ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 44

ສຶກສາ​ຄຳພີ​ໄບເບິນ​ໃຫ້​ລະອຽດ​ທຸກ​ດ້ານ

ສຶກສາ​ຄຳພີ​ໄບເບິນ​ໃຫ້​ລະອຽດ​ທຸກ​ດ້ານ

“ເຂົ້າໃຈຄວາມ​ຈິງ​ຄົບ​ທຸກ​ດ້ານ ທັງ​ຄວາມ​ກວ້າງ ຄວາມ​ຍາວ ຄວາມ​ສູງ ແລະ​ຄວາມ​ເລິກ.”—ອຟຊ. 3:18

ເພງ 95 ແສງ​ສະຫວ່າງ​ທີ່​ແຮງ​ກ້າ​ຂຶ້ນ

ໃຈຄວາມ​ສຳຄັນ a

1-2. ວິທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ແມ່ນ​ເຮັດ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

 ສົມມຸດ​ວ່າ​ເຈົ້າ​ຈະ​ຊື້​ເຮືອນ​ຫຼັງ​ໜຶ່ງ. ເຈົ້າ​ຈະ​ເຮັດ​ຫຍັງ​ກ່ອນ​ຕັດສິນໃຈ​ຊື້? ເຈົ້າ​ຈະ​ເບິ່ງ​ແຕ່​ຮູບ​ຖ່າຍ​ທາງ​ໜ້າ​ເຮືອນ​ແລ້ວ​ກໍ​ພໍ​ບໍ? ເຈົ້າ​ບໍ່​ເຮັດ​ແບບ​ນັ້ນ​ດອກ. ເຈົ້າ​ຄື​ຊິ​ຢາກ​ຍ່າງ​ເບິ່ງ​ອ້ອມ​ເຮືອນ ເຂົ້າ​ໄປ​ເບິ່ງ​ທຸກ​ຫ້ອງ ແລະ​ເບິ່ງ​ທຸກ​ສ່ວນ​ຂອງ​ເຮືອນ​ຢ່າງ​ລະອຽດ. ບາງ​ທີ​ເຈົ້າ​ອາດຈະ​ຂໍ​ເບິ່ງ​ແບບ​ເຮືອນ​ນຳ​ເພື່ອ​ຈະ​ຮູ້​ວ່າ​ເຮືອນ​ຫຼັງ​ນັ້ນ​ປຸກ​ແນວ​ໃດ. ເຫັນ​ໄດ້​ແຈ້ງ​ວ່າ ເຈົ້າ​ຢາກ​ເຫັນ​ທຸກ​ລາຍລະອຽດ​ຂອງ​ເຮືອນ​ທີ່​ເຈົ້າ​ຈະ​ຊື້.

2 ຕອນ​ທີ່​ເຮົາ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ ເຮົາ​ກໍ​ສາມາດ​ເຮັດ​ຄ້າຍ​ໆ​ກັນ. ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ເວົ້າ​ວ່າ: “ຄຳພີ​ໄບເບິນ​ເປັນ​ຄື​ກັບ​ຕຶກ​ທີ່​ໃຫຍ່​ໆ​ສູງ​ໆ​ແລະ​ປຸກ​ຢູ່​ເທິງ​ຮາກ​ຖານ​ທີ່​ເລິກ​ໆ.” ຄັນຊັ້ນ ເຮົາ​ຈະ​ຮູ້​ຈັກ​ສິ່ງ​ທີ່​ຂຽນ​ໃນ​ຄຳພີ​ໄບເບິນ​ໃຫ້​ດີ​ໄດ້​ແນວ​ໃດ? ຖ້າ​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ໄວ​ໆ​ເຈົ້າ​ອາດຈະ​ຮຽນ​ຮູ້​ແຕ່​ຄວາມ​ຈິງ​ພື້ນຖານ​ເທົ່າ​ນັ້ນ ເຊິ່ງ​ເປັນ “ເລື່ອງ​ພື້ນຖານ​ກ່ຽວກັບ​ຄຳສອນ​ຂອງ​ພະເຈົ້າ.” (ຮຣ. 5:12) ຄື​ກັບ​ທີ່​ເຈົ້າ​ຕ້ອງ​ເຂົ້າ​ໄປ​ໃນ​ເຮືອນ​ເພື່ອ​ເບິ່ງ​ວ່າ​ເຮືອນ​ເປັນ​ແນວ​ໃດ ເຈົ້າ​ກໍ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ໃຫ້​ລະອຽດ​ເພື່ອ​ຈະ​ເຂົ້າໃຈ​ຫຼາຍ​ຂຶ້ນ. ວິທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ສຶກສາ​ຄຳພີ​ໄບເບິນ​ແມ່ນ ໃຫ້​ເບິ່ງ​ວ່າ​ແຕ່​ລະ​ຈຸດ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ ໃຫ້​ພະຍາຍາມ​ເຂົ້າໃຈ​ສິ່ງ​ທີ່​ເຈົ້າ​ເຊື່ອ ແລະ​ເຫດຜົນ​ທີ່​ເຈົ້າ​ເຊື່ອ​ແບບ​ນັ້ນ.

3. ອັກຄະສາວົກ​ໂປໂລ​ກະຕຸ້ນ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ເຮັດ​ຫຍັງ? ແລະ​ຍ້ອນຫຍັງ​ລາວ​ຈຶ່ງ​ເຮັດ​ແບບ​ນັ້ນ? (ເອເຟໂຊ 3:14-19)

3 ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ເພື່ອ​ຈະ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ. ອັກຄະສາວົກ​ໂປໂລ​ກະຕຸ້ນ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ໝັ່ນ​ສຶກສາ​ຄຳພີ​ໄບເບິນ​ເພື່ອ​ເຂົາເຈົ້າ​ຈະ “ເຂົ້າໃຈຄວາມ​ຈິງ​ຄົບ​ທຸກ​ດ້ານ ທັງ​ຄວາມ​ກວ້າງ ຄວາມ​ຍາວ ຄວາມ​ສູງ ແລະ​ຄວາມ​ເລິກ.” ເມື່ອ​ເຮັດ​ແບບ​ນັ້ນ ເຂົາເຈົ້າ​ຈະ “ຕັ້ງ​ໝັ້ນຄົງ​ແລະ​ຍຶດ” ຢູ່​ກັບ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ. (ອ່ານ​ເອເຟໂຊ 3:14-19) ເຮົາ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ. ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ເຮົາ​ຈະ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ເພື່ອ​ຈະ​ເຂົ້າໃຈຄວາມ​ໝາຍ​ແທ້​ໆ.

ສຶກສາ​ຄວາມ​ຈິງ​ທີ່​ເລິກເຊິ່ງ​ໃນ​ຄຳພີ​ໄບເບິນ

4. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

4 ເຮົາ​ບໍ່​ຢາກ​ເຂົ້າໃຈ​ແຕ່​ຄວາມ​ຮູ້​ພື້ນຖານ​ໃນ​ຄຳພີ​ໄບເບິນ​ເທົ່າ​ນັ້ນ ແຕ່​ເຮົາ​ຢາກ​ເຂົ້າໃຈ “ສິ່ງ​ທີ່​ເລິກເຊິ່ງ​ຂອງ​ພະເຈົ້າ” ນຳ ເຊິ່ງ​ເຮົາ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ. (1ກຣ. 2:9, 10) ໃຫ້​ເຈົ້າ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ສຶກສາ​ສ່ວນ​ຕົວ​ເພື່ອ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຈົ້າ​ອາດ​ຄົ້ນຄວ້າ​ວ່າ​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ອະດີດ​ແນວ​ໃດ ແລະ​ການ​ເຮັດ​ແບບ​ນັ້ນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຮັກ​ເຈົ້າ​ຄື​ກັນ. ເຈົ້າ​ອາດ​ຄົ້ນຄວ້າ​ໄດ້​ນຳ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ພວກ​ອິດສະຣາເອນ​ນະມັດສະການ​ເພິ່ນ​ແນວ​ໃດ ແລ້ວ​ສົມທຽບ​ວ່າ​ເພິ່ນ​ຢາກ​ໃຫ້​ເຮົາ​ນະມັດສະການ​ເພິ່ນ​ແນວ​ໃດ​ໃນ​ທຸກ​ມື້​ນີ້ ຫຼື​ເຈົ້າ​ອາດ​ສຶກສາ​ລະອຽດ​ກ່ຽວກັບ​ຄຳ​ພະຍາກອນ​ຕ່າງ​ໆ​ທີ່​ພະ​ເຢຊູ​ເຮັດ​ໃຫ້​ເກີດຂຶ້ນ​ແທ້​ຕອນ​ທີ່​ເພິ່ນ​ມີ​ຊີວິດ​ແລະ​ຮັບໃຊ້​ຢູ່​ໃນ​ໂລກ​ນີ້.

5. ໃນ​ການ​ສຶກສາ​ສ່ວນຕົວ ມີ​ຫົວ​ເລື່ອງ​ໃດ​ບໍ​ທີ່​ເຈົ້າ​ຢາກ​ຄົ້ນຄວ້າ​ຢ່າງ​ລະອຽດ?

5 ບາງ​ຄົນ​ທີ່​ມັກ​ຄົ້ນຄວ້າ​ຢ່າງ​ລະອຽດ​ໄດ້​ເວົ້າ​ເຖິງ​ບາງ​ສິ່ງ​ທີ່​ເຂົາເຈົ້າ​ຢາກ​ຮຽນ​ຮູ້​ຕື່ມ​ອີກ​ໃນ​ຄຳພີ​ໄບເບິນ. ບາງ​ເລື່ອງ​ທີ່​ເຂົາເຈົ້າ​ເວົ້າ​ເຖິງ​ແມ່ນ​ຢູ່​ໃນ​ຂອບ “ ຫົວ​ເລື່ອງ​ສຳລັບ​ສຶກສາ​ສ່ວນຕົວ.” ເຈົ້າ​ຈະ​ມ່ວນ​ຫຼາຍ​ກັບ​ການ​ສຶກສາ​ຫົວ​ເລື່ອງ​ເຫຼົ່າ​ນີ້. ໃຫ້​ເບິ່ງ​ຂໍ້ມູນ​ຈາກ​ຄູ່​ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ. ການ​ສຶກສາ​ຄຳພີ​ໄບເບິນ​ແບບ​ເລິກເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ຊ່ວຍ​ເຈົ້າ​ໃຫ້ “ພົບ​ຄວາມ​ຮູ້​ຂອງ​ພະເຈົ້າ.” (ສຸພາ. 2:4, 5, ລ.ມ) ຕອນນີ້​ເຮົາ​ຈະ​ເບິ່ງ​ຄວາມ​ຈິງ​ບາງຢ່າງ​ທີ່​ເລິກເຊິ່ງ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ເຮົາ​ສາມາດ​ສຶກສາ​ຢ່າງ​ລະອຽດ.

ຄິດ​ໃຫ້​ເລິກເຊິ່ງ​ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ

6. (ກ) ເປັນ​ຫຍັງ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ຈຶ່ງ​ສຳເລັດ​ສະເໝີ? (ຂ) ຜົນ​ຈາກ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ຈະ​ເປັນ​ແນວ​ໃດ?

6 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ບໍ່​ເຄີຍ​ລົ້ມເຫຼວ. ຍ້ອນຫຍັງ? ຍ້ອນ​ວ່າ ເມື່ອ​ພະ​ເຢໂຫວາ​ຕັດສິນໃຈ​ເຮັດ​ບາງຢ່າງ ເພິ່ນ​ບໍ່​ໄດ້​ຍຶດ​ຕິດ​ກັບ​ວິທີ​ໃດ​ວິທີ​ໜຶ່ງ​ສະເພາະ​ເພື່ອ​ໃຫ້​ມັນ​ສຳເລັດ ແຕ່​ເພິ່ນ​ພ້ອມ​ທີ່​ຈະ​ປັບ​ປ່ຽນ​ເພື່ອ​ໃຫ້​ຄວາມ​ຕ້ອງ​ການ​ຂອງ​ເພິ່ນ​ສຳເລັດ. ເຮົາ​ຂອບໃຈ​ແທ້​ໆ​ທີ່​ພະ​ເຢໂຫວາ​ໄດ້​ເປີດເຜີຍ “ຄວາມ​ຕ້ອງການ​ທີ່​ມີ​ຕະຫຼອດ​ໄປ” ຂອງ​ເພິ່ນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ​ໃນ​ຄຳພີ​ໄບເບິນ. (ອຟຊ. 3:11) ພະ​ເຢໂຫວາ​ສາມາດ​ເລືອກ​ວິທີ​ໃດ​ວິທີ​ໜຶ່ງ​ເພື່ອ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ. ເພິ່ນ​ເຮັດ​ສຳເລັດ​ສະເໝີ​ຍ້ອນ​ເພິ່ນ “ເຮັດ​ທຸກ​ສິ່ງ​ເພື່ອ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້.” (ສຸພາ. 16:4, ລ.ມ) ຜົນ​ຈາກ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ຈະ​ຢູ່​ຕະຫຼອດ​ໄປ. ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ແມ່ນ​ຫຍັງ? ແລະ​ເພິ່ນ​ໄດ້​ປັບ​ປ່ຽນ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ?

7. ຫຼັງ​ຈາກ​ມະນຸດ​ຄູ່​ທຳອິດ​ບໍ່​ເຊື່ອຟັງ ພະ​ເຢໂຫວາ​ໄດ້​ປັບ​ປ່ຽນ​ວິທີ​ຂອງ​ເພິ່ນ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ? (ມັດທາຍ 25:34)

7 ພະ​ເຢໂຫວາ​ໄດ້​ບອກ​ມະນຸດ​ຄູ່​ທຳອິດ​ໃຫ້​ຮູ້​ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ເຂົາເຈົ້າ. ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​ຈົນ​ເຕັມ​ໂລກ ແລະ​ໃຫ້​ເບິ່ງແຍງ​ໂລກ . . . ແລະ​ສິ່ງ​ທີ່​ມີ​ຊີວິດ​ທັງໝົດ​ໃນ​ໂລກ.” (ປຖກ. 1:28) ເມື່ອ​ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ ມະນຸດ​ທຸກ​ຄົນ​ໃນ​ໂລກ​ຈຶ່ງ​ກາຍ​ເປັນ​ຄົນ​ບາບ. ແຕ່​ເລື່ອງ​ນີ້​ບໍ່​ໄດ້​ຢຸດ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. ເພິ່ນ​ໄດ້​ປັບ​ປ່ຽນ​ວິທີ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ. ໃນທັນທີທັນໃດ ເພິ່ນ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຕັ້ງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ຕັ້ງແຕ່​ທຳອິດ​ສຳລັບ​ມະນຸດ​ໃນ​ໂລກ​ເກີດຂຶ້ນ​ແທ້. (ອ່ານ​ມັດທາຍ 25:34) ເມື່ອ​ຮອດ​ເວລາ​ທີ່​ພະ​ເຢໂຫວາ​ກຳນົດ​ໄວ້ ເພິ່ນ​ກໍ​ໄດ້​ສົ່ງ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເພິ່ນ​ມາ​ໂລກ​ນີ້​ເພື່ອ​ສອນ​ເລື່ອງ​ການ​ປົກຄອງ​ຂອງ​ເພິ່ນ ແລະ​ເພື່ອ​ຕາຍ​ເປັນ​ຄ່າໄຖ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາ​ຍ. ຕໍ່​ມາ ພະ​ເຢໂຫວາ​ໄດ້​ປຸກ​ພະ​ເຢຊູ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ໃຫ້​ເພິ່ນ​ກັບ​ໄປ​ສະຫວັນ​ເພື່ອ​ປົກຄອງ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. ແຕ່​ມີ​ອີກ​ຫຼາຍ​ເລື່ອງ​ທີ່​ເຮົາ​ຮຽນ​ຮູ້​ໄດ້​ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ.

ໃຫ້​ນຶກພາບ​ເຖິງ​ຕອນ​ທີ່​ຜູ້​ຮັບໃຊ້​ທຸກຄົນ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ການ​ເຊື່ອຟັງ​ເພິ່ນ! (ເບິ່ງ​ຂໍ້ 8)

8. (ກ) ເລື່ອງ​ຫຼັກ​ໃນ​ຄຳພີ​ໄບເບິນ​ແມ່ນ​ຫຍັງ? (ຂ) ຕາມ​ເອເຟໂຊ 1:8-11 ອັນ​ໃດ​ແມ່ນ​ຄວາມ​ຕ້ອງການ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພະ​ເຢໂຫວາ? (ເບິ່ງ​ຮູບ​ໜ້າ​ປົກ)

8 ເລື່ອງ​ຫຼັກ​ໃນ​ຄຳພີ​ໄບເບິນ​ແມ່ນ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ພົ້ນ​ຈາກ​ຄຳ​ຕຳໜິ​ເມື່ອ​ເພິ່ນ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ໂລກ​ນີ້​ສຳເລັດ​ໂດຍ​ທາງ​ການ​ປົກຄອງ​ຂອງ​ເພິ່ນ​ທີ່​ມີ​ພະ​ເຢຊູ​ເປັນ​ກະສັດ. ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ. ເພິ່ນ​ສັນຍາ​ວ່າ​ທຸກ​ສິ່ງ​ຈະ​ເກີດຂຶ້ນ​ແທ້​ຕາມ​ທີ່​ເພິ່ນ​ໄດ້​ບອກ​ໄວ້. (ອຊຢ. 46:10, 11; ຮຣ. 6:17, 18) ໃນ​ຕອນ​ນັ້ນ ໂລກ​ຈະ​ກາຍ​ເປັນ​ບ່ອນ​ທີ່​ງາມ​ໆ​ເຊິ່ງ​ລູກ​ຫຼານ​ຂອງ​ອາດາມ​ແລະ​ເອວາ​ທີ່​ສົມບູນແບບ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ “ມີ​ຄວາມ​ສຸກ​ກັບ​ຊີວິດ​ຕະຫຼອດ​ໄປ.” (ເພງ. 22:26, ລ.ມ) ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ເທົ່າ​ນັ້ນ​ສຳເລັດ. ຄວາມ​ຕ້ອງການ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ເພິ່ນ​ແມ່ນ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ການ​ເຊື່ອຟັງ​ເພິ່ນ. ແລ້ວ​ທຸກ​ຄົນ​ໃນ​ໂລກ​ຈະ​ເຊື່ອຟັງ​ພະ​ເຢໂຫວາ​ໃນ​ຖານະ​ຜູ້​ປົກຄອງ​ຂອງ​ເຂົາເຈົ້າ. (ອ່ານ​ເອເຟໂຊ 1:8-11) ເຈົ້າ​ຮູ້ສຶກ​ງຶດ​ບໍ​ໃນ​ວິທີ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ?

ຄິດ​ໃຫ້​ເລິກເຊິ່ງ​ກ່ຽວກັບ​ອະນາຄົດ​ຂອງ​ເຈົ້າ

9. ການ​ອ່ານ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ເຫັນ​ອະນາຄົດ​ໄດ້​ໄກ​ສ່ຳ​ໃດ?

9 ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ພະຍາກອນ​ທີ່​ພະ​ເຢໂຫວາ​ເວົ້າ​ໃນ​ສວນ​ເອເດນ​ຢູ່​ປະຖົມມະການ 3:15. b ຄຳ​ພະຍາກອນ​ນັ້ນ​ເວົ້າ​ເຖິງ​ເຫດການ​ຕ່າງ​ໆ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເກີດຂຶ້ນ​ແທ້. ແຕ່​ເລື່ອງ​ເຫຼົ່າ​ນັ້ນ​ຈະ​ເກີດຂຶ້ນ​ໃນ​ອີກ​ຫຼາຍ​ພັນ​ປີ​ຕໍ່​ມາ. ເລື່ອງ​ເຫຼົ່າ​ນັ້ນ​ລວມເຖິງ​ເລື່ອງ​ທີ່​ພະເຈົ້າ​ບອກ​ອັບຣາຮາມ​ວ່າ​ຫຼັງ​ຈາກ​ຫຼາຍ​ຊົ່ວ​ອາຍຸ​ຄົນ ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ລາວ​ຈະ​ເປັນ​ພະຄລິດ. (ປຖກ. 22:15-18) ໃນ​ປີ 33 ສົ້ນ​ຕີນ​ຂອງ​ພະ​ເຢຊູ​ຖືກ​ເຮັດ​ໃຫ້​ບວມ​ຊ້ຳ​ຕາມ​ທີ່​ບອກ​ໄວ້. (ກຈກ. 3:13-15) ຄຳ​ພະຍາກອນ​ທີ່​ບອກ​ວ່າເຊື້ອສາຍ​ຈະ​ຢຽບ​ຫົວ​ຂອງ​ຊາຕານ​ຈົນ​ມຸ່ນ​ຈະ​ເກີດຂຶ້ນ​ໃນ​ອີກ​ຫຼາຍ​ກວ່າ 1.000 ປີ​ຫຼັງ​ຈາກ​ນີ້. (ພນມ. 20:7-10) ຄຳພີ​ໄບເບິນ​ຍັງ​ບອກ​ໃຫ້​ຮູ້​ອີກ​ຫຼາຍ​ເລື່ອງ​ກ່ຽວກັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ເມື່ອ​ຄວາມ​ເປັນ​ສັດຕູ​ກັນ​ລະຫວ່າງ​ລະບົບ​ຂອງ​ຊາຕານ​ກັບ​ອົງການ​ຂອງ​ພະ​ເຢໂຫວາ​ມາ​ຮອດ​ຈຸດ​ສູງ​ສຸດ.

10. (ກ) ມີ​ເຫດການ​ຫຍັງ​ແດ່​ໃນ​ອະນາຄົດ​ທີ່​ຈະ​ເກີດຂຶ້ນ​ໃນ​ໄວ​ໆ​ນີ້? (ຂ) ເຮົາ​ຈະ​ກຽມ​ໂຕ​ກຽມ​ໃຈ​ແນວ​ໃດ? (ເບິ່ງ​ໄຂເງື່ອນ)

10 ໃຫ້​ຄິດເຖິງ​ເຫດການ​ຕ່າງ​ໆ​ທີ່​ສັ່ນ​ສະເທືອນ​ໂລກ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້. ທຳອິດ ຊາດ​ຕ່າງ​ໆ​ຈະ​ເວົ້າ​ວ່າ “ສະຫງົບສຸກ​ແລະ​ປອດໄພ​ແລ້ວ!” (1ທຊ. 5:2, 3) ຈາກນັ້ນ ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ແບບ “ກະທັນຫັນ” ເມື່ອ​ຊາດ​ຕ່າງ​ໆ​ໂຈມຕີ​ສາສະໜາ​ປອມ​ທັງໝົດ. (ພນມ. 17:16) ຫຼັງ​ຈາກນັ້ນ​ຈະ​ມີ​ເຫດການ​ທີ່​ເໜືອ​ທຳມະຊາດ​ທີ່ “‘ລູກ​ມະນຸດ’ ມາ​ເທິງ​ເມກ​ໃນ​ທ້ອງຟ້າ​ດ້ວຍ​ລິດເດດ​ແລະ​ລັດສະໝີ​ທີ່​ແຮງ​ກ້າ.” (ມທ. 24:30) ພະ​ເຢຊູ​ຈະ​ຕັດສິນ​ຄົນ. ເພິ່ນ​ຈະ​ແຍກ​ແກະ​ອອກ​ຈາກ​ແບ້. (ມທ. 25:31-33, 46) ໃນ​ຕອນ​ນັ້ນ ຊາຕານ​ຈະ​ບໍ່​ຢູ່​ລ້າ​ໆ. ຍ້ອນ​ມັນ​ຊັງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຫຼາຍ ມັນ​ຈະ​ກະຕຸ້ນ​ກຸ່ມ​ຊາດ​ຕ່າງ​ໆ​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ​ໂຄກ​ຂອງ​ແຜ່ນດິນ​ມາໂຄກ​ໃຫ້​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ. (ເອເຊກ. 38:2, 10, 11) ເມື່ອ​ຮອດ​ຕອນ​ໃດ​ຕອນ​ໜຶ່ງ ຄົນ​ທີ່​ຖືກ​ເລືອກ​ທີ່​ຍັງ​ເຫຼືອ​ຢູ່​ຈະ​ຖືກ​ລວບລວມ​ຂຶ້ນ​ໄປ​ສະຫວັນ​ເພື່ອ​ໄປ​ຮ່ວມ​ກັບ​ພະ​ເຢຊູ​ແລະ​ກອງທັບ​ໃນ​ສະຫວັນ​ເພື່ອ​ຕໍ່ສູ້​ໃນ​ສົງຄາມ​ອາມາເຄໂດນ ເຊິ່ງ​ເປັນ​ຈຸດຈົບ​ຂອງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. c (ມທ. 24:31; ພນມ. 16:14, 16) ຈາກນັ້ນ ການ​ປົກຄອງ 1.000 ປີ​ຂອງ​ພະຄລິດ​ຈະ​ເລີ່ມ​ຕົ້ນ.—ພນມ. 20:6

ເຈົ້າ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ແທ້​ໆ​ຫຼັງ​ຈາກ​ທີ່​ໄດ້​ຮຽນ​ຮູ້​ກ່ຽວກັບ​ເພິ່ນ​ເປັນ​ເວລາ​ຫຼາຍ​ພັນ​ລ້ານ​ປີ (ເບິ່ງ​ຂໍ້ 11)

11. ຄວາມ​ຫວັງ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຈົ້າ? (ເບິ່ງ​ຮູບ)

11 ຕອນນີ້​ໃຫ້​ຄິດເຖິງ​ອະນາຄົດ​ຂອງ​ເຈົ້າ​ຫຼັງ​ຈາກ 1.000 ປີ​ຜ່ານ​ໄປ. ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ “ໄດ້​ສ້າງ​ມະນຸດ​ໃຫ້​ຢາກ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ.” (ຜູ້ປ. 3:11, ລ.ມ) ເລື່ອງ​ນີ້​ມີ​ຜົນ​ແນວ​ໃດ​ຕໍ່​ເຈົ້າ​ແລະ​ສາຍສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ? ປຶ້ມ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ ໜ້າ 319 ເວົ້າ​ວ່າ: “ຫຼັງ​ຈາກ​ມີ​ຊີວິດ​ຢູ່​ຫຼາຍ​ຮ້ອຍ ຫຼາຍ​ພັນ ຫຼາຍ​ລ້ານ ຈົນ​ກະທັ່ງ​ວ່າ​ຮອດ​ຫຼາຍ​ພັນ​ລ້ານ​ປີ ເຮົາ​ຈະ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ພະເຈົ້າ​ຫຼາຍ​ກວ່າ​ທີ່​ເຮົາ​ຮູ້​ໃນ​ຕອນນີ້. ແຕ່​ເຮົາ​ຍັງ​ຮູ້ສຶກ​ວ່າ​ມີ​ສິ່ງ​ຕ່າງ​ໆ​ທີ່​ໜ້າ​ອັດສະຈັນ​ຢ່າງ​ນັບ​ບໍ່​ຖ້ວນ​ທີ່​ເຮົາ​ສາມາດ​ຮຽນ​ໄດ້ . . . ຊີວິດ​ຖາວອນ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ແລະ​ມີ​ຄວາມ​ຫຼາກຫຼາຍ​ເກີນ​ກວ່າ​ຈະ​ນຶກພາບ​ອອກ​ໄດ້​ແລະ​ການ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊີວິດ​ແບບ​ນັ້ນ​ເຊິ່ງ​ໃຫ້​ຜົນ​ຕອບ​ແທນ​ຫຼາຍ​ທີ່​ສຸດ​ສະເໝີ.” ໃນ​ຕອນນີ້ ໃຫ້​ເຮົາ​ຮຽນ​ຮູ້​ກ່ຽວກັບ​ຄຳພີ​ໄບເບິນ​ຕໍ່​ໆ​ໄປ. ມີ​ຫຍັງ​ອີກ​ທີ່​ເຮົາ​ຈະ​ຮຽນ​ຮູ້​ໄດ້?

ເບິ່ງ​ຂຶ້ນ​ໄປ​ໃນ​ສະຫວັນ

12. ເຮົາ​ຈະ​ເບິ່ງ​ຂຶ້ນ​ໄປ​ໃນ​ສະຫວັນ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

12 ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ໜ້ອຍ​ໜຶ່ງ​ວ່າ​ບ່ອນ​ຢູ່​ຂອງ​ພະ​ເຢໂຫວາ​ທີ່​ຢູ່ “ບ່ອນ​ທີ່​ສູງ​ຫຼາຍ” ເປັນ​ແນວ​ໃດ. (ອຊຢ. 33:5) ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ກ່ຽວກັບ​ຄວາມ​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ສະຫວັນ. (ອຊຢ. 6:1-4; ດນອ. 7:9, 10; ພນມ. 4:1-6) ຕົວຢ່າງ ເຮົາ​ສາມາດ​ອ່ານ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ເກງ​ຂາມ​ທີ່​ເອເຊກຽນ​ເຫັນ​ຕອນ​ທີ່ “ທ້ອງຟ້າ​ໄດ້​ເປີດ​ອອກ​ແລະ [ລາວ] ໄດ້​ເຫັນ​ນິມິດ​ຫຼາຍ​ເລື່ອງ​ຈາກ​ພະເຈົ້າ.”—ເອເຊກ. 1:1, ລ.ມ

13. ຕາມ​ເຮັບເຣີ 4:14-16 ເຈົ້າ​ຮູ້ສຶກ​ແນວ​ໃດ​ໃນ​ສິ່ງ​ທີ່​ພະ​ເຢຊູ​ກຳລັງ​ເຮັດ​ຈາກ​ສະຫວັນ?

13 ໃຫ້​ຄິດເຖິງ​ສິ່ງ​ທີ່​ພະ​ເຢຊູ​ກຳລັງ​ເຮັດ​ເພື່ອ​ເຮົາ​ຈາກ​ສະຫວັນ​ໃນ​ຖານະ​ເປັນ​ກະສັດ​ແລະ​ເປັນ​ປະໂລຫິດ​ໃຫຍ່​ທີ່​ເຫັນອົກເຫັນໃຈ. ໂດຍ​ທາງ​ພະ​ເຢຊູ ເຮົາ​ສາມາດ​ອະທິດຖານຕໍ່​ໜ້າ “ບັນລັງ​ຂອງ​ພະເຈົ້າ​ຜູ້​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່” ເພື່ອ​ຂໍ​ຄວາມ​ເມດຕາ​ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ “ເມື່ອ​ພວກ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.” (ອ່ານ​ເຮັບເຣີ 4:14-16) ໃນ​ແຕ່​ລະ​ມື້ ໃຫ້​ຄິດເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄດ້​ເຮັດ​ເພື່ອ​ເຮົາ ແລະ​ສິ່ງ​ທີ່​ພວກ​ເພິ່ນ​ກຳລັງ​ເຮັດ​ເພື່ອ​ເຮົາ​ຈາກ​ສະຫວັນ. ຄວາມ​ຮັກ​ທີ່​ພວກ​ເພິ່ນ​ມີ​ຕໍ່​ເຮົາ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ຮັບໃຊ້​ແລະ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ກະຕືລືລົ້ນ.—2ກຣ. 5:14, 15

ໃຫ້​ນຶກພາບ​ວ່າ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ໃນ​ໂລກ​ໃໝ່​ທີ່​ຮູ້​ວ່າ​ເຈົ້າ​ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ເປັນ​ລູກສິດ​ຂອງ​ພະ​ເຢຊູ! (ເບິ່ງ​ຂໍ້ 14)

14. ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ທີ່​ສະແດງ​ວ່າ​ເຮົາ​ຂອບໃຈ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ແມ່ນ​ຫຍັງ? (ເບິ່ງ​ຮູບ)

14 ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ທີ່​ສະແດງ​ວ່າ​ເຮົາ​ຂອບໃຈ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ກໍ​ຄື ພະຍາຍາມ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ເປັນ​ລູກສິດ​ຂອງ​ພະ​ເຢຊູ. (ມທ. 28:19, 20) ໂປໂລ​ໄດ້​ເຮັດ​ແບບ​ນັ້ນ. ລາວ​ຮູ້​ວ່າ​ພະ​ເຢໂຫວາ​ຕ້ອງການ “ໃຫ້​ຄົນ​ທຸກ​ຊະນິດ​ລອດ​ແລະ​ໄດ້​ຮັບ​ຄວາມ​ຮູ້​ທີ່​ຖືກຕ້ອງ​ເລື່ອງ​ຄວາມ​ຈິງ.” (1ຕມ. 2:3, 4) ໂປໂລ​ພະຍາຍາມ​ປະກາດ​ຂ່າວດີ​ກັບ​ຫຼາຍ​ຄົນ​ເທົ່າ​ທີ່​ເປັນ​ໄປ​ໄດ້ “ເພື່ອ​ຈະ​ຊ່ວຍ​ບາງ​ຄົນ​ໃຫ້​ລອດ​ໄດ້​ບໍ່​ວ່າ​ຈະ​ດ້ວຍ​ວິທີ​ໃດ​ກໍ​ຕາມ.”—1ກຣ. 9:22, 23

ໃຫ້​ມີ​ຄວາມ​ສຸກ​ໃນ​ການ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ

15. ຕາມ​ຄຳເພງ 1:2 ສິ່ງ​ໃດ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ?

15 ຜູ້​ຂຽນ​ຄຳເພງ​ອະທິບາຍ​ວ່າ​ຄົນ​ທີ່​ມີ​ຄວາມ​ສຸກ​ແລະ​ຄົນ​ທີ່​ເຮັດ​ຫຍັງ​ກໍ​ສຳເລັດ​ແມ່ນ​ຄົນ​ທີ່ “ມັກ​ກົດໝາຍ​ຂອງ​ພະ​ເຢໂຫວາ​ຫຼາຍ” ແລະ “ຄິດ​ຕຶກຕອງ​ກ່ຽວກັບ​ກົດໝາຍ​ຂອງ​ເພິ່ນ​ທັງ​ກາງເວັນ​ແລະ​ກາງຄືນ.” (ເພງ. 1:1-3, ລ.ມ) ຜູ້​ແປ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ທີ່​ຊື່​ໂຈເຊັບ ຣ໋ອດເທີແຮັມ​ອະທິບາຍ​ຂໍ້​ຄຳພີ​ນີ້​ວ່າ: “ຄົນ​ເຮົາ​ຄວນ​ຢາກ​ໄດ້​ຄຳ​ແນະນຳ​ຈາກ​ພະເຈົ້າ​ຈົນ​ເຖິງຂັ້ນ​ລົງມື​ຊອກ​ຫາ ຮຽນ​ຮູ້ ແລະ​ໃຊ້​ເວລາ​ຄົ້ນຄວ້າ​ແລະ​ຄິດ​ຕຶກຕອງ​ກ່ຽວກັບ​ຄຳ​ແນະນຳ​ນັ້ນ.” ລາວ​ຍັງ​ເວົ້າ​ອີກ​ວ່າ: “ຖ້າ​ມື້​ໃດ​ຜ່ານ​ໄປ​ໂດຍ​ທີ່​ເຮົາ​ບໍ່​ໄດ້​ອ່ານ​ຄຳພີ​ໄບເບິນ ມື້​ນັ້ນ​ກໍ​ບໍ່​ມີ​ຄວາມ​ໝາຍ​ຫຍັງ.” ເຈົ້າ​ມີ​ຄວາມ​ສຸກ​ກັບ​ການ​ສຶກສາ​ຄຳພີ​ໄບເບິນ​ໄດ້​ໂດຍ​ຄົ້ນຄວ້າ​ຢ່າງ​ລະອຽດ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ແລະ​ຄິດ​ເບິ່ງ​ວ່າ​ຈຸດ​ຕ່າງ​ໆ​ໃນ​ຄຳພີ​ໄບເບິນ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ. ການ​ເຂົ້າໃຈ​ຄຳພີ​ໄບເບິນ​ໃນ​ທຸກ​ດ້ານ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້​ໆ!

16. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ຕໍ່​ໄປ?

16 ຄວາມ​ຈິງ​ຫຼາຍ​ເລື່ອງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ພະ​ເຢໂຫວາ​ສອນ​ເຮົາ​ບໍ່​ຍາກ​ເກີນ​ໄປ​ທີ່​ເຮົາ​ຈະ​ເຂົ້າໃຈ. ໃນ​ບົດຄວາມ​ຕໍ່​ໄປ​ເຮົາ​ຈະ​ຮຽນ​ຮູ້​ຄວາມ​ຈິງ​ທີ່​ເລິກເຊິ່ງ​ອີກ​ເລື່ອງ​ໜຶ່ງ ເຊິ່ງ​ກໍ​ຄື​ວິຫານ​ໂດຍ​ໄນ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ. ໂປໂລ​ໄດ້​ອະທິບາຍ​ເລື່ອງ​ນີ້​ໃນ​ຈົດໝາຍ​ທີ່​ລາວ​ຂຽນ​ໄປ​ຫາ​ຄລິດສະຕຽນ​ທີ່​ຢູ່​ແຂວງ​ຢູດາຍ. ຂໍ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ໃນ​ການ​ຮຽນ​ຮູ້​ກ່ຽວກັບ​ເລື່ອງ​ນີ້.

ເພງ 94 ເຮົາ​ຂອບໃຈ​ພະເຈົ້າ​ສຳລັບ​ພະຄຳພີ

a ການ​ສຶກສາ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ມ່ວນ ໄດ້​ຮັບ​ປະໂຫຍດ ແລະ​ເຮັດ​ໃຫ້​ເຮົາ​ໃກ້ຊິດ​ຫຼາຍ​ຂຶ້ນ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ເບິ່ງ​ວິທີ​ທີ່​ເຮົາ​ຈະ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ທັງ​ຄວາມ​ກວ້າງ ຄວາມ​ຍາວ ຄວາມ​ສູງ ແລະ​ຄວາມ​ເລິກ.

b ໃຫ້​ເບິ່ງ​ບົດຄວາມ “ຄຳ​ພະຍາກອນ​ເກົ່າ​ແກ່​ທີ່​ສຳຄັນ​ຕໍ່​ເຮົາ” ໃນ​ຫໍສັງເກດການ​ເດືອນ​ກໍລະກົດ 2022.

c ເພື່ອ​ຈະ​ຮູ້​ວິທີ​ກຽມ​ໂຕ​ໃຫ້​ພ້ອມ​ສຳລັບ​ເຫດການ​ທີ່​ສັ່ນ​ສະເທືອນ​ໂລກ​ເຊິ່ງ​ກຳລັງ​ຈະ​ເກີດຂຶ້ນ​ໃນ​ອະນາຄົດ​ໃກ້​ໆ​ນີ້ ໃຫ້​ເບິ່ງ​ປຶ້ມ​ລາຊະອານາຈັກ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ! ໜ້າ 230.