ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຄັດລັບ​ການ​ຄົ້ນຄວ້າ

ເຄັດລັບ​ການ​ຄົ້ນຄວ້າ

ເຮົາ​ຈະ​ໃຊ້​ສ່ວນ “ລາຍການ​ໃໝ່” ແນວໃດ?

ໃນ​ສ່ວນ “ລາຍການ​ໃໝ່” ທີ່​ຢູ່​ໃນ​ແອັບ JW Library® ແລະ​ໃນ​ເວັບໄຊ jw.org ຈະ​ສະແດງ​ວິດີໂອ​ແລະ​ບົດຄວາມ​ທີ່​ອອກ​ໃໝ່​ຫຼ້າ​ສຸດ. ເຈົ້າ​ຈະ​ໃຊ້​ສ່ວນ​ນີ້​ເພື່ອ​ໃຫ້​ທັນ​ກັບ​ຂໍ້ມູນ​ຂ່າວ​ສານ​ຫຼ້າ​ສຸດ​ໄດ້​ແນວໃດ?

ແອັບ JW Library

  • ບົດຄວາມ​ທີ່​ອອກ​ມາ​ໃໝ່​ທີ່​ເປັນ​ສ່ວນ​ຂອງ​ບົດຄວາມ​ຊຸດ​ຈະ​ຖືກ​ເອົາ​ມາ​ລວມ​ກັບ​ບົດຄວາມ​ຊຸດ. ດັ່ງນັ້ນ ເມື່ອ​ບົດຄວາມ​ໃໝ່ໆ​ທີ່​ປາກົດ​ຂຶ້ນ​ມາ​ໃນ​ສ່ວນ “ລາຍການ​ໃໝ່” ເຈົ້າ​ກໍ​ສາມາດ​ດາວໂຫຼດ​ບົດຄວາມ​ນັ້ນ​ໄດ້. ແລະ​ບົດຄວາມ​ນັ້ນ​ຈະ​ເຂົ້າ​ໄປ​ຢູ່​ໃນ​ລຳດັບ​ທຳອິດ​ຂອງ​ລາຍການ​ບົດຄວາມ​ຊຸດ​ທີ່​ຖືກ​ຈັດ​ລຽງ​ໄວ້​ຕາມ​ວັນ​ທີ.

  • ສຳລັບ​ປຶ້ມ​ທີ່​ມີ​ຫຼາຍ​ບົດ ເຈົ້າ​ອາດຈະ​ອ່ານ​ບໍ່​ຈົບ​ພາຍ​ໃນ​ເວລາ​ສັ້ນໆ. ເຈົ້າ​ສາມາດ​ເອົາ​ປຶ້ມ​ນີ້​ໄປ​ໃສ່​ໄວ້​ໃນ​ສ່ວນ​ລາຍການ​ທີ່​ມັກ​ເພື່ອ​ຈະ​ຊອກຫາ​ໄດ້​ງ່າຍ​ແລະ​ສາມາດ​ອ່ານ​ຕໍ່​ໄດ້. ເມື່ອ​ເຈົ້າ​ອ່ານ​ຈົບ​ແລ້ວ​ກໍ​ສາມາດ​ລົບ​ອອກ​ຈາກ​ລາຍການ​ທີ່​ມັກ​ໄດ້.

ເວັບໄຊ JW.ORG

ຂໍ້ມູນ​ບາງ​ຢ່າງ ເຊັ່ນ ລາຍງານ​ຂ່າວ ແລະ ຄຳປະກາດ​ຕ່າງໆ​ຈະ​ປາກົດ​ຢູ່​ໃນ​ເວັບໄຊ jw.org ເທົ່າ​ນັ້ນ ຈະ​ບໍ່​ປາກົດ​ໃນ​ແອັບ JW Library. ຂໍ​ໃຫ້​ໝັ່ນ​ກວດ​ເບິ່ງ​ໜ້າ “ມີ​ຫຍັງ​ໃໝ່ໆ​ໃນ JW.ORG?” ເພື່ອ​ຈະ​ບໍ່​ພາດ​ບົດຄວາມ​ຕ່າງໆ​ທີ່​ອອກ​ໃໝ່​ຫຼ້າ​ສຸດ.