ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 43

ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ໄດ້​ແນວ​ໃດ?

ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ໄດ້​ແນວ​ໃດ?

“[ພະ​ເຢໂຫວາ] ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໝັ້ນຄົງ ພະອົງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຂັ້ມແຂງ​ແລະ​ບໍ່​ຫວັ່ນໄຫວ.”—1ປຕ. 5:10

ເພງ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

ໃຈ​ຄວາມ​ສຳຄັນ a

1. ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ສະໄໝ​ແຕ່​ກີ້​ໄດ້​ຮັບ​ກຳລັງ​ຈາກ​ໃສ?

 ຫຼາຍ​ເທື່ອ​ຄຳພີ​ໄບເບິນ​ບອກ​ວ່າ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຂັ້ມແຂງ. ແຕ່​ຄົນ​ທີ່​ເຂັ້ມແຂງ​ທີ່​ສຸດ​ກໍ​ບໍ່​ໄດ້​ຮູ້ສຶກ​ເຂັ້ມແຂງ​ຕະຫຼອດ. ຕົວຢ່າງ​ເຊັ່ນ: ບາງ​ເທື່ອ​ກະສັດ​ດາວິດ​ຮູ້ສຶກ​ວ່າ​ລາວ “ໝັ້ນຄົງ [ແຂງ​ແກ່ນ] ຄື​ກັບ​ພູ” ແຕ່​ບາງ​ເທື່ອ​ລາວ​ກໍ “ຢ້ານ​ຫຼາຍ.” (ເພງ. 30:7, ລ.ມ) ແຊມຊັນ​ກໍ​ຄື​ກັນ. ລາວ​ແຂງແຮງ​ຫຼາຍ​ເມື່ອ​ໄດ້​ຮັບ​ພະລັງ​ຈາກ​ພະເຈົ້າ ແຕ່​ລາວ​ກໍ​ຍອມຮັບ​ຄື​ກັນ​ວ່າ​ເມື່ອ​ບໍ່​ມີ​ພະລັງ​ນັ້ນ “ເຫື່ອ​ແຮງ​ຂອງ [ລາວ] ຊິ​ໝົດ​ໄປ. [ລາວ] ຊິ​ເປັນ​ຄື​ກັບ​ຜູ້​ຊາຍ​ຄົນ​ອື່ນໆ.” (ຜຕສ. 14:5, 6; 16:17) ເຫັນ​ໄດ້​ແຈ້ງ​ວ່າ​ຜູ້​ຮັບໃຊ້​ທີ່​ສັດຊື່​ເຫຼົ່າ​ນີ້​ຈະ​ເຂັ້ມແຂງ​ໄດ້​ເມື່ອ​ເຂົາເຈົ້າ​ໄດ້​ຮັບ​ກຳລັງ​ຈາກ​ພະ​ເຢໂຫວາ​ເທົ່າ​ນັ້ນ.

2. ເປັນ​ຫຍັງ​ໂປໂລ​ຈຶ່ງ​ເວົ້າ​ວ່າ ຕອນ​ໃດ​ທີ່​ລາວ​ອ່ອນແອ​ລາວ​ກໍ​ແຮ່ງ​ເຂັ້ມແຂງ​ຂຶ້ນ? (2 ໂກຣິນໂທ 12:9, 10)

2 ໂປໂລ​ຍອມຮັບ​ວ່າ​ລາວ​ກໍ​ຕ້ອງການ​ກຳລັງ​ຈາກ​ພະ​ເຢໂຫວາ. (ອ່ານ 2 ໂກຣິນໂທ 12:9, 10) ໂປໂລ​ກໍ​ຄື​ກັບ​ພວກ​ເຮົາ​ຫຼາຍ​ຄົນ​ທີ່​ຕ້ອງ​ຮັບ​ມື​ກັບ​ບັນຫາ​ສຸຂະພາບ. (ຄລຕ. 4:13, 14) ບາງ​ເທື່ອ​ລາວ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້​ໆ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ຣມ. 7:18, 19) ນອກ​ຈາກນັ້ນ ໂປໂລ​ຍັງ​ກັງວົນ​ແລະ​ຢ້ານ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ລາວ. (2ກຣ. 1:8, 9) ເຖິງ​ວ່າ​ໂປໂລ​ຈະ​ອ່ອນແອ ແຕ່​ລາວ​ພັດ​ແຮ່ງ​ເຂັ້ມແຂງ​ຂຶ້ນ. ຍ້ອນຫຍັງ? ຍ້ອນ​ພະ​ເຢໂຫວາ​ໃຫ້​ກຳລັງ​ລາວ​ແລະ​ເພິ່ນ​ໄດ້​ເຮັດ​ໃຫ້​ລາວ​ເຂັ້ມແຂງ.

3. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້?

3 ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເຮັດ​ໃຫ້​ເຮົາ​ເຂັ້ມແຂງ​ຄື​ກັນ. (1ປຕ. 5:10) ແຕ່​ເຮົາ​ກໍ​ຕ້ອງ​ເຮັດ​ສ່ວນ​ຂອງ​ເຮົາ​ເພື່ອ​ຈະ​ໄດ້​ຮັບ​ກຳລັງ​ນັ້ນ. ຕົວຢ່າງ​ເຊັ່ນ: ຈັກ​ລົດ​ເຮັດ​ໃຫ້​ລົດ​ແລ່ນ​ໄປ​ໄດ້. ແຕ່​ຄົນ​ຂັບ​ລົດ​ກໍ​ຕ້ອງ​ຢຽບ​ຄັນ​ເລັ່ງ​ເພື່ອ​ລົດ​ຈະ​ເຄື່ອນ​ທີ່​ໄດ້. ຄ້າຍຄື​ກັນ ພະ​ເຢໂຫວາ​ກໍ​ພ້ອມ​ຈະ​ໃຫ້​ກຳລັງ​ເຮົາ ແຕ່​ເຮົາ​ກໍ​ຕ້ອງ​ເຮັດ​ບາງ​ຢ່າງ​ເພື່ອ​ຈະ​ໄດ້​ກຳລັງ​ນັ້ນ. ພະ​ເຢໂຫວາ​ໃຫ້​ຫຍັງ​ເຮົາ​ແດ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ? ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ກຳລັງ​ນັ້ນ? ເຮົາ​ຈະ​ໄດ້​ຄຳ​ຕອບ​ໂດຍ​ເບິ່ງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ຜູ້​ຮັບໃຊ້ 3 ຄົນ​ຂອງ​ເພິ່ນ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ. ສາມ​ຄົນ​ນີ້​ແມ່ນ​ຜູ້​ພະຍາກອນ​ໂຢນາ ມາຣີ​ແມ່​ຂອງ​ພະ​ເຢຊູ ແລະ​ອັກຄະສາວົກ​ໂປໂລ. ເຮົາ​ຈະ​ເບິ່ງ​ອີກ​ວ່າ ພະ​ເຢໂຫວາ​ຍັງ​ໃຊ້​ວິທີ​ຄ້າຍ​ໆ​ກັນ​ນັ້ນ​ແນວ​ໃດ​ເພື່ອ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້.

ເຂັ້ມແຂງ​ໄດ້​ຍ້ອນ​ການ​ອະທິດຖານ​ແລະ​ການ​ສຶກສາ​ສ່ວນຕົວ

4. ເຮົາ​ຈະ​ໄດ້​ກຳລັງ​ຈາກ​ພະ​ເຢໂຫວາ​ໂດຍ​ວິທີ​ໃດ?

4 ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໄດ້​ກຳລັງ​ຈາກ​ພະ​ເຢໂຫວາ​ແມ່ນ​ການ​ອະທິດຖານ. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໂດຍ​ໃຫ້ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ.” (2ກຣ. 4:7) ເຮົາ​ຍັງ​ໄດ້​ກຳລັງ​ຈາກ​ພະ​ເຢໂຫວາ​ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ​ກ່ຽວກັບ​ເລື່ອງ​ນັ້ນ. (ເພງ. 86:11) ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ “ມີ​ພະລັງ​ຫຼາຍ.” (ຮຣ. 4:12) ເມື່ອ​ເຈົ້າ​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ອ່ານ​ຄຳພີ​ໄບເບິນ ເຈົ້າ​ກໍ​ຈະ​ໄດ້​ກຳລັງ​ເພື່ອ​ຈະ​ອົດທົນ ມີ​ຄວາມ​ສຸກ​ສະເໝີ ແລະ​ເຮັດ​ວຽກ​ຮັບໃຊ້​ທີ່​ຍາກ​ໆ​ໄດ້​ສຳເລັດ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ຜູ້​ພະຍາກອນ​ໂຢນາ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ.

5. ເປັນ​ຫຍັງ​ຜູ້​ພະຍາກອນ​ໂຢນາ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ເພື່ອ​ຈະ​ເຂັ້ມແຂງ?

5 ຜູ້​ພະຍາກອນ​ໂຢນາ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ເພື່ອ​ຈະ​ເຂັ້ມແຂງ. ຕອນ​ທີ່​ລາວ​ໜີ​ຈາກ​ວຽກ​ມອບໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ລາວ​ໄປ​ເຮັດ ລາວ​ເກືອບ​ຕາຍ​ຍ້ອນ​ພາຍຸ​ໃຫຍ່ ແລະ​ລາວ​ຍັງ​ເຮັດ​ໃຫ້​ຄົນ​ອື່ນ​ທີ່​ຢູ່​ໃນ​ເຮືອ​ເກືອບ​ຕາຍ​ຄື​ກັນ. ຕອນ​ທີ່​ລາວ​ຖືກ​ໂຍນ​ລົງ​ທະເລ ປາ​ໃຫຍ່​ໄດ້​ກືນ​ລາວ​ລົງ​ໄປ​ໃນ​ທ້ອງ. ຢູ່​ຫັ້ນ​ມືດ​ແລະ​ເປັນ​ຕາ​ຢ້ານ​ຫຼາຍ. ເຈົ້າ​ຄິດ​ວ່າ​ໂຢນາ​ຊິ​ຮູ້ສຶກ​ແນວ​ໃດ? ທຳອິດ ລາວ​ອາດ​ຄິດ​ວ່າ​ໂຕເອງ​ຊິ​ຕາຍ​ໃນ​ທ້ອງ​ປາ ແລະ​ລາວ​ອາດ​ຄິດ​ວ່າ​ພະ​ເຢໂຫວາ​ຄື​ຊິ​ຖິ້ມ​ລາວ​ແລ້ວ. ໂຢນາ​ຕ້ອງ​ຢ້ານ​ຫຼາຍ​ແທ້​ໆ.

ຄື​ກັບ​ໂຢນາ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ເມື່ອ​ເຈິ​ບັນຫາ?(ເບິ່ງ​ຂໍ້ 6-9)

6. ຕາມ​ໂຢນາ 2:1, 2, 7 ສິ່ງ​ໃດ​ຊ່ວຍ​ໂຢນາ​ໃຫ້​ເຂັ້ມແຂງ​ຕອນ​ທີ່​ຢູ່​ໃນ​ທ້ອງ​ປາ?

6 ຕອນ​ທີ່​ໂຢນາ​ຢູ່​ໃນ​ທ້ອງ​ປາ​ຜູ້​ດຽວ ລາວ​ໄດ້​ເຮັດ​ຫຍັງ​ເພື່ອ​ຈະ​ເຂັ້ມແຂງ? ລາວ​ອະທິດຖານ​ຫາ​ພະ​ເຢໂຫວາ. (ອ່ານ​ໂຢນາ 2:1, 2, 7) ເຖິງ​ວ່າ​ລາວ​ບໍ່​ໄດ້​ເຊື່ອຟັງ​ພະ​ເຢໂຫວາ ແຕ່​ລາວ​ກໍ​ກັບໃຈ​ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ທີ່​ຖ່ອມ​ໃຈ​ຂອງ​ລາວ. ໂຢນາ​ຍັງ​ຄິດ​ເຖິງ​ຂໍ້​ຄຳພີ​ຫຼາຍ​ຂໍ້​ນຳ. ເຮົາ​ຮູ້​ເລື່ອງ​ນີ້​ຍ້ອນ​ຄຳ​ອະທິດຖານ​ຂອງ​ລາວ​ທີ່​ຢູ່​ໃນ​ໂຢນາ​ບົດ 2. ລາວ​ໃຊ້​ຄຳເວົ້າ​ທີ່​ຄ້າຍ​ໆ​ກັບ​ຄຳເວົ້າ​ທີ່​ຢູ່​ໃນ​ປຶ້ມ​ຄຳເພງ. (ຕົວຢ່າງ​ໃຫ້​ສົມທຽບ​ໂຢນາ 2:2, 5 ກັບ ຄຳເພງ 69:1; 86:7) ເຫັນ​ໄດ້​ແຈ້ງ​ວ່າ​ໂຢນາ​ຮູ້​ຈັກ​ຂໍ້​ຄຳພີ​ເຫຼົ່າ​ນັ້ນ​ດີ. ຂໍ້​ຄຳພີ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ແທ້​ໆ. ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ປອດໄພ​ແລ້ວ ລາວ​ກໍ​ພ້ອມ​ທີ່​ຈະ​ເຮັດ​ວຽກ​ທີ່​ພະ​ເຢໂຫວາ​ໃຫ້​ລາວ​ໄປ​ເຮັດ.—ຢນ. 2:10–3:4

7-8. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຢູ່​ໄຕ້ຫວັນ​ໄດ້​ຮັບ​ກຳລັງ​ແນວ​ໃດ​ຕອນ​ທີ່​ເຈິ​ບັນຫາ?

7 ຕອນ​ທີ່​ເຮົາ​ເຈິ​ບັນຫາ​ຫຼາຍ​ຢ່າງ​ໃນ​ຊີວິດ ຕົວຢ່າງ​ຂອງ​ໂຢນາ​ຊ່ວຍ​ເຮົາ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຊີໝິງ bຢູ່​ໄຕ້ຫວັນ. ລາວ​ມີ​ບັນຫາ​ສຸຂະພາບ​ຮ້າຍ​ແຮງ ແລະ​ຍັງ​ຕ້ອງ​ອົດທົນ​ກັບ​ການ​ຕໍ່ຕ້ານ​ຢ່າງ​ໜັກ​ຈາກ​ຄົນ​ໃນ​ຄອບຄົວ​ນຳ. ພີ່ນ້ອງ​ຊີໝິງ​ໄດ້​ກຳລັງ​ຈາກ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ​ແລະ​ສຶກສາ​ສ່ວນຕົວ. ລາວ​ເລົ່າ​ວ່າ: “ບາງ​ເທື່ອ​ຕອນ​ທີ່​ເຈິ​ບັນຫາ​ຂ້ອຍ​ອຸກໃຈ​ຫຼາຍ​ຈົນ​ບໍ່​ມີ​ສະມາທິ​ຈະ​ສຶກສາ​ສ່ວນຕົວ. ໃຈ​ຂ້ອຍ​ບໍ່​ສະຫງົບ​ເລີຍ.” ແຕ່​ລາວ​ກໍ​ບໍ່​ຍອມແພ້. ລາວ​ເລົ່າ​ຕໍ່​ວ່າ: “ເມື່ອ​ເປັນ​ແບບ​ນີ້ ທຳອິດ ຂ້ອຍ​ອະທິດຖານ​ຫາ​ພະ​ເຢໂຫວາ ແລ້ວ​ຂ້ອຍ​ກໍ​ຊຸບ​ຫູ​ຟັງ​ໃສ່​ຫູ​ແລະ​ຟັງ​ເພງ​ລາຊະອານາຈັກ. ບາງ​ເທື່ອ​ຂ້ອຍ​ກໍ​ຮ້ອງ​ນຳ​ຄ່ອຍ​ໆ​ຈົນ​ກວ່າ​ຂ້ອຍ​ຈະ​ສະຫງົບໃຈ ແລ້ວ​ຂ້ອຍ​ຈຶ່ງ​ເລີ່ມ​ສຶກສາ​ສ່ວນຕົວ.”

8 ການ​ສຶກສາ​ສ່ວນຕົວ​ຊ່ວຍ​ພີ່ນ້ອງ​ຊິໝິງ​ໃຫ້​ເຂັ້ມແຂງ. ຕອນ​ທີ່​ລາວ​ຟື້ນ​ໂຕ​ຈາກ​ການ​ຜ່າ​ຕັດ​ໃຫຍ່ ນາງ​ພະຍາບານ​ບອກ​ວ່າ​ເມັດ​ເລືອດ​ແດງ​ຂອງ​ລາວ​ຕ່ຳ​ຫຼາຍ ລາວ​ອາດຈະ​ຕ້ອງ​ໃສ່​ເລືອດ. ແຕ່​ໃນ​ຄືນ​ກ່ອນ​ທີ່​ລາວ​ຈະ​ຜ່າ​ຕັດ​ລາວ​ໄດ້​ອ່ານ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຕ້ອງ​ຜ່າ​ຕັດ​ໃຫຍ່​ຄື​ກັນ​ກັບ​ລາວ​ແລະ​ເມັດ​ເລືອດ​ແດງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ນັ້ນ​ກໍ​ຕ່ຳ​ກວ່າ​ຂອງ​ລາວ​ຫຼາຍ ແຕ່​ລາວ​ກໍ​ບໍ່​ຍອມ​ໃສ່​ເລືອດ​ແລະ​ຍັງ​ສາມາດ​ຟື້ນ​ໂຕ​ໄດ້. ປະສົບການ​ນັ້ນ​ເຮັດ​ໃຫ້​ພີ່ນ້ອງ​ຊິໝິງ​ມີ​ກຳລັງ​ໃຈ​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ໆ​ໄປ.

9. ຖ້າ​ບັນຫາ​ໃນ​ຊີວິດ​ເຮັດ​ໃຫ້​ເຈົ້າ​ອຸກໃຈ​ຫຼາຍ​ຈົນ​ໝົດ​ແຮງ ເຈົ້າ​ຈະ​ເຮັດ​ແນວ​ໃດ? (ເບິ່ງຮູບ)

9 ຕອນ​ທີ່​ເຈົ້າ​ກຳລັງ​ເຈິ​ບັນຫາ ເຈົ້າ​ເຄີຍ​ອຸກໃຈ​ຫຼາຍ​ຈົນ​ບໍ່​ຮູ້​ວ່າ​ຊິ​ອະທິດຖານ​ແນວ​ໃດ​ບໍ? ຫຼື​ບັນຫາ​ນັ້ນ​ເຮັດ​ໃຫ້​ເຈົ້າ​ໝົດ​ແຮງ​ຈົນ​ສຶກສາ​ສ່ວນຕົວ​ບໍ່​ໄດ້​ບໍ? ຖ້າ​ເປັນ​ແບບ​ນັ້ນ ພະ​ເຢໂຫວາ​ເຂົ້າໃຈ​ດີ​ວ່າ​ເຈົ້າ​ກຳລັງ​ເຈິ​ຫຍັງ​ຢູ່. ດັ່ງນັ້ນ ເຖິງ​ວ່າ​ເຈົ້າ​ອະທິດຖານ​ສັ້ນ​ໆ​ແຕ່​ເຈົ້າ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ສິ່ງ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ແທ້​ໆ. (ອຟຊ. 3:20) ຖ້າ​ເຈົ້າ​ບໍ່​ສະບາຍ ໝົດ​ແຮງ ຫຼື​ເຈັບປວດ​ໃຈ​ຫຼາຍ​ຈົນ​ອ່ານ​ຄຳພີ​ໄບເບິນ​ຫຼື​ສຶກສາ​ສ່ວນຕົວ​ບໍ່​ໄດ້ ເຈົ້າ​ອາດ​ຟັງ​ຟາຍ​ສຽງ​ການ​ອ່ານ​ຄຳພີ​ໄບເບິນ​ຫຼື​ຟັງ​ຟາຍ​ສຽງ​ການ​ອ່ານ​ປຶ້ມ​ອື່ນ​ໆ​ຂອງ​ອົງການ​ກໍ​ໄດ້ ຫຼື​ເຈົ້າ​ອາດ​ຟັງ​ເພງ​ຂອງ​ອົງການ​ຫຼື​ເບິ່ງ​ວິດີໂອ​ໃນ​ເວັບໄຊ jw.org. ຖ້າ​ເຈົ້າ​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ພະຍາຍາມ​ສັງເກດ​ວ່າ​ເພິ່ນ​ຈະ​ຕອບ​ເຈົ້າ​ແນວ​ໃດ​ຜ່ານ​ທາງ​ສິ່ງ​ທີ່​ເພິ່ນ​ຈັດ​ກຽມ​ໄວ້ ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຕັມໃຈ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ.

ເຂັ້ມແຂງ​ໄດ້​ຍ້ອນ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ

10. ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ?

10 ພະ​ເຢໂຫວາ​ສາມາດ​ໃຊ້​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ. ເຂົາເຈົ້າ​ຈະ “ໃຫ້​ກຳລັງ​ໃຈ [ເຮົາ] ຫຼາຍ” ຕອນ​ທີ່​ເຮົາ​ເຈິ​ບັນຫາ​ຫຼື​ໄດ້​ຮັບ​ວຽກ​ມອບໝາຍ​ທີ່​ຍາກ​ໆ. (ກລຊ. 4:10, 11) ແຮ່ງ​ເຮົາ​ຢູ່ “ໃນ​ຍາມ​ທີ່​ຍາກ​ລຳບາກ” ເຮົາ​ກໍ​ແຮ່ງ​ຕ້ອງ​ມີ​ໝູ່. (ສຸພາ. 17:17, ລ.ມ) ຕອນ​ທີ່​ເຮົາ​ຮູ້ສຶກ​ອ່ອນແອ ພີ່ນ້ອງ​ກໍ​ພ້ອມ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ ໃຫ້​ກຳລັງ​ໃຈ​ເຮົາ ແລະ​ເຮັດ​ໃຫ້​ເຮົາ​ເຂັ້ມແຂງ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່​ໆ​ໄປ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ມາຣີ​ແມ່​ຂອງ​ພະ​ເຢຊູ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ຄົນ​ອື່ນ​ແນວ​ໃດ​ເພື່ອ​ຈະ​ເຂັ້ມແຂງ.

11. ເປັນ​ຫຍັງ​ມາຣີ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ເພື່ອ​ຈະ​ເຂັ້ມແຂງ?

11 ມາຣີ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ເພື່ອ​ຈະ​ເຂັ້ມແຂງ. ລອງ​ຄິດ​ເບິ່ງ​ວ່າ​ມາຣີ​ຊິ​ອຸກໃຈ​ຫຼາຍ​ສ່ຳ​ໃດ​ຕອນ​ທີ່​ທູດສະຫວັນ​ຄັບຣີເອນ​ມາ​ບອກ​ວ່າ​ລາວ​ຈະ​ຖື​ພາ ທັງ​ໆ​ທີ່​ລາວ​ຍັງ​ບໍ່​ໄດ້​ແຕ່ງດອງ. ລາວ​ບໍ່​ເຄີຍ​ມີ​ລູກ ແຕ່​ຕ້ອງ​ລ້ຽງ​ເດັກນ້ອຍ​ຜູ້​ໜຶ່ງ​ທີ່​ຈະ​ກາຍ​ເປັນ​ເມຊີອາ​ໃນ​ອະນາຄົດ. ລາວ​ຍັງ​ບໍ່​ເຄີຍ​ມີ​ເພດ​ສຳພັນ​ຈັກ​ເທື່ອ ແຕ່​ລາວ​ຕ້ອງ​ບອກ​ໂຢເຊັບ​ຄູ່​ໝັ້ນ​ຂອງ​ລາວ​ວ່າ​ລາວ​ຈະ​ຖື​ພາ. ເລື່ອງ​ທັງໝົດ​ນີ້​ຄື​ຊິ​ຍາກ​ຫຼາຍ​ສຳລັບ​ມາຣີ.—ລກ. 1:26-33

12. ຕາມ​ລູກາ 1:39-45 ສິ່ງ​ໃດ​ຊ່ວຍ​ມາຣີ​ໃຫ້​ເຂັ້ມແຂງ?

12 ສິ່ງ​ໃດ​ຊ່ວຍ​ມາຣີ​ໃຫ້​ເຂັ້ມແຂງ​ເພື່ອ​ຈະ​ເຮັດ​ວຽກ​ມອບໝາຍ​ທີ່​ພິເສດ​ນີ້​ແລະ​ບໍ່​ງ່າຍ​ເລີຍ? ມາຣີ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ຄົນ​ອື່ນ. ມາຣີ​ຂໍ​ໃຫ້​ທູດສະຫວັນ​ຄັບຣີເອນ​ບອກ​ລະອຽດ​ຕື່ມ​ກ່ຽວກັບ​ວຽກ​ມອບໝາຍ​ນີ້. (ລກ. 1:34) ຫຼັງ​ຈາກນັ້ນ ມາຣີ​ກໍ​ເດີນທາງ​ໄປ “ເຂດ​ພູເຂົາ” ເຊິ່ງ​ຢູ່​ໃນເຂດ​ແດນ​ຂອງ​ຕະກູນ​ຢູດາ​ເພື່ອ​ໄປ​ຫາ​ເອລີຊາເບັດ​ພີ່ນ້ອງ​ຂອງ​ລາວ. ການ​ໄປ​ຫາ​ເອລີຊາເບັດ​ເຮັດ​ໃຫ້​ມາຣີ​ໄດ້​ກຳລັງ​ໃຈ​ຫຼາຍ. ເອລີຊາເບັດ​ຊົມເຊີຍ​ມາຣີ ແລະ​ພະ​ເຢໂຫວາ​ດົນໃຈ​ເອລີຊາເບັດ​ໃຫ້​ເວົ້າ​ເຖິງ​ຄຳ​ພະຍາກອນ​ກ່ຽວກັບ​ລູກ​ຊາຍ​ຂອງ​ມາຣີ​ທີ່​ຍັງ​ບໍ່​ທັນ​ເກີດ. (ອ່ານ​ລູກາ 1:39-45) ມາຣີ​ເວົ້າ​ວ່າ ພະ​ເຢໂຫວາ “ໃຊ້​ລິດເດດ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່.” (ລກ. 1:46-51) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ໃຊ້​ທູດສະຫວັນ​ຄັບຣີເອນ​ກັບ​ເອລີຊາເບັດ​ເພື່ອ​ຊ່ວຍ​ມາຣີ​ໃຫ້​ເຂັ້ມແຂງ.

13. ເມື່ອ​ພີ່ນ້ອງ​ຍິງ​ຢູ່​ໂບລີວີ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພີ່ນ້ອງ ຜົນ​ເປັນ​ແນວ​ໃດ?

13 ຄື​ກັບ​ມາຣີ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ຄົນ​ອື່ນ​ເພື່ອ​ຈະ​ເຂັ້ມແຂງ ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ກໍ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ​ໄດ້​ຄື​ກັນ. ພີ່ນ້ອງ​ດາຊູຣີ​ທີ່​ຢູ່​ໂບລີວີ​ຕ້ອງການ​ແບບ​ນັ້ນ​ຄື​ກັນ. ພໍ່​ຂອງ​ລາວ​ບໍ່​ສະບາຍ​ແຮງ​ຈົນ​ຕ້ອງ​ເຂົ້າ​ໂຮງໝໍ​ແລະ​ອາການ​ຂອງ​ພໍ່​ລາວ​ຢູ່​ໃນ​ຂັ້ນ​ທີ່​ປົວ​ບໍ່​ໄດ້. ດາຊູຣີ​ຕ້ອງ​ເບິ່ງແຍງ​ພໍ່​ຢູ່​ໂຮງໝໍ. (1ຕມ. 5:4) ມັນ​ບໍ່​ງ່າຍ​ເລີຍ. ລາວ​ຍອມຮັບ​ວ່າ: “ຫຼາຍ​ເທື່ອ​ຂ້ອຍ​ຮູ້ສຶກ​ວ່າ​ເບິ່ງແຍງ​ພໍ່​ຕໍ່​ໄປ​ບໍ່​ໄດ້.” ລາວ​ຂໍ​ໃຫ້​ຄົນ​ອື່ນ​ຊ່ວຍ​ບໍ? ຕອນ​ທຳອິດ​ລາວ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ຢາກ​ລົບກວນ​ພີ່ນ້ອງ. ຂ້ອຍ​ຄິດ​ວ່າ​ຜູ້​ທີ່​ຊ່ວຍ​ຂ້ອຍ​ໄດ້​ແທ້​ໆ​ແມ່ນ​ພະ​ເຢໂຫວາ. ແຕ່​ຂ້ອຍ​ກໍ​ຄິດ​ໄດ້​ວ່າ ຖ້າ​ຂ້ອຍ​ບໍ່​ຍອມ​ໃຫ້​ພີ່ນ້ອງ​ຊ່ວຍ ມັນ​ກໍ​ໝາຍ​ຄວາມ​ວ່າ​ຂ້ອຍ​ກຳລັງ​ພະຍາຍາມ​ແກ້​ບັນຫາ​ຄົນ​ດຽວ.” (ສຸພາ. 18:1) ດາຊູຣີ​ຕັດສິນ​ໃຈ​ຂຽນ​ໄປ​ຫາ​ພີ່ນ້ອງ​ບາງ​ຄົນ​ແລະ​ເລົ່າ​ໃຫ້​ເຂົາເຈົ້າ​ຟັງ​ວ່າ​ມັນ​ຍາກ​ຫຼາຍ​ສຳລັບ​ລາວ. ລາວ​ເລົ່າ​ວ່າ: “ພີ່ນ້ອງ​ທີ່​ໜ້າ​ຮັກ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ເຂັ້ມແຂງ​ຫຼາຍ​ແທ້​ໆ. ຂ້ອຍ​ຊຶ້ງ​ໃຈ​ຫຼາຍ​ຈົນ​ອະທິບາຍ​ອອກ​ມາ​ເປັນ​ຄຳເວົ້າ​ບໍ່​ໄດ້. ເຂົາເຈົ້າ​ເອົາ​ຂອງກິນ​ມາ​ໃຫ້​ຂ້ອຍ​ຢູ່​ໂຮງໝໍ​ແລະ​ອ່ານ​ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ກັບ​ຂ້ອຍ. ຂ້ອຍ​ດີໃຈ​ແທ້​ໆ​ທີ່​ຮູ້​ວ່າ​ຂ້ອຍ​ບໍ່​ໄດ້​ຢູ່​ຄົນ​ດຽວ. ເຮົາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ໃຫຍ່​ຂອງ​ພະ​ເຢໂຫວາ​ທີ່​ພ້ອມ​ຈະ​ຊ່ວຍເຫຼືອ​ກັນ ຮ້ອງໄຫ້​ນຳ​ກັນ ແລະ​ສູ້​ໄປ​ນຳ​ກັນ.”

14. ເປັນ​ຫຍັງ​ເຮົາ​ຄວນ​ຍອມຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ຜູ້​ດູແລ?

14 ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ແມ່ນ ເພິ່ນ​ຊ່ວຍ​ເຮົາ​ຜ່ານ​ທາງ​ຜູ້​ດູແລ. ເຂົາເຈົ້າ​ເປັນ​ຂອງຂວັນ​ທີ່​ພະ​ເຢໂຫວາ​ໃຊ້​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ແລະ​ສົດຊື່ນ. (ອຊຢ. 32:1, 2) ດັ່ງນັ້ນ ຖ້າ​ເຈົ້າ​ອຸກໃຈ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ໃຫ້​ເລົ່າ​ໃຫ້​ຜູ້​ດູແລ​ຟັງ ແລະ​ຖ້າ​ເຂົາເຈົ້າ​ສະເໜີ​ທີ່​ຈະ​ຊ່ວຍ ກໍ​ໃຫ້​ຍອມຮັບ​ການ​ຊ່ວຍເຫຼືອ​ຈາກ​ເຂົາເຈົ້າ. ພະ​ເຢໂຫວາ​ສາມາດ​ໃຊ້​ຜູ້​ດູແລ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ.

ເຂັ້ມແຂງ​ໄດ້​ຍ້ອນ​ຄວາມຫວັງ​ກ່ຽວກັບ​ອະນາຄົດ

15. ຄລິດສະຕຽນ​ທຸກ​ຄົນ​ມີ​ຄວາມຫວັງ​ຫຍັງ?

15 ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມີ​ຄວາມຫວັງ​ແລະ​ມີ​ກຳລັງ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໆ​ໄປ. (ຣມ. 4:3, 18-20) ຄລິດສະຕຽນ​ບາງ​ຄົນ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ງາມ​ໆ. ສ່ວນ​ບາງ​ຄົນ​ກໍ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ. ຄວາມຫວັງ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ ປະກາດ​ຂ່າວດີ ແລະ​ເຮັດ​ວຽກ​ມອບໝາຍ​ໃນ​ປະຊາຄົມ​ໄດ້. (1ທຊ. 1:3) ຄວາມຫວັງ​ແບບ​ດຽວ​ກັນ​ນີ້​ກໍ​ຊ່ວຍ​ໂປໂລ​ໃຫ້​ເຂັ້ມແຂງ​ຄື​ກັນ.

16. ເປັນ​ຫຍັງ​ໂປໂລ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ເພື່ອ​ຈະ​ເຂັ້ມແຂງ?

16 ໂປໂລ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ເພື່ອ​ຈະ​ເຂັ້ມແຂງ. ໃນ​ຈົດໝາຍ​ທີ່​ລາວ​ຂຽນ​ໄປ​ຫາ​ພີ່ນ້ອງ​ຢູ່​ເມືອງ​ໂກຣິນໂທ ລາວ​ເວົ້າ​ວ່າ​ລາວ​ເປັນ​ຄື​ກັບ​ເຄື່ອງ​ໃຊ້​ທີ່​ແຕກ​ງ່າຍ​ທີ່​ເຮັດ​ຈາກ​ດິນດາກ. ລາວ “ຖືກ​ກົດ​ດັນ” “ຮູ້ສຶກ​ສັບສົນ” “ຖືກ​ຂົ່ມເຫງ” ແລະ “ເຈັບປວດ​ຫຼາຍ.” ທີ່ຈິງ ບາງ​ເທື່ອ​ລາວ​ເກືອບ​ຕາຍ​ຊ້ຳ. (2ກຣ. 4:8-10) ໂປໂລ​ຂຽນ​ຈົດໝາຍ​ສະບັບ​ນີ້​ຕອນ​ທີ່​ລາວ​ເດີນທາງ​ໄປ​ປະກາດ​ຮອບ​ທີ 3. ຕອນ​ນັ້ນ ລາວ​ອາດ​ບໍ່​ຮູ້​ຊ້ຳ​ວ່າ​ບັນຫາ​ທີ່​ລາວ​ເຈິ​ຍັງ​ບໍ່​ໝົດ​ເທື່ອ. ລາວ​ຈະ​ຕ້ອງ​ເຈິ​ກັບ​ກຸ່ມ​ຄົນ​ທີ່​ໃຊ້​ຄວາມ​ຮຸນແຮງ ຖືກ​ຈັບ ເຮືອ​ແຕກ ແລະ​ຖືກ​ຄຸກ.

17. ຕາມ 2 ໂກຣິນໂທ 4:16-18 ອັນ​ໃດ​ຊ່ວຍ​ໂປໂລ​ໃຫ້​ອົດທົນ​ກັບ​ຄວາມ​ລຳບາກ​ຕ່າງ​ໆ?

17 ໂປໂລ​ເຂັ້ມແຂງ​ໄດ້​ຍ້ອນ​ລາວ​ຄິດ​ເຖິງ​ຄວາມຫວັງ​ຂອງ​ລາວ​ໃນ​ອະນາຄົດ​ສະເໝີ. (ອ່ານ 2 ໂກຣິນໂທ 4:16-18) ລາວ​ບອກ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ວ່າ ເຖິງ​ວ່າ​ຮ່າງກາຍ​ຂອງ​ລາວ​ຈະ “ເສື່ອມໂຊມ​ລົງ​ເລື້ອຍ​ໆ” ແຕ່​ລາວ​ກໍ​ບໍ່​ຍອມ​ໃຫ້​ເລື່ອງ​ນີ້​ເຮັດ​ໃຫ້​ລາວ​ທໍ້ໃຈ. ໂປໂລ​ຄິດ​ເຖິງ​ຄວາມຫວັງ​ຂອງ​ລາວ​ໃນ​ອະນາຄົດ​ສະເໝີ. ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ​ເຮັດ​ໃຫ້​ລາວ “ໄດ້​ຮັບ​ກຽດ​ຫຼາຍ​ຂຶ້ນ​ເລື້ອຍ​ໆ” ຈົນ​ເຮັດ​ໃຫ້​ລາວ​ຍອມ​ອົດທົນ​ກັບ​ຄວາມ​ລຳບາກ​ທຸກ​ຢ່າງ​ທີ່​ລາວ​ຕ້ອງ​ເຈິ. ເມື່ອ​ໂປໂລ​ຄິດ​ເຖິງ​ຄວາມຫວັງ​ນີ້ ລາວ​ກໍ “ເຂັ້ມແຂງ​ຂຶ້ນ​ທຸກ​ມື້.”

18. ຄວາມຫວັງ​ຊ່ວຍ​ທິໂຫເມຍ​ກັບ​ຄອບຄົວ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ?

18 ທິໂຫເມຍ​ພີ່ນ້ອງ​ຊາຍ​ຈາກ​ບຸນກາຣີ​ເຂັ້ມແຂງ​ຂຶ້ນ​ໄດ້​ຍ້ອນ​ລາວ​ຄິດ​ເຖິງ​ຄວາມຫວັງ​ໃນ​ອະນາຄົດ. ສອງສາມປີ​ກ່ອນ ດຣາໂກ​ນ້ອງ​ຊາຍ​ຂອງ​ລາວ​ເສຍ​ຊີວິດ​ຍ້ອນ​ອຸບັດຕິເຫດ. ເລື່ອງ​ນີ້​ເຮັດ​ໃຫ້​ທິໂຫເມຍ​ເສຍ​ໃຈ​ຫຼາຍ. ເພື່ອ​ຈະ​ຮັບ​ມື​ກັບ​ເລື່ອງ​ນີ້​ໄດ້ ລາວ​ກັບ​ຄອບຄົວ​ພະຍາຍາມ​ນຶກພາບ​ວ່າ​ຊີວິດ​ຈະ​ເປັນ​ແນວ​ໃດ​ໃນ​ຕອນ​ທີ່​ມີ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ລາວ​ເວົ້າ​ວ່າ: “ເຮົາ​ຈະ​ລົມ​ກັນ​ວ່າ ເຮົາ​ຈະ​ໄປ​ເຈິ​ດຣາໂກ​ຢູ່​ໃສ? ເຮົາ​ຈະ​ເຮັດ​ຫຍັງ​ໃຫ້​ລາວ​ກິນ? ເຮົາ​ຈະ​ເຊີນ​ໃຜ​ແດ່​ມາ​ງານ​ລ້ຽງ​ຕ້ອນຮັບ​ລາວ? ແລະ​ເຮົາ​ຈະ​ເລົ່າ​ເລື່ອງ​ຫຍັງ​ແດ່​ໃຫ້​ລາວ​ຟັງ​ກ່ຽວກັບ​ສະໄໝ​ສຸດທ້າຍ?” ທິໂຫເມຍ​ບອກ​ວ່າ ການ​ຄິດ​ເຖິງ​ຄວາມຫວັງ​ຢູ່​ສະເໝີ​ຊ່ວຍ​ລາວ​ກັບ​ຄອບຄົວ​ໃຫ້​ເຂັ້ມແຂງ​ຂຶ້ນ​ຕໍ່​ໆ​ໄປ​ແລະ​ອົດທົນ​ລໍ​ຖ້າ​ມື້​ທີ່​ພະ​ເຢໂຫວາ​ຈະ​ປຸກ​ນ້ອງ​ຊາຍ​ຂອງ​ລາວ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ.

ໃຫ້​ນຶກພາບ​ວ່າ​ຊີວິດ​ເຈົ້າ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ?(ເບິ່ງ​ຂໍ້ 19) c

19. ເຈົ້າ​ຈະ​ເຮັດ​ໃຫ້​ຄວາມຫວັງ​ຂອງ​ເຈົ້າ​ຊັດເຈນ​ຂຶ້ນ​ໄດ້​ແນວ​ໃດ? (ເບິ່ງ​ຮູບ)

19 ເຈົ້າ​ຈະ​ເຮັດ​ໃຫ້​ຄວາມຫວັງ​ຂອງ​ເຈົ້າ​ຊັດເຈນ​ຂຶ້ນ​ໄດ້​ແນວ​ໃດ? ຖ້າ​ເຈົ້າ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ງາມ​ໆ ໃຫ້​ອ່ານ​ວ່າ​ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ໂລກ​ໃໝ່​ແລະ​ຄິດ​ກ່ຽວກັບ​ເລື່ອງ​ນັ້ນ. (ອຊຢ. 25:8; 32:16-18) ລອງ​ນຶກພາບ​ວ່າ​ຊີວິດ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ. ລອງ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ເຈິ​ກັບ​ໃຜ​ແດ່? ເຈົ້າ​ໄດ້​ຍິນ​ສຽງ​ຫຍັງ? ແລະເຈົ້າ​ຮູ້ສຶກ​ແນວ​ໃດ? ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ນຶກພາບ​ອອກ​ໄດ້​ງ່າຍ ເຈົ້າ​ອາດຈະ​ເບິ່ງ​ຮູບ​ກ່ຽວກັບ​ໂລກ​ໃໝ່​ໃນ​ປຶ້ມ​ຕ່າງ​ໆ​ຂອງ​ອົງການ ຫຼື​ເບິ່ງ​ມິວສິກ​ວິດີໂອ​ຕ່າງ​ໆ​ເຊັ່ນ: ວັນ​ທີ່​ໂລກ​ໃໝ່​ຈະ​ມາ (ພາສາ​ໄທ) ສັນຕິສຸກ​ເລື້ອຍ​ໄປ ຫຼື​ນຶກ​ເຖິງ​ເວລາ​ນັ້ນ. ຖ້າ​ເຮົາ​ຄິດ​ເລື້ອຍ​ໆ​ກ່ຽວກັບ​ຄວາມຫວັງ​ເລື່ອງ​ໂລກ​ໃໝ່ ເຮົາ​ກໍ​ຈະ​ຮູ້ສຶກ​ວ່າ​ບັນຫາ​ທີ່​ເຮົາ​ເຈິ “ຢູ່​ພຽງ​ໄລຍະ​ສັ້ນ​ໆ​ແລະ​ບໍ່​ໜັກ.” (2ກຣ. 4:17) ຄວາມຫວັງ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ.

20. ຕອນ​ທີ່​ເຮົາ​ອ່ອນແອ ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ກຳລັງ?

20 ຕອນ​ໃດ​ທີ່​ເຮົາ​ຮູ້ສຶກ​ອ່ອນແອ ໃຫ້​ເຮົາ​ຈື່​ໄວ້​ວ່າ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ. (ເພງ. 108:13) ພະ​ເຢໂຫວາ​ໄດ້​ກຽມ​ທຸກ​ຢ່າງ​ໃຫ້​ເຮົາ​ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ. ດັ່ງນັ້ນ ເມື່ອ​ເຈົ້າ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ເພື່ອ​ຈະ​ເຮັດ​ວຽກ​ມອບໝາຍ​ໃຫ້​ສຳເລັດ ເພື່ອ​ຈະ​ອົດທົນ​ກັບ​ຄວາມ​ລຳບາກ ຫຼື​ເພື່ອ​ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ ໃຫ້​ເຈົ້າ​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ສຶກສາ​ສ່ວນຕົວ. ເພື່ອ​ຈະ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ເພິ່ນ ໃຫ້​ເຈົ້າ​ຍອມຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ແລະ​ເຮັດ​ໃຫ້​ຄວາມຫວັງ​ຂອງ​ເຈົ້າ​ຊັດເຈນ​ຢູ່​ສະເໝີ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ “ໄດ້​ຮັບ​ກຳລັງ​ຈາກ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ [ພະເຈົ້າ] ເພື່ອ​ຈະ​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ແລະ​ອົດ​ກັ້ນ​ດ້ວຍ​ຄວາມ​ຍິນດີ.”—ກລຊ. 1:11

ເພງ 33 ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພະ​ເຢໂຫວາ

a ບົດ​ຄວາມ​ນີ້​ຈະ​ຊ່ວຍ​ຄົນ​ທີ່​ຮູ້ສຶກ​ອຸກໃຈ​ຍ້ອນ​ບັນຫາ​ທີ່​ກຳລັງ​ເຈິ​ຢູ່ ຫຼື​ຮູ້ສຶກ​ວ່າ​ວຽກ​ມອບໝາຍ​ທີ່​ໄດ້​ຮັບ​ຍາກ​ເກີນ​ຄວາມ​ສາມາດ​ຂອງ​ເຂົາເຈົ້າ. ເຮົາ​ຈະ​ໄດ້​ຮຽນ​ວ່າ ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ເພິ່ນ.

b ຊື່​ສົມມຸດ

c ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຍິງ​ຫູ​ໜວກ​ຄິດ​ເຖິງ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ. ລາວ​ເປີດ​ເບິ່ງ​ມິວສິກ​ວິດີໂອ​ເພື່ອ​ຈະ​ຊ່ວຍ​ລາວ​ໃຫ້​ນຶກພາບ​ອອກ​ວ່າ​ຊີວິດ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ.