ ສິ່ງ​ເຫຼົ່ານີ້​ເຮັດ​ໃຫ້​ເຮົາ​ຄິດເຖິງ​ຄວາມ​ຮັກ​ທີ່​ພະເຢໂຫວາ​ມີ​ຕໍ່​ມະນຸດ​ທຸກ​ຄົນ. ຕົວຢ່າງ​ນີ້​ເຮັດ​ໃຫ້​ເຮົາ​ຢາກ​ຈະ​ສະແດງ​ຄວາມ​ຮັກ​ແບບ​ດຽວ​ກັນ​ໂດຍ​ປະກາດ​ກັບ​ທຸກ​ຄົນ.

11. ເຮົາ​ໄດ້​ກຳລັງໃຈ​ແນວໃດ​ເມື່ອ​ເຮົາ​ເຫັນ​ນົກ​ບິນ​ຢູ່​ເທິງ​ທ້ອງຟ້າ?

11 ພະເຢໂຫວາ​ເບິ່ງແຍງ​ເຮົາ​ໂດຍ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ຊີວິດ. ໃນ​ຄຳບັນຍາຍ​ເທິງ​ພູເຂົາ​ພະເຢຊູ​ຍັງ​ບອກ​ວ່າ “ເບິ່ງ​ນົກ​ໃນ​ທ້ອງຟ້າ​ແມ້ ພວກ​ມັນ​ບໍ່​ໄດ້​ຫວ່ານ​ຫຼື​ເກັບ​ກ່ຽວ​ຫຼື​ສະສົມ​ເມັດ​ພືດ​ໄວ້​ໃນ​ເລົ້າ​ເຂົ້າ ແຕ່​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ເຈົ້າ​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ພວກ​ມັນ.” ໃນ​ຕອນ​ນັ້ນ ຄົນ​ທີ່​ຟັງ​ພະເຢຊູ​ອາດ​ແນມ​ເຫັນ​ນົກ​ທີ່​ບິນ​ໄປ​ມາ​ຢູ່​ເທິງ​ທ້ອງຟ້າ. ເພິ່ນ​ຈຶ່ງ​ຖາມ​ເຂົາເຈົ້າ​ວ່າ “ພວກເຈົ້າ​ມີຄ່າ​ຫຼາຍ​ກວ່າ​ນົກ​ບໍ່​ແມ່ນ​ບໍ?” (ມທ. 6:26) ຕົວຢ່າງ​ທີ່​ພະເຢຊູ​ໃຊ້​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ເບິ່ງແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ຊີວິດ. (ມທ. 6:31, 32) ແລະ​ຕົວຢ່າງ​ນີ້​ກໍ​ໃຫ້​ກຳລັງໃຈ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະເຢໂຫວາ​ໃນ​ທຸກ​ມື້​ນີ້​ນຳ ເຊັ່ນ: ພີ່ນ້ອງ​ຍິງ​ທີ່​ຍັງ​ໜຸ່ມ​ຜູ້​ໜຶ່ງ​ທີ່​ເປັນ​ໄພໂອເນຍ​ເຊິ່ງ​ຢູ່​ປະເທດ​ແອັດສະປາຍ​ຮູ້ສຶກ​ທໍ້ໃຈ​ຫຼາຍ​ທີ່​ຫາ​ບ່ອນ​ຢູ່​ທີ່​ເໝາະສົມ​ບໍ່​ໄດ້. ແຕ່​ເມື່ອ​ລາວ​ແນມ​ເຫັນ​ນົກ​ຈິກ​ກິນ​ເມັດ​ພືດ​ແລະ​ໝາກ​ໄມ້ ກໍ​ເຮັດ​ໃຫ້​ລາວ​ມີ​ກຳລັງໃຈ. ລາວ​ບອກ​ວ່າ “ຖ້າ​ພະເຢໂຫວາ​ເບິ່ງແຍງ​ນົກ​ເຫຼົ່ານີ້ ເພິ່ນ​ກໍ​ຕ້ອງ​ເບິ່ງແຍງ​ຂ້ອຍ​ຄື​ກັນ.” ແລ້ວ​ມັນ​ກໍ​ເປັນ​ແບບນັ້ນ​ແທ້. ບໍ່​ດົນ ພີ່ນ້ອງ​ຍິງ​ຄົນ​ນີ້​ກໍ​ຫາ​ບ່ອນ​ຢູ່​ໄດ້.

12. ຕົວຢ່າງ​ເລື່ອງ​ນົກ​ກະຈອກ​ໃນ​ມັດທາຍ 10:29-31 ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະເຢໂຫວາ?

12 ພະເຢໂຫວາ​ເຫັນຄ່າ​ເຮົາ​ແຕ່​ລະ​ຄົນ. ກ່ອນ​ທີ່​ພະເຢຊູ​ຈະ​ສົ່ງ​ພວກ​ອັກຄະສາວົກ​ໄປ​ປະກາດ ເພິ່ນ​ໄດ້​ຊ່ວຍ​ເຂົາເຈົ້າ​ບໍ່​ໃຫ້​ຢ້ານ​ການ​ຕໍ່ຕ້ານ. (ອ່ານ​ມັດທາຍ 10:29-31) ເພິ່ນ​ໄດ້​ຍົກ​ຕົວຢ່າງ​ຂອງ​ນົກ​ຊະນິດໜຶ່ງ​ທີ່​ເຫັນ​ໄດ້​ທົ່ວໆ​ໄປ​ໃນ​ອິດສະຣາເອນ ນັ້ນ​ກໍ​ຄື​ນົກ​ກະຈອກ. ໃນ​ສະໄໝ​ຂອງ​ພະເຢຊູ ນົກ​ກະຈອກ​ມີ​ລາຄາ​ຖືກ​ຫຼາຍ ແຕ່​ເພິ່ນ​ບອກ​ກັບ​ພວກ​ລູກສິດ​ວ່າ “ບໍ່​ມີ​ຈັກ​ໂຕ​ຈະ​ຕົກ​ເຖິງ​ດິນ​ໂດຍ​ທີ່​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກເຈົ້າ​ບໍ່​ຮູ້ຈັກ.” ແລະ​ເພິ່ນ​ຍັງ​ເວົ້າ​ຕໍ່​ວ່າ “ພວກເຈົ້າ​ມີຄ່າ​ຫຼາຍ​ກວ່າ​ນົກ​ກະຈອກ​ຫຼາຍ​ໂຕ​ລວມ​ກັນ.” ຄຳເວົ້າ​ຂອງ​ພະເຢຊູ​ເຮັດ​ໃຫ້​ພວກ​ລູກສິດ​ໝັ້ນໃຈ​ວ່າ ພະເຢໂຫວາ​ເຫັນຄ່າ​ເຂົາເຈົ້າ​ແຕ່​ລະ​ຄົນ. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ບໍ່​ຢ້ານ​ການ​ຂົ່ມເຫງ. ທຸກ​ຄັ້ງ​ທີ່​ເຂົາເຈົ້າ​ໄປ​ປະກາດ​ຕາມ​ບ້ານ​ແລະ​ຕາມ​ເມືອງ​ຕ່າງໆ​ແລ້ວ​ເຫັນ​ນົກ​ກະຈອກ ເຂົາເຈົ້າ​ຄົງ​ຈະ​ຄິດເຖິງ​ຄຳເວົ້າ​ຂອງ​ພະເຢຊູ. ຄ້າຍຄື​ກັນ ເມື່ອ​ໃດ​ທີ່​ເຈົ້າ​ເຫັນ​ນົກ​ໂຕ​ນ້ອຍໆ​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະເຢໂຫວາ​ເຫັນຄ່າ​ເຈົ້າ ເພາະ​ເຈົ້າ “ມີຄ່າ​ຫຼາຍ​ກວ່າ​ນົກ​ກະຈອກ​ຫຼາຍ​ໂຕ​ລວມ​ກັນ.” ແລະ​ຖ້າ​ເຈົ້າ​ເຈິ​ການ​ຕໍ່ຕ້ານ​ກໍ​ບໍ່​ຕ້ອງ​ຢ້ານ ເພາະ​ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ແນ່ນອນ.—ເພງ. 118:6

ເຮົາ​ຈະ​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ເບິ່ງ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ​ແນວໃດ?

13. ເພື່ອ​ຈະ​ຮຽນຮູ້​ຈາກ​ສິ່ງ​ທີ່​ພະເຢໂຫວາ​ສ້າງ ເຮົາ​ຕ້ອງ​ເຮັດ​ຫຍັງ?

13 ເຮົາ​ສາມາດ​ຮຽນຮູ້​ຫຼາຍ​ຢ່າງ​ກ່ຽວກັບ​ພະເຢໂຫວາ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ. ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ? ກ່ອນ​ອື່ນ ເຮົາ​ຕ້ອງ​ຫາ​ເວລາ​ສັງເກດ​ເບິ່ງ​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ. ຈາກ​ນັ້ນ ກໍ​ໃຫ້​ຄິດ​ວ່າ​ສິ່ງ​ນັ້ນ​ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະເຢໂຫວາ. ແຕ່​ບາງເທື່ອ​ອາດ​ບໍ່​ງ່າຍ​ທີ່​ຈະ​ເຮັດ​ແບບນັ້ນ. ເຈໂຣ​ດິນ​ພີ່ນ້ອງ​ຍິງ​ຈາກ​ກາເມີຣຸນ​ເວົ້າ​ວ່າ “ຍ້ອນ​ຂ້ອຍ​ເຕີບໃຫຍ່​ຢູ່​ໃນ​ເມືອງ ຂ້ອຍ​ກໍ​ເລີຍ​ຕ້ອງ​ພະຍາຍາມ​ຫຼາຍ​ເພື່ອ​ຈະ​ສັງເກດ​ເບິ່ງ​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ.” ຜູ້​ດູແລ​ທີ່​ຊື່​ເອວຟອນໂຊ​ບອກ​ວ່າ “ຂ້ອຍ​ຕ້ອງ​ຈັດ​ເວລາ​ທີ່​ຈະ​ຢູ່​ຄົນ​ດຽວ​ແລະ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ ແລ້ວ​ຄິດ​ວ່າ​ມັນ​ສອນ​ຫຍັງ​ຂ້ອຍ​ກ່ຽວກັບ​ພະເຢໂຫວາ.”

ເມື່ອ​ດາວິດ​ເບິ່ງ​ສິ່ງ​ຕ່າງໆ​ທີ່​ຢູ່​ອ້ອມ​ໂຕ​ລາວ ລາວ​ກໍ​ໄດ້​ຄິດຕຶກຕອງ​ວ່າ​ສິ່ງ​ນັ້ນ​ສອນ​ຫຍັງ​ລາວ​ກ່ຽວກັບ​ພະເຢໂຫວາ (ເບິ່ງ​ຂໍ້ 14)

14. ດາວິດ​ໄດ້​ຮຽນຮູ້​ຫຍັງ​ເມື່ອ​ລາວ​ຄິດຕຶກຕອງ​ກ່ຽວກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ?

14 ດາວິດ​ໄດ້​ຄິດຕຶກຕອງ​ຢ່າງ​ເລິກ​ເຊິ່ງ​ກ່ຽວກັບ​ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ. ລາວ​ເວົ້າ​ກັບ​ພະເຢໂຫວາ​ວ່າ “ເມື່ອ​ຂ້ອຍ​ແນມ​ເບິ່ງ​ທ້ອງຟ້າ​ເຊິ່ງ​ເປັນ​ຜົນງານ​ຂອງ​ພະອົງ ແລະ​ດວງເດືອນ​ກັບ​ດວງດາວ​ທີ່​ພະອົງ​ສ້າງ​ໄວ້ ຂ້ອຍ​ກໍ​ຄິດ​ວ່າ ມະນຸດ​ເປັນ​ໃຜ​ພະອົງ​ຈຶ່ງ​ຄິດເຖິງ​ລາວ ແລະ​ລູກ​ມະນຸດ​ເປັນ​ໃຜ​ທີ່​ພະອົງ​ຕ້ອງ​ເບິ່ງແຍງ​ລາວ?” (ເພງ. 8:3, 4, ລ.ມ.) ດາວິດ​ບໍ່​ພຽງ​ແຕ່​ມັກ​ເບິ່ງ​ທ້ອງຟ້າ​ທີ່​ສວຍ​ງາມ​ໃນ​ຕອນ​ກາງຄືນ ແຕ່​ຍັງ​ຄິດ​ວ່າ​ດວງ​ດາວ​ຕ່າງໆ​ນັ້ນ​ສອນ​ຫຍັງ​ລາວ​ກ່ຽວກັບ​ພະເຢໂຫວາ. ລາວ​ໄດ້​ຮຽນຮູ້​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍິ່ງໃຫຍ່​ແລະ​ມີ​ສະຕິປັນຍາ​ຫຼາຍ. ນອກຈາກນັ້ນ ດາວິດ​ຍັງ​ໄດ້​ເວົ້າ​ເຖິງ​ຮ່າງກາຍ​ຂອງ​ລາວ​ເອງ​ທີ່​ຖືກ​ສ້າງ​ຢ່າງ​ໜ້າ​ອັດສະຈັນ​ຢູ່​ໃນ​ທ້ອງ​ແມ່. ເມື່ອ​ລາວ​ຄິດ​ວ່າ​ຮ່າງກາຍ​ຂອງ​ລາວ​ຖືກ​ສ້າງ​ຢ່າງ​ໜ້າ​ອັດສະຈັນ​ແນວໃດ ລາວ​ກໍ​ແຮ່ງ​ຮູ້ສຶກ​ປະທັບໃຈ​ໃນ​ສະຕິປັນຍາ​ຂອງ​ພະເຢໂຫວາ.—ເພງ. 139:14-17

15. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ ເຈົ້າ​ເຫັນ​ຄຸນລັກສະນະ​ຫຍັງ​ແດ່​ຂອງ​ພະເຢໂຫວາ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ. (ຄຳເພງ 148:7-10)

15 ເຈົ້າ​ກໍ​ສາມາດ​ເຮັດ​ຄ້າຍຄື​ກັບ​ດາວິດ​ໄດ້ ໂດຍ​ທີ່​ບໍ່​ຈຳເປັນ​ຕ້ອງ​ເດີນທາງ​ໄກ​ໄປຊົມ​ທຳມະຊາດ​ເພື່ອ​ຈະ​ຄິດຕຶກຕອງ​ກ່ຽວກັບ​ພະເຢໂຫວາ. ພຽງ​ເຈົ້າ​ເບິ່ງ​ໄປ​ອ້ອມ​ຮອບ​ຕົວ ເຈົ້າ​ກໍ​ສາມາດ​ຮຽນຮູ້​ກ່ຽວກັບ​ຄຸນລັກສະນະ​ຕ່າງໆ​ຂອງ​ພະເຢໂຫວາ​ໄດ້. ຕົວຢ່າງ​ເຊັ່ນ: ເມື່ອ​ເຈົ້າ​ສຳຜັດ​ກັບ​ແສງ​ແດດ ເຈົ້າ​ຄົງ​ຈະ​ຄິດເຖິງ​ພະລັງ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພະເຢໂຫວາ. (ຢເຣ. 31:35) ຫຼື​ເມື່ອ​ເຈົ້າ​ເຫັນ​ນົກ​ເຮັດ​ຮັງ ເຈົ້າ​ຄົງ​ຈະ​ຄິດເຖິງ​ສະຕິປັນຍາ​ຂອງ​ພະເຢໂຫວາ. ຫຼື​ເມື່ອ​ເຈົ້າ​ເຫັນ​ໝາ​ນ້ອຍ​ໄລ່​ກັດ​ຫາງ​ຂອງ​ໂຕເອງ ເຈົ້າ​ຄົງ​ຈະ​ຮູ້​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ອາລົມ​ຂັນ. ຫຼື​ຕອນ​ທີ່​ເຈົ້າ​ເຫັນ​ແມ່​ກຳລັງ​ຫຼິ້ນ​ກັບ​ລູກ​ນ້ອຍ ເຈົ້າ​ຄົງ​ຈະ​ເຫັນຄ່າ​ຄວາມ​ຮັກ​ຂອງ​ພະເຢໂຫວາ​ແລະ​ຮູ້ສຶກ​ຂອບໃຈ​ເພິ່ນ​ຫຼາຍ​ແທ້ໆ. ເຮົາ​ເຫັນ​ໄດ້​ເລີຍ​ວ່າ ມີ​ຫຼາຍ​ຢ່າງ​ທີ່​ເຮົາ​ສາມາດ​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ​ໄດ້ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ນ້ອຍ​ຫຼື​ໃຫຍ່ ຢູ່ໃກ້​ຫຼື​ໄກ ກໍ​ເຮັດ​ໃຫ້​ພະເຢໂຫວາ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ.—ອ່ານ​ຄຳເພງ 148:7-10

16. ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ?

16 ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ສະຕິປັນຍາ ຮັກ​ພວກ​ເຮົາ ມີ​ພະລັງ​ອຳນາດ ແລະ​ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ​ສວຍ​ງາມ​ຫຼາຍ. ເຮົາ​ສາມາດ​ເຫັນ​ຄຸນລັກສະນະ​ທັງໝົດ​ນີ້​ລວມ​ເຖິງ​ຄຸນລັກສະນະ​ອື່ນໆ​ອີກ​ໃນ​ທຳມະຊາດ​ຖ້າ​ເຮົາ​ສັງເກດ​ເບິ່ງ​ດີໆ. ຂໍ​ໃຫ້​ເຮົາ​ຈັດ​ເວລາ​ເພື່ອ​ຈະ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ແລະ​ຄິດ​ວ່າ​ສິ່ງ​ນັ້ນ​ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະເຢໂຫວາ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ. (ຢກບ. 4:8) ໃນ​ບົດຄວາມ​ຕໍ່ໄປ​ເຮົາ​ຈະ​ມາ​ເບິ່ງ​ວ່າ ພໍ່​ແມ່​ຈະ​ໃຊ້​ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ​ເພື່ອ​ຊ່ວຍ​ລູກ​ໃຫ້​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວໃດ.

ເພງ 5 ຜົນ​ງານ​ອັນ​ລ້ຳ​ເລີດ​ຂອງ​ພະເຈົ້າ

a ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ​ຂຶ້ນ​ມາ​ເປັນ​ຕາ​ໜ້າ​ປະທັບໃຈ​ຫຼາຍ​ແທ້ໆ. ນັບ​ຕັ້ງແຕ່​ດວງ​ຕາເວັນ​ທີ່​ມີ​ພະລັງ​ງານ​ອັນມາຫະສານ​ຈົນ​ເຖິງ​ສິ່ງ​ທີ່​ບອບ​ບາງ​ຄື​ກີບ​ດອກ​ໄມ້. ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ​ຍັງ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ ພະເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເປັນຫຍັງ​ເຮົາ​ຄວນ​ໃຊ້​ເວລາ​ທີ່​ຈະ​ສັງເກດ​ເບິ່ງ​ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ ແລະ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວໃດ.