ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຄັດລັບ​ການ​ຄົ້ນຄວ້າ

ເຄັດລັບ​ການ​ຄົ້ນຄວ້າ

ວິທີ​ນຳ​ໃຫ້​ທັນ​ກັບ​ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ໃໝ່

ເຮົາ​ຢູ່​ໃນ​ສະໄໝ​ທີ່​ເປັນ​ຕາ​ຕື່ນເຕັ້ນ​ແທ້​ໆ. ພະ​ເຢໂຫວາ​ກຳລັງ​ເປີດເຜີຍ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແຈ້ງ​ຂຶ້ນ​ເລື້ອຍ​ໆ. (ດນອ. 12:4) ແຕ່​ບາງເທື່ອ​ເຮົາ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ນຳ​ໃຫ້​ທັນ​ກັບ​ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ໃນ​ຄຳພີ​ໄບເບິນ. ຄັນຊັ້ນ ເຮົາ​ຊິ​ຊອກ​ຄຳ​ອະທິບາຍ​ໄດ້​ຈາກ​ໃສ?

ຄູ່​ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ​ຈັດລຽງ​ຫົວຂໍ້​ສຳລັບ​ຄົ້ນຄວ້າ​ຕາມ​ຫົວ​ເລື່ອງ. ໃຫ້​ເບິ່ງ​ຫົວຂໍ້ “ພະຍານ​ພະ​ເຢໂຫວາ” ແລ້ວ​ໄປ​ຫົວຂໍ້​ຍ່ອຍ “ທັດສະນະ​ແລະ​ຄວາມ​ເຊື່ອ”

ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດສ໌ທາວເວີ້ (Watch Tower Publications Index) ໃນ​ຫົວຂໍ້ “Beliefs Clarified” ຈະ​ມີ​ການ​ລຽງ​ລຳດັບ​ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ຕາມ​ລຳດັບ​ປີ ແລະ​ຄວາມ​ເຂົ້າໃຈ​ໃໝ່​ຈະ​ຢູ່​ທາງ​ເທິງ​ສຸດ. ແຕ່​ຖ້າ​ເຈົ້າ​ຢາກ​ຄົ້ນ​ແບບ​ເປັນ​ຫົວ​ເລື່ອງ ໃຫ້​ໃຊ້​ຫ້ອງ​ສະໝຸດ​ວັອດສ໌ທາວເວີ້ (Watchtower Library) ແລະ​ຫ້ອງ​ສະໝຸດ​ອອນລາຍ​ຂອງ​ວັອດສ໌ທາວເວີ້ (Watchtower ONLINE LIBRARY) ແລ້ວ​ພິມ​ຄຳ​ວ່າ “understanding clarified” (ໃນ​ວົງຢືມ) ໃສ່​ປ່ອງ​ຄົ້ນ​ຫາ.

ໃນ​ການ​ສຶກສາ​ສ່ວນຕົວ ເຈົ້າ​ອາດຈະ​ສຶກສາ​ຄວາມ​ເຂົ້າໃຈ​ຫຼ້າສຸດ​ກ່ຽວກັບ​ຄຳສອນ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ ແລະ​ເຫດຜົນ​ທີ່​ມີ​ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ນັ້ນ.