ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

1923—ໜຶ່ງ​ຮ້ອຍ​ປີ​ຜ່ານ​ມາ

1923—ໜຶ່ງ​ຮ້ອຍ​ປີ​ຜ່ານ​ມາ

ຫໍສັງເກດການ (ພາສາ​ອັງກິດ) 1 ມັງກອນ 1923 ບອກ​ວ່າ: “ເຮົາ​ຄາດ​ວ່າ​ປີ 1923 ຈະ​ເປັນ​ປີ​ທີ່​ໜ້າ​ຕື່ນເຕັ້ນ​ແທ້​ໆ. ເຮົາ​ມີ​ສິດທິ​ພິເສດ​ຫຼາຍ​ທີ່​ໄດ້​ບອກ​ຄົນ​ທີ່​ກຳລັງ​ທຸກໃຈ​ໃຫ້​ຮູ້​ວ່າ​ອະນາຄົດ​ທີ່​ດີ​ກວ່າ​ໃກ້​ຈະ​ມາ​ຮອດ​ແລ້ວ.” ປີ 1923 ເປັນ​ປີ​ທີ່​ມີ​ການ​ປ່ຽນແປງ​ຫຼາຍ​ຢ່າງ​ສຳລັບ​ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ. ເຂົາເຈົ້າ​ໄດ້​ປັບ​ປ່ຽນ​ກ່ຽວກັບ​ການ​ປະຊຸມ​ປະຊາຄົມ ການ​ປະຊຸມ​ໃຫຍ່ ແລະ​ວຽກ​ປະກາດ. ສິ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຂົາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຫຼາຍ​ຂຶ້ນ ແລະ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ນີ້​ເປັນ​ເອກະລັກ​ຂອງ​ຄລິດສະຕຽນ​ແທ້​ຈົນ​ຮອດ​ທຸກ​ມື້​ນີ້.

ການ​ປະຊຸມ​ເຮັດ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ

ປະຕິທິນ​ທີ່​ມີ​ຂໍ້​ພະຄຳພີ​ແລະ​ເລກ​ຂອງ​ເພງ

ໃນ​ປີ 1923 ມີ​ການ​ປ່ຽນແປງ​ບາງ​ຢ່າງ​ໃນ​ອົງການ​ທີ່​ຊ່ວຍ​ໃຫ້​ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຫຼາຍ​ຂຶ້ນ. ຫໍສັງເກດການ​ໄດ້​ເລີ່ມ​ພິມ​ຄຳ​ອະທິບາຍ​ສຳລັບ​ຂໍ້​ພະຄຳພີ​ປະຈຳ​ອາທິດ​ເຊິ່ງ​ຈະ​ໃຊ້​ຢູ່​ການ​ປະຊຸມ​ທີ່​ຊື່​ວ່າ​ການ​ປະຊຸມ​ເພື່ອ​ອະທິດຖານ​ແລະ​ສັນລະເສີນ​ພະ​ເຢໂຫວາ. ນອກ​ຈາກນັ້ນ ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ຍັງ​ໄດ້​ເຮັດ​ປະຕິທິນ​ທີ່​ມີ​ຂໍ້​ພະຄຳພີ​ປະຈຳ​ອາທິດ​ນຳ ແລະ​ໃນ​ແຕ່​ລະ​ມື້​ຂອງ​ປະຕິທິນ​ນັ້ນ​ຈະ​ມີ​ເລກ​ຂອງ​ເພງ​ເຊິ່ງ​ຈະ​ໃຊ້​ສຳລັບ​ການ​ສຶກສາ​ສ່ວນຕົວ​ແລະ​ການ​ນະມັດສະການ​ປະຈຳ​ຄອບຄົວ.

ໃນ​ການ​ປະຊຸມ​ນັ້ນ ນັກສຶກສາ​ຄຳພີ​ໄບເບິນ​ຈະ​ເລົ່າ​ປະສົບການ​ທີ່​ເຈິ​ໃນ​ວຽກ​ປະກາດ ເຂົາເຈົ້າ​ຈະ​ເວົ້າ​ຂອບໃຈ​ພະ​ເຢໂຫວາ ແລ້ວ​ກໍ​ຮ້ອງ​ເພງ​ແລະ​ອະທິດຖານ. ພີ່ນ້ອງ​ອີວາ ບານີ ທີ່​ຮັບ​ບັບເຕມາ​ໃນ​ປີ 1923 ຕອນ​ອາຍຸ 15 ປີ​ເລົ່າ​ວ່າ: “ຖ້າ​ຜູ້​ໃດ​ຢາກ​ອອກ​ຄວາມ​ຄິດ​ເຫັນ​ກໍ​ຕ້ອງ​ຢືນ​ຂຶ້ນ​ແລະ​ອາດ​ເວົ້າ​ວ່າ: ‘ຂ້ອຍ​ຢາກ​ຂອບໃຈ​ພະເຈົ້າ​ສຳລັບ​ສິ່ງ​ດີ​ໆ​ທີ່​ເພິ່ນ​ເຮັດ​ເພື່ອ​ຂ້ອຍ.’” ພີ່ນ້ອງ​ບາງ​ຄົນ​ມັກ​ອອກ​ຄວາມ​ຄິດ​ເຫັນ​ຍາວ. ພີ່ນ້ອງ​ອີວາ​ເລົ່າ​ຕໍ່​ວ່າ: “ພີ່ນ້ອງ​ກ໋ອດວິນ​ເຊິ່ງ​ເປັນ​ພີ່ນ້ອງ​ທີ່​ສູງ​ອາຍຸ​ມີ​ຫຼາຍ​ຢ່າງ​ຢາກ​ເວົ້າ​ເພື່ອ​ຂອບໃຈ​ພະເຈົ້າ. ແຕ່​ເມື່ອ​ເມຍ​ລາວ​ເຫັນ​ວ່າ​ພີ່ນ້ອງ​ທີ່​ນຳ​ການ​ປະຊຸມ​ເລີ່ມ​ຮູ້ສຶກ​ອຶດ​ອັດ ລາວ​ຈະ​ດຶງ​ເສື້ອ​ຜົວ​ຄ່ອຍ​ໆ​ເພື່ອ​ໃຫ້​ຜົວ​ຂອງ​ລາວ​ເຊົາ​ເວົ້າ​ແລະ​ນັ່ງ​ລົງ.”

ເດືອນ​ລະ​ເທື່ອ ແຕ່​ລະ​ປະຊາຄົມ​ຈະ​ຈັດການ​ປະຊຸມ​ເພື່ອ​ອະທິດຖານ​ແລະ​ສັນລະເສີນ​ພະ​ເຢໂຫວາ​ແບບ​ພິເສດ. ຫໍສັງເກດການ 1 ເມສາ 1923 ເວົ້າ​ເຖິງ​ການ​ປະຊຸມ​ນີ້​ວ່າ: “ເຄິ່ງ​ໜຶ່ງ​ຂອງ​ການ​ປະຊຸມ​ນີ້​ແມ່ນ​ເວົ້າ​ເຖິງ​ການ​ປະກາດ ການ​ເລົ່າ​ປະສົບການ ແລະ​ການ​ໃຫ້​ກຳລັງ​ໃຈ​ຜູ້​ປະກາດ . . . ເຮົາ​ເຊື່ອ​ວ່າ​ການ​ປະຊຸມ​ແບບ​ນີ້​ຈະ​ເຮັດ​ໃຫ້​ພີ່ນ້ອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ແລະ​ຊ່ວຍ​ໃຫ້​ເຂົາເຈົ້າ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.”

ຊານ ມາຕິນ ອາຍຸ 19 ປີ​ເປັນ​ຜູ້​ປະກາດ​ໃນ​ປະຊາຄົມ​ທີ່​ຢູ່​ແວນຄູເວີ​ໃນ​ປະເທດ​ການາດາ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຈາກ​ການ​ປະຊຸມ​ນີ້. ໃນ​ເວລາ​ຕໍ່​ມາ​ລາວ​ເລົ່າ​ວ່າ: “ໃນ​ການ​ປະຊຸມ​ນີ້​ຂ້ອຍ​ໄດ້​ຮຽນ​ເປັນ​ເທື່ອ​ທຳອິດ​ວ່າ​ຂ້ອຍ​ຄວນ​ເວົ້າ​ແບບ​ໃດ​ໃນ​ການ​ປະກາດ​ຕາມ​ບ້ານ. ມີ​ຫຼາຍ​ເທື່ອ​ພີ່ນ້ອງ​ຈະ​ເລົ່າ​ປະສົບການ​ທີ່​ເຈິ​ໃນ​ການ​ປະກາດ ເລື່ອງ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ວ່າ​ຈະ​ເວົ້າ​ແນວ​ໃດ​ແລະ​ຈະ​ຕອບ​ແນວ​ໃດ​ຖ້າ​ມີ​ຄົນ​ບໍ່​ເຫັນດີ​ກັບ​ເຮົາ.”

ການ​ປະກາດ​ເຮັດ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ

ຈົດໝາຍ​ຂ່າວ 1 ພຶດສະພາ 1923

ອີກ​ສິ່ງ​ໜຶ່ງ​ທີ່​ຊ່ວຍ​ໃຫ້​ພີ່ນ້ອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຫຼາຍ​ຂຶ້ນ​ແມ່ນ “ມື້​ສຳລັບ​ການ​ປະກາດ.” ຫໍສັງເກດການ 1 ເມສາ 1923 ບອກ​ວ່າ: “ເພື່ອ​ເຮົາ​ທຸກ​ຄົນ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ . . . ໄດ້​ກຳນົດ​ໃຫ້​ວັນ​ອັງຄານ​ທີ 1 ພຶດສະພາ 1923 ເປັນ​ມື້​ສຳລັບ​ການ​ປະກາດ . . . ແລະ​ຕໍ່​ມາ​ໄດ້​ມີ​ການ​ຈັດ​ໃຫ້​ວັນ​ອັງຄານ​ທຳອິດ​ຂອງ​ເດືອນ​ເປັນ​ມື້​ທີ່​ທຸກ​ຄົນ​ໃນ​ປະຊາຄົມ​ຕ້ອງ​ໄປ​ປະກາດ.”

ແມ່ນ​ແຕ່​ພີ່ນ້ອງ​ທີ່​ອາຍຸ​ນ້ອຍ​ໃນ​ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ກໍ​ສາມາດ​ເຂົ້າ​ຮ່ວມ​ໃນ​ວຽກ​ປະກາດ​ໄດ້. ພີ່ນ້ອງ​ຮາ​ເຊວ ເບີ​ຝອດ ເຊິ່ງ​ຕອນ​ນັ້ນ​ອາຍຸ 16 ປີ​ຈື່​ໄດ້​ວ່າ: “ຈົດໝາຍ​ຂ່າວມີ​ຕົວຢ່າງ​ການ​ລົມ​ກັນ​ເພື່ອ​ເຮົາ​ຈະ​ໃຊ້​ໃນ​ວຽກ​ປະກາດ. a ຂ້ອຍ​ກັບ​ພໍ່​ຕູ້​ພະຍາຍາມ​ຢ່າງ​ເຕັມທີ​ເພື່ອ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້.” ແຕ່​ຮາ​ເຊວ​ກໍ​ແປກໃຈ​ຫຼາຍ​ທີ່​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ບໍ່​ຢາກ​ໃຫ້​ລາວ​ໄປ​ປະກາດ. ລາວ​ເລົ່າ​ວ່າ: “ພີ່ນ້ອງ​ຊາຍ​ສູງ​ອາຍຸ​ຜູ້​ນີ້​ຫ້າມ​ຂ້ອຍ​ເອົາ​ແທ້​ເອົາ​ວ່າ​ຕອນ​ທີ່​ຂ້ອຍ​ອອກ​ໄປ​ປະກາດ. ຕອນ​ນັ້ນ ມີ​ພີ່ນ້ອງ​ບາງ​ຄົນ​ບໍ່​ຍອມຮັບ​ວ່າ​ທຸກ​ຄົນ​ໃນ​ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ເຊິ່ງ​ລວມ​ເຖິງ ‘ຄົນ​ທີ່​ຍັງ​ໜຸ່ມ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ’ ຄວນ​ໄດ້​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ.” (ເພງ. 148:12, 13, ລ.ມ) ເຖິງ​ຈະ​ເປັນ​ແນວ​ນັ້ນ ພີ່ນ້ອງ​ຮາ​ເຊວ​ກໍ​ຍັງ​ປະກາດ​ຕໍ່​ໆ​ໄປ. ຕໍ່​ມາ ລາວ​ໄດ້​ເຂົ້າ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 2 ແລະ​ໄດ້​ເປັນ​ມິດຊັນນາຣີ​ຢູ່​ປະເທດ​ປານາມາ. ໃນ​ທີ່​ສຸດ ພວກ​ພີ່ນ້ອງ​ທີ່​ເຄີຍ​ບໍ່​ເຫັນດີ​ກໍ​ປ່ຽນ​ຄວາມ​ຄິດ​ໃນ​ເລື່ອງ​ທີ່​ວ່າ​ໄວລຸ້ນ​ບໍ່​ຄວນ​ອອກ​ໄປ​ປະກາດ.

ການ​ປະຊຸມ​ໃຫຍ່​ເຮັດ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ

ການ​ປະຊຸມ​ໃຫຍ່​ກໍ​ເປັນ​ອີກ​ສິ່ງ​ໜຶ່ງ​ທີ່​ຊ່ວຍ​ໃຫ້​ພີ່ນ້ອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຫຼາຍ​ຂຶ້ນ. ໃນ​ໄລຍະ​ການ​ປະຊຸມ​ຈະ​ມີ​ການ​ຈັດ​ມື້​ໜຶ່ງ​ເພື່ອ​ໃຫ້​ພີ່ນ້ອງ​ອອກ​ໄປ​ປະກາດ​ນຳ​ກັນ ເຊັ່ນ ການ​ປະຊຸມ​ໃຫຍ່​ເທື່ອ​ໜຶ່ງ​ທີ່​ຈັດ​ໃນ​ວັນ​ທີ 31 ມີນາ 1923 ຢູ່​ເມືອງ​ວິນນີເພກ ປະເທດ​ການາດາ. ຕອນ​ນັ້ນ ມີ​ການ​ຈັດ “ໂຄງການ​ປະກາດ​ແບບ​ພິເສດ​ໃນ​ເມືອງ​ວິນນີເພກ” ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກ​ຄົນ​ຖືກ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ໃນ​ໂຄງການ​ນີ້. ໃນ​ມື້​ພິເສດ​ແບບ​ນີ້​ເຮັດ​ໃຫ້​ຫຼາຍ​ຄົນ​ມີ​ໂອກາດ​ໄດ້​ຟັງ​ຂ່າວດີ​ແລະ​ກໍ​ມີ​ການ​ຕອບ​ຮັບ​ທີ່​ດີ​ນຳ. ໃນ​ວັນ​ທີ 5 ສິງຫາ 1923 ມີ​ການ​ຈັດການ​ປະຊຸມ​ໃຫຍ່​ອີກ​ເທື່ອ​ໜຶ່ງ​ໃນ​ເມືອງ​ວິນນີເພກ​ເຊິ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ປະມານ 7.000 ຄົນ ແລະ​ໃນ​ເທື່ອ​ນັ້ນ​ຖື​ວ່າ​ມີ​ຜູ້​ເຂົ້າ​ຮ່ວມ​ປະຊຸມ​ໃຫຍ່​ຫຼາຍ​ທີ່​ສຸດ​ໃນ​ປະເທດ​ການາດາ.

ການ​ປະຊຸມ​ໃຫຍ່​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ປີ 1923 ຈັດ​ໃນ​ວັນ​ທີ 18-26 ສິງຫາ ຢູ່​ລັອດແອງເຈີລິດສ໌ ລັດ​ຄາລິຟໍເນຍ. ຫຼາຍ​ອາທິດ​ກ່ອນ​ຈະ​ຮອດ​ການ​ປະຊຸມ​ນັ້ນ ມີ​ການ​ໂຄສະນາ​ໃນ​ໜັງສື​ພິມ​ແລະ​ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ກໍ​ຢາຍ​ໃບ​ເຊີນ​ຫຼາຍ​ກວ່າ 500.000 ໃບ. ມີ​ການ​ຕິດ​ປ້າຍ​ໂຄສະນາ​ການ​ປະຊຸມ​ນີ້​ຕາມ​ລົດ​ໂດຍ​ສານ​ແລະ​ລົດ​ສ່ວນ​ໂຕ.

ການ​ປະຊຸມ​ໃຫຍ່​ຂອງ​ນັກສຶກສາ​ຄຳພີ​ໄບເບິນ​ໃນ​ປີ 1923 ຢູ່​ລັອດແອງເຈີລິດສ໌

ວັນ​ເສົາ​ທີ 25 ສິງຫາ ພີ່ນ້ອງ​ຣັດເທີຝອດ​ໄດ້​ບັນລະຍາຍ​ເລື່ອງ “ແກະ​ກັບ​ແບ້.” ລາວ​ອະທິບາຍ​ຢ່າງ​ຈະ​ແຈ້ງ​ວ່າ “ແກະ” ແມ່ນ​ຄົນ​ທີ່​ເຕັມໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ມີ​ຄວາມ​ຫວັງ​ຈະ​ໄດ້​ຢູ່​ໃນ​ໂລກ​ທີ່​ງາມ​ໆ. ນອກ​ຈາກນັ້ນ ພີ່ນ້ອງ​ຣັດເທີຝອດ​ຍັງ​ໄດ້​ບັນລະຍາຍ​ແລະ​ອ່ານ​ມະຕິ​ທີ່​ເອີ້ນ​ວ່າ “ຄຳ​ເຕືອນ” ມະຕິ​ນີ້​ໄດ້​ຕຳໜິ​ຄລິດສະຕຽນ​ໂບດ​ແລະ​ກະຕຸ້ນ​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ໃຫ້​ອອກ​ມາ​ຈາກ “ບາບີໂລນ​ໃຫຍ່.” (ພນມ. 18:2, 4) ຕໍ່​ມາ ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ທີ່​ກະຕືລືລົ້ນ​ຢູ່​ທົ່ວ​ໂລກ​ກໍ​ໄດ້​ຢາຍ​ແຜ່ນພັບ​ກ່ຽວກັບ​ມະຕິ​ນີ້​ໃຫ້​ຄົນ​ອື່ນ​ໆ.

“ການ​ປະຊຸມ​ແບບ​ນີ້​ຈະ​ເຮັດ​ໃຫ້​ພີ່ນ້ອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ແລະ​ຊ່ວຍ​ໃຫ້​ເຂົາເຈົ້າ​ສະໜິດ​ກັນ​ຫຼາຍ​ຂຶ້ນ”

ໃນ​ມື້​ສຸດທ້າຍ​ຂອງ​ການ​ປະຊຸມ​ໃຫຍ່​ເທື່ອ​ນີ້ ມີ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 300.000 ຄົນ. ເຂົາເຈົ້າ​ໄດ້​ຟັງ​ຄຳ​ບັນລະຍາຍ​ສາທາລະນະ​ຂອງ​ພີ່ນ້ອງ​ຣັດເທີຝອດ​ທີ່​ຊື່​ວ່າ: “ຕອນນີ້​ຊາດ​ຕ່າງ​ໆ​ກຳລັງ​ເຄື່ອນ​ຂະບວນ​ສູ່​ອາມາເຄໂດນ ແຕ່​ຫຼາຍ​ລ້ານ​ຄົນ​ທີ່​ມີ​ຊີວິດ​ຢູ່​ຕອນນີ້​ຈະ​ບໍ່​ຕາຍ​ເລີຍ.” ຍ້ອນ​ມີ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ຈຶ່ງ​ເຊົ່າ​ສະໜາມ​ກິລາ​ລັອດແອງເຈີລິດສ໌​ທີ່​ຫາກໍ​ສ້າງ​ແລ້ວ​ເພື່ອ​ໃຊ້​ເປັນ​ບ່ອນ​ປະຊຸມ. ເພື່ອ​ໃຫ້​ແນ່​ໃຈ​ວ່າ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກ​ຄົນ​ຈະ​ໄດ້​ຍິນ​ຄຳ​ບັນລະຍາຍ​ແຈ້ງ ພີ່ນ້ອງ​ໄດ້​ໃຊ້​ລະບົບ​ເຄື່ອງ​ສຽງ​ຂອງ​ສະໜາມ​ກິລາ​ນີ້​ເຊິ່ງ​ເປັນ​ເຕັກໂນໂລຊີ​ທີ່​ໃໝ່​ຫຼາຍ​ໃນ​ຕອນ​ນັ້ນ ແລະ​ຍັງ​ມີ​ອີກ​ຫຼາຍ​ຄົນ​ທີ່​ຟັງ​ການ​ປະຊຸມ​ນີ້​ຜ່ານ​ທາງ​ວິທະຍຸ.

ຂະຫຍາຍ​ວຽກ​ຮັບໃຊ້​ໃນ​ປະເທດ​ຕ່າງ​ໆ​

ປີ 1923 ເປັນ​ປີ​ທີ່​ມີ​ການ​ຂະຫຍາຍ​ວຽກ​ຮັບໃຊ້​ໄປ​ໃນ​ປະເທດ​ຕ່າງ​ໆ​ຫຼາຍ​ຂຶ້ນ. ມີ​ການ​ປະກາດ​ຂ່າວດີ​ໃນ​ອາຟຣິກາ ເອີຣົບ ອິນເດຍ ແລະ​ອາເມຣິກາ​ໃຕ້. ພີ່ນ້ອງ ເອ.ເຈ ໂຈເຊັບ ທີ່​ຢູ່​ປະເທດ​ອິນເດຍ​ໄດ້​ຊ່ວຍ​ຜະລິດ​ປຶ້ມ​ຂອງ​ອົງການ​ເປັນ​ພາສາ​ຮິນ​ດີ ທາມິວ ເທລູກູ ແລະ​ອູດູ ເຖິງ​ວ່າ​ລາວ​ຕ້ອງ​ເບິ່ງແຍງ​ເມຍ​ແລະ​ລູກ 6 ຄົນ.

ວິນລຽມ ອາຣ. ບຣາວ​ກັບ​ຄອບຄົວ​ຂອງ​ລາວ

ຢູ່​ປະເທດ​ເຊຍຣາລີໂອນ ພີ່ນ້ອງ​ທີ່​ຢູ່​ໃນ​ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ທີ່​ຊື່​ອໍ​ເຟຣດ ໂຈເຊັບ ແລະ​ເລເນີດ ແບຼກແມນ​ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ສຳນັກງານ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ຢູ່​ບຣຸກລິນ ລັດ​ນິວຢອກ​ເພື່ອ​ຂໍ​ໃຫ້​ສົ່ງ​ຄົນ​ມາ​ຊ່ວຍ​ຢູ່​ເຊຍຣາລີໂອນ. ເຂົາເຈົ້າ​ໄດ້​ຄຳ​ຕອບ​ໃນ​ວັນ​ທີ 14 ເມສາ 1923. ອໍເຟຣດ​ເລົ່າ​ວ່າ: “ໃນ​ຄືນ​ວັນ​ເສົາ​ຂ້ອຍ​ໄດ້​ຮັບ​ໂທລະສັບ” ສຽງ​ໃນ​ໂທລະສັບ​ເປັນ​ສຽງ​ຜູ້​ຊາຍ​ທີ່​ເວົ້າ​ດັງ. ລາວ​ຖາມ​ວ່າ: “ເຈົ້າ​ແມ່ນ​ຄົນ​ທີ່​ຂຽນ​ຈົດໝາຍ​ໄປ​ຫາ​ສະມາຄົມ​ວັອດສ໌ທາວເວີ້​ເພື່ອ​ຂໍ​ຜູ້​ປະກາດ​ແມ່ນ​ບໍ?” ອໍ​ເຟຣດ​ຕອບ​ວ່າ: “ແມ່ນ​ແລ້ວ” ຜູ້​ຊາຍ​ຄົນ​ນັ້ນ​ຈຶ່ງ​ບອກ​ວ່າ: “ຂ້ອຍ​ແມ່ນ​ຄົນ​ທີ່​ເຂົາເຈົ້າ​ສົ່ງ​ມາ.” ຄົນ​ທີ່​ໂທມາ​ແມ່ນ​ວິນລຽມ ອາຣ. ບຣາວ. ເມື່ອ​ລາວ​ເດີນທາງ​ມາ​ຮອດ​ເຊຍຣາລີໂອນ ລາວ​ກໍ​ໂທ​ຫາ​ອໍ​ເຟຣດ​ໃນ​ມື້​ນັ້ນ​ເລີຍ. ລາວ​ເດີນທາງ​ມາ​ຈາກ​ທະເລ​ຄາ​ເລ​ບຽນ​ພ້ອມ​ກັບ​ອັນ​ໂທ​ເນຍ​ເມຍ​ຂອງ​ລາວ​ກັບ​ລູກ​ສາວ​ອີກ 2 ຄົນ​ຊື່​ລູອິດສ໌​ກັບ​ລູຊີ. ພີ່ນ້ອງ​ຊາຍ 2 ຄົນ​ນັ້ນ​ບໍ່​ຕ້ອງ​ຖ້າ​ດົນ​ທີ່​ຈະ​ເຈິ​ພີ່ນ້ອງ​ວິນລຽມ​ກັບ​ຄອບຄົວ.

ພີ່ນ້ອງ​ອໍ​ເຟຣດ​ເລົ່າ​ຕໍ່​ວ່າ: “ຕອນ​ເຊົ້າ​ມື້​ຕໍ່​ມາ ຕອນ​ທີ່​ຂ້ອຍ​ກັບ​ເລເນີດ​ກຳລັງ​ລົມ​ກັນ​ເລື່ອງ​ຄຳພີ​ໄບເບິນ​ຄື​ກັບ​ທີ່​ເຮົາ​ເຄີຍ​ເຮັດ​ທຸກ​ອາທິດ ກໍ​ມີ​ຜູ້​ຊາຍ​ທີ່​ສູງ​ໆ​ຄົນ​ໜຶ່ງ​ມາ​ໜ້າ​ປະຕູ​ເຮືອນ​ເຮົາ. ລາວ​ແມ່ນ​ວິນລຽມ. ລາວ​ກະຕືລືລົ້ນ​ຫຼາຍ​ຈົນ​ຢາກ​ບັນລະຍາຍ​ໃນ​ມື້​ຕໍ່​ໄປ​ເລີຍ.” ພີ່ນ້ອງ​ວິນລຽມ​ໄດ້​ເອົາ​ປຶ້ມ​ຂອງ​ອົງການ​ມາ​ນຳ ບໍ່​ຮອດ​ໜຶ່ງ​ເດືອນ​ລາວ​ກໍ​ຢາຍ​ປຶ້ມ​ນັ້ນ​ໝົດ ແລະ​ບໍ່​ດົນ​ລາວ​ກໍ​ໄດ້​ຮັບ​ປຶ້ມ​ອີກ 5.000 ຫົວ ແຕ່​ບໍ່​ດົນ​ລາວ​ກໍ​ສັ່ງ​ເພີ່ມ​ອີກ. ເຖິງ​ຈະ​ເປັນ​ແນວ​ນັ້ນ ຄົນ​ທົ່ວໄປ​ກໍ​ບໍ່​ໄດ້​ຮູ້​ຈັກ​ພີ່ນ້ອງ​ວິນລຽມ​ແຕ່​ໃນ​ຖານະ​ຄົນ​ຂາຍ​ປຶ້ມ​ເທົ່າ​ນັ້ນ ຕະຫຼອດ​ຊີວິດ​ທີ່​ລາວ​ຮັບໃຊ້ ລາວ​ກະຕືລືລົ້ນ​ຫຼາຍ ແລະ​ໃນ​ຄຳ​ບັນລະຍາຍ​ຂອງ​ລາວ ລາວ​ມັກ​ຈະ​ຍົກ​ຂໍ້​ພະຄຳພີ​ມາ​ອະທິບາຍ​ຈົນ​ຫຼາຍ​ຄົນ​ເອີ້ນ​ລາວ​ວ່າ​ໄບເບິນ​ບຣາວ.

ເບເທນ​ຢູ່​ເມືອງ​ມັກເດບູກ​ປະມານ​ປີ 1923

ໃນ​ເວລາ​ດຽວ​ກັນ ຢູ່​ປະເທດ​ເຢຍລະມັນ​ພີ່ນ້ອງ​ໄດ້​ຕັດສິນໃຈ​ຍ້າຍ​ອອກ​ຈາກ​ສຳນັກງານ​ສາຂາ​ບາແມນ​ຍ້ອນ​ມັນ​ນ້ອຍ​ໂພ​ດ. ນອກ​ຈາກນັ້ນ ເຂົາເຈົ້າ​ກໍ​ໄດ້​ຍິນ​ວ່າ​ກອງທັບ​ຝຣັ່ງ​ກຳລັງ​ຈະ​ມາ​ບຸກ​ໂຈມຕີ ແລະ​ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ກໍ​ເຫັນ​ຕຶກ​ຫຼັງ​ໜຶ່ງ​ໃນ​ເມືອງ​ມັກເດບູກ​ທີ່​ເໝາະ​ສຳລັບ​ໃຊ້​ເປັນ​ໂຮງ​ພິມ. ໃນ​ວັນ​ທີ 19 ມິຖຸນາ ພີ່ນ້ອງ​ໄດ້​ຍ້າຍ​ເຄື່ອງ​ພິມ​ແລະ​ອຸປະກອນ​ຕ່າງ​ໆ​ຂອງ​ສຳນັກງານ​ສາຂາ​ໄປ​ໄວ້​ຢູ່​ເບເທນ​ໃນ​ເມືອງ​ມັກເດບູກ. ຫຼັງ​ຈາກ​ທີ່​ສຳນັກງານ​ໃຫຍ່​ປະກາດ​ວ່າ​ການ​ຍ້າຍ​ເຄື່ອງ​ຮຽບຮ້ອຍ​ແລ້ວ ກໍ​ມີ​ຂ່າວ​ລົງ​ໃນ​ໜັງສື​ພິມ​ວ່າ​ຝຣັ່ງ​ໄດ້​ເຂົ້າ​ຍຶດ​ເມືອງ​ບາແມນ. ພີ່ນ້ອງ​ຂອງ​ເຮົາ​ເຫັນ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ປົກປ້ອງ​ແລະ​ເບິ່ງແຍງ​ເຂົາເຈົ້າ​ແທ້​ໆ.

ຈອດ ຢັງ​ກັບ​ຊາຣາ ເຟີກູຊັນ (ຂວາ) ແລະ​ເອື້ອຍ​ຂອງ​ລາວ

ພີ່ນ້ອງ​ຈອດ ຢັງ ເຊິ່ງ​ເດີນທາງ​ໄປ​ປະກາດ​ຂ່າວດີ​ຫຼາຍ​ບ່ອນ​ໄດ້​ຕັ້ງ​ສຳນັກງານ​ສາຂາ​ໃໝ່​ຢູ່​ເບຣຊິນ ແລະ​ເລີ່ມ​ພິມ​ວາລະສານ​ຫໍສັງເກດການ​ພາສາ​ປອກຕຸຍການ. ພາຍ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ລາວ​ກໍ​ໄດ້​ຢາຍ​ວາລະສານ​ແລະ​ປຶ້ມ​ຫຼາຍ​ກວ່າ 7.000 ຫົວ. ພີ່ນ້ອງ​ຄົນ​ໜຶ່ງ​ທີ່​ຊື່​ຊາຣາ ເຟີກູຊັນ​ຮູ້ສຶກ​ຕື່ນເຕັ້ນ​ຫຼາຍ​ທີ່​ພີ່ນ້ອງ​ຈອດ​ໄປ​ຢາມ​ຄອບຄົວ​ຂອງ​ລາວ. ພີ່ນ້ອງ​ຊາຣາ​ໄດ້​ອ່ານ​ຫໍສັງເກດການ​ມາ​ຕັ້ງແຕ່​ປີ 1899 ແລະ​ລາວ​ໄດ້​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ແລ້ວ​ແຕ່​ຍັງ​ບໍ່​ມີ​ໂອກາດ​ໄດ້​ຮັບ​ບັບເຕມາ. ບໍ່​ເທົ່າ​ໃດ​ເດືອນ​ຫຼັງ​ຈາກ​ທີ່​ພີ່ນ້ອງ​ຈອດ​ມາ​ຢາມ​ຄອບຄົວ​ຂອງ​ລາວ ໃນ​ທີ່​ສຸດ​ພີ່ນ້ອງ​ຊາຣາ​ກັບ​ລູກ 4 ຄົນ​ກໍ​ຮັບ​ບັບເຕມາ.

ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ກະຕືລືລົ້ນ​ແລະ​ມີ​ຄວາມ​ສຸກ​ຕໍ່​ໆ​ໄປ

ໃນ​ຕອນ​ທີ່​ປີ 1923 ກຳລັງ​ຈະ​ສິ້ນ​ສຸດ​ລົງ ຫໍສັງເກດການ 15 ທັນວາ 1923 ໄດ້​ເວົ້າ​ເຖິງ​ຜົນ​ດີ​ຂອງ​ການ​ທີ່​ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ປ່ຽນ​ຮູບແບບ​ການ​ປະຊຸມ ການ​ປະກາດ ແລະ​ການ​ປະຊຸມ​ໃຫຍ່. ຫໍສັງເກດການ​ບອກ​ວ່າ: “ເຫັນ​ໄດ້​ແຈ້ງ​ວ່າ​ປະຊາຄົມ​ຕ່າງ​ໆ . . . ມີ​ຄວາມ​ເຊື່ອ​ເຂັ້ມແຂງ . . . ຂໍ​ໃຫ້​ເຮົາ​ພ້ອມ​ທີ່​ຈະ​ເຮັດ​ວຽກ​ຫຼາຍ​ຂຶ້ນ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ກະຕືລືລົ້ນ​ແລະ​ມີ​ຄວາມ​ສຸກ​ຕໍ່​ໄປ​ຕະຫຼອດ​ປີ 1924.”

ປີ 1924 ກໍ​ເປັນ​ປີ​ທີ່​ໜ້າ​ຕື່ນເຕັ້ນ​ສຳລັບ​ກຸ່ມ​ນັກສຶກສາ​ຄຳພີ​ໄບເບິນ​ຄື​ກັນ. ພີ່ນ້ອງ​ຢູ່​ເບເທນ​ໄດ້​ວາງ​ແຜນ​ມາ​ຫຼາຍ​ເດືອນ​ກ່ຽວກັບ​ດິນ​ຕອນ​ໜຶ່ງ​ທີ່​ຢູ່​ເກາະ​ສະເຕເຕັນ​ເຊິ່ງ​ຢູ່​ບໍ່​ໄກ​ຈາກ​ສຳນັກງານ​ໃຫຍ່​ຢູ່​ບຣຸກລິນ. ຕຶກ​ທີ່​ຢູ່​ໃນ​ເກາະ​ນັ້ນ​ສ້າງ​ແລ້ວ​ໃນ​ໄລຍະ​ຕົ້ນ​ປີ 1924 ແລະ​ມັນ​ຊ່ວຍ​ໃຫ້​ພີ່ນ້ອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຫຼາຍ​ຂຶ້ນ. ນອກ​ຈາກນັ້ນ ມັນ​ຍັງ​ຊ່ວຍ​ໃຫ້​ມີ​ການ​ເຜີຍ​ແຜ່​ຂ່າວດີ​ໃນ​ວິທີ​ທີ່​ບໍ່​ເຄີຍ​ເຮັດ​ມາ​ກ່ອນ.

ທີມ​ກໍ່ສ້າງ​ຢູ່​ເກາະ​ສະເຕເຕັນ

a ຕອນນີ້​ແມ່ນ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້—ຄູ່​ມື​ປະຊຸມ.