ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ເຢໂຫວາ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄຳ​ສັນລະເສີນ​ຕະຫຼອດ​ໄປ

ຄຳ​ຖາມ​ຈາກ​ຜູ້​ອ່ານ

ຄຳ​ຖາມ​ຈາກ​ຜູ້​ອ່ານ

ບົດ​ຄວາມ​ທີ່​ຊື່​ວ່າ “ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ” ໃນ​ຫໍສັງເກດການ​ເດືອນ​ມິຖຸນາ ປີ 2020 ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ແຈ້ງ​ຫຼາຍ​ຂຶ້ນ​ແນວ​ໃດ​ກ່ຽວກັບ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ສິດ​ໃນ​ການ​ປົກຄອງ​ຂອງ​ເພິ່ນ?

ໃນ​ບົດ​ຄວາມ​ນັ້ນ​ເຮົາ​ໄດ້​ຮຽນ​ວ່າແທ້​ໆ​ແລ້ວ​ມີ​ພຽງ​ປະເດັນ​ດຽວ​ທີ່​ສຳຄັນ​ຫຼາຍ ເຊິ່ງ​ມີ​ຜົນ​ຕໍ່​ມະນຸດ​ແລະ​ທູດສະຫວັນ​ກໍ​ຄື: ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື. ສ່ວນ​ປະເດັນ​ເລື່ອງ​ສິດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ກັບ​ປະເດັນ​ທີ່​ວ່າ​ມະນຸດ​ຈະ​ສັດຊື່​ຕໍ່​ພະເຈົ້າ​ແທ້​ໆ​ບໍ​ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະເດັນ​ທີ່​ສຳຄັນ​ນີ້.

ເປັນ​ຫຍັງ​ຕອນນີ້​ເຮົາ​ຈຶ່ງ​ເນັ້ນ​ວ່າ​ປະເດັນ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ກ່ຽວກັບ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ການ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ? ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ 3 ຢ່າງ​ນຳ​ກັນ.

ຊາຕານ​ໃສ່​ຮ້າຍ​ຊື່​ຂອງ​ພະ​ເຢໂຫວາ​ຕັ້ງແຕ່​ມີ​ການ​ກະບົດ​ໃນ​ສວນ​ເອເດນ

ເຫດຜົນ​ທຳອິດ ຊາຕານ​ຕັ້ງໃຈ​ທຳລາຍ​ຊື່​ຂອງ​ພະ​ເຢໂຫວາ​ເຊິ່ງ​ກໍ​ຄື​ຊື່​ສຽງ​ຂອງ​ເພິ່ນ. ຕອນ​ທີ່​ຢູ່​ສວນ​ເອເດນ ຊາຕານ​ຖາມ​ເອວາ​ໃນ​ແບບ​ທີ່​ໃສ່​ຮ້າຍ​ພະ​ເຢໂຫວາ​ວ່າ ເພິ່ນ​ເປັນ​ພະເຈົ້າ​ທີ່​ບໍ່​ໃຫ້​ສິ່ງ​ດີ​ໆ​ກັບ​ອາດາມ​ແລະ​ເອວາ ແຖມ​ຍັງ​ຕັ້ງ​ກົດ​ແບບ​ບໍ່​ມີ​ເຫດຜົນ​ນຳ. ນອກ​ຈາກນັ້ນ ມັນ​ກໍ​ເວົ້າ​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໂດຍ​ບອກ​ວ່າ ພະ​ເຢໂຫວາ​ເວົ້າ​ຕົວະ. ສິ່ງ​ທີ່​ຊາຕານ​ເຮັດ​ເປັນ​ການ​ໃສ່​ຮ້າຍ​ຊື່​ສຽງ​ຂອງ​ພະ​ເຢໂຫວາ ມັນ​ຈຶ່ງ​ກາຍ​ເປັນ “ມານ​ຮ້າຍ” ເຊິ່ງ​ໝາຍເຖິງ “ຜູ້​ໝິ່ນ​ປະໝາດ.” (ຢຮ. 8:44) ແລະ​ຍ້ອນ​ເອວາ​ເຊື່ອ​ຊາຕານ ລາວ​ກໍ​ເລີຍ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ບໍ່​ຍອມຮັບ​ວ່າ​ເພິ່ນ​ມີ​ສິດ​ທີ່​ຈະ​ປົກຄອງ​ລາວ. (ປຖກ. 3:1-6) ຊາຕານ​ຍັງ​ໃສ່​ຮ້າຍ​ຊື່​ສຽງ​ຂອງ​ພະ​ເຢໂຫວາ​ຈົນ​ຮອດ​ທຸກ​ມື້​ນີ້. ມັນ​ເຜີຍ​ແຜ່​ເລື່ອງ​ຂີ້​ຕົວະ​ໂດຍ​ເຮັດ​ໃຫ້​ຜູ້​ຄົນ​ບໍ່​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ​ແທ້​ໆ. ຄົນ​ທີ່​ເຊື່ອ​ມັນ​ກໍ​ບໍ່​ຢາກ​ເຊື່ອຟັງ​ພະ​ເຢໂຫວາ. ແຕ່​ສຳລັບ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ຖື​ວ່າ​ການ​ໃສ່​ຮ້າຍ​ຊື່​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ເປັນ​ເລື່ອງ​ທີ່​ບໍ່​ຍຸຕິທຳ​ທີ່​ສຸດ​ແລະ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຄວາມ​ທຸກ​ແລະ​ຄວາມ​ຊົ່ວ​ທຸກ​ຢ່າງ​ໃນ​ໂລກ​ນີ້.

ເຫດຜົນ​ທີ​ສອງ ພະ​ເຢໂຫວາ​ຕັ້ງໃຈ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ຢູ່​ສະເໝີ​ແລະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ພົ້ນ​ຈາກ​ຄຳ​ຕຳໜິ​ທັງໝົດ. ເພື່ອ​ປະໂຫຍດ​ຂອງ​ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ. ເພິ່ນ​ບອກ​ວ່າ “ເຮົາ​ຈະ​ເຮັດ​ໃຫ້ . . . ຊື່​ທີ່​ຍິ່ງໃຫຍ່​ຂອງ​ເຮົາ​ບໍລິສຸດ.” (ເອເຊກ. 36:23, ລ.ມ.) ພະ​ເຢຊູ​ກໍ​ເນັ້ນ​ວ່າ​ເລື່ອງ​ນີ້​ຄວນ​ເປັນ​ເລື່ອງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຄຳ​ອະທິດຖານ​ຂອງ​ຜູ້​ຮັບໃຊ້​ພະ​ເຢໂຫວາ. ເພິ່ນ​ບອກ​ວ່າ “ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ.” (ມທ. 6:9) ນອກ​ຈາກນັ້ນ ຄຳພີ​ໄບເບິນ​ກໍ​ໄດ້​ເນັ້ນ​ຫຼາຍ​ເທື່ອ​ວ່າ​ເປັນ​ເລື່ອງ​ສຳຄັນ​ແທ້​ໆ​ທີ່​ຈະ​ຍົກຍ້ອງ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ ເຊັ່ນ: “ໃຫ້​ສັນລະເສີນ​ພະ​ເຢໂຫວາ ຍ້ອນ​ຊື່​ຂອງ​ເພິ່ນ.” (1ຂຄ. 16:29; ເພງ. 96:8, ລ.ມ.) “ໃຫ້​ພວກ​ເຈົ້າ​ຮ້ອງ​ເພງ​ສັນລະເສີນ​ຊື່​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ.” (ເພງ. 66:2, ລ.ມ.) “ລູກ​ຈະ​ຍົກຍ້ອງ​ຊື່​ຂອງ​ພະອົງ​ຕະຫຼອດ​ໄປ.” (ເພງ. 86:12, ລ.ມ.) ມີ​ເທື່ອ​ໜຶ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ລົງ​ມາ​ຈາກ​ສະຫວັນ ເພິ່ນ​ກໍ​ເວົ້າ​ເຖິງ​ເລື່ອງ​ນີ້​ນຳ. ຕອນ​ນັ້ນ​ພະ​ເຢຊູ​ຢູ່​ໃນ​ວິຫານ​ໃນ​ເມືອງ​ເຢຣູຊາເລັມ. ພະ​ເຢຊູ​ເວົ້າ​ວ່າ “ພໍ່​ເອີ້ຍ ຂໍ​ໃຫ້​ຊື່​ຂອງ​ພໍ່​ໄດ້​ຮັບ​ການ​ຍົກຍ້ອງ.” ແລ້ວ​ພະ​ເຢໂຫວາ​ຕອບ​ວ່າ “ເຮົາ​ເຮັດ​ໃຫ້​ຊື່​ຂອງ​ເຮົາ​ໄດ້​ຮັບ​ການ​ຍົກຍ້ອງ​ແລ້ວ ແລະ​ເຮົາ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ການ​ຍົກຍ້ອງ​ອີກ.”—ຢຮ. 12:28 a

ເຫດຜົນ​ທີ​ສາມ ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ແລະ​ຊື່​ຫຼື​ຊື່​ສຽງ​ຂອງ​ເພິ່ນ​ເປັນ​ສິ່ງ​ທີ່​ແຍກ​ກັນ​ບໍ່​ອອກ. ລອງ​ຄິດ​ເບິ່ງ​ວ່າ ຫຼັງ​ຈາກ​ການ​ທົດສອບ​ຄັ້ງ​ສຸດທ້າຍ​ຕອນ​ສິ້ນ​ສຸດ​ສະໄໝ 1.000 ປີ​ຈະ​ມີ​ຫຍັງ​ເກີດຂຶ້ນ? ຍັງ​ຈະ​ມີ​ຄວາມ​ແຕກ​ແຍກ​ກັນ​ຍ້ອນ​ປະເດັນ​ກ່ຽວກັບ​ຊື່​ພະ​ເຢໂຫວາ​ຢູ່​ບໍ? ເພື່ອ​ຈະ​ໄດ້​ຄຳ​ຕອບ ໃຫ້​ເຮົາ​ຄິດ​ເຖິງ 2 ປະເດັນ​ທີ່​ກ່ຽວ​ຂ້ອງ​ກັບ​ປະເດັນ​ທີ່​ສຳຄັນ​ນີ້. ນັ້ນ​ກໍ​ຄື: ປະເດັນ​ເລື່ອງ​ຄວາມ​ສັດຊື່​ຂອງ​ມະນຸດ​ແລະ​ປະເດັນ​ເລື່ອງ​ສິດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ. ເມື່ອ​ການ​ທົດສອບ​ຄັ້ງ​ສຸດທ້າຍ​ຈົບ​ລົງ ຈຳເປັນ​ບໍ​ທີ່​ມະນຸດ​ຈະ​ຕ້ອງ​ພິສູດ​ຕໍ່​ໄປ​ວ່າ​ລາວ​ສັດຊື່​ຕໍ່​ພະ​ເຢໂຫວາ​ຫຼື​ບໍ່? ບໍ່​ຈຳເປັນ ເພາະ​ໃນ​ຕອນ​ນັ້ນ​ມະນຸດ​ທຸກ​ຄົນ​ເປັນ​ຄົນ​ສົມບູນແບບ. ເຂົາເຈົ້າ​ຜ່ານ​ການ​ທົດສອບ​ແລ້ວ​ແລະ​ໄດ້​ຊີວິດ​ຕະຫຼອດ​ໄປ​ແລ້ວ. ນອກ​ຈາກນັ້ນ ຈຳເປັນ​ບໍ​ທີ່​ຈະ​ຕ້ອງ​ມີ​ການ​ພິສູດ​ຕໍ່​ໄປ​ວ່າ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ດີ​ທີ່​ສຸດ​ແທ້​ໆ​ບໍ? ບໍ່​ຈຳເປັນ ເພາະ​ໃນ​ຕອນ​ນັ້ນ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ທັງ​ທູດສະຫວັນ​ແລະ​ມະນຸດ​ກໍ​ຈະ​ຍອມຮັບ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ. ແລ້ວ​ເລື່ອງ​ຊື່​ຂອງ​ພະ​ເຢໂຫວາ​ເດ?

ຕອນ​ນັ້ນ ທຸກ​ຄົນ​ຈະ​ຮູ້​ຈັກ​ຄວາມ​ຈິງ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ເຄົາລົບ​ນັບຖື​ຊື່​ຂອງ​ເພິ່ນ. ແຕ່​ຊື່​ຂອງ​ພະ​ເຢໂຫວາ​ກໍ​ຍັງ​ຈະ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ຍ້ອນຫຍັງ? ຍ້ອນ​ເຂົາເຈົ້າ​ຍັງ​ຈະ​ໄດ້​ເຫັນ​ພະ​ເຢໂຫວາ​ເຮັດ​ສິ່ງ​ໃໝ່​ໆ​ເຊັ່ນ: ເມື່ອ​ພະ​ເຢຊູ​ມອບ​ອຳນາດ​ຄືນ​ໃຫ້​ພະ​ເຢໂຫວາ ເພິ່ນ​ກໍ​ຈະ “ເປັນ​ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ທຸກ​ຄົນ.” (1ກຣ. 15:28) ນອກ​ຈາກນັ້ນ ມະນຸດ​ທີ່​ຢູ່​ເທິງ​ໂລກ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້ “ເສລີ​ພາບ​ທີ່​ງົດງາມ​ແບບ​ທີ່​ລູກ​ຂອງ​ພະເຈົ້າ​ມີ.” (ຣມ. 8:21) ແລ້ວ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ທີ່​ມີ​ມາ​ດົນ​ແລ້ວ​ສຳເລັດ ນັ້ນ​ກໍ​ຄື​ເຮັດ​ໃຫ້​ຄອບຄົວ​ຂອງ​ເພິ່ນ​ທັງ​ໃນ​ສະຫວັນ​ແລະ​ໂລກ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.—ອຟຊ. 1:10

ເມື່ອ​ສິ່ງ​ເຫຼົ່າ​ນີ້​ເກີດຂຶ້ນ​ແທ້ ຄອບຄົວ​ຂອງ​ພະ​ເຢໂຫວາ​ທັງ​ໃນ​ສະຫວັນ​ແລະ​ໃນ​ໂລກ​ຈະ​ຮູ້ສຶກ​ແນວ​ໃດ? ແນ່ນອນ​ວ່າ ຕອນ​ນັ້ນ​ເຮົາ​ຈະ​ຮູ້ສຶກ​ຢາກ​ສັນລະເສີນ​ຊື່​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຕໍ່​ໆ​ໄປ. ດາວິດ​ຜູ້​ຂຽນ​ຄຳເພງ​ໄດ້​ຮັບ​ການ​ດົນໃຈ​ໃຫ້​ຂຽນ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ . . . ໄດ້​ຮັບ​ການ​ສັນລະເສີນ . . . ຂໍ​ໃຫ້​ຊື່​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ​ໄດ້​ຮັບ​ການ​ສັນລະເສີນ​ຕະຫຼອດ​ໄປ.” (ເພງ. 72:18, 19, ລ.ມ.) ເຮົາ​ຈະ​ມີ​ເຫດຜົນ​ໃໝ່​ໆ​ທີ່​ໜ້າ​ຕື່ນເຕັ້ນ​ທີ່​ຢາກ​ສັນລະເສີນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຕະຫຼອດ​ໄປ.

ຊື່​ຂອງ​ພະ​ເຢໂຫວາ​ໝາຍເຖິງ​ທຸກ​ຢ່າງ​ກ່ຽວກັບ​ເພິ່ນ ແລະ​ທີ່​ສຳຄັນ​ທີ່​ສຸດ ຊື່​ຂອງ​ເພິ່ນ​ເຮັດ​ໃຫ້​ເຮົາ​ນຶກ​ເຖິງ​ຄວາມ​ຮັກ​ຂອງ​ເພິ່ນ. (1ຢຮ. 4:8) ເຮົາ​ຈະ​ຈື່​ຕະຫຼອດ​ໄປ​ວ່າ ພະ​ເຢໂຫວາ​ສ້າງ​ເຮົາ​ແລະ​ໃຫ້​ພະ​ເຢຊູ​ມາ​ເປັນ​ຄ່າໄຖ່​ໃຫ້​ເຮົາ​ກໍ​ຍ້ອນ​ວ່າ​ເພິ່ນ​ຮັກ​ເຮົາ ແລະ​ພະ​ເຢໂຫວາ​ປົກຄອງ​ດ້ວຍ​ຄວາມ​ຍຸຕິທຳ​ແລະ​ດ້ວຍ​ຄວາມ​ຮັກ​ສະເໝີ. ບໍ່​ພຽງ​ເທົ່າ​ນັ້ນ ເຮົາ​ຈະ​ໄດ້​ເຫັນ​ຕໍ່​ໄປ​ເລື້ອຍ​ໆ​ວ່າ ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ແນວ​ໃດ​ແດ່​ແລະ​ເຮົາ​ກໍ​ແຮ່ງ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ໂດຍ​ຮ້ອງ​ເພງ​ສັນລະເສີນ​ຊື່​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ​ຕະຫຼອດ​ໄປ.—ເພງ. 73:28

a ຄຳພີ​ໄບເບິນ​ຍັງ​ສະແດງ​ໃຫ້​ເຫັນ​ອີກ​ວ່າ​ພະ​ເຢໂຫວາ​ລົງມື​ເຮັດ​ບາງ​ຢ່າງ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ເພິ່ນ ເຊັ່ນ: ພະ​ເຢໂຫວາ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ ຊ່ວຍ​ເຫຼືອ​ເຂົາເຈົ້າ ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ ໃຫ້​ອະໄພ​ແລະ​ປົກປ້ອງ​ເຂົາເຈົ້າ. ເພິ່ນ​ໄດ້​ເຮັດ​ທັງໝົດ​ນີ້​ກໍ​ເພື່ອ​ເຫັນ​ແກ່​ຊື່​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ.—ເພງ. 23:3; 31:3; 79:9; 106:8; 143:11