ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 35

ອົດທົນ​ຕໍ່​ໆ​ໄປ

ອົດທົນ​ຕໍ່​ໆ​ໄປ

“ໃຫ້​ປູກ​ຝັງ . . . ຄວາມ​ອົດທົນ​ອົດ​ກັ້ນ.”—ກລຊ. 3:12

ເພງ 114 “ຂໍ​ໃຫ້​ມີ​ຄວາມ​ອົດທົນ”

ໃຈ​ຄວາມ​ສຳຄັນ a

1. ເປັນ​ຫຍັງ​ເຮົາ​ຈຶ່ງ​ມັກ​ຄົນ​ທີ່​ມີ​ຄວາມ​ອົດທົນ?

 ເຮົາ​ທຸກ​ຄົນ​ມັກ​ຄົນ​ທີ່​ອົດທົນ. ເຮົາ​ຮູ້ສຶກ​ນັບຖື​ຄົນ​ທີ່​ອົດທົນ​ລໍ​ຖ້າ​ໂດຍ​ທີ່​ບໍ່​ຫງຸດຫງິດ​ແລະ​ບໍ່​ອາລົມ​ເສຍ ແລະ​ເຮົາ​ຮູ້ສຶກ​ຂອບໃຈ​ຕອນ​ທີ່​ຄົນ​ອື່ນ​ອົດທົນ​ກັບ​ເຮົາ​ເມື່ອ​ເຮົາ​ເຮັດ​ຜິດ​ພາ​ດ. ນອກ​ຈາກນັ້ນ ເຮົາ​ຮູ້ສຶກ​ຂອບໃຈ​ຜູ້​ນຳ​ການ​ສຶກສາ​ທີ່​ອົດທົນ​ສອນ​ຄຳພີ​ໄບເບິນ​ໃຫ້​ເຮົາ ແລະ​ອົດທົນ​ຕອນ​ທີ່​ເຮົາ​ພະຍາຍາມ​ເອົາ​ຄຳ​ແນະນຳ​ນັ້ນ​ໄປ​ໃຊ້. ທີ່​ສຳຄັນ​ທີ່​ສຸດ ເຮົາ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້​ໆ​ທີ່​ອົດທົນ​ກັບ​ເຮົາ!—ຣມ. 2:4

2. ຕອນ​ໃດ​ແດ່​ທີ່​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ອົດທົນ?

2 ເຖິງ​ເຮົາ​ຈະ​ມັກ​ຄົນ​ອົດທົນ ແຕ່​ບາງ​ເທື່ອ​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ເຮົາ​ເອງ​ຈະ​ອົດທົນ. ຕົວຢ່າງ​ເຊັ່ນ: ຕອນ​ລົດ​ຕິດ​ເຮົາ​ອາດ​ຮູ້ສຶກ​ວ່າ​ບໍ່​ງ່າຍ​ເລີຍ​ທີ່​ຈະ​ພະຍາຍາມ​ໃຈ​ເຢັນ​ໂດຍ​ສະເພາະ​ຕອນ​ທີ່​ເຮົາ​ຟ້າວ ຫຼື​ເມື່ອ​ມີ​ຄົນ​ອື່ນ​ເຮັດ​ສິ່ງ​ທີ່​ລົບກວນ​ໃຈ​ເຮົາ ເຮົາ​ອາດຈະ​ຮູ້ສຶກ​ອາລົມ​ເສຍ​ແລະ​ໃຈ​ຮ້າຍ. ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ບໍ່​ງ່າຍ​ທີ່​ຈະ​ລໍ​ຖ້າ​ໃຫ້​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເລື່ອງ​ໂລກ​ໃໝ່​ເປັນ​ຈິງ. ເຈົ້າ​ຢາກ​ຈະ​ເປັນ​ຄົນ​ທີ່​ອົດທົນ​ຫຼາຍ​ກວ່າ​ນີ້​ບໍ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ການ​ເປັນ​ຄົນ​ອົດທົນ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ. ນອກ​ຈາກນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້​ຫຼາຍ​ຂຶ້ນ.

ການ​ເປັນ​ຄົນ​ອົດທົນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

3. ຄົນ​ທີ່​ອົດທົນ​ຈະ​ເປັນ​ແນວ​ໃດ​ຕອນ​ທີ່​ຄົນ​ອື່ນ​ເຮັດ​ໃຫ້​ເຈັບ​ໃຈ?

3 ໃຫ້​ເຮົາ​ມາ​ເບິ່ງ 4 ຢ່າງ​ທີ່​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ອົດທົນ. ຢ່າງ​ທຳອິດ ຄົນ​ທີ່​ອົດທົນ​ຈະ​ບໍ່​ໃຈ​ຮ້າຍ​ງ່າຍ. ລາວ​ຈະ​ພະຍາຍາມ​ໃຈ​ເຢັນ​ແລະ​ບໍ່​ຕອບ​ໂຕ້​ເມື່ອ​ມີ​ຄົນ​ເຮັດ​ໃຫ້​ລາວ​ເຈັບ​ໃຈ ແລະ​ຕອນ​ທີ່​ລາວ​ເຄັ່ງ​ຕຶງ​ລາວ​ຈະ​ບໍ່​ເວົ້າ​ຫຼື​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ຄົນ​ອື່ນ. ຄຳ​ວ່າ “ບໍ່​ໃຈ​ຮ້າຍ​ງ່າຍ” ທີ່​ຄຳພີ​ໄບເບິນ​ໃຊ້​ເປັນ​ເທື່ອ​ທຳອິດ​ແມ່ນ​ຢູ່​ໃນ​ອົບພະຍົບ 34:6 ເຊິ່ງ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ “ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈ​ດີ ບໍ່​ໃຈ​ຮ້າຍ​ງ່າຍ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ ແລະ​ເວົ້າ​ແຕ່​ຄວາມ​ຈິງ.”

4. ຄົນ​ທີ່​ອົດທົນ​ຈະ​ເປັນ​ແນວ​ໃດ​ຕອນ​ທີ່​ລາວ​ຕ້ອງ​ອົດທົນ​ລໍ​ຖ້າ?

4 ຢ່າງ​ທີ​ສອງ ຄົນ​ທີ່​ອົດທົນ​ຈະ​ລໍ​ຖ້າ​ແບບ​ໃຈ​ເຢັນ​ໆ. ຖ້າ​ລາວ​ຕ້ອງ​ລໍ​ຖ້າ​ດົນ​ໆ​ເກີນ​ທີ່​ລາວ​ຄິດ​ໄວ້ ລາວ​ຈະ​ພະຍາຍາມ​ບໍ່​ຫງຸດຫງິດ​ຫຼື​ອາລົມ​ເສຍ. (ມທ. 18:26, 27) ມີ​ຫຼາຍ​ສະຖານະການ​ທີ່​ເຮົາ​ຕ້ອງ​ອົດທົນ​ລໍ​ຖ້າ​ແບບ​ໃຈ​ເຢັນ​ໆ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ຄົນ​ອື່ນ​ເວົ້າ​ກັບ​ເຮົາ ເຮົາ​ຕ້ອງ​ຕັ້ງໃຈ​ຟັງ​ໂດຍ​ບໍ່​ເວົ້າ​ແຊກ. (ໂຢບ 36:2) ແລະ​ເຮົາ​ອາດ​ຕ້ອງ​ໄດ້​ອົດທົນ​ຕອນ​ທີ່​ເຮົາ​ຊ່ວຍ​ນັກສຶກສາ​ໃຫ້​ເຂົ້າ​ໃຈ​ຄຳສອນ​ໃນ​ຄຳພີ​ໄບເບິນ​ຫຼື​ຊ່ວຍ​ລາວ​ໃຫ້​ເຊົາ​ນິດໄສ​ທີ່​ບໍ່​ດີ​ບາງ​ຢ່າງ.

5. ມີ​ຫຍັງ​ອີກ​ທີ່​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ອົດທົນ?

5 ຢ່າງ​ທີ​ສາມ ຄົນ​ທີ່​ອົດທົນ​ຈະ​ບໍ່​ເຮັດ​ຫຍັງ​ແບບ​ຟ້າວຟັ່ງ​ໂດຍ​ທີ່​ບໍ່​ໄດ້​ຄິດ​ກ່ອນ. ກໍ​ແມ່ນ​ຢູ່​ວ່າ ບາງ​ທີ​ການ​ລົງມື​ເຮັດ​ທັນທີ​ມັນ​ເປັນ​ສິ່ງ​ທີ່​ດີ. ແຕ່​ຖ້າ​ເປັນ​ເລື່ອງ​ສຳຄັນ ຄົນ​ທີ່​ອົດທົນ​ຈະ​ບໍ່​ຟ້າວ​ລົງມື​ເຮັດ​ຫຍັງ​ໂດຍ​ທີ່​ບໍ່​ໄດ້​ວາງ​ແຜນ​ກ່ອນ ແລະ​ລາວ​ຈະ​ໃຊ້​ເວລາ​ໃຫ້​ຫຼາຍ​ພໍ​ທີ່​ຈະ​ວາງ​ແຜນ​ວ່າ​ຕ້ອງ​ເຮັດ​ຫຍັງ​ແດ່ ແລະ​ຕອນ​ທີ່​ລາວ​ເຮັດ​ສິ່ງ​ນັ້ນ ລາວ​ຈະ​ບໍ່​ຟ້າວ​ເຮັດ​ພໍ​ແລ້ວ​ມື​ແລ້ວ​ຕີນ​ເທົ່າ​ນັ້ນ.

6. ຄົນ​ທີ່​ອົດທົນ​ຈະ​ເປັນ​ແນວ​ໃດ​ຕອນ​ທີ່​ເຈິ​ບັນຫາ​ຫຼື​ຄວາມ​ຍາກ​ລຳບາກ?

6 ຢ່າງ​ທີ​ສີ່ ຄົນ​ທີ່​ອົດທົນ​ຈະ​ບໍ່​ຈົ່ມ​ຕອນ​ທີ່​ເຈິ​ບັນຫາ​ຫຼື​ຄວາມ​ຍາກ​ລຳບາກ. ຕອນ​ທີ່​ເຮົາ​ເຈິ​ບັນຫາ​ຫຼື​ຄວາມ​ຍາກ​ລຳບາກ ມັນ​ບໍ່​ແມ່ນ​ເລື່ອງ​ຜິດ​ທີ່​ເຮົາ​ຈະ​ລະບາຍ​ຄວາມ​ຮູ້ສຶກ​ໃຫ້​ໝູ່​ສະໜິດ​ຟັງ​ວ່າ​ເຮົາ​ຮູ້ສຶກ​ແນວ​ໃດ. ແຕ່​ຄົນ​ທີ່​ອົດທົນ​ຈະ​ພະຍາຍາມ​ຄິດ​ໃນ​ແງ່​ບວກ​ແລະ​ພະຍາຍາມ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ​ຕໍ່​ໆ​ໄປ​ເຖິງ​ວ່າ​ຈະ​ເຈິ​ບັນຫາ. (ກລຊ. 1:11) ຄລິດສະຕຽນ​ຕ້ອງ​ສະແດງ​ວ່າ​ເປັນ​ຄົນ​ອົດທົນ​ໂດຍ​ເຮັດ​ຕາມ 4 ຢ່າງ​ທີ່​ເວົ້າ​ມາ​ນີ້. ຕໍ່​ຈາກ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ມີ​ເຫດຜົນ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ເຮັດ​ແບບ​ນັ້ນ.

ເປັນ​ຫຍັງ​ການ​ເປັນ​ຄົນ​ອົດທົນ​ຈຶ່ງ​ສຳຄັນ​ຫຼາຍ

ຄື​ກັບ​ຊາວ​ໄຮ່​ຊາວນາ​ທີ່​ອົດທົນ​ລໍ​ຖ້າ​ແລະ​ໝັ້ນໃຈ​ວ່າ​ຈະ​ໄດ້​ເກັບ​ກ່ຽວ​ຜົນ​ເມື່ອ​ເຖິງ​ເວລາ ເຮົາ​ກໍ​ອົດທົນ​ລໍ​ຖ້າ​ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້​ຕາມ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້ (ເບິ່ງ​ຂໍ້ 7)

7. ຕາມ​ຢາໂກໂບ 5:7, 8 ເປັນ​ຫຍັງ​ການ​ເປັນ​ຄົນ​ອົດທົນ​ຈຶ່ງ​ສຳຄັນ​ຫຼາຍ? (ເບິ່ງ​ຮູບພາບ)

7 ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ເປັນ​ຄົນ​ອົດທົນ ເພາະ​ມັນ​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ​ໄດ້. ເຮົາ​ຕ້ອງ​ອົດທົນ​ລໍ​ຖ້າ​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້​ຄື​ກັບ​ຜູ້​ຮັບໃຊ້​ໃນ​ອະດີດ​ເຄີຍ​ອົດທົນ​ມາ​ແລ້ວ. (ຮຣ. 6:11, 12) ຄຳພີ​ໄບເບິນ​ປຽບ​ເຮົາ​ເປັນ​ຄື​ກັບ​ຊາວ​ໄຮ່​ຊາວ​ນາ. (ອ່ານ​ຢາໂກໂບ 5:7, 8) ຊາວ​ໄຮ່​ຊາວ​ນາ​ຈະ​ດຸ​ໝັ່ນ​ໃນ​ການ​ປູກ​ແລະ​ຫົດນ້ຳ. ເຖິງ​ເຂົາເຈົ້າ​ບໍ່​ຮູ້​ວ່າ​ສິ່ງ​ທີ່ເຂົາເຈົ້າ​ປູກ​ນັ້ນ​ຈະ​ງອກ​ຂຶ້ນ​ຕອນ​ໃດ ແຕ່​ເຂົາເຈົ້າ​ກໍ​ອົດທົນ​ລໍ​ຖ້າ​ແລະ​ໝັ້ນໃຈ​ວ່າ​ຈະ​ໄດ້​ເກັບ​ກ່ຽວ​ຜົນ​ແທ້ໆ. ຄ້າຍຄື​ກັນ ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ພະຍາຍາມ​ດຸ​ໝັ່ນ​ຫ້າວຫັນ​ໃນ​ການ​ຮັບໃຊ້​ແລະ​ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ​ເຖິງ​ວ່າ​ເຮົາ​ຈະ “ບໍ່​ຮູ້​ວ່າ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ຈະ​ມາ​ມື້​ໃດ.” (ມທ. 24:42) ແຕ່​ເຮົາ​ກໍ​ອົດທົນ​ລໍ​ຖ້າ​ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້​ຕາມ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້. ແຕ່​ຖ້າ​ມື້​ໃດ​ເຮົາ​ເລີ່ມ​ບໍ່​ມີ​ຄວາມ​ອົດທົນ ເຮົາ​ອາດ​ບໍ່​ຢາກ​ລໍ​ຖ້າ​ພະ​ເຢໂຫວາ​ອີກ​ຕໍ່​ໄປ ແລ້ວ​ກໍ​ຄ່ອຍ​ໆ​ຫ່າງ​ອອກ​ຈາກ​ແນວ​ທາງ​ຂອງ​ເພິ່ນ​ແລະ​ເລີ່ມ​ຊອກ​ຫາ​ສິ່ງ​ທີ່​ເຮົາ​ຄິດ​ວ່າ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ຕອນນີ້​ເທົ່າ​ນັ້ນ. ດັ່ງນັ້ນ ເຮົາ​ຕ້ອງ​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ເພື່ອ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ.—ມກ. 7:7; ມທ. 24:13

8. ການ​ເປັນ​ຄົນ​ອົດທົນ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ຄົນ​ອື່ນ​ແນວ​ໃດ? (ໂກໂລຊາຍ 3:12, 13)

8 ການ​ເປັນ​ຄົນ​ອົດທົນ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ຄົນ​ອື່ນ ຊ່ວຍ​ເຮົາ​ໃຫ້​ຕັ້ງໃຈ​ຟັງ​ເມື່ອ​ຄົນ​ອື່ນ​ເວົ້າ. (ຢກບ. 1:19) ຖ້າ​ເຮົາ​ເປັນ​ຄົນ​ອົດທົນ ເຮົາ​ຈະ​ຢູ່​ກັບ​ຄົນ​ອື່ນ​ຢ່າງ​ສະຫງົບສຸກ. ເຮົາ​ຈະ​ບໍ່​ເວົ້າ​ຫຼື​ເຮັດ​ຫຍັງ​ໂດຍ​ບໍ່​ຄິດ​ແມ່ນ​ແຕ່​ຕອນ​ທີ່​ຮູ້ສຶກ​ເຄັ່ງ​ຕຶງ ແລະເຖິງ​ວ່າ​ຄົນ​ອື່ນ​ຈະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຈັບ ເຮົາ​ກໍ​ຈະ​ບໍ່​ໃຈ​ຮ້າຍ​ງ່າຍ​ຫຼື​ພະຍາຍາມ​ຕອບ​ໂຕ້ ແຕ່​ເຮົາ​ຈະ “ອົດທົນ​ຕໍ່​ກັນ​ແລະ​ກັນ ແລະ​ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ​ຕໍ່​ໄປ.”—ອ່ານ​ໂກໂລຊາຍ 3:12, 13

9. ການ​ເປັນ​ຄົນ​ອົດທົນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ຕອນ​ທີ່​ຕ້ອງ​ຕັດສິນໃຈ? (ສຸພາສິດ 21:5)

9 ການ​ເປັນ​ຄົນ​ອົດທົນ​ຍັງ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ດີ​ຂຶ້ນ. ຖ້າ​ເຮົາ​ເປັນ​ຄົນ​ອົດທົນ ເຮົາ​ຈະ​ບໍ່​ຟ້າວ​ຕັດສິນໃຈ​ໂດຍ​ທີ່​ບໍ່​ໄດ້​ຄິດ​ກ່ອນ ແລະ​ຈະ​ໃຊ້​ເວລາ​ຄົ້ນຄວ້າ​ແລະ​ຄິດ​ເບິ່ງ​ວ່າ​ຈະ​ຕັດສິນໃຈ​ແບບ​ໃດ​ໄດ້​ແດ່ ແລ້ວ​ກໍ​ເລືອກ​ສິ່ງ​ດີ​ທີ່​ສຸດ. (ອ່ານ​ສຸພາສິດ 21:5) ຕົວຢ່າງ​ເຊັ່ນ: ຖ້າ​ເຮົາ​ກຳລັງ​ຊອກ​ວຽກ ເມື່ອ​ມີ​ຄົນ​ສະເໜີ​ວຽກ​ໃຫ້ ເຮົາ​ອາດ​ຈະ​ຮັບ​ວຽກ​ນັ້ນ​ທັນທີ​ໂດຍ​ບໍ່​ໄດ້​ຄິດ​ວ່າ​ມັນ​ຈະ​ເຮັດ​ໃຫ້​ເຮົາ​ຂາດ​ປະຊຸມ​ຫຼື​ຮັບໃຊ້​ໄດ້​ໜ້ອຍ​ລົງ​ບໍ? ແຕ່​ຖ້າ​ເຮົາ​ເປັນ​ຄົນ​ອົດທົນ ເຮົາ​ຈະ​ໃຊ້​ເວລາ​ຄິດ​ກ່ອນ​ຕັດສິນໃຈ ເຊັ່ນ: ເຮົາ​ຈະ​ຄິດ​ວ່າ​ຖ້າ​ເຮັດ​ວຽກ​ນີ້​ເຮົາ​ຕ້ອງ​ເດີນທາງ​ໄກ​ບໍ? ເຮົາ​ຕ້ອງ​ເຮັດ​ວຽກ​ຈັກ​ຊົ່ວໂມງ? ຫຼື​ວຽກ​ນີ້​ຈະ​ສົ່ງ​ຜົນ​ຕໍ່​ຄອບຄົວ​ຂອງ​ເຮົາ​ແລະ​ສາຍສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ບໍ? ເຮົາ​ເຫັນ​ໄດ້​ວ່າ​ການ​ເປັນ​ຄົນ​ອົດທົນ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຕັດສິນໃຈ​ຜິດ​ພາ​ດ.

ເຮົາ​ຈະ​ເປັນ​ຄົນ​ທີ່​ອົດທົນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

10. ເຮົາ​ຈະ​ເປັນ​ຄົນ​ອົດທົນ​ຫຼາຍ​ຂຶ້ນ​ແລະ​ມີ​ນິດໄສ​ແບບ​ນີ້​ຕໍ່​ໆ​ໄປ​ໄດ້​ແນວ​ໃດ?

10 ອະທິດຖານ​ຂໍ​ໃຫ້​ມີ​ຄວາມ​ອົດທົນ​ຫຼາຍ​ຂຶ້ນ. ຄວາມ​ອົດທົນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ຄລຕ. 5:22, 23) ດັ່ງນັ້ນ ຖ້າ​ເຮົາ​ຢາກ​ເປັນ​ຄົນ​ອົດທົນ ເຮົາ​ກໍ​ຕ້ອງ​ອະທິດຖານ​ຂໍ​ພະລັງ​ຈາກ​ເພິ່ນ ແລະ​ເມື່ອ​ເຮົາ​ເຈິ​ກັບ​ສະຖານະການ​ທີ່​ທົດສອບ​ຄວາມ​ອົດທົນ ໃຫ້​ເຮົາ “ຂໍ​ຕໍ່​ໄປ​ເລື້ອຍ​ໆ” ແລ້ວ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້. (ລກ. 11:9, 13) ເຮົາ​ຍັງ​ສາມາດ​ອະທິດຖານ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ໃນ​ແບບ​ທີ່​ເພິ່ນ​ເບິ່ງ. ນອກ​ຈາກນັ້ນ ຫຼັງ​ຈາກ​ອະທິດຖານ​ແລ້ວ​ໆ​ເຮົາ​ກໍ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ອົດທົນ​ໃຫ້​ໄດ້​ໃນ​ແຕ່​ລະ​ມື້. ແຮ່ງ​ເຮົາ​ອະທິດຖານ​ແລະ​ພະຍາຍາມ​ສະແດງ​ຄວາມ​ອົດທົນ ພະ​ເຢໂຫວາ​ກໍ​ແຮ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ອົດທົນ​ຫຼາຍ​ຂຶ້ນ ແລ້ວ​ເຮົາ​ກໍ​ຈະ​ມີ​ນິດໄສ​ທີ່​ອົດທົນ.

11-12. ພະ​ເຢໂຫວາ​ສະແດງ​ຄວາມ​ອົດທົນ​ແນວ​ໃດ?

11 ຄິດ​ຕຶກຕອງ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ. ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ທີ່​ສະແດງ​ຄວາມ​ອົດທົນ. ຖ້າ​ເຮົາ​ຄິດ​ຕຶກຕອງ​ກ່ຽວກັບ​ຕົວຢ່າງ​ຂອງ​ເຂົາເຈົ້າ ເຮົາ​ກໍ​ຮູ້​ວິທີ​ທີ່​ຈະ​ສະແດງ​ຄວາມ​ອົດທົນ. ກ່ອນ​ທີ່​ເຮົາ​ຈະ​ລົມ​ກັນ​ກ່ຽວກັບ​ຕົວຢ່າງ​ເຫຼົ່າ​ນັ້ນ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ເຊິ່ງ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ການ​ສະແດງ​ຄວາມ​ອົດທົນ.

12 ໃນ​ສວນ​ເອເດນ ຊາຕານ​ໃສ່​ຮ້າຍ​ພະ​ເຢໂຫວາ​ແລະ​ທຳລາຍ​ຊື່​ສຽງ​ຂອງ​ເພິ່ນ​ໂດຍ​ເຮັດ​ໃຫ້​ເອວາ​ສົງໄສ​ວ່າ ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ຍຸຕິທຳ​ແລະ​ຮັກ​ມະນຸດ​ແທ້​ໆ​ບໍ? ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ທຳລາຍ​ຊາຕານ​ທັນທີ. ເພິ່ນ​ໄດ້​ສະແດງ​ຄວາມ​ອົດທົນ​ແລະ​ຄວບຄຸມ​ຕົວເອງ​ໂດຍ​ໃຫ້​ເວລາ​ພິສູດ​ວ່າ​ການ​ປົກຄອງ​ຂອງ​ເພິ່ນ​ດີ​ທີ່​ສຸດ. ແຕ່​ໃນ​ລະຫວ່າງ​ນັ້ນ​ພະ​ເຢໂຫວາ​ຕ້ອງ​ໄດ້​ອົດທົນ​ຫຼາຍ​ແທ້​ໆ​ກັບ​ການ​ຖືກ​ໃສ່​ຮ້າຍ. ນອກ​ຈາກນັ້ນ ພະ​ເຢໂຫວາ​ຍັງ​ໄດ້​ອົດທົນ​ເພື່ອ​ໃຫ້​ຫຼາຍ​ຄົນ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (2ປຕ. 3:9, 15) ຜົນ​ກໍ​ຄື ຫຼາຍ​ລ້ານ​ຄົນ​ໄດ້​ມາ​ຮູ້​ຈັກ​ພະ​ເຢໂຫວາ. ຖ້າ​ເຮົາ​ຄິດ​ວ່າ​ການ​ທີ່​ພະ​ເຢໂຫວາ​ອົດທົນ​ມີ​ປະໂຫຍດ​ຫຍັງ​ແດ່ ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ອົດທົນ​ລໍ​ຖ້າ​ມື້​ທີ່​ພະ​ເຢໂຫວາ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້.

ຄວາມ​ອົດທົນ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ໃຈ​ຮ້າຍ​ງ່າຍ​ຕອນ​ທີ່​ຖືກ​ຍົວະ​ໃຫ້​ໃຈ​ຮ້າຍ (ເບິ່ງ​ຂໍ້ 13)

13. ພະ​ເຢຊູ​ຮຽນ​ແບບ​ຄວາມ​ອົດທົນ​ຂອງ​ພະ​ເຢໂຫວາ​ໄດ້​ຢ່າງ​ສົມບູນແບບ​ແນວ​ໃດ? (ເບິ່ງ​ຮູບພາບ)

13 ຕອນ​ທີ່​ພະ​ເຢຊູ​ຢູ່​ເທິງ​ໂລກ​ນີ້ ເພິ່ນ​ໄດ້​ຮຽນ​ແບບ​ຄວາມ​ອົດທົນ​ຂອງ​ພະ​ເຢໂຫວາ​ໄດ້​ຢ່າງ​ສົມບູນແບບ. ເພິ່ນ​ຕ້ອງ​ໄດ້​ອົດທົນ​ຫຼາຍ​ແທ້​ໆ​ໂດຍ​ສະເພາະ​ເມື່ອ​ເຈິ​ກັບ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣິຊາຍ​ທີ່​ໜ້າ​ຊື່​ໃຈ​ຄົດ. (ຢຮ. 8:25-27) ຄື​ກັບ​ພໍ່​ຂອງ​ເພິ່ນ ພະ​ເຢຊູ​ບໍ່​ໄດ້​ໃຈ​ຮ້າຍ​ງ່າຍ. ເພິ່ນ​ບໍ່​ໄດ້​ຕອບ​ໂຕ້​ເມື່ອ​ຖືກ​ດ່າ​ຫຼື​ຖືກ​ຍົວະ​ໃຫ້​ໃຈ​ຮ້າຍ. (1ປຕ. 2:23) ນອກ​ຈາກນັ້ນ ພະ​ເຢຊູ​ຍັງ​ອົດທົນ​ກັບ​ຄວາມ​ລຳບາກ​ໂດຍ​ບໍ່​ຈົ່ມ. ນີ້​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ “ສັງເກດ​ເບິ່ງ​ພະ​ເຢຊູ​ໃຫ້​ດີ . . . ເພິ່ນ​ອົດທົນ​ກັບ​ຄຳເວົ້າ​ດູຖູກ​ຢຽດຫຍາມ​ຂອງ​ຄົນ​ບາບ.” (ຮຣ. 12:2, 3) ເຮົາ​ກໍ​ຄື​ກັນ ຖ້າ​ພະ​ເຢໂຫວາ​ຊ່ວຍ ເຮົາ​ກໍ​ຈະ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ທຸກ​ຮູບ​ແບບ​ທີ່​ເຮົາ​ເຈິ​ໄດ້​ແນ່ນອນ.

ຖ້າ​ເຮົາ​ອົດທົນ​ຄື​ກັບ​ອັບຣາຮາມ ເຮົາ​ກໍ​ໝັ້ນໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ກັບ​ເຮົາ​ໃນ​ຕອນນີ້​ແລະ​ຫຼາຍ​ກວ່າ​ນັ້ນ​ອີກ​ໃນ​ໂລກ​ໃໝ່​ທີ່​ເພິ່ນ​ສັນຍາ​ໄວ້ (ເບິ່ງ​ຂໍ້ 14)

14. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຄວາມ​ອົດທົນ​ຂອງ​ອັບຣາຮາມ? (ເຮັບເຣີ 6:15) (ເບິ່ງ​ຮູບພາບ)

14 ພວກ​ເຮົາ​ຫຼາຍ​ຄົນ​ຫວັງ​ທີ່​ຈະ​ເຫັນ​ຈຸດຈົບ​ຂອງ​ໂລກ​ຊົ່ວ​ນີ້ ແຕ່​ຕອນນີ້​ເຮົາ​ກໍ​ຢ້ານ​ວ່າ​ເຮົາ​ຈະ​ບໍ່​ໄດ້​ຢູ່​ຈົນ​ເຫັນ​ມື້​ນັ້ນ. ແຕ່​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ຕໍ່​ໆ​ໄປ​ໄດ້? ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ຂອງ​ອັບຣາຮາມ. ພະ​ເຢໂຫວາ​ສັນຍາ​ກັບ​ອັບຣາຮາມ​ວ່າ: “ລູກ​ຫຼານ​ຂອງ​ເຈົ້າ​ຈະ​ກາຍ​ເປັນ​ຊາດ​ໃຫຍ່” ເຖິງ​ຕອນ​ນັ້ນ​ອັບຣາຮາມ​ອາຍຸ 75 ປີ​ແລ້ວ​ແລະ​ຍັງ​ບໍ່​ມີ​ລູກ. (ປຖກ. 12:1-4) ອັບຣາຮາມ​ໄດ້​ເຫັນ​ຄຳ​ສັນຍາ​ນີ້​ເກີດຂຶ້ນ​ແທ້​ບໍ? ລາວ​ໄດ້​ເຫັນ​ຢູ່ ແຕ່​ບໍ່​ໄດ້​ເຫັນ​ທັງໝົດ. ຫຼັງ​ຈາກ​ຂ້າມ​ແມ່​ນ້ຳ​ເອິຟາຣາດ​ແລະ​ຕ້ອງ​ລໍ​ຖ້າ​ອີກ 25 ປີ ອັບຣາຮາມ​ຈຶ່ງ​ໄດ້​ເຫັນ​ລູກ​ຊາຍ​ຂອງ​ລາວ​ເກີດ​ມາ​ນັ້ນ​ກໍ​ຄື​ອີຊາກ​ເຊິ່ງ​ເປັນ​ເລື່ອງ​ທີ່​ອັດສະຈັນ​ຫຼາຍ. ຫຼັງ​ຈາກ 60 ປີ ລາວ​ໄດ້​ເຫັນ​ຫຼານ​ຊາຍ 2 ຄົນ​ເກີດ​ມາ ນັ້ນ​ກໍ​ຄື​ເອຊາວ​ກັບ​ຢາໂຄບ. (ອ່ານ​ເຮັບເຣີ 6:15) ອັບຣາຮາມ​ບໍ່​ໄດ້​ເຫັນ​ລູກ​ຫຼານ​ຂອງ​ລາວ​ກາຍ​ເປັນ​ຊາດ​ໃຫຍ່​ແລະບໍ່​ໄດ້​ເຂົ້າ​ໄປ​ຢູ່​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້. ແຕ່​ອັບຣາຮາມ​ໄດ້​ມີ​ສາຍສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ. (ຢກບ. 2:23) ແລະ​ໃນ​ອະນາຄົດ​ຕອນ​ທີ່​ລາວ​ຄືນ​ມາ​ຈາກ​ຕາຍ ລາວ​ຄື​ຊິ​ຕື່ນເຕັ້ນ​ດີໃຈ​ທີ່​ໄດ້​ຮູ້​ວ່າ​ຄວາມ​ເຊື່ອ​ແລະ​ຄວາມ​ອົດທົນ​ຂອງ​ລາວ​ເຮັດ​ໃຫ້​ທຸກ​ຊາດ​ໄດ້​ຮັບ​ພອນ! (ປຖກ. 22:18) ເຮົາ​ໄດ້​ບົດ​ຮຽນ​ຫຍັງ? ເຮົາ​ອາດຈະ​ບໍ່​ໄດ້​ເຫັນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທັງໝົດ​ເກີດຂຶ້ນ​ແທ້​ໃນ​ຕອນນີ້. ແຕ່​ຖ້າ​ເຮົາ​ອົດທົນ​ຄື​ກັບ​ອັບຣາຮາມ ເຮົາ​ກໍ​ໝັ້ນໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ກັບ​ເຮົາ​ໃນ​ຕອນນີ້ ແລະ​ຈະ​ໃຫ້​ຫຼາຍ​ກວ່າ​ນັ້ນ​ອີກ​ໃນ​ໂລກ​ໃໝ່​ທີ່​ເພິ່ນ​ສັນຍາ​ໄວ້.—ມຣກ. 10:29, 30

15. ເຮົາ​ອາດຈະ​ຄິດ​ເຖິງ​ເລື່ອງ​ຫຍັງ​ແດ່​ຕອນ​ທີ່​ສຶກສາ​ສ່ວນຕົວ?

15 ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ທີ່​ເປັນ​ຄົນ​ອົດທົນ. (ຢກບ. 5:10) ອາດຈະ​ເປັນ​ເລື່ອງ​ດີ​ຖ້າ​ເຈົ້າ​ສຶກສາ​ເລື່ອງ​ຂອງ​ເຂົາເຈົ້າ b ເຊັ່ນ: ເຖິງ​ວ່າ​ດາວິດ​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຕັ້ງແຕ່​ອາຍຸ​ຍັງ​ນ້ອຍ ແຕ່​ລາວ​ກໍ​ຍັງ​ລໍ​ຖ້າ​ອີກ​ຫຼາຍ​ປີ​ຊົ່ວ​ຊິ​ໄດ້​ເປັນ​ກະສັດ​ແທ້​ໆ. ນອກ​ຈາກນັ້ນ ຍັງ​ມີ​ຕົວຢ່າງ​ຂອງ​ຊີເມໂອນ​ແລະ​ຂອງ​ອານາ​ນຳ. ຕອນ​ທີ່​ເຂົາເຈົ້າ​ລໍ​ຖ້າ​ເມຊີອາ​ຕາມ​ຄຳ​ສັນຍາ ເຂົາເຈົ້າ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່. (ລກ. 2:25, 36-38) ໃນ​ລະຫວ່າງ​ທີ່​ເຈົ້າ​ສຶກສາ​ຕົວຢ່າງ​ຂອງ​ຄົນ​ທີ່​ສະແດງ​ຄວາມ​ອົດທົນ ຂໍ​ໃຫ້​ຖາມ​ຕົວເອງ​ວ່າ: ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ເປັນ​ຄົນ​ອົດທົນ? ລາວ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ເປັນ​ຄົນ​ອົດທົນ? ແລ້ວ​ຂ້ອຍ​ຈະ​ຮຽນ​ແບບ​ລາວ​ໄດ້​ແນວ​ໃດ? ນອກ​ຈາກນັ້ນ ເຈົ້າ​ອາດຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ສຶກສາ​ຕົວຢ່າງ​ຂອງ​ຄົນ​ທີ່​ບໍ່​ໄດ້​ສະແດງ​ຄວາມ​ອົດທົນ​ນຳ. (1ຊມ. 13:8-14) ເຈົ້າ​ອາດ​ຖາມ​ຕົວເອງ​ວ່າ: ສິ່ງ​ໃດ​ເຮັດ​ໃຫ້​ລາວ​ເປັນ​ຄົນ​ບໍ່​ອົດທົນ ແລະ​ລາວ​ໄດ້​ຮັບ​ຜົນ​ເສຍ​ຫຍັງ​ແດ່?

16. ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ເປັນ​ຄົນ​ອົດທົນ?

16 ໃຫ້​ຄິດ​ເຖິງ​ປະໂຫຍດ​ຂອງ​ການ​ເປັນ​ຄົນ​ອົດທົນ. ເມື່ອ​ເຮົາ​ອົດທົນ ເຮົາ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ແລະ​ສະຫງົບໃຈ​ຫຼາຍ​ຂຶ້ນ. ການ​ເປັນ​ຄົນ​ອົດທົນ​ຊ່ວຍ​ເຮົາ​ໃຫ້​ມີ​ສຸຂະພາບ​ຮ່າງກາຍ​ແລະ​ສຸຂະພາບ​ຈິດ​ທີ່​ດີ. ນອກ​ຈາກນັ້ນ ເມື່ອ​ເຮົາ​ອົດທົນ​ກັບ​ຄົນ​ອື່ນ ເຮົາ​ກໍ​ຈະ​ມີ​ສາຍສຳພັນ​ທີ່​ດີ​ກັບ​ເຂົາເຈົ້າ ແລະ​ປະຊາຄົມ​ກໍ​ຈະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ. ຖ້າ​ມີ​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ ການ​ທີ່​ເຮົາ​ເປັນ​ຄົນ​ບໍ່​ຄຽດ​ງ່າຍ​ຈະ​ເຮັດ​ໃຫ້​ເລື່ອງ​ນັ້ນ​ບໍ່​ກາຍ​ເປັນ​ເລື່ອງ​ໃຫຍ່. (ເພງ. 37:8; ສຸພາ. 14:29) ທີ່​ສຳຄັນ​ທີ່​ສຸດ ເມື່ອ​ເຮົາ​ເປັນ​ຄົນ​ອົດທົນ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຂອງ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.

17. ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ?

17 ຄວາມ​ອົດທົນ​ເປັນ​ຄຸນລັກສະນະ​ທີ່​ດີ​ແລະ​ເປັນ​ປະໂຫຍດ​ກັບ​ເຮົາ​ທຸກ​ຄົນ. ເຖິງ​ວ່າ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ອົດທົນ​ໄດ້​ຕະຫຼອດ ແຕ່​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຮົາ ເຮົາ​ຈຶ່ງ​ສາມາດ​ອົດທົນ​ໄດ້​ຫຼາຍ​ຂຶ້ນ​ເລື້ອຍ​ໆ. ໃນ​ຂະນະ​ທີ່​ເຮົາ​ລໍ​ຖ້າ​ໃຫ້​ໂລກ​ໃໝ່​ມາ​ຮອດ ເຮົາ​ກໍ​ໝັ້ນໃຈ​ໄດ້​ເລີຍ​ວ່າ “ພະ​ເຢໂຫວາ​ເຝົ້າ​ເບິ່ງ​ຄົນ​ທີ່​ນັບຖື​ເພິ່ນ ແລະ​ຄົນ​ທີ່​ລໍ​ຖ້າ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ເພິ່ນ.” (ເພງ. 33:18, ລ.ມ.) ດັ່ງນັ້ນ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຕັ້ງໃຈ​ທີ່​ຈະ​ປູກ​ຝັງ​ຄວາມ​ອົດທົນ​ຕໍ່​ໆ​ໄປ.

ເພງ 41 ຂໍ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ

a ຄົນ​ສ່ວນ​ຫຼາຍ​ໃນ​ທຸກ​ມື້​ນີ້​ບໍ່​ຄ່ອຍ​ມີ​ຄວາມ​ອົດທົນ. ແຕ່​ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ປູກ​ຝັງ​ຄວາມ​ອົດທົນ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ຄຸນລັກສະນະ​ນີ້​ຈຶ່ງ​ສຳຄັນ ແລະ​ເຮົາ​ຈະ​ອົດທົນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ.

b ເພື່ອ​ຈະ​ຊອກ​ຫາ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ຄວາມ​ອົດທົນ ລອງ​ເຂົ້າ​ໄປ​ເບິ່ງ​ໃນ​ຄູ່​ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ ໄປ​ທີ່​ຫົວຂໍ້ “ອາລົມ​ຄວາມ​ຮູ້ສຶກ ຄຸນລັກສະນະ ແລະ​ພຶດຕິກຳ” ຈາກນັ້ນ​ໄປ​ທີ່​ຫົວຂໍ້ “ຄວາມ​ອົດທົນ.” (ພາສາ​ໄທ)