ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 42

ເຈົ້າ “ພ້ອມ​ຈະ​ເຊື່ອຟັງ” ບໍ?

ເຈົ້າ “ພ້ອມ​ຈະ​ເຊື່ອຟັງ” ບໍ?

“ສະຕິ​ປັນຍາ​ຈາກ​ທາງ​ເທິງ​ນັ້ນ . . . ແມ່ນ . . . ພ້ອມ​ຈະ​ເຊື່ອຟັງ.”—ຢກບ. 3:17

ເພງ 101 ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ

ໃຈ​ຄວາມ​ສຳຄັນ a

1. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເຊື່ອຟັງ?

 ບາງເທື່ອ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ບໍ​ທີ່​ຈະ​ເຊື່ອຟັງ? ກະສັດ​ດາວິດ​ກໍ​ຮູ້ສຶກ​ແບບ​ນັ້ນ ລາວ​ຈຶ່ງ​ອະທິດຖານ​ເຖິງ​ພະເຈົ້າ​ວ່າ: “ຂໍ​ພະອົງ​ຊ່ວຍ​ກະຕຸ້ນ​ລູກ​ໃຫ້​ເຕັມໃຈ​ເຊື່ອຟັງ​ພະອົງ.” (ເພງ. 51:12, ລ.ມ) ດາວິດ​ຮັກ​ພະ​ເຢໂຫວາ ແຕ່​ບາງເທື່ອ​ລາວ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອຟັງ​ເພິ່ນ. ເຮົາ​ກໍ​ຄື​ກັນ. ຍ້ອນຫຍັງ? ເຫດຜົນ​ທີ 1 ເຮົາ​ມີ​ແນວ​ໂນ້ມ​ທີ່​ຈະ​ເປັນ​ຄົນ​ບໍ່​ເຊື່ອຟັງ​ມາ​ຕັ້ງແຕ່​ເກີດ. ເຫດຜົນ​ທີ 2 ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ຂືນ​ອຳນາດ​ພະ​ເຢໂຫວາ​ຄື​ກັບ​ມັນ. (2ກຣ. 11:3) ເຫດຜົນ​ທີ 3 ເຮົາ​ຢູ່​ໃນ​ໂລກ​ທີ່​ຄົນ​ມີ​ນ້ຳໃຈ​ມັກ​ຂືນ​ອຳນາດ. “ນ້ຳໃຈ​ນີ້ . . . ກຳລັງ​ມີ​ອິດທິພົນ​ຕໍ່​ຄົນ​ທີ່​ບໍ່​ເຊື່ອຟັງ.” (ອຟຊ. 2:2) ດັ່ງນັ້ນ ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້​ໆ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ບໍ່​ສົມບູນແບບ​ຂອງ​ໂຕ​ເຮົາ​ເອງ ຕໍ່ສູ້​ກັບ​ຊາຕານ​ແລະ​ໂລກ​ນີ້ ເພື່ອ​ຈະ​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ຜູ້​ທີ່​ເພິ່ນ​ຍອມ​ໃຫ້​ມີ​ອຳນາດ.

2. ການ “ພ້ອມ​ຈະ​ເຊື່ອຟັງ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຢາໂກໂບ 3:17)

2 ອ່ານ​ຢາໂກໂບ 3:17. ຢາໂກໂບ​ໄດ້​ຮັບ​ການ​ດົນໃຈ​ໃຫ້​ຂຽນ​ວ່າ ຄົນ​ສະຫຼາດ “ພ້ອມ​ຈະ​ເຊື່ອຟັງ.” ຄຳເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ພ້ອມ​ແລະ​ເຕັມໃຈ​ເຊື່ອຟັງ​ຜູ້​ທີ່​ພະ​ເຢໂຫວາ​ໃຫ້​ອຳນາດ​ໃນ​ລະດັບ​ໜຶ່ງ. ແນ່ນອນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຄາດໝາຍ​ໃຫ້​ເຮົາ​ເຊື່ອຟັງ​ຜູ້​ທີ່​ບອກ​ເຮົາ​ບໍ່​ໃຫ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ.—ກຈກ. 4:18-20

3. ເມື່ອ​ເຮົາ​ເຊື່ອຟັງ​ຜູ້​ທີ່​ມີ​ສິດ​ອຳນາດ ເປັນ​ຫຍັງ​ຈຶ່ງ​ສຳຄັນ​ສຳລັບ​ພະ​ເຢໂຫວາ?

3 ເຮົາ​ອາດ​ຮູ້ສຶກ​ວ່າ​ການ​ເຊື່ອຟັງ​ພະ​ເຢໂຫວາ​ງ່າຍ​ກວ່າ​ການ​ເຊື່ອຟັງ​ມະນຸດ ຍ້ອນ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ດີ​ສະເໝີ. (ເພງ. 19:7) ເຖິງ​ວ່າ​ມະນຸດ​ທີ່​ມີ​ສິດ​ອຳນາດ​ບໍ່​ສົມບູນແບບ ແຕ່​ພະ​ເຢໂຫວາ​ກໍ​ໃຫ້​ອຳນາດ​ໃນ​ລະດັບ​ໜຶ່ງ​ກັບ​ພໍ່​ແມ່ ອຳນາດ​ການ​ປົກຄອງ ແລະ​ຜູ້​ດູແລ. (ສຸພາ. 6:20; 1ທຊ. 5:12; 1ປຕ. 2:13, 14) ເມື່ອ​ເຮົາ​ເຊື່ອຟັງ​ເຂົາເຈົ້າ​ກໍ​ສ່ຳ​ກັບ​ວ່າ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ. ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ເຮົາ​ຈະ​ເຊື່ອຟັງ​ຜູ້​ທີ່​ພະ​ເຢໂຫວາ​ໃຫ້​ສິດ​ອຳນາດ ເຖິງ​ວ່າ​ບາງເທື່ອ​ເຮົາ​ອາດ​ຮູ້ສຶກ​ບໍ່​ເຫັນດີ​ກັບ​ການ​ຊີ້ນຳ​ຂອງ​ເຂົາເຈົ້າ ຫຼື​ເຮົາ​ອາດ​ຮູ້ສຶກ​ວ່າ​ບໍ່​ຢາກ​ເຮັດ​ຕາມ​ການ​ຊີ້ນຳ​ນັ້ນ.

ເຊື່ອຟັງ​ພໍ່​ແມ່

4. ເປັນ​ຫຍັງ​ເດັກນ້ອຍ​ກັບ​ໄວລຸ້ນ​ຈຶ່ງ​ບໍ່​ເຊື່ອຟັງ​ພໍ່​ແມ່?

4 ເດັກນ້ອຍ​ກັບ​ໄວລຸ້ນ​ຕ້ອງ​ຢູ່​ກັບ​ຄົນ​ລຸ້ນ​ດຽວ​ກັນ​ທີ່ “ບໍ່​ເຊື່ອຟັງ​ພໍ່​ແມ່.” (2ຕມ. 3:1, 2) ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບໍ່​ເຊື່ອຟັງ? ບາງ​ຄົນ​ຮູ້ສຶກ​ວ່າ​ພໍ່​ແມ່​ບໍ່​ໄດ້​ເຮັດ​ຕາມ​ທີ່​ສອນ. ເຂົາເຈົ້າ​ຄາດໝາຍ​ໃຫ້​ລູກ​ເຮັດ​ຕາມ​ທີ່​ເຂົາເຈົ້າ​ສອນ ແຕ່​ເຂົາເຈົ້າ​ເອງ​ພັດ​ບໍ່​ເຮັດ​ແນວ​ນັ້ນ. ສ່ວນ​ຄົນ​ອື່ນ​ໆ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ຂອງ​ພໍ່​ແມ່​ຫຼ້າ​ສະໄໝ ໃຊ້​ບໍ່​ໄດ້ ຫຼື​ເຄັ່ງຄັດ​ໂພດ. ຖ້າ​ເຈົ້າ​ເປັນ​ເດັກນ້ອຍ​ຫຼື​ໄວລຸ້ນ ເຈົ້າ​ເຄີຍ​ຮູ້ສຶກ​ແບບ​ນັ້ນ​ບໍ? ມັນ​ອາດ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະ​ເຢໂຫວາ​ທີ່ “ໃຫ້​ເຊື່ອຟັງ​ພໍ່​ແມ່​ຕາມ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮັດ ເພາະ​ນັ້ນ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍຕາ​ພະອົງ.” (ອຟຊ. 6:1) ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຕາມ​ຄຳສັ່ງ​ນີ້​ໄດ້?

5. ຕາມ​ລູກາ 2:46-52 ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ການ​ເຊື່ອຟັງ​ພໍ່​ແມ່?

5 ເຈົ້າ​ສາມາດ​ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ ເຊິ່ງ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ. (1ປຕ. 2:21-24) ເພິ່ນ​ເປັນ​ຄົນ​ສົມບູນແບບ ແຕ່​ພໍ່​ແມ່​ຂອງ​ເພິ່ນ​ບໍ່​ສົມບູນແບບ. ເຖິງ​ວ່າ​ເປັນ​ແນວ​ນັ້ນ ພະ​ເຢຊູ​ກໍ​ໃຫ້​ກຽດ​ເຂົາເຈົ້າ​ເມື່ອ​ບາງເທື່ອ​ເຂົາເຈົ້າ​ເຮັດ​ຜິດ​ແລະ​ເຂົ້າໃຈ​ເພິ່ນ​ຜິດ. (ອພຍ. 20:12) ໃຫ້​ເບິ່ງ​ສິ່ງ​ທີ່​ເກີດຂຶ້ນ​ຕອນ​ພະ​ເຢຊູ​ອາຍຸ 12 ປີ. (ອ່ານ​ລູກາ 2:46-52) ພະ​ເຢຊູ​ໄປ​ສະຫຼອງ​ເທດສະການ​ຢູ່​ເມືອງ​ເຢຣູຊາເລັມ​ກັບ​ພໍ່​ແມ່. ແຕ່​ຕອນ​ທີ່​ເດີນທາງ​ກັບ​ເມືອ​ເຮືອນ ເຂົາເຈົ້າ​ບໍ່​ໄດ້​ສັງເກດ​ວ່າ​ພະ​ເຢຊູ​ບໍ່​ໄດ້​ມາ​ນຳ. ໂຢເຊັບ​ກັບ​ມາຣີ​ຄວນ​ກວດ​ເບິ່ງ​ວ່າ​ລູກ​ທຸກ​ຄົນ​ຢູ່​ນຳ​ເຂົາເຈົ້າ. ເມື່ອ​ໂຢເຊັບ​ກັບ​ມາຣີ​ຊອກ​ພະ​ເຢຊູ​ເຫັນ​ແລ້ວ ມາຣີ​ກໍ​ເວົ້າ​ໃຫ້​ພະ​ເຢຊູ​ວ່າ​ເຮັດ​ໃຫ້​ເຂົາເຈົ້າ​ວຸ່ນວາຍ. ພະ​ເຢຊູ​ອາດ​ເວົ້າ​ຄືນ​ກໍ​ໄດ້​ວ່າ​ມາຣີ​ເວົ້າ​ແບບ​ນັ້ນ​ບໍ່​ຖືກ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ພະ​ເຢຊູ​ຕອບ​ພໍ່​ແມ່​ສັ້ນ​ໆ​ດ້ວຍ​ຄວາມ​ນັບຖື. ແຕ່​ໂຢເຊັບ​ກັບ​ມາຣີ “ບໍ່​ເຂົ້າໃຈ​ວ່າ​ເພິ່ນ​ເວົ້າ​ເລື່ອງ​ຫຍັງ.” ເຖິງ​ຈະ​ເປັນ​ແນວ​ນັ້ນ ພະ​ເຢຊູ​ກໍ “ເຊື່ອຟັງ​ພວກ​ເຂົາ​ສະເໝີ.”

6-7. ສິ່ງ​ໃດ​ຈະ​ຊ່ວຍ​ເດັກນ້ອຍ​ກັບ​ໄວລຸ້ນ​ໃຫ້​ເຊື່ອຟັງ​ພໍ່​ແມ່?

6 ເດັກນ້ອຍ​ແລະ​ໄວລຸ້ນ ເຈົ້າ​ເຄີຍ​ຮູ້ສຶກ​ວ່າ​ຍາກ​ບໍ​ທີ່​ຈະ​ເຊື່ອຟັງ​ພໍ່​ແມ່​ເມື່ອ​ເຂົາເຈົ້າ​ເຮັດ​ຜິດ​ຫຼື​ເຂົ້າໃຈ​ເຈົ້າ​ຜິດ? ຖ້າ​ເປັນ​ແນວ​ນັ້ນ ສິ່ງ​ໃດ​ຈະ​ຊ່ວຍ​ໄດ້? ສິ່ງ​ທຳອິດ​ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ. ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ເປັນ​ລູກ ໃຫ້​ເຊື່ອຟັງ​ພໍ່​ແມ່​ຕາມ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮັດ.” (ອຟຊ. 6:1) ພະ​ເຢໂຫວາ​ຮູ້​ວ່າ​ບາງເທື່ອ​ພໍ່​ແມ່​ບໍ່​ເຂົ້າໃຈ​ເຈົ້າ ຫຼື​ບາງເທື່ອ​ກໍ​ຕັ້ງ​ກົດ​ຍາກ​ໂພດ​ທີ່​ຈະ​ເຮັດ​ຕາມ. ແຕ່​ຖ້າ​ເຈົ້າ​ເລືອກ​ທີ່​ຈະ​ເຊື່ອຟັງ​ພໍ່​ແມ່ ເຈົ້າ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ.

7 ສິ່ງ​ທີ 2 ໃຫ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພໍ່​ແມ່. ເມື່ອ​ເຈົ້າ​ເຊື່ອຟັງ​ພໍ່​ແມ່ ເຈົ້າ​ກໍ​ເຮັດ​ໃຫ້​ພວກ​ເພິ່ນ​ມີ​ຄວາມ​ສຸກ​ແລະ​ພວກ​ເພິ່ນ​ຈະ​ໄວ້ໃຈ​ເຈົ້າ​ຫຼາຍ​ຂຶ້ນ​ອີກ. (ສຸພາ. 23:22-25) ເຈົ້າ​ຈະ​ໃກ້ຊິດ​ກັບ​ພໍ່​ແມ່​ຫຼາຍ​ຂຶ້ນ​ຄື​ກັນ. ພີ່ນ້ອງ​ຊາຍ​ທີ່​ຊື່​ອາເລັກຊັນເດີ​ຈາກ​ແບນຊິກ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ເລີ່ມ​ເຮັດ​ໃນ​ສິ່ງ​ທີ່​ພໍ່​ແມ່​ຂໍ​ໃຫ້​ເຮັດ ພວກ​ເຮົາ​ກໍ​ໃກ້ຊິດ​ກັນ​ຫຼາຍ​ຂຶ້ນ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ຄື​ກັນ.” b ສິ່ງ​ທີ 3 ໃຫ້​ຄິດ​ເບິ່ງ​ວ່າ​ຖ້າ​ເຈົ້າ​ເຊື່ອຟັງ​ພໍ່​ແມ່​ໃນ​ຕອນນີ້ ມັນ​ຈະ​ເປັນ​ປະໂຫຍດ​ສຳລັບ​ເຈົ້າ​ແນວ​ໃດ​ໃນ​ອະນາຄົດ. ເປົາ​ໂລ​ທີ່​ຢູ່​ເບຣຊິນ​ເວົ້າ​ວ່າ: “ການ​ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ​ພໍ່​ແມ່​ຊ່ວຍ​ຂ້ອຍ​ໃຫ້​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ຄົນ​ອື່ນ​ໆ​ທີ່​ມີ​ສິດ​ອຳນາດ.” ຄຳພີ​ໄບເບິນ​ໃຫ້​ເຫດຜົນ​ທີ່​ສຳຄັນ​ທີ່​ຈະ​ຕ້ອງ​ເຊື່ອຟັງ​ພໍ່​ແມ່. ຄຳພີ​ໄບເບິນ​ບອກ​ວ່າ: “ເຈົ້າ​ຈະ​ຢູ່​ດີ​ມີ​ສຸກ​ແລະ​ຈະ​ມີ​ອາຍຸ​ຍືນ​ຍາວ​ໃນ​ໂລກ.”—ອຟຊ. 6:2, 3

8. ເປັນ​ຫຍັງ​ເດັກນ້ອຍ​ກັບ​ໄວລຸ້ນຫຼາຍ​ຄົນ​ຈຶ່ງ​ເລືອກ​ທີ່​ຈະ​ເຊື່ອຟັງ​ພໍ່​ແມ່?

8 ເດັກນ້ອຍ​ກັບ​ໄວລຸ້ນ​ຫຼາຍ​ຄົນ​ໄດ້​ເຫັນ​ວ່າ​ການ​ເຊື່ອຟັງ​ພໍ່​ແມ່​ເກີດ​ຜົນ​ທີ່​ດີ. ລູອິຊາ​ຈາກ​ເບຣຊິນ​ຮູ້ສຶກ​ວ່າ ຕອນ​ທຳອິດ​ກໍ​ບໍ່​ເຂົ້າ​ໃຈ​ເຫດຜົນ​ທີ່​ພໍ່​ແມ່​ບໍ່​ໃຫ້​ມີ​ໂທລະສັບ​ໄລຍະ​ໜຶ່ງ. ລາວ​ຫາ​ເຫດຜົນ​ວ່າ ຄົນ​ທີ່​ອາຍຸ​ສ່ຳ​ລາວ​ສ່ວນ​ຫຼາຍ​ພາກັນ​ມີ​ໂທລະສັບ​ໝົດ​ທຸກ​ຄົນ. ແຕ່​ຕໍ່​ມາ​ລາວ​ກໍ​ເຂົ້າໃຈ​ວ່າ​ທີ່ຈິງ​ແລ້ວ​ພໍ່​ແມ່​ກຳລັງ​ປົກປ້ອງ​ລາວ. ຕອນນີ້​ລາວ​ເວົ້າ​ວ່າ: “ຂ້ອຍ​ເຫັນ​ວ່າ​ການ​ເຊື່ອຟັງ​ພໍ່​ແມ່​ບໍ່​ແມ່ນ​ການ​ຈຳກັດ​ອິດສະຫຼະ ແຕ່​ເປັນ​ຄື​ກັບການໃສ່ສາຍແອວ​ນິລະໄພ​ທີ່​ປົກປ້ອງ​ຊີວິດ​ຂ້ອຍ​ໄວ້. ເອລີຊາເບັດ​ຈາກ​ອາເມຣິກາ​ຍັງ​ຮູ້ສຶກ​ວ່າ​ບາງເທື່ອ​ກໍ​ຍາກ​ທີ່​ຈະ​ເຊື່ອຟັງ​ພໍ່​ແມ່. ລາວ​ອະທິບາຍ​ວ່າ: “ເມື່ອ​ຂ້ອຍ​ບໍ່​ເຂົ້າໃຈ​ແທ້​ໆ​ວ່າ​ເປັນ​ຫຍັງ​ພໍ່​ແມ່​ຈຶ່ງ​ຕັ້ງ​ກົດ​ບາງຢ່າງ ຂ້ອຍ​ຈະ​ຄິດ​ຄືນ​ຫຼັງ​ເຖິງ​ຕອນ​ທີ່​ກົດ​ຕ່າງ​ໆ​ຂອງ​ພໍ່​ແມ່​ປົກປ້ອງ​ຂ້ອຍ​ໄວ້.” ໂມ​ນິ​ກາ​ທີ່​ຢູ່​ອາກເມນີ​ເວົ້າ​ວ່າ ການ​ເຊື່ອຟັງ​ພໍ່​ແມ່​ເກີດ​ຜົນ​ດີ​ກວ່າ​ການ​ບໍ່​ເຊື່ອຟັງ​ເຂົາເຈົ້າ.

ເຊື່ອຟັງ “ຄົນ​ທີ່​ມີ​ອຳນາດ​ປົກຄອງ”

9. ຫຼາຍ​ຄົນ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ການ​ເຊື່ອຟັງ​ກົດໝາຍ?

9 ຄຳພີ​ໄບເບິນ​ເອີ້ນ​ລັດຖະບານ​ຕ່າງ​ໆ​ວ່າ “ຄົນ​ທີ່​ມີ​ອຳນາດ​ປົກຄອງ.” (ຣມ. 13:1) ຫຼາຍ​ຄົນ​ຍອມຮັບ​ວ່າ​ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ມີ​ລັດຖະບານ​ຕ່າງ​ໆ​ແລະ​ເຂົາເຈົ້າ​ອາດ​ເຊື່ອຟັງ​ກົດໝາຍ​ບາງ​ຂໍ້​ທີ່​ລັດຖະບານ​ເຫຼົ່າ​ນີ້​ຕັ້ງ​ຂຶ້ນ. ແຕ່​ຄົນ​ກຸ່ມ​ດຽວ​ກັນ​ນີ້​ອາດ​ບໍ່​ເຊື່ອຟັງ​ກົດໝາຍ​ທີ່​ເຂົາເຈົ້າ​ບໍ່​ມັກ​ຫຼື​ຮູ້ສຶກ​ວ່າ​ບໍ່​ຍຸຕິທຳ​ຕໍ່​ເຂົາເຈົ້າ. ຕົວຢ່າງ​ເລື່ອງ​ເສຍ​ພາສີ. ໃນ​ການ​ສຳຫຼວດ​ຢູ່​ປະເທດ​ໜຶ່ງ​ໃນ​ເອີຣົບ ຫຼາຍ​ຄົນ​ເຊື່ອ​ວ່າ​ມັນ​ຖືກຕ້ອງ​ທີ່​ຈະ​ບໍ່​ເສຍ​ພາສີ “ຖ້າ​ເຈົ້າ​ຄິດ​ວ່າ​ພາສີ​ເຫຼົ່າ​ນັ້ນ​ບໍ່​ຍຸຕິທຳ.” ຍ້ອນ​ແນວ​ນີ້ ໃນ​ປະເທດ​ນັ້ນ​ປະຊາຊົນ​ຈຶ່ງ​ບໍ່​ຈ່າຍ​ພາສີ​ເຕັມຕາມ​ທີ່​ລັດຖະບານ​ຮຽກ​ຮ້ອງ​ໃຫ້​ເຂົາເຈົ້າ​ຈ່າ​ຍ.

ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ໂຢເຊັບ​ກັບ​ມາຣີ​ໃນ​ເລື່ອງ​ການ​ເຊື່ອຟັງ?(ເບິ່ງ​ຂໍ້ 10-12) c

10. ເປັນ​ຫຍັງ​ເຮົາ​ຕ້ອງ​ເຊື່ອຟັງ​ເຖິງ​ວ່າ​ເຮົາ​ບໍ່​ມັກ​ກົດໝາຍ​ບາງຢ່າງ?

10 ຄຳພີ​ໄບເບິນ​ຍອມຮັບ​ວ່າ​ລັດຖະບານ​ຕ່າງ​ໆ​ຂອງ​ມະນຸດ​ເຮັດ​ໃຫ້​ເກີດ​ຄວາມ​ທຸກ​ລຳບາກ. ລັດຖະບານ​ເຫຼົ່າ​ນີ້​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ຊາຕານ​ແລະ​ອີກ​ຈັກ​ໜ້ອຍ​ຈະ​ຖືກ​ທຳລາຍ. (ເພງ. 110:5, 6; ຜູ້ປ. 8:9; ລກ. 4:5, 6) ຄຳພີ​ໄບເບິນ​ຍັງ​ບອກ​ເຮົາ​ວ່າ: “ຜູ້​ທີ່​ຕໍ່ຕ້ານ​ອຳນາດ​ປົກຄອງ​ກໍ​ຕໍ່ຕ້ານ​ການ​ຈັດກຽມ​ຂອງ​ພະເຈົ້າ.” ຕອນນີ້​ພະ​ເຢໂຫວາ​ຍອມ​ໃຫ້​ລັດຖະບານ​ຕ່າງ​ໆ​ປົກຄອງ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ເພິ່ນ​ກໍ​ຄາດໝາຍ​ໃຫ້​ເຮົາ​ເຊື່ອຟັງ​ລັດຖະບານ​ເຫຼົ່າ​ນີ້. ດັ່ງນັ້ນ ເຮົາ “ຕ້ອງ​ໃຫ້​ທຸກ​ຄົນ​ຕາມ​ທີ່​ພວກ​ເຂົາ​ສົມຄວນ​ໄດ້​ຮັບ” ລວມ​ເຖິງ​ການ​ເສຍ​ພາສີ ການ​ໃຫ້​ຄວາມ​ນັບຖື ແລະ​ການ​ເຊື່ອຟັງ. (ຣມ. 13:1-7) ເຮົາ​ອາດ​ຮູ້ສຶກ​ວ່າ​ກົດໝາຍ​ບາງຢ່າງ​ຍາກ​ທີ່​ຈະ​ເຊື່ອຟັງ ບໍ່​ຍຸຕິທຳ ຫຼື​ມີ​ຄ່າ​ໃຊ້​ຈ່າຍ​ສູງ. ແຕ່​ເຮົາ​ຕ້ອງ​ເຊື່ອຟັງ​ລັດຖະບານ​ເຫຼົ່າ​ນີ້​ຍ້ອນ​ພະ​ເຢໂຫວາ​ບອກ​ເຮົາ​ໃຫ້​ເຊື່ອຟັງ. ເຮົາ​ຈະ​ບໍ່​ເຊື່ອຟັງ​ເຂົາເຈົ້າ​ຖ້າ​ເຂົາເຈົ້າ​ບອກ​ເຮົາ​ບໍ່​ໃຫ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະ​ເຢໂຫວາ.—ກຈກ. 5:29

11-12. ຕາມ​ລູກາ 2:1-6 ໂຢເຊັບ​ແລະ​ມາຣີ​ໄດ້​ເຮັດ​ຫຍັງ​ທີ່​ສະແດງ​ວ່າ​ເຂົາເຈົ້າ​ເຊື່ອຟັງ​ກົດໝາຍ ເຖິງ​ວ່າ​ມັນ​ຈະ​ບໍ່​ງ່າຍ? ແລະ​ຜົນ​ເປັນ​ແນວ​ໃດ? (ເບິ່ງ​ຮູບ)

11 ເຮົາ​ສາມາດ​ຮຽນ​ຈາກ​ຕົວຢ່າງ​ຂອງ​ໂຢເຊັບ​ກັບ​ມາຣີ​ທີ່​ພ້ອມ​ຈະ​ເຊື່ອຟັງ​ຄົນ​ທີ່​ມີ​ອຳນາດ​ປົກຄອງ ເຖິງ​ວ່າ​ມັນ​ບໍ່​ງ່າຍ​ທີ່​ຈະ​ເຮັດ​ຕາມ. (ອ່ານ​ລູກາ 2:1-6) ຕອນ​ທີ່​ມາຣີ​ຖືພາ​ໄດ້ 9 ເດືອນ ລາວ​ກັບ​ໂຢເຊັບ​ເຈິ​ການ​ທົດສອບ​ເລື່ອງ​ການ​ເຊື່ອຟັງ. ໂອຄຸໂຕ​ທີ່​ປົກຄອງ​ຈັກກະວັດ​ໂຣມ​ອອກ​ຄຳສັ່ງ​ໃຫ້​ນັບ​ຈຳນວນ​ຄົນ. ໂຢເຊັບ​ກັບ​ມາຣີ​ຈຶ່ງ​ຕ້ອງ​ເດີນທາງ​ໄປ​ເມືອງ​ເບັດເລເຮັມ ເຂົາເຈົ້າ​ຕ້ອງ​ເດີນທາງ 150 ກິໂລແມັດ​ແລະ​ຂຶ້ນ​ພູ​ລົງ​ພູ​ຫຼາຍ​ໜ່ວຍ. ການ​ເດີນທາງ​ແບບ​ນັ້ນ​ບໍ່​ສະດວກ​ເລີຍ ໂດຍ​ສະເພາະ​ມາຣີ. ທັງ​ສອງ​ອາດຈະ​ກັງວົນ​ເລື່ອງ​ຄວາມ​ປອດໄພ​ຂອງ​ມາຣີ​ແລະ​ລູກ​ທີ່​ຢູ່​ໃນ​ທ້ອງ. ເຂົາເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ມາຣີ​ເກີດ​ລູກ​ນຳ​ທາງ? ເຂົາເຈົ້າ​ຄື​ຊິ​ອຸກໃຈ​ເລື່ອງ​ຄວາມ​ປອດໄພ​ຂອງ​ແອນ້ອຍ​ທີ່​ຢູ່​ໃນ​ທ້ອງ ຍ້ອນ​ລາວ​ຈະ​ເປັນ​ເມຊີອາ​ຕາມ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້. ເຂົາເຈົ້າ​ຊິ​ບໍ່​ເຊື່ອຟັງ​ອຳນາດ​ການ​ປົກຄອງ​ຍ້ອນ​ເຫດຜົນ​ເຫຼົ່າ​ນີ້​ບໍ?

12 ເຖິງ​ວ່າ​ໂຢເຊັບ​ກັບ​ມາຣີ​ມີ​ເຫດຜົນ​ທີ່​ຈະ​ກັງວົນ ແຕ່​ເຂົາເຈົ້າ​ກໍ​ເຊື່ອຟັງ​ກົດໝາຍ. ພະ​ເຢໂຫວາ​ໄດ້​ອວຍພອນ​ທີ່​ເຂົາເຈົ້າ​ເຊື່ອຟັງ ແລະ​ເພິ່ນ​ໄດ້​ເບິ່ງແຍງ​ເຂົາເຈົ້າ. ມາຣີ​ໄປ​ຮອດ​ເມືອງ​ເບັດເລເຮັມ​ຢ່າງ​ປອດໄພ​ແລະ​ເກີດ​ລູກ​ທີ່​ແຂງແຮງ ແລະ​ທັງ​ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ເກີດຂຶ້ນ​ແທ້!—ມກ. 5:2

13. ເມື່ອ​ເຮົາ​ເຊື່ອຟັງ ອາດ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ພີ່ນ້ອງ​ຂອງ​ເຮົາ?

13 ເມື່ອ​ເຮົາ​ເຊື່ອຟັງ​ຜູ້​ທີ່​ມີ​ອຳນາດ​ປົກຄອງ ເຮົາ​ເອງ​ຈະ​ໄດ້​ຮັບ​ປະໂຫຍດ​ແລະ​ຄົນ​ອື່ນ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຄື​ກັນ. ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ? ເຫດຜົນ​ໜຶ່ງ​ກໍ​ຄື ເຮົາ​ຈະ​ບໍ່​ຖືກ​ລົງໂທດ​ຍ້ອນ​ບໍ່​ເຊື່ອຟັງ​ກົດໝາຍ. (ຣມ. 13:4) ເມື່ອ​ເຮົາ​ເຊື່ອຟັງ​ອຳນາດ​ການ​ປົກຄອງ ເຂົາເຈົ້າ​ກໍ​ຈະ​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ຄົນ​ທີ່​ເຊື່ອຟັງ. ຫຼາຍ​ປີ​ມາ​ແລ້ວ​ຢູ່​ນີເຊເຣຍ ພວກ​ທະຫານ​ໄດ້​ບຸກ​ເຂົ້າ​ໄປ​ຫໍປະຊຸມ​ຕອນ​ທີ່​ກຳລັງ​ປະຊຸມ​ຢູ່. ເຂົາເຈົ້າ​ຊອກ​ຫາ​ຜູ້​ທີ່​ກໍ່​ຄວາມ​ວຸ່ນວາຍ​ທີ່​ປະທ້ວງ​ຍ້ອນ​ບໍ່​ຢາກ​ເສຍ​ພາສີ. ແຕ່​ຫົວໜ້າ​ທະຫານ​ໄດ້​ບອກ​ພວກ​ທະຫານ​ອອກ​ໄປ​ຈາກ​ຫໍປະຊຸມ. ລາວ​ເວົ້າ​ວ່າ: “ພະຍານ​ພະ​ເຢໂຫວາ​ເສຍ​ພາສີ​ຕະຫຼອດ.” ທຸກ​ເທື່ອ​ທີ່​ເຈົ້າ​ເຊື່ອຟັງ​ກົດໝາຍ ເຈົ້າ​ກໍ​ຊ່ວຍ​ຮັກສາ​ຊື່​ສຽງ​ທີ່​ດີ​ຂອງ​ພະຍານ​ພະ​ເຢໂຫວາ​ໄວ້. ມື້​ໃດ​ມື້​ໜຶ່ງ​ຊື່​ສຽງ​ທີ່​ດີ​ແບບ​ນີ້​ອາດ​ຊ່ວຍ​ປົກປ້ອງ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຈົ້າ​ກໍ​ໄດ້.—ມທ. 5:16

14. ສິ່ງ​ໃດ​ຊ່ວຍ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໃຫ້ “ພ້ອມ​ທີ່​ຈະ​ເຊື່ອຟັງ” ຄົນ​ທີ່​ມີ​ອຳນາດ​ປົກຄອງ?

14 ເຮົາ​ອາດ​ບໍ່​ຢາກ​ເຊື່ອຟັງ​ຄົນ​ທີ່​ມີ​ອຳນາດ​ປົກຄອງ​ໃນ​ທຸກ​ເລື່ອງ. ໂຈແອນນາ​ພີ່ນ້ອງ​ຍິງ​ຢູ່​ອາເມຣິກາ​ຍອມຮັບ​ວ່າ: “ມັນ​ຍາກ​ຫຼາຍ​ສຳລັບ​ຂ້ອຍ​ທີ່​ຈະ​ເຊື່ອຟັງ ຍ້ອນ​ບາງ​ຄົນ​ໃນ​ຄອບຄົວ​ຂອງ​ຂ້ອຍ​ເຈິ​ຄວາມ​ບໍ່​ຍຸຕິທຳ​ຈາກ​ອຳນາດ​ການ​ປົກຄອງ.” ແຕ່​ລາວ​ຮູ້​ວ່າ​ລາວ​ຕ້ອງ​ປ່ຽນ​ຄວາມ​ຄິດ​ທີ່​ມີ​ຕໍ່​ອຳນາດ​ການ​ປົກຄອງ. ດັ່ງນັ້ນ ລາວ​ຈຶ່ງ​ເຮັດ​ສິ່ງ​ຕໍ່​ໄປ​ນີ້. ສິ່ງ​ທຳອິດ ລາວ​ເຊົາ​ອ່ານ​ສື່​ສັງຄົມ​ອອນລາຍ​ທີ່​ກະຕຸ້ນ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ທີ່​ລາວ​ມີ​ຕໍ່​ອຳນາດ​ການ​ປົກຄອງ. (ສຸພາ. 20:3) ສິ່ງ​ທີ 2 ລາວ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ໄວ້​ວາງໃຈ​ເພິ່ນ​ແທນ​ທີ່​ຈະ​ເພິ່ງ​ການ​ປ່ຽນແປງ​ຈາກ​ລັດຖະບານ​ຂອງ​ມະນຸດ. (ເພງ. 9:9, 10) ສິ່ງ​ທີ 3 ລາວ​ອ່ານ​ບົດ​ຄວາມ​ຕ່າງ​ໆ​ໃນ​ປຶ້ມ​ຂອງ​ອົງການ​ເລື່ອງ​ຄວາມ​ເປັນ​ກາງ. (ຢຮ. 17:16) ໂຈແອນນາ​ເວົ້າ​ວ່າ ຍ້ອນ​ລາວ​ນັບຖື​ແລະ​ເຊື່ອຟັງ​ອຳນາດ​ການ​ປົກຄອງ ຕອນນີ້​ລາວ​ຈຶ່ງ​ຮູ້ສຶກ​ສະຫງົບໃຈ​ຫຼາຍ.

ເຊື່ອຟັງ​ການ​ຊີ້ນຳ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ

15. ເປັນ​ຫຍັງ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອຟັງ​ການ​ຊີ້ນຳ​ທີ່​ມາ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ?

15 ພະ​ເຢໂຫວາ​ບອກ​ເຮົາ “ໃຫ້​ເຊື່ອຟັງ​ແລະ​ຍອມຮັບ​ອຳນາດ​ຄົນ​ທີ່​ນຳໜ້າ” ໃນ​ປະຊາຄົມ. (ຮຣ. 13:17) ເຖິງ​ວ່າ​ພະ​ເຢຊູ​ເປັນ​ຜູ້​ນຳ​ທີ່​ສົມບູນແບບ ແຕ່​ຜູ້​ທີ່​ພະ​ເຢຊູ​ໃຊ້​ໃຫ້​ນຳໜ້າ​ຢູ່​ໃນ​ໂລກ​ນີ້​ບໍ່​ສົມບູນແບບ. ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອຟັງ​ເຂົາເຈົ້າ ໂດຍ​ສະເພາະ​ຖ້າ​ເຂົາເຈົ້າ​ຂໍ​ໃຫ້​ເຮົາ​ເຮັດ​ບາງ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ. ມີ​ເທື່ອ​ໜຶ່ງ​ອັກຄະສາວົກ​ເປໂຕ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທັນທີ. ຕອນ​ທີ່​ທູດສະຫວັນ​ບອກ​ໃຫ້​ລາວ​ກິນ​ສັດ​ທີ່​ບໍ່​ສະອາດ​ຕາມ​ກົດໝາຍ​ຂອງ​ໂມເຊ. ລາວ​ປະຕິເສດ​ບໍ່​ກິນ​ສັດ​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ແຕ່​ເທື່ອ​ດຽວ ແຕ່​ຮອດ 3 ເທື່ອ! (ກຈກ. 10:9-16) ຍ້ອນຫຍັງ? ຍ້ອນ​ການ​ຊີ້ນຳ​ໃໝ່​ນີ້​ມັນ​ແປກ​ສຳລັບ​ລາວ ແລະ​ລາວ​ບໍ່​ເຄີຍ​ເຮັດ​ແບບ​ນີ້​ມາ​ກ່ອນ. ຖ້າ​ເປໂຕ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອຟັງ​ການ​ຊີ້ນຳ​ຈາກ​ທູດສະຫວັນ​ທີ່​ດີ​ພ້ອມ​ທຸກ​ຢ່າງ ມັນ​ກໍ​ບໍ່​ແປກ​ທີ່​ບາງເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອຟັງ​ການ​ຊີ້ນຳ​ຂອງ​ມະນຸດ​ທີ່​ບໍ່​ສົມບູນແບບ.

16. ເຖິງ​ວ່າ​ອັກຄະສາວົກ​ໂປໂລ​ຄິດ​ວ່າ​ຄຳ​ແນະນຳ​ທີ່​ລາວ​ໄດ້​ຮັບ​ບໍ່​ມີ​ເຫດຜົນ ແຕ່​ລາວ​ໄດ້​ເຮັດ​ຫຍັງ? (ກິດຈະການ 21:23, 24, 26)

16 ອັກຄະ​ສາວົກ​ໂປໂລ “ພ້ອມ​ທີ່​ຈະ​ເຊື່ອຟັງ” ແມ່ນ​ແຕ່​ຕອນ​ທີ່​ລາວ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ລາວ​ອາດ​ຮູ້ສຶກ​ວ່າ​ບໍ່​ມີ​ເຫດຜົນ. ຄລິດສະຕຽນ​ທີ່​ເປັນ​ຄົນ​ຢິວ​ໄດ້​ຍິນ​ຂ່າວ​ລື​ກ່ຽວກັບ​ໂປໂລ​ວ່າ ລາວ​ກຳລັງ​ສອນ​ເລື່ອງ “ໃຫ້​ຖິ້ມ​ກົດໝາຍ​ຂອງ​ໂມເຊ” ແລະ​ບໍ່​ໃຫ້​ນັບຖື​ກົດໝາຍ​ຂອງ​ໂມເຊ. (ກຈກ. 21:21) ພວກ​ຜູ້​ດູແລ​ໃນ​ເມືອງ​ເຢຣູຊາເລັມ​ແນະນຳ​ໂປໂລ​ໃຫ້​ພາ​ຜູ້​ຊາຍ 4 ຄົນ​ໄປ​ວິຫານ​ນຳ​ແລະ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ພິທີກຳ​ພ້ອມ​ກັບ​ເຂົາເຈົ້າ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຍັງ​ເຊື່ອຟັງ​ກົດໝາຍ​ຂອງ​ໂມເຊ​ຢູ່. ໂປໂລ​ຮູ້​ວ່າ​ຄລິດສະຕຽນ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດໝາຍ​ຂອງ​ໂມເຊ​ແລ້ວ ແລະ​ລາວ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ແຕ່​ລາວ​ກໍ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ​ທັນທີ. ລາວ “ພາ 4 ຄົນ​ນັ້ນ​ໄປ​ນຳ​ແລະ​ຊຳລະ​ຕົວ​ຕາມ​ພິທີກຳ​ພ້ອມ​ກັບ​ພວກ​ເຂົາ.” (ອ່ານ​ກິດຈະການ 21:23, 24, 26) ຍ້ອນ​ໂປໂລ​ເຊື່ອຟັງ​ຄຳ​ແນະນຳ ລາວ​ຈຶ່ງ​ຊ່ວຍ​ຮັກສາ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ພວກ​ພີ່ນ້ອງ.—ຣມ. 14:19, 21

17. ເຈົ້າ​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ສະເຕຟານີ?

17 ພີ່ນ້ອງ​ສະເຕຟານີ​ຮູ້ສຶກ​ວ່າ​ຍາກ​ຫຼາຍ​ທີ່​ຈະ​ຍອມຮັບ​ການ​ຕັດສິນໃຈ​ຂອງ​ສຳນັກງານ​ສາຂາ​ທີ່​ຢູ່​ໃນ​ປະເທດ​ຂອງ​ລາວ. ລາວ​ກັບ​ຜົວ​ຮັບໃຊ້​ຢ່າງ​ມີ​ຄວາມ​ສຸກ​ໃນ​ກຸ່ມ​ພາສາ​ຕ່າງ​ປະເທດ. ແຕ່​ຕໍ່​ມາ​ສຳນັກງານ​ສາຂາ​ໄດ້​ຍຸບ​ກຸ່ມ​ນັ້ນ​ແລະ​ລາວ​ກັບ​ຜົວ​ຖືກ​ມອບໝາຍ​ໃຫ້​ໄປ​ຢູ່​ປະຊາຄົມ​ທີ່​ໃຊ້​ພາສາ​ຂອງ​ເຂົາເຈົ້າ​ເອງ. ສະເຕຟານີ​ຍອມຮັບ​ວ່າ: “ຂ້ອຍ​ບໍ່​ມີ​ຄວາມ​ສຸກ​ເລີຍ. ຂ້ອຍ​ບໍ່​ເຊື່ອ​ວ່າ​ພາສາ​ຂອງ​ຂ້ອຍ​ຈະ​ມີ​ຄວາມ​ຈຳເປັນ​ຫຼາຍ​ກວ່າ​ພາສາ​ຕ່າງ​ປະເທດ.” ເຖິງ​ຈະ​ເປັນ​ແນວ​ນັ້ນ ລາວ​ກໍ​ຕັດສິນໃຈ​ທີ່​ຈະ​ສະໜັບສະໜູນ​ການ​ຊີ້ນຳ​ໃໝ່​ນີ້. ລາວ​ເວົ້າ​ວ່າ: “ຕໍ່​ມາ​ຂ້ອຍ​ໄດ້​ເຂົ້າໃຈ​ວ່າ ການ​ຕັດສິນໃຈ​ຂອງ​ພີ່ນ້ອງ​ເປັນ​ການ​ຕັດສິນໃຈ​ທີ່​ສະຫຼາດ. ໃນ​ປະຊາຄົມ​ໃໝ່​ທີ່​ພວກ​ເຮົາ​ຢູ່ ເຮົາ​ໄດ້​ເປັນ​ພໍ່​ແມ່​ທາງ​ດ້ານ​ຄວາມ​ເຊື່ອ​ຂອງ​ຫຼາຍ​ຄົນ​ທີ່​ຢູ່​ໃນ​ຄວາມ​ຈິງ​ຜູ້​ດຽວ. ຂ້ອຍ​ກຳລັງ​ສຶກສາ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຖືກ​ຮັບ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ. ຕອນນີ້​ຂ້ອຍ​ມີ​ເວລາ​ສຶກສາ​ສ່ວນຕົວ​ຫຼາຍ​ຂຶ້ນ.” ລາວ​ເວົ້າ​ຕື່ມ​ວ່າ: “ຂ້ອຍ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ​ຍ້ອນ​ຮູ້​ວ່າ​ຂ້ອຍ​ໄດ້​ເຮັດ​ດີ​ທີ່​ສຸດ​ໃນ​ການ​ເຊື່ອຟັງ.”

18. ເຮົາ​ໄດ້​ຮັບ​ປະໂຫຍດ​ຍັງ​ຈາກ​ການ​ເຊື່ອຟັງ?

18 ເຮົາ​ສາມາດ​ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ. ພະ​ເຢຊູ “ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ“ ບໍ່​ແມ່ນ​ໃນ​ສະພາບການ​ທີ່​ສະບາຍ​ໆ​ແຕ່​ໃນ​ຕອນ​ທີ່​ເພິ່ນ “ຕ້ອງ​ທົນທຸກ​ລຳບາກ.” (ຮຣ. 5:8) ຄື​ກັບ​ພະ​ເຢຊູ ຫຼາຍ​ເທື່ອ​ເຮົາ​ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ​ເມື່ອ​ຢູ່​ພາຍ​ໃຕ້​ສະພາບການ​ທີ່​ຫຍຸ້ງ​ຍາກ. ຕອນ​ທີ່​ພະຍາດ​ໂຄວິດ-19 ເລີ່ມ​ລະບາດ​ໃໝ່​ໆ​ເຮົາ​ຖືກ​ຂໍ​ບໍ່​ໃຫ້​ໄປ​ປະຊຸມ​ຢູ່​ຫໍປະຊຸມ​ແລະ​ໃຫ້​ເຊົາ​ປະກາດ​ຕາມ​ບ້ານ. ມັນ​ຍາກ​ສຳລັບ​ເຈົ້າ​ບໍ​ທີ່​ຈະ​ເຊື່ອຟັງ? ຍາກ​ແທ້ ແຕ່​ການ​ເຊື່ອຟັງ​ປົກປ້ອງ​ເຈົ້າ ເຮັດ​ໃຫ້​ເຈົ້າ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ຕອນນີ້​ເຮົາ​ທຸກ​ຄົນ​ຖືກ​ຝຶກ​ໃຫ້​ພ້ອມ​ຫຼາຍ​ຂຶ້ນ​ທີ່​ຈະ​ເຊື່ອຟັງ​ການ​ຊີ້ນຳ​ອັນ​ໃດ​ກໍ​ຕາມ​ທີ່​ຈະ​ໄດ້​ຮັບ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. ການ​ເຊື່ອຟັງ​ການ​ຊີ້ນຳ​ເຫຼົ່າ​ນີ້​ຈະ​ປົກປ້ອງ​ຊີວິດ​ເຮົາ​ໄວ້!—ໂຢບ 36:11

19. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ເຊື່ອຟັງ?

19 ເຮົາ​ໄດ້​ຮຽນ​ວ່າ​ການ​ເຊື່ອຟັງ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ. ແຕ່​ເຫດຜົນ​ສຳຄັນ​ທີ່​ເຮົາ​ເລືອກ​ເຊື່ອຟັງ​ພະ​ເຢໂຫວາ​ແມ່ນ​ຍ້ອນ​ເຮົາ​ຮັກ​ເພິ່ນ​ແລະ​ຢາກ​ເຮັດ​ໃຫ້​ເພິ່ນ​ພໍໃຈ. (1ຢຮ. 5:3) ເຮົາ​ບໍ່​ມີ​ທາງ​ຕອບ​ແທນ​ພະ​ເຢໂຫວາ​ໄດ້​ສຳລັບ​ທຸກ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ເພື່ອ​ເຮົາ. (ເພງ. 116:12) ແຕ່​ເຮົາ​ສາມາດ​ເຊື່ອຟັງ​ເພິ່ນ​ແລະ​ຜູ້​ທີ່​ເພິ່ນ​ໃຫ້​ສິດ​ອຳນາດ​ເໜືອ​ເຮົາ. ຖ້າ​ເຮົາ​ເຊື່ອຟັງ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ສະຫຼາດ. ຄົນ​ສະຫຼາດ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ.—ສຸພາ. 27:11

ເພງ 89 ຟັງ ເຮັດ​ຕາມ ແລ້ວ​ຈະ​ໄດ້​ພອນ

a ຍ້ອນ​ເຮົາ​ບໍ່​ສົມບູນແບບ ບາງເທື່ອ​ກໍ​ຍາກ​ທີ່​ເຮົາ​ຈະ​ເຊື່ອຟັງ ເຖິງ​ວ່າ​ຜູ້​ທີ່​ໃຫ້​ການ​ຊີ້ນຳ​ມີ​ສິດ​ອຳນາດ​ທີ່​ຈະ​ເຮັດ​ແບບ​ນັ້ນ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຮຽນ​ວ່າ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ເຊື່ອຟັງ​ພໍ່​ແມ່ “ຄົນ​ທີ່​ມີ​ອຳນາດ​ປົກຄອງ” ແລະ​ພີ່ນ້ອງ​ທີ່​ນຳໜ້າ​ໃນ​ປະຊາຄົມ.

b ສຳລັບ​ຄຳ​ແນະນຳ​ວິທີ​ລົມ​ກັບ​ພໍ່​ແມ່​ເລື່ອງ​ກົດ​ຕ່າງ​ໆ​ທີ່​ເຈົ້າ​ຮູ້ສຶກ​ວ່າ​ມັນ​ຍາກ​ທີ່​ຈະ​ເຊື່ອຟັງ ໃຫ້​ເບິ່ງ​ບົດ​ຄວາມ “ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ແນວ​ໃດ​ດີ​ເລື່ອງ​ກົດ​ໃນ​ບ້ານ?” ໃນ​ເວັບໄຊ jw.org. (ພາສາ​ໄທ)

c ຄຳ​ອະທິບາຍ​ຮູບ: ໂຢເຊັບ​ກັບ​ມາຣີ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຊຊາ​ທີ່​ໃຫ້​ໄປ​ຈົດ​ທະບຽນ​ສຳມະໂນຄົວ​ຢູ່​ເມືອງ​ເບັດເລເຮັມ. ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ກໍ​ເຊື່ອຟັງ “ຄົນ​ທີ່​ມີ​ອຳນາດ​ປົກຄອງ” ກ່ຽວກັບ​ກົດ​ຈາລະຈອນ ການ​ເສຍ​ພາສີ ແລະ​ຄຳແນະນຳ​ເລື່ອງ​ສຸຂະພາບ.